ອົບພະຍົບ
1 ຕໍ່ໄປນີ້ແມ່ນລາຍຊື່ຂອງພວກລູກຊາຍອິດສະຣາເອນ.* ເຂົາເຈົ້າກັບຄອບຄົວມາຢູ່ເອຢິບພ້ອມກັບຢາໂຄບ. ເຂົາເຈົ້າມີລາຍຊື່ດັ່ງນີ້:+ 2 ຣູເບັນ ຊີເມໂອນ ເລວີ ຢູດາ+ 3 ອິດຊາຄາ ເຊບູລູນ ເບັນຢາມິນ 4 ດານ ນັບທາລີ ຄາດ ແລະອາເຊ.+ 5 ລູກຫຼານທັງໝົດຂອງຢາໂຄບມີ 70 ຄົນ ແຕ່ໂຢເຊັບຢູ່ໃນເອຢິບກ່ອນແລ້ວ.+ 6 ໃນທີ່ສຸດ ໂຢເຊັບກໍຕາຍ.+ ພວກອ້າຍນ້ອງຂອງລາວແລະຄົນລຸ້ນດຽວກັນກໍຕາຍໝົດ. 7 ພວກອິດສະຣາເອນມີຈຳນວນເພີ່ມຂຶ້ນໄວຫຼາຍ. ເຂົາເຈົ້າມີຫຼາຍຂຶ້ນເລື້ອຍໆແລະຄົນເອຢິບກໍເລີ່ມຢ້ານເຂົາເຈົ້າ. ບໍ່ດົນພວກອິດສະຣາເອນກໍເຕັມແຜ່ນດິນເອຢິບ.+
8 ໃນທີ່ສຸດ ກະສັດເອຢິບ*ອົງໃໝ່ກໍຂຶ້ນມາປົກຄອງ ລາວບໍ່ເຄີຍຮູ້ຈັກໂຢເຊັບເລີຍ. 9 ກະສັດເວົ້າກັບຄົນຂອງລາວວ່າ: “ພວກອິດສະຣາເອນນີ້ ນັບມື້ນັບຫຼາຍຂຶ້ນກວ່າພວກເຮົາ ແລະມີກຳລັງຫຼາຍກວ່າພວກເຮົາແລ້ວ.+ 10 ພວກເຮົາຕ້ອງເຮັດຫຍັງຈັກຢ່າງ ເພື່ອບໍ່ໃຫ້ພວກມັນມີຈຳນວນຫຼາຍຂຶ້ນ. ຄັນມີສົງຄາມເກີດຂຶ້ນ ພວກມັນຊິໄປເຂົ້າຮ່ວມກັບສັດຕູຕໍ່ສູ້ພວກເຮົາ ແລ້ວໜີໄປ.”
11 ພວກເຂົາເລີຍແຕ່ງຕັ້ງຫົວໜ້າຄົນງານໃຫ້ບັງຄັບພວກອິດສະຣາເອນໃຫ້ເຮັດວຽກໜັກ.+ ພວກເຂົາສ້າງເມືອງປີໂທມແລະເມືອງຣາເມເສດ+ ເພື່ອເປັນບ່ອນມ້ຽນເຄື່ອງຂອງຟາໂຣ.* 12 ແຮ່ງພວກເຂົາກົດຂີ່ພວກອິດສະຣາເອນຫຼາຍເທົ່າໃດ ພວກອິດສະຣາເອນແຮ່ງມີຈຳນວນຫຼາຍຂຶ້ນເລື້ອຍໆ ຍ້ອນແນວນີ້ພວກເອຢິບຈຶ່ງຮູ້ສຶກຢ້ານພວກອິດສະຣາເອນ.+ 13 ພວກເອຢິບເລີຍບັງຄັບພວກອິດສະຣາເອນໃຫ້ເປັນທາດແລະເຮັດວຽກໜັກ.+ 14 ພວກເອຢິບເຮັດໃຫ້ຊີວິດຂອງພວກອິດສະຣາເອນທຸກຍາກລຳບາກ. ເຂົາເຈົ້າຕ້ອງອອກແຮງງານໜັກ ຕ້ອງເຮັດດິນຈີ່ກັບດິນດາກທີ່ເປັນຄືກັບປູນ ແລະເຮັດວຽກທຸກຢ່າງຢູ່ກາງທົ່ງ. ພວກເອຢິບໃຫ້ພວກອິດສະຣາເອນເປັນທາດແລະເຮັດວຽກທຸກຢ່າງໃນສະພາບທີ່ຍາກລຳບາກຫຼາຍ.+
15 ຕໍ່ມາ ກະສັດເອຢິບໄດ້ເວົ້າກັບພວກໝໍຊ່ວຍຄົນເກີດລູກທີ່ເປັນຄົນເຮັບເຣີ. ເຂົາເຈົ້າຊື່ຊິຟຣາກັບປູອາ. 16 ກະສັດບອກເຂົາເຈົ້າວ່າ: “ຕອນທີ່ພວກເຈົ້າຊ່ວຍຜູ້ຍິງຄົນເຮັບເຣີເກີດລູກ+ ໃຫ້ເບິ່ງເດີ້ວ່າແອນ້ອຍທີ່ເກີດມາເປັນຜູ້ຊາຍຫຼືຜູ້ຍິງ. ຖ້າເປັນຜູ້ຊາຍໃຫ້ຂ້າຖິ້ມ ແຕ່ຖ້າເປັນຜູ້ຍິງໃຫ້ຈົ່ງໄວ້.” 17 ແຕ່ພວກໝໍຊ່ວຍຄົນເກີດລູກຢ້ານຢຳພະເຈົ້າທ່ຽງແທ້ ເຂົາເຈົ້າກໍເລີຍບໍ່ໄດ້ເຮັດຕາມຄຳສັ່ງຂອງກະສັດເອຢິບແລະບໍ່ໄດ້ຂ້າແອນ້ອຍຜູ້ຊາຍ.+ 18 ແລ້ວກະສັດເອຢິບກໍເອີ້ນພວກໝໍຊ່ວຍຄົນເກີດລູກມາແລະຖາມວ່າ: “ເປັນຫຍັງພວກເຈົ້າປ່ອຍໃຫ້ເດັກນ້ອຍຜູ້ຊາຍຍັງມີຊີວິດຢູ່?” 19 ເຂົາເຈົ້າຕອບຟາໂຣວ່າ: “ຜູ້ຍິງຄົນເຮັບເຣີບໍ່ຄືກັບຜູ້ຍິງຄົນເອຢິບ. ເຂົາເຈົ້າແຂງແຮງຫຼາຍເລີຍເກີດລູກກ່ອນທີ່ພວກເຮົາຊິໄປຮອດຊ້ຳ.”
20 ພະເຈົ້າເລີຍອວຍພອນໝໍຊ່ວຍຄົນເກີດລູກ 2 ຄົນນັ້ນ. ສ່ວນພວກອິດສະຣາເອນກໍມີຈຳນວນເພີ່ມຂຶ້ນເລື້ອຍໆແລະມີກຳລັງຫຼາຍ. 21 ຍ້ອນພວກໝໍຊ່ວຍຄົນເກີດລູກຢ້ານຢຳພະເຈົ້າທ່ຽງແທ້ ເພິ່ນກໍເລີຍໃຫ້ເຂົາເຈົ້າມີຄອບຄົວ. 22 ໃນທີ່ສຸດ ຟາໂຣສັ່ງຄົນຂອງລາວທຸກຄົນວ່າ: “ໃຫ້ພວກເຈົ້າເອົາແອນ້ອຍຜູ້ຊາຍທີ່ເປັນລູກຂອງຄົນເຮັບເຣີທີ່ຫາກໍເກີດມານັ້ນໄປຖິ້ມຢູ່ແມ່ນ້ຳນິນ ສ່ວນແອນ້ອຍຜູ້ຍິງໃຫ້ຈົ່ງໄວ້.”+
2 ໃນຕອນນັ້ນ ຜູ້ຊາຍຄົນໜຶ່ງໃນຕະກູນເລວີໄດ້ແຕ່ງດອງກັບຜູ້ຍິງໃນຕະກູນດຽວກັນ.+ 2 ແລ້ວຜູ້ຍິງຄົນນັ້ນກໍຖືພາແລະເກີດລູກຊາຍ. ແອນ້ອຍຄົນນັ້ນໜ້າຮັກຫຼາຍ ລາວເລີຍເຊື່ອງໄວ້ເປັນເວລາ 3 ເດືອນ.+ 3 ເມື່ອເຫັນວ່າຊິເຊື່ອງລູກໄວ້ຕໍ່ໄປບໍ່ໄດ້+ ລາວຈຶ່ງເອົາພາໄພຣັດ*ມາສານເປັນກະຕ່າ ແລ້ວເອົາຢາງໝາກຕອຍຈາກທຳມະຊາດມາທາທາງໃນແລະທາງນອກ. ຈາກນັ້ນ ລາວເອົາລູກໃສ່ໃນກະຕ່ານັ້ນແລະເອົາໄປວາງໄວ້ຢູ່ປ່າໄມ້ອໍ້ໃນແມ່ນ້ຳນິນ. 4 ແຕ່ເອື້ອຍຂອງແອນ້ອຍ+ຈອບເບິ່ງຢູ່ໄກໆເພື່ອຊິຮູ້ວ່າຊິມີຫຍັງເກີດຂຶ້ນກັບນ້ອງບໍ່.
5 ຕອນທີ່ລູກສາວຂອງຟາໂຣ*ລົງໄປອາບນ້ຳຢູ່ແມ່ນ້ຳນິນ ພວກຜູ້ຍິງທີ່ເປັນຄົນຮັບໃຊ້ຂອງລາວກໍຍ່າງຢູ່ຕາມແຄມນ້ຳ. ລູກສາວຂອງກະສັດແນມເຫັນກະຕ່າໜ່ວຍນັ້ນຢູ່ປ່າໄມ້ອໍ້. ລາວກໍເລີຍບອກທາດຍິງຂອງລາວໄປເອົາມາ.+ 6 ເມື່ອລູກສາວກະສັດເປີດກະຕ່າອອກ ກໍເຫັນແອນ້ອຍຜູ້ຊາຍກຳລັງຮ້ອງໄຫ້ຢູ່. ລາວຮູ້ສຶກອີ່ຕົນຫຼາຍແລະເວົ້າວ່າ: “ແອນ້ອຍຜູ້ນີ້ເປັນລູກຂອງຄົນເຮັບເຣີໄດ໋ນິ.” 7 ແລ້ວເອື້ອຍຂອງແອນ້ອຍກໍເວົ້າກັບລູກສາວຂອງຟາໂຣວ່າ: “ທ່ານຢາກໃຫ້ຂ້ອຍໄປຊອກຫາຜູ້ຍິງຄົນເຮັບເຣີມາລ້ຽງແອນ້ອຍໃຫ້ທ່ານບໍ?” 8 ລູກສາວຂອງຟາໂຣບອກວ່າ: “ກະດີ!” ແລ້ວເດັກນ້ອຍຜູ້ຍິງຄົນນັ້ນກໍໄປເອີ້ນແມ່ຂອງແອນ້ອຍມາ.+ 9 ລູກສາວຂອງຟາໂຣເວົ້າກັບແມ່ຂອງແອນ້ອຍວ່າ: “ເອົາແອນ້ອຍຄົນນີ້ໄປລ້ຽງໃຫ້ຂ້ອຍ ແລ້ວຂ້ອຍຊິຈ່າຍເງິນໃຫ້ເຈົ້າ.” ແລ້ວຜູ້ຍິງຄົນນັ້ນກໍເອົາແອນ້ອຍໄປລ້ຽງໃຫ້ລູກສາວຂອງຟາໂຣ. 10 ເມື່ອເດັກນ້ອຍນັ້ນໃຫຍ່ຂຶ້ນ ແມ່ຂອງລາວກໍເອົາລາວໄປສົ່ງໃຫ້ລູກສາວຂອງຟາໂຣ ແລະລາວກໍໄດ້ເປັນລູກຊາຍຂອງລູກສາວຟາໂຣ.+ ລູກສາວຂອງຟາໂຣຕັ້ງຊື່ໃຫ້ເດັກນ້ອຍວ່າໂມເຊ.* ລາວເວົ້າວ່າ: “ຂ້ອຍຕັ້ງຊື່ນີ້ໃຫ້ເດັກນ້ອຍຄົນນີ້ກໍຍ້ອນວ່າ ຂ້ອຍໄດ້ຊ່ວຍລາວຂຶ້ນມາຈາກນ້ຳ.”+
11 ມີມື້ໜຶ່ງ ຕອນທີ່ໂມເຊໃຫຍ່ແລ້ວ ລາວເຫັນຄົນອິດສະຣາເອນທີ່ເປັນຄົນຊາດດຽວກັບລາວກຳລັງຖືກບັງຄັບໃຫ້ເຮັດວຽກໜັກ.+ ລາວເຫັນຄົນເອຢິບຕີຄົນເຮັບເຣີ. 12 ລາວຫຼຽວໜ້າຫຼຽວຫຼັງ ເມື່ອບໍ່ເຫັນຜູ້ໃດ ລາວກໍເລີຍຂ້າຄົນເອຢິບຜູ້ນັ້ນ ແລ້ວເອົາສົບໄປເຊື່ອງໄວ້ໃນດິນຊາຍ.+
13 ມື້ຕໍ່ມາ ລາວເຫັນຄົນເຮັບເຣີ 2 ຄົນຜິດກັນ ລາວເລີຍເວົ້າກັບຄົນທີ່ເຮັດຜິດວ່າ: “ເປັນຫຍັງເຈົ້າຄືຕີໝູ່ຂອງເຈົ້າ?”+ 14 ຄົນນັ້ນກໍຕອບວ່າ: “ແມ່ນໃຜແຕ່ງຕັ້ງໃຫ້ເຈົ້າເປັນຫົວໜ້າຕັດສິນພວກເຮົາ? ເຈົ້າຊິຂ້າຂ້ອຍຄືກັບຂ້າຄົນເອຢິບຫັ້ນເບາະ?”+ ໂມເຊເລີຍຢ້ານແລະຄິດວ່າ: “ຄົນອື່ນຄືຊິຮູ້ແລ້ວວ່າເຮົາຂ້າຄົນ!”
15 ແລ້ວຟາໂຣກໍຮູ້ເລື່ອງນີ້ ແລະພະຍາຍາມຊິຂ້າໂມເຊ. ແຕ່ໂມເຊໜີໄປແຜ່ນດິນມີດີອານ+ ແລະໄດ້ໄປນັ່ງເຊົາເມື່ອຍຢູ່ໃກ້ນ້ຳສ້າງ. 16 ປະໂລຫິດມີດີອານຄົນໜຶ່ງ+ມີລູກສາວ 7 ຄົນ. ຕອນນັ້ນພວກລູກສາວມາຕັກນ້ຳໃຫ້ຝູງສັດຂອງພໍ່ກິນ. 17 ທຸກໆເທື່ອທີ່ເຂົາເຈົ້າມາຕັກນ້ຳໃຫ້ແກະກິນ ຄົນລ້ຽງແກະຄົນອື່ນໆກໍມັກມາໄລ່ເຂົາເຈົ້າ. ແຕ່ເທື່ອນີ້ໂມເຊໄດ້ຊ່ວຍເຂົາເຈົ້າແລະຕັກນ້ຳໃຫ້ແກະກິນ. 18 ເມື່ອເຂົາເຈົ້າກັບເມືອເຮືອນຫາເຣອູເອນ*ພໍ່ຂອງເຂົາເຈົ້າ+ ພໍ່ກໍແປກໃຈແລະຖາມວ່າ: “ມື້ນີ້ພວກລູກຄືກັບມາໄວແທ້?” 19 ເຂົາເຈົ້າຕອບວ່າ: “ຜູ້ຊາຍເອຢິບຄົນໜຶ່ງ+ໄດ້ຊ່ວຍພວກເຮົາຈາກພວກຄົນລ້ຽງແກະຄົນອື່ນໆ. ລາວຊ່ວຍຕັກນ້ຳໃຫ້ພວກເຮົາ ແລະຕັກນ້ຳໃຫ້ຝູງສັດນຳ.” 20 ພໍ່ເວົ້າກັບລູກສາວວ່າ: “ແລ້ວລາວຢູ່ໃສ? ເປັນຫຍັງຄືບໍ່ຊວນລາວມາກິນເຂົ້ານຳພວກເຮົາ?” 21 ຫຼັງຈາກນັ້ນ ໂມເຊກໍຢູ່ກັບເຣອູເອນ. ແລ້ວເຣອູເອນໄດ້ຍົກຊິບໂປຣາ+ລູກສາວຂອງລາວໃຫ້ເປັນເມຍຂອງໂມເຊ. 22 ຕໍ່ມາ ຊິບໂປຣາກໍເກີດລູກຊາຍແລະໂມເຊຕັ້ງຊື່ໃຫ້ລູກວ່າເກໂຊມ*+ ເພາະໂມເຊບອກວ່າ: “ຂ້ອຍເປັນຄົນຕ່າງຊາດທີ່ອາໄສຢູ່ຕ່າງປະເທດ.”+
23 ຫຼັງຈາກຫຼາຍປີຜ່ານໄປ ກະສັດເອຢິບ*ກໍຕາຍ.+ ແຕ່ພວກອິດສະຣາເອນກໍຍັງຮ້ອງຄາງຈົ່ມທຸກຈົ່ມຍາກຍ້ອນເປັນທາດຢູ່ ແລະເຂົາເຈົ້າໄດ້ຮ້ອງຂໍໃຫ້ພະເຈົ້າທ່ຽງແທ້ຊ່ວຍ.+ 24 ພະເຈົ້າໄດ້ຍິນສຽງຮ້ອງຄາງຂອງເຂົາເຈົ້າ+ ແລະເພິ່ນກໍຄິດເຖິງຄຳສັນຍາທີ່ໃຫ້ໄວ້ກັບອັບຣາຮາມ ອີຊາກ ແລະຢາໂຄບ.+ 25 ດັ່ງນັ້ນ ພະເຈົ້າຈຶ່ງສົນໃຈພວກລູກຫຼານອິດສະຣາເອນ ແລະເຫັນວ່າເຂົາເຈົ້າມີຄວາມທຸກ.
3 ໂມເຊເປັນຄົນລ້ຽງແກະໃຫ້ເຢດໂຣ+ພໍ່ເຖົ້າຂອງລາວ. ເຢດໂຣເປັນປະໂລຫິດຄົນມີດີອານ. ຕອນທີ່ລາວພາຝູງແກະໄປທາງທິດຕາເວັນຕົກໃນບ່ອນກັນດານ ລາວກໍໄປຮອດພູໂຮເຣັບເຊິ່ງເປັນພູຂອງພະເຈົ້າທ່ຽງແທ້.+ 2 ມີຟຸ່ມໄມ້ຟຸ່ມໜຶ່ງທີ່ມີໄຟລຸກຢູ່ ແລະມີທູດສະຫວັນຂອງພະເຢໂຫວາຢູ່ຫັ້ນ.+ ລາວແນມເບິ່ງຟຸ່ມໄມ້ນັ້ນຢູ່ດົນເຕີບ ມີໄຟລຸກຢູ່ຟຸ່ມໄມ້ ແຕ່ຟຸ່ມໄມ້ກໍບໍ່ໄໝ້ຈັກເທື່ອ. 3 ລາວຄິດວ່າ: “ເອີ່ ຄືເປັນຈັ່ງຊັ້ນ ໄຟກໍລຸກຢູ່ ແຕ່ມັນຄືບໍ່ໄໝ້ຟຸ່ມໄມ້ຈັກເທື່ອ? ຊິເຂົ້າໄປເບິ່ງກ່ອນ.” 4 ເມື່ອພະເຢໂຫວາເຫັນລາວເຂົ້າມາໃກ້ ເພິ່ນກໍເອີ້ນລາວຈາກຟຸ່ມໄມ້ວ່າ: “ໂມເຊ! ໂມເຊເອີ້ຍ!” ລາວຕອບວ່າ: “ໂດຍ.” 5 ເພິ່ນເວົ້າວ່າ: “ຢ່າເຂົ້າມາໃກ້ຫຼາຍກວ່ານີ້. ປົດເກີບເຈົ້າອອກ ເພາະວ່າບ່ອນທີ່ເຈົ້າຢືນຢູ່ນີ້ເປັນບ່ອນບໍລິສຸດ.”
6 ເພິ່ນເວົ້າອີກວ່າ: “ເຮົາແມ່ນພະເຈົ້າຂອງປູ່ຍ່າຕານາຍຂອງເຈົ້າ ພະເຈົ້າຂອງອັບຣາຮາມ+ ພະເຈົ້າຂອງອີຊາກ+ ແລະພະເຈົ້າຂອງຢາໂຄບ.”+ ແລ້ວໂມເຊກໍປິດໜ້າໂຕເອງໄວ້ ເພາະລາວບໍ່ກ້າເບິ່ງພະເຈົ້າທ່ຽງແທ້. 7 ພະເຢໂຫວາເວົ້າຕື່ມອີກວ່າ: “ເຮົາເຫັນແລ້ວວ່າຄົນຂອງເຮົາຢູ່ໃນເອຢິບທຸກລຳບາກສ່ຳໃດ. ເຮົາຮູ້ວ່າເຂົາເຈົ້າເຈັບປວດຫຼາຍແທ້ໆ. ເຮົາໄດ້ຍິນສຽງຮ້ອງຄາງຂອງເຂົາເຈົ້າຍ້ອນເຂົາເຈົ້າຖືກບັງຄັບໃຫ້ເຮັດວຽກໜັກ.+ 8 ເຮົາຈະຊ່ວຍເຂົາເຈົ້າໃຫ້ພົ້ນຈາກພວກເອຢິບ.+ ເຮົາຈະພາເຂົາເຈົ້າໄປໃນແຜ່ນດິນກວ້າງໃຫຍ່ແລະອຸດົມສົມບູນທີ່ມີນ້ຳນົມກັບນ້ຳເຜີ້ງຫຼາຍ.+ ບ່ອນນັ້ນເປັນແຜ່ນດິນຂອງພວກການາອານ ພວກເຮດ ພວກອາໂມ ພວກເປຣິຊີ ພວກຮີວີ ແລະພວກເຢບຸດ.+ 9 ເຮົາໄດ້ຍິນສຽງຮ້ອງຄາງຂອງພວກອິດສະຣາເອນແລ້ວ ເຮົາໄດ້ເຫັນພວກເອຢິບກົດຂີ່ຂົ່ມເຫງເຂົາເຈົ້າ.+ 10 ຕອນນີ້ ເຮົາຈະໃຫ້ເຈົ້າໄປຫາຟາໂຣ*ແລະໃຫ້ເຈົ້າຊ່ວຍພວກອິດສະຣາເອນຄົນຂອງເຮົາອອກຈາກເອຢິບ.”+
11 ແຕ່ໂມເຊບອກພະເຈົ້າທ່ຽງແທ້ວ່າ: “ລູກເປັນພຽງຄົນທຳມະດາ. ລູກຊິໄປຫາຟາໂຣແລະຊ່ວຍພວກອິດສະຣາເອນອອກຈາກເອຢິບໄດ້ຈັ່ງໃດ?” 12 ເພິ່ນຕອບວ່າ: “ເຮົາຈະຢູ່ກັບເຈົ້າ.+ ເຈົ້າຈະພາຄົນຂອງເຮົາອອກຈາກເອຢິບ. ແລ້ວພວກເຈົ້າຈະນະມັດສະການເຮົາຢູ່ພູໜ່ວຍນີ້.+ ເຮົາສັນຍາກັບເຈົ້າແນວນີ້ແລະເມື່ອມັນເປັນໄປຕາມນີ້ແທ້ໆ ເຈົ້າກໍຈະເຫັນກັບຕາວ່າພະເຈົ້າທ່ຽງແທ້ເປັນຜູ້ສົ່ງເຈົ້າໄປ.”
13 ແຕ່ໂມເຊເວົ້າກັບພະເຈົ້າທ່ຽງແທ້ວ່າ: “ຖ້າລູກໄປຫາພວກອິດສະຣາເອນແລະບອກເຂົາເຈົ້າວ່າ ‘ພະເຈົ້າຂອງປູ່ຍ່າຕານາຍຂອງພວກເຈົ້າສົ່ງຂ້ອຍມາ’ ແລະຖ້າເຂົາເຈົ້າຖາມລູກວ່າ ‘ພະເຈົ້າຜູ້ນັ້ນຊື່ຫຍັງ?’+ ລູກຊິຕອບເຂົາເຈົ້າແນວໃດ?” 14 ພະເຈົ້າຕອບໂມເຊວ່າ: “ເຮົາຈະເປັນຫຍັງກໍໄດ້ທີ່ເຮົາຢາກ*ເປັນ”+ ແລະເພິ່ນເວົ້າຕື່ມວ່າ: “ເຈົ້າຕ້ອງບອກພວກອິດສະຣາເອນວ່າ ‘ພະເຈົ້າທີ່ຊື່ວ່າ “ເຮົາຈະເປັນ” ໄດ້ສົ່ງຂ້ອຍມາຫາພວກເຈົ້າ.’”+ 15 ແລ້ວພະເຈົ້າກໍເວົ້າຊ້ຳກັບໂມເຊອີກວ່າ:
“ເຈົ້າຕ້ອງບອກພວກອິດສະຣາເອນແນວນີ້. ‘ພະເຢໂຫວາ ພະເຈົ້າຂອງປູ່ຍ່າຕານາຍຂອງພວກເຈົ້າ ພະເຈົ້າຂອງອັບຣາຮາມ+ ພະເຈົ້າຂອງອີຊາກ+ ແລະພະເຈົ້າຂອງຢາໂຄບ+ ສົ່ງຂ້ອຍມາຫາພວກເຈົ້າ.’ ຊື່ນີ້ແມ່ນຊື່ຂອງເຮົາຕະຫຼອດໄປ+ ແລະຄົນທຸກສະໄໝຈະຮູ້ຈັກເຮົາຕາມຊື່ນີ້. 16 ໃຫ້ເຈົ້າເອີ້ນພວກຜູ້ນຳຂອງອິດສະຣາເອນມາລວມກັນ ແລະບອກເຂົາເຈົ້າວ່າ ‘ພະເຢໂຫວາ ພະເຈົ້າຂອງປູ່ຍ່າຕານາຍຂອງພວກເຈົ້າ ພະເຈົ້າຂອງອັບຣາຮາມ ອີຊາກ ແລະຢາໂຄບ ມາຫາຂ້ອຍແລະເວົ້າວ່າ “ເຮົາເບິ່ງພວກເຈົ້າຢູ່+ແລະເຫັນວ່າພວກເອຢິບກຳລັງເຮັດຫຍັງໃຫ້ພວກເຈົ້າ. 17 ເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນຈາກການກົດຂີ່ຂົ່ມເຫງ+ຂອງພວກເອຢິບ ແລະເຮົາຈະໃຫ້ພວກເຈົ້າໄປຢູ່ໃນແຜ່ນດິນຂອງພວກການາອານ ພວກເຮດ ພວກອາໂມ+ ພວກເປຣິຊີ ພວກຮີວີ ແລະພວກເຢບຸດ.+ ໃນແຜ່ນດິນນັ້ນຈະມີນ້ຳນົມກັບນ້ຳເຜີ້ງຫຼາຍ.”’+
18 ເຂົາເຈົ້າຈະຟັງເຈົ້າແນ່ນອນ.+ ເຈົ້າກັບພວກຜູ້ນຳຂອງຄົນອິດສະຣາເອນຈະໄປຫາກະສັດເອຢິບແລະຈະບອກກັບກະສັດວ່າ ‘ພະເຢໂຫວາ ພະເຈົ້າຂອງຄົນເຮັບເຣີ+ໄດ້ເວົ້າກັບພວກເຮົາ. ພວກເຮົາຂໍເວລາ 3 ມື້ ເພື່ອໄປບ່ອນກັນດານ. ພວກເຮົາຈະເອົາສັດໄປບູຊາໃຫ້ພະເຢໂຫວາພະເຈົ້າຂອງພວກເຮົາຢູ່ຫັ້ນ.’+ 19 ແຕ່ເຮົາຮູ້ວ່າກະສັດເອຢິບຈະບໍ່ຍອມໃຫ້ພວກເຈົ້າໄປດອກ ຈົນກວ່າຈະໄດ້ເຫັນລິດເດດທີ່ຍິ່ງໃຫຍ່ຂອງເຮົາ.+ 20 ແລ້ວເຮົາຈະເຮັດການອັດສະຈັນຫຼາຍຢ່າງເພື່ອລົງໂທດພວກເອຢິບ. ຫຼັງຈາກນັ້ນ ກະສັດຈະຍອມປ່ອຍພວກເຈົ້າໄປ.+ 21 ເຮົາຈະເຮັດໃຫ້ພວກເອຢິບເຮັດດີຕໍ່ພວກເຈົ້າ. ເມື່ອພວກເຈົ້າອອກໄປ ພວກເຂົາຈະເອົາເຄື່ອງຂອງຫຼາຍຢ່າງໃຫ້ພວກເຈົ້າ.+ 22 ພວກຜູ້ຍິງອິດສະຣາເອນແຕ່ລະຄົນຈະຂໍເຄື່ອງເງິນເຄື່ອງຄຳແລະເຄື່ອງນຸ່ງຈາກເພື່ອນບ້ານ ແລະຈາກຜູ້ຍິງຊາດອື່ນທີ່ຢູ່ເຮືອນນຳກັນ. ພວກຜູ້ຍິງອິດສະຣາເອນຈະເອົາມາໃສ່ໃຫ້ລູກຊາຍກັບລູກສາວ ແລະພວກເຈົ້າຈະໄດ້ເຄື່ອງຂອງຫຼາຍແທ້ໆຈາກພວກເອຢິບ.”+
4 ໂມເຊເວົ້າກັບພະເຈົ້າອີກວ່າ: “ແຕ່ລູກຊິເຮັດແນວໃດ ຖ້າເຂົາເຈົ້າບໍ່ເຊື່ອແລະບໍ່ຢາກຟັງລູກ?+ ເຂົາເຈົ້າຊິເວົ້າວ່າ ‘ພະເຢໂຫວາບໍ່ໄດ້ມາຫາເຈົ້າດອກ.’” 2 ພະເຢໂຫວາເວົ້າກັບລາວວ່າ: “ເຈົ້າຖືຫຍັງຢູ່?” ໂມເຊຕອບວ່າ: “ໄມ້ຄ້ອນເທົ້າ.” 3 ພະເຈົ້າບອກວ່າ: “ໃຫ້ເຈົ້າຖິ້ມມັນລົງດິນ.” ເມື່ອລາວຖິ້ມມັນລົງດິນ ໄມ້ຄ້ອນເທົ້ານັ້ນກໍກາຍເປັນງູ+ ໂມເຊເລີຍຖອຍອອກຈາກມັນ. 4 ພະເຢໂຫວາບອກໂມເຊອີກວ່າ: “ໃຫ້ເຈົ້າດຶງຫາງມັນຂຶ້ນມາ.” ເມື່ອລາວດຶງຫາງງູຂຶ້ນມາ ມັນກໍກາຍເປັນໄມ້ຄ້ອນເທົ້າຄືເກົ່າ. 5 ພະເຈົ້າບອກວ່າ: “ເຈົ້າຕ້ອງເຮັດແນວນີ້ ເພື່ອເຂົາເຈົ້າຈະເຊື່ອວ່າພະເຢໂຫວາພະເຈົ້າຂອງປູ່ຍ່າຕານາຍຂອງເຂົາເຈົ້າ ພະເຈົ້າຂອງອັບຣາຮາມ ພະເຈົ້າຂອງອີຊາກ ແລະພະເຈົ້າຂອງຢາໂຄບ+ໄດ້ມາຫາເຈົ້າ.”+
6 ພະເຢໂຫວາບອກລາວອີກວ່າ: “ເອົາມືເບື້ອງໜຶ່ງຂອງເຈົ້າສອດເຂົ້າໄປໃນເສື້ອ.” ແລ້ວລາວກໍເຮັດຕາມນັ້ນ. ເມື່ອລາວເອົາມືອອກມາ ມືຂອງລາວກໍເປັນຂີ້ທູດ ຂາວຄືຫິມະ!+ 7 ພະເຈົ້າບອກລາວວ່າ: “ເອົາມືຂອງເຈົ້າສອດເຂົ້າໄປໃນເສື້ອຄືເກົ່າ.” ແລ້ວລາວກໍເຮັດຕາມນັ້ນ. ເມື່ອລາວເອົາມືອອກມາຈາກເສື້ອ ມືຂອງລາວກໍເຊົາເປັນຂີ້ທູດ. 8 ພະເຈົ້າເວົ້າອີກວ່າ: “ຖ້າເຂົາເຈົ້າບໍ່ເຊື່ອເຈົ້າ ແລະບໍ່ຍອມຮັບການອັດສະຈັນເທື່ອທຳອິດ ເຂົາເຈົ້າກໍຊິເຊື່ອການອັດສະຈັນເທື່ອທີ 2.+ 9 ແຕ່ຖ້າເຂົາເຈົ້າຍັງບໍ່ເຊື່ອການອັດສະຈັນທັງສອງຢ່າງນັ້ນແລະບໍ່ຟັງເຈົ້າ ໃຫ້ເຈົ້າຕັກເອົານ້ຳທີ່ຢູ່ແມ່ນ້ຳນິນໄປເທໃສ່ດິນແຫ້ງ ແລ້ວນ້ຳທີ່ເທລົງດິນນັ້ນຈະກາຍເປັນເລືອດ.”+
10 ໂມເຊເວົ້າກັບພະເຢໂຫວາວ່າ: “ພະເຢໂຫວາເອີ້ຍ ລູກເປັນຄົນເວົ້າບໍ່ເກັ່ງຕັ້ງແຕ່ໃດແລ້ວ ທັງກ່ອນໜ້ານີ້ກັບຕອນນີ້ທີ່ພະອົງກຳລັງເວົ້າກັບຜູ້ຮັບໃຊ້ຂອງພະອົງ ເພາະລູກເປັນຄົນເວົ້າຊ້າແລະເວົ້າບໍ່ລ່ຽນບໍ່ໄຫຼ.”+ 11 ພະເຢໂຫວາເວົ້າກັບລາວວ່າ: “ໃຜເປັນຜູ້ສ້າງປາກມະນຸດ? ໃຜເຮັດໃຫ້ຄົນປາກກືກ ຫູໜວກ ຕາດີ ຫຼືຕາບອດໄດ້? ແມ່ນເຮົາເຢໂຫວາບໍ່ແມ່ນບໍ? 12 ໃຫ້ເຈົ້າໄປໂລດ. ເຮົາຈະຊ່ວຍຕອນເຈົ້າເວົ້າ. ເຮົາຈະບອກເຈົ້າວ່າເຈົ້າຕ້ອງເວົ້າຫຍັງແດ່.”+ 13 ແຕ່ລາວເວົ້າວ່າ: “ພະເຢໂຫວາ ຂໍພະອົງໃຊ້ຄົນອື່ນແທນລູກໄດ້ບໍ?” 14 ພະເຢໂຫວາໃຈຮ້າຍໃຫ້ໂມເຊຫຼາຍ ເພິ່ນຈຶ່ງເວົ້າວ່າ: “ແລ້ວອາໂຣນ+ອ້າຍຂອງເຈົ້າທີ່ເປັນຄົນເລວີຫັ້ນເດ້ຊັ້ນ. ເຮົາຮູ້ວ່າລາວເປັນຄົນເວົ້າເກັ່ງ. ລາວກຳລັງມາຫາເຈົ້າ. ຖ້າລາວເຫັນເຈົ້າ ລາວຄືຊິດີໃຈຫຼາຍ.+ 15 ໃຫ້ເຈົ້າເວົ້າກັບລາວຕາມທີ່ເຮົາບອກ.+ ເຮົາຈະຢູ່ກັບພວກເຈົ້າຕອນທີ່ພວກເຈົ້າເວົ້າ.+ ແລ້ວເຮົາຊິບອກພວກເຈົ້າວ່າຕ້ອງເວົ້າຫຍັງ. 16 ອາໂຣນຊິເວົ້າກັບປະຊາຊົນແທນເຈົ້າ. ລາວຊິເປັນຜູ້ເວົ້າແທນເຈົ້າ ແລະເຈົ້າຈະເປັນຄົນບອກລາວວ່າເຮົາເວົ້າຫຍັງ.+ 17 ໃຫ້ເຈົ້າຈັບໄມ້ຄ້ອນເທົ້ານີ້ໄປນຳ ແລະໃຊ້ມັນເຮັດການອັດສະຈັນ.”+
18 ໂມເຊກັບຄືນໄປຫາເຢດໂຣພໍ່ເຖົ້າຂອງລາວ+ແລະເວົ້າວ່າ: “ລູກຂໍກັບໄປເອຢິບແດ່ເດີ້. ລູກຊິໄປຫາພີ່ນ້ອງຂອງລູກ. ລູກຢາກຮູ້ວ່າເຂົາເຈົ້າເປັນແນວໃດແລ້ວ.” ເຢດໂຣບອກໂມເຊວ່າ: “ໄປໂລດ ເດີນທາງປອດໄພເດີ້ລູກ.” 19 ຫຼັງຈາກນັ້ນ ພະເຢໂຫວາກໍເວົ້າກັບໂມເຊຢູ່ມີດີອານວ່າ: “ກັບໄປເອຢິບໂລດ ເພາະຄົນທີ່ຢາກຂ້າເຈົ້າກໍຕາຍໝົດແລ້ວ.”+
20 ລາວໃຫ້ເມຍແລະລູກຂຶ້ນເທິງຫຼັງລາ ແລ້ວພາກັນກັບໄປເອຢິບ. ໂມເຊຈັບໄມ້ຄ້ອນເທົ້າຂອງພະເຈົ້າທ່ຽງແທ້ໄປນຳ. 21 ແລ້ວພະເຢໂຫວາກໍເວົ້າກັບໂມເຊວ່າ: “ຫຼັງຈາກທີ່ເຈົ້າໄປຮອດເອຢິບແລ້ວ ໃຫ້ເຈົ້າເຮັດການອັດສະຈັນທຸກຢ່າງຕໍ່ໜ້າຟາໂຣ* ຕາມທີ່ເຮົາໃຫ້ລິດເດດກັບເຈົ້າ.+ ເຮົາຊິປ່ອຍໃຫ້ລາວເປັນຄົນຫົວແຂງຕໍ່ໄປ+ ແລະລາວຈະບໍ່ຍອມປ່ອຍຄົນຂອງເຮົາ.+ 22 ເຈົ້າຕ້ອງບອກຟາໂຣແນວນີ້ວ່າ ‘ພະເຢໂຫວາບອກວ່າ “ອິດສະຣາເອນເປັນລູກຊາຍຜູ້ທຳອິດຂອງຂ້ອຍ.+ 23 ຂ້ອຍສັ່ງເຈົ້າໃຫ້ປ່ອຍລູກຊາຍຂອງຂ້ອຍ ເພື່ອລາວຊິມານະມັດສະການຂ້ອຍ. ແຕ່ຖ້າເຈົ້າບໍ່ຍອມປ່ອຍລູກຊາຍຂອງຂ້ອຍ ຂ້ອຍກໍຊິຂ້າລູກຊາຍຜູ້ທຳອິດຂອງເຈົ້າ.”’”+
24 ຕອນທີ່ພັກລະຫວ່າງທາງ ພະເຢໂຫວາ*+ໄດ້ມາຫາລາວ ແລະພະຍາຍາມຈະຂ້າລາວ.+ 25 ແລ້ວຊິບໂປຣາ+ກໍເອົາຫີນຄົມໆມາເຮັດສິນຕັດ*ໃຫ້ລູກຊາຍ ແລະເອົາໜັງຫຸ້ມປາຍທີ່ຕັດອອກມານັ້ນໂຍນໃສ່ຕີນເພິ່ນແລະບອກວ່າ: “ພະອົງເປັນເຈົ້າບ່າວຂອງຂ້ອຍແລ້ວດ້ວຍເລືອດນີ້.” 26 ເພິ່ນກໍເລີຍບໍ່ຂ້າລາວ ເພາະຕອນນັ້ນຊິບໂປຣາເຮັດສິນຕັດໃຫ້ລູກຊາຍແລະເວົ້າວ່າ: “ພະອົງເປັນເຈົ້າບ່າວຂອງຂ້ອຍແລ້ວດ້ວຍເລືອດນີ້.”
27 ຕໍ່ມາ ພະເຢໂຫວາເວົ້າກັບອາໂຣນວ່າ: “ໃຫ້ເຈົ້າໄປຫາໂມເຊຢູ່ບ່ອນກັນດານ.”+ ອາໂຣນກໍເລີຍໄປຫາໂມເຊຢູ່ພູຂອງພະເຈົ້າທ່ຽງແທ້.+ ອາໂຣນຖາມສະບາຍດີແລະຈູບໂມເຊ. 28 ໂມເຊເລົ່າທຸກເລື່ອງໃຫ້ອາໂຣນຟັງວ່າພະເຢໂຫວາບອກຫຍັງລາວແດ່+ ແລະກໍເລົ່າວ່າເພິ່ນສັ່ງໃຫ້ເຮັດການອັດສະຈັນຫຍັງແດ່.+ 29 ຫຼັງຈາກນັ້ນ ໂມເຊກັບອາໂຣນກໍໄປເອີ້ນພວກຜູ້ນຳຂອງອິດສະຣາເອນທຸກຄົນໃຫ້ມາປະຊຸມກັນ.+ 30 ອາໂຣນເວົ້າໃຫ້ເຂົາເຈົ້າຟັງວ່າພະເຢໂຫວາເວົ້າຫຍັງແດ່ກັບໂມເຊ ແລະໂມເຊກໍເຮັດການອັດສະຈັນ+ຕໍ່ໜ້າພວກອິດສະຣາເອນ. 31 ເມື່ອເຫັນແນວນັ້ນ ເຂົາເຈົ້າກໍເຊື່ອ.+ ເມື່ອພວກອິດສະຣາເອນຮູ້ວ່າພະເຢໂຫວາສົນໃຈ+ແລະເຫັນຄວາມທຸກຂອງເຂົາເຈົ້າ+ ເຂົາເຈົ້າກໍໝູບໜ້າລົງນະມັດສະການເພິ່ນ.
5 ຈາກນັ້ນ ໂມເຊກັບອາໂຣນກໍພາກັນໄປຫາຟາໂຣ*ແລະເວົ້າວ່າ: “ພະເຢໂຫວາພະເຈົ້າຂອງອິດສະຣາເອນບອກແນວນີ້. ‘ປ່ອຍຄົນຂອງເຮົາໄປສະຫຼອງເທດສະການເພື່ອນະມັດສະການເຮົາໃນບ່ອນກັນດານ.’” 2 ແຕ່ຟາໂຣເວົ້າວ່າ: “ພະເຢໂຫວາແມ່ນໃຜ+ທີ່ຂ້ອຍຕ້ອງຟັງຄວາມລາວແລະປ່ອຍພວກອິດສະຣາເອນໄປ?+ ຂ້ອຍບໍ່ຮູ້ຈັກພະເຢໂຫວາແລະຂ້ອຍກໍຊິບໍ່ປ່ອຍພວກອິດສະຣາເອນໄປເດັດຂາດ.”+ 3 ແຕ່ເຂົາເຈົ້າບອກວ່າ: “ພະເຈົ້າຂອງພວກເຮັບເຣີໄດ້ມາຫາພວກເຮົາ. ດັ່ງນັ້ນ ຂໍອະນຸຍາດໃຫ້ພວກເຮົາເດີນທາງ 3 ມື້ເພື່ອໄປບ່ອນກັນດານແລະເອົາເຄື່ອງບູຊາໃຫ້ພະເຢໂຫວາພະເຈົ້າຂອງພວກເຮົາຢູ່ຫັ້ນ.+ ຄັນບໍ່ຊັ້ນ ເພິ່ນຊິລົງໂທດພວກເຮົາດ້ວຍພະຍາດຫຼືດ້ວຍດາບ.” 4 ກະສັດເອຢິບຕອບເຂົາເຈົ້າວ່າ: “ໂມເຊກັບອາໂຣນ ເປັນຫຍັງພວກເຈົ້າຊິພາປະຊາຊົນໃຫ້ຖິ້ມວຽກຖິ້ມງານ? ກັບໄປເຮັດວຽກທະແມ້!”+ 5 ຟາໂຣເວົ້າຕື່ມອີກວ່າ: “ຄົນຂອງພວກເຈົ້າຢູ່ນີ້ມີບັກຫຼາຍໆ ເປັນຫຍັງຂ້ອຍຕ້ອງປ່ອຍໃຫ້ພວກເຈົ້າພັກວຽກ?”
6 ໃນມື້ນັ້ນ ຟາໂຣສັ່ງພວກຫົວໜ້າແລະຜູ້ຊ່ວຍວ່າ: 7 “ຢ່າຊູ່ເອົາເຟືອງໃຫ້ພວກນັ້ນອີກ.+ ໃຫ້ພວກມັນໄປເກັບເອົາເຟືອງເອງເພື່ອຊິເຮັດດິນຈີ່. 8 ແຕ່ໃຫ້ພວກມັນເຮັດດິນຈີ່ໃຫ້ໄດ້ຈຳນວນສ່ຳເກົ່າ. ບໍ່ຕ້ອງຫຼຸດວຽກພວກມັນລົງ ເພາະພວກມັນຂີ້ຄ້ານ. ຍ້ອນແນວນັ້ນແຫຼະ ພວກມັນຈຶ່ງມາຂໍຮ້ອງວ່າ ‘ພວກເຮົາຢາກໄປເອົາເຄື່ອງບູຊາໃຫ້ພະເຈົ້າຂອງພວກເຮົາ!’ 9 ໃຫ້ພວກມັນເຮັດວຽກໜັກກວ່າເກົ່າ ບໍ່ຕ້ອງຢຸດ ບໍ່ຕ້ອງເຊົາ ເພື່ອພວກມັນຈະບໍ່ມີເວລາໄປສົນໃຈຄຳຕົວະພວກນັ້ນ.”
10 ພວກຫົວໜ້າ+ກັບພວກຜູ້ຊ່ວຍກໍໄປບອກພວກອິດສະຣາເອນວ່າ: “ຟາໂຣບອກພວກເຈົ້າແບບນີ້. ‘ຕໍ່ໄປນີ້ຊິບໍ່ເອົາເຟືອງໃຫ້ພວກເຈົ້າແລ້ວ. 11 ພວກເຈົ້າຕ້ອງໄປຊອກຫາເຟືອງເອງ. ແຕ່ວ່າຕ້ອງເຮັດດິນຈີ່ໃຫ້ໄດ້ຈຳນວນສ່ຳເກົ່າ.’” 12 ແລ້ວພວກອິດສະຣາເອນກໍພາກັນໄປຊອກຫຼົກຕໍເຟືອງທົ່ວແຜ່ນດິນເອຢິບ. 13 ພວກຫົວໜ້າກໍຄຸມເຂົາເຈົ້າຕະຫຼອດໂດຍເວົ້າວ່າ: “ແຕ່ລະມື້ ພວກເຈົ້າຕ້ອງເຮັດວຽກໃຫ້ມັນໄດ້ສ່ຳກັບຕອນທີ່ເອົາເຟືອງໃຫ້ພວກເຈົ້າເດີ້.” 14 ພວກຫົວໜ້າທີ່ເປັນຄົນຂອງຟາໂຣກໍໄດ້ເອົາແສ້ຟາດຜູ້ຊ່ວຍທີ່ເປັນຄົນອິດສະຣາເອນ.+ ເຂົາເຈົ້າເວົ້າກັບພວກຜູ້ຊ່ວຍວ່າ: “ເປັນຫຍັງພວກເຈົ້າບໍ່ເຮັດດິນຈີ່ໃຫ້ໄດ້ຕາມຈຳນວນທີ່ສັ່ງໄວ້? ມື້ວານກໍບໍ່ໄດ້ ມື້ນີ້ກໍບໍ່ໄດ້ອີກ.”
15 ພວກຜູ້ຊ່ວຍທີ່ເປັນຄົນອິດສະຣາເອນກໍໄປຈົ່ມກັບຟາໂຣວ່າ: “ເປັນຫຍັງທ່ານຄືເຮັດກັບພວກເຮົາແບບນີ້? 16 ພວກຫົວໜ້າສັ່ງພວກເຮົາໃຫ້ເຮັດດິນຈີ່ໃຫ້ໄດ້ສ່ຳເກົ່າ ແຕ່ພັດບໍ່ເອົາເຟືອງໃຫ້. ແທ້ໆແລ້ວເປັນຄວາມຜິດຂອງພວກຫົວໜ້າ ແຕ່ເຂົາເຈົ້າກໍຍັງມາຕີພວກເຮົາ.” 17 ແຕ່ຟາໂຣເວົ້າວ່າ: “ພວກເຈົ້າມັນຕັ້ງຂີ້ຄ້ານຫັ້ນແຫຼະ! ພວກເຈົ້າມັນຂີ້ຄ້ານແທ້ໆ+ກໍເລີຍບອກວ່າ ‘ພວກເຮົາຢາກໄປເອົາເຄື່ອງບູຊາໃຫ້ພະເຢໂຫວາ.’+ 18 ກັບໄປເຮັດວຽກດຽວນີ້! ບໍ່ມີໃຜເອົາເຟືອງໃຫ້ພວກເຈົ້າດອກ. ແຕ່ພວກເຈົ້າຕ້ອງເຮັດດິນຈີ່ໃຫ້ໄດ້ຕາມຈຳນວນທີ່ກຳນົດໄວ້.”
19 ພວກຜູ້ຊ່ວຍທີ່ເປັນຄົນອິດສະຣາເອນຮູ້ວ່າໂຕເອງເຈິບັນຫາໜັກແລ້ວ ເພາະມີຄຳສັ່ງວ່າ: “ແຕ່ລະມື້ ພວກເຈົ້າຕ້ອງເຮັດດິນຈີ່ໃຫ້ໄດ້ຕາມຈຳນວນທີ່ສັ່ງໄວ້ ບໍ່ໃຫ້ຫຼຸດແມ່ນແຕ່ກ້ອນດຽວ.” 20 ຫຼັງຈາກທີ່ພົບຟາໂຣແລ້ວ ເຂົາເຈົ້າກໍໄປຫາໂມເຊກັບອາໂຣນທີ່ຢືນຖ້າເຂົາເຈົ້າຢູ່. 21 ເຂົາເຈົ້າເວົ້າກັບໂມເຊແລະອາໂຣນວ່າ: “ຂໍພະເຢໂຫວາເບິ່ງສິ່ງທີ່ພວກເຈົ້າເຮັດ ແລະລົງໂທດພວກເຈົ້າ. ຍ້ອນວ່າພວກເຈົ້າເຮັດໃຫ້ຟາໂຣແລະພວກຜູ້ຮັບໃຊ້ຊັງພວກເຮົາ. ສ່ຳກັບວ່າພວກເຈົ້າເອົາດາບໃຫ້ພວກເຂົາມາຂ້າພວກເຮົາ.”+ 22 ຈາກນັ້ນ ໂມເຊກໍອະທິດຖານເຖິງພະເຢໂຫວາໂດຍເວົ້າວ່າ: “ພະເຢໂຫວາ ເປັນຫຍັງພະອົງປ່ອຍໃຫ້ຄົນຂອງພະອົງເຈິຄວາມທຸກແບບນີ້? ເປັນຫຍັງພະອົງໃຊ້ລູກມານີ້? 23 ຕັ້ງແຕ່ລູກໄປຫາຟາໂຣແລະເວົ້າເຖິງຊື່ຂອງພະອົງ+ ຟາໂຣແຮ່ງກົດຂີ່ຂົ່ມເຫງຄົນຂອງພະອົງໜັກກວ່າເກົ່າ+ ແລະພະອົງບໍ່ໄດ້ຊ່ວຍຄົນຂອງພະອົງເລີຍ.”+
6 ແລ້ວພະເຢໂຫວາກໍເວົ້າກັບໂມເຊວ່າ: “ເຈົ້າຊິເຫັນວ່າເຮົາຊິເຮັດຫຍັງໃຫ້ຟາໂຣ.*+ ເຮົາຊິໃຊ້ລິດເດດຂອງເຮົາບັງຄັບລາວໃຫ້ປ່ອຍຄົນຂອງເຮົາ ແລະເຮັດໃຫ້ລາວໄລ່ຄົນຂອງເຮົາໜີຈາກແຜ່ນດິນຂອງລາວ.”+
2 ພະເຈົ້າເວົ້າກັບໂມເຊວ່າ: “ເຮົາແມ່ນເຢໂຫວາ. 3 ເຮົາເຄີຍເຮັດໃຫ້ອັບຣາຮາມ ອີຊາກ ແລະຢາໂຄບເຫັນວ່າເຮົາເປັນພະເຈົ້າຜູ້ມີລິດເດດສູງສຸດ.+ ແຕ່ສຳລັບຊື່ຂອງເຮົາເຢໂຫວານັ້ນ+ ເຮົາຍັງບໍ່ໄດ້ເຮັດໃຫ້ເຂົາເຈົ້າຮູ້ຈັກຄັກເທື່ອ.+ 4 ເຮົາໄດ້ເຮັດສັນຍາກັບເຂົາເຈົ້າວ່າຊິເອົາແຜ່ນດິນການາອານໃຫ້ເຂົາເຈົ້າ ເຊິ່ງເປັນແຜ່ນດິນທີ່ເຂົາເຈົ້າເຄີຍຢູ່ແບບຄົນຕ່າງຊາດ.+ 5 ຕອນນີ້ ເຮົາໄດ້ຍິນສຽງຮ້ອງທຸກຂອງພວກອິດສະຣາເອນທີ່ເປັນທາດຂອງພວກເອຢິບ ແລະເຮົາບໍ່ໄດ້ລືມຄຳສັນຍາຂອງເຮົາ.+
6 ດັ່ງນັ້ນ ໃຫ້ເຈົ້າໄປບອກພວກອິດສະຣາເອນວ່າ: ‘ເຮົາແມ່ນເຢໂຫວາ. ເຮົາຈະຊ່ວຍພວກເຈົ້າບໍ່ໃຫ້ຖືກພວກເອຢິບກົດຂີ່ ແລະຈະຊ່ວຍພວກເຈົ້າບໍ່ໃຫ້ເປັນທາດອີກຕໍ່ໄປ.+ ເຮົາຈະໃຊ້ລິດເດດທີ່ຍິ່ງໃຫຍ່ຂອງເຮົາຊ່ວຍພວກເຈົ້າແລະລົງໂທດພວກເຂົາຢ່າງໜັກ.+ 7 ພວກເຈົ້າຈະເປັນຄົນຂອງເຮົາແລະເຮົາຈະເປັນພະເຈົ້າຂອງພວກເຈົ້າ+ ແລະພວກເຈົ້າກໍຈະຮູ້ວ່າເຮົາແມ່ນເຢໂຫວາພະເຈົ້າຂອງພວກເຈົ້າ ຜູ້ທີ່ຊ່ວຍພວກເຈົ້າບໍ່ໃຫ້ເປັນທາດໃນເອຢິບອີກຕໍ່ໄປ. 8 ເຮົາຈະພາພວກເຈົ້າໄປແຜ່ນດິນທີ່ເຮົາສັນຍາວ່າຈະໃຫ້ອັບຣາຮາມ ອີຊາກ ແລະຢາໂຄບ ແລະເຮົາຈະເອົາແຜ່ນດິນນັ້ນໃຫ້ພວກເຈົ້າ.+ ເຮົາແມ່ນເຢໂຫວາ.’”+
9 ຕໍ່ມາ ໂມເຊໄດ້ເອົາເລື່ອງນີ້ໄປບອກພວກອິດສະຣາເອນ ແຕ່ເຂົາເຈົ້າບໍ່ຟັງໂມເຊ ຍ້ອນເຂົາເຈົ້າໝົດກຳລັງໃຈແລະຖືກບັງຄັບໃຫ້ເປັນທາດເຮັດວຽກຢ່າງໜັກ.+
10 ແລ້ວພະເຢໂຫວາເວົ້າກັບໂມເຊວ່າ: 11 “ໄປບອກຟາໂຣວ່າລາວຕ້ອງປ່ອຍພວກອິດສະຣາເອນອອກຈາກແຜ່ນດິນຂອງລາວ.” 12 ໂມເຊບອກພະເຢໂຫວາວ່າ: “ຂະໜາດພວກອິດສະຣາເອນຍັງບໍ່ຟັງລູກເລີຍ+ ແລ້ວຟາໂຣຊິຟັງລູກຊັ້ນບໍ? ລູກແຮ່ງເວົ້າບໍ່ລ່ຽນບໍ່ໄຫຼ.”+ 13 ແຕ່ພະເຢໂຫວາຍັງບອກໂມເຊກັບອາໂຣນອີກວ່າໃຫ້ເອົາຄຳສັ່ງຂອງເພິ່ນໄປບອກພວກອິດສະຣາເອນ ແລະສັ່ງຟາໂຣໃຫ້ປ່ອຍພວກອິດສະຣາເອນອອກໄປຈາກເອຢິບ.
14 ຕໍ່ໄປນີ້ແມ່ນລາຍຊື່ຄົນທີ່ເປັນຕົ້ນຕະກູນຕ່າງໆຂອງພວກອິດສະຣາເອນ: ຣູເບັນແມ່ນລູກກົກຂອງອິດສະຣາເອນ.+ ຣູເບັນມີລູກຊາຍຊື່ຮາໂນກ ປານລູ ເຮຊະໂຣນ ແລະກາມີ.+ ຄົນເຫຼົ່ານີ້ເປັນລູກຫຼານຂອງຣູເບັນ.
15 ຊີເມໂອນມີລູກຊາຍຊື່ເຢມູເອນ ຢາມິນ ໂອຮາດ ຢາກິນ ໂຊຮາ ແລະຊາອູນ. ເຂົາເຈົ້າເກີດຈາກຜູ້ຍິງການາອານ.+ ຄົນເຫຼົ່ານີ້ເປັນລູກຫຼານຂອງຊີເມໂອນ.
16 ຕໍ່ໄປນີ້ແມ່ນຊື່ລູກຊາຍຂອງເລວີ+ຕາມຄອບຄົວຂອງເຂົາເຈົ້າຄື: ເກໂຊນ ໂກຮາດ ແລະເມຣາຣີ.+ ເລວີຕາຍຕອນອາຍຸ 137 ປີ.
17 ເກໂຊນມີລູກຊາຍຊື່ລິບນີແລະຊິເມອີ ທັງສອງຄົນນີ້ເປັນຕົ້ນຕະກູນລູກຫຼານຂອງເຂົາເຈົ້າ.+
18 ໂກຮາດມີລູກຊາຍຊື່ອຳຣາມ ອິດຊະຮາ ເຮັບໂຣນ ແລະອຸດຊີເອນ.+ ໂກຮາດຕາຍຕອນອາຍຸ 133 ປີ.
19 ເມຣາຣີມີລູກຊາຍຊື່ມາລີກັບມູຊີ.
ຄົນເຫຼົ່ານີ້ເປັນລູກຫຼານຂອງເລວີຕາມຄອບຄົວຂອງເຂົາເຈົ້າ.+
20 ສ່ວນອຳຣາມໄດ້ເອົາໂຢເກເບັດທີ່ເປັນນ້ອງສາວຂອງພໍ່ມາເປັນເມຍ.+ ເຂົາເຈົ້າມີລູກນຳກັນຊື່ອາໂຣນກັບໂມເຊ.+ ອຳຣາມຕາຍຕອນອາຍຸ 133 ປີ.
21 ອິດຊະຮາມີລູກຊາຍຊື່ໂກຣາ+ ເນເຟັກ ແລະຊິກຣີ.
22 ອຸດຊີເອນມີລູກຊາຍຊື່ມີຊາເອນ ເອລີຊາຟັນ+ ແລະສິດຣີ.
