ນາຮູມ
1 ຕໍ່ໄປນີ້ແມ່ນຄຳຕັດສິນຕໍ່ເມືອງນີເນເວ.+ ນີ້ແມ່ນປຶ້ມທີ່ນາຮູມ*ຄົນເອນໂກດໄດ້ຂຽນສິ່ງທີ່ລາວເຫັນຜ່ານທາງນິມິດ.
2 ພະເຢໂຫວາເປັນພະເຈົ້າທີ່ຕ້ອງການໃຫ້ນະມັດສະການເພິ່ນພຽງຜູ້ດຽວ.+
ພະເຢໂຫວາຈະລົງໂທດສັດຕູຂອງເພິ່ນ.
ເພິ່ນບໍ່ລືມສິ່ງຊົ່ວໆທີ່ເຂົາເຈົ້າເຮັດແລະຈະເທຄວາມໃຈຮ້າຍໃສ່ເຂົາເຈົ້າ.
ພະເຢໂຫວາຈະແກ້ແຄ້ນສັດຕູຂອງເພິ່ນ.+
3 ພະເຢໂຫວາມີລິດເດດຫຼາຍ+ແລະບໍ່ໃຈຮ້າຍງ່າຍໆ.+
ແຕ່ພະເຢໂຫວາຈະບໍ່ປ່ອຍໃຫ້ຜູ້ທີ່ເຮັດຜິດບໍ່ຖືກລົງໂທດ.+
ຕອນທີ່ເພິ່ນຍ່າງ ທາງຂອງເພິ່ນກໍມີລົມແລະມີພາຍຸພັດແຮງ
ແລະຂີ້ເຝື້ອກໍເປັນຄືກັບຂີ້ຝຸ່ນຢູ່ຕີນຂອງເພິ່ນ.+
ບາຊານກັບກາເມນກໍແຫ້ງແລ້ງ.+
ດອກໄມ້ຢູ່ເລບານອນກໍຫ່ຽວແຫ້ງຕາຍ.
5 ຍ້ອນເພິ່ນ ພູຕ່າງໆຈຶ່ງສັ່ນສະເທືອນ
ແລະເນີນພູຕ່າງໆກໍເຈື່ອນລົງ.+
ຍ້ອນຢູ່ຕໍ່ໜ້າເພິ່ນ ໂລກຈຶ່ງສັ່ນສະເທືອນ
ແລະແຜ່ນດິນກັບທຸກສິ່ງທີ່ຢູ່ໃນໂລກກໍສັ່ນສະເທືອນຄືກັນ.+
6 ໃຜຈະຢືນຢູ່ຕໍ່ໜ້າເພິ່ນໄດ້ເມື່ອເພິ່ນໃຈຮ້າຍ?+
ໃຜຈະທົນໄດ້ເມື່ອເພິ່ນໃຈຮ້າຍແຮງ?+
ຄວາມໃຈຮ້າຍຂອງເພິ່ນຈະເຜົາໄໝ້ຄືກັບໄຟ
ແລະກ້ອນຫີນຕ່າງໆຈະແຕກເປັນປ່ຽງໆຍ້ອນເພິ່ນ.
7 ພະເຢໂຫວາດີອີ່ຫຼີ.+ ເພິ່ນເປັນບ່ອນລີ້ໄພໃນຍາມທີ່ຍາກລຳບາກ.+
ເພິ່ນເບິ່ງແຍງ*ຄົນທີ່ມາເພິ່ງເພິ່ນ.+
8 ເພິ່ນຈະທຳລາຍເມືອງນີ້*ຈົນໝົດດ້ວຍນ້ຳຖ້ວມ.
ແລະໃຫ້ຄວາມມືດໄລ່ຕິດຕາມສັດຕູຂອງເພິ່ນ.
9 ເຈົ້າຈະຄິດແຜນການແບບໃດມາສູ້ກັບພະເຢໂຫວາ?
