ຮາບາກຸກ
1 ຂ້ອຍແມ່ນຜູ້ພະຍາກອນຮາບາກຸກ*ທີ່ໄດ້ຍິນຂ່າວສານທາງນິມິດ. ຂ້ອຍເວົ້າວ່າ:
2 “ພະເຢໂຫວາເອີ້ຍ ລູກຕ້ອງຮ້ອງຂໍໃຫ້ພະອົງຊ່ວຍອີກດົນປານໃດ ພະອົງຈຶ່ງຈະຊ່ວຍ?+
ລູກຕ້ອງຮ້ອງຂໍອີກດົນປານໃດ ພະອົງຈຶ່ງຈະຟັງ ພະອົງຈຶ່ງຈະຊ່ວຍລູກໃຫ້ພົ້ນຈາກຄົນທີ່ຮຸນແຮງ?+
3 ເປັນຫຍັງພະອົງຈຶ່ງໃຫ້ລູກເຫັນຄົນເຮັດຊົ່ວ?
ເປັນຫຍັງພະອົງຈຶ່ງປ່ອຍໃຫ້ຄົນຂົ່ມເຫງກັນ?
ເປັນຫຍັງພະອົງຈຶ່ງໃຫ້ລູກເຫັນຄວາມຈິບຫາຍແລະຄວາມຮຸນແຮງ?
ແລະເປັນຫຍັງຈຶ່ງມີຄວາມຂັດແຍ່ງແລະການຜິດຖຽງກັນ?
4 ບໍ່ມີຜູ້ໃດເຮັດຕາມກົດໝາຍ
ແລະກໍບໍ່ມີຄວາມຍຸຕິທຳ.
ຄົນຊົ່ວຂົ່ມເຫງຄົນດີ.
ຍ້ອນແນວນີ້ ຄວາມຍຸຕິທຳຈຶ່ງຖືກບິດເບືອນ.+
5 ‘ໃຫ້ເບິ່ງຊາດຕ່າງໆ ແລະໃຫ້ເບິ່ງດີໆເດີ້!*
ແລ້ວເຈົ້າຈະງຶດງໍ້ແລະຕົກໃຈ
ເພາະຈະມີບາງສິ່ງເກີດຂຶ້ນໃນສະໄໝຂອງເຈົ້າ.
ເຖິງວ່າຈະມີຄົນມາບອກ ແຕ່ເຈົ້າກໍຈະບໍ່ເຊື່ອ.+
ເຂົາເຈົ້າຈະຂະຫຍາຍດິນແດນອອກໄປ
ແລະຍຶດເອົາບ້ານເມືອງທີ່ບໍ່ແມ່ນຂອງເຂົາເຈົ້າ.+
7 ເຂົາເຈົ້າເປັນພວກທີ່ເປັນຕາຢ້ານ.
ເຂົາເຈົ້າຕັ້ງກົດໝາຍຂຶ້ນມາເອງແລະເຮັດໃຫ້ໂຕເອງມີອຳນາດ.*+
8 ມ້າຂອງເຂົາເຈົ້າໄວກວ່າເສືອດາວ
ແລະໂຈມຕີໄວກວ່າໝາປ່າໃນຕອນກາງຄືນ.+
ມ້າຂອງເຂົາເຈົ້າແລ່ນອອກໄປບັກໄວໆ
ແລະມາແຕ່ໄກໆພຸ້ນ.
ພວກມັນໄວຄືກັບນົກອິນຊີຄຸບເອົາເຫຍື່ອ.+
9 ເຂົາເຈົ້າທຸກຄົນໂຫດຫ້ຽມແລະຮຸນແຮງ.+
ເຂົາເຈົ້າບຸກເຂົ້າມາຄືກັບລົມຈາກທິດຕາເວັນອອກ.+
ເຂົາເຈົ້າຈັບຄົນໄປເປັນຊະເລີຍຫຼາຍຄືກັບເມັດດິນຊາຍ.
10 ເຂົາເຈົ້າເຍາະເຍີ້ຍພວກກະສັດ
ແລະຫົວຂວັນໃສ່ພວກເຈົ້າໜ້າທີ່ລະດັບສູງ.+
ເຂົາເຈົ້າຫົວຂວັນໃສ່ທຸກໆປ້ອມ+
ແລະຖົມດິນໃຫ້ເປັນເນີນເພື່ອຈະຍຶດເອົາປ້ອມເຫຼົ່ານັ້ນ.
