ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລມ ໂຢຮັນ 1:1-21:25
  • ໂຢຮັນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໂຢຮັນ
  • ຄຳພີໄບເບິນສະບັບແປໂລກໃໝ່
ຄຳພີໄບເບິນສະບັບແປໂລກໃໝ່
ໂຢຮັນ

ຂ່າວດີ​ທີ່​ຂຽນ​ໂດຍໂຢຮັນ

1 ໃນ​ຕອນ​ເລີ່ມ​ຕົ້ນ ມີ​ຜູ້​ໜຶ່ງ​ຖືກ​ເອີ້ນ​ວ່າ​ໂຄສົກ.*+ ໂຄສົກ​ຜູ້​ນີ້​ຢູ່​ກັບ​ພະເຈົ້າ+​ແລະ​ເພິ່ນ​ເປັນ​ພະເຈົ້າ​ອົງ​ໜຶ່ງ.*+ 2 ເພິ່ນ​ຢູ່​ກັບ​ພະເຈົ້າ​ໃນ​ຕອນ​ເລີ່ມ​ຕົ້ນ. 3 ພະເຈົ້າ​ໃຊ້​ເພິ່ນ​ໃຫ້​ສ້າງ​ທຸກ​ສິ່ງ.+ ບໍ່​ມີ​ຫຍັງ​ເລີຍ​ທີ່​ເກີດຂຶ້ນ​ໂດຍ​ທີ່​ພະເຈົ້າ​ບໍ່​ໄດ້​ໃຊ້​ໃຫ້​ເພິ່ນ​ສ້າງ.

ສິ່ງ​ໜຶ່ງ​ທີ່​ເກີດຂຶ້ນ 4 ໂດຍ​ທາງ​ເພິ່ນ​ແມ່ນ​ຊີວິດ ແລະ​ຊີວິດ​ເປັນ​ຄວາມ​ສະຫວ່າງ​ຂອງ​ມະນຸດ.+ 5 ຄວາມ​ສະຫວ່າງ​ນັ້ນ​ສ່ອງ​ເຂົ້າ​ໄປ​ໃນ​ຄວາມ​ມືດ+ ແຕ່​ຄວາມ​ມືດ​ຊະນະ​ຄວາມ​ສະຫວ່າງ​ບໍ່​ໄດ້.

6 ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ພະເຈົ້າ​ໃຊ້​ໃຫ້​ເປັນ​ຕົວແທນ​ຂອງ​ເພິ່ນ. ລາວ​ຊື່​ໂຢຮັນ.+ 7 ລາວ​ເປັນ​ພະຍານ​ທີ່​ໃຫ້​ຫຼັກຖານ​ຢືນຢັນ​ເລື່ອງ​ຄວາມ​ສະຫວ່າງ​ນັ້ນ+ ເພື່ອ​ຄົນ​ທຸກ​ປະເພດ​ຈະ​ໄດ້​ເຊື່ອ​ຍ້ອນ​ສິ່ງ​ທີ່​ລາວ​ບອກ. 8 ໂຢຮັນ​ເອງ​ບໍ່​ແມ່ນ​ຄວາມ​ສະຫວ່າງ​ນັ້ນ+ ແຕ່​ລາວ​ມາ​ເພື່ອ​ໃຫ້​ຫຼັກຖານ​ຢືນຢັນ​ເລື່ອງ​ຄວາມ​ສະຫວ່າງ.

9 ຕອນນັ້ນ ຄວາມ​ສະຫວ່າງ​ແທ້​ທີ່​ສ່ອງ​ແສງ​ແຈ້ງ​ໃຫ້​ຄົນ​ທຸກ​ປະເພດ​ກຳລັງ​ຈະ​ເຂົ້າ​ມາ​ໃນ​ໂລກ.+ 10 ເພິ່ນ​ຜູ້​ນັ້ນ​ເຄີຍ​ຢູ່​ໃນ​ໂລກ.+ ພະເຈົ້າ​ໃຊ້​ເພິ່ນ​ໃຫ້​ສ້າງ​ໂລກ+ ແຕ່​ໂລກ​ພັດ​ບໍ່​ຮູ້​ຈັກ​ເພິ່ນ. 11 ເພິ່ນ​ມາ​ບ້ານ​ເກີດ​ຂອງ​ເພິ່ນ ແຕ່​ຄົນ​ຊາດ​ດຽວ​ກັນ​ບໍ່​ຕ້ອນຮັບ​ເພິ່ນ. 12 ແຕ່​ຜູ້​ໃດ​ທີ່​ຕ້ອນຮັບ ເພິ່ນ​ກໍ​ໃຫ້​ເຂົາເຈົ້າ​ມີ​ໂອກາດ​ໄດ້​ເປັນ​ລູກ​ຂອງ​ພະເຈົ້າ+ ຍ້ອນ​ເຂົາເຈົ້າ​ສະແດງ​ຄວາມ​ເຊື່ອ​ໃນ​ຊື່​ຂອງ​ເພິ່ນ.+ 13 ຄົນ​ກຸ່ມ​ນີ້​ຈຶ່ງ​ບໍ່​ໄດ້​ເກີດ​ຈາກ​ພໍ່​ແມ່​ທີ່​ເປັນ​ມະນຸດ ແລະ​ບໍ່​ໄດ້​ເກີດ​ຈາກ​ຄວາມ​ຕ້ອງການ​ຂອງ​ມະນຸດ ແຕ່​ເກີດ​ຈາກ​ພະເຈົ້າ.+

14 ດັ່ງນັ້ນ ໂຄສົກ​ຜູ້​ນີ້​ຈຶ່ງ​ມາ​ເກີດ​ເປັນ​ມະນຸດ+​ແລະ​ຢູ່​ກັບ​ພວກ​ເຮົາ. ພວກ​ເຮົາ​ໄດ້​ເຫັນ​ຄວາມ​ສະຫງ່າ​ງາມ​ຂອງ​ເພິ່ນ ເຊິ່ງ​ເປັນ​ຄວາມ​ສະຫງ່າ​ງາມ​ແບບ​ທີ່​ລູກ​ຄົນ​ດຽວ​ໄດ້​ຮັບ+​ຈາກ​ພໍ່. ເພິ່ນ​ເປັນ​ຜູ້​ທີ່​ພະເຈົ້າ​ພໍໃຈ​ຫຼາຍ*​ແລະ​ເພິ່ນ​ສອນ​ຄວາມ​ຈິງ. 15 (ໂຢຮັນ​ຢືນຢັນ​ເລື່ອງ​ຂອງ​ເພິ່ນ​ໂດຍ​ປ່າວ​ປະກາດ​ວ່າ: “ຜູ້​ນີ້​ແມ່ນ​ຄົນ​ທີ່​ຂ້ອຍ​ເຄີຍ​ບອກ​ວ່າ ‘ເພິ່ນ​ຜູ້​ທີ່​ມາ​ພາຍ​ຫຼັງ​ຂ້ອຍ​ຍິ່ງໃຫຍ່​ກວ່າ​ຂ້ອຍ ຍ້ອນ​ເພິ່ນ​ມີ​ຊີວິດ​ຢູ່​ກ່ອນ​ຂ້ອຍ.’”)+ 16 ເພິ່ນ​ມີ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ແລະ​ມີ​ຄວາມ​ຈິງ ພວກ​ເຮົາ​ຈຶ່ງ​ໄດ້​ຮັບ​ຄວາມ​ກະລຸນາ​ຈາກ​ເພິ່ນ​ຢ່າງ​ລົ້ນ​ເຫຼືອ. 17 ພະເຈົ້າ​ໃຫ້​ກົດໝາຍ​ຜ່ານ​ທາງ​ໂມເຊ+ ແຕ່​ໃຫ້​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່+​ແລະ​ຄວາມ​ຈິງ​ຜ່ານ​ທາງ​ພະ​ເຢຊູ​ຄລິດ.+ 18 ບໍ່​ມີ​ຜູ້​ໃດ​ເຄີຍ​ເຫັນ​ພະເຈົ້າ​ຈັກ​ເທື່ອ+ ແຕ່​ພະ​ເຢຊູ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ພວກ​ເຮົາ​ໄດ້​ຮູ້​ຈັກ​ພະເຈົ້າ.+ ເພິ່ນ​ເປັນ​ລູກ​ຄົນ​ດຽວ​ຂອງ​ພະເຈົ້າ+​ທີ່​ມີ​ລັກສະນະ​ຄື​ກັບ​ພະເຈົ້າ ແລະຢູ່​ຄຽງ​ຂ້າງ*​ພະເຈົ້າ​ພໍ່​ຂອງ​ເພິ່ນ.+

19 ເມື່ອ​ຄົນ​ຢິວ​ສົ່ງ​ພວກ​ປະໂລຫິດ​ແລະ​ພວກ​ເລວີ​ຈາກ​ເມືອງ​ເຢຣູຊາເລັມ​ມາ​ຖາມ​ໂຢຮັນ​ວ່າ: “ເຈົ້າ​ແມ່ນ​ໃຜ?”+ 20 ໂຢຮັນ​ບໍ່​ໄດ້​ປິດ​ບັງ​ຄວາມ​ຈິງ ແຕ່​ຕອບ​ແບບ​ກົງ​ໄປ​ກົງ​ມາ​ວ່າ: “ຂ້ອຍ​ບໍ່​ແມ່ນ​ພະຄລິດ.” 21 ພວກ​ນັ້ນ​ຈຶ່ງ​ຖາມ​ອີກ​ວ່າ: “ຄັນຊັ້ນ​ເຈົ້າ​ແມ່ນ​ໃຜ? ແມ່ນ​ເອລີຢາ​ບໍ?”+ ລາວ​ຕອບ​ວ່າ: “ບໍ່​ແມ່ນ.” “ຫຼື​ວ່າ​ເຈົ້າ​ແມ່ນ​ຜູ້​ພະຍາກອນ​ທີ່​ພະຄຳພີ​ບອກ​ໄວ້?”+ ລາວ​ຕອບ​ວ່າ: “ບໍ່​ແມ່ນ.” 22 ພວກ​ນັ້ນ​ຈຶ່ງ​ຖາມ​ວ່າ: “ຊັ້ນ​ເຈົ້າ​ແມ່ນ​ໃຜ​ແທ້​ໆ​? ບອກ​ມາ​ດຸ ພວກ​ເຮົາ​ຈະ​ໄດ້​ກັບ​ໄປ​ຕອບ​ຄົນ​ທີ່​ສົ່ງ​ເຮົາ​ມາ. ເຈົ້າ​ຈະ​ໃຫ້​ພວກ​ເຮົາ​ບອກ​ວ່າ​ເຈົ້າ​ແມ່ນ​ໃຜ?” 23 ໂຢຮັນ​ບອກ​ວ່າ: “ຂ້ອຍ​ແມ່ນ​ຜູ້​ທີ່​ຮ້ອງ​ອອກ​ມາ​ຈາກ​ບ່ອນ​ກັນດານ​ວ່າ ‘ໃຫ້​ເຮັດ​ທາງ​ຂອງ​ພະ​ເຢໂຫວາ*​ໃຫ້​ຊື່​ໆ​’+ ຕາມ​ທີ່​ຜູ້​ພະຍາກອນ​ເອຊາຢາ​ໄດ້​ບອກ​ໄວ້.”+ 24 ຄົນ​ເຫຼົ່າ​ນີ້​ແມ່ນ​ຄົນ​ທີ່​ພວກ​ຟາຣີຊາຍ​ສົ່ງ​ມາ. 25 ເຂົາເຈົ້າ​ຈຶ່ງ​ຖາມ​ໂຢຮັນ​ອີກ​ວ່າ: “ຄັນຊັ້ນ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໃຫ້​ບັບເຕມາ​ທັງ​ໆ​ທີ່​ເຈົ້າ​ບໍ່​ແມ່ນ​ພະຄລິດ​ຫຼື​ເອລີຢາ ແລະ​ກໍ​ບໍ່​ແມ່ນ​ຜູ້​ພະຍາກອນ​ຄົນ​ນັ້ນ?” 26 ໂຢຮັນ​ຕອບ​ເຂົາເຈົ້າ​ວ່າ: “ຂ້ອຍ​ໃຫ້​ບັບເຕມາ​ດ້ວຍ​ນ້ຳ. ແຕ່​ຈະ​ມີ​ຜູ້​ໜຶ່ງ​ຢູ່​ກັບ​ພວກ​ເຈົ້າ​ເຊິ່ງ​ເປັນ​ຄົນ​ທີ່​ພວກ​ເຈົ້າ​ບໍ່​ຮູ້​ຈັກ. 27 ເພິ່ນ​ຈະ​ມາ​ພາຍ​ຫຼັງ​ຂ້ອຍ. ຂ້ອຍ​ບໍ່​ເໝາະ​ສົມ​ທີ່​ຈະ​ແກ້​ສາຍ​ມັດ​ເກີບ​ຂອງ​ເພິ່ນ​ຊ້ຳ.”+ 28 ເລື່ອງ​ທັງໝົດ​ນີ້​ເກີດຂຶ້ນ​ຢູ່​ເບັດທານີ*​ທີ່​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ແມ່​ນ້ຳ​ຈໍແດນ. ໂຢຮັນ​ໃຫ້​ບັບເຕມາ​ຄົນ​ຢູ່​ຫັ້ນ.+

29 ມື້​ຕໍ່​ມາ ໂຢຮັນ​ເຫັນ​ພະ​ເຢຊູ​ມາ​ຫາ ລາວ​ຈຶ່ງ​ເວົ້າ​ວ່າ: “ຜູ້​ນີ້​ເດ້ ແກະ​ນ້ອຍ+​ຂອງ​ພະເຈົ້າ​ທີ່​ຈະ​ກຳຈັດ​ບາບ+​ຂອງ​ໂລກ​ໃຫ້​ໝົດ​ໄປ!+ 30 ຜູ້​ນີ້​ແຫຼະ​ທີ່​ຂ້ອຍ​ເວົ້າ​ໄວ້​ວ່າ ‘ຈະ​ມີ​ຜູ້​ໜຶ່ງ​ມາ​ພາຍ​ຫຼັງ​ຂ້ອຍ. ເພິ່ນ​ຍິ່ງໃຫຍ່​ກວ່າ​ຂ້ອຍ ຍ້ອນ​ເພິ່ນ​ມີ​ຊີວິດ​ຢູ່​ກ່ອນ​ຂ້ອຍ.’+ 31 ແຕ່​ກ່ອນ​ແມ່ນ​ແຕ່​ຂ້ອຍ​ກໍ​ບໍ່​ຮູ້​ຈັກ​ເພິ່ນ ແຕ່​ຂ້ອຍ​ໃຫ້​ບັບເຕມາ​ດ້ວຍ​ນ້ຳ​ເພື່ອ​ໃຫ້​ຄົນ​ອິດສະຣາເອນ​ຮູ້​ແຈ້ງ​ວ່າ​ແມ່ນ​ເພິ່ນ.”+ 32 ໂຢຮັນ​ຍັງ​ຢືນຢັນ​ອີກ​ວ່າ: “ຂ້ອຍ​ໄດ້​ເຫັນ​ພະລັງ​ຂອງ​ພະເຈົ້າ​ທີ່​ມີ​ຮູບ​ຮ່າງ​ຄື​ກັບ​ນົກ​ເຂົາ​ລົງ​ມາ​ຈາກ​ຟ້າ​ແລະ​ຢູ່​ເທິງ​ເພິ່ນ.+ 33 ທຳອິດ​ຂ້ອຍ​ກໍ​ບໍ່​ຮູ້​ຈັກ​ເພິ່ນ ແຕ່​ພະເຈົ້າ​ທີ່​ໃຊ້​ຂ້ອຍ​ມາ​ໃຫ້​ບັບເຕມາ​ດ້ວຍ​ນ້ຳ​ໄດ້​ບອກ​ຂ້ອຍ​ວ່າ ‘ເມື່ອ​ເຈົ້າ​ເຫັນ​ພະລັງ​ຂອງ​ເຮົາ​ລົງ​ມາ​ຢູ່​ກັບ​ຜູ້​ໃດ+ ກໍ​ແມ່ນ​ຜູ້​ນັ້ນ​ແຫຼະ​ທີ່​ຈະ​ບັບເຕມາ​ດ້ວຍ​ພະລັງ​ບໍລິສຸດ​ຂອງ​ເຮົາ.’+ 34 ຂ້ອຍ​ເຫັນ​ເລື່ອງ​ນີ້​ກັບ​ຕາ ຂ້ອຍ​ຈຶ່ງ​ຢືນຢັນ​ໄດ້​ວ່າ​ເພິ່ນ​ເປັນ​ລູກ​ຂອງ​ພະເຈົ້າ.”+