23 ສ່ວນອາໂຣນເອົາເອລີເຊບາມາເປັນເມຍ. ເອລີເຊບາເປັນລູກສາວຂອງອຳມີນາດາບແລະເປັນນ້ອງສາວຂອງນາໂຊນ.+ ອາໂຣນກັບເອລີເຊບາມີລູກຊາຍນຳກັນຊື່ນາດາບ ອາບີຮູ ເອເລອາຊາ ແລະອີທາມາ.+
24 ໂກຣາມີລູກຊາຍຊື່ອັດສີ ເອນການາ ແລະອາບີອາສັບ.+ ຄົນເຫຼົ່ານີ້ເປັນລູກຫຼານຂອງໂກຣາ.+
25 ລູກຊາຍຂອງອາໂຣນທີ່ຊື່ເອເລອາຊາ+ໄດ້ເອົາລູກສາວຄົນໜຶ່ງຂອງປູຕີເອນມາເປັນເມຍ. ເຂົາເຈົ້າມີລູກນຳກັນຊື່ຟີເນຮາດ.+
ຄົນເຫຼົ່ານີ້ເປັນຕົ້ນຕະກູນທີ່ເປັນລູກຫຼານຂອງເລວີ.+
26 ອາໂຣນກັບໂມເຊເປັນຄົນຕະກູນເລວີ. ພະເຢໂຫວາບອກເຂົາເຈົ້າວ່າ: “ໃຫ້ພາພວກອິດສະຣາເອນອອກຈາກເອຢິບຕາມແຕ່ລະຕະກູນ.”+ 27 ອາໂຣນກັບໂມເຊນີ້ແຫຼະເປັນຜູ້ທີ່ໄປເວົ້າກັບຟາໂຣ ເພື່ອຈະພາພວກອິດສະຣາເອນອອກຈາກເອຢິບ.+
28 ໃນມື້ນັ້ນພະເຢໂຫວາເວົ້າກັບໂມເຊໃນແຜ່ນດິນເອຢິບ. 29 ພະເຢໂຫວາບອກໂມເຊວ່າ: “ເຮົາແມ່ນເຢໂຫວາ. ໃຫ້ເຈົ້າໄປບອກກະສັດຂອງເອຢິບທຸກເລື່ອງຕາມທີ່ເຮົາບອກເຈົ້າ.” 30 ແຕ່ໂມເຊເວົ້າກັບພະເຢໂຫວາວ່າ: “ລູກເປັນຄົນເວົ້າບໍ່ລ່ຽນບໍ່ໄຫຼ ຟາໂຣຈະບໍ່ຟັງລູກດອກ.”+
7 ແລ້ວພະເຢໂຫວາກໍເວົ້າກັບໂມເຊວ່າ: “ເຮົາຈະໃຫ້ເຈົ້າມີອຳນາດຄືກັບພະເຈົ້າ ແລະຈະໃຫ້ເຈົ້າມີອຳນາດເໜືອຟາໂຣ.* ສ່ວນອາໂຣນອ້າຍຂອງເຈົ້າຈະເປັນຜູ້ເວົ້າແທນເຈົ້າ.+ 2 ໃຫ້ເຈົ້າບອກອາໂຣນທຸກເລື່ອງຕາມທີ່ເຮົາສັ່ງເຈົ້າ ແລ້ວອາໂຣນອ້າຍຂອງເຈົ້າຈະເປັນຄົນເວົ້າກັບຟາໂຣ ແລະຟາໂຣຈະປ່ອຍພວກອິດສະຣາເອນໄປຈາກແຜ່ນດິນຂອງລາວ. 3 ສ່ວນເຮົາ ເຮົາຊິປ່ອຍໃຫ້ຟາໂຣເປັນຄົນຫົວແຂງຕໍ່ໄປ.+ ເຮົາຊິເຮັດການອັດສະຈັນຫຼາຍຢ່າງໃນແຜ່ນດິນເອຢິບ.+ 4 ແຕ່ຟາໂຣຈະບໍ່ຟັງເຈົ້າ. ເຮົາຈະໃຊ້ລິດເດດຂອງເຮົາຈັດການ*ແລະຕັດສິນເອຢິບຄັ້ງໃຫຍ່ ແລ້ວເຮົາຊິພາພວກອິດສະຣາເອນຄົນຂອງເຮົາທີ່ມີຈຳນວນຫຼາຍນີ້ອອກຈາກແຜ່ນດິນເອຢິບ.+ 5 ພວກເອຢິບຈະຮູ້ເລີຍວ່າເຮົາແມ່ນເຢໂຫວາ+ ເມື່ອເຮົາໃຊ້ລິດເດດຈັດການພວກເຂົາແລະຊ່ວຍພວກອິດສະຣາເອນອອກຈາກເອຢິບ.” 6 ໂມເຊກັບອາໂຣນກໍໄດ້ເຮັດຕາມທີ່ພະເຢໂຫວາສັ່ງເຂົາເຈົ້າທຸກຢ່າງ. 7 ຕອນທີ່ເຂົາເຈົ້າໄປເວົ້າກັບຟາໂຣນັ້ນ ໂມເຊມີອາຍຸ 80 ປີ ແລະອາໂຣນມີອາຍຸ 83 ປີ.+
8 ພະເຢໂຫວາເວົ້າກັບໂມເຊແລະອາໂຣນວ່າ: 9 “ຖ້າຟາໂຣບອກພວກເຈົ້າວ່າ ‘ເຮັດການອັດສະຈັນອັນໃດອັນໜຶ່ງໃຫ້ຂ້ອຍເບິ່ງກ່ອນແມ້.’ ໃຫ້ອາໂຣນຖິ້ມໄມ້ຄ້ອນເທົ້າລົງຕໍ່ໜ້າຟາໂຣ ແລ້ວໄມ້ຄ້ອນເທົ້ານັ້ນຊິກາຍເປັນງູໃຫຍ່.”+ 10 ດັ່ງນັ້ນ ໂມເຊກັບອາໂຣນຈຶ່ງໄປຫາຟາໂຣແລະເຮັດທຸກຢ່າງຕາມທີ່ພະເຢໂຫວາສັ່ງ. ອາໂຣນຖິ້ມໄມ້ຄ້ອນເທົ້າລົງຕໍ່ໜ້າຟາໂຣກັບພວກຜູ້ຮັບໃຊ້ຂອງລາວ ແລະໄມ້ນັ້ນກໍກາຍເປັນງູໃຫຍ່. 11 ຟາໂຣຈຶ່ງເອີ້ນພວກຜູ້ໃຫ້ຄຳປຶກສາກັບພວກໝໍຄາຖາອາຄົມມາຫາ ແລະພວກປະໂລຫິດຂອງເອຢິບ+ກໍໃຊ້ຄາຖາອາຄົມເຮັດແບບດຽວກັນ.+ 12 ພວກເຂົາຖິ້ມໄມ້ຄ້ອນເທົ້າຂອງໂຕເອງລົງພື້ນແລະມັນກໍກາຍເປັນງູໃຫຍ່ ແຕ່ໄມ້ຄ້ອນເທົ້າຂອງອາໂຣນກືນກິນໄມ້ຄ້ອນເທົ້າຂອງພວກເຂົາ. 13 ຟາໂຣເປັນຄົນຫົວແຂງຕໍ່ໄປ+ ແລະລາວບໍ່ຟັງໂມເຊກັບອາໂຣນຄືກັບທີ່ພະເຢໂຫວາບອກໄວ້.
14 ຈາກນັ້ນ ພະເຢໂຫວາເວົ້າກັບໂມເຊວ່າ: “ໃຈຂອງຟາໂຣດ້ານຫຼາຍ.+ ລາວບໍ່ຍອມປ່ອຍຄົນຂອງເຮົາໄປ. 15 ມື້ອື່ນເຊົ້າໃຫ້ເຈົ້າໄປຫາຟາໂຣອີກ. ຕອນນັ້ນລາວຊິໄປແມ່ນ້ຳນິນ ໃຫ້ເຈົ້າໄປຖ້າລາວຢູ່ຫັ້ນ ແລະໃຫ້ຈັບໄມ້ຄ້ອນເທົ້າທີ່ເຄີຍກາຍເປັນງູນັ້ນໄປນຳ.+ 16 ເຈົ້າຕ້ອງບອກຟາໂຣແນວນີ້. ‘ພະເຢໂຫວາພະເຈົ້າຂອງພວກເຮັບເຣີໄດ້ສົ່ງຂ້ອຍມາຫາເຈົ້າ+ ແລະເພິ່ນບອກເຈົ້າໃຫ້ປ່ອຍຄົນຂອງເພິ່ນໄປນະມັດສະການ*ເພິ່ນຢູ່ບ່ອນກັນດານ. ແຕ່ຮອດຕອນນີ້ເຈົ້າກະຍັງບໍ່ປ່ອຍຄົນຂອງເພິ່ນໄປ. 17 ພະເຢໂຫວາບອກວ່າ “ຍ້ອນສິ່ງທີ່ເຮົາຊິເຮັດຕໍ່ໄປນີ້ ເຈົ້າຊິໄດ້ຮູ້ວ່າເຮົາແມ່ນເຢໂຫວາ.+ ເຮົາຊິເອົາໄມ້ຄ້ອນເທົ້າຟາດລົງແມ່ນ້ຳນິນ ແລ້ວແມ່ນ້ຳກໍຊິກາຍເປັນເລືອດ. 18 ປາໃນແມ່ນ້ຳນິນຈະຕາຍແລະນ້ຳກໍຈະເນົ່າເໝັນ ແລ້ວຄົນເອຢິບຈະກິນນ້ຳຈາກແມ່ນ້ຳນິນບໍ່ໄດ້.”’”
19 ແລ້ວພະເຢໂຫວາບອກໂມເຊວ່າ: “ໃຫ້ບອກອາໂຣນວ່າ ‘ເອົາໄມ້ຄ້ອນເທົ້າໄປຊີ້ໃສ່ນ້ຳໃນແຜ່ນດິນເອຢິບ+ ເພື່ອແມ່ນ້ຳ ຫ້ວຍ ໜອງ ຄອງ ບຶງ+ ແລະນ້ຳຕ່າງໆທີ່ເຂົາເຈົ້າຕັກມາໄວ້ໃຊ້ຈະກາຍເປັນເລືອດ.’ ນ້ຳໃນທົ່ວແຜ່ນດິນເອຢິບ ແມ່ນແຕ່ນ້ຳຢູ່ໃນໄຫແລະຢູ່ໃນອ່າງໄມ້ຈະກາຍເປັນເລືອດ.” 20 ໂມເຊກັບອາໂຣນກໍເຮັດຕາມທີ່ພະເຢໂຫວາສັ່ງທັນທີ. ອາໂຣນຍົກໄມ້ຄ້ອນເທົ້າຂຶ້ນແລ້ວຟາດລົງໃສ່ແມ່ນ້ຳນິນຕໍ່ໜ້າຟາໂຣແລະຄົນຮັບໃຊ້ຂອງລາວ ແລ້ວນ້ຳໃນແມ່ນ້ຳທັງໝົດກໍກາຍເປັນເລືອດ.+ 21 ປາໃນແມ່ນ້ຳກໍຕາຍ+ ນ້ຳກໍເລີ່ມເນົ່າເໝັນ ແລະຄົນເອຢິບກໍກິນນ້ຳຈາກແມ່ນ້ຳນິນບໍ່ໄດ້.+ ນ້ຳຢູ່ທົ່ວແຜ່ນດິນເອຢິບກາຍເປັນເລືອດໝົດ.
22 ແຕ່ພວກໝໍຄາຖາອາຄົມຂອງເອຢິບກໍເຮັດການອັດສະຈັນແບບນັ້ນໄດ້ຄືກັນ.+ ດັ່ງນັ້ນ ຟາໂຣກໍຍັງເປັນຄົນຫົວແຂງຕໍ່ໄປ ແລະລາວບໍ່ຟັງໂມເຊກັບອາໂຣນຄືກັບທີ່ພະເຢໂຫວາບອກໄວ້.+ 23 ຈາກນັ້ນ ຟາໂຣກໍກັບເມືອວັງ ແລະບໍ່ໄດ້ສົນໃຈເລື່ອງທີ່ເກີດຂຶ້ນເລີຍ. 24 ຄົນເອຢິບທຸກຄົນໄດ້ຂຸດດິນຢູ່ໃກ້ແມ່ນ້ຳນິນ ເພາະພວກເຂົາກິນນ້ຳຈາກແມ່ນ້ຳນິນບໍ່ໄດ້ເລີຍ. 25 ພະເຢໂຫວາໃຫ້ນ້ຳນິນກາຍເປັນເລືອດ 7 ມື້.
8 ຕໍ່ມາ ພະເຢໂຫວາເວົ້າກັບໂມເຊວ່າ: “ໄປຫາຟາໂຣ*ແລະເວົ້າກັບລາວວ່າ ‘ພະເຢໂຫວາບອກແນວນີ້. “ໃຫ້ປ່ອຍຄົນຂອງເຮົາໄປນະມັດສະການເຮົາດຽວນີ້.+ 2 ຖ້າເຈົ້າບໍ່ຍອມປ່ອຍເຂົາເຈົ້າໄປ ເຮົາຈະລົງໂທດເຈົ້າໂດຍໃຫ້ມີກົບມາຢູ່ເຕັມແຜ່ນດິນຂອງເຈົ້າ.+ 3 ແມ່ນ້ຳນິນຈະເຕັມແຕ່ຝູງກົບ. ມັນຈະເຂົ້າໄປໃນວັງຂອງເຈົ້າ ໃນຫ້ອງນອນ ແລະຢູ່ເທິງຕຽງຂອງເຈົ້າ. ຝູງກົບຈະເຂົ້າໄປໃນເຮືອນຂອງຄົນຮັບໃຊ້ແລະເຕັ້ນຂຶ້ນເທິງໂຕຄົນ. ພວກມັນຈະເຂົ້າໄປໃນເຕົາອົບແລະຊາມນວດແປ້ງເຂົ້າຈີ່ຂອງເຈົ້າ.+ 4 ຝູງກົບຈະເຕັ້ນໃສ່ເຈົ້າ ຄົນຮັບໃຊ້ຂອງເຈົ້າ ແລະຄົນເອຢິບທຸກຄົນ.”’”
5 ຫຼັງຈາກນັ້ນ ພະເຢໂຫວາກໍບອກໂມເຊວ່າ: “ໄປບອກອາໂຣນໃຫ້ເຮັດແນວນີ້. ‘ເອົາໄມ້ຄ້ອນເທົ້າຊີ້ໄປທາງແມ່ນ້ຳແລະຫ້ວຍໜອງຄອງບຶງຂອງແມ່ນ້ຳນິນ ແລ້ວຝູງກົບຈະອອກມາຢູ່ທົ່ວແຜ່ນດິນເອຢິບ.’” 6 ອາໂຣນຈຶ່ງເອົາໄມ້ຄ້ອນເທົ້າຊີ້ໄປທາງແມ່ນ້ຳແລະຫ້ວຍໜອງຄອງບຶງຂອງເອຢິບ ແລ້ວຝູງກົບກໍຂຶ້ນມາຢູ່ທົ່ວແຜ່ນດິນເອຢິບ. 7 ແຕ່ພວກໝໍຄາຖາອາຄົມຂອງເອຢິບກໍໃຊ້ຄາຖາຂອງເຂົາເຈົ້າ ແລະເຮັດໃຫ້ຝູງກົບຂຶ້ນມາຢູ່ເທິງແຜ່ນດິນໄດ້ຄືກັນ.+ 8 ຟາໂຣກໍເລີຍເອີ້ນໂມເຊກັບອາໂຣນມາຫາແລະເວົ້າວ່າ: “ຂໍກັບພະເຢໂຫວາໃຫ້ຂ້ອຍແດ່ ໃຫ້ກົບພວກນີ້ໝົດໄປຈາກແຜ່ນດິນຂອງຂ້ອຍ.+ ເພາະວ່າຕອນນີ້ຂ້ອຍຊິໃຫ້ຄົນຂອງພວກເຈົ້າໄປ ເພື່ອເອົາເຄື່ອງບູຊາໃຫ້ພະເຢໂຫວາ.” 9 ໂມເຊກໍເລີຍເວົ້າກັບຟາໂຣວ່າ: “ຖ້າຈັ່ງຊັ້ນ ທ່ານຢາກໃຫ້ຝູງກົບເຫຼົ່ານີ້ໝົດໄປຈາກວັງຂອງທ່ານ ຈາກເຮືອນຂອງຄົນຮັບໃຊ້ຂອງທ່ານ ແລະຈາກເຮືອນຂອງຄົນເອຢິບຕອນໃດ ຂ້ອຍກໍຈະຂໍກັບພະເຈົ້າໃຫ້. ແລ້ວກົບຈະເຫຼືອຢູ່ແຕ່ໃນແມ່ນ້ຳນິນເທົ່ານັ້ນ.” 10 ຟາໂຣຕອບວ່າ: “ຂໍມື້ອື່ນນີ້ເລີຍ.” ໂມເຊເລີຍເວົ້າວ່າ: “ມັນຈະເປັນໄປຕາມທີ່ທ່ານຂໍ ເພື່ອທ່ານຈະຮູ້ວ່າບໍ່ມີໃຜມີອຳນາດຄືກັບພະເຢໂຫວາພະເຈົ້າຂອງພວກເຮົາ.+ 11 ກົບເຫຼົ່ານີ້ຈະໝົດໄປຈາກວັງຂອງທ່ານ ຈາກເຮືອນຂອງຄົນຮັບໃຊ້ ແລະຈາກເຮືອນຂອງຄົນເອຢິບທຸກຄົນ. ກົບຈະເຫຼືອຢູ່ແຕ່ໃນແມ່ນ້ຳນິນເທົ່ານັ້ນ.”+
12 ໂມເຊກັບອາໂຣນອອກໄປຈາກວັງຂອງຟາໂຣ ແລ້ວໂມເຊກໍຂໍພະເຢໂຫວາເຮັດໃຫ້ກົບເຫຼົ່ານັ້ນໝົດໄປ.+ 13 ແລ້ວພະເຢໂຫວາກໍເຮັດຕາມທີ່ໂມເຊຂໍ. ຝູງກົບກໍຕາຍຢູ່ໃນເຮືອນ ຕາມເດີ່ນບ້ານ ແລະໄຮ່ນາ. 14 ກອງຊາກກົບມີຫຼາຍຈົນນັບບໍ່ໄຫວ ແລ້ວທົ່ວແຜ່ນດິນກໍມີກິ່ນເໝັນ. 15 ເມື່ອເຫັນວ່າບໍ່ມີກົບແລ້ວ ຟາໂຣກໍກັບມາເປັນຄົນຫົວແຂງຄືເກົ່າ.+ ລາວບໍ່ຍອມຟັງໂມເຊກັບອາໂຣນຄືກັບທີ່ພະເຢໂຫວາບອກໂມເຊແລ້ວ.
16 ພະເຢໂຫວາກໍບອກໂມເຊວ່າ: “ໃຫ້ໄປເວົ້າກັບອາໂຣນແນວນີ້. ‘ໃຫ້ເຈົ້າເອົາໄມ້ຄ້ອນເທົ້າຟາດໃສ່ຂີ້ຝຸ່ນຢູ່ດິນ ແລ້ວຂີ້ຝຸ່ນກໍຈະກາຍເປັນໂຕຮີ້ນ ບິນໄປທົ່ວແຜ່ນດິນເອຢິບ.’” 17 ແລ້ວເຂົາເຈົ້າກໍເຮັດຕາມນັ້ນ. ອາໂຣນກໍເອົາໄມ້ຄ້ອນເທົ້າຟາດໃສ່ຂີ້ຝຸ່ນຢູ່ດິນ. ຂີ້ຝຸ່ນທັງໝົດທົ່ວແຜ່ນດິນເອຢິບກໍກາຍເປັນໂຕຮີ້ນມາຕອມຄົນແລະສັດ.+ 18 ພວກໝໍຄາຖາອາຄົມຂອງເອຢິບກໍພະຍາຍາມໃຊ້ຄາຖາຂອງເຂົາເຈົ້າເພື່ອເຮັດໃຫ້ໂຕຮີ້ນອອກມາຄືກັນ+ ແຕ່ກໍເຮັດບໍ່ໄດ້. ແລ້ວໂຕຮີ້ນກໍມາຕອມຄົນແລະສັດ. 19 ພວກໝໍຄາຖາອາຄົມກໍເລີຍມາເວົ້າກັບຟາໂຣວ່າ: “ເລື່ອງນີ້ມັນຄືຊິມາຈາກພະເຈົ້າ!”*+ ແຕ່ຟາໂຣກໍຍັງເປັນຄົນຫົວແຂງຢູ່ຕໍ່ໄປ ແລະບໍ່ຍອມຟັງໂມເຊກັບອາໂຣນຄືກັບທີ່ພະເຢໂຫວາບອກແລ້ວ.
20 ແລ້ວພະເຢໂຫວາກໍເວົ້າກັບໂມເຊວ່າ: “ໃຫ້ເຈົ້າຕື່ນແຕ່ເຊົ້າແລ້ວໄປຖ້າຟາໂຣຢູ່ແມ່ນ້ຳນິນ ເພາະລາວຊິໄປທີ່ແມ່ນ້ຳນັ້ນ. ໃຫ້ເຈົ້າບອກລາວວ່າ ‘ພະເຢໂຫວາບອກແນວນີ້. “ປ່ອຍຄົນຂອງເຮົາເພື່ອເຂົາເຈົ້າຈະມານະມັດສະການເຮົາ. 21 ຖ້າເຈົ້າບໍ່ຍອມປ່ອຍຄົນຂອງເຮົາ ເຮົາຊິເຮັດໃຫ້ມີໂຕເຫຼືອກເຂົ້າມາໃນວັງຂອງເຈົ້າ ໃນເຮືອນຂອງຄົນຮັບໃຊ້ ແລະໃນເຮືອນຂອງຄົນເອຢິບທຸກຄົນ. ທຸກໆເຮືອນທົ່ວແຜ່ນດິນເອຢິບຈະມີໂຕເຫຼືອກເຕັມໝົດ. ທົ່ວທຸກບ່ອນຈະມີໂຕເຫຼືອກຫຼາຍຈົນແນມບໍ່ເຫັນໜ້າດິນເລີຍ. 22 ແຕ່ຈະບໍ່ມີໂຕເຫຼືອກຢູ່ໃນໂກເຊັນ ເພາະຄົນຂອງເຮົາອາໄສຢູ່ຫັ້ນ.+ ຍ້ອນແນວນີ້ ເຈົ້າຊິໄດ້ຮູ້ວ່າເຮົາແມ່ນເຢໂຫວາ ເຮົາຢູ່ໃນແຜ່ນດິນເອຢິບ+ 23 ແລະເຮົາຈະເຮັດໃຫ້ເຫັນແຈ້ງວ່າໃຜແມ່ນຄົນຂອງເຮົາແລະໃຜແມ່ນຄົນຂອງເຈົ້າ. ເຮົາຈະເຮັດໃຫ້ເລື່ອງນີ້ເກີດຂຶ້ນມື້ອື່ນ.”’”
24 ແລ້ວພະເຢໂຫວາກໍເຮັດຕາມນັ້ນ. ມີຝູງເຫຼືອກບັກຫຼາຍໆຝູງບິນເຂົ້າໄປໃນວັງຂອງຟາໂຣ ບິນເຂົ້າໄປໃນເຮືອນຂອງຄົນຮັບໃຊ້ ແລະເຮືອນຂອງຄົນເອຢິບທຸກຄົນ.+ ໂຕເຫຼືອກເຫຼົ່ານັ້ນເຮັດໃຫ້ຜູ້ຄົນຢູ່ບໍ່ເປັນສຸກເລີຍ.+ 25 ໃນທີ່ສຸດ ຟາໂຣກໍເອີ້ນໂມເຊກັບອາໂຣນມາຫາແລະເວົ້າວ່າ: “ຂ້ອຍໃຫ້ພວກເຈົ້າເອົາເຄື່ອງບູຊາໃຫ້ພະເຈົ້າຂອງພວກເຈົ້າໄດ້ ແຕ່ຕ້ອງເຮັດຢູ່ນີ້.” 26 ແຕ່ໂມເຊຕອບວ່າ: “ພວກເຮົາເຮັດຈັ່ງຊັ້ນບໍ່ໄດ້ດອກ. ຖ້າພວກເຮົາເອົາສັດຕ່າງໆມາຂ້າແລະບູຊາໃຫ້ພະເຢໂຫວາພະເຈົ້າຂອງພວກເຮົາ ຄົນເອຢິບຊິໃຈຮ້າຍໃຫ້ພວກເຮົາ.+ ຖ້າເຂົາເຈົ້າເຫັນພວກເຮົາຂ້າສັດແລ້ວເອົາມາເປັນເຄື່ອງບູຊາ ເຂົາເຈົ້າກໍຊິດຶກກ້ອນຫີນໃສ່ພວກເຮົາຕາຍແທ້. 27 ພວກເຮົາຊິໃຊ້ເວລາ 3 ມື້ເພື່ອໄປບ່ອນກັນດານ ແລະເອົາເຄື່ອງບູຊາໃຫ້ພະເຢໂຫວາພະເຈົ້າຂອງພວກເຮົາ ຕາມທີ່ເພິ່ນໄດ້ສັ່ງພວກເຮົາໄວ້.”+
28 ຟາໂຣເວົ້າວ່າ: “ຂ້ອຍຊິຍອມໃຫ້ພວກເຈົ້າເອົາເຄື່ອງບູຊາໄປໃຫ້ພະເຢໂຫວາພະເຈົ້າຂອງພວກເຈົ້າຢູ່ບ່ອນກັນດານ. ແຕ່ພວກເຈົ້າຫ້າມໄປໄກ ແລະໃຫ້ຂໍພະເຈົ້າຂອງພວກເຈົ້າເພື່ອເພິ່ນຊິເຮັດໃຫ້ໂຕເຫຼືອກໝົດໄປ.”+ 29 ໂມເຊຕອບວ່າ: “ໄດ້ ຄັນຂ້ອຍອອກໄປແລ້ວ ຂ້ອຍຊິຂໍພະເຢໂຫວາເພື່ອທ່ານ. ມື້ອື່ນໂຕເຫຼືອກຊິໝົດໄປຈາກວັງຂອງທ່ານ ຈາກເຮືອນຂອງຄົນຮັບໃຊ້ ແລະຈາກເຮືອນຂອງຄົນເອຢິບທຸກຄົນ. ແຕ່ທ່ານຫ້າມຫຼົບລີ້ນປີ້ນຄວາມອີກ ແລະເທື່ອນີ້ຕ້ອງໃຫ້ພວກເຮົາໄປນະມັດສະການພະເຢໂຫວາແທ້ໆໄດ໋.”+ 30 ໂມເຊກໍອອກໄປຈາກວັງຂອງຟາໂຣ ແລະອະທິດຖານເຖິງພະເຢໂຫວາ.+ 31 ພະເຢໂຫວາກໍເລີຍເຮັດຕາມທີ່ໂມເຊຂໍ. ໂຕເຫຼືອກກໍໝົດໄປຈາກວັງຂອງຟາໂຣ ຈາກເຮືອນຂອງຄົນຮັບໃຊ້ ແລະຈາກເຮືອນຂອງຄົນເອຢິບທຸກຄົນ. ແລ້ວໂຕເຫຼືອກກໍບໍ່ເຫຼືອຈັກໂຕເລີຍ. 32 ແຕ່ຟາໂຣກໍຍັງເປັນຄົນຫົວແຂງຄືເກົ່າແລະບໍ່ຍອມປ່ອຍຄົນອິດສະຣາເອນໄປ.
9 ພະເຢໂຫວາບອກໂມເຊວ່າ: “ໃຫ້ໄປຫາຟາໂຣ*ແລະເວົ້າກັບລາວວ່າ ‘ພະເຢໂຫວາພະເຈົ້າຂອງຄົນເຮັບເຣີເວົ້າແນວນີ້. “ໃຫ້ປ່ອຍຄົນຂອງເຮົາໄປເພື່ອເຂົາເຈົ້າຊິໄດ້ໄປນະມັດສະການເຮົາ.+ 2 ແຕ່ຖ້າເຈົ້າຍັງບໍ່ຍອມປ່ອຍເຂົາເຈົ້າໄປ 3 ພະເຢໂຫວາຊິເຮັດໃຫ້ສັດລ້ຽງຂອງເຈົ້າທີ່ຢູ່ໃນທົ່ງຫຍ້າເປັນພະຍາດຮ້າຍແຮງ ທັງມ້າ ລາ ອູດ ງົວ ແລະແກະ.+ 4 ພະເຢໂຫວາຈະແຍກສັດລ້ຽງຂອງຄົນອິດສະຣາເອນອອກຈາກສັດລ້ຽງຂອງຄົນເອຢິບ. ສັດລ້ຽງຂອງຄົນອິດສະຣາເອນຈະບໍ່ຕາຍຈັກໂຕ.”’”+ 5 ພະເຢໂຫວາກຳນົດເວລາໄວ້ແລ້ວແລະເວົ້າວ່າ: “ມື້ອື່ນ ເຮົາເຢໂຫວາຊິເຮັດໃຫ້ເລື່ອງນີ້ເກີດຂຶ້ນໃນແຜ່ນດິນເອຢິບ.”
6 ໃນມື້ຕໍ່ມາ ພະເຢໂຫວາກໍເຮັດໃຫ້ເລື່ອງນີ້ເກີດຂຶ້ນແທ້ໆ. ສັດລ້ຽງທຸກຊະນິດຂອງຄົນເອຢິບເລີ່ມຕາຍ+ ແຕ່ສັດລ້ຽງຂອງຄົນອິດສະຣາເອນບໍ່ຕາຍຈັກໂຕ. 7 ຟາໂຣເຫັນວ່າສັດລ້ຽງຂອງຄົນອິດສະຣາເອນບໍ່ຕາຍເລີຍ. ແຕ່ເຖິງຊິເປັນແນວນັ້ນ ລາວກໍຍັງເປັນຄົນຫົວແຂງຕໍ່ໄປແລະບໍ່ຍອມປ່ອຍຄົນອິດສະຣາເອນໄປ.+
8 ພະເຢໂຫວາເລີຍບອກໂມເຊກັບອາໂຣນວ່າ: “ເອົາມືທັງສອງເບື້ອງຂອງເຈົ້າກອບຂີ້ເທົ່າຂຶ້ນມາຈາກເຕົາເຜົາ ແລ້ວໃຫ້ໂມເຊສາດຂີ້ເທົ່າໃສ່ອາກາດໃຫ້ຟາໂຣເຫັນ. 9 ຂີ້ເທົ່ານັ້ນຈະກາຍເປັນຝຸ່ນນ້ອຍໆປິວໄປທົ່ວແຜ່ນດິນເອຢິບ. ຖ້າຝຸ່ນນັ້ນຖືກບ່ອນໃດຂອງຄົນຫຼືສັດ ບ່ອນນັ້ນກໍຈະເປັນຝີທີ່ມີໜອງ.”
10 ເຂົາເຈົ້າໄປເອົາຂີ້ເທົ່າຢູ່ເຕົາເຜົາແລະໄປຫາຟາໂຣ ແລ້ວໂມເຊກໍສາດຂີ້ເທົ່າໃສ່ອາກາດ. ເມື່ອຝຸ່ນຈາກຂີ້ເທົ່ານັ້ນຖືກບ່ອນໃດຂອງຄົນຫຼືສັດ ບ່ອນນັ້ນກໍເປັນຝີທີ່ມີໜອງ. 11 ພວກໝໍຄາຖາອາຄົມຂອງຟາໂຣອອກມາຫາໂມເຊບໍ່ໄດ້ ຍ້ອນເຂົາເຈົ້າແລະຄົນເອຢິບທຸກຄົນເປັນຝີຄືກັນໝົດ.+ 12 ແຕ່ພະເຢໂຫວາປ່ອຍໃຫ້ຟາໂຣເປັນຄົນຫົວແຂງຕໍ່ໄປ. ລາວບໍ່ຍອມຟັງໂມເຊກັບອາໂຣນຄືກັບທີ່ພະເຢໂຫວາໄດ້ບອກໂມເຊ.+
13 ພະເຢໂຫວາເລີຍບອກໂມເຊວ່າ: “ໃຫ້ຕື່ນແຕ່ເຊົ້າໄປຫາຟາໂຣແລະເວົ້າກັບລາວວ່າພະເຢໂຫວາບອກແນວນີ້. ‘ປ່ອຍຄົນຂອງເຮົາໄປເພື່ອເຂົາເຈົ້າຈະໄດ້ໄປນະມັດສະການເຮົາ. 14 ຄັນບໍ່ຊັ້ນເຮົາຊິລົງໂທດເຈົ້າ ຄົນຮັບໃຊ້ຂອງເຈົ້າ ແລະຄົນເອຢິບທຸກຄົນຫຼາຍກວ່າເກົ່າ ເພື່ອເຈົ້າຊິໄດ້ຮູ້ວ່າບໍ່ມີໃຜໃນໂລກນີ້ຍິ່ງໃຫຍ່ກວ່າເຮົາ.+ 15 ຖ້າຊິໃຫ້ເຮົາໃຊ້ລິດເດດຂອງເຮົາຂ້າເຈົ້າກັບຄົນຂອງເຈົ້າ ເຮົາກະເຮັດໄດ້ ແລະພວກເຈົ້າຄືຊິຕາຍໄປໝົດແລ້ວ. 16 ແຕ່ທີ່ເຮົາຍັງບໍ່ທັນຂ້າເຈົ້າເທື່ອກໍຍ້ອນວ່າ ເຮົາຢາກໃຫ້ເຈົ້າເຫັນລິດເດດຂອງເຮົາແລະຢາກໃຫ້ຄົນທົ່ວໂລກຮູ້ຈັກຊື່ຂອງເຮົາ.+ 17 ເຈົ້າຍັງຊິຍິ່ງແລະບໍ່ຍອມປ່ອຍຄົນຂອງເຮົາໄປອີກຊັ້ນເບາະ? 18 ມື້ອື່ນເວລານີ້ ເຮົາຊິເຮັດໃຫ້ໝາກເຫັບໃຫຍ່ຕົກລົງມາຈາກຟ້າ. ມັນຊິຕົກໜັກຫຼາຍ. ຕັ້ງແຕ່ມີແຜ່ນດິນເອຢິບມາກໍຍັງບໍ່ເຄີຍຕົກໜັກປານນີ້. 19 ດັ່ງນັ້ນ ໃຫ້ບອກຜູ້ຄົນໄປລີ້ຢູ່ໃນເຮືອນແລະເອົາສັດລ້ຽງໄປໄວ້ໃນບ່ອນທີ່ຈະບໍ່ຖືກໝາກເຫັບຕົກໃສ່. ຖ້າຜູ້ໃດຫຼືສັດໂຕໃດໄປຢູ່ໃນທົ່ງແລະບໍ່ໄດ້ຢູ່ໃນເຮືອນກໍຈະຖືກໝາກເຫັບຕົກໃສ່ຈົນຕາຍ.’”
20 ຄົນຮັບໃຊ້ຂອງຟາໂຣທີ່ເຊື່ອຄຳເຕືອນຂອງພະເຢໂຫວາກໍຟ້າວເອົາຄົນຮັບໃຊ້ແລະສັດລ້ຽງຂອງເຂົາເຈົ້າໄປລີ້ຢູ່ໃນເຮືອນ. 21 ແຕ່ຄົນທີ່ບໍ່ຟັງຄຳເຕືອນຂອງພະເຢໂຫວາກໍຍັງໃຫ້ຄົນຮັບໃຊ້ແລະຝູງສັດຂອງໂຕເອງຢູ່ຕາມທົ່ງຕໍ່ໄປ.
22 ພະເຢໂຫວາບອກໂມເຊວ່າ: “ໃຫ້ເຈົ້າຍົກໄມ້ຄ້ອນເທົ້າຂຶ້ນເທິງຟ້າ ແລ້ວໝາກເຫັບຈະຕົກລົງມາທົ່ວແຜ່ນດິນເອຢິບ.+ ໝາກເຫັບຈະຕົກໃສ່ຄົນ ສັດ ແລະພືດຜັກຕ່າງໆໃນທົ່ງນາທີ່ຢູ່ໃນແຜ່ນດິນນີ້.”+ 23 ໂມເຊກໍຍົກໄມ້ຄ້ອນເທົ້າຂຶ້ນເທິງຟ້າ ແລ້ວພະເຢໂຫວາກໍເຮັດໃຫ້ເກີດຟ້າຮ້ອງ ໝາກເຫັບຕົກ ແລະມີໄຟ*ຕົກລົງມາໃສ່ດິນ. ພະເຢໂຫວາເຮັດໃຫ້ໝາກເຫັບຕົກໃສ່ແຜ່ນດິນເອຢິບບໍ່ຢຸດບໍ່ເຊົາ. 24 ຕອນທີ່ໝາກເຫັບຕົກນັ້ນມີໄຟເຫຼື້ອມມາບໆຢູ່ເທິງທ້ອງຟ້າ. ໝາກເຫັບຕົກໜັກແທ້ໜັກວ່າ. ບໍ່ເຄີຍຕົກແນວນີ້ເລີຍຕັ້ງແຕ່ມີແຜ່ນດິນເອຢິບ.+ 25 ໝາກເຫັບຕົກໃສ່ທຸກຢ່າງທົ່ວແຜ່ນດິນເອຢິບ. ມັນຕົກໃສ່ທັງຄົນທັງສັດ ແລະທຳລາຍພືດຜັກທຸກຊະນິດ ລວມທັງຕົ້ນໄມ້ທຸກຕົ້ນທີ່ຢູ່ທົ່ງຫຍ້າ.+ 26 ແຕ່ໃນໂກເຊັນທີ່ຄົນອິດສະຣາເອນອາໄສຢູ່ພັດບໍ່ມີໝາກເຫັບຕົກຈັກໜ່ວຍເລີຍ.+
27 ຟາໂຣກໍເລີຍໃຫ້ຄົນໄປເອີ້ນໂມເຊກັບອາໂຣນມາຫາແລະບອກວ່າ: “ຂ້ອຍເຮັດຜິດແລ້ວ ພະເຢໂຫວາເຮັດຖືກຕ້ອງ. ຂ້ອຍແລະຄົນຂອງຂ້ອຍພີ້ທີ່ເຮັດຜິດ. 28 ໃຫ້ເຈົ້າໄປອ້ອນວອນພະເຢໂຫວາໃຫ້ເພິ່ນເຮັດໃຫ້ຟ້າເຊົາຮ້ອງແລະໃຫ້ໝາກເຫັບເຊົາຕົກ ແລ້ວຂ້ອຍຊິຍອມປ່ອຍພວກເຈົ້າອອກໄປ. ພວກເຈົ້າຊິໄດ້ໄປຈາກບ່ອນນີ້.” 29 ໂມເຊບອກຟາໂຣວ່າ: “ເມື່ອຂ້ອຍອອກຈາກເມືອງແລ້ວ ຂ້ອຍຈະອະທິດຖານເຖິງພະເຢໂຫວາໃຫ້ ແລ້ວຟ້າຊິເຊົາຮ້ອງແລະໝາກເຫັບກະຊິເຊົາຕົກ. ທ່ານຈະໄດ້ຮູ້ວ່າພະເຢໂຫວາເປັນເຈົ້າຂອງໂລກນີ້.+ 30 ແຕ່ເຖິງຊິເປັນແນວນັ້ນ ຂ້ອຍກໍຮູ້ວ່າທ່ານກັບຄົນຮັບໃຊ້ຂອງທ່ານຄືຊິບໍ່ນັບຖື*ພະເຢໂຫວາດອກ.”
31 ຕອນນັ້ນ ຕົ້ນປ່ານແລະຕົ້ນເຂົ້າບາເລໄດ້ຮັບຜົນເສຍຫາຍຫຼາຍ ຍ້ອນຕົ້ນເຂົ້າບາເລອອກຮວງແລ້ວແລະຕົ້ນປ່ານກໍອອກດອກແລ້ວ. 32 ແຕ່ເຂົ້າວີດ*ແລະເຂົ້າສະເປວ*ບໍ່ໄດ້ຮັບຜົນເສຍຫາຍ ຍ້ອນມັນຍັງບໍ່ທັນໄດ້ອອກຮວງເທື່ອ. 33 ໂມເຊອອກຈາກວັງຂອງຟາໂຣແລະອອກຈາກເມືອງ ແລ້ວອະທິດຖານເຖິງພະເຢໂຫວາ. ຟ້າກໍເຊົາຮ້ອງ ໝາກເຫັບແລະຝົນກໍເຊົາຕົກ.+ 34 ເມື່ອຟາໂຣເຫັນວ່າຟ້າເຊົາຮ້ອງ ໝາກເຫັບແລະຝົນເຊົາຕົກແລ້ວ ລາວກໍເຮັດຜິດອີກແລະກັບໄປເປັນຄົນຫົວແຂງຄືເກົ່າ.+ ຄົນຮັບໃຊ້ຂອງລາວກໍເປັນແບບນັ້ນຄືກັນ. 35 ຟາໂຣເປັນຄົນຫົວແຂງຕໍ່ໄປ ແລະລາວບໍ່ຍອມປ່ອຍພວກອິດສະຣາເອນໄປຄືກັບທີ່ພະເຢໂຫວາໄດ້ບອກໂມເຊ.+
10 ພະເຢໂຫວາເວົ້າກັບໂມເຊວ່າ: “ເຮົາປ່ອຍໃຫ້ຟາໂຣ*ກັບຄົນຂອງລາວເປັນຄົນຫົວແຂງຈົນມາຮອດຕອນນີ້+ ຍ້ອນເຮົາຢາກໃຫ້ພວກເຂົາເຫັນລິດເດດອັນຍິ່ງໃຫຍ່ຂອງເຮົາ+ 2 ແລະຍ້ອນເຮົາຢາກໃຫ້ເຈົ້າເລົ່າໃຫ້ລູກຫຼານຂອງເຈົ້າຟັງວ່າ ເຮົາໃຊ້ລິດເດດເຮັດຫຍັງແດ່+ ແລະລົງໂທດພວກເອຢິບໜັກຫຼາຍສ່ຳໃດ ແລ້ວເຈົ້າຊິໄດ້ຮູ້ແທ້ໆວ່າເຮົາແມ່ນເຢໂຫວາ.”
3 ໂມເຊກັບອາໂຣນໄປຫາຟາໂຣແລະບອກລາວວ່າ: “ພະເຢໂຫວາພະເຈົ້າຂອງຄົນເຮັບເຣີເວົ້າແນວນີ້. ‘ມື້ໃດເຈົ້າຊິຍອມຟັງເຮົາ?+ ປ່ອຍຄົນຂອງເຮົາໄປເພື່ອເຂົາເຈົ້າຊິໄດ້ນະມັດສະການເຮົາ. 4 ຄັນເຈົ້າຍັງບໍ່ຍອມປ່ອຍຄົນຂອງເຮົາໄປ ມື້ອື່ນເຮົາຊິໃຫ້ຝູງຕັກກະແຕນມາຢູ່ໃນແຜ່ນດິນຂອງເຈົ້າ. 5 ພວກມັນຈະຢູ່ທົ່ວທຸກບ່ອນຈົນແນມບໍ່ເຫັນໜ້າດິນເລີຍ. ພວກມັນຊິກິນພືດທຸກຢ່າງທີ່ເຫຼືອຈາກໝາກເຫັບຕົກເທື່ອແລ້ວນີ້ ແລະພວກມັນກໍຊິກິນຕົ້ນໄມ້ທຸກຕົ້ນຢູ່ໃນທົ່ງ.+ 6 ຝູງຕັກກະແຕນຊິເຂົ້າມາໃນເຮືອນຂອງເຈົ້າ ໃນເຮືອນຂອງຄົນຮັບໃຊ້ຂອງເຈົ້າ ແລະໃນເຮືອນຂອງຄົນເອຢິບທຸກຄົນ. ພວກມັນຈະມີຫຼາຍອີ່ຫຼີ. ແມ່ນແຕ່ພໍ່ແລະປູ່ຍ່າຕານາຍຂອງເຈົ້າກໍຍັງບໍ່ເຄີຍເຫັນຈັກເທື່ອ.’”+ ເມື່ອເວົ້າຈົບແລ້ວ ໂມເຊກໍອອກໄປຈາກວັງຂອງຟາໂຣ.
7 ຄົນຮັບໃຊ້ຂອງຟາໂຣເວົ້າກັບລາວວ່າ: “ຜູ້ຊາຍຄົນນີ້ຊິເຮັດໃຫ້ພວກເຮົາເດືອດຮ້ອນ*ໄປອີກດົນປານໃດ? ໃຫ້ພວກເຂົາໄປນະມັດສະການພະເຢໂຫວາພະເຈົ້າຂອງພວກເຂົາໂລດ. ທ່ານເຫັນບໍ ແຜ່ນດິນຂອງພວກເຮົາເສຍຫາຍຫຼາຍສ່ຳໃດແລ້ວ?” 8 ຟາໂຣກໍເລີຍໃຫ້ຄົນໄປເອີ້ນໂມເຊກັບອາໂຣນມາອີກແລະເວົ້າວ່າ: “ໄປສະ ໄປນະມັດສະການພະເຢໂຫວາພະເຈົ້າຂອງເຈົ້າ. ແຕ່ບອກຂ້ອຍມາເບິ່ງດຸວ່າມີໃຜແດ່ຊິໄປ?” 9 ໂມເຊຕອບວ່າ: “ມີເດັກນ້ອຍ ຜູ້ເຖົ້າ ລູກຊາຍລູກສາວ ແກະແລະງົວຂອງພວກເຮົາ+ ເພາະພວກເຮົາຊິຈັດງານລ້ຽງສະຫຼອງໃຫ້ພະເຢໂຫວາ.”+ 10 ຟາໂຣເວົ້າກັບເຂົາເຈົ້າວ່າ: “ພວກເຈົ້າຄິດວ່າພະເຢໂຫວາກຳລັງຊ່ວຍພວກເຈົ້າຊັ້ນເບາະ? ເປັນຫຍັງເຈົ້າຄິດວ່າຂ້ອຍຊິຍອມໃຫ້ພວກເຈົ້າແລະພວກເດັກນ້ອຍໄປ?+ ຂ້ອຍຮູ້ເດີ້ວ່າພວກເຈົ້າມີແຜນຊົ່ວ. 11 ບໍ່ໄດ້! ຂ້ອຍຊິໃຫ້ແຕ່ຜູ້ຊາຍເທົ່ານັ້ນໄປນະມັດສະການພະເຢໂຫວາ. ເຈົ້າຂໍສ່ຳນີ້ຂ້ອຍກະຊິໃຫ້ສ່ຳນີ້.” ແລ້ວຟາໂຣກໍໄລ່ໂມເຊກັບອາໂຣນອອກໄປ.
12 ພະເຢໂຫວາຈຶ່ງບອກໂມເຊວ່າ: “ເດ່ໄມ້ຄ້ອນເທົ້າຂອງເຈົ້າໄປທາງແຜ່ນດິນເອຢິບ ແລ້ວຝູງຕັກກະແຕນຈະເຂົ້າມາທົ່ວແຜ່ນດິນເອຢິບ. ພວກມັນຈະກິນພືດຜັກທັງໝົດທີ່ຍັງເຫຼືອຢູ່ຈາກໝາກເຫັບຕົກໃສ່ເທື່ອແລ້ວນີ້.” 13 ໂມເຊເດ່ໄມ້ຄ້ອນເທົ້າຂອງລາວໄປທາງແຜ່ນດິນເອຢິບທັນທີ. ແລ້ວພະເຢໂຫວາກໍໃຫ້ມີລົມພັດມາຈາກທາງທິດຕາເວັນອອກໝົດມື້ໝົດຄືນ. ເຊົ້າມື້ຕໍ່ມາ ລົມຈາກທາງທິດຕາເວັນອອກນັ້ນໄດ້ພັດເອົາຕັກກະແຕນເຂົ້າມານຳ. 14 ແລ້ວຝູງຕັກກະແຕນກໍເຂົ້າມາໃນແຜ່ນດິນເອຢິບ. ພວກມັນພາກັນໄປຢູ່ທົ່ວແຜ່ນດິນ.+ ພວກມັນມີຫຼາຍແທ້ຫຼາຍວ່າ.+ ບໍ່ເຄີຍມີໃຜເຄີຍເຫັນຕັກກະແຕນຫຼາຍປານນີ້ ແລະກໍຊິບໍ່ມີໃຜໄດ້ເຫັນຫຼາຍປານນີ້ອີກ. 15 ຢູ່ເທິງດິນມີແຕ່ຕັກກະແຕນເຕັມໄປໝົດ. ພວກມັນມີຫຼາຍຈົນເຮັດໃຫ້ແຜ່ນດິນມືດໄປໝົດ. ພວກມັນກິນພືດຜັກແລະໝາກໄມ້ທີ່ຍັງເຫຼືອຈາກໝາກເຫັບຕົກໃສ່ຈົນໝົດ. ຢູ່ຕົ້ນໄມ້ແລະຕາມທົ່ງຫຍ້າທົ່ວແຜ່ນດິນເອຢິບບໍ່ມີໃບສີຂຽວເລີຍ.
16 ຟາໂຣເລີຍຟ້າວສົ່ງຄົນໄປເອີ້ນໂມເຊກັບອາໂຣນມາຫາແລະເວົ້າວ່າ: “ຂ້ອຍໄດ້ເຮັດຜິດຕໍ່ພະເຢໂຫວາພະເຈົ້າຂອງເຈົ້າ ແລະເຮັດຜິດຕໍ່ພວກເຈົ້າແລ້ວ. 17 ຂໍຍົກໂທດໃຫ້ຂ້ອຍເທື່ອນີ້ເທື່ອດຽວ ແລະອ້ອນວອນເຖິງພະເຢໂຫວາພະເຈົ້າຂອງເຈົ້າ. ຂໍໃຫ້ເພິ່ນເຮັດໃຫ້ຝູງຕັກກະແຕນອອກໄປຈາກແຜ່ນດິນນີ້.” 18 ໂມເຊກໍອອກໄປຈາກວັງຂອງຟາໂຣແລະອະທິດຖານເຖິງພະເຢໂຫວາ.+ 19 ແລ້ວພະເຢໂຫວາກໍປ່ຽນທິດທາງຂອງລົມ. ເພິ່ນເຮັດໃຫ້ລົມພັດແຮງມາຈາກທາງທິດຕາເວັນຕົກ ພັດເອົາຝູງຕັກກະແຕນໄປຕົກຢູ່ທະເລແດງ. ທົ່ວທຸກບ່ອນໃນແຜ່ນດິນເອຢິບບໍ່ມີຕັກກະແຕນເຫຼືອຈັກໂຕເລີຍ. 20 ແຕ່ພະເຢໂຫວາກໍປ່ອຍໃຫ້ຟາໂຣເປັນຄົນຫົວແຂງຕໍ່ໄປ+ ແລະລາວຍັງບໍ່ຍອມປ່ອຍພວກອິດສະຣາເອນອອກໄປ.
21 ພະເຢໂຫວາເວົ້າກັບໂມເຊອີກວ່າ: “ໃຫ້ຍົກໄມ້ຄ້ອນເທົ້າຂຶ້ນເທິງຟ້າແລ້ວທົ່ວແຜ່ນດິນເອຢິບກໍຊິມືດຕຶບ.” 22 ໂມເຊຍົກໄມ້ຄ້ອນເທົ້າຂຶ້ນເທິງຟ້າທັນທີ ແລ້ວທົ່ວແຜ່ນດິນເອຢິບກໍມືດຕຶບຢູ່ 3 ມື້.+ 23 ຄົນເອຢິບແນມບໍ່ເຫັນກັນ ແລະຕະຫຼອດ 3 ມື້ບໍ່ມີຜູ້ໃດລຸກຍ່າງໄປໃສເລີຍ. ແຕ່ບ່ອນທີ່ພວກອິດສະຣາເອນຢູ່ພັດມີແສງສະຫວ່າງ.+ 24 ຟາໂຣເລີຍເອີ້ນໂມເຊມາແລະເວົ້າວ່າ: “ພວກເຈົ້າຢາກໄປນະມັດສະການພະເຢໂຫວາກໍໄປໂລດ+ ແຕ່ໃຫ້ປະແກະແລະງົວຂອງພວກເຈົ້າໄວ້ຢູ່ນີ້. ຄັນຢາກເອົາເດັກນ້ອຍໄປນຳກໍເອົາໄປ.” 25 ແຕ່ໂມເຊບອກວ່າ: “ພວກເຮົາເຮັດແບບນັ້ນບໍ່ໄດ້. ທ່ານຕ້ອງໃຫ້ພວກເຮົາເອົາສັດໄປນຳ ເພື່ອຊິໄດ້ຂ້າເປັນເຄື່ອງບູຊາໃຫ້ພະເຢໂຫວາພະເຈົ້າຂອງພວກເຮົາ.+ 26 ພວກເຮົາຊິເອົາຝູງສັດຂອງພວກເຮົາໄປນຳ ຊິບໍ່ປະໄວ້ຢູ່ນີ້ຈັກໂຕເລີຍ ເພາະພວກເຮົາຊິໃຊ້ບາງໂຕເພື່ອນະມັດສະການພະເຢໂຫວາພະເຈົ້າຂອງພວກເຮົາ ແລະພວກເຮົາກໍຍັງບໍ່ຮູ້ເທື່ອວ່າຊິເອົາສັດໂຕໃດບູຊາໃຫ້ພະເຢໂຫວາຈົນກວ່າພວກເຮົາຊິໄປຮອດບ່ອນນັ້ນ.” 27 ພະເຢໂຫວາປ່ອຍໃຫ້ຟາໂຣເປັນຄົນຫົວແຂງຕໍ່ໄປ ແລະລາວກໍບໍ່ຍອມປ່ອຍພວກອິດສະຣາເອນໄປ.+ 28 ຟາໂຣເວົ້າກັບໂມເຊວ່າ: “ຮີບໜີໄປໄກໆຂ້ອຍ! ຢ່າມາໃຫ້ຂ້ອຍເຫັນໜ້າອີກ. ຄັນເຈົ້າກັບມານີ້ອີກ ຂ້ອຍຊິຂ້າເຈົ້າຖິ້ມ.” 29 ໂມເຊຕອບວ່າ: “ກະໄດ້ ຂ້ອຍຊິບໍ່ມາໃຫ້ທ່ານເຫັນໜ້າອີກ.”
11 ພະເຢໂຫວາບອກໂມເຊວ່າ: “ເຮົາຊິເຮັດໃຫ້ໄພພິບັດອີກຢ່າງໜຶ່ງເກີດຂຶ້ນກັບຟາໂຣ*ແລະຄົນເອຢິບ. ຫຼັງຈາກນັ້ນ ລາວຈະປ່ອຍພວກເຈົ້າໄປຈາກບ່ອນນີ້.+ ຕອນທີ່ລາວປ່ອຍພວກເຈົ້າ ລາວຊິໄລ່ພວກເຈົ້າອອກໄປຊ້ຳ.+ 2 ຕອນນີ້ໃຫ້ເຈົ້າໄປບອກພວກອິດສະຣາເອນທັງຜູ້ຍິງທັງຜູ້ຊາຍໃຫ້ໄປຂໍເຄື່ອງເງິນເຄື່ອງຄຳຈາກເພື່ອນບ້ານ.”+ 3 ແລ້ວພະເຢໂຫວາກໍເຮັດໃຫ້ຄົນເອຢິບໃຈດີຕໍ່ພວກອິດສະຣາເອນ. ນອກຈາກນັ້ນ ຄົນຮັບໃຊ້ຂອງຟາໂຣແລະຄົນເອຢິບຫຼາຍຄົນກໍນັບຖືໂມເຊຫຼາຍ.
4 ແລ້ວໂມເຊກໍເວົ້າກັບຟາໂຣວ່າ: “ພະເຢໂຫວາເວົ້າແນວນີ້. ‘ຕອນປະມານທ່ຽງຄືນເຮົາຊິມາແຜ່ນດິນເອຢິບ+ 5 ແລະລູກຊາຍຜູ້ທຳອິດທົ່ວແຜ່ນດິນເອຢິບກໍຊິຕາຍ.+ ບໍ່ວ່າຊິເປັນລູກຊາຍຂອງກະສັດເອຢິບ* ລູກຊາຍຂອງທາດຍິງທີ່ກຳລັງບົດແປ້ງ ຫຼືລູກສັດໂຕຜູ້ໂຕທຳອິດກໍຊິຕາຍຄືກັນໝົດ.+ 6 ທົ່ວແຜ່ນດິນເອຢິບຊິມີແຕ່ຄົນຮ້ອງໄຫ້ເສຍໃຈແບບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ແລະຫຼັງຈາກນີ້ກໍຊິບໍ່ເກີດຂຶ້ນອີກເລີຍ.+ 7 ແຕ່ຄົນອິດສະຣາເອນກັບຝູງສັດຂອງເຂົາເຈົ້າຊິປອດໄພ. ແມ່ນແຕ່ສຽງໝາເຫົ່າທີ່ເຮັດໃຫ້ເຂົາເຈົ້າຕົກໃຈຢ້ານກໍຊິບໍ່ມີ ແລະພວກເຈົ້າຊິຮູ້ວ່າວິທີທີ່ພະເຢໂຫວາເຮັດກັບຄົນເອຢິບບໍ່ຄືກັບວິທີທີ່ເພິ່ນເຮັດກັບຄົນອິດສະຣາເອນ.’+ 8 ຫຼັງຈາກນັ້ນ ຄົນຮັບໃຊ້ຂອງທ່ານທຸກຄົນຊິມາຫາເຮົາ ແລ້ວໝູບໜ້າລົງຄຳນັບເຮົາ ແລະເວົ້າວ່າ ‘ໃຫ້ເຈົ້າແລະຄົນທີ່ຕິດຕາມເຈົ້າອອກຈາກບ່ອນນີ້ສະ’+ ແລະເຮົາກະຊິອອກໄປ.” ເມື່ອເວົ້າຈົບແລ້ວໂມເຊກໍອອກໄປຈາກວັງຂອງຟາໂຣ. ຕອນນັ້ນ ໂມເຊໃຈຮ້າຍຫຼາຍ.
9 ແລ້ວພະເຢໂຫວາເວົ້າກັບໂມເຊວ່າ: “ຟາໂຣຊິບໍ່ຟັງເຈົ້າດອກ+ ເພື່ອເຮົາຈະໄດ້ເຮັດການອັດສະຈັນອີກຫຼາຍຢ່າງໃນແຜ່ນດິນເອຢິບ.”+ 10 ໂມເຊກັບອາໂຣນໄດ້ເຮັດການອັດສະຈັນອີກຫຼາຍຢ່າງໃຫ້ຟາໂຣເຫັນ+ ແຕ່ພະເຢໂຫວາປ່ອຍໃຫ້ຟາໂຣເປັນຄົນຫົວແຂງຄືເກົ່າ ແລະລາວກໍບໍ່ຍອມປ່ອຍພວກອິດສະຣາເອນອອກໄປຈາກແຜ່ນດິນຂອງລາວ.+
12 ພະເຢໂຫວາເວົ້າກັບໂມເຊແລະອາໂຣນຢູ່ແຜ່ນດິນເອຢິບວ່າ: 2 “ໃຫ້ພວກເຈົ້ານັບເດືອນນີ້ເປັນເດືອນທຳອິດຂອງປີ.*+ 3 ໃຫ້ເຈົ້າໄປບອກພວກອິດສະຣາເອນທຸກຄົນວ່າ ‘ໃນວັນທີ 10 ຂອງເດືອນນີ້ ໃຫ້ແຕ່ລະຄອບຄົວໄປຊອກແກະ+ມາຄອບຄົວລະໂຕ. 4 ແຕ່ຖ້າຄອບຄົວໃດມີຄົນບໍ່ຫຼາຍ ໃຫ້ເຂົາເຈົ້າ*ໄປເອີ້ນເພື່ອນບ້ານທີ່ຢູ່ໃກ້ທີ່ສຸດມາເພື່ອຊິກິນແກະໂຕນັ້ນນຳກັນ. ໃຫ້ກະເບິ່ງວ່າແຕ່ລະຄົນຊິກິນຫຼາຍສ່ຳໃດ. 5 ແກະໂຕທີ່ເອົາມານັ້ນຕ້ອງເປັນແກະໂຕຜູ້ທີ່ຕຸ້ຍພີດີງາມ+ອາຍຸ 1 ປີ. ພວກເຈົ້າຊິເລືອກເອົາແກະນ້ອຍຫຼືແບ້ນ້ອຍກໍໄດ້. 6 ໃຫ້ພວກເຈົ້າລ້ຽງມັນໄວ້ຈົນຮອດວັນທີ 14 ຂອງເດືອນນີ້+ ແລະທຸກຄອບຄົວຂອງພວກອິດສະຣາເອນຕ້ອງຂ້າແກະຫຼືແບ້ໂຕນັ້ນຕອນໃກ້ຊິຄ່ຳ.*+ 7 ໃຫ້ເຂົາເຈົ້າເອົາເລືອດມາສ່ວນໜຶ່ງ ແລ້ວຊິດໃສ່ເບື້ອງຊ້າຍ ເບື້ອງຂວາ ແລະທາງເທິງຂອງວົງກົບປະຕູເຮືອນທີ່ເຂົາເຈົ້າກິນແກະນຳກັນ.+
8 ເຂົາເຈົ້າຕ້ອງກິນຊີ້ນແກະໃນຄືນນັ້ນເລີຍ.+ ເຂົາເຈົ້າຕ້ອງເອົາຊີ້ນນັ້ນໄປປີ້ງ ແລະກິນກັບເຂົ້າຈີ່ບໍ່ມີເຊື້ອ+ແລະຜັກທີ່ມີລົດຂົມ.+ 9 ບໍ່ໃຫ້ກິນຊີ້ນນັ້ນດິບໆຫຼືເອົາໄປຕົ້ມ ແຕ່ໃຫ້ເອົາຊີ້ນນັ້ນໄປປີ້ງ ທັງສ່ວນຫົວ ຂາ* ແລະເຄື່ອງໃນທັງໝົດ. 10 ຢ່າໃຫ້ຊີ້ນເຫຼືອຈົນຮອດຕອນເຊົ້າ. ຖ້າຍັງເຫຼືອໃຫ້ເອົາໄປຈູດໄຟຈົນໝົດ.+ 11 ຕອນທີ່ພວກເຈົ້າກິນກໍໃຫ້ເຮັດແບບນີ້. ໃຫ້ເອົາຜ້າມັດແອວໄວ້* ໃສ່ເກີບ ແລະຖືໄມ້ຄ້ອນເທົ້າໄວ້ພ້ອມ ແລ້ວໃຫ້ຟ້າວກິນ. ມື້ນີ້ແມ່ນວັນປັດສະຄາຂອງພະເຢໂຫວາ. 12 ໃນຄືນນັ້ນເຮົາຊິມາແຜ່ນດິນເອຢິບແລະຂ້າລູກຊາຍຜູ້ທຳອິດຂອງຄົນເອຢິບທຸກຄົນ ລວມທັງລູກໂຕຜູ້ໂຕທຳອິດຂອງສັດຕ່າງໆ+ ແລະເຮົາຈະລົງໂທດພະເຈົ້າຕ່າງໆທີ່ຄົນເອຢິບນະມັດສະການ.+ ເຮົາແມ່ນເຢໂຫວາ. 13 ເລືອດທີ່ຊິດໄວ້ຢູ່ວົງກົບປະຕູເຮືອນທີ່ເຈົ້າຢູ່ຈະເປັນເຄື່ອງໝາຍ. ຖ້າເຮົາເຫັນເລືອດນັ້ນ ເຮົາຈະກາຍເຮືອນນັ້ນໄປ ແລະພວກເຈົ້າຊິບໍ່ຕ້ອງເຈິໄພພິບັດນີ້ຄືກັບພວກເອຢິບ.+
14 ມື້ນັ້ນຊິເປັນມື້ສຳຄັນທີ່ພວກເຈົ້າຕ້ອງຄິດເຖິງຢູ່ສະເໝີ ແລະພວກເຈົ້າຕ້ອງສະຫຼອງເທດສະການນີ້ເພື່ອໃຫ້ກຽດພະເຢໂຫວາ ແລະສອນພວກລູກຫຼານໃຫ້ເຮັດແບບນີ້ຄືກັນ. ນີ້ແມ່ນກົດໝາຍທີ່ພວກເຈົ້າຕ້ອງເຮັດຕາມຕະຫຼອດໄປ. 15 ພວກເຈົ້າຕ້ອງກິນເຂົ້າຈີ່ບໍ່ມີເຊື້ອ 7 ມື້.+ ໃນມື້ທຳອິດ ໃຫ້ພວກເຈົ້າເອົາແປ້ງສຳລັບເຮັດເຂົ້າຈີ່ທີ່ໃສ່ເຊື້ອແລ້ວອອກໄປຈາກເຮືອນ ຍ້ອນວ່າໃນລະຫວ່າງມື້ທຳອິດຫາມື້ທີ 7 ຖ້າມີຜູ້ໃດກິນເຂົ້າຈີ່ທີ່ມີເຊື້ອ ຜູ້ນັ້ນຈະຕ້ອງຕາຍ.* 16 ໃນມື້ທຳອິດ ພວກເຈົ້າຕ້ອງມາລວມໂຕກັນເພື່ອນະມັດສະການພະເຈົ້າ ແລະໃນມື້ທີ 7 ກໍໃຫ້ເຮັດຄືກັນ. ໃນໄລຍະ 7 ມື້ນີ້ ຫ້າມພວກເຈົ້າເຮັດວຽກ+ ມີແຕ່ແຕ່ງກິນໃຫ້ຄອບຄົວໂຕເອງໄດ້.