ຈັ່ງໃດເພິ່ນກໍຈະທຳລາຍເຈົ້າຈົນບໍ່ເຫຼືອ.
ຄວາມຍາກລຳບາກຈະບໍ່ເກີດຂຶ້ນອີກເປັນເທື່ອທີສອງ.+
10 ເຖິງວ່າຄົນໃນເມືອງນີເນເວຈະເປັນຄືກັບຮົ້ວໜາມ
ແລະພວກເຂົາຈະເມົາອຳນາດຂອງໂຕເອງຄືກັບເມົາເບຍ*
ແຕ່ພວກເຂົາຈະຖືກຈູດຖິ້ມຄືກັບຕໍເຟືອງ.
11 ຈະມີຄົນໜຶ່ງຈາກເຈົ້າ*ວາງແຜນຊົ່ວຕໍ່ຕ້ານພະເຢໂຫວາ
ແລະຈະໃຫ້ຄຳແນະນຳທີ່ໃຊ້ບໍ່ໄດ້.
12 ພະເຢໂຫວາເວົ້າແນວນີ້:
“ເຖິງວ່າພວກເຂົາຈະມີກຳລັງແລະມີຄົນຫຼາຍ
ແຕ່ພວກເຂົາຈະຖືກຕັດຖິ້ມແລະຖືກທຳລາຍ.*
ເຮົາເຄີຍລົງໂທດຢູດາ ແຕ່ເຮົາຈະບໍ່ລົງໂທດຢູດາອີກ
13 ແລະຕອນນີ້ເຮົາຈະຫັກແອກຂອງສັດຕູ*ອອກຈາກເຈົ້າ+
ແລະເຮົາຈະດຶງໂສ້ທີ່ມັດເຈົ້າຢູ່ໃຫ້ຂາດເປັນສອງເສັ້ນ.
14 ເຮົາເຢໂຫວາສັ່ງໄວ້ກ່ຽວກັບເຈົ້າ*ວ່າ
‘ເຈົ້າຈະບໍ່ມີລູກຫຼານໄວ້ສືບຊື່ເຈົ້າອີກຕໍ່ໄປ.
ເຮົາຈະກຳຈັດຮູບປັ້ນກັບຮູບຫຼໍ່ທີ່ຢູ່ໃນວິຫານພະເຈົ້າຂອງເຈົ້າຖິ້ມ.
ເຮົາຈະເຮັດຂຸມຝັງສົບເຈົ້າຍ້ອນເຈົ້າເປັນຕາຂີ້ດຽດ.’
15 ເບິ່ງຕີນຂອງຜູ້ທີ່ຍ່າງຂ້າມພູຫຼາຍໜ່ວຍມາເພື່ອປະກາດຂ່າວດີແມ້!
ລາວປະກາດເລື່ອງຄວາມສະຫງົບສຸກ.+
ຢູດາເອີ້ຍ ໃຫ້ເຈົ້າສະຫຼອງເທດສະການຕ່າງໆ+ແລະເຮັດຕາມທີ່ເຈົ້າສັນຍາໄວ້.
ຄົນຊົ່ວຈະບໍ່ມາໂຈມຕີເຈົ້າອີກ.
ເຂົາເຈົ້າຈະຖືກທຳລາຍຈົນໝົດ.”
2 ຜູ້ໜຶ່ງທີ່ຈະເຮັດໃຫ້ເຈົ້າ*ແຕກຊະໄປຈະມາຕໍ່ສູ້ເຈົ້າ.+
ໃຫ້ເຝົ້າປ້ອມດີໆ.
ໃຫ້ເຝົ້າເບິ່ງຫົນທາງໄວ້ເດີ້.
ກຽມໂຕໃຫ້ພ້ອມ*ແລະກຽມເຫື່ອກຽມແຮງຂອງເຈົ້າໄວ້ໂລດ.
