ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລມ ດານີເອນ 1:1-12:13
  • ດານີເອນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ດານີເອນ
  • ຄຳພີໄບເບິນສະບັບແປໂລກໃໝ່
ຄຳພີໄບເບິນສະບັບແປໂລກໃໝ່
ດານີເອນ

ດານີເອນ

1 ໃນ​ປີ​ທີ 3 ທີ່​ເຢໂຮຢາກີມ+​ເປັນ​ກະສັດ​ປົກຄອງ​ຢູດາ ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ໄດ້​ມາ​ລ້ອມ​ເມືອງ​ເຢຣູຊາເລັມ.+ 2 ພະ​ເຢໂຫວາ​ໄດ້​ໃຫ້​ເນບູກາດເນັດຊາ​ຕໍ່ສູ້​ຊະນະ​ເຢໂຮຢາກີມ​ກະສັດ​ຂອງ​ຢູດາ.+ ເນບູກາດເນັດຊາ​ໄດ້​ເອົາ​ເຄື່ອງໃຊ້​ບາງ​ຢ່າງ​ໃນ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ໄປ​ບາບີໂລນ*+ ແລະ​ເອົາ​ໄປ​ໄວ້​ໃນ​ຄັງ​ຊັບສິນ​ຢູ່​ວິຫານ​ຂອງ​ພະເຈົ້າ​ຂອງ​ລາວ.+

3 ກະສັດ​ໄດ້​ສັ່ງ​ອັດຊະເປນັດ​ທີ່​ເປັນ​ຫົວໜ້າ​ພວກ​ຂ້າລາຊະການ​ໃຫ້​ພາ​ຄົນ​ອິດສະຣາເອນ​ຈຳນວນ​ໜຶ່ງ​ມາຫາ​ລາວ ໂດຍ​ສະເພາະ​ແມ່ນ​ລູກ​ຫຼານ​ຂອງ​ກະສັດ​ແລະ​ລູກ​ຫຼານ​ຂອງ​ພວກ​ເຈົ້ານາຍ.+ 4 ເຂົາເຈົ້າ​ຕ້ອງ​ເປັນ​ຄົນໜຸ່ມ​ທີ່​ມີ​ຮູບຮ່າງ​ໜ້າຕາ​ດີ ບໍ່​ມີ​ບ່ອນ​ຕິ ສະຫຼາດ ມີ​ຄວາມຮູ້​ຄວາມ​ເຂົ້າໃຈ+ ແລະ​ເຮັດ​ວຽກ​ຮັບໃຊ້​ໃນ​ວັງ​ຂອງ​ກະສັດ​ໄດ້. ອັດຊະເປນັດ​ຕ້ອງ​ສອນ​ພາສາ​ແລະ​ວິຊາ​ຕ່າງ​ໆ​ຂອງ​ພວກ​ການເດອາ​ໃຫ້​ເຂົາເຈົ້າ. 5 ກະສັດ​ຍັງ​ໄດ້​ສັ່ງ​ໃຫ້​ເອົາ​ອາຫານ​ແລະ​ເຫຼົ້າແວງ​ແບບ​ດຽວ​ກັບ​ທີ່​ລາວ​ກິນ*​ໃຫ້​ຄົນ​ໜຸ່ມ​ເຫຼົ່ານີ້​ກິນ​ທຸກ​ໆ​ມື້. ເຂົາເຈົ້າ​ຕ້ອງ​ໄດ້​ຮັບ​ການ​ຝຶກ*​ເປັນ​ເວລາ 3 ປີ. ຫຼັງ​ຈາກຄົບ 3 ປີ​ແລ້ວ ເຂົາເຈົ້າ​ຕ້ອງ​ເຂົ້າໄປ​ເຮັດ​ວຽກ​ຢູ່​ໃນ​ວັງ​ຂອງ​ກະສັດ.

6 ຄົນໜຸ່ມ​ເຫຼົ່ານີ້​ບາງຄົນ​ມາ​ຈາກ​ຕະກູນ​ຢູດາ. ເຂົາເຈົ້າ​ຊື່​ດານີເອນ*+ ຮານານີຢາ* ມີຊາເອນ* ແລະ​ອາຊາຣີຢາ.*+ 7 ແຕ່​ຫົວໜ້າ​ພວກ​ຂ້າລາຊະການ​ໄດ້​ຕັ້ງ​ຊື່​ໃໝ່*​ໃຫ້​ເຂົາເຈົ້າ. ລາວ​ປ່ຽນ​ຊື່​ດານີເອນ​ເປັນ​ເບນເຕຊັດຊາເຣ+ ຮານານີຢາ​ເປັນ​ຊາດຣາກ ມີຊາເອນ​ເປັນ​ເມຊາກ ແລະ​ອາຊາຣີຢາ​ເປັນ​ອາເບດເນໂກ.+

8 ແຕ່​ດານີເອນ​ຕັ້ງໃຈ​ວ່າ​ຈະ​ບໍ່​ກິນ​ອາຫານ​ແລະ​ເຫຼົ້າແວງ​ຂອງ​ກະສັດ ເພາະ​ສິ່ງ​ເຫຼົ່າ​ນີ້​ຖື​ວ່າ​ບໍ່​ສະອາດ​ຕາມ​ກົດໝາຍ​ຂອງ​ພະເຈົ້າ. ລາວ​ຈຶ່ງ​ຂໍ​ກັບ​ຫົວໜ້າ​ພວກ​ຂ້າລາຊະການ​ວ່າ​ຈະ​ບໍ່​ກິນ​ຫຼື​ດື່ມ​ສິ່ງ​ເຫຼົ່າ​ນີ້​ເພື່ອ​ຈະ​ບໍ່​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ. 9 ພະເຈົ້າ​ທ່ຽງແທ້​ໄດ້​ເຮັດ​ໃຫ້​ຫົວໜ້າ​ພວກ​ຂ້າລາຊະການ​ອີ່ຕົນ​ແລະ​ພໍໃຈ​ດານີເອນ.+ 10 ແຕ່​ຫົວໜ້າ​ພວກ​ຂ້າລາຊະການ​ເວົ້າ​ວ່າ: “ຂ້ອຍ​ຢ້ານ​ກະສັດ​ຈະ​ໃຈຮ້າຍ ຖ້າ​ພວກເຈົ້າບໍ່​ກິນ​ບໍ່​ດື່ມຕາມ​ທີ່​ລາວ​ສັ່ງ. ຖ້າ​ກະສັດ​ເຫັນ​ພວກ​ເຈົ້າ​ຈ່ອຍ​ກວ່າ​ຄົນອື່ນ​ເດ້​ຈະ​ເຮັດ​ແນວ​ໃດ? ພວກ​ເຈົ້າ​ຈະ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ຜິດ​ໄດ໋.” 11 ດານີເອນ​ຈຶ່ງ​ເວົ້າ​ກັບ​ຜູ້​ທີ່​ຫົວໜ້າ​ພວກ​ຂ້າລາຊະການ​ໄດ້​ແຕ່ງຕັ້ງ​ໃຫ້​ເບິ່ງແຍງ​ດານີເອນ ຮານານີຢາ ມີຊາເອນ ແລະ​ອາຊາຣີຢາ​ວ່າ: 12 “ຂໍ​ໃຫ້​ເອົາ​ແຕ່​ຜັກ*​ກັບ​ນ້ຳ​ມາ​ໃຫ້​ພວກ​ເຮົາ​ກິນ​ຈັກ 10 ມື້​ລອງ​ເບິ່ງ​ໄດ້​ບໍ? 13 ຫຼັງ​ຈາກ​ນັ້ນ ໃຫ້​ສົມທຽບ​ພວກ​ເຮົາ​ກັບ​ຊາຍໜຸ່ມ​ຄົນ​ອື່ນ​ໆ​ທີ່​ກິນ​ອາຫານ​ຂອງ​ກະສັດ. ເມື່ອ​ເຫັນ​ແລ້ວ ທ່ານ​ຈຶ່ງ​ຕັດສິນ​ໃຈ​ວ່າ​ຈະ​ເຮັດ​ແນວ​ໃດ​ກັບ​ພວກ​ເຮົາ​ຕໍ່.”

14 ຜູ້​ເບິ່ງແຍງ​ຍອມ​ໃຫ້​ເຂົາເຈົ້າ​ເຮັດ​ຕາມ​ທີ່​ຂໍ​ເປັນ​ເວລາ 10 ມື້. 15 ເມື່ອ​ຮອດ 10 ມື້​ແລ້ວ ລາວ​ກໍ​ເຫັນ​ວ່າ​ເຂົາເຈົ້າ​ມີ​ໜ້າຕາ​ສົດຊື່ນ​ແລະ​ແຂງແຮງ​ກວ່າ​ຊາຍ​ໜຸ່ມ​ທຸກ​ຄົນ​ທີ່​ກິນ​ອາຫານ​ຂອງ​ກະສັດ. 16 ຜູ້​ເບິ່ງແຍງ​ຈຶ່ງ​ເອົາ​ຜັກ​ມາ​ໃຫ້​ເຂົາເຈົ້າ​ກິນ​ຕໍ່​ໄປ ແລະ​ບໍ່​ໄດ້​ເອົາ​ອາຫານ​ກັບ​ເຫຼົ້າແວງ​ຂອງ​ກະສັດ​ມາ​ໃຫ້​ກິນ. 17 ພະເຈົ້າ​ທ່ຽງແທ້​ໄດ້​ໃຫ້ 4 ຄົນ​ນີ້​ມີ​ສະຕິປັນຍາ​ແລະ​ມີ​ຄວາມຮູ້​ກັບ​ຄວາມ​ເຂົ້າໃຈ​ກ່ຽວ​ກັບ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ທຸກ​ຫົວ. ພະເຈົ້າ​ຍັງ​ໃຫ້​ດານີເອນ​ເຂົ້າໃຈ​ນິມິດ​ແລະ​ຄວາມ​ຝັນ​ທຸກຢ່າງ.+

18 ເມື່ອ​ຮອດ​ເວລາ​ທີ່​ກະສັດ​ເນບູກາດເນັດຊາ​ກຳນົດ​ໄວ້ ຫົວໜ້າ​ພວກ​ຂ້າລາຊະການ​ໄດ້​ພາ​ຊາຍໜຸ່ມ​ເຫຼົ່າ​ນັ້ນ​ເຂົ້າໄປ​ຫາ​ກະສັດ.+ 19 ຕອນ​ທີ່​ກະສັດ​ເວົ້າ​ນຳ​ເຂົາເຈົ້າ ລາວ​ກໍ​ເຫັນ​ວ່າ​ດານີເອນ ຮານານີຢາ ມີຊາເອນ ແລະ​ອາຊາຣີຢາ​ເກັ່ງ​ກວ່າ​ທຸກ​ຄົນ.+ ຕັ້ງ​ແຕ່​ມື້​ນັ້ນ 4 ຄົນ​ນີ້​ຈຶ່ງ​ເລີ່ມ​ຕົ້ນ​ຮັບໃຊ້​ກະສັດ. 20 ທຸກ​ເທື່ອ​ທີ່​ກະສັດ​ຖາມ​ເລື່ອງ​ໃດ​ກໍ​ຕາມ​ທີ່​ຕ້ອງ​ໃຊ້​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ ລາວ​ກໍ​ເຫັນ​ວ່າ 4 ຄົນ​ນີ້​ເກັ່ງ​ກວ່າ​ພວກ​ໝໍ​ຄາຖາ​ອາຄົມ​ແລະ​ພວກ​ໝໍ​ມໍ+ 10 ເທົ່າ​ໃນ​ທົ່ວ​ເຂດ​ທີ່​ລາວ​ປົກຄອງ. 21 ດານີເອນ​ຢູ່​ຫັ້ນ​ຈົນ​ຮອດ​ປີ​ທຳອິດ*​ທີ່​ກະສັດ​ໄຊຣັດ​ປົກຄອງ.+

2 ໃນ​ປີ​ທີ 2 ທີ່​ເນບູກາດເນັດຊາ​ເປັນ​ກະສັດ ລາວ​ໄດ້​ຝັນ​ຫຼາຍ​ເທື່ອ ແລະ​ຄວາມ​ຝັນ​ເຫຼົ່າ​ນັ້ນ​ເຮັດ​ໃຫ້​ລາວ​ວຸ່ນວາຍ​ໃຈ​ຫຼາຍ+​ຈົນ​ນອນ​ບໍ່​ຫຼັບ. 2 ລາວ​ຈຶ່ງ​ສັ່ງ​ໃຫ້​ຄົນ​ໄປ​ເອີ້ນ​ໝໍ​ຄາຖາ​ອາຄົມ ໝໍ​ມໍ ພວກ​ທີ່​ເບິ່ງ​ໂຊກ​ລາງ ແລະ​ພວກ​ການເດອາ​ທີ່​ທຳນາຍ​ໂດຍ​ເບິ່ງ​ດວງ​ດາວ​ໃຫ້​ມາ​ຫາ ເພື່ອ​ໃຫ້​ເຂົາເຈົ້າ​ບອກ​ວ່າ​ລາວ​ຝັນ​ຫຍັງ. ຄົນ​ເຫຼົ່ານີ້​ກໍ​ມາ​ຫາ​ກະສັດ.+ 3 ກະສັດ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ຂ້ອຍ​ໄດ້​ຝັນ​ແລະ​ວຸ່ນວາຍ​ໃຈ​ຫຼາຍ​ຍ້ອນ​ຢາກ​ຮູ້​ວ່າ​ໂຕເອງ​ຝັນ​ຫຍັງ.” 4 ພວກ​ການເດອາ​ທີ່​ທຳນາຍ​ໂດຍ​ເບິ່ງ​ດວງ​ດາວ​ຕອບ​ກະສັດ​ເປັນ​ພາສາ​ອາຣາເມອິກ​ວ່າ:*+ “ກະສັດ ຂໍ​ໃຫ້​ທ່ານ​ມີ​ອາຍຸ​ຍືນຍາວ​ຕະຫຼອດ​ໄປ. ຂໍ​ໃຫ້​ກະສັດ​ເລົ່າ​ຄວາມ​ຝັນ​ໃຫ້​ພວກ​ເຮົາ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ທ່ານ​ຟັງ ແລ້ວ​ພວກ​ເຮົາ​ຈະ​ແປ​ຄວາມໝາຍ​ຂອງ​ຄວາມ​ຝັນ​ນັ້ນ​ໃຫ້​ທ່ານ.”

5 ກະສັດ​ບອກ​ເຂົາເຈົ້າ​ວ່າ: “ຂ້ອຍ​ຈະ​ເຕືອນ​ພວກ​ເຈົ້າ​ເປັນ​ເທື່ອ​ສຸດທ້າຍ​ເດີ້. ຖ້າ​ພວກ​ເຈົ້າ​ບອກ​ບໍ່​ໄດ້​ວ່າ​ຂ້ອຍ​ຝັນ​ຫຍັງ​ແລະ​ແປ​ຄວາມໝາຍ​ຂອງ​ຄວາມ​ຝັນ​ນັ້ນ​ບໍ່​ໄດ້ ພວກ​ເຈົ້າ​ຈະ​ຖືກ​ຕັດ​ເປັນ​ຕ່ອນ​ແລະ​ເຮືອນ​ຂອງ​ພວກ​ເຈົ້າ​ຈະ​ກາຍ​ເປັນ​ຫ້ອງນ້ຳ​ສາທາລະນະ.* 6 ແຕ່​ຖ້າ​ພວກ​ເຈົ້າ​ບອກ​ໄດ້​ວ່າ​ຂ້ອຍ​ຝັນ​ຫຍັງ​ແລະ​ແປ​ຄວາມໝາຍ​ຂອງ​ຄວາມ​ຝັນ​ນັ້ນ​ໄດ້ ຂ້ອຍ​ຈະ​ເອົາ​ຂອງຂວັນ ລາງວັນ ແລະ​ຕຳແໜ່ງ​ທີ່​ສູງ​ໆ​ໃຫ້​ພວກ​ເຈົ້າ.+ ໃຫ້​ບອກ​ມາ​ວ່າ​ຂ້ອຍ​ຝັນ​ຫຍັງ​ແລະ​ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ.”

7 ເຂົາເຈົ້າ​ຕອບ​ກະສັດ​ເປັນ​ເທື່ອ​ທີ 2 ວ່າ: “ຂໍ​ໃຫ້​ກະສັດ​ເລົ່າ​ຄວາມ​ຝັນ​ໃຫ້​ພວກ​ເຮົາ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ທ່ານ​ຟັງ ແລ້ວ​ພວກ​ເຮົາ​ຈະ​ແປ​ຄວາມໝາຍ​ຂອງ​ຄວາມ​ຝັນ​ນັ້ນ​ໃຫ້​ທ່ານ.”

8 ກະສັດ​ເວົ້າ​ວ່າ: “ຂ້ອຍ​ຮູ້​ໄດ໋ ພວກ​ເຈົ້າ​ກຳລັງ​ຖ່ວງ​ເວລາ ຍ້ອນ​ພວກ​ເຈົ້າ​ຮູ້​ຄຳສັ່ງ​ຂອງ​ຂ້ອຍ. 9 ຖ້າ​ພວກ​ເຈົ້າ​ບອກ​ບໍ່​ໄດ້​ວ່າ​ຂ້ອຍ​ຝັນ​ຫຍັງ ພວກ​ເຈົ້າ​ທຸກຄົນ​ຈະ​ຖືກ​ໂທດ​ແບບ​ດຽວ​ກັນ. ຢ່າ​ຄິດ​ເດີ້​ວ່າ​ພວກ​ເຈົ້າ​ຈະ​ສ້າງ​ເລື່ອງ​ຂຶ້ນ​ມາ​ຕົວະ​ແລະ​ຫຼອກລວງ​ຂ້ອຍ ແລ້ວ​ຄິດ​ວ່າ​ຂ້ອຍ​ຈະ​ປ່ຽນໃຈ. ໃຫ້​ບອກ​ມາ​ວ່າ​ຂ້ອຍ​ຝັນ​ຫຍັງ ຂ້ອຍ​ຈຶ່ງ​ຈະ​ຮູ້​ວ່າ​ພວກ​ເຈົ້າ​ສາມາດ​ອະທິບາຍ​ຄວາມໝາຍ​ຂອງ​ຄວາມ​ຝັນ​ນັ້ນ​ໄດ້​ແທ້​ໆ​.”

10 ເຂົາເຈົ້າ​ຕອບ​ກະສັດ​ວ່າ: “ບໍ່​ມີ​ໃຜ​ໃນ​ໂລກ​ນີ້​ຈະ​ເຮັດ​ໄດ້​ຕາມ​ທີ່​ກະສັດ​ສັ່ງ​ດອກ ແລະ​ກໍ​ບໍ່​ມີ​ກະສັດ​ທີ່​ຍິ່ງໃຫຍ່​ອົງ​ໃດ​ຫຼື​ຜູ້​ປົກຄອງ​ຄົນ​ໃດ​ເຄີຍ​ຂໍ​ໃຫ້​ໝໍ​ຄາຖາ​ອາຄົມ ໝໍ​ມໍ ຫຼື​ພວກ​ການເດອາ​ທີ່​ທຳນາຍ​ໂດຍ​ເບິ່ງ​ດວງ​ດາວ​ໃຫ້​ເຮັດ​ແບບ​ນີ້. 11 ສິ່ງ​ທີ່​ທ່ານ​ບອກ​ໃຫ້​ເຮັດ​ມັນ​ຍາກ​ໂພດ ບໍ່​ມີ​ມະນຸດ​ຄົນ​ໃດ​ໃນ​ໂລກ​ນີ້​ຈະ​ບອກ​ທ່ານ​ໄດ້​ດອກ ນອກ​ຈາກ​ພວກ​ພະເຈົ້າ​ເທົ່າ​ນັ້ນ.”

12 ເມື່ອ​ໄດ້​ຍິນ​ແບບ​ນີ້ ກະສັດ​ກໍ​ໃຈຮ້າຍ​ຫຼາຍ​ແລະ​ສັ່ງ​ໃຫ້​ຂ້າ​ທີ່​ປຶກສາ​ທຸກຄົນ​ໃນ​ບາບີໂລນ.+ 13 ຕອນ​ທີ່​ມີ​ຄຳສັ່ງ​ອອກ​ມາ ຄົນ​ຂອງ​ກະສັດ​ກໍ​ອອກ​ໄປ​ເພື່ອ​ຈະ​ຂ້າ​ພວກ​ທີ່​ປຶກສາ​ທັງ​ໝົດ. ເຂົາເຈົ້າ​ຈະ​ໄປ​ຂ້າ​ດານີເອນ​ກັບ​ພວກ​ໝູ່​ຂອງ​ລາວ​ນຳ.

14 ຕອນ​ທີ່​ອາຣີໂອກ​ທີ່​ເປັນ​ຫົວໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ອອກ​ໄປ​ເພື່ອ​ຈະ​ຂ້າ​ທີ່​ປຶກສາ​ທຸກ​ຄົນ​ໃນ​ບາບີໂລນ ດານີເອນ​ໄດ້​ໄປ​ເວົ້າ​ກັບ​ລາວ​ດ້ວຍ​ຄວາມ​ນັບ​ຖື​ແລະ​ຢ່າງ​ລະມັດ​ລະວັງ. 15 ດານີເອນ​ຖາມ​ອາຣີໂອກ​ວ່າ: “ເປັນ​ຫຍັງ​ກະສັດ​ຈຶ່ງ​ອອກ​ຄຳສັ່ງ​ທີ່​ໂຫດ​ແບບ​ນີ້?” ແລ້ວ​ອາຣີໂອກ​ກໍ​ເລົ່າ​ເລື່ອງ​ທີ່​ເກີດຂຶ້ນ​ໃຫ້​ດານີເອນ​ຟັງ.+ 16 ດານີເອນ​ຈຶ່ງ​ໄປ​ຫາ​ກະສັດ ແລະ​ຂໍ​ເວລາ​ເພື່ອ​ຈະ​ແປ​ຄວາມໝາຍ​ຂອງ​ຄວາມ​ຝັນ​ນັ້ນ​ໃຫ້​ກະສັດ​ຟັງ.

17 ດານີເອນ​ກັບ​ເມືອ​ເຮືອນ ແລ້ວ​ໄປ​ເລົ່າ​ເລື່ອງ​ນັ້ນ​ໃຫ້​ຮານານີຢາ ມີຊາເອນ ແລະ​ອາຊາຣີຢາ​ຟັງ. 18 ດານີເອນ​ຂໍ​ໃຫ້​ເຂົາເຈົ້າ​ອະທິດຖານ​ຫາ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ໃຫ້​ເພິ່ນ​ອີ່ຕົນ ແລະ​ໃຫ້​ເພິ່ນ​ບອກ​ເລື່ອງ​ຄວາມ​ຝັນ​ຂອງ​ກະສັດ ເພື່ອ​ດານີເອນ​ກັບ​ພວກ​ໝູ່​ຈະ​ບໍ່​ຖືກ​ຂ້າ​ນຳ​ກັນ​ກັບ​ພວກ​ທີ່​ປຶກສາ​ໃນ​ບາບີໂລນ.

19 ໃນ​ຄືນ​ນັ້ນ ພະເຈົ້າ​ໄດ້​ບອກ​ໃຫ້​ດານີເອນ​ຮູ້​ເລື່ອງ​ຄວາມ​ຝັນ​ນັ້ນ​ໂດຍ​ທາງ​ນິມິດ.+ ລາວ​ຈຶ່ງ​ສັນລະເສີນ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ. 20 ດານີເອນ​ເວົ້າ​ວ່າ:

“ຂໍ​ໃຫ້​ຊື່​ຂອງ​ພະເຈົ້າ​ໄດ້​ຮັບ​ການ​ສັນລະເສີນ​ຕະຫຼອດ​ໄປ

ຍ້ອນ​ວ່າ​ມີ​ແຕ່​ເພິ່ນ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ມີ​ສະຕິ​ປັນຍາ​ແລະ​ມີ​ລິດເດດ.+

21 ເພິ່ນ​ປ່ຽນ​ເວລາ​ແລະ​ລະດູ​ຕ່າງ​ໆ​.+

ເພິ່ນ​ແຕ່ງ​ຕັ້ງ​ແລະ​ປົດ​ກະສັດ.+

ເພິ່ນ​ໃຫ້​ຄົນ​ສະຫຼາດ​ມີ​ສະຕິ​ປັນຍາ ແລະ​ໃຫ້​ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ມີ​ຄວາມ​ຮູ້.+

22 ເພິ່ນ​ເປີດເຜີຍ​ສິ່ງ​ທີ່​ເລິກ​ເຊິ່ງ​ແລະ​ສິ່ງ​ທີ່​ຖືກ​ເຊື່ອງ​ໄວ້.+

ເພິ່ນ​ຮູ້​ສິ່ງ​ທີ່​ຢູ່​ໃນ​ບ່ອນ​ມືດ​ໆ​+

ແລະ​ແສງ​ສະຫວ່າງ​ຢູ່​ກັບ​ເພິ່ນ.+

23 ພະເຈົ້າ​ເອີ້ຍ ພະອົງ​ເປັນ​ພະເຈົ້າ​ຂອງ​ປູ່ຍ່າ​ຕານາຍ​ຂອງ​ລູກ. ລູກ​ຂໍ​ຂອບໃຈ​ແລະ​ສັນລະເສີນ​ພະອົງ

ຍ້ອນ​ພະອົງ​ໃຫ້​ລູກ​ມີ​ສະຕິ​ປັນຍາ​ແລະ​ອຳນາດ.

ຕອນ​ນີ້ ພະອົງ​ໃຫ້​ລູກ​ຮູ້​ໃນ​ສິ່ງ​ທີ່​ພວກ​ເຮົາ​ຂໍ.

ພະອົງ​ໃຫ້​ພວກ​ເຮົາ​ຮູ້​ເລື່ອງ​ຄວາມ​ຝັນ​ຂອງ​ກະສັດ.”+

24 ຈາກ​ນັ້ນ ດານີເອນ​ກໍ​ໄປ​ຫາ​ອາຣີໂອກ​ຜູ້​ທີ່​ກະສັດ​ແຕ່ງຕັ້ງ​ໃຫ້​ໄປ​ຂ້າ​ພວກ​ທີ່​ປຶກສາ​ໃນ​ບາບີໂລນ.+ ດານີເອນ​ເວົ້າ​ກັບ​ລາວ​ວ່າ: “ຢ່າ​ຂ້າ​ພວກ​ທີ່​ປຶກສາ​ໃນ​ບາບີໂລນ. ຂໍ​ໃຫ້​ເຈົ້າ​ພາ​ຂ້ອຍ​ໄປ​ຫາ​ກະສັດ ແລະ​ຂ້ອຍ​ຈະ​ແປ​ຄວາມ​ຝັນ​ນັ້ນ​ໃຫ້​ກະສັດ​ຟັງ.”

25 ອາຣີໂອກ​ຟ້າວ​ພາ​ດານີເອນ​ໄປ​ຫາ​ກະສັດ​ແລະ​ເວົ້າ​ວ່າ: “ຂ້ອຍ​ພາ​ຜູ້​ໜຶ່ງ​ທີ່​ເປັນ​ຊະເລີຍ​ຈາກ​ຢູດາ​ມາ​ຫາ​ກະສັດ.+ ລາວ​ສາມາດ​ແປ​ຄວາມ​ຝັນ​ຂອງ​ທ່ານ​ໄດ້.” 26 ກະສັດ​ຖາມ​ດານີເອນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເບນເຕຊັດຊາເຣ​ວ່າ:+ “ເຈົ້າ​ຮູ້​ແທ້​ໆ​ບໍ​ວ່າ​ຂ້ອຍ​ຝັນ​ເຫັນ​ຫຍັງ? ເຈົ້າ​ແປ​ຄວາມ​ຝັນ​ນັ້ນ​ໄດ້​ແທ້​ໆ​ເບາະ?”+ 27 ດານີເອນ​ຕອບ​ກະສັດ​ວ່າ: “ພວກ​ທີ່​ປຶກສາ ໝໍ​ມໍ ໝໍ​ຄາຖາ​ອາຄົມ ຫຼື​ພວກ​ທີ່​ທຳນາຍ​ໂດຍ​ເບິ່ງ​ດວງ​ດາວ ບໍ່​ມີ​ໃຜ​ຈັກ​ຄົນ​ສາມາດ​ບອກ​ຄວາມ​ຝັນ​ນັ້ນ​ທີ່​ກະສັດ​ຖາມ.+ 28 ແຕ່​ມີ​ພະເຈົ້າ​ອົງ​ໜຶ່ງ​ໃນ​ສະຫວັນ​ເຊິ່ງ​ເປັນ​ຜູ້​ເປີດເຜີຍ​ເລື່ອງ​ທີ່​ເປັນ​ຄວາມລັບ+ ແລະ​ເພິ່ນ​ໄດ້​ໃຫ້​ກະສັດ​ເນບູກາດເນັດຊາ​ຮູ້​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ສະໄໝ​ສຸດທ້າຍ. ຕໍ່​ໄປ​ນີ້​ແມ່ນ​ຄວາມ​ຝັນ​ແລະ​ນິມິດ​ທີ່​ກະສັດ​ເຫັນ​ຕອນ​ທີ່​ທ່ານ​ນອນ​ຫຼັບ​ຢູ່:

29 “ຕອນ​ທີ່​ກະສັດ​ນອນ​ຫຼັບ ທ່ານ​ຝັນ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ ແລະ​ພະເຈົ້າ​ຜູ້​ເປີດເຜີຍ​ເລື່ອງ​ທີ່​ເປັນ​ຄວາມລັບ​ໄດ້​ໃຫ້​ທ່ານ​ຮູ້​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ. 30 ເພິ່ນ​ໄດ້​ບອກ​ໃຫ້​ຂ້ອຍ​ຮູ້​ຄວາມ​ຝັນ​ນີ້ ບໍ່​ແມ່ນ​ຍ້ອນ​ຂ້ອຍ​ສະຫຼາດ​ກວ່າ​ຄົນອື່ນ ແຕ່​ຍ້ອນ​ເພິ່ນ​ຢາກ​ໃຫ້​ຂ້ອຍ​ແປ​ຄວາມໝາຍ​ຂອງ​ຄວາມ​ຝັນ​ນີ້​ໃຫ້​ກະສັດ ເພື່ອ​ທ່ານ​ຈະ​ໄດ້​ຮູ້​ສິ່ງ​ທີ່​ຄາໃຈ​ທ່ານ​ຢູ່.+

31 ໃນ​ຄວາມ​ຝັນ ກະສັດ​ເຫັນ​ຮູບປັ້ນ​ທີ່​ໃຫຍ່​ໆ​ຢູ່​ຕໍ່​ໜ້າ​ທ່ານ. ຮູບປັ້ນ​ນັ້ນ​ບັກ​ໃຫຍ່​ໆ​ ເຫຼື້ອມ ແລະ​ເປັນ​ຕາຢ້ານ​ຫຼາຍ. 32 ຫົວ​ຂອງ​ຮູບປັ້ນ​ເປັນ​ຄຳ​ແທ້+ ເອິກ​ກັບ​ແຂນ​ເປັນ​ເງິນ+ ທ້ອງ​ກັບ​ກົກຂາ​ເປັນ​ທອງແດງ+ 33 ຂາ​ເປັນ​ເຫຼັກ+ ແລະ​ຕີນ​ເປັນ​ເຫຼັກ​ປົນ​ກັບ​ດິນດາກ.+ 34 ຕອນ​ທີ່​ກະສັດ​ແນມ​ເບິ່ງ​ຮູບປັ້ນ​ນັ້ນ ມີ​ຫີນ​ກ້ອນ​ໜຶ່ງ​ຖືກ​ງັດ​ອອກ​ມາ​ຈາກ​ພູ ແຕ່​ບໍ່​ແມ່ນ​ຄົນ​ງັດ​ມັນ​ອອກ​ມາ. ແລ້ວ​ຫີນ​ກ້ອນ​ນັ້ນ​ກໍ​ໄປ​ຕຳ​ຕີນ​ຂອງ​ຮູບປັ້ນ​ຈົນ​ເຮັດ​ໃຫ້​ສ່ວນ​ທີ່​ເປັນ​ເຫຼັກ​ປົນ​ກັບ​ດິນດາກ​ມຸ່ນ.+ 35 ຈາກນັ້ນ ເຫຼັກ ດິນດາກ ທອງແດງ ເງິນ ແລະ​ຄຳ​ກໍ​ມຸ່ນ​ອຸ້ຍປຸ້ຍ​ຄື​ກັບ​ຂີ້ແກບ​ຢູ່​ລານ​ຟາດເຂົ້າ​ໃນ​ຍາມ​ແລ້ງ ແລ້ວ​ລົມ​ກໍ​ພັດ​ມັນ​ປິວ​ໄປ​ຈົນ​ບໍ່​ເຫຼືອ​ຫຍັງ. ແຕ່​ກ້ອນ​ຫີນ​ທີ່​ຕຳ​ຮູບປັ້ນ​ນັ້ນ​ໄດ້​ກາຍ​ເປັນ​ພູ​ໜ່ວຍ​ໜຶ່ງ​ທີ່​ໃຫຍ່​ຈົນ​ເຕັມ​ໂລກ.

