ຮັກກາຍ
1 ໃນວັນທີ 1 ເດືອນທີ 6 ຂອງປີທີ 2 ທີ່ກະສັດດາຣິອຸດ*ປົກຄອງ ພະເຢໂຫວາໄດ້ສົ່ງຂ່າວຜ່ານທາງຜູ້ພະຍາກອນຮັກກາຍ*+ມາຫາເຊຣູບາເບນ+ເຈົ້າແຂວງຢູດາທີ່ເປັນລູກຊາຍຂອງເຊອານຕີເອນ ແລະມາຫາປະໂລຫິດໃຫຍ່ໂຢຊວຍລູກຊາຍຂອງເຢໂຮຊາດັກ.
2 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ປະຊາຊົນເຫຼົ່ານີ້ເວົ້າຈັ່ງຊີ້ ‘ຍັງບໍ່ທັນຮອດເວລາທີ່ຈະສ້າງວິຫານຂອງພະເຢໂຫວາເທື່ອ.’”*+
3 ພະເຢໂຫວາເວົ້າຜ່ານທາງຜູ້ພະຍາກອນຮັກກາຍອີກເທື່ອໜຶ່ງ+ວ່າ: 4 “ພວກເຈົ້າຢູ່ເຮືອນທີ່ຕົກແຕ່ງດ້ວຍໄມ້ທີ່ງາມໆ ແຕ່ວິຫານຂອງເຮົາພັດເປັນຊາກຫັກພັງ.+ ຕອນນີ້ແມ່ນເວລາທີ່ພວກເຈົ້າຈະເຮັດແບບນີ້ບໍ? 5 ພະເຢໂຫວາຜູ້ບັນຊາການກອງທັບຈຶ່ງເວົ້າວ່າ ‘ໃຫ້ຄິດເບິ່ງຄັກໆເດີ້ວ່າພວກເຈົ້າກຳລັງເຮັດຫຍັງຢູ່. 6 ພວກເຈົ້າຫວ່ານເມັດພືດຫຼາຍ ແຕ່ກໍເກັບກ່ຽວໄດ້ໜ້ອຍດຽວ.+ ພວກເຈົ້າໄດ້ກິນ ແຕ່ກໍບໍ່ອີ່ມ. ພວກເຈົ້າໄດ້ດື່ມເຫຼົ້າແວງ ແຕ່ກໍບໍ່ພໍ. ພວກເຈົ້າໃສ່ເຄື່ອງນຸ່ງ ແຕ່ກໍບໍ່ອຸ່ນ. ຜູ້ທີ່ຮັບຈ້າງເຮັດວຽກກໍເອົາເງິນຄ່າຈ້າງໃສ່ຖົງທີ່ຮົ່ວ.’”
7 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ໃຫ້ຄິດເບິ່ງຄັກໆເດີ້ວ່າພວກເຈົ້າກຳລັງເຮັດຫຍັງຢູ່.”
8 ພະເຢໂຫວາບອກວ່າ: “ໃຫ້ພວກເຈົ້າຂຶ້ນໄປເທິງພູແລະເອົາໄມ້+ມາສ້າງວິຫານຂອງເຮົາ+ເພື່ອເຮົາຈະພໍໃຈແລະໄດ້ຮັບກຽດ.”+
9 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ພວກເຈົ້າຄາດຫວັງວ່າຈະເກັບກ່ຽວໄດ້ຫຼາຍ ແຕ່ພັດໄດ້ໜ້ອຍດຽວ. ເມື່ອພວກເຈົ້າເອົາສິ່ງທີ່ເກັບກ່ຽວນັ້ນມາເຮືອນ ເຮົາຈະເປົ່າມັນໃຫ້ປິວໄປໄກໆ.+ ຍ້ອນຫຍັງເຮົາຈຶ່ງເຮັດແນວນີ້? ກໍຍ້ອນວ່າວິຫານຂອງເຮົາຍັງເປັນຊາກຫັກພັງຢູ່ ແຕ່ພວກເຈົ້າພັດຫຍຸ້ງຢູ່ກັບການເບິ່ງແຍງເຮືອນຊານຂອງໂຕເອງ.+ 10 ດັ່ງນັ້ນ ເຮົາຈຶ່ງບໍ່ໃຫ້ນ້ຳຄ້າງຕົກລົງມາແລະບໍ່ໃຫ້ດິນເກີດດອກອອກໝາກ. 11 ເຮົາໄດ້ເຮັດໃຫ້ດິນແລະພູຕ່າງໆແຫ້ງແລ້ງບໍ່ເຊົາ ເຊິ່ງເຮັດໃຫ້ເຂົ້າ ເຫຼົ້າແວງ ນ້ຳມັນໝາກກອກ ແລະຜົນລະປູກບໍ່ພໍກິນ ທັງເຈົ້າກັບຝູງສັດຂອງເຈົ້າເຈິຄວາມລຳບາກ ແລະວຽກໜັກທຸກຢ່າງທີ່ພວກເຈົ້າເຮັດກໍບໍ່ມີປະໂຫຍດຫຍັງເລີຍ.”