2 ພະເຢໂຫວາຈະກູ້ສັກສີຂອງຢາໂຄບ
ແລະກູ້ສັກສີຂອງອິດສະຣາເອນຄືນ
ເພາະພວກສັດຕູໄດ້ທຳລາຍເຂົາເຈົ້າ*+
ແລະພວກນັ້ນໄດ້ຕັດກິ່ງຕັດງ່າຂອງເຂົາເຈົ້າ.
3 ໂລ້ສັດຕູຂອງນີເນເວເປັນສີແດງ.
ຊຸດຮົບຂອງທະຫານພວກນັ້ນເປັນສີແດງສົດ
ແລະເຫຼັກຢູ່ລົດຮົບຂອງພວກເຂົາກໍເຫຼື້ອມຄືກັບໄຟ
ໃນມື້ທີ່ພວກເຂົາກຽມອອກໄປສູ້ຮົບ
ແລະພວກເຂົາໄດ້ພາກັນຍົກຫອກ*ຂຶ້ນເພື່ອຂູ່ສັດຕູ.
4 ລົດຮົບຂອງພວກເຂົາທີ່ແລ່ນຢູ່ເທິງຫົນທາງບໍ່ມີໃຜຂວາງໄດ້.
ພວກມັນແລ່ນເຂົ້າໄປໃນເດີ່ນຂອງເມືອງຫຼາຍໆບ່ອນ.
ພວກມັນສ່ອງແສງຄືກັບກະບອງໄຟແລະເຫຼື້ອມຄືກັບແສງຟ້າແມບ.
5 ກະສັດ*ຈະເອີ້ນພວກທະຫານທີ່ເກັ່ງໆມາ.
ພວກເຂົາຈະລົ້ມຕອນທີ່ກຳລັງແລ່ນໄປ.
ພວກເຂົາຈະຟ້າວແລ່ນໄປທີ່ກຳແພງເມືອງ
ແລະເຮັດແນວກີດຂວາງພວກສັດຕູໄວ້.
6 ປະຕູຂອງແມ່ນ້ຳແຕ່ລະບ່ອນຈະຖືກເປີດໄວ້
ແລະວັງຂອງກະສັດຈະມຸ່ນອັບຍັບ.
7 ຈະມີການປະກາດວ່າຄົນໃນເມືອງນັ້ນຈະຖືກປະຈານແລະຖືກພາໂຕໄປ.
ພວກທາດຍິງຂອງເຂົາເຈົ້າຈະຮ້ອງໄຫ້ເສຍໃຈ.
ເຂົາເຈົ້າຕີເອິກ*ຂອງໂຕເອງແລະສຽງຮ້ອງໄຫ້ຂອງເຂົາເຈົ້າເປັນຄືກັບສຽງຂອງນົກເຂົາ.
8 ຕັ້ງແຕ່ໃດໆມາ ນີເນເວ+ເປັນຄືກັບສະນ້ຳ
ແຕ່ຕອນນີ້ຄົນໃນເມືອງພັດໜີໝົດ.
ມີບາງຄົນຮ້ອງວ່າ: “ຢ່າໄປ ຢ່າໜີໄປເລີຍ!”
ແຕ່ກໍບໍ່ມີຜູ້ໃດຫຼຽວຄືນມາ.+
9 ປຸ້ນເອົາເງິນເອົາຄຳໂລດ!
ຊັບສົມບັດກໍມີບັກຫຼາຍໆ.
ໃນເມືອງນັ້ນມີແຕ່ສິ່ງທີ່ມີຄ່າ.
10 ເມືອງນັ້ນຈະຮ້າງ ບໍ່ມີຄົນຢູ່ ແລະມຸ່ນອັບຍັບ.+
ຄົນໃນເມືອງຈະຢ້ານຈົນຫົວຫົດ ຂາສັ່ນ ແລະບໍ່ມີແຮງ.
ເຂົາເຈົ້າຈະຢ້ານຈົນໜ້າຈືດ.
