ເຊຟານີຢາ
1 ໃນສະໄໝທີ່ໂຢສີຢາ+ລູກຊາຍຂອງອາໂມນ+ເປັນກະສັດປົກຄອງຢູດາ ພະເຢໂຫວາໄດ້ເວົ້າກັບເຊຟານີຢາ*ລູກຊາຍຂອງກູຊີ. ກູຊີເປັນລູກຊາຍຂອງເກດາລີຢາ ເກດາລີຢາເປັນລູກຊາຍຂອງອາມາຣີຢາ ອາມາຣີຢາເປັນລູກຊາຍຂອງເຮເຊກີຢາ.
2 ພະເຢໂຫວາເວົ້າວ່າ: “ເຮົາຈະທຳລາຍທຸກສິ່ງທຸກຢ່າງທີ່ຢູ່ໃນແຜ່ນດິນບໍ່ໃຫ້ເຫຼືອ.”+
3 ພະເຢໂຫວາເວົ້າວ່າ: “ເຮົາຈະທຳລາຍຄົນແລະສັດ.
ເຮົາຈະທຳລາຍນົກຢູ່ເທິງຟ້າແລະປາຢູ່ທະເລ.+
ເຮົາຈະທຳລາຍທຸກສິ່ງທີ່ພາໃຫ້ເຮັດຜິດ*+ ລວມທັງພວກຄົນຊົ່ວນຳ
ແລະເຮົາຈະກຳຈັດມະນຸດໃນແຜ່ນດິນບໍ່ໃຫ້ເຫຼືອຈັກຄົນ.
4 ເຮົາຈະລົງໂທດຢູດາ
ແລະທຸກຄົນໃນເຢຣູຊາເລັມ.
ເຮົາຈະທຳລາຍທຸກສິ່ງທີ່ເຫຼືອຢູ່*ຂອງພະບາອານໃຫ້ໝົດໄປຈາກບ່ອນນີ້.+
ເຮົາຈະເຮັດໃຫ້ທຸກຄົນບໍ່ຈື່ຊື່ພວກປະໂລຫິດຂອງພະເຈົ້າປອມກັບພວກປະໂລຫິດທີ່ນະມັດສະການຮູບບູຊາ.+
5 ເຮົາຈະທຳລາຍຄົນທີ່ຂາບໄຫວ້ດາວຕ່າງໆທີ່ຢູ່ໃນທ້ອງຟ້າ.*+
ເຮົາຈະທຳລາຍຄົນທີ່ນະມັດສະການພະເຢໂຫວາແລະສາບານວ່າຈະພັກດີຕໍ່ເຮົາ+
ແຕ່ກໍໄປສາບານວ່າຈະພັກດີຕໍ່ພະມັນກາມນຳ.+
6 ເຮົາຈະທຳລາຍຄົນທີ່ເຊົາຕິດຕາມພະເຢໂຫວາ+
ແລະຄົນທີ່ເຊົາຊອກຫາການຊີ້ນຳຂອງພະເຢໂຫວາຫຼືເຊົາຂໍຄຳແນະນຳຈາກເຮົາ.”+
7 ໃຫ້ມິດຢູ່ຊື່ໆຕອນທີ່ຢູ່ຕໍ່ໜ້າພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດ ຍ້ອນວັນຂອງພະເຢໂຫວາໃກ້ມາຮອດແລ້ວ.+
ພະເຢໂຫວາໄດ້ກຽມເຄື່ອງບູຊາແລະເຮັດໃຫ້ຄົນທີ່ເພິ່ນເຊີນບໍລິສຸດແລ້ວ.
8 “ເຮົາເຢໂຫວາຈະລົງໂທດພວກເຈົ້ານາຍ
ພວກລູກຊາຍຂອງກະສັດ+ ແລະພວກທີ່ນຸ່ງເຄື່ອງຂອງຄົນຕ່າງຊາດໃນມື້ທີ່ເຮົາເຜົາເຄື່ອງບູຊາທີ່ເຮົາໄດ້ກຽມໄວ້.
9 ໃນມື້ນັ້ນ ເຮົາຈະລົງໂທດທຸກຄົນທີ່ປີນຂຶ້ນໄປເທິງແທ່ນ*
ແລະລົງໂທດຄົນທີ່ໃຊ້ຄວາມຮຸນແຮງແລະຫຼອກລວງຄົນອື່ນໃນເຮືອນເຈົ້ານາຍຂອງໂຕເອງ.”
