ມາລາກີ
1 ຕໍ່ໄປນີ້ແມ່ນສິ່ງທີ່ພະເຢໂຫວາເວົ້າກັບພວກອິດສະຣາເອນຜ່ານທາງມາລາກີ.*
2 ພະເຢໂຫວາເວົ້າວ່າ: “ເຮົາຮັກພວກເຈົ້າ.”+
ແຕ່ພວກເຈົ້າພັດຖາມວ່າ: “ພະອົງຮັກພວກເຮົາແນວໃດ?”
ພະເຢໂຫວາຈຶ່ງຕອບວ່າ: “ເອຊາວເປັນອ້າຍຂອງຢາໂຄບແມ່ນບໍ?+ ແຕ່ເຮົາຮັກຢາໂຄບ 3 ແລະຊັງເອຊາວ.+ ເຮົາຈະເຮັດໃຫ້ພູຂອງເອຊາວຮ້າງເປົ່າ+ ແລະເຮັດໃຫ້ດິນມູນຂອງລາວເປັນບ່ອນກັນດານທີ່ໝາໄນຈະມາຢູ່.”+
4 “ເຖິງເອໂດມ*ຈະເວົ້າວ່າ ‘ພວກເຮົາໄດ້ກະຈັດກະຈາຍກັນໄປ ແຕ່ພວກເຮົາຈະກັບຄືນມາແລະສ້າງຊາກຫັກພັງຄືນໃໝ່.’ ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ ‘ເຂົາເຈົ້າຈະສ້າງ ແຕ່ເຮົາຈະມ້າງມັນ. ເຂົາເຈົ້າຈະເອີ້ນບ່ອນນັ້ນວ່າ “ເຂດທີ່ມີແຕ່ຄົນເຮັດຊົ່ວ” ແລະເອີ້ນຄົນທີ່ຢູ່ຫັ້ນວ່າ “ຄົນທີ່ຖືກພະເຢໂຫວາສາບແຊ່ງຕະຫຼອດໄປ.”+ 5 ພວກເຈົ້າຈະເຫັນດ້ວຍຕາໂຕເອງແລະຈະເວົ້າວ່າ “ຂໍໃຫ້ພະເຢໂຫວາໄດ້ຮັບການສັນລະເສີນທົ່ວອິດສະຣາເອນ.”’”
6 ເຮົາເຢໂຫວາຜູ້ບັນຊາການກອງທັບເວົ້າໃຫ້ພວກປະໂລຫິດທີ່ດູຖູກຊື່ຂອງເຮົາວ່າ:+ “ລູກຕ້ອງນັບຖືພໍ່+ ແລະຄົນຮັບໃຊ້ຕ້ອງນັບຖືເຈົ້ານາຍ. ຖ້າເຮົາເປັນພໍ່ຂອງພວກເຈົ້າ+ ເປັນຫຍັງພວກເຈົ້າຄືບໍ່ນັບຖືເຮົາ?+ ແລະຖ້າເຮົາເປັນເຈົ້ານາຍຂອງພວກເຈົ້າ ເປັນຫຍັງພວກເຈົ້າຄືບໍ່ຢ້ານຢຳເຮົາ?
‘ແຕ່ພວກເຈົ້າພັດຖາມວ່າ “ພວກເຮົາດູຖູກຊື່ຂອງພະອົງແນວໃດ?”’
7 ‘ພວກເຈົ້າເອົາເຄື່ອງບູຊາ*ທີ່ບໍ່ສະອາດມາເຜົາຢູ່ແທ່ນບູຊາຂອງເຮົາ.’
‘ແຕ່ພວກເຈົ້າພັດຖາມອີກວ່າ “ພວກເຮົາເຮັດໃຫ້ພະອົງບໍ່ສະອາດຈັ່ງໃດ?”’