12 ເຊຣູບາເບນ+ລູກຊາຍຂອງເຊອານຕີເອນ+ ປະໂລຫິດໃຫຍ່ໂຢຊວຍລູກຊາຍຂອງເຢໂຮຊາດັກ+ ແລະປະຊາຊົນທຸກຄົນກໍຟັງພະເຢໂຫວາພະເຈົ້າຂອງເຂົາເຈົ້າແລະຟັງສິ່ງທີ່ຜູ້ພະຍາກອນຮັກກາຍເວົ້າ ຍ້ອນພະເຢໂຫວາພະເຈົ້າຂອງເຂົາເຈົ້າໄດ້ໃຊ້ລາວມາບອກ. ປະຊາຊົນທຸກຄົນໄດ້ຢ້ານຢຳພະເຢໂຫວາ.
13 ຈາກນັ້ນ ຮັກກາຍຜູ້ສົ່ງຂ່າວຂອງພະເຢໂຫວາກໍບອກປະຊາຊົນແບບນີ້: “ພະເຢໂຫວາເວົ້າວ່າ ‘ເຮົາຢູ່ກັບພວກເຈົ້າ.’”+ ຮັກກາຍເວົ້າຕາມທີ່ພະເຢໂຫວາສັ່ງລາວ.
14 ພະເຢໂຫວາໄດ້ກະຕຸ້ນໃຈ+ເຊຣູບາເບນເຈົ້າແຂວງຢູດາ+ທີ່ເປັນລູກຊາຍຂອງເຊອານຕີເອນໃຫ້ກະຕຸ້ນໃຈປະໂລຫິດໃຫຍ່ໂຢຊວຍ+ລູກຊາຍຂອງເຢໂຮຊາດັກ ແລະກະຕຸ້ນໃຈປະຊາຊົນທຸກຄົນ. ແລ້ວເຂົາເຈົ້າກໍເລີ່ມວຽກສ້າງວິຫານຂອງພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງເຂົາເຈົ້າ.+ 15 ວຽກນີ້ເລີ່ມວັນທີ 24 ເດືອນທີ 6 ຂອງປີທີ 2 ທີ່ກະສັດດາຣິອຸດປົກຄອງ.+
2 ໃນວັນທີ 21 ຂອງເດືອນທີ 7 ພະເຢໂຫວາເວົ້າກັບຜູ້ພະຍາກອນຮັກກາຍ+ວ່າ: 2 “ໃຫ້ໄປຖາມເຊຣູບາເບນ+ເຈົ້າແຂວງຢູດາ+ທີ່ເປັນລູກຊາຍຂອງເຊອານຕີເອນ ປະໂລຫິດໃຫຍ່ໂຢຊວຍ+ລູກຊາຍຂອງເຢໂຮຊາດັກ+ ແລະປະຊາຊົນວ່າ 3 ‘ມີໃຜໃນພວກເຈົ້າເຄີຍເຫັນຄວາມສະຫງ່າງາມຂອງວິຫານຫຼັງເກົ່າບໍ?+ ຕອນນີ້ ພວກເຈົ້າເບິ່ງວິຫານຫຼັງນີ້ແລ້ວມັນເປັນແນວໃດ? ມັນທຽບກັບຫຼັງເກົ່າບໍ່ໄດ້ເລີຍແມ່ນບໍ?’”+
4 ພະເຢໂຫວາເວົ້າວ່າ: “ເຊຣູບາເບນ ຕອນນີ້ຂໍໃຫ້ເຈົ້າເຂັ້ມແຂງເດີ້ ປະໂລຫິດໃຫຍ່ໂຢຊວຍລູກຊາຍຂອງເຢໂຮຊາດັກເອີ້ຍ ຂໍໃຫ້ເຈົ້າເຂັ້ມແຂງ.”
ພະເຢໂຫວາເວົ້າວ່າ: “ຂໍໃຫ້ປະຊາຊົນທຸກຄົນໃນແຜ່ນດິນນີ້ເຂັ້ມແຂງຄືກັນ+ ແລະໃຫ້ພາກັນລົງມືເຮັດວຽກໂລດ.”
ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ເຮົາຢູ່ກັບພວກເຈົ້າ.+ 5 ຂໍໃຫ້ພວກເຈົ້າຈື່ສິ່ງທີ່ເຮົາໄດ້ສັນຍາກັບພວກເຈົ້າຕອນທີ່ອອກມາຈາກເອຢິບ+ ແລະຂໍໃຫ້ຈື່ໄວ້ຄືກັນວ່າເຮົາຍັງໃຊ້ພະລັງຂອງເຮົາຊີ້ນຳພວກເຈົ້າຢູ່.*+ ພວກເຈົ້າບໍ່ຕ້ອງຢ້ານ.”+
6 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ອີກຈັກໜ້ອຍເຮົາຈະສັ່ນທ້ອງຟ້າ ໂລກ ທະເລ ແລະແຜ່ນດິນອີກເທື່ອໜຶ່ງ.”+
7 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ເຮົາຈະສັ່ນທຸກຊາດ ແລ້ວສິ່ງທີ່ມີຄ່າຂອງຊາດເຫຼົ່ານີ້ຈະເຂົ້າມາໃນວິຫານຂອງເຮົາ.+ ເຮົາຈະເຮັດໃຫ້ວິຫານຫຼັງນີ້ມີແຕ່ແສງລັດສະໝີຂອງເຮົາ.”+
8 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ເງິນເປັນຂອງເຮົາແລະຄຳກໍເປັນຂອງເຮົາຄືກັນ.”
9 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ໃນອະນາຄົດ ວິຫານຫຼັງນີ້ຈະສະຫງ່າງາມກວ່າວິຫານຫຼັງເກົ່າ.”+
ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ເຮົາຈະເຮັດໃຫ້ມີຄວາມສະຫງົບສຸກຢູ່ບ່ອນນີ້.”+
10 ໃນວັນທີ 24 ເດືອນທີ 9 ຂອງປີທີ 2 ທີ່ກະສັດດາຣິອຸດປົກຄອງ ພະເຢໂຫວາໄດ້ເວົ້າກັບຜູ້ພະຍາກອນຮັກກາຍ.+ 11 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ໃຫ້ໄປຖາມພວກປະໂລຫິດກ່ຽວກັບເລື່ອງກົດໝາຍວ່າ+ 12 ‘ຖ້າມີຄົນເອົາຊີ້ນທີ່ບໍລິສຸດ*ໃສ່ພົກເສື້ອ ແລ້ວເຄື່ອງນຸ່ງຂອງລາວໄປຖືກເຂົ້າຈີ່ ແກງ ເຫຼົ້າແວງ ນ້ຳມັນໝາກກອກ ຫຼືຂອງກິນແນວອື່ນ ຈະຖືວ່າຂອງກິນເຫຼົ່ານັ້ນເປັນສິ່ງທີ່ບໍລິສຸດຄືກັນບໍ?’”
ພວກປະໂລຫິດຕອບວ່າ: “ບໍ່ ມັນບໍ່ບໍລິສຸດ.”
13 ຮັກກາຍຖາມຕໍ່ອີກວ່າ: “ຖ້າຜູ້ໜຶ່ງທີ່ບໍ່ສະອາດຍ້ອນໄປຈັບສົບຄົນຕາຍມາຈັບຂອງກິນເຫຼົ່ານັ້ນ ຈະຖືວ່າຂອງກິນເຫຼົ່ານັ້ນບໍ່ສະອາດຄືກັນບໍ?”+
ພວກປະໂລຫິດຕອບວ່າ: “ແມ່ນແລ້ວ ຈະຕ້ອງຖືວ່າມັນບໍ່ສະອາດ.”
14 ຮັກກາຍຈຶ່ງເວົ້າວ່າ: “ພະເຢໂຫວາບອກວ່າ ‘ຍ້ອນຄົນໃນຊາດນີ້ເປັນຈັ່ງຊີ້ ເຮົາຈຶ່ງຖືວ່າເຂົາເຈົ້າບໍ່ສະອາດ. ບໍ່ວ່າເຂົາເຈົ້າຈະເຮັດຫຍັງຫຼືເອົາຫຍັງມາໃຫ້ເຮົາ ສິ່ງເຫຼົ່ານັ້ນກໍບໍ່ສະອາດຄືກັນ.’”