17 ພວກເຈົ້າຕ້ອງສະຫຼອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອ+ ຍ້ອນວ່າມື້ນັ້ນເຮົາຊິພາພວກເຈົ້າທັງໝົດ*ອອກຈາກແຜ່ນດິນເອຢິບ. ພວກເຈົ້າກັບລູກຫຼານຕ້ອງສະຫຼອງເທດສະການນີ້ຕະຫຼອດໄປ. ນີ້ແມ່ນກົດໝາຍທີ່ເຮົາໃຫ້ໄວ້ກັບພວກເຈົ້າ. 18 ພວກເຈົ້າຕ້ອງກິນເຂົ້າຈີ່ບໍ່ມີເຊື້ອໃນເດືອນທີ 1 ຕັ້ງແຕ່ຕອນຄ່ຳຂອງວັນທີ 14 ໄປຈົນຮອດຕອນຄ່ຳຂອງວັນທີ 21.+ 19 ຕະຫຼອດໄລຍະ 7 ມື້ນັ້ນ ຫ້າມເອົາແປ້ງສຳລັບເຮັດເຂົ້າຈີ່ທີ່ໃສ່ເຊື້ອແລ້ວໄວ້ໃນເຮືອນ. ຍ້ອນວ່າຖ້າຜູ້ໃດກິນເຂົ້າຈີ່ທີ່ມີເຊື້ອ ບໍ່ວ່າຈະເປັນຄົນຕ່າງຊາດຫຼືຄົນອິດສະຣາເອນ+ ຜູ້ນັ້ນຈະຕ້ອງຕາຍ.+ 20 ຫ້າມຜູ້ໃດກິນເຂົ້າຈີ່ທີ່ມີເຊື້ອ. ທຸກຄົນຕ້ອງກິນເຂົ້າຈີ່ບໍ່ມີເຊື້ອ.’”
21 ໂມເຊກໍເອີ້ນພວກຜູ້ນຳຂອງຄົນອິດສະຣາເອນ+ມາລວມກັນທັນທີ ແລະບອກເຂົາເຈົ້າວ່າ: “ໃຫ້ແຕ່ລະຄອບຄົວໄປເລືອກລູກສັດ*ມາໂຕໜຶ່ງ ແລະຂ້າມັນເພື່ອໃຊ້ເປັນເຄື່ອງບູຊາສຳລັບເທດສະການປັດສະຄາ. 22 ໃຫ້ພວກເຈົ້າເອົາຕົ້ນຫູສົບຈຸ່ມໃນຖ້ວຍເລືອດ ແລ້ວຊິດເລືອດນັ້ນໃສ່ວົງກົບປະຕູເບື້ອງຊ້າຍ ເບື້ອງຂວາ ແລະທາງເທິງ ແລະຢ່າໃຫ້ໃຜອອກຈາກເຮືອນຈົນກວ່າຊິຮອດຕອນເຊົ້າ. 23 ເມື່ອພະເຢໂຫວາມາລົງໂທດຄົນເອຢິບ ແລະເຫັນເລືອດຢູ່ວົງກົບປະຕູເຮືອນຂອງພວກເຈົ້າທັງເບື້ອງຊ້າຍ ເບື້ອງຂວາ ແລະທາງເທິງ ພະເຢໂຫວາກໍຊິກາຍໜ້າປະຕູເຮືອນຂອງພວກເຈົ້າໄປ. ພວກເຈົ້າຊິບໍ່ຕ້ອງເຈິໄພພິບັດນີ້ແລະລູກຊາຍຜູ້ທຳອິດຂອງພວກເຈົ້າກໍຊິບໍ່ຕາຍ.+
24 ນີ້ແມ່ນກົດໝາຍທີ່ພວກເຈົ້າແລະລູກຫຼານຈະຕ້ອງເຮັດຕາມຕະຫຼອດໄປ.+ 25 ຕອນທີ່ພວກເຈົ້າເຂົ້າໄປໃນແຜ່ນດິນທີ່ພະເຢໂຫວາສັນຍາວ່າຈະໃຫ້ພວກເຈົ້າ ພວກເຈົ້າກໍຕ້ອງເຮັດແບບນີ້ຕໍ່ໆໄປ.+ 26 ຖ້າພວກລູກຊາຍຂອງເຈົ້າຖາມວ່າ ‘ເປັນຫຍັງພວກເຮົາຕ້ອງເຮັດແບບນີ້?’+ 27 ພວກເຈົ້າຕ້ອງບອກລູກວ່າ ‘ເພາະວ່ານີ້ແມ່ນເຄື່ອງບູຊາໃຫ້ພະເຢໂຫວາສຳລັບວັນປັດສະຄາ. ຕອນທີ່ເພິ່ນໃຊ້ໄພພິບັດລົງໂທດຄົນເອຢິບ ເພິ່ນກາຍເຮືອນຂອງພວກເຮົາໄປແລະບໍ່ໄດ້ລົງໂທດພວກເຮົາ.’”
ແລ້ວພວກອິດສະຣາເອນ*ກໍໝູບໜ້າລົງດິນ. 28 ພວກອິດສະຣາເອນເຮັດຕາມທີ່ພະເຢໂຫວາໄດ້ສັ່ງໂມເຊກັບອາໂຣນ.+ ເຂົາເຈົ້າເຮັດຕາມໝົດທຸກຢ່າງ.
29 ເມື່ອຮອດຕອນທ່ຽງຄືນ ພະເຢໂຫວາກໍຂ້າລູກຊາຍຜູ້ທຳອິດທຸກຄົນໃນແຜ່ນດິນເອຢິບ.+ ຕັ້ງແຕ່ລູກຊາຍຜູ້ທຳອິດຂອງຟາໂຣ*ທີ່ນັ່ງເທິງບັນລັງໄປຈົນຮອດລູກຊາຍຜູ້ທຳອິດຂອງນັກໂທດທີ່ຢູ່ໃນຄຸກ* ລວມທັງລູກໂຕຜູ້ໂຕທຳອິດຂອງສັດຕ່າງໆ.+ 30 ຟາໂຣກັບຄົນຮັບໃຊ້ທຸກຄົນຂອງລາວແລະຄົນເອຢິບທຸກຄົນກໍຕື່ນຂຶ້ນມາໃນຄືນນັ້ນ. ເຂົາເຈົ້າພາກັນຮ້ອງໄຫ້ເສຍໃຈຫຼາຍ ເພາະທຸກເຮືອນມີຄົນຕາຍ.+ 31 ຟາໂຣຟ້າວເອີ້ນໂມເຊກັບອາໂຣນມາຫາ+ແລະເວົ້າວ່າ: “ໄປ! ພວກເຈົ້າທັງສອງຄົນແລະພວກອິດສະຣາເອນທັງໝົດ ອອກໄປຈາກແຜ່ນດິນຂອງຂ້ອຍ. ໄປນະມັດສະການພະເຢໂຫວາຕາມທີ່ພວກເຈົ້າຢາກເຮັດ.+ 32 ເອົາຝູງແກະແລະຝູງງົວຂອງພວກເຈົ້າໄປນຳຕາມທີ່ພວກເຈົ້າໄດ້ຂໍ.+ ແຕ່ພວກເຈົ້າຕ້ອງຂໍໃຫ້ພະເຈົ້າອວຍພອນຂ້ອຍນຳ.”
33 ພວກເອຢິບຟ້າວໃຫ້ພວກອິດສະຣາເອນອອກໄປຈາກແຜ່ນດິນໄວໆ.+ ພວກເອຢິບເວົ້າວ່າ: “ຖ້າພວກເຈົ້າບໍ່ໄປ ພວກເຮົາຊິຕາຍກັນໝົດ!”+ 34 ພວກອິດສະຣາເອນກໍເອົາຜ້າມາຫໍ່ແປ້ງເຂົ້າຈີ່ບໍ່ມີເຊື້ອແລະຊາມນວດເຂົ້າຈີ່ແລ້ວພາດໃສ່ບ່າອອກໄປ. 35 ພວກອິດສະຣາເອນໄດ້ເຮັດຕາມທີ່ໂມເຊບອກ. ເຂົາເຈົ້າໄດ້ໄປຂໍເຄື່ອງເງິນເຄື່ອງຄຳແລະເຄື່ອງນຸ່ງຈາກຄົນເອຢິບ.+ 36 ພະເຢໂຫວາກໍເຮັດໃຫ້ຄົນເອຢິບໃຈດີຕໍ່ເຂົາເຈົ້າ. ເຂົາເຈົ້າຂໍຫຍັງຄົນເອຢິບກໍໃຫ້ໝົດເລີຍ. ເຂົາເຈົ້າຈຶ່ງໄດ້ເຄື່ອງຂອງຈາກຄົນເອຢິບມາຫຼາຍອີ່ຫຼີ.+
37 ຈາກນັ້ນ ພວກອິດສະຣາເອນກໍເດີນທາງຈາກຣາເມເສດ+ໄປສຸກໂກດ.+ ມີຜູ້ຊາຍປະມານ 600.000 ຄົນ ບໍ່ໄດ້ນັບເດັກນ້ອຍ.+ 38 ມີຄົນຕ່າງຊາດກຸ່ມໃຫຍ່*+ອອກໄປນຳເຂົາເຈົ້າ. ເຂົາເຈົ້າເອົາແກະ ແບ້ ແລະງົວຈຳນວນຫຼາຍໄປນຳ. 39 ເຂົາເຈົ້າເອົາແປ້ງທີ່ເອົາມາຈາກເອຢິບມາເຮັດເປັນເຂົ້າຈີ່ບໍ່ມີເຊື້ອແຜ່ນມົນໆ. ເຂົ້າຈີ່ນັ້ນບໍ່ມີເຊື້ອ ຍ້ອນເຂົາເຈົ້າຟ້າວອອກຈາກເອຢິບແລະບໍ່ມີເວລາກຽມຫຍັງເລີຍ.+
40 ພວກອິດສະຣາເອນອາໄສຢູ່ໃນເອຢິບ+ 430 ປີ.+ 41 ຄົນຂອງພະເຢໂຫວາທັງໝົດອອກມາຈາກແຜ່ນດິນເອຢິບ ໃນມື້ສຸດທ້າຍຂອງປີທີ 430. 42 ຄືນນັ້ນເປັນຄືນທີ່ເຂົາເຈົ້າຈະຈັດການສະຫຼອງເພື່ອໃຫ້ກຽດພະເຢໂຫວາ ຍ້ອນພະເຢໂຫວາໄດ້ຊ່ວຍເຂົາເຈົ້າອອກຈາກແຜ່ນດິນເອຢິບ. ລູກຫຼານຂອງເຂົາເຈົ້າກໍຕ້ອງເຮັດແບບນີ້ຄືກັນ.+
43 ແລ້ວພະເຢໂຫວາກໍບອກໂມເຊກັບອາໂຣນວ່າ: “ນີ້ແມ່ນກົດໝາຍຂອງວັນປັດສະຄາ. ຄົນຕ່າງຊາດຫ້າມກິນອາຫານທີ່ໃຊ້ໃນການສະຫຼອງນັ້ນ.+ 44 ແຕ່ຖ້າຜູ້ໃດມີທາດທີ່ເປັນຄົນຕ່າງຊາດກໍໃຫ້ທາດຜູ້ນັ້ນຮັບສິນຕັດ*ກ່ອນ+ ແລ້ວລາວຈະກິນອາຫານນັ້ນໄດ້. 45 ຄົນອົບພະຍົບກັບຄົນຮັບຈ້າງກໍກິນອາຫານນັ້ນບໍ່ໄດ້ຄືກັນ. 46 ພວກເຈົ້າຕ້ອງກິນອາຫານນັ້ນຢູ່ໃນເຮືອນ. ຫ້າມເອົາຊີ້ນນັ້ນອອກໄປທາງນອກ ແລະຫ້າມຫັກກະດູກຂອງສັດນັ້ນ.+ 47 ຄົນອິດສະຣາເອນທຸກຄົນຕ້ອງເຂົ້າຮ່ວມການສະຫຼອງນີ້. 48 ຖ້າຄົນຕ່າງຊາດທີ່ຢູ່ນຳພວກເຈົ້າຢາກສະຫຼອງປັດສະຄາເພື່ອໃຫ້ກຽດພະເຢໂຫວາ ຜູ້ຊາຍທຸກຄົນໃນເຮືອນຂອງລາວຈະຕ້ອງຮັບສິນຕັດກ່ອນ ແລ້ວລາວກໍຈະເຂົ້າຮ່ວມການສະຫຼອງໄດ້ແລະຊິຖືວ່າລາວເປັນຄືກັບຄົນອິດສະຣາເອນຄົນໜຶ່ງ. ແຕ່ຄົນທີ່ບໍ່ໄດ້ຮັບສິນຕັດຈະກິນອາຫານສຳລັບວັນປັດສະຄາບໍ່ໄດ້.+ 49 ກົດໝາຍນີ້ໃຊ້ກັບພວກເຈົ້າທຸກຄົນ ລວມທັງຄົນຕ່າງຊາດທີ່ຢູ່ນຳພວກເຈົ້າ.”+
50 ພວກອິດສະຣາເອນກໍໄດ້ເຮັດຕາມທີ່ພະເຢໂຫວາສັ່ງໂມເຊກັບອາໂຣນ. ເຂົາເຈົ້າເຮັດຕາມໝົດທຸກຢ່າງ. 51 ໃນມື້ນັ້ນ ພະເຢໂຫວາພາຄົນອິດສະຣາເອນທຸກຄົນ*ອອກຈາກແຜ່ນດິນເອຢິບ.
13 ພະເຢໂຫວາເວົ້າກັບໂມເຊຕື່ມອີກວ່າ: 2 “ລູກຊາຍຜູ້ທຳອິດຂອງຄົນອິດສະຣາເອນທຸກຄົນ ແລະລູກສັດໂຕຜູ້ໂຕທຳອິດທຸກໂຕເປັນຂອງເຮົາ. ພວກເຈົ້າຕ້ອງແຍກລູກຊາຍຜູ້ທຳອິດແລະລູກສັດໂຕຜູ້ໂຕທຳອິດໄວ້ຕ່າງຫາກເພື່ອເອົາໃຫ້ເຮົາ.”+
3 ແລ້ວໂມເຊກໍບອກກັບພວກອິດສະຣາເອນວ່າ: “ຂໍໃຫ້ພວກເຈົ້າຈື່ມື້ນີ້ໄວ້ ເພາະເປັນມື້ທີ່ພະເຢໂຫວາໃຊ້ລິດເດດຂອງເພິ່ນ+ຊ່ວຍພວກເຈົ້າອອກຈາກເອຢິບ+ ແລະພວກເຈົ້າບໍ່ຕ້ອງເປັນທາດອີກຕໍ່ໄປ. ສະນັ້ນ ຫ້າມພວກເຈົ້າກິນເຂົ້າຈີ່ທີ່ມີເຊື້ອ. 4 ພວກເຈົ້າໄດ້ອອກມາໃນມື້ນີ້ຂອງເດືອນອາບິບ.*+ 5 ເມື່ອພະເຢໂຫວາພາພວກເຈົ້າເຂົ້າໄປໃນແຜ່ນດິນຂອງຄົນການາອານ ຄົນເຮດ ຄົນອາໂມ ຄົນຮີວີ ແລະຄົນເຢບຸດ+ ເຊິ່ງເປັນແຜ່ນດິນທີ່ມີນ້ຳນົມກັບນ້ຳເຜີ້ງຫຼາຍ+ ແລະເປັນແຜ່ນດິນທີ່ເພິ່ນໄດ້ສັນຍາກັບປູ່ຍ່າຕານາຍຂອງພວກເຈົ້າວ່າຈະໃຫ້ພວກເຈົ້າ+ ພວກເຈົ້າຈະຕ້ອງຈັດການສະຫຼອງນີ້ໃນເດືອນນີ້. 6 ພວກເຈົ້າຕ້ອງກິນເຂົ້າຈີ່ບໍ່ມີເຊື້ອ 7 ມື້+ ແລະໃນມື້ທີ 7 ພວກເຈົ້າຕ້ອງຈັດການສະຫຼອງໃຫ້ພະເຢໂຫວາ. 7 ໃຫ້ພວກເຈົ້າກິນເຂົ້າຈີ່ບໍ່ມີເຊື້ອ 7 ມື້+ ແລະຫ້າມກິນເຂົ້າຈີ່ທີ່ມີເຊື້ອເດັດຂາດ.+ ແມ່ນແຕ່ແປ້ງສຳລັບເຮັດເຂົ້າຈີ່ທີ່ໃສ່ເຊື້ອແລ້ວກໍຢ່າໃຫ້ມີໃນເຂດຂອງພວກເຈົ້າ. 8 ໃນມື້ນັ້ນ ພວກເຈົ້າຕ້ອງບອກລູກຊາຍວ່າ ‘ພໍ່ເຮັດແນວນີ້ກໍຍ້ອນສິ່ງທີ່ພະເຢໂຫວາເຮັດໃຫ້ພໍ່ ຕອນທີ່ເພິ່ນຊ່ວຍພໍ່ອອກມາຈາກເອຢິບ.’+ 9 ການເຮັດແບບນີ້ຈະເປັນຄືກັບເຄື່ອງໝາຍຢູ່ມືຂອງພວກເຈົ້າ ແລະເປັນຄືກັບຂໍ້ເຕືອນໃຈຢູ່ເທິງໜ້າຜາກຂອງພວກເຈົ້າ+ ເພື່ອພວກເຈົ້າຈະໄດ້ເວົ້າເຖິງກົດໝາຍຂອງພະເຢໂຫວາ ເພາະພະເຢໂຫວາໄດ້ໃຊ້ລິດເດດຂອງເພິ່ນຊ່ວຍພວກເຈົ້າອອກມາຈາກເອຢິບ. 10 ພວກເຈົ້າຕ້ອງເຮັດຕາມກົດໝາຍນີ້ທຸກໆປີຕາມເວລາທີ່ກຳນົດໄວ້.+
11 ຕອນທີ່ພະເຢໂຫວາພາພວກເຈົ້າເຂົ້າໄປໃນແຜ່ນດິນຂອງຄົນການາອານ ເຊິ່ງເພິ່ນໄດ້ສັນຍາກັບພວກເຈົ້າແລະປູ່ຍ່າຕານາຍຂອງພວກເຈົ້າວ່າຈະເອົາໃຫ້ພວກເຈົ້າ+ 12 ພວກເຈົ້າຕ້ອງເອົາລູກຊາຍຜູ້ທຳອິດຂອງທຸກຄົນ ແລະລູກສັດໂຕຜູ້ໂຕທຳອິດທຸກໂຕໃຫ້ກັບພະເຢໂຫວາ. ຄົນແລະສັດເຫຼົ່ານີ້ເປັນຂອງພະເຢໂຫວາ.+ 13 ພວກເຈົ້າຕ້ອງໄຖ່ລູກໂຕຜູ້ໂຕທຳອິດຂອງລາດ້ວຍແກະ ຖ້າບໍ່ໄຖ່ກໍຕ້ອງຫັກຄໍພວກມັນ ແລະພວກເຈົ້າຕ້ອງໄຖ່ລູກຊາຍຜູ້ທຳອິດຂອງພວກເຈົ້າຄືກັນ.+
14 ຖ້າລູກຊາຍຂອງພວກເຈົ້າຖາມວ່າ ‘ເປັນຫຍັງພວກເຮົາຄືເຮັດແນວນີ້?’ ພວກເຈົ້າກໍຕ້ອງຕອບວ່າ ‘ຍ້ອນພະເຢໂຫວາໃຊ້ລິດເດດຂອງເພິ່ນຊ່ວຍພວກເຮົາອອກຈາກເອຢິບ ແລະເຮັດໃຫ້ພວກເຮົາບໍ່ຕ້ອງເປັນທາດໃນເອຢິບອີກຕໍ່ໄປ.+ 15 ຕອນທີ່ຟາໂຣ*ບໍ່ຍອມປ່ອຍພວກເຮົາມາ+ ພະເຢໂຫວາໄດ້ຂ້າລູກຊາຍຜູ້ທຳອິດຂອງທຸກຄົນໃນແຜ່ນດິນເອຢິບ ແລະຂ້າລູກໂຕຜູ້ໂຕທຳອິດຂອງສັດຕ່າງໆ.+ ພວກເຮົາກໍເລີຍເອົາລູກສັດໂຕຜູ້ໂຕທຳອິດມາເປັນເຄື່ອງບູຊາໃຫ້ພະເຢໂຫວາ ແລະພວກເຮົາຕ້ອງໄຖ່ລູກຊາຍຜູ້ທຳອິດຂອງພວກເຮົາທຸກຄົນ.’ 16 ການເຮັດແບບນີ້ຈະເປັນຄືກັບເຄື່ອງໝາຍຢູ່ມືຂອງພວກເຈົ້າ ແລະເປັນຄືກັບຜ້າຄຽນຫົວຂອງພວກເຈົ້າ+ ເພື່ອພວກເຈົ້າຊິຈື່ໄດ້ວ່າພະເຢໂຫວາໃຊ້ລິດເດດຂອງເພິ່ນຊ່ວຍພວກເຮົາອອກມາຈາກເອຢິບ.”
17 ຕອນທີ່ຟາໂຣປ່ອຍພວກອິດສະຣາເອນອອກຈາກເອຢິບ ພະເຈົ້າບໍ່ໄດ້ພາເຂົາເຈົ້າໄປທາງແຜ່ນດິນຂອງພວກຟີລິດສະຕີນ ເຖິງວ່າທາງນັ້ນຈະໃກ້ກວ່າ ເພາະພະເຈົ້າບອກວ່າ: “ຖ້າພວກອິດສະຣາເອນຕ້ອງໄດ້ຕໍ່ສູ້ກັບພວກຟີລິດສະຕີນ ເຂົາເຈົ້າອາດຈະປ່ຽນໃຈແລະຢາກກັບໄປເອຢິບ.” 18 ດັ່ງນັ້ນ ພະເຈົ້າຈຶ່ງພາພວກອິດສະຣາເອນອ້ອມໄປທາງບ່ອນກັນດານຂອງທະເລແດງ.+ ເຂົາເຈົ້າອອກໄປຈາກເອຢິບຢ່າງເປັນລະບົບລະບຽບຄືກັບກອງທັບທະຫານ. 19 ໂມເຊໄດ້ເອົາກະດູກຂອງໂຢເຊັບໄປນຳ ຍ້ອນໂຢເຊັບໄດ້ໃຫ້ພວກລູກຫຼານອິດສະຣາເອນສາບານກັບລາວ. ຕອນນັ້ນ ໂຢເຊັບເວົ້າວ່າ: “ພະເຈົ້າຊິຊ່ວຍພວກເຈົ້າຕໍ່ໄປ ແຕ່ຕອນທີ່ພວກເຈົ້າອອກຈາກເອຢິບຕ້ອງເອົາກະດູກຂອງຂ້ອຍໄປນຳ.”+ 20 ເຂົາເຈົ້າເດີນທາງອອກຈາກສຸກໂກດ ແລະໄປຕັ້ງຄ້າຍຢູ່ເອທາມ ເຊິ່ງຢູ່ແຄມເຂດແດນບ່ອນກັນດານ.
21 ພະເຢໂຫວາໃຫ້ມີເສົາຂີ້ເຝື້ອນຳທາງເຂົາເຈົ້າໃນຕອນກາງເວັນ+ ແລະເມື່ອຮອດຕອນກາງຄືນ ເສົານັ້ນຈະກາຍເປັນເສົາໄຟເພື່ອໃຫ້ແສງສະຫວ່າງກັບເຂົາເຈົ້າ. ຍ້ອນແນວນີ້ພວກອິດສະຣາເອນຈຶ່ງເດີນທາງໄດ້ທັງກາງເວັນແລະກາງຄືນ.+ 22 ບໍ່ວ່າເຂົາເຈົ້າຈະໄປໃສ ເສົານັ້ນກໍຊິເປັນເສົາຂີ້ເຝື້ອຢູ່ທາງໜ້າຂອງເຂົາເຈົ້າໃນຕອນກາງເວັນ ແລະຊິກາຍເປັນເສົາໄຟໃນຕອນກາງຄືນ.+
14 ພະເຢໂຫວາເວົ້າກັບໂມເຊວ່າ: 2 “ບອກພວກອິດສະຣາເອນໃຫ້ກັບຄືນແລະໄປຕັ້ງຄ້າຍຢູ່ບ່ອນໜຶ່ງກ່ອນຈະຮອດປີຮາຮີໂຣດ ຢູ່ລະຫວ່າງມິກໂດນກັບທະເລ ບ່ອນທີ່ຈະແນມເຫັນບາອານເຊໂຟນ.+ ໃຫ້ພວກເຈົ້າຕັ້ງຄ້າຍຢູ່ແຄມທະເລ. 3 ແລ້ວຟາໂຣ*ຊິເວົ້າວ່າ ‘ພວກອິດສະຣາເອນຫຼົງທາງແລ້ວ. ພວກມັນອອກຈາກບ່ອນກັນດານບໍ່ໄດ້ແລ້ວ.’ 4 ເຮົາຈະປ່ອຍໃຫ້ຟາໂຣເປັນຄົນຫົວແຂງຕໍ່ໄປ+ ແລະລາວຈະໄລ່ນຳຫຼັງພວກອິດສະຣາເອນໄປ. ເຮົາຈະເອົາຊະນະຟາໂຣກັບກອງທັບທັງໝົດຂອງລາວ+ ແລະພວກເອຢິບຈະຮູ້ວ່າ ເຮົາແມ່ນເຢໂຫວາ.”+ ແລ້ວພວກອິດສະຣາເອນກໍຕັ້ງຄ້າຍຕາມທີ່ເພິ່ນບອກ.
5 ເມື່ອກະສັດເອຢິບໄດ້ຍິນວ່າພວກອິດສະຣາເອນອອກໄປແລ້ວ ກະສັດເອຢິບກັບພວກຄົນຮັບໃຊ້ຂອງລາວກໍປ່ຽນໃຈທັນທີ+ແລະເວົ້າວ່າ: “ເປັນຫຍັງພວກເຮົາຈຶ່ງປ່ອຍໃຫ້ພວກອິດສະຣາເອນໄປ ແທນທີ່ຈະໃຫ້ພວກມັນເປັນທາດພວກເຮົາຕໍ່ໄປ?” 6 ແລ້ວກະສັດເອຢິບກໍກຽມລົດຮົບແລະພາທະຫານໄລ່ນຳຫຼັງພວກອິດສະຣາເອນ.+ 7 ລາວເອົາລົດຮົບທີ່ດີທີ່ສຸດ 600 ຄັນແລະລົດຮົບອື່ນໆທັງໝົດຂອງເອຢິບໄປ ມີທະຫານຢູ່ເທິງລົດຮົບເຫຼົ່ານັ້ນທຸກຄັນ. 8 ພະເຢໂຫວາປ່ອຍໃຫ້ກະສັດເອຢິບເປັນຄົນຫົວແຂງຕໍ່ໄປ. ລາວໄລ່ນຳຫຼັງພວກອິດສະຣາເອນທີ່ກຳລັງເດີນທາງດ້ວຍຄວາມໝັ້ນໃຈ.+ 9 ແລ້ວພວກເອຢິບກໍໄລ່ນຳຫຼັງພວກອິດສະຣາເອນ.+ ຕອນນັ້ນ ພວກອິດສະຣາເອນຕັ້ງຄ້າຍຢູ່ແຄມທະເລ ກ່ອນທີ່ຈະຮອດປີຮາຮີໂຣດ ເຊິ່ງແນມເຫັນບາອານເຊໂຟນ.
10 ແລ້ວລົດຮົບຂອງກະສັດ ທະຫານມ້າ ແລະທະຫານກໍເຂົ້າມາໃກ້ຄ້າຍຂອງພວກອິດສະຣາເອນ. ເມື່ອພວກອິດສະຣາເອນເຫັນຟາໂຣກັບກອງທັບເອຢິບໃກ້ຊິມາຮອດແລ້ວ ເຂົາເຈົ້າກໍຢ້ານຫຼາຍແລະໄດ້ຮ້ອງຂໍໃຫ້ພະເຢໂຫວາຊ່ວຍ.+ 11 ເຂົາເຈົ້າເວົ້າໃຫ້ໂມເຊວ່າ: “ຢູ່ເອຢິບບໍ່ມີບ່ອນຝັງສົບແລ້ວເບາະ! ເຈົ້າຈຶ່ງພາພວກເຮົາມາຕາຍຢູ່ບ່ອນກັນດານນີ້?+ ເຈົ້າພາພວກເຮົາອອກມາຈາກເອຢິບເຮັດຫຍັງ? 12 ຕອນຢູ່ເອຢິບພວກເຮົາກໍບອກເຈົ້າແລ້ວບໍ່ແມ່ນບໍວ່າ ‘ຢ່າມາຫຍຸ້ງກັບພວກເຮົາ! ປ່ອຍໃຫ້ພວກເຮົາຮັບໃຊ້ພວກເອຢິບ.’ ໃຫ້ພວກເຮົາເປັນທາດຂອງພວກເຂົາກະຍັງຊິດີກວ່າມາຕາຍຢູ່ບ່ອນກັນດານນີ້.”+ 13 ໂມເຊຕອບພວກອິດສະຣາເອນວ່າ: “ບໍ່ຕ້ອງຢ້ານເດີ້.+ ໃຫ້ຢືນຢູ່ຊື່ໆແລະເບິ່ງວ່າມື້ນີ້ພະເຢໂຫວາຈະຊ່ວຍພວກເຈົ້າໃຫ້ລອດແນວໃດ.+ ພວກເອຢິບທີ່ພວກເຈົ້າເຫັນໃນມື້ນີ້ ພວກເຈົ້າຈະບໍ່ເຫັນພວກເຂົາອີກເລີຍ.+ 14 ພະເຢໂຫວາຈະຕໍ່ສູ້ໃຫ້ພວກເຈົ້າ+ແລະພວກເຈົ້າຈະຢືນຢູ່ງຽບໆ.”
15 ພະເຢໂຫວາເວົ້າກັບໂມເຊວ່າ: “ເປັນຫຍັງພວກເຈົ້າຮ້ອງຂໍໃຫ້ເຮົາຊ່ວຍ? ບອກພວກອິດສະຣາເອນວ່າໃຫ້ເດີນທາງຕໍ່ໄປໄດ້ແລ້ວ. 16 ໃຫ້ເຈົ້າຍົກໄມ້ຄ້ອນເທົ້າຂຶ້ນແລະຊີ້ໄປທາງທະເລ ແລ້ວນ້ຳທະເລກໍຈະແຍກອອກຈາກກັນ ເພື່ອໃຫ້ພວກອິດສະຣາເອນຍ່າງໄປເທິງພື້ນທະເລທີ່ແຫ້ງ. 17 ແຕ່ເຮົາຈະປ່ອຍໃຫ້ພວກເອຢິບເປັນຄົນຫົວແຂງຕໍ່ໄປ ພວກເຂົາຊິໄລ່ນຳຫຼັງພວກອິດສະຣາເອນ. ເຮົາຈະເອົາຊະນະຟາໂຣກັບກອງທັບທັງໝົດຂອງລາວ ພ້ອມກັບລົດຮົບແລະທະຫານມ້າຂອງລາວ ເພື່ອເຮັດໃຫ້ເຮົາໄດ້ຮັບກຽດ.+ 18 ເມື່ອເຮົາຊະນະຟາໂຣກັບກອງທັບຂອງລາວ ພ້ອມກັບລົດຮົບແລະທະຫານມ້າເພື່ອເຮັດໃຫ້ເຮົາໄດ້ຮັບກຽດແລ້ວ ທຸກຄົນກໍຈະຮູ້ວ່າເຮົາແມ່ນເຢໂຫວາ.”+
19 ແລ້ວທູດສະຫວັນຂອງພະເຈົ້າທ່ຽງແທ້+ທີ່ນຳໜ້າພວກອິດສະຣາເອນກໍຍ້າຍໄປຢູ່ທາງຫຼັງຂອງເຂົາເຈົ້າ ແລະເສົາຂີ້ເຝື້ອທີ່ຢູ່ທາງໜ້າຂອງເຂົາເຈົ້າກໍຍ້າຍໄປຢູ່ທາງຫຼັງຄືກັນ.+ 20 ເສົາຂີ້ເຝື້ອນີ້ຕັ້ງຢູ່ລະຫວ່າງຄ້າຍຂອງພວກເອຢິບກັບຄ້າຍຂອງພວກອິດສະຣາເອນ.+ ເສົາຂີ້ເຝື້ອນີ້ເຮັດໃຫ້ເບື້ອງພວກເອຢິບມືດ ແຕ່ເບື້ອງພວກອິດສະຣາເອນແຈ້ງ.+ ຕະຫຼອດຄືນນັ້ນ ພວກເອຢິບບໍ່ໄດ້ຫຍັບເຂົ້າມາໃກ້ພວກອິດສະຣາເອນເລີຍ.
21 ໂມເຊໄດ້ຍົກໄມ້ຄ້ອນເທົ້າຂຶ້ນແລະຊີ້ໄປທາງທະເລ+ ແລ້ວພະເຢໂຫວາກໍເຮັດໃຫ້ມີລົມແຮງຈາກທາງທິດຕາເວັນອອກພັດໃສ່ທະເລໝົດຄືນ. ນ້ຳກໍແຍກຈາກກັນ+ແລະເຮັດໃຫ້ພື້ນທະເລກາຍເປັນດິນແຫ້ງ.+ 22 ພວກອິດສະຣາເອນຍ່າງຂ້າມທະເລຜ່ານທາງດິນແຫ້ງນັ້ນ.+ ນ້ຳໃນທະເລໄດ້ຕັ້ງເປັນກຳແພງຢູ່ເບື້ອງຊ້າຍແລະເບື້ອງຂວາຂອງເຂົາເຈົ້າ.+ 23 ກອງທັບເອຢິບທັງໝົດ ທັງພວກທະຫານມ້າ ພວກທະຫານ ແລະລົດຮົບຂອງຟາໂຣກໍໄລ່ນຳຫຼັງພວກອິດສະຣາເອນໄປເທິງດິນແຫ້ງຂອງທະເລນັ້ນ.+ 24 ເມື່ອໃກ້ຊິແຈ້ງ* ພະເຢໂຫວາເບິ່ງພວກທະຫານເອຢິບຈາກເສົາທີ່ເປັນໄຟແລະຂີ້ເຝື້ອ+ ແລະເພິ່ນກໍເຮັດໃຫ້ພວກທະຫານເອຢິບສັບສົນວຸ່ນວາຍ. 25 ເພິ່ນເຮັດໃຫ້ກົງລົດຮົບຂອງພວກທະຫານເອຢິບຫຼຸດອອກເພື່ອເຮັດໃຫ້ພວກເຂົາຂັບໄປຍາກ. ພວກເອຢິບຈຶ່ງເວົ້າວ່າ: “ໃຫ້ພວກເຮົາຖອຍໜີໄປຈາກພວກອິດສະຣາເອນໄວໆ ຍ້ອນພະເຢໂຫວາຢູ່ຝ່າຍພວກເຂົາແລະຕໍ່ສູ້ພວກເຮົາຢູ່.”+
26 ແລ້ວພະເຢໂຫວາກໍບອກໂມເຊວ່າ: “ໃຫ້ເຈົ້າຍົກໄມ້ຄ້ອນເທົ້າຂຶ້ນແລະຊີ້ໄປທາງທະເລເພື່ອນ້ຳຈະເຊົາແຍກຈາກກັນ ແລ້ວໄຫຼທັບພວກເອຢິບ ພວກລົດຮົບ ແລະພວກທະຫານມ້າ.” 27 ໂມເຊກໍຍົກໄມ້ຄ້ອນເທົ້າຂຶ້ນແລະຊີ້ໄປທາງທະເລທັນທີ. ຕອນໃກ້ຊິແຈ້ງນ້ຳທະເລກໍໄຫຼກັບມາຄືເກົ່າ. ເມື່ອພວກເອຢິບພະຍາຍາມໜີຈາກນ້ຳ ພະເຢໂຫວາກໍຖິ້ມພວກເຂົາໄວ້ຢູ່ກາງທະເລ.+ 28 ນ້ຳທະເລໄຫຼມາທັບພວກລົດຮົບ ພວກທະຫານມ້າ ແລະກອງທັບທັງໝົດຂອງຟາໂຣ.+ ບໍ່ມີໃຜລອດຈັກຄົນ.+
29 ແຕ່ພວກອິດສະຣາເອນຍ່າງຢູ່ເທິງພື້ນທະເລທີ່ເປັນດິນແຫ້ງ+ແລະນ້ຳກໍຕັ້ງເປັນກຳແພງຢູ່ເບື້ອງຊ້າຍແລະເບື້ອງຂວາຂອງເຂົາເຈົ້າ.+ 30 ໃນມື້ນັ້ນ ພະເຢໂຫວາຊ່ວຍພວກອິດສະຣາເອນໃຫ້ລອດຈາກພວກເອຢິບ+ ແລະພວກອິດສະຣາເອນກໍເຫັນຊາກສົບຂອງພວກເອຢິບຄ້າງຢູ່ຕາມແຄມຝັ່ງ. 31 ເມື່ອພວກອິດສະຣາເອນເຫັນພະເຢໂຫວາທຳລາຍພວກເອຢິບດ້ວຍລິດເດດອັນຍິ່ງໃຫຍ່ຂອງເພິ່ນ ເຂົາເຈົ້າກໍຢ້ານຢຳພະເຢໂຫວາແລະເຊື່ອໝັ້ນໃນພະເຢໂຫວາກັບໂມເຊຜູ້ຮັບໃຊ້ຂອງເພິ່ນ.+
15 ຕອນນັ້ນ ໂມເຊແລະພວກອິດສະຣາເອນໄດ້ຮ້ອງເພງນີ້ໃຫ້ພະເຢໂຫວາ:+
“ຂ້ອຍຂໍຮ້ອງເພງໃຫ້ພະເຢໂຫວາ ຍ້ອນເພິ່ນໄດ້ໄຊຊະນະທີ່ຍິ່ງໃຫຍ່+
ເພິ່ນໄດ້ຖິ້ມພວກມ້າກັບຄົນຂີ່ມ້າລົງໃນທະເລ.+
2 ເຢໂຫວາ*ເປັນກຳລັງຂອງຂ້ອຍ. ເພິ່ນຊ່ວຍຂ້ອຍໃຫ້ລອດ.+
ຂ້ອຍຈະສັນລະເສີນພະເຈົ້າຂອງຂ້ອຍ+ ແລະຈະຍົກຍ້ອງ+ພະເຈົ້າຂອງພໍ່ຂ້ອຍ.+
3 ພະເຢໂຫວາເປັນນັກຮົບທີ່ເກັ່ງຫຼາຍ.+ ຊື່ຂອງເພິ່ນແມ່ນເຢໂຫວາ.+
4 ເພິ່ນຖິ້ມລົດມ້າກັບກອງທັບຂອງຟາໂຣລົງໃນທະເລ.+
ທະຫານທີ່ເກັ່ງທີ່ສຸດຂອງລາວຈົມຢູ່ໃນທະເລແດງແລ້ວ.+
5 ຄື້ນທະເລທັບໃສ່ພວກເຂົາ ແລະພວກເຂົາຈົມລົງຮອດພື້ນຄືກັບກ້ອນຫີນ.+
6 ພະເຢໂຫວາເອີ້ຍ ມືຂວາຂອງພະອົງມີອຳນາດຫຼາຍ.+
ພະເຢໂຫວາເອີ້ຍ ມືຂວາຂອງພະອົງຍ່ອງສັດຕູຈົນມຸ່ນໄດ້.
7 ພະອົງໃຊ້ລິດເດດໂຍນພວກທີ່ມາຕໍ່ຕ້ານພະອົງຖິ້ມ.+
ຄວາມໃຈຮ້າຍຂອງພະອົງເຜົາພວກເຂົາຄືກັບໄຟໄໝ້ຕໍເຟືອງຈົນໝົດ.
8 ພະອົງທັ່ງລົມອອກຈາກດັງບາດດຽວ ກໍເຮັດໃຫ້ນ້ຳແຍກຈາກກັນໄດ້.
ນ້ຳກໍຕັ້ງຂຶ້ນຄືກັບມີຝາກັ້ນໄວ້.
ຄື້ນນ້ຳກໍແຂ້ນຢູ່ກາງທະເລ.
9 ພວກສັດຕູເວົ້າວ່າ ‘ຂ້ອຍຊິຈັບໄດ້ໄລ່ທັນພວກເຂົາ!
ຂ້ອຍຊິເອົາເຄື່ອງຂອງທີ່ປຸ້ນມາປັນກັນຈົນພໍໃຈ!
ຂ້ອຍຊິຖອດດາບອອກມາ ແລະທຳລາຍພວກເຂົາດ້ວຍມືຂອງຂ້ອຍ.’+
10 ເມື່ອພະອົງເປົ່າລົມອອກ ນ້ຳທະເລກໍໄຫຼທັບພວກເຂົາ.+
ພວກເຂົາຈົມລົງພື້ນທະເລຄືກັບເຫຼັກ.
11 ພະເຢໂຫວາເອີ້ຍ ບໍ່ມີພະເຈົ້າອົງໃດທຽບກັບພະອົງໄດ້.+
ພະອົງບໍລິສຸດ+ ແລະບໍ່ມີພະເຈົ້າອົງໃດຄືພະອົງ.
ພະອົງສົມຄວນໄດ້ຮັບຄວາມນັບຖືແລະການສັນລະເສີນດ້ວຍເພງ. ພະອົງເຮັດການອັດສະຈັນຫຼາຍຢ່າງ.+
12 ພະອົງຍື່ນມືຂວາອອກແລະແຜ່ນດິນກໍກືນກິນພວກເຂົາ.+
13 ດ້ວຍຄວາມຮັກທີ່ໝັ້ນຄົງ ພະອົງໄດ້ນຳໜ້າປະຊາຊົນທີ່ພະອົງໄຖ່ແລ້ວ.+
ພະອົງຈະຊີ້ນຳເຂົາເຈົ້າໄປບ່ອນບໍລິສຸດດ້ວຍລິດເດດຂອງພະອົງ.
14 ຜູ້ຄົນຕ້ອງໄດ້ຍິນ+ແລະພວກເຂົາຈະຢ້ານຈົນໂຕສັ່ນ.
ພວກຟີລິດສະຕີນຈະເຈັບປວດຫຼາຍ.
15 ຕອນນັ້ນ ຫົວໜ້າເຜົ່າຂອງພວກເອໂດມຈະຢ້ານຫຼາຍ.
ພວກຫົວໜ້າທີ່ໂຫດຮ້າຍຂອງໂມອາບຈະຢ້ານຈົນໂຕສັ່ນ.+
ພວກການາອານທຸກຄົນຈະທໍ້ໃຈ.+
16 ພະເຢໂຫວາເອີ້ຍ ພວກເຂົາຈະຢ້ານຈົນສັ່ນທົດໆ+
ຍ້ອນລິດເດດທີ່ຍິ່ງໃຫຍ່ຂອງພະອົງ ພວກເຂົາຊິຢືນໂຕແຂງຄືກ້ອນຫີນ
ຈົນກວ່າຄົນຂອງພະອົງຈະຜ່ານໄປ
17 ພະເຢໂຫວາເອີ້ຍ ພະອົງຈະພາເຂົາເຈົ້າມາຢູ່ພູຂອງພະອົງ+
ບ່ອນທີ່ພະອົງກຽມໄວ້ເພື່ອໂຕເອງ
ແລະບ່ອນບໍລິສຸດທີ່ພະເຢໂຫວາສ້າງໄວ້.
18 ພະເຢໂຫວາຈະປົກຄອງເປັນກະສັດຕະຫຼອດໄປ.+
19 ເມື່ອລົດຮົບແລະທະຫານມ້າຂອງຟາໂຣລົງໄປໃນທະເລ+
ພະເຢໂຫວາກໍໃຫ້ນ້ຳທະເລໄຫຼກັບມາທັບພວກເຂົາ+
ແຕ່ຄົນອິດສະຣາເອນຍ່າງຢູ່ພື້ນທະເລທີ່ເປັນດິນແຫ້ງ.”+
20 ແລ້ວຜູ້ພະຍາກອນຍິງມີຣີອາມທີ່ເປັນເອື້ອຍຂອງອາໂຣນກໍເອົາກອງແທມບູຣິນ*ມາຫຼິ້ນ ແລ້ວຜູ້ຍິງທຸກຄົນກໍເຮັດຄືກັນແລະເຕັ້ນນຳລາວ. 21 ມີຣີອາມຮ້ອງເພງຕອບພວກຜູ້ຊາຍວ່າ:
“ໃຫ້ຮ້ອງເພງໃຫ້ພະເຢໂຫວາ ຍ້ອນເພິ່ນໄດ້ໄຊຊະນະທີ່ຍິ່ງໃຫຍ່.+
ເພິ່ນໄດ້ຖິ້ມພວກມ້າແລະຄົນຂີ່ມ້າລົງໃນທະເລ.”+
22 ຫຼັງຈາກນັ້ນ ໂມເຊກໍພາພວກອິດສະຣາເອນອອກຈາກທະເລແດງ ແລະເຂົ້າໄປໃນບ່ອນກັນດານຊູເຣ. ເຂົາເຈົ້າເດີນທາງໃນເຂດນັ້ນ 3 ມື້ ແຕ່ກໍບໍ່ເຈິນ້ຳກິນ. 23 ເມື່ອມາຮອດມາຣາ*+ ເຂົາເຈົ້າກໍເຫັນນ້ຳແຕ່ກິນບໍ່ໄດ້ ຍ້ອນນ້ຳນັ້ນຂົມ. ໂມເຊເລີຍເອີ້ນບ່ອນນັ້ນວ່າມາຣາ. 24 ພວກອິດສະຣາເອນກໍເລີຍຈົ່ມໃຫ້ໂມເຊ+ວ່າ: “ຈັ່ງແມ່ນເນາະ ພວກເຮົາຊິເອົານ້ຳຢູ່ໃສມາກິນ?” 25 ໂມເຊໄດ້ຮ້ອງຂໍໃຫ້ພະເຢໂຫວາຊ່ວຍ+ ແລະພະເຢໂຫວາກໍເລືອກຕົ້ນໄມ້ນ້ອຍຕົ້ນໜຶ່ງ ແລ້ວໃຫ້ໂມເຊເອົາມາ. ເມື່ອລາວຖິ້ມຕົ້ນໄມ້ນັ້ນໃສ່ນ້ຳຂົມ ນ້ຳກໍມີລົດຊາດແຊບ.
ພະເຈົ້າໄດ້ໃຊ້ໂອກາດນີ້ເພື່ອໃຫ້ຄົນອິດສະຣາເອນຮູ້ຈັກຄວາມຕ້ອງການຂອງເພິ່ນ ແລະພະເຈົ້າຢາກລອງເບິ່ງວ່າເຂົາເຈົ້າຊິເຊື່ອຟັງເພິ່ນຫຼືບໍ່.+ 26 ເພິ່ນເວົ້າວ່າ: “ຖ້າພວກເຈົ້າເຊື່ອຟັງພະເຢໂຫວາພະເຈົ້າຂອງເຈົ້າແທ້ໆ ເຮັດສິ່ງທີ່ເຮົາເຫັນວ່າຖືກຕ້ອງ ແລະເຮັດຕາມຄຳສັ່ງກັບຂໍ້ກຳນົດທຸກຢ່າງຂອງເຮົາ+ ເຮົາຈະບໍ່ລົງໂທດພວກເຈົ້າດ້ວຍພະຍາດຄືກັບທີ່ເຮົາລົງໂທດພວກເອຢິບ.+ ເຮົາເຢໂຫວາຈະເຮັດໃຫ້ພວກເຈົ້າມີສຸຂະພາບແຂງແຮງ.”+
27 ຕໍ່ມາ ເຂົາເຈົ້າກໍມາຮອດເອລີມ. ຢູ່ຫັ້ນມີນ້ຳອອກບໍ່ 12 ບ່ອນ ແລະມີຕົ້ນປາມ 70 ຕົ້ນ. ເຂົາເຈົ້າກໍເລີຍຕັ້ງຄ້າຍພັກໃກ້ກັບບ່ອນທີ່ມີນ້ຳອອກບໍ່ນັ້ນ.
16 ຫຼັງຈາກນັ້ນ ພວກອິດສະຣາເອນໄດ້ອອກຈາກເອລີມ. ແລ້ວເຂົາເຈົ້າກໍເດີນທາງມາຮອດບ່ອນກັນດານຊິນ+ໃນວັນທີ 15 ຂອງເດືອນທີ 2. ຕອນນັ້ນ ເຂົາເຈົ້າອອກຈາກເອຢິບມາໄດ້ 1 ເດືອນ. ບ່ອນກັນດານຊິນຢູ່ລະຫວ່າງເອລີມກັບຊີນາຍ.
2 ແລ້ວພວກອິດສະຣາເອນທຸກຄົນກໍຈົ່ມໃຫ້ໂມເຊກັບອາໂຣນຢູ່ບ່ອນກັນດານນັ້ນ.+ 3 ພວກອິດສະຣາເອນຈົ່ມໃຫ້ 2 ຄົນນັ້ນວ່າ: “ໃຫ້ພະເຢໂຫວາຂ້າພວກເຮົາຕາຍໃນເອຢິບ ຕອນທີ່ພວກເຮົາມີຊີ້ນ+ມີແນວກິນຈົນອີ່ມ ກໍຍັງຊິດີກວ່າໃຫ້ພວກເຈົ້າພາພວກເຮົາໝົດປະເທດມາອຶດຕາຍຢູ່ບ່ອນກັນດານນີ້.”+
4 ພະເຢໂຫວາຈຶ່ງບອກໂມເຊວ່າ: “ເຮົາຈະໃຫ້ມີແນວກິນຕົກລົງມາຈາກຟ້າ.+ ໃນແຕ່ລະມື້ທຸກຄົນຈະຕ້ອງໄປເກັບເອງ+ ເພາະເຮົາຊິລອງເບິ່ງວ່າເຂົາເຈົ້າຊິເຊື່ອຟັງຄຳສັ່ງຂອງເຮົາຫຼືບໍ່?+ 5 ແຕ່ໃນມື້ທີ 6+ ໃຫ້ເຂົາເຈົ້າເກັບຕື່ມເປັນ 2 ເທົ່າ.”+
6 ແລ້ວໂມເຊກັບອາໂຣນກໍເວົ້າກັບພວກອິດສະຣາເອນທຸກຄົນວ່າ: “ມື້ແລງນີ້ ພວກເຈົ້າຊິໄດ້ຮູ້ວ່າພະເຢໂຫວານີ້ແຫຼະເປັນຜູ້ພາພວກເຈົ້າອອກມາຈາກເອຢິບ.+ 7 ເປັນຫຍັງພວກເຈົ້າມາຈົ່ມໃຫ້ພວກເຮົາ? ພວກເຮົາບໍ່ໄດ້ເຮັດຫຍັງໃຫ້ພວກເຈົ້າ. ແທ້ໆແລ້ວ ພວກເຈົ້າຈົ່ມໃຫ້ພະເຢໂຫວາຢູ່. ຍ້ອນເພິ່ນໄດ້ຍິນຄຳຈົ່ມຂອງພວກເຈົ້າ ມື້ອື່ນເຊົ້າພວກເຈົ້າຊິໄດ້ເຫັນລິດເດດທີ່ຍິ່ງໃຫຍ່ຂອງພະເຢໂຫວາ.” 8 ໂມເຊເວົ້າຕື່ມອີກວ່າ: “ຕອນທີ່ພະເຢໂຫວາເອົາຊີ້ນໃຫ້ພວກເຈົ້າກິນໃນຕອນແລງ ແລ້ວເອົາຂອງກິນໃຫ້ພວກເຈົ້າກິນໃນຕອນເຊົ້າຈົນອີ່ມ ພວກເຈົ້າກໍຈະຮູ້ວ່າພະເຢໂຫວາໄດ້ຍິນຄຳທີ່ພວກເຈົ້າຈົ່ມໃຫ້ເພິ່ນ. ພວກເຮົາບໍ່ໄດ້ເຮັດຫຍັງໃຫ້ພວກເຈົ້າເລີຍ. ພວກເຈົ້າບໍ່ໄດ້ຈົ່ມໃຫ້ພວກເຮົາເດີ້. ແທ້ໆແລ້ວ ພວກເຈົ້າກຳລັງຈົ່ມໃຫ້ພະເຢໂຫວາ.”+
9 ແລ້ວໂມເຊກໍບອກອາໂຣນວ່າ: “ໃຫ້ບອກພວກອິດສະຣາເອນທຸກຄົນວ່າ ‘ພະເຢໂຫວາໄດ້ຍິນຄຳທີ່ພວກເຈົ້າຈົ່ມແລ້ວ. ເພິ່ນຢາກໃຫ້ພວກເຈົ້າມາປະຊຸມກັນຢູ່ນີ້.’”+ 10 ເມື່ອອາໂຣນເວົ້າກັບພວກອິດສະຣາເອນຈົບ ເຂົາເຈົ້າກໍປິ່ນໜ້າໄປທາງບ່ອນກັນດານ ແລະເຫັນເສົາຂີ້ເຝື້ອມີແສງອອກມາ ຍ້ອນລິດເດດທີ່ຍິ່ງໃຫຍ່ຂອງພະເຢໂຫວາ.+
11 ພະເຢໂຫວາເວົ້າກັບໂມເຊອີກວ່າ: 12 “ເຮົາໄດ້ຍິນຄຳຈົ່ມຂອງພວກອິດສະຣາເອນແລ້ວ.+ ໃຫ້ບອກເຂົາເຈົ້າວ່າ ‘ຕອນໃກ້ຊິຄ່ຳ* ພວກເຈົ້າຈະໄດ້ກິນຊີ້ນ ແລະໃນຕອນເຊົ້າ ພວກເຈົ້າຊິໄດ້ກິນຂອງກິນອີກຢ່າງໜຶ່ງຈົນອີ່ມ.+ ແລ້ວພວກເຈົ້າກໍຈະຮູ້ວ່າເຮົາແມ່ນເຢໂຫວາພະເຈົ້າຂອງເຈົ້າ.’”+
13 ເມື່ອຮອດຕອນແລງ ນົກກະທາກໍບິນລົງມາເຕັມຄ້າຍພັກ+ ແລະໃນຕອນເຊົ້າກໍມີນ້ຳຄ້າງປົກຄຸມທົ່ວບໍລິເວນຄ້າຍພັກ. 14 ເມື່ອນ້ຳຄ້າງເຫີຍໝົດແລ້ວ ກໍມີເມັດນ້ອຍໆປົກຄຸມທົ່ວໜ້າດິນໃນບ່ອນກັນດານ.+ 15 ເມື່ອພວກອິດສະຣາເອນເຫັນ ເຂົາເຈົ້າພາກັນເວົ້າວ່າ: “ອັນນີ້ແມ່ນຫຍັງນິ?” ເພາະເຂົາເຈົ້າບໍ່ຮູ້ວ່າມັນແມ່ນຫຍັງ. ໂມເຊກໍເລີຍບອກເຂົາເຈົ້າວ່າ: “ອັນນີ້ແມ່ນຂອງກິນອີກຢ່າງໜຶ່ງທີ່ພະເຢໂຫວາໃຫ້ພວກເຈົ້າ.+ 16 ພະເຢໂຫວາສັ່ງວ່າ ‘ໃຫ້ແຕ່ລະຄົນໄປເກັບເອົາສ່ຳທີ່ໂຕເອງກິນ. ໃຫ້ເກັບຕາມຈຳນວນຄົນທີ່ຢູ່ໃນເຕັ້ນດຽວກັນ 1 ໂອເມີ*+ຕໍ່ 1 ຄົນ.’” 17 ພວກອິດສະຣາເອນກໍເຮັດຕາມນັ້ນ. ເຂົາເຈົ້າອອກໄປເກັບເອົາແນວກິນນັ້ນ. ບາງຄົນກໍເກັບເອົາຫຼາຍ ບາງຄົນກໍເກັບເອົາໜ້ອຍ. 18 ເຖິງວ່າເຂົາເຈົ້າຊິເກັບເອົາຫຼາຍຫຼືໜ້ອຍ ແຕ່ລະຄົນກໍໄດ້ 1 ໂອເມີ*ພໍດີ.+ ທຸກຄົນເກັບໄດ້ສ່ຳພໍດີກິນ.
19 ແລ້ວໂມເຊກໍບອກເຂົາເຈົ້າວ່າ: “ບໍ່ໃຫ້ຜູ້ໃດຈົ່ງແນວກິນນີ້ໄວ້ຈົນຮອດເຊົ້າມື້ຕໍ່ໄປ.”+ 20 ແຕ່ເຂົາເຈົ້າບໍ່ຟັງໂມເຊ. ບາງຄົນໄດ້ຈົ່ງແນວກິນໄວ້ ແລະເມື່ອຮອດຕອນເຊົ້າມື້ຕໍ່ໄປ ແນວກິນນັ້ນກໍມີໜອນຈຶແລະເນົ່າເໝັນ. ເມື່ອເຫັນແນວນັ້ນ ໂມເຊກໍໃຈຮ້າຍໃຫ້ເຂົາເຈົ້າ. 21 ເຂົາເຈົ້າຕ້ອງໄປເກັບທຸກໆເຊົ້າສ່ຳທີ່ພໍກິນ. ເມື່ອແສງແດດຮ້ອນຂຶ້ນ ສ່ວນທີ່ເຫຼືອຢູ່ດິນກໍເປື່ອຍໝົດ.
22 ໃນມື້ທີ 6 ເຂົາເຈົ້າຕ້ອງເກັບແນວກິນນັ້ນ 2 ເທົ່າ+ຄື ຄົນລະ 2 ໂອເມີ.* ແລ້ວພວກຫົວໜ້າທຸກຄົນກໍມາລາຍງານໃຫ້ໂມເຊຟັງ. 23 ໂມເຊບອກເຂົາເຈົ້າວ່າ: “ພະເຢໂຫວາບອກແນວນີ້. ມື້ອື່ນຈະເປັນມື້ພັກຜ່ອນ ແລະເປັນວັນຊະບາໂຕ*ຂອງພະເຢໂຫວາ.+ ຖ້າເຈົ້າຢາກອົບຫຍັງກໍອົບໄວ້ ຫຼືຢາກຕົ້ມຫຍັງກໍຕົ້ມໄວ້+ ແລ້ວສ່ວນທີ່ເຫຼືອກໍໃຫ້ຈົ່ງໄວ້ຮອດເຊົ້າມື້ຕໍ່ໄປ.” 24 ແລ້ວເຂົາເຈົ້າກໍຈົ່ງສ່ວນທີ່ເຫຼືອໄວ້ຈົນຮອດຕອນເຊົ້າມື້ຕໍ່ໄປຕາມທີ່ໂມເຊສັ່ງ. ແນວກິນນັ້ນກໍບໍ່ເນົ່າບໍ່ເໝັນ. 25 ຕໍ່ມາ ໂມເຊບອກວ່າ: “ແນວກິນທີ່ໃຫ້ຈົ່ງໄວ້ ໃຫ້ເອົາມາກິນໃນມື້ນີ້ ຍ້ອນມື້ນີ້ເປັນວັນຊະບາໂຕຂອງພະເຢໂຫວາ. ມື້ນີ້ຢູ່ດິນຊິບໍ່ມີຫຍັງໃຫ້ພວກເຈົ້າເກັບ. 26 ເຈົ້າຊິເກັບແນວກິນໄດ້ຮອດມື້ທີ 6 ແຕ່ມື້ທີ 7 ເຊິ່ງເປັນວັນຊະບາໂຕ+ຈະບໍ່ມີຫຍັງໃຫ້ເກັບ.” 27 ໃນມື້ທີ 7 ກໍຍັງມີບາງຄົນອອກໄປ ແຕ່ກໍບໍ່ມີຫຍັງໃຫ້ເຂົາເຈົ້າເກັບ.