‘ກໍໂດຍເວົ້າວ່າ “ພວກເຮົາບໍ່ຕ້ອງນັບຖືໂຕະ*ຂອງພະເຢໂຫວາ+ກະໄດ້.” 8 ຕອນທີ່ພວກເຈົ້າເອົາສັດຕາບອດມາເປັນເຄື່ອງບູຊາ ພວກເຈົ້າເວົ້າວ່າ “ບໍ່ເປັນຫຍັງດອກ” ແລະຕອນທີ່ພວກເຈົ້າເອົາສັດພິການແລະສັດທີ່ໂຊມາໃຫ້ເຮົາ ພວກເຈົ້າກໍເວົ້າວ່າ “ບໍ່ຜິດດອກ.”’”+
“ໃຫ້ພວກເຈົ້າເອົາສັດແບບນັ້ນໄປໃຫ້ເຈົ້າແຂວງເບິ່ງດຸ. ລາວຊິເອົາເບາະ? ລາວຊິພໍໃຈພວກເຈົ້າບໍ?” ພະເຢໂຫວາຜູ້ບັນຊາການກອງທັບເວົ້າແບບນີ້.
9 ຕອນນີ້ ໃຫ້ພວກເຮົາອ້ອນວອນຫາພະເຈົ້າເພື່ອເພິ່ນຈະອີ່ຕົນພວກເຮົາ. ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ຖ້າພວກເຈົ້າເອົາເຄື່ອງບູຊາແບບນີ້ມາໃຫ້ເຮົາ ພວກເຈົ້າຄິດວ່າເຮົາຈະອີ່ຕົນພວກເຈົ້າບໍ?”
10 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ໃນພວກເຈົ້າມີໃຜບໍທີ່ເຕັມໃຈເຮັດໜ້າທີ່ອັດປະຕູວິຫານ?+ ແມ່ນແຕ່ດັງໄຟຢູ່ແທ່ນບູຊາ ຄັນບໍ່ໄດ້ຫຍັງ ພວກເຈົ້າກໍບໍ່ຢາກເຮັດ.+ ເຮົາບໍ່ພໍໃຈພວກເຈົ້າແລະບໍ່ພໍໃຈເຄື່ອງບູຊາທີ່ພວກເຈົ້າເອົາມາໃຫ້.”+
11 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ຊື່ຂອງເຮົາຈະໄດ້ຮັບຄວາມນັບຖືໃນທຸກຊາດ+ຕັ້ງແຕ່ທິດຕາເວັນອອກຈົນຮອດທິດຕາເວັນຕົກ. ໃນທຸກໆບ່ອນຈະມີຄົນເຜົາເຄື່ອງບູຊາເພື່ອໃຫ້ກຽດຊື່ຂອງເຮົາ. ເຮົາຈະຍອມຮັບເຄື່ອງບູຊານັ້ນ ແລ້ວຊື່ຂອງເຮົາຈະໄດ້ຮັບຄວາມນັບຖືໃນຊາດຕ່າງໆ.”+
12 “ແຕ່ພວກເຈົ້າດູຖູກຊື່ຂອງເຮົາ*+ໂດຍເວົ້າວ່າ ‘ໂຕະຂອງພະເຢໂຫວາບໍ່ສະອາດ ເອົາເຄື່ອງບູຊາ*ແນວໃດມາວາງໄວ້ກະໄດ້. ມັນບໍ່ເປັນຫຍັງດອກ.’+ 13 ພວກເຈົ້າຍັງເວົ້າວ່າ ‘ພວກເຮົາເມື່ອຍຮັບໃຊ້ແລ້ວ’ ແລະພວກເຈົ້າຍັງດູຖູກວຽກນີ້.” ພະເຢໂຫວາຜູ້ບັນຊາການກອງທັບເວົ້າແບບນີ້. “ພວກເຈົ້າເອົາສັດທີ່ລັກມາ ສັດທີ່ພິການ ແລະສັດທີ່ໂຊມາໃຫ້ເຮົາເພື່ອເປັນເຄື່ອງບູຊາ ເຮົາຄວນຮັບເອົາສັດແບບນີ້ຈາກພວກເຈົ້າບໍ?”+ ພະເຢໂຫວາເວົ້າຈັ່ງຊີ້.