10 ພະເຢໂຫວາເວົ້າວ່າ:
“ໃນມື້ນັ້ນຈະ+ມີສຽງຮ້ອງໄຫ້ມາຈາກປະຕູປາ
ຈະມີສຽງຮ້ອງຄາງມາຈາກເຂດເມືອງໃໝ່+
ແລະຈະມີສຽງຟົດແຊວມາຈາກໂນນພູ.
11 ຄົນທີ່ຢູ່ມາກເຕດ*ເອີ້ຍ ໃຫ້ຮ້ອງໄຫ້ໂລດ
ຍ້ອນພວກພໍ່ຄ້າຖືກກຳຈັດ*ໝົດແລ້ວ
ແລະຄົນທີ່ຊັ່ງເງິນກໍຖືກທຳລາຍໝົດແລ້ວ.
12 ໃນມື້ນັ້ນ ເຮົາຈະເອົາຕະກຽງສ່ອງເບິ່ງເຢຣູຊາເລັມຢ່າງລະອຽດ.
ເຮົາຈະລົງໂທດຄົນທີ່ບໍ່ສົນໃຈຫຍັງ*ທີ່ຄິດໃນໃຈວ່າ
‘ພະເຢໂຫວາຈະບໍ່ເຮັດດີເຮັດຊົ່ວຫຍັງດອກ.’+
13 ຊັບສົມບັດຂອງເຂົາເຈົ້າຈະຖືກປຸ້ນແລະເຮືອນຂອງເຂົາເຈົ້າຈະຖືກທຳລາຍ.+
ເຂົາເຈົ້າຈະປຸກເຮືອນ ແຕ່ຈະບໍ່ໄດ້ຢູ່.
ເຂົາເຈົ້າຈະເຮັດສວນໝາກລະແຊັງ ແຕ່ຈະບໍ່ໄດ້ກິນເຫຼົ້າແວງ.+
14 ວັນໃຫຍ່ຂອງພະເຢໂຫວາໃກ້ມາຮອດແລ້ວ.+
ມັນມາໃກ້ແລ້ວແລະກຳລັງມາບັກໄວໆ.+
ໃນວັນຂອງພະເຢໂຫວາຈະມີສຽງຮ້ອງທີ່ເປັນຕາຢ້ານຫຼາຍ.+
ພວກທະຫານກໍຮ້ອງອອກມາແບບໝົດຫວັງ.+
15 ມື້ນັ້ນຈະເປັນມື້ທີ່ພະເຈົ້າໃຈຮ້າຍແຮງ+
ເປັນມື້ທີ່ມີຄວາມທຸກແລະເຈັບປວດຫຼາຍ+
ເປັນມື້ທີ່ມີພາຍຸແລະຄວາມຮ້າງເປົ່າ
ເປັນມື້ທີ່ມີຄວາມມືດຄຶ້ມ+
ເປັນມື້ທີ່ມີຂີ້ເຝື້ອດຳໆຕຶບໜາ+
16 ເປັນມື້ທີ່ມີສຽງເປົ່າແກແລະສຽງຮ້ອງຕໍ່ສູ້ກັນ+
ເປັນມື້ທີ່ເມືອງຕ່າງໆທີ່ມີກຳແພງອ້ອມແລະປ້ອມສູງໆຖືກທຳລາຍ.+
17 ເຮົາຈະເຮັດໃຫ້ມະນຸດມີຄວາມທຸກລຳບາກ.