28 ພະເຢໂຫວາກໍເລີຍເວົ້າກັບໂມເຊວ່າ: “ພວກເຈົ້າຈະບໍ່ເຊື່ອຟັງຄຳສັ່ງຂອງເຮົາອີກດົນປານໃດ?+ 29 ໃຫ້ຈື່ໄວ້ວ່າພະເຢໂຫວາໃຫ້ວັນຊະບາໂຕກັບພວກເຈົ້າເພື່ອພວກເຈົ້າຈະໄດ້ພັກຜ່ອນ.+ ຍ້ອນແນວນີ້ແຫຼະໃນມື້ທີ 6 ເພິ່ນຈຶ່ງໃຫ້ພວກເຈົ້າເກັບແນວກິນໄວ້ສຳລັບ 2 ມື້. ໃນມື້ທີ 7 ໃຫ້ທຸກຄົນຢູ່ໃນບ່ອນຂອງໂຕເອງ ຫ້າມບໍ່ໃຫ້ໃຜອອກໄປໃສ.” 30 ດັ່ງນັ້ນ ພວກອິດສະຣາເອນກໍເລີຍພັກຜ່ອນໃນມື້ທີ 7.+
31 ພວກອິດສະຣາເອນເອີ້ນແນວກິນນີ້ວ່າ “ມານາ.”* ມັນຂາວແລະມັນຄ້າຍຄືເມັດຫອມປ້ອມ ແລະມີລົດຊາດຄືເຂົ້າຈີ່ແຜ່ນບາງໆໃສ່ນ້ຳເຜີ້ງ.+ 32 ໂມເຊບອກວ່າ: “ພະເຢໂຫວາສັ່ງພວກເຈົ້າວ່າ ‘ໃຫ້ເກັບມານາໄວ້ 1 ໂອເມີ*ເພື່ອໃຫ້ລຸ້ນລູກລຸ້ນຫຼານໄດ້ເຫັນ.+ ເຂົາເຈົ້າຊິໄດ້ຮູ້ວ່າຕອນທີ່ເຮົາຊ່ວຍພວກເຈົ້າອອກມາຈາກເອຢິບ ເຮົາໄດ້ໃຫ້ຂອງກິນນີ້ກັບພວກເຈົ້າໃນບ່ອນກັນດານ.’” 33 ໂມເຊບອກອາໂຣນວ່າ: “ໃຫ້ເອົາມານາ 1 ໂອເມີ*ໃສ່ໄວ້ໃນໂຖ ແລ້ວເອົາໄປໄວ້ຕໍ່ໜ້າພະເຢໂຫວາ ແລະໃຫ້ລູກຫຼານຂອງເຈົ້າເບິ່ງແຍງຕໍ່ໆໄປ.”+ 34 ອາໂຣນກໍເຮັດຕາມທີ່ພະເຢໂຫວາບອກໂມເຊ ແລະໄດ້ເອົາໂຖວາງໄວ້ທາງໜ້າຫີບ*ພິເສດ+ເພື່ອຈະຮັກສາໄວ້ຢ່າງດີ. 35 ພວກອິດສະຣາເອນໄດ້ກິນມານາ 40 ປີ+ ຈົນເຂົາເຈົ້າເດີນທາງມາຮອດບ່ອນທີ່ມີຄົນອາໄສຢູ່.+ ເຂົາເຈົ້າກິນມານາເປັນອາຫານຈົນມາຮອດເຂດແດນແຜ່ນດິນການາອານ.+ 36 10 ໂອເມີ*ເທົ່າກັບ 1 ເອຟາ.*
17 ພວກອິດສະຣາເອນທັງໝົດກໍເດີນທາງອອກຈາກບ່ອນກັນດານຊິນ+ ຕາມທີ່ພະເຢໂຫວາບອກວ່າຈະໃຫ້ໄປໃສ+ ຫຼືພັກບ່ອນໃດ ແລະເຂົາເຈົ້າກໍມາຕັ້ງຄ້າຍພັກຢູ່ເຣຟີດີມ+ ແຕ່ຢູ່ຫັ້ນບໍ່ມີນ້ຳກິນ.
2 ພວກອິດສະຣາເອນກໍເລີຍໂວຍວາຍໃຫ້ໂມເຊ+ວ່າ: “ໄປຫານ້ຳມາໃຫ້ພວກເຮົາກິນແມ້.” ແຕ່ໂມເຊຕອບເຂົາເຈົ້າວ່າ: “ຊິມາໂວຍວາຍໃຫ້ຂ້ອຍເຮັດຫຍັງ? ເປັນຫຍັງພວກເຈົ້າທົດສອບພະເຢໂຫວາອີກແລ້ວ?”+ 3 ເຂົາເຈົ້າຫິວນ້ຳແຮງແລະຈົ່ມໃຫ້ໂມເຊບໍ່ຢຸດບໍ່ເຊົາ+ວ່າ: “ເປັນຫຍັງເຈົ້າພາພວກເຮົາອອກຈາກເອຢິບ? ເຈົ້າຢາກໃຫ້ພວກເຮົາກັບລູກກັບຝູງສັດອຶດນ້ຳຕາຍຢູ່ນີ້ຊັ້ນເບາະ?” 4 ໃນທີ່ສຸດ ໂມເຊກໍຂໍຮ້ອງພະເຢໂຫວາວ່າ: “ຂ້ອຍຊິເຮັດແນວໃດກັບເຂົາເຈົ້າດີ? ອີກຈັກໜ້ອຍເຂົາເຈົ້າຊິພາກັນດຶກກ້ອນຫີນໃສ່ຂ້ອຍແລ້ວ!”
5 ພະເຢໂຫວາບອກໂມເຊວ່າ: “ປ່ອຍພວກອິດສະຣາເອນໄວ້ຢູ່ນີ້ກ່ອນ ແລະໃຫ້ເຈົ້າພາຫົວໜ້າພວກອິດສະຣາເອນບາງຄົນຍ່າງຕໍ່ໄປ. ໃຫ້ເອົາໄມ້ຄ້ອນເທົ້າທີ່ເຈົ້າໃຊ້ຕີແມ່ນ້ຳນິນໄປນຳ.+ 6 ເຮົາຊິໄປຖ້າຢູ່ຫີນທີ່ຢູ່ໂຮເຣັບ. ເຈົ້າຕ້ອງຕີຫີນນັ້ນ ແລ້ວຈະມີນ້ຳໄຫຼອອກມາໃຫ້ພວກອິດສະຣາເອນກິນ.”+ ໂມເຊກໍເຮັດແບບນັ້ນຕໍ່ໜ້າພວກຫົວໜ້າຂອງອິດສະຣາເອນ. 7 ໂມເຊຈຶ່ງຕັ້ງຊື່ບ່ອນນັ້ນວ່າມາສາ*+ແລະເມຣິບາ*+ ຍ້ອນພວກອິດສະຣາເອນໂວຍວາຍໃຫ້ໂມເຊແລະທົດສອບພະເຢໂຫວາ+ໂດຍເວົ້າວ່າ: “ພະເຢໂຫວາຢູ່ກັບພວກເຮົາແທ້ໆບໍ?”
8 ຕໍ່ມາ ພວກອາມາເລັກ+ໄດ້ມາຕໍ່ສູ້ພວກອິດສະຣາເອນຢູ່ເຣຟີດີມ.+ 9 ໂມເຊບອກໂຢຊວຍ+ວ່າ: “ໃຫ້ໄປເລືອກຄົນມາຕໍ່ສູ້ກັບພວກອາມາເລັກ. ມື້ອື່ນຂ້ອຍຊິຂຶ້ນໄປເທິງໂນນພູ ແລະຖືໄມ້ຄ້ອນເທົ້າຂອງພະເຈົ້າທ່ຽງແທ້ໄປນຳ.” 10 ແລ້ວໂຢຊວຍກໍເຮັດທຸກຢ່າງຕາມທີ່ໂມເຊບອກ.+ ລາວໄປຕໍ່ສູ້ກັບພວກອາມາເລັກ ສ່ວນໂມເຊ ອາໂຣນ ແລະຮູເຣ+ກໍຂຶ້ນໄປເທິງໂນນພູ.
11 ຖ້າໂມເຊຍົກມືຄ້າງໄວ້ພວກອິດສະຣາເອນກໍໄດ້ປຽບ ແຕ່ເມື່ອໂມເຊເອົາມືລົງພວກອາມາເລັກກໍເລີ່ມໄດ້ປຽບ. 12 ເມື່ອໂມເຊລ່ອຍແຂນແລ້ວ ອາໂຣນກັບຮູເຣໄດ້ເອົາກ້ອນຫີນມາໃຫ້ໂມເຊນັ່ງ ແລະທັງສອງກໍຢູ່ຄົນລະຂ້າງຂອງໂມເຊ ແລ້ວຊ່ວຍຍົກແຂນໃຫ້ລາວ. ໂມເຊຈຶ່ງຍົກແຂນຄ້າງໄວ້ຈົນຮອດຕາເວັນຕົກດິນ. 13 ແລ້ວໂຢຊວຍກໍເອົາຊະນະພວກທະຫານອາມາເລັກໄດ້.+
14 ພະເຢໂຫວາບອກໂມເຊວ່າ: “ໃຫ້ຂຽນເລື່ອງນີ້ໄວ້ໃນປຶ້ມເພື່ອທຸກຄົນຊິຈື່ໄດ້ ແລະບອກໂຢຊວຍນຳວ່າ ‘ເຮົາຈະກວາດລ້າງພວກອາມາເລັກໃຫ້ສາບສູນໄປ ແລະຈະບໍ່ມີຜູ້ໃດຮູ້ຈັກພວກເຂົາອີກເລີຍ.’”+ 15 ຈາກນັ້ນ ໂມເຊກໍສ້າງແທ່ນບູຊາຂຶ້ນມາແລະຕັ້ງຊື່ແທ່ນນັ້ນວ່າເຢໂຫວານີຊີ.* 16 ໂມເຊເວົ້າວ່າ: “ຍ້ອນພວກອາມາເລັກຕໍ່ຕ້ານການປົກຄອງຂອງພະເຢໂຫວາ.*+ ພະເຢໂຫວາຈະເຮັດສົງຄາມຕໍ່ສູ້ພວກເຂົາກັບລູກຫຼານຂອງພວກເຂົາ.”+
18 ເຢດໂຣພໍ່ເຖົ້າຂອງໂມເຊເປັນປະໂລຫິດຂອງຄົນມີດີອານ.+ ລາວໄດ້ຍິນເລື່ອງທັງໝົດທີ່ພະເຈົ້າເຮັດເພື່ອໂມເຊແລະພວກອິດສະຣາເອນຄົນຂອງເພິ່ນ. ລາວໄດ້ຍິນວ່າພະເຢໂຫວາຊ່ວຍພວກອິດສະຣາເອນອອກຈາກເອຢິບແນວໃດ.+ 2 ກ່ອນໜ້ານີ້ໂມເຊບອກໃຫ້ຊິບໂປຣາກັບໄປຢູ່ນຳພໍ່ 3 ແລະໃຫ້ພາລູກຊາຍ 2 ຄົນໄປນຳ.+ ໂມເຊຕັ້ງຊື່ລູກຄົນໜຶ່ງວ່າເກໂຊມ*+ ເພາະລາວບອກວ່າ: “ຂ້ອຍມາຢູ່ຕ່າງປະເທດເປັນຄົນຕ່າງຊາດ.” 4 ອີກຄົນໜຶ່ງຊື່ເອລີເອເຊ* ເພາະໂມເຊບອກວ່າ: “ພະເຈົ້າຂອງພໍ່ຂ້ອຍເປັນຜູ້ຊ່ວຍຂ້ອຍ. ຕອນທີ່ຟາໂຣ*ພະຍາຍາມຂ້າຂ້ອຍ+ ເພິ່ນໄດ້ຊ່ວຍຂ້ອຍໃຫ້ລອດ.”
5 ເຢດໂຣພໍ່ເຖົ້າຂອງໂມເຊພາລູກພາເມຍຂອງໂມເຊມາຮອດຄ້າຍທີ່ໂມເຊພັກຢູ່ ໃກ້ພູຂອງພະເຈົ້າທ່ຽງແທ້ໃນບ່ອນກັນດານ.+ 6 ເມື່ອມາຮອດແລ້ວ ລາວເວົ້າກັບຜູ້ໜຶ່ງວ່າ: “ຂ້ອຍແມ່ນເຢດໂຣພໍ່ເຖົ້າຂອງໂມເຊ.+ ຝາກໄປບອກລາວແດ່ວ່າ ຂ້ອຍພາລູກພາເມຍຂອງລາວມາຮອດແລ້ວເດີ້.” 7 ໂມເຊຈຶ່ງອອກໄປຫາພໍ່ເຖົ້າທັນທີ. ລາວກົ້ມລົງແລະຈູບທັກທາຍພໍ່ເຖົ້າ. ເຂົາເຈົ້າຖາມຂ່າວຄາວກັນ ແລ້ວກໍເຂົ້າໄປໃນເຕັ້ນຂອງໂມເຊ.
8 ໂມເຊໄດ້ເລົ່າໃຫ້ພໍ່ເຖົ້າຟັງວ່າ ພະເຢໂຫວາໄດ້ເຮັດຫຍັງແດ່ໃຫ້ຟາໂຣກັບພວກເອຢິບ ເພື່ອຊ່ວຍພວກອິດສະຣາເອນ.+ ເຂົາເຈົ້າເຈິຄວາມທຸກລຳບາກຫຍັງແດ່ຕອນທີ່ເດີນທາງ+ ແລະພະເຢໂຫວາຊ່ວຍເຂົາເຈົ້າແນວໃດໃຫ້ລອດ. 9 ເຢດໂຣດີໃຈທີ່ໄດ້ຍິນເລື່ອງດີໆທີ່ພະເຢໂຫວາເຮັດ ເພື່ອຊ່ວຍຄົນອິດສະຣາເອນໃຫ້ອອກຈາກເອຢິບ.* 10 ເຢດໂຣເວົ້າວ່າ: “ຂໍໃຫ້ພະເຢໂຫວາໄດ້ຮັບຄຳຍ້ອງຍໍສັນລະເສີນ ຍ້ອນເພິ່ນໄດ້ຊ່ວຍລູກໃຫ້ລອດຈາກຟາໂຣກັບພວກເອຢິບ ແລະຊ່ວຍພວກອິດສະຣາເອນໃຫ້ລອດຈາກການກົດຂີ່ຂອງພວກເອຢິບ. 11 ຕອນນີ້ ພໍ່ຮູ້ແລ້ວວ່າພະເຢໂຫວາໃຫຍ່ກວ່າພະເຈົ້າອື່ນໆ+ ຍ້ອນເພິ່ນໄດ້ປົກປ້ອງປະຊາຊົນຂອງເພິ່ນຈາກພວກສັດຕູທີ່ຍິ່ງຈອງຫອງ.” 12 ເຢດໂຣພໍ່ເຖົ້າຂອງໂມເຊໄດ້ເອົາເຄື່ອງບູຊາຕ່າງໆມາເຜົາໃຫ້ພະເຈົ້າ ແລ້ວອາໂຣນກັບພວກຜູ້ນຳຂອງອິດສະຣາເອນທັງໝົດກໍພາກັນມາກິນເຂົ້າກັບພໍ່ເຖົ້າຂອງໂມເຊຕໍ່ໜ້າພະເຈົ້າທ່ຽງແທ້.
13 ມື້ຕໍ່ມາ ໂມເຊນັ່ງຕັດສິນຄະດີໃຫ້ປະຊາຊົນຕາມປົກກະຕິ ແລະເຂົາເຈົ້າກໍພາກັນມາຢືນຖ້າໂມເຊຕັ້ງແຕ່ເຊົ້າຮອດຄ່ຳ. 14 ເມື່ອພໍ່ເຖົ້າຂອງໂມເຊເຫັນທຸກສິ່ງທີ່ໂມເຊເຮັດຢູ່ນັ້ນ ລາວກໍເວົ້າວ່າ: “ເປັນຫຍັງລູກຄືເຮັດແບບນີ້? ລູກຄືເຮັດທຸກສິ່ງທຸກຢ່າງຄົນດຽວ ແລະໃຫ້ທຸກຄົນຢືນຖ້າຕັ້ງແຕ່ເຊົ້າຮອດຄ່ຳ?” 15 ໂມເຊຕອບພໍ່ເຖົ້າວ່າ: “ຍ້ອນປະຊາຊົນມາຫາລູກເພື່ອຢາກຂໍຄຳແນະນຳຈາກພະເຈົ້າ. 16 ເມື່ອມີບັນຫາກັນເຂົາເຈົ້າກໍມາຫາລູກ. ລູກຕ້ອງຕັດສິນວ່າຜູ້ໃດເປັນຝ່າຍຖືກ ແລະລູກຕ້ອງບອກໃຫ້ເຂົາເຈົ້າຮູ້ຂໍ້ຄຳສັ່ງແລະກົດໝາຍຂອງພະເຈົ້າທ່ຽງແທ້.”+
17 ພໍ່ເຖົ້າຂອງໂມເຊກໍບອກລາວວ່າ: “ລູກເຮັດແບບນີ້ບໍ່ດີປານໃດໄດ໋. 18 ລູກຊິເມື່ອຍຫຼາຍແລະປະຊາຊົນທີ່ມາຫາລູກກໍຊິເມື່ອຍຄືກັນ ເພາະວຽກນີ້ໜັກຫຼາຍ. ລູກເຮັດຄົນດຽວບໍ່ໄຫວດອກ. 19 ຟັງເດີ້ ພໍ່ຊິແນະນຳລູກ ແລະພະເຈົ້າຊິຢູ່ກັບລູກ.+ ລູກຊິເວົ້າກັບພະເຈົ້າທ່ຽງແທ້ແທນປະຊາຊົນ+ ແລະລູກຕ້ອງບອກຄະດີຄວາມໃຫ້ພະເຈົ້າທ່ຽງແທ້ຮູ້.+ 20 ລູກຕ້ອງສອນເຂົາເຈົ້າໃຫ້ຮູ້ຂໍ້ກຳນົດແລະກົດໝາຍຂອງພະເຈົ້າ+ ໃຫ້ເຂົາເຈົ້າຮູ້ວ່າຄວນໃຊ້ຊີວິດແນວໃດ ແລະຄວນເຮັດຫຍັງ. 21 ລູກຕ້ອງເລືອກຜູ້ຊາຍທີ່ມີຄວາມສາມາດທີ່ຈະຕັດສິນໄດ້+ ຢ້ານຢຳພະເຈົ້າ ໄວ້ໃຈໄດ້ ບໍ່ຊອກຫາຜົນປະໂຫຍດໃຫ້ໂຕເອງ+ ແລ້ວແຕ່ງຕັ້ງເຂົາເຈົ້າໃຫ້ເປັນຫົວໜ້າເບິ່ງແຍງພັນຄົນ ຫົວໜ້າເບິ່ງແຍງຮ້ອຍຄົນ ຫົວໜ້າເບິ່ງແຍງຫ້າສິບຄົນ ແລະຫົວໜ້າເບິ່ງແຍງສິບຄົນ.+ 22 ໃຫ້ເຂົາເຈົ້າຕັດສິນຄະດີທີ່ບໍ່ຍາກ ສ່ວນຄະດີທີ່ຍາກໃຫ້ເຂົາເຈົ້າເອົາມາໃຫ້ລູກຕັດສິນ.+ ຖ້າລູກແບ່ງວຽກໃຫ້ເຂົາເຈົ້າເຮັດ ລູກກໍຈະບໍ່ເມື່ອຍຫຼາຍ.+ 23 ຖ້າລູກເຮັດແບບນີ້ແລະເລື່ອງນີ້ເປັນໄປຕາມຄວາມຕ້ອງການຂອງພະເຈົ້າ ວຽກລູກກໍຈະບໍ່ໜັກຫຼາຍ ແລະທຸກຄົນຈະກັບເມືອເຮືອນຢ່າງສະບາຍໃຈ.”
24 ໂມເຊເຮັດຕາມຄຳແນະນຳທຸກຢ່າງຂອງພໍ່ເຖົ້າທັນທີ. 25 ລາວເລືອກພວກຜູ້ຊາຍທີ່ມີຄວາມສາມາດທີ່ຈະຕັດສິນໄດ້ຈາກພວກອິດສະຣາເອນ ແລ້ວແຕ່ງຕັ້ງເຂົາເຈົ້າໃຫ້ເປັນຫົວໜ້າເບິ່ງແຍງພັນຄົນ ຫົວໜ້າເບິ່ງແຍງຮ້ອຍຄົນ ຫົວໜ້າເບິ່ງແຍງຫ້າສິບຄົນ ແລະຫົວໜ້າເບິ່ງແຍງສິບຄົນ. 26 ແລ້ວເຂົາເຈົ້າຈະຕັດສິນຄະດີທີ່ບໍ່ຍາກ ສ່ວນຄະດີທີ່ຍາກເຂົາເຈົ້າກໍເອົາໄປໃຫ້ໂມເຊຕັດສິນ.+ 27 ຫຼັງຈາກນັ້ນ ໂມເຊກັບພໍ່ເຖົ້າກໍລາຈາກກັນ+ ແລະພໍ່ເຖົ້າກໍກັບບ້ານ.
19 ໃນເດືອນທີ 3 ຫຼັງຈາກທີ່ພວກອິດສະຣາເອນອອກຈາກເອຢິບ ເຂົາເຈົ້າກໍມາຮອດບ່ອນກັນດານຊີນາຍ. 2 ເຂົາເຈົ້າເດີນທາງອອກຈາກເຣຟີດີມ+ມາຮອດບ່ອນກັນດານຊີນາຍ ແລະຕັ້ງຄ້າຍຢູ່ໃກ້ພູຊີນາຍ.+
3 ໂມເຊໄປຫາພະເຈົ້າທ່ຽງແທ້ຢູ່ເທິງພູ ແລະພະເຢໂຫວາກໍເວົ້າກັບໂມເຊຢູ່ພູນັ້ນ+ວ່າ: “ໃຫ້ເຈົ້າໄປບອກພວກອິດສະຣາເອນທີ່ເປັນລູກຫຼານຂອງຢາໂຄບວ່າ 4 ‘ພວກເຈົ້າກໍເຫັນແລ້ວວ່າເຮົາໄດ້ເຮັດຫຍັງໃຫ້ພວກເອຢິບ+ ເພື່ອໃຫ້ພວກເຈົ້າມາຢູ່ກັບເຮົາຄືກັບນົກອິນຊີໃຊ້ປີກຕຸ້ມລູກໄວ້.+ 5 ຖ້າພວກເຈົ້າເຊື່ອຟັງເຮົາແທ້ໆແລະເຮັດຕາມຄຳສັນຍາຂອງເຮົາ ພວກເຈົ້າຈະເປັນຊັບສົມບັດພິເສດ*ຂອງເຮົາທີ່ເຮົາໄດ້ເລືອກໄວ້+ ເພາະທຸກສິ່ງໃນໂລກເປັນຂອງເຮົາ.+ 6 ພວກເຈົ້າຈະເປັນຊາດໜຶ່ງທີ່ບໍລິສຸດ ແລະມີປະໂລຫິດປົກຄອງເປັນກະສັດ.’+ ໃຫ້ເຈົ້າເວົ້າກັບພວກອິດສະຣາເອນຕາມນີ້.”
7 ໂມເຊກໍລົງມາຈາກພູ ແລ້ວເອີ້ນພວກຜູ້ນຳຂອງອິດສະຣາເອນມາ ແລະບອກທຸກເລື່ອງທີ່ພະເຢໂຫວາສັ່ງໃຫ້ເຂົາເຈົ້າຟັງ.+ 8 ພວກອິດສະຣາເອນທຸກຄົນກໍເຫັນດີນຳແລະຕອບວ່າ: “ທຸກສິ່ງທີ່ພະເຢໂຫວາບອກ ພວກເຮົາພ້ອມເຮັດຕາມ.”+ ໂມເຊກໍເອົາຄຳເວົ້າຂອງປະຊາຊົນໄປບອກພະເຢໂຫວາທັນທີ. 9 ພະເຢໂຫວາບອກໂມເຊວ່າ: “ເມື່ອເຮົາມາຫາເຈົ້າ ເຮົາຈະໃຫ້ມີຂີ້ເຝື້ອທີ່ຕຶບໜາ ເພື່ອປະຊາຊົນຈະຮູ້ວ່າເຮົາລົມກັບເຈົ້າ ແລະເພື່ອເຂົາເຈົ້າຈະເຊື່ອໝັ້ນເຈົ້າສະເໝີ.” ແລ້ວໂມເຊກໍບອກພະເຢໂຫວາວ່າປະຊາຊົນເວົ້າແນວໃດ.
10 ພະເຢໂຫວາບອກໂມເຊວ່າ: “ໃຫ້ໄປບອກປະຊາຊົນວ່າມື້ນີ້ແລະມື້ອື່ນໃຫ້ເຂົາເຈົ້າອາບນ້ຳກຽມໂຕນະມັດສະການເຮົາ ແລະໃຫ້ເຂົາເຈົ້າຊັກເຄື່ອງພ້ອມ. 11 ເມື່ອຮອດມື້ຮືເຂົາເຈົ້າຕ້ອງພ້ອມ ເພາະມື້ນັ້ນພະເຢໂຫວາຈະມາພູຊີນາຍຕໍ່ໜ້າທຸກຄົນ. 12 ໃຫ້ເຈົ້າໝາຍເຂດອ້ອມພູນັ້ນ ແລະບອກເຂົາເຈົ້າວ່າ ‘ຫ້າມບໍ່ໃຫ້ຜູ້ໃດຂຶ້ນເທິງພູ ຫຼືກາຍເຂດທີ່ໝາຍໄວ້. ຖ້າຜູ້ໃດເຂົ້າໄປ ຜູ້ນັ້ນຊິຖືກຂ້າ. 13 ບໍ່ໃຫ້ຈັບໃຫ້ບາຍຜູ້ນັ້ນ ແຕ່ໃຫ້ດຶກກ້ອນຫີນຫຼືຍິງທະນູໃສ່.* ບໍ່ວ່າຈະເປັນຄົນຫຼືສັດກໍຈະຕ້ອງຖືກຂ້າ.’+ ແຕ່ຖ້າເຂົາເຈົ້າໄດ້ຍິນສຽງແກເຂົາສັດ*+ ເຂົາເຈົ້າກໍຈະຂຶ້ນພູນັ້ນໄດ້.”
14 ແລ້ວໂມເຊກໍລົງຈາກພູມາຫາປະຊາຊົນ. ລາວໃຫ້ເຂົາເຈົ້າອາບນ້ຳ ກຽມໂຕນະມັດສະການພະເຈົ້າ ແລະໃຫ້ເຂົາເຈົ້າຊັກເຄື່ອງພ້ອມ.+ 15 ໂມເຊບອກປະຊາຊົນວ່າ: “ກຽມໂຕໃຫ້ພ້ອມສຳລັບມື້ຮືເດີ້ ແລະຫ້າມບໍ່ໃຫ້ມີເພດສຳພັນ.”
16 ເມື່ອຮອດຕອນເຊົ້າຂອງມື້ນັ້ນ ກໍມີຟ້າຮ້ອງຟ້າແມບ ມີຂີ້ເຝື້ອໜາໆ+ຢູ່ເທິງພູນັ້ນ ແລະມີສຽງແກດັງກ້ອງໄປທົ່ວ. ທຸກຄົນທີ່ຢູ່ໃນຄ້າຍກໍຢ້ານຫຼາຍ.+ 17 ໂມເຊພາປະຊາຊົນອອກຈາກຄ້າຍໄປຫາພະເຈົ້າທ່ຽງແທ້ ແລ້ວເຂົາເຈົ້າກໍຢືນຢູ່ແຖວຕີນພູ. 18 ມີຄວັນປົກຄຸມທົ່ວພູຊີນາຍ ເພາະພະເຢໂຫວາມາທີ່ພູນັ້ນພ້ອມກັບໄຟ.+ ຄວັນທີ່ລອຍຂຶ້ນເປັນຄືກັບຄວັນທີ່ອອກຈາກເຕົາເຜົາ ແລະພູໜ່ວຍນັ້ນກໍສັ່ນສະເທືອນແຮງຫຼາຍ.+ 19 ເມື່ອສຽງແກດັງແຮງຂຶ້ນແຮງຂຶ້ນ ໂມເຊກໍເວົ້າ ແລ້ວກໍມີສຽງຂອງພະເຈົ້າທ່ຽງແທ້ຕອບມາ.
20 ພະເຢໂຫວາລົງມາທີ່ຈອມພູຊີນາຍ ແລະພະເຢໂຫວາໄດ້ເອີ້ນໂມເຊໃຫ້ຂຶ້ນໄປຫາຢູ່ຈອມພູ ແລ້ວໂມເຊກໍຂຶ້ນໄປ.+ 21 ພະເຢໂຫວາບອກໂມເຊວ່າ: “ໃຫ້ເຈົ້າລົງໄປແລະເຕືອນປະຊາຊົນບໍ່ໃຫ້ກາຍເຂດທີ່ໝາຍໄວ້ເພື່ອຈະແນມເບິ່ງພະເຢໂຫວາ. ຖ້າມີຄົນເຮັດແນວນັ້ນຈະມີຫຼາຍຄົນຕ້ອງຕາຍ. 22 ສ່ວນພວກປະໂລຫິດທີ່ເຂົ້າໄປໃກ້ພະເຢໂຫວາເປັນປະຈຳ ເຂົາເຈົ້າຕ້ອງກຽມໂຕໃຫ້ພ້ອມເພື່ອນະມັດສະການເຮົາ. ຄັນບໍ່ຊັ້ນ ພະເຢໂຫວາຈະລົງໂທດເຂົາເຈົ້າເຖິງຕາຍ.”+ 23 ໂມເຊເວົ້າກັບພະເຢໂຫວາວ່າ: “ປະຊາຊົນຊິບໍ່ຂຶ້ນໄປເທິງພູຊີນາຍດອກ ຍ້ອນພະອົງເຕືອນພວກເຮົາແລ້ວວ່າ ‘ໃຫ້ໝາຍເຂດອ້ອມພູນີ້ໄວ້ ແລະໃຫ້ຖືວ່າພູນີ້ເປັນບ່ອນສັກສິດ.’”+ 24 ພະເຢໂຫວາບອກໂມເຊວ່າ: “ໃຫ້ເຈົ້າລົງໄປ ແລະຕອນກັບຂຶ້ນມາໃຫ້ພາອາໂຣນມານຳ. ແຕ່ຢ່າໃຫ້ພວກປະໂລຫິດກັບປະຊາຊົນກາຍເຂດທີ່ໝາຍໄວ້ຂຶ້ນມາຫາພະເຢໂຫວາ. ຄັນບໍ່ຊັ້ນ ເຂົາເຈົ້າຈະຖືກລົງໂທດເຖິງຕາຍ.”+ 25 ແລ້ວໂມເຊກໍລົງມາຫາປະຊາຊົນ ແລະບອກເຂົາເຈົ້າຕາມທີ່ພະເຈົ້າບອກ.
20 ພະເຈົ້າໄດ້ໃຫ້ຄຳສັ່ງດັ່ງຕໍ່ໄປນີ້:+
2 “ເຮົາແມ່ນເຢໂຫວາພະເຈົ້າຂອງເຈົ້າ ເຮົາພາເຈົ້າອອກມາຈາກເອຢິບ ແລະປົດປ່ອຍເຈົ້າອອກຈາກການເປັນທາດ.+ 3 ຫ້າມນະມັດສະການພະເຈົ້າອື່ນນອກຈາກເຮົາ.+
4 ຫ້າມເຮັດຮູບຫຍັງກໍຕາມເພື່ອນະມັດສະການ ບໍ່ວ່າຮູບນັ້ນຈະມີຮູບຮ່າງຄ້າຍຄືສິ່ງທີ່ຢູ່ເທິງຟ້າ ສິ່ງທີ່ຢູ່ໃນໂລກ ຫຼືສິ່ງທີ່ຢູ່ໃນນ້ຳ.+ 5 ຫ້າມຂາບໄຫວ້ຫຼືນະມັດສະການສິ່ງເຫຼົ່ານັ້ນ.+ ເຮົາແມ່ນເຢໂຫວາພະເຈົ້າຂອງເຈົ້າ. ເຮົາເປັນພະເຈົ້າທີ່ຕ້ອງການໃຫ້ນະມັດສະການເຮົາພຽງຜູ້ດຽວ.+ ຖ້າຜູ້ໃດຊັງເຮົາ ເຮົາຈະລົງໂທດຜູ້ນັ້ນຈົນຮອດລູກຮອດຫຼານແລະເຫຼນຂອງລາວ. 6 ແຕ່ຖ້າຜູ້ໃດຮັກເຮົາແລະເຊື່ອຟັງຄຳສັ່ງຂອງເຮົາ ເຮົາກໍຈະສະແດງຄວາມຮັກທີ່ໝັ້ນຄົງຕໍ່ຜູ້ນັ້ນ ແລະລູກຫຼານຂອງລາວຈົນຮອດຫຼາຍພັນລຸ້ນ.+
7 ຫ້າມໃຊ້ຊື່ເຢໂຫວາພະເຈົ້າຂອງເຈົ້າໃນທາງທີ່ຜິດ.+ ຖ້າຜູ້ໃດໃຊ້ຊື່ນັ້ນໃນທາງທີ່ຜິດ ພະເຢໂຫວາຈະລົງໂທດຜູ້ນັ້ນແນ່ນອນ.+
8 ໃຫ້ຈື່ໄວ້ວ່າວັນຊະບາໂຕ*ເປັນມື້ທີ່ສັກສິດ.+ 9 ເຈົ້າມີ 6 ມື້ທີ່ຈະເຮັດວຽກໄດ້+ 10 ແຕ່ມື້ທີ 7 ເປັນວັນຊະບາໂຕສຳລັບພະເຢໂຫວາພະເຈົ້າຂອງເຈົ້າ. ຫ້າມເຈົ້າເຮັດວຽກ. ພວກລູກ ພວກທາດ ສັດລ້ຽງ ແລະຄົນຕ່າງຊາດທີ່ຢູ່ໃນເມືອງຕ່າງໆຂອງເຈົ້າກໍຫ້າມເຮັດວຽກຄືກັນ.+ 11 ພະເຢໂຫວາໄດ້ສ້າງຟ້າ ໂລກ ທະເລ ແລະທຸກຢ່າງທີ່ຢູ່ໃນສິ່ງເຫຼົ່ານັ້ນພາຍໃນ 6 ມື້ ແລະໃນມື້ທີ 7 ເພິ່ນໄດ້ພັກຜ່ອນ.+ ຍ້ອນແນວນັ້ນ ພະເຢໂຫວາຈຶ່ງອວຍພອນໃຫ້ວັນຊະບາໂຕເປັນມື້ສັກສິດ.
12 ໃຫ້ເຈົ້ານັບຖືພໍ່ແມ່+ ເພື່ອເຈົ້າຈະມີອາຍຸຍືນຍາວໃນແຜ່ນດິນທີ່ພະເຢໂຫວາພະເຈົ້າຂອງເຈົ້າຈະເອົາໃຫ້ເຈົ້າ.+
13 ຫ້າມຂ້າຄົນ.+
15 ຫ້າມລັກ.+
16 ຫ້າມເວົ້າຕົວະຕອນທີ່ເປັນພະຍານໃຫ້ຄົນອື່ນ.+
17 ຫ້າມຄິດຢາກໄດ້ເຮືອນຂອງຄົນອື່ນ ເມຍຂອງຄົນອື່ນ+ ທາດ ງົວ ລາ ຫຼືອີ່ຫຍັງກໍຕາມທີ່ເປັນຂອງຄົນອື່ນ.”+
18 ຕອນນັ້ນ ທຸກຄົນໄດ້ຍິນສຽງຟ້າຮ້ອງກັບສຽງແກ ແລະໄດ້ເຫັນຟ້າແມບກັບຄວັນທີ່ຂຶ້ນມາແຕ່ພູ. ເມື່ອໄດ້ເຫັນແລະໄດ້ຍິນສິ່ງເຫຼົ່ານີ້ ເຂົາເຈົ້າກໍຢ້ານຫຼາຍແລະຖອຍໄປຢູ່ໄກໆ.+ 19 ເຂົາເຈົ້າເລີຍເວົ້າກັບໂມເຊວ່າ: “ຢ່າໃຫ້ພະເຈົ້າມາເວົ້ານຳພວກເຮົາເລີຍ ຢ້ານວ່າພວກເຮົາຊິຕາຍ. ຂໍໃຫ້ເຈົ້າເປັນຜູ້ເວົ້າກັບພວກເຮົາ ແລະພວກເຮົາຊິຟັງ.”+ 20 ໂມເຊບອກເຂົາເຈົ້າວ່າ: “ບໍ່ຕ້ອງຢ້ານເດີ້. ພະເຈົ້າທ່ຽງແທ້ມາກວດເບິ່ງພວກເຈົ້າ+ ເພື່ອຈະຮູ້ວ່າພວກເຈົ້າຢ້ານຢຳເພິ່ນແລະບໍ່ເຮັດຜິດ.”+ 21 ແຕ່ປະຊາຊົນກໍຍັງຢືນຢູ່ໄກໆ ມີແຕ່ໂມເຊທີ່ຫຍັບເຂົ້າໄປໃກ້ຂີ້ເຝື້ອທີ່ຕຶບໜາບ່ອນທີ່ພະເຈົ້າທ່ຽງແທ້ຢູ່.+
22 ແລ້ວພະເຢໂຫວາກໍເວົ້າກັບໂມເຊວ່າ: “ໃຫ້ເຈົ້າບອກພວກອິດສະຣາເອນແບບນີ້ວ່າ ‘ພວກເຈົ້າກໍຮູ້ແລ້ວວ່າເຮົາເວົ້າກັບພວກເຈົ້າຈາກສະຫວັນ.+ 23 ຫ້າມເອົາເງິນຫຼືຄຳມາເຮັດເປັນຮູບປັ້ນຂອງພະເຈົ້າອື່ນໆ ຍ້ອນພວກເຈົ້າຕ້ອງນະມັດສະການເຮົາພຽງຜູ້ດຽວ. ຫ້າມນະມັດສະການພະເຈົ້າອື່ນ.+ 24 ໃຫ້ພວກເຈົ້າເອົາດິນເຮັດແທ່ນບູຊາຂຶ້ນມາໃຫ້ເຮົາ ແລະໃຫ້ພວກເຈົ້າເອົາແກະກັບງົວຂອງພວກເຈົ້າມາເຜົາເປັນເຄື່ອງບູຊາສ້າງຄວາມສະຫງົບສຸກ ແລະເຄື່ອງບູຊາເຜົາຢູ່ເທິງແທ່ນບູຊານີ້. ທຸກໆບ່ອນທີ່ເຮົາເລືອກໃຫ້ພວກເຈົ້ານະມັດສະການເຮົາ*+ ເຮົາຈະມາຫາພວກເຈົ້າຢູ່ຫັ້ນແລະອວຍພອນພວກເຈົ້າ. 25 ຖ້າພວກເຈົ້າຈະໃຊ້ຫີນເຮັດແທ່ນບູຊາໃຫ້ເຮົາ ຫ້າມດັດແປງຫີນເຫຼົ່ານັ້ນ.+ ຖ້າພວກເຈົ້າໃຊ້ເຄື່ອງມື*ຕັດແຕ່ງຫີນ ເຮົາຊິບໍ່ຍອມຮັບ. 26 ຫ້າມເຮັດຂັ້ນໄດສຳລັບແທ່ນບູຊານັ້ນ ເພື່ອຄົນອື່ນຊິບໍ່ເຫັນສ່ວນທີ່ປະເປືອຍຂອງພວກເຈົ້າ.’”
21 “ຕໍ່ໄປນີ້ແມ່ນກົດໝາຍທີ່ເຈົ້າຕ້ອງບອກເຂົາເຈົ້າ.+
2 ຖ້າເຈົ້າຊື້ຄົນເຮັບເຣີມາເປັນທາດ+ ລາວຈະເປັນທາດຢູ່ 6 ປີ ແຕ່ປີທີ 7 ລາວຈະເປັນອິດສະຫຼະໂດຍບໍ່ຕ້ອງໄຊ້ຫຍັງຄືນ.+ 3 ຖ້າລາວມາເປັນທາດຄົນດຽວ ລາວກໍຈະອອກໄປຄົນດຽວ ແຕ່ຖ້າລາວມາກັບເມຍ ເມຍກໍຈະອອກໄປພ້ອມລາວ. 4 ຖ້າເຈົ້ານາຍຫາເມຍ*ໃຫ້ທາດ ແລ້ວທາດມີລູກ ທັງເມຍກັບລູກຂອງທາດນັ້ນຈະເປັນຂອງເຈົ້ານາຍ. ມີແຕ່ທາດຄົນດຽວເທົ່ານັ້ນທີ່ຈະໄດ້ອອກໄປ.+ 5 ແຕ່ຖ້າທາດຜູ້ນັ້ນບອກຢ່າງໜັກແໜ້ນວ່າ ‘ຂ້ອຍຮັກເຈົ້ານາຍແລະຮັກລູກຮັກເມຍ. ຂ້ອຍບໍ່ຢາກເປັນອິດສະຫຼະ.’+ 6 ນາຍກໍຈະພາທາດໄປຢືນຕິດຢູ່ປະຕູຫຼືວົງກົບປະຕູ ແລ້ວເອົາເຫຼັກຊີເຈາະຫູລາວ. ພະເຈົ້າທ່ຽງແທ້ກໍຈະເປັນພະຍານໃຫ້ເຂົາເຈົ້າ* ແລະຜູ້ນັ້ນຈະເປັນທາດຂອງເຈົ້ານາຍໄປຕະຫຼອດຊີວິດ.
7 ຖ້າຜູ້ໃດຂາຍລູກສາວໄປເປັນທາດ ທາດຜູ້ນັ້ນຈະໄດ້ເປັນອິດສະຫຼະໃນວິທີທີ່ແຕກຕ່າງຈາກທາດທີ່ເປັນຜູ້ຊາຍ. 8 ຖ້າເຈົ້ານາຍບໍ່ມັກລາວແລະບໍ່ຢາກເອົາລາວເປັນເມຍນ້ອຍ ແຕ່ຢາກຂາຍລາວໃຫ້ຄົນອື່ນ ເຈົ້ານາຍຈະຂາຍລາວໃຫ້ຄົນຕ່າງປະເທດບໍ່ໄດ້ ເພາະເຈົ້ານາຍໄດ້ທໍລະຍົດລາວແລ້ວ. 9 ແຕ່ຖ້າເຈົ້ານາຍຢາກຍົກລາວໃຫ້ເປັນເມຍຂອງລູກຊາຍ ຕ້ອງໃຫ້ສິດລາວຄືກັບເປັນລູກສາວຄົນໜຶ່ງ. 10 ຖ້າລາວ*ມີເມຍໃໝ່ອີກຄົນໜຶ່ງ ລາວຕ້ອງເບິ່ງແຍງ ໃຫ້ເສື້ອຜ້າ ແລະນອນນຳເມຍ+ຄົນທຳອິດຄືເກົ່າ. 11 ຖ້າລາວບໍ່ໃຫ້ 3 ຢ່າງນີ້ກັບເມຍ ເມຍກໍຈະເປັນອິດສະຫຼະແລະໄປຈາກລາວໄດ້ໂດຍບໍ່ຕ້ອງເສຍເງິນ.
12 ຖ້າຜູ້ໃດຕີຄົນອື່ນຕາຍ ຜູ້ນັ້ນກໍຕ້ອງຖືກຂ້າ.+ 13 ແຕ່ຖ້າລາວບໍ່ໄດ້ຕັ້ງໃຈຂ້າຄົນອື່ນ ແລະພະເຈົ້າທ່ຽງແທ້ປ່ອຍໃຫ້ມັນເກີດຂຶ້ນ ເຮົາກໍຈະເລືອກບ່ອນໜຶ່ງໃຫ້ລາວໜີໄປຢູ່ໄດ້.+ 14 ຖ້າຜູ້ໃດໃຈຮ້າຍແຮງໃຫ້ຄົນໜຶ່ງແລະຕັ້ງໃຈຂ້າຄົນນັ້ນ+ ເຖິງວ່າລາວຈະໄປຢູ່ບ່ອນແທ່ນບູຊາຂອງເຮົາ ລາວກໍຕ້ອງຖືກຂ້າຄືກັນ.+ 15 ຜູ້ໃດຕີພໍ່ຕີແມ່ ຜູ້ນັ້ນກໍຕ້ອງຖືກຂ້າ.+
16 ຖ້າຜູ້ໃດລັກພາໂຕຄົນອື່ນ+ແລ້ວເອົາໄປຂາຍ ຫຼືຖືກຈັບໄດ້ຕອນທີ່ຄົນນັ້ນຍັງຢູ່ນຳ+ ຜູ້ນັ້ນຕ້ອງຖືກຂ້າ.+
17 ຖ້າຜູ້ໃດປ້ອຍດ່າ*ພໍ່ແມ່ ຜູ້ນັ້ນຕ້ອງຖືກຂ້າ.+
18 ຖ້າມີຄົນຜິດກັນ ແລະຄົນໜຶ່ງໃຊ້ກຳປັ້ນ*ຫຼືກ້ອນຫີນຕີອີກຄົນໜຶ່ງ ແລ້ວຄົນທີ່ຖືກຕີນັ້ນບໍ່ຕາຍແຕ່ຕ້ອງໄດ້ນອນພັກຢູ່ 19 ແລະຖ້າລາວລຸກຍ່າງພໍໄປພໍມາໄດ້ໂດຍໃຊ້ໄມ້ຄ້ຳ ຜູ້ທີ່ຕີລາວຈະບໍ່ຖືກລົງໂທດ ແຕ່ຕ້ອງຈ່າຍຄ່າຊົດເຊີຍຕັ້ງແຕ່ຕອນທີ່ລາວບາດເຈັບຈົນຮອດຕອນທີ່ລາວເຊົາເປັນປົກກະຕິ.
20 ຖ້າຜູ້ໃດຕີທາດຈົນຕາຍ ຜູ້ນັ້ນຕ້ອງຖືກລົງໂທດ.+ 21 ແຕ່ຖ້າທາດຄົນນັ້ນມີຊີວິດຢູ່ໄດ້ມື້ໜຶ່ງຫຼືສອງມື້ຈຶ່ງຕາຍ ເຈົ້ານາຍຈະບໍ່ໄດ້ຮັບໂທດເພາະລາວໄດ້ຊື້ທາດຄົນນັ້ນມາ.
22 ຖ້າມີຄົນກຳລັງຕີກັນ ແລ້ວໄປຖືກຜູ້ຍິງຖືພາຈົນເຮັດໃຫ້ລາວເກີດລູກກ່ອນກຳນົດ+ ແຕ່ລູກກັບແມ່ບໍ່ໄດ້ຕາຍ* ຜູ້ເປັນຜົວມີສິດຮຽກຮ້ອງຄ່າເສຍຫາຍຈາກຄົນທີ່ເຮັດຜິດ ແລະຄົນທີ່ເຮັດຜິດຕ້ອງໃຫ້ເງິນຄ່າເສຍຫາຍຜ່ານທາງຜູ້ຕັດສິນ.+ 23 ແຕ່ຖ້າມີຜູ້ໃດຕາຍ ຕ້ອງໃຫ້ຊີວິດແທນຊີວິດ+ 24 ຕາແທນຕາ ແຂ້ວແທນແຂ້ວ ມືແທນມື ຕີນແທນຕີນ+ 25 ຮອຍໄໝ້ແທນຮອຍໄໝ້ ບາດແທນບາດ ຮອຍຊ້ຳແທນຮອຍຊ້ຳ.
26 ຖ້າຜູ້ໃດຕີທາດແລ້ວເຮັດໃຫ້ທາດຕາບອດເບື້ອງໜຶ່ງ ລາວຕ້ອງປ່ອຍທາດຄົນນັ້ນໃຫ້ເປັນອິດສະຫຼະ ຍ້ອນລາວເຮັດໃຫ້ທາດຕາບອດ.+ 27 ຖ້າເຈົ້ານາຍຕີທາດຈົນແຂ້ວອອກ ລາວກໍຕ້ອງປ່ອຍທາດໃຫ້ເປັນອິດສະຫຼະ ຍ້ອນລາວເຮັດໃຫ້ແຂ້ວຂອງທາດຫຼຸດອອກ.
28 ຖ້າງົວຂອງຜູ້ໃດໄປຊົນຄົນຈົນຕາຍ ຕ້ອງດຶກກ້ອນຫີນໃສ່ງົວໂຕນັ້ນໃຫ້ຕາຍ+ແລະຫ້າມກິນຊີ້ນຂອງມັນ ແລ້ວເຈົ້າຂອງງົວຈະບໍ່ຖືກລົງໂທດ. 29 ແຕ່ຖ້າງົວມີນິດໄສມັກຊົນຄົນຢູ່ແລ້ວ ແລະເຈົ້າຂອງງົວກໍຮູ້ເລື່ອງນີ້ດີແຕ່ບໍ່ໄດ້ຂັງມັນໄວ້ ແລ້ວມັນໄປຊົນຄົນຈົນຕາຍ ຕ້ອງດຶກກ້ອນຫີນໃສ່ງົວໂຕນັ້ນໃຫ້ຕາຍແລະເຈົ້າຂອງງົວຕ້ອງຖືກຂ້າຄືກັນ. 30 ຖ້າມີການຮຽກຮ້ອງໃຫ້ເຈົ້າຂອງງົວຈ່າຍຄ່າເສຍຫາຍ ລາວກໍຕ້ອງໄດ້ຈ່າຍຕາມຈຳນວນທີ່ໄດ້ຮຽກຮ້ອງນັ້ນເພື່ອລາວຈະບໍ່ຖືກຂ້າ. 31 ຖ້າງົວໄປຊົນເດັກນ້ອຍຈົນຕາຍ ເຈົ້າຂອງງົວຕ້ອງຖືກລົງໂທດຕາມກົດໝາຍ. 32 ຖ້າງົວຂອງຜູ້ໃດໄປຊົນທາດຂອງຄົນອື່ນຈົນຕາຍ ເຈົ້າຂອງງົວຕ້ອງຈ່າຍເງິນໃຫ້ເຈົ້ານາຍຂອງທາດຄົນນັ້ນ 30 ເຊເກນ* ແລະຕ້ອງດຶກກ້ອນຫີນໃສ່ງົວໂຕນັ້ນໃຫ້ຕາຍ.
33 ຖ້າຜູ້ໃດຂຸດຂຸມແລະບໍ່ໄດ້ປິດປາກຂຸມໄວ້ ແລ້ວມີງົວຫຼືລາຕົກລົງໄປຕາຍ 34 ເຈົ້າຂອງຂຸມຕ້ອງຈ່າຍເງິນຊົດໄຊ້+ໃຫ້ເຈົ້າຂອງສັດ ແຕ່ເຈົ້າຂອງຂຸມສາມາດເອົາສັດທີ່ຕາຍໄປໄດ້. 35 ຖ້າງົວຂອງຜູ້ໃດໄປຊົນງົວຂອງຄົນອື່ນຕາຍ ເຂົາເຈົ້າຕ້ອງເອົາໂຕທີ່ຍັງບໍ່ຕາຍໄປຂາຍ ແລ້ວເອົາເງິນມາແບ່ງເຄິ່ງກັນ ສ່ວນໂຕທີ່ຕາຍກໍໃຫ້ແບ່ງເຄິ່ງກັນຄືກັນ. 36 ຖ້າງົວຂອງຜູ້ໃດມັກຊົນແລະເຈົ້າຂອງງົວບໍ່ຂັງມັນໄວ້ ແລ້ວມັນໄປຊົນງົວຂອງຄົນອື່ນຕາຍ ລາວຕ້ອງເອົາງົວໂຕໜຶ່ງຂອງລາວມາໄຊ້ແທນແລະໂຕທີ່ຕາຍກໍຈະເປັນຂອງລາວ.”
22 “ຖ້າຜູ້ໃດລັກງົວໂຕໜຶ່ງໄປຂ້າຫຼືໄປຂາຍ ລາວຕ້ອງໄດ້ຊົດໄຊ້ງົວຄືນ 5 ໂຕ ແລະຖ້າລັກແກະໂຕໜຶ່ງ ລາວຕ້ອງຊົດໄຊ້ແກະຄືນ 4 ໂຕ.+
2 (ຖ້າຜູ້ໃດເຫັນຂີ້ລັກ+ມາລັກເຄື່ອງໃນຕອນກາງຄືນແລະຂ້າລາວ ຜູ້ນັ້ນຈະບໍ່ມີຄວາມຜິດຂໍ້ຫາຂ້າຄົນ. 3 ແຕ່ຖ້າຂີ້ລັກມາຕອນກາງເວັນ ຜູ້ທີ່ຂ້າລາວຈະມີຄວາມຜິດ.)
ຂີ້ລັກຕ້ອງຊົດໄຊ້ຄືນ. ແຕ່ຖ້າລາວບໍ່ມີຫຍັງທີ່ຈະຊົດໄຊ້ ລາວຕ້ອງຂາຍໂຕເອງເພື່ອຊົດໄຊ້ສິ່ງທີ່ລາວລັກມາ. 4 ຖ້າງົວ ລາ ຫຼືແກະທີ່ລາວລັກມາຍັງຢູ່ນຳລາວແລະມີຊີວິດຢູ່ ລາວຕ້ອງສົ່ງຄືນໂຕທີ່ລັກມາແລະຊົດໄຊ້ຄືນອີກ 1 ເທົ່າ.
5 ຖ້າຜູ້ໃດປ່ອຍສັດລ້ຽງໃຫ້ໄປກິນຫຍ້າ ແຕ່ພວກມັນໄປກິນຜົນລະປູກຫຼືໝາກລະແຊັງຢູ່ສວນຂອງຄົນອື່ນ ເຈົ້າຂອງສັດຕ້ອງຊົດໄຊ້ຄືນດ້ວຍຜົນລະປູກຫຼືໝາກລະແຊັງທີ່ດີທີ່ສຸດຂອງລາວ.
6 ຖ້າຜູ້ໃດຈູດໄຟ ແລ້ວໄຟນັ້ນລາມໄປໃສ່ຟຸ່ມໄມ້ແລະໄປໄໝ້ແນວປູກຂອງຄົນອື່ນ ຜູ້ນັ້ນກໍຕ້ອງຊົດໄຊ້ຄືນໃນສ່ວນທີ່ຖືກໄຟໄໝ້.
7 ຖ້າຜູ້ໃດຝາກເງິນຫຼືເຄື່ອງຂອງໄວ້ກັບຄົນອື່ນ ແລະມີຄົນມາລັກໄປ ແລ້ວຫຼັງຈາກນັ້ນຈັບຂີ້ລັກໄດ້ ຂີ້ລັກຄົນນັ້ນຕ້ອງເອົາເຄື່ອງຂອງມາສົ່ງຄືນ ແລະຊົດໄຊ້ຄືນອີກ 1 ເທົ່າ.+ 8 ຖ້າຈັບຂີ້ລັກບໍ່ໄດ້ໃຫ້ພາຜູ້ຮັບຝາກໄປຫາພວກຜູ້ຕັດສິນ ເພື່ອພະເຈົ້າຈະຊ່ວຍໃຫ້ຮູ້ວ່າຜູ້ຮັບຝາກເປັນຄົນທີ່ລັກຫຼືບໍ່.+ 9 ຖ້າຜູ້ໃດເຫັນຄົນອື່ນມີເຄື່ອງຂອງທີ່ຄິດວ່າເປັນຂອງໂຕເອງແລະທ້ວງວ່າ ‘ອັນນີ້ແມ່ນຂອງຂ້ອຍໄດ໋ນິ!’ ບໍ່ວ່າຈະເປັນງົວ ລາ ແກະ ເຄື່ອງນຸ່ງ ຫຼືສິ່ງອື່ນໆ ເຂົາເຈົ້າຕ້ອງໄປຫາພວກຜູ້ຕັດສິນ ເພື່ອພະເຈົ້າຈະຊ່ວຍໃຫ້ຮູ້ວ່າຜູ້ໃດເປັນເຈົ້າຂອງແທ້ໆ.+ ເມື່ອພະເຈົ້າຕັດສິນແລ້ວ ຄົນທີ່ເປັນຝ່າຍຜິດຕ້ອງສົ່ງເຄື່ອງຂອງນັ້ນຄືນແລະຊົດໄຊ້ຄືນອີກ 1 ເທົ່າ.+
10 ຖ້າຜູ້ໃດຝາກລາ ງົວ ແກະ ຫຼືສັດລ້ຽງອື່ນໆໃຫ້ຄົນອື່ນເບິ່ງແຍງ ແລ້ວສັດນັ້ນຕາຍ ຫຼືບາດເຈັບໜັກ ຫຼືຖືກລັກເອົາໄປໂດຍທີ່ບໍ່ມີຄົນເຫັນ 11 ຜູ້ຮັບຝາກຕ້ອງສາບານຕໍ່ໜ້າພະເຢໂຫວາວ່າລາວບໍ່ໄດ້ເຮັດຫຍັງກັບສັດທີ່ເອົາມາຝາກໄວ້ກັບລາວ ເຈົ້າຂອງສັດຕ້ອງຍອມຮັບສິ່ງທີ່ລາວເວົ້າ ແລະຜູ້ຮັບຝາກກໍບໍ່ຕ້ອງຊົດໄຊ້ຄືນ.+ 12 ແຕ່ຖ້າສັດນັ້ນຖືກລັກໄປ* ຜູ້ຮັບຝາກຕ້ອງຊົດໄຊ້ຄືນໃຫ້ເຈົ້າຂອງສັດ. 13 ຖ້າມີສັດປ່າມາກັດສັດທີ່ຝາກໄວ້ຈົນຕາຍ ຜູ້ຮັບຝາກຕ້ອງເອົາຊາກສັດໄປໃຫ້ເບິ່ງເປັນຫຼັກຖານ ແລະລາວກໍບໍ່ຕ້ອງຊົດໄຊ້ຄືນ.
14 ຖ້າຜູ້ໃດຢືມສັດຂອງຄົນອື່ນມາໃຊ້ວຽກແລະສັດໂຕນັ້ນບາດເຈັບໜັກຫຼືຕາຍຕອນທີ່ເຈົ້າຂອງບໍ່ໄດ້ຢູ່ນຳ ຜູ້ທີ່ຢືມຕ້ອງຊົດໄຊ້ຄືນ. 15 ແຕ່ຖ້າເຈົ້າຂອງສັດຢູ່ນຳ ຜູ້ທີ່ຢືມກໍບໍ່ຕ້ອງຊົດໄຊ້ຄືນ. ຖ້າລາວຈ່າຍເງິນແລະເຊົ່າສັດໂຕນັ້ນແລ້ວກໍບໍ່ຕ້ອງຊົດໄຊ້ຄືນຄືກັນ.
16 ຖ້າຜູ້ຊາຍຄົນໜຶ່ງຕົວະຜູ້ສາວ*ທີ່ຍັງບໍ່ມີຄູ່ໝັ້ນໃຫ້ນອນນຳ. ລາວຕ້ອງຈ່າຍເງິນຄ່າດອງແລະຮັບເອົາຜູ້ສາວນັ້ນມາເປັນເມຍ.+ 17 ຖ້າພໍ່ຂອງຜູ້ສາວບໍ່ຍອມຍົກລູກສາວໃຫ້ລາວ ລາວກໍຍັງຕ້ອງຈ່າຍຄ່າດອງຄືເກົ່າ.
18 ພວກເຈົ້າຕ້ອງຂ້າໝໍຜີ*ໃຫ້ໝົດ.+
19 ຖ້າຜູ້ໃດມີເພດສຳພັນກັບສັດ ຜູ້ນັ້ນຕ້ອງຖືກຂ້າ.+
20 ຖ້າຜູ້ໃດຂ້າສັດບູຊາໃຫ້ພະເຈົ້າອື່ນນອກຈາກພະເຢໂຫວາ ຜູ້ນັ້ນຕ້ອງຖືກຂ້າ.+
21 ຫ້າມເຮັດບໍ່ດີໃຫ້ຄົນຕ່າງຊາດ+ ຍ້ອນພວກເຈົ້າກໍເຄີຍເປັນຄົນຕ່າງຊາດໃນແຜ່ນດິນເອຢິບ.+
22 ຫ້າມເຮັດບໍ່ດີຕໍ່ແມ່ໝ້າຍຫຼືລູກກຳພ້າພໍ່.*+ 23 ຖ້າເຮັດບໍ່ດີໃຫ້ເຂົາເຈົ້າ ແລະເຂົາເຈົ້າຮ້ອງຂໍກັບເຮົາ ເຮົາຈະຟັງເຂົາເຈົ້າ.+ 24 ເຮົາຈະໃຈຮ້າຍຫຼາຍແລະຈະເອົາດາບຂ້າເຈົ້າ. ເມຍຂອງເຈົ້າກໍຈະເປັນແມ່ໝ້າຍແລະລູກຂອງເຈົ້າກໍຈະບໍ່ມີພໍ່.