11 ເກີດຫຍັງຂຶ້ນກັບເມືອງທີ່ເປັນຄືກັບຖ້ຳສິງ+ ເຊິ່ງເປັນບ່ອນທີ່ໂຕສິງກິນເຫຍື່ອ
ແລະເປັນບ່ອນທີ່ໂຕສິງພາລູກມັນຍ່າງ
ໂດຍບໍ່ມີໃຜເຮັດໃຫ້ພວກມັນຢ້ານ.
12 ໂຕສິງຈີກເຫຍື່ອໃຫ້ລູກມັນກິນຈົນອີ່ມ.
ມັນກັດຄໍເຫຍື່ອເອົາມາໃຫ້ພວກໂຕແມ່.
ມັນຫາເຫຍື່ອມາໄວ້ຈົນເຕັມຖ້ຳ
ແລະຖ້ຳຂອງມັນມີແຕ່ຊາກສັດ.
13 ພະເຢໂຫວາຜູ້ບັນຊາການກອງທັບປະກາດວ່າ: “ເຮົາຈະຕໍ່ສູ້ເຈົ້າ.+
ເຮົາຈະຈູດລົດຮົບຂອງເຈົ້າ.+
ເຮົາຈະເອົາດາບຂ້າໂຕສິງຂອງເຈົ້າ.
ເຈົ້າຈະບໍ່ໄດ້ປຸ້ນເອົາຫຍັງອີກໃນໂລກນີ້
ແລະຈະບໍ່ມີຜູ້ໃດໄດ້ຍິນສຽງຜູ້ສົ່ງຂ່າວຂອງເຈົ້າອີກຕໍ່ໄປ.”+
3 ຄວາມຈິບຫາຍຈະເກີດຂຶ້ນກັບເມືອງທີ່ມີແຕ່ຄົນຂ້າກັນ.*
ເມືອງນີ້ເຕັມແຕ່ການລໍ້ລວງແລະການປຸ້ນຈີ້.
ເມືອງນີ້ມັກປຸ້ນຕະຫຼອດ.
2 ມີແຕ່ສຽງຟາດແສ້ ແລະສຽງກົງລົດ
ສຽງມ້າແລ່ນ ແລະສຽງລົດຮົບທີ່ແລ່ນບັກດັງໆ.
3 ມີທະຫານມ້າ ມີດາບແລະຫອກທີ່ເຫຼື້ອມມາບໆ.
ມີຄົນຖືກຂ້າບັກຫຼາຍໆ ແລະມີຊາກສົບກອງບັກໃຫຍ່ໆ.
ມີຄົນຕາຍຫຼາຍຈົນນັບບໍ່ຫຼ້ອນ.
ໄປທາງໃດກໍມີແຕ່ຊາກສົບ.
4 ເມືອງນີ້ເປັນຄືກັບແມ່ຈ້າງທີ່ນອນນຳຜູ້ຊາຍໄປເລື້ອຍໆ
ເປັນຄືກັບຜູ້ຍິງທີ່ມັກຍົ້ວຍວນ ຫວ່ານສະເໜ່ ແລະມັກຫຼິ້ນຜີ
ມັກໃຊ້ກັບດັກຈັບເອົາຊາດຕ່າງໆໂດຍວິທີຂອງແມ່ຈ້າງ ແລະມັກຈັບຄົນອື່ນໂດຍໃຊ້ຄາຖາອາຄົມຫຼາຍຢ່າງ.
5 ພະເຢໂຫວາຜູ້ບັນຊາການກອງທັບປະກາດວ່າ: “ເຮົາຈະຕໍ່ສູ້ເຈົ້າ.*+
ເຮົາຈະເປີດກະໂປ່ງຂອງເຈົ້າປົກໜ້າເຈົ້າ.
ເຮົາຈະເຮັດໃຫ້ຊາດຕ່າງໆເຫັນເຈົ້າປະເປືອຍ
ແລະຈະເຮັດໃຫ້ປະເທດຕ່າງໆເຫັນຄວາມອັບອາຍຂອງເຈົ້າ.