ເຂົາເຈົ້າຈະຍ່າງຄືກັບຄົນຕາບອດ+
ຍ້ອນເຂົາເຈົ້າໄດ້ເຮັດຜິດຕໍ່ພະເຢໂຫວາ.+
ເລືອດຂອງເຂົາເຈົ້າຈະຖືກເທຖິ້ມຄືກັບຂີ້ດິນ
18 ໃນວັນທີ່ພະເຢໂຫວາໃຈຮ້າຍ ເງິນແລະຄຳຂອງເຂົາເຈົ້າກໍບໍ່ສາມາດຊ່ວຍຊີວິດເຂົາເຈົ້າໄດ້.+
ຄວາມໃຈຮ້າຍຂອງເຮົາເປັນຄືກັບໄຟທີ່ຈະເຜົາໄໝ້ໝົດໂລກ+
ຍ້ອນເຮົາຈະທຳລາຍທຸກຄົນໃນແຜ່ນດິນໃນວິທີທີ່ເປັນຕາຢ້ານ.”+
2 ກ່ອນທີ່ເຫດການທີ່ພະເຈົ້າບອກຈະເກີດຂຶ້ນ
ກ່ອນທີ່ຈະຊ້າເກີນໄປ ເພາະເວລາຈະຜ່ານໄປໄວຫຼາຍຄືກັບເຟືອງທີ່ຖືກລົມພັດໄປ
ກ່ອນທີ່ພະເຢໂຫວາຈະໃຈຮ້າຍໃຫ້ພວກເຈົ້າແຮງ+
ແລະກ່ອນວັນທີ່ພະເຢໂຫວາໃຈຮ້າຍຈະມາຮອດພວກເຈົ້າ.
3 ທຸກຄົນໃນໂລກທີ່ເປັນຄົນຖ່ອມແລະເຮັດຕາມກົດໝາຍທີ່ຍຸຕິທຳ*ຂອງພະເຢໂຫວາ
ໃຫ້ພວກເຈົ້າມາຫາເພິ່ນ.+
ໃຫ້ພະຍາຍາມເຮັດສິ່ງທີ່ຖືກຕ້ອງສະເໝີແລະສະແດງຄວາມຖ່ອມ.
ບາງເທື່ອ*ພວກເຈົ້າຈະໄດ້ຮັບການປົກປ້ອງໃນວັນທີ່ພະເຢໂຫວາໃຈຮ້າຍ.+
4 ຄາຊາຈະເປັນເມືອງຮ້າງ
ແລະອາຊະກາໂລນຈະຖືກປະຖິ້ມໃຫ້ຮ້າງເປົ່າ.+
ຄົນອາຊະໂດດຈະຖືກໄລ່ໜີໃນຕອນກາງເວັນ
ແລະເອັກໂຣນຈະຖືກທຳລາຍຈົນບໍ່ເຫຼືອ.+
5 ຄົນເກເຣັດທີ່ອາໄສຢູ່ແຄມທະເລ ພວກເຈົ້າຈະຕ້ອງຈິບຫາຍ.+
ພະເຢໂຫວາໄດ້ຕັດສິນພວກເຈົ້າແລ້ວ.
“ການາອານແຜ່ນດິນຂອງພວກຟີລິດສະຕີນເອີ້ຍ ເຮົາຈະທຳລາຍເຈົ້າ
ແລະຈະບໍ່ໃຫ້ມີໃຜອາໄສຢູ່ອີກຕໍ່ໄປ.”
6 ແຄມທະເລຈະກາຍເປັນທົ່ງຫຍ້າ
ແລະມີນ້ຳສ້າງສຳລັບຄົນລ້ຽງແກະກັບມີຄອກແກະທີ່ອ້ອມດ້ວຍກຳແພງຫີນ.
7 ບ່ອນນັ້ນຈະກາຍເປັນບ່ອນຢູ່ຂອງຄົນຢູດາທີ່ຍັງເຫຼືອຢູ່.+
ເຂົາເຈົ້າຈະໄດ້ກິນອາຫານ.
ຕອນຄ່ຳ ເຂົາເຈົ້າຈະນອນຫຼັບສະບາຍຢູ່ເຮືອນໃນອາຊະກາໂລນ.