36 ນີ້​ແມ່ນ​ຄວາມ​ຝັນ​ຂອງ​ກະສັດ. ຕອນ​ນີ້ ພວກ​ເຮົາ​ຈະ​ບອກ​ທ່ານ​ໃຫ້​ຮູ້​ກ່ຽວກັບ​ຄວາມໝາຍ​ຂອງ​ຄວາມ​ຝັນ​ນັ້ນ. 37 ທ່ານ​ເປັນ​ກະສັດ​ເໜືອ​ກະສັດ​ອົງ​ອື່ນ​ໆ​ ຍ້ອນ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ໄດ້​ເອົາ​ອານາຈັກ+ ອຳນາດ ຄວາມ​ເຂັ້ມແຂງ ແລະ​ກຽດ​ຕິຍົດ​ໃຫ້​ທ່ານ. 38 ເພິ່ນ​ໃຫ້​ທ່ານ​ມີ​ອຳນາດ​ເໜືອ​ຄົນ​ທີ່​ຢູ່​ທຸກ​ບ່ອນ ແລະ​ໃຫ້​ມີ​ອຳນາດ​ເໜືອ​ສັດ​ທີ່​ຢູ່​ທົ່ງຫຍ້າ​ກັບ​ນົກ​ທີ່​ຢູ່​ເທິງ​ຟ້າ. ເພິ່ນ​ໃຫ້​ທ່ານ​ປົກຄອງ​ສິ່ງ​ເຫຼົ່າ​ນີ້​ທັງ​ໝົດ.+ ຫົວ​ທີ່​ເປັນ​ຄຳ​ຂອງ​ຮູບປັ້ນ​ນັ້ນ​ໝາຍເຖິງ​ໂຕ​ທ່ານ​ເອງ.+

39 ຕໍ່​ຈາກ​ທ່ານ​ຈະ​ມີ​ອານາຈັກ​ໜຶ່ງ​ຂຶ້ນ​ມາ+ ແຕ່​ຈະ​ດ້ອຍ​ກວ່າ​ທ່ານ. ຈາກ​ນັ້ນ​ຈະ​ມີ​ອານາຈັກ​ທີ 3 ເຊິ່ງ​ເປັນ​ສ່ວນ​ທີ່​ເປັນ​ທອງແດງ ແລະ​ມັນ​ຈະ​ປົກຄອງ​ທົ່ວ​ໂລກ.+

40 ອານາຈັກ​ທີ 4 ຈະ​ແຂງ​ຄື​ເຫຼັກ.+ ຄື​ກັບ​ທີ່​ເຫຼັກ​ທຸບ​ທຸກ​ຢ່າງ​ໃຫ້​ມຸ່ນ ອານາຈັກ​ນັ້ນ​ກໍ​ຈະ​ທຸບ​ທຸກ​ອານາຈັກ​ທີ່​ຢູ່​ກ່ອນ​ໃຫ້​ມຸ່ນ​ຄື​ກັນ.+

41 ກະສັດ​ໄດ້​ເຫັນ​ວ່າ​ຕີນ​ກັບ​ນິ້ວຕີນ​ຂອງ​ຮູບປັ້ນ​ມີ​ສ່ວນ​ທີ່​ເປັນ​ເຫຼັກ​ແລະ​ມີ​ສ່ວນ​ທີ່​ເປັນ​ດິນດາກ. ນີ້​ໝາຍຄວາມ​ວ່າ​ອານາຈັກ​ນັ້ນ​ຈະ​ຖືກ​ແບ່ງ​ແຍກ ແຕ່​ບາງ​ສ່ວນ​ຂອງ​ອານາຈັກ​ຈະ​ຍັງ​ແຂງ​ຄື​ກັບ​ເຫຼັກ ຍ້ອນ​ມີ​ເຫຼັກ​ປົນ​ກັບ​ດິນດາກ​ທີ່​ອ່ອນ​ໆ​. 42 ນິ້ວ​ຕີນ​ຂອງ​ຮູບປັ້ນ​ມີ​ບາງ​ສ່ວນ​ເປັນ​ເຫຼັກ​ແລະ​ບາງ​ສ່ວນ​ເປັນ​ດິນດາກ. ດັ່ງນັ້ນ ອານາຈັກ​ນັ້ນ​ກໍ​ຈະ​ມີ​ສ່ວນ​ທີ່​ເຂັ້ມແຂງ​ແລະ​ມີ​ສ່ວນ​ທີ່​ອ່ອນແອ. 43 ກະສັດ​ເຫັນ​ເຫຼັກ​ປົນ​ກັບ​ດິນດາກ​ທີ່​ອ່ອນ​ໆ​ ໝາຍຄວາມ​ວ່າ​ສ່ວນ​ທີ່​ເຂັ້ມແຂງ​ຈະ​ປົນ​ຢູ່​ກັບ​ປະຊາຊົນ. ແຕ່ 2 ສ່ວນ​ນີ້​ຈະ​ເຂົ້າ​ກັນ​ບໍ່​ໄດ້ ຄື​ກັບ​ທີ່​ເຫຼັກ​ບໍ່​ເຂົ້າ​ກັນ​ກັບ​ດິນດາກ.

44 ໃນ​ຕອນ​ທີ່​ກະສັດ​ເຫຼົ່າ​ນັ້ນ​ກຳລັງ​ປົກຄອງ ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ຈະ​ຕັ້ງ​ການ​ປົກຄອງ​ໜຶ່ງ​ຂຶ້ນ+ ເຊິ່ງ​ຈະ​ບໍ່​ຖືກ​ທຳລາຍ​ຈັກ​ເທື່ອ+​ແລະ​ຈະ​ບໍ່​ມີ​ໃຜ​ມາ​ຍຶດ​ເອົາ​ໄປ​ໄດ້.+ ມີ​ແຕ່​ການ​ປົກຄອງ​ນີ້​ເທົ່າ​ນັ້ນ​ທີ່​ຈະ​ຢູ່​ຕະຫຼອດ​ໄປ+​ແລະ​ມັນ​ຈະ​ທຳລາຍ​ອານາຈັກ​ເຫຼົ່າ​ນັ້ນ​ທັງ​ໝົດ.+ 45 ການ​ປົກຄອງ​ນີ້​ຈະ​ເປັນ​ຄື​ກັບ​ກ້ອນ​ຫີນ​ທີ່​ຖືກ​ງັດ​ອອກ​ມາ​ຈາກ​ພູ ແຕ່​ບໍ່​ແມ່ນ​ຄົນ​ງັດ​ອອກ​ມາ. ມັນ​ຈະ​ທຳລາຍ​ເຫຼັກ ທອງແດງ ດິນດາກ ເງິນ ແລະ​ຄຳ​ຈົນ​ມຸ່ນ​ອຸ້ຍປຸ້ຍ​ຄື​ກັບ​ທີ່​ກະສັດ​ເຫັນ.+ ພະເຈົ້າ​ຜູ້​ຍິ່ງໃຫຍ່​ໄດ້​ໃຫ້​ທ່ານ​ຮູ້​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ.+ ຄວາມ​ຝັນ​ນີ້​ຈະ​ເກີດຂຶ້ນ​ແທ້​ໆ​ຕາມ​ທີ່​ອະທິບາຍ​ໄວ້.”

46 ຈາກ​ນັ້ນ ກະສັດ​ເນບູກາດເນັດຊາ​ກໍ​ໝູບ​ໜ້າ​ລົງ​ພື້ນ​ຕໍ່​ໜ້າ​ດານີເອນ​ເພື່ອ​ໃຫ້​ກຽດ​ລາວ. ກະສັດ​ໄດ້​ສັ່ງ​ໃຫ້​ເອົາ​ຂອງຂວັນ​ມາ​ໃຫ້​ດານີເອນ ແລະ​ໃຫ້​ເຜົາ​ເຄື່ອງ​ຫອມ​ໃຫ້​ລາວ. 47 ກະສັດ​ເວົ້າ​ກັບ​ດານີເອນ​ວ່າ: “ທີ່​ຈິງ​ແລ້ວ ພະເຈົ້າ​ຂອງ​ເຈົ້າ​ເໜືອ​ກວ່າ​ພະເຈົ້າ​ທັງ​ໝົດ ຍິ່ງໃຫຍ່​ກວ່າ​ກະສັດ​ທຸກ​ອົງ ແລະ​ເປັນ​ຜູ້​ເປີດເຜີຍ​ເລື່ອງ​ທີ່​ເປັນ​ຄວາມລັບ​ໄດ້​ແທ້​ໆ​. ເພິ່ນ​ເຮັດ​ໃຫ້​ເຈົ້າ​ເປີດເຜີຍ​ຄວາມລັບ​ນີ້​ໄດ້.”+ 48 ກະສັດ​ໄດ້​ເລື່ອນ​ຕຳແໜ່ງ​ໃຫ້​ດານີເອນ​ແລະ​ເອົາ​ຂອງຂວັນ​ທີ່​ດີ​ໆ​ຫຼາຍ​ຢ່າງ​ໃຫ້​ລາວ. ກະສັດ​ໃຫ້​ດານີເອນ​ປົກຄອງ​ທົ່ວ​ແຂວງ​ບາບີໂລນ+ ແລະ​ໃຫ້​ລາວ​ເປັນ​ຫົວໜ້າ​ຂ້າລາຊະການ​ທີ່​ເບິ່ງແຍງ​ພວກ​ທີ່​ປຶກສາ​ທັງ​ໝົດ​ໃນ​ບາບີໂລນ. 49 ດານີເອນ​ໄດ້​ຂໍ​ໃຫ້​ກະສັດ​ແຕ່ງຕັ້ງ​ຊາດຣາກ ເມຊາກ ແລະ​ອາເບດເນໂກ+​ໃຫ້​ເບິ່ງແຍງ​ວຽກ​ລາຊະການ​ໃນ​ແຂວງ​ບາບີໂລນ. ສ່ວນ​ດານີເອນ​ກໍ​ເຮັດ​ວຽກ​ຢູ່​ວັງ​ຂອງ​ກະສັດ.

3 ກະສັດ​ເນບູກາດເນັດຊາ​ໄດ້​ເຮັດ​ຮູບປັ້ນ​ຄຳ ສູງ 60 ສອກ* ແລະ​ກວ້າງ 6 ສອກ.* ລາວ​ເອົາ​ຮູບປັ້ນ​ນີ້​ໄວ້​ຢູ່​ທົ່ງພຽງ​ດູຣາ​ໃນ​ແຂວງ​ບາບີໂລນ. 2 ຈາກນັ້ນ ກະສັດ​ເນບູກາດເນັດຊາ​ໄດ້​ສັ່ງ​ເຈົ້າແຂວງ ເຈົ້າເມືອງ ຜູ້​ປົກຄອງ ທີ່​ປຶກສາ ນາຍຄັງ ຜູ້​ຕັດສິນ ໄອຍະການ ແລະ​ພວກ​ຂ້າລາຊະການ​ຂອງ​ແຂວງ​ຕ່າງ​ໆ​ໃຫ້​ມາ​ລວມກັນ​ໃນ​ການ​ສະຫຼອງ​ຮູບປັ້ນ​ທີ່​ລາວ​ໄດ້ເຮັດ​ຂຶ້ນ​ມາ.

3 ດັ່ງນັ້ນ ເຈົ້າແຂວງ ເຈົ້າເມືອງ ຜູ້​ປົກຄອງ ທີ່​ປຶກສາ ນາຍຄັງ ຜູ້ຕັດສິນ ໄອຍະການ ແລະ​ພວກ​ຂ້າລາຊະການ​ຂອງ​ແຂວງ​ຕ່າງ​ໆ​ຈຶ່ງ​ມາ​ລວມ​ກັນ​ໃນ​ການ​ສະຫຼອງ​ຮູບປັ້ນ​ທີ່​ກະສັດ​ເນບູກາດເນັດຊາ​ເຮັດ. ເຂົາເຈົ້າ​ຢືນ​ຢູ່​ຕໍ່​ໜ້າ​ຮູບປັ້ນ​ທີ່​ກະສັດ​ເນບູກາດເນັດຊາ​ເຮັດ​ຂຶ້ນ​ມາ. 4 ຕົວແທນ​ຂອງ​ກະສັດ​ປະກາດ​ດັງ​ໆ​ວ່າ: “ກະສັດ​ສັ່ງ​ຄົນ​ທຸກ​ຊາດ​ແລະ​ທຸກ​ພາສາ​ວ່າ 5 ເມື່ອ​ພວກເຈົ້າ​ໄດ້​ຍິນ​ສຽງ​ແກ​ເຂົາສັດ ສຽງ​ຂຸ່ຍ ສຽງ​ພິນ ສຽງ​ພິນ​ນ້ອຍ ສຽງ​ເຄື່ອງ​ດົນຕີ​ທີ່​ມີ​ສາຍ ສຽງ​ປີ່ ແລະ​ສຽງ​ເຄື່ອງ​ດົນຕີ​ຊະນິດ​ອື່ນ​ໆ​ ໃຫ້​ພວກ​ເຈົ້າ​ໝູບ​ໜ້າ​ລົງ​ກາບ​ຮູບປັ້ນ​ຄຳ​ທີ່​ກະສັດ​ເນບູກາດເນັດຊາ​ໄດ້​ເຮັດ​ຂຶ້ນ​ມາ. 6 ຖ້າ​ຜູ້​ໃດ​ບໍ່​ໝູບ​ໜ້າ​ລົງ​ກາບ​ຮູບປັ້ນ​ນັ້ນ ລາວ​ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ທີ່​ຮ້ອນ​ໆ​ທັນທີ.”+ 7 ເມື່ອ​ຄົນ​ຈາກ​ທຸກ​ຊາດ​ແລະ​ທຸກ​ພາສາ​ໄດ້​ຍິນ​ສຽງ​ແກ​ເຂົາສັດ ສຽງ​ຂຸ່ຍ ສຽງ​ພິນ ສຽງ​ພິນ​ນ້ອຍ ສຽງ​ເຄື່ອງ​ດົນຕີ​ທີ່​ມີ​ສາຍ ແລະ​ສຽງ​ເຄື່ອງ​ດົນຕີ​ຊະນິດ​ອື່ນ​ໆ​ ເຂົາເຈົ້າ​ກໍ​ໝູບ​ໜ້າ​ລົງ​ກາບ​ຮູບປັ້ນ​ຄຳ​ທີ່​ກະສັດ​ເນບູກາດເນັດຊາ​ໄດ້​ເຮັດ​ຂຶ້ນ​ມາ.

8 ໃນ​ຕອນ​ນັ້ນ ພວກ​ການເດອາ​ບາງ​ຄົນ​ໄດ້​ມາ​ຟ້ອງ​ກະສັດ​ເລື່ອງ​ຂອງ​ຄົນ​ຢິວ. 9 ເຂົາເຈົ້າ​ເວົ້າ​ກັບ​ກະສັດ​ເນບູກາດເນັດຊາ​ວ່າ: “ກະສັດ​ເອີ້ຍ ຂໍ​ໃຫ້​ທ່ານ​ມີ​ອາຍຸ​ຍືນ​ຍາວ. 10 ທ່ານ​ໄດ້​ສັ່ງ​ວ່າ ເມື່ອ​ໄດ້​ຍິນ​ສຽງແກເຂົາສັດ ສຽງ​ຂຸ່ຍ ສຽງ​ພິນ ສຽງ​ພິນ​ນ້ອຍ ສຽງ​ເຄື່ອງດົນຕີທີ່ມີສາຍ ສຽງ​ປີ່ ແລະ​ສຽງ​ເຄື່ອງ​ດົນຕີ​ຊະນິດ​ອື່ນ​ໆ​ ທຸກ​ຄົນ​ຕ້ອງ​ໝູບໜ້າລົງກາບ​ຮູບປັ້ນ​ຄຳ 11 ແລະ​ຖ້າ​ຜູ້​ໃດ​ບໍ່​ໝູບ​ໜ້າ​ລົງ​ກາບ​ຮູບປັ້ນ​ຄຳ​ນັ້ນ ລາວ​ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ທີ່​ຮ້ອນ​ໆ​.+ 12 ແຕ່​ມີ​ພວກ​ຢິວ​ບາງ​ຄົນ​ບໍ່​ໄດ້​ເຮັດ​ຕາມ​ທີ່​ທ່ານ​ສັ່ງ. ພວກ​ນີ້​ແມ່ນ​ຊາດຣາກ ເມຊາກ ແລະ​ອາເບດເນໂກ​ທີ່​ທ່ານ​ແຕ່ງຕັ້ງ​ໃຫ້​ເບິ່ງແຍງ​ວຽກ​ຂອງ​ແຂວງ​ບາບີໂລນ.+ ເຂົາເຈົ້າ​ບໍ່​ນະມັດສະການ​ພະເຈົ້າ​ຂອງ​ທ່ານ ແລະ​ບໍ່​ຍອມ​ກົ້ມ​ກາບ​ຮູບປັ້ນ​ຄຳ​ທີ່​ທ່ານ​ເຮັດ​ຂຶ້ນ​ມາ.”

13 ກະສັດ​ເນບູກາດເນັດຊາ​ໃຈຮ້າຍ​ຫຼາຍ. ລາວ​ສັ່ງ​ໃຫ້​ໄປ​ພາ​ຊາດຣາກ ເມຊາກ ແລະ​ອາເບດເນໂກ​ມາ​ຫາ​ລາວ. ແລ້ວ 3 ຄົນ​ນີ້​ກໍ​ຖືກ​ພາ​ມາ​ຫາ​ກະສັດ. 14 ເນບູກາດເນັດຊາ​ຖາມ​ເຂົາເຈົ້າ​ວ່າ: “ຊາດຣາກ ເມຊາກ ອາເບດເນໂກ ມັນ​ແມ່ນ​ແທ້​ບໍ​ທີ່​ພວກ​ເຈົ້າ​ບໍ່​ນະມັດສະການ​ພະເຈົ້າ​ຂອງ​ຂ້ອຍ+ ແລະ​ບໍ່​ຍອມ​ກົ້ມ​ກາບ​ຮູບປັ້ນ​ຄຳ​ທີ່​ຂ້ອຍ​ເຮັດ​ຂຶ້ນ​ມາ? 15 ຕອນ​ນີ້ ຖ້າ​ພວກ​ເຈົ້າ​ໄດ້​ຍິນ​ສຽງ​ແກ​ເຂົາສັດ ສຽງ​ຂຸ່ຍ ສຽງ​ພິນ ສຽງ​ພິນ​ນ້ອຍ ສຽງ​ເຄື່ອງ​ດົນຕີ​ທີ່​ມີ​ສາຍ ສຽງ​ປີ່ ແລະ​ສຽງ​ເຄື່ອງ​ດົນຕີ​ຊະນິດ​ອື່ນ​ໆ​ແລ້ວ​ໝູບ​ລົງ​ກາບ​ຮູບປັ້ນ​ຄຳ​ທີ່​ຂ້ອຍ​ເຮັດ​ຂຶ້ນ​ມາ ຂ້ອຍ​ຈະ​ບໍ່​ເຮັດ​ຫຍັງ​ໃຫ້​ພວກ​ເຈົ້າ. ແຕ່​ຖ້າ​ພວກ​ເຈົ້າ​ບໍ່​ຍອມ​ເຮັດ​ແນວ​ນັ້ນ ພວກ​ເຈົ້າ​ກໍ​ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ທີ່​ຮ້ອນ​ໆ​ທັນທີ. ລອງ​ເບິ່ງ​ດຸ ​ຊິ​ມີ​ພະເຈົ້າ​ອົງ​ໃດ​ບໍ​ທີ່​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ຈາກ​ມື​ຂ້ອຍ​ໄດ້?”+

16 ຊາດຣາກ ເມຊາກ ແລະ​ອາເບດເນໂກ​ເວົ້າ​ວ່າ: “ກະສັດ​ເນບູກາດເນັດຊາ​ເອີ້ຍ ຈັ່ງ​ໃດ​ພວກ​ເຮົາ​ກໍ​ຈະ​ບໍ່​ປ່ຽນໃຈ. 17 ຖ້າ​ພວກ​ເຮົາ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາໄຟ​ແທ້​ໆ​ ພະເຈົ້າ​ທີ່​ພວກ​ເຮົາ​ນະມັດສະການ​ກໍ​ຈະ​ຊ່ວຍ​ພວກ​ເຮົາ​ໃຫ້​ລອດ​ຈາກ​ເຕົາ​ໄຟ​ທີ່​ຮ້ອນ​ໆ​ນັ້ນ ແລະ​ຈະ​ຊ່ວຍ​ພວກ​ເຮົາ​ໃຫ້​ລອດ​ຈາກ​ມື​ທ່ານ.+ 18 ແຕ່​ເຖິງ​ເພິ່ນ​ຈະ​ບໍ່​ຊ່ວຍ ຂໍ​ໃຫ້​ກະສັດ​ຮູ້​ວ່າ​ພວກ​ເຮົາ​ກໍ​ຈະ​ບໍ່​ນະມັດສະການ​ພະເຈົ້າ​ຂອງ​ທ່ານ ແລະ​ຈະ​ບໍ່​ຍອມ​ກົ້ມ​ກາບ​ຮູບປັ້ນ​ຄຳ​ທີ່​ທ່ານ​ເຮັດ​ຂຶ້ນ​ມາ.”+

19 ກະສັດ​ເນບູກາດເນັດຊາ​ໃຈຮ້າຍ​ຫຼາຍ​ໃຫ້​ຊາດຣາກ ເມຊາກ ແລະ​ອາເບດເນໂກ​ຈົນ​ສີ​ໜ້າ​ລາວ​ປ່ຽນ.* ລາວ​ຈຶ່ງ​ສັ່ງ​ໃຫ້​ເພີ່ມ​ຄວາມ​ຮ້ອນ​ໃນ​ເຕົາ​ໄຟ​ຂຶ້ນ​ເປັນ 7 ເທົ່າ. 20 ລາວ​ສັ່ງ​ທະຫານ​ທີ່​ແຂງແຮງ​ໃນ​ກອງ​ທັບ​ຂອງ​ລາວ​ໃຫ້​ມັດ​ຊາດຣາກ ເມຊາກ ແລະ​ອາເບດເນໂກ​ແລ້ວ​ໂຍນ​ເຂົາເຈົ້າ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ທີ່​ຮ້ອນ​ໆ​ນັ້ນ.

21 ສາມ​ຄົນ​ນີ້​ຈຶ່ງ​ຖືກ​ມັດ​ຕອນ​ທີ່​ຍັງ​ໃສ່​ຜ້າພາດບ່າ ໝວກ ແລະ​ເຄື່ອງ​ແຕ່ງກາຍ​ຢູ່ ແລ້ວ​ເຂົາເຈົ້າ​ກໍ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ທີ່​ຮ້ອນ​ໆ​. 22 ຍ້ອນ​ກະສັດ​ບໍ່​ອີ່ຕົນ 3 ຄົນ​ນີ້​ແລະ​ສັ່ງ​ໃຫ້​ເພີ່ມ​ຄວາມ​ຮ້ອນ​ໃນ​ເຕົາ​ໄຟ ພວກ​ທະຫານ​ທີ່​ຈັບ​ຊາດຣາກ ເມຊາກ ແລະ​ອາເບດເນໂກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ຈຶ່ງ​ຖືກ​ຄວາມ​ຮ້ອນ​ຂອງ​ແປວໄຟ​ໄໝ້​ຈົນ​ຕາຍ. 23 ສ່ວນ​ຊາດຣາກ ເມຊາກ ແລະ​ອາເບດເນໂກ​ທີ່​ຖືກ​ມັດ​ຢູ່​ກໍ​ຕົກ​ລົງ​ໄປ​ໃນ​ເຕົາ​ໄຟ​ທີ່​ຮ້ອນ​ໆ​ນັ້ນ.

24 ຫຼັງ​ຈາກ​ນັ້ນ ກະສັດ​ເນບູກາດເນັດຊາ​ກໍ​ຢ້ານ​ຫຼາຍ ລາວ​ຈຶ່ງ​ຟ້າວ​ລຸກຂຶ້ນ​ແລະ​ເວົ້າ​ກັບ​ພວກ​ຂ້າລາຊະການ​ວ່າ: “ເຮົາ​ມັດ 3 ຄົນ​ນັ້ນ​ແລະ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ຕົ໋ວ?” ເຂົາເຈົ້າ​ຕອບ​ວ່າ: “ແມ່ນ​ແລ້ວ​ກະສັດ.” 25 ກະສັດ​ເວົ້າ​ວ່າ: “ແຕ່​ຂ້ອຍ​ເຫັນ​ມີ 4 ຄົນ​ຍ່າງ​ຢູ່​ໃນ​ໄຟ. ເຂົາເຈົ້າ​ບໍ່​ຖືກ​ມັດ​ແລະ​ບໍ່​ເປັນຫຍັງ​ເລີຍ. ແລ້ວ​ຜູ້​ທີ 4 ເບິ່ງ​ຄື​ກັບ​ເປັນ​ລູກ​ຂອງ​ພະເຈົ້າ.”

26 ເນບູກາດເນັດຊາ​ເຂົ້າ​ໄປ​ໃກ້​ປະຕູ​ເຕົາ​ໄຟ​ທີ່​ຮ້ອນ​ໆ​ນັ້ນ​ແລະ​ເວົ້າ​ວ່າ: “ຊາດຣາກ ເມຊາກ ແລະ​ອາເບດເນໂກ ຜູ້​ຮັບໃຊ້​ຂອງ​ພະເຈົ້າສູງ​ສຸດ+ ໃຫ້​ພວກ​ເຈົ້າ​ອອກ​ມາ​ແມ້.” ແລ້ວ 3 ຄົນ​ນີ້​ກໍ​ອອກ​ມາ​ຈາກ​ເຕົາ​ໄຟ. 27 ເຈົ້າແຂວງ ເຈົ້າເມືອງ ແລະ​ພວກ​ຂ້າລາຊະການ​ຂອງ​ກະສັດ​ທີ່​ລວມ​ກັນ​ຢູ່​ຫັ້ນ+​ກໍ​ເຫັນ​ວ່າ​ໄຟ​ບໍ່​ໄດ້​ໄໝ້ 3 ຄົນ​ນັ້ນ+ ແມ່ນ​ແຕ່​ຜົມ​ເສັ້ນ​ໜຶ່ງ​ກໍ​ບໍ່​ໄໝ້. ຜ້າ​ພາດ​ບ່າ​ກໍ​ຍັງ​ຢູ່​ຄື​ເກົ່າ ແລະ​ກິ່ນ​ຄວັນ​ໄຟ​ກໍ​ບໍ່​ໄດ້​ຕິດ​ໂຕ​ເຂົາເຈົ້າ​ເລີຍ.