35 ມື້​ຕໍ່​ມາ ໂຢຮັນ​ກໍ​ມາ​ຢືນ​ຢູ່​ຫັ້ນ​ອີກ​ກັບ​ລູກສິດ 2 ຄົນ. 36 ເມື່ອ​ເຫັນ​ພະ​ເຢຊູ​ຍ່າງ​ກາຍ​ມາ ໂຢຮັນ​ກໍ​ເວົ້າ​ວ່າ: “ຫັ້ນ​ເດ້ ແກະ​ນ້ອຍ+​ຂອງ​ພະເຈົ້າ!” 37 ເມື່ອ​ລູກສິດ​ທັງ​ສອງ​ຄົນ​ໄດ້​ຍິນ​ແບບ​ນັ້ນ ເຂົາເຈົ້າ​ກໍ​ຕິດຕາມ​ພະ​ເຢຊູ​ໄປ. 38 ພະ​ເຢຊູ​ຫຼຽວ​ມາ​ເບິ່ງ​ແລະ​ຖາມ​ເຂົາເຈົ້າ​ວ່າ: “ມີ​ຫຍັງ​ບໍ?” ເຂົາເຈົ້າ​ເວົ້າ​ວ່າ: “ຣັບບີ* (ແປ​ວ່າ “ອາຈານ”) ທ່ານ​ພັກ​ຢູ່​ໃສ?” 39 ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ນຳ​ມາ​ເບິ່ງ​ແມ້.” ເຂົາເຈົ້າ​ກໍ​ນຳ​ເພິ່ນ​ໄປ​ຮອດ​ບ່ອນ​ພັກ​ແລະ​ຢູ່​ກັບ​ເພິ່ນ​ໝົດ​ມື້. ຕອນນັ້ນ​ເປັນ​ເວລາ​ປະມານ 4 ໂມງ​ແລງ.* 40 ຜູ້​ໜຶ່ງ​ໃນ 2 ຄົນ​ນັ້ນ​ທີ່​ໄດ້​ຍິນ​ໂຢຮັນ​ເວົ້າ​ແລ້ວ​ນຳ​ພະ​ເຢຊູ​ໄປ​ກໍ​ແມ່ນ​ອັນເດອາ+​ທີ່​ເປັນ​ອ້າຍ​ນ້ອງ​ກັບ​ຊີໂມນ​ເປໂຕ. 41 ສິ່ງ​ທຳອິດ​ທີ່​ອັນເດອາ​ເຮັດ​ແມ່ນ​ໄປ​ຫາ​ຊີໂມນ​ທີ່​ເປັນ​ອ້າຍ​ນ້ອງ​ກັບ​ລາວ​ແລະ​ບອກ​ວ່າ: “ພວກ​ເຮົາ​ເຫັນ​ເມຊີອາ​ແລ້ວ”+ (ເຊິ່ງ​ແປ​ວ່າ “ຄລິດ”). 42 ຈາກນັ້ນ ອັນເດອາ​ກໍ​ພາ​ຊີໂມນ​ໄປ​ຫາ​ພະ​ເຢຊູ. ເພິ່ນ​ແນມ​ເບິ່ງ​ຊີໂມນ​ແລະ​ເວົ້າ​ວ່າ: “ເຈົ້າ​ແມ່ນ​ຊີໂມນ+​ລູກ​ຂອງ​ໂຢຮັນ. ເຈົ້າ​ຈະ​ມີ​ອີກ​ຊື່​ໜຶ່ງ​ວ່າ​ເກຟາ” (ແປ​ເປັນ​ພາສາ​ກຣີກ​ວ່າ “ເປໂຕ”).*+

43 ມື້​ຕໍ່​ມາ ພະ​ເຢຊູ​ຕັ້ງໃຈ​ຈະ​ໄປ​ແຂວງ​ຄາລີເລ. ເພິ່ນ​ເຫັນ​ຟີລິບ+​ແລະ​ເວົ້າ​ກັບ​ລາວ​ວ່າ: “ຕິດຕາມ​ຂ້ອຍ​ມາ​ແມ້.” 44 ຟີລິບ​ມາ​ຈາກ​ເມືອງ​ເບັດຊາອີດາ​ຄື​ກັບ​ອັນເດອາ​ແລະ​ເປໂຕ. 45 ຟີລິບ​ເຫັນ​ນະທານາເອັນ+​ແລະ​ບອກ​ລາວ​ວ່າ: “ພວກ​ເຮົາ​ເຫັນ​ຄົນ​ນັ້ນ​ທີ່​ບອກ​ໄວ້​ໃນ​ກົດໝາຍ​ຂອງ​ໂມເຊ​ແລະ​ສິ່ງ​ທີ່​ພວກ​ຜູ້​ພະຍາກອນ​ຂຽນ​ໄວ້ ລາວ​ແມ່ນ​ເຢຊູ​ລູກ​ຂອງ​ໂຢເຊັບ+​ທີ່​ມາ​ຈາກ​ເມືອງ​ນາຊາເຣັດ.” 46 ແຕ່​ນະທານາເອັນ​ຖາມ​ລາວ​ວ່າ: “ຈະ​ມີ​ຫຍັງ​ດີ​ໆ​ມາ​ຈາກ​ນາຊາເຣັດ​ໄດ້​ບໍ?” ຟີລິບ​ຕອບ​ລາວ​ວ່າ: “ມາ​ເບິ່ງ​ເອງ​ແມ້.” 47 ເມື່ອ​ພະ​ເຢຊູ​ເຫັນ​ນະທານາເອັນ​ກຳລັງ​ຍ່າງ​ເຂົ້າ​ມາ​ຫາ ເພິ່ນ​ກໍ​ເວົ້າ​ເຖິງ​ລາວ​ວ່າ: “ນີ້​ເດ້ ຄົນ​ອິດສະຣາເອນ​ແທ້​ໆ​ທີ່​ບໍ່​ມີ​ເລ່ລ່ຽມ​ຫຍັງ.”+ 48 ນະທານາເອັນ​ຖາມ​ພະ​ເຢຊູ​ວ່າ: “ທ່ານ​ຮູ້​ຈັກ​ຂ້ອຍ​ໄດ້​ແນວ​ໃດ?” ເພິ່ນ​ຕອບ​ລາວ​ວ່າ: “ຂ້ອຍ​ເຫັນ​ເຈົ້າ​ຕັ້ງແຕ່​ຕອນ​ທີ່​ເຈົ້າ​ຢູ່​ກ້ອງ​ຕົ້ນ​ໝາກເດື່ອ​ແລ້ວ ກ່ອນ​ທີ່​ຟີລິບ​ຈະ​ເອີ້ນ​ເຈົ້າ.” 49 ນະທານາເອັນ​ບອກ​ເພິ່ນ​ວ່າ: “ອາຈານ ທ່ານ​ເປັນ​ລູກ​ຂອງ​ພະເຈົ້າ ແລະ​ເປັນ​ກະສັດ​ຂອງ​ອິດສະຣາເອນ.”+ 50 ພະ​ເຢຊູ​ບອກ​ລາວ​ວ່າ: “ເຈົ້າ​ເຊື່ອ​ຍ້ອນ​ຂ້ອຍ​ບອກ​ວ່າ ຂ້ອຍ​ເຫັນ​ເຈົ້າ​ຢູ່​ກ້ອງ​ຕົ້ນ​ໝາກເດື່ອ​ແມ່ນ​ບໍ? ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ຍິ່ງໃຫຍ່​ກວ່າ​ນີ້​ອີກ.” 51 ເພິ່ນ​ບອກ​ລາວ​ອີກ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ພວກ​ເຈົ້າ​ຈະ​ເຫັນ​ທ້ອງ​ຟ້າ​ເປີດ​ອອກ​ແລະ​ເຫັນ​ທູດສະຫວັນ​ຂອງ​ພະເຈົ້າ​ຂຶ້ນ​ໆ​ລົງ​ໆ​ເພື່ອ​ມາ​ຫາ​ລູກ​ມະນຸດ.”+

2 ສອງ​ມື້​ຕໍ່​ມາ ມີ​ງານ​ແຕ່ງດອງ​ຢູ່​ເມືອງ​ການາ​ໃນ​ແຂວງ​ຄາລີເລ ແມ່​ຂອງ​ພະ​ເຢຊູ​ໄປ​ງານ​ລ້ຽງ​ນັ້ນ. 2 ພະ​ເຢຊູ​ກັບ​ພວກ​ລູກສິດ​ກໍ​ຖືກ​ເຊີນ​ໄປ​ງານ​ລ້ຽງ​ຄື​ກັນ.

3 ເມື່ອ​ເຫຼົ້າແວງ​ໃກ້​ຈະ​ໝົດ ແມ່​ຂອງ​ພະ​ເຢຊູ​ກໍ​ມາ​ບອກ​ເພິ່ນ​ວ່າ: “ເຫຼົ້າແວງ​ຂອງ​ເຂົາເຈົ້າ​ໝົດ​ແລ້ວ.” 4 ແຕ່​ພະ​ເຢຊູ​ຕອບ​ແມ່​ວ່າ: “ພວກ​ເຮົາ​ບໍ່​ຕ້ອງ​ກັງວົນ​ດອກ​ແມ່* ຕອນນີ້​ຍັງ​ບໍ່​ຮອດ​ເວລາ​ຂອງ​ລູກ.” 5 ແມ່​ຂອງ​ເພິ່ນ​ບອກ​ພວກ​ຄົນ​ຮັບໃຊ້​ວ່າ: “ໃຫ້​ພວກ​ເຈົ້າ​ເຮັດ​ຕາມ​ທີ່​ເພິ່ນ​ບອກ​ເດີ້.” 6 ຢູ່​ຫັ້ນ​ມີ​ໂອ່ງ​ຫີນ​ຕັ້ງ​ຢູ່ 6 ໜ່ວຍ​ເພື່ອ​ໃຊ້​ໃນ​ການ​ເຮັດ​ໃຫ້​ໂຕເອງ​ສະອາດ​ຕາມ​ກົດ​ຂອງ​ຄົນ​ຢິວ.+ ແຕ່​ລະ​ໜ່ວຍ​ໃສ່​ນ້ຳ​ໄດ້​ປະມານ 2 ຫຼື 3 ຖັງ.* 7 ພະ​ເຢຊູ​ບອກ​ພວກ​ຄົນ​ຮັບໃຊ້​ວ່າ: “ເອົາ​ນ້ຳ​ໃສ່​ໂອ່ງ​ໃຫ້​ເຕັມ.” ເຂົາເຈົ້າ​ກໍ​ເອົາ​ນ້ຳ​ໃສ່​ໂອ່ງ​ຈົນ​ເຕັມ. 8 ແລ້ວ​ເພິ່ນ​ບອກ​ເຂົາເຈົ້າ​ວ່າ: “ຕັກ​ໄປ​ໃຫ້​ຜູ້​ເບິ່ງແຍງ​ງານ​ລ້ຽງ​ແມ້.” ເຂົາເຈົ້າ​ກໍ​ເຮັດ​ຕາມ. 9 ເມື່ອ​ຜູ້​ເບິ່ງແຍງ​ງານ​ລ້ຽງ​ຊີມ​ນ້ຳ​ທີ່​ກາຍ​ເປັນ​ເຫຼົ້າແວງ​ແລ້ວ ລາວ​ບໍ່​ຮູ້​ວ່າ​ມັນ​ມາ​ຈາກ​ໃສ (ແຕ່​ພວກ​ຄົນ​ຮັບໃຊ້​ທີ່​ຕັກ​ນ້ຳ​ຮູ້). ລາວ​ເອີ້ນ​ເຈົ້າ​ບ່າວ​ມາ 10 ແລະ​ເວົ້າ​ວ່າ: “ຄົນ​ອື່ນ​ເອົາ​ເຫຼົ້າແວງ​ດີ​ໆ​ມາ​ໃຫ້​ກິນ​ກ່ອນ ເມື່ອ​ແຂກ​ເມົາ​ແລ້ວ​ຈຶ່ງ​ເອົາ​ເຫຼົ້າແວງ​ທີ່​ບໍ່​ດີ​ປານ​ໃດ​ມາ​ໃຫ້​ກິນ ແຕ່​ເຈົ້າ​ພັດ​ເອົາ​ເຫຼົ້າແວງ​ດີ​ໆ​ໄວ້​ຈົນ​ຮອດ​ຕອນນີ້.” 11 ເຫດການ​ທີ່​ເກີດຂຶ້ນ​ຢູ່​ເມືອງ​ການາ​ໃນ​ແຂວງ​ຄາລີເລ​ເປັນ​ການ​ອັດສະຈັນ​ເທື່ອ​ທຳອິດ​ທີ່​ພະ​ເຢຊູ​ເຮັດ ແລະ​ນັ້ນ​ເປັນ​ຫຼັກຖານ​ບອກ​ຖານະ​ແລະ​ອຳນາດ​ຂອງ​ເພິ່ນ.+ ດັ່ງນັ້ນ ພວກ​ລູກສິດ​ຈຶ່ງ​ມີ​ຄວາມ​ເຊື່ອ​ໃນ​ເພິ່ນ.

12 ຫຼັງ​ຈາກນັ້ນ ພະ​ເຢຊູ​ກັບ​ແມ່ ພວກ​ນ້ອງ​ຊາຍ+ ແລະ​ພວກ​ລູກສິດ​ໄດ້​ລົງ​ໄປ​ເມືອງ​ກາເປນາອູມ+ ແຕ່​ເຂົາເຈົ້າ​ບໍ່​ໄດ້​ພັກ​ຢູ່​ຫັ້ນ​ຫຼາຍ​ມື້.

13 ຕອນ​ໃກ້​ຊິ​ຮອດ​ເທດສະການ​ປັດສະຄາ+​ຂອງ​ຄົນ​ຢິວ ພະ​ເຢຊູ​ກໍ​ໄປ​ເມືອງ​ເຢຣູຊາເລັມ. 14 ເມື່ອ​ເຂົ້າ​ໄປ​ໃນ​ບໍລິເວນ​ວິຫານ ເພິ່ນ​ກໍ​ເຫັນ​ຄົນ​ຂາຍ​ງົວ ຂາຍ​ແກະ ແລະ​ຂາຍ​ນົກ​ເຂົາ+ ແລະ​ເຫັນ​ຄົນ​ແລກ​ປ່ຽນ​ເງິນ​ນັ່ງ​ຢູ່. 15 ເພິ່ນ​ຈຶ່ງ​ເອົາ​ເຊືອກ​ມາ​ເຮັດ​ເປັນ​ແສ້ ແລ້ວ​ໄລ່​ແກະ​ໄລ່​ງົວ​ກັບ​ຄົນ​ທີ່​ຂາຍ​ສັດ​ເຫຼົ່າ​ນັ້ນ​ອອກ​ຈາກ​ບໍລິເວນ​ວິຫານ. ເພິ່ນ​ຍັງ​ເທ​ເງິນ​ຫຼຽນ​ແລະ​ຂວ້ຳ​ໂຕະ​ຂອງ​ຄົນ​ແລກ​ປ່ຽນ​ເງິນ​ນຳ​ອີກ.+ 16 ພະ​ເຢຊູ​ບອກ​ຄົນ​ຂາຍ​ນົກ​ເຂົາ​ວ່າ: “ເອົາ​ເຄື່ອງ​ເຫຼົ່າ​ນີ້​ອອກ​ໄປ​ໃຫ້​ໝົດ! ເຊົາ​ເຮັດ​ໃຫ້​ເຮືອນ​ຂອງ​ພໍ່​ຂ້ອຍ​ເປັນ​ຕະຫຼາດ!”+ 17 ພວກ​ລູກສິດ​ກໍ​ຄິດ​ພໍ້​ຂໍ້​ຄວາມ​ທີ່​ພະຄຳພີ​ບອກ​ໄວ້​ວ່າ: “ລູກ​ຮັກ​ວິຫານ​ຂອງ​ພະອົງ​ຫຼາຍ​ຈົນ​ຮູ້ສຶກ​ຄື​ກັບ​ວ່າ​ມີ​ໄຟ​ລຸກ​ແຮງ​ຢູ່​ໃນ​ໂຕ​ຂອງ​ລູກ.”+

18 ພວກ​ຢິວ​ຈຶ່ງ​ຖາມ​ພະ​ເຢຊູ​ວ່າ: “ເຈົ້າ​ມີ​ສິດ​ຫຍັງ​ມາ​ເຮັດ​ແບບ​ນີ້? ສະແດງ​ຫຼັກຖານ​ໃຫ້​ພວກ​ເຮົາ​ເບິ່ງ​ດຸ.”+ 19 ພະ​ເຢຊູ​ຕອບ​ວ່າ: “ຮື້​ວິຫານ​ຫຼັງ​ນີ້​ລົງ​ມາ​ແມະ ແລ້ວ​ຂ້ອຍ​ຈະ​ສ້າງ​ຂຶ້ນ​ໃໝ່​ພາຍ​ໃນ 3 ມື້.”+ 20 ພວກ​ຢິວ​ຈຶ່ງ​ເວົ້າ​ວ່າ: “ວິຫານ​ຫຼັງ​ນີ້​ໃຊ້​ເວລາ​ສ້າງ​ຕັ້ງ 46 ປີ ແລ້ວ​ເຈົ້າ​ຈະ​ສ້າງ​ຂຶ້ນ​ໃໝ່​ພາຍ​ໃນ 3 ມື້​ໄດ້​ແນວ​ໃດ?” 21 ແຕ່​ທີ່ຈິງ ພະ​ເຢຊູ​ກຳລັງ​ເວົ້າ​ເຖິງ​ວິຫານ​ທີ່​ໝາຍເຖິງ​ຮ່າງກາຍ​ຂອງ​ເພິ່ນ.+ 22 ຫຼັງ​ຈາກ​ພະ​ເຢຊູ​ຄືນ​ມາ​ຈາກ​ຕາຍ​ແລ້ວ ພວກ​ລູກສິດ​ຈຶ່ງ​ຄິດ​ພໍ້​ວ່າ​ເພິ່ນ​ເຄີຍ​ເວົ້າ​ແບບ​ນີ້+ ແລະ​ເຂົາເຈົ້າ​ກໍ​ເຊື່ອ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ​ແລະ​ສິ່ງ​ທີ່​ພະ​ເຢຊູ​ເຄີຍ​ບອກ​ໄວ້.