11 ເຂົາເຈົ້າຈະບຸກໄປເລື້ອຍໆຄືກັບລົມພັດຜ່ານແຜ່ນດິນ.
ແຕ່ເຂົາເຈົ້າຈະຖືກລົງໂທດ+
ຍ້ອນເຂົາເຈົ້າອ້າງວ່າໄດ້ຮັບອຳນາດຈາກພະເຈົ້າຂອງເຂົາເຈົ້າ.’*+
12 ພະເຢໂຫວາເອີ້ຍ ພະອົງເປັນພະເຈົ້າທີ່ຢູ່ຕະຫຼອດໄປ.+
ພະເຈົ້າຂອງລູກເອີ້ຍ ພະອົງເປັນພະເຈົ້າທີ່ບໍລິສຸດ. ພະອົງບໍ່ມີມື້ຕາຍ.*+
ພະເຢໂຫວາເອີ້ຍ ພະອົງແຕ່ງຕັ້ງເຂົາເຈົ້າໃຫ້ເປັນຜູ້ຕັດສິນແທນພະອົງ.
ພະເຈົ້າຜູ້ເປັນຫີນຜາຂອງລູກ*ເອີ້ຍ+ ພະອົງແຕ່ງຕັ້ງເຂົາເຈົ້າໃຫ້ເປັນຜູ້ລົງໂທດ.*+
13 ຕາຂອງພະອົງບໍລິສຸດຫຼາຍຈຶ່ງທົນເຫັນຄວາມຊົ່ວບໍ່ໄດ້
ແລະພະອົງກໍທົນເຫັນສິ່ງຊົ່ວຕໍ່ໄປບໍ່ໄດ້.+
ແລ້ວເປັນຫຍັງພະອົງຈຶ່ງທົນເບິ່ງຄົນທໍລະຍົດ+
ແລະຍັງຢູ່ຊື່ໆຕອນທີ່ຄົນຊົ່ວທຳລາຍຄົນທີ່ດີກວ່າລາວ?+
14 ເປັນຫຍັງພະອົງຈຶ່ງຍອມໃຫ້ມະນຸດເປັນຄືກັບປາໃນທະເລ
ແລະເປັນຄືກັບສັດໃນທະເລທີ່ບໍ່ມີຫົວໜ້າປົກປ້ອງ?
15 ພວກສັດຕູ*ໃສ່ເບັດເກາະດຶງເຂົາເຈົ້າຂຶ້ນມາ
ໃຊ້ດາງກວາດເອົາເຂົາເຈົ້າ
ແລະຂັງເຂົາເຈົ້າໄວ້ໃນດາງ.
ຍ້ອນແນວນີ້ ພວກສັດຕູຈຶ່ງພາກັນດີໃຈຫຼາຍ.+
16 ພວກສັດຕູເອົາເຄື່ອງບູຊາໃຫ້ກັບດາງກວາດ
ແລະເຜົາເຄື່ອງຫອມໃຫ້ກັບດາງຂັງປາຂອງເຂົາເຈົ້າ
ຍ້ອນດາງກວາດແລະດາງຂັງປາເຮັດໃຫ້ເຂົາເຈົ້າມີອາຫານອຸດົມສົມບູນ*
ແລະເປັນປະໂຫຍດກັບເຂົາເຈົ້າ.
17 ເຂົາເຈົ້າຈະດຶງດາງກວາດຂຶ້ນມາແລະອອກໄປຈັບອີກແມ່ນບໍ?
ເຂົາເຈົ້າຈະຂ້າຄົນໃນຊາດຕ່າງໆໄປເລື້ອຍໆໂດຍທີ່ບໍ່ອີ່ຕົນເລີຍບໍ?”+
ຂ້ອຍຈະຖ້າເບິ່ງວ່າເພິ່ນຈະໃຫ້ຂ້ອຍເວົ້າຫຍັງ
ແລະຖ້າເພິ່ນຕຳໜິຂ້ອຍ ຂ້ອຍກໍຈະຍອມຮັບເອົາ.
2 ແລ້ວພະເຢໂຫວາກໍຕອບຂ້ອຍວ່າ:
“ໃຫ້ຂຽນຂ່າວສານທີ່ເຈົ້າໄດ້ຮັບໃນນິມິດ ແລ້ວສະຫຼັກລົງແຜ່ນຫີນໃຫ້ຈະແຈ້ງ+
ເຖິງຈະເບິ່ງຄືວ່າມາຊ້າ ແຕ່ກໍໃຫ້ຕັ້ງໃຈລໍຖ້າ+
ເພາະມັນຈະມາແນ່ນອນ!
