ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
ຄຳພີໄບເບິນສະບັບແປໂລກໃໝ່

ໃຈຄວາມສຳຄັນຂອງປຶ້ມດານີເອນ

ດານີເອນ

ໃຈ​ຄວາມ​ສຳຄັນ

  • 1

    • ກອງທັບ​ບາບີໂລນ​ມາ​ລ້ອມ​ເມືອງ​ເຢຣູຊາເລັມ (1, 2)

    • ການ​ຝຶກ​ອົບຮົມ​ພິເສດ​ສຳລັບ​ຊະເລີຍ​ໜຸ່ມ​ທີ່​ເປັນ​ເຊື້ອສາຍ​ຂອງ​ກະສັດ (3-5)

    • ຄົນ​ເຮັບເຣີ 4 ຄົນ​ຖືກ​ທົດສອບ​ຄວາມ​ສັດຊື່ (6-21)

  • 2

    • ກະສັດ​ເນບູກາດເນັດຊາ​ຝັນ​ເລື່ອງ​ທີ່​ເຮັດ​ໃຫ້​ວຸ່ນວາຍ​ໃຈ (1-4)

    • ບໍ່​ມີ​ທີ່​ປຶກສາ​ຄົນ​ໃດ​ບອກ​ຄວາມ​ຝັນ​ໄດ້ (5-13)

    • ດານີເອນ​ຂໍ​ໃຫ້​ພະເຈົ້າ​ຊ່ວຍ (14-18)

    • ສັນລະເສີນ​ພະເຈົ້າ​ທີ່​ເປີດເຜີຍ​ເລື່ອງ​ທີ່​ເປັນ​ຄວາມລັບ (19-23)

    • ດານີເອນ​ບອກ​ວ່າ​ກະສັດ​ຝັນ​ຫຍັງ (24-35)

    • ອະທິບາຍ​ຄວາມໝາຍ​ຂອງ​ຄວາມ​ຝັນ (36-45)

      • ການ​ປົກຄອງ​ທີ່​ເປັນ​ຄື​ກັບ​ກ້ອນ​ຫີນ​ຈະ​ທຳລາຍ​ຮູບປັ້ນ (44, 45)

    • ກະສັດ​ຍົກຍ້ອງ​ໃຫ້​ກຽດ​ດານີເອນ (46-49)

  • 3

    • ຮູບປັ້ນ​ຄຳ​ຂອງ​ເນບູກາດເນັດຊາ (1-7)

      • ຄຳສັ່ງ​ໃຫ້​ໝູບ​ໜ້າ​ລົງ​ກາບ​ຮູບປັ້ນ (4-6)

    • ມີ​ຄົນ​ມາ​ຟ້ອງ​ວ່າ​ຄົນ​ເຮັບເຣີ 3 ຄົນ​ບໍ່​ເຮັດ​ຕາມ​ຄຳ​ສັ່ງ (8-18)

      • ‘ພວກເຮົາ​ຈະ​ບໍ່​ນະມັດສະການ​ພະເຈົ້າ​ຂອງ​ທ່ານ’ (18)

    • ຖືກ​ຖິ້ມ​ລົງ​ເຕົາໄຟ​ທີ່​ຮ້ອນ​ໆ​ (19-23)

    • ຖືກ​ຊ່ວຍ​ໃຫ້​ລອດ​ຈາກ​ໄຟ​ຢ່າງ​ອັດສະຈັນ (24-27)

    • ກະສັດ​ຍົກຍ້ອງ​ພະເຈົ້າ​ຂອງ​ຄົນ​ເຮັບເຣີ (28-30)

  • 4

    • ກະສັດ​ເນບູກາດເນັດຊາ​ຍອມຮັບ​ການ​ປົກຄອງ​ຂອງ​ພະເຈົ້າ (1-3)

    • ກະສັດ​ຝັນ​ເຫັນ​ຕົ້ນໄມ້​ຕົ້ນ​ໜຶ່ງ (4-18)

      • ຕົ້ນໄມ້​ຖືກ​ຕັດ​ຖິ້ມ​ໄວ້ 7 ປີ (16)

      • ພະເຈົ້າ​ເປັນ​ຜູ້​ປົກຄອງ​ມະນຸດ (17)

    • ດານີເອນ​ແປ​ຄວາມໝາຍ​ຂອງ​ຄວາມ​ຝັນ (19-27)

    • ເກີດຂຶ້ນ​ແທ້​ເທື່ອ​ທຳອິດ​ກັບ​ກະສັດ (28-36)

      • ກະສັດ​ເສຍ​ສະຕິ 7 ປີ (32, 33)

    • ກະສັດ​ຍົກຍ້ອງ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ (37)

  • 5

    • ງານລ້ຽງ​ໃຫຍ່​ຂອງ​ກະສັດ​ເບນຊັດຊາເຣ (1-4)

    • ລາຍ​ມື​ຂຽນ​ຢູ່​ຝາ (5-12)

    • ດານີເອນ​ຖືກ​ຂໍ​ໃຫ້​ແປ​ຄວາມໝາຍ​ຂອງ​ໂຕ​ໜັງສື (13-25)

    • ຄວາມໝາຍ​ແມ່ນ​ບາບີໂລນ​ຈະ​ຖືກ​ທຳລາຍ (26-31)

  • 6

    • ພວກ​ຂ້າລາຊະການ​ຂອງ​ເປີເຊຍ​ວາງແຜນ​ໃສ່​ຮ້າຍ​ດານີເອນ (1-9)

    • ດານີເອນ​ບໍ່​ເຊົາ​ອະທິດຖານ (10-15)