28 ກະສັດ​ເນບູກາດເນັດຊາ​ຈຶ່ງ​ປະກາດ​ວ່າ: “ໃຫ້​ສັນລະເສີນ​ພະເຈົ້າ​ຂອງ​ຊາດຣາກ ເມຊາກ ແລະ​ອາເບດເນໂກ.+ ເພິ່ນ​ໄດ້​ສົ່ງ​ທູດສະຫວັນ​ມາ​ຊ່ວຍ​ຊີວິດ​ຜູ້​ຮັບໃຊ້​ຂອງ​ເພິ່ນ. ເຂົາເຈົ້າ​ເຊື່ອໝັ້ນ​ໃນ​ພະເຈົ້າ​ຂອງ​ເຂົາເຈົ້າ​ແລະ​ບໍ່​ຍອມ​ເຮັດ​ຕາມ​ຄຳສັ່ງ​ຂອງ​ກະສັດ. ເຂົາເຈົ້າ​ຍອມ​ຕາຍ ແທນ​ທີ່​ຈະ​ນະມັດສະການ​ພະເຈົ້າ​ອື່ນ​ທີ່​ບໍ່​ແມ່ນ​ພະເຈົ້າ​ຂອງ​ໂຕ​ເອງ.+ 29 ດັ່ງນັ້ນ ຂ້ອຍ​ຂໍ​ສັ່ງ​ວ່າ ຖ້າ​ຄົນ​ໃນ​ຊາດ​ໃດ​ຫຼື​ໃນ​ພາສາ​ໃດ​ເວົ້າ​ໃຫ້​ພະເຈົ້າ​ຂອງ​ຊາດຣາກ ເມຊາກ ແລະ​ອາເບດເນໂກ ລາວ​ຈະ​ຖືກ​ຕັດ​ເປັນ​ຕ່ອນ ແລະ​ເຮືອນ​ຂອງ​ລາວ​ຈະ​ກາຍ​ເປັນ​ຫ້ອງນ້ຳ​ສາທາລະນະ* ຍ້ອນ​ບໍ່​ມີ​ພະເຈົ້າ​ອົງ​ໃດ​ສາມາດ​ຊ່ວຍ​ໃຫ້​ລອດ​ໄດ້​ຄື​ກັບ​ພະເຈົ້າ​ອົງ​ນີ້.”+

30 ຈາກນັ້ນ ກະສັດ​ໄດ້​ເລື່ອນ​ຕຳແໜ່ງ​ໃຫ້​ຊາດຣາກ ເມຊາກ ແລະ​ອາເບດເນໂກ. ລາວ​ໃຫ້​ເຂົາເຈົ້າ​ມີ​ອຳນາດ​ຫຼາຍ​ຂຶ້ນ​ໃນ​ແຂວງ​ບາບີໂລນ.+

4 “ຕໍ່ໄປ​ນີ້​ແມ່ນ​ຄຳເວົ້າ​ຂອງ​ກະສັດ​ເນບູກາດເນັດຊາ​ທີ່​ສົ່ງ​ມາ​ຫາ​ຄົນ​ໃນ​ທຸກ​ຊາດ​ແລະ​ທຸກ​ພາສາ​ຢູ່​ທົ່ວ​ໂລກ. ຂໍ​ໃຫ້​ທຸກ​ຄົນ​ຢູ່​ສຸກ​ສະບາຍ​ແລະ​ຈະເລີນ​ຮຸ່ງເຮືອງ. 2 ຂ້ອຍ​ຢາກ​ປະກາດ​ເລື່ອງ​ການ​ອັດສະຈັນ​ແລະ​ປາຕິຫານ​ທີ່​ພະເຈົ້າ​ສູງ​ສຸດ​ໄດ້​ເຮັດ​ຕໍ່​ຂ້ອຍ. 3 ການ​ອັດສະຈັນ​ແລະ​ປາຕິຫານ​ທີ່​ເພິ່ນ​ເຮັດ​ຍິ່ງໃຫຍ່​ແທ້​ໆ​. ການ​ປົກຄອງ​ຂອງ​ເພິ່ນ​ຢູ່​ຕະຫຼອດໄປ​ທຸກ​ຍຸກ​ທຸກ​ສະໄໝ.+

4 ຂ້ອຍ​ເນບູກາດເນັດຊາ​ຢູ່​ຢ່າງ​ສຸກ​ສະບາຍ​ແລະ​ຈະເລີນ​ຮຸ່ງເຮືອງ​ໃນ​ວັງ​ຂອງ​ຂ້ອຍ. 5 ຕອນ​ທີ່​ນອນ​ຫຼັບ​ຢູ່​ຂ້ອຍ​ໄດ້​ຝັນ ແລະ​ສິ່ງ​ທີ່​ຂ້ອຍ​ເຫັນ​ກໍ​ເປັນ​ຕາຢ້ານ​ຫຼາຍ.+ 6 ຂ້ອຍ​ຈຶ່ງ​ສັ່ງ​ໃຫ້​ໄປ​ເອີ້ນ​ທີ່​ປຶກສາ​ທຸກ​ຄົນ​ໃນ​ບາບີໂລນ​ມາ ເພື່ອ​ໃຫ້​ເຂົາເຈົ້າ​ແປ​ຄວາມໝາຍ​ຂອງ​ຄວາມ​ຝັນ​ໃຫ້​ຂ້ອຍ.+

7 ແລ້ວ​ໝໍ​ຄາຖາ​ອາຄົມ ໝໍ​ມໍ ແລະ​ພວກ​ການເດອາ​ທີ່​ທຳນາຍ​ໂດຍ​ເບິ່ງ​ດວງ​ດາວ+​ກໍ​ມາ. ຂ້ອຍ​ເລົ່າ​ຄວາມ​ຝັນ​ໃຫ້​ເຂົາເຈົ້າ​ຟັງ ແຕ່​ເຂົາເຈົ້າ​ແປ​ຄວາມໝາຍ​ບໍ່​ໄດ້.+ 8 ໃນທີ່ສຸດ ດານີເອນ​ກໍ​ເຂົ້າ​ມາ. ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເບນເຕຊັດຊາເຣ+ ເຊິ່ງ​ຕັ້ງ​ຕາມ​ຊື່​ພະເຈົ້າ​ຂອງ​ຂ້ອຍ.+ ລາວ​ມີ​ພະລັງ​ອຳນາດ​ຂອງ​ພວກ​ພະເຈົ້າ​ທີ່​ສັກສິດ.+ ຂ້ອຍ​ເລົ່າ​ຄວາມ​ຝັນ​ໃຫ້​ລາວ​ຟັງ​ວ່າ:

9 ‘ເບນເຕຊັດຊາເຣ​ຫົວໜ້າ​ຂອງ​ພວກ​ໝໍ​ຄາຖາ​ອາຄົມ+ ຂ້ອຍ​ຮູ້​ດີ​ວ່າ​ເຈົ້າ​ມີ​ພະລັງ​ອຳນາດ​ຂອງ​ພວກ​ພະເຈົ້າ​ຕ່າງ​ໆ​+ ແລະ​ບໍ່​ມີ​ຄວາມລັບ​ອັນ​ໃດ​ທີ່​ຍາກ​ໂພດ​ສຳລັບ​ເຈົ້າ.+ ໃຫ້​ເຈົ້າ​ບອກ​ຄວາມໝາຍ​ຂອງ​ສິ່ງ​ທີ່​ຂ້ອຍ​ເຫັນ​ໃນ​ຄວາມ​ຝັນ​ໃຫ້​ຂ້ອຍ​ຮູ້​ແດ່.

10 ຕອນ​ທີ່​ນອນ​ຫຼັບ​ຢູ່ ຂ້ອຍ​ຝັນ​ເຫັນ​ຕົ້ນ​ໄມ້​ຕົ້ນ​ໜຶ່ງ+​ຢູ່​ກາງ​ໂລກ. ມັນ​ສູງ​ຫຼາຍ.+ 11 ຕົ້ນ​ໄມ້​ນີ້​ໃຫຍ່​ຂຶ້ນ​ແລະ​ແຂງແຮງ. ປາຍ​ມັນ​ສູງ​ຈົນ​ຮອດ​ຟ້າ ແລະ​ຄົນ​ຢູ່​ທຸກຈອກ​ທຸກແຈ​ໃນ​ໂລກ​ກໍ​ແນມ​ເຫັນ​ມັນ. 12 ໃບ​ຂອງ​ມັນ​ງາມ​ແລະ​ໝາກ​ກໍ​ດົກ. ໝາກ​ຂອງ​ມັນ​ເປັນ​ອາຫານ​ຂອງ​ຄົນ​ແລະ​ສັດ. ສັດ​ຕ່າງ​ໆ​ໄປ​ອາໄສ​ຢູ່​ກ້ອງ​ຮົ່ມ​ຕົ້ນ​ໄມ້​ນັ້ນ ແລະ​ນົກ​ກໍ​ໄປ​ຈັບ​ຢູ່​ງ່າ​ຂອງ​ມັນ. ສິ່ງ​ທີ່​ມີ​ຊີວິດ​ທັງ​ໝົດ​ໄດ້​ກິນ​ໝາກ​ຂອງ​ຕົ້ນ​ໄມ້​ນັ້ນ.

13 ຕອນ​ທີ່​ຂ້ອຍ​ຍັງ​ຝັນ​ຢູ່ ຂ້ອຍ​ເຫັນ​ຜູ້​ສົ່ງຂ່າວ*​ທີ່​ບໍລິສຸດ​ຜູ້​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ.+ 14 ລາວ​ຮ້ອງ​ດັງ​ໆ​ວ່າ “ຕັດ​ຕົ້ນ​ໄມ້​ນີ້​ໃຫ້​ລົ້ມ​ລົງ+ ຕັດ​ງ່າ ຕັດ​ໃບ ແລະ​ສັ່ນ​ໃຫ້​ໝາກ​ມັນ​ຕົກ​ຊະ​ໄປ. ສັດ​ທີ່​ຢູ່​ກ້ອງ​ຮົ່ມ​ຂອງ​ມັນ​ກັບ​ນົກ​ທີ່​ຈັບ​ຢູ່​ງ່າ​ກໍ​ຈະ​ໜີ​ໄປ. 15 ແຕ່​ໃຫ້​ຈົ່ງ​ຕໍ​ກັບ​ຮາກ​ຄາ​ດິນ​ໄວ້. ໃຫ້​ເອົາ​ປອກ​ເຫຼັກ​ກັບ​ປອກ​ທອງແດງ​ມາ​ຮັດ​ໄວ້ ແລ້ວ​ປະ​ມັນ​ໄວ້​ຢູ່​ທົ່ງຫຍ້າ. ໃຫ້​ຕໍ​ນັ້ນ​ປຽກ​ນ້ຳຄ້າງ. ໃຫ້​ມັນ​ຢູ່​ກັບ​ສັດປ່າ​ແລະ​ຢູ່​ກັບ​ຫຍ້າ.+ 16 ໃຫ້​ໃຈ​ຂອງ​ມັນ​ທີ່​ເປັນ​ໃຈ​ຄົນ​ປ່ຽນ​ເປັນ​ໃຈ​ຂອງ​ສັດປ່າ ແລະ​ໃຫ້​ເປັນ​ແບບ​ນີ້ 7 ປີ.*+ 17 ນີ້​ເປັນ​ຄຳ​ຕັດສິນ​ແລະ​ຄຳສັ່ງ​ຂອງ​ຜູ້​ສົ່ງຂ່າວ+​ທີ່​ບໍລິສຸດ ເພື່ອ​ໃຫ້​ທຸກ​ຄົນ​ຮູ້​ວ່າ​ພະເຈົ້າ​ສູງ​ສຸດ​ເປັນ​ຜູ້​ປົກຄອງ​ອານາຈັກ​ຂອງ​ມະນຸດ.+ ຖ້າ​ເພິ່ນ​ຕ້ອງການ ເພິ່ນ​ຈະ​ເອົາ​ອຳນາດ​ໃນ​ການ​ປົກຄອງ​ໃຫ້​ໃຜ​ກໍ​ໄດ້ ເຖິງ​ວ່າ​ຜູ້​ນັ້ນ​ຈະ​ເປັນ​ຄົນ​ທີ່​ຕ່ຳຕ້ອຍ​ທີ່ສຸດ.”

18 ຂ້ອຍ​ກະສັດ​ເນບູກາດເນັດຊາ​ຝັນ​ແບບ​ນີ້. ຕອນ​ນີ້ ຂໍ​ໃຫ້​ເຈົ້າ​ເບນເຕຊັດຊາເຣ​ແປ​ຄວາມ​ຝັນ​ໃຫ້​ຂ້ອຍ​ແດ່ ຍ້ອນ​ວ່າ​ທີ່​ປຶກສາ​ທຸກ​ຄົນ​ໃນ​ອານາຈັກ​ຂອງ​ຂ້ອຍ​ແປ​ບໍ່​ໄດ້.+ ແຕ່​ເຈົ້າ​ເຮັດ​ໄດ້ ເພາະ​ເຈົ້າ​ມີ​ພະລັງ​ອຳນາດ​ຂອງ​ພວກ​ພະເຈົ້າ​ຕ່າງ​ໆ​.’

19 ດານີເອນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເບນເຕຊັດຊາເຣ+​ຮູ້ສຶກ​ຢ້ານ​ແລະ​ຊຶງ​ຢູ່.

ກະສັດ​ຈຶ່ງ​ເວົ້າ​ວ່າ ‘ເບນເຕຊັດຊາເຣ ຢ່າ​ໃຫ້​ຄວາມ​ຝັນ​ແລະ​ຄວາມໝາຍ​ຂອງ​ຄວາມ​ຝັນ​ເຮັດ​ໃຫ້​ເຈົ້າ​ຢ້ານ.’

ເບນເຕຊັດຊາເຣ​ຈຶ່ງ​ເວົ້າ​ວ່າ ‘ກະສັດ​ເອີ້ຍ ຂໍ​ໃຫ້​ຄວາມ​ຝັນ​ນີ້​ເປັນ​ເລື່ອງ​ກ່ຽວ​ກັບ​ຄົນ​ທີ່​ຊັງ​ທ່ານ ແລະ​ຂໍ​ໃຫ້​ຄວາມໝາຍ​ຂອງ​ຄວາມ​ຝັນ​ເກີດຂຶ້ນ​ກັບ​ສັດຕູ​ຂອງ​ທ່ານ.

20 ຕົ້ນ​ໄມ້​ທີ່​ທ່ານ​ເຫັນ ມັນ​ໃຫຍ່​ແລະ​ແຂງແຮງ ມີ​ປາຍ​ສູງ​ຈົນ​ຮອດ​ຟ້າ ແລະ​ຄົນ​ຢູ່​ທຸກຈອກ​ທຸກແຈ​ໃນ​ໂລກ​ກໍ​ແນມ​ເຫັນ.+ 21 ໃບ​ມັນ​ງາມ​ແລະ​ໝາກ​ກໍ​ດົກ. ໝາກ​ຂອງ​ມັນ​ເປັນ​ອາຫານ​ຂອງ​ຄົນ​ແລະ​ສັດ. ສັດ​ຕ່າງ​ໆ​ໄປ​ອາໄສ​ຢູ່​ກ້ອງ​ຮົ່ມ​ຕົ້ນ​ໄມ້​ນັ້ນ ແລະ​ນົກ​ກໍ​ໄປ​ຈັບ​ຢູ່​ງ່າ​ຂອງ​ມັນ.+ 22 ກະສັດ​ເອີ້ຍ ຕົ້ນ​ໄມ້​ນັ້ນ​ໝາຍ​ເຖິງ​ທ່ານ. ທ່ານ​ຍິ່ງໃຫຍ່​ແລະ​ເຂັ້ມແຂງ. ຄວາມ​ຍິ່ງໃຫຍ່​ຂອງ​ທ່ານ​ສູງ​ຈົນ​ຮອດ​ຟ້າ+ ແລະ​ທ່ານ​ປົກຄອງ​ທົ່ວ​ໂລກ.+

23 ກະສັດ​ເຫັນ​ຜູ້​ສົ່ງຂ່າວ​ທີ່​ບໍລິສຸດ​ຜູ້​ໜຶ່ງ+​ລົງ​ມາ​ຈາກ​ສະຫວັນ. ລາວ​ເວົ້າ​ວ່າ: “ຕັດ​ຕົ້ນ​ໄມ້​ນີ້​ໃຫ້​ລົ້ມ​ລົງ​ແລະ​ທຳລາຍ​ມັນ ແຕ່​ໃຫ້​ຈົ່ງ​ຕໍ​ກັບ​ຮາກ​ຄາ​ດິນ​ໄວ້. ໃຫ້​ເອົາ​ປອກ​ເຫຼັກ​ກັບ​ປອກ​ທອງແດງ​ມາ​ຮັດ​ໄວ້ ແລ້ວ​ປະ​ມັນ​ໄວ້​ຢູ່​ທົ່ງຫຍ້າ. ໃຫ້​ຕໍ​ນັ້ນ​ປຽກ​ນ້ຳຄ້າງ. ໃຫ້​ມັນ​ຢູ່​ກັບ​ສັດ​ຈົນ​ຮອດ 7 ປີ.”+ 24 ກະສັດ ຕໍ່ໄປ​ນີ້​ແມ່ນ​ຄວາມໝາຍ​ຂອງ​ຄວາມ​ຝັນ. ພະເຈົ້າ​ສູງ​ສຸດ​ໄດ້​ຕັດສິນ​ແລ້ວ​ວ່າ​ສິ່ງ​ນີ້​ຈະ​ຕ້ອງ​ເກີດຂຶ້ນ​ກັບ​ທ່ານ. 25 ທ່ານ​ຈະ​ຖືກ​ໄລ່​ໜີ​ບໍ່​ໃຫ້​ຢູ່​ນຳ​ຄົນ. ທ່ານ​ຈະ​ຢູ່​ກັບ​ສັດ​ໃນ​ທົ່ງຫຍ້າ​ແລະ​ກິນ​ຫຍ້າ​ຄື​ກັບ​ງົວ. ຕົນໂຕ​ທ່ານ​ຈະ​ປຽກ​ແຕ່​ນ້ຳຄ້າງ+ ແລະ​ມັນ​ຈະ​ເປັນ​ແບບ​ນີ້ 7 ປີ+ ຈົນ​ກວ່າ​ທ່ານ​ຈະ​ສຳນຶກ​ວ່າ​ພະເຈົ້າ​ສູງ​ສຸດ​ເປັນ​ຜູ້​ປົກຄອງ​ອານາຈັກ​ຂອງ​ມະນຸດ ແລະ​ເພິ່ນ​ຈະ​ເອົາ​ອຳນາດ​ການ​ປົກຄອງ​ໃຫ້​ໃຜ​ກໍ​ໄດ້​ຕາມ​ທີ່​ເພິ່ນ​ຕ້ອງການ.+

26 ແຕ່​ຜູ້​ສົ່ງຂ່າວ​ບອກ​ໃຫ້​ຈົ່ງ​ຕໍ​ກັບ​ຮາກ​ຂອງ​ຕົ້ນ​ໄມ້​ໄວ້+ ນີ້​ຈຶ່ງ​ໝາຍ​ຄວາມ​ວ່າ ຫຼັງ​ຈາກ​ທີ່​ກະສັດ​ສຳນຶກ​ວ່າ​ພະເຈົ້າ​ໃນ​ສະຫວັນ​ເປັນ​ຜູ້​ປົກຄອງ​ທີ່​ແທ້​ຈິງ ທ່ານ​ກໍ​ຈະ​ໄດ້​ອານາຈັກ​ຄືນ​ມາ. 27 ດັ່ງນັ້ນ ຂໍ​ໃຫ້​ທ່ານ​ຟັງ​ສິ່ງ​ທີ່​ຂ້ອຍ​ເວົ້າ. ຂໍ​ໃຫ້​ທ່ານ​ເຊົາ​ເຮັດ​ຜິດ ແລ້ວ​ປ່ຽນ​ມາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ. ໃຫ້​ເຊົາ​ເຮັດ​ຊົ່ວ ແລ້ວ​ມາ​ອີ່ຕົນ​ຄົນ​ທຸກ. ຖ້າ​ເຮັດ​ແບບ​ນີ້ ຊີວິດ​ຂອງ​ທ່ານ​ຊິ​ຈະເລີນ​ຮຸ່ງເຮືອງ​ຕໍ່​ໆ​ໄປ.’”+

28 ເລື່ອງ​ທັງ​ໝົດ​ນີ້​ໄດ້​ເກີດຂຶ້ນ​ກັບ​ກະສັດ​ເນບູກາດເນັດຊາ.

29 ສິບ​ສອງ​ເດືອນ​ຕໍ່ມາ ຕອນ​ທີ່​ກະສັດ​ຍ່າງ​ຢູ່​ເທິງ​ດາດຟ້າ​ໃນ​ວັງ​ຂອງ​ລາວ​ຢູ່​ບາບີໂລນ 30 ກະສັດ​ເວົ້າ​ວ່າ: “ຂ້ອຍ​ນິແຫຼະ​ເປັນ​ຜູ້​ສ້າງ​ເມືອງ​ບາບີໂລນ​ທີ່​ຍິ່ງໃຫຍ່​ໃຫ້​ເປັນ​ວັງ​ຂອງ​ຂ້ອຍ. ຂ້ອຍ​ສ້າງ​ມັນ​ດ້ວຍ​ກຳລັງ​ແລະ​ອຳນາດ​ຂອງ​ຂ້ອຍ​ເພື່ອ​ຂ້ອຍ​ຈະ​ໄດ້​ຮັບ​ກຽດ​ທີ່​ຍິ່ງໃຫຍ່.”

31 ກະສັດ​ເວົ້າ​ຍັງ​ບໍ່​ທັນ​ສຸດ​ຄວາມ​ກໍ​ມີ​ສຽງ​ມາ​ຈາກ​ເທິງ​ຟ້າ​ວ່າ: “ກະສັດ​ເນບູກາດເນັດຊາ ມີ​ຄຳ​ຕັດສິນ​ຕໍ່​ທ່ານ​ວ່າ ‘ອານາຈັກ​ຂອງ​ທ່ານ​ຈະ​ຖືກ​ຍຶດ​ໄປ​ຈາກ​ທ່ານ+ 32 ແລະ​ທ່ານ​ຈະ​ຖືກ​ໄລ່ໜີ​ບໍ່​ໃຫ້​ຢູ່​ນຳ​ຄົນ. ທ່ານ​ຈະ​ຢູ່​ກັບ​ສັດ​ໃນ​ທົ່ງຫຍ້າ​ແລະ​ກິນ​ຫຍ້າ​ຄື​ກັບ​ງົວ. ມັນ​ຈະ​ເປັນ​ແບບ​ນີ້ 7 ປີ ຈົນ​ກວ່າ​ທ່ານ​ຈະ​ສຳນຶກ​ວ່າ​ພະເຈົ້າ​ສູງ​ສຸດ​ເປັນ​ຜູ້​ປົກຄອງ​ອານາຈັກ​ຂອງ​ມະນຸດ ແລະ​ເພິ່ນ​ຈະ​ເອົາ​ອຳນາດ​ການ​ປົກຄອງ​ໃຫ້​ໃຜ​ກໍ​ໄດ້​ຕາມ​ທີ່​ເພິ່ນ​ຕ້ອງການ.’”+

33 ໃນ​ຕອນ​ນັ້ນ ທຸກ​ຢ່າງ​ກໍ​ເກີດຂຶ້ນ​ແທ້​ກັບ​ກະສັດ​ເນບູກາດເນັດຊາ. ລາວ​ຖືກ​ໄລ່​ໜີ​ບໍ່​ໃຫ້​ຢູ່​ນຳ​ຄົນ. ລາວ​ກິນ​ຫຍ້າ​ຄື​ກັບ​ງົວ​ແລະ​ຕົນໂຕ​ຂອງ​ລາວ​ກໍ​ປຽກ​ແຕ່​ນ້ຳຄ້າງ. ຜົມ​ຂອງ​ລາວ​ຍາວ​ຄື​ກັບ​ຂົນ​ຂອງ​ນົກ​ອິນຊີ ແລະ​ເລັບ​ຂອງ​ລາວ​ກໍ​ຍາວ​ຄື​ກັບ​ເລັບ​ຂອງ​ນົກ.+

34 “ເມື່ອຮອດ 7 ປີແລ້ວ+ ຂ້ອຍ​ເນບູກາດເນັດຊາ​ໄດ້​ແນມ​ຂຶ້ນ​ໄປ​ເທິງ​ຟ້າ ແລະ​ສະຕິ​ຂອງ​ຂ້ອຍ​ໄດ້​ກັບ​ມາ​ເປັນ​ຄື​ກັບ​ຄົນ​ປົກກະຕິ. ຂ້ອຍ​ຈຶ່ງ​ສັນລະເສີນ​ແລະ​ໃຫ້​ກຽດ​ພະເຈົ້າ​ສູງ​ສຸດ​ຜູ້​ທີ່​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ ຍ້ອນ​ການ​ປົກຄອງ​ຂອງ​ເພິ່ນ​ຢູ່​ຕະຫຼອດ​ໄປ​ທຸກ​ຍຸກ​ທຸກ​ສະໄໝ.+ 35 ຖ້າ​ທຽບ​ກັບ​ພະເຈົ້າ​ແລ້ວ ຄົນ​ຢູ່​ໃນ​ໂລກ​ກໍ​ບໍ່​ມີຄ່າ​ຫຍັງ. ເພິ່ນ​ເຮັດ​ສິ່ງ​ຕ່າງ​ໆ​ຕໍ່​ກອງທັບ​ໃນ​ສະຫວັນ​ແລະ​ຕໍ່​ມະນຸດ​ທຸກຄົນ​ໃນ​ໂລກ​ຕາມ​ທີ່​ເພິ່ນ​ຕ້ອງການ. ບໍ່​ມີ​ໃຜ​ຈະ​ຂັດຂວາງ+​ຫຼື​ເວົ້າ​ໃຫ້​ເພິ່ນ​ໄດ້​ວ່າ ‘ເປັນຫຍັງ​ພະອົງ​ຈຶ່ງ​ເຮັດ​ຈັ່ງ​ຊີ້?’+

36 ເມື່ອ​ສະຕິ​ຂອງ​ຂ້ອຍ​ກັບຄືນມາ​ຄື​ກັບ​ຄົນ​ປົກກະຕິ​ແລ້ວ ຂ້ອຍ​ກໍ​ໄດ້​ອານາຈັກ​ກັບ​ຄວາມ​ງາມ​ທຸກ​ຢ່າງ​ທີ່​ຢູ່​ຫັ້ນ​ກັບຄືນມາ. ຂ້ອຍ​ໄດ້​ຮັບ​ກຽດ​ຕິຍົດ​ແລະ​ຄວາມ​ນັບຖື​ອີກ​ເທື່ອ​ໜຶ່ງ.+ ພວກ​ຂ້າລາຊະການ​ແລະ​ພວກ​ຜູ້​ປົກຄອງ​ກໍ​ມາ​ຂໍ​ຄຳແນະນຳ​ຈາກ​ຂ້ອຍ​ຄື​ເກົ່າ. ຂ້ອຍ​ໄດ້​ເລີ່ມ​ປົກຄອງ​ໃໝ່​ແລະ​ໄດ້​ຮັບ​ກຽດ​ຕິຍົດ​ຫຼາຍ​ກວ່າ​ເກົ່າ​ອີກ.

37 ຕອນນີ້ ຂ້ອຍ​ເນບູກາດເນັດຊາ ຂໍ​ຍົກຍ້ອງ​ສັນລະເສີນ​ແລະ​ໃຫ້​ກຽດ​ກະສັດ​ທີ່​ຢູ່​ໃນ​ສະຫວັນ+ ຍ້ອນ​ທຸກ​ສິ່ງ​ທີ່​ເພິ່ນ​ເຮັດ​ຖືກຕ້ອງ​ແລະ​ຍຸຕິທຳ+ ແລະ​ຍ້ອນ​ເພິ່ນ​ເຮັດ​ໃຫ້​ຄົນ​ຍິ່ງ​ຕ້ອງ​ອັບອາຍ​ຂາຍໜ້າ.”+

5 ໃນ​ຕອນ​ທີ່​ເບນຊັດຊາເຣ​ເປັນ​ກະສັດ+ ລາວ​ໄດ້​ຈັດ​ງານ​ລ້ຽງ​ໃຫຍ່​ໃຫ້​ພວກ​ຜູ້​ປົກຄອງ​ຂອງ​ລາວ 1.000 ຄົນ. ລາວ​ນັ່ງ​ຢູ່​ຕໍ່​ໜ້າ​ເຂົາເຈົ້າ​ແລະ​ກິນ​ເຫຼົ້າແວງ​ນຳ​ກັນ​ກັບ​ເຂົາເຈົ້າ.+ 2 ຕອນ​ທີ່​ເບນຊັດຊາເຣ​ເມົາ ລາວ​ໄດ້​ສັ່ງ​ໃຫ້​ເອົາ​ຈອກ​ເງິນ​ກັບ​ຈອກ​ຄຳ​ທີ່​ເນບູກາດເນັດຊາ​ພໍ່*​ຂອງ​ລາວ​ເອົາ​ມາ​ຈາກ​ວິຫານ​ໃນ​ເມືອງ​ເຢຣູຊາເລັມ​ອອກ​ມາ+ ເພື່ອ​ໃຫ້​ລາວ​ກັບ​ພວກ​ຜູ້​ປົກຄອງ ແລະ​ໃຫ້​ພວກ​ເມຍ​ກັບ​ພວກ​ເມຍ​ນ້ອຍ*​ຂອງ​ລາວ​ໃສ່​ເຫຼົ້າແວງ​ກິນ. 3 ແລ້ວ​ເຂົາເຈົ້າ​ກໍ​ເອົາ​ຈອກ​ຄຳ​ທີ່​ເອົາ​ມາ​ຈາກ​ວິຫານ​ຂອງ​ພະເຈົ້າ​ຢູ່​ເມືອງ​ເຢຣູຊາເລັມ​ອອກ​ມາ. ກະສັດ​ກັບ​ພວກ​ຜູ້​ປົກຄອງ​ແລະ​ພວກ​ເມຍ​ກັບ​ພວກ​ເມຍ​ນ້ອຍ​ຂອງ​ລາວ​ກໍ​ເອົາ​ຈອກ​ເຫຼົ່າ​ນັ້ນ​ມາ​ໃສ່​ເຫຼົ້າແວງ​ກິນ. 4 ເຂົາເຈົ້າ​ກິນ​ເຫຼົ້າແວງ​ແລ້ວ​ພາກັນ​ສັນລະເສີນ​ພະເຈົ້າ​ຂອງ​ເຂົາເຈົ້າ​ທີ່​ເຮັດ​ຈາກ​ເງິນ ຄຳ ເຫຼັກ ທອງແດງ ໄມ້ ແລະ​ຫີນ.