15 “ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ກ່ອນທີ່ຈະເລີ່ມສ້າງວິຫານຂອງພະເຢໂຫວາຄືນໃໝ່+ ໃຫ້ພວກເຈົ້າຄິດຄັກໆກ່ຽວກັບເລື່ອງນີ້. 16 ໃຫ້ຄິດເບິ່ງວ່າມັນເປັນແນວໃດຕອນທີ່ຄົນໄປຮອດກອງເຂົ້າແລະຫວັງວ່າຈະໄດ້ເຂົ້າ 20 ເປົາ ພັດໄດ້ແຕ່ 10 ເປົາ ແລະຕອນທີ່ຄົນໄປຮອດອ່າງຢຽບໝາກລະແຊັງແລະຫວັງວ່າຈະໄດ້ເຫຼົ້າແວງ 50 ໄຫ ພັດໄດ້ແຕ່ 20 ໄຫ.+ 17 ເຮົາໄດ້ເຮັດໃຫ້ຜົນລະປູກຂອງພວກເຈົ້າເສຍຫາຍຍ້ອນພະຍາດ ລົມທີ່ຮ້ອນໆ+ ແລະພາຍຸໝາກເຫັບ ແຕ່ກໍບໍ່ມີໃຜຈັກຄົນກັບມາຫາເຮົາ.” ພະເຢໂຫວາເວົ້າຈັ່ງຊີ້.
18 ຂໍໃຫ້ພວກເຈົ້າຈື່ໄວ້ວ່ານັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເຊິ່ງກໍຄືວັນທີ 24 ຂອງເດືອນທີ 9 ເຊິ່ງເປັນມື້ທີ່ມີການວາງຮາກຖານວິຫານຂອງພະເຢໂຫວາ+ ຂໍໃຫ້ຄິດເບິ່ງວ່າ 19 ພວກເຈົ້າຍັງມີເຂົ້າເຫຼືອຢູ່ໃນເລົ້າເຂົ້າ*ບໍ?+ ເຄືອໝາກລະແຊັງ ຕົ້ນໝາກເດື່ອ ຕົ້ນໝາກພິລາ ແລະຕົ້ນໝາກກອກຍັງບໍ່ມີໝາກເທື່ອແມ່ນບໍ? ແຕ່ນັບຈາກມື້ນີ້ເປັນຕົ້ນໄປ ເຮົາຈະອວຍພອນພວກເຈົ້າ.”+
20 ໃນວັນທີ 24 ຂອງເດືອນທີ 9 ພະເຢໂຫວາບອກຮັກກາຍເປັນເທື່ອທີ 2+ ວ່າ: 21 “ໃຫ້ໄປບອກເຊຣູບາເບນເຈົ້າແຂວງຢູດາວ່າ ‘ເຮົາຈະສັ່ນທ້ອງຟ້າແລະໂລກ.+ 22 ເຮົາຈະທຳລາຍຊາດຕ່າງໆແລະຍຶດເອົາອຳນາດຂອງປະເທດຕ່າງໆ.+ ເຮົາຈະທຳລາຍລົດຮົບກັບຄົນຂີ່ລົດຮົບຂອງເຂົາເຈົ້າ. ມ້າແລະທະຫານມ້າຂອງເຂົາເຈົ້າຈະຕ້ອງຕາຍຍ້ອນດາບຂອງພີ່ນ້ອງໂຕເອງ.’”+
23 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ເຊຣູບາເບນລູກຊາຍຂອງເຊອານຕີເອນ+ຜູ້ຮັບໃຊ້ຂອງເຮົາ+ ໃນມື້ນັ້ນ ເຮົາຈະເອີ້ນເຈົ້າແລະເຮັດໃຫ້ເຈົ້າເປັນຄືກັບແຫວນຈ້ຳກາ ຍ້ອນເຈົ້າເປັນຄົນທີ່ເຮົາໄດ້ເລືອກໄວ້ແລ້ວ.” ພະເຢໂຫວາເວົ້າໄວ້ແນວນີ້. ທັງໝົດນີ້ແມ່ນຄຳເວົ້າຂອງພະເຢໂຫວາຜູ້ບັນຊາການກອງທັບ.
ດາຣິອຸດທີ 1 ຫຼືດາຣິອຸດຜູ້ຍິ່ງໃຫຍ່
ແປວ່າ “ເກີດໃນມື້ເທດສະການ”
ຫຼື “ສ້າງວິຫານຂອງພະເຢໂຫວາຄືນໃໝ່”
ຫຼືອາດແປວ່າ “ຕອນນັ້ນພະລັງຂອງເຮົາຢືນຢູ່ທ່າມກາງພວກເຈົ້າ”
ໝາຍເຖິງຊີ້ນທີ່ເອົາໄປເປັນເຄື່ອງບູຊາໃຫ້ພະເຈົ້າ
ຫຼື “ຂຸມສຳລັບມ້ຽນເຂົ້າ”