23 ຕອນ​ທີ່​ພະ​ເຢຊູ​ຢູ່​ເມືອງ​ເຢຣູຊາເລັມ​ໃນ​ເທດສະການ​ປັດສະຄາ ເພິ່ນ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ ແລະ​ຄົນ​ບັກ​ຫຼາຍ​ໆ​ກໍ​ເຊື່ອ​ໃນ​ເພິ່ນ.* 24 ແຕ່​ພະ​ເຢຊູ​ບໍ່​ໄວ້ໃຈ​ເຂົາເຈົ້າ ຍ້ອນ​ເພິ່ນ​ຮູ້​ດີ​ວ່າ​ມະນຸດ​ເປັນ​ແນວ​ໃດ. 25 ເພິ່ນ​ບໍ່​ຕ້ອງ​ໃຫ້​ໃຜ​ມາ​ບອກ​ວ່າ​ມະນຸດ​ເປັນ​ແນວ​ໃດ ຍ້ອນ​ເພິ່ນ​ຮູ້​ວ່າ​ເຂົາເຈົ້າ​ຄິດ​ຫຍັງ​ຢູ່​ໃນ​ໃຈ.+

3 ມີ​ຜູ້​ນຳ​ຄົນ​ຢິວ​ຄົນ​ໜຶ່ງ​ເປັນ​ຟາຣີຊາຍ​ຊື່​ນີໂກເດມ.+ 2 ລາວ​ມາ​ຫາ​ພະ​ເຢຊູ​ຕອນ​ກາງຄືນ+​ແລະ​ເວົ້າ​ວ່າ: “ອາຈານ+ ພວກ​ເຮົາ​ຮູ້​ວ່າ​ທ່ານ​ເປັນ​ຄູ​ທີ່​ພະເຈົ້າ​ສົ່ງ​ມາ ຍ້ອນ​ບໍ່​ມີ​ຜູ້​ໃດ​ເຮັດ​ການ​ອັດສະຈັນ+​ແບບ​ທ່ານ​ໄດ້​ຖ້າ​ບໍ່​ໄດ້​ຮັບ​ອຳນາດ​ຈາກ​ພະເຈົ້າ.”+ 3 ພະ​ເຢຊູ​ເວົ້າ​ກັບ​ລາວ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຖ້າ​ຜູ້​ໃດ​ບໍ່​ເກີດ​ໃໝ່*+ ຜູ້​ນັ້ນ​ຈະ​ເຫັນ​ການ​ປົກຄອງ​ຂອງ​ພະເຈົ້າ​ບໍ່​ໄດ້.”+ 4 ນີໂກເດມ​ຖາມ​ເພິ່ນ​ວ່າ: “ຜູ້​ເຖົ້າ​ຈະ​ເກີດ​ໃໝ່​ໄດ້​ແນວ​ໃດ? ຈະ​ໃຫ້​ເຂົ້າ​ໄປ​ໃນ​ທ້ອງ​ແມ່​ແລ້ວ​ເກີດ​ອອກ​ມາ​ເປັນ​ເທື່ອ​ທີ 2 ໄດ້​ບໍ?” 5 ພະ​ເຢຊູ​ຕອບ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຜູ້​ໃດ​ທີ່​ບໍ່​ໄດ້​ເກີດ​ໂດຍ​ຮັບ​ບັບເຕມາ​ໃນ​ນ້ຳ+​ແລະ​ໂດຍ​ຮັບ​ພະລັງ​ຂອງ​ພະເຈົ້າ*+ ຜູ້​ນັ້ນ​ຈະ​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ເພິ່ນ​ບໍ່​ໄດ້. 6 ຄົນ​ທີ່​ເກີດ​ຈາກ​ພໍ່​ແມ່​ທີ່​ເປັນ​ມະນຸດ​ກໍ​ເປັນ​ລູກ​ຂອງ​ມະນຸດ ແຕ່​ຄົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ​ກໍ​ເປັນ​ລູກ​ຂອງ​ພະເຈົ້າ. 7 ບໍ່​ຕ້ອງ​ແປກໃຈ​ທີ່​ຂ້ອຍ​ບອກ​ວ່າ ພວກ​ເຈົ້າ​ຈະ​ຕ້ອງ​ເກີດ​ໃໝ່. 8 ລົມ​ຢາກ​ພັດ​ໄປ​ທາງ​ໃດ ມັນ​ກໍ​ພັດ​ໄປ​ທາງ​ນັ້ນ. ເຈົ້າ​ໄດ້​ຍິນ​ສຽງ​ລົມ ແຕ່​ບໍ່​ຮູ້​ວ່າ​ມັນ​ພັດ​ມາ​ແຕ່​ໃສ​ແລະ​ຈະ​ໄປ​ທາງ​ໃດ. ທຸກ​ຄົນ​ທີ່​ເກີດ​ຈາກ​ພະລັງ​ຂອງ​ພະເຈົ້າ​ກໍ​ເປັນ​ແບບ​ນັ້ນ​ຄື​ກັນ.”+

9 ນີໂກເດມ​ຈຶ່ງ​ຖາມ​ພະ​ເຢຊູ​ວ່າ: “ເລື່ອງ​ນີ້​ຈະ​ເປັນ​ໄປ​ໄດ້​ແນວ​ໃດ?” 10 ເພິ່ນ​ຕອບ​ວ່າ: “ເຈົ້າ​ເປັນ​ອາຈານ​ສອນ​ຄົນ​ອິດສະຣາເອນ ແຕ່​ເປັນ​ຫຍັງ​ບໍ່​ເຂົ້າ​ໃຈ​ເລື່ອງ​ນີ້? 11 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ພວກ​ເຮົາ​ເວົ້າ​ສິ່ງ​ທີ່​ຮູ້​ສິ່ງ​ທີ່​ເຫັນ​ມາ ແຕ່​ພວກ​ເຈົ້າ​ບໍ່​ເຊື່ອ​ຄຳເວົ້າ​ຂອງ​ພວກ​ເຮົາ. 12 ຂ້ອຍ​ເລົ່າ​ເລື່ອງ​ທີ່​ກ່ຽວກັບ​ໂລກ ພວກ​ເຈົ້າ​ກໍ​ຍັງ​ບໍ່​ເຊື່ອ ຖ້າ​ຂ້ອຍ​ເລົ່າ​ເລື່ອງ​ກ່ຽວກັບ​ສະຫວັນ ພວກ​ເຈົ້າ​ຊິ​ເຊື່ອ​ບໍ? 13 ບໍ່​ມີ​ຜູ້​ໃດ​ເຄີຍ​ຂຶ້ນ​ໄປ​ສະຫວັນ+ ນອກ​ຈາກ​ຜູ້​ທີ່​ລົງ​ມາ​ຈາກ​ສະຫວັນ+​ເຊິ່ງ​ກໍ​ແມ່ນ​ລູກ​ມະນຸດ. 14 ໂມເຊ​ຍົກ​ງູ​ຂຶ້ນ​ແຂວນ​ໄວ້​ໃນ​ບ່ອນ​ກັນດານ​ແນວ​ໃດ+ ລູກ​ມະນຸດ​ກໍ​ຈະ​ຖືກ​ຍົກ​ຂຶ້ນ​ແຂວນ​ໄວ້​ຄື​ກັນ+ 15 ເພື່ອ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ເພິ່ນ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.+

16 ພະເຈົ້າ​ຮັກ​ຄົນ​ໃນ​ໂລກ*​ຫຼາຍ ຈົນ​ເຖິງຂັ້ນ​ຍອມ​ສະລະ​ລູກ​ຄົນ​ດຽວ​ຂອງ​ເພິ່ນ*+ ເພື່ອ​ທຸກ​ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ໃນ​ຜູ້​ນັ້ນ​ຈະ​ບໍ່​ຖືກ​ທຳລາຍ ແຕ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.+ 17 ພະເຈົ້າ​ບໍ່​ໄດ້​ສົ່ງ​ລູກ​ຂອງ​ເພິ່ນ​ມາ​ໂລກ​ນີ້​ເພື່ອ​ໃຫ້​ຕັດສິນ​ລົງໂທດ​ຄົນ​ໃນ​ໂລກ ແຕ່​ສົ່ງ​ມາ​ເພື່ອ​ຊ່ວຍ​ຄົນ​ໃນ​ໂລກ​ໃຫ້​ລອດ.+ 18 ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ໃນ​ຜູ້​ນັ້ນ​ຈະ​ບໍ່​ຖືກ​ຕັດສິນ​ລົງໂທດ+ ສ່ວນ​ຄົນ​ທີ່​ບໍ່​ສະແດງ​ຄວາມ​ເຊື່ອ​ກໍ​ຖືກ​ຕັດສິນ​ລົງໂທດ​ຢູ່​ແລ້ວ ຍ້ອນ​ລາວ​ບໍ່​ໄດ້​ສະແດງ​ຄວາມ​ເຊື່ອ​ໃນ​ຊື່​ຂອງ​ລູກ​ຄົນ​ດຽວ​ຂອງ​ພະເຈົ້າ.+ 19 ຫຼັກ​ໃນ​ການ​ຕັດສິນ​ລົງໂທດ​ແມ່ນ ຄວາມ​ສະຫວ່າງ​ເຂົ້າ​ມາ​ໃນ​ໂລກ​ແລ້ວ+ ແຕ່​ມະນຸດ​ພັດ​ຮັກ​ຄວາມ​ມືດ​ແທນ​ທີ່​ຈະ​ຮັກ​ຄວາມ​ສະຫວ່າງ​ຍ້ອນ​ເຂົາເຈົ້າ​ເຮັດ​ຊົ່ວ. 20 ຄົນ​ທີ່​ເຮັດ​ຊົ່ວ​ກໍ​ຊັງ​ຄວາມ​ສະຫວ່າງ​ແລະ​ບໍ່​ມາ​ຫາ​ຄວາມ​ສະຫວ່າງ ເພື່ອ​ຄວາມ​ຊົ່ວ​ຂອງ​ເຂົາເຈົ້າ​ຈະ​ບໍ່​ຖືກ​ເປີດໂປງ. 21 ແຕ່​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ມາ​ຫາ​ຄວາມ​ສະຫວ່າງ+ ເພື່ອ​ຈະ​ໄດ້​ເຫັນ​ວ່າ​ສິ່ງ​ທີ່​ລາວ​ເຮັດ​ເປັນ​ໄປ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ.”

22 ຫຼັງ​ຈາກນັ້ນ ພະ​ເຢຊູ​ກັບ​ພວກ​ລູກສິດ​ກໍ​ໄປ​ເຂດ​ນອກ​ເມືອງ​ຂອງ​ແຂວງ​ຢູດາຍ. ເພິ່ນ​ຢູ່​ຫັ້ນ​ກັບ​ເຂົາເຈົ້າ​ໄລຍະ​ໜຶ່ງ ແລະ​ໃຫ້​ບັບເຕມາ​ຄົນ​ນຳ.+ 23 ສ່ວນ​ໂຢຮັນ​ກໍ​ໃຫ້​ບັບເຕມາ​ຢູ່​ໄອໂນນ​ໃກ້​ໆ​ຊາລາອິມ​ຍ້ອນ​ຢູ່​ຫັ້ນ​ມີ​ນ້ຳ​ຫຼາຍ.+ ຄົນ​ກໍ​ພາກັນ​ໄປ​ຮັບ​ບັບເຕມາ​ຢູ່​ຫັ້ນ.+ 24 ຕອນນັ້ນ ໂຢຮັນ​ຍັງ​ບໍ່​ທັນ​ຕິດ​ຄຸກ.+

25 ມີ​ມື້​ໜຶ່ງ ພວກ​ລູກສິດ​ຂອງ​ໂຢຮັນ​ໄດ້​ຖຽງ​ກັບ​ຄົນ​ຢິວ​ຜູ້​ໜຶ່ງ​ເລື່ອງ​ທີ່​ວ່າ​ເຮັດ​ແນວ​ໃດ​ພະເຈົ້າ​ຈຶ່ງ​ຈະ​ຖື​ວ່າ​ຄົນ​ເຮົາ​ສະອາດ. 26 ເຂົາເຈົ້າ​ໄປ​ບອກ​ໂຢຮັນ​ວ່າ: “ອາຈານ​ຮູ້​ບໍ ຄົນ​ທີ່​ເຈົ້າ​ເຄີຍ​ເວົ້າ​ເຖິງ+​ແລະ​ເຄີຍ​ຢູ່​ນຳ​ເຈົ້າ​ຢູ່​ແມ່​ນ້ຳ​ຈໍແດນ​ຟາກ​ນັ້ນ ລາວ​ກຳລັງ​ໃຫ້​ບັບເຕມາ​ແລະ​ທຸກ​ຄົນ​ກໍ​ໄປ​ຫາ​ລາວ?” 27 ໂຢຮັນ​ບອກ​ເຂົາເຈົ້າ​ວ່າ: “ຄົນ​ເຮົາ​ຈະ​ເຮັດ​ຫຍັງ​ບໍ່​ໄດ້ ຖ້າ​ພະເຈົ້າ​ບໍ່​ໃຫ້​ລາວ​ເຮັດ. 28 ພວກ​ເຈົ້າ​ກໍ​ເຄີຍ​ໄດ້​ຍິນ​ຂ້ອຍ​ບອກ​ແລ້ວ​ວ່າ ‘ຂ້ອຍ​ບໍ່​ແມ່ນ​ພະຄລິດ+ ແຕ່​ຂ້ອຍ​ຖືກ​ສົ່ງ​ມາ​ກ່ອນ​ໜ້າ​ເພິ່ນ.’+ 29 ເຈົ້າ​ສາວ​ເປັນ​ຂອງ​ເຈົ້າ​ບ່າວ+ ແຕ່​ໝູ່​ເຈົ້າ​ບ່າວ​ທີ່​ຢືນ​ຢູ່​ໃກ້​ໆ​ກໍ​ດີໃຈ​ຫຼາຍ​ທີ່​ໄດ້​ຍິນ​ສຽງ​ເຈົ້າ​ບ່າວ. ນີ້​ແຫຼະ​ເປັນ​ເຫດຜົນ​ທີ່​ຂ້ອຍ​ດີໃຈ​ແທ້​ໆ​. 30 ເພິ່ນ​ຜູ້​ນັ້ນ​ຈະ​ມີ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​ ສ່ວນ​ຂ້ອຍ​ຈະ​ມີ​ໜ້ອຍ​ລົງ​ເລື້ອຍ​ໆ​.”