5 ທັນໃດ​ນັ້ນ​ກໍ​ມີ​ມື​ຄົນ​ປາກົດ​ຂຶ້ນ​ມາ ແລ້ວ​ມື​ນັ້ນ​ກໍ​ເລີ່ມ​ຂຽນ​ໂຕ​ໜັງສື​ໃສ່​ຝາ​ໃນ​ວັງ​ຂອງ​ກະສັດ​ທີ່​ມີ​ຕະກຽງ​ຕັ້ງ​ຢູ່​ໃກ້​ໆ​. ກະສັດ​ເຫັນ​ມື​ທີ່​ກຳລັງ​ຂຽນ​ຢູ່​ນັ້ນ 6 ແລ້ວ​ກະສັດ​ກໍ​ຢ້ານ​ຈົນ​ໜ້າ​ຈືດ* ແລະ​ຂາ​ກໍ​ສັ່ນ​ຈົນ​ຢືນ​ເກືອບ​ບໍ່​ໄດ້.+

7 ກະສັດ​ໄດ້ຮ້ອງ​ດັງ​ໆ​ສັ່ງ​ພວກ​ໝໍ​ມໍ​ກັບ​ພວກ​ການເດອາ​ທີ່​ທຳນາຍ​ໂດຍ​ເບິ່ງ​ດວງ​ດາວ​ໃຫ້​ມາ​ຫາ.+ ກະສັດ​ເວົ້າ​ກັບ​ພວກ​ທີ່​ປຶກສາ​ຂອງ​ບາບີໂລນ​ວ່າ: “ຖ້າ​ໃຜ​ອ່ານ​ແລະ​ແປ​ຄວາມໝາຍ​ຂອງ​ໂຕ​ໜັງສື​ເຫຼົ່ານີ້​ໄດ້ ຂ້ອຍ​ຈະ​ເອົາ​ຊຸດ​ສີມ່ວງ*​ກັບ​ສາຍຄໍ​ຄຳ​ໃຫ້​ລາວ​ໃສ່+ ແລະ​ຈະ​ໃຫ້​ລາວ​ເປັນ​ຜູ້​ປົກຄອງ​ອັນ​ດັບ​ທີ 3 ຂອງ​ອານາຈັກ​ນີ້.”+

8 ພວກ​ທີ່​ປຶກສາ​ທຸກ​ຄົນ​ກໍ​ເຂົ້າ​ມາ​ເບິ່ງ​ໂຕ​ໜັງສື​ທີ່​ຂຽນ​ຢູ່​ຝາ ແຕ່​ເຂົາເຈົ້າ​ກໍ​ອ່ານ​ແລະ​ແປ​ຄວາມໝາຍ​ບໍ່​ໄດ້.+ 9 ກະສັດ​ເບນຊັດຊາເຣ​ຢ້ານ​ຫຼາຍ​ຈົນ​ໜ້າຈືດ ແລະ​ພວກ​ຜູ້​ປົກຄອງ​ກໍ​ພາກັນ​ສັບສົນ​ວຸ່ນວາຍ.+

10 ເມື່ອ​ລາຊີນີ*​ຮູ້​ວ່າ​ກະສັດ​ແລະ​ພວກ​ຜູ້​ປົກຄອງ​ກຳລັງ​ເວົ້າ​ເລື່ອງ​ຫຍັງ​ກັນ. ລາວ​ກໍ​ເຂົ້າ​ມາ​ໃນ​ຫ້ອງ​ທີ່​ເຂົາເຈົ້າ​ກິນ​ລ້ຽງ​ແລະ​ເວົ້າ​ວ່າ: “ຂໍ​ໃຫ້​ກະສັດ​ມີ​ອາຍຸ​ຍືນ​ຍາວ. ທ່ານ​ບໍ່​ຕ້ອງ​ຢ້ານ​ຈົນ​ໜ້າຈືດ. 11 ໃນ​ອານາຈັກ​ຂອງ​ທ່ານ​ມີ​ຜູ້ຊາຍ*​ຄົນ​ໜຶ່ງ​ທີ່​ມີ​ພະລັງ​ອຳນາດ​ຂອງ​ພວກ​ພະເຈົ້າ​ທີ່​ສັກສິດ. ໃນ​ສະໄໝ​ທີ່​ພໍ່​ຂອງ​ທ່ານ​ປົກຄອງ ຫຼາຍ​ຄົນ​ຍອມຮັບ​ວ່າ​ຜູ້​ຊາຍ​ຄົນ​ນີ້​ມີ​ຄວາມຮູ້ ຄວາມ​ເຂົ້າໃຈ ແລະ​ມີ​ສະຕິ​ປັນຍາ​ຄື​ກັບ​ພະເຈົ້າ.+ ກະສັດ​ເນບູກາດເນັດຊາ​ພໍ່​ຂອງ​ທ່ານ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຫົວໜ້າ​ຂອງ​ພວກ​ໝໍ​ຄາຖາ​ອາຄົມ ພວກ​ໝໍ​ມໍ ແລະ​ພວກ​ການເດອາ​ທີ່​ທຳນາຍ​ໂດຍ​ເບິ່ງ​ດວງດາວ.+ ພໍ່​ຂອງ​ທ່ານ​ໄດ້​ເຮັດ​ແນວ​ນັ້ນ​ແທ້​ໆ​. 12 ຜູ້​ນັ້ນ​ແມ່ນ​ດານີເອນ​ທີ່​ກະສັດ​ເນບູກາດເນັດຊາ​ໄດ້​ຕັ້ງ​ຊື່​ໃຫ້​ວ່າ​ເບນເຕຊັດຊາເຣ.+ ລາວ​ມີ​ສະຕິປັນຍາ​ແລະ​ຄວາມ​ສາມາດ​ພິເສດ ມີ​ຄວາມຮູ້​ແລະ​ຄວາມ​ເຂົ້າໃຈ​ທີ່​ຈະ​ແປ​ຄວາມ​ຝັນ ແກ້​ຄຳ​ປິດສະໜາ ແລະ​ແກ້​ຄຳ​ທີ່​ເປັນ​ບັນຫາ​ຍາກ​ໆ​ໄດ້.*+ ຕອນ​ນີ້ ຂໍ​ໃຫ້​ທ່ານ​ເອີ້ນ​ດານີເອນ​ມາ ແລ້ວ​ລາວ​ຈະ​ແປ​ຄວາມໝາຍ​ຂອງ​ໂຕ​ໜັງສື​ເຫຼົ່າ​ນີ້​ໃຫ້​ທ່ານ.”

13 ຈາກ​ນັ້ນ ດານີເອນ​ກໍ​ຖືກ​ພາ​ມາ​ຫາ​ກະສັດ. ກະສັດ​ຖາມ​ລາວ​ວ່າ: “ເຈົ້າ​ແມ່ນ​ດານີເອນ​ຜູ້​ທີ່​ພໍ່​ຂ້ອຍ​ເຄີຍ​ຈັບ​ມາ​ເປັນ​ຊະເລີຍ​ຈາກ​ຢູດາ​ແມ່ນ​ບໍ?+ 14 ຂ້ອຍ​ໄດ້​ຍິນ​ວ່າ​ເຈົ້າ​ມີ​ພະລັງ​ອຳນາດ​ຂອງ​ພວກ​ພະເຈົ້າ​ຕ່າງ​ໆ​+ ມີ​ຄວາມຮູ້ ຄວາມ​ເຂົ້າໃຈ ແລະ​ມີ​ສະຕິ​ປັນຍາ​ຫຼາຍ.+ 15 ພວກ​ທີ່​ປຶກສາ​ກັບ​ພວກ​ໝໍ​ມໍ​ຖືກ​ພາ​ມາ​ຫາ​ຂ້ອຍ ເພື່ອ​ຈະ​ອ່ານ​ແລະ​ແປ​ຄວາມໝາຍ​ຂອງ​ໂຕ​ໜັງສື​ເຫຼົ່ານີ້ ແຕ່​ເຂົາເຈົ້າ​ເຮັດ​ບໍ່​ໄດ້.+ 16 ແຕ່​ຂ້ອຍ​ໄດ້​ຍິນ​ວ່າ​ເຈົ້າ​ສາມາດ​ແປ​ຄວາມໝາຍ​ເລື່ອງ​ທີ່​ເປັນ​ຄວາມລັບ+​ແລະ​ແກ້​ຄຳ​ທີ່​ເປັນ​ບັນຫາ​ຍາກ​ໆ​ໄດ້. ຖ້າ​ເຈົ້າ​ອ່ານ​ແລະ​ແປ​ຄວາມໝາຍ​ຂອງ​ໂຕ​ໜັງສື​ເຫຼົ່າ​ນີ້​ໃຫ້​ຂ້ອຍ​ໄດ້ ຂ້ອຍ​ຊິ​ເອົາ​ຊຸດ​ສີ​ມ່ວງ​ກັບ​ສາຍຄໍ​ຄຳ​ໃຫ້​ເຈົ້າ​ໃສ່ ແລະ​ຈະ​ໃຫ້​ເຈົ້າ​ເປັນ​ຜູ້​ປົກຄອງ​ອັນ​ດັບ​ທີ 3 ຂອງ​ອານາຈັກ​ນີ້.+

17 ດານີເອນ​ຕອບ​ກະສັດ​ວ່າ: “ຂໍ​ໃຫ້​ທ່ານ​ເອົາ​ຂອງຂວັນ​ນັ້ນ​ໄວ້​ແລະ​ເອົາ​ໃຫ້​ຄົນອື່ນ ແຕ່​ຂ້ອຍ​ຈະ​ອ່ານ​ແລະ​ແປ​ຄວາມໝາຍ​ຂອງ​ໂຕ​ໜັງສື​ເຫຼົ່ານີ້​ໃຫ້​ທ່ານ. 18 ພະເຈົ້າ​ສູງ​ສຸດ​ໄດ້​ເອົາ​ອານາຈັກ​ນີ້ ຄວາມ​ຍິ່ງໃຫຍ່ ກຽດ​ຕິຍົດ ແລະ​ຄວາມ​ນັບຖື​ໃຫ້​ກະສັດ​ເນບູກາດເນັດຊາ​ພໍ່​ຂອງ​ທ່ານ.+ 19 ເພິ່ນ​ເຮັດ​ໃຫ້​ກະສັດ​ເນບູກາດເນັດຊາ​ຍິ່ງໃຫຍ່ ຄົນ​ໃນ​ທຸກ​ຊາດ​ແລະ​ທຸກ​ພາສາ​ຈຶ່ງ​ຢ້ານ​ລາວ​ຈົນ​ໂຕສັ່ນ.+ ລາວ​ຢາກ​ຂ້າ​ຜູ້​ໃດ​ລາວ​ກໍ​ຂ້າ​ໂລດ ແລະ​ຢາກ​ໃຫ້​ຜູ້​ໃດ​ມີ​ຊີວິດ​ຢູ່ ລາວ​ກໍ​ປ່ອຍ​ໃຫ້​ຜູ້​ນັ້ນ​ມີ​ຊີວິດ​ຕໍ່ໄປ. ລາວ​ຢາກ​ຍົກຍ້ອງ​ຫຼື​ເຮັດ​ໃຫ້​ຜູ້​ໃດ​ຂາຍໜ້າ ລາວ​ກໍ​ເຮັດ​ຕາມໃຈ​ໂລດ.+ 20 ແຕ່​ເມື່ອ​ລາວ​ຍິ່ງ​ຈອງຫອງ​ແລະ​ບໍ່​ຍອມ​ຟັງ​ໃຜ​ຈົນ​ເຮັດ​ເກີນ​ສິດ+ ບັນລັງ​ແລະ​ກຽດ​ຕິຍົດ​ຂອງ​ກະສັດ​ກໍ​ຖືກ​ຍຶດ​ໄປ​ຈາກ​ລາວ. 21 ລາວ​ຖືກ​ໄລ່​ໜີ​ບໍ່​ໃຫ້​ຢູ່​ນຳ​ຄົນ. ໃຈ​ຂອງ​ລາວ​ຖືກ​ປ່ຽນ​ໃຫ້​ເປັນ​ຄື​ກັບໃຈ​ຂອງ​ສັດປ່າ ແລະ​ລາວ​ຕ້ອງ​ຢູ່​ກັບ​ຝູງ​ລາ​ປ່າ. ລາວ​ກິນ​ຫຍ້າ​ຄື​ກັບ​ງົວ ແລະ​ຕົນໂຕ​ລາວ​ປຽກ​ແຕ່​ນ້ຳຄ້າງ​ຈົນ​ກວ່າ​ລາວ​ຈະ​ສຳນຶກ​ວ່າ​ພະເຈົ້າ​ສູງ​ສຸດ​ເປັນ​ຜູ້​ປົກຄອງ​ອານາຈັກ​ຂອງ​ມະນຸດ ແລະ​ເພິ່ນ​ຢາກ​ເອົາ​ອຳນາດ​ການ​ປົກຄອງ​ໃຫ້​ຜູ້​ໃດ ເພິ່ນ​ກໍ​ໃຫ້​ໄດ້​ຕາມ​ທີ່​ເພິ່ນ​ຕ້ອງການ.+

22 ສ່ວນ​ທ່ານ​ເບນຊັດຊາເຣ​ລູກ​ຊາຍ*​ຂອງ​ເນບູກາດເນັດຊາ ເຖິງ​ວ່າ​ທ່ານ​ຮູ້​ເລື່ອງ​ທັງ​ໝົດ​ນີ້​ແລ້ວ ແຕ່​ທ່ານ​ກໍ​ບໍ່​ໄດ້​ຖ່ອມ​ໃຈ. 23 ທ່ານ​ບໍ່​ໃຫ້​ກຽດ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ+ ແລະ​ສັ່ງ​ໃຫ້​ເອົາ​ຈອກ​ຂອງ​ເພິ່ນ​ທີ່​ຢູ່​ໃນ​ວິຫານ​ອອກ​ມາ​ໃຊ້.+ ທ່ານ​ກັບ​ພວກ​ຜູ້​ປົກຄອງ​ແລະ​ພວກ​ເມຍ​ກັບ​ພວກ​ເມຍ​ນ້ອຍ​ຂອງ​ທ່ານ​ໄດ້​ເອົາ​ຈອກ​ເຫຼົ່າ​ນັ້ນ​ມາ​ໃສ່​ເຫຼົ້າແວງ​ກິນ ແລ້ວ​ພາກັນ​ສັນລະເສີນ​ພະເຈົ້າ​ທີ່​ເຮັດ​ຈາກ​ເງິນ ຄຳ ເຫຼັກ ທອງແດງ ໄມ້ ແລະ​ຫີນ. ພະເຈົ້າ​ເຫຼົ່າ​ນັ້ນ​ບໍ່​ເຫັນ​ຫຍັງ ບໍ່​ໄດ້​ຍິນ​ຫຍັງ ແລະ​ບໍ່​ຮູ້ຈັກ​ຫຍັງ.+ ທ່ານ​ບໍ່​ໄດ້​ໃຫ້​ກຽດ​ພະເຈົ້າ​ຜູ້​ທີ່​ໃຫ້​ຊີວິດ​ທ່ານ+ ເຊິ່ງ​ເປັນ​ຜູ້​ທີ່​ມີ​ອຳນາດ​ຄວບຄຸມ​ທຸກ​ສິ່ງ​ທີ່​ທ່ານ​ເຮັດ. 24 ພະເຈົ້າ​ຈຶ່ງ​ໃຫ້​ມີ​ມື​ມາ​ຂຽນ​ໂຕ​ໜັງສື​ທີ່​ທ່ານ​ເຫັນ​ຢູ່​ຝາ.+ 25 ໂຕ​ໜັງສື​ເຫຼົ່ານີ້​ອ່ານ​ວ່າ ເມເນ ເມເນ ເທເຄນ ແລະ​ປາສິນ.

26 ຕໍ່​ໄປ​ນີ້​ແມ່ນ​ຄວາມໝາຍ​ຂອງ​ຄຳ​ເຫຼົ່າ​ນີ້. ຄຳວ່າ “ເມເນ” ໝາຍຄວາມ​ວ່າ​ພະເຈົ້າ​ໄດ້​ນັບ​ມື້​ທີ່​ທ່ານ​ຈະ​ປົກຄອງ​ແລະ​ເພິ່ນ​ໄດ້​ເຮັດ​ໃຫ້​ມັນ​ສິ້ນສຸດ​ລົງ​ແລ້ວ.+

27 ຄຳວ່າ “ເທເຄນ” ໝາຍຄວາມ​ວ່າ​ພະເຈົ້າ​ໄດ້​ຊັ່ງ​ທ່ານ​ຢູ່​ເທິງ​ຊິງ​ແລ້ວ ແຕ່​ນ້ຳໜັກ​ຂອງ​ທ່ານ​ບໍ່​ຮອດ.

28 ຄຳວ່າ “ເປເຣັດ”* ໝາຍຄວາມ​ວ່າ​ພະເຈົ້າ​ໄດ້​ແບ່ງ​ແຍກ​ອານາຈັກ​ຂອງ​ທ່ານ ແລະ​ເອົາ​ໃຫ້​ຄົນ​ເມເດຍ​ແລະ​ເປີເຊຍ​ແລ້ວ.+

29 ຈາກ​ນັ້ນ ເບນຊັດຊາເຣ​ກໍ​ສັ່ງ​ໃຫ້​ເອົາ​ຊຸດ​ສີ​ມ່ວງ​ກັບ​ສາຍຄໍ​ຄຳ​ມາ​ໃສ່​ໃຫ້​ດານີເອນ. ແລ້ວ​ເຂົາເຈົ້າ​ກໍ​ປະກາດ​ວ່າ​ດານີເອນ​ເປັນ​ຜູ້​ປົກຄອງ​ອັນ​ດັບ​ທີ 3 ຂອງ​ອານາຈັກ​ນີ້.+

30 ໃນ​ຄືນ​ນັ້ນ ເບນຊັດຊາເຣ​ກະສັດ​ຂອງ​ພວກ​ການເດອາ​ກໍ​ຖືກ​ຂ້າ.+ 31 ແລ້ວ​ດາຣິອຸດ+​ຄົນ​ເມເດຍ​ກໍ​ຖືກ​ແຕ່ງຕັ້ງ​ໃຫ້​ປົກຄອງ​ອານາຈັກ​ນີ້. ຕອນ​ນັ້ນ ລາວ​ອາຍຸ​ປະມານ 62 ປີ.

6 ດາຣິອຸດ​ໄດ້​ແຕ່ງຕັ້ງ​ເຈົ້າແຂວງ 120 ຄົນ​ໃຫ້​ປົກຄອງ​ທົ່ວ​ອານາຈັກ​ຂອງ​ລາວ.+ 2 ກະສັດ​ຍັງ​ໄດ້​ແຕ່ງຕັ້ງ​ຂ້າລາຊະການ​ລະດັບ​ສູງ 3 ຄົນ​ໃຫ້​ເບິ່ງແຍງ​ວຽກ​ຂອງ​ພວກ​ເຈົ້າແຂວງ+​ເພື່ອ​ກະສັດ​ຈະ​ບໍ່​ເສຍ​ຜົນປະໂຫຍດ. ດານີເອນ​ເປັນ 1 ໃນ 3 ຄົນ​ນັ້ນ.+ 3 ດານີເອນ​ເດັ່ນ​ກວ່າ​ພວກ​ຂ້າລາຊະການ​ອີກ 2 ຄົນ​ກັບ​ພວກ​ເຈົ້າແຂວງ​ທຸກ​ຄົນ​ຍ້ອນ​ລາວ​ມີ​ສະຕິ​ປັນຍາ​ແລະ​ຄວາມສາມາດ​ພິເສດ+ ກະສັດ​ຈຶ່ງ​ຄິດ​ທີ່​ຈະ​ເລື່ອນ​ຕຳແໜ່ງ​ໃຫ້​ລາວ​ເບິ່ງແຍງ​ທົ່ວ​ອານາຈັກ.

4 ໃນຕອນນັ້ນ ພວກ​ຂ້າລາຊະການ​ລະດັບ​ສູງ​ແລະ​ພວກ​ເຈົ້າແຂວງ​ຊອກ​ເລື່ອງ​ທີ່​ຈະ​ກ່າວຫາ*​ດານີເອນ​ກ່ຽວ​ກັບ​ໜ້າທີ່​ຂອງ​ລາວ ແຕ່​ກໍ​ບໍ່​ເຫັນ​ມີ​ຈັກ​ເລື່ອງ​ເລີຍ ຍ້ອນ​ລາວ​ເປັນ​ຄົນ​ສັດຊື່ ບໍ່​ມີ​ຂໍ້​ບົກພ່ອງ​ໃນ​ໜ້າທີ່ ແລະ​ບໍ່​ຮັບ​ສິນບົນ. 5 ເຂົາເຈົ້າ​ລົມ​ກັນ​ວ່າ: “ພວກ​ເຮົາ​ຄື​ຊິ​ຊອກ​ເລື່ອງ​ກ່າວຫາ​ລາວບໍ່​ໄດ້​ຈັກ​ແນວ ນອກຈາກ​ຈະ​ໃຊ້​ເລື່ອງ​ສາສະໜາ​ຂອງ​ລາວ.”*+

6 ດັ່ງນັ້ນ ພວກ​ຂ້າລາຊະການ​ລະດັບ​ສູງ​ກັບ​ພວກ​ເຈົ້າແຂວງ​ຈຶ່ງ​ຟ້າວ​ເຂົ້າ​ໄປ​ຫາ​ກະສັດ ແລະ​ເວົ້າ​ວ່າ: “ກະສັດ​ດາຣິອຸດ ຂໍ​ໃຫ້​ທ່ານ​ມີ​ອາຍຸ​ຍືນ​ຍາວ. 7 ພວກ​ຂ້າລາຊະການ ເຈົ້າເມືອງ ເຈົ້າແຂວງ ຂ້າລາຊະການ​ລະດັບ​ສູງ ແລະ​ພວກ​ຜູ້ປົກຄອງ​ໄດ້​ປຶກສາ​ແລະ​ຕົກລົງ​ກັນ​ທີ່​ຈະ​ສະເໜີ​ໃຫ້​ກະສັດ​ອອກ​ກົດໝາຍ​ວ່າ ຫ້າມ​ບໍ່​ໃຫ້​ໃຜ​ຂໍ​ຫຍັງ​ຈາກ​ພະເຈົ້າ​ອົງ​ໃດ​ຫຼື​ມະນຸດ​ຄົນ​ໃດ ແຕ່​ໃຫ້​ຂໍ​ຈາກ​ກະສັດ​ເທົ່າ​ນັ້ນ. ຄຳສັ່ງ​ນີ້​ຈະ​ມີ​ຜົນບັງຄັບໃຊ້ 30 ມື້. ຖ້າ​ຜູ້ໃດ​ບໍ່​ເຮັດ​ຕາມ​ກໍ​ຈະ​ຖືກ​ຖິ້ມ​ລົງ​ໃນ​ຂຸມ​ທີ່​ມີ​ໂຕ​ສິງ.+ 8 ຕອນນີ້ ຂໍ​ໃຫ້​ກະສັດ​ອອກ​ຄຳສັ່ງ​ແລະເຊັນໃສ່+​ເພື່ອ​ບໍ່​ໃຫ້​ຄຳສັ່ງ​ນີ້​ຖືກ​ປ່ຽນແປງ​ຫຼື​ຖືກ​ຍົກເລີກ+ ຕາມ​ທີ່​ກົດໝາຍ​ຂອງ​ຄົນ​ເມເດຍ​ແລະ​ເປີເຊຍ​ບອກ​ໄວ້.”

9 ກະສັດ​ດາຣີອຸດ​ຈຶ່ງ​ເຊັນ​ໃສ່​ຄຳສັ່ງ​ຫ້າມ​ນັ້ນ.

10 ເມື່ອ​ດານີເອນ​ຮູ້​ວ່າ​ກະສັດ​ໄດ້​ອອກ​ຄຳສັ່ງ​ຫ້າມ ລາວ​ກໍ​ເມືອ​ເຮືອນ ແລະ​ຂຶ້ນ​ໄປ​ຫ້ອງ​ທີ່​ຢູ່​ເທິງ​ດາດຟ້າ​ເຊິ່ງ​ມີ​ປ່ອງຢ້ຽມ​ທີ່​ເປີດ​ຢູ່. ປ່ອງຢ້ຽມ​ນັ້ນ​ປິ່ນ​ໄປ​ທາງ​ເມືອງ​ເຢຣູຊາເລັມ.+ ລາວ​ຄູ້ເຂົ່າ​ລົງ​ອະທິດຖານ​ແລະ​ສັນລະເສີນ​ພະເຈົ້າ​ຂອງ​ລາວ. ກ່ອນ​ຈະ​ມີ​ຄຳສັ່ງ​ອອກມາ ດານີເອນ​ກໍ​ອະທິດຖານ​ແບບ​ນີ້​ມື້​ລະ 3 ເທື່ອ​ຢູ່​ແລ້ວ. 11 ຕອນ​ທີ່​ລາວ​ກຳລັງ​ອະທິດຖານ​ແລະ​ອ້ອນວອນ​ຫາ​ພະເຈົ້າ ພວກ​ນັ້ນ​ກໍ​ພາກັນ​ໂຫ່​ເຂົ້າມາ.

12 ຈາກນັ້ນ ເຂົາເຈົ້າ​ກໍ​ໄປ​ຫາ​ກະສັດ​ແລະ​ຖາມ​ຄືນ​ວ່າ: “ກະສັດ​ໄດ້​ເຊັນ​ຄຳສັ່ງ​ທີ່​ວ່າ ຫ້າມ​ບໍ່​ໃຫ້​ໃຜ​ຂໍ​ຫຍັງ​ຈາກ​ພະເຈົ້າ​ອົງ​ໃດ​ຫຼື​ມະນຸດ​ຄົນໃດ ແຕ່​ໃຫ້​ຂໍ​ຈາກ​ກະສັດ​ເທົ່າ​ນັ້ນ. ຄຳສັ່ງ​ນີ້​ຈະ​ມີ​ຜົນບັງຄັບໃຊ້ 30 ມື້​ແມ່ນ​ບໍ? ແລະ​ຖ້າ​ຜູ້ໃດ​ບໍ່​ເຮັດ​ຕາມ​ກໍ​ຈະ​ຖືກ​ຖິ້ມ​ລົງ​ໃນ​ຂຸມ​ທີ່​ມີ​ໂຕ​ສິງ​ແມ່ນ​ບໍ?” ກະສັດ​ຕອບ​ວ່າ “ແມ່ນ​ແລ້ວ ຄຳສັ່ງ​ນັ້ນ​ປ່ຽນແປງ​ແລະ​ຍົກເລີກ​ບໍ່​ໄດ້ ຕາມ​ກົດໝາຍ​ຂອງ​ຄົນ​ເມເດຍ​ແລະ​ເປີເຊຍ.”+ 13 ເຂົາເຈົ້າ​ຈຶ່ງ​ຟ້າວ​ບອກ​ກະສັດ​ວ່າ: “ກະສັດ​ເອີ້ຍ ດານີເອນ​ຊະເລີຍ​ຈາກ​ຢູດາຫັ້ນ​ນະ.+ ລາວ​ບໍ່​ນັບຖື​ກະສັດ​ແລະ​ບໍ່​ເຮັດ​ຕາມ​ຄຳສັ່ງ​ທີ່​ທ່ານ​ໄດ້​ເຊັນ. ລາວ​ຍັງ​ອະທິດຖານ​ມື້​ລະ 3 ເທື່ອ​ຄື​ເກົ່າ.”+ 14 ເມື່ອ​ກະສັດ​ໄດ້​ຍິນ​ແບບນັ້ນ​ລາວ​ກໍ​ອຸກໃຈ​ຫຼາຍ ແລະ​ພະຍາຍາມ​ຊອກ​ທຸກ​ວິທີ​ຈົນ​ຮອດ​ຄ່ຳ​ເພື່ອ​ຈະ​ຊ່ວຍ​ຊີວິດ​ດານີເອນ. 15 ຕໍ່ມາ ພວກ​ນັ້ນ​ກໍ​ເຂົ້າ​ໄປ​ຫາ​ກະສັດ​ແລະ​ເວົ້າ​ວ່າ: “ກະສັດ ທ່ານ​ກໍ​ຮູ້​ວ່າ​ຕາມ​ກົດໝາຍ​ຂອງ​ຄົນ​ເມເດຍ​ແລະ​ເປີເຊຍ ຄຳສັ່ງ​ໃດ​ກໍ​ຕາມ​ທີ່​ກະສັດ​ເຊັນ​ແລ້ວ​ຈະປ່ຽນແປງ​ບໍ່​ໄດ້.”+

16 ໃນ​ທີ່​ສຸດ ກະສັດ​ກໍ​ຈຳໃຈ​ສັ່ງ​ໃຫ້​ຄົນ​ເອົາ​ດານີເອນ​ໄປ​ຖິ້ມ​ລົງ​ໃນ​ຂຸມ​ທີ່​ມີ​ໂຕ​ສິງ.+ ກະສັດ​ເວົ້າ​ກັບ​ດານີເອນ​ວ່າ: “ຂໍ​ໃຫ້​ພະເຈົ້າ​ທີ່​ເຈົ້າ​ນະມັດສະການ​ມາ​ຕະຫຼອດ​ປົກປ້ອງ​ເຈົ້າ​ເດີ້.” 17 ຈາກນັ້ນ ເຂົາເຈົ້າ​ກໍ​ເອົາ​ຫີນ​ອັດ​ປາກ​ຂຸມ​ໄວ້ ແລະ​ກະສັດ​ກັບ​ພວກ​ຜູ້​ປົກຄອງ​ກໍ​ເອົາ​ແຫວນ​ຈ້ຳກາ​ຂອງ​ເຂົາເຈົ້າ​ຈ້ຳ​ໃສ່​ຫີນ​ນັ້ນ ເພື່ອ​ບໍ່​ໃຫ້​ມີ​ຫຍັງ​ປ່ຽນແປງ​ກ່ຽວ​ກັບ​ຄຳສັ່ງ​ເລື່ອງ​ດານີເອນ.

18 ແລ້ວ​ກະສັດ​ກໍ​ກັບ​ໄປ​ວັງ​ຂອງ​ໂຕເອງ. ລາວ​ບໍ່​ກິນ​ເຂົ້າ​ແລະ​ບໍ່​ໃຫ້​ຄົນ​ມາ​ຫຼິ້ນ​ດົນຕີ​ໃຫ້​ຟັງ​ຫຼື​ຟ້ອນ​ໃຫ້​ເບິ່ງ. ລາວ​ນອນ​ບໍ່​ຫຼັບ​ໝົດ​ຄືນ. 19 ຕອນ​ໃກ້​ຊິ​ແຈ້ງ ລາວ​ກໍ​ຟ້າວ​ລຸກ​ຂຶ້ນ​ແລະ​ໄປ​ບ່ອນ​ທີ່​ມີ​ຂຸມ​ໂຕ​ສິງ. 20 ຕອນ​ທີ່​ກະສັດ​ເຂົ້າ​ໄປ​ໃກ້​ຊິ​ຮອດ​ຂຸມ ລາວ​ຮ້ອງ​ຖາມ​ດານີເອນ​ດ້ວຍ​ສຽງ​ເສົ້າ​ໆ​ວ່າ: “ດານີເອນ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ຜູ້​ທີ່​ມີ​ຊີວິດ​ຢູ່ ພະເຈົ້າ​ທີ່​ເຈົ້າ​ນະມັດສະການ​ມາ​ຕະຫຼອດ​ຊ່ວຍ​ເຈົ້າ​ໃຫ້​ລອດ​ຈາກ​ໂຕ​ສິງ​ໄດ້​ບໍ່?” 21 ແລ້ວ​ດານີເອນ​ກໍ​ຕອບ​ກະສັດ​ທັນທີ​ວ່າ: “ກະສັດ ຂໍ​ໃຫ້​ທ່ານ​ມີ​ອາຍຸ​ຍືນ​ຍາວ. 22 ພະເຈົ້າ​ຂອງ​ຂ້ອຍ​ໄດ້​ສົ່ງ​ທູດສະຫວັນ​ຂອງ​ເພິ່ນ​ມາ​ອັດ​ປາກ​ໂຕ​ສິງ​ໄວ້+ ພວກ​ມັນ​ຈຶ່ງ​ບໍ່​ໄດ້​ເຮັດ​ຫຍັງ​ໃຫ້​ຂ້ອຍ+ ຍ້ອນ​ພະເຈົ້າ​ເຫັນ​ວ່າ​ຂ້ອຍ​ບໍ່​ມີ​ຄວາມ​ຜິດ ແລະ​ຂ້ອຍ​ກໍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ​ຕໍ່​ກະສັດ​ຄື​ກັນ.”