ຍ້ອນພະເຢໂຫວາພະເຈົ້າຂອງເຂົາເຈົ້າຈະກັບມາສົນໃຈ*ເຂົາເຈົ້າ
ແລະເພິ່ນຈະລວບລວມເຂົາເຈົ້າທີ່ເປັນຊະເລີຍໃຫ້ກັບຄືນມາ.+
8 “ເຮົາໄດ້ຍິນຄຳເວົ້າບໍ່ດີຂອງພວກໂມອາບ+ແລະໄດ້ຍິນຄຳເວົ້າດູຖູກຂອງພວກອຳໂມນ.+
ເຂົາເຈົ້າໄດ້ເຍາະເຍີ້ຍປະຊາຊົນຂອງເຮົາແລະຂູ່ແບບຈອງຫອງວ່າຈະມາຍຶດເອົາແຜ່ນດິນໄປ.”+
9 ພະເຢໂຫວາຜູ້ບັນຊາການກອງທັບ ພະເຈົ້າຂອງອິດສະຣາເອນບອກວ່າ: “ເຮົາສາບານວ່າຕາບໃດທີ່ເຮົາຍັງມີຊີວິດຢູ່
ໂມອາບຈະກາຍເປັນຄືກັບໂຊໂດມ+
ແລະອຳໂມນຈະກາຍເປັນຄືກັບໂກໂມຣາ.+
ແຜ່ນດິນຂອງເຂົາເຈົ້າຈະມີຫຍ້າຂຶ້ນເຕັມ ເປັນດິນເຄັມ ແລະຈະຮ້າງເປົ່າຕະຫຼອດໄປ.+
ປະຊາຊົນຂອງເຮົາທີ່ລອດຊີວິດຈະປຸ້ນເອົາເຄື່ອງຂອງຂອງເຂົາເຈົ້າ.
ຄົນໃນຊາດຂອງເຮົາທີ່ເຫຼືອລອດຈະຍຶດເອົາແຜ່ນດິນຂອງເຂົາເຈົ້າ.”
10 ນີ້ແມ່ນສິ່ງທີ່ເຂົາເຈົ້າຕ້ອງໄດ້ຮັບ ຍ້ອນເຂົາເຈົ້າຍິ່ງຈອງຫອງ.+
ເຂົາເຈົ້າບໍ່ໃຫ້ກຽດແລະເຍາະເຍີ້ຍປະຊາຊົນຂອງພະເຢໂຫວາຜູ້ບັນຊາການກອງທັບ.
11 ພະເຢໂຫວາຈະເຮັດໃຫ້ເຂົາເຈົ້າຢ້ານແລະນັບຖືເພິ່ນ.
ເພິ່ນຈະທຳລາຍພະເຈົ້າທັງໝົດຂອງໂລກນີ້ບໍ່ໃຫ້ເຫຼືອ.
ຄົນໃນຊາດຕ່າງໆທີ່ຢູ່ຕາມເກາະຕ່າງໆຈະນະມັດສະການເພິ່ນ+
ຈາກບ່ອນທີ່ເຂົາເຈົ້າຢູ່.
12 “ພວກເອທິໂອເປຍເອີ້ຍ ເຮົາຈະເອົາດາບຂ້າພວກເຈົ້າ.”+
13 ເພິ່ນຈະເດ່ມືໄປທາງເໜືອແລະທຳລາຍອັດຊີເຣຍ.
ເພິ່ນຈະເຮັດໃຫ້ນີເນເວຮ້າງເປົ່າ+ແລະແຫ້ງແລ້ງຄືກັບທະເລຊາຍ.
14 ຝູງສັດກັບສັດປ່າທຸກຊະນິດຈະນອນຢູ່ເມືອງນັ້ນ.
ໃນຕອນກາງຄືນ ນົກກະທຸງແລະໂຕເໝັ້ນຈະນອນຢູ່ຕາມຫົວເສົາທີ່ຫັກລົງມາຢູ່ພື້ນ
ຈະມີສຽງນົກຮ້ອງຢູ່ປ່ອງຢ້ຽມ
ຈະມີກອງຊາກຫັກພັງຢູ່ປະຕູ
ແລະຝາໄມ້ຊີດ້າ*ຈະຖືກປະໄວ້ໃຫ້ຕາກແດດຕາກຝົນ.
15 ເມືອງນີ້ເປັນເມືອງທີ່ຍິ່ງຈອງຫອງແລະບໍ່ຢ້ານອັນຕະລາຍຫຍັງ.
ເມືອງນີ້ຄິດໃນໃຈວ່າ: “ຂ້ອຍໃຫຍ່ສຸດ ບໍ່ມີໃຜທຽບຂ້ອຍໄດ້.”
ຍ້ອນແນວນີ້ແຫຼະ ເມືອງນີ້ຈະເຈິສິ່ງທີ່ເປັນຕາຢ້ານ
ແລະເປັນບ່ອນນອນຂອງສັດປ່າ.