25 ຖ້າເຈົ້າເອົາເງິນໃຫ້ຄົນຂອງເຮົາທີ່ທຸກຍາກຢືມ ຢ່າເຮັດຄືເຈົ້າໜີ້ທີ່ຂູດຮີດ. ເຈົ້າຕ້ອງບໍ່ເອົາດອກເບ້ຍນຳລາວ.+
26 ຖ້າມີຜູ້ໃດເອົາເຄື່ອງນຸ່ງມາຈຳເຈົ້າໄວ້+ ເຈົ້າຕ້ອງສົ່ງເຄື່ອງນຸ່ງຄືນໃຫ້ລາວກ່ອນຕາເວັນຕົກດິນ 27 ເພາະມັນເປັນເສື້ອໂຕດຽວທີ່ລາວເອົາໄວ້ນຸ່ງເພື່ອບໍ່ໃຫ້ໂຕເອງໜາວ. ຖ້າເຈົ້າບໍ່ສົ່ງຄືນ ຕອນນອນລາວຈະເອົາຫຍັງມາຫົ່ມ?+ ຖ້າລາວຮ້ອງຫາເຮົາ ເຮົາຈະຟັງລາວຍ້ອນເຮົາມີຄວາມເມດຕາ.+
28 ຫ້າມສາບແຊ່ງພະເຈົ້າ+ ແລະຫ້າມສາບແຊ່ງພວກຫົວໜ້າຂອງພວກເຈົ້າ.+
29 ຢ່າລັງເລທີ່ຈະເອົາຜົນລະປູກ ນ້ຳມັນ ຫຼືເຫຼົ້າແວງທີ່ເຈົ້າໄດ້ຫຼາຍໆມາໃຫ້ເຮົາ+ ແລະເອົາລູກຊາຍຜູ້ທຳອິດຂອງເຈົ້າໃຫ້ເຮົາ.+ 30 ສ່ວນງົວນ້ອຍຫຼືແກະນ້ອຍໂຕທຳອິດ+ ເມື່ອມັນເກີດມາແລ້ວ ໃຫ້ມັນຢູ່ກັບແມ່ 7 ມື້ກ່ອນ ແລ້ວເອົາມາໃຫ້ເຮົາໃນມື້ທີ 8.+
31 ພວກເຈົ້າຕ້ອງເຮັດໃຫ້ເຫັນວ່າພວກເຈົ້າເປັນຄົນບໍລິສຸດ.+ ຫ້າມພວກເຈົ້າກິນຊີ້ນຂອງສັດທີ່ຖືກສັດປ່າຂ້າຕາຍ+ ແຕ່ຄວນໂຍນຊີ້ນນັ້ນໃຫ້ໝາກິນ.”
23 “ຫ້າມເວົ້າເລື່ອງທີ່ບໍ່ແມ່ນຄວາມຈິງຕໍ່ໆກັນໄປ.+ ຫ້າມຊ່ວຍຄົນບໍ່ດີໂດຍເປັນພະຍານຕົວະ.+ 2 ຫ້າມເຮັດຕາມຄົນສ່ວນໃຫຍ່ທີ່ເຮັດບໍ່ດີ ແລະຫ້າມເຮັດໃຫ້ເກີດຄວາມບໍ່ຍຸຕິທຳໂດຍໃຫ້ຄຳພະຍານຕາມຄົນສ່ວນໃຫຍ່. 3 ຫ້າມເຂົ້າຂ້າງຄົນທຸກຍາກເມື່ອລາວມີຄະດີ.+
4 ຖ້າເຈົ້າເຫັນງົວຫຼືລາຂອງສັດຕູຫຼົງມາ ເຈົ້າຕ້ອງພາມັນໄປສົ່ງໃຫ້ລາວຄືນ.+ 5 ຖ້າເຈົ້າເຫັນລາຂອງຄົນທີ່ຊັງເຈົ້າລົ້ມລົງຍ້ອນແບກເຄື່ອງໜັກ ຫ້າມເຮັດຄືເບິ່ງບໍ່ເຫັນແລະຍ່າງກາຍໄປ. ເຈົ້າຕ້ອງຊ່ວຍລາວຖອດເຄື່ອງອອກຈາກລານັ້ນ.+
6 ຫ້າມຕັດສິນຄະດີຂອງຄົນທຸກຍາກແບບບໍ່ຍຸຕິທຳ.+
7 ຖ້າມີຄົນໃສ່ຮ້າຍຄົນອື່ນ ຫ້າມເຂົ້າໄປມີສ່ວນຮ່ວມ. ຫ້າມຂ້າຄົນທີ່ບໍ່ມີຄວາມຜິດແລະຄົນສັດຊື່ ຍ້ອນເຮົາຈະບໍ່ປ່ອຍໃຫ້ຄົນຊົ່ວລອດໄປໄດ້.+
8 ຫ້າມຮັບສິນບົນ ເພາະສິນບົນຈະເຮັດໃຫ້ຄົນຕາດີກາຍເປັນຄົນຕາບອດ ແລະເຮັດໃຫ້ຄຳເວົ້າຂອງຄົນສັດຊື່ເຊື່ອຖືບໍ່ໄດ້.+
9 ຫ້າມກົດຂີ່ຂູດຮີດຄົນຕ່າງປະເທດ. ພວກເຈົ້າກໍຮູ້ແລ້ວວ່າການເປັນຄົນຕ່າງປະເທດເປັນແນວໃດ ເພາະພວກເຈົ້າເຄີຍເປັນຄົນຕ່າງປະເທດໃນແຜ່ນດິນເອຢິບ.+
10 ໃຫ້ໃຊ້ດິນຂອງເຈົ້າ 6 ປີເພື່ອປູກແລະເກັບກ່ຽວຜົນລະປູກ.+ 11 ແຕ່ໃນປີທີ 7 ເຈົ້າຕ້ອງປະດິນຂອງເຈົ້າໄວ້ແລະບໍ່ໃຫ້ເກັບກ່ຽວ. ຄົນທີ່ທຸກຍາກຈະໄດ້ເກັບກ່ຽວຜົນລະປູກຈາກດິນນັ້ນ ແລະຖ້າມີຫຍັງເຫຼືອສັດປ່າກໍຈະມາກິນໄດ້. ເຈົ້າຕ້ອງເຮັດແບບນີ້ກັບສວນໝາກລະແຊັງແລະສວນໝາກກອກຂອງເຈົ້າຄືກັນ.
12 ໃຫ້ເຈົ້າເຮັດວຽກ 6 ມື້ ແຕ່ໃນມື້ທີ 7 ເຈົ້າຕ້ອງພັກວຽກ ເພື່ອງົວກັບລາຈະໄດ້ພັກຜ່ອນ ແລະພວກທາດກັບພວກຕ່າງຊາດທີ່ເຮັດວຽກໃຫ້ເຈົ້າຈະໄດ້ມີແຮງຄືນມາອີກ.+
13 ເຈົ້າຕ້ອງເອົາໃຈໃສ່ທຸກສິ່ງທີ່ເຮົາເວົ້າກັບເຈົ້າ. ຫ້າມເວົ້າຊື່ຂອງພະເຈົ້າອື່ນ.+ ຢ່າໃຫ້ຊື່ເຫຼົ່ານັ້ນອອກຈາກປາກຂອງເຈົ້າເດັດຂາດ.+
14 ພວກເຈົ້າຕ້ອງສະຫຼອງເທດສະການໃຫ້ເຮົາປີລະ 3 ເທື່ອ.+ 15 ພວກເຈົ້າຕ້ອງສະຫຼອງເທດສະການເຂົ້າຈີ່ບໍ່ມີເຊື້ອ.+ ພວກເຈົ້າຕ້ອງກິນເຂົ້າຈີ່ບໍ່ມີເຊື້ອ 7 ມື້ຕາມທີ່ເຮົາໄດ້ສັ່ງພວກເຈົ້າ. ໃຫ້ສະຫຼອງເທດສະການນີ້ຕາມເວລາທີ່ເຮົາກຳນົດໄວ້ໃນເດືອນອາບິບ*+ ຍ້ອນພວກເຈົ້າອອກມາຈາກເອຢິບໃນເດືອນນັ້ນ ແລະທຸກຄົນທີ່ມາຫາເຮົາຕ້ອງເອົາເຄື່ອງບູຊາມານຳ.+ 16 ພວກເຈົ້າຕ້ອງສະຫຼອງເທດສະການເກັບກ່ຽວ* ເມື່ອພວກເຈົ້າເກັບຜົນລະປູກຊຸດທຳອິດໃນສວນຂອງພວກເຈົ້າ+ ແລະພວກເຈົ້າຕ້ອງສະຫຼອງເທດສະການເກັບກ່ຽວຜົນລະປູກ*ໃນທ້າຍປີ ເມື່ອພວກເຈົ້າເກັບຜົນລະປູກຊຸດສຸດທ້າຍໃນສວນຂອງພວກເຈົ້າ.+ 17 ໃຫ້ຜູ້ຊາຍທຸກຄົນມາຢູ່ຕໍ່ໜ້າພະເຢໂຫວາພະເຈົ້າທ່ຽງແທ້ປີລະ 3 ເທື່ອ.+
18 ເມື່ອເອົາເຄື່ອງບູຊາມາໃຫ້ເຮົາ ຫ້າມເອົາເລືອດມາພ້ອມກັບເຂົ້າຈີ່ທີ່ມີເຊື້ອ. ຫ້າມປະນ້ຳມັນຂອງສັດທີ່ເປັນເຄື່ອງບູຊາໃຫ້ເຮົາຕອນເທດສະການໄວ້ຈົນຮອດເຊົ້າມື້ຕໍ່ໄປ.
19 ໃຫ້ເອົາຜົນລະປູກຊຸດທຳອິດທີ່ດີທີ່ສຸດຂອງເຈົ້າມາໃຫ້ຢູ່ເຮືອນຂອງພະເຢໂຫວາພະເຈົ້າຂອງເຈົ້າ.+
ຫ້າມຕົ້ມແບ້ນ້ອຍໃນນ້ຳນົມແມ່ຂອງມັນ.+
20 ເຮົາຈະໃຫ້ທູດສະຫວັນອອກໜ້າໄປກ່ອນພວກເຈົ້າ+ເພື່ອຈະໄດ້ປົກປ້ອງພວກເຈົ້າ ແລະພາພວກເຈົ້າໄປບ່ອນທີ່ເຮົາກຽມໄວ້.+ 21 ໃຫ້ຕັ້ງໃຈຟັງແລະເຮັດຕາມທີ່ລາວບອກ. ຖ້າບໍ່ຟັງລາວ ລາວກໍຈະບໍ່ໃຫ້ອະໄພພວກເຈົ້າ+ ເພາະລາວມາໃນນາມຂອງເຮົາ. 22 ແຕ່ຖ້າພວກເຈົ້າເຊື່ອຟັງລາວແລະເຮັດທຸກສິ່ງທີ່ເຮົາບອກ ສັດຕູຂອງພວກເຈົ້າຈະເປັນສັດຕູຂອງເຮົາ ແລະເຮົາຈະຕໍ່ຕ້ານຜູ້ທີ່ຕໍ່ຕ້ານພວກເຈົ້າ. 23 ທູດສະຫວັນຂອງເຮົາຈະອອກໜ້າໄປກ່ອນພວກເຈົ້າ ແລະຈະພາພວກເຈົ້າເຂົ້າໄປໃນແຜ່ນດິນຂອງພວກອາໂມ ພວກເຮດ ພວກເປຣິຊີ ພວກການາອານ ພວກຮີວີ ແລະພວກເຢບຸດ. ເຮົາຈະທຳລາຍພວກເຂົາ.+ 24 ຫ້າມຂາບໄຫວ້ຫຼືນະມັດສະການ*ພະເຈົ້າຂອງພວກເຂົາ ແລະຫ້າມຮຽນແບບພວກເຂົາ.+ ແຕ່ໃຫ້ທຳລາຍຮູບພະແລະເສົາຫີນສັກສິດຕ່າງໆທີ່ພວກເຂົາໃຊ້ເພື່ອນະມັດສະການ.+ 25 ພວກເຈົ້າຕ້ອງນະມັດສະການພະເຢໂຫວາພະເຈົ້າຂອງເຈົ້າ+ ແລ້ວເຮົາຈະອວຍພອນໃຫ້ພວກເຈົ້າມີອາຫານແລະນ້ຳກິນ.+ ເຮົາຈະປິ່ນປົວພວກເຈົ້າໃຫ້ເຊົາເຈັບປ່ວຍ.*+ 26 ພວກຜູ້ຍິງໃນແຜ່ນດິນຂອງພວກເຈົ້າຈະບໍ່ມີໃຜຫຼຸລູກຫຼືເປັນໝັນ+ ແລະເຮົາຈະໃຫ້ພວກເຈົ້າມີອາຍຸຍືນ.
27 ກ່ອນທີ່ພວກເຈົ້າຈະໄປຮອດສັດຕູ+ ເຮົາຈະເຮັດໃຫ້ພວກເຂົາຢ້ານເຮົາກ່ອນ. ເຮົາຈະເຮັດໃຫ້ພວກເຂົາສັບສົນວຸ່ນວາຍ ແລະໜີໄປຈາກພວກເຈົ້າ.+ 28 ກ່ອນທີ່ພວກເຈົ້າຈະໄປຮອດພວກສັດຕູ ເຮົາຈະເຮັດໃຫ້ພວກເຂົາຢ້ານຫຼາຍ*+ ແລະຈະເຮັດໃຫ້ພວກຮີວີ ພວກການາອານ ແລະພວກເຮດໜີໄປຈາກພວກເຈົ້າ.+ 29 ເຮົາຈະບໍ່ໄດ້ໄລ່ພວກເຂົາອອກໄປພາຍໃນປີດຽວ ຖ້າເຮັດແນວນັ້ນແຜ່ນດິນຈະຮ້າງເປົ່າ ມີສັດປ່າເພີ່ມຂຶ້ນ ແລະເປັນອັນຕະລາຍຕໍ່ພວກເຈົ້າ.+ 30 ເຮົາຈະໄລ່ພວກເຂົາອອກໄປເທື່ອລະເລັກເທື່ອລະໜ້ອຍ ຈົນກວ່າລູກຫຼານຂອງພວກເຈົ້າຈະເພີ່ມຂຶ້ນ ແລະປົກຄອງແຜ່ນດິນນັ້ນໄດ້.+
31 ເຮົາຈະກຳນົດເຂດແດນໃຫ້ພວກເຈົ້າ ຕັ້ງແຕ່ທະເລແດງໄປຈົນຮອດແຜ່ນດິນຂອງພວກຟີລິດສະຕີນ ແລະຕັ້ງແຕ່ປ່າກັນດານຈົນຮອດແມ່ນ້ຳເອິຟາຣາດ.+ ເຮົາຈະຊ່ວຍພວກເຈົ້າເອົາຊະນະຄົນໃນແຜ່ນດິນນັ້ນແລະຂັບໄລ່ພວກເຂົາອອກໄປ.+ 32 ຫ້າມເຮັດສັນຍາກັບພວກເຂົາ ຫຼືເຮັດສັນຍາວ່າຈະນະມັດສະການພະເຈົ້າຂອງພວກເຂົາ.+ 33 ຢ່າໃຫ້ພວກເຂົາມາຢູ່ໃນແຜ່ນດິນຂອງພວກເຈົ້າ ເພື່ອພວກເຂົາຈະບໍ່ພາພວກເຈົ້າເຮັດຜິດຕໍ່ເຮົາ. ຖ້າພວກເຈົ້າໄປນະມັດສະການພະເຈົ້າຂອງພວກເຂົາ ພວກເຈົ້າກໍຈະຕິດກັບດັກຂອງພວກເຂົາໄດ້.”+
24 ຈາກນັ້ນ ພະເຢໂຫວາບອກໂມເຊວ່າ: “ໃຫ້ເຈົ້າກັບອາໂຣນ ນາດາບກັບອາບີຮູ+ ລວມທັງພວກຜູ້ນຳຂອງອິດສະຣາເອນ 70 ຄົນຂຶ້ນໄປຫາເຮົາເທິງພູ ແລະພວກເຈົ້າຕ້ອງກົ້ມລົງນະມັດສະການເຮົາແຕ່ໄກໆ. 2 ໃຫ້ເຈົ້າຄົນດຽວເຂົ້າໄປຫາພະເຢໂຫວາ. ຢ່າໃຫ້ຄົນອື່ນເຂົ້າໄປນຳແລະຢ່າໃຫ້ປະຊາຊົນຂຶ້ນໄປນຳ.”+
3 ແລ້ວໂມເຊກໍມາບອກປະຊາຊົນວ່າພະເຢໂຫວາເວົ້າຫຍັງແດ່ແລະໃຫ້ກົດໝາຍຫຍັງແດ່+ ແລະປະຊາຊົນທຸກຄົນກໍຕອບແບບດຽວກັນວ່າ: “ທຸກຢ່າງທີ່ພະເຢໂຫວາເວົ້າ ພວກເຮົາພ້ອມຊິເຮັດຕາມ.”+ 4 ໂມເຊໄດ້ຂຽນທຸກຢ່າງທີ່ພະເຢໂຫວາບອກ.+ ລາວລຸກແຕ່ເຊົ້າໄປສ້າງແທ່ນບູຊາຢູ່ຕີນພູ ແລ້ວເອົາຫີນ 12 ກ້ອນມາຕັ້ງໄວ້ຕາມຈຳນວນຕະກູນຂອງອິດສະຣາເອນ 12 ຕະກູນ. 5 ຈາກນັ້ນ ໂມເຊກໍເລືອກເອົາຜູ້ຊາຍອິດສະຣາເອນທີ່ຍັງໜຸ່ມມາ ແລ້ວໃຫ້ເຂົາເຈົ້າເຜົາເຄື່ອງບູຊາເຜົາ ແລະໃຫ້ເຜົາງົວເປັນເຄື່ອງບູຊາສ້າງຄວາມສະຫງົບສຸກ+ໃຫ້ພະເຢໂຫວາ. 6 ໂມເຊເອົາເລືອດເຄິ່ງໜຶ່ງໃສ່ຖ້ວຍໄວ້ ແລະເອົາອີກເຄິ່ງໜຶ່ງຊິດໃສ່ແທ່ນບູຊາ. 7 ຈາກນັ້ນ ລາວກໍເອົາປຶ້ມ*ບັນທຶກຂໍ້ສັນຍາມາອ່ານດັງໆໃຫ້ປະຊາຊົນຟັງ.+ ແລ້ວເຂົາເຈົ້າກໍເວົ້າວ່າ: “ພວກເຮົາຊິເຊື່ອຟັງແລະເຮັດຕາມທຸກຢ່າງທີ່ພະເຢໂຫວາບອກ.”+ 8 ແລ້ວໂມເຊກໍເອົາເລືອດມາຊິດໃສ່ປະຊາຊົນ+ແລະເວົ້າວ່າ: “ການຊິດເລືອດແບບນີ້ໝາຍຄວາມວ່າ ນັບຕັ້ງແຕ່ນີ້ໄປ ພວກເຈົ້າໄດ້ຕົກລົງວ່າຊິເຮັດຕາມຄຳສັນຍາທີ່ໃຫ້ໄວ້ກັບພະເຢໂຫວາຕາມທີ່ຂ້ອຍໄດ້ອ່ານໃຫ້ພວກເຈົ້າຟັງ.”+
9 ແລ້ວໂມເຊກັບອາໂຣນ ນາດາບກັບອາບີຮູ ແລະພວກຜູ້ນຳຂອງອິດສະຣາເອນ 70 ຄົນກໍຂຶ້ນໄປເທິງພູ. 10 ເຂົາເຈົ້າໄດ້ເຫັນພະເຈົ້າຂອງອິດສະຣາເອນ.+ ຢູ່ກ້ອງຕີນຂອງເພິ່ນມີພື້ນທີ່ຄ້າຍຄືກັບແກ້ວໄພລິນ ແລະໃສຄືກັບທ້ອງຟ້າທີ່ປອດໂປ່ງ.+ 11 ແຕ່ພະເຈົ້າບໍ່ໄດ້ຂ້າພວກຜູ້ນຳຂອງອິດສະຣາເອນ.+ ເຂົາເຈົ້າໄດ້ເຫັນພະເຈົ້າທ່ຽງແທ້ທາງນິມິດ ຕອນທີ່ເຂົາເຈົ້າກິນເຂົ້ານຳກັນ.
12 ພະເຢໂຫວາເວົ້າກັບໂມເຊວ່າ: “ໃຫ້ເຈົ້າຂຶ້ນມາຫາເຮົາຢູ່ເທິງພູແລະຖ້າຢູ່ຫັ້ນ. ເຮົາຊິຂຽນກົດໝາຍໃສ່ແຜ່ນຫີນໃຫ້ເຈົ້າ ເພື່ອເຮົາຊິໄດ້ສອນຄົນຂອງເຮົາ.”+ 13 ໂມເຊກໍເລີຍເດີນທາງໄປກັບໂຢຊວຍຜູ້ຊ່ວຍຂອງລາວ+ ແລະລາວກໍເດີນທາງຕໍ່ໄປເພື່ອຂຶ້ນພູຂອງພະເຈົ້າທ່ຽງແທ້.+ 14 ແຕ່ກ່ອນທີ່ຈະຂຶ້ນໄປ ໂມເຊບອກພວກຜູ້ນຳວ່າ: “ໃຫ້ພວກເຈົ້າຖ້າຢູ່ນີ້ຈົນກວ່າພວກເຮົາຊິກັບມາ.+ ອາໂຣນກັບຮູເຣ+ຊິຢູ່ກັບພວກເຈົ້າ. ຖ້າຜູ້ໃດມີເລື່ອງໃຫ້ຕັດສິນກໍໄປຫາເຂົາເຈົ້າໄດ້.”+ 15 ແລ້ວໂມເຊກໍຂຶ້ນໄປເທິງພູບ່ອນທີ່ມີຂີ້ເຝື້ອປົກຄຸມຢູ່.+
16 ແສງລັດສະໝີຂອງພະເຢໂຫວາ+ຢູ່ເທິງພູຊີນາຍ.+ ມີຂີ້ເຝື້ອປົກຄຸມພູນັ້ນເປັນເວລາ 6 ມື້ ແລະໃນມື້ທີ 7 ເພິ່ນກໍເອີ້ນໂມເຊຈາກຂີ້ເຝື້ອ. 17 ພວກອິດສະຣາເອນທີ່ກຳລັງເບິ່ງຢູ່ກໍເຫັນແສງລັດສະໝີຂອງພະເຢໂຫວາເປັນຄືກັບໄຟທີ່ລຸກແຮງຢູ່ເທິງຈອມພູ. 18 ໂມເຊກໍຫຍັບຂຶ້ນໄປອີກ ແລະເຂົ້າໄປໃນບ່ອນທີ່ມີຂີ້ເຝື້ອປົກຄຸມຢູ່.+ ລາວຢູ່ຫັ້ນ 40 ມື້ 40 ຄືນ.+
25 ພະເຢໂຫວາເວົ້າກັບໂມເຊວ່າ: 2 “ໄປບອກພວກອິດສະຣາເອນໃຫ້ບໍລິຈາກເຄື່ອງໃຫ້ເຮົາ. ໃຫ້ທຸກຄົນບໍລິຈາກຈາກໃຈ ແລະໃຫ້ເຈົ້າເປັນຄົນລວບລວມເຄື່ອງເຫຼົ່ານັ້ນໄວ້.+ 3 ໃຫ້ເຂົາເຈົ້າບໍລິຈາກເຄື່ອງຕໍ່ໄປນີ້: ຄຳ+ ເງິນ+ ທອງແດງ+ 4 ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍ*ສີແດງສົດ ຜ້າລີນິນຢ່າງດີ ຂົນແບ້ 5 ໜັງແກະໂຕຜູ້ທີ່ຍ້ອມສີແດງ ໜັງແມວນ້ຳ ໄມ້ອະຄາເຊຍ+ 6 ນ້ຳມັນໃສ່ຕະກຽງ+ ນ້ຳມັນຫອມທີ່ສະກັດຈາກພືດທີ່ເປັນສ່ວນປະສົມຂອງນ້ຳມັນທີ່ໃຊ້ເພື່ອແຕ່ງຕັ້ງ+ແລະທີ່ໃຊ້ປະສົມເພື່ອເຮັດເຄື່ອງຫອມ+ 7 ຫີນໂອນິກກັບຫີນແກ້ວຕ່າງໆສຳລັບໃສ່ເອໂຟດ*+ແລະໃສ່ແຜ່ນປົກເອິກ.+ 8 ໃຫ້ເຂົາເຈົ້າສ້າງບ່ອນນະມັດສະການເຮົາ ແລະເຮົາຊິຢູ່ນຳເຂົາເຈົ້າ.+ 9 ໃຫ້ພວກເຈົ້າສ້າງເຕັ້ນສັກສິດ ແລະເຮັດເຄື່ອງຕົກແຕ່ງກັບເຄື່ອງໃຊ້ຂອງສອຍ. ໃຫ້ເຮັດທຸກສິ່ງຕາມທີ່ເຮົາບອກຢ່າງເຄັ່ງຄັດ.+
10 ໃຫ້ເຂົາເຈົ້າເຮັດຫີບຈາກໄມ້ອະຄາເຊຍ ຍາວ 2 ສອກເຄິ່ງ* ກວ້າງ 1 ສອກເຄິ່ງ* ແລະສູງ 1 ສອກເຄິ່ງ.+ 11 ຈາກນັ້ນ ໃຫ້ເອົາແຜ່ນຄຳແທ້ມາໂອບ+ທາງໃນແລະທາງນອກຂອງຫີບ ແລະເຮັດຂອບບົວດ້ວຍຄຳຕິດອ້ອມຫີບ.+ 12 ໃຫ້ເຮັດບ້ວງຄຳ 4 ບ້ວງ ແລະຕິດຢູ່ທາງຂ້າງຂອງຫີບ ຂ້າງລະ 2 ບ້ວງກາຍຕີນຫີບຂຶ້ນໄປໜ້ອຍໜຶ່ງ. 13 ໃຫ້ເຮັດໄມ້ຫາມ 2 ອັນຈາກໄມ້ອະຄາເຊຍ ແລະເອົາແຜ່ນຄຳມາໂອບໄມ້ຫາມນັ້ນ.+ 14 ໃຫ້ເອົາໄມ້ຫາມມາສອດໃສ່ບ້ວງທັງ 2 ຂ້າງຂອງຫີບນັ້ນ ເພື່ອເອົາໄວ້ຫາມ. 15 ໃຫ້ເອົາໄມ້ຫາມສອດໃສ່ບ້ວງໄວ້ເລີຍບໍ່ໃຫ້ເອົາອອກ.+ 16 ເຮົາຊິເອົາແຜ່ນຫີນທີ່ມີຂໍ້ກົດໝາຍຂອງເຮົາ*ໃຫ້ເຈົ້າ ແລະໃຫ້ເຈົ້າເອົາໄປໃສ່ໃນຫີບນັ້ນ.+
17 ໃຫ້ເຮັດຝາຫີບດ້ວຍຄຳແທ້ ຍາວ 2 ສອກເຄິ່ງ* ແລະກວ້າງ 1 ສອກເຄິ່ງ.*+ 18 ໃຫ້ໃຊ້ຄ້ອນຕີຕີຄຳໃຫ້ເປັນຮູບເຄຣູບ 2 ອົງຢູ່ຄົນລະສົ້ນເທິງຝາຫີບ.+ 19 ໃຫ້ເອົາເຄຣູບ 2 ອົງນັ້ນມາໄວ້ຄົນລະສົ້ນເທິງຝາຫີບ. 20 ໃຫ້ເຮັດປີກຂອງເຄຣູບພືອອກແລະຊີ້ຂຶ້ນໄປທາງເທິງ. ເຄຣູບຈະປິ່ນເຂົ້າຫາກັນແລະກົ້ມໜ້າລົງເທິງຝາຫີບ. ປີກຂອງພວກເຄຣູບກໍຈະກວມຝາຫີບນັ້ນ.+ 21 ໃຫ້ເຈົ້າເອົາແຜ່ນຫີນທີ່ມີກົດໝາຍຂອງເຮົາທີ່ເຮົາຈະໃຫ້ເຈົ້າໃສ່ໃນຫີບ ແລ້ວເອົາຝາມາປິດຫີບນັ້ນ.+ 22 ເຮົາຈະມາຫາເຈົ້າຢູ່ແຖວເທິງຝາຫີບ+ ຢູ່ລະຫວ່າງເຄຣູບ 2 ອົງທີ່ຢູ່ເທິງຫີບສັນຍາ. ເຮົາຈະບອກໃຫ້ເຈົ້າຮູ້ຄຳສັ່ງທັງໝົດທີ່ເຈົ້າຕ້ອງໄປບອກພວກອິດສະຣາເອນຈາກບ່ອນນັ້ນ.
23 ໃຫ້ເຮັດໂຕະ+ໜ່ວຍໜຶ່ງຈາກໄມ້ອະຄາເຊຍ ຍາວ 2 ສອກ* ກວ້າງ 1 ສອກ* ແລະສູງ 1 ສອກເຄິ່ງ.*+ 24 ໃຫ້ເອົາແຜ່ນຄຳແທ້ມາໂອບໂຕະໜ່ວຍນັ້ນ ແລະເອົາແຜ່ນຄຳທີ່ເຮັດເປັນລວດລາຍມາຕິດອ້ອມຂອບໂຕະນັ້ນ. 25 ໜ້າໂຕະຕ້ອງໜາ 1 ຝາມືແລະເອົາຄຳມາເຮັດເປັນລວດລາຍຕິດໃສ່ອີກຂອບໜຶ່ງ. 26 ໃຫ້ເຮັດບ້ວງຄຳ 4 ບ້ວງແລ້ວເອົາໄປຕິດໃສ່ແຕ່ລະແຈຂອງຂາໂຕະ. 27 ບ້ວງນັ້ນຕ້ອງຢູ່ໃກ້ຂອບໂຕະເພື່ອຈະເອົາໄມ້ຫາມສອດໃສ່ເພື່ອຫາມໄປ. 28 ໃຫ້ເຮັດໄມ້ຫາມ 2 ອັນຈາກໄມ້ອະຄາເຊຍແລ້ວເອົາແຜ່ນຄຳມາໂອບໄມ້ຫາມນັ້ນ ເພື່ອໃຊ້ຫາມໂຕະນັ້ນໄປ.
29 ໃຫ້ເອົາຄຳແທ້ມາເຮັດຈານ ຈອກ ໂຖ ແລະຖ້ວຍ ເພື່ອຈະໃຊ້ເທເຄື່ອງບູຊາດື່ມ.+ 30 ໃຫ້ເອົາເຂົ້າຈີ່ທີ່ຕັ້ງໄວ້*ມາວາງໄວ້ຢູ່ໂຕະໃຫ້ເຮົາເປັນປະຈຳ.+
31 ໃຫ້ເອົາຄຳແທ້ກ້ອນໜຶ່ງມາຕີເປັນຂາຕະກຽງ.+ ຂາຕະກຽງນັ້ນຕ້ອງມີຖານ ຂາຕັ້ງ ງ່າ ກີບທີ່ຕິດຂວັ້ນ ດອກຈູມ ແລະດອກບານ.+ 32 ໃຫ້ເຮັດງ່າອອກຈາກຂາຕັ້ງ 6 ງ່າ ເບື້ອງຊ້າຍ 3 ງ່າ ແລະເບື້ອງຂວາ 3 ງ່າ. 33 ແຕ່ລະງ່າຈະມີກີບທີ່ຕິດຂວັ້ນຄືກັບດອກແອວມ້ອນ ດອກຈູມ ແລະດອກບານ ງ່າລະ 3 ຊຸດ. ທັງ 6 ງ່າຕ້ອງເຮັດແບບນີ້ຄືກັນໝົດ. 34 ແຕ່ຂາຕັ້ງຂອງຂາຕະກຽງຈະມີກີບທີ່ຕິດຂວັ້ນຄືກັບດອກແອວມ້ອນ ດອກຈູມ ແລະດອກບານ 4 ຊຸດ. 35 ຈະມີດອກຈູມດອກໜຶ່ງຢູ່ກ້ອງຂອງງ່າຄູ່ທຳອິດ ອີກດອກໜຶ່ງຢູ່ກ້ອງຄູ່ທີ 2 ແລະອີກດອກໜຶ່ງຢູ່ກ້ອງຄູ່ທີ 3. ທັງ 6 ງ່າກໍເດ່ອອກຈາກຂາຕັ້ງແບບນັ້ນ. 36 ທັງດອກຈູມ ທັງງ່າ ແລະສ່ວນອື່ນໆຂອງຕະກຽງທີ່ມີຂານີ້ຕ້ອງຕີຈາກຄຳແທ້ກ້ອນດຽວ.+ 37 ໃຫ້ເຮັດຕະກຽງ 7 ອັນໃສ່ເທິງຂາຕະກຽງນີ້. ເມື່ອໄຕ້ໄຟ ແສງກໍຊິສ່ອງໄປອ້ອມໆຕະກຽງ.+ 38 ໃຫ້ເຮັດແນວໜີບໄສ້ຕະກຽງແລະແນວໃສ່ຂີ້ໄສ້ຕະກຽງດ້ວຍຄຳແທ້.+ 39 ໃຫ້ເຮັດຂາຕະກຽງກັບເຄື່ອງໃຊ້ທັງໝົດທີ່ກ່ຽວກັບຕະກຽງດ້ວຍຄຳແທ້ໜັກ 1 ຕະລັນ.* 40 ໃຫ້ເຈົ້າເຮັດທຸກຢ່າງຕາມແບບທີ່ເຮົາໃຫ້ເຈົ້າເຫັນຢູ່ເທິງພູນີ້.”+
26 “ໃຫ້ເຮັດເຕັ້ນສັກສິດ+ດ້ວຍຜ້າ 10 ຜືນຈາກເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ແລະດ້າຍ*ສີແດງສົດ. ໃຫ້ແສ່ວຮູບເຄຣູບ+ໃສ່ຜ້າເຫຼົ່ານັ້ນ.+ 2 ຜ້າທຸກຜືນຈະມີຂະໜາດສ່ຳກັນໝົດ+ຄື ຍາວ 28 ສອກ* ແລະກວ້າງ 4 ສອກ.* 3 ໃຫ້ເອົາຜ້າ 5 ຜືນມາຫຍິບຕໍ່ກັນເປັນຜືນໃຫຍ່ຜືນໜຶ່ງ ແລະອີກ 5 ຜືນກໍໃຫ້ເຮັດຄືກັນ. ດັ່ງນັ້ນຈະໄດ້ຜ້າຜືນໃຫຍ່ 2 ຜືນ. 4 ໃຫ້ເອົາດ້າຍສີຟ້າມາເຮັດບ້ວງໃສ່ຂອບຂ້າງໜຶ່ງຂອງຜ້າຜືນໃຫຍ່ແຕ່ລະຜືນເພື່ອຊິຕໍ່ 2 ຜືນເຂົ້າກັນ. 5 ໃຫ້ເຮັດບ້ວງ 50 ບ້ວງໃສ່ຂອບຂ້າງໜຶ່ງຂອງຜ້າຜືນທຳອິດ ແລະເຮັດອີກ 50 ບ້ວງໃສ່ຂອບຂ້າງໜຶ່ງຂອງຜ້າຜືນທີ 2. ເມື່ອເອົາຜ້າທັງສອງຜືນມາຕໍ່ກັນ ບ້ວງກໍຈະຢູ່ເຄິ່ງກັນພໍດີ. 6 ໃຫ້ເຮັດຂໍເກາະ 50 ຂໍດ້ວຍຄຳ ແລະເອົາມາເກາະຜ້າ 2 ຜືນຕໍ່ກັນ ເພື່ອຜ້າເຕັ້ນສັກສິດຊິເປັນຜືນດຽວ.+
7 ໃຫ້ເອົາຂົນແບ້+ມາເຮັດຜ້າ 11 ຜືນເພື່ອປົກເຕັ້ນສັກສິດ.+ 8 ຜ້າ 11 ຜືນນີ້ຈະມີຂະໜາດສ່ຳກັນໝົດຄື ຍາວ 30 ສອກ* ແລະກວ້າງ 4 ສອກ.* 9 ໃຫ້ເອົາ 5 ຜືນມາຕໍ່ກັນເປັນຜືນໜຶ່ງ ແລະເອົາອີກ 6 ຜືນມາຕໍ່ກັນເປັນຜືນໜຶ່ງ. ໃຫ້ເອົາຜ້າໂຕທີ່ມີ 6 ຜືນຕໍ່ກັນນັ້ນໄປປົກຢູ່ສ່ວນທາງໜ້າເຕັ້ນ ແລ້ວພັບຕ່ອນທີ 6 ຂຶ້ນ. 10 ໃຫ້ເຮັດບ້ວງ 50 ບ້ວງໃສ່ຂອບຂ້າງໜຶ່ງຂອງຜ້າຜືນທຳອິດ ແລະເຮັດອີກ 50 ບ້ວງໃສ່ຂອບຂ້າງໜຶ່ງຂອງຜ້າຜືນທີ 2 ບ່ອນທີ່ຜ້າ 2 ຜືນຈະຕໍ່ກັນ. 11 ໃຫ້ເຮັດຂໍເກາະ 50 ຂໍດ້ວຍທອງແດງ ແລະເອົາຂໍເກາະມາເກາະບ້ວງເຂົ້າກັນເພື່ອຕໍ່ຜ້າເປັນຜືນດຽວ. 12 ສ່ວນຜ້າທີ່ຍາວກາຍເຕັ້ນໄປນັ້ນປ່ອຍໃຫ້ມັນຢ່ອນລົງ. ສ່ວນທີ່ຍາວອອກໄປ 2 ສອກ*ນັ້ນຈະປົກທາງຫຼັງຂອງເຕັ້ນສັກສິດ. 13 ສ່ວນທັງສອງຂ້າງຂອງເຕັ້ນ ຜ້າທີ່ປົກເຕັ້ນສັກສິດຈະຍາວກາຍໄປຂ້າງລະ 1 ສອກ.*
14 ໃຫ້ເຮັດຜ້າປົກເຕັ້ນອີກຜືນໜຶ່ງດ້ວຍໜັງແກະໂຕຜູ້ທີ່ຍ້ອມສີແດງ ແລະເຮັດອີກຜືນໜຶ່ງດ້ວຍໜັງແມວນ້ຳປົກທັບໄວ້ອີກຊັ້ນໜຶ່ງ.+
15 ໃຫ້ເອົາໄມ້ອະຄາເຊຍມາເຮັດໂຄງຝາ+ຂອງເຕັ້ນສັກສິດແລະເອົາມາຕັ້ງໄວ້.+ 16 ແຕ່ລະປ່ອງຂອງໂຄງຝາຕ້ອງສູງ 10 ສອກ* ແລະກວ້າງ 1 ສອກເຄິ່ງ.* 17 ຢູ່ສົ້ນລຸ່ມຂອງແຕ່ລະປ່ອງຂອງໂຄງຝາໃຫ້ເຮັດເປັນຫົວສຸບ 2 ຫົວ. ໂຄງຝາຂອງເຕັ້ນສັກສິດແຕ່ລະປ່ອງຕ້ອງເຮັດແບບນີ້ຄືກັນໝົດ. 18 ໃຫ້ເຮັດໂຄງຝາ 20 ປ່ອງສຳລັບຝາຂອງເຕັ້ນສັກສິດທີ່ຢູ່ທາງທິດໃຕ້.
19 ໃຫ້ເອົາເງິນມາເຮັດຖານທີ່ມີຮູ+ທັງໝົດ 40 ອັນສຳລັບໂຄງຝາ 20 ປ່ອງ. ແຕ່ລະປ່ອງຂອງໂຄງຝາຈະມີຖານທີ່ມີຮູ 2 ອັນ ເພື່ອເອົາສົ້ນລຸ່ມຂອງໂຄງຝາທີ່ເຮັດເປັນຫົວສຸບມາສຸບໃສ່ ແລະປ່ອງຕໍ່ໆໄປກໍໃຫ້ເຮັດແບບນີ້ຄືກັນ.+ 20 ທາງທິດເໜືອຂອງເຕັ້ນສັກສິດໃຫ້ເຮັດໂຄງຝາ 20 ປ່ອງ. 21 ໃຫ້ເອົາເງິນມາເຮັດຖານທີ່ມີຮູທັງໝົດ 40 ອັນ. ໂຄງຝາແຕ່ລະປ່ອງຈະມີຖານແບບນີ້ 2 ອັນຄືກັນໝົດ. 22 ສ່ວນທາງຫຼັງຂອງເຕັ້ນສັກສິດທີ່ຢູ່ທາງທິດຕາເວັນຕົກໃຫ້ເຮັດໂຄງຝາ 6 ປ່ອງ.+ 23 ໃຫ້ເຮັດໂຄງຝາອີກ 2 ປ່ອງ ຄ້ຳທັງສອງແຈທາງຫຼັງເຕັ້ນສັກສິດ. 24 ໂຄງຝານີ້ມີໄມ້ 2 ອັນຍາວຕັ້ງແຕ່ລຸ່ມຂຶ້ນເທິງ ໄປຈຸກັນຢູ່ບ່ອນບ້ວງທຳອິດ. ໃຫ້ເຮັດແບບນີ້ກັບໂຄງຝາທັງ 2 ປ່ອງເພື່ອຈະເປັນເສົາຄ້ຳທັງສອງແຈໄວ້. 25 ລວມແລ້ວມີໂຄງຝາ 8 ປ່ອງແລະມີຖານເງິນທີ່ມີຮູ 16 ອັນທີ່ຢູ່ທາງຫຼັງນີ້. ໂຄງຝາແຕ່ລະປ່ອງຈະມີຖານ 2 ອັນ ແລະປ່ອງຕໍ່ໆໄປກໍໃຫ້ເຮັດແບບນີ້ຄືກັນ.
26 ໃຫ້ເອົາໄມ້ອະຄາເຊຍມາເຮັດໄມ້ຮາວເພື່ອຍຶດໂຄງຝາຂອງເຕັ້ນສັກສິດໃຫ້ມັນຕິດກັນ. ຢູ່ທາງທິດໃຕ້ 5 ທ່ອນ+ 27 ທາງທິດເໜືອ 5 ທ່ອນ ແລະທາງຫຼັງທີ່ເປັນທິດຕາເວັນຕົກ 5 ທ່ອນ. 28 ໄມ້ຮາວທີ່ຢູ່ທາງກາງຂອງໂຄງຝາຂອງເຕັ້ນຈະເປັນໄມ້ທ່ອນດຽວ ຍາວຕັ້ງແຕ່ສົ້ນເບື້ອງໜຶ່ງໄປຈົນສຸດສົ້ນອີກເບື້ອງໜຶ່ງ.
29 ໃຫ້ເອົາແຜ່ນຄຳມາໂອບໂຄງຝາ.+ ໃຫ້ເຮັດບ້ວງຄຳເພື່ອຈະສອດໄມ້ຮາວໄດ້ ແລະໃຫ້ເອົາແຜ່ນຄຳມາໂອບໄມ້ຮາວຄືກັນ. 30 ເຈົ້າຕ້ອງຕັ້ງເຕັ້ນສັກສິດຕາມທີ່ເຮົາໃຫ້ເຈົ້າເຫັນຢູ່ເທິງພູນີ້.+
31 ໃຫ້ເຮັດຜ້າກັ້ງ+ດ້ວຍດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ແລະເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ ແລະໃຫ້ແສ່ວຮູບເຄຣູບໃສ່ຜ້າກັ້ງນັ້ນ. 32 ໃຫ້ຫ້ອຍຜ້າກັ້ງນັ້ນຢູ່ເທິງເສົາ 4 ຕົ້ນທີ່ເຮັດຈາກໄມ້ອະຄາເຊຍ ແລະໂອບດ້ວຍແຜ່ນຄຳ. ໃຫ້ເອົາຄຳມາເຮັດເປັນຂໍເກາະຜ້າກັ້ງ. ໃຫ້ເອົາເງິນມາເຮັດເປັນຖານຮອງຕີນເສົາ 4 ຕົ້ນນັ້ນ. 33 ໃຫ້ເອົາຜ້າກັ້ງມາຫ້ອຍໃສ່ຂໍເກາະ ແລະເອົາຫີບສັນຍາ+ມາໄວ້ທາງຫຼັງຜ້າກັ້ງນັ້ນ. ຜ້າກັ້ງນີ້ຈະຂັ້ນລະຫວ່າງຫ້ອງບໍລິສຸດ+ກັບຫ້ອງບໍລິສຸດທີ່ສຸດ.+ 34 ເຈົ້າຕ້ອງເອົາຝາມາອັດຫີບສັນຍາທີ່ຢູ່ໃນຫ້ອງບໍລິສຸດທີ່ສຸດ.
35 ໃຫ້ຕັ້ງໂຕະໄວ້ໃນຫ້ອງບໍລິສຸດ* ໂຕະຕ້ອງຕັ້ງໄວ້ຢູ່ເບື້ອງຂວາ*ແລະໃຫ້ຕັ້ງຂາຕະກຽງ+ໄວ້ຢູ່ເບື້ອງຊ້າຍ*ຂອງເຕັ້ນສັກສິດ. 36 ໃຫ້ເຮັດຜ້າກັ້ງຢູ່ທາງເຂົ້າເຕັ້ນດ້ວຍດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ແລະເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ.+ 37 ໃຫ້ເຮັດເສົາ 5 ຕົ້ນຈາກໄມ້ອະຄາເຊຍແລະເອົາແຜ່ນຄຳມາໂອບໄວ້. ໃຫ້ເອົາຄຳມາເຮັດຂໍເກາະແລະໃຫ້ເອົາທອງແດງມາເຮັດເປັນຖານຮອງຕີນເສົາແຕ່ລະຕົ້ນ.”
27 “ໃຫ້ເຈົ້າເຮັດແທ່ນບູຊາດ້ວຍໄມ້ອະຄາເຊຍ+ເປັນຮູບຊົງສີ່ລ່ຽມ ຍາວ 5 ສອກ* ກວ້າງ 5 ສອກ ແລະສູງ 3 ສອກ.*+ 2 ໃຫ້ເຮັດເຂົາ+ 4 ອັນຢູ່ແຕ່ລະແຈຂອງແທ່ນ. ເຂົາ 4 ອັນນັ້ນຕ້ອງເຮັດຢູ່ໄມ້ດຽວກັນກັບແທ່ນແລະໃຫ້ເອົາທອງແດງມາໂອບແທ່ນນັ້ນ.+ 3 ໃຫ້ເຮັດຖັງໃສ່ຂີ້ເທົ່າ* ຊວ້ານ ຖ້ວຍ ສ້ອມໃຫຍ່ທີ່ມີສາມງ່າມ ແລະຖາດສຳລັບໃສ່ຖ່ານທີ່ຮ້ອນໆ. ໃຫ້ເຮັດເຄື່ອງໃຊ້ທຸກອັນດ້ວຍທອງແດງ.+ 4 ໃຫ້ເອົາທອງແດງມາເຮັດຕານ່າງສຳລັບແທ່ນບູຊາ ແລະໃຫ້ເຮັດບ້ວງ 4 ບ້ວງດ້ວຍທອງແດງໃສ່ 4 ແຈຂອງຕານ່າງນັ້ນ. 5 ໃຫ້ເອົາຕານ່າງມາຕິດຢູ່ລຸ່ມຂອງຂອບທີ່ຢູ່ເຄິ່ງກາງຂອງແທ່ນບູຊາ. 6 ໃຫ້ເອົາໄມ້ອະຄາເຊຍມາເຮັດເປັນໄມ້ຫາມແທ່ນບູຊາ ແລະເອົາທອງແດງມາໂອບໄມ້ຫາມນັ້ນ. 7 ໄມ້ຫາມຕ້ອງສອດໃສ່ບ້ວງທັງສອງຂ້າງຂອງແທ່ນບູຊາເພື່ອຊິຫາມໄປໄດ້.+ 8 ໃຫ້ເອົາໄມ້ແປ້ນມາເຮັດແທ່ນບູຊາໃຫ້ເປັນຮູບຊົງສີ່ລ່ຽມທີ່ມີທາງກາງໂລ່ງ. ໃຫ້ເຈົ້າເຮັດຕາມທີ່ເຮົາໃຫ້ເຈົ້າເຫັນເທິງພູນີ້.+
9 ໃຫ້ກັ້ນຂອບເຂດເພື່ອເຮັດເດີ່ນ+ຂອງເຕັ້ນສັກສິດ. ຢູ່ທາງທິດໃຕ້ຂອງເດີ່ນ ໃຫ້ເອົາຜ້າທີ່ເຮັດດ້ວຍເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ ຍາວ 100 ສອກ*ມາກັ້ນໄວ້.+ 10 ໃຫ້ເອົາທອງແດງມາເຮັດເສົາ 20 ຕົ້ນແລະເຮັດຖານຮອງຕີນເສົາ 20 ອັນ. ໃຫ້ເຮັດຂໍເກາະກັບບ້ວງຂອງເສົາດ້ວຍເງິນ. 11 ທາງທິດເໜືອຈະມີຜ້າທີ່ໃຊ້ເພື່ອກັ້ນ ຍາວ 100 ສອກ* ມີເສົາ 20 ຕົ້ນກັບຖານຮອງຕີນເສົາ 20 ອັນທີ່ເຮັດດ້ວຍທອງແດງ ແລະມີຂໍເກາະກັບບ້ວງທີ່ເຮັດດ້ວຍເງິນສຳລັບແຕ່ລະເສົາ. 12 ທາງທິດຕາເວັນຕົກຈະມີຜ້າທີ່ໃຊ້ເພື່ອກັ້ນ ຍາວ 50 ສອກ*ຕາມລວງກວ້າງຂອງເດີ່ນ ແລະມີເສົາ 10 ຕົ້ນກັບຖານຮອງຕີນເສົາ 10 ອັນ. 13 ທາງທິດຕາເວັນອອກຂອງເດີ່ນຕ້ອງກວ້າງ 50 ສອກ.* 14 ຢູ່ທາງເບື້ອງຂວາຂອງທາງເຂົ້າເດີ່ນຈະມີຜ້າທີ່ໃຊ້ເພື່ອກັ້ນ ຍາວ 15 ສອກ* ແລະມີເສົາ 3 ຕົ້ນກັບຖານຮອງຕີນເສົາ 3 ອັນ+ 15 ແລະຢູ່ທາງເບື້ອງຊ້າຍຂອງທາງເຂົ້າເດີ່ນຈະມີຜ້າທີ່ໃຊ້ເພື່ອກັ້ນ ຍາວ 15 ສອກ* ແລະມີເສົາ 3 ຕົ້ນກັບຖານຮອງຕີນເສົາ 3 ອັນ.
16 ຢູ່ທາງເຂົ້າເດີ່ນຂອງເຕັ້ນສັກສິດຈະມີຜ້າກັ້ງ ຍາວ 20 ສອກ* ທີ່ເຮັດດ້ວຍດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍ*ສີແດງສົດ ແລະເສັ້ນປ່ານຢ່າງດີ+ທີ່ຝັ້ນເຂົ້າກັນແລ້ວ ແລະມີເສົາ 4 ຕົ້ນກັບຖານຮອງຕີນເສົາ 4 ອັນ.+ 17 ເສົາທຸກຕົ້ນທີ່ຢູ່ອ້ອມເດີ່ນເຕັ້ນສັກສິດຈະມີຂໍເກາະກັບບ້ວງທີ່ເຮັດດ້ວຍເງິນ ແຕ່ຖານຮອງຕີນເສົາຈະເຮັດດ້ວຍທອງແດງ.+ 18 ເດີ່ນຈະຍາວ 100 ສອກ*+ ກວ້າງ 50 ສອກ* ແລະຈະມີຜ້າທີ່ໃຊ້ເພື່ອກັ້ນ ສູງ 5 ສອກ.* ຜ້ານັ້ນເຮັດຈາກເສັ້ນປ່ານຢ່າງດີທີ່ຝັ້ນເຂົາກັນແລ້ວ ແລະຕ້ອງມີຖານຮອງຕີນເສົາທີ່ເຮັດດ້ວຍທອງແດງ. 19 ເຄື່ອງໃຊ້ທຸກຢ່າງທີ່ຈະເອົາມາໃຊ້ຢູ່ເຕັ້ນສັກສິດນັ້ນ ລວມທັງຫຼິ້ມ*ທີ່ຈະໃຊ້ຍຶດເຕັ້ນສັກສິດ ແລະຫຼິ້ມທີ່ຈະໃຊ້ຍຶດຜ້າກັ້ນເດີ່ນ ທັງໝົດນີ້ຕ້ອງເຮັດດ້ວຍທອງແດງ.+
20 ໃຫ້ເຈົ້າບອກພວກອິດສະຣາເອນໃຫ້ເອົານ້ຳມັນໝາກກອກບໍລິສຸດທີ່ໄດ້ຈາກການຕຳມາໃສ່ຕະກຽງ ເພື່ອຈະໃຫ້ຕະກຽງມີໄຟລຸກຢູ່ຕະຫຼອດ.+ 21 ຢູ່ຫ້ອງບໍລິສຸດ*ຂອງເຕັ້ນສັກສິດ*+ ອາໂຣນກັບພວກລູກຊາຍຂອງລາວຕ້ອງຈັດໃຫ້ມີຄົນເບິ່ງແຍງໃຫ້ຕະກຽງມີໄຟລຸກຢູ່ຕະຫຼອດຕໍ່ໜ້າພະເຢໂຫວາ+ ຕັ້ງແຕ່ຄ່ຳຈົນຮອດຕອນເຊົ້າ. ນີ້ແມ່ນຄຳສັ່ງທີ່ພວກອິດສະຣາເອນຕ້ອງເຮັດຕາມໄປຈົນຮອດລຸ້ນລູກລຸ້ນຫຼານຕໍ່ໆໄປ.”+
28 “ໃຫ້ເອີ້ນອາໂຣນ+ອ້າຍຂອງເຈົ້າກັບພວກລູກຊາຍຂອງລາວ+ທີ່ຊື່ນາດາບ ອາບີຮູ+ ເອເລອາຊາ ແລະອີທາມາ+ໃຫ້ອອກມາຢູ່ຕ່າງຫາກຈາກພວກອິດສະຣາເອນ ເພື່ອໃຫ້ເຂົາເຈົ້າເປັນປະໂລຫິດຂອງເຮົາ.+ 2 ເຈົ້າຕ້ອງເຮັດເຄື່ອງນຸ່ງທີ່ບໍລິສຸດແລະງາມຫຼາຍໃຫ້ອາໂຣນອ້າຍຂອງເຈົ້າເພື່ອໃຫ້ກຽດລາວ.+ 3 ໃຫ້ເຈົ້າໄປເວົ້າກັບທຸກຄົນທີ່ເຮົາໄດ້ໃຫ້ສະຕິປັນຍາ+ກັບເຂົາເຈົ້າເພື່ອຈະຕັດເຄື່ອງນຸ່ງເກັ່ງ ແລະເຂົາເຈົ້າຈະເຮັດເຄື່ອງນຸ່ງໃຫ້ອາໂຣນ. ເຄື່ອງນຸ່ງນີ້ຈະສະແດງວ່າອາໂຣນບໍລິສຸດແລ້ວ ແລະເຮັດວຽກປະໂລຫິດໃຫ້ເຮົາໄດ້.
4 ເຂົາເຈົ້າຕ້ອງເຮັດເຄື່ອງນຸ່ງຕໍ່ໄປນີ້: ແຜ່ນປົກເອິກ+ ເອໂຟດ*+ ເສື້ອແຂນກິ້ນ+ ຊຸດຍາວລາຍໝາກດ້າມ ຜ້າຄຽນຫົວ+ ແລະຜ້າມັດແອວ.+ ເຂົາເຈົ້າຕ້ອງເຮັດເຄື່ອງນຸ່ງບໍລິສຸດໃຫ້ອາໂຣນອ້າຍຂອງເຈົ້າເພື່ອລາວຈະເຮັດວຽກປະໂລຫິດໃຫ້ເຮົາ ແລະເພື່ອພວກລູກຊາຍທີ່ຈະເຮັດວຽກຕໍ່ຈາກລາວ. 5 ຄົນທີ່ຕັດເຄື່ອງນຸ່ງເກັ່ງຈະເຮັດເຄື່ອງນຸ່ງເຫຼົ່ານັ້ນຈາກຄຳ ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍ*ສີແດງສົດ ແລະເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ.
6 ໃຫ້ເຂົາເຈົ້າເອົາຄຳ ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ແລະເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວມາແສ່ວເປັນເອໂຟດ.+ 7 ໃຫ້ເອົາຜ້າທີ່ຈະເຮັດເອໂຟດທັງຜືນທາງໜ້າແລະຜືນທາງຫຼັງມາຕໍ່ກັນຢູ່ບ່ອນບ່າໄຫຼ່. 8 ໃຫ້ເຮັດຜ້າມັດແອວ+ທີ່ຈະໃຊ້ມັດເອໂຟດໃຫ້ຢູ່ດີ. ຜ້າມັດແອວຕ້ອງເຮັດຈາກຄຳ ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ແລະເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ.
9 ໃຫ້ເອົາຫີນໂອນິກ+ 2 ກ້ອນມາແລະສະຫຼັກຊື່ພວກລູກຊາຍຂອງອິດສະຣາເອນໃສ່ຫັ້ນ.+ 10 ຫີນກ້ອນທຳອິດຈະມີ 6 ຊື່ ແລະຫີນກ້ອນທີ 2 ກໍຈະມີອີກ 6 ຊື່ຕາມລຳດັບຈາກອ້າຍກົກໄປຫານ້ອງຫຼ້າ. 11 ຊ່າງແກະສະຫຼັກຫີນຈະສະຫຼັກຊື່ພວກລູກຊາຍຂອງອິດສະຣາເອນໃສ່ຫີນ 2 ກ້ອນນັ້ນຄືກັບສະຫຼັກກາຈ້ຳ.+ ແລ້ວໃຫ້ເອົາຫີນໃສ່ເບົ້າທີ່ເຮັດດ້ວຍຄຳ. 12 ໃຫ້ເອົາຫີນ 2 ກ້ອນໃສ່ບ່ອນບ່າຂອງເອໂຟດເພື່ອເປັນສັນຍະລັກໃຫ້ຈື່ພວກລູກຊາຍຂອງອິດສະຣາເອນ.+ ເມື່ອເຂົ້າໄປຫາພະເຢໂຫວາ ອາໂຣນຕ້ອງເອົາຊື່ເຫຼົ່ານີ້ໄວ້ເທິງບ່າຂອງລາວ. 13 ໃຫ້ເຮັດເບົ້າເຫຼົ່ານັ້ນດ້ວຍຄຳ. 14 ໃຫ້ເອົາຄຳແທ້ມາກ້ຽວກັນເປັນເສັ້ນ.+ ໃຫ້ເຮັດ 2 ເສັ້ນແລະເອົາມາເກາະໃສ່ເບົ້າທີ່ຢູ່ບ່າ.+
15 ໃຫ້ຊ່າງແສ່ວຜ້າເຮັດແຜ່ນປົກເອິກທີ່ໃຊ້ເພື່ອຕັດສິນ+ດ້ວຍຄຳ ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ແລະເສັ້ນປ່ານຢ່າງດີ+ທີ່ຝັ້ນເຂົ້າກັນຄືກັບເອໂຟດ. 16 ເມື່ອພັບເຄິ່ງແລ້ວແຜ່ນປົກເອິກກໍຈະເປັນຮູບສີ່ລ່ຽມທີ່ມີທຸກດ້ານເທົ່າກັນ ຍາວ 1 ຄືບ* ແລະກວ້າງ 1 ຄືບ. 17 ໃຫ້ເຮັດເບົ້າໃສ່ແຜ່ນປົກເອິກ 4 ແຖວ ເພື່ອຊິໃສ່ຫີນແກ້ວຕ່າງໆ. ແຖວທຳອິດມີແກ້ວພິລາ ແກ້ວໂທພັດສ໌ ແລະມໍລະກົດ. 18 ແຖວທີ 2 ມີຫີນເທີຄອຍສ໌ ໄພລິນ ແລະຫີນແຈສະເປີ. 19 ແຖວທີ 3 ມີຫີນແກ້ວເລເຊມ* ຫີນອະເກດ ແລະແກ້ວອາເມທິດທ໌. 20 ແຖວທີ 4 ມີແກ້ວຄຣິດໂຊໄລທ໌ ຫີນໂອນິກ ແລະຢົກ. ຫີນແກ້ວເຫຼົ່ານີ້ຈະຕ້ອງເອົາມາໃສ່ເບົ້າທີ່ເຮັດດ້ວຍຄຳ. 21 ໃຫ້ສະຫຼັກຊື່ພວກລູກຊາຍຂອງອິດສະຣາເອນທັງ 12 ຄົນໃສ່ຫີນແກ້ວເຫຼົ່ານີ້ ຄືກັບສະຫຼັກກາຈ້ຳ. ຫີນແກ້ວແຕ່ລະກ້ອນຈະມີຊື່ຂອງຕະກູນໜຶ່ງໃນ 12 ຕະກູນ.