23 ກະສັດ​ດີໃຈ​ຫຼາຍ ແລ້ວ​ລາວ​ກໍ​ສັ່ງ​ໃຫ້​ຄົນ​ເອົາ​ດານີເອນ​ຂຶ້ນ​ມາ​ຈາກ​ຂຸມ. ເມື່ອ​ດານີເອນ​ຂຶ້ນ​ມາ​ກໍ​ເຫັນ​ວ່າ​ຕົນໂຕ​ລາວ​ບໍ່​ມີ​ຮອຍ​ຂູດ​ຫຍັງ​ເລີຍ. ລາວ​ບໍ່​ເປັນຫຍັງ​ກໍ​ຍ້ອນ​ລາວ​ໄວ້​ວາງໃຈ​ພະເຈົ້າ​ຂອງ​ລາວ.+

24 ຈາກນັ້ນ ກະສັດ​ໄດ້​ສັ່ງ​ໃຫ້​ເອົາ​ພວກ​ທີ່​ກ່າວຫາ​ດານີເອນ​ກັບ​ລູກ​ກັບ​ເມຍ​ຂອງ​ເຂົາເຈົ້າ​ຖິ້ມ​ລົງ​ໃນ​ຂຸມ​ນັ້ນ​ທີ່​ມີ​ໂຕ​ສິງ​ຢູ່. ເຂົາເຈົ້າ​ຍັງ​ບໍ່​ທັນ​ຕົກ​ຮອດ​ພື້ນ​ຊ້ຳ ໂຕ​ສິງ​ກໍ​ໂດດ​ຄຸບ​ເຂົາເຈົ້າ​ຈົນ​ກະດູກ​ຫັກ​ເປັນ​ທ່ອນ.+

25 ກະສັດ​ດາຣິອຸດ​ໄດ້​ຂຽນ​ແຈ້ງການ​ແລະ​ສົ່ງ​ໄປ​ຫາ​ຄົນ​ໃນ​ທຸກ​ຊາດ​ແລະ​ທຸກ​ພາສາ​ຢູ່​ທົ່ວ​ໂລກ​ວ່າ:+ “ຂໍ​ໃຫ້​ທຸກ​ຄົນ​ຢູ່​ສຸກ​ສະບາຍ​ແລະ​ຈະເລີນ​ຮຸ່ງເຮືອງ! 26 ຂ້ອຍ​ຂໍ​ອອກ​ຄຳສັ່ງ​ໃຫ້​ປະຊາຊົນ​ຢູ່​ທຸກ​ເຂດ​ໃນ​ອານາຈັກ​ຂອງ​ຂ້ອຍ​ວ່າ ໃຫ້​ຢ້ານຢຳ​ແລະ​ນັບຖື​ພະເຈົ້າ​ຂອງ​ດານີເອນ.+ ເພິ່ນ​ເປັນ​ພະເຈົ້າ​ທີ່​ມີ​ຊີວິດ​ຢູ່​ຕະຫຼອດໄປ. ການ​ປົກຄອງ​ຂອງ​ເພິ່ນ​ຈະ​ບໍ່​ຖືກ​ໂຄ່ນລົ້ມ ແລະ​ເພິ່ນ​ມີ​ສິດ​ປົກຄອງ​ຕະຫຼອດໄປ​ທຸກ​ຍຸກ​ທຸກ​ສະໄໝ.+ 27 ເພິ່ນ​ປົກປ້ອງ+​ແລະ​ຊ່ວຍ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ລອດ. ເພິ່ນ​ເຮັດ​ການ​ອັດສະຈັນ​ແລະ​ປາຕິຫານ​ຢູ່​ໃນ​ສະຫວັນ​ແລະ​ຢູ່​ໃນ​ໂລກ.+ ເພິ່ນ​ຍັງ​ໄດ້​ຊ່ວຍ​ດານີເອນ​ໃຫ້​ລອດ​ຈາກ​ເລັບ​ສິງ.”

28 ດານີເອນ​ຈະເລີນ​ກ້າວໜ້າ​ໃນ​ອານາຈັກ​ຂອງ​ດາຣິອຸດ+ ແລະ​ໃນ​ອານາຈັກ​ຂອງ​ໄຊຣັດ​ຄົນ​ເປີເຊຍ.+

7 ໃນ​ປີ​ທຳອິດ​ທີ່​ເບນຊັດຊາເຣ​ເປັນ​ກະສັດ+​ປົກຄອງ​ບາບີໂລນ ດານີເອນ​ໄດ້​ເຫັນ​ນິມິດ​ໃນ​ຄວາມ​ຝັນ​ຕອນ​ທີ່​ລາວ​ນອນ​ຫຼັບ​ຢູ່.+ ຈາກນັ້ນ ລາວ​ກໍ​ຂຽນ​ເລື່ອງ​ທັງ​ໝົດ​ນີ້​ໄວ້.+ 2 ດານີເອນ​ເລົ່າ​ວ່າ:

“ໃນ​ຕອນ​ກາງຄືນ​ຂ້ອຍ​ໄດ້​ເຫັນ​ນິມິດ. ໃນ​ນິມິດ​ນັ້ນ ມີ​ລົມ​ພັດ​ມາ​ຈາກ 4 ທິດ​ເຊິ່ງ​ເຮັດ​ໃຫ້​ທະເລ​ປັ່ນປ່ວນ.+ 3 ແລ້ວ​ກໍ​ມີ​ສັດຮ້າຍ​ທີ່​ໃຫຍ່​ໆ​ 4 ໂຕ+​ຂຶ້ນ​ມາ​ຈາກ​ທະເລ ແຕ່​ລະ​ໂຕ​ບໍ່​ຄື​ກັນ.

4 ສັດຮ້າຍ​ໂຕ​ທຳອິດ​ມີ​ຮູບຮ່າງ​ຄື​ກັບ​ສິງ+ ແລະ​ມີ​ປີກ​ນົກ​ອິນຊີ.+ ຂ້ອຍ​ແນມ​ເບິ່ງ​ຈົນ​ຮອດ​ຕອນ​ທີ່​ປີກ​ຂອງ​ມັນ​ຖືກ​ດຶງ​ອອກ. ມັນ​ຖືກ​ຍົກ​ຂຶ້ນ​ໃຫ້​ຢືນ 2 ຂາ​ຄື​ກັບ​ຄົນ ແລະ​ໃຈ​ຂອງ​ມັນ​ຖືກ​ປ່ຽນ​ໃຫ້​ເປັນ​ໃຈ​ຂອງ​ຄົນ.

5 ສັດຮ້າຍ​ໂຕ​ທີ 2 ມີ​ຮູບຮ່າງ​ຄື​ກັບ​ໝີ.+ ມັນ​ຍົກ​ຂາ​ຂຶ້ນ​ເບື້ອງ​ໜຶ່ງ ແລະ​ຄາບ​ກະດູກ​ຂ້າງ​ຕ່ອນ​ໜຶ່ງ​ທີ່​ມີ 3 ດູກ​ຕິດ​ກັນ. ມີ​ສຽງ​ບອກ​ມັນ​ວ່າ ‘ລຸກ​ຂຶ້ນ​ແລະ​ກິນ​ຊີ້ນ​ໃຫ້​ຫຼາຍ​ໆ​ໂລດ!’+

6 ຕໍ່ມາ ຂ້ອຍ​ກໍ​ເຫັນ​ສັດຮ້າຍ​ອີກ​ໂຕ​ໜຶ່ງ​ມີ​ຮູບຮ່າງ​ຄື​ກັບ​ເສືອດາວ.+ ມັນ​ມີ 4 ຫົວ+ ແລະ​ຢູ່​ຫຼັງ​ຂອງ​ມັນ​ມີ​ປີກ​ນົກ 4 ປີກ. ມັນ​ໄດ້​ຮັບ​ອຳນາດ​ໃຫ້​ປົກຄອງ.

7 ໃນ​ຄືນ​ນັ້ນ ຂ້ອຍ​ຍັງ​ເຫັນ​ນິມິດ​ຕໍ່​ອີກ. ຂ້ອຍ​ເຫັນ​ສັດຮ້າຍ​ໂຕ​ທີ 4. ມັນ​ເປັນ​ຕາຢ້ານ ໂຫດຮ້າຍ ແລະ​ແຂງແຮງ​ຫຼາຍ. ແຂ້ວ​ຂອງ​ມັນ​ໃຫຍ່​ແລະ​ເປັນ​ເຫຼັກ. ມັນ​ທຳລາຍ​ທຸກ​ຢ່າງ​ທີ່​ຂວາງທາງ​ມັນ ແລະ​ອັນ​ໃດ​ທີ່​ເຫຼືອ​ມັນ​ກໍ​ຢຽບ​ຈົນ​ມຸ່ນ.+ ມັນ​ມີ​ເຂົາ 10 ເຂົາ. ສັດ​ໂຕ​ນີ້​ຕ່າງ​ຈາກ​ສັດ​ໂຕ​ອື່ນ​ໆ​ທີ່​ຂຶ້ນ​ມາ​ກ່ອນ​ໜ້າ​ມັນ. 8 ຕອນ​ທີ່​ຂ້ອຍ​ກຳລັງ​ແນມ​ເບິ່ງ​ເຂົາ 10 ເຂົາ​ນັ້ນ​ກໍ​ມີ​ເຂົາ​ນ້ອຍ​ໆ​ອີກ​ເຂົາ​ໜຶ່ງ+​ປົ່ງ​ຂຶ້ນ​ມາ. ມັນ​ເຮັດ​ໃຫ້ 3 ເຂົາ​ໃນ 10 ເຂົາ​ນັ້ນ​ຫຼຸດ​ອອກ. ເຂົາ​ນ້ອຍ​ໆ​ນີ້​ມີ​ຕາ​ຄື​ກັບ​ຕາ​ຄົນ ແລະ​ມີ​ປາກ​ທີ່​ເວົ້າ​ອວດ​ອົ່ງ.*+

9 ຕອນ​ທີ່​ຂ້ອຍ​ເບິ່ງ​ຢູ່​ກໍ​ມີການ​ຕັ້ງ​ບັນລັງ​ຫຼາຍ​ອັນ​ຂຶ້ນ ແລະ​ຜູ້​ທີ່​ມີ​ຊີວິດ​ຢູ່​ແຕ່​ດຶກດຳບັນ+​ກໍ​ນັ່ງ​ຢູ່​ເທິງ​ບັນລັງ​ຂອງ​ເພິ່ນ.+ ເຄື່ອງນຸ່ງ​ຂອງ​ເພິ່ນ​ຂາວ​ຄື​ກັບ​ຫິມະ+ ແລະ​ຜົມ​ຂອງ​ເພິ່ນ​ຂາວ​ຄື​ກັບ​ຂົນແກະ​ທີ່​ສະອາດ. ບັນລັງ​ຂອງ​ເພິ່ນ​ເປັນ​ຄື​ກັບ​ແປວ​ໄຟ ແລະ​ກົງລໍ້​ຂອງ​ບັນລັງ​ກໍ​ມີ​ໄຟ​ລຸກ​ຢູ່.+ 10 ມີ​ໄຟ​ເປັນ​ສາຍ​ໄຫຼ​ອອກ​ມາ​ຈາກ​ບັນລັງ​ນັ້ນ+ ມີ​ທູດສະຫວັນ​ຫຼາຍ​ພັນ​ອົງ​ຮັບໃຊ້​ເພິ່ນ ແລະ​ມີ​ຫຼາຍ​ລ້ານ​ອົງ​ຢືນ​ຢູ່​ຕໍ່ໜ້າ​ເພິ່ນ.+ ສານ*+​ເລີ່ມ​ພິຈາລະນາ​ຄະດີ ແລະ​ປຶ້ມ​ຫຼາຍ​ຫົວ​ກໍ​ຖືກ​ເປີດ​ອອກ.

11 ຂ້ອຍ​ແນມເບິ່ງ​ຕໍ່​ຍ້ອນ​ໄດ້​ຍິນ​ສຽງ​ເຂົາ​ນ້ອຍ​ໆ​ນັ້ນ​ເວົ້າ​ອວດ​ອົ່ງ.+ ຂ້ອຍ​ເບິ່ງ​ຈົນ​ຮອດ​ຕອນ​ທີ່​ສັດຮ້າຍ​ໂຕ​ນັ້ນ​ຖືກ​ຂ້າ ແລະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ກອງ​ໄຟ​ຈົນ​ບໍ່​ເຫຼືອ​ຫຍັງ. 12 ສ່ວນ​ສັດຮ້າຍ​ໂຕ​ອື່ນ​ໆ​+​ກໍ​ໝົດ​ອຳນາດ​ໃນ​ການ​ປົກຄອງ ແຕ່​ພວກ​ມັນ​ຍັງ​ມີ​ຊີວິດ​ຢູ່​ຕໍ່​ໄປ​ອີກ​ໄລຍະ​ໜຶ່ງ.

13 ເມື່ອ​ຂ້ອຍ​ເບິ່ງ​ນິມິດ​ຕໍ່ໄປ​ໃນ​ຄືນ​ນັ້ນ ຂ້ອຍ​ເຫັນ​ຜູ້​ໜຶ່ງ​ທີ່​ຄື​ກັບ​ລູກ​ມະນຸດ+​ມາ​ເທິງ​ຂີ້ເຝື້ອ. ລາວ​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ຫາ​ຜູ້​ທີ່​ມີ​ຊີວິດ​ຢູ່​ແຕ່​ດຶກດຳບັນ+ ແລະ​ຖືກ​ພາ​ເຂົ້າ​ໄປ​ໃກ້​ໆ​ເພິ່ນ. 14 ລາວ​ໄດ້​ຮັບ​ກຽດ​ຕິຍົດ+​ແລະ​ອຳນາດ​ໃນ​ການ​ປົກຄອງ​ເປັນ​ກະສັດ+​ເພື່ອ​ຄົນ​ຈາກ​ທຸກ​ຊາດ​ແລະ​ທຸກ​ພາສາ​ຈະ​ຮັບໃຊ້​ລາວ.+ ການ​ປົກຄອງ​ຂອງ​ລາວ​ຈະ​ຢູ່​ຕະຫຼອດ​ໄປ ແລະ​ຈະ​ບໍ່​ຖືກ​ໂຄ່ນລົ້ມ​ຈັກ​ເທື່ອ.+

15 ເມື່ອ​ເຫັນ​ນິມິດ​ທັງໝົດ​ນີ້ ຂ້ອຍ​ດານີເອນ​ກໍ​ວຸ່ນວາຍ​ໃຈ​ຫຼາຍ ຍ້ອນ​ສິ່ງ​ນີ້​ເຮັດ​ໃຫ້​ຂ້ອຍ​ຢ້ານ.+ 16 ຂ້ອຍ​ຈຶ່ງ​ເຂົ້າ​ໄປ​ຫາ​ທູດສະຫວັນ​ອົງ​ໜຶ່ງ​ທີ່​ຢືນ​ຢູ່​ຫັ້ນ ເພື່ອ​ຖາມ​ລາວ​ວ່າ​ນິມິດ​ນີ້​ມີ​ຄວາມໝາຍ​ແນວ​ໃດ​ແທ້​ໆ​. ລາວ​ໄດ້​ອະທິບາຍ​ໃຫ້​ຂ້ອຍ​ຮູ້​ຄວາມໝາຍ​ຂອງ​ສິ່ງ​ເຫຼົ່າ​ນັ້ນ.

17 ລາວ​ບອກ​ວ່າ ‘ສັດຮ້າຍ​ທີ່​ໃຫຍ່​ໆ​ 4 ໂຕ​ນີ້+ ໝາຍເຖິງ​ກະສັດ 4 ອົງ​ທີ່​ຈະ​ປົກຄອງ​ຢູ່​ໃນ​ໂລກ.+ 18 ພວກ​ທີ່​ພະເຈົ້າ​ສູງ​ສຸດ​ເລືອກ​ໄວ້+​ຈະ​ໄດ້​ຮັບ​ອຳນາດ​ການ​ປົກຄອງ+ ແລະ​ເຂົາເຈົ້າ​ຈະ​ປົກຄອງ​ເປັນ​ກະສັດ+​ຕະຫຼອດໄປ​ບໍ່​ມີ​ມື້​ສິ້ນສຸດ.’

19 ຂ້ອຍ​ຢາກ​ຮູ້​ຕື່ມ​ອີກ​ກ່ຽວກັບ​ສັດຮ້າຍ​ໂຕ​ທີ 4 ທີ່​ຕ່າງ​ຈາກ​ສັດຮ້າຍ​ໂຕ​ອື່ນ​ໆ​. ມັນ​ເປັນ​ຕາຢ້ານ​ຫຼາຍ. ແຂ້ວ​ຂອງ​ມັນ​ເປັນ​ເຫຼັກ​ແລະ​ເລັບ​ຂອງ​ມັນ​ເປັນ​ທອງແດງ. ມັນ​ກິນ​ແລະ​ທຳລາຍ​ທຸກ​ຢ່າງ​ທີ່​ຂວາງທາງ​ມັນ ແລະ​ອັນ​ໃດ​ທີ່​ເຫຼືອ​ມັນ​ກໍ​ຢຽບ​ຈົນ​ມຸ່ນ.+ 20 ຂ້ອຍ​ຍັງ​ຢາກ​ຮູ້​ກ່ຽວ​ກັບ​ເຂົາ 10 ເຂົາ+​ທີ່​ຢູ່​ຫົວ​ຂອງ​ສັດຮ້າຍ​ໂຕ​ນັ້ນ​ນຳ ແລະ​ຢາກ​ຮູ້​ກ່ຽວກັບ​ເຂົາ​ອີກ​ເຂົາ​ໜຶ່ງ​ທີ່​ປົ່ງ​ຂຶ້ນ​ມາ​ໃນ 10 ເຂົາ​ນັ້ນ​ເຊິ່ງ​ເຮັດ​ໃຫ້ 3 ເຂົາ​ຫຼຸດ​ອອກ.+ ມັນ​ມີ​ຕາ​ແລະ​ມີ​ປາກ​ທີ່​ເວົ້າ​ອວດ​ອົ່ງ. ເຂົາ​ນີ້​ໃຫຍ່​ກວ່າ​ເຂົາ​ອື່ນ​ໆ​.

21 ຕອນ​ທີ່​ຂ້ອຍ​ເບິ່ງ​ນິມິດ ຂ້ອຍ​ເຫັນ​ເຂົາ​ນ້ອຍ​ໆ​ນັ້ນ​ເຮັດ​ສົງຄາມ​ກັບ​ພວກ​ທີ່​ຖືກ​ເລືອກ ແລະ​ມັນ​ກຳລັງ​ຊະນະ​ເຂົາເຈົ້າ​ຢູ່+ 22 ຈົນ​ຮອດ​ຕອນ​ທີ່​ຜູ້​ທີ່​ມີ​ຊີວິດ​ຢູ່​ແຕ່​ດຶກດຳບັນ​ທີ່​ເປັນ​ພະເຈົ້າ​ສູງສຸດ+​ມາ. ເພິ່ນ​ໄດ້​ຕັດສິນ​ຄະດີ​ໃຫ້​ພວກ​ທີ່​ເພິ່ນ​ເລືອກ​ເປັນ​ຝ່າຍ​ຊະນະ+ ແລະ​ຕອນ​ນັ້ນ​ກໍ​ຮອດ​ເວລາ​ທີ່​ພວກ​ທີ່​ຖືກ​ເລືອກ​ເລີ່ມ​ປົກຄອງ​ເປັນ​ກະສັດ.+

23 ທູດສະຫວັນ​ອະທິບາຍ​ວ່າ ‘ສັດຮ້າຍ​ໂຕ​ທີ 4 ແມ່ນ​ອານາຈັກ​ທີ 4 ທີ່​ຈະ​ປົກຄອງ​ໂລກ. ມັນ​ຈະ​ບໍ່​ຄື​ກັບ​ອານາຈັກ​ອື່ນ​ໆ​. ມັນ​ຈະ​ກິນ​ແລະ​ທຳລາຍ​ທຸກ​ຢ່າງ​ໃນ​ໂລກ​ນີ້ ແລະ​ອັນ​ໃດ​ທີ່​ເຫຼືອ​ມັນ​ກໍ​ຈະ​ຢຽບ​ຈົນ​ມຸ່ນ.+ 24 ເຂົາ 10 ເຂົາ​ໝາຍເຖິງ​ກະສັດ 10 ອົງ​ທີ່​ຈະ​ປົກຄອງ​ອານາຈັກ​ນັ້ນ ແລະ​ຈະ​ມີ​ກະສັດ​ອີກ​ອົງ​ໜຶ່ງ​ປົກຄອງ​ນຳ​ຫຼັງ​ເຂົາເຈົ້າ. ລາວ​ຈະ​ບໍ່​ຄື​ກັບ​ກະສັດ 10 ອົງ​ນັ້ນ ແລະ​ລາວ​ຈະ​ຍຶດ​ເອົາ​ອຳນາດ​ຂອງ​ກະສັດ 3 ອົງ.+ 25 ລາວ​ຈະ​ເວົ້າ​ຕໍ່ຕ້ານ​ພະເຈົ້າ​ສູງ​ສຸດ+ ແລະ​ຈະ​ຂົ່ມເຫງ​ພວກ​ທີ່​ຖືກ​ເລືອກ​ຂອງ​ພະເຈົ້າ​ສູງ​ສຸດ​ຕໍ່​ໆ​ໄປ. ລາວ​ຈະ​ພະຍາຍາມ​ປ່ຽນ​ເວລາ​ກຳນົດ​ແລະ​ກົດໝາຍ​ຂອງ​ເພິ່ນ ແລະ​ພວກ​ທີ່​ຖືກ​ເລືອກ​ຈະ​ຕົກ​ຢູ່​ໃນ​ມື​ລາວ​ເປັນ​ເວລາ 3 ປີ​ເຄິ່ງ.*+ 26 ແຕ່​ສານ​ເລີ່ມ​ຕັດສິນ​ຄະດີ​ແລະ​ຍຶດ​ເອົາ​ການ​ປົກຄອງ​ຂອງ​ລາວ​ໄປ ແລ້ວ​ລາວ​ກໍ​ຖືກ​ທຳລາຍ​ຈົນ​ບໍ່​ເຫຼືອ​ຫຍັງ.+

27 ຈາກນັ້ນ ພວກ​ທີ່​ພະເຈົ້າ​ສູງ​ສຸດ​ເລືອກ​ໄວ້​ກໍ​ໄດ້​ຮັບ​ອຳນາດ​ໃນ​ການ​ປົກຄອງ​ເປັນ​ກະສັດ ແລະ​ໄດ້​ຮັບ​ຄວາມ​ຍິ່ງໃຫຍ່​ຂອງ​ອານາຈັກ​ຕ່າງ​ໆ​ທີ່​ຢູ່​ໃນ​ໂລກ.+ ການ​ປົກຄອງ​ຂອງ​ເຂົາເຈົ້າ​ຈະ​ຢູ່​ຕະຫຼອດ​ໄປ+ ແລະ​ຊາດ​ຕ່າງ​ໆ​ຈະ​ຮັບໃຊ້​ແລະ​ເຊື່ອຟັງ​ເຂົາເຈົ້າ.’

28 ນິມິດ​ທີ່​ຂ້ອຍ​ເຫັນ​ຈົບ​ແບບ​ນີ້. ສ່ວນ​ຂ້ອຍ​ດານີເອນ ເມື່ອ​ຄິດເຖິງ​ເລື່ອງ​ນີ້ ຂ້ອຍ​ກໍ​ຢ້ານ​ຈົນ​ໜ້າຈືດ ແຕ່​ຂ້ອຍ​ກໍ​ເກັບ​ເລື່ອງ​ນີ້​ໄວ້​ໃນ​ໃຈ.”

8 ໃນ​ປີ​ທີ 3 ທີ່​ເບນຊັດຊາເຣ​ປົກຄອງ​ເປັນ​ກະສັດ+ ຂ້ອຍ​ດານີເອນ​ໄດ້​ເຫັນ​ນິມິດ​ອີກ​ເລື່ອງ​ໜຶ່ງ.+ 2 ຕອນ​ນັ້ນ ຂ້ອຍ​ຢູ່​ວັງ​ໃນ​ເມືອງ​ຊູຊາ+​ໃນ​ແຂວງ​ເອລາມ.+ ຂ້ອຍ​ເຫັນ​ນິມິດ​ນີ້​ໃກ້​ກັບ​ແມ່ນ້ຳ*​ອູລາຍ. 3 ຕອນ​ທີ່​ແນມ​ເບິ່ງ ຂ້ອຍ​ເຫັນ​ແກະ​ໂຕ​ຜູ້​ໂຕ​ໜຶ່ງ+​ຢືນ​ຢູ່​ໃກ້​ແມ່ນ້ຳ​ນັ້ນ. ແກະ​ໂຕ​ນັ້ນ​ມີ​ເຂົາ 2 ເຂົາ+​ທີ່​ຍາວ ແຕ່​ເຂົາ​ໜຶ່ງ​ຍາວ​ກວ່າ​ອີກ​ເຂົາ​ໜຶ່ງ. ເຂົາ​ທີ່​ຍາວ​ກວ່າ​ປົ່ງ​ຂຶ້ນ​ມາ​ນຳ​ຫຼັງ.+ 4 ຂ້ອຍ​ເຫັນ​ແກະ​ໂຕ​ນັ້ນ​ໂຈມຕີ​ສັດຕູ​ຢູ່​ທາງ​ທິດ​ຕາເວັນ​ຕົກ ທິດ​ເໜືອ ແລະ​ທິດ​ໃຕ້. ສັດ​ປ່າ​ໂຕ​ໃດ​ກໍ​ສູ້​ມັນ​ບໍ່​ໄດ້ ແລະ​ບໍ່​ມີ​ຜູ້​ໃດ​ຊ່ວຍ​ສັດ​ເຫຼົ່າ​ນີ້​ໃຫ້​ລອດ​ຈາກ​ມັນ​ໄດ້.+ ມັນ​ເຮັດ​ຕາມ​ໃຈ​ໂຕເອງ​ແລະ​ຕັ້ງ​ໂຕ​ເປັນ​ໃຫຍ່.

5 ຕອນ​ທີ່​ຂ້ອຍ​ແນມເບິ່ງ​ຢູ່​ກໍ​ມີ​ແບ້​ໂຕ​ຜູ້​ໂຕ​ໜຶ່ງ+​ແລ່ນ​ຂ້າມ​ໂລກ​ມາ​ຈາກ​ທາງ​ທິດ​ຕາເວັນ​ຕົກ. ມັນ​ແລ່ນ​ມາບັກ​ໄວ​ໆ​ຈົນ​ຕີນ​ຂອງ​ມັນ​ບໍ່ຖືກພື້ນ​ເລີຍ. ມັນ​ມີ​ເຂົາ​ໃຫຍ່​ອັນ​ໜຶ່ງ​ຢູ່​ລະຫວ່າງ​ຕາ 2 ເບື້ອງ.+ 6 ແບ້​ໂຕ​ນີ້​ແລ່ນ​ໄປ​ທາງ​ແກະ​ໂຕ​ຜູ້​ທີ່​ມີ 2 ເຂົາ​ທີ່​ຂ້ອຍ​ເຫັນ​ຢືນ​ຢູ່​ໃກ້​ກັບ​ແມ່ນ້ຳ​ອູລາຍ. ມັນ​ແລ່ນ​ມາ​ແບບ​ໃຈຮ້າຍ​ຫຼາຍ.

7 ຂ້ອຍ​ເຫັນ​ມັນ​ແລ່ນ​ໃສ່​ແກະ​ໂຕ​ຜູ້​ດ້ວຍ​ຄວາມ​ໃຈຮ້າຍ​ຫຼາຍ. ມັນ​ຊົນ​ແກະ​ຈົນ​ເຂົາ​ທັງ 2 ເບື້ອງ​ຂອງ​ແກະ​ຫັກ ແລະ​ແກະ​ໂຕ​ນັ້ນ​ກໍ​ບໍ່​ມີ​ແຮງ​ທີ່​ຈະ​ສູ້​ມັນ​ໄດ້. ມັນ​ຊົນ​ແກະ​ລົ້ມ​ລົງ​ພື້ນ ແລ້ວ​ຢຽບ​ໄປ​ຢຽບ​ມາ. ບໍ່​ມີ​ໃຜ​ຊ່ວຍ​ແກະ​ໂຕ​ນັ້ນ​ໃຫ້​ລອດ​ຈາກ​ມັນ​ໄດ້.

8 ຈາກນັ້ນ ແບ້​ໂຕ​ຜູ້​ໂຕ​ນັ້ນ​ກໍ​ຕັ້ງ​ໂຕ​ເປັນ​ໃຫຍ່. ແຕ່​ເມື່ອ​ມັນ​ມີ​ອຳນາດ ເຂົາ​ໃຫຍ່​ໆ​ຂອງ​ມັນ​ກໍ​ຫັກ ແລ້ວ​ກໍ​ມີ​ເຂົາ​ໃຫຍ່​ໆ​ 4 ເຂົາ​ປົ່ງ​ຂຶ້ນ​ມາ​ແທນ​ແລະ​ຊີ້​ໄປ 4 ທິດ.+

9 ຕໍ່ມາ ມີ​ເຂົາ​ນ້ອຍ​ໆ​ອັນ​ໜຶ່ງ​ປົ່ງ​ອອກ​ມາ​ຈາກ 1 ໃນ 4 ເຂົາ​ນັ້ນ. ເຂົາ​ນີ້​ໃຫຍ່​ອອກ​ໄປ​ທາງ​ທິດ​ໃຕ້ ທິດ​ຕາເວັນ​ອອກ ແລະ​ທາງ​ແຜ່ນດິນ​ທີ່​ສວຍ​ງາມ.*+ 10 ເຂົາ​ນີ້​ໃຫຍ່​ຂຶ້ນ​ຈົນ​ຮອດ​ກອງທັບ​ທີ່​ຢູ່​ເທິງ​ຟ້າ.* ມັນ​ເຮັດ​ໃຫ້​ບາງ​ສ່ວນ​ຂອງ​ກອງທັບ​ນີ້​ກັບ​ດາວ​ບາງ​ດວງ​ຕົກ​ລົງ​ມາ​ໃນ​ໂລກ ແລ້ວ​ກໍ​ຢຽບ​ຈົນ​ມຸ່ນ. 11 ມັນ​ເຖິງຂັ້ນ​ທ້າທາຍ​ຫົວໜ້າ​ຂອງ​ກອງທັບ​ນີ້ ແລະ​ເຮັດ​ໃຫ້​ການ​ເຜົາ​ເຄື່ອງ​ບູຊາ​ໃຫ້​ເພິ່ນ​ໃນ​ແຕ່​ລະ​ມື້​ຢຸດ​ລົງ. ມັນ​ຍັງ​ມ້າງ​ບ່ອນ​ບໍລິສຸດ​ຂອງ​ເພິ່ນ​ທີ່​ຖືກ​ສ້າງ​ຢ່າງ​ດີ​ຖິ້ມ.+ 12 ຍ້ອນ​ມັນ​ເຮັດ​ຜິດ ມັນ​ຈຶ່ງ​ຍຶດ​ເອົາ​ກອງທັບ​ກັບ​ເຄື່ອງ​ບູຊາ​ທີ່​ເຜົາ​ເປັນ​ປະຈຳ​ໄດ້. ມັນ​ຖິ້ມ​ທຸກ​ສິ່ງ​ທີ່​ກ່ຽວຂ້ອງ​ກັບ​ຄວາມຈິງ​ລົງ​ພື້ນ​ຕໍ່​ໆ​ໄປ ແລະ​ມັນ​ກໍ​ເຮັດ​ໄດ້​ສຳເລັດ.