ມັນຈະບໍ່ມາຊ້າເລີຍ!
4 ເບິ່ງຄົນທີ່ຍິ່ງຈອງຫອງແມ້
ແມ່ນແຕ່ໃຈລາວກໍຍັງບໍ່ສັດຊື່
ແຕ່ຄົນດີຈະມີຊີວິດຢູ່ຍ້ອນຄວາມເຊື່ອທີ່ເຂັ້ມແຂງຂອງລາວ.+
5 ຍ້ອນເຫຼົ້າແວງເຮັດໃຫ້ຄົນເຮັດສິ່ງທີ່ໂງ່ໆ
ຄົນທີ່ຍິ່ງນັ້ນກໍຈະບໍ່ປະສົບຜົນສຳເລັດ.
ລາວໂລບຄືກັບຂຸມຝັງສົບທີ່ບໍ່ຮູ້ຈັກພໍ.
ລາວເປັນຄືກັບຄວາມຕາຍທີ່ບໍ່ເຄີຍອີ່ມ.
ລາວກວາດເອົາຄົນທຸກຊາດໄປເລື້ອຍໆ
ແລະຈັບທຸກຄົນໄປເປັນຂອງລາວເອງ.+
6 ຄົນທີ່ລາວຈັບໄປຈະເວົ້າຄຳສຸພາສິດ ຄຳປຽບທຽບ ແລະຄຳທວາຍໃສ່ລາວ.+
ເຂົາເຈົ້າຈະເວົ້າວ່າ
‘ຄົນທີ່ລວຍຂຶ້ນຍ້ອນເອົາສິ່ງຂອງທີ່ບໍ່ແມ່ນຂອງໂຕເອງ
ແລະຄົນທີ່ສ້າງໜີ້ໃຫ້ໂຕເອງຫຼາຍຂຶ້ນໆຈະຕ້ອງຈິບຫາຍ.
ມັນຈະເປັນແນວນີ້ອີກດົນປານໃດ?
7 ພວກເຈົ້າໜີ້ຂອງເຈົ້າຈະບໍ່ມາທວງໜີ້ເຈົ້າທັນທີບໍ?
ເຂົາເຈົ້າຈະສັ່ນເຈົ້າແຮງໆຈົນເຈົ້າຕື່ນ
ແລະຈະປຸ້ນເອົາເຄື່ອງຂອງຂອງເຈົ້າໄປ.+
8 ຍ້ອນເຈົ້າໄດ້ຂ້າຄົນມາຫຼາຍ
ໄດ້ທຳລາຍແຜ່ນດິນ
ໄດ້ທຳລາຍເມືອງຕ່າງໆແລະທຸກຢ່າງທີ່ຢູ່ໃນເມືອງເຫຼົ່ານັ້ນ+
ແລະຍ້ອນເຈົ້າໄດ້ປຸ້ນຫຼາຍໆຊາດ
ຄົນທີ່ເຫຼືອໃນຊາດເຫຼົ່ານັ້ນຈະປຸ້ນເຈົ້າຄືນ.+
9 ຄົນທີ່ຫາຜົນປະໂຫຍດໃຫ້ຄອບຄົວ*ໃນວິທີທີ່ຊົ່ວໆ
ແລະສ້າງຮັງຢູ່ເທິງບ່ອນສູງໆ
ເພື່ອບໍ່ໃຫ້ໂຕເອງຖືກອັນຕະລາຍຈະຕ້ອງຈິບຫາຍ.
10 ແຜນການຂອງເຈົ້າເຮັດໃຫ້ຄອບຄົວຕ້ອງອັບອາຍ.
ເຈົ້າມີຄວາມຜິດຍ້ອນເຈົ້າໄດ້ຂ້າຄົນມາຫຼາຍ.+
11 ກ້ອນຫີນທີ່ຢູ່ກຳແພງຈະຮ້ອງອອກມາ
ແລະໄມ້ຂອງໂຄງຫຼັງຄາກໍຈະຮ້ອງຕອບ.
12 ຄົນທີ່ສ້າງເມືອງດ້ວຍເລືອດ
ແລະຄົນທີ່ຕັ້ງເມືອງດ້ວຍຄວາມຊົ່ວຈະຕ້ອງຈິບຫາຍ.
13 ພະເຢໂຫວາຜູ້ບັນຊາການກອງທັບຈະເຮັດໃຫ້ຊາດຕ່າງໆເຮັດວຽກໜັກ ແຕ່ກໍບໍ່ໄດ້ຫຍັງ.