    • ດານີເອນ​ຖືກ​ຖິ້ມ​ລົງ​ໃນ​ຂຸມ​ທີ່​ມີ​ໂຕ​ສິງ (16-24)

    • ກະສັດ​ດາຣິອຸດ​ຍົກຍ້ອງ​ພະເຈົ້າ​ຂອງ​ດານີເອນ (25-28)

  • 7

    • ນິມິດ​ເລື່ອງ​ສັດຮ້າຍ 4 ໂຕ (1-8)

      • ເຂົາ​ນ້ອຍ​ໆ​ທີ່​ອວດ​ອົ່ງ​ປົ່ງ​ຂຶ້ນ​ມາ (8)

    • ຜູ້​ທີ່​ມີ​ຊີວິດ​ຢູ່​ແຕ່​ດຶກດຳບັນ​ພິຈາລະນາ​ຄະດີ (9-14)

      • ລູກມະນຸດ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ (13, 14)

    • ອະທິບາຍ​ຄວາມໝາຍ​ຂອງ​ຄວາມ​ຝັນ​ໃຫ້​ດານີເອນ​ຮູ້ (15-28)

      • ສັດຮ້າຍ 4 ໂຕ​ໝາຍເຖິງ​ກະສັດ 4 ອົງ (17)

      • ພວກ​ທີ່​ຖືກ​ເລືອກ​ໄດ້​ຮັບ​ອຳນາດ​ການ​ປົກຄອງ (18)

      • ເຂົາ 10 ເຂົາ ຫຼື​ກະສັດ 10 ອົງ​ຈະ​ປົກຄອງ (24)

  • 8

    • ນິມິດ​ເລື່ອງ​ແກະ​ໂຕ​ຜູ້​ກັບ​ແບ້​ໂຕ​ຜູ້ (1-14)

      • ເຂົາ​ນ້ອຍ​ໆ​ຍົກ​ໂຕເອງ​ຂຶ້ນ (9-12)

      • 2.300 ມື້ (14)

    • ຄັບຣີເອນ​ອະທິບາຍ​ຄວາມໝາຍ​ຂອງ​ນິມິດ (15-27)

      • ອະທິບາຍ​ວ່າ​ແກະ​ໂຕ​ຜູ້​ແລະ​ແບ້​ໂຕ​ຜູ້​ໝາຍເຖິງ​ໃຜ (20, 21)

      • ກະສັດ​ອົງ​ໜຶ່ງ​ທີ່​ໂຫດ​ຮ້າຍ​ຈະ​ຢືນ​ຂຶ້ນ (23-25)

  • 9

    • ດານີເອນ​ອະທິດຖານ​ຍອມຮັບ​ຜິດ (1-19)

      • ຮ້າງເປົ່າ​ເປັນ​ເວລາ 70 ປີ (2)

    • ຄັບຣີເອນ​ມາ​ຫາ​ດານີເອນ (20-23)

    • ຄຳພະຍາກອນ​ເລື່ອງ 70 ອາທິດ (24-27)

      • ເມຊີອາ​ປາກົດ​ໂຕ​ຫຼັງຈາກ 69 ອາທິດ (25)

      • ເມຊີອາ​ຈະ​ຖືກ​ຂ້າ (26)

      • ເມືອງ​ກັບ​ບ່ອນ​ບໍລິສຸດ​ຈະ​ຖືກ​ທຳລາຍ (26)

  • 10

    • ຜູ້​ສົ່ງ​ຂ່າວ​ຈາກ​ພະເຈົ້າ​ມາ​ຫາ​ດານີເອນ (1-21)

      • ມີກາເອນ​ຊ່ວຍ​ທູດສະຫວັນ (13)

  • 11

    • ກະສັດ​ຂອງ​ເປີເຊຍ​ແລະ​ກຣີກ (1-4)

    • ກະສັດ​ທິດໃຕ້​ກັບ​ກະສັດ​ທິດເໜືອ (5-45)

      • ຄົນ​ເກັບ​ພາສີ​ຈະ​ມາ (20)

      • ຜູ້ນຳ​ຕາມ​ຄຳ​ສັນຍາ​ຈະ​ຖືກ​ຂ້າ (22)

      • ພະເຈົ້າ​ຂອງ​ປ້ອມ​ຕ່າງ​ໆ​ຈະ​ຖືກ​ຍົກຍ້ອງ (38)

      • ກະສັດ​ທິດໃຕ້​ກັບ​ກະສັດ​ທິດເໜືອ​ຈະ​ຕໍ່ສູ້​ກັນ (40)

      • ຂ່າວ​ຈາກ​ທິດ​ຕາເວັນ​ອອກ​ແລະ​ທິດ​ເໜືອ​ທີ່​ເຮັດ​ໃຫ້​ວຸ່ນວາຍ​ໃຈ (44)

  • 12

    • “ສະໄໝ​ສຸດທ້າຍ” ແລະ​ຫຼັງ​ຈາກ​ນັ້ນ (1-13)

      • ມີກາເອນ​ຈະ​ລຸກ​ຂຶ້ນ (1)

      • ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ດີ​ຈະ​ສ່ອງແສງ​ແຈ້ງ​ໆ​ (3)

      • ຄວາມຮູ້​ແທ້​ຈະ​ມີ​ຫຼາຍ​ແທ້​ຫຼາຍ​ວ່າ (4)

      • ດານີເອນ​ຈະ​ລຸກ​ຂຶ້ນ​ມາ​ຮັບ​ສ່ວນ​ແບ່ງ (13)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