13 ຂ້ອຍ​ໄດ້​ຍິນ​ທູດສະຫວັນ​ອົງ​ໜຶ່ງ​ເວົ້າ ແລະ​ທູດສະຫວັນ​ອີກ​ອົງ​ໜຶ່ງ​ຖາມ​ລາວ​ວ່າ: “ສິ່ງ​ທີ່​ເຫັນ​ໃນ​ນິມິດ​ກ່ຽວກັບ​ເຄື່ອງ​ບູຊາ​ທີ່​ເຜົາ​ເປັນ​ປະຈຳ ແລະ​ການ​ເຮັດ​ຜິດ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ຮ້າງເປົ່າ+ ເຊິ່ງ​ກໍ​ຄື​ການ​ຢຽບ​ກອງທັບ​ກັບ​ບ່ອນ​ບໍລິສຸດ ທັງໝົດ​ນີ້​ຈະ​ເກີດຂຶ້ນ​ດົນ​ປານ​ໃດ?” 14 ລາວ​ບອກ​ຂ້ອຍ​ວ່າ: “ເລື່ອງ​ນີ້​ຈະ​ເກີດຂຶ້ນ 2.300 ມື້* ແລ້ວ​ບ່ອນ​ບໍລິສຸດ​ຈະ​ໄດ້​ຮັບ​ການ​ຟື້ນຟູ​ໃຫ້​ຢູ່​ໃນ​ສະພາບ​ທີ່​ມັນ​ຄວນ​ເປັນ​ແທ້​ໆ​.”

15 ຕອນ​ທີ່​ຂ້ອຍ​ດານີເອນ​ຍັງ​ເບິ່ງ​ນິມິດ​ຢູ່​ແລະ​ພະຍາຍາມ​ເຂົ້າໃຈ​ເລື່ອງ​ທີ່​ເຫັນ ຂ້ອຍ​ກໍ​ເຫັນ​ຜູ້​ໜຶ່ງ​ຄື​ກັບ​ຄົນ​ຢືນ​ຢູ່​ຕໍ່​ໜ້າ​ຂ້ອຍ. 16 ຈາກນັ້ນ ຂ້ອຍ​ກໍ​ໄດ້​ຍິນ​ສຽງ​ຄື​ກັບ​ສຽງ​ຄົນ​ຮ້ອງ​ມາ​ຈາກ​ກາງ​ແມ່ນ້ຳ​ອູລາຍ+​ວ່າ: “ຄັບຣີເອນ+ ໃຫ້​ເຈົ້າ​ອະທິບາຍ​ຄວາມໝາຍ​ຂອງ​ສິ່ງ​ທີ່​ລາວ​ເຫັນ​ໃຫ້​ລາວ​ເຂົ້າໃຈ​ແດ່.”+ 17 ຄັບຣີເອນ​ເຂົ້າ​ມາ​ໃກ້​ບ່ອນ​ທີ່​ຂ້ອຍ​ຢືນ​ຢູ່ ແຕ່​ຕອນ​ທີ່​ລາວ​ເຂົ້າ​ມາ ຂ້ອຍ​ຢ້ານ​ຫຼາຍ​ຈົນ​ໝູບ​ໜ້າ​ລົງ​ພື້ນ. ລາວ​ເວົ້າ​ກັບ​ຂ້ອຍ​ວ່າ: “ລູກ​ມະນຸດ ໃຫ້​ເຈົ້າ​ເຂົ້າໃຈ​ວ່າ​ນິມິດ​ນີ້​ຈະ​ເກີດຂຶ້ນ​ແທ້​ໃນ​ສະໄໝ​ສຸດທ້າຍ.”+ 18 ຕອນ​ທີ່​ລາວ​ຍັງ​ເວົ້າ​ນຳ​ຂ້ອຍ ຂ້ອຍ​ກໍ​ຫຼັບ​ໄປ​ເລີຍ​ທັງ​ໆ​ທີ່​ໝູບ​ໜ້າ​ຢູ່​ພື້ນ. ລາວ​ເອົາ​ມື​ຈັບ​ຂ້ອຍ​ແລະ​ໂຈມ​ຂ້ອຍ​ຂຶ້ນ​ເພື່ອ​ໃຫ້​ມາ​ຢືນ​ຢູ່​ບ່ອນ​ເກົ່າ.+ 19 ແລ້ວ​ລາວ​ກໍ​ເວົ້າ​ວ່າ: “ຂ້ອຍ​ຈະ​ບອກ​ເຈົ້າ​ໃຫ້​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ສະໄໝ​ສຸດທ້າຍ ເຊິ່ງ​ເປັນ​ເວລາ​ທີ່​ພະເຈົ້າ​ຈະ​ລົງໂທດ. ນິມິດ​ນີ້​ຈະ​ເກີດຂຶ້ນ​ແທ້​ໃນ​ສະໄໝ​ສຸດທ້າຍ​ຕາມ​ເວລາ​ທີ່​ກຳນົດ​ໄວ້.+

20 ແກະ​ໂຕ​ຜູ້​ທີ່​ມີ 2 ເຂົາ​ທີ່​ເຈົ້າ​ເຫັນ​ໝາຍເຖິງ​ກະສັດ​ຂອງ​ເມເດຍ​ແລະ​ເປີເຊຍ.+ 21 ແບ້​ໂຕ​ຜູ້​ທີ່​ມີ​ຂົນ​ຫຼາຍ​ໆ​ໝາຍເຖິງ​ກະສັດ​ຂອງ​ກຣີກ+ ແລະ​ເຂົາ​ໃຫຍ່​ໆ​ທີ່​ຢູ່​ລະຫວ່າງ​ຕາ 2 ເບື້ອງ​ໝາຍເຖິງ​ກະສັດ​ອົງ​ທຳອິດ​ຂອງ​ກຣີກ.+ 22 ສ່ວນ​ເຂົາ​ທີ່​ຫັກ ແລະ​ເຂົາ 4 ເຂົາ​ທີ່​ປົ່ງ​ຂຶ້ນ​ມາ​ແທນ+​ໝາຍເຖິງ 4 ອານາຈັກ​ທີ່​ເກີດ​ມາ​ຈາກ​ຊາດ​ນີ້ ແຕ່​ອານາຈັກ​ເຫຼົ່ານີ້​ຈະ​ບໍ່​ມີ​ອຳນາດ​ຫຼາຍ​ສ່ຳ​ກັບ​ຊາດ​ທີ່​ມັນ​ແຍກ​ອອກ​ມາ.

23 ໃນ​ຕອນ​ທີ່​ການ​ປົກຄອງ​ຂອງ​ອານາຈັກ​ເຫຼົ່ານີ້​ໃກ້​ຈະ​ສິ້ນ​ສຸດ​ລົງ ແລະ​ພວກ​ມັນ​ເຮັດ​ຜິດ​ຈົນ​ຮອດ​ຂີດ​ສູງ​ສຸດ​ແລ້ວ ກະສັດ​ອົງ​ໜຶ່ງ​ທີ່​ໂຫດຮ້າຍ​ເຊິ່ງ​ມີ​ເລ່ລ່ຽມ​ຫຼາຍ*​ຈະ​ຢືນ​ຂຶ້ນ.* 24 ລາວ​ຈະ​ມີ​ອຳນາດ​ຫຼາຍ ແຕ່​ບໍ່​ແມ່ນ​ດ້ວຍ​ໂຕ​ເອງ. ລາວ​ຈະ​ທຳລາຍ​ຫຼາຍ​ຢ່າງ*​ຈົນ​ຄົນ​ທີ່​ເຫັນ​ຕົກໃຈ ແລະ​ລາວ​ຈະ​ເຮັດ​ໄດ້​ສຳເລັດ. ລາວ​ຈະ​ສ້າງ​ຄວາມ​ເສຍຫາຍ​ໃຫ້​ພວກ​ທີ່​ມີ​ອຳນາດ​ແລະ​ພວກ​ທີ່​ຖືກ​ເລືອກ.+ 25 ລາວ​ຈະ​ໃຊ້​ເລ່ລ່ຽມ​ຫຼອກລວງ​ຫຼາຍ​ຄົນ​ໄດ້​ສຳເລັດ. ລາວ​ຈະ​ຍິ່ງ​ຈອງຫອງ. ໃນ​ໄລຍະ​ທີ່​ຄົນ​ຮູ້ສຶກ​ວ່າ​ປອດໄພ* ລາວ​ຈະ​ທຳລາຍ​ຫຼາຍ​ຄົນ. ລາວ​ຈະ​ເຮັດ​ເຖິງຂັ້ນ​ວ່າ​ຢືນ​ຂຶ້ນ​ຕໍ່ຕ້ານ​ຫົວໜ້າ​ຂອງ​ພວກເຈົ້າ​ນາຍ. ໃນທີ່ສຸດ ລາວ​ຈະ​ຖືກ​ທຳລາຍ ແຕ່​ບໍ່​ແມ່ນ​ຍ້ອນ​ມະນຸດ​ເຮັດ.

26 ເລື່ອງ 2.300 ມື້​ໃນ​ນິມິດ​ນີ້*​ຈະ​ເກີດຂຶ້ນ​ແທ້ ແຕ່​ເຈົ້າ​ຕ້ອງ​ເກັບ​ນິມິດ​ນີ້​ໄວ້​ເປັນ​ຄວາມລັບ ຍ້ອນ​ວ່າ​ຍັງ​ອີກ​ດົນ​ເລື່ອງ​ນີ້​ຈຶ່ງ​ຈະ​ເກີດຂຶ້ນ.”+

27 ຍ້ອນ​ເຫັນ​ນິມິດ​ນັ້ນ ຂ້ອຍ​ດານີເອນ​ຈຶ່ງ​ໝົດແຮງ​ແລະ​ບໍ່​ສະບາຍ​ໄປ​ຫຼາຍ​ມື້.+ ເມື່ອ​ຂ້ອຍ​ລຸກ​ໄດ້ ຂ້ອຍ​ກໍ​ໄປ​ເຮັດ​ວຽກ​ຮັບໃຊ້​ກະສັດ​ຄື​ເກົ່າ.+ ແຕ່​ຂ້ອຍ​ຍັງ​ສັບສົນ​ກ່ຽວກັບ​ສິ່ງ​ທີ່​ເຫັນ ແລະ​ບໍ່​ມີ​ໃຜ​ເຂົ້າໃຈ​ນິມິດ​ນັ້ນ.+

9 ເຫດການ​ຕໍ່​ໄປ​ນີ້​ເກີດຂຶ້ນ​ໃນ​ປີ​ທຳອິດ​ທີ່​ດາຣິອຸດ+​ລູກ​ຊາຍ​ຂອງ​ອາຫະສຸເອຣັດ​ຄົນ​ເມເດຍ*​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ປົກຄອງ​ຄົນ​ການເດອາ.+ 2 ໃນ​ປີ​ທຳອິດ​ທີ່​ດາຣິອຸດ​ປົກຄອງ ຂ້ອຍ​ດານີເອນ​ໄດ້​ຄົ້ນຄວ້າ​ປຶ້ມ​ຕ່າງ​ໆ​*​ແລະ​ເຂົ້າໃຈ​ກ່ຽວ​ກັບ​ຈຳນວນ​ປີ​ທີ່​ເມືອງ​ເຢຣູຊາເລັມ​ຈະ​ຮ້າງ​ເປົ່າ. ເລື່ອງ​ນີ້​ເປັນ​ໄປ​ຕາມ​ຄຳເວົ້າ​ທີ່​ພະ​ເຢໂຫວາ​ບອກ​ຜ່ານ​ທາງ​ຜູ້ພະຍາກອນ​ເຢເຣມີຢາ​ທີ່​ວ່າ ເມືອງ​ເຢຣູຊາເລັມ​ຈະ​ຮ້າງ​ເປົ່າ+​ເປັນ​ເວລາ 70 ປີ.+ 3 ເມື່ອ​ເຂົ້າໃຈ​ເລື່ອງ​ນີ້ ຂ້ອຍ​ຈຶ່ງ​ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ທ່ຽງແທ້​ຊ່ວຍ. ຂ້ອຍ​ອະທິດຖານ​ອ້ອນວອນ ອົດເຂົ້າ+ ນຸ່ງ​ຜ້າ​ເນື້ອຫຍາບ ແລະ​ເອົາ​ຂີ້ເທົ່າ​ໂຮຍ​ໃສ່​ຕົນ​ໂຕ. 4 ຂ້ອຍ​ອະທິດຖານ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ​ແລະ​ຍອມຮັບ​ວ່າ​ພວກ​ເຮົາ​ໄດ້​ເຮັດ​ຜິດ. ຂ້ອຍ​ເວົ້າ​ວ່າ:

“ພະ​ເຢໂຫວາ​ພະເຈົ້າ​ທ່ຽງແທ້ ພະອົງ​ຍິ່ງໃຫຍ່​ແລະ​ສົມຄວນ​ໄດ້​ຮັບ​ຄວາມ​ນັບຖື. ພະອົງ​ເຮັດ​ຕາມ​ສັນຍາ​ສະເໝີ. ພະອົງ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ+​ຕໍ່​ຄົນ​ທີ່​ຮັກ​ພະອົງ​ແລະ​ເຮັດ​ຕາມ​ຄຳສັ່ງ​ຂອງ​ພະອົງ.+ 5 ພວກ​ເຮົາ​ໄດ້​ເຮັດ​ບາບ ເຮັດ​ຜິດ ເຮັດ​ຊົ່ວ ແລະ​ກະບົດ.+ ພວກ​ເຮົາ​ບໍ່​ໄດ້​ເຮັດ​ຕາມ​ຄຳສັ່ງ​ແລະ​ກົດໝາຍ​ຂອງ​ພະອົງ. 6 ພະອົງ​ໃຊ້​ພວກ​ຜູ້​ພະຍາກອນ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ພະອົງ+​ໃຫ້​ບອກ​ພວກ​ກະສັດ ພວກ​ເຈົ້ານາຍ ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ ແລະ​ປະຊາຊົນ​ທຸກ​ຄົນ​ໃນ​ແຜ່ນດິນ​ວ່າ​ພະອົງ​ຕ້ອງການ​ໃຫ້​ພວກ​ເຮົາ​ເຮັດ​ຫຍັງ ແຕ່​ພວກ​ເຮົາ​ພັດ​ບໍ່​ຟັງ​ເຂົາເຈົ້າ ທັງ​ໆ​ທີ່​ເຂົາເຈົ້າ​ເວົ້າ​ໃນ​ນາມ​ຂອງ​ພະອົງ. 7 ພະ​ເຢໂຫວາ ພະອົງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ ແຕ່​ພວກ​ເຮົາ​ພັດ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ອາຍ​ຈົນ​ຮອດ​ທຸກ​ມື້​ນີ້. ພະອົງ​ເຮັດ​ໃຫ້​ຄົນ​ຢູດາ ຄົນ​ໃນ​ເມືອງ​ເຢຣູຊາເລັມ ແລະ​ພວກ​ອິດສະຣາເອນ​ທຸກ​ຄົນ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ທຸກ​ດິນແດນ​ທັງ​ໃກ້​ແລະ​ໄກ ຍ້ອນ​ເຂົາເຈົ້າ​ບໍ່​ສັດຊື່​ຕໍ່​ພະອົງ.+

8 ພະ​ເຢໂຫວາ​ເອີ້ຍ ພວກ​ເຮົາ​ກັບ​ພວກ​ກະສັດ ພວກ​ເຈົ້ານາຍ ແລະ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ຕ້ອງ​ອັບອາຍ​ຂາຍໜ້າ ຍ້ອນ​ພວກ​ເຮົາ​ໄດ້​ເຮັດ​ຜິດ​ຕໍ່​ພະອົງ. 9 ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ ພະອົງ​ມີ​ຄວາມ​ເມດຕາ​ແລະ​ພ້ອມ​ທີ່​ຈະ​ໃຫ້​ອະໄພ+ ເຖິງ​ວ່າ​ພວກ​ເຮົາ​ໄດ້​ກະບົດ​ຕໍ່​ພະອົງ.+ 10 ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ ພວກ​ເຮົາ​ບໍ່​ໄດ້​ເຊື່ອຟັງ ແລະ​ບໍ່​ໄດ້​ເຮັດ​ຕາມ​ກົດໝາຍ​ທີ່​ພະອົງ​ໃຫ້​ຜ່ານ​ທາງ​ພວກ​ຜູ້​ພະຍາກອນ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ອົງ.+ 11 ພວກ​ອິດສະຣາເອນ​ທຸກ​ຄົນ​ຝ່າ​ຝືນ​ກົດໝາຍ​ຂອງ​ພະອົງ​ແລະ​ບໍ່​ສົນໃຈ​ຟັງ​ສິ່ງ​ທີ່​ພະອົງ​ບອກ. ພວກ​ເຮົາ​ຖືກ​ພະອົງ​ສາບແຊ່ງ ຍ້ອນ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສາບານ​ທີ່​ຂຽນ​ໄວ້​ໃນ​ກົດໝາຍ​ຂອງ​ໂມເຊ​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ທ່ຽງແທ້.+ ມັນ​ເປັນ​ແບບ​ນີ້​ກໍ​ຍ້ອນ​ພວກ​ເຮົາ​ໄດ້​ເຮັດ​ຜິດ​ຕໍ່​ພະອົງ. 12 ພະອົງ​ໃຫ້​ພວກ​ຜູ້​ປົກຄອງ*​ກັບ​ພວກ​ເຮົາ​ຖືກ​ໂທດ​ໜັກ​ໆ​ຕາມ​ທີ່​ພະອົງ​ໄດ້​ບອກ​ໄວ້.+ ສິ່ງ​ທີ່​ເກີດຂຶ້ນ​ກັບ​ເມືອງ​ເຢຣູຊາເລັມ​ບໍ່​ເຄີຍ​ເກີດຂຶ້ນ​ມາ​ກ່ອນ​ໃນ​ໂລກ​ນີ້.+ 13 ພວກ​ເຮົາ​ເຈິ​ຄວາມ​ຈິບຫາຍ​ແບບ​ນີ້​ຕາມ​ທີ່​ຂຽນ​ໄວ້​ໃນ​ກົດໝາຍ​ຂອງ​ໂມເຊ.+ ແຕ່​ເຖິງ​ວ່າ​ຈະ​ເຈິ​ເລື່ອງ​ແບບ​ນີ້ ພວກ​ເຮົາ​ກໍ​ບໍ່​ໄດ້​ອ້ອນວອນ​ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ອີ່ຕົນ ບໍ່​ເຊົາ​ເຮັດ​ຜິດ+ ແລະ​ບໍ່​ໄດ້​ສຳນຶກ​ວ່າ​ພະອົງ​ເຮັດ​ຕາມ​ຄຳເວົ້າ​ສະເໝີ.*

14 ພະ​ເຢໂຫວາ ພະອົງ​ເຝົ້າ​ເບິ່ງ​ສິ່ງ​ທີ່​ພວກ​ເຮົາ​ເຮັດ​ຕະຫຼອດ ແລະ​ໃນທີ່ສຸດ​ກໍ​ໃຫ້​ພວກ​ເຮົາ​ເຈິ​ຄວາມ​ຈິບຫາຍ. ພະ​ເຢໂຫວາ​ພະເຈົ້າ ພະອົງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ ແຕ່​ພວກ​ເຮົາ​ບໍ່​ເຊື່ອຟັງ​ພະອົງ.+

15 ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ ພະອົງ​ເປັນ​ຜູ້​ພາ​ປະຊາຊົນ​ຂອງ​ພະອົງ​ອອກ​ມາ​ຈາກ​ເອຢິບ​ດ້ວຍ​ລິດເດດ​ຂອງ​ພະອົງ+ ແລະ​ເຮັດ​ໃຫ້​ພະອົງ​ເອງ​ມີ​ຊື່ສຽງ​ຈົນ​ຮອດ​ທຸກ​ມື້​ນີ້.+ ພວກ​ເຮົາ​ໄດ້​ເຮັດ​ຜິດ​ແລະ​ເຮັດ​ຊົ່ວ​ຕໍ່​ພະອົງ. 16 ພະ​ເຢໂຫວາ ພະອົງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ.+ ຂໍ​ພະອົງ​ເຊົາ​ຄຽດ​ແລະ​ເຊົາ​ໃຈຮ້າຍ​ໃຫ້​ເມືອງ​ເຢຣູຊາເລັມ​ທີ່​ເປັນ​ເມືອງ​ຂອງ​ພະອົງ​ແລະ​ເປັນ​ພູ​ທີ່​ບໍລິສຸດ​ຂອງ​ພະອົງ. ຍ້ອນ​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຮົາ​ໄດ້​ເຮັດ​ຜິດ ທຸກ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ພວກ​ເຮົາ​ຈຶ່ງ​ເຍາະເຍີ້ຍ​ເມືອງ​ເຢຣູຊາເລັມ​ແລະ​ປະຊາຊົນ​ຂອງ​ພະອົງ.+ 17 ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ ຕອນນີ້​ຂໍ​ພະອົງ​ຟັງ​ຄຳ​ອ້ອນວອນ​ຂອງ​ລູກ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ພະອົງ. ຂໍ​ພະອົງ​ເຮັດ​ສິ່ງ​ດີ​ໆ​ສຳລັບ​ບ່ອນ​ບໍ​ລິ​ສຸດ​ຂອງ​ພະອົງ+​ທີ່​ຮ້າງ​ເປົ່າ​ຢູ່+ ເພື່ອ​ເຫັນ​ແກ່​ສະຫງ່າ​ລາສີ​ຂອງ​ພະອົງ. 18 ພະເຈົ້າ​ຂອງ​ລູກ ຂໍ​ພະອົງ​ຟັງ​ລູກ ແລະ​ແນມ​ເບິ່ງ​ສະພາບ​ທີ່​ຮ້າງ​ເປົ່າ​ຂອງ​ເມືອງ​ທີ່​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ພະອົງ. ພວກ​ເຮົາ​ອ້ອນວອນ​ຫາ​ພະອົງ ບໍ່​ແມ່ນ​ຍ້ອນ​ຄວາມ​ດີ​ຂອງ​ພວກ​ເຮົາ ແຕ່​ຍ້ອນ​ພະອົງ​ມີ​ຄວາມ​ເມດຕາ​ຫຼາຍ.+ 19 ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ຟັງ​ພວກ​ເຮົາ. ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ຍົກ​ໂທດ​ໃຫ້​ພວກ​ເຮົາ.+ ພະ​ເຢໂຫວາ​ເອີ້ຍ ຂໍ​ພະອົງ​ສົນໃຈ​ແລະ​ຊ່ວຍ​ພວກ​ເຮົາ. ພະເຈົ້າ​ຂອງ​ລູກ ຂໍ​ພະອົງ​ຢ່າ​ຊັກ​ຊ້າ​ຍ້ອນ​ເຫັນ​ແກ່​ຊື່​ຂອງ​ພະອົງ ເພາະ​ເມືອງ​ນັ້ນ​ກັບ​ປະຊາຊົນ​ຂອງ​ພະອົງ​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ພະອົງ.”+

20 ຂ້ອຍ​ໄດ້​ອະທິດຖານ​ເຖິງ​ພະເຈົ້າ​ແລະ​ຍອມຮັບ​ຄວາມ​ຜິດ​ຂອງ​ໂຕ​ເອງ​ກັບ​ຄວາມ​ຜິດ​ຂອງ​ຄົນ​ອິດສະຣາເອນ​ຄົນ​ຊາດ​ດຽວ​ກັນ​ກັບ​ຂ້ອຍ ແລະ​ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ​ອີ່ຕົນ​ພູ​ທີ່​ບໍລິສຸດ​ຂອງ​ເພິ່ນ.+ 21 ແຕ່​ຂ້ອຍ​ອະທິດຖານ​ຍັງ​ບໍ່​ທັນ​ແລ້ວ​ຊ້ຳ ຄັບຣີເອນ+​ຜູ້​ທີ່​ຂ້ອຍ​ເຫັນ​ໃນ​ນິມິດ​ເທື່ອ​ກ່ອນ+​ກໍ​ມາ​ຫາ​ຂ້ອຍ​ຕອນ​ທີ່​ຂ້ອຍ​ເມື່ອຍ​ຫຼາຍ​ແລະ​ໝົດ​ແຮງ. ຕອນ​ນັ້ນ​ເປັນ​ເວລາ​ເຜົາ​ເຄື່ອງ​ບູຊາ​ຕອນແລງ​ໃຫ້​ພະເຈົ້າ. 22 ລາວ​ອະທິບາຍ​ໃຫ້​ຂ້ອຍ​ຟັງ​ວ່າ:

“ດານີເອນ​ເອີ້ຍ ເທື່ອ​ນີ້​ຂ້ອຍ​ມາ​ກໍ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ແລະ​ເຂົ້າໃຈ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ. 23 ຕອນ​ທີ່​ເຈົ້າ​ເລີ່ມ​ອະທິດຖານ ພະເຈົ້າ​ກໍ​ສັ່ງ​ຂ້ອຍ​ໃຫ້​ມາ​ບອກ​ເຈົ້າ ຍ້ອນ​ເຈົ້າ​ເປັນ​ຄົນ​ທີ່​ມີ​ຄ່າ​ຫຼາຍ*​ສຳລັບ​ເພິ່ນ.+ ໃຫ້​ເຈົ້າ​ຕັ້ງໃຈ​ຟັງ​ແລະ​ພະຍາຍາມ​ເຂົ້າໃຈ​ນິມິດ​ນີ້.

24 ພະເຈົ້າ​ກຳນົດ 70 ອາທິດ*​ໄວ້​ສຳລັບ​ຄົນ​ຊາດ​ດຽວ​ກັນ​ກັບ​ເຈົ້າ​ແລະ​ສຳລັບ​ເມືອງ​ທີ່​ບໍລິສຸດ​ຂອງ​ເຈົ້າ+ ເພື່ອ​ໃຫ້​ການ​ເຮັດ​ຜິດ​ສິ້ນສຸດ​ລົງ ເພື່ອ​ໃຫ້​ບາບ​ໝົດ​ໄປ+ ເພື່ອ​ຍົກ​ໂທດ​ຄວາມ​ຜິດ+ ເພື່ອ​ໃຫ້​ມີ​ຄວາມ​ຖືກຕ້ອງ​ຕະຫຼອດ​ໄປ+ ເພື່ອ​ຈ້ຳກາ​ຢືນຢັນ​ເລື່ອງ​ນິມິດ​ແລະ​ຄຳພະຍາກອນ*+ ແລະ​ເພື່ອ​ອຸທິດ​ຫ້ອງ​ບໍລິສຸດ​ທີ່ສຸດ*​ໃຫ້​ພະເຈົ້າ. 25 ໃຫ້​ເຈົ້າ​ຮູ້​ແລະ​ເຂົ້າໃຈ​ວ່າ ນັບ​ຕັ້ງແຕ່​ມີ​ຄຳສັ່ງ​ໃຫ້​ຟື້ນຟູ​ແລະ​ສ້າງ​ເມືອງ​ເຢຣູຊາເລັມ​ຄືນ​ໃໝ່+ ຈົນ​ຮອດ​ຕອນ​ທີ່​ເມຊີອາ*+​ທີ່​ເປັນ​ຜູ້​ນຳ​ມາ+ ມັນ​ຈະ​ເປັນ​ເວລາ 7 ອາທິດກັບ 62 ອາທິດ.+ ເມືອງ​ນີ້​ຈະ​ໄດ້​ຮັບ​ການ​ຟື້ນຟູ​ໂດຍ​ສ້າງ​ຄືນ​ໃໝ່ ພ້ອມ​ທັງ​ຈະ​ມີ​ເດີ່ນ​ຂອງ​ເມືອງ​ກັບ​ຮ່ອງ​ອ້ອມ​ເມືອງ ແຕ່​ປະຊາຊົນ​ຈະ​ເຮັດ​ສິ່ງ​ເຫຼົ່ານີ້​ໃນ​ເວລາ​ທີ່​ຫຍຸ້ງຍາກ​ລຳບາກ​ຫຼາຍ.

26 ຫຼັງ​ຈາກ 62 ອາທິດ ເມຊີອາ​ຈະ​ຖືກ​ຂ້າ+ ແລະ​ລາວ​ຈະ​ບໍ່​ມີ​ຫຍັງ​ເຫຼືອ​ເລີຍ.+

ຜູ້​ນຳ​ຄົນ​ໜຶ່ງ​ຈະ​ມາ​ກັບ​ກອງ​ທັບ​ຂອງ​ລາວ ແລະ​ເຂົາເຈົ້າ​ຈະ​ທຳລາຍ​ເມືອງ​ກັບ​ບ່ອນ​ບໍລິສຸດ.+ ການ​ທຳລາຍ​ນັ້ນ​ຈະ​ເປັນ​ຄື​ກັບ​ນ້ຳຖ້ວມ​ແລະ​ຈະ​ມີ​ສົງຄາມ​ຕະຫຼອດ ຈົນ​ຮອດ​ເວລາ​ທີ່​ພະເຈົ້າ​ກຳນົດ​ໄວ້​ແລ້ວ​ວ່າ​ມັນ​ຈະ​ຮ້າງ​ເປົ່າ.+

27 ລາວ*​ຈະ​ເຮັດ​ໃຫ້​ສັນຍາ​ມີ​ຜົນ​ບັງຄັບ​ໃຊ້​ຕໍ່ໄປ​ອີກ 1 ອາທິດ​ເພື່ອ​ປະໂຫຍດ​ຂອງ​ຫຼາຍ​ຄົນ. ເມື່ອ​ຜ່ານ​ໄປ​ໄດ້​ເຄິ່ງ​ອາທິດ ລາວ​ຈະ​ບໍ່​ໃຫ້​ມີ​ການ​ເຜົາ​ເຄື່ອງ​ບູຊາ​ທີ່​ເປັນ​ສັດ​ແລະ​ເຄື່ອງ​ບູຊາ​ອື່ນ​ໆ​.+

ຜູ້​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ຮ້າງ​ເປົ່າ​ຈະ​ຂີ່​ປີກ​ຂອງ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ມາ+ ແລະ​ບ່ອນ​ທີ່​ຮ້າງ​ເປົ່າ​ຈະ​ໄດ້​ຮັບ​ຜົນ​ຕາມ​ທີ່​ພະເຈົ້າ​ຕັດສິນ ຈົນ​ຮອດ​ເວລາ​ທີ່​ຈະ​ຖືກ​ທຳລາຍ​ຈົນ​ໝົດ.”

10 ໃນ​ປີ​ທີ 3 ທີ່​ໄຊຣັດ+​ເປັນ​ກະສັດ​ປົກຄອງ​ເປີເຊຍ ດານີເອນ​ເຊິ່ງ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເບນເຕຊັດຊາເຣ​ໄດ້​ຮັບ​ຂ່າວ​ສານ​ເລື່ອງ​ໜຶ່ງ​ຈາກ​ພະເຈົ້າ.+ ເລື່ອງ​ນີ້​ກ່ຽວ​ກັບ​ການ​ຕໍ່ສູ້​ທີ່​ຮຸນແຮງ​ເຊິ່ງ​ຈະ​ເກີດຂຶ້ນ​ແທ້. ດານີເອນ​ເຂົ້າໃຈ​ເລື່ອງ​ທີ່​ລາວ​ໄດ້​ເຫັນ​ຍ້ອນ​ມີການ​ອະທິບາຍໃຫ້​ລາວ.