ເຂົາເຈົ້າຈະພະຍາຍາມເອົາແທ້ເອົາວ່າ ແຕ່ສິ່ງທີ່ເຂົາເຈົ້າເຮັດກໍຈະຖືກໄຟໄໝ້ໝົດ.+
15 ຄົນທີ່ເອົາເຄື່ອງດື່ມທີ່ເຮັດໃຫ້ມຶນເມົາໃຫ້ໝູ່ກິນ
ແລະເອົາຄວາມຮ້າຍປະສົມໃສ່ເພື່ອເຮັດໃຫ້ເຂົາເຈົ້າເມົາ
ເພື່ອຈະໄດ້ເຫັນເຂົາເຈົ້າປະເປືອຍຈະຕ້ອງຈິບຫາຍ.
16 ເຈົ້າຈະຕ້ອງໄດ້ກິນຄືກັນແລະຈະເປືອຍໂຕໃຫ້ຄົນອື່ນຮູ້ວ່າເຈົ້າບໍ່ໄດ້ຮັບສິນຕັດ.*
ເຈົ້າຈະເສຍກຽດແລະຈະກິນຄວາມອັບອາຍຈົນຈຸກ.
ເຈົ້າຈະໄດ້ກິນຈາກຈອກທີ່ຢູ່ມືຂວາຂອງພະເຢໂຫວານຳ+
ແລະເຈົ້າຈະອັບອາຍແທນທີ່ຈະໄດ້ຮັບການຍົກຍ້ອງ.
17 ເຈົ້າທຳລາຍເລບານອນແນວໃດ ເຈົ້າກໍຈະຖືກແນວນັ້ນ
ແລະເຈົ້າເຮັດໃຫ້ສັດປ່າຢ້ານແນວໃດ ເຈົ້າກໍຈະຖືກແນວນັ້ນ.
ຍ້ອນເຈົ້າໄດ້ຂ້າຄົນມາຫຼາຍ
ໄດ້ທຳລາຍແຜ່ນດິນ
ໄດ້ທຳລາຍເມືອງຕ່າງໆແລະທຸກຢ່າງທີ່ຢູ່ໃນເມືອງເຫຼົ່ານັ້ນ.+
18 ຮູບແກະສະຫຼັກຈະມີປະໂຫຍດຫຍັງ
ເພາະມັນເປັນແຕ່ສິ່ງທີ່ມະນຸດສ້າງຂຶ້ນມາ?
ເຖິງວ່າເຂົາເຈົ້າຈະໄວ້ໃຈຮູບຫຼໍ່ທີ່ເປັນຜູ້ສອນປອມ
ເຂົາເຈົ້າກໍຈະບໍ່ໄດ້ປະໂຫຍດຫຍັງເລີຍ.
ພວກມັນເປັນພະເຈົ້າທີ່ບໍ່ມີຄ່າແລະເວົ້າບໍ່ໄດ້.+
19 ຄົນທີ່ເວົ້າກັບທ່ອນໄມ້ວ່າ “ລຸກແມ້!”
ແລະຄົນທີ່ເວົ້າກັບຫີນທີ່ເວົ້າບໍ່ໄດ້ວ່າ “ຕື່ນແມ້! ຕື່ນມາສອນພວກເຮົາ!” ຈະຕ້ອງຈິບຫາຍ.
20 ແຕ່ພະເຢໂຫວາຢູ່ໃນວິຫານທີ່ບໍລິສຸດຂອງເພິ່ນ.+
ໃຫ້ທຸກຄົນທີ່ຢູ່ໃນໂລກມິດໆຢູ່ຕໍ່ໜ້າເພິ່ນ!’”+
3 ຕໍ່ໄປນີ້ແມ່ນຄຳອະທິດຖານຂອງຜູ້ພະຍາກອນຮາບາກຸກທີ່ເປັນເພງໂສກເສົ້າ.
2 ພະເຢໂຫວາເອີ້ຍ ລູກໄດ້ຍິນເລື່ອງຂອງພະອົງແລ້ວ.
ພະເຢໂຫວາເອີ້ຍ ລູກຮູ້ສຶກງຶດໃນສິ່ງທີ່ພະອົງເຮັດ.
ຂໍໃຫ້ພະອົງເຮັດສິ່ງເຫຼົ່ານັ້ນອີກຕາມເວລາທີ່ພະອົງກຳນົດໄວ້.*
ຂໍໃຫ້ທຸກຄົນຮູ້ກ່ຽວກັບສິ່ງທີ່ພະອົງເຮັດຕາມເວລາທີ່ກຳນົດໄວ້.