14 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ຄົນທີ່ຕົວະພະເຈົ້າຈະຖືກສາບແຊ່ງ. ລາວມີສັດໂຕຜູ້ທີ່ຕຸ້ຍພີດີງາມໃນຝູງ ແຕ່ພັດເອົາໂຕທີ່ບໍ່ສົມບູນມາເປັນເຄື່ອງບູຊາເພື່ອເຮັດສັນຍາກັບພະເຢໂຫວາ. ເຮົາເປັນກະສັດອົງຍິ່ງໃຫຍ່+ ທຸກຊາດຈະຢ້ານຢຳແລະນັບຖືຊື່ຂອງເຮົາ.”+
2 “ພວກປະໂລຫິດ ນີ້ແມ່ນຄຳສັ່ງສຳລັບພວກເຈົ້າ.+ 2 ຖ້າພວກເຈົ້າບໍ່ເຊື່ອຟັງແລະບໍ່ຕັ້ງໃຈສັນລະເສີນຊື່ຂອງເຮົາ ເຮົາຈະສາບແຊ່ງພວກເຈົ້າ+ແລະສິ່ງທີ່ພວກເຈົ້າອວຍພອນຄົນອື່ນ ເຮົາຈະປ່ຽນເປັນຄຳສາບແຊ່ງ.+ ເຮົາຈະປ່ຽນຄຳອວຍພອນຂອງພວກເຈົ້າເປັນຄຳສາບແຊ່ງ ຍ້ອນພວກເຈົ້າຕັ້ງໃຈບໍ່ເຊື່ອຟັງເຮົາ.” ພະເຢໂຫວາຜູ້ບັນຊາການກອງທັບເວົ້າໄວ້ແບບນີ້.
3 “ເຮົາຈະທຳລາຍແນວປູກທີ່ພວກເຈົ້າຫວ່ານຍ້ອນສິ່ງທີ່ພວກເຈົ້າເຮັດ+ ແລະຕອນທີ່ພວກເຈົ້າເອົາສັດມາເປັນເຄື່ອງບູຊາໃນຍາມເທດສະການຕ່າງໆ ເຮົາຈະເອົາຂີ້ຂອງພວກມັນດຶກໃສ່ໜ້າພວກເຈົ້າ ແລະພວກເຈົ້າຈະຖືກໂຍນໃສ່ກອງຂີ້ສັດ.* 4 ແລ້ວພວກເຈົ້າຈະຮູ້ວ່າເຮົາເປັນຜູ້ໃຫ້ຄຳສັ່ງນີ້ກັບພວກເຈົ້າ ເພື່ອຄຳສັນຍາທີ່ເຮົາໄດ້ເຮັດກັບເລວີຈະບໍ່ຖືກຍົກເລີກ.”+ ພະເຢໂຫວາຜູ້ບັນຊາການກອງທັບເວົ້າແບບນີ້.
5 “ສັນຍາທີ່ເຮົາເຮັດກັບລາວໄດ້ປົກປ້ອງຊີວິດລາວ ແລະເຮັດໃຫ້ລາວຢູ່ຢ່າງສະຫງົບສຸກ. ຍ້ອນແນວນີ້ ລາວຈຶ່ງຢ້ານຢຳເຮົາ. ລາວນັບຖືຊື່ຂອງເຮົາ ລາວຈຶ່ງບໍ່ຍອມເຮັດສິ່ງທີ່ເຮົາບໍ່ມັກ. 6 ລາວສອນກົດໝາຍ*ທີ່ເປັນຄວາມຈິງ+ແລະບໍ່ເຄີຍເວົ້າແນວຊົ່ວໆ. ລາວໃຊ້ຊີວິດທີ່ສະຫງົບສຸກແລະສັດຊື່ຕໍ່ເຮົາ.+ ລາວຊ່ວຍຫຼາຍຄົນໃຫ້ເຊົາເຮັດຜິດ. 7 ປະໂລຫິດຕ້ອງສອນຄວາມຮູ້ຂອງພະເຈົ້າ ແລະປະຊາຊົນຕ້ອງໄປຫາລາວເພື່ອຈະໄດ້ຮັບການສອນ*+ ຍ້ອນລາວເປັນຜູ້ສົ່ງຂ່າວຂອງພະເຢໂຫວາຜູ້ບັນຊາການກອງທັບ.