ທຸກຄົນທີ່ກາຍໄປກາຍມາກໍຈະເຍາະເຍີ້ຍແລະແກວ່ງຫົວໃສ່*ເມືອງນີ້.+
3 ເມືອງນີ້ທີ່ກະບົດ ກົດຂີ່ປະຊາຊົນຂອງໂຕເອງ ແລະເປັນເມືອງທີ່ເປິເປື້ອນຈະຕ້ອງຈິບຫາຍ!+
2 ຄົນໃນເມືອງນີ້ເປັນຄົນທີ່ບໍ່ຍອມເຊື່ອຟັງ+ ບໍ່ຍອມຮັບຄຳສັ່ງສອນ+
ບໍ່ວາງໃຈພະເຢໂຫວາ+ ແລະບໍ່ເຂົ້າມາໃກ້ຊິດກັບພະເຈົ້າຂອງໂຕເອງ.+
3 ພວກເຈົ້ານາຍຂອງເມືອງນີ້ເປັນຄືກັບໂຕສິງທີ່ແຜດສຽງຮ້ອງ.+
ພວກຜູ້ຕັດສິນກໍເປັນຄືກັບໝາປ່າໃນຕອນກາງຄືນ.
ເຂົາເຈົ້າບໍ່ຈົ່ງກະດູກໄວ້ແຫ້ນໃນຕອນເຊົ້າເລີຍ.
4 ພວກຜູ້ພະຍາກອນຂອງເມືອງນີ້ເປັນຄົນຍິ່ງຈອງຫອງແລະເປັນຄົນທໍລະຍົດ.+
5 ພະເຢໂຫວາຍຸຕິທຳແລະເພິ່ນຢູ່ກັບປະຊາຊົນທີ່ຢູ່ໃນເມືອງນີ້.+ ເພິ່ນບໍ່ເຄີຍເຮັດຫຍັງຜິດເລີຍ.
ເພິ່ນເຮັດໃຫ້ຜູ້ຄົນຮູ້ຈັກການຕັດສິນຂອງເພິ່ນໃນທຸກໆເຊົ້າ+
ຄືກັບຕາເວັນທີ່ຂຶ້ນທຸກໆມື້.
ແຕ່ພວກຄົນຊົ່ວກໍຍັງບໍ່ຮູ້ຈັກອາຍ.+
6 “ເຮົາທຳລາຍຊາດຕ່າງໆແລະເຮັດໃຫ້ປ້ອມຂອງເຂົາເຈົ້າຮ້າງເປົ່າ.
ເຮົາທຳລາຍຫົນທາງຂອງເຂົາເຈົ້າເພື່ອບໍ່ໃຫ້ໃຜທຽວ.
ເມືອງຂອງເຂົາເຈົ້າກໍເຫຼືອແຕ່ຊາກຫັກພັງແລະບໍ່ມີຄົນຢູ່.+
7 ເຮົາເວົ້າກັບເມືອງນີ້ວ່າ ‘ເຈົ້າຕ້ອງຢ້ານເຮົາແທ້ໆແລະຍອມຮັບເອົາການສັ່ງສອນ’*+
ເຮົາຈຶ່ງຕ້ອງລົງໂທດຕາມຄວາມຜິດທັງໝົດທີ່ເມືອງນີ້ໄດ້ເຮັດ.