ຂໍໃຫ້ພະອົງອີ່ຕົນພວກເຮົາໃນຍາມທີ່ພວກເຮົາຍາກລຳບາກ.+
ລິດເດດຂອງພະອົງແຜ່ອອກໄປທົ່ວສະຫວັນ.+
ທົ່ວໂລກຈະສັນລະເສີນພະອົງ.
4 ແສງລັດສະໝີຂອງພະອົງເປັນຄືກັບແສງສະຫວ່າງຂອງກາງເວັນ.+
ມີເລົາແສງສອງອັນອອກມາຈາກມືຂອງພະອົງ
ເຊິ່ງເປັນບ່ອນທີ່ເຊື່ອງພະລັງໄວ້.
5 ຢູ່ທາງໜ້າບ່ອນທີ່ພະອົງໄປມີໂລກລະບາດ+
ແລະຢູ່ທາງຫຼັງຂອງພະອົງກໍມີໄຂ້ແຮງ.
6 ພະອົງຢືນຢູ່ແລະກໍສັ່ນໂລກ.+
ຂະໜາດພະອົງແນມເບິ່ງຊື່ໆ ຊາດຕ່າງໆກໍພາກັນຢ້ານຈົນຫົວຫົດ.+
ພະອົງທຳລາຍພູທີ່ມີມາດົນແລ້ວ
ແລະເນີນພູເກົ່າແກ່ກໍພັງທະລາຍລົງ.+
ພະອົງເຮັດແບບນີ້ມາແຕ່ດົນແລ້ວ.
7 ລູກເຫັນເຕັ້ນຂອງຄົນກູຊານ*ມີບັນຫາໜັກ.
ຜ້າເຕັ້ນໃນແຜ່ນດິນມີດີອານກໍສັ່ນສະເທືອນ.+
8 ພະເຢໂຫວາເອີ້ຍ ພະອົງໃຈຮ້າຍໃຫ້ແມ່ນ້ຳບໍ?
ພະອົງໃຈຮ້າຍແຮງໃຫ້ນ້ຳຫ້ວຍບໍ?
ພະອົງສູນແຮງໃຫ້ທະເລບໍ?+
9 ພະອົງເອົາຄັນທະນູອອກມາກຽມໄວ້ແລ້ວ.
ອາວຸດ*ຂອງພະອົງກໍພ້ອມທີ່ຈະເຮັດຕາມຄຳສາບານ. (ເຊລາ)
ພະອົງໃຊ້ແມ່ນ້ຳແຍກແຜ່ນດິນ.
10 ພູດີ້ນດ້ວຍຄວາມເຈັບປວດຢູ່ຕໍ່ໜ້າພະອົງ.+
ຝົນກໍເທລົງມາໃສ່ແຜ່ນດິນບັກແຮງໆ.
ນ້ຳເລິກກໍສົ່ງສຽງຮ້ອງອອກມາບັກດັງໆ+
ແລະຟົ້ງຂຶ້ນບັກສູງໆ.
11 ຕາເວັນກັບເດືອນຢຸດຈຶ້ງຢູ່ກາງຟ້າ.+
ພະອົງຍິງລູກທະນູເຫຼື້ອມໆອອກໄປ+
ແລະຫອກຂອງພະອົງກໍເຫຼື້ອມຄືກັບສາຍຟ້າ.
12 ພະອົງຍ່າງໄປທົ່ວໂລກດ້ວຍຄວາມຄຽດແຄ້ນ.
ພະອົງຢຽບຊາດຕ່າງໆດ້ວຍຄວາມໃຈຮ້າຍ.
13 ພະອົງອອກໄປເພື່ອຊ່ວຍຄົນຂອງພະອົງໃຫ້ລອດແລະຊ່ວຍຜູ້ທີ່ພະອົງແຕ່ງຕັ້ງ.
ພະອົງທຳລາຍຫົວໜ້າຂອງພວກຄົນຊົ່ວ.
ພະອົງມ້າງເຮືອນຂອງພວກຄົນຊົ່ວຕັ້ງແຕ່ຖານຈົນຮອດຫຼັງຄາ. (ເຊລາ)
14 ພະອົງແທງຫົວຂອງພວກທະຫານດ້ວຍອາວຸດຂອງເຂົາເຈົ້າເອງ
ຕອນທີ່ເຂົາເຈົ້າມາລຸມຕໍ່ສູ້ລູກ.