31 ຄົນ​ທີ່​ມາ​ຈາກ​ທາງ​ເທິງ+​ກໍ​ຢູ່​ເໜືອ​ທຸກ​ຄົນ ສ່ວນ​ຄົນ​ທີ່​ມາ​ຈາກ​ໂລກ​ກໍ​ເປັນ​ຄື​ຄົນ​ທົ່ວໄປ​ໃນ​ໂລກ​ແລະ​ເວົ້າ​ແຕ່​ເລື່ອງ​ທີ່​ກ່ຽວກັບ​ໂລກ. ຄົນ​ທີ່​ມາ​ຈາກ​ສະຫວັນ​ກໍ​ຢູ່​ເໜືອ​ທຸກ​ຄົນ.+ 32 ເພິ່ນ​ເວົ້າ​ສິ່ງ​ທີ່​ໄດ້​ເຫັນ​ແລະ​ໄດ້​ຍິນ+ ແຕ່​ບໍ່​ມີ​ໃຜ​ເຊື່ອ​ຄຳເວົ້າ​ຂອງ​ເພິ່ນ.+ 33 ສ່ວນ​ຄົນ​ທີ່​ເຊື່ອ​ຄຳເວົ້າ​ຂອງ​ເພິ່ນ​ກໍ​ຢືນຢັນ​ວ່າ​ພະເຈົ້າ​ເວົ້າ​ຄວາມ​ຈິງ​ສະເໝີ.+ 34 ເພິ່ນ​ເປັນ​ຜູ້​ທີ່​ພະເຈົ້າ​ໃຊ້​ໃຫ້​ຖ່າຍທອດ​ຄຳເວົ້າ​ຂອງ​ພະເຈົ້າ+ ແລະ​ພະເຈົ້າ​ໄດ້​ເອົາ​ພະລັງ​ຂອງ​ເພິ່ນ​ໃຫ້​ຜູ້​ນີ້​ຢ່າງ​ບໍ່​ອັ້ນ. 35 ພະເຈົ້າ​ຜູ້​ເປັນ​ພໍ່​ຮັກ​ລູກ​ຂອງ​ເພິ່ນ+ ແລະ​ເພິ່ນ​ເອົາ​ອຳນາດ​ທຸກ​ຢ່າງ​ໃຫ້​ລູກ​ຜູ້​ນີ້.+ 36 ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ໃນ​ລູກ​ຂອງ​ພະເຈົ້າ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ+ ສ່ວນ​ຄົນ​ທີ່​ບໍ່​ເຊື່ອຟັງ​ລູກ​ຂອງ​ພະເຈົ້າ​ຈະ​ບໍ່​ໄດ້​ຊີວິດ+ ແຕ່​ຈະ​ຖືກ​ພະເຈົ້າ​ລົງໂທດ​ຕະຫຼອດ​ໄປ.+

4 ເມື່ອ​ພະ​ເຢຊູ​ຜູ້​ເປັນ​ນາຍ​ຮູ້​ເລື່ອງ​ທີ່​ພວກ​ຟາຣີຊາຍ​ໄດ້​ຂ່າວ​ວ່າ​ເພິ່ນ​ໃຫ້​ບັບເຕມາ​ຄົນ+​ແລະ​ເພິ່ນ​ມີ​ລູກສິດ​ຫຼາຍ​ກວ່າ​ໂຢຮັນ 2 (ທີ່ຈິງ ພະ​ເຢຊູ​ບໍ່​ໄດ້​ໃຫ້​ບັບເຕມາ​ເອງ ແຕ່​ລູກສິດ​ຂອງ​ເພິ່ນ​ເປັນ​ຜູ້​ໃຫ້.) 3 ເພິ່ນ​ກໍ​ອອກ​ຈາກ​ແຂວງ​ຢູດາຍ​ແລ້ວ​ໄປ​ແຂວງ​ຄາລີເລ​ອີກ 4 ແຕ່​ຈະ​ຕ້ອງ​ຜ່ານ​ແຂວງ​ຊາມາເຣຍ. 5 ຢູ່​ແຂວງ​ຊາມາເຣຍ ພະ​ເຢຊູ​ມາ​ຮອດ​ເມືອງ​ໜຶ່ງ​ຊື່​ຊີຂາ​ທີ່​ຢູ່​ໃກ້​ດິນ​ທີ່​ຢາໂຄບ​ເອົາ​ໃຫ້​ໂຢເຊັບ​ລູກ​ຊາຍ​ຂອງ​ລາວ.+ 6 ຢູ່​ຫັ້ນ​ມີ​ນ້ຳ​ສ້າງ​ຂອງ​ຢາໂຄບ.+ ພະ​ເຢຊູ​ໄດ້​ນັ່ງ​ເຊົາ​ເມື່ອຍ​ຢູ່​ໃກ້​ໆ​ນ້ຳ​ສ້າງ*​ນັ້ນ​ຍ້ອນ​ເດີນ​ທາງ​ມາ​ໄກ. ຕອນນັ້ນ​ເປັນ​ເວລາ​ປະມານ​ທ່ຽງ.*

7 ມີ​ຜູ້​ຍິງ​ຊາມາເຣຍ​ຄົນ​ໜຶ່ງ​ມາ​ຕັກ​ນ້ຳ ພະ​ເຢຊູ​ຈຶ່ງ​ເວົ້າ​ກັບ​ລາວ​ວ່າ: “ຂ້ອຍ​ຂໍ​ກິນ​ນ້ຳ​ແດ່.” 8 (ຕອນນັ້ນ ພວກ​ລູກສິດ​ຂອງ​ເພິ່ນ​ໄປ​ຊື້​ຂອງກິນ​ຢູ່​ໃນ​ເມືອງ.) 9 ຜູ້​ຍິງ​ຊາມາເຣຍ​ຈຶ່ງ​ຖາມ​ເພິ່ນ​ວ່າ: “ເປັນ​ຫຍັງ​ເຈົ້າ​ທີ່​ເປັນ​ຄົນ​ຢິວ​ຈຶ່ງ​ມາ​ຂໍ​ກິນ​ນ້ຳ​ນຳ​ຂ້ອຍ​ທີ່​ເປັນ​ຄົນ​ຊາມາເຣຍ?” (ປົກກະຕິ​ແລ້ວ ຄົນ​ຢິວ​ບໍ່​ຫຍຸ້ງ​ກ່ຽວກັບ​ຄົນ​ຊາມາເຣຍ.)+ 10 ພະ​ເຢຊູ​ຕອບ​ລາວ​ວ່າ: “ຖ້າ​ເຈົ້າ​ຮູ້​ຈັກ​ຂອງຂວັນ​ທີ່​ພະເຈົ້າ​ເອົາ​ໃຫ້​ເຈົ້າ+ ແລະ​ຮູ້​ວ່າ​ຄົນ​ທີ່​ຂໍ​ກິນ​ນ້ຳ​ນຳ​ເຈົ້າ​ຢູ່​ນີ້​ແມ່ນ​ໃຜ ເຈົ້າ​ກໍ​ຄື​ຊິ​ຂໍ​ນ້ຳ​ນຳ​ລາວ ແລ້ວ​ລາວ​ຈະ​ເອົາ​ນ້ຳ​ທີ່​ໃຫ້​ຊີວິດ​ໃຫ້​ເຈົ້າ.”+ 11 ລາວ​ຖາມ​ເພິ່ນ​ວ່າ: “ເຈົ້າ​ບໍ່​ມີ​ຄຸ​ຕັກ​ນ້ຳ​ແລະ​ນ້ຳ​ສ້າງ​ກໍ​ເລິກ ແລ້ວ​ເຈົ້າ​ຊິ​ໄປ​ເອົາ​ນ້ຳ​ທີ່​ໃຫ້​ຊີວິດ​ມາ​ຈາກ​ໃສ? 12 ເຈົ້າ​ຄື​ຊິ​ບໍ່​ຍິ່ງໃຫຍ່​ກວ່າ​ຢາໂຄບ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ທີ່​ເອົາ​ນ້ຳ​ສ້າງ​ນີ້​ໃຫ້​ພວກ​ເຮົາ​ແມ່ນ​ບໍ? ຢາໂຄບ​ກັບ​ພວກ​ລູກ​ແລະ​ຝູງ​ສັດ​ຂອງ​ລາວ​ກໍ​ກິນ​ນ້ຳ​ຈາກ​ນ້ຳ​ສ້າງ​ນີ້​ຄື​ກັນ.” 13 ພະ​ເຢຊູ​ຕອບ​ລາວ​ວ່າ: “ທຸກ​ຄົນ​ທີ່​ກິນ​ນ້ຳ​ຈາກ​ນ້ຳ​ສ້າງ​ນີ້​ຈະ​ຫິວ​ນ້ຳ​ອີກ. 14 ແຕ່​ຄົນ​ທີ່​ກິນ​ນ້ຳ​ທີ່​ຂ້ອຍ​ເອົາ​ໃຫ້​ຈະ​ບໍ່​ຫິວ​ນ້ຳ​ອີກ​ເລີຍ+ ແລະ​ນ້ຳ​ນັ້ນ​ຈະ​ກາຍ​ເປັນ​ນ້ຳ​ພຸ​ໃນ​ໂຕ​ລາວທີ່​ບຸ້ນ​ຂຶ້ນ​ມາ​ເລື້ອຍ​ໆ​ແລະ​ເຮັດ​ໃຫ້​ລາວ​ໄດ້​ຊີວິດ​ຕະຫຼອດ​ໄປ.”+ 15 ຜູ້​ຍິງ​ຄົນ​ນັ້ນ​ຈຶ່ງ​ເວົ້າ​ກັບ​ເພິ່ນ​ວ່າ: “ຂ້ອຍ​ຂໍ​ກິນ​ນ້ຳ​ນັ້ນ​ແດ່ ເພື່ອ​ຂ້ອຍ​ຈະ​ບໍ່​ຫິວ​ນ້ຳ​ອີກ ແລະ​ບໍ່​ຕ້ອງ​ກັບ​ມາ​ຕັກ​ນ້ຳ​ຢູ່​ນີ້​ອີກ​ເລີຍ.”

16 ພະ​ເຢຊູ​ບອກ​ລາວ​ວ່າ: “ໄປ​ເອີ້ນ​ຜົວ​ເຈົ້າມາ​ນີ້.” 17 ລາວ​ເວົ້າ​ວ່າ: “ຂ້ອຍ​ບໍ່​ມີ​ຜົວ.” ພະ​ເຢຊູ​ບອກ​ວ່າ: “ກະ​ແມ່ນ​ຄວາມ​ເຈົ້າ​ທີ່​ເຈົ້າ​ບອກ​ວ່າ​ບໍ່​ມີ​ຜົວ. 18 ເຈົ້າ​ເຄີຍ​ມີ​ຜົວ 5 ຄົນ​ແລ້ວ ແລະ​ຜູ້​ທີ່​ເຈົ້າ​ຢູ່​ນຳ​ຕອນນີ້​ກໍ​ບໍ່​ແມ່ນ​ຜົວ​ເຈົ້າ. ສິ່ງ​ທີ່​ເຈົ້າ​ເວົ້າ​ເປັນ​ຄວາມ​ຈິງ.” 19 ລາວ​ເວົ້າ​ວ່າ: “ເຈົ້າ​ຕ້ອງ​ເປັນ​ຜູ້​ພະຍາກອນ​ແທ້​ໆ​.+ 20 ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ນະມັດສະການ​ພະເຈົ້າ​ຢູ່​ເທິງ​ພູ​ນີ້ ແຕ່​ພວກ​ເຈົ້າ​ທີ່​ເປັນ​ຄົນ​ຢິວ​ບອກ​ວ່າ​ຈະ​ຕ້ອງ​ໄປ​ນະມັດສະການ​ເພິ່ນ​ຢູ່​ເມືອງ​ເຢຣູຊາເລັມ​ເທົ່າ​ນັ້ນ.”+ 21 ພະ​ເຢຊູ​ບອກ​ລາວ​ວ່າ: “ເຊື່ອ​ຂ້ອຍ​ໂລດ ໃກ້​ຈະ​ຮອດ​ເວລາ​ແລ້ວ​ທີ່​ພວກ​ເຈົ້າ​ຈະ​ບໍ່​ນະມັດສະການ​ພະເຈົ້າຢູ່​ເທິງ​ພູ​ນີ້​ຫຼື​ຢູ່​ເມືອງ​ເຢຣູຊາເລັມ. 22 ພວກ​ເຈົ້າ​ນະມັດສະການ​ຜູ້​ທີ່​ພວກ​ເຈົ້າ​ບໍ່​ຮູ້​ຈັກ+ ສ່ວນ​ພວກ​ເຮົາ​ນະມັດສະການ​ຜູ້​ທີ່​ພວກ​ເຮົາ​ຮູ້​ຈັກ ຍ້ອນ​ພະເຈົ້າ​ເປີດເຜີຍ​ຄວາມ​ຮູ້​ກ່ຽວກັບ​ຄວາມ​ລອດ​ຜ່ານ​ທາງ​ຄົນ​ຢິວ​ກ່ອນ.+ 23 ທີ່ຈິງ ເວລາ​ນັ້ນ​ເລີ່ມ​ຕົ້ນ​ແລ້ວ ເຊິ່ງ​ເປັນ​ເວລາ​ທີ່​ຄົນ​ທີ່​ນະມັດສະການ​ພະເຈົ້າ​ຢ່າງ​ຖືກຕ້ອງ​ຈະ​ນະມັດສະການ​ໂດຍ​ໃຫ້​ພະລັງ​ຂອງ​ພະເຈົ້າ​ຊີ້ນຳ​ແລະ​ນະມັດສະການ​ແບບ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ຈິງ. ພະເຈົ້າ​ຊອກ​ຫາ​ຄົນ​ແບບ​ນັ້ນ​ໃຫ້​ມາ​ນະມັດສະການ​ເພິ່ນ.+ 24 ພະເຈົ້າ​ເປັນ​ຜູ້​ທີ່ມະນຸດ​ເບິ່ງ​ບໍ່​ເຫັນ+ ແລະ​ຄົນ​ທີ່​ນະມັດສະການ​ເພິ່ນ​ຕ້ອງ​ນະມັດສະການ​ໂດຍ​ໃຫ້​ພະລັງ​ຂອງ​ພະເຈົ້າ​ຊີ້ນຳ ແລະ​ນະມັດສະການ​ແບບ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ຈິງ.”+ 25 ຜູ້​ຍິງ​ຄົນ​ນັ້ນ​ເວົ້າ​ກັບ​ພະ​ເຢຊູ​ວ່າ: “ຂ້ອຍ​ຮູ້​ວ່າ​ເມຊີອາ​ທີ່​ຄົນ​ເອີ້ນ​ກັນ​ວ່າ​ພະຄລິດ​ກຳລັງ​ຈະ​ມາ. ເມື່ອ​ທ່ານ​ມາ​ແລ້ວ ທ່ານ​ຈະ​ອະທິບາຍ​ທຸກ​ຢ່າງ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ.” 26 ພະ​ເຢຊູ​ບອກ​ລາວ​ວ່າ: “ຂ້ອຍ​ແມ່ນ​ຜູ້​ນັ້ນ​ແຫຼະ.”+

27 ຕອນນັ້ນ ພວກ​ລູກສິດ​ກໍ​ກັບ​ມາ. ເຂົາເຈົ້າ​ແປກໃຈ​ທີ່​ເຫັນ​ພະ​ເຢຊູ​ລົມ​ກັບ​ຜູ້​ຍິງ ແຕ່​ກໍ​ບໍ່​ມີ​ໃຜ​ຖາມ​ເພິ່ນ​ວ່າ: “ທ່ານ​ເຮັດ​ຫຍັງ​ຢູ່?” ຫຼື “ເປັນ​ຫຍັງ​ທ່ານ​ຈຶ່ງ​ລົມ​ກັບ​ລາວ?” 28 ຜູ້​ຍິງ​ຄົນ​ນັ້ນ​ປະ​ໄຫ​ນ້ຳ​ໄວ້​ຢູ່​ຫັ້ນ ແລ້ວ​ເຂົ້າ​ໄປ​ບອກ​ຄົນ​ໃນ​ເມືອງ​ວ່າ: 29 “ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ເວົ້າ​ຖືກ​ໝົດ​ວ່າ​ຂ້ອຍ​ເຄີຍ​ເຮັດ​ຫຍັງ​ມາ​ແດ່. ມາ​ເບິ່ງ​ແມ້ ລາວ​ຊິ​ແມ່ນ​ພະຄລິດ​ຫຼື​ບໍ່?” 30 ເຂົາເຈົ້າ​ກໍ​ພາກັນ​ອອກ​ຈາກ​ເມືອງ​ແລະ​ມາ​ຫາ​ພະ​ເຢຊູ.

31 ຕອນນັ້ນ ພວກ​ລູກສິດ​ຊວນ​ພະ​ເຢຊູ​ວ່າ: “ອາຈານ+ ກິນ​ເຂົ້າ​ແມ້.” 32 ແຕ່​ເພິ່ນ​ບອກ​ເຂົາເຈົ້າ​ວ່າ: “ຂ້ອຍ​ມີ​ຂອງກິນ​ແລ້ວ​ທີ່​ພວກ​ເຈົ້າ​ບໍ່​ຮູ້​ຈັກ.” 33 ພວກ​ລູກສິດ​ຈຶ່ງ​ລົມ​ກັນ​ວ່າ: “ມີ​ໃຜ​ເອົາ​ຫຍັງ​ມາ​ໃຫ້​ເພິ່ນ​ກິນ​ແລ້ວ​ບໍ?” 34 ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ຂອງກິນ​ຂອງ​ຂ້ອຍ​ແມ່ນ​ການ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຜູ້​ທີ່​ໃຊ້​ຂ້ອຍ​ມາ+ ແລະ​ເຮັດ​ວຽກ​ຂອງ​ເພິ່ນ​ໃຫ້​ສຳເລັດ.+ 35 ພວກ​ເຈົ້າ​ພາກັນ​ເວົ້າ​ແມ່ນ​ບໍ​ວ່າ ອີກ 4 ເດືອນ​ຈະ​ຮອດ​ຍາມ​ກ່ຽວ​ເຂົ້າ? ແຕ່​ຂ້ອຍ​ຈະ​ບອກ​ວ່າ ເງີຍ​ໜ້າ​ເບິ່ງ​ທົ່ງ​ນາ​ແມ້ ເຂົ້າ​ກໍ​ສຸກ​ເຫຼືອງ​ພ້ອມ​ທີ່​ຈະ​ກ່ຽວ​ແລ້ວ.+ 36 ຄົນ​ກ່ຽວ​ກໍ​ກຳລັງ​ຮັບ​ຄ່າ​ຈ້າງ​ແລະ​ກຳລັງ​ລວບລວມ​ຜົນລະປູກ. ຜົນລະປູກ​ນັ້ນ​ແມ່ນ​ຄົນ​ທີ່​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ. ດັ່ງນັ້ນ ທັງ​ຜູ້​ຫວ່ານ​ແລະ​ຜູ້​ກ່ຽວ​ຈະ​ມີ​ຄວາມ​ສຸກ​ນຳ​ກັນ+ 37 ຍ້ອນ​ຈະ​ເປັນ​ໄປ​ຕາມ​ຄຳເວົ້າ​ທີ່​ວ່າ ຜູ້​ໜຶ່ງ​ຫວ່ານ​ແລະ​ອີກ​ຜູ້​ໜຶ່ງ​ກ່ຽວ. 38 ຂ້ອຍ​ສົ່ງ​ພວກ​ເຈົ້າ​ໄປ​ກ່ຽວ​ສິ່ງ​ທີ່​ພວກ​ເຈົ້າ​ບໍ່​ໄດ້​ອອກ​ແຮງ​ຫວ່ານ ແຕ່​ຄົນ​ອື່ນ​ອອກ​ແຮງ ແລະ​ພວກ​ເຈົ້າ​ກໍ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ອອກ​ເຫື່ອ​ເທ​ແຮງ​ຂອງ​ເຂົາເຈົ້າ.”