8 ແຕ່ພວກເຈົ້າບໍ່ໄດ້ເຮັດແບບນັ້ນ. ພວກເຈົ້າໄດ້ເຮັດໃຫ້ຫຼາຍຄົນບໍ່ເຮັດຕາມກົດໝາຍຂອງເຮົາ.+ ພວກເຈົ້າບໍ່ເຮັດຕາມສັນຍາທີ່ເຮົາໄດ້ເຮັດກັບເລວີ.”+ ພະເຢໂຫວາຜູ້ບັນຊາການກອງທັບເວົ້າແບບນີ້. 9 ເຮົາຈະເຮັດໃຫ້ຄົນດູຖູກພວກເຈົ້າແລະເບິ່ງພວກເຈົ້າເປັນຄົນຕ່ຳຕ້ອຍ ຍ້ອນພວກເຈົ້າບໍ່ເຮັດຕາມແນວທາງຂອງເຮົາ ແຕ່ໃຊ້ກົດໝາຍແບບບໍ່ຍຸຕິທຳ.”+
10 “ພວກເຮົາມີພໍ່ຄົນດຽວກັນແມ່ນບໍ?+ ແລະພວກເຮົາຖືກສ້າງຈາກພະເຈົ້າອົງດຽວກັນແມ່ນບໍ? ແຕ່ເປັນຫຍັງພວກເຮົາຈຶ່ງຫຼອກລວງກັນ+ແລະບໍ່ເຮັດຕາມ*ສັນຍາທີ່ພະເຈົ້າເຮັດກັບປູ່ຍ່າຕານາຍຂອງພວກເຮົາ? 11 ຄົນໃນຢູດາເຮັດຊົ່ວແລະເຮັດສິ່ງທີ່ເປັນຕາຂີ້ດຽດໃນອິດສະຣາເອນແລະໃນເມືອງເຢຣູຊາເລັມ. ເຂົາເຈົ້າດູຖູກຄວາມບໍລິສຸດ*ຂອງພະເຢໂຫວາ+ເຊິ່ງເປັນສິ່ງທີ່ເພິ່ນຮັກຫຼາຍ. ເຂົາເຈົ້າແຕ່ງດອງກັບພວກຜູ້ຍິງທີ່ນະມັດສະການພະເຈົ້າອື່ນ.+ 12 ພະເຢໂຫວາຈະກຳຈັດຄົນທີ່ເຮັດຜິດອອກໄປຈາກເຕັ້ນຂອງຢາໂຄບ ບໍ່ວ່າລາວຈະເປັນໃຜກໍຕາມ. ເຖິງວ່າລາວຈະເອົາເຄື່ອງບູຊາມາໃຫ້ພະເຢໂຫວາຜູ້ບັນຊາການກອງທັບ ແຕ່ຈັ່ງໃດເພິ່ນກໍຈະກຳຈັດລາວ.”+
13 “ມີອີກສິ່ງໜຶ່ງທີ່ພວກເຈົ້າເຮັດເຊິ່ງເຮັດໃຫ້ແທ່ນບູຊາຂອງພະເຢໂຫວາມີແຕ່ນ້ຳຕາ ສຽງຮ້ອງໄຫ້ ແລະສຽງຮ້ອງຄາງ. ສິ່ງນັ້ນເຮັດໃຫ້ເພິ່ນບໍ່ເບິ່ງແລະບໍ່ສົນໃຈເຄື່ອງບູຊາທີ່ພວກເຈົ້າເອົາມາໃຫ້.+ 14 ພວກເຈົ້າຖາມວ່າ ‘ສິ່ງນັ້ນແມ່ນຫຍັງ?’ ສິ່ງນັ້ນກໍແມ່ນພວກເຈົ້າທໍລະຍົດຜູ້ຍິງທີ່ພວກເຈົ້າແຕ່ງດອງນຳຕອນທີ່ພວກເຈົ້າຍັງໜຸ່ມ ທັງໆທີ່ເຂົາເຈົ້າເປັນຄູ່ຊີວິດແລະເປັນເມຍທີ່ຖືກຕ້ອງຕາມກົດໝາຍ.+ ພະເຢໂຫວາເຫັນທຸກສິ່ງທີ່ພວກເຈົ້າເຮັດ. 15 ແຕ່ກໍມີບາງຄົນບໍ່ໄດ້ເຮັດແບບນັ້ນ ຍ້ອນລາວເຮັດຕາມການຊີ້ນຳຈາກພະລັງບໍລິສຸດຂອງພະເຈົ້າ. ຜູ້ນັ້ນຢາກໄດ້ຫຍັງ? ລາວຢາກມີລູກມີຫຼານທີ່ເປັນປະຊາຊົນຂອງພະເຈົ້າ. ດັ່ງນັ້ນ ໃຫ້ລະວັງຄວາມຄິດຂອງພວກເຈົ້າໃຫ້ດີ ແລະຢ່າທໍລະຍົດເມຍທີ່ພວກເຈົ້າເອົາຕອນທີ່ຍັງໜຸ່ມ. 16 ພະເຢໂຫວາພະເຈົ້າຂອງອິດສະຣາເອນເວົ້າວ່າ ‘ເຮົາຊັງການຢ່າຮ້າງ+ແລະຊັງຄົນທີ່ມັກຄວາມຮຸນແຮງ.’ ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ ‘ໃຫ້ລະວັງຄວາມຄິດຂອງພວກເຈົ້າ ແລະຢ່າທໍລະຍົດກັນ.’+
17 ຄຳເວົ້າຂອງພວກເຈົ້າເຮັດໃຫ້ພະເຢໂຫວາເບື່ອພວກເຈົ້າ+ ແຕ່ພວກເຈົ້າຖາມວ່າ ‘ພວກເຮົາເຮັດໃຫ້ເພິ່ນເບື່ອຈັ່ງໃດ?’ ກໍໂດຍເວົ້າວ່າ ‘ພະເຢໂຫວາເບິ່ງຄົນທີ່ເຮັດຊົ່ວເປັນຄົນດີແລະເພິ່ນພໍໃຈລາວ.’+ ພວກເຈົ້າຍັງເວົ້າອີກວ່າ ‘ພະເຈົ້າທີ່ຍຸຕິທຳຢູ່ໃສ?’”
3 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ “ຖ້າເບິ່ງເດີ້ ເຮົາຈະໃຫ້ຜູ້ສົ່ງຂ່າວຂອງເຮົາໄປ ແລະລາວຈະກຽມທາງໄວ້ໃຫ້ເຮົາ.+ ຕອນທີ່ບໍ່ມີໃຜຄາດຄິດ ຜູ້ເປັນນາຍສູງສຸດທີ່ພວກເຈົ້າກຳລັງຊອກຫາຈະມາວິຫານຂອງເພິ່ນ+ ແລະຜູ້ສົ່ງຂ່າວເລື່ອງຄຳສັນຍາທີ່ພວກເຈົ້າຕັ້ງໃຈລໍຖ້າກໍຈະມາ. ລາວຈະມາແນ່ນອນ.”