22 ໃຫ້ເອົາຄຳແທ້ມາກ້ຽວເຂົ້າກັນເປັນຄືເຊືອກເພື່ອຈະໃຊ້ກັບແຜ່ນປົກເອິກ.+ 23 ໃຫ້ເຮັດບ້ວງຄຳ 2 ບ້ວງໃສ່ແຜ່ນປົກເອິກ. ໃຫ້ເອົາບ້ວງທັງສອງຕິດໃສ່ທັງສອງສົ້ນທາງເທິງຂອງແຜ່ນປົກເອິກ. 24 ໃຫ້ເອົາເຊືອກຄຳ 2 ເສັ້ນມາສອດໃສ່ບ້ວງທີ່ຢູ່ທັງສອງສົ້ນທາງເທິງຂອງແຜ່ນປົກເອິກ. 25 ໃຫ້ເອົາ 2 ສົ້ນທີ່ເຫຼືອໄປສອດໃສ່ເບົ້າ 2 ອັນທີ່ຢູ່ບ່າເພື່ອໃຫ້ແຜ່ນປົກເອິກມາຫ້ອຍຢູ່ທາງໜ້າຂອງເອໂຟດພໍດີ. 26 ໃຫ້ເຮັດບ້ວງຄຳ 2 ບ້ວງແລ້ວເອົາໄປຕິດໃສ່ 2 ສົ້ນທາງລຸ່ມຂອງແຜ່ນປົກເອິກເບື້ອງທີ່ຢູ່ທາງໃນຕິດກັບເອໂຟດ.+ 27 ໃຫ້ເຮັດບ້ວງຄຳ 2 ບ້ວງໃສ່ທາງໜ້າຂອງເອໂຟດ. ບ້ວງນີ້ຈະຢູ່ລຸ່ມບ່າໄປ ແຕ່ຢູ່ເທິງຂອງຜ້າມັດແອວແລະຢູ່ໃກ້ຮອຍຕໍ່ດູກຂ້າງຂອງເອໂຟດ.+ 28 ໃຫ້ເອົາເຊືອກສີຟ້າມາມັດບ້ວງຄຳທີ່ຢູ່ແຜ່ນປົກເອິກແລະບ້ວງທີ່ຢູ່ເອໂຟດຢູ່ທາງເທິງຂອງຜ້າມັດແອວ ເພື່ອໃຫ້ແຜ່ນປົກເອິກຕິດຢູ່ທາງໜ້າເອໂຟດແໜ້ນດີ.
29 ຕອນທີ່ອາໂຣນເຂົ້າໄປບ່ອນບໍລິສຸດ ລາວຕ້ອງໃສ່ແຜ່ນປົກເອິກທີ່ໃຊ້ເພື່ອຕັດສິນທີ່ມີຊື່ຂອງພວກລູກຊາຍອິດສະຣາເອນ. ລາວຕ້ອງໃສ່ໄວ້ເທິງຫົວໃຈເພື່ອພະເຢໂຫວາຈະໄດ້ຈື່ເຂົາເຈົ້າໄດ້ສະເໝີ. 30 ໃຫ້ເອົາອູຣີມກັບທູມມີມ*+ໃສ່ໃນແຜ່ນປົກເອິກທີ່ໃຊ້ເພື່ອຕັດສິນ ແລະໃຫ້ຢູ່ຊື່ກັບຫົວໃຈອາໂຣນຕອນທີ່ລາວມາຫາພະເຢໂຫວາ. ເມື່ອຕັດສິນພວກອິດສະຣາເອນຕໍ່ໜ້າພະເຢໂຫວາ ລາວຕ້ອງໃສ່ແຜ່ນປົກເອິກນີ້ທຸກເທື່ອ.
31 ໃຫ້ເຮັດເສື້ອແຂນກິ້ນດ້ວຍດ້າຍສີຟ້າເພື່ອຈະນຸ່ງຊຸດນີ້ກ່ອນໃສ່ເອໂຟດ.+ 32 ໃຫ້ຈົ່ງປ່ອງທາງເທິງໄວ້ເພື່ອຈະສຸບຫົວເຂົ້າໄດ້. ໃຫ້ຊ່າງຕ່ຳ ຕ່ຳຂອບຢູ່ປ່ອງຄໍເສື້ອນັ້ນ ໃຫ້ປ່ອງນັ້ນແຂງແຮງຄືກັບປ່ອງຂອງເສື້ອເກາະເພື່ອບໍ່ໃຫ້ມັນຂາດງ່າຍ. 33 ໃຫ້ເອົາດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງກັບດ້າຍສີແດງສົດມາເຮັດຄ້າຍຄືກັບໝາກພິລາແລະເອົາໄປຫ້ອຍສະຫຼັບກັບໝາກກະລິ່ງຄຳຢູ່ຕີນຂອງເສື້ອແຂນກິ້ນນັ້ນ. 34 ໃຫ້ເອົາໝາກກະລິ່ງທີ່ເຮັດດ້ວຍຄຳກັບໝາກພິລານັ້ນມາຫ້ອຍສະຫຼັບກັນຢູ່ອ້ອມຕີນເສື້ອແຂນກິ້ນນັ້ນ. 35 ອາໂຣນຕ້ອງໃສ່ເສື້ອໂຕນີ້ເມື່ອເຮັດວຽກປະໂລຫິດ ແລະຕ້ອງໃຫ້ໄດ້ຍິນສຽງໝາກກະລິ່ງຕອນທີ່ລາວເຂົ້າໄປບ່ອນບໍລິສຸດຕໍ່ໜ້າພະເຢໂຫວາກັບຕອນທີ່ລາວອອກມາ ເພື່ອລາວຊິບໍ່ຕາຍ.+
36 ໃຫ້ເອົາຄຳແທ້ມາເຮັດເປັນແຜ່ນເຫຼື້ອມງາມ. ໃຫ້ສະຫຼັກແຜ່ນນັ້ນຄືກັບສະຫຼັກກາຈ້ຳ ໂດຍສະຫຼັກວ່າ ‘ພະເຢໂຫວາບໍລິສຸດ.’+ 37 ໃຫ້ເອົາເຊືອກສີຟ້າມັດແຜ່ນຄຳນັ້ນຕິດກັບຜ້າຄຽນຫົວ.+ ໃຫ້ແຜ່ນນັ້ນຢູ່ທາງໜ້າຜ້າຄຽນຫົວ. 38 ເມື່ອພວກອິດສະຣາເອນເອົາເຄື່ອງບໍລິສຸດມາໃຫ້ພະເຈົ້າ ຖ້າຜູ້ໃດຜູ້ໜຶ່ງເຮັດຕໍ່ເຄື່ອງບໍລິສຸດນັ້ນບໍ່ຖືກວິທີ+ ອາໂຣນຕ້ອງຮັບຜິດຊອບແທນລາວ. ແຜ່ນຄຳນັ້ນຈະຕ້ອງຢູ່ໜ້າຜາກຂອງອາໂຣນຕະຫຼອດ ເພື່ອພະເຢໂຫວາຈະຍອມຮັບພວກອິດສະຣາເອນ.
39 ໃຫ້ຕ່ຳຊຸດຍາວລາຍໝາກດ້າມຈາກເສັ້ນປ່ານຢ່າງດີ. ໃຫ້ເຮັດຜ້າຄຽນຫົວຈາກຜ້າລີນິນຢ່າງດີ ແລະໃຫ້ຕ່ຳຜ້າມັດແອວ.+
40 ໃຫ້ເຮັດຊຸດຍາວ ຜ້າມັດແອວ ແລະໝວກໃຫ້ພວກລູກຊາຍຂອງອາໂຣນ.+ ໃຫ້ເຮັດເຄື່ອງເຫຼົ່ານີ້ງາມໆເພື່ອເຂົາເຈົ້າຈະໄດ້ຮັບກຽດ.+ 41 ໃຫ້ເຈົ້າໃສ່ເຄື່ອງໃຫ້ອາໂຣນອ້າຍຂອງເຈົ້າກັບພວກລູກຊາຍຂອງລາວ. ແລ້ວເຈົ້າຕ້ອງເອົານ້ຳມັນ+ມາແລະແຕ່ງຕັ້ງເຂົາເຈົ້າ*+ ແລະແຍກເຂົາເຈົ້າໄວ້ຕ່າງຫາກໃຫ້ເປັນຄົນສະອາດແລະບໍລິສຸດເພື່ອເຂົາເຈົ້າຊິເປັນປະໂລຫິດຂອງເຮົາ. 42 ໃຫ້ເອົາຜ້າລີນິນມາເຮັດເປັນໂສ້ງຊ້ອນໃຫ້ເຂົາເຈົ້າເພື່ອປົກສ່ວນທີ່ປະເປືອຍ.+ ໂສ້ງຊ້ອນນັ້ນຕ້ອງຍາວຕັ້ງແຕ່ແອວຈົນຮອດຂາໂຕ້. 43 ອາໂຣນແລະພວກລູກຊາຍຕ້ອງໃສ່ໂສ້ງຊ້ອນນີ້ ເມື່ອເຂົາເຈົ້າເຂົ້າໄປໃນເຕັ້ນສັກສິດ* ຫຼືເມື່ອເຮັດວຽກຢູ່ແຖວແທ່ນບູຊາໃນບ່ອນບໍລິສຸດ ເພື່ອເຂົາເຈົ້າຈະບໍ່ມີຄວາມຜິດແລະບໍ່ຕ້ອງຕາຍ. ໃຫ້ອາໂຣນແລະລູກຫຼານຂອງລາວເຮັດຕາມຄຳສັ່ງນີ້ຕະຫຼອດໄປ.”
29 “ເພື່ອຊິແຍກອາໂຣນກັບພວກລູກຊາຍຂອງລາວໄວ້ໃຫ້ເປັນຄົນບໍລິສຸດແລະພ້ອມທີ່ຈະເປັນປະໂລຫິດຂອງເຮົາ ໃຫ້ເຈົ້າເອົາສິ່ງເຫຼົ່ານີ້ມາຄື: ງົວໂຕຜູ້ໂຕໜຶ່ງ ແກະໂຕຜູ້ 2 ໂຕທີ່ສົມບູນດີ+ 2 ເຂົ້າຈີ່ບໍ່ມີເຊື້ອ ເຂົ້າຈີ່ບໍ່ມີເຊື້ອທີ່ນວດໃສ່ນ້ຳມັນເຮັດເປັນຮູບວົງມົນ* ແລະເຂົ້າຈີ່ບໍ່ມີເຊື້ອແຜ່ນບາງໆທີ່ທານ້ຳມັນ.+ ເຈົ້າຕ້ອງເຮັດເຂົ້າຈີ່ເຫຼົ່ານີ້ດ້ວຍແປ້ງເຂົ້າວີດ*ລະອຽດ. 3 ໃຫ້ເອົາເຂົ້າຈີ່ເຫຼົ່ານີ້ໃສ່ໃນກະດົ້ງ+ ແລະເອົາມາຕໍ່ໜ້າເຮົາພ້ອມກັບງົວແລະແກະ 2 ໂຕນັ້ນ.
4 ໃຫ້ອາໂຣນກັບພວກລູກຊາຍຂອງລາວມາຢູ່ທາງເຂົ້າຂອງເຕັ້ນສັກສິດ*+ ແລະໃຫ້ເຈົ້າລ້າງໂຕໃຫ້ເຂົາເຈົ້າ.+ 5 ໃຫ້ເຈົ້າເອົາຊຸດຍາວ+ ເສື້ອແຂນກິ້ນ ເອໂຟດ* ແລະແຜ່ນປົກເອິກໃສ່ໃຫ້ອາໂຣນ. ແລ້ວໃຫ້ເຈົ້າເອົາຜ້າມັດແອວມາມັດໃຫ້ອາໂຣນເພື່ອເອໂຟດຈະຢູ່ແໜ້ນດີ.+ 6 ໃຫ້ເອົາຜ້າຄຽນຫົວໃສ່ໃຫ້ລາວ ແລະເອົາແຜ່ນຄຳແທ້*ມັດຕິດກັບຜ້າຄຽນຫົວ.+ 7 ໃຫ້ແຕ່ງຕັ້ງ+ລາວໂດຍເອົານ້ຳມັນ+ເທໃສ່ຫົວຂອງລາວ.
8 ຈາກນັ້ນ ໃຫ້ພວກລູກຊາຍຂອງອາໂຣນຫຍັບມາແລະນຸ່ງຊຸດຍາວໃຫ້ເຂົາເຈົ້າ.+ 9 ໃຫ້ເອົາຜ້າມັດແອວມາມັດໃຫ້ເຂົາເຈົ້າຄືກັບທີ່ມັດໃຫ້ອາໂຣນ ແລະເອົາໝວກໃສ່ໃຫ້ເຂົາເຈົ້າ. ເຂົາເຈົ້າແລະລູກຫຼານຂອງເຂົາເຈົ້າຈະເປັນປະໂລຫິດ. ກົດໝາຍນີ້ຈະໃຊ້ໄດ້ຕະຫຼອດ.+ ເຈົ້າຕ້ອງແຕ່ງຕັ້ງອາໂຣນກັບພວກລູກຊາຍຂອງລາວໃຫ້ເປັນປະໂລຫິດ*+ຕາມວິທີທັງໝົດນີ້.
10 ຈາກນັ້ນ ໃຫ້ເອົາງົວໂຕນັ້ນມາຕໍ່ໜ້າເຕັ້ນສັກສິດແລະໃຫ້ອາໂຣນກັບພວກລູກຊາຍວາງມືເທິງຫົວຂອງມັນ+ 11 ແລ້ວກໍຂ້າມັນຢູ່ທາງເຂົ້າເຕັ້ນສັກສິດຕໍ່ໜ້າພະເຢໂຫວາ.+ 12 ໃຫ້ເຈົ້າເອົານິ້ວມືຈຸ່ມເລືອດແລ້ວເອົາໄປຕ້ວຍໃສ່ເຂົາທີ່ຢູ່ແຈແທ່ນບູຊາ+ ແລະເອົາສ່ວນທີ່ເຫຼືອທັງໝົດເທໃສ່ຂອບທາງລຸ່ມຂອງແທ່ນບູຊາ.+ 13 ໃຫ້ເອົານ້ຳມັນ+ທີ່ປົກໄສ້ ນ້ຳມັນທີ່ຕິດຢູ່ຕັບ ແລະໝາກໄຂ່ຫຼັງ 2 ໜ່ວຍກັບນ້ຳມັນທີ່ຕິດຢູ່ຫັ້ນ ໄປເຜົາຢູ່ແທ່ນບູຊາເພື່ອໃຫ້ມີຄວັນອອກມາ.+ 14 ແຕ່ໃຫ້ເອົາຊີ້ນ ເອົາໜັງ ແລະຂີ້ຂອງມັນໄປຈູດຢູ່ນອກຄ້າຍພັກຂອງພວກເຈົ້າ. ງົວໂຕນີ້ເປັນເຄື່ອງບູຊາໄຖ່ບາບ.
15 ຈາກນັ້ນ ໃຫ້ເອົາແກະມາໂຕໜຶ່ງແລະໃຫ້ອາໂຣນກັບພວກລູກຊາຍວາງມືເທິງຫົວຂອງມັນ+ 16 ແລ້ວໃຫ້ຂ້າມັນແລະເອົາເລືອດໄປຊິດໃສ່ແຕ່ລະຂ້າງຂອງແທ່ນບູຊາ.+ 17 ໃຫ້ຕັດແກະໂຕນັ້ນເປັນຕ່ອນໆແລະລ້າງໄສ້ກັບຂາຂອງມັນ+ ແລ້ວເອົາທຸກສ່ວນມາລຽນກັນເປັນໂຕໄວ້ເທິງແທ່ນບູຊາ. 18 ໃຫ້ເຈົ້າເຜົາແກະໝົດໂຕເພື່ອໃຫ້ມີຄວັນຂຶ້ນຈາກແທ່ນບູຊາ. ແກະໂຕນີ້ແມ່ນເຄື່ອງບູຊາເຜົາໃຫ້ພະເຢໂຫວາເຊິ່ງມີກິ່ນຫອມທີ່ເຮັດໃຫ້ເພິ່ນພໍໃຈ.*+ ແກະໂຕນີ້ແມ່ນເຄື່ອງບູຊາດ້ວຍໄຟໃຫ້ພະເຢໂຫວາ.
19 ໃຫ້ເອົາແກະອີກໂຕໜຶ່ງມາແລະໃຫ້ອາໂຣນກັບພວກລູກຊາຍຂອງລາວວາງມືເທິງຫົວຂອງມັນ.+ 20 ໃຫ້ຂ້າແກະນັ້ນແລະເອົາເລືອດສ່ວນໜຶ່ງຂອງມັນມາຈ້ຳໃສ່ຕິ່ງຫູເບື້ອງຂວາ ນິ້ວໂປ້ມືເບື້ອງຂວາ ແລະນິ້ວໂປ້ຕີນເບື້ອງຂວາຂອງອາໂຣນກັບພວກລູກຊາຍຂອງລາວ ແລ້ວເອົາເລືອດໄປຊິດໃສ່ແຕ່ລະຂ້າງຂອງແທ່ນບູຊາ. 21 ໃຫ້ເອົາເລືອດຈາກແທ່ນບູຊາ ແລະນ້ຳມັນທີ່ໃຊ້ເພື່ອແຕ່ງຕັ້ງ+ຊິດໃສ່ອາໂຣນກັບເຄື່ອງນຸ່ງຂອງລາວ ແລະຊິດໃສ່ພວກລູກຊາຍກັບເຄື່ອງນຸ່ງຂອງເຂົາເຈົ້າ. ຍ້ອນແນວນີ້ ອາໂຣນກັບພວກລູກຊາຍຈະຖືກແຍກໄວ້ຕ່າງຫາກສຳລັບເຮົາ ແລະເຄື່ອງນຸ່ງຂອງເຂົາເຈົ້າກໍຈະເໝາະສົມສຳລັບວຽກທີ່ເຂົາເຈົ້າເຮັດໃຫ້ເຮົາ.+
22 ຈາກນັ້ນ ໃຫ້ເອົານ້ຳມັນຈາກໂຕແກະ ຫາງທີ່ມີນ້ຳມັນ* ນ້ຳມັນທີ່ປົກໄສ້ ນ້ຳມັນທີ່ຕິດຢູ່ຕັບ ໝາກໄຂ່ຫຼັງ 2 ໜ່ວຍກັບນ້ຳມັນທີ່ຕິດຢູ່ຫັ້ນ+ ແລະຂາຫຼັງເບື້ອງຂວາຂອງແກະມາເພື່ອຈະໃຊ້ແກະໂຕນີ້ເປັນເຄື່ອງບູຊາແຕ່ງຕັ້ງ+ໃຫ້ເປັນປະໂລຫິດ. 23 ໃຫ້ເອົາເຂົ້າຈີ່ບໍ່ມີເຊື້ອກ້ອນມົນໆ ເຂົ້າຈີ່ບໍ່ມີເຊື້ອທີ່ນວດໃສ່ນ້ຳມັນເຮັດເປັນຮູບວົງມົນ ແລະເຂົ້າຈີ່ບໍ່ມີເຊື້ອແຜ່ນບາງໆທີ່ທານ້ຳມັນຈາກກະດົ້ງທີ່ຢູ່ຕໍ່ໜ້າພະເຢໂຫວາ. 24 ໃຫ້ເອົາເຄື່ອງພວກນີ້ໃສ່ມືຂອງອາໂຣນແລະໃສ່ມືຂອງພວກລູກຊາຍຂອງລາວ. ໃຫ້ເຂົາເຈົ້າເອົາເຄື່ອງທັງໝົດຊູໄປຊູມາເປັນເຄື່ອງບູຊາຊູໄປມາຕໍ່ໜ້າພະເຢໂຫວາ. 25 ຈາກນັ້ນ ໃຫ້ເຈົ້າຈັບເອົາເຄື່ອງທີ່ຢູ່ມືຂອງເຂົາເຈົ້າ ແລ້ວເອົາໄປເຜົາຢູ່ແທ່ນບູຊາເທິງແກະທີ່ເປັນເຄື່ອງບູຊາເຜົາ ເພື່ອເຮັດໃຫ້ມີກິ່ນຫອມທີ່ພະເຢໂຫວາພໍໃຈ. ນີ້ແມ່ນເຄື່ອງບູຊາດ້ວຍໄຟໃຫ້ພະເຢໂຫວາ.
26 ໃຫ້ເຈົ້າເອົາຊີ້ນສ່ວນເອິກຂອງແກະທີ່ເປັນເຄື່ອງບູຊາແຕ່ງຕັ້ງ+ອາໂຣນໃຫ້ເປັນປະໂລຫິດມາ. ເຈົ້າຕ້ອງເອົາສ່ວນນັ້ນຊູໄປຊູມາຕໍ່ໜ້າພະເຢໂຫວາ ແລ້ວສ່ວນນັ້ນຈະເປັນຂອງເຈົ້າ. 27 ຊີ້ນສ່ວນເອິກແລະຂາຂອງແກະທີ່ໃຊ້ເປັນເຄື່ອງບູຊາແຕ່ງຕັ້ງ+ອາໂຣນກັບພວກລູກຊາຍໃຫ້ເປັນປະໂລຫິດ ເຊິ່ງເຈົ້າໄດ້ຊູໄປຊູມານັ້ນ ໃຫ້ເຈົ້າແຍກໄວ້ເປັນຂອງພວກປະໂລຫິດ. 28 ພວກອິດສະຣາເອນຈະຕ້ອງເອົາສ່ວນແບ່ງສັກສິດນີ້ໃຫ້ອາໂຣນກັບພວກລູກຫຼານຂອງລາວ. ເມື່ອພວກອິດສະຣາເອນເອົາເຄື່ອງບູຊາສ້າງຄວາມສະຫງົບສຸກມາໃຫ້+ ສ່ວນແບ່ງສັກສິດນີ້ຈະເປັນຂອງພະເຢໂຫວາ. ພວກອິດສະຣາເອນຈະຕ້ອງເຮັດຕາມກົດໝາຍນີ້ຕະຫຼອດໄປ.+
29 ເມື່ອລູກຫຼານຂອງອາໂຣນ+ຜູ້ໜຶ່ງໄດ້ຮັບການແຕ່ງຕັ້ງແລະເລີ່ມເຮັດວຽກເປັນປະໂລຫິດຕໍ່ຈາກລາວ ຜູ້ນັ້ນຈະຕ້ອງໃສ່ເຄື່ອງນຸ່ງທີ່ບໍລິສຸດ+ຂອງອາໂຣນ. 30 ຜູ້ທີ່ຈະເຮັດໜ້າທີ່ປະໂລຫິດຕໍ່ຈາກລາວ ເຊິ່ງຈະເຂົ້າມາເຮັດວຽກຢູ່ເຕັ້ນສັກສິດແລະຢູ່ບ່ອນບໍລິສຸດຕ້ອງໃສ່ເຄື່ອງນຸ່ງນັ້ນເປັນເວລາ 7 ມື້.+
31 ເຈົ້າຕ້ອງເອົາຊີ້ນຂອງແກະທີ່ໃຊ້ເປັນເຄື່ອງບູຊາແຕ່ງຕັ້ງປະໂລຫິດມາຕົ້ມໃນບ່ອນບໍລິສຸດ.+ 32 ອາໂຣນກັບພວກລູກຊາຍຂອງລາວຈະກິນ+ຊີ້ນແກະທີ່ຕົ້ມນີ້ ແລະກິນເຂົ້າຈີ່ທີ່ຢູ່ໃນກະດົ້ງ. ເຂົາເຈົ້າຕ້ອງກິນຢູ່ທາງເຂົ້າເຕັ້ນສັກສິດ. 33 ເຂົາເຈົ້າຕ້ອງກິນສິ່ງເຫຼົ່ານີ້ທີ່ໃຊ້ເພື່ອໄຖ່ຄວາມຜິດ*ຕອນທີ່ແຍກເຂົາເຈົ້າໄວ້ຕ່າງຫາກແລະແຕ່ງຕັ້ງເຂົາເຈົ້າໃຫ້ເປັນປະໂລຫິດ. ແຕ່ຄົນທີ່ບໍ່ມີສິດ*ຈະກິນບໍ່ໄດ້ ຍ້ອນສິ່ງເຫຼົ່ານີ້ບໍລິສຸດ.+ 34 ຖ້າມີຊີ້ນແກະຫຼືເຂົ້າຈີ່ທີ່ຍັງເຫຼືອຈົນຮອດເຊົ້າມື້ຕໍ່ໄປ ກໍໃຫ້ຈູດຖິ້ມໃຫ້ໝົດ.+ ຫ້າມຜູ້ໃດເອົາມາກິນເພາະສິ່ງເຫຼົ່ານັ້ນບໍລິສຸດ.
35 ໃຫ້ເຈົ້າເຮັດຕາມທີ່ເຮົາບອກທຸກຢ່າງເພື່ອແຕ່ງຕັ້ງອາໂຣນກັບພວກລູກຊາຍຂອງລາວໃຫ້ເປັນປະໂລຫິດ. ການແຕ່ງຕັ້ງນີ້ຈະໃຊ້ເວລາ 7 ມື້.+ 36 ໃຫ້ເອົາງົວໂຕຜູ້ມາເປັນເຄື່ອງບູຊາໄຖ່ບາບທຸກໆມື້ ເພື່ອຈະຂໍພະເຈົ້າໃຫ້ອະໄພແລະເຮັດໃຫ້ແທ່ນບູຊາບໍລິສຸດ. ໃຫ້ເອົານ້ຳມັນມາຊິດໃສ່ແທ່ນບູຊາ ເພື່ອເປັນສັນຍະລັກວ່າແທ່ນບູຊານີ້ຖືກແຍກໄວ້ຕ່າງຫາກສຳລັບການນະມັດສະການພະເຈົ້າ.+ 37 ໃຫ້ເຮັດແບບນີ້ 7 ມື້ເພື່ອເຮັດໃຫ້ແທ່ນບູຊານັ້ນບໍລິສຸດ*ແທ້ໆ.+ ມີແຕ່ຄົນບໍລິສຸດເທົ່ານັ້ນທີ່ຈະເຮັດວຽກຢູ່*ແທ່ນບູຊາໄດ້.
38 ຕໍ່ໄປນີ້ແມ່ນເຄື່ອງບູຊາທີ່ຕ້ອງເອົາມາແທ່ນບູຊາທຸກໆມື້:+ ແກະໂຕຜູ້ອາຍຸ 1 ປີທັງໝົດ 2 ໂຕ. 39 ໂຕທຳອິດໃຫ້ບູຊາຕອນເຊົ້າແລະໂຕທີສອງໃຫ້ບູຊາຕອນໃກ້ຊິຄ່ຳ.*+ 40 ເມື່ອເອົາແກະໂຕທຳອິດມາບູຊາ ໃຫ້ເອົາເຫຼົ້າແວງ 1 ສ່ວນ 4 ຮິນ*ມາເປັນເຄື່ອງບູຊາດື່ມ ແລະເອົາແປ້ງລະອຽດ 1 ສ່ວນ 10 ເອຟາ*ນວດໃສ່ກັບນ້ຳມັນໝາກກອກຢ່າງດີ 1 ສ່ວນ 4 ຮິນ*ມາບູຊາພ້ອມກັນ. 41 ຕອນໃກ້ຊິຄ່ຳໃຫ້ເຈົ້າເອົາແກະໂຕທີສອງມາບູຊາພ້ອມກັບແປ້ງລະອຽດແລະເຫຼົ້າແວງ. ໃຫ້ເຮັດຄືກັບຕອນເຊົ້າ. ເຈົ້າຈະເຜົາເຄື່ອງບູຊານີ້ທີ່ມີກິ່ນຫອມທີ່ເຮັດໃຫ້ພະເຢໂຫວາພໍໃຈ. 42 ເຈົ້າຕ້ອງເຜົາເຄື່ອງບູຊາເຫຼົ່ານີ້ຕໍ່ໜ້າພະເຢໂຫວາທຸກໆມື້ຢູ່ທາງເຂົ້າເຕັ້ນສັກສິດ ແລະໃຫ້ພວກລູກຫຼານຂອງເຈົ້າເຮັດແບບນີ້ຕໍ່ໄປ. ເຮົາຊິມາຫາເຈົ້າແລະເວົ້າກັບເຈົ້າຢູ່ທາງເຂົ້າຫັ້ນ.+
43 ເຮົາຈະມາຫາພວກອິດສະຣາເອນຢູ່ຫັ້ນ ແລະບ່ອນນັ້ນຈະບໍລິສຸດຍ້ອນລິດເດດທີ່ຍິ່ງໃຫຍ່ຂອງເຮົາ.+ 44 ເຮົາຈະເຮັດໃຫ້ເຕັ້ນສັກສິດກັບແທ່ນບູຊາບໍລິສຸດ ແລະເຮົາຈະແຍກອາໂຣນກັບພວກລູກຊາຍຂອງລາວ+ໄວ້ໃຫ້ເປັນຄົນບໍລິສຸດເພື່ອຈະເປັນປະໂລຫິດຂອງເຮົາ. 45 ເຮົາຈະຢູ່ກັບພວກອິດສະຣາເອນແລະເຮົາຈະເປັນພະເຈົ້າຂອງເຂົາເຈົ້າ.+ 46 ເຂົາເຈົ້າກໍຈະຮູ້ແນ່ນອນວ່າເຮົາແມ່ນເຢໂຫວາພະເຈົ້າຂອງເຂົາເຈົ້າ ຜູ້ພາເຂົາເຈົ້າອອກຈາກແຜ່ນດິນເອຢິບເພື່ອເຮົາຈະຢູ່ນຳເຂົາເຈົ້າໄດ້.+ ເຮົາແມ່ນເຢໂຫວາພະເຈົ້າຂອງເຂົາເຈົ້າ.”
30 “ໃຫ້ເຈົ້າສ້າງແທ່ນບູຊາທີ່ໃຊ້ເຜົາເຄື່ອງຫອມ.+ ໃຫ້ເຮັດແທ່ນນີ້ດ້ວຍໄມ້ອະຄາເຊຍ.+ 2 ແທ່ນນີ້ຕ້ອງເປັນຮູບຊົງສີ່ລ່ຽມ ຍາວ 1 ສອກ* ກວ້າງ 1 ສອກ ແລະສູງ 2 ສອກ.* ໃຫ້ເຮັດເຂົາຢູ່ໄມ້ດຽວກັນກັບແທ່ນ.+ 3 ໃຫ້ເຈົ້າເອົາຄຳແທ້ມາໂອບໜ້າແທ່ນ ໂອບຂ້າງຂອງແທ່ນແລະໂອບເຂົາເຫຼົ່ານັ້ນ ແລ້ວໃຫ້ເຮັດຂອບຄຳໃສ່ອ້ອມແທ່ນນຳ. 4 ຢູ່ທາງລຸ່ມຂອງຂອບໃຫ້ເຮັດບ້ວງຄຳ 2 ບ້ວງໃສ່ 2 ຂ້າງຂອງແທ່ນ. ບ້ວງເຫຼົ່ານີ້ຈະໃຊ້ເພື່ອສອດໄມ້ຫາມແທ່ນ. 5 ໄມ້ຫາມເຫຼົ່ານີ້ຕ້ອງເຮັດຈາກໄມ້ອະຄາເຊຍແລະໃຫ້ເອົາຄຳມາໂອບ. 6 ໃຫ້ຕັ້ງແທ່ນນີ້ຢູ່ທາງໜ້າຂອງຜ້າກັ້ງທີ່ຂັ້ນຫ້ອງບໍລິສຸດທີ່ສຸດ ເພື່ອໃຫ້ມັນຢູ່ໃກ້ຫີບສັນຍາ.*+ ເຮົາຈະມາຫາເຈົ້າຢູ່ເທິງຝາຂອງຫີບນັ້ນ.+
7 ທຸກໆເຊົ້າເມື່ອອາໂຣນ+ມາກວດເບິ່ງຕະກຽງ+ ລາວຕ້ອງເຜົາເຄື່ອງຫອມ+ຢູ່ເທິງແທ່ນນັ້ນ+ແລະໃຫ້ມີຄວັນຂຶ້ນຈາກແທ່ນນັ້ນ. 8 ເມື່ອອາໂຣນມາໄຕ້ຕະກຽງຕອນໃກ້ຊິຄ່ຳ* ລາວຈະຕ້ອງເຜົາເຄື່ອງຫອມຄືກັນ. ລູກຫຼານຂອງພວກເຈົ້າຈະຕ້ອງເຜົາເຄື່ອງຫອມແນວນີ້ຕໍ່ໜ້າພະເຢໂຫວາຕໍ່ໆໄປ. 9 ຫ້າມເອົາເຄື່ອງຫອມອື່ນໆທີ່ເຮົາບໍ່ໄດ້ອະນຸຍາດ+ ຫຼືເຄື່ອງບູຊາເຜົາ ຫຼືເຄື່ອງບູຊາທີ່ເຮັດຈາກເມັດເຂົ້າມາເຜົາຢູ່ແທ່ນນີ້ ແລະຫ້າມເທເຄື່ອງບູຊາດື່ມໃສ່ແທ່ນນີ້ຄືກັນ. 10 ອາໂຣນຕ້ອງເອົາເລືອດຈາກເຄື່ອງບູຊາໄຖ່ບາບມາຕ້ວຍໃສ່ເຂົາຂອງແທ່ນເຜົາເຄື່ອງຫອມ ເພື່ອເຮັດໃຫ້ແທ່ນນີ້ບໍລິສຸດ.+ ອາໂຣນແລະລູກຫຼານຂອງລາວຕ້ອງເຮັດແນວນີ້ປີລະເທື່ອທຸກໆປີ.+ ແທ່ນນີ້ແມ່ນສິ່ງທີ່ບໍລິສຸດແທ້ໆສຳລັບພະເຢໂຫວາ.”
11 ຈາກນັ້ນ ພະເຢໂຫວາກໍເວົ້າກັບໂມເຊວ່າ: 12 “ຕອນທີ່ເຈົ້ານັບຈຳນວນຄົນອິດສະຣາເອນແລະລູກຫຼານຂອງເຂົາເຈົ້າ+ ແຕ່ລະຄົນຕ້ອງເອົາເງິນຄ່າໄຖ່ຊີວິດໂຕເອງໃຫ້ພະເຢໂຫວາໃນຕອນນັ້ນເລີຍ. ເຂົາເຈົ້າຕ້ອງເຮັດແບບນີ້ເພື່ອຈະບໍ່ຖືກໄພພິບັດຕອນລົງທະບຽນ. 13 ຄົນທີ່ມາລົງທະບຽນຕ້ອງໃຫ້ເງິນໜັກເຄິ່ງເຊເກນ* ຕາມມາດຕະຖານຂອງເຊເກນທີ່ໃຊ້ໃນບ່ອນບໍລິສຸດ.*+ 1 ເຊເກນເທົ່າກັບ 20 ເກຣາ.* ເຄິ່ງເຊເກນນີ້ຈະເປັນຂອງພະເຢໂຫວາ.+ 14 ທຸກໆຄົນທີ່ມາລົງທະບຽນທີ່ມີອາຍຸຕັ້ງແຕ່ 20 ປີຂຶ້ນໄປ ຕ້ອງເອົາເງິນໃຫ້ພະເຢໂຫວາ.+ 15 ຕອນທີ່ເອົາເງິນມາໃຫ້ພະເຢໂຫວາເພື່ອໄຖ່ຊີວິດໂຕເອງນັ້ນ ຄົນລວຍບໍ່ຄວນໃຫ້ເກີນເຄິ່ງເຊເກນ ຄົນທຸກກໍບໍ່ຄວນໃຫ້ຫຼຸດເຄິ່ງເຊເກນ. 16 ໃຫ້ເຈົ້າເອົາເງິນທີ່ພວກອິດສະຣາເອນໃຫ້ເປັນຄ່າໄຖ່ຊີວິດໂຕເອງນັ້ນ ມາໃຊ້ສຳລັບວຽກໃນເຕັ້ນສັກສິດ* ເພື່ອພະເຢໂຫວາຈະຈື່ພວກອິດສະຣາເອນໄດ້.”
17 ພະເຢໂຫວາເວົ້າກັບໂມເຊອີກວ່າ: 18 “ໃຫ້ເຮັດອ່າງໜ່ວຍໜຶ່ງກັບຂາຕັ້ງຂອງມັນ+ ແລ້ວເອົາອ່າງນັ້ນໄປວາງໄວ້ຢູ່ລະຫວ່າງເຕັ້ນສັກສິດກັບແທ່ນບູຊາ ແລ້ວເອົານ້ຳມາໃສ່ໃນອ່າງເພື່ອເອົາໄວ້ລ້າງ.+ 19 ອາໂຣນກັບພວກລູກຊາຍຂອງລາວຈະໃຊ້ນ້ຳຢູ່ອ່າງນັ້ນເພື່ອລ້າງຕີນລ້າງມື.+ 20 ຕອນທີ່ເຂົາເຈົ້າຈະເຂົ້າໄປໃນເຕັ້ນສັກສິດຫຼືໄປແທ່ນບູຊາເພື່ອເຮັດວຽກ ແລະເຜົາເຄື່ອງບູຊາດ້ວຍໄຟໃຫ້ພະເຢໂຫວາ ເຂົາເຈົ້າຕ້ອງໃຊ້ນ້ຳຢູ່ຫັ້ນຈຶ່ງຈະບໍ່ຕາຍ. 21 ເຂົາເຈົ້າຕ້ອງລ້າງຕີນລ້າງມືເພື່ອຈະບໍ່ຕາຍ. ອາໂຣນກັບລູກຫຼານຂອງລາວຕ້ອງເຮັດຕາມກົດໝາຍນີ້ຕະຫຼອດໄປ.”+
22 ພະເຢໂຫວາເວົ້າກັບໂມເຊອີກວ່າ: 23 “ໃຫ້ກຽມເຄື່ອງຫອມທີ່ດີທີ່ສຸດຕໍ່ໄປນີ້: ມົດຍອບ*ທີ່ແຂງແລ້ວໜັກ 500 ເຊເກນ* ອົບເຊີຍຫອມ*ໜັກ 250 ເຊເກນ* ໄມ້ອໍ້ຫອມໜັກ 250 ເຊເກນ 24 ກັບແຄັດເຊຍ*ໜັກ 250 ເຊເກນ ຕາມມາດຕະຖານເຊເກນທີ່ໃຊ້ໃນບ່ອນບໍລິສຸດ+ ແລະນ້ຳມັນໝາກກອກ 1 ຮິນ*ມານຳ. 25 ແລ້ວເອົາທຸກຢ່າງມາປະສົມກັນເພື່ອເຮັດເປັນນ້ຳມັນບໍລິສຸດທີ່ໃຊ້ເພື່ອແຕ່ງຕັ້ງ.+ ໃຫ້ປະສົມສ່ວນປະກອບເຫຼົ່ານີ້ຄືກັບວິທີເຮັດນ້ຳຫອມ. ນີ້ແມ່ນນ້ຳມັນບໍລິສຸດທີ່ໃຊ້ເພື່ອແຕ່ງຕັ້ງ.
26 ໃຫ້ເອົານ້ຳມັນນີ້ທາໃສ່ເຕັ້ນສັກສິດ+ແລະຫີບສັນຍາ 27 ທາໃສ່ໂຕະກັບສິ່ງຂອງສຳລັບໂຕະ ທາໃສ່ຕະກຽງກັບຂາຕະກຽງ ທາໃສ່ແທ່ນເຜົາເຄື່ອງຫອມ 28 ທາໃສ່ແທ່ນເຜົາເຄື່ອງບູຊາກັບທຸກຢ່າງທີ່ໃຊ້ສຳລັບແທ່ນນັ້ນ ແລະທາໃສ່ອ່າງກັບຂາຕັ້ງຂອງອ່າງ. 29 ໃຫ້ແຍກສິ່ງເຫຼົ່ານີ້ໄວ້ຕ່າງຫາກເພື່ອສິ່ງເຫຼົ່ານີ້ຈະບໍລິສຸດແທ້ໆ.+ ຄົນທີ່ຈະຈັບບາຍສິ່ງເຫຼົ່ານີ້ຕ້ອງເປັນຄົນບໍລິສຸດ.+ 30 ໃຫ້ເຈົ້າແຕ່ງຕັ້ງອາໂຣນ+ກັບພວກລູກຊາຍຂອງລາວ+ແລະແຍກເຂົາເຈົ້າໄວ້ຕ່າງຫາກ ເພື່ອເຂົາເຈົ້າຈະເຮັດວຽກຮັບໃຊ້ເປັນປະໂລຫິດຂອງເຮົາ.+
31 ໃຫ້ເຈົ້າບອກພວກອິດສະຣາເອນວ່າ ‘ນີ້ແມ່ນນ້ຳມັນບໍລິສຸດຂອງເຮົາທີ່ໃຊ້ເພື່ອແຕ່ງຕັ້ງໄປຕະຫຼອດລຸ້ນລູກລຸ້ນຫຼານຂອງພວກເຈົ້າ.+ 32 ຫ້າມເອົານ້ຳມັນນີ້ໄປທາໃສ່ໂຕຄົນທີ່ບໍ່ມີສິດ*ແລະຫ້າມເຮັດນ້ຳມັນສູດນີ້ໄປໃຊ້ເອງ. ນ້ຳມັນນີ້ບໍລິສຸດແລະພວກເຈົ້າຕ້ອງຖືວ່າມັນບໍລິສຸດສະເໝີ. 33 ຖ້າຜູ້ໃດເຮັດນ້ຳມັນສູດນີ້ແລະເອົາໄປໃຊ້ກັບຄົນທີ່ບໍ່ມີສິດ ຜູ້ນັ້ນຈະຕ້ອງຕາຍ.’”+
34 ພະເຢໂຫວາບອກໂມເຊວ່າ: “ໃຫ້ເອົາເຄື່ອງຫອມແຕ່ລະຢ່າງມາເທົ່າໆກັນດັ່ງນີ້:+ ນາຕາບ* ເປືອກຫອຍຫອມ ກາບານຳ* ແລະກຳຍານ*ບໍລິສຸດ. 35 ໃຫ້ເອົາເຄື່ອງທັງໝົດນີ້ມາປະສົມໃຫ້ຖືກວິທີເພື່ອເຮັດເຄື່ອງຫອມ+ ໃຫ້ໃສ່ເກືອ+ນຳ ແລະຫ້າມບໍ່ໃຫ້ມີແນວອື່ນມາປົນ. ນີ້ແມ່ນເຄື່ອງຫອມທີ່ສັກສິດ. 36 ໃຫ້ເອົາສ່ວນໜຶ່ງມາຕຳຈົນລະອຽດ ແລ້ວເອົາໄປວາງໄວ້ຢູ່ຕໍ່ໜ້າຫີບສັນຍາໃນເຕັ້ນສັກສິດ ບ່ອນທີ່ເຮົາຈະມາຫາເຈົ້າ. ເຄື່ອງຫອມນີ້ແມ່ນສິ່ງທີ່ບໍລິສຸດແທ້ໆສຳລັບພວກເຈົ້າ. 37 ຫ້າມເຮັດເຄື່ອງຫອມສູດນີ້ເອົາໄວ້ໃຊ້ເອງ.+ ເຈົ້າຕ້ອງຖືວ່າເຄື່ອງຫອມນີ້ເປັນສິ່ງບໍລິສຸດສຳລັບພະເຢໂຫວາ. 38 ຖ້າຜູ້ໃດເຮັດເຄື່ອງຫອມສູດນີ້ເອົາໄວ້ດົມເອງ ຜູ້ນັ້ນຈະຕ້ອງຕາຍ.”
31 ພະເຢໂຫວາເວົ້າກັບໂມເຊຕໍ່ໄປວ່າ: 2 “ເຮົາໄດ້ເລືອກເບຊາເລນ+ຈາກຕະກູນຢູດາ. ລາວເປັນລູກຊາຍຂອງອູຣີແລະເປັນຫຼານຂອງຮູເຣ.+ 3 ເຮົາຈະໃຫ້ພະລັງຂອງເຮົາກັບລາວ ເພື່ອໃຫ້ລາວມີສະຕິປັນຍາ ມີຄວາມເຂົ້າໃຈ ມີຄວາມຮູ້ ແລະໃຫ້ລາວເຮັດວຽກດ້ານສີໄມ້ລາຍມືເກັ່ງທຸກຢ່າງ 4 ທັງການອອກແບບລວດລາຍຕ່າງໆ ວຽກກ່ຽວກັບຄຳ ເງິນ ແລະທອງແດງ 5 ວຽກເຈຍລະໄນແລະຈັດວາງເພັດພອຍ+ ແລະວຽກແກະສະຫຼັກໄມ້ທຸກຢ່າງ.+ 6 ເຮົາຈະແຕ່ງຕັ້ງໂອໂຮລຽບ+ໃຫ້ເປັນຜູ້ຊ່ວຍຂອງລາວ. ໂອໂຮລຽບເປັນຄົນຕະກູນດານແລະເປັນລູກຊາຍຂອງອາຮີສະມັກ. ເຮົາຈະໃຫ້ສະຕິປັນຍາກັບຄົນທີ່ມີສີມືຄົນອື່ນໆນຳ ເພື່ອເຂົາເຈົ້າຈະເຮັດທຸກສິ່ງທຸກຢ່າງຕາມທີ່ເຮົາໄດ້ສັ່ງເຈົ້າໄວ້+ 7 ຄື: ເຕັ້ນສັກສິດ*+ ຫີບສັນຍາ+ກັບຝາອັດຫີບ+ ອຸປະກອນທຸກຢ່າງຂອງເຕັ້ນ 8 ໂຕະ+ກັບເຄື່ອງໃຊ້ທີ່ຢູ່ເທິງໂຕະ ຂາຕະກຽງທີ່ເຮັດດ້ວຍຄຳແທ້ກັບເຄື່ອງໃຊ້ທຸກຢ່າງທີ່ໃຊ້ກັບຂາຕະກຽງ+ ແທ່ນເຜົາເຄື່ອງຫອມ+ 9 ແທ່ນເຜົາເຄື່ອງບູຊາ+ກັບເຄື່ອງໃຊ້ທຸກຢ່າງສຳລັບແທ່ນນັ້ນ ອ່າງກັບຂາຕັ້ງຂອງອ່າງ+ 10 ເຄື່ອງນຸ່ງທີ່ຕ່ຳຢ່າງດີ ເຄື່ອງນຸ່ງສຳລັບປະໂລຫິດອາໂຣນ ເຄື່ອງນຸ່ງສຳລັບພວກລູກຊາຍຂອງອາໂຣນທີ່ໃຊ້ຕອນເຮັດວຽກປະໂລຫິດ+ 11 ນ້ຳມັນທີ່ໃຊ້ເພື່ອແຕ່ງຕັ້ງ ແລະເຄື່ອງຂອງທີ່ໃຊ້ສຳລັບເຕັ້ນສັກສິດ.+ ເຂົາເຈົ້າຈະເຮັດທຸກສິ່ງທຸກຢ່າງຕາມທີ່ເຮົາສັ່ງເຈົ້າໄວ້ແລ້ວ.”
12 ພະເຢໂຫວາເວົ້າກັບໂມເຊຕື່ມອີກວ່າ: 13 “ໃຫ້ບອກພວກອິດສະຣາເອນແນວນີ້ວ່າ ‘ພວກເຈົ້າຕ້ອງຖືວັນຊະບາໂຕ*ຢ່າງເຄັ່ງຄັດ+ ເພາະນີ້ຈະເປັນສັນຍະລັກລະຫວ່າງເຮົາກັບພວກເຈົ້າໄປຈົນຮອດລຸ້ນລູກລຸ້ນຫຼານຕໍ່ໆໄປ ເພື່ອພວກເຈົ້າຊິຮູ້ວ່າເຮົາແມ່ນເຢໂຫວາຜູ້ທີ່ເຮັດໃຫ້ພວກເຈົ້າບໍລິສຸດ. 14 ພວກເຈົ້າຕ້ອງຖືວັນຊະບາໂຕ ເພາະວັນຊະບາໂຕເປັນມື້ບໍລິສຸດສຳລັບພວກເຈົ້າ.+ ຖ້າຜູ້ໃດບໍ່ເຮັດຕາມ ຜູ້ນັ້ນຈະຕ້ອງຕາຍ. ຖ້າຜູ້ໃດເຮັດວຽກໃນມື້ນັ້ນ ຜູ້ນັ້ນກໍຕ້ອງຕາຍ.+ 15 ໃຫ້ພວກເຈົ້າເຮັດວຽກ 6 ມື້ ແຕ່ມື້ທີ 7 ເປັນວັນຊະບາໂຕ ເປັນມື້ພັກຜ່ອນ+ແລະເປັນມື້ທີ່ບໍລິສຸດສຳລັບພະເຢໂຫວາ. ຖ້າຜູ້ໃດເຮັດວຽກໃນວັນຊະບາໂຕ ຜູ້ນັ້ນຈະຕ້ອງຕາຍ. 16 ພວກອິດສະຣາເອນຕ້ອງຖືວັນຊະບາໂຕແລະເຮັດຕາມຄຳສັ່ງນີ້ໄປຈົນຮອດລຸ້ນລູກລຸ້ນຫຼານຕໍ່ໆໄປ. ນີ້ແມ່ນຄຳສັນຍາຕະຫຼອດໄປ. 17 ວັນຊະບາໂຕຈະເປັນສັນຍະລັກລະຫວ່າງເຮົາກັບພວກອິດສະຣາເອນຕະຫຼອດໄປ+ ເພາະພະເຢໂຫວາສ້າງຟ້າກັບໂລກພາຍໃນ 6 ມື້ ແລະໃນມື້ທີ 7 ເພິ່ນໄດ້ພັກຜ່ອນ.’”+
18 ເມື່ອພະເຈົ້າເວົ້າກັບໂມເຊຢູ່ເທິງພູຊີນາຍແລ້ວໆ ເພິ່ນກໍເອົາແຜ່ນຫີນ 2 ແຜ່ນທີ່ມີຂໍ້ກົດໝາຍຂອງເພິ່ນ*ໃຫ້ລາວ.+ ພະເຈົ້າຂຽນແຜ່ນຫີນ 2 ແຜ່ນນີ້ດ້ວຍມື*ຂອງເພິ່ນເອງ.+
32 ເມື່ອປະຊາຊົນເຫັນວ່າໂມເຊຂຶ້ນໄປເທິງພູດົນແລ້ວແລະບໍ່ລົງມາຈັກເທື່ອ+ ເຂົາເຈົ້າກໍພາກັນໄປຫາອາໂຣນແລະເວົ້າກັບລາວວ່າ: “ໃຫ້ສ້າງພະເຈົ້າເພື່ອຊີ້ນຳພວກເຮົາແດ່+ ຍ້ອນໂມເຊທີ່ພາພວກເຮົາອອກມາຈາກເອຢິບນັ້ນໄປໃສແລ້ວກໍບໍ່ຮູ້.” 2 ອາໂຣນຈຶ່ງບອກເຂົາເຈົ້າວ່າ: “ໃຫ້ເອົາຕຸ້ມຫູຄຳ+ຂອງເມຍກັບຂອງລູກຊາຍລູກສາວພວກເຈົ້າມາໃຫ້ຂ້ອຍ.” 3 ທຸກຄົນກໍພາກັນເອົາຕຸ້ມຫູຄຳຂອງເຂົາເຈົ້າມາໃຫ້ອາໂຣນ. 4 ອາໂຣນເອົາຄຳນຳເຂົາເຈົ້າ ແລະໃຊ້ເຄື່ອງມືຫຼໍ່ເປັນຮູບງົວນ້ອຍຂຶ້ນມາ.+ ແລ້ວເຂົາເຈົ້າກໍພາກັນເວົ້າວ່າ: “ພວກອິດສະຣາເອນເອີ້ຍ ນີ້ແມ່ນພະເຈົ້າທີ່ພາພວກເຮົາອອກມາຈາກເອຢິບເດີ້.”+
5 ເມື່ອອາໂຣນເຫັນແນວນັ້ນ ລາວກໍສ້າງແທ່ນບູຊາຂຶ້ນມາຕໍ່ໜ້າຮູບງົວນ້ອຍນັ້ນ. ແລ້ວອາໂຣນກໍບອກວ່າ: “ມື້ອື່ນຊິມີການລ້ຽງສະຫຼອງໃຫ້ພະເຢໂຫວາເດີ້.” 6 ມື້ຕໍ່ມາ ເຂົາເຈົ້າພາກັນລຸກແຕ່ເຊົ້າ ແລ້ວເຜົາເຄື່ອງບູຊາເຜົາກັບເຄື່ອງບູຊາສ້າງຄວາມສະຫງົບສຸກ. ຫຼັງຈາກນັ້ນ ພວກປະຊາຊົນກໍພາກັນກິນກັນດື່ມແລະຟ້ອນເຕັ້ນຢ່າງມ່ວນຊື່ນ.+
7 ພະເຢໂຫວາບອກໂມເຊວ່າ: “ໃຫ້ເຈົ້າລົງໄປໄດ້ແລ້ວ ຍ້ອນປະຊາຊົນທີ່ເຈົ້າພາອອກມາຈາກເອຢິບນັ້ນໄດ້ເຮັດຊົ່ວແລ້ວ.+ 8 ເຮົາຫາກໍສັ່ງເຂົາເຈົ້າໄດ້ບໍ່ດົນ ບຶດດຽວເຂົາເຈົ້າກໍລືມແລະບໍ່ເຮັດຕາມ.+ ເຂົາເຈົ້າໄດ້ສ້າງຮູບງົວນ້ອຍຂຶ້ນມາເອງ ລວມທັງນະມັດສະການແລະເຜົາເຄື່ອງບູຊາໃຫ້ຮູບງົວນັ້ນ ແລ້ວເວົ້າວ່າ ‘ພວກອິດສະຣາເອນເອີ້ຍ ນີ້ແມ່ນພະເຈົ້າທີ່ພາພວກເຮົາອອກມາຈາກເອຢິບເດີ້.’” 9 ພະເຢໂຫວາເວົ້າກັບໂມເຊອີກວ່າ: “ເຮົາເຫັນແລ້ວວ່າຄົນພວກນີ້ຫົວແຂງແທ້ໆ.+ 10 ຍ້ອນເຮົາໃຈຮ້າຍແຮງ ເຮົາຊິທຳລາຍພວກເຂົາ ແລະໃຫ້ມີຊົນຊາດໃຫຍ່ມາຈາກລູກຫຼານຂອງເຈົ້າແທນ.”+
11 ແຕ່ໂມເຊອ້ອນວອນພະເຢໂຫວາພະເຈົ້າ+ວ່າ: “ພະເຢໂຫວາ ເປັນຫຍັງພະອົງໃຈຮ້າຍໃຫ້ຄົນຂອງພະອົງຫຼາຍແທ້? ພະອົງຫາກໍຊ່ວຍເຂົາເຈົ້າອອກຈາກແຜ່ນດິນເອຢິບດ້ວຍລິດເດດອັນຍິ່ງໃຫຍ່ຂອງພະອົງ.+ 12 ຖ້າພະອົງເຮັດແນວນີ້ ພວກເອຢິບກໍຊິເວົ້າໃຫ້ພະອົງວ່າ ‘ເພິ່ນພາພວກນີ້ອອກມາ ແຕ່ເພິ່ນບໍ່ໄດ້ຫວັງດີຕໍ່ພວກເຂົາແທ້ໆ. ເພິ່ນຢາກພາພວກເຂົາມາຂ້າຢູ່ເທິງພູນີ້ແລະຢາກກຳຈັດພວກເຂົາໃຫ້ໝົດໄປຈາກໂລກນີ້.’+ ຂໍພະອົງຢ່າໃຈຮ້າຍ. ຂໍພະອົງປ່ຽນໃຈ. ຢ່າທຳລາຍຄົນຂອງພະອົງເລີຍ. 13 ຂໍໃຫ້ພະອົງຄິດເຖິງອັບຣາຮາມ ອີຊາກ ແລະອິດສະຣາເອນທີ່ພະອົງໄດ້ສັນຍາກັບເຂົາເຈົ້າດ້ວຍຊື່ຂອງພະອົງວ່າ ‘ເຮົາຈະເຮັດໃຫ້ເຈົ້າມີລູກມີຫຼານຫຼາຍຄືກັບດາວຢູ່ເທິງຟ້າ+ ແລະເຮົາຈະເອົາແຜ່ນດິນທີ່ເຮົາໄດ້ເລືອກໄວ້ໃຫ້ລູກຫຼານຂອງເຈົ້າ ເພື່ອເຂົາເຈົ້າຈະໄດ້ເປັນເຈົ້າຂອງແຜ່ນດິນນັ້ນຕະຫຼອດໄປ.’”+
14 ພະເຢໂຫວາຈຶ່ງປ່ຽນໃຈແລະບໍ່ທຳລາຍຄົນຂອງພະອົງຄືກັບທີ່ເວົ້າໄວ້.+
15 ຈາກນັ້ນ ໂມເຊກໍລົງມາຈາກພູ. ລາວຖືແຜ່ນຫີນ 2 ແຜ່ນທີ່ມີຂໍ້ກົດໝາຍຂອງພະເຈົ້າ*+ລົງມານຳ.+ ຫີນທັງສອງແຜ່ນມີໜັງສືຂຽນໄວ້ທັງສອງດ້ານ ທັງທາງໜ້າແລະທາງຫຼັງ. 16 ພະເຈົ້າເປັນຜູ້ເຮັດແຜ່ນຫີນເຫຼົ່ານັ້ນຂຶ້ນມາແລະເພິ່ນເປັນຜູ້ຂຽນໜັງສືໃສ່ແຜ່ນຫີນເຫຼົ່ານັ້ນ.+ 17 ເມື່ອໂຢຊວຍໄດ້ຍິນສຽງຄົນຮ້ອງແຊວໆ ລາວຈຶ່ງເວົ້າກັບໂມເຊວ່າ: “ຄືກັບມີສຽງຄົນສູ້ຮົບກັນຢູ່ຄ້າຍເນາະ.” 18 ແຕ່ໂມເຊບອກວ່າ:
“ຄັນຊິວ່າສຽງຮ້ອງເພງຂອງຄົນທີ່ໄດ້ໄຊຊະນະກະບໍ່ແມ່ນ
ຄັນວ່າສຽງຮ້ອງໄຫ້ຂອງຄົນທີ່ເສຍໄຊກະບໍ່ແມ່ນ
ແຕ່ແມ່ນສຽງຮ້ອງເພງແນວອື່ນ.”
19 ເມື່ອໂມເຊມາໃກ້ຊິຮອດຄ້າຍ ລາວກໍແນມເຫັນຮູບງົວນ້ອຍ+ ແລະເຫັນຄົນພາກັນຟ້ອນເຕັ້ນຢູ່. ລາວໃຈຮ້າຍຫຼາຍ ກໍເລີຍຖິ້ມແຜ່ນຫີນລົງພື້ນ. ແຜ່ນຫີນ 2 ແຜ່ນນັ້ນກໍແຕກເປັນປ່ຽງນ້ອຍໆຢູ່ຕີນພູ.+ 20 ໂມເຊເອົາຮູບງົວນ້ອຍໄປເຜົາໄຟແລະບົດມັນຈົນມຸ່ນ+ ແລ້ວລາວກໍເອົາໄປໂຮຍໃສ່ນ້ຳແລະສັ່ງໃຫ້ພວກອິດສະຣາເອນກິນນ້ຳນັ້ນ.+ 21 ໂມເຊຖາມອາໂຣນວ່າ: “ຄົນພວກນີ້ເຮັດຫຍັງໃຫ້ເຈົ້າ? ເຈົ້າຈຶ່ງຍອມໃຫ້ພວກເຂົາເຮັດບາບຮ້າຍແຮງຂະໜາດນີ້?” 22 ອາໂຣນຕອບວ່າ: “ເຈົ້າກໍຮູ້ຢູ່ແລ້ວວ່າຄົນພວກນີ້ມັກເຮັດຊົ່ວ.+ 23 ເຂົາເຈົ້າເວົ້າກັບຂ້ອຍວ່າ ‘ໃຫ້ສ້າງພະເຈົ້າເພື່ອຊີ້ນຳພວກເຮົາແດ່ ຍ້ອນໂມເຊທີ່ພາພວກເຮົາອອກມາຈາກເອຢິບນັ້ນໄປໃສແລ້ວກໍບໍ່ຮູ້.’+ 24 ຂ້ອຍກໍເລີຍບອກເຂົາເຈົ້າວ່າ ‘ຜູ້ໃດທີ່ມີຄຳກໍເອົາມາໃຫ້ຂ້ອຍ.’ ແລ້ວຂ້ອຍກໍເອົາຄຳໂຍນລົງໃສ່ໄຟ ແລ້ວມັນກໍເປັນຮູບງົວນ້ອຍຄືກັບທີ່ເຈົ້າເຫັນນີ້ແຫຼະ.”