8 ພະເຢໂຫວາເວົ້າວ່າ ‘ໃຫ້ອົດທົນລໍຖ້າເຮົາຕໍ່ໆໄປ+
ຈົນກວ່າຈະຮອດມື້ທີ່ເຮົາຈະໄປໂຈມຕີປະຊາຊົນແລະຍຶດເອົາສິ່ງທີ່ມີຄ່າຂອງເຂົາເຈົ້າ.*
ເຮົາຕັດສິນໃຈລວບລວມຊາດຕ່າງໆແລະອານາຈັກຕ່າງໆ
ເພື່ອຈະລະບາຍຄວາມໃຈຮ້າຍທັງໝົດຂອງເຮົາໃສ່ເຂົາເຈົ້າ.+
ຄວາມໃຈຮ້າຍຂອງເຮົາເປັນຄືກັບໄຟທີ່ຈະເຜົາໄໝ້ໝົດໂລກ.+
9 ຕອນນັ້ນ ເຮົາຈະປ່ຽນພາສາຂອງຊາດຕ່າງໆໃຫ້ເປັນພາສາບໍລິສຸດ
ເພື່ອທຸກຄົນຈະສາມາດຮ້ອງຊື່ຂອງເຮົາເຢໂຫວາ
10 ຄົນຂອງເຮົາທີ່ກະຈັດກະຈາຍໄປທີ່ອະທິດຖານເຖິງເຮົາ
ຈະເອົາຂອງຂວັນຈາກເຂດແມ່ນ້ຳຂອງເອທິໂອເປຍມາໃຫ້ເຮົາ.+
11 ໃນມື້ນັ້ນ ເຈົ້າ*ຈະບໍ່ຕ້ອງອັບອາຍຂາຍໜ້າ
ຍ້ອນການກະທຳທັງໝົດທີ່ເຈົ້າກະບົດຕໍ່ເຮົາ+
ເພາະເຮົາຈະກຳຈັດຄົນຍິ່ງອອກໄປຈາກເຈົ້າ
ແລະເຈົ້າຈະບໍ່ເປັນຄົນຍິ່ງຈອງຫອງໃນພູບໍລິສຸດຂອງເຮົາອີກຕໍ່ໄປ.+
12 ເຮົາຈະໃຫ້ຄົນຖ່ອມແລະຄົນທີ່ຕ່ຳຕ້ອຍມີຊີວິດຢູ່ຕໍ່ໄປ.+
ເຂົາເຈົ້າຈະມາເພິ່ງເຮົາເຢໂຫວາ.*
13 ຄົນທີ່ຍັງເຫຼືອໃນອິດສະຣາເອນ+ຈະບໍ່ເຮັດຊົ່ວ.+
ເຂົາເຈົ້າຈະບໍ່ເວົ້າຕົວະແລະບໍ່ເວົ້າປີ້ນຄວາມ.
ເຂົາເຈົ້າຈະກິນອີ່ມ ນອນຫຼັບ ແລະຈະບໍ່ມີໃຜເຮັດໃຫ້ເຂົາເຈົ້າຢ້ານ.”+
14 ຄົນທີ່ຢູ່ຊີໂອນເອີ້ຍ ໃຫ້ໂຫ່ຮ້ອງດີໃຈ.
ອິດສະຣາເອນເອີ້ຍ ໃຫ້ໂຫ່ຮ້ອງດີໃຈທີ່ໄດ້ໄຊຊະນະ.+
ຄົນທີ່ຢູ່ເມືອງເຢຣູຊາເລັມເອີ້ຍ ໃຫ້ມີຄວາມມ່ວນຊື່ນແລະມີຄວາມສຸກຢ່າງເຕັມທີ.+
15 ພະເຢໂຫວາບໍ່ລົງໂທດເຈົ້າແລ້ວ.+
ເພິ່ນໄດ້ເຮັດໃຫ້ສັດຕູຂອງເຈົ້າຖອຍໜີໄປ.+
ພະເຢໂຫວາກະສັດຂອງອິດສະຣາເອນຢູ່ກັບເຈົ້າ.+
ເຈົ້າຈະບໍ່ຕ້ອງຢ້ານຄວາມຈິບຫາຍອີກຕໍ່ໄປ.+
16 ໃນມື້ນັ້ນຈະມີການເວົ້າກັບເຢຣູຊາເລັມວ່າ:
“ຊີໂອນເອີ້ຍ ບໍ່ຕ້ອງຢ້ານເດີ້.+
ບໍ່ຕ້ອງທໍ້ໃຈ*ເດີ້.
17 ພະເຢໂຫວາພະເຈົ້າຂອງເຈົ້າຈະຢູ່ກັບເຈົ້າ.+
ພະເຈົ້າຜູ້ຍິ່ງໃຫຍ່ສູງສຸດຈະຊ່ວຍເຈົ້າໃຫ້ລອດ.
ເພິ່ນຈະຍົກຍ້ອງເຈົ້າດ້ວຍຄວາມດີໃຈ.+
ເພິ່ນຈະມີຄວາມສຸກ*ທີ່ໄດ້ຮັກເຈົ້າ.
ເພິ່ນຈະມີຄວາມສຸກຍ້ອນເຈົ້າແລະຮ້ອງດ້ວຍຄວາມດີໃຈ.