2 “ແຕ່ໃຜຈະພ້ອມໃນມື້ທີ່ລາວມາ? ແລະໃຜຈະທົນໄດ້ໃນມື້ທີ່ລາວປາກົດໂຕ? ຍ້ອນລາວຈະເປັນຄືກັບໄຟຂອງຊ່າງຫຼອມແລະເປັນຄືກັບສະບູ+ທີ່ໃຊ້ຊັກເຄື່ອງ. 3 ຜູ້ເປັນນາຍຈະນັ່ງຄືກັບຊ່າງຫຼອມທີ່ຫຼອມເງິນໃຫ້ບໍລິສຸດ.+ ເພິ່ນຈະເຮັດໃຫ້ລູກຫຼານຂອງເລວີສະອາດ.* ເພິ່ນຈະຫຼອມເຂົາເຈົ້າຄືກັບຫຼອມເງິນແລະຄຳ. ແລ້ວເຂົາເຈົ້າຈະເປັນຄົນສະອາດທີ່ເອົາເຄື່ອງບູຊາມາໃຫ້ພະເຢໂຫວາ. 4 ພະເຢໂຫວາຈະພໍໃຈເຄື່ອງບູຊາທີ່ຢູດາແລະເຢຣູຊາເລັມເອົາມາໃຫ້ຄືກັບທີ່ເພິ່ນພໍໃຈແຕ່ກີ້.+
5 ເຮົາຈະມາຕັດສິນພວກເຈົ້າ. ເຮົາຈະຈັດການພວກໝໍຄາຖາອາຄົມ+ ຄົນຫຼິ້ນຊູ້ ຄົນທີ່ສາບານຕົວະ+ ຄົນທີ່ໂກງຄ່າຈ້າງ+ ຄົນທີ່ຂົ່ມເຫງແມ່ໝ້າຍກັບລູກກຳພ້າພໍ່*+ ແລະຄົນທີ່ບໍ່ຊ່ວຍຄົນຕ່າງຊາດ.+ ຄົນເຫຼົ່ານີ້ບໍ່ໄດ້ຢ້ານຢຳເຮົາ.” ພະເຢໂຫວາຜູ້ບັນຊາການກອງທັບເວົ້າແບບນີ້.
6 “ເຮົາແມ່ນເຢໂຫວາ ແລະເຮົາບໍ່ປ່ຽນ.+ ຍ້ອນແນວນີ້ ພວກເຈົ້າທີ່ເປັນລູກຫຼານຂອງຢາໂຄບຈຶ່ງຍັງບໍ່ຖືກທຳລາຍເທື່ອ. 7 ຕັ້ງແຕ່ສະໄໝປູ່ຍ່າຕານາຍ ພວກເຈົ້າປະຖິ້ມຄຳສັ່ງຂອງເຮົາແລະບໍ່ໄດ້ເຮັດຕາມຄຳສັ່ງນັ້ນ.+ ໃຫ້ພວກເຈົ້າກັບມາຫາເຮົາ ແລະເຮົາຈະກັບມາຫາພວກເຈົ້າ.”+ ພະເຢໂຫວາຜູ້ບັນຊາການກອງທັບເວົ້າແບບນີ້.
ແຕ່ພວກເຈົ້າຖາມວ່າ: “ພວກເຮົາຈະກັບມາໄດ້ແນວໃດ?”
8 “ມະນຸດຈະປຸ້ນພະເຈົ້າໄດ້ບໍ? ແຕ່ພວກເຈົ້າກຳລັງປຸ້ນເຮົາ.”
ພວກເຈົ້າຖາມອີກວ່າ: “ພວກເຮົາປຸ້ນພະອົງຕອນໃດ?”
“ພວກເຈົ້າບໍ່ໄດ້ເອົາ 1 ສ່ວນ 10 ແລະເຄື່ອງບໍລິຈາກແນວອື່ນມາໃຫ້ເຮົາ 9 ນີ້ກໍສ່ຳກັບວ່າພວກເຈົ້າກຳລັງປຸ້ນເຮົາ. ທີ່ຈິງ ຄົນໝົດຊາດກຳລັງປຸ້ນເຮົາຢູ່. ພວກເຈົ້າຈະຖືກສາບແຊ່ງແນ່ນອນ.* 10 ໃຫ້ພວກເຈົ້າລອງເອົາ 1 ສ່ວນ 10 ມາໃຫ້ເຮົາຈົນຄົບເບິ່ງ+ ເພື່ອຈະມີຂອງກິນຢູ່ວິຫານຂອງເຮົາ.+ ແລ້ວພວກເຈົ້າຈະເຫັນວ່າ ເຮົາຈະເປີດປະຕູນ້ຳທີ່ຢູ່ເທິງຟ້າ+ແລະເທພອນມາໃສ່ພວກເຈົ້າຈົນເຫຼືອເຟືອ.”+ ພະເຢໂຫວາຜູ້ບັນຊາການກອງທັບເວົ້າແບບນີ້.