39 ມີ​ຄົນ​ຊາມາເຣຍ​ຫຼາຍ​ຄົນ​ຈາກ​ເມືອງ​ນັ້ນ​ໄດ້​ເຊື່ອ​ໃນ​ພະ​ເຢຊູ​ຍ້ອນ​ຜູ້​ຍິງ​ຄົນ​ນັ້ນ​ບອກ​ວ່າ: “ທ່ານ​ຜູ້​ນີ້​ເວົ້າ​ຖືກ​ໝົດ​ວ່າ​ຂ້ອຍ​ເຄີຍ​ເຮັດ​ຫຍັງ​ມາ​ແດ່.”+ 40 ຄົນ​ຊາມາເຣຍ​ກໍ​ມາ​ຫາ​ພະ​ເຢຊູ​ແລະ​ຂໍຮ້ອງ​ໃຫ້​ເພິ່ນ​ພັກ​ຢູ່​ກັບ​ເຂົາເຈົ້າ. ເພິ່ນ​ຈຶ່ງ​ພັກ​ຢູ່​ຫັ້ນ 2 ມື້. 41 ຜົນ​ກໍ​ຄື ມີ​ອີກ​ຫຼາຍ​ຄົນ​ໄດ້​ເຊື່ອ​ເພິ່ນ​ຍ້ອນ​ໄດ້​ຟັງ​ເພິ່ນ​ສອນ. 42 ເຂົາເຈົ້າ​ເວົ້າ​ກັບ​ຜູ້​ຍິງ​ຄົນ​ນັ້ນ​ວ່າ: “ຕອນນີ້ ພວກ​ເຮົາ​ເຊື່ອ​ບໍ່​ແມ່ນ​ຍ້ອນ​ໄດ້​ຍິນ​ຈາກ​ເຈົ້າ​ເທົ່າ​ນັ້ນ ແຕ່​ຍ້ອນ​ພວກ​ເຮົາ​ໄດ້​ຍິນ​ກັບ​ຫູ​ຂອງ​ໂຕເອງ. ພວກ​ເຮົາ​ຮູ້​ແລ້ວ​ວ່າ​ທ່ານ​ຜູ້​ນີ້​ເປັນ​ຜູ້​ຊ່ວຍ​ໂລກ​ໃຫ້​ລອດ​ແທ້​ໆ​.”+

43 ເມື່ອ​ຢູ່​ຫັ້ນ​ໄດ້ 2 ມື້ ພະ​ເຢຊູ​ກໍ​ເດີນ​ທາງ​ໄປ​ແຂວງ​ຄາລີເລ. 44 (ພະ​ເຢຊູ​ເຄີຍ​ບອກ​ວ່າ​ຜູ້​ພະຍາກອນ​ບໍ່​ໄດ້​ຮັບ​ຄວາມ​ນັບຖື​ໃນ​ບ້ານ​ເກີດ​ຂອງ​ໂຕເອງ.)+ 45 ເມື່ອ​ເພິ່ນ​ມາ​ຮອດ​ແຂວງ​ຄາລີເລ ຄົນ​ຄາລີເລ​ກໍ​ຕ້ອນຮັບ​ເພິ່ນ​ຍ້ອນ​ເຄີຍ​ເຫັນ​ສິ່ງ​ຕ່າງ​ໆ​ທີ່​ເພິ່ນ​ເຮັດ​ໃນ​ເມືອງ​ເຢຣູຊາເລັມ​ຕອນ​ທີ່​ເຂົາເຈົ້າ​ໄປ​ຮ່ວມ​ເທດສະການ​ໃນ​ເມືອງ​ນັ້ນ.+

46 ແລ້ວ​ພະ​ເຢຊູ​ກໍ​ໄປ​ເມືອງ​ການາ​ໃນ​ແຂວງ​ຄາລີເລ​ເຊິ່ງ​ເປັນ​ເມືອງ​ທີ່​ເພິ່ນ​ເຄີຍ​ປ່ຽນ​ນ້ຳ​ໃຫ້​ເປັນ​ເຫຼົ້າແວງ.+ ຂ້າລາຊະການ​ຄົນ​ໜຶ່ງ​ໃນ​ເມືອງ​ກາເປນາອູມ​ມີ​ລູກ​ຊາຍ​ທີ່​ບໍ່​ສະບາຍ​ແຮງ. 47 ເມື່ອ​ຂ້າລາຊະການ​ຄົນ​ນັ້ນ​ໄດ້​ຂ່າວ​ວ່າ​ພະ​ເຢຊູ​ອອກ​ຈາກ​ແຂວງ​ຢູດາຍ​ມາ​ແຂວງ​ຄາລີເລ ລາວ​ກໍ​ເດີນ​ທາງ​ມາ​ຫາ​ເພິ່ນ​ແລະ​ຂໍ​ໃຫ້​ເພິ່ນ​ລົງ​ໄປ​ເມືອງ​ກາເປນາອູມ​ເພື່ອ​ປົວ​ລູກ​ຊາຍ​ຂອງ​ລາວ​ທີ່​ກຳລັງ​ຊິ​ຕາ​ຍ. 48 ແຕ່​ພະ​ເຢຊູ​ບອກ​ລາວ​ວ່າ: “ພວກ​ເຈົ້າ​ທີ່​ຢູ່​ໃນ​ເຂດ​ນີ້​ຈະ​ບໍ່​ເຊື່ອ​ຂ້ອຍ​ດອກ ຖ້າ​ບໍ່​ໄດ້​ເຫັນ​ການ​ອັດສະຈັນ​ແລະ​ປາຕິຫານ​ກ່ອນ.”+ 49 ຂ້າລາຊະການ​ຄົນ​ນັ້ນ​ອ້ອນວອນ​ເພິ່ນ​ວ່າ: “ທ່ານ​ເອີ້ຍ ຂໍ​ໃຫ້​ທ່ານ​ໄປ​ກັບ​ຂ້ອຍ​ແດ່ ກ່ອນ​ທີ່​ລູກ​ຂ້ອຍ​ຈະ​ຕາ​ຍ.” 50 ພະ​ເຢຊູ​ບອກ​ລາວ​ວ່າ: “ເມືອ​ເຮືອນ​ໂລດ ລູກ​ຊາຍ​ຂອງ​ເຈົ້າ​ດີ​ເປັນ​ປົກກະຕິ​ແລ້ວ.”+ ລາວ​ເຊື່ອ​ຄຳເວົ້າ​ຂອງ​ເພິ່ນ ແລ້ວ​ກໍ​ກັບ​ເມືອ. 51 ຕອນ​ທີ່​ກຳລັງ​ເມືອ ພວກ​ທາດ​ຂອງ​ລາວ​ມາ​ສົ່ງ​ຂ່າວ​ວ່າ​ລູກ​ຊາຍ​ຂອງ​ລາວ​ດີ​ເປັນ​ປົກກະຕິ​ແລ້ວ. 52 ລາວ​ຈຶ່ງ​ຖາມ​ວ່າ​ລູກ​ຊາຍ​ຂອງ​ລາວ​ດີ​ຂຶ້ນ​ຕັ້ງແຕ່​ຕອນ​ໃດ. ພວກ​ທາດ​ຕອບ​ວ່າ: “ລູກ​ຊາຍ​ຂອງ​ທ່ານ​ເຊົາ​ໄຂ້​ຕັ້ງແຕ່​ມື້​ວານ​ນີ້​ຕອນ​ບ່າຍ​ໂມ​ງ.”* 53 ຜູ້​ເປັນ​ພໍ່​ຈຶ່ງ​ຮູ້​ວ່າ​ເປັນ​ເວລາ​ດຽວ​ກັບ​ທີ່​ພະ​ເຢຊູ​ເວົ້າ​ວ່າ: “ລູກ​ຊາຍ​ຂອງ​ເຈົ້າ​ດີ​ເປັນ​ປົກກະຕິ​ແລ້ວ.”+ ດັ່ງນັ້ນ ລາວ​ກັບ​ທຸກ​ຄົນ​ໃນ​ເຮືອນ​ຈຶ່ງ​ເຊື່ອ​ໃນ​ພະ​ເຢຊູ. 54 ນີ້​ເປັນ​ການ​ອັດສະຈັນ​ເທື່ອ​ທີ 2+ ທີ່​ພະ​ເຢຊູ​ໄດ້​ເຮັດ​ຢູ່​ແຂວງ​ຄາລີເລ​ຫຼັງ​ຈາກ​ທີ່​ເພິ່ນ​ອອກ​ມາ​ຈາກ​ແຂວງ​ຢູດາ​ຍ.

5 ຫຼັງ​ຈາກນັ້ນ ມີ​ເທດສະການ+​ຂອງ​ຄົນ​ຢິວ ແລະ​ພະ​ເຢຊູ​ໄດ້​ໄປ​ເມືອງ​ເຢຣູຊາເລັມ. 2 ໃກ້​ໆ​ປະຕູ​ໜຶ່ງ​ທີ່​ຊື່​ປະຕູ​ແກະ​ໃນ​ເມືອງ​ເຢຣູຊາເລັມ+ ມີ​ສະນ້ຳ​ທີ່​ເອີ້ນ​ໃນ​ພາສາ​ເຮັບເຣີ​ວ່າ​ເບັດສະທາ ຢູ່​ອ້ອມ​ສະ​ມີ​ທາງ​ຍ່າງ 5 ທາງ​ທີ່​ມີ​ເສົາ​ລຽນ​ກັນ. 3 ຄົນ​ບັກ​ຫຼາຍ​ໆ​ທີ່​ເຈັບ​ປ່ວຍ ຕາບອດ ເປັນ​ລ່ອຍ ແລະ​ແຂນ​ຂາ​ລີບ*​ໄດ້​ມາ​ນອນ​ຢູ່​ທາງ​ຍ່າງ​ນັ້ນ. 4*​—— 5 ຢູ່​ຫັ້ນ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເຈັບ​ປ່ວຍ​ໄດ້ 38 ປີ​ແລ້ວ. 6 ເມື່ອ​ພະ​ເຢຊູ​ເຫັນ​ລາວ​ນອນ​ຢູ່​ແລະ​ຮູ້​ວ່າ​ລາວ​ເຈັບ​ປ່ວຍ​ມາ​ດົນ​ແລ້ວ ເພິ່ນ​ຈຶ່ງ​ຖາມ​ລາວ​ວ່າ: “ເຈົ້າ​ຢາກ​ເຊົາ​ບໍ?”+ 7 ຜູ້​ຊາຍ​ຄົນ​ນັ້ນ​ຕອບ​ວ່າ: “ທ່ານ​ເອີ້ຍ ບໍ່​ມີ​ໃຜ​ພາ​ຂ້ອຍ​ລົງ​ໄປ​ໃນ​ສະນ້ຳ​ເລີຍ​ຕອນ​ທີ່ນ້ຳ​ສະເທືອນ ເມື່ອ​ຂ້ອຍ​ຈະ​ລົງ​ໄປ​ຄົນ​ອື່ນ​ກໍ​ລົງ​ໄປ​ກ່ອນ.” 8 ພະ​ເຢຊູ​ບອກ​ລາວ​ວ່າ: “ລຸກ​ຂຶ້ນ! ກູ້​ເອົາ​ສາດ*​ແລະ​ຍ່າງ​ໄປ.”+ 9 ຜູ້​ຊາຍ​ຄົນ​ນັ້ນ​ກໍ​ເຊົາ​ເຈັບ​ປ່ວຍ​ທັນທີ ແລ້ວ​ລາວ​ກໍ​ກູ້​ເອົາ​ສາດ​ແລະ​ຍ່າງ​ໄປ.

ມື້​ນັ້ນ​ເປັນ​ວັນ​ຊະບາໂຕ. 10 ພວກ​ຢິວ​ຈຶ່ງ​ເວົ້າ​ໃຫ້​ຄົນ​ທີ່​ເຊົາ​ເຈັບ​ປ່ວຍ​ນັ້ນ​ວ່າ: “ມື້​ນີ້​ເປັນ​ວັນ​ຊະບາໂຕ ມັນ​ຜິດ​ໄດ໋​ທີ່​ເຈົ້າ​ຫອບ​ສາດ​ໄປ.”+ 11 ແຕ່​ລາວ​ບອກ​ວ່າ: “ຜູ້​ທີ່​ປົວ​ຂ້ອຍ​ບອກ​ຂ້ອຍ​ວ່າ ‘ກູ້​ເອົາ​ສາດ​ແລະ​ຍ່າງ​ໄປ.’” 12 ພວກ​ຢິວ​ຖາມ​ລາວ​ວ່າ: “ໃຜ​ເປັນ​ຄົນ​ບອກ​ເຈົ້າ​ວ່າ ‘ກູ້​ເອົາ​ສາດ​ແລະ​ຍ່າງ​ໄປ’?” 13 ແຕ່​ຄົນ​ທີ່​ເຊົາ​ເຈັບ​ປ່ວຍ​ນັ້ນ​ບໍ່​ຮູ້​ວ່າ​ຜູ້​ທີ່​ປົວ​ລາວ​ແມ່ນ​ໃຜ ຍ້ອນ​ພະ​ເຢຊູ​ຍ່າງ​ເຂົ້າ​ໄປ​ປົນ​ຢູ່​ກັບ​ຄົນ​ບັກ​ຫຼາຍ​ໆ​ແລ້ວ.

14 ຕໍ່ມາ ພະ​ເຢຊູ​ກໍ​ເຫັນ​ຜູ້​ນັ້ນ​ອີກ​ໃນ​ວິຫານ ເພິ່ນ​ບອກ​ລາວ​ວ່າ: “ຕອນນີ້​ເຈົ້າ​ເຊົາ​ແລ້ວ. ຢ່າ​ເຮັດ​ຜິດ​ອີກ​ເດີ້ ເຈົ້າ​ຈຶ່ງ​ຊິ​ບໍ່​ເຈິ​ເລື່ອງ​ຮ້າຍ​ແຮງ​ກວ່າ​ນີ້.” 15 ຜູ້​ນັ້ນ​ກໍ​ເລີຍ​ໄປ​ບອກ​ພວກ​ຢິວ​ວ່າ ຜູ້​ທີ່​ປົວ​ລາວ​ແມ່ນ​ພະ​ເຢຊູ. 16 ດັ່ງນັ້ນ ພວກ​ຢິວ​ຈຶ່ງ​ຫາ​ເລື່ອງ​ພະ​ເຢຊູ​ຍ້ອນ​ເພິ່ນ​ປົວ​ຄົນ​ໃນ​ວັນ​ຊະບາໂຕ. 17 ແຕ່​ເພິ່ນ​ບອກ​ເຂົາເຈົ້າ​ວ່າ: “ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ຂ້ອຍ​ຍັງ​ເຮັດ​ວຽກ​ຢູ່​ຈົນ​ຮອດ​ຕອນນີ້ ແລະ​ຂ້ອຍ​ກໍ​ຍັງ​ເຮັດ​ວຽກ​ຢູ່​ຄື​ກັນ.”+ 18 ຄຳເວົ້າ​ນີ້​ເຮັດ​ໃຫ້​ພວກ​ຢິວ​ແຮ່ງ​ພະຍາຍາມ​ຫຼາຍ​ຂຶ້ນ​ທີ່​ຈະ​ຂ້າ​ພະ​ເຢຊູ ຍ້ອນ​ເຂົາເຈົ້າ​ຖື​ວ່າ​ເພິ່ນ​ເຮັດ​ຜິດ​ກົດ​ວັນ​ຊະບາໂຕ ແລະ​ເພິ່ນ​ຢາກ​ໃຫ້​ຄົນ​ອື່ນ​ຄິດ​ວ່າ​ເພິ່ນ​ເທົ່າ​ທຽມ​ກັບ​ພະເຈົ້າ+​ຍ້ອນ​ເພິ່ນ​ເອີ້ນ​ພະເຈົ້າ​ວ່າ​ພໍ່.+