2 ໃນ​ໄລຍະ​ນັ້ນ ຂ້ອຍ​ດານີເອນ​ທຸກໃຈ​ຫຼາຍ+​ເປັນ​ເວລາ 3 ອາທິດ. 3 ຂ້ອຍ​ບໍ່​ກິນ​ອາຫານ​ດີ​ໆ​ ບໍ່​ກິນ​ຊີ້ນ ບໍ່​ກິນ​ເຫຼົ້າແວງ ແລະ​ບໍ່​ເອົາ​ນ້ຳມັນ​ທາ​ໂຕ​ເປັນ​ເວລາ 3 ອາທິດ. 4 ໃນ​ວັນ​ທີ 24 ຂອງ​ເດືອນ​ທີ 1 ຕອນ​ທີ່​ຂ້ອຍ​ຢູ່​ແຄມ​ແມ່ນ້ຳ​ໃຫຍ່​ເຊິ່ງ​ແມ່ນ​ແມ່ນ້ຳ​ຕິກຣິດ.*+ 5 ຂ້ອຍ​ເຫັນ​ຜູ້​ໜຶ່ງ​ນຸ່ງ​ເຄື່ອງ​ທີ່​ເປັນ​ຜ້າ​ລີນິນ+ ແລະ​ສາຍ​ຄາດແອວ​ຂອງ​ລາວ​ເປັນ​ຄຳ​ຈາກ​ອຸຟາດ. 6 ຕົນ​ໂຕ​ຂອງ​ລາວ​ມີ​ແສງ​ອອກ​ມາ​ຄື​ກັບ​ແກ້ວ​ຄຣິດໂຊໄລທ໌+ ໜ້າ​ຂອງ​ລາວ​ເຫຼື້ອມ​ຄື​ກັບ​ຟ້າແມບ ຕາ​ຂອງ​ລາວ​ເປັນ​ຄື​ກັບ​ແປວໄຟ ແລະ​ແຂນ​ຂາ​ຂອງ​ລາວ​ເຫຼື້ອມ​ຄື​ກັບ​ທອງແດງ​ທີ່​ຂັດ​ແລ້ວ.+ ເມື່ອ​ລາວ​ເວົ້າ​ສຽງ​ຂອງ​ລາວ​ເປັນ​ຄື​ກັບ​ສຽງ​ຂອງ​ຫຼາຍ​ໆ​ຄົນ​ທີ່​ເວົ້າ​ນຳ​ກັນ. 7 ຂ້ອຍ​ດານີເອນ​ເຫັນ​ນິມິດ​ນີ້ ແຕ່​ຄົນ​ທີ່​ຢູ່​ນຳ​ຂ້ອຍ​ພັດ​ບໍ່​ເຫັນ.+ ແຕ່​ເຂົາເຈົ້າ​ຮູ້ສຶກ​ຢ້ານ​ຫຼາຍ​ຈຶ່ງ​ແລ່ນ​ໄປ​ລີ້.

8 ຈາກນັ້ນ ຂ້ອຍ​ຖືກ​ປະ​ໃຫ້​ຢູ່​ຄົນ​ດຽວ. ຕອນ​ທີ່​ເຫັນ​ນິມິດ​ທີ່​ຍິ່ງໃຫຍ່​ນີ້ ຂ້ອຍ​ກໍ​ໝົດ​ເຫື່ອ​ໝົດ​ແຮງ​ແລະ​ໜ້າຈືດ.+ 9 ແລ້ວ​ຜູ້​ນັ້ນ​ກໍ​ເລີ່ມ​ເວົ້າ​ກັບ​ຂ້ອຍ ແຕ່​ຕອນ​ທີ່​ກຳລັງ​ຟັງ​ລາວ​ເວົ້າ ຂ້ອຍ​ກໍ​ລົ້ມລົງ​ແລ້ວ​ຫຼັບ​ໄປ​ທັງ​ໆ​ທີ່​ໝູບ​ໜ້າ​ຢູ່​ພື້ນ.+ 10 ແຕ່​ລາວ​ເອົາ​ມື​ມາ​ຈັບ​ຂ້ອຍ+​ແລະ​ປຸກ​ຂ້ອຍ​ໃຫ້​ຕື່ນ. ລາວ​ຊ່ວຍ​ໂຈມ​ຂ້ອຍ​ໃຫ້​ເອົາ​ຫົວເຂົ່າ​ກັບ​ມື​ຄ້ຳ​ພື້ນ​ໄວ້. 11 ລາວ​ເວົ້າ​ກັບ​ຂ້ອຍ​ວ່າ:

“ດານີເອນ​ເອີ້ຍ ເຈົ້າ​ເປັນ​ຄົນ​ທີ່​ມີຄ່າ​ຫຼາຍ*​ສຳລັບ​ພະເຈົ້າ+ ໃຫ້​ເຈົ້າ​ຕັ້ງໃຈ​ຟັງ​ເລື່ອງ​ທີ່​ຂ້ອຍ​ກຳລັງ​ຈະ​ເວົ້າ. ຕອນນີ້ ໃຫ້​ເຈົ້າ​ລຸກ​ຂຶ້ນ. ພະເຈົ້າ​ໄດ້​ສົ່ງ​ຂ້ອຍ​ໃຫ້​ມາ​ຫາ​ເຈົ້າ.”

ເມື່ອ​ລາວ​ເວົ້າ​ແບບ​ນີ້ ຂ້ອຍ​ກໍ​ຢືນ​ຂຶ້ນ​ແລະ​ໂຕສັ່ນ.

12 ລາວ​ບອກ​ຂ້ອຍ​ວ່າ: “ດານີເອນ​ເອີ້ຍ ບໍ່​ຕ້ອງ​ຢ້ານ.+ ພະເຈົ້າ​ໄດ້​ຍິນ​ຄຳ​ອະທິດຖານ​ຂອງ​ເຈົ້າ​ຕັ້ງແຕ່​ມື້​ທຳອິດ​ທີ່​ເຈົ້າ​ຖ່ອມ​ໂຕ​ອະທິດຖານ​ເພື່ອ​ຈະ​ເຂົ້າໃຈ​ຄວາມໝາຍ​ຂອງ​ເລື່ອງ​ທັງໝົດ​ນີ້. ຍ້ອນ​ແນວ​ນີ້ ພະເຈົ້າ​ຈຶ່ງ​ສົ່ງ​ຂ້ອຍ​ມາ​ຫາ​ເຈົ້າ.+ 13 ແຕ່​ຫົວໜ້າ+​ຂອງ​ອານາຈັກ​ເປີເຊຍ​ມາ​ຢືນ​ຂວາງ​ທາງ​ຂ້ອຍ​ໄວ້ 21 ມື້ ແລ້ວ​ມີກາເອນ*+​ທີ່​ເປັນ​ຫົວໜ້າ​ຂອງ​ພວກ​ເຈົ້ານາຍ​ໄດ້​ມາ​ຊ່ວຍ​ຂ້ອຍ. ຕອນນັ້ນ ຂ້ອຍ​ຢູ່​ຫັ້ນ​ກັບ​ພວກ​ກະສັດ​ຂອງ​ເປີເຊຍ. 14 ຂ້ອຍ​ມາ​ກໍ​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ຊາດ​ດຽວ​ກັນ​ກັບ​ເຈົ້າ​ໃນ​ສະໄໝ​ສຸດທ້າຍ.+ ນິມິດ​ນີ້​ຍັງ​ອີກ​ດົນ​ຈຶ່ງ​ຈະ​ເກີດຂຶ້ນ.+

15 ຫຼັງຈາກ​ໄດ້​ຟັງ​ສິ່ງ​ທີ່​ລາວ​ເວົ້າ ຂ້ອຍ​ກໍ​ກົ້ມໜ້າ​ລົງ​ພື້ນ​ແລະ​ເວົ້າ​ຫຍັງ​ບໍ່​ອອກ. 16 ຈາກນັ້ນ​ກໍ​ມີ​ຜູ້​ໜຶ່ງ​ທີ່​ຄື​ກັບ​ຄົນ​ຫຍັບ​ເຂົ້າ​ມາ​ໃກ້​ຂ້ອຍ​ແລະ​ບາຍ​ສົບ​ຂ້ອຍ+ ຂ້ອຍ​ຈຶ່ງ​ເວົ້າ​ໄດ້. ຂ້ອຍ​ເວົ້າ​ກັບ​ຜູ້​ທີ່​ຢືນ​ຢູ່​ຕໍ່​ໜ້າ​ຂ້ອຍ​ວ່າ: “ທ່ານ​ເອີ້ຍ ນິມິດ​ນັ້ນ​ເຮັດ​ໃຫ້​ຂ້ອຍ​ຢ້ານ​ຫຼາຍ​ຈົນ​ໝົດ​ເຫື່ອ​ໝົດ​ແຮງ.+ 17 ຂ້ອຍ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ທ່ານ​ເວົ້າ​ກັບ​ທ່ານ​ບໍ່​ໄດ້+ ຍ້ອນ​ວ່າ​ຕອນນີ້​ຂ້ອຍ​ໝົດ​ແຮງ​ແລ້ວ ແມ່ນ​ແຕ່​ຊິ​ຫາຍ​ໃຈ​ກໍ​ຍັງ​ບໍ່​ມີ​ແຮງ.”+

18 ແລ້ວ​ຜູ້​ທີ່​ຄື​ກັບ​ຄົນ​ໄດ້​ບາຍ​ຂ້ອຍ​ອີກ​ເທື່ອ​ໜຶ່ງ ແລະ​ຂ້ອຍ​ກໍ​ມີ​ແຮງ​ຂຶ້ນ.+ 19 ລາວ​ເວົ້າ​ກັບ​ຂ້ອຍ​ວ່າ: “ບໍ່​ຕ້ອງ​ຢ້ານ+ ເຈົ້າ​ເປັນ​ຄົນ​ທີ່​ມີຄ່າ​ຫຼາຍ​ສຳລັບ​ພະເຈົ້າ.+ ບໍ່​ຕ້ອງ​ອຸກໃຈ+ ໃຫ້​ເຈົ້າ​ເຂັ້ມແຂງ​ແລະ​ກ້າຫານ.” ເມື່ອ​ລາວ​ເວົ້າ​ກັບ​ຂ້ອຍ ຂ້ອຍ​ກໍ​ມີ​ແຮງ​ແລະ​ເວົ້າ​ວ່າ: “ທ່ານ​ເອີ້ຍ ເວົ້າ​ໂລດ ເພາະ​ທ່ານ​ເຮັດ​ໃຫ້​ຂ້ອຍ​ມີ​ແຮງ​ແລ້ວ.”

20 ລາວ​ເວົ້າ​ວ່າ: “ຕອນນີ້ ຂ້ອຍ​ຈະ​ກັບ​ໄປ​ຕໍ່ສູ້​ກັບ​ເຈົ້ານາຍ​ຂອງ​ເປີເຊຍ.+ ເມື່ອ​ຂ້ອຍ​ກັບ​ໄປ ເຈົ້ານາຍ​ຂອງ​ກຣີກ​ກໍ​ຈະ​ມາ​ຕໍ່ສູ້​ກັບ​ຂ້ອຍ​ຄື​ກັນ. ແຕ່​ເຈົ້າ​ຮູ້​ບໍ່​ວ່າ​ເປັນຫຍັງ​ຂ້ອຍ​ມາ​ຫາ​ເຈົ້າ? 21 ຂ້ອຍ​ມາ​ກໍ​ເພື່ອ​ບອກ​ເຈົ້າ​ກ່ຽວ​ກັບ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ທີ່​ເປັນ​ຄວາມຈິງ. ບໍ່​ມີ​ໃຜ​ຊ່ວຍ​ຂ້ອຍ​ໄດ້​ໃນ​ເລື່ອງ​ຕ່າງ​ໆ​ ນອກ​ຈາກ​ມີກາເອນ+​ທີ່​ເປັນ​ເຈົ້ານາຍ​ຂອງ​ເຈົ້າ.”+

11 “ໃນ​ປີ​ທຳອິດ​ທີ່​ດາຣິອຸດ+​ຄົນ​ເມເດຍ​ປົກຄອງ ຂ້ອຍ​ໄດ້​ມາ​ຊ່ວຍ​ແລະ​ເສີມ​ກຳລັງ​ມີກາເອນ.* 2 ສິ່ງ​ທີ່​ຂ້ອຍ​ຈະ​ບອກ​ເຈົ້າ​ຕອນນີ້​ຈະ​ເກີດຂຶ້ນ​ແທ້.

ຈະ​ມີ​ກະສັດ​ອີກ 3 ອົງ​ຂຶ້ນ​ມາ​ປົກຄອງ​ເປີເຊຍ ແລະ​ກະສັດ​ອົງ​ທີ 4 ຈະ​ລວຍ​ກວ່າ​ກະສັດ​ທຸກ​ອົງ. ເມື່ອ​ລາວ​ເຂັ້ມແຂງ​ຂຶ້ນ​ຍ້ອນ​ຄວາມ​ລວຍ​ຂອງ​ລາວ ລາວ​ຈະ​ລວບລວມ​ກອງ​ທະຫານ​ທັງໝົດ​ໄປ​ຕໍ່ສູ້​ກັບ​ອານາຈັກ​ກຣີກ.+

3 ແລ້ວ​ຈະ​ມີ​ກະສັດ​ອົງ​ໜຶ່ງ​ຂຶ້ນ​ມາ​ປົກຄອງ. ລາວ​ຈະ​ປົກຄອງ​ດ້ວຍ​ອຳນາດ​ທີ່​ຍິ່ງໃຫຍ່.*+ ລາວ​ຢາກ​ເຮັດ​ຫຍັງ ລາວ​ກໍ​ຈະ​ເຮັດ​ຕາມໃຈ​ໂຕເອງ​ໂລດ. 4 ແຕ່​ເມື່ອ​ມີ​ອຳນາດ​ຫຼາຍ​ແລ້ວ ອານາຈັກ​ຂອງ​ລາວ​ຈະ​ຖືກ​ແບ່ງ​ເປັນ 4 ສ່ວນ​ໄປ​ຕາມ 4 ທິດ+ ແຕ່​ຈະ​ບໍ່​ໄດ້​ແບ່ງ​ໃຫ້​ລູກ​ຫຼານ​ຂອງ​ລາວ. ອານາຈັກ​ຂອງ​ລາວ​ຈະ​ສິ້ນສຸດ​ລົງ ແລະ​ມັນ​ຈະ​ຕົກ​ເປັນ​ຂອງ​ຄົນອື່ນ.

5 ແລ້ວ​ຫົວໜ້າ​ກອງທັບ​ຜູ້​ໜຶ່ງຂອງ​ລາວ​ຈະ​ກາຍ​ເປັນ​ກະສັດ​ທິດ​ໃຕ້. ກະສັດ​ຜູ້​ນີ້​ຈະ​ເຂັ້ມແຂງ​ຂຶ້ນ​ເລື້ອຍ​ໆ​ ແຕ່​ຈະ​ມີ​ຜູ້​ໜຶ່ງ*​ມາ​ຕໍ່ສູ້​ກັບ​ລາວ. ຜູ້​ນັ້ນ​ຈະ​ປົກຄອງ​ດ້ວຍ​ອຳນາດ​ທີ່​ຍິ່ງໃຫຍ່​ກວ່າ​ລາວ.

6 ຫຼາຍ​ປີ​ຕໍ່ມາ ເຂົາເຈົ້າ​ຈະ​ເປັນ​ພັນທະມິດ​ກັນ ແລະ​ລູກສາວ​ຂອງ​ກະສັດ​ທິດ​ໃຕ້​ຈະ​ໄປ​ຫາ​ກະສັດ​ທິດ​ເໜືອ​ເພື່ອ​ເຮັດ​ຂໍ້​ຕົກລົງ​ກັນ. ແຕ່​ລູກ​ສາວ​ຂອງ​ກະສັດ​ທິດ​ໃຕ້​ຈະ​ສູນເສຍ​ອຳນາດ ແລະ​ກະສັດ​ເອງ​ກໍ​ຈະ​ສູນເສຍ​ອຳນາດ​ຄື​ກັນ. ຜູ້​ທີ່​ເປັນ​ລູກ​ສາວ ລວມ​ທັງ​ຜູ້​ທີ່​ພາ​ລາວ​ມາ ພໍ່​ຂອງ​ລາວ ແລະ​ຜູ້​ທີ່​ເຮັດ​ໃຫ້​ລາວ​ເຂັ້ມແຂງ​ໃນ​ໄລຍະ​ນັ້ນ​ຈະ​ຖືກ​ມອບ​ໂຕ​ໃຫ້​ອີກ​ຝ່າຍ​ໜຶ່ງ. 7 ແລ້ວ​ຜູ້​ໜຶ່ງ​ໃນ​ຄອບຄົວ​ຂອງ​ລູກ​ສາວ​ຈະ​ຂຶ້ນ​ມາ​ແທນ​ຕຳແໜ່ງ​ລາວ.* ຜູ້​ນີ້​ຈະ​ມາ​ຕໍ່ສູ້​ກັບ​ກອງທັບ​ແລະ​ໂຈມຕີ​ເມືອງ​ທີ່​ເຂັ້ມແຂງ​ຂອງ​ກະສັດ​ທິດ​ເໜືອ ແລະ​ລາວ​ຈະ​ຊະນະ. 8 ລາວ​ຈະ​ເອົາ​ຮູບພະ ຮູບ​ບູຊາ ເຄື່ອງ​ຂອງ​ທີ່​ມີຄ່າ​ທີ່​ເຮັດ​ຈາກ​ເງິນ​ຈາກ​ຄຳ ແລະ​ພວກ​ຊະເລີຍ​ກັບ​ໄປ​ເອຢິບ​ນຳ. ລາວ​ຈະ​ບໍ່​ຫຍຸ້ງກ່ຽວ​ກັບ​ກະສັດ​ທິດ​ເໜືອ​ເປັນ​ເວລາ​ຫຼາຍ​ປີ. 9 ຕໍ່ມາ ກະສັດ​ທິດ​ເໜືອ​ຈະ​ມາ​ໂຈມຕີ​ອານາຈັກ​ຂອງ​ກະສັດ​ທິດ​ໃຕ້ ແຕ່​ລາວ​ຈະ​ຕ້ອງ​ກັບ​ໄປ​ແຜ່ນດິນ​ຂອງ​ໂຕ​ເອງ.

10 ສ່ວນ​ພວກ​ລູກ​ຊາຍ​ຂອງ​ລາວ*​ຈະ​ກຽມ​ເຮັດ​ສົງຄາມ​ແລະ​ລວບລວມ​ກອງທັບ​ໃຫຍ່. ລູກ​ຊາຍ​ຜູ້​ໜຶ່ງ​ຂອງ​ລາວ*​ຈະ​ມາ​ກວາດລ້າງ​ແຜ່ນດິນ​ຄື​ກັບ​ນ້ຳ​ມາ​ຖ້ວມ. ແລ້ວ​ລາວ​ຈະ​ກັບ​ໄປ​ແລະ​ຈະ​ເຮັດ​ສົງຄາມ​ໄປ​ຕະຫຼອດ​ເສັ້ນທາງ​ຈົນ​ຮອດ​ປ້ອມ​ຂອງ​ລາວ.

11 ກະສັດ​ທິດ​ໃຕ້​ຈະ​ຄຽດແຄ້ນ​ແລະ​ອອກ​ໄປ​ຕໍ່ສູ້​ກັບ​ກະສັດ​ທິດ​ເໜືອ. ລາວ*​ຈະ​ລວບລວມ​ທະຫານ​ຈຳນວນ​ຫຼາຍ ແຕ່​ພວກ​ທະຫານ​ເຫຼົ່າ​ນັ້ນ​ຈະ​ຕົກ​ເປັນ​ຂອງ​ກະສັດ​ອີກ​ຝ່າຍ​ໜຶ່ງ.* 12 ກະສັດ​ອົງ​ນີ້​ຈະ​ຈັບ​ພວກ​ທະຫານ​ໄປ. ລາວ​ຈະ​ຍິ່ງ​ຈອງຫອງ ແລະ​ເຮັດ​ໃຫ້​ຫຼາຍ​ສິບ​ພັນ​ຄົນ​ຕ້ອງ​ຕາຍ. ລາວ​ຈະ​ມີ​ອຳນາດ​ຫຼາຍ ແຕ່​ຈະບໍ່​ຮູ້​ຈັກ​ໃຊ້​ອຳນາດ​ນັ້ນ.

13 ແລ້ວ​ກະສັດ​ທິດ​ເໜືອ​ຈະ​ກັບ​ໄປ​ແລະ​ລວບລວມ​ທະຫານ​ຫຼາຍ​ກວ່າ​ເທື່ອ​ທຳອິດ. ເມື່ອ​ຫຼາຍ​ປີ​ຜ່ານ​ໄປ ລາວ​ຈະ​ມາ​ພ້ອມ​ກັບ​ກອງທັບ​ໃຫຍ່​ທີ່​ມີ​ອາຫານ​ແລະ​ອາວຸດ​ຄົບ​ຊຸດ. 14 ໃນ​ໄລຍະ​ນັ້ນ​ຈະ​ມີ​ຫຼາຍ​ຄົນ​ຕໍ່ສູ້​ກັບ​ກະສັດ​ທິດ​ໃຕ້.

ພວກ​ຫົວ​ຮຸນແຮງ*​ທີ່​ເປັນ​ຄົນ​ຊາດ​ດຽວ​ກັນ​ກັບ​ເຈົ້າ​ຈະ​ພະຍາ​ຍາມ​ເຮັດ​ໃຫ້​ຄຳ​ພະຍາກອນ​ຕ່າງ​ໆ​ຂອງ​ເຂົາເຈົ້າ​ເກີດຂຶ້ນ​ແທ້ ແຕ່​ເຂົາເຈົ້າ​ຈະ​ເຮັດ​ບໍ່​ສຳເລັດ.*

15 ຕໍ່ມາ ກະສັດ​ທິດ​ເໜືອ​ຈະ​ມາ​ໂຈມຕີ​ແລະ​ເຮັດ​ໂນນ​ຈຸ​ກຳແພງ​ເພື່ອ​ຍຶດ​ເອົາ​ເມືອງ​ທີ່​ມີ​ກຳແພງ​ອ້ອມ ແຕ່​ກອງທັບ​ກັບ​ພວກ​ທະຫານ​ທີ່​ເກັ່ງ​ໆ​ຂອງ​ກະສັດ​ທິດ​ໃຕ້​ຈະ​ສູ້​ບໍ່​ໄຫວ. ເຂົາເຈົ້າ​ບໍ່​ມີ​ກຳລັງ​ເຂັ້ມແຂງ​ພໍ​ທີ່​ຈະ​ຕ້ານ​ທານ​ໄດ້. 16 ຜູ້​ທີ່​ມາ*​ຕໍ່ສູ້​ກັບ​ກະສັດ​ທິດ​ໃຕ້​ຈະ​ເຮັດ​ຕາມໃຈ​ໂຕເອງ ແລະ​ບໍ່​ມີ​ໃຜ​ຈະ​ສູ້​ລາວ​ໄດ້. ລາວ​ຈະ​ເຂົ້າ​ໄປ​ຍຶດ​ເອົາ​ແຜ່ນດິນ​ທີ່​ສວຍ​ງາມ+​ແລະ​ຈະ​ມີ​ອຳນາດ​ໃນ​ການ​ທຳລາຍ. 17 ລາວ​ຈະ​ມຸ່ງໜ້າ​ມາ​ພ້ອມ​ກັບ​ກອງທັບ​ໃຫຍ່​ທັງ​ໝົດ​ຂອງ​ອານາຈັກ​ຂອງ​ລາວ ແຕ່​ລາວ​ຈະ​ເຮັດ​ຂໍ້​ຕົກລົງ​ກັບ​ກະສັດ​ອົງ​ນັ້ນ ແລະ​ລາວ​ຈະ​ເຮັດ​ຕາມ​ແຜນການ​ຂອງ​ລາວ. ລາວ​ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້​ທຳ​ຮ້າຍ​ລູກ​ສາວ​ຂອງ​ກະສັດ​ອົງ​ນັ້ນ ແຕ່​ຜູ້​ເປັນ​ລູກສາວ​ຈະ​ບໍ່​ຍອມ​ແລະ​ບໍ່​ເຂົ້າ​ຂ້າງ​ລາວ. 18 ລາວ​ຈະ​ປ່ຽນ​ທິດທາງ​ມຸ່ງໜ້າ​ໄປ​ແຖວ​ແຄມ​ຝັ່ງ​ທະເລ ແລ້ວ​ຈະ​ມີ​ຫົວໜ້າ​ກອງທັບ​ຜູ້​ໜຶ່ງ​ມາ​ຈັດການ​ກັບ​ນິດໄສ​ທີ່​ຍິ່ງ​ຈອງຫອງ​ຂອງ​ລາວ ເພື່ອ​ບໍ່​ໃຫ້​ລາວ​ດູຖູກ​ຄົນ​ອື່ນ​ອີກ​ຕໍ່ໄປ. ຫົວໜ້າ​ກອງທັບ​ຜູ້​ນີ້​ຈະ​ເຮັດ​ໃຫ້​ລາວ​ຖືກ​ດູຖູກ​ແທນ. 19 ຫຼັງ​ຈາກນັ້ນ ລາວ​ຈະ​ກັບ​ໄປ​ເມືອງ​ທີ່​ເຂັ້ມແຂງ​ໃນ​ແຜ່ນດິນ​ຂອງ​ໂຕ​ເອງ. ລາວ​ຈະ​ລົ້ມລົງ​ແລະ​ຈະ​ບໍ່​ມີ​ໃຜ​ເຫັນ​ລາວ​ອີກ​ເລີຍ.

20 ແລ້ວ​ຈະ​ມີ​ຜູ້​ໜຶ່ງ​ຂຶ້ນ​ມາ​ແທນ​ຕຳແໜ່ງ​ລາວ. ຜູ້​ນັ້ນ​ຈະ​ສົ່ງ​ຄົນ​ເກັບ​ພາສີ*​ໄປ​ທົ່ວ​ອານາຈັກ​ທີ່​ງົດງາມ ແຕ່​ບໍ່​ດົນ​ຫຼັງ​ຈາກນັ້ນ ລາວ*​ຈະ​ຕາຍ ແຕ່​ບໍ່​ໄດ້​ຕາຍ​ຍ້ອນ​ຖືກ​ຂ້າ​ຫຼື​ຕາຍ​ໃນ​ສົງຄາມ.

21 ຫຼັງ​ຈາກນັ້ນ​ຈະ​ມີ​ຜູ້​ໜຶ່ງ​ຂຶ້ນ​ມາ​ແທນ​ຕຳແໜ່ງ​ຂອງ​ລາວ ແຕ່​ຄົນ​ຈະ​ດູຖູກ​ຜູ້​ນີ້. ເຂົາເຈົ້າ​ຈະ​ບໍ່​ໃຫ້​ກຽດ​ລາວ​ໃນ​ຖານະ​ເປັນ​ກະສັດ. ລາວ​ຈະ​ມາ​ໃນ​ໄລຍະ​ທີ່​ຫຼາຍ​ຄົນ​ຮູ້ສຶກ​ວ່າ​ປອດໄພ* ແລະ​ລາວ​ຈະ​ໃຊ້​ເລ່ລ່ຽມ​ເພື່ອ​ຍຶດ​ເອົາ​ອານາຈັກ. 22 ລາວ​ຈະ​ປາບ​ກອງທັບ​ທີ່​ມາ​ຄື​ກັບ​ນ້ຳຖ້ວມ​ແລະ​ກອງທັບ​ເຫຼົ່າ​ນັ້ນ​ຈະ​ຖືກ​ທຳລາຍ ແລ້ວ​ຜູ້​ນຳ+​ຕາມ​ສັນຍາ​ກໍ​ຈະ​ຖືກ​ຂ້າ.+ 23 ຍ້ອນ​ຫຼາຍ​ຄົນ​ຈະ​ເຂົ້າ​ມາ​ເປັນ​ພັນທະມິດ​ກັບ​ລາວ ລາວ​ຈຶ່ງ​ໃຊ້​ເລ່ລ່ຽມ​ຫຼອກລວງ ແລະ​ຂຶ້ນ​ມາ​ມີ​ອຳນາດ​ໂດຍ​ການ​ຊ່ວຍ​ເຫຼືອ​ຈາກ​ຄົນ​ກຸ່ມ​ນ້ອຍ​ໆ​ກຸ່ມ​ໜຶ່ງ.* 24 ໃນ​ໄລຍະ​ທີ່​ຫຼາຍ​ຄົນ​ຮູ້ສຶກ​ວ່າ​ປອດໄພ ລາວ​ຈະ​ເຂົ້າ​ໄປ​ໃນ​ເຂດ​ທີ່​ອຸດົມ​ສົມບູນ​ທີ່ສຸດ​ຂອງ​ແຜ່ນດິນ​ທີ່​ລາວ​ປົກຄອງ ແລະ​ເຮັດ​ສິ່ງ​ທີ່​ປູ່ຍ່າ​ຕານາຍ​ຂອງ​ລາວ​ບໍ່​ເຄີຍ​ເຮັດ​ມາ​ກ່ອນ. ລາວ​ເອົາ​ເຄື່ອງ​ຂອງ​ທີ່​ປຸ້ນ​ມາ​ໄດ້​ປັນ​ໃຫ້​ທຸກ​ຄົນ. ລາວ​ຈະ​ວາງແຜນ​ໂຈມຕີ​ເມືອງ​ຕ່າງ​ໆ​ທີ່​ມີ​ກຳແພງ​ອ້ອມ ແຕ່​ຈະ​ເຮັດ​ໄດ້​ໃນ​ໄລຍະ​ສັ້ນ​ໆ​ເທົ່າ​ນັ້ນ.

25 ຈາກນັ້ນ ລາວ​ຈະ​ລວບລວມ​ກຳລັງ​ກັບ​ຄວາມ​ກ້າ​ແລະ​ກອງທັບ​ໃຫຍ່​ເພື່ອ​ໄປ​ຕໍ່ສູ້​ກັບ​ກະສັດ​ທິດ​ໃຕ້. ສ່ວນ​ກະສັດ​ທິດ​ໃຕ້​ກໍ​ກຽມ​ກອງທັບ​ທີ່​ໃຫຍ່​ໆ​ແລະ​ເຂັ້ມແຂງ​ຫຼາຍ​ເພື່ອ​ເຮັດ​ສົງຄາມ​ກັບ​ລາວ. ລາວ*​ຈະ​ຢູ່​ໄດ້​ບໍ່​ດົນ ຍ້ອນ​ຈະ​ມີ​ຫຼາຍ​ຄົນ​ວາງແຜນ​ຂ້າ​ລາວ. 26 ພວກ​ທີ່​ກິນ​ອາຫານ​ແຊບ​ໆ​ໂຕະ​ດຽວ​ກັນ​ກັບ​ລາວ​ຈະ​ຂ້າ​ລາວ.