11 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ເຮົາຈະບໍ່ໃຫ້ຝູງຕັກກະແຕນມາທຳລາຍຜົນລະປູກໃນແຜ່ນດິນຂອງພວກເຈົ້າ ແລະເຮົາຈະເຮັດໃຫ້ຕົ້ນໝາກລະແຊັງຢູ່ສວນຂອງພວກເຈົ້າເປັນໝາກ.”+
12 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ທຸກຊາດຈະເວົ້າວ່າພວກເຈົ້າເປັນຊາດທີ່ມີຄວາມສຸກ+ ຍ້ອນແຜ່ນດິນຂອງພວກເຈົ້າເປັນຕາຢູ່.”
13 ພະເຢໂຫວາເວົ້າວ່າ: “ພວກເຈົ້າເວົ້າເຖິງເຮົາແນວບໍ່ດີ.”
ແຕ່ພວກເຈົ້າຖາມວ່າ: “ພວກເຮົາເວົ້າໃຫ້ພະອົງແນວໃດ?”+
14 “ພວກເຈົ້າເວົ້າວ່າ ‘ເຖິງວ່າພວກເຮົາຮັບໃຊ້ພະເຈົ້າ ມັນກໍບໍ່ມີຄ່າຫຍັງດອກ.+ ເຖິງວ່າຈະເຮັດຕາມຄຳສັ່ງຂອງເພິ່ນ ພວກເຮົາກໍບໍ່ໄດ້ຫຍັງ ແລະເມື່ອພວກເຮົາສຳນຶກຜິດຕໍ່ພະເຢໂຫວາຜູ້ບັນຊາການກອງທັບກະບໍ່ເຫັນວ່າຊິມີປະໂຫຍດຫຍັງ. 15 ຕັ້ງແຕ່ນີ້ໄປ ພວກເຮົາຈະເວົ້າວ່າຄົນທີ່ຈອງຫອງມີຄວາມສຸກແລະຄົນທີ່ເຮັດຊົ່ວໄດ້ດີ.+ ເຂົາເຈົ້າກ້າທ້າທາຍພະເຈົ້າ ແຕ່ກໍບໍ່ເຫັນວ່າເຂົາເຈົ້າຊິເປັນອີ່ຫຍັງ.’”
16 ເມື່ອເປັນແນວນີ້ ຄົນທີ່ຢ້ານຢຳພະເຢໂຫວາກໍລົມກັນ ແລະພະເຢໂຫວາກໍສົນໃຈຟັງສິ່ງທີ່ເຂົາເຈົ້າເວົ້າ. ພະເຢໂຫວາໃຫ້ຂຽນຊື່ຂອງຄົນທີ່ເພິ່ນຈື່+ໃສ່ປຶ້ມໄວ້ ເຊິ່ງກໍແມ່ນຄົນທີ່ຢ້ານຢຳເພິ່ນແລະຄິດເຖິງ*ຊື່ຂອງເພິ່ນ.+
17 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ໃນມື້ທີ່ເຮົາເຮັດໃຫ້ເຂົາເຈົ້າເປັນຊັບສົມບັດທີ່ພິເສດ*ຂອງເຮົາ+ ເຂົາເຈົ້າຈະເປັນປະຊາຊົນຂອງເຮົາ.+ ເຮົາຈະອີ່ຕົນເຂົາເຈົ້າຄືກັບພໍ່ອີ່ຕົນລູກທີ່ເຊື່ອຟັງ.+ 18 ແລ້ວພວກເຈົ້າຈະເຫັນຄວາມແຕກຕ່າງລະຫວ່າງຄົນດີກັບຄົນຊົ່ວ+ ແລະຄົນທີ່ຮັບໃຊ້ພະເຈົ້າກັບຄົນທີ່ບໍ່ໄດ້ຮັບໃຊ້ເພິ່ນ.”