19 ພະ​ເຢຊູ​ຈຶ່ງ​ບອກ​ເຂົາເຈົ້າ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ລູກ​ຂອງ​ພະເຈົ້າ​ບໍ່​ໄດ້​ເຮັດ​ຫຍັງ​ຕາມ​ໃຈ​ໂຕເອງ ແຕ່​ຈະ​ເຮັດ​ສະເພາະ​ສິ່ງ​ທີ່​ເຫັນ​ພໍ່​ເຮັດ​ເທົ່າ​ນັ້ນ.+ ພະເຈົ້າ​ເຮັດ​ຫຍັງ ລູກ​ຂອງ​ເພິ່ນ​ກໍ​ເຮັດ​ຄື​ກັນ. 20 ເພິ່ນ​ຮັກ​ລູກ​ຂອງ​ເພິ່ນ​ຫຼາຍ+ ແລະ​ໃຫ້​ລູກ​ເຫັນ​ທຸກ​ຢ່າງ​ທີ່​ເພິ່ນ​ເຮັດ. ເພິ່ນ​ຈະ​ສອນ​ລູກ​ໃຫ້​ເຮັດ​ວຽກ​ທີ່​ຍິ່ງໃຫຍ່​ກວ່າ​ນີ້​ອີກ ແລ້ວ​ພວກ​ເຈົ້າ​ຈະ​ຕົກຕະລຶງ.+ 21 ຄື​ກັບ​ທີ່​ພະເຈົ້າ​ຜູ້​ເປັນ​ພໍ່​ສາມາດ​ປຸກ​ຄົນ​ຕາຍ​ໃຫ້​ກັບ​ມາ​ມີ​ຊີວິດ​ໄດ້+ ລູກ​ຂອງ​ເພິ່ນ​ກໍ​ຈະ​ເອົາ​ຊີວິດ​ໃຫ້​ຜູ້​ໃດ​ກໍ​ໄດ້​ທີ່​ລາວ​ຢາກ​ເອົາ​ໃຫ້.+ 22 ພໍ່​ບໍ່​ຕັດສິນ​ຜູ້​ໃດ ແຕ່​ມອບໝາຍ​ໃຫ້​ລູກ​ຂອງ​ເພິ່ນ​ຕັດສິນ​ທຸກ​ຄົນ+ 23 ເພື່ອ​ທຸກ​ຄົນ​ຈະ​ນັບຖື​ລູກ​ຂອງ​ພະເຈົ້າ​ຄື​ກັບ​ທີ່​ນັບຖື​ພະເຈົ້າ​ຜູ້​ເປັນ​ພໍ່. ຄົນ​ທີ່​ບໍ່​ນັບຖື​ລູກ​ກໍ​ບໍ່​ນັບຖື​ພໍ່​ທີ່​ໃຊ້​ລູກ​ມາ.+ 24 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຜູ້​ໃດ​ທີ່​ຟັງ​ຄຳສອນ​ຂອງ​ຂ້ອຍ​ແລະ​ເຊື່ອ​ໃນ​ຜູ້​ທີ່​ໃຊ້​ຂ້ອຍ​ມາ ຜູ້​ນັ້ນ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.+ ລາວ​ຈະ​ບໍ່​ຖືກ​ຕັດສິນ​ລົງໂທດ ແຕ່​ລາວ​ໄດ້​ລອດ​ຈາກ​ຄວາມ​ຕາຍ​ໄປ​ສູ່​ຊີວິດ​ແລ້ວ.+

25 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ເວລາ​ນັ້ນ​ເລີ່ມ​ຕົ້ນ​ແລ້ວ ເມື່ອ​ຄົນ​ຕາຍ​ຈະ​ໄດ້​ຍິນ​ສຽງ​ລູກ​ຂອງ​ພະເຈົ້າ ແລະ​ຄົນ​ທີ່​ເຊື່ອຟັງ​ຈະ​ມີ​ຊີວິດ. 26 ພະເຈົ້າ​ຜູ້​ເປັນ​ພໍ່​ມີ​ອຳນາດ​ໃຫ້​ຊີວິດ+ ແລະ​ເພິ່ນ​ກໍ​ໃຫ້​ລູກ​ຂອງ​ເພິ່ນ​ມີ​ອຳນາດ​ໃຫ້​ຊີວິດ​ຄື​ກັນ.+ 27 ພະເຈົ້າ​ໃຫ້​ລູກ​ຂອງ​ເພິ່ນ​ມີ​ອຳນາດ​ຕັດສິນ+ ຍ້ອນ​ລາວ​ແມ່ນ​ລູກ​ມະນຸດ.+ 28 ບໍ່​ຕ້ອງ​ແປກໃຈ​ໃນ​ເລື່ອງ​ນີ້ ເພາະ​ຈະ​ມີ​ເວລາ​ທີ່​ທຸກ​ຄົນ​ທີ່​ຢູ່​ໃນ​ບ່ອນຝັງ​ສົບ​ຈະ​ໄດ້​ຍິນ​ສຽງ​ລາວ+ 29 ແລະ​ຈະ​ອອກ​ມາ. ຄົນ​ທີ່​ເຮັດ​ດີ​ຈະ​ຟື້ນ​ຄືນ​ມາ​ແລ້ວ​ໄດ້​ຊີວິດ ສ່ວນ​ຄົນ​ທີ່​ເຮັດ​ຊົ່ວ​ຈະ​ຟື້ນ​ຄືນ​ມາ​ແລ້ວ​ຖືກ​ຕັດສິນ.+ 30 ຂ້ອຍ​ບໍ່​ເຮັດ​ຫຍັງ​ຕາມ​ໃຈ​ໂຕເອງ ພະເຈົ້າ​ບອກ​ຂ້ອຍ​ແນວ​ໃດ ຂ້ອຍ​ກໍ​ຕັດສິນ​ຕາມ​ນັ້ນ ແລະ​ຂ້ອຍ​ຕັດສິນ​ຢ່າງ​ຍຸຕິທຳ+ ຍ້ອນ​ຂ້ອຍ​ບໍ່​ເຮັດ​ຕາມ​ໃຈ​ໂຕເອງ ແຕ່​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ຜູ້​ທີ່​ໃຊ້​ຂ້ອຍ​ມາ.+

31 ຖ້າ​ຂ້ອຍ​ເປັນ​ພະຍານ​ໃຫ້​ໂຕເອງ ຄຳເວົ້າ​ຂອງ​ຂ້ອຍ​ກໍ​ໃຊ້​ເປັນ​ຫຼັກຖານ​ບໍ່​ໄດ້.+ 32 ແຕ່​ມີ​ອີກ​ຜູ້​ໜຶ່ງ​ເປັນ​ພະຍານ​ໃຫ້​ຂ້ອຍ ແລະ​ຂ້ອຍ​ຮູ້​ວ່າ​ຄຳເວົ້າ​ຂອງ​ເພິ່ນ​ໃຊ້​ເປັນ​ຫຼັກຖານ​ຢືນຢັນ​ໂຕ​ຂ້ອຍ​ໄດ້.+ 33 ພວກ​ເຈົ້າ​ໃຊ້​ຄົນ​ໄປ​ຫາ​ໂຢຮັນ ແລະ​ໂຢຮັນ​ເປັນ​ພະຍານ​ຢືນຢັນ​ຄວາມ​ຈິງ​ເລື່ອງ​ຂ້ອຍ.+ 34 ທີ່ຈິງ ບໍ່​ຕ້ອງ​ມີ​ມະນຸດ​ມາ​ເປັນ​ພະຍານ​ໃຫ້​ຂ້ອຍ ແຕ່​ທີ່​ຂ້ອຍ​ບອກ​ເລື່ອງ​ທັງໝົດ​ນີ້​ກໍ​ເພື່ອ​ພວກ​ເຈົ້າ​ຈະ​ລອດ. 35 ໂຢຮັນ​ຄົນ​ນີ້​ເປັນ​ຄື​ກັບ​ຕະກຽງ​ທີ່​ໃຫ້​ແສງ​ສະຫວ່າງ ແລະ​ພວກ​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ​ກັບ​ແສງ​ສະຫວ່າງ​ນັ້ນ​ໄລຍະ​ໜຶ່ງ.+ 36 ແຕ່​ຂ້ອຍ​ມີ​ພະຍານ​ຫຼັກຖານ​ທີ່​ໜັກແໜ້ນ​ກວ່າ​ໂຢຮັນ​ອີກ. ວຽກ​ທີ່​ພໍ່​ຂອງ​ຂ້ອຍ​ມອບໝາຍ​ໃຫ້​ຂ້ອຍ​ເຮັດ​ຈົນ​ສຳເລັດ ຂ້ອຍ​ກຳລັງ​ເຮັດ​ວຽກ​ນີ້​ຢູ່ ແລະ​ວຽກ​ນີ້​ແຫຼະ​ເປັນ​ຫຼັກຖານ​ຢືນຢັນ​ວ່າ​ພໍ່​ໄດ້​ໃຊ້​ຂ້ອຍ​ມາ.+ 37 ພໍ່​ທີ່​ໃຊ້​ຂ້ອຍ​ມາ​ກໍ​ຍັງ​ເປັນ​ພະຍານ​ໃຫ້​ຂ້ອຍ​ນຳ.+ ແຕ່​ພວກ​ເຈົ້າ​ບໍ່​ເຄີຍ​ໄດ້​ຍິນ​ສຽງ​ເພິ່ນ ແລະ​ບໍ່​ເຄີຍ​ເຫັນ​ຮູບ​ຮ່າງ​ໜ້າ​ຕາ​ຂອງ​ເພິ່ນ+ 38 ແລະ​ຄຳ​ສອນ​ຂອງ​ເພິ່ນ​ກໍ​ບໍ່​ໄດ້​ຢູ່​ໃນ​ໃຈ​ພວກ​ເຈົ້າ ຍ້ອນ​ພວກ​ເຈົ້າ​ບໍ່​ເຊື່ອ​ຄົນ​ທີ່​ເພິ່ນ​ໃຊ້​ມາ.

39 ພວກ​ເຈົ້າ​ສຶກສາ​ພະຄຳພີ+​ຍ້ອນ​ຄິດ​ວ່າ​ພະຄຳພີ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ມີ​ຊີວິດ​ຕະຫຼອດ​ໄປ​ໄດ້ ແຕ່​ພະຄຳພີ​ນີ້​ແຫຼະ​ທີ່​ເປັນ​ພະຍານ​ຢືນຢັນ​ກ່ຽວກັບ​ໂຕ​ຂ້ອຍ.+ 40 ເຖິງ​ປານ​ນັ້ນ ພວກ​ເຈົ້າ​ກໍ​ຍັງ​ບໍ່​ຍອມ​ມາ​ຫາ​ຂ້ອຍ+​ເພື່ອ​ຈະ​ໄດ້​ຊີວິດ. 41 ຂ້ອຍ​ບໍ່​ຢາກ​ໄດ້​ຄຳ​ຍ້ອງຍໍ​ຈາກ​ມະນຸດ 42 ແລະ​ຂ້ອຍ​ກໍ​ຮູ້​ວ່າ​ພວກ​ເຈົ້າ​ບໍ່​ໄດ້​ຮັກ​ພະເຈົ້າ. 43 ຂ້ອຍ​ມາ​ໃນ​ນາມ​ພໍ່​ຂອງ​ຂ້ອຍ ແຕ່​ພວກ​ເຈົ້າພັດ​ບໍ່​ຕ້ອນຮັບ​ຂ້ອຍ. ຖ້າ​ມີ​ຄົນ​ອື່ນ​ມາ​ໃນ​ນາມ​ຂອງ​ໂຕເອງ ແນ່ນອນ​ວ່າ​ພວກ​ເຈົ້າ​ຄື​ຊິ​ຕ້ອນຮັບ​ລາວ. 44 ພວກ​ເຈົ້າ​ຈະ​ເຊື່ອ​ຂ້ອຍ​ໄດ້​ແນວ​ໃດ ໃນ​ເມື່ອ​ພວກ​ເຈົ້າ​ມັກ​ຄຳ​ຍ້ອງຍໍ​ຈາກ​ມະນຸດ​ນຳ​ກັນ ແລະ​ບໍ່​ສົນໃຈ​ຄຳ​ຍ້ອງຍໍ​ຈາກ​ພະເຈົ້າ​ທ່ຽງແທ້​ອົງ​ດຽວ?+ 45 ຢ່າ​ຄິດ​ວ່າ​ຂ້ອຍ​ຈະ​ກ່າວຫາ​ພວກ​ເຈົ້າ​ຕໍ່​ໜ້າ​ພະເຈົ້າ​ຜູ້​ເປັນ​ພໍ່ ຍ້ອນ​ຄົນ​ທີ່​ກ່າວຫາ​ພວກ​ເຈົ້າ​ແມ່ນ​ໂມເຊ+​ເຊິ່ງ​ເປັນ​ຄົນ​ທີ່​ພວກ​ເຈົ້າ​ຝາກ​ຄວາມ​ຫວັງ​ໄວ້​ນຳ. 46 ຖ້າ​ພວກ​ເຈົ້າ​ເຊື່ອ​ໂມເຊ​ແທ້ ພວກ​ເຈົ້າ​ກໍ​ຄວນ​ຈະ​ເຊື່ອ​ຂ້ອຍ​ນຳ ຍ້ອນ​ໂມເຊ​ໄດ້​ຂຽນ​ໄວ້​ກ່ຽວກັບ​ຂ້ອຍ.+ 47 ແຕ່​ຖ້າ​ພວກ​ເຈົ້າ​ບໍ່​ເຊື່ອ​ສິ່ງ​ທີ່​ໂມເຊ​ຂຽນ​ໄວ້ ພວກ​ເຈົ້າ​ຈະ​ເຊື່ອ​ສິ່ງ​ທີ່​ຂ້ອຍ​ເວົ້າ​ໄດ້​ແນວ​ໃດ?”

6 ຫຼັງ​ຈາກນັ້ນ ພະ​ເຢຊູ​ກໍ​ນັ່ງ​ເຮືອ​ຂ້າມ​ທະເລ​ຄາລີເລ​ຫຼື​ທີ່​ຄົນ​ເອີ້ນ​ວ່າ​ຕີເບເຣຍ.+ 2 ມີ​ຄົນ​ບັກ​ຫຼາຍ​ໆ​ນຳ​ເພິ່ນ​ໄປ+​ຍ້ອນ​ເຂົາເຈົ້າ​ເຫັນ​ເພິ່ນ​ປົວ​ຄົນ​ເຈັບ​ປ່ວຍ​ຢ່າງ​ອັດສະຈັນ.+ 3 ພະ​ເຢຊູ​ຂຶ້ນ​ໄປ​ເທິງ​ພູ​ແລະ​ນັ່ງ​ກັບ​ພວກ​ລູກສິດ. 4 ຕອນ​ນັ້ນ​ໃກ້​ຊິ​ຮອດ​ເທດສະການ​ປັດສະຄາ+​ຂອງ​ຄົນ​ຢິວ​ແລ້ວ. 5 ເມື່ອ​ພະ​ເຢຊູ​ເງີຍ​ໜ້າ​ຂຶ້ນ​ແລະ​ເຫັນ​ຄົນ​ບັກ​ຫຼາຍ​ໆ​ມາ​ຫາ ເພິ່ນ​ຈຶ່ງ​ຖາມ​ຟີລິບ​ວ່າ: “ພວກ​ເຮົາ​ຈະ​ໄປ​ຊື້​ເຂົ້າຈີ່​ຢູ່​ໃສ​ຈຶ່ງ​ຈະ​ພໍ​ລ້ຽງ​ຄົນ​ທັງໝົດ​ນີ້​ໄດ້?”+ 6 ພະ​ເຢຊູ​ເວົ້າ​ແບບ​ນັ້ນ​ກໍ​ເພື່ອ​ທົດສອບ​ລາວ ຍ້ອນ​ເພິ່ນ​ຮູ້​ແລ້ວ​ວ່າ​ຈະ​ເຮັດ​ຫຍັງ. 7 ຟີລິບ​ຕອບ​ເພິ່ນ​ວ່າ: “ເຖິງ​ວ່າ​ພວກ​ເຮົາ​ໄປ​ຊື້​ເຂົ້າຈີ່ 200 ເດນາຣິອົນ*​ກໍ​ຍັງ​ບໍ່​ພໍ​ໃຫ້​ເຂົາເຈົ້າ​ກິນ​ຄົນ​ລະ​ເລັກ​ຄົນ​ລະ​ໜ້ອຍ.” 8 ລູກສິດ​ອີກ​ຄົນ​ໜຶ່ງ​ຊື່​ອັນເດອາ​ທີ່​ເປັນ​ອ້າຍ​ນ້ອງ​ກັບ​ຊີໂມນເປໂຕ​ບອກ​ພະ​ເຢຊູ​ວ່າ: 9 “ເດັກນ້ອຍ​ຜູ້​ນີ້​ມີ​ເຂົ້າຈີ່​ບາເລ 5 ອັນ​ກັບ​ປາ​ນ້ອຍ​ໆ​ 2 ໂຕ ແຕ່​ມັນ​ບໍ່​ພໍ​ສຳລັບ​ຄົນ​ຫຼາຍ​ປານ​ນີ້​ດອກ.”+

10 ພະ​ເຢຊູ​ຈຶ່ງ​ສັ່ງ​ພວກ​ລູກສິດ​ວ່າ: “ບອກ​ໃຫ້​ເຂົາເຈົ້າ​ນັ່ງ​ລົງ.” ທຸກ​ຄົນ​ກໍ​ນັ່ງ​ລົງ​ພື້ນ​ທີ່​ເປັນ​ຫຍ້າ. ຄົນ​ທີ່​ຢູ່​ຫັ້ນ​ມີ​ຜູ້​ຊາຍ​ປະມານ 5.000 ຄົນ.+ 11 ພະ​ເຢຊູ​ຈັບ​ເອົາ​ເຂົ້າຈີ່ ອະທິດຖານ​ຂອບໃຈ​ພະເຈົ້າ ແລ້ວ​ຢາຍ​ໃຫ້​ທຸກ​ຄົນ​ທີ່​ນັ່ງ​ຢູ່​ຫັ້ນ. ເພິ່ນ​ຈັບ​ປາ​ໂຕ​ນ້ອຍ​ໆ​ 2 ໂຕ​ນັ້ນ​ຂຶ້ນ​ມາ​ແລ້ວ​ເຮັດ​ແບບ​ດຽວ​ກັນ ແລະ​ທຸກ​ຄົນ​ກໍ​ໄດ້​ກິນ​ຈົນ​ອີ່ມ. 12 ເມື່ອ​ເຂົາເຈົ້າ​ກິນ​ອີ່ມ​ແລ້ວ ພະ​ເຢຊູ​ສັ່ງ​ພວກ​ລູກສິດ​ວ່າ: “ທ້ອນ​ເຂົ້າຈີ່​ທີ່​ເຫຼືອ​ໄວ້ ເພື່ອ​ບໍ່​ໃຫ້​ເສຍ​ຖິ້ມ​ລ້າ​ໆ​.” 13 ພວກ​ລູກສິດ​ກໍ​ທ້ອນ​ເຂົ້າຈີ່​ທີ່​ເຫຼືອ​ຈາກ​ເຂົ້າຈີ່​ບາເລ 5 ອັນ​ນັ້ນ​ໄດ້​ເຕັມ 12 ກະຕ່າ.