6 ເຮົາຈະສາດແນວເປື້ອນໆໃສ່ເຈົ້າ
ແລະເຮັດໃຫ້ຄົນອື່ນຂີ້ດຽດເຈົ້າ.
ເຮົາຈະເຮັດໃຫ້ເຈົ້າເສຍກຽດ.+
7 ທຸກຄົນທີ່ເຫັນເຈົ້າຈະໜີຈາກເຈົ້າ+ແລະເວົ້າວ່າ
‘ເມືອງນີເນເວຖືກທຳລາຍແລ້ວ
ຜູ້ໃດຈະອີ່ຕົນເມືອງນີ້?’
ເຮົາຈະຫາຜູ້ປອບໃຈໃຫ້ເຈົ້າໄດ້ຈາກໃສ?
8 ເມືອງໂນອາມອນ*ຕັ້ງຢູ່ແຄມຄອງຕ່າງໆຂອງແມ່ນ້ຳນິນ.+ ເຈົ້າດີກວ່າເມືອງນັ້ນບໍ?+
ເມືອງນັ້ນມີນ້ຳອ້ອມຮອບ.
ເມືອງນັ້ນຮັ່ງຫຼາຍຍ້ອນທະເລ ແລະທະເລກໍຍັງເປັນຄືກັບກຳແພງທີ່ປົກປ້ອງເມືອງ.
9 ເອທິໂອເປຍກັບເອຢິບເປັນແຫຼ່ງກຳລັງຂອງເມືອງນັ້ນ.
ພຸດ+ກັບລີເບຍກໍເປັນຜູ້ຊ່ວຍຂອງເມືອງນັ້ນຄືກັນ.+
10 ຄົນໃນເມືອງນັ້ນຖືກກວາດໄປຢູ່ຕ່າງປະເທດ
ແລະຖືກຈັບໄປເປັນຊະເລີຍ.+
ພວກເດັກນ້ອຍໃນເມືອງນັ້ນຖືກຂ້າຢ່າງໂຫດຫ້ຽມຢູ່ທຸກຈອກທຸກແຈ.
ເຂົາເຈົ້າຈົກສະຫຼາກເອົາພວກຜູ້ນຳຂອງເມືອງນັ້ນ.
ພວກຜູ້ມີຕຳແໜ່ງທຸກຄົນກໍຖືກລ່າມໂສ້ໄວ້.
11 ນີເນເວຈະເປັນຄືກັບຄົນເມົາ.+
ເຈົ້າຈະໜີໄປລີ້.
ເຈົ້າຈະຫາບ່ອນຫຼົບໄພເພື່ອໃຫ້ລອດຈາກສັດຕູ.
12 ປ້ອມທັງໝົດຂອງເຈົ້າເປັນຄືກັບຕົ້ນໝາກເດື່ອທີ່ມີໝາກສຸກຊຸດທຳອິດ
ຖ້າຖືກສັ່ນ ໜ່ວຍຂອງມັນກໍຈະຫຼົ່ນໃສ່ປາກຂອງຄົນທີ່ຫິວ.
13 ທະຫານຂອງເຈົ້າເປັນຄືກັບຜູ້ຍິງ.
ປະຕູເມືອງໃນແຜ່ນດິນຂອງເຈົ້າຈະຖືກເປີດກວ້າງໆລໍຖ້າພວກສັດຕູ.
ໄຟຈະໄໝ້ກອນປະຕູເມືອງຂອງເຈົ້າ.
14 ໃຫ້ກຽມນ້ຳໄວ້ໃຊ້ຕອນທີ່ເຈົ້າຖືກລ້ອມ.+
ໃຫ້ເສີມປ້ອມຂອງເຈົ້າໃຫ້ແຂງແຮງໄວ້ໂລດ!
ໃຫ້ລົງໄປຢຽບຂີ້ຕົມເພື່ອເຮັດດິນດາກ
ແລະໃຫ້ກຽມແບບໄວ້ເພື່ອເຮັດດິນຈີ່.