ກອງທັບ​ຂອງ​ລາວ​ຈະ​ຖືກ​ກວາດລ້າງ ແລະ​ຫຼາຍ​ຄົນ​ຈະ​ຖືກ​ຂ້າ.

27 ກະສັດ 2 ອົງ​ນີ້​ຈະ​ນັ່ງ​ລົມ​ກັນ​ຢູ່​ໂຕະ ແຕ່​ເຂົາເຈົ້າ​ຈະ​ມີ​ຈຸດປະສົງ​ທີ່​ບໍ່​ດີ. ເຂົາເຈົ້າ​ຈະ​ເວົ້າ​ຕົວະ​ກັນ ແຕ່​ແຜນການ​ຂອງ​ເຂົາເຈົ້າ​ຈະ​ບໍ່​ສຳເລັດ ຍ້ອນ​ຍັງ​ບໍ່​ຮອດ​ເວລາ​ກຳນົດ​ຂອງ​ຈຸດຈົບ​ເທື່ອ.*+

28 ແລ້ວ​ກະສັດ​ທິດ​ເໜືອ​ຈະ​ກັບ​ໄປ​ແຜ່ນດິນ​ຂອງ​ລາວ​ພ້ອມ​ກັບ​ເຄື່ອງ​ຂອງ​ບັກຫຼາຍ​ໆ​ ແລະ​ລາວ​ຄິດ​ທີ່​ຈະ​ຕໍ່ຕ້ານ​ສັນຍາ​ທີ່​ພະເຈົ້າ​ເຮັດ​ກັບ​ປະຊາຊົນ​ຂອງ​ເພິ່ນ. ລາວ​ຈະ​ເຮັດ​ຕາມ​ທີ່​ຕັ້ງໃຈ​ໄວ້ ແລ້ວ​ກໍ​ກັບ​ໄປ​ແຜ່ນດິນ​ຂອງ​ໂຕ​ເອງ.

29 ເມື່ອ​ຮອດ​ເວລາ​ກຳນົດ ລາວ​ຈະ​ກັບ​ມາ​ຕໍ່ສູ້​ກັບ​ກະສັດ​ທິດ​ໃຕ້. ແຕ່​ເທື່ອ​ນີ້​ຈະ​ຕ່າງ​ຈາກ​ເທື່ອ​ກ່ອນ 30 ຍ້ອນ​ເຮືອ​ຈາກ​ກິດຕີມ+​ຈະ​ມາ​ຕໍ່ສູ້​ກັບ​ລາວ ແລະ​ລາວ​ຈະ​ຕ້ອງ​ຍອມແພ້.

ລາວ​ຈະ​ກັບ​ໄປ​ແລະ​ລະບາຍ​ຄວາມ​ໃຈຮ້າຍ​ໃສ່​ສັນຍາ​ທີ່​ພະເຈົ້າ​ເຮັດ​ກັບ​ປະຊາຊົນ​ຂອງ​ເພິ່ນ.+ ລາວ​ຈະ​ປ່ຽນ​ໄປ​ສົນໃຈ​ພວກ​ທີ່​ປະຖິ້ມ​ສັນຍາ​ນັ້ນ. 31 ກອງທັບ​ຂອງ​ລາວ​ຈະ​ເຮັດ​ໃຫ້​ບ່ອນ​ບໍລິສຸດ​ເຊິ່ງ​ເປັນ​ບ່ອນ​ທີ່​ປອດໄພ​ຄື​ກັບ​ເມືອງທີ່​ມີ​ກຳແພງ​ອ້ອມນັ້ນ​ບໍ່​ສະອາດ.+ ເຂົາເຈົ້າ​ຈະ​ເຮັດ​ໃຫ້​ການ​ເຜົາ​ເຄື່ອງ​ບູຊາ​ໃນ​ແຕ່​ລະ​ມື້ຢຸດ​ລົງ.+

ແລ້ວ​ເຂົາເຈົ້າ​ຈະ​ເອົາ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ຮ້າງ​ເປົ່າ​ມາ​ຕັ້ງ​ໄວ້.+

32 ກະສັດ​ທິດ​ເໜືອ​ຈະ​ໃຊ້​ຄຳເວົ້າ​ຫຼອກລວງ​ເພື່ອ​ພາ​ຄົນ​ທີ່​ເຮັດ​ຜິດ​ຕໍ່​ສັນຍາ​ຂອງ​ພະເຈົ້າ​ໄປ​ຜິດ​ທາງ ແລະ​ເຮັດ​ໃຫ້​ເຂົາເຈົ້າ​ກະບົດ​ຕໍ່​ພະເຈົ້າ. ແຕ່​ຄົນ​ທີ່​ຮູ້ຈັກ​ພະເຈົ້າ​ຈະ​ເຂັ້ມແຂງ​ແລະ​ບໍ່​ຍອມແພ້. 33 ສ່ວນ​ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ດີ+​ຈະ​ຊ່ວຍ​ຫຼາຍ​ຄົນ​ໃຫ້​ມີ​ຄວາມ​ເຂົ້າໃຈ​ຄື​ກັນ. ເຂົາເຈົ້າ​ຈະ​ລົ້ມລົງ​ໄລຍະ​ໜຶ່ງ​ຍ້ອນ​ດາບ ຍ້ອນ​ແປວໄຟ ຍ້ອນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ແລະ​ຍ້ອນ​ຖືກ​ປຸ້ນ. 34 ແຕ່​ເມື່ອ​ລົ້ມລົງ ເຂົາເຈົ້າ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ໜ້ອຍ​ໜຶ່ງ ແລະ​ຫຼາຍ​ຄົນ​ຈະ​ສະໜັບ​ສະໜູນ​ເຂົາເຈົ້າ​ດ້ວຍ​ຄຳເວົ້າ​ທີ່​ບໍ່​ຈິງ​ໃຈ. 35 ບາງຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ດີ​ຈະ​ລົ້ມລົງ ແລະ​ຍ້ອນ​ແນວ​ນັ້ນ ຜູ້​ຄົນ​ຈະ​ຖືກ​ເຮັດ​ໃຫ້​ບໍລິສຸດ​ແລະ​ສະອາດ+​ຈົນ​ຮອດ​ເວລາ​ທີ່​ກຳນົດ​ໄວ້. ແຕ່​ເວລາ​ນັ້ນ​ຍັງ​ບໍ່​ທັນ​ມາ​ຮອດ​ເທື່ອ.

36 ກະສັດ​ທິດ​ເໜືອ​ຈະ​ເຮັດ​ຕາມໃຈ​ໂຕ​ເອງ. ລາວ​ຈະ​ຕັ້ງ​ໂຕ​ເປັນ​ໃຫຍ່​ແລະ​ຍົກ​ໂຕ​ໃຫ້​ສູງ​ກວ່າ​ພະເຈົ້າ​ທຸກ​ອົງ. ລາວ​ຈະ​ດູຖູກ​ພະເຈົ້າ​ອົງ​ສູງ​ສຸດ*+​ໃນ​ແບບ​ທີ່​ເຮັດ​ໃຫ້​ຫຼາຍ​ຄົນ​ຕົກໃຈ. ລາວ​ຈະ​ເຮັດ​ສຳເລັດ​ຈົນ​ຮອດ​ມື້​ທີ່​ພະເຈົ້າ​ຈະ​ລົງໂທດ​ລາວ ຍ້ອນ​ພະເຈົ້າ​ຕັ້ງໃຈ​ໄວ້​ແລ້ວ​ວ່າ​ຈະ​ເຮັດ​ແບບ​ນັ້ນ. 37 ລາວ​ຈະ​ບໍ່​ນັບ​ຖື​ພະເຈົ້າ​ຂອງ​ປູ່ຍ່າ​ຕານາຍ​ຂອງ​ລາວ ບໍ່​ສົນໃຈ​ຄວາມ​ຕ້ອງການ​ຂອງ​ພວກ​ຜູ້​ຍິງ ແລະ​ບໍ່​ສົນໃຈ​ພະເຈົ້າ​ອົງ​ອື່ນ​ໆ​ ແຕ່​ລາວ​ຈະ​ຍົກ​ໂຕເອງ​ໃຫ້​ສູງ​ກວ່າ​ທຸກ​ຄົນ. 38 ລາວ​ຈະ​ຍົກຍ້ອງ​ພະເຈົ້າ​ຂອງ​ປ້ອມ​ຕ່າງ​ໆ​ແທນ ເຊິ່ງ​ເປັນ​ພະເຈົ້າ​ທີ່​ປູ່ຍ່າຕານາຍ​ຂອງ​ລາວ​ບໍ່​ຮູ້ຈັກ. ລາວ​ຈະ​ເອົາ​ເງິນ ຄຳ ເພັດນິນຈິນດາ ແລະ​ສິ່ງ​ຕ່າງ​ໆ​ທີ່​ມີຄ່າ​ໃຫ້​ພະເຈົ້າ​ອົງ​ນັ້ນ. 39 ລາວ​ຈະ​ໂຈມຕີ​ປ້ອມ​ທີ່​ແຂງແຮງ​ທີ່ສຸດ​ໄດ້​ສຳເລັດ​ຍ້ອນ​ພະເຈົ້າ​ອົງ​ໃໝ່​ນັ້ນ​ຊ່ວຍ​ລາວ. ລາວ​ຈະ​ຍົກຍ້ອງ​ຄົນ​ທີ່​ໃຫ້​ກຽດ​ລາວ ແລະ​ລາວ​ຈະ​ໃຫ້​ເຂົາເຈົ້າ​ປົກຄອງ​ຄົນ​ຈຳນວນ​ຫຼາຍ. ລາວ​ຈະ​ແບ່ງ​ດິນ​ຂາຍ​ໃຫ້​ຄົນອື່ນ.

40 ໃນ​ສະໄໝ​ສຸດທ້າຍ​ກະສັດ​ທິດ​ໃຕ້​ກັບ​ກະສັດ​ທິດ​ເໜືອ​ຈະ​ຕໍ່ສູ້​ກັນ. ກະສັດ​ທິດ​ເໜືອ​ຈະ​ລວບລວມ​ລົດຮົບ ທະຫານ​ມ້າ ແລະ​ເຮືອ​ຫຼາຍ​ລຳ​ເພື່ອ​ໂຈມຕີ​ກະສັດ​ທິດ​ໃຕ້. ລາວ​ຈະ​ເຂົ້າ​ໄປ​ດິນແດນ​ຕ່າງ​ໆ​ແລະ​ກວາດລ້າງ​ຄື​ກັບ ທີ່​ນ້ຳ​ມາ​ຖ້ວມ. 41 ລາວ​ຈະ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ສວຍ​ງາມ+ ແລະ​ລາວ​ຈະ​ເອົາ​ຊະນະ​ຫຼາຍ​ດິນແດນ. ແຕ່​ເອໂດມ ໂມອາບ ແລະ​ພວກ​ຄົນ​ສຳຄັນ​ຂອງ​ຄົນ​ອຳໂມນ​ຈະ​ໜີ​ລອດ​ຈາກ​ລາວ​ໄດ້. 42 ລາວ​ຈະ​ໃຊ້​ອຳນາດ​ຂອງ​ລາວ​ຕໍ່​ໆ​ໄປ​ເພື່ອ​ໂຈມຕີ​ດິນແດນ​ຕ່າງ​ໆ​ ແມ່ນ​ແຕ່​ເອຢິບ​ກໍ​ຈະ​ບໍ່​ລອດ. 43 ລາວ​ຈະ​ຄອບຄອງ​ເງິນ ຄຳ ແລະ​ທຸກ​ສິ່ງ​ທີ່​ມີຄ່າ​ເຊິ່ງ​ເປັນ​ຊັບສົມບັດ​ຂອງ​ເອຢິບ​ທີ່​ຖືກ​ເຊື່ອງ​ໄວ້. ຄົນ​ລີເບຍ​ກັບ​ຄົນ​ເອທິໂອເປຍ​ຈະ​ເຮັດ​ຕາມ​ທີ່​ລາວ​ສັ່ງ.*

44 ແຕ່​ຈະ​ມີ​ຂ່າວ​ມາ​ຈາກ​ທິດ​ຕາເວັນ​ອອກ​ແລະ​ທິດ​ເໜືອ​ທີ່​ເຮັດ​ໃຫ້​ລາວ​ວຸ່ນວາຍ​ໃຈ. ແລ້ວ​ລາວ​ຈະ​ອອກ​ໄປ​ດ້ວຍ​ຄວາມ​ໃຈຮ້າຍ​ຫຼາຍ​ເພື່ອ​ຂ້າ​ແລະ​ທຳລາຍ​ຫຼາຍ​ຄົນ. 45 ລາວ​ຈະ​ຕັ້ງ​ເຕັ້ນ​ຂອງ​ກະສັດ​ຢູ່​ລະຫວ່າງ​ທະເລ​ໃຫຍ່​ກັບ​ພູ​ບໍລິສຸດ​ໃນ​ແຜ່ນດິນ​ທີ່​ສວຍ​ງາມ.+ ແຕ່​ໃນທີ່ສຸດ ລາວ​ກໍ​ຈະ​ຖືກ​ທຳລາຍ ແລະ​ຈະ​ບໍ່​ມີ​ໃຜ​ຊ່ວຍ​ລາວ​ໄດ້.”

12 “ໃນ​ເວລາ​ນັ້ນ ມີກາເອນ*+​ເຈົ້ານາຍ​ອົງ​ຍິ່ງໃຫຍ່+​ຈະ​ລຸກຂຶ້ນ*​ແລະ​ເຮັດ​ໜ້າທີ່​ຂອງ​ລາວ​ເພື່ອ​ຄົນ​ຊາດ​ດຽວ​ກັນ​ກັບ​ເຈົ້າ. ເລື່ອງ​ນີ້​ຈະ​ເກີດຂຶ້ນ​ໃນ​ເວລາ​ທີ່​ທຸກຍາກ​ລຳບາກ ເຊິ່ງ​ບໍ່​ເຄີຍ​ເກີດຂຶ້ນ​ມາ​ກ່ອນ​ນັບ​ຕັ້ງແຕ່​ເລີ່ມ​ມີ​ຊາດ​ໜຶ່ງ​ຈົນ​ຮອດ​ປັດຈຸບັນ​ນີ້. ໃນ​ຕອນ​ນັ້ນ ຄົນ​ຊາດ​ດຽວ​ກັນ​ກັບ​ເຈົ້າ​ທີ່​ມີ​ຊື່​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ພະເຈົ້າ​ຈະ​ລອດ.+ 2 ຫຼາຍ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ຈະ​ຟື້ນ​ຄືນ​ມາ. ບາງຄົນ​ຈະ​ຟື້ນ​ຄືນ​ມາ​ເພື່ອ​ມີ​ຊີວິດ​ຕະຫຼອດໄປ ແຕ່​ບາງຄົນ​ຈະ​ຟື້ນ​ຄືນ​ມາ​ເພື່ອ​ຮັບ​ຄວາມ​ອັບອາຍ​ຕະຫຼອດ​ໄປ.

3 ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ດີ​ຈະ​ສ່ອງແສງ​ຄື​ກັບ​ທ້ອງຟ້າ​ທີ່​ແຈ້ງ​ໆ​ໃນ​ຕອນ​ກາງເວັນ ແລະ​ຄົນ​ທີ່​ຊ່ວຍ​ຫຼາຍ​ຄົນ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຈະ​ສ່ອງແສງ​ຕະຫຼອດໄປ​ຄື​ກັບ​ດາວ.

4 ສ່ວນ​ເຈົ້າ​ດານີເອນ ໃຫ້​ຈ້ຳກາ​ປິດ​ປຶ້ມ​ນີ້​ໄວ້ ແລະ​ເກັບ​ເລື່ອງ​ນີ້​ໄວ້​ເປັນ​ຄວາມລັບ​ຈົນ​ຮອດ​ສະໄໝ​ສຸດທ້າຍ.+ ຫຼາຍ​ຄົນ​ຈະ​ຄົ້ນຄວ້າ​ປຶ້ມ​ນັ້ນ​ຢ່າງ​ລະອຽດ ແລະ​ຄວາມ​ຮູ້​ແທ້​ຈະ​ມີ​ຫຼາຍແທ້​ຫຼາຍວ່າ.+

5 ຈາກນັ້ນ ຂ້ອຍ​ດານີເອນ​ກໍ​ເຫັນ​ອີກ 2 ຄົນ​ຢືນ​ຢູ່​ໃກ້​ໆ​ແມ່ນ້ຳ. ຜູ້​ໜຶ່ງ​ຢືນ​ຢູ່​ແຄມ​ຝັ່ງ​ເບື້ອງ​ນີ້ ແລະ​ອີກ​ຜູ້​ໜຶ່ງ​ຢືນ​ຢູ່​ແຄມ​ຝັ່ງ​ເບື້ອງ​ນັ້ນ.+ 6 ແລ້ວ​ຜູ້​ໜຶ່ງ​ກໍ​ຖາມ​ຜູ້​ທີ່​ນຸ່ງ​ເຄື່ອງ​ທີ່​ເປັນ​ຜ້າ​ລີນິນ+​ເຊິ່ງ​ຢືນ​ຢູ່​ເທິງ​ໜ້າ​ນ້ຳ​ວ່າ “ເລື່ອງ​ທີ່​ໜ້າ​ງຶດງໍ້​ນີ້​ຈະ​ຈົບ​ລົງ​ຕອນ​ໃດ?” 7 ຜູ້​ທີ່​ນຸ່ງ​ເຄື່ອງ​ທີ່​ເປັນ​ຜ້າ​ລີນິນ​ເຊິ່ງ​ຢືນ​ຢູ່​ເທິງ​ໜ້າ​ນ້ຳ​ໄດ້​ຍົກ​ມື 2 ເບື້ອງ​ຂຶ້ນ​ຟ້າ ແລະ​ຂ້ອຍ​ກໍ​ໄດ້​ຍິນ​ລາວ​ສາບານ​ຕໍ່​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ​ວ່າ+ “ເຫດການ​ທັງໝົດ​ນີ້​ຈະ​ຈົບ​ລົງ​ເມື່ອ​ຄົບ 3 ປີ​ເຄິ່ງ* ຫຼັງ​ຈາກ​ທີ່​ມີການ​ທຳລາຍ​ອຳນາດ​ຂອງ​ພວກ​ທີ່​ຖືກ​ເລືອກ.”+

8 ຂ້ອຍ​ໄດ້​ຍິນ​ສິ່ງ​ທີ່​ລາວ​ເວົ້າ ແຕ່​ກໍ​ບໍ່​ເຂົ້າໃຈ​ຄວາມໝາຍ.+ ຂ້ອຍ​ຈຶ່ງ​ຖາມ​ລາວ​ວ່າ “ທ່ານ​ເອີ້ຍ ເລື່ອງ​ນີ້​ຈະ​ຈົບ​ລົງ​ແນວ​ໃດ?”

9 ລາວ​ຕອບ​ວ່າ “ດານີເອນ​ເອີ້ຍ ສິ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ນີ້​ຈະ​ຕ້ອງ​ຈ້ຳກາ​ປິດ​ໄວ້ ແລະ​ເກັບ​ໄວ້​ເປັນ​ຄວາມລັບ​ຈົນ​ຮອດ​ສະໄໝ​ສຸດທ້າຍ.+ 10 ຫຼາຍ​ຄົນ​ຈະ​ເຮັດ​ໃຫ້​ໂຕ​ເອງ​ສະອາດ​ແລະ​ບໍລິສຸດ+ ແຕ່​ຄົນ​ຊົ່ວ​ຈະ​ເຮັດ​ຊົ່ວ​ຕໍ່ໄປ. ຄົນ​ຊົ່ວ​ຈະ​ບໍ່​ເຂົ້າໃຈ​ເລື່ອງ​ເຫຼົ່າ​ນີ້ ແຕ່​ຄົນ​ທີ່​ຮູ້ຈັກ​ຄິດ​ຈະ​ເຂົ້າໃຈ.+

11 ມັນ​ຈະ​ເປັນ​ເວລາ 1.290 ມື້ ນັບ​ຕັ້ງແຕ່​ຕອນ​ທີ່​ເຊົາ​ເຜົາ​ເຄື່ອງ​ບູຊາ​ໃນ​ແຕ່​ລະ​ມື້+​ແລະ​ຕອນ​ທີ່​ເອົາ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ເຊິ່ງ​ເຮັດ​ໃຫ້​ເກີດ​ຄວາມ​ຮ້າງ​ເປົ່າ​ມາ​ຕັ້ງ​ໄວ້.+

12 ຄົນ​ທີ່​ອົດທົນ​ລໍ​ຖ້າ​ຈົນ​ຮອດ 1.335 ມື້​ຈະ​ມີ​ຄວາມສຸກ.

13 ສ່ວນ​ເຈົ້າ​ດານີເອນ ໃຫ້​ເຈົ້າ​ສັດຊື່​ຈົນ​ຮອດ​ມື້​ຕາຍ. ເຈົ້າ​ຈະ​ໄປ​ພັກຜ່ອນ ແຕ່​ເຈົ້າ​ຈະ​ລຸກຂຶ້ນ​ມາ​ຮັບ​ສ່ວນ​ແບ່ງ*​ຂອງ​ເຈົ້າ​ເມື່ອ​ຮອດ​ເວລາ.”+

ແປ​ຕາມ​ໂຕ​ວ່າ “ຊີນາ”

ແປ​ຕາມ​ໂຕ​ວ່າ “ອາຫານ​ດີ​ໆ​ແບບ​ດຽວ​ກັບ​ທີ່​ກະສັດ​ກິນ”

ຫຼື​ອາດ​ແປ​ວ່າ “ລ້ຽງ​ດູ”

ແປ​ວ່າ “ພະເຈົ້າ​ເປັນ​ຜູ້​ຕັດສິນ​ຂອງ​ຂ້ອຍ”

ແປ​ວ່າ “ພະ​ເຢໂຫວາ​ພໍໃຈ”

ອາດ​ແປ​ວ່າ “ໃຜ​ຈະ​ເປັນ​ຄື​ກັບ​ພະເຈົ້າ?”

ແປ​ວ່າ “ພະ​ເຢໂຫວາ​ຊ່ວຍ”

ໝາຍເຖິງ​ຊື່​ໃນ​ພາສາ​ຂອງ​ຄົນ​ບາບີໂລນ

ໃນ​ພາສາ​ເຮັບເຣີ​ອາດ​ໝາຍເຖິງ​ອາຫານ​ເຈ

ອາດ​ໝາຍເຖິງ​ປີ​ທຳອິດ​ທີ່​ໄຊຣັດ​ເປັນ​ຜູ້​ປົກຄອງ​ບາບີໂລນ

ໃນ​ຕົ້ນ​ສະບັບ​ຕັ້ງແຕ່ ດນອ 2:4ຂ ຫາ 7:28 ຂຽນ​ເປັນ​ພາສາ​ອາຣາເມອິກ

ຫຼື​ອາດ​ແປ​ວ່າ “ບ່ອນ​ຖິ້ມ​ຂີ້ເຫຍື້ອ; ກອງ​ຂີ້​ສັດ”

26,7 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.

2,67 ແມັດ

ຫຼື “ຄວາມ​ຮູ້ສຶກ​ດີ​ໆ​ທີ່​ມີ​ຕໍ່​ເຂົາເຈົ້າ​ກໍ​ໝົດ​ໄປ”

ຫຼື​ອາດ​ແປ​ວ່າ “ບ່ອນ​ຖິ້ມ​ຂີ້ເຫຍື້ອ; ກອງ​ຂີ້​ສັດ”

ແປ​ຕາມ​ໂຕ​ວ່າ “ຜູ້​ເຝົ້າ​ເບິ່ງ”

ແປ​ຕາມ​ໂຕ​ວ່າ “7 ວາລະ”

ອາດ​ແປ​ວ່າ “ພໍ່​ຕູ້; ຜູ້​ທີ່​ປົກຄອງ​ກ່ອນ​ໜ້າ”

ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຫຼື “ສີ​ໜ້າ​ຂອງ​ກະສັດ​ກໍ​ປ່ຽນ​ໄປ”

ສີ​ມ່ວງ​ເປັນ​ສີ​ຂອງ​ກະສັດ​ແລະ​ຍັງ​ສະແດງ​ເຖິງ​ຄວາມ​ຮັ່ງມີ​ແລະ​ກຽດ​ຕິຍົດ

ອາດ​ໝາຍເຖິງ​ແມ່​ຂອງ​ກະສັດ

ຫຼື “ຄົນ​ທີ່​ມີ​ຄວາມ​ສາມາດ”

ແປ​ຕາມ​ໂຕ​ວ່າ “ແກ້​ຂອດ​ໄດ້”

ອາດ​ແປ​ວ່າ “ຫຼານ​ຊາຍ; ຜູ້​ສືບ​ທອດ​ບັນລັງ”

ໃນ​ພາສາ​ອາຣາເມອິກ​ຄຳ​ວ່າ “ເປເຣັດ” ເປັນ​ຮູບແບບ​ຄຳ​ທີ່​ມີ​ຈຳນວນ​ໜ້ອຍ​ຂອງ​ຄຳ​ວ່າ “ປາສິນ” ໃນ​ຂໍ້ 25

ຫຼື “ໃສ່​ຮ້າຍ”

ແປ​ຕາມ​ໂຕ​ວ່າ “ໃຊ້​ກົດໝາຍ​ຂອງ​ພະເຈົ້າ​ຂອງ​ລາວ”

ຫຼື “ເວົ້າ​ຂີ້​ໂມ້”

ໝາຍເຖິງ​ສານ​ໃນ​ສະຫວັນ

ຫຼື “1 ວາລະ ແລະ 2 ວາລະ ແລະ​ເຄິ່ງ​ວາລະ”

ຫຼື “ຮ່ອງ”

ຫຼື “ແຜ່ນດິນ​ທີ່​ຕົກ​ແຕ່ງ​ງາມ”

ອາດ​ໝາຍເຖິງ​ສະຫວັນ

ແປ​ຕາມ​ໂຕ​ວ່າ “ຕອນ​ແລງ​ກັບ​ຕອນ​ເຊົ້າ”

ຫຼື “ເກັ່ງ​ໃນ​ການ​ວາງ​ແຜນ​ຊົ່ວ”

ຫຼື “ຂຶ້ນ​ມາ​ປົກຄອງ”

ຫຼື “ເຮັດ​ໃຫ້​ເກີດ​ຄວາມ​ຈິບຫາຍ”

ຫຼື​ອາດ​ແປ​ວ່າ “ບໍ່​ໄດ້​ເຕືອນ​ກ່ອນ”

ແປ​ຕາມ​ໂຕ​ວ່າ “ນິມິດ​ກ່ຽວກັບ​ຕອນ​ແລງ​ແລະ​ຕອນ​ເຊົ້າ”

ແປ​ຕາມ​ໂຕ​ວ່າ “ລູກ​ຫຼານ​ຂອງ​ຄົນ​ເມເດຍ”

ໝາຍເຖິງ​ມ້ວນ​ໜັງສື​ສັກສິດ​ຫຼາຍ​ມ້ວນ

ແປ​ຕາມ​ໂຕ​ວ່າ “ພວກ​ຜູ້​ຕັດສິນ”

ຫຼື “ພະອົງ​ສັດຊື່​ສະເໝີ”

ຫຼື “ເປັນ​ຕາ​ນັບຖື​ຫຼາຍ”

ໃນ​ນີ້ 1 ອາທິດ​ເທົ່າ​ກັບ 7 ປີ

ແປ​ຕາມ​ໂຕ​ວ່າ “ຜູ້​ພະຍາກອນ”

ອາດ​ໝາຍເຖິງ​ບ່ອນ​ຢູ່​ຂອງ​ພະເຈົ້າ​ໃນ​ສະຫວັນ

ຫຼື “ຜູ້​ຖືກ​ເລືອກ.” ເບິ່ງ​ຄຳ​ວ່າ “ເມຊີອາ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ໝາຍເຖິງ​ເມຊີອາ

ແປ​ຕາມ​ໂຕ​ວ່າ “ຮິດເດເຄນ”

ຫຼື “ເປັນ​ຕາ​ນັບຖື​ຫຼາຍ”

ແປ​ວ່າ “ໃຜ​ຈະ​ຄື​ກັບ​ພະເຈົ້າ?”

ແປ​ຕາມ​ໂຕ​ວ່າ “ລາວ”

ຫຼື “ລາວ​ຈະ​ປົກຄອງ​ອານາຈັກ​ທີ່​ກວ້າງ​ໃຫຍ່”

ໝາຍເຖິງ​ກະສັດ​ທິດ​ເໜືອ

ໝາຍເຖິງ​ກະສັດ​ທິດ​ໃຕ້

ໝາຍເຖິງ​ກະສັດ​ທິດ​ໃຕ້

ແປ​ຕາມ​ໂຕ​ວ່າ “ລາວ”

ໝາຍເຖິງ​ກະສັດ​ທິດ​ເໜືອ

ໝາຍເຖິງ​ກະສັດ​ທິດ​ໃຕ້

ຫຼື “ພວກ​ລູກ​ຊາຍ​ຂອງ​ໂຈນ”

ແປ​ຕາມ​ໂຕ​ວ່າ “ສະດຸດ”

ໝາຍເຖິງ​ກະສັດ​ທິດ​ເໜືອ

ຫຼື “ຫົວໜ້າ​ຄົນ​ງານ”

ໝາຍເຖິງ​ກະສັດ​ທິດ​ເໜືອ

ຫຼື​ອາດ​ແປ​ວ່າ “ບໍ່​ໄດ້​ເຕືອນ​ກ່ອນ”

ແປ​ຕາມ​ໂຕ​ວ່າ “ຊາດ​ນ້ອຍ​ໆ​ຊາດ​ໜຶ່ງ”

ອາດ​ໝາຍເຖິງ​ກະສັດ​ທິດ​ເໜືອ

ຫຼື “ຍ້ອນ​ຈຸດຈົບ​ຈະ​ມາ​ພາຍ​ຫຼັງ​ຕາມ​ເວລາ​ທີ່​ກຳນົດ​ໄວ້.” ແປ​ຕາມ​ໂຕ​ວ່າ “ຍ້ອນ​ຈຸດຈົບ​ຍັງ​ບໍ່​ມາ​ຮອດ​ຕາມ​ທີ່​ກຳນົດ​ໄວ້.”

ແປ​ຕາມ​ໂຕ​ວ່າ “ພະເຈົ້າ​ຂອງ​ພະເຈົ້າ​ທັງໝົດ”

ຫຼື “ຈະ​ຕິດຕາມ​ລາວ”

ແປ​ວ່າ “ໃຜ​ຈະ​ຄື​ກັບ​ພະເຈົ້າ?”

ຫຼື “ປົກຄອງ”

ຫຼື “1 ວາລະ ແລະ 2 ວາລະ ແລະ​ເຄິ່ງ​ວາລະ”

ຫຼື “ລາງວັນ”

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