18 ເຮົາຈະລວບລວມຄົນທີ່ໂສກເສົ້າເສຍໃຈທີ່ໄປຮ່ວມເທດສະການຂອງເຈົ້າບໍ່ໄດ້.+
ເຂົາເຈົ້າບໍ່ໄດ້ໄປຍ້ອນເຂົາເຈົ້າຖືກດູຖູກຢູ່ຕ່າງປະເທດ.+
19 ໃນມື້ນັ້ນ ເຮົາຈະຈັດການທຸກຄົນທີ່ຂົ່ມເຫງເຈົ້າ.+
ເຮົາຈະຊ່ວຍຄົນທີ່ຍ່າງຂາເຢັກ.+
ເຮົາຈະລວບລວມຄົນທີ່ກະຈັດກະຈາຍໄປ.+
ເຮົາຈະເຮັດໃຫ້ເຂົາເຈົ້າໄດ້ຮັບການຍົກຍ້ອງແລະມີຊື່ສຽງ
ໃນທຸກປະເທດທີ່ເຮັດໃຫ້ເຂົາເຈົ້າອັບອາຍ.
20 ໃນມື້ນັ້ນ ເຮົາຈະພາພວກເຈົ້າກັບມາ.
ໃນມື້ນັ້ນ ເຮົາຈະລວບລວມພວກເຈົ້າໃຫ້ມາຢູ່ນຳກັນ.
ເຮົາຈະເຮັດໃຫ້ພວກເຈົ້າມີຊື່ສຽງແລະໄດ້ຮັບການຍົກຍ້ອງ+ຈາກທຸກປະເທດໃນໂລກນີ້.
ແລ້ວພວກເຈົ້າຈະເຫັນ ເມື່ອເຮົາລວບລວມຄົນທີ່ເປັນຊະເລີຍກັບມາ.” ພະເຢໂຫວາເວົ້າໄວ້ແນວນີ້.+
ແປວ່າ “ພະເຢໂຫວາເຊື່ອງໄວ້ (ມ້ຽນໄວ້)”
ອາດໝາຍເຖິງສິ່ງຂອງຫຼືພິທີກຳທີ່ກ່ຽວຂ້ອງກັບການຂາບໄຫວ້ຮູບບູຊາ
ຫຼື “ຮ່ອງຮອຍ”
ແປຕາມໂຕວ່າ “ກອງທັບໃນສະຫວັນ.” ອາດໝາຍເຖິງຕາເວັນ ເດືອນ ແລະດາວຕ່າງໆ.
ອາດໝາຍເຖິງແທ່ນທີ່ມີບັນລັງຂອງກະສັດຕັ້ງຢູ່
ອາດໝາຍເຖິງສ່ວນໜຶ່ງຂອງເມືອງເຢຣູຊາເລັມທີ່ຢູ່ໃກ້ປະຕູປາ
ແປຕາມໂຕວ່າ “ມິດງຽບ”
ແປຕາມໂຕວ່າ “ຄົນທີ່ເປັນຂີ້ຕະກອນ.” ໝາຍເຖິງຂີ້ຕະກອນທີ່ຢູ່ໃນຖັງເຫຼົ້າແວງ.
ແປຕາມໂຕວ່າ “ລຳໄສ້”
ແປຕາມໂຕວ່າ “ການຕັດສິນ”
ຫຼື “ອາດເປັນໄປໄດ້ວ່າ”
ຫຼື “ເບິ່ງແຍງ”
ໄມ້ແປກຊະນິດໜຶ່ງ
ແປຕາມໂຕວ່າ “ຜິວປາກແລະແກວ່ງກຳປັ້ນໃສ່”
ຫຼື “ການແກ້ໄຂ”
ຫຼືອາດແປວ່າ “ລຸກຂຶ້ນເປັນພະຍານ”
ຫຼື “ນະມັດສະການເຮົາແບບເປັນນ້ຳໜຶ່ງໃຈດຽວກັນ”
ໝາຍເຖິງເຢຣູຊາເລັມ
ແປຕາມໂຕວ່າ “ເພິ່ງຊື່ຂອງພະເຢໂຫວາ”
ແປຕາມໂຕວ່າ “ຢ່າໃຫ້ມືຂອງເຈົ້າຕົກ”
ຫຼື “ອີ່ມໃຈພໍໃຈ; ສະບາຍໃຈ”