14 ເມື່ອ​ປະຊາຊົນ​ເຫັນ​ການ​ອັດສະຈັນ​ທີ່​ພະ​ເຢຊູ​ເຮັດ ເຂົາເຈົ້າ​ກໍ​ພາກັນ​ເວົ້າ​ວ່າ: “ຜູ້​ນີ້​ເປັນ​ຜູ້​ພະຍາກອນ​ຄົນ​ນັ້ນ​ແທ້​ໆ​ທີ່​ຈະ​ມາ​ໃນ​ໂລກ.”+ 15 ເມື່ອ​ພະ​ເຢຊູ​ຮູ້​ວ່າ​ເຂົາເຈົ້າ​ພະຍາຍາມ​ຈະ​ຕັ້ງ​ເພິ່ນ​ໃຫ້​ເປັນ​ກະສັດ ເພິ່ນ​ກໍ​ແຍກ+​ໄປ​ຢູ່​ພູ​ຄົນ​ດຽວ.+

16 ເມື່ອ​ຮອດ​ຕອນ​ຄ່ຳ ພວກ​ລູກສິດ​ຂອງ​ພະ​ເຢຊູ​ກໍ​ລົງ​ໄປ​ທະເລ+ 17 ແລະ​ຂຶ້ນ​ເຮືອ​ເພື່ອ​ຈະ​ຂ້າມ​ຟາກ​ໄປ​ເມືອງ​ກາເປນາອູມ. ຕອນ​ນັ້ນ​ມືດ​ແລ້ວ ແລະ​ພະ​ເຢຊູ​ກໍ​ຍັງ​ບໍ່​ທັນ​ມາ​ຫາ​ເຂົາເຈົ້າ.+ 18 ແລ້ວ​ກໍ​ເກີດ​ພາຍຸ​ເຊິ່ງ​ເຮັດ​ໃຫ້​ທະເລ​ປັ່ນປ່ວນ.+ 19 ເມື່ອ​ເຂົາເຈົ້າ​ພາຍ​ເຮືອ​ອອກ​ໄປ​ໄດ້​ປະມານ 5 ຫຼື 6 ກິໂລແມັດ* ກໍ​ເຫັນ​ພະ​ເຢຊູ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ເຂົ້າ​ມາ​ໃກ້​ເຮືອ ເຂົາເຈົ້າ​ກໍ​ຕົກໃຈ​ຢ້ານ. 20 ແຕ່​ເພິ່ນ​ບອກ​ເຂົາເຈົ້າ​ວ່າ: “ບໍ່​ຕ້ອງ​ຕົກໃຈ! ຂ້ອຍ​ເອງ ບໍ່​ຕ້ອງ​ຢ້ານ.”+ 21 ເຂົາເຈົ້າ​ກໍ​ດີໃຈ​ແລະ​ໃຫ້​ພະ​ເຢຊູ​ຂຶ້ນ​ເຮືອ. ບໍ່​ດົນ​ເຮືອ​ກໍ​ຮອດ​ຝັ່ງ​ທີ່​ເຂົາເຈົ້າ​ຕັ້ງໃຈ​ຈະ​ໄປ.+

22 ມື້​ຕໍ່​ມາ ຄົນ​ບັກ​ຫຼາຍ​ໆ​ທີ່​ຍັງ​ຢູ່​ບ່ອນ​ເກົ່າ​ໄດ້​ໄປ​ແຄມ​ທະເລ​ແລະ​ເຫັນ​ວ່າ​ຢູ່​ຫັ້ນ​ບໍ່​ມີ​ເຮືອ​ຈັກ​ລຳ. ແຕ່​ກີ້​ກໍ​ມີ​ເຮືອ​ນ້ອຍ​ລຳ​ໜຶ່ງ​ເຊິ່ງ​ພວກ​ລູກສິດ​ໄດ້​ຂີ່​ໄປ​ແລ້ວ ແຕ່​ພະ​ເຢຊູ​ບໍ່​ໄດ້​ໄປ​ນຳ. 23 ມີ​ເຮືອ​ບາງ​ລຳ​ຈາກ​ເມືອງ​ຕີເບເຣຍ​ເຂົ້າ​ມາ​ຈອດ​ຢູ່​ຝັ່ງ​ໃກ້​ໆ​ກັບ​ບ່ອນ​ທີ່​ຜູ້​ເປັນ​ນາຍ​ໄດ້​ຢາຍ​ເຂົ້າຈີ່​ໃຫ້​ຄົນ​ກິນ​ຫຼັງ​ຈາກ​ເພິ່ນ​ອະທິດຖານ​ຂອບໃຈ​ພະເຈົ້າ. 24 ເມື່ອ​ຄົນ​ບັກ​ຫຼາຍ​ໆ​ບໍ່​ເຫັນ​ພະ​ເຢຊູ​ກັບ​ພວກ​ລູກສິດ ເຂົາເຈົ້າ​ກໍ​ຂຶ້ນ​ເຮືອ​ເຫຼົ່າ​ນັ້ນ​ແລະ​ຂ້າມ​ຟາກ​ມາ​ເມືອງ​ກາເປນາອູມ​ເພື່ອ​ຊອກ​ຫາ​ພະ​ເຢຊູ.

25 ເມື່ອ​ເຂົາເຈົ້າ​ມາ​ຮອດ​ອີກ​ຟາກ​ໜຶ່ງ​ຂອງ​ທະເລ​ແລະ​ເຫັນ​ພະ​ເຢຊູ ເຂົາເຈົ້າ​ກໍ​ຖາມ​ເພິ່ນ​ວ່າ: “ອາຈານ+ ທ່ານ​ມາ​ຮອດ​ຕັ້ງແຕ່​ຕອນ​ໃດ?” 26 ພະ​ເຢຊູ​ຕອບ​ເຂົາເຈົ້າ​ວ່າ: “ຂ້ອຍ​ຂໍ​ເວົ້າ​ກົງ​ໆ​ວ່າ ພວກ​ເຈົ້າ​ຊອກ​ຫາ​ຂ້ອຍ​ບໍ່​ແມ່ນ​ຍ້ອນ​ເຫັນ​ການ​ອັດສະຈັນ​ທີ່​ໃຫ້​ຫຼັກຖານ​ວ່າ​ພະເຈົ້າ​ໃຊ້​ຂ້ອຍ​ມາ ແຕ່​ຍ້ອນ​ພວກ​ເຈົ້າ​ໄດ້​ກິນ​ອີ່ມ.+ 27 ຢ່າ​ເຮັດ​ວຽກ​ເພື່ອ​ຈະ​ໄດ້​ອາຫານ​ທີ່​ເນົ່າ​ເປື່ອຍ​ໄດ້ ແຕ່​ໃຫ້​ເຮັດ​ວຽກ​ເພື່ອ​ຈະ​ໄດ້​ອາຫານ​ທີ່​ບໍ່​ເນົ່າ​ເປື່ອຍ​ເຊິ່ງ​ຈະ​ໃຫ້​ຊີວິດ​ຕະຫຼອດ​ໄປ.+ ລູກ​ມະນຸດ​ຈະ​ເອົາ​ອາຫານ​ນັ້ນ​ໃຫ້​ພວກ​ເຈົ້າ ຍ້ອນ​ເພິ່ນ​ເປັນ​ຄົນ​ທີ່​ພະເຈົ້າ​ຜູ້​ເປັນ​ພໍ່​ຮັບຮອງ​ແລ້ວ.”*+

28 ເຂົາເຈົ້າ​ຈຶ່ງ​ຖາມ​ພະ​ເຢຊູ​ວ່າ: “ພວກ​ເຮົາ​ຕ້ອງ​ເຮັດ​ວຽກ​ຫຍັງ​ເພື່ອ​ພະເຈົ້າ​ຈະ​ພໍໃຈ​ພວກ​ເຮົາ?” 29 ເພິ່ນ​ຕອບ​ວ່າ: “ວຽກ​ທີ່​ພະເຈົ້າ​ພໍໃຈ​ແມ່ນ​ໃຫ້​ພວກ​ເຈົ້າ​ສະແດງ​ຄວາມ​ເຊື່ອ​ໃນ​ຜູ້​ທີ່​ເພິ່ນ​ໃຊ້​ມາ.”+ 30 ເຂົາເຈົ້າ​ຈຶ່ງ​ຖາມ​ພະ​ເຢຊູ​ວ່າ: “ຄັນຊັ້ນ ທ່ານ​ຈະ​ເຮັດ​ການ​ອັດສະຈັນ​ຫຍັງ​ໃຫ້​ພວກ​ເຮົາ​ເຫັນ+ ພວກ​ເຮົາ​ຈະ​ໄດ້​ເຊື່ອ​ທ່ານ? 31 ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ໄດ້ກິນ​ມານາໃນ​ບ່ອນ​ກັນດານ+​ຕາມ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ​ທີ່​ວ່າ ‘ເພິ່ນ​ເອົາ​ອາຫານ​ຈາກ​ສະຫວັນ​ໃຫ້​ເຂົາເຈົ້າ.’”+ 32 ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ທີ່ຈິງ​ແລ້ວ ໂມເຊ​ບໍ່​ໄດ້​ເອົາ​ອາຫານ​ຈາກ​ສະຫວັນ​ໃຫ້​ພວກ​ເຈົ້າ ແຕ່​ແມ່ນ​ພະເຈົ້າ​ພໍ່​ຂອງ​ຂ້ອຍ​ທີ່​ເອົາ​ອາຫານ​ແທ້​ຈາກ​ສະຫວັນ​ໃຫ້​ພວກ​ເຈົ້າ 33 ຍ້ອນ​ອາຫານ​ຈາກ​ພະເຈົ້າ​ແມ່ນ​ຜູ້​ທີ່​ລົງ​ມາ​ຈາກ​ສະຫວັນ​ແລະ​ມອບ​ຊີວິດ​ຂອງ​ເພິ່ນ​ໃຫ້​ມະນຸດ.”* 34 ເຂົາເຈົ້າ​ຈຶ່ງ​ບອກ​ເພິ່ນ​ວ່າ: “ນາຍ​ເອີ້ຍ ຂໍ​ອາຫານ​ນັ້ນ​ແດ່​ເພື່ອ​ພວກ​ເຮົາ​ຈະ​ໄດ້​ກິນ​ໄປ​ຕະຫຼອດ.”

35 ພະ​ເຢຊູ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ຂ້ອຍ​ນີ້​ແຫຼະ​ແມ່ນ​ອາຫານ​ທີ່​ໃຫ້​ຊີວິດ. ຄົນ​ທີ່​ມາ​ຫາ​ຂ້ອຍ​ຈະ​ບໍ່​ຫິວ​ເຂົ້າ​ອີກ​ເລີຍ ແລະ​ຄົນ​ທີ່​ສະແດງ​ຄວາມ​ເຊື່ອ​ໃນ​ຂ້ອຍ​ຈະ​ບໍ່​ຫິວ​ນ້ຳ​ອີກ​ເລີຍ.+ 36 ແຕ່​ເປັນ​ຄື​ກັບ​ທີ່​ຂ້ອຍ​ບອກ​ພວກ​ເຈົ້າ​ແລ້ວ​ວ່າ ພວກ​ເຈົ້າ​ເຫັນ​ຂ້ອຍ​ແຕ່​ກໍ​ຍັງ​ບໍ່​ເຊື່ອ.+ 37 ທຸກ​ຄົນ​ທີ່​ພະເຈົ້າ​ຜູ້​ເປັນ​ພໍ່​ຍົກ​ໃຫ້​ຂ້ອຍ​ຈະ​ມາ​ຫາ​ຂ້ອຍ ແລະ​ຄົນ​ທີ່​ມາ​ຫາ​ຂ້ອຍ ຂ້ອຍ​ຈະ​ບໍ່​ມີ​ວັນ​ໄລ່​ລາວ​ໜີ.+ 38 ຂ້ອຍ​ລົງ​ມາ​ຈາກ​ສະຫວັນ+​ບໍ່​ແມ່ນ​ເພື່ອ​ເຮັດ​ຕາມ​ໃຈ​ໂຕເອງ ແຕ່​ເພື່ອ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ຜູ້​ທີ່​ໃຊ້​ຂ້ອຍ​ມາ.+ 39 ຜູ້​ທີ່​ໃຊ້​ຂ້ອຍ​ມາ​ຢາກ​ໃຫ້​ຂ້ອຍ​ເບິ່ງແຍງ​ທຸກ​ຄົນ​ທີ່​ເພິ່ນ​ຍົກ​ໃຫ້​ຂ້ອຍ ເພື່ອ​ບໍ່​ໃຫ້​ເສຍ​ແມ່ນ​ແຕ່​ຄົນ​ດຽວ ແລະ​ໃຫ້​ຂ້ອຍ​ປຸກ​ເຂົາເຈົ້າ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ+​ໃນ​ວັນ​ສຸດທ້າຍ. 40 ພໍ່​ຂອງ​ຂ້ອຍ​ຢາກ​ໃຫ້​ທຸກ​ຄົນ​ທີ່​ຍອມຮັບ​ແລະ​ສະແດງ​ຄວາມ​ເຊື່ອ​ໃນ​ລູກ​ຂອງ​ເພິ່ນ​ມີ​ຊີວິດ​ຕະຫຼອດ​ໄປ+ ແລະ​ຂ້ອຍ​ຈະ​ປຸກ​ເຂົາເຈົ້າ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ+​ໃນ​ວັນ​ສຸດທ້າຍ​ນັ້ນ.”

41 ພວກ​ຢິວ​ຈຶ່ງ​ເລີ່ມ​ພາກັນ​ຈົ່ມ​ເລື່ອງ​ທີ່​ພະ​ເຢຊູ​ເວົ້າ​ວ່າ: “ຂ້ອຍ​ເປັນ​ອາຫານ​ທີ່​ລົງ​ມາ​ຈາກ​ສະຫວັນ.”+ 42 ເຂົາເຈົ້າ​ເວົ້າ​ວ່າ: “ຜູ້​ນີ້​ແມ່ນ​ເຢຊູ​ລູກ​ຊາຍ​ຂອງ​ໂຢເຊັບ​ຕົ໋ວ! ພໍ່​ແມ່​ຂອງ​ລາວ​ພວກ​ເຮົາ​ກໍ​ຮູ້​ຈັກ.+ ຄັນຊັ້ນ ລາວ​ເວົ້າ​ໄດ້​ແນວ​ໃດ​ວ່າ ‘ຂ້ອຍ​ລົງ​ມາ​ຈາກ​ສະຫວັນ’?” 43 ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ເຊົາ​ຈົ່ມ​ໄດ້​ແລ້ວ. 44 ບໍ່​ມີ​ຜູ້​ໃດ​ຈະ​ມາ​ຫາ​ຂ້ອຍ​ໄດ້ ນອກ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່​ທີ່​ໃຊ້​ຂ້ອຍ​ມາ​ຈະ​ຊັກ​ນຳ​ລາວ+ ແລະ​ຂ້ອຍ​ຈະ​ປຸກ​ລາວ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ໃນ​ວັນ​ສຸດທ້າຍ.+ 45 ພວກ​ຜູ້​ພະຍາກອນ​ໄດ້​ຂຽນ​ໄວ້​ວ່າ ‘ເຂົາເຈົ້າ​ທຸກ​ຄົນ​ຈະ​ໄດ້​ຮັບ​ການ​ສອນ​ຈາກ​ພະ​ເຢໂຫວາ.’*+ ທຸກ​ຄົນ​ທີ່​ໄດ້​ຟັງ​ຜູ້​ເປັນ​ພໍ່​ແລະ​ໄດ້​ຮຽນ​ຈາກ​ເພິ່ນ​ກໍ​ມາ​ຫາ​ຂ້ອຍ. 46 ບໍ່​ມີ​ຜູ້​ໃດ​ເຄີຍ​ເຫັນ​ພະເຈົ້າ​ຜູ້​ເປັນ​ພໍ່​ຈັກ​ເທື່ອ+​ນອກ​ຈາກ​ຜູ້​ທີ່​ມາ​ຈາກ​ພະເຈົ້າ. ມີ​ແຕ່​ຜູ້​ນັ້ນ​ແຫຼະ​ທີ່​ເຄີຍ​ເຫັນ​ເພິ່ນ.+ 47 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຄົນ​ທີ່​ເຊື່ອ​ໃນ​ຂ້ອຍ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.+