ເຂົາເຈົ້າດີໃຈຫຼາຍທີ່ໄດ້ຊຸ້ມທຳຮ້າຍຄົນທຸກ.
15 ແຕ່ພະອົງຜ່ານທະເລດ້ວຍກອງທັບມ້າຂອງພະອົງ
ແລະຜ່ານຄື້ນໃຫຍ່ໃນມະຫາສະໝຸດ.
16 ເມື່ອໄດ້ຍິນແນວນັ້ນໃຈຂອງລູກກໍເຕັ້ນແຮງ.
ຂ່າວສານນັ້ນເຮັດໃຫ້ປາກຂອງລູກສັ່ນ.
ກະດູກຂອງລູກກໍຜ່ອຍ+
ແລະຂາຂອງລູກກໍສັ່ນທົດໆ.
ແຕ່ລູກຈະລໍຖ້າຢູ່ມິດໆຈົນຮອດມື້ຂອງພະອົງ.+
ມື້ນັ້ນຈະມາຖືກຄົນທີ່ມາຕໍ່ສູ້ພວກເຮົາ.
17 ເຖິງວ່າຕົ້ນໝາກເດື່ອຈະບໍ່ມີດອກ
ແລະເຄືອໝາກລະແຊັງຈະບໍ່ມີໝາກ
ເຖິງວ່າຕົ້ນໝາກກອກຈະບໍ່ມີໜ່ວຍ
ແລະໄຮ່ນາຈະບໍ່ມີຜົນລະປູກ
ເຖິງວ່າຈະບໍ່ເຫຼືອແກະຈັກໂຕຢູ່ໃນຄອກ
ແລະບໍ່ເຫຼືອງົວຈັກໂຕຢູ່ໃນຄັງ
18 ແຕ່ສຳລັບລູກແລ້ວ ລູກຈະມີຄວາມສຸກຍ້ອນພະເຢໂຫວາ
ແລະລູກຈະຍິນດີທີ່ມີພະເຈົ້າເປັນຜູ້ຊ່ວຍໃຫ້ລອດ.+
19 ພະເຢໂຫວາຜູ້ຍິ່ງໃຫຍ່ສູງສຸດເປັນເຫື່ອແຮງຂອງຂ້ອຍ.+
ເພິ່ນຈະເຮັດໃຫ້ຕີນຂອງຂ້ອຍໄວຄືກັບຕີນຂອງກວາງ
ແລະເຮັດໃຫ້ຂ້ອຍຍ່າງຢູ່ບ່ອນສູງໆໄດ້.+
ເຖິງຜູ້ຄວບຄຸມດົນຕີ ເພງນີ້ສຳລັບຮ້ອງກັບເຄື່ອງດົນຕີທີ່ມີສາຍຂອງຂ້ອຍ.
ອາດແປວ່າ “ກອດທີ່ແໜ້ນໆ”
ເບິ່ງຄືວ່າເປັນຄຳເວົ້າຂອງພະເຈົ້າ
ຫຼື “ຍົກຍ້ອງໂຕເອງ”
ຫຼືອາດແປວ່າ “ກຳລັງຂອງເຂົາເຈົ້າແມ່ນພະເຈົ້າຂອງເຂົາເຈົ້າ”
ຫຼືອາດແປວ່າ “ພວກເຮົາຈະບໍ່ຕາຍ”
ຫຼື “ພະເຈົ້າຜູ້ທີ່ປົກປ້ອງລູກ”
ຫຼື “ສັ່ງສອນ”
ໝາຍເຖິງພວກການເດອາ
ແປຕາມໂຕວ່າ “ທີ່ໃສ່ນ້ຳມັນຫຼາຍ”
ຫຼື “ລ່ຽນໄຫຼ”
ຫຼື “ມັນຈະເກີດຂຶ້ນແທ້”
ແປຕາມໂຕວ່າ “ຈະບໍ່ຕົວະ”
ຫຼື “ຊາດ”
ຫຼືອາດແປວ່າ “ແລະເຊໄປເຊມາ”
ຫຼືອາດແປວ່າ “ໃນສະໄໝຂອງເຮົາ”
ເບິ່ງສ່ວນອະທິບາຍຄຳສັບ
ຄົນກູຊານອາດໝາຍເຖິງລູກຫຼານຂອງກູເຊ
ຫຼື “ຄວາມລອດ”
ຫຼືອາດແປວ່າ “ລູກທະນູ”