15 ແຕ່ຈັ່ງໃດໄຟກໍຈະມາເຜົາເຈົ້າ
ແລະເຈົ້າກໍຈະຕ້ອງຕາຍດ້ວຍດາບ.+
ມັນຈະທຳລາຍເຈົ້າຄືກັບຕັກກະແຕນທຳລາຍຜົນລະປູກ.+
ໃຫ້ເຈົ້າອອກແມ່ແພ່ລູກຫຼາຍໆສ່ຳກັບຕັກກະແຕນໂລດ!
ໃຫ້ເຈົ້າກຽມຄົນໄວ້ຫຼາຍໆສ່ຳຝູງຕັກກະແຕນ!
16 ພວກພໍ່ຄ້າໃນເມືອງນີເນເວມີຫຼາຍກວ່າດາວໃນທ້ອງຟ້າ.
ຕັກກະແຕນຈະລອກຄາບແລະບິນໜີ.
17 ພວກທະຫານຍາມຂອງເຈົ້າເປັນຄືກັບຕັກກະແຕນ
ແລະພວກຫົວໜ້າທະຫານຂອງເຈົ້າເປັນຄືກັບຝູງຕັກກະແຕນ.
ພວກມັນລີ້ຢູ່ຕາມຫຼືບຫີນໃນມື້ທີ່ໜາວໆ
ແຕ່ເມື່ອແດດອອກ ພວກມັນກໍບິນໄປ
ແລະບໍ່ມີຜູ້ໃດຮູ້ວ່າພວກມັນໄປໃສ.
18 ກະສັດອັດຊີເຣຍເອີ້ຍ ຄົນລ້ຽງແກະຂອງເຈົ້າກໍມີແຕ່ເຫງົານອນ.
ພວກເຈົ້າເມືອງຂອງເຈົ້າກໍຢູ່ແຕ່ເຮືອນ.
ປະຊາຊົນຂອງເຈົ້າກໍແຕກຊະໄປຕາມພູຕ່າງໆ
ແລະບໍ່ມີຜູ້ໃດລວບລວມເຂົາເຈົ້າມາໄດ້.+
19 ບໍ່ມີໃຜຊ່ວຍເຈົ້າຈາກຄວາມຈິບຫາຍນີ້ໄດ້.
ບາດແຜຂອງເຈົ້າກໍປິ່ນປົວບໍ່ໄດ້.
ຄົນທີ່ໄດ້ຍິນເລື່ອງຂອງເຈົ້າຈະຕົບມືດີໃຈ+
ຍ້ອນທຸກຄົນເຄີຍທົນທຸກເພາະຄວາມຊົ່ວຮ້າຍຂອງເຈົ້າ.”+
ແປວ່າ “ຜູ້ປອບໂຍນ”
ແປຕາມໂຕວ່າ “ຮູ້ຈັກ”
ໝາຍເຖິງນີເນເວ
ຫຼື “ເບຍເຂົ້າວີດ”
ໝາຍເຖິງນີເນເວ
ຫຼືອາດແປວ່າ “ແລະເຮົາຈະບຸກເຂົ້າໄປທຳລາຍ”
ຫຼື “ຂອງລາວ”
ໝາຍເຖິງອັດຊີເຣຍ
ໝາຍເຖິງນີເນເວ
ແປຕາມໂຕວ່າ “ເຮັດໃຫ້ສະໂພກແຂງແຮງ”
ໝາຍເຖິງອິດສະຣາເອນ
ຫຼື “ຫອກທີ່ມີດ້າມເປັນໄມ້ຈູນິເປີ້”
ອາດໝາຍເຖິງກະສັດອັດຊີເຣຍ
ແປຕາມໂຕວ່າ “ຫົວໃຈ”
ແປຕາມໂຕວ່າ “ມີແຕ່ເລືອດ”
ໝາຍເຖິງນີເນເວ
ໝາຍເຖິງເມືອງທີບ