4 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ຖ້າເບິ່ງເດີ້ ມື້ນັ້ນຈະມາແນ່ນອນ. ໃນມື້ນັ້ນ ຄົນຈອງຫອງແລະຄົນຊົ່ວທັງໝົດຈະຖືກທຳລາຍຄືກັບຕໍເຟືອງທີ່ຢູ່ໃນເຕົາຫຼອມ.+ ເຂົາເຈົ້າຈະບໍ່ເຫຼືອເລີຍຄືກັບຮາກແລະງ່າທີ່ຖືກຈູດແລ້ວ. 2 ແຕ່ພວກເຈົ້າທີ່ນັບຖືຊື່ຂອງເຮົາຈະໄດ້ຮັບແສງຈາກຕາເວັນທີ່ເອົາຄວາມຖືກຕ້ອງມາໃຫ້ແລະຊ່ວຍໃນການປິ່ນປົວ. ແລ້ວພວກເຈົ້າຈະເຕັ້ນໄປເຕັ້ນມາຄືກັບງົວນ້ອຍທີ່ແຂງແຮງ.”
3 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ໃນມື້ທີ່ເຮົາລົງໂທດ ພວກເຈົ້າຈະຢຽບຄົນຊົ່ວ ແລະເຂົາເຈົ້າຈະເປັນຄືກັບຂີ້ຝຸ່ນທີ່ຢູ່ພື້ນຕີນພວກເຈົ້າ.”
4 “ໃຫ້ຈື່ກົດໝາຍທີ່ເຮົາເອົາໃຫ້ໂມເຊຜູ້ຮັບໃຊ້ຂອງເຮົາຢູ່ພູໂຮເຣັບ. ກົດໝາຍນັ້ນມີຄຳສັ່ງແລະການຕັດສິນທີ່ເຮົາບອກພວກອິດສະຣາເອນທຸກຄົນໃຫ້ເຮັດຕາມ.+
5 ຖ້າເບິ່ງເດີ້ ເຮົາຈະສົ່ງຜູ້ພະຍາກອນເອລີຢາໄປຫາພວກເຈົ້າ+ ກ່ອນວັນທີ່ຍິ່ງໃຫຍ່ແລະເປັນຕາຢ້ານຂອງພະເຢໂຫວາຈະມາຮອດ.+ 6 ລາວຈະເຮັດໃຫ້ໃຈຂອງພໍ່ເປັນຄືກັບໃຈຂອງລູກ+ ແລະເຮັດໃຫ້ໃຈຂອງລູກເປັນຄືກັບໃຈຂອງພໍ່ ເພື່ອເຮົາຈະບໍ່ຕ້ອງມາແລະທຳລາຍໂລກ.”
(ພະຄຳພີພາກພາສາເຮັບເຣີແລະພາສາອາຣາເມອິກຈົບແລ້ວ ແລະຕໍ່ໄປແມ່ນພະຄຳພີຄລິດສະຕຽນພາກພາສາກຣີກ)
ແປວ່າ “ຜູ້ສົ່ງຂ່າວຂອງເຮົາ”
ນີ້ແມ່ນອີກຊື່ໜຶ່ງຂອງເອຊາວ
ແປຕາມໂຕວ່າ “ເຂົ້າຈີ່”
ໝາຍເຖິງແທ່ນບູຊາ
ຫຼືອາດແປວ່າ “ດູຖູກເຮົາ”
ແປຕາມໂຕວ່າ “ໝາກໄມ້; ຂອງກິນ”
ໝາຍເຖິງບ່ອນມ້ຽນຂີ້ສັດຂອງສັດທີ່ເອົາມາເປັນເຄື່ອງບູຊາ
ຫຼື “ຄຳສອນ”
ແປຕາມໂຕວ່າ “ກົດໝາຍ”
ແປຕາມໂຕວ່າ “ດູຖູກ”
ຫຼືອາດແປວ່າ “ວິຫານ”
ໝາຍເຖິງເຮັດໃຫ້ພະເຈົ້າຍອມຮັບ ແລະບໍ່ໄດ້ໝາຍເຖິງສະອາດໂດຍການອາບນ້ຳ
ຫຼື “ລູກກຳພ້າ”
ຫຼືອາດແປວ່າ “ພວກເຈົ້າກຳລັງສາບແຊ່ງເຮົາ”
ຫຼືອາດແປວ່າ “ນັບຖື”
ຫຼື “ຊັບສົມບັດທີ່ມີຄ່າ”