25 ໂມເຊເຫັນວ່າປະຊາຊົນເຮັດຜິດຍ້ອນອາໂຣນປ່ອຍໃຫ້ເຂົາເຈົ້າເຮັດແບບນັ້ນ ແລະຍ້ອນແນວນີ້ເຂົາເຈົ້າຈະຖືກພວກສັດຕູເຍາະເຍີ້ຍ 26 ໂມເຊຈຶ່ງໄປຢືນຢູ່ທາງເຂົ້າຄ້າຍແລະເວົ້າວ່າ: “ຜູ້ທີ່ຢູ່ຝ່າຍພະເຢໂຫວາໃຫ້ມາຢືນຢູ່ນຳຂ້ອຍ!”+ ແລ້ວພວກເລວີທຸກຄົນກໍໄປຢືນຢູ່ນຳໂມເຊ. 27 ໂມເຊເວົ້າກັບພວກເລວີວ່າ: “ພະເຢໂຫວາ ພະເຈົ້າຂອງອິດສະຣາເອນບອກວ່າ ‘ໃຫ້ພວກເຈົ້າທຸກຄົນຈັບດາບຂອງໂຕເອງ ແລ້ວຍ່າງໄປທົ່ວຄ້າຍ ຕັ້ງແຕ່ຟາກນີ້ໄປຈົນຮອດຟາກນັ້ນ. ພວກເຈົ້າຕ້ອງຂ້າອ້າຍນ້ອງ ເພື່ອນບ້ານ ແລະໝູ່ສະໜິດ.’”+ 28 ພວກເລວີກໍເຮັດຕາມທີ່ໂມເຊສັ່ງ ແລະໄດ້ຂ້າຜູ້ຊາຍຕາຍປະມານ 3.000 ຄົນໃນມື້ນັ້ນ. 29 ແລ້ວໂມເຊກໍເວົ້າວ່າ: “ໃຫ້ພວກເຈົ້າແຍກໂຕໄວ້ຕ່າງຫາກ ເພື່ອຈະເຮັດວຽກຮັບໃຊ້ພະເຢໂຫວາ. ຍ້ອນພວກເຈົ້າຕໍ່ສູ້ລູກຊາຍແລະອ້າຍນ້ອງຂອງພວກເຈົ້າເອງ+ ພະເຈົ້າຈະອວຍພອນພວກເຈົ້າໃນມື້ນີ້.”+
30 ມື້ຕໍ່ມາ ໂມເຊເວົ້າກັບພວກອິດສະຣາເອນວ່າ: “ພວກເຈົ້າໄດ້ເຮັດຜິດຮ້າຍແຮງຫຼາຍ. ຂ້ອຍຈະຂຶ້ນໄປເທິງພູແລະອ້ອນວອນກັບພະເຢໂຫວາ. ບາງເທື່ອເພິ່ນຈະຍົກໂທດໃຫ້ພວກເຈົ້າ.”+ 31 ໂມເຊຈຶ່ງຂຶ້ນໄປເທິງພູແລະເວົ້າກັບພະເຢໂຫວາວ່າ: “ຄົນພວກນີ້ໄດ້ເຮັດຜິດຮ້າຍແຮງຫຼາຍ. ເຂົາເຈົ້າໄດ້ເອົາຄຳມາເຮັດເປັນພະເຈົ້າຂອງໂຕເອງ!+ 32 ຖ້າພະອົງຢາກຈະຍົກໂທດໃຫ້ເຂົາເຈົ້າ ກໍຂໍພະອົງເຮັດເລີຍ.+ ແຕ່ຖ້າພະອົງບໍ່ຍົກໂທດໃຫ້ ກໍຂໍໃຫ້ພະອົງລຶບຊື່ລູກອອກຈາກປຶ້ມທີ່ພະອົງຂຽນໄວ້.”+ 33 ແຕ່ພະເຢໂຫວາບອກວ່າ: “ຜູ້ໃດທີ່ເຮັດຜິດຕໍ່ເຮົາ ເຮົາຈະລຶບຊື່ຜູ້ນັ້ນອອກຈາກປຶ້ມຂອງເຮົາ. 34 ໃຫ້ເຈົ້າພາປະຊາຊົນໄປໃນບ່ອນທີ່ເຮົາຈະບອກເຈົ້າ. ເຮົາຊິໃຫ້ທູດສະຫວັນຂອງເຮົາອອກໜ້າໄປກ່ອນ.+ ມື້ທີ່ເຮົາຈະມາຕັດສິນ ເຮົາຈະລົງໂທດເຂົາເຈົ້າສຳລັບຄວາມຜິດຂອງເຂົາເຈົ້າ.” 35 ແລ້ວພະເຢໂຫວາກໍໃຫ້ເຂົາເຈົ້າເຈິກັບໄພພິບັດຍ້ອນຮູບງົວນ້ອຍທີ່ເຂົາເຈົ້າບອກໃຫ້ອາໂຣນເຮັດຂຶ້ນມາ.
33 ພະເຢໂຫວາເວົ້າກັບໂມເຊຕື່ມອີກວ່າ: “ໃຫ້ເຈົ້າກັບຄົນທີ່ເຈົ້າພາອອກມາຈາກເອຢິບເດີນທາງອອກຈາກນີ້ ແລ້ວໄປແຜ່ນດິນທີ່ເຮົາໄດ້ສັນຍາກັບອັບຣາຮາມ ອີຊາກ ແລະຢາໂຄບວ່າເຮົາຈະຍົກໃຫ້ລູກຫຼານຂອງເຂົາເຈົ້າ.+ 2 ເຮົາຈະໃຫ້ທູດສະຫວັນອົງໜຶ່ງອອກໜ້າໄປກ່ອນພວກເຈົ້າ.+ ເຮົາຊິຂັບໄລ່ພວກການາອານ ພວກອາໂມ ພວກເຮດ ພວກເປຣິຊີ ພວກຮີວີ ແລະພວກເຢບຸດອອກໄປຈາກແຜ່ນດິນນັ້ນ.+ 3 ໃຫ້ພວກເຈົ້າໄປແຜ່ນດິນທີ່ມີນ້ຳນົມກັບນ້ຳເຜີ້ງຫຼາຍ.+ ແຕ່ເຮົາຈະບໍ່ໄປນຳພວກເຈົ້າເພາະພວກເຈົ້າເປັນຄົນຫົວແຂງ.+ ເຮົາບໍ່ຢາກຈະໃຈຮ້າຍແລະທຳລາຍພວກເຈົ້າ.”+
4 ເມື່ອປະຊາຊົນຖືກຮ້າຍ ເຂົາເຈົ້າກໍເສຍໃຈຫຼາຍແລະບໍ່ມີຜູ້ໃດໃສ່ເຄື່ອງປະດັບເລີຍ. 5 ພະເຢໂຫວາເວົ້າກັບໂມເຊວ່າ: “ໃຫ້ບອກພວກອິດສະຣາເອນວ່າ ‘ພວກເຈົ້າເປັນຄົນຫົວແຂງ.+ ຖ້າເຮົາຈະໄປທົ່ວຄ້າຍແລະທຳລາຍພວກເຈົ້າທັງໝົດບາດດຽວກໍເຮັດໄດ້.+ ດັ່ງນັ້ນ ບໍ່ໃຫ້ພວກເຈົ້າໃສ່ເຄື່ອງປະດັບເພາະເຮົາກຳລັງຄິດວ່າຈະລົງໂທດພວກເຈົ້າແນວໃດ.’” 6 ເຂົາເຈົ້າເລີຍຖອດເຄື່ອງປະດັບອອກຢູ່ພູໂຮເຣັບ ແລະຕັ້ງແຕ່ນັ້ນມາກໍບໍ່ໄດ້ໃສ່ອີກເລີຍ.
7 ແລ້ວໂມເຊກໍໄດ້ເອົາເຕັ້ນຂອງໂຕເອງໄປຕັ້ງຢູ່ນອກຄ້າຍພັກເຊິ່ງຫ່າງຈາກຄ້າຍໄກເຕີບ. ລາວເອີ້ນເຕັ້ນນັ້ນວ່າເຕັ້ນຂໍການຊີ້ນຳ.* ທຸກຄົນທີ່ຢາກຂໍການຊີ້ນຳຈາກພະເຢໂຫວາ+ຈະໄປທີ່ເຕັ້ນນັ້ນ. 8 ເມື່ອໂມເຊອອກໄປທີ່ເຕັ້ນນັ້ນ ທຸກຄົນກໍຈະຢືນຢູ່ທາງເຂົ້າເຕັ້ນຂອງໂຕເອງແລະແນມເບິ່ງໂມເຊຈົນກວ່າລາວຈະເຂົ້າໄປໃນເຕັ້ນຂໍການຊີ້ນຳ. 9 ເມື່ອໂມເຊເຂົ້າໄປໃນເຕັ້ນແລ້ວ ເສົາຂີ້ເຝື້ອ+ກໍຈະມາປາກົດຢູ່ທາງເຂົ້າເຕັ້ນຕອນທີ່ພະເຈົ້າເວົ້າກັບໂມເຊ.+ 10 ເມື່ອທຸກຄົນແນມເຫັນເສົາຂີ້ເຝື້ອຢູ່ທາງເຂົ້າເຕັ້ນນັ້ນ ເຂົາເຈົ້າກໍຈະກົ້ມລົງຄຳນັບຢູ່ທາງເຂົ້າເຕັ້ນຂອງໂຕເອງ. 11 ພະເຢໂຫວາເວົ້າກັບໂມເຊແບບສອງຄົນລົມກັນເຊິ່ງໜ້າ.+ ຕອນທີ່ໂມເຊກັບມາຄ້າຍພັກ ໂຢຊວຍ+ຍັງຢູ່ໃນເຕັ້ນຂໍການຊີ້ນຳຢູ່. ລາວເປັນຜູ້ຊ່ວຍ+ແລະເປັນຜູ້ຮັບໃຊ້ໃກ້ຊິດຂອງໂມເຊ. ໂຢຊວຍເປັນລູກຊາຍຂອງນູນ.
12 ໂມເຊເວົ້າກັບພະເຢໂຫວາວ່າ: “ພະອົງບອກລູກວ່າ ‘ໃຫ້ພາຄົນເຫຼົ່ານີ້ໄປ.’ ແຕ່ບໍ່ໄດ້ບອກລູກວ່າຈະໃຫ້ຜູ້ໃດໄປນຳລູກ ແລະພະອົງກໍເຄີຍບອກລູກວ່າ ‘ເຮົາໄດ້ເລືອກເຈົ້າ*ແລະເຮົາພໍໃຈເຈົ້າ.’ 13 ຖ້າພະອົງພໍໃຈລູກ ຂໍພະອົງຊ່ວຍໃຫ້ລູກຮູ້ວ່າພະອົງໄດ້ເຮັດຫຍັງ ແລະພະອົງຊິເຮັດຫຍັງ+ ຍ້ອນລູກຢາກຮູ້ຈັກພະອົງຫຼາຍຂຶ້ນແລະເຮັດໃຫ້ພະອົງພໍໃຈ. ຂໍພະອົງຢ່າລືມວ່າຄົນຊາດນີ້ເປັນຄົນຂອງພະອົງ.”+ 14 ເພິ່ນຕອບວ່າ: “ເຮົາຈະຢູ່ກັບເຈົ້າ+ ແລະເຮົາຈະໃຫ້ເຈົ້າມີຄວາມສະຫງົບສຸກ.”+ 15 ໂມເຊເວົ້າວ່າ: “ຖ້າພະອົງບໍ່ໄປນຳພວກເຮົາກໍຢ່າໃຫ້ພວກເຮົາອອກຈາກບ່ອນນີ້. 16 ຖ້າພະອົງບໍ່ໄປນຳພວກເຮົາ ຄົນອື່ນຊິຮູ້ໄດ້ແນວໃດວ່າພະອົງພໍໃຈລູກແລະພໍໃຈຄົນອິດສະຣາເອນ?+ ແຕ່ຖ້າພະອົງໄປນຳພວກເຮົາ ຄົນຈາກຊາດອື່ນກໍຈະຮູ້ວ່າລູກແລະຄົນຂອງພະອົງແຕກຕ່າງຈາກພວກເຂົາ.”+
17 ພະເຢໂຫວາບອກໂມເຊວ່າ: “ເຮົາຈະເຮັດຕາມທີ່ເຈົ້າຂໍ ເພາະເຮົາພໍໃຈເຈົ້າແລະຮູ້ຈັກເຈົ້າດີ.”* 18 ໂມເຊເລີຍເວົ້າວ່າ: “ຄັນຊັ້ນຂໍໃຫ້ລູກເຫັນຄວາມຍິ່ງໃຫຍ່ຂອງພະອົງໄດ້ບໍ?” 19 ແຕ່ເພິ່ນເວົ້າວ່າ: “ເຮົາຈະກາຍໜ້າເຈົ້າແລະໃຫ້ເຈົ້າເຫັນວ່າເຮົາດີສ່ຳໃດ. ເຮົາຈະປະກາດຊື່ເຢໂຫວາຕໍ່ໜ້າເຈົ້າ.+ ເຮົາຈະຊ່ວຍເຫຼືອຄົນທີ່ເຮົາພໍໃຈ ແລະເຮົາຈະສະແດງຄວາມເມດຕາກັບຄົນທີ່ເຮົາເມດຕາ.”+ 20 ແລ້ວເພິ່ນເວົ້າຕື່ມອີກວ່າ: “ເຈົ້າຈະເຫັນໜ້າຂອງເຮົາບໍ່ໄດ້ ຍ້ອນວ່າບໍ່ມີມະນຸດຄົນໃດທີ່ເຫັນໜ້າເຮົາແລ້ວຈະມີຊີວິດຢູ່ໄດ້.”
21 ພະເຢໂຫວາເວົ້າຕື່ມວ່າ: “ໃຫ້ເຈົ້າມາຢືນຢູ່ເທິງກ້ອນຫີນທີ່ຢູ່ໃກ້ໆເຮົານີ້. 22 ຕອນທີ່ເຮົາກາຍເຈົ້າໄປ ເຮົາຈະໃຫ້ເຈົ້າເຫັນແສງລັດສະໝີຂອງເຮົາ. ເຮົາຈະເອົາເຈົ້າໄປລີ້ຢູ່ໂກນຫີນແລະເອົາມືບັງເຈົ້າໄວ້. 23 ຫຼັງຈາກເຮົາກາຍເຈົ້າໄປແລ້ວ ເຮົາຈະເອົາມືອອກແລະເຈົ້າຈະເຫັນຫຼັງເຮົາ ແຕ່ເຈົ້າຈະເຫັນໜ້າຂອງເຮົາບໍ່ໄດ້.”+
34 ແລ້ວພະເຢໂຫວາບອກໂມເຊວ່າ: “ໃຫ້ເຈົ້າເຮັດແຜ່ນຫີນ 2 ແຜ່ນຂຶ້ນມາໃໝ່ໃຫ້ຄືກັບຊຸດທຳອິດ+ ແລ້ວເຮົາຈະຂຽນຄຳສັ່ງຂອງເຮົາໃສ່ຄືກັບແຜ່ນຫີນ 2 ແຜ່ນ+ທີ່ເຈົ້າເຮັດແຕກໄປແລ້ວນັ້ນ.+ 2 ໃຫ້ເຈົ້າກຽມໂຕໃຫ້ພ້ອມເພື່ອຊິຂຶ້ນໄປເທິງພູຊີນາຍໃນມື້ອື່ນເຊົ້າ ແລະໃຫ້ຂຶ້ນໄປຫາເຮົາຢູ່ເທິງຈອມພູນັ້ນ.+ 3 ແຕ່ຢ່າໃຫ້ຜູ້ໃດຂຶ້ນໄປນຳເຈົ້າ. ຢ່າໃຫ້ຜູ້ໃດຢູ່ເທິງພູນັ້ນ ແລະຢ່າໃຫ້ຝູງແກະຫຼືຝູງງົວໄປກິນຫຍ້າຢູ່ຕີນພູ.”+
4 ແລ້ວໂມເຊກໍເຮັດແຜ່ນຫີນ 2 ແຜ່ນໃຫ້ຄືກັບໂຕເກົ່າ. ລາວລຸກແຕ່ເຊົ້າ ແລ້ວກໍຂຶ້ນໄປເທິງພູຊີນາຍຕາມທີ່ພະເຢໂຫວາສັ່ງ. ລາວເອົາແຜ່ນຫີນ 2 ແຜ່ນນັ້ນຂຶ້ນໄປນຳ. 5 ແລ້ວພະເຢໂຫວາກໍລົງມາ+ຢູ່ເທິງຂີ້ເຝື້ອແລະຢູ່ໃກ້ໆກັບໂມເຊ. ພະເຢໂຫວາກໍປະກາດຊື່ຂອງເພິ່ນ.+ 6 ພະເຢໂຫວາກາຍໜ້າໂມເຊໄປແລະເວົ້າວ່າ: “ເຮົາແມ່ນເຢໂຫວາ ເຮົາແມ່ນເຢໂຫວາ ເຮົາເປັນພະເຈົ້າທີ່ມີຄວາມເມດຕາ ໃຈດີ+ ບໍ່ໃຈຮ້າຍງ່າຍ+ ມີຄວາມຮັກທີ່ໝັ້ນຄົງຫຼາຍທີ່ສຸດ+ ແລະເວົ້າແຕ່ຄວາມຈິງ.*+ 7 ເຮົາສະແດງຄວາມຮັກທີ່ໝັ້ນຄົງໄປຈົນຮອດຫຼາຍພັນຊົ່ວອາຍຸຄົນ+ ໃຫ້ອະໄພຄວາມຜິດ ການບໍ່ເຊື່ອຟັງແລະການເຮັດບາບ.+ ແຕ່ເຮົາຊິບໍ່ປ່ອຍໃຫ້ຄົນທີ່ເຮັດຜິດບໍ່ຖືກລົງໂທດ.+ ເຮົາຈະລົງໂທດຄົນທີ່ເຮັດຜິດໄປຈົນຮອດລູກຮອດຫຼານແລະເຫຼນຂອງລາວ.”+
8 ໂມເຊກໍຟ້າວໝູບໜ້າລົງພື້ນແລະນະມັດສະການພະເຈົ້າ. 9 ແລ້ວລາວກໍເວົ້າວ່າ: “ພະເຢໂຫວາ ຖ້າຕອນນີ້ພະອົງພໍໃຈລູກ ຂໍໃຫ້ພະອົງໄປນຳພວກເຮົາ+ ເຖິງວ່າພວກເຮົາຈະເປັນຄົນຫົວແຂງກໍຕາມ.+ ພະເຢໂຫວາ ຂໍພະອົງອະໄພຄວາມຜິດແລະການເຮັດບາບຂອງພວກເຮົາ+ ແລະຍອມຮັບພວກເຮົາໃຫ້ເປັນຄົນຂອງພະອົງ.” 10 ພະເຈົ້າຕອບວ່າ: “ເຮົາຈະເຮັດສັນຍາກັບພວກເຈົ້າທຸກຄົນວ່າເຮົາຈະເຮັດການອັດສະຈັນທີ່ບໍ່ເຄີຍເກີດຂຶ້ນກັບຊາດໃດໃນໂລກນີ້.+ ຄົນຊາດອື່ນຈະໄດ້ເຫັນສິ່ງທີ່ພະເຢໂຫວາຈະເຮັດ. ສິ່ງທີ່ເຮົາຈະເຮັດໃຫ້ພວກເຈົ້ານັ້ນເປັນຕາງຶດຫຼາຍແທ້ໆ.+
11 ໃຫ້ເອົາໃຈໃສ່ໃນສິ່ງທີ່ເຮົາຈະສັ່ງພວກເຈົ້າໃນມື້ນີ້.+ ເຮົາຈະຂັບໄລ່ພວກອາໂມ ພວກການາອານ ພວກເຮດ ພວກເປຣິຊີ ພວກຮີວີ ແລະພວກເຢບຸດອອກໄປຕໍ່ໜ້າພວກເຈົ້າ.+ 12 ຢ່າເຮັດສັນຍາກັບຄົນໃນແຜ່ນດິນທີ່ພວກເຈົ້າຈະໄປຢູ່+ ເພາະມັນຊິເປັນກັບດັກຈັບພວກເຈົ້າ.+ 13 ແຕ່ໃຫ້ພວກເຈົ້າຮື້ແທ່ນບູຊາຂອງພວກເຂົາ. ໃຫ້ທຸບເສົາຫີນສັກສິດຈົນມຸ່ນແລະໃຫ້ຟັນເສົາໄມ້ສັກສິດຖິ້ມ.+ 14 ຢ່ານະມັດສະການພະເຈົ້າອື່ນ+ ເພາະທຸກຄົນຮູ້ວ່າເຮົາເຢໂຫວາເປັນພະເຈົ້າທີ່ຕ້ອງການໃຫ້ນະມັດສະການເຮົາພຽງຜູ້ດຽວ.* ເຮົາເປັນພະເຈົ້າທີ່ຕ້ອງການໃຫ້ນະມັດສະການເຮົາພຽງຜູ້ດຽວ.+ 15 ຫ້າມເຮັດສັນຍາກັບຄົນທີ່ຢູ່ໃນແຜ່ນດິນນັ້ນ ຍ້ອນພວກເຂົາເຮັດໂຕຄືແມ່ຈ້າງກັບພະເຈົ້າຕ່າງໆຂອງພວກເຂົາ+ ແລະຈະມີຄົນມາຊວນເຈົ້າໃຫ້ໄປກິນແນວທີ່ເຂົາເຈົ້າເອົາໄປບູຊາ.+ 16 ແລ້ວພວກເຈົ້າກໍຈະເອົາລູກສາວຂອງພວກເຂົາມາແຕ່ງດອງກັບພວກລູກຊາຍຂອງພວກເຈົ້າ+ ແລະເມື່ອລູກສາວຂອງພວກເຂົາເຮັດໂຕຄືແມ່ຈ້າງກັບພະເຈົ້າຕ່າງໆຂອງພວກເຂົາ ລູກຊາຍຂອງພວກເຈົ້າກໍຈະເຮັດແບບນັ້ນຄືກັນ.+
17 ຫ້າມພວກເຈົ້າຫຼໍ່ຮູບພະຂຶ້ນມານະມັດສະການ.+
18 ໃຫ້ພວກເຈົ້າສະຫຼອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອຄືກັບທີ່ເຮົາໄດ້ສັ່ງພວກເຈົ້າໄວ້.+ ພວກເຈົ້າຕ້ອງກິນເຂົ້າຈີ່ບໍ່ມີເຊື້ອເປັນເວລາ 7 ມື້ຕາມເວລາກຳນົດໃນເດືອນອາບິບ*+ ເພາະວ່າພວກເຈົ້າໄດ້ອອກມາຈາກເອຢິບໃນເດືອນອາບິບ.
19 ລູກຊາຍຜູ້ທຳອິດຂອງພວກເຈົ້າທຸກຄົນເປັນຂອງເຮົາ+ ລວມທັງລູກຂອງງົວແລະແກະທີ່ເປັນໂຕຜູ້ໂຕທຳອິດ.+ 20 ພວກເຈົ້າຕ້ອງໄຖ່ລູກໂຕຜູ້ໂຕທຳອິດຂອງລາດ້ວຍແກະ ແຕ່ຖ້າບໍ່ໄຖ່ກໍຕ້ອງຫັກຄໍພວກມັນ. ພວກເຈົ້າຕ້ອງໄຖ່ລູກຊາຍຜູ້ທຳອິດຂອງພວກເຈົ້າທຸກຄົນ.+ ຢ່າໃຫ້ຜູ້ໃດມາຫາເຮົາມືເປົ່າ.
21 ໃຫ້ພວກເຈົ້າເຮັດວຽກ 6 ມື້ ແຕ່ມື້ທີ 7 ໃຫ້ພວກເຈົ້າພັກຜ່ອນ.+ ບໍ່ວ່າຈະເປັນຍາມໄຖນາຫຼືຍາມກ່ຽວເຂົ້າ ພວກເຈົ້າກໍຕ້ອງພັກວຽກ.
22 ໃຫ້ພວກເຈົ້າສະຫຼອງເທດສະການເກັບກ່ຽວ*ດ້ວຍເຂົ້າວີດ*ທີ່ເກັບກ່ຽວມາເປັນຊຸດທຳອິດ ແລະພວກເຈົ້າຕ້ອງສະຫຼອງເທດສະການເກັບກ່ຽວຜົນລະປູກ.* ພວກເຈົ້າຕ້ອງສະຫຼອງເທດສະການເກັບກ່ຽວຜົນລະປູກໃນຕອນທ້າຍປີ.+
23 ໃຫ້ຜູ້ຊາຍທຸກຄົນໄປຢູ່ຕໍ່ໜ້າພະເຢໂຫວາຜູ້ເປັນນາຍແລະເປັນພະເຈົ້າຂອງພວກອິດສະຣາເອນປີລະ 3 ເທື່ອ.+ 24 ເຮົາຈະຂັບໄລ່ຊາດຕ່າງໆອອກໄປຕໍ່ໜ້າພວກເຈົ້າ+ ແລະຈະຂະຫຍາຍຂອບເຂດແຜ່ນດິນຂອງພວກເຈົ້າໃຫ້ກວ້າງອອກໄປ. ຕອນທີ່ພວກຜູ້ຊາຍທຸກຄົນໄປຢູ່ຕໍ່ໜ້າພະເຢໂຫວາພະເຈົ້າຂອງພວກເຈົ້າປີລະ 3 ເທື່ອນັ້ນ ຈະບໍ່ມີສັດຕູມາຕີເອົາແຜ່ນດິນຂອງພວກເຈົ້າ.
25 ຫ້າມບູຊາເລືອດພ້ອມກັບເຂົ້າຈີ່ທີ່ມີເຊື້ອ.+ ຫ້າມຈົ່ງສ່ວນທີ່ເຫຼືອຂອງເຄື່ອງບູຊາໃນເທດສະການປັດສະຄາໄວ້ຈົນຮອດເຊົ້າມື້ຕໍ່ໄປ.+
26 ໃຫ້ເອົາຜົນລະປູກຊຸດທຳອິດທີ່ດີທີ່ສຸດຂອງພວກເຈົ້າໄປໃຫ້ພະເຢໂຫວາພະເຈົ້າຂອງພວກເຈົ້າຢູ່ເຕັ້ນສັກສິດ.+
ຫ້າມຕົ້ມແບ້ນ້ອຍໃນນ້ຳນົມຂອງແມ່ມັນ.”+
27 ພະເຢໂຫວາເວົ້າກັບໂມເຊຕໍ່ໄປວ່າ: “ໃຫ້ຂຽນຄຳເຫຼົ່ານີ້ໄວ້+ ເພາະເຮົາຈະເຮັດສັນຍາກັບເຈົ້າແລະພວກອິດສະຣາເອນຕາມຄຳເຫຼົ່ານີ້.”+ 28 ໂມເຊຢູ່ເທິງພູກັບພະເຢໂຫວາ 40 ມື້ 40 ຄືນ. ລາວບໍ່ໄດ້ກິນເຂົ້າກິນນ້ຳເລີຍ.+ ພະເຈົ້າ*ໄດ້ຂຽນຄຳສັນຍາເຊິ່ງເປັນກົດໝາຍ 10 ຂໍ້ໃສ່ແຜ່ນຫີນ 2 ແຜ່ນນັ້ນ.+
29 ແລ້ວໂມເຊກໍລົງມາຈາກພູຊີນາຍ ແລະຖືແຜ່ນຫີນ 2 ແຜ່ນທີ່ມີຂໍ້ກົດໝາຍຂອງພະເຈົ້າ*ລົງມານຳ.+ ແຕ່ລາວບໍ່ຮູ້ວ່າໜ້າຂອງໂຕເອງມີແສງເຫຼື້ອມອອກມາ ຍ້ອນລາວໄດ້ເວົ້າກັບພະເຈົ້າ. 30 ເມື່ອອາໂຣນກັບພວກອິດສະຣາເອນເຫັນວ່າໜ້າຂອງໂມເຊມີແສງເຫຼື້ອມອອກມາ ເຂົາເຈົ້າກໍພາກັນຢ້ານແລະບໍ່ກ້າເຂົ້າໄປໃກ້ໂມເຊ.+
31 ແຕ່ໂມເຊກໍເອີ້ນອາໂຣນກັບພວກຫົວໜ້າຂອງອິດສະຣາເອນໃຫ້ມາຫາແລະລົມກັບເຂົາເຈົ້າ. 32 ຫຼັງຈາກນັ້ນ ພວກອິດສະຣາເອນກໍມາຫາໂມເຊ ແລ້ວລາວກໍບອກຄຳສັ່ງທັງໝົດທີ່ພະເຢໂຫວາໄດ້ເວົ້າກັບລາວຢູ່ເທິງພູຊີນາຍໃຫ້ເຂົາເຈົ້າຮູ້.+ 33 ຫຼັງຈາກທີ່ໂມເຊໄດ້ເວົ້າກັບພວກອິດສະຣາເອນແລ້ວໆ ລາວກໍຈະເອົາຜ້າປົກໜ້າໂຕເອງໄວ້.+ 34 ແຕ່ເມື່ອໂມເຊໄປລົມກັບພະເຢໂຫວາ ລາວກໍຈະເອົາຜ້າປົກໜ້າອອກ.+ ຫຼັງຈາກນັ້ນ ລາວກໍຈະມາບອກພວກອິດສະຣາເອນວ່າພະເຈົ້າໄດ້ສັ່ງຫຍັງແດ່+ 35 ແລະພວກອິດສະຣາເອນໄດ້ເຫັນວ່າໜ້າຂອງໂມເຊມີແສງເຫຼື້ອມອອກມາ. ເມື່ອລາວເວົ້າກັບພວກອິດສະຣາເອນແລ້ວໆ ລາວກໍເອົາຜ້າປົກໜ້າໂຕເອງໄວ້ ແຕ່ຕອນທີ່ລາວໄປເວົ້າກັບພະເຈົ້າ ລາວກໍຈະເອົາຜ້າປົກໜ້າອອກ.+
35 ຫຼັງຈາກນັ້ນ ໂມເຊກໍເອີ້ນພວກອິດສະຣາເອນທັງໝົດໃຫ້ມາປະຊຸມກັນ ແລະບອກເຂົາເຈົ້າວ່າ: “ພະເຢໂຫວາສັ່ງໃຫ້ເຮັດແບບນີ້.+ 2 ໃຫ້ເຮັດວຽກພາຍໃນ 6 ມື້ ແລະມື້ທີ 7 ຈະເປັນວັນບໍລິສຸດສຳລັບພວກເຈົ້າ. ມື້ນັ້ນເປັນມື້ພັກຜ່ອນ ເປັນວັນຊະບາໂຕ*ສຳລັບພະເຢໂຫວາ.+ ຜູ້ໃດທີ່ເຮັດວຽກໃນມື້ນັ້ນ ຜູ້ນັ້ນຈະຕ້ອງຕາຍ.+ 3 ຫ້າມດັງໄຟຢູ່ບ່ອນພັກຂອງພວກເຈົ້າໃນວັນຊະບາໂຕ.”
4 ໂມເຊບອກພວກອິດສະຣາເອນຕື່ມອີກວ່າ: “ພະເຢໂຫວາສັ່ງພວກເຮົາຕື່ມອີກວ່າ 5 ‘ໃຫ້ພວກເຈົ້າເອົາເຄື່ອງຂອງມາໃຫ້ພະເຢໂຫວາ.+ ຜູ້ໃດທີ່ເຕັມໃຈຢາກໃຫ້+ ໃຫ້ເອົາເຄື່ອງຂອງເຫຼົ່ານີ້ມາໃຫ້ພະເຢໂຫວາຄື: ຄຳ ເງິນ ທອງແດງ 6 ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍ*ສີແດງສົດ ຜ້າລີນິນຢ່າງດີ ຂົນແບ້+ 7 ໜັງແກະໂຕຜູ້ທີ່ຍ້ອມສີແດງ ໜັງແມວນ້ຳ ໄມ້ອະຄາເຊຍ 8 ນ້ຳມັນໃສ່ຕະກຽງ ນ້ຳມັນຫອມທີ່ສະກັດຈາກພືດທີ່ເປັນສ່ວນປະສົມຂອງນ້ຳມັນທີ່ໃຊ້ເພື່ອແຕ່ງຕັ້ງ ແລະທີ່ໃຊ້ປະສົມເພື່ອເຮັດເຄື່ອງຫອມ+ 9 ຫີນໂອນິກກັບຫີນແກ້ວຕ່າງໆທີ່ໃຊ້ສຳລັບໃສ່ເອໂຟດ*+ແລະໃສ່ແຜ່ນປົກເອິກ.+
10 ໃຫ້ທຸກຄົນທີ່ມີສີມື+ເຮັດສິ່ງຕໍ່ໄປນີ້ຕາມທີ່ພະເຢໂຫວາສັ່ງ 11 ຄື: ເຕັ້ນສັກສິດ ສ່ວນປະກອບທຸກຢ່າງຂອງເຕັ້ນ ຜ້າປົກເຕັ້ນ ຂໍເກາະ ໂຄງຝາ ໄມ້ຮາວ ແລະເສົາກັບຖານຂອງເຕັ້ນ 12 ຫີບສັນຍາ+ ໄມ້ຫາມຫີບ+ ຝາອັດຫີບ+ ແລະຜ້າກັ້ງ+ 13 ໂຕະ+ ໄມ້ຫາມໂຕະ ເຄື່ອງໃຊ້ທຸກຢ່າງທີ່ໃຊ້ກັບໂຕະ ແລະເຂົ້າຈີ່ທີ່ຕັ້ງໄວ້*+ 14 ຂາຕະກຽງ+ ເຄື່ອງໃຊ້ທຸກຢ່າງທີ່ໃຊ້ກັບຂາຕະກຽງ ຕະກຽງ ແລະນ້ຳມັນຕະກຽງ+ 15 ແທ່ນເຜົາເຄື່ອງຫອມ+ ໄມ້ຫາມແທ່ນ ນ້ຳມັນທີ່ໃຊ້ເພື່ອແຕ່ງຕັ້ງ ນ້ຳມັນເພື່ອເຮັດເຄື່ອງຫອມ+ ແລະຜ້າກັ້ງສຳລັບທາງເຂົ້າເຕັ້ນສັກສິດ 16 ແທ່ນເຜົາເຄື່ອງບູຊາ+ ຕານ່າງທອງແດງ ໄມ້ຫາມແທ່ນ ເຄື່ອງໃຊ້ທຸກຢ່າງທີ່ໃຊ້ສຳລັບແທ່ນນັ້ນ ແລະອ່າງກັບຂາຕັ້ງອ່າງ+ 17 ຜ້າທີ່ໃຊ້ກັ້ນເດີ່ນຂອງເຕັ້ນສັກສິດ+ ເສົາກັບຖານຮອງຕີນເສົາ ແລະຜ້າກັ້ງສຳລັບທາງເຂົ້າເດີ່ນ 18 ຫຼິ້ມ*ທີ່ໃຊ້ຍຶດເຕັ້ນ ຫຼິ້ມທີ່ໃຊ້ຍຶດຜ້າກັ້ນເດີ່ນ ແລະເຊືອກສຳລັບຄຶງເສົາ+ 19 ເຄື່ອງນຸ່ງທີ່ຕ່ຳຢ່າງດີ+ສຳລັບວຽກຮັບໃຊ້ຢູ່ເຕັ້ນສັກສິດ ເຄື່ອງນຸ່ງທີ່ບໍລິສຸດສຳລັບປະໂລຫິດອາໂຣນ+ ແລະເຄື່ອງນຸ່ງສຳລັບພວກລູກຊາຍຂອງອາໂຣນທີ່ໃຊ້ຕອນເຮັດວຽກປະໂລຫິດ.’”
20 ເມື່ອໂມເຊເວົ້າຈົບແລ້ວ ພວກອິດສະຣາເອນກໍພາກັນກັບໄປບ່ອນພັກຂອງໂຕເອງ. 21 ຄົນທີ່ເຕັມໃຈ+ແລະມີໃຈເອື້ອເຟື້ອກໍມາ ແລະເອົາເຄື່ອງຕ່າງໆມາໃຫ້ພະເຢໂຫວາເພື່ອໃຊ້ສຳລັບເຕັ້ນສັກສິດ* ເພື່ອວຽກຮັບໃຊ້ທຸກຢ່າງທີ່ຢູ່ຫັ້ນ ແລະເພື່ອເຮັດເຄື່ອງນຸ່ງທີ່ບໍລິສຸດ. 22 ເຂົາເຈົ້າພາກັນມາເລື້ອຍໆທັງຜູ້ຊາຍກັບຜູ້ຍິງ. ທຸກຄົນທີ່ມີໃຈເອື້ອເຟື້ອກໍເອົາເຂັມຄັດ ຕຸ້ມຫູ ແຫວນ ແລະເຄື່ອງປະດັບອື່ນໆ ລວມທັງເຄື່ອງຂອງຕ່າງໆທີ່ເປັນຄຳມາໃຫ້. ເຂົາເຈົ້າເອົາເຄື່ອງບູຊາ*ທີ່ເປັນຄຳເຫຼົ່ານີ້ມາໃຫ້ພະເຢໂຫວາ.+ 23 ທຸກຄົນທີ່ມີດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ຜ້າລີນິນຢ່າງດີ ຂົນແບ້ ໜັງແກະໂຕຜູ້ທີ່ຍ້ອມສີແດງ ແລະໜັງແມວນ້ຳ ເຂົາເຈົ້າກໍໄດ້ເອົາເຄື່ອງເຫຼົ່ານີ້ມາໃຫ້. 24 ຄົນທີ່ມີໃຈເອື້ອເຟື້ອໄດ້ເອົາເງິນແລະທອງແດງມາໃຫ້ພະເຢໂຫວາ. ທຸກຄົນທີ່ມີໄມ້ອະຄາເຊຍກໍເອົາມາໃຫ້ເພື່ອໃຊ້ສຳລັບວຽກທີ່ກ່ຽວກັບເຕັ້ນສັກສິດ.
25 ພວກຜູ້ຍິງທຸກຄົນທີ່ມີສີມື+ພາກັນເຂັນເສັ້ນດ້າຍ ແລ້ວເຂົາເຈົ້າກໍໄດ້ເອົາສິ່ງທີ່ເຂົາເຈົ້າເຂັນແລ້ວມາໃຫ້ຄື: ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ແລະເສັ້ນປ່ານຢ່າງດີ. 26 ຜູ້ຍິງທຸກຄົນທີ່ມີສີມືແລະເຕັມໃຈກໍຊ່ວຍກັນເຂັນດ້າຍຈາກຂົນແບ້.
27 ພວກຫົວໜ້າກໍເອົາຫີນໂອນິກກັບຫີນແກ້ວຕ່າງໆສຳລັບໃສ່ເອໂຟດແລະໃສ່ແຜ່ນປົກເອິກ+ມາໃຫ້. 28 ເຂົາເຈົ້າເອົານ້ຳມັນຫອມທີ່ສະກັດຈາກພືດແລະນ້ຳມັນໝາກກອກມາໃຫ້ ເພື່ອໃຊ້ສຳລັບຕະກຽງ ໃຊ້ສຳລັບນ້ຳມັນທີ່ໃຊ້ເພື່ອແຕ່ງຕັ້ງ+ ແລະໃຊ້ສຳລັບເຄື່ອງຫອມ.+ 29 ທຸກຄົນທີ່ມີໃຈເອື້ອເຟື້ອທັງຜູ້ຊາຍກັບຜູ້ຍິງໄດ້ເອົາເຄື່ອງຂອງມາໃຫ້ ເພື່ອຈະເອົາມາໃຊ້ໃນວຽກທີ່ພະເຢໂຫວາສັ່ງໄວ້ຜ່ານທາງໂມເຊ. ພວກອິດສະຣາເອນໄດ້ເອົາທຸກສິ່ງທຸກຢ່າງມາໃຫ້ພະເຢໂຫວາດ້ວຍຄວາມສະໝັກໃຈ.+
30 ແລ້ວໂມເຊກໍເວົ້າກັບພວກອິດສະຣາເອນວ່າ: “ພະເຢໂຫວາໄດ້ເລືອກເບຊາເລນທີ່ເປັນຄົນຕະກູນຢູດາ ເປັນລູກຊາຍຂອງອູຣີ ແລະເປັນຫຼານຊາຍຂອງຮູເຣ.+ 31 ເພິ່ນໄດ້ໃຫ້ພະລັງຂອງເພິ່ນກັບລາວເພື່ອໃຫ້ລາວມີສະຕິປັນຍາ ມີຄວາມເຂົ້າໃຈ ມີຄວາມຮູ້ ແລະໃຫ້ລາວເຮັດວຽກດ້ານສີໄມ້ລາຍມືເກັ່ງທຸກຢ່າງ. 32 ບໍ່ວ່າຈະເປັນການອອກແບບລວດລາຍຕ່າງໆ ວຽກກ່ຽວກັບຄຳ ເງິນ ແລະທອງແດງ 33 ວຽກເຈຍລະໄນແລະຈັດວາງເພັດພອຍ ແລະວຽກແກະສະຫຼັກໄມ້ທຸກຢ່າງ. 34 ພະເຈົ້າເຮັດໃຫ້ທັງເບຊາເລນແລະໂອໂຮລຽບ+ສອນຄົນອື່ນເຮັດວຽກໄດ້. ໂອໂຮລຽບເປັນຄົນທີ່ມາຈາກຕະກູນດານທີ່ເປັນລູກຂອງອາຮີສະມັກ. 35 ເພິ່ນເຮັດໃຫ້ 2 ຄົນນີ້ເຮັດວຽກເກັ່ງທຸກຢ່າງ+ ທັງການຖັກແສ່ວແລະການຕ່ຳຜ້າໂດຍໃຊ້ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ແລະເສັ້ນປ່ານຢ່າງດີ. ສອງຄົນນີ້ຈະອອກແບບແລະເຮັດວຽກທຸກຢ່າງ.”
36 “ເບຊາເລນຈະເຮັດວຽກກັບໂອໂຮລຽບແລະພວກຊ່າງທີ່ມີສີມືທຸກຄົນທີ່ໄດ້ຮັບສະຕິປັນຍາແລະຄວາມເຂົ້າໃຈຈາກພະເຢໂຫວາ. ເຂົາເຈົ້າທຸກຄົນຮູ້ວິທີເຮັດທຸກສິ່ງທຸກຢ່າງສຳລັບເຕັ້ນສັກສິດຕາມທີ່ພະເຢໂຫວາສັ່ງ.”+
2 ໂມເຊເອີ້ນເບຊາເລນ ໂອໂຮລຽບ ແລະພວກຊ່າງທີ່ມີສີມືທຸກຄົນທີ່ພະເຢໂຫວາໃຫ້ສະຕິປັນຍາມາຫາລາວ.+ ທຸກຄົນສະໝັກໃຈມາເຮັດວຽກນີ້.+ 3 ເຂົາເຈົ້າກໍເອົາເຄື່ອງນຳໂມເຊທີ່ພວກອິດສະຣາເອນເອົາມາໃຫ້+ເພື່ອຊິໃຊ້ເຄື່ອງຂອງເຫຼົ່ານັ້ນສຳລັບເຕັ້ນສັກສິດ. ແຕ່ທຸກໆເຊົ້າພວກອິດສະຣາເອນກໍເຕັມໃຈເອົາເຄື່ອງຂອງຕ່າງໆມາໃຫ້ຫຼາຍຂຶ້ນເລື້ອຍໆ.
4 ເມື່ອເຂົາເຈົ້າເລີ່ມເຮັດວຽກສຳລັບເຕັ້ນສັກສິດ ພວກຊ່າງທີ່ມີສີມືທຸກຄົນກໍພາກັນມາຊ່ວຍວຽກແບບບໍ່ຂາດສາຍ. 5 ເຂົາເຈົ້າບອກໂມເຊວ່າ: “ປະຊາຊົນເອົາເຄື່ອງສຳລັບເຮັດວຽກຕາມທີ່ພະເຢໂຫວາສັ່ງໄວ້ມາໃຫ້ຫຼາຍໂພດແລ້ວເດີ້.” 6 ໂມເຊກໍເລີຍອອກຄຳສັ່ງໃຫ້ປະກາດໄປທົ່ວຄ້າຍພັກວ່າ: “ບໍ່ຕ້ອງເອົາເຄື່ອງມາໃຫ້ສຳລັບວຽກເຮັດເຕັ້ນສັກສິດອີກແລ້ວ.” ເມື່ອພວກອິດສະຣາເອນໄດ້ຍິນແບບນັ້ນກໍບໍ່ມີໃຜເອົາເຄື່ອງມາໃຫ້ອີກ. 7 ເຄື່ອງຂອງທີ່ຈະເອົາມາໃຊ້ສຳລັບວຽກທຸກຢ່າງມີຫຼາຍພໍແລ້ວ ແລະມີຫຼາຍຈົນເຫຼືອຊ້ຳ.
8 ພວກຊ່າງທີ່ມີສີມື+ກໍຊ່ວຍກັນເຮັດຜ້າເຕັ້ນສັກສິດ+ ດ້ວຍຜ້າ 10 ຜືນຈາກເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ແລະດ້າຍ*ສີແດງສົດ. ລາວ*ແສ່ວຮູບເຄຣູບໃສ່ຜ້າທຸກຜືນ.+ 9 ຜ້າທຸກຜືນມີຂະໜາດສ່ຳກັນໝົດຄື ຍາວ 28 ສອກ* ແລະກວ້າງ 4 ສອກ.* 10 ລາວເອົາຜ້າ 5 ຜືນມາຫຍິບຕໍ່ກັນເປັນຜ້າຜືນໃຫຍ່ຜືນໜຶ່ງ ແລະອີກ 5 ຜືນກໍເຮັດຄືກັນ. 11 ລາວເອົາດ້າຍສີຟ້າມາເຮັດບ້ວງໃສ່ຂ້າງໜຶ່ງຂອງຜ້າຜືນທຳອິດ ຂ້າງທີ່ຈະຕໍ່ກັບອີກຜືນໜຶ່ງ ແລະຜ້າອີກຜືນໜຶ່ງລາວກໍເຮັດບ້ວງໃສ່ຄືກັນເພື່ອຈະໄດ້ຕໍ່ກັບຜ້າຜືນທຳອິດ. 12 ລາວເຮັດບ້ວງ 50 ບ້ວງໃສ່ຂອບຂ້າງໜຶ່ງຂອງຜ້າຜືນທຳອິດ ແລະເຮັດອີກ 50 ບ້ວງໃສ່ອີກຂ້າງໜຶ່ງຂອງຜ້າຜືນທີສອງ. ເມື່ອຕໍ່ກັນບ້ວງຂອງຜ້າທັງສອງຜືນຈະຢູ່ເຄິ່ງກັນພໍດີ. 13 ແລ້ວລາວກໍເຮັດຂໍເກາະ 50 ຂໍດ້ວຍຄຳ ແລະເອົາມາເກາະຜ້າ 2 ຜືນຕໍ່ກັນ ເພື່ອໃຫ້ຜ້າຂອງເຕັ້ນສັກສິດຕໍ່ກັນເປັນຜືນດຽວ.
14 ລາວເອົາຂົນແບ້ມາເຮັດຜ້າ 11 ຜືນເພື່ອປົກເຕັ້ນສັກສິດ.+ 15 ຜ້າ 11 ຜືນນີ້ມີຂະໜາດສ່ຳກັນໝົດຄື ຍາວ 30 ສອກ* ແລະກວ້າງ 4 ສອກ.* 16 ລາວເອົາຜ້າ 5 ຜືນມາຕໍ່ກັນເປັນຜືນໜຶ່ງ ແລະລາວກໍເອົາອີກ 6 ຜືນມາຕໍ່ກັນເປັນຜືນໜຶ່ງ. 17 ແລ້ວລາວກໍເຮັດບ້ວງ 50 ບ້ວງໃສ່ຂອບຂ້າງໜຶ່ງຂອງຜ້າຜືນທຳອິດ ແລະເຮັດອີກ 50 ບ້ວງໃສ່ຂອບຂ້າງໜຶ່ງຂອງຜ້າຜືນທີສອງບ່ອນທີ່ຜ້າ 2 ຜືນຕໍ່ກັນ. 18 ລາວເຮັດຂໍເກາະ 50 ຂໍດ້ວຍທອງແດງ ແລະເອົາຂໍເກາະມາເກາະບ້ວງເຂົ້າກັນເພື່ອຕໍ່ຜ້າເປັນຜືນດຽວ.
19 ລາວເຮັດຜ້າປົກເຕັ້ນອີກຜືນໜຶ່ງດ້ວຍໜັງແກະໂຕຜູ້ຍ້ອມສີແດງ ແລະເຮັດອີກຜືນໜຶ່ງດ້ວຍໜັງແມວນ້ຳເພື່ອເອົາໄປປົກທັບໄວ້ອີກຊັ້ນໜຶ່ງ.+
20 ແລ້ວລາວກໍເອົາໄມ້ອະຄາເຊຍ+ມາເຮັດໂຄງຝາຂອງເຕັ້ນສັກສິດແລະເອົາມາຕັ້ງໄວ້.+ 21 ແຕ່ລະປ່ອງຂອງໂຄງຝາ ສູງ 10 ສອກ* ແລະກວ້າງ 1 ສອກເຄິ່ງ.* 22 ຢູ່ສົ້ນລຸ່ມຂອງແຕ່ລະປ່ອງຂອງໂຄງຝາຈະເຮັດເປັນຫົວສຸບ 2 ຫົວ. ໂຄງຝາຂອງເຕັ້ນສັກສິດແຕ່ລະປ່ອງລາວເຮັດແບບນີ້ຄືກັນໝົດ. 23 ລາວເຮັດໂຄງຝາ 20 ປ່ອງສຳລັບຝາຂອງເຕັ້ນສັກສິດທີ່ຢູ່ທາງທິດໃຕ້. 24 ລາວເອົາເງິນມາເຮັດຖານທີ່ມີຮູທັງໝົດ 40 ອັນເພື່ອຊິໄດ້ເອົາໂຄງຝາ 20 ປ່ອງມາສຸບໃສ່. ໂຄງຝາແຕ່ລະປ່ອງຈະມີຖານ 2 ອັນເພື່ອເອົາຕີນຂອງໂຄງຝາທີ່ເຮັດເປັນຫົວສຸບແລ້ວມາສຸບໃສ່ ແລະໂຄງຝາອັນຕໍ່ໆໄປລາວກໍເຮັດແບບນີ້ຄືກັນ.+ 25 ທາງທິດເໜືອຂອງເຕັ້ນສັກສິດລາວກໍເຮັດໂຄງຝາ 20 ປ່ອງ 26 ແລະເອົາເງິນມາເຮັດຖານທີ່ມີຮູທັງໝົດ 40 ອັນ. ໂຄງຝາແຕ່ລະປ່ອງມີຖານ 2 ອັນແບບນີ້ຄືກັນໝົດ.
27 ສ່ວນທາງຫຼັງຂອງເຕັ້ນສັກສິດທີ່ຢູ່ທາງທິດຕາເວັນຕົກລາວໄດ້ເຮັດໂຄງຝາ 6 ປ່ອງ.+ 28 ລາວເຮັດໂຄງຝາ 2 ປ່ອງຄ້ຳ 2 ແຈທາງຫຼັງເຕັ້ນສັກສິດ. 29 ໂຄງຝານີ້ມີໄມ້ 2 ອັນ ຍາວຕັ້ງແຕ່ລຸ່ມຂຶ້ນເທິງ ໄປຈຸກັນຢູ່ບ່ອນບ້ວງທຳອິດ. ລາວເຮັດແບບນີ້ເພື່ອຈະເປັນເສົາຄ້ຳທັງ 2 ແຈໄວ້. 30 ລວມແລ້ວມີໂຄງຝາ 8 ປ່ອງແລະມີຖານເງິນທີ່ມີຮູ 16 ອັນ. ໂຄງຝາແຕ່ລະປ່ອງຈະມີຖານ 2 ອັນ.
31 ລາວເອົາໄມ້ອະຄາເຊຍມາເຮັດໄມ້ຮາວ 5 ທ່ອນ ເພື່ອຍຶດໂຄງຝາດ້ານໜຶ່ງຂອງເຕັ້ນສັກສິດໃຫ້ຕິດກັນໝົດ.+ 32 ລາວເຮັດໄມ້ຮາວ 5 ທ່ອນສຳລັບຍຶດໂຄງຝາທາງທິດເໜືອ ແລະອີກ 5 ທ່ອນສຳລັບທາງຫຼັງທີ່ເປັນທິດຕາເວັນຕົກ. 33 ສ່ວນໄມ້ຮາວທີ່ຢູ່ທາງກາງທີ່ຍຶດໂຄງຝາຈະເປັນໄມ້ທ່ອນດຽວ ຍາວຕັ້ງແຕ່ສົ້ນເບື້ອງໜຶ່ງໄປຈົນສຸດອີກສົ້ນເບື້ອງໜຶ່ງ. 34 ລາວເອົາແຜ່ນຄຳມາໂອບໂຄງຝາ ແລະເຮັດບ້ວງຄຳເພື່ອຈະສອດໄມ້ຮາວໄດ້ ແລະລາວເອົາແຜ່ນຄຳມາໂອບໄມ້ຮາວຄືກັນ.+
35 ລາວເຮັດຜ້າກັ້ງ+ດ້ວຍດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ແລະເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ ແລະລາວແສ່ວຮູບເຄຣູບ+ໃສ່ຜ້າກັ້ງນັ້ນ.+ 36 ລາວເອົາໄມ້ອະຄາເຊຍມາເຮັດເສົາ 4 ຕົ້ນເພື່ອຫ້ອຍຜ້າກັ້ງ. ລາວເອົາແຜ່ນຄຳມາໂອບເສົາເຫຼົ່ານັ້ນ ແລະເອົາຄຳມາເຮັດເປັນຂໍເກາະຜ້າກັ້ງ ແລະເອົາເງິນມາເຮັດເປັນຖານຮອງຕີນເສົາ 4 ຕົ້ນນັ້ນ. 37 ຈາກນັ້ນ ລາວເຮັດຜ້າກັ້ງສຳລັບທາງເຂົ້າເຕັ້ນດ້ວຍດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ແລະເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ.+ 38 ລາວເຮັດເສົາ 5 ຕົ້ນ ແລະຂໍເກາະສຳລັບຜ້າກັ້ງ. ລາວເອົາຄຳມາໂອບຫົວເສົາກັບບ້ວງທີ່ຢູ່ຫົວເສົາ ແລະລາວເອົາທອງແດງມາເຮັດຖານຮອງຕີນເສົາ 5 ຕົ້ນນັ້ນ.
37 ເບຊາເລນ+ເຮັດຫີບສັນຍາ+ຈາກໄມ້ອະຄາເຊຍ ຍາວ 2 ສອກເຄິ່ງ* ກວ້າງ 1 ສອກເຄິ່ງ* ແລະສູງ 1 ສອກເຄິ່ງ.+ 2 ລາວເອົາແຜ່ນຄຳແທ້ມາໂອບໃສ່ທາງໃນແລະທາງນອກຂອງຫີບ ແລະເຮັດຂອບບົວດ້ວຍຄຳຕິດອ້ອມຫີບ.+ 3 ລາວເຮັດບ້ວງຄຳ 4 ບ້ວງ ໃຫ້ຕິດຢູ່ທາງຂ້າງຂອງຫີບ ຂ້າງລະ 2 ບ້ວງກາຍຕີນຫີບຂຶ້ນໄປໜ້ອຍໜຶ່ງ. 4 ແລ້ວລາວກໍເຮັດໄມ້ຫາມ 2 ອັນຈາກໄມ້ອະຄາເຊຍ ແລະເອົາແຜ່ນຄຳມາໂອບໄມ້ຫາມນັ້ນ.+ 5 ລາວເອົາໄມ້ຫາມມາສອດໃສ່ບ້ວງທັງສອງຂ້າງຂອງຫີບນັ້ນ ເພື່ອເອົາໄວ້ຫາມ.+
6 ລາວເຮັດຝາຫີບດ້ວຍຄຳແທ້+ ຍາວ 2 ສອກເຄິ່ງ* ແລະກວ້າງ 1 ສອກເຄິ່ງ.*+ 7 ລາວໃຊ້ຄ້ອນຕີຕີຄຳໃຫ້ເປັນຮູບເຄຣູບ+ 2 ອົງ. ເຄຣູບນັ້ນຢູ່ຄົນລະສົ້ນເທິງຝາຫີບ.+ 8 ເຄຣູບອົງໜຶ່ງຢູ່ສົ້ນໜຶ່ງ ແລະເຄຣູບອີກອົງໜຶ່ງກໍຢູ່ອີກສົ້ນໜຶ່ງ. ລາວເຮັດເຄຣູບໃສ່ຄົນລະສົ້ນເທິງຝາຫີບ. 9 ປີກຂອງເຄຣູບພືອອກ ຊີ້ຂຶ້ນໄປທາງເທິງ ເຄຣູບປິ່ນເຂົ້າຫາກັນແລະກົ້ມໜ້າລົງເທິງຝາຫີບ.+ ປີກຂອງພວກເຄຣູບກໍກວມຝາຫີບ.+
10 ລາວເຮັດໂຕະໜ່ວຍໜຶ່ງຈາກໄມ້ອະຄາເຊຍ+ ຍາວ 2 ສອກ* ກວ້າງ 1 ສອກ* ແລະສູງ 1 ສອກເຄິ່ງ.*+ 11 ລາວເອົາແຜ່ນຄຳແທ້ມາໂອບໂຕະໜ່ວຍນັ້ນ ແລະເອົາແຜ່ນຄຳທີ່ເຮັດເປັນລວດລາຍມາຕິດໃສ່ອ້ອມຂອບໂຕະນັ້ນ. 12 ລາວເຮັດໜ້າໂຕະໜາ 1 ຝາມື* ແລະເອົາຄຳມາເຮັດເປັນລວດລາຍໃສ່ອີກຂອບໜຶ່ງ. 13 ລາວເຮັດບ້ວງຄຳ 4 ບ້ວງ ຕິດໃສ່ແຕ່ລະແຈຂອງຂາໂຕະ. 14 ບ້ວງເຫຼົ່ານັ້ນຢູ່ໃກ້ຂອບໂຕະ ເພື່ອຈະສອດໄມ້ຫາມໃສ່ແລະຫາມໄປໄດ້. 15 ລາວເຮັດໄມ້ຫາມ 2 ອັນຈາກໄມ້ອະຄາເຊຍແລະເອົາແຜ່ນຄຳມາໂອບໄມ້ຫາມນັ້ນ. 16 ຫຼັງຈາກນັ້ນ ລາວກໍເອົາຄຳແທ້ມາເຮັດເຄື່ອງໃຊ້ທີ່ໃຊ້ກັບໂຕະ ເຊິ່ງມີຈານ ຈອກ ຖ້ວຍ ແລະໂຖເພື່ອໃຊ້ເທເຄື່ອງບູຊາດື່ມ.+
17 ຈາກນັ້ນ ລາວເອົາຄຳແທ້ກ້ອນໜຶ່ງມາຕີເປັນຂາຕະກຽງ.+ ລາວຕີຂາຕະກຽງໃຫ້ມີຖານ ມີຂາຕັ້ງ ມີງ່າ ມີກີບທີ່ຕິດຂວັ້ນ ມີດອກຈູມແລະດອກບານ.+ 18 ລາວເຮັດງ່າອອກຈາກຂາຕັ້ງ 6 ງ່າ ເບື້ອງຊ້າຍ 3 ງ່າ ແລະເບື້ອງຂວາ 3 ງ່າ. 19 ແຕ່ລະງ່າຈະມີກີບທີ່ຕິດຂວັ້ນຄືກັບດອກແອວມ້ອນ ດອກຈູມແລະດອກບານ ງ່າລະ 3 ຊຸດ ທັງ 6 ງ່າລາວເຮັດແບບນີ້ຄືກັນໝົດ. 20 ຂາຕັ້ງຂອງຂາຕະກຽງຈະມີກີບທີ່ຕິດຂວັ້ນຄືກັບດອກແອວມ້ອນ ດອກຈູມແລະດອກບານ 4 ຊຸດ. 21 ມີດອກຈູມດອກໜຶ່ງຢູ່ກ້ອງຂອງງ່າຄູ່ທຳອິດ ອີກດອກໜຶ່ງຢູ່ກ້ອງຄູ່ທີ 2 ແລະອີກດອກໜຶ່ງຢູ່ກ້ອງຄູ່ທີ 3. ທັງ 6 ງ່າກໍເດ່ອອກຈາກຂາຕັ້ງຂອງຕະກຽງ. 22 ທັງດອກຈູມ ທັງງ່າ ແລະສ່ວນອື່ນໆຂອງຕະກຽງທີ່ມີຂານີ້ຕີຈາກຄຳແທ້ກ້ອນດຽວ. 23 ລາວເອົາຄຳແທ້ມາເຮັດຕະກຽງ 7 ອັນ+ ແລະເຮັດແນວໜີບໄສ້ຕະກຽງກັບແນວໃສ່ຂີ້ໄສ້ຕະກຽງ. 24 ລາວເຮັດຂາຕະກຽງກັບເຄື່ອງໃຊ້ທັງໝົດທີ່ກ່ຽວກັບຕະກຽງດ້ວຍຄຳແທ້ໜັກ 1 ຕະລັນ.*
25 ລາວເຮັດແທ່ນເຜົາເຄື່ອງຫອມ+ຈາກໄມ້ອະຄາເຊຍ. ແທ່ນນີ້ເປັນຮູບຊົງສີ່ລ່ຽມ ຍາວ 1 ສອກ* ກວ້າງ 1 ສອກ ແລະສູງ 2 ສອກ.* ລາວເຮັດເຂົາຢູ່ໄມ້ດຽວກັນກັບແທ່ນ.+ 26 ລາວເອົາຄຳແທ້ມາໂອບໜ້າແທ່ນ ໂອບຂ້າງຂອງແທ່ນແລະໂອບເຂົາເຫຼົ່ານັ້ນ ແລ້ວລາວກໍເຮັດຂອບຄຳໃສ່ອ້ອມແທ່ນນຳ. 27 ຢູ່ທາງລຸ່ມຂອງຂອບແທ່ນ ລາວເຮັດບ້ວງຄຳໃສ່ 2 ຂ້າງຂອງແທ່ນ ຂ້າງລະ 2 ບ້ວງ ເພື່ອສອດໄມ້ຫາມແທ່ນ. 28 ຈາກນັ້ນ ລາວເຮັດໄມ້ຫາມ 2 ອັນຈາກໄມ້ອະຄາເຊຍ ແລະເອົາແຜ່ນຄຳມາໂອບໄມ້ຫາມນັ້ນ. 29 ລາວເຮັດນ້ຳມັນບໍລິສຸດທີ່ໃຊ້ເພື່ອແຕ່ງຕັ້ງ+ແລະເຮັດເຄື່ອງຫອມບໍລິສຸດ.+ ລາວປະສົມສ່ວນປະກອບເຫຼົ່ານີ້ຄືກັບວິທີເຮັດນ້ຳຫອມ.
38 ລາວເຮັດແທ່ນເຜົາເຄື່ອງບູຊາດ້ວຍໄມ້ອະຄາເຊຍເປັນຮູບຊົງສີ່ລ່ຽມ ຍາວ 5 ສອກ* ກວ້າງ 5 ສອກ ແລະສູງ 3 ສອກ.*+ 2 ລາວເຮັດເຂົາ 4 ອັນຢູ່ແຕ່ລະແຈຂອງແທ່ນ. ເຂົາ 4 ອັນນັ້ນເຮັດຢູ່ໄມ້ດຽວກັນກັບແທ່ນ ແລ້ວລາວກໍເອົາທອງແດງມາໂອບແທ່ນນັ້ນ.+ 3 ຈາກນັ້ນ ລາວເຮັດເຄື່ອງໃຊ້ສຳລັບແທ່ນບູຊາຄື: ຖັງໃສ່ຂີ້ເທົ່າ* ຊວ້ານ ຖ້ວຍ ສ້ອມໃຫຍ່ທີ່ມີສາມງ່າມ ແລະຖາດສຳລັບໃສ່ຖ່ານທີ່ຮ້ອນໆ. ເຄື່ອງໃຊ້ທຸກອັນເຮັດດ້ວຍທອງແດງ. 4 ລາວເຮັດຕານ່າງທອງແດງສຳລັບແທ່ນບູຊາ. ຕານ່າງນີ້ຕິດຢູ່ລຸ່ມຂອງຂອບທີ່ຢູ່ເຄິ່ງກາງຂອງແທ່ນບູຊາ. 5 ລາວເຮັດບ້ວງ 4 ບ້ວງໃສ່ 4 ແຈຂອງແທ່ນທີ່ຢູ່ໃກ້ຕານ່າງທອງແດງ. ບ້ວງເຫຼົ່ານີ້ໃຊ້ສຳລັບສອດໄມ້ຫາມແທ່ນ. 6 ຈາກນັ້ນ ລາວກໍເຮັດໄມ້ຫາມ 2 ອັນຈາກໄມ້ອະຄາເຊຍແລະໂອບດ້ວຍທອງແດງ. 7 ລາວສອດໄມ້ຫາມໃສ່ບ້ວງທັງສອງຂ້າງຂອງແທ່ນບູຊາເພື່ອໃຊ້ຫາມແທ່ນ. ລາວເອົາໄມ້ແປ້ນມາເຮັດແທ່ນບູຊາໃຫ້ເປັນຮູບຊົງສີ່ລ່ຽມທີ່ມີທາງກາງໂລ່ງ.
8 ລາວເອົາທອງແດງມາເຮັດອ່າງ+ກັບຂາຕັ້ງຂອງອ່າງ. ທອງແດງເຫຼົ່ານັ້ນລາວໄດ້ມາຈາກແວ່ນ*ຂອງພວກຜູ້ຍິງທີ່ຖືກມອບໝາຍໃຫ້ເຮັດວຽກຢູ່ທາງເຂົ້າເຕັ້ນສັກສິດ.*
9 ລາວກັ້ນຂອບເຂດເພື່ອເຮັດເດີ່ນ.+ ຢູ່ທາງທິດໃຕ້ຂອງເດີ່ນ ລາວເອົາຜ້າທີ່ເຮັດດ້ວຍເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນມາເຮັດເປັນຜ້າກັ້ນ. ຜ້ານັ້ນຍາວ 100 ສອກ.*+ 10 ລາວເອົາທອງແດງມາເຮັດເສົາ 20 ຕົ້ນ ກັບຖານຮອງຕີນເສົາ 20 ອັນ ແລະເອົາເງິນມາເຮັດຂໍເກາະກັບບ້ວງຂອງເສົາ. 11 ທາງທິດເໜືອ ລາວເຮັດຜ້າທີ່ໃຊ້ເພື່ອກັ້ນ ຍາວ 100 ສອກ.* ລາວເອົາທອງແດງມາເຮັດເສົາ 20 ຕົ້ນ ກັບຖານຮອງຕີນເສົາ 20 ອັນ ແລະເອົາເງິນມາເຮັດຂໍເກາະກັບບ້ວງຂອງເສົາ. 12 ແຕ່ທາງທິດຕາເວັນຕົກມີຜ້າທີ່ໃຊ້ເພື່ອກັ້ນ ຍາວ 50 ສອກ* ມີເສົາ 10 ຕົ້ນ ແລະຖານຮອງຕີນເສົາ 10 ອັນ ແລະຂໍເກາະກັບບ້ວງຂອງເສົາເຮັດຈາກເງິນ. 13 ທາງທິດຕາເວັນອອກຂອງເດີ່ນກວ້າງ 50 ສອກ.* 14 ຢູ່ເບື້ອງຂວາຂອງທາງເຂົ້າເດີ່ນມີຜ້າທີ່ໃຊ້ເພື່ອກັ້ນ ຍາວ 15 ສອກ* ແລະເສົາ 3 ຕົ້ນ ກັບຖານຮອງຕີນເສົາ 3 ອັນ 15 ແລະຢູ່ເບື້ອງຊ້າຍຂອງທາງເຂົ້າເດີ່ນມີຜ້າທີ່ໃຊ້ເພື່ອກັ້ນ ຍາວ 15 ສອກ* ແລະເສົາ 3 ຕົ້ນ ກັບຖານຮອງຕີນເສົາ 3 ອັນ. 16 ຜ້າກັ້ນທັງໝົດທີ່ໃຊ້ອ້ອມເດີ່ນເຮັດຈາກເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ. 17 ຖານຮອງຕີນເສົາເຮັດດ້ວຍທອງແດງ ຂໍເກາະກັບບ້ວງຂອງເສົາເຮັດດ້ວຍເງິນ ແລະຫົວຂອງເສົາກໍໂອບດ້ວຍເງິນ ແລະເສົາທຸກຕົ້ນທີ່ຢູ່ອ້ອມເດີ່ນເຕັ້ນສັກສິດຈະມີເຊືອກຍຶດທີ່ເຮັດດ້ວຍເງິນ.+
18 ຢູ່ທາງເຂົ້າເດີ່ນຂອງເຕັ້ນຈະມີຜ້າກັ້ງທີ່ຕ່ຳຈາກດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍ*ສີແດງສົດ ແລະເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ. ຜ້າກັ້ງນັ້ນຍາວ 20 ສອກ* ແລະສູງ 5 ສອກ* ເຊິ່ງສູງສ່ຳກັບຜ້າທີ່ໃຊ້ເພື່ອກັ້ນເດີ່ນ.+ 19 ມີເສົາ 4 ຕົ້ນກັບຖານຮອງຕີນເສົາ 4 ອັນທີ່ເຮັດຈາກທອງແດງ. ມີຂໍເກາະກັບບ້ວງຂອງເສົາທີ່ເຮັດຈາກເງິນ ແລະຫົວຂອງເສົາກໍໂອບດ້ວຍເງິນ. 20 ຫຼິ້ມ*ທີ່ໃຊ້ຍຶດເຕັ້ນສັກສິດແລະຫຼິ້ມທີ່ໃຊ້ຍຶດຜ້າກັ້ນເດີ່ນທັງໝົດເຮັດດ້ວຍທອງແດງ.+
21 ຕໍ່ໄປນີ້ແມ່ນລາຍການເຄື່ອງກໍ່ສ້າງທີ່ໃຊ້ສຳລັບສ້າງເຕັ້ນສັກສິດ ເຊິ່ງເປັນບ່ອນມ້ຽນຫີບສັນຍາ*+ຕາມທີ່ໂມເຊສັ່ງໃຫ້ຄົນເລວີ+ເຮັດລາຍການ. ຜູ້ທີ່ເບິ່ງແຍງເລື່ອງນີ້ແມ່ນອີທາມາ+ລູກຊາຍຂອງປະໂລຫິດອາໂຣນ. 22 ເບຊາເລນ+ຈາກຕະກູນຢູດາທີ່ເປັນລູກຊາຍຂອງອູຣີແລະເປັນຫຼານຂອງຮູເຣໄດ້ເຮັດທຸກຢ່າງຕາມທີ່ພະເຢໂຫວາສັ່ງໂມເຊ. 23 ຜູ້ທີ່ຊ່ວຍລາວແມ່ນໂອໂຮລຽບ+ທີ່ເປັນຄົນຕະກູນດານແລະເປັນລູກຊາຍຂອງອາຮີສະມັກ. ລາວເປັນຄົນເຮັດວຽກດ້ານສີໄມ້ລາຍມືເກັ່ງ. ລາວເປັນຄົນຖັກແສ່ວແລະຕ່ຳຜ້າດ້ວຍດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ແລະເສັ້ນປ່ານຢ່າງດີ.
24 ຄຳທັງໝົດທີ່ເອົາມາໃຊ້ໃນວຽກທຸກຢ່າງສຳລັບບ່ອນບໍລິສຸດເປັນຄຳທີ່ໄດ້ມາຈາກເຄື່ອງບູຊາຊູໄປມາ.+ ຄຳທັງໝົດນັ້ນໜັກ 29 ຕະລັນ* ກັບ 730 ເຊເກນ* ຕາມມາດຕະຖານຂອງເຊເກນທີ່ໃຊ້ໃນບ່ອນບໍລິສຸດ.* 25 ເງິນທີ່ໄດ້ຈາກພວກຜູ້ຊາຍອິດສະຣາເອນທີ່ມາລົງທະບຽນໜັກ 100 ຕະລັນ* ກັບ 1.775 ເຊເກນ* ຕາມມາດຕະຖານຂອງເຊເກນທີ່ໃຊ້ໃນບ່ອນບໍລິສຸດ. 26 ຜູ້ຊາຍທຸກຄົນທີ່ມາລົງທະບຽນຈະໃຫ້ເງິນຄົນລະເຄິ່ງເຊເກນ* ຕາມມາດຕະຖານຂອງເຊເກນທີ່ໃຊ້ໃນບ່ອນບໍລິສຸດ. ຄົນທີ່ມາລົງທະບຽນເຊິ່ງມີອາຍຸຕັ້ງແຕ່ 20 ປີຂຶ້ນໄປ+ ລວມທັງໝົດມີ 603.550 ຄົນ.+
27 ລາວໃຊ້ເງິນ 100 ຕະລັນ*ເຮັດຖານຮອງບ່ອນບໍລິສຸດ ແລະຖານຮອງຕີນເສົາສຳລັບຜ້າກັ້ງ. ຖານຮອງ 100 ອັນເທົ່າກັບ 100 ຕະລັນ ຕົກເປັນຖານລະ 1 ຕະລັນ.*+ 28 ລາວເອົາເງິນໜັກ 1.775 ເຊເກນ*ມາເຮັດຂໍເກາະຂອງເສົາແລະໂອບຫົວເສົາ ແລ້ວເຮັດໃຫ້ມັນຕິດກັນ.
29 ທອງແດງທີ່ໄດ້ຈາກເຄື່ອງບູຊາຊູໄປມາໜັກ 70 ຕະລັນ* ກັບ 2.400 ເຊເກນ.* 30 ລາວເອົາທອງແດງມາເຮັດຖານຮອງຕີນເສົາທາງເຂົ້າເຕັ້ນສັກສິດ ແທ່ນບູຊາທອງແດງ ຕານ່າງ ເຄື່ອງໃຊ້ທຸກຢ່າງທີ່ໃຊ້ກັບແທ່ນນັ້ນ 31 ຖານຮອງຕີນເສົາອ້ອມເດີ່ນ ຖານຮອງຕີນເສົາທາງເຂົ້າເຕັ້ນສັກສິດ ຫຼິ້ມທີ່ໃຊ້ຍຶດເຕັ້ນສັກສິດ ແລະຫຼິ້ມ+ທີ່ໃຊ້ຍຶດຜ້າກັ້ນເດີ່ນຂອງເຕັ້ນ.
39 ເຂົາເຈົ້າເອົາດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ແລະດ້າຍ*ສີແດງສົດ+ມາຕ່ຳເປັນເຄື່ອງນຸ່ງຢ່າງດີທີ່ຈະໃສ່ສຳລັບເຮັດວຽກຢູ່ເຕັ້ນສັກສິດ. ເຂົາເຈົ້າໄດ້ເຮັດເຄື່ອງນຸ່ງບໍລິສຸດສຳລັບອາໂຣນ+ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
2 ເບຊາເລນເຮັດເອໂຟດ*+ຈາກຄຳ ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ແລະເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ. 3 ເຂົາເຈົ້າເອົາຄຳມາຕີເປັນແຜ່ນບາງໆແລະຕັດເປັນເສັ້ນ. ແລ້ວເຂົາເຈົ້າກໍເອົາເສັ້ນຄຳ ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ແລະດ້າຍສີແດງສົດໄປແສ່ວໃສ່ຜ້າລີນິນຢ່າງດີ. 4 ເຂົາເຈົ້າເອົາຜ້າທີ່ເຮັດເປັນເອໂຟດທັງແຜ່ນໜ້າກັບແຜ່ນຫຼັງມາຕໍ່ກັນຢູ່ບ່ອນບ່າໄຫຼ່ 5 ແລະເຮັດຜ້າມັດແອວທີ່ຈະໃຊ້ມັດເອໂຟດໃຫ້ຢູ່ດີ.+ ຜ້າມັດແອວເຮັດຈາກຄຳ ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ແລະເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
6 ເຂົາເຈົ້າເອົາຫີນໂອນິກມາໃສ່ໃນເບົ້າຄຳແລະສະຫຼັກຊື່ພວກລູກຊາຍຂອງອິດສະຣາເອນໃສ່ຫີນນັ້ນຄືກັບສະຫຼັກກາຈ້ຳ.+ 7 ເບຊາເລນເອົາຫີນເຫຼົ່ານັ້ນໃສ່ບ່ອນບ່າຂອງເອໂຟດເພື່ອເປັນສັນຍະລັກໃຫ້ຈື່ພວກລູກຊາຍຂອງອິດສະຣາເອນ+ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ. 8 ຈາກນັ້ນ ລາວເຮັດແຜ່ນປົກເອິກ+ໂດຍໃຫ້ຊ່າງແສ່ວເຮັດຄືກັນກັບເຮັດເອໂຟດ ໂດຍໃຊ້ຄຳ ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ແລະເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ.+ 9 ເມື່ອພັບເຄິ່ງແລ້ວແຜ່ນປົກເອິກກໍຈະເປັນຮູບສີ່ລ່ຽມທີ່ມີທຸກຂ້າງເທົ່າກັນ ຍາວ 1 ຄືບ* ແລະກວ້າງ 1 ຄືບ. 10 ເຂົາເຈົ້າເຮັດເບົ້າໃສ່ແຜ່ນປົກເອິກ 4 ແຖວ. ແຖວທຳອິດມີແກ້ວພິລາ ແກ້ວໂທພັດສ໌ ແລະມໍລະກົດ. 11 ແຖວທີ 2 ມີຫີນເທີຄອຍສ໌ ໄພລິນ ແລະຫີນແຈສະເປີ. 12 ແຖວທີ 3 ມີຫີນແກ້ວເລເຊມ* ຫີນອະເກດ ແລະແກ້ວອາເມທິດທ໌. 13 ແຖວທີ 4 ມີແກ້ວຄຣິດໂຊໄລທ໌ ຫີນໂອນິກ ແລະຢົກ. ເຂົາເຈົ້າເອົາຫີນແກ້ວເຫຼົ່ານີ້ໃສ່ໃນເບົ້າຄຳ. 14 ເຂົາເຈົ້າສະຫຼັກຊື່ພວກລູກຊາຍຂອງອິດສະຣາເອນທັງ 12 ຄົນໃສ່ຫີນແກ້ວເຫຼົ່ານີ້ຄືກັບສະຫຼັກກາຈ້ຳ. ຫີນແກ້ວແຕ່ລະກ້ອນຈະມີຊື່ຂອງຕະກູນໜຶ່ງໃນ 12 ຕະກູນ.
15 ແລ້ວເຂົາເຈົ້າກໍເອົາຄຳແທ້ມາກ້ຽວເຂົ້າກັນເປັນຄືເຊືອກເພື່ອຈະໃຊ້ກັບແຜ່ນປົກເອິກ.+ 16 ເຂົາເຈົ້າເຮັດເບົ້າຄຳ 2 ອັນ ກັບບ້ວງຄຳ 2 ບ້ວງ ແລະເອົາ 2 ບ້ວງນີ້ຕິດໃສ່ທັງສອງສົ້ນທາງເທິງຂອງແຜ່ນປົກເອິກ. 17 ເຂົາເຈົ້າເອົາເຊືອກຄຳ 2 ເສັ້ນມາສອດໃສ່ບ້ວງທີ່ຢູ່ທັງສອງສົ້ນທາງເທິງຂອງແຜ່ນປົກເອິກ. 18 ເຂົາເຈົ້າເອົາ 2 ສົ້ນທີ່ເຫຼືອໄປສອດໃສ່ເບົ້າ 2 ອັນທີ່ຢູ່ບ່າເພື່ອໃຫ້ແຜ່ນປົກເອິກມາຫ້ອຍຢູ່ທາງໜ້າຂອງເອໂຟດພໍດີ. 19 ຈາກນັ້ນ ເຂົາເຈົ້າກໍເຮັດບ້ວງຄຳ 2 ອັນແລ້ວເອົາໄປຕິດໃສ່ 2 ສົ້ນທາງລຸ່ມຂອງແຜ່ນປົກເອິກເບື້ອງທີ່ຢູ່ທາງໃນຕິດກັບເອໂຟດ.+ 20 ເຂົາເຈົ້າເຮັດບ້ວງຄຳອີກ 2 ອັນໃສ່ທາງໜ້າຂອງເອໂຟດ. ບ້ວງນີ້ຈະຢູ່ທາງລຸ່ມບ່າໄປແລະຢູ່ທາງເທິງຂອງຜ້າມັດແອວທີ່ມັດເອໂຟດ. 21 ສຸດທ້າຍ ເຂົາເຈົ້າເອົາເຊືອກສີຟ້າມາມັດບ້ວງຄຳທີ່ຢູ່ແຜ່ນປົກເອິກ ແລະບ້ວງທີ່ຢູ່ເອໂຟດຢູ່ທາງເທິງຂອງຜ້າມັດແອວເພື່ອໃຫ້ແຜ່ນປົກເອິກຕິດຢູ່ທາງໜ້າເອໂຟດແໜ້ນດີ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
22 ເບຊາເລນເອົາຜ້າທີ່ຊ່າງຕ່ຳໄດ້ຕ່ຳຈາກດ້າຍສີຟ້າມາເຮັດເປັນເສື້ອແຂນກິ້ນ. ຊຸດນີ້ຈະນຸ່ງກ່ອນໃສ່ເອໂຟດ.+ 23 ລາວຈົ່ງປ່ອງທາງເທິງໄວ້ເພື່ອຈະສຸບຫົວເຂົ້າໄດ້ ແລະເຮັດຂອບຢູ່ປ່ອງຄໍເສື້ອນັ້ນເພື່ອໃຫ້ປ່ອງນັ້ນບໍ່ຂາດງ່າຍຄືກັບປ່ອງຂອງເສື້ອເກາະ. 24 ເຂົາເຈົ້າເຮັດຍອຍເສື້ອແຂນກິ້ນຄ້າຍຄືກັບໝາກພິລາຈາກດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ແລະດ້າຍສີແດງສົດທີ່ຝັ້ນເຂົ້າກັນແລ້ວ. 25 ເຂົາເຈົ້າເຮັດໝາກກະລິ່ງຈາກຄຳແທ້ ແລະເອົາໄປຫ້ອຍເປັນຍອຍຢູ່ຕີນເສື້ອແຂນກິ້ນໂດຍຫ້ອຍສະຫຼັບກັບໝາກພິລາ. 26 ເຂົາເຈົ້າເອົາໝາກກະລິ່ງແລະໝາກພິລາມາຫ້ອຍສະຫຼັບກັນຢູ່ອ້ອມຕີນເສື້ອແຂນກິ້ນນັ້ນ. ເສື້ອໂຕນີ້ຈະໃຊ້ນຸ່ງຕອນເຮັດວຽກປະໂລຫິດ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
27 ເຂົາເຈົ້າໄດ້ເຮັດຊຸດຍາວໃຫ້ອາໂຣນກັບພວກລູກຊາຍຂອງລາວດ້ວຍຜ້າລີນິນຢ່າງດີທີ່ຊ່າງຕ່ຳໄວ້ແລ້ວ.+ 28 ເຂົາເຈົ້າເຮັດຜ້າຄຽນຫົວ+ຈາກຜ້າລີນິນຢ່າງດີໃຫ້ອາໂຣນ ເຮັດໝວກ+ງາມໆຈາກຜ້າລີນິນຢ່າງດີໃຫ້ພວກລູກຊາຍຂອງອາໂຣນ ເຮັດໂສ້ງຊ້ອນ+ທີ່ເຮັດຈາກເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ. 29 ເຂົາເຈົ້າເຮັດຜ້າມັດແອວທີ່ຕ່ຳຈາກເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ແລະດ້າຍສີແດງສົດ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
30 ແລ້ວເຂົາເຈົ້າກໍເອົາຄຳແທ້ມາເຮັດເປັນແຜ່ນເຫຼື້ອມງາມ ເຊິ່ງເປັນເຄື່ອງໝາຍບໍລິສຸດທີ່ສະແດງວ່າອາໂຣນອຸທິດໂຕໃຫ້ພະເຈົ້າ. ແຜ່ນຄຳນັ້ນໄດ້ສະຫຼັກຄຳເວົ້າໄວ້ຄືກັບສະຫຼັກກາຈ້ຳ ຄຳເວົ້ານັ້ນບອກວ່າ ‘ພະເຢໂຫວາບໍລິສຸດ.’+ 31 ເຂົາເຈົ້າເຮັດເຊືອກສີຟ້າມາມັດແຜ່ນຄຳນັ້ນຕິດກັບຜ້າຄຽນຫົວຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
32 ໃນທີ່ສຸດວຽກທັງໝົດກ່ຽວກັບເຕັ້ນສັກສິດ*ກໍແລ້ວໆ. ພວກອິດສະຣາເອນເຮັດທຸກຢ່າງຕາມທີ່ພະເຢໂຫວາສັ່ງໂມເຊ.+ ເຂົາເຈົ້າເຮັດຕາມໝົດທຸກຢ່າງ.
33 ເຂົາເຈົ້າເອົາສ່ວນປະກອບທຸກຢ່າງຂອງເຕັ້ນ+ແລະອຸປະກອນທຸກຢ່າງຂອງເຕັ້ນມາໃຫ້ໂມເຊ. ສິ່ງຂອງເຫຼົ່ານັ້ນມີຄື: ຂໍເກາະ+ ໂຄງຝາ+ ໄມ້ຮາວ+ ແລະເສົາກັບຖານຂອງເຕັ້ນ+ 34 ຜ້າປົກເຕັ້ນທີ່ເຮັດດ້ວຍໜັງແກະໂຕຜູ້ທີ່ຍ້ອມສີແດງ+ ຜ້າປົກເຕັ້ນທີ່ເຮັດດ້ວຍໜັງແມວນ້ຳ ແລະຜ້າກັ້ງ+ທີ່ໃຊ້ບັງຫີບສັນຍາ 35 ຫີບສັນຍາ ໄມ້ຫາມຫີບ+ ແລະຝາອັດຫີບ+ 36 ໂຕະ ເຄື່ອງໃຊ້ທຸກຢ່າງທີ່ໃຊ້ກັບໂຕະ+ ແລະເຂົ້າຈີ່ທີ່ຕັ້ງໄວ້* 37 ຂາຕະກຽງທີ່ເຮັດຈາກຄຳແທ້ ຕະກຽງ+ທີ່ຈະເອົາມາລຽນໄວ້ເປັນແຖວ ເຄື່ອງໃຊ້ທຸກຢ່າງທີ່ໃຊ້ກັບຂາຕະກຽງ+ ແລະນ້ຳມັນຕະກຽງ+ 38 ແທ່ນບູຊາ+ທີ່ເຮັດດ້ວຍຄຳ ນ້ຳມັນທີ່ໃຊ້ເພື່ອແຕ່ງຕັ້ງ+ ເຄື່ອງຫອມ+ ແລະຜ້າກັ້ງ+ສຳລັບທາງເຂົ້າເຕັ້ນ 39 ແທ່ນບູຊາທີ່ເຮັດດ້ວຍທອງແດງ+ ຕານ່າງທອງແດງ ໄມ້ຫາມແທ່ນ+ ເຄື່ອງໃຊ້ທຸກຢ່າງສຳລັບແທ່ນນັ້ນ+ ແລະອ່າງກັບຂາຕັ້ງຂອງອ່າງ+ 40 ຜ້າທີ່ໃຊ້ກັ້ນເດີ່ນຂອງເຕັ້ນສັກສິດ ເສົາກັບຖານຮອງຕີນເສົາ+ ຜ້າກັ້ງ+ສຳລັບທາງເຂົ້າເດີ່ນ ເຊືອກກັບຫຼິ້ມ*ທີ່ໃຊ້ຍຶດເຕັ້ນ+ ແລະເຄື່ອງໃຊ້ທຸກຢ່າງສຳລັບວຽກຮັບໃຊ້ຢູ່ເຕັ້ນສັກສິດ 41 ເຄື່ອງນຸ່ງທີ່ຕ່ຳຢ່າງດີສຳລັບວຽກຮັບໃຊ້ຢູ່ເຕັ້ນສັກສິດ ເຄື່ອງນຸ່ງສຳລັບປະໂລຫິດອາໂຣນ+ ແລະເຄື່ອງນຸ່ງສຳລັບພວກລູກຊາຍຂອງອາໂຣນທີ່ໃຊ້ຕອນເຮັດວຽກປະໂລຫິດ.
42 ພວກອິດສະຣາເອນເຮັດວຽກທຸກຢ່າງຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.+ 43 ເມື່ອໂມເຊໄປກວດເບິ່ງວຽກ ລາວກໍເຫັນວ່າເຂົາເຈົ້າເຮັດຕາມທີ່ພະເຢໂຫວາສັ່ງທຸກຢ່າງ ແລ້ວໂມເຊກໍອວຍພອນໃຫ້ເຂົາເຈົ້າ.
40 ຈາກນັ້ນ ພະເຢໂຫວາເວົ້າກັບໂມເຊວ່າ: 2 “ໃນວັນທີ 1 ເດືອນທີ 1 ໃຫ້ເຈົ້າຕັ້ງເຕັ້ນສັກສິດ.*+ 3 ໃຫ້ເອົາຫີບສັນຍາໄປໄວ້ໃນເຕັ້ນ+ ແລ້ວເອົາຜ້າກັ້ງມາໃສ່ເພື່ອບັງຫີບໄວ້.+ 4 ໃຫ້ເອົາໂຕະ+ໄປວາງ ແລະຈັດເຄື່ອງຂອງທີ່ຢູ່ເທິງໂຕະໃຫ້ຮຽບຮ້ອຍ ແລ້ວເອົາຂາຕະກຽງ+ເຂົ້າໄປແລະໄຕ້ຕະກຽງໄວ້.+ 5 ໃຫ້ເອົາແທ່ນເຜົາເຄື່ອງຫອມ+ທີ່ເຮັດດ້ວຍຄຳໄປໄວ້ຕໍ່ໜ້າຫີບສັນຍາ ແລ້ວໃສ່ຜ້າກັ້ງຢູ່ທາງເຂົ້າເຕັ້ນສັກສິດ.+
6 ໃຫ້ເອົາແທ່ນທີ່ໃຊ້ສຳລັບເຄື່ອງບູຊາເຜົາ+ໄປວາງໄວ້ຕໍ່ໜ້າທາງເຂົ້າເຕັ້ນສັກສິດ. 7 ໃຫ້ເອົາອ່າງນ້ຳໄປຕັ້ງໄວ້ຢູ່ລະຫວ່າງເຕັ້ນສັກສິດກັບແທ່ນບູຊານັ້ນ ແລະເອົານ້ຳໃສ່ໃນອ່າງໄວ້.+ 8 ໃຫ້ກັ້ນຂອບເຂດເພື່ອເຮັດເດີ່ນຂອງເຕັ້ນສັກສິດ+ ແລ້ວເອົາຜ້າກັ້ງ+ມາໃສ່ທາງເຂົ້າເດີ່ນ. 9 ຈາກນັ້ນ ໃຫ້ເອົານ້ຳມັນທີ່ໃຊ້ເພື່ອແຕ່ງຕັ້ງ+ມາຊິດໃສ່ເຕັ້ນສັກສິດແລະເຄື່ອງຂອງທຸກຢ່າງທີ່ຢູ່ໃນເຕັ້ນ+ ແລະເຮັດໃຫ້ເຕັ້ນກັບເຄື່ອງທຸກຢ່າງບໍລິສຸດ. 10 ໃຫ້ຊິດນ້ຳມັນໃສ່ແທ່ນທີ່ໃຊ້ສຳລັບເຄື່ອງບູຊາເຜົາກັບເຄື່ອງໃຊ້ທຸກຢ່າງສຳລັບແທ່ນນັ້ນ ແລະເຮັດໃຫ້ແທ່ນບູຊານັ້ນບໍລິສຸດແທ້ໆ.+ 11 ໃຫ້ເອົານ້ຳມັນຊິດໃສ່ອ່າງກັບຂາຕັ້ງຂອງອ່າງ ແລະເຮັດໃຫ້ທັງສອງຢ່າງເປັນສິ່ງບໍລິສຸດ.
12 ໃຫ້ອາໂຣນກັບພວກລູກຊາຍຂອງລາວມາຢູ່ໃກ້ທາງເຂົ້າຂອງເຕັ້ນສັກສິດ ແລະເອົານ້ຳມາລ້າງໂຕໃຫ້ເຂົາເຈົ້າ.+ 13 ໃຫ້ເອົາເຄື່ອງນຸ່ງບໍລິສຸດ+ໃສ່ໃຫ້ອາໂຣນ ແຕ່ງຕັ້ງລາວ+ ແລະແຍກລາວໄວ້ຕ່າງຫາກ ເພື່ອລາວຈະເປັນປະໂລຫິດຂອງເຮົາ. 14 ຫຼັງຈາກນັ້ນ ໃຫ້ພວກລູກຊາຍຂອງອາໂຣນມາ ແລະເອົາຊຸດຍາວໃສ່ໃຫ້ເຂົາເຈົ້າ.+ 15 ໃຫ້ແຕ່ງຕັ້ງເຂົາເຈົ້າຄືກັບທີ່ໄດ້ແຕ່ງຕັ້ງພໍ່ຂອງເຂົາເຈົ້າ+ ເພື່ອເຂົາເຈົ້າຈະເຮັດວຽກປະໂລຫິດຮັບໃຊ້ເຮົາ. ຄອບຄົວຂອງເຂົາເຈົ້າຈະເຮັດວຽກປະໂລຫິດໄປຈົນຮອດລຸ້ນລູກລຸ້ນຫຼານຕໍ່ໆໄປ.”+
16 ແລ້ວໂມເຊກໍເຮັດຕາມທີ່ພະເຢໂຫວາສັ່ງ.+ ລາວໄດ້ເຮັດຕາມທຸກຢ່າງ.
17 ໃນວັນທີ 1 ເດືອນທີ 1 ຂອງປີທີ 2* ເຂົາເຈົ້າໄດ້ຕັ້ງເຕັ້ນສັກສິດ.+ 18 ຕອນທີ່ໂມເຊຕັ້ງເຕັ້ນສັກສິດ ລາວກໍເອົາຖານທີ່ມີຮູ+ມາວາງໄວ້ ເອົາໂຄງຝາ+ມາສຸບໃສ່ຖານນັ້ນ ສອດໄມ້ຮາວ+ໃສ່ ແລະຕັ້ງເສົາຂຶ້ນ. 19 ຈາກນັ້ນ ລາວພືຜ້າເຕັ້ນ+ອອກ ແລະປົກໂຄງເຕັ້ນສັກສິດ ແລ້ວກໍເອົາຜ້າປົກເຕັ້ນຜືນອື່ນໆປົກທັບ+ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
20 ລາວເອົາແຜ່ນຫີນທີ່ມີຂໍ້ກົດໝາຍຂອງພະເຈົ້າ*+ໃສ່ໃນຫີບສັນຍາ.+ ຈາກນັ້ນ ລາວເອົາໄມ້ຫາມ+ມາສອດໃສ່ ແລະເອົາຝາ+ມາອັດຫີບ+ໄວ້. 21 ແລ້ວລາວກໍເອົາຫີບສັນຍາໄປໄວ້ໃນເຕັ້ນສັກສິດ ແລະເອົາຜ້າກັ້ງ+ມາໃສ່ເພື່ອບັງຫີບໄວ້+ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
22 ຈາກນັ້ນ ລາວກໍເອົາໂຕະ+ໄປໄວ້ໃນຫ້ອງບໍລິສຸດຂອງເຕັ້ນ.* ໂຕະນັ້ນຕັ້ງຢູ່ທາງຂວາຂອງເຕັ້ນ. 23 ລາວເອົາເຂົ້າຈີ່+ມາວາງໄວ້ຢູ່ເທິງໂຕະຢູ່ບ່ອນຂອງມັນຕໍ່ໜ້າພະເຢໂຫວາ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
24 ລາວເອົາຂາຕະກຽງ+ໄປຕັ້ງໄວ້ໃນເຕັ້ນສັກສິດໃຫ້ຢູ່ທາງຊ້າຍຂອງເຕັ້ນ. 25 ລາວໄຕ້ຕະກຽງ+ໄວ້ຕໍ່ໜ້າພະເຢໂຫວາ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
26 ຈາກນັ້ນ ລາວກໍເອົາແທ່ນທີ່ເຮັດດ້ວຍຄຳ+ໄປໄວ້ໃນເຕັ້ນສັກສິດຢູ່ຕໍ່ໜ້າຜ້າກັ້ງ 27 ເພື່ອຈະເຜົາເຄື່ອງຫອມ+ຢູ່ເທິງແທ່ນນັ້ນ+ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
28 ແລ້ວລາວກໍເອົາຜ້າກັ້ງ+ໄປໃສ່ທາງເຂົ້າເຕັ້ນສັກສິດ.
29 ລາວເອົາແທ່ນທີ່ໃຊ້ສຳລັບເຄື່ອງບູຊາເຜົາ+ໄປໄວ້ຕໍ່ໜ້າທາງເຂົ້າເຕັ້ນສັກສິດ ເພື່ອລາວຈະໄດ້ເຜົາເຄື່ອງບູຊາເຜົາ+ກັບເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
30 ລາວເອົາອ່າງມາຕັ້ງໄວ້ຢູ່ລະຫວ່າງເຕັ້ນສັກສິດກັບແທ່ນບູຊາ ແລ້ວເອົານ້ຳມາເທໃສ່ອ່າງ.+ 31 ໂມເຊແລະອາໂຣນກັບພວກລູກຊາຍຂອງລາວຕ້ອງລ້າງຕີນລ້າງມືຢູ່ຫັ້ນ. 32 ທຸກໆເທື່ອທີ່ເຂົາເຈົ້າເຂົ້າໄປໃນເຕັ້ນສັກສິດຫຼືໄປເຮັດວຽກຢູ່ແທ່ນບູຊາ ເຂົາເຈົ້າຈະລ້າງຕີນລ້າງມື+ຕາມທີ່ພະເຢໂຫວາໄດ້ສັ່ງໂມເຊ.
33 ສຸດທ້າຍ ລາວເອົາຜ້າມາກັ້ນເພື່ອເຮັດເດີ່ນ+ອ້ອມເຕັ້ນສັກສິດແລະແທ່ນບູຊາ ແລ້ວລາວກໍເອົາຜ້າກັ້ງມາໃສ່ທາງເຂົ້າເດີ່ນຂອງເຕັ້ນສັກສິດ.+
ວຽກຂອງໂມເຊກໍແລ້ວໝົດທຸກຢ່າງ. 34 ແລ້ວກໍມີຂີ້ເຝື້ອມາປົກຄຸມຢູ່ເທິງເຕັ້ນສັກສິດ ແລະແສງລັດສະໝີຂອງພະເຢໂຫວາກໍແຜ່ກະຈາຍຢູ່ທົ່ວເຕັ້ນນັ້ນ.+ 35 ໂມເຊເຂົ້າໄປໃນເຕັ້ນສັກສິດບໍ່ໄດ້ ຍ້ອນມີຂີ້ເຝື້ອປົກຄຸມ ແລະແສງລັດສະໝີຂອງພະເຢໂຫວາກໍແຜ່ກະຈາຍຢູ່ທົ່ວເຕັ້ນນັ້ນ.+
36 ທຸກເທື່ອທີ່ຂີ້ເຝື້ອລອຍຂຶ້ນໄປຈາກເຕັ້ນສັກສິດ ພວກອິດສະຣາເອນກໍຈະຍ້າຍຄ້າຍພັກແລະອອກເດີນທາງຕໍ່ໄປ.+ 37 ຖ້າຂີ້ເຝື້ອບໍ່ໄດ້ລອຍຂຶ້ນ ເຂົາເຈົ້າກໍຈະບໍ່ຍ້າຍຄ້າຍພັກໄປໃສ.+ 38 ຕອນກາງເວັນພວກອິດສະຣາເອນຈະເຫັນຂີ້ເຝື້ອຂອງພະເຢໂຫວາລອຍຢູ່ເທິງເຕັ້ນສັກສິດ ແລະຕອນກາງຄືນເຂົາເຈົ້າຊິເຫັນໄຟລອຍຢູ່ເທິງເຕັ້ນນັ້ນ. ເຂົາເຈົ້າເຫັນສິ່ງເຫຼົ່ານີ້ໄດ້ຈາກບ່ອນພັກຂອງໂຕເອງຕະຫຼອດການເດີນທາງຂອງເຂົາເຈົ້າ.+
ແມ່ນຊື່ທີ່ພະເຈົ້າຕັ້ງໃຫ້ຢາໂຄບ
ແປຕາມໂຕວ່າ “ຟາໂຣ”
ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
ພືດຊະນິດໜຶ່ງທີ່ຄ້າຍຄືກັບຕົ້ນຜື. ເບິ່ງສ່ວນອະທິບາຍຄຳສັບ.
ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
ແປວ່າ “ຖືກດຶງຂຶ້ນມາ” ໝາຍເຖິງຖືກຊ່ວຍຂຶ້ນມາຈາກນ້ຳ
ໝາຍເຖິງເຢດໂຣ
ແປວ່າ “ຄົນຕ່າງຊາດເຊິ່ງຢູ່ທີ່ນັ້ນ”
ແປຕາມໂຕວ່າ “ຟາໂຣ”
ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
ຫຼື “ເລືອກ.” ເບິ່ງພາກຜະໜວກ ກ4.
ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
ສຳເນົາເກົ່າແກ່ບາງສະບັບແປວ່າ “ທູດສະຫວັນຂອງພະເຢໂຫວາ”
ຕັດໜັງຫຸ້ມປາຍອະໄວຍະວະເພດຊາຍ
ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
ແປຕາມໂຕວ່າ “ເຮົາເຮັດໃຫ້ເຈົ້າເປັນພະເຈົ້າສຳລັບຟາໂຣ”
ແປຕາມໂຕວ່າ “ລົງມືຈັດການເອຢິບ”
ແປຕາມໂຕວ່າ “ຮັບໃຊ້”
ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
ແປຕາມໂຕວ່າ “ນີ້ແມ່ນນິ້ວມືຂອງພະເຈົ້າ!”
ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
ອາດໝາຍເຖິງຟ້າຜ່າ
ແປຕາມໂຕວ່າ “ຢ້ານຢຳ”
ເຂົ້າຊະນິດໜຶ່ງທີ່ໃຊ້ເຮັດເຂົ້າຈີ່ໄດ້
ເຂົ້າຊະນິດໜຶ່ງທີ່ປູກໃນເອຢິບສະໄໝບູຮານ
ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
ແປຕາມໂຕວ່າ “ຊິເປັນກັບດັກຈັບພວກເຮົາໄປອີກດົນປານໃດ?”
ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
ແປຕາມໂຕວ່າ “ຟາໂຣ”
ແປຕາມໂຕວ່າ “ເດືອນຕ່າງໆ”
ແປຕາມໂຕວ່າ “ລາວແລະເພື່ອນບ້ານຂອງລາວ”
ແປຕາມໂຕວ່າ “ລະຫວ່າງ 2 ເວລາຄ່ຳ.” ອາດໝາຍເຖິງໄລຍະເວລາຫຼັງຈາກຕາເວັນຕົກດິນຈົນຮອດຕອນທີ່ເລີ່ມມືດ.
ໝາຍເຖິງຕັ້ງແຕ່ຫົວເຂົ່າໄປຈົນຮອດຂໍ້ຕີນ
ແປຕາມໂຕວ່າ “ເອົາຜ້າມັດສະໂພກໄວ້”
ແປຕາມໂຕວ່າ “ຖືກຕັດອອກຈາກພວກອິດສະຣາເອນ”
ແປຕາມໂຕວ່າ “ກອງທັບ”
ໝາຍເຖິງແກະນ້ອຍຫຼືແບ້ນ້ອຍ
ອາດໝາຍເຖິງພວກຜູ້ນຳຂອງພວກອິດສະຣາເອນ
ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
ແປຕາມໂຕວ່າ “ເຮືອນທີ່ມີຂຸມ”
ໝາຍເຖິງຄົນທີ່ບໍ່ແມ່ນຄົນອິດສະຣາເອນເຊິ່ງມີຄົນເອຢິບນຳ
ຕັດໜັງຫຸ້ມປາຍອະໄວຍະວະເພດຊາຍ
ແປຕາມໂຕວ່າ “ພວກລູກຊາຍຂອງອິດສະຣາເອນແລະກອງທັບຂອງເຂົາເຈົ້າ”
ເບິ່ງພາກຜະໜວກ ຂ15
ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
ແມ່ນໄລຍະ 2 ໂມງຫາ 6 ໂມງເຊົ້າ
ແປຕາມໂຕວ່າ “ຢາ” ເຊິ່ງເປັນຊື່ຫຍໍ້ຂອງພະເຢໂຫວາ
ກອງນ້ອຍທີ່ມີແສ່ງຕິດນຳ
ແປວ່າ “ຂົມ”
ແປຕາມໂຕວ່າ “ລະຫວ່າງ 2 ເວລາຄ່ຳ.” ອາດໝາຍເຖິງໄລຍະເວລາຫຼັງຈາກຕາເວັນຕົກດິນຈົນຮອດຕອນທີ່ເລີ່ມມືດ.
2,2 ລິດ. ເບິ່ງພາກຜະໜວກ ຂ14.
2,2 ລິດ
4,4 ລິດ
ເບິ່ງສ່ວນອະທິບາຍຄຳສັບ
ອາດມາຈາກຄຳເວົ້າໃນພາສາເຮັບເຣີທີ່ແປວ່າ “ນີ້ແມ່ນຫຍັງ?”
2,2 ລິດ
2,2 ລິດ
ແປຕາມໂຕວ່າ “ພະຍານ.” ເບິ່ງຄືວ່າເປັນຫີບທີ່ມ້ຽນເຄື່ອງທີ່ສຳຄັນ.
22 ລິດ
22 ລິດ. ເບິ່ງພາກຜະໜວກ ຂ14.
ແປວ່າ “ທົດສອບ”
ແປວ່າ “ຜິດຖຽງກັນ”
ແປວ່າ “ພະເຢໂຫວາເປັນເສົາໃຫ້ສັນຍານຂອງຂ້ອຍ”
ແປຕາມໂຕວ່າ “ຢາ” ເຊິ່ງເປັນຊື່ຫຍໍ້ຂອງພະເຢໂຫວາ
ແປວ່າ “ຄົນຕ່າງຊາດເຊິ່ງຢູ່ທີ່ນັ້ນ”
ແປວ່າ “ພະເຈົ້າຂອງຂ້ອຍເປັນຜູ້ຊ່ວຍເຫຼືອຂ້ອຍ”
ນີ້ແມ່ນຕຳແໜ່ງກະສັດຂອງເອຢິບ
ແປຕາມໂຕວ່າ “ຈາກເງື້ອມມືຂອງເອຢິບ”
ຫຼື “ຊັບສົມບັດທີ່ມີຄ່າ”
ອາດໝາຍເຖິງຊັດຫອກໃສ່
ແປຕາມໂຕວ່າ “ເຂົາແກະ”
ເບິ່ງສ່ວນອະທິບາຍຄຳສັບ
ແປຕາມໂຕວ່າ “ເຮົາຈະເຮັດໃຫ້ຊື່ຂອງເຮົາເປັນທີ່ຈົດຈຳ”
ຫຼື “ສິ່ວ”
ເບິ່ງຄືວ່າເມຍຜູ້ນີ້ເປັນຄົນຕ່າງຊາດແລະບໍ່ມີສິດທີ່ຈະຖືກປ່ອຍໂຕໃນປີທີ 7 ຂອງການເຮັດວຽກເປັນທາດ
ຫຼື “ນາຍຈະພາລາວໄປໃກ້ພະເຈົ້າທ່ຽງແທ້”
ອາດໝາຍເຖິງເຈົ້ານາຍຫຼືລູກຊາຍກໍໄດ້
ຫຼື “ສາບແຊ່ງ”
ຫຼືອາດແປວ່າ “ເຄື່ອງໄມ້ເຄື່ອງມື”
ຫຼື “ບໍ່ໄດ້ບາດເຈັບຮ້າຍແຮງ”
342 ກຣາມ. ເບິ່ງພາກຜະໜວກ ຂ14.
ອາດຖືກລັກຍ້ອນລາວບໍ່ສົນໃຈເບິ່ງແຍງ ຫຼືແທ້ໆແລ້ວເປັນສະຖານະການທີ່ປ້ອງກັນໄດ້ເພື່ອບໍ່ໃຫ້ເກີດຂຶ້ນ
ໃນພາສາເຮັບເຣີໝາຍເຖິງຜູ້ຍິງທີ່ຍັງບໍ່ເຄີຍນອນນຳຜູ້ຊາຍຈັກເທື່ອ
ພາສາເຮັບເຣີເນັ້ນໝໍຜີທີ່ເປັນຜູ້ຍິງ
ຫຼື “ລູກກຳພ້າ”
ເບິ່ງພາກຜະໜວກ ຂ15
ເອີ້ນອີກຊື່ໜຶ່ງວ່າເທດສະການສະຫຼອງຫຼັງຄົບ 7 ອາທິດ ຫຼືເທດສະການເພັນເຕກອດ
ເອີ້ນອີກຊື່ໜຶ່ງວ່າເທດສະການປຸກຕູບ
ແປຕາມໂຕວ່າ “ຊວນໃຫ້ນະມັດສະການ”
ຫຼື “ເຮົາຊິຊ່ວຍພວກເຈົ້າບໍ່ໃຫ້ເຈັບປ່ວຍ”
ຫຼືອາດແປວ່າ “ແຕກຕື່ນ”
ອາດໝາຍເຖິງປຶ້ມທີ່ບັນທຶກຂໍ້ກົດໝາຍທີ່ບອກໄວ້ໃນ ອພຍ 20:22–23:33
ຫຼື “ຜ້າ”
ເບິ່ງສ່ວນອະທິບາຍຄຳສັບ
1,1 ແມັດ. ເບິ່ງພາກຜະໜວກ ຂ14.
66,8 ຊັງຕີແມັດ
ຫຼື “ແຜ່ນຫີນທີ່ເປັນຄືກັບພະຍານ”
1,1 ແມັດ
66,8 ຊັງຕີແມັດ
89 ຊັງຕີແມັດ
44,5 ຊັງຕີແມັດ
66,8 ຊັງຕີແມັດ
ເບິ່ງສ່ວນອະທິບາຍຄຳສັບ
34,2 ກິໂລກຣາມ. ເບິ່ງພາກຜະໜວກ ຂ14.
ຫຼື “ຜ້າ”
12,5 ແມັດ. ເບິ່ງພາກຜະໜວກ ຂ14.
1,8 ແມັດ
13,4 ແມັດ
1,8 ແມັດ
89 ຊັງຕີແມັດ
44,5 ຊັງຕີແມັດ
4,5 ແມັດ
66,8 ຊັງຕີແມັດ
ແປຕາມໂຕວ່າ “ທາງນອກຜ້າກັ້ງ”
ແປຕາມໂຕວ່າ “ທາງທິດໃຕ້”
ແປຕາມໂຕວ່າ “ທາງທິດເໜືອ”
2,2 ແມັດ. ເບິ່ງພາກຜະໜວກ ຂ14.
1,3 ແມັດ
ໝາຍເຖິງຂີ້ເທົ່າທີ່ປົນກັບນ້ຳມັນສັດທີ່ເຜົາເປັນເຄື່ອງບູຊາ
44,5 ແມັດ
44,5 ແມັດ
22,2 ແມັດ
22,2 ແມັດ
6,7 ແມັດ
6,7 ແມັດ
8,9 ແມັດ
ຫຼື “ຜ້າ”
44,5 ແມັດ
22,2 ແມັດ
2,2 ແມັດ
ເປັນແນວຕອກໃສ່ພື້ນຄ້າຍຄືກັບເຫຼັກປັກເຕັ້ນ
ແປຕາມໂຕວ່າ “ທາງນອກຜ້າກັ້ງ”
ຫຼື “ເຕັ້ນຂໍການຊີ້ນຳ.” ເບິ່ງສ່ວນອະທິບາຍຄຳສັບ.
ເບິ່ງສ່ວນອະທິບາຍຄຳສັບ
ຫຼື “ຜ້າ”
22,2 ຊັງຕີແມັດ. ເບິ່ງພາກຜະໜວກ ຂ14.
ຄຳນີ້ແມ່ນພາສາເຮັບເຣີ
ເບິ່ງສ່ວນອະທິບາຍຄຳສັບ
ແປຕາມໂຕວ່າ “ເທໃສ່ມືຂອງເຂົາເຈົ້າ”
ຫຼື “ເຕັ້ນຂໍການຊີ້ນຳ.” ເບິ່ງສ່ວນອະທິບາຍຄຳສັບ.
ເຂົ້າຈີ່ຮູບວົງມົນທີ່ມີຮູທາງກາງ
ເຂົ້າຊະນິດໜຶ່ງທີ່ໃຊ້ເຮັດເຂົ້າຈີ່ໄດ້
ຫຼື “ເຕັ້ນຂໍການຊີ້ນຳ.” ເບິ່ງສ່ວນອະທິບາຍຄຳສັບ.
ເບິ່ງສ່ວນອະທິບາຍຄຳສັບ
ແປຕາມໂຕວ່າ “ເຄື່ອງໝາຍທີ່ບໍລິສຸດເຊິ່ງສະແດງເຖິງການອຸທິດໂຕ”
ແປຕາມໂຕວ່າ “ເທໃສ່ມືຂອງອາໂຣນແລະຂອງພວກລູກຊາຍ”
ແປຕາມໂຕວ່າ “ຜ່ອນຄາຍ”
ແກະໃນສະໄໝນັ້ນມີຫາງທີ່ມີນ້ຳມັນຫຼາຍ ປົກກະຕິແລ້ວຈະໜັກບໍ່ຕ່ຳກວ່າ 5 ກິໂລກຣາມ
ຫຼື “ເຮັດໃຫ້ມີການຄືນດີ.” ແປຕາມໂຕວ່າ “ປົກຄຸມບາບ.”
ແປຕາມໂຕວ່າ “ຄົນແປກໜ້າ.” ໝາຍເຖິງຄົນທີ່ບໍ່ໄດ້ເປັນລູກຫຼານຂອງອາໂຣນ.
ແປຕາມໂຕວ່າ “ບໍລິສຸດແລະບໍ່ມີບາບ”
ແປຕາມໂຕວ່າ “ໄປຖືກຫຼືໄປບາຍ”
ແປຕາມໂຕວ່າ “ລະຫວ່າງ 2 ເວລາຄ່ຳ.” ອາດໝາຍເຖິງໄລຍະເວລາຫຼັງຈາກຕາເວັນຕົກດິນຈົນຮອດຕອນທີ່ເລີ່ມມືດ.
0,92 ລິດ. ເບິ່ງພາກຜະໜວກ ຂ14.
2,2 ລິດ
0,92 ລິດ
44,5 ຊັງຕີແມັດ. ເບິ່ງພາກຜະໜວກ ຂ14.
89 ຊັງຕີແມັດ
ຫີບທີ່ໃສ່ແຜ່ນຫີນທີ່ມີກົດໝາຍ 10 ຂໍ້
ແປຕາມໂຕວ່າ “ລະຫວ່າງ 2 ເວລາຄ່ຳ.” ອາດໝາຍເຖິງໄລຍະເວລາຫຼັງຈາກຕາເວັນຕົກດິນຈົນຮອດຕອນທີ່ເລີ່ມມືດ.
5,7 ກຣາມ. ເບິ່ງພາກຜະໜວກ ຂ14.
ຫຼື “ຕາມເຊເກນບໍລິສຸດ”
11,4 ກຣາມ
ຫຼື “ເຕັ້ນຂໍການຊີ້ນຳ.” ເບິ່ງສ່ວນອະທິບາຍຄຳສັບ.
ເບິ່ງສ່ວນອະທິບາຍຄຳສັບ
5,7 ກິໂລກຣາມ
ຕົ້ນໄມ້ຊະນິດໜຶ່ງທີ່ເປືອກມີກິ່ນຫອມແລະໃຊ້ແຕ່ງກິນໄດ້
2,9 ກິໂລກຣາມ
ອົບເຊີຍອີກຊະນິດໜຶ່ງ
3,7 ລິດ. ເບິ່ງພາກຜະໜວກ ຂ14.
ແປຕາມໂຕວ່າ “ຄົນແປກໜ້າ.” ໝາຍເຖິງຄົນທີ່ບໍ່ໄດ້ເປັນລູກຫຼານຂອງອາໂຣນ.
ຄຳນີ້ແມ່ນພາສາເຮັບເຣີ. ເປັນຢາງໄມ້ຂອງຕົ້ນໄມ້ຊະນິດໜຶ່ງທີ່ບໍ່ສາມາດລະບຸໄດ້.
ເປັນຢາງໄມ້ຊະນິດໜຶ່ງເມື່ອປະສົມກັບສິ່ງທີ່ມີກິ່ນຫອມຈະເຮັດໃຫ້ຫອມຫຼາຍຂຶ້ນແລະຫອມດົນຂຶ້ນ
ເບິ່ງສ່ວນອະທິບາຍຄຳສັບ
ຫຼື “ເຕັ້ນຂໍການຊີ້ນຳ.” ເບິ່ງສ່ວນອະທິບາຍຄຳສັບ.
ເບິ່ງສ່ວນອະທິບາຍຄຳສັບ
ຫຼື “ແຜ່ນຫີນທີ່ເປັນຄືກັບພະຍານ”
ແປຕາມໂຕວ່າ “ນິ້ວມື”
ຫຼື “ແຜ່ນຫີນທີ່ເປັນຄືກັບພະຍານ”
ເບິ່ງສ່ວນອະທິບາຍຄຳສັບ
ຫຼື “ເຮົາຮູ້ຈັກຊື່ຂອງເຈົ້າ”
ແປຕາມໂຕວ່າ “ເຮົາຮູ້ຈັກຊື່ຂອງເຈົ້າ”
ຫຼື “ສັດຊື່ຕະຫຼອດ”
ຫຼື “ບໍ່ຍອມມີຄູ່ແຂ່ງ”
ເບິ່ງພາກຜະໜວກ ຂ15
ເອີ້ນອີກຊື່ໜຶ່ງວ່າເທດສະການສະຫຼອງຫຼັງຄົບ 7 ອາທິດ ຫຼືເທດສະການເພັນເຕກອດ
ເຂົ້າຊະນິດໜຶ່ງທີ່ໃຊ້ເຮັດເຂົ້າຈີ່ໄດ້
ເອີ້ນອີກຊື່ໜຶ່ງວ່າເທດສະການປຸກຕູບ
ອາດໝາຍເຖິງພະເຢໂຫວາ. ເບິ່ງຂໍ້ 1.
ຫຼື “ແຜ່ນຫີນທີ່ເປັນຄືກັບພະຍານ”
ເບິ່ງສ່ວນອະທິບາຍຄຳສັບ
ຫຼື “ຜ້າ”
ເບິ່ງສ່ວນອະທິບາຍຄຳສັບ
ເບິ່ງສ່ວນອະທິບາຍຄຳສັບ
ເປັນແນວຕອກໃສ່ພື້ນຄ້າຍຄືກັບເຫຼັກປັກເຕັ້ນ
ຫຼື “ເຕັ້ນຂໍການຊີ້ນຳ.” ເບິ່ງສ່ວນອະທິບາຍຄຳສັບ.
ຫຼື “ເຄື່ອງບູຊາຊູໄປມາ”
ຫຼື “ຜ້າ”
ອາດໝາຍເຖິງເບຊາເລນ
12,5 ແມັດ. ເບິ່ງພາກຜະໜວກ ຂ14.
1,8 ແມັດ
13,4 ແມັດ
1,8 ແມັດ
4,5 ແມັດ
66,8 ຊັງຕີແມັດ
111,3 ຊັງຕີແມັດ. ເບິ່ງພາກຜະໜວກ ຂ14.
66,8 ຊັງຕີແມັດ
111,3 ຊັງຕີແມັດ
66,8 ຊັງຕີແມັດ
89 ຊັງຕີແມັດ
44,5 ຊັງຕີແມັດ
66,8 ຊັງຕີແມັດ
7,4 ຊັງຕີແມັດ. ເບິ່ງພາກຜະໜວກ ຂ14.
34,2 ກິໂລກຣາມ. ເບິ່ງພາກຜະໜວກ ຂ14.
44,5 ຊັງຕີແມັດ
89 ຊັງຕີແມັດ
2,2 ແມັດ. ເບິ່ງພາກຜະໜວກ ຂ14.
1,3 ແມັດ
ໝາຍເຖິງຂີ້ເທົ່າທີ່ປົນກັບນ້ຳມັນສັດທີ່ເຜົາເປັນເຄື່ອງບູຊາ
ແຜ່ນໂລຫະທີ່ຂັດຈົນເປັນເງົາເຫຼື້ອມ
ຫຼື “ເຕັ້ນຂໍການຊີ້ນຳ.” ເບິ່ງສ່ວນອະທິບາຍຄຳສັບ.
44,5 ແມັດ
44,5 ແມັດ
22,2 ແມັດ
22,2 ແມັດ
6,7 ແມັດ
6,7 ແມັດ
ຫຼື “ຜ້າ”
8,9 ແມັດ
2,2 ແມັດ
ເປັນແນວຕອກໃສ່ພື້ນຄ້າຍຄືກັບເຫຼັກປັກເຕັ້ນ
ຫີບທີ່ໃສ່ແຜ່ນຫີນທີ່ມີກົດໝາຍ 10 ຂໍ້
991,8 ກິໂລກຣາມ. ເບິ່ງພາກຜະໜວກ ຂ14.
8,3 ກິໂລກຣາມ. ເບິ່ງພາກຜະໜວກ ຂ14.
ຫຼື “ຕາມເຊເກນບໍລິສຸດ”
3.420 ກິໂລກຣາມ
20,2 ກິໂລກຣາມ
5,7 ກຣາມ
3.420 ກິໂລກຣາມ
34,2 ກິໂລກຣາມ
20,2 ກິໂລກຣາມ
2.394 ກິໂລກຣາມ
27,3 ກິໂລກຣາມ
ຫຼື “ຜ້າ”
ເບິ່ງສ່ວນອະທິບາຍຄຳສັບ
22,2 ຊັງຕີແມັດ. ເບິ່ງພາກຜະໜວກ ຂ14.
ຄຳນີ້ແມ່ນພາສາເຮັບເຣີ
ຫຼື “ເຕັ້ນຂໍການຊີ້ນຳ.” ເບິ່ງສ່ວນອະທິບາຍຄຳສັບ.
ເບິ່ງສ່ວນອະທິບາຍຄຳສັບ
ເປັນແນວຕອກໃສ່ພື້ນຄ້າຍຄືກັບເຫຼັກປັກເຕັ້ນ
ຫຼື “ເຕັ້ນຂໍການຊີ້ນຳ.” ເບິ່ງສ່ວນອະທິບາຍຄຳສັບ.
ໝາຍເຖິງປີທີ 2 ທີ່ເຂົາເຈົ້າອອກຈາກເອຢິບ
ຫຼື “ແຜ່ນຫີນທີ່ເປັນຄືກັບພະຍານ”
ແປຕາມໂຕວ່າ “ທາງນອກຜ້າກັ້ງ”