48 ຂ້ອຍ​ເປັນ​ອາຫານ​ທີ່​ໃຫ້​ຊີວິດ.+ 49 ປູ່​ຍ່າ​ຕາ​ນາຍ​ຂອງ​ພວກ​ເຈົ້າ​ໄດ້​ກິນ​ມານາ​ໃນ​ບ່ອນ​ກັນດານ ແຕ່​ກໍ​ຍັງ​ຕ້ອງ​ຕາ​ຍ.+ 50 ແຕ່​ຄົນ​ທີ່​ກິນ​ອາຫານ​ແທ້​ທີ່​ລົງ​ມາ​ຈາກ​ສະຫວັນ​ຈະ​ບໍ່​ຕາຍ​ເລີຍ. 51 ຂ້ອຍ​ເປັນ​ອາຫານ​ທີ່​ໃຫ້​ຊີວິດ​ເຊິ່ງ​ລົງ​ມາ​ຈາກ​ສະຫວັນ. ຖ້າ​ຜູ້​ໃດ​ໄດ້​ກິນ​ອາຫານ​ນີ້ ລາວ​ຈະ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ. ທີ່ຈິງ ອາຫານ​ທີ່​ຂ້ອຍ​ຈະ​ໃຫ້​ແມ່ນ​ຮ່າງກາຍ​ຂອງ​ຂ້ອຍ​ທີ່​ຈະ​ສະລະ​ເພື່ອ​ໃຫ້​ຄົນ​ໃນ​ໂລກ​ໄດ້​ຮັບ​ຊີວິດ.”+

52 ພວກ​ຢິວ​ເລີ່ມ​ຖຽງ​ກັນ​ວ່າ: “ຜູ້​ນີ້​ຈະ​ເອົາ​ຊີ້ນ​ຂອງ​ລາວ​ໃຫ້​ພວກ​ເຮົາ​ກິນ​ໄດ້​ແນວ​ໃດ?” 53 ພະ​ເຢຊູ​ຈຶ່ງ​ບອກ​ເຂົາເຈົ້າ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຖ້າ​ພວກ​ເຈົ້າ​ບໍ່​ກິນ​ຊີ້ນ​ແລະ​ກິນ​ເລືອດ​ຂອງ​ລູກ​ມະນຸດ ພວກ​ເຈົ້າ​ຈະ​ບໍ່​ໄດ້​ຊີວິດ.+ 54 ຄົນ​ທີ່​ກິນ​ຊີ້ນ​ແລະ​ກິນ​ເລືອດ​ຂອງ​ຂ້ອຍ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ ແລະ​ຂ້ອຍ​ຈະ​ປຸກ​ລາວ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ+​ໃນ​ວັນ​ສຸດທ້າຍ 55 ເພາະ​ຊີ້ນ​ຂອງ​ຂ້ອຍ​ເປັນ​ອາຫານ​ແທ້ ແລະ​ເລືອດ​ຂອງ​ຂ້ອຍ​ກໍ​ເປັນ​ເຄື່ອງ​ດື່ມ​ແທ້. 56 ຄົນ​ທີ່​ກິນ​ຊີ້ນ​ແລະ​ກິນ​ເລືອດ​ຂອງ​ຂ້ອຍ​ກໍ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ຂ້ອຍ ແລະ​ຂ້ອຍ​ກໍ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ລາວ.+ 57 ພະເຈົ້າ​ຜູ້​ເປັນ​ພໍ່​ທີ່​ມີ​ຊີວິດ​ຢູ່​ໄດ້​ໃຊ້​ຂ້ອຍ​ມາ​ແລະ​ຂ້ອຍ​ມີ​ຊີວິດ​ຢູ່​ໄດ້​ຍ້ອນ​ເພິ່ນ ຄົນ​ທີ່​ກິນ​ຊີ້ນ​ຂອງ​ຂ້ອຍ​ກໍ​ຈະ​ມີ​ຊີວິດ​ຢູ່​ໄດ້​ຍ້ອນ​ຂ້ອຍ​ຄື​ກັນ.+ 58 ນີ້​ແມ່ນ​ອາຫານ​ແທ້​ທີ່​ລົງ​ມາ​ຈາກ​ສະຫວັນ ເຊິ່ງ​ບໍ່​ຄື​ກັບ​ທີ່​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຈົ້າ​ເຄີຍ​ກິນ​ແລະ​ຍັງ​ຕ້ອງ​ຕາຍ ແຕ່​ຄົນ​ທີ່​ກິນ​ອາຫານ​ນີ້​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.”+ 59 ພະ​ເຢຊູ​ເວົ້າ​ເລື່ອງ​ນີ້​ຕອນ​ທີ່​ສອນ​ຢູ່​ໃນ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ໃນ​ເມືອງ​ກາເປນາອູມ.

60 ເມື່ອ​ພວກ​ລູກສິດ​ຂອງ​ພະ​ເຢຊູ​ໄດ້​ຍິນ​ແບບ​ນັ້ນ ຫຼາຍ​ຄົນ​ກໍ​ເວົ້າ​ວ່າ: “ຄຳເວົ້າ​ນີ້​ພວກ​ເຮົາ​ຮັບ​ບໍ່​ໄດ້ ພວກ​ເຮົາ​ບໍ່​ຟັງ​ແລ້ວ.” 61 ພະ​ເຢຊູ​ຮູ້​ວ່າ​ເຂົາເຈົ້າ​ຈົ່ມ​ກ່ຽວກັບ​ເລື່ອງ​ນີ້ ເພິ່ນ​ຈຶ່ງ​ຖາມ​ວ່າ: “ເລື່ອງ​ນີ້​ເຮັດ​ໃຫ້​ພວກ​ເຈົ້າ​ຮັບ​ບໍ່​ໄດ້​ບໍ? 62 ແລ້ວ​ຖ້າ​ພວກ​ເຈົ້າ​ເຫັນ​ລູກ​ມະນຸດ​ກັບ​ຂຶ້ນ​ໄປ​ບ່ອນ​ທີ່​ເພິ່ນ​ເຄີຍ​ຢູ່​ເດ້ ພວກ​ເຈົ້າ​ຈະ​ວ່າ​ແນວ​ໃດ?+ 63 ພະລັງ​ຂອງ​ພະເຈົ້າ​ໃຫ້​ຊີວິດ​ໄດ້+ ແຕ່​ສິ່ງ​ທີ່​ມະນຸດ​ເຮັດ​ໄດ້​ບໍ່​ມີ​ປະໂຫຍດ​ຫຍັງ. ສິ່ງ​ທີ່​ຂ້ອຍ​ບອກ​ພວກ​ເຈົ້າ​ນັ້ນ​ມາ​ຈາກ​ພະລັງ​ຂອງ​ພະເຈົ້າ​ແລະ​ໃຫ້​ຊີວິດ.+ 64 ແຕ່​ພວກ​ເຈົ້າ​ບາງ​ຄົນ​ພັດ​ບໍ່​ເຊື່ອ.” ພະ​ເຢຊູ​ເວົ້າ​ແບບ​ນັ້ນ​ຍ້ອນ​ເພິ່ນ​ຮູ້​ກ່ອນ*​ແລ້ວ​ວ່າ​ມີ​ໃຜ​ແດ່​ທີ່​ບໍ່​ເຊື່ອ​ແລະ​ຜູ້​ໃດ​ທີ່​ຈະ​ທໍລະຍົດ​ເພິ່ນ.+ 65 ເພິ່ນ​ເວົ້າ​ຕໍ່​ໄປ​ວ່າ: “ຄື​ກັບ​ທີ່​ຂ້ອຍ​ບອກ​ພວກ​ເຈົ້າ​ໄປ​ແລ້ວ​ວ່າ ບໍ່​ມີ​ຜູ້​ໃດ​ຈະ​ມາ​ຫາ​ຂ້ອຍ​ໄດ້ ນອກ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່​ຈະ​ຍອມ​ໃຫ້​ມາ.”+

66 ຄຳເວົ້າ​ຂອງ​ພະ​ເຢຊູ​ເຮັດ​ໃຫ້​ລູກສິດ​ຫຼາຍ​ຄົນ​ເຊົາ​ຕິດຕາມ​ເພິ່ນ​ແລ້ວ​ກັບ​ໄປ​ໃຊ້​ຊີວິດ​ແບບ​ເກົ່າ.+ 67 ພະ​ເຢຊູ​ຈຶ່ງ​ຖາມ​ອັກຄະ​ສາວົກ* 12 ຄົນ​ວ່າ: “ພວກ​ເຈົ້າ​ເດ້ ຢາກ​ກັບ​ໄປ​ຄື​ກັນ​ບໍ?” 68 ຊີໂມນເປໂຕ​ຕອບ​ເພິ່ນ​ວ່າ: “ນາຍ​ເອີ້ຍ ທ່ານ​ມີ​ຄຳສອນ​ທີ່​ໃຫ້​ຊີວິດ​ຕະຫຼອດ​ໄປ+ ພວກ​ເຮົາ​ຈະ​ໄປ​ຫາ​ຜູ້​ໃດ​ໄດ້​ອີກ?+ 69 ພວກ​ເຮົາ​ເຊື່ອ​ແລະ​ຮູ້​ແລ້ວ​ວ່າ​ທ່ານ​ເປັນ​ຜູ້​ບໍລິສຸດ​ຂອງ​ພະເຈົ້າ.”+ 70 ພະ​ເຢຊູ​ບອກ​ວ່າ: “ຂ້ອຍ​ເອງ​ເປັນ​ຄົນ​ເລືອກ​ພວກ​ເຈົ້າ​ທັງ 12 ຄົນ​ບໍ່​ແມ່ນ​ບໍ?+ ແຕ່​ຜູ້​ໜຶ່ງ​ໃນ​ພວກ​ເຈົ້າ​ພັດ​ເປັນ​ຜູ້​ໃສ່​ຮ້າຍ.”*+ 71 ທີ່ຈິງ ພະ​ເຢຊູ​ກຳລັງ​ໝາຍເຖິງ​ຢູດາ​ລູກ​ຊາຍ​ຂອງ​ຊີໂມນ​ອິສະກາຣີອົດ ຍ້ອນ​ລາວ​ຈະ​ທໍລະຍົດ​ເພິ່ນ​ທັງ​ໆ​ທີ່​ລາວ​ເປັນ​ຄົນ​ໜຶ່ງ​ໃນ​ອັກຄະສາວົກ 12 ຄົນ.+

7 ຫຼັງ​ຈາກນັ້ນ ພະ​ເຢຊູ​ໄດ້​ໄປ​ທົ່ວ​ແຂວງ​ຄາລີເລ. ເພິ່ນ​ບໍ່​ຢາກ​ໄປ​ແຂວງ​ຢູດາຍ​ຍ້ອນ​ພວກ​ຜູ້​ນຳ​ຄົນ​ຢິວ​ກຳລັງ​ຫາ​ທາງ​ຈະ​ຂ້າ​ເພິ່ນ.+ 2 ເມື່ອ​ໃກ້​ຊິ​ຮອດ​ເທດສະການ​ປຸກ​ຕູບ*+​ຂອງ​ຄົນ​ຢິວ 3 ພວກ​ນ້ອງ​ຊາຍ​ຂອງ​ເພິ່ນ+​ກໍ​ບອກ​ວ່າ: “ອ້າຍ​ຄວນ​ຈະ​ໄປ​ແຂວງ​ຢູດາຍ​ໄດ໋ ພວກ​ລູກສິດ​ຂອງ​ອ້າຍ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ອ້າຍ​ເຮັດ. 4 ຄົນ​ທີ່​ຢາກ​ມີ​ຊື່​ສຽງ​ຊິ​ບໍ່​ເຮັດ​ຫຍັງ​ແບບ​ລັບ​ໆ​ດອກ. ອ້າຍ​ເຮັດ​ສິ່ງ​ເຫຼົ່າ​ນີ້​ໄດ້ ອ້າຍ​ກະ​ເຮັດ​ໃຫ້​ໂລກ​ເຫັນ​ໂລ​ດ.” 5 ຕອນນັ້ນ ພວກ​ນ້ອງ​ຂອງ​ພະ​ເຢຊູ​ຍັງ​ບໍ່​ທັນ​ເຊື່ອ​ໃນ​ເພິ່ນ.+ 6 ພະ​ເຢຊູ​ຈຶ່ງ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ຕອນນີ້​ຍັງ​ບໍ່​ຮອດ​ເວລາ​ຂອງ​ອ້າຍ.+ ຖ້າ​ພວກ​ນ້ອງ​ຢາກ​ຈະ​ໄປ​ຕອນ​ໃດ​ກໍ​ໄປ​ໂລ​ດ. 7 ຄົນ*​ບໍ່​ໄດ້​ຊັງ​ພວກ​ນ້ອງ ແຕ່​ຄົນ​ຊັງ​ອ້າຍ ຍ້ອນ​ອ້າຍ​ເປັນ​ພະຍານ​ຢືນຢັນ​ວ່າ​ເຂົາເຈົ້າ​ຊົ່ວ.+ 8 ພວກ​ນ້ອງ​ໄປ​ເທດສະການ​ກ່ອນ​ໂລດ. ອ້າຍ​ຍັງ​ບໍ່​ໄປ​ດອກ ຍ້ອນ​ຍັງ​ບໍ່​ຮອດ​ເວລາ​ຂອງ​ອ້າຍ​ເທື່ອ.”+ 9 ເມື່ອ​ເພິ່ນ​ບອກ​ພວກ​ນ້ອງຊາຍ​ແບບ​ນັ້ນ​ແລ້ວ ເພິ່ນ​ກໍ​ຢູ່​ແຂວງ​ຄາລີເລ​ຕໍ່.

10 ຫຼັງ​ຈາກ​ພວກ​ນ້ອງ​ຊາຍ​ຂອງ​ພະ​ເຢຊູ​ໄປ​ເທດສະການ​ແລ້ວ ເພິ່ນ​ກໍ​ໄປ​ຫັ້ນ​ຄື​ກັນ​ໂດຍ​ທີ່​ບໍ່​ໃຫ້​ຜູ້​ໃດ​ຮູ້. 11 ໃນ​ເທດສະການ​ນັ້ນ ພວກ​ຢິວ​ພະຍາຍາມ​ຊອກ​ຫາ​ເພິ່ນ ແລະ​ຖາມ​ກັນ​ວ່າ: “ຜູ້​ນັ້ນ​ຢູ່​ໃສ?” 12 ຝູງຊົນ​ພາ​ກັນ​ເວົ້າ​ເຖິງ​ພະ​ເຢຊູ​ແບບ​ລັບ​ໆ​. ບາງ​ຄົນ​ເວົ້າ​ວ່າ: “ລາວ​ເປັນ​ຄົນ​ດີ​ໄດ໋.” ບາງ​ຄົນ​ເວົ້າ​ວ່າ: “ບໍ່​ແມ່ນ ລາວ​ເປັນ​ຄົນ​ຫຼອກລວງ.”+ 13 ແຕ່​ບໍ່​ມີ​ຜູ້​ໃດ​ກ້າ​ເວົ້າ​ກ່ຽວກັບ​ເພິ່ນ​ແບບ​ເປີດເຜີຍ ຍ້ອນ​ຢ້ານ​ພວກ​ຜູ້​ນຳ​ຄົນ​ຢິວ.+

14 ເມື່ອ​ເທດສະການ​ຜ່ານ​ໄປ​ໄດ້​ເຄິ່ງ​ໜຶ່ງ​ແລ້ວ ພະ​ເຢຊູ​ກໍ​ເຂົ້າ​ໄປ​ສອນ​ໃນ​ວິຫານ. 15 ຜູ້​ນຳ​ຄົນ​ຢິວ​ຮູ້ສຶກ​ແປກໃຈ​ແລະ​ພາກັນ​ເວົ້າ​ວ່າ: “ຜູ້​ນີ້​ມີ​ຄວາມ​ຮູ້​ເລື່ອງ​ພະຄຳພີ​ຫຼາຍ​ປານ​ນີ້​ໄດ້​ແນວ​ໃດ?+ ລາວ​ບໍ່​ເຄີຍ​ຮຽນ​ຢູ່​ໂຮງຮຽນ​ສອນ​ສາສະໜາ​ໃດ​ຕົ໋ວ!”+ 16 ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ຂ້ອຍ​ບໍ່​ໄດ້​ສອນ​ຄຳສອນ​ຂອງ​ຂ້ອຍ​ເອງ ແຕ່​ເປັນ​ຄຳສອນ​ຂອງ​ຜູ້​ທີ່​ໃຊ້​ຂ້ອຍ​ມາ.+ 17 ຄົນ​ທີ່​ຢາກ​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ຈະ​ຮູ້​ໄດ້​ວ່າ​ສິ່ງ​ທີ່​ຂ້ອຍ​ສອນ​ມາ​ຈາກ​ເພິ່ນ+​ຫຼື​ຂ້ອຍ​ຄິດ​ຂຶ້ນ​ມາ​ເອງ. 18 ຄົນ​ທີ່​ເວົ້າ​ຕາມ​ຄວາມ​ຄິດ​ຂອງ​ໂຕເອງ​ກໍ​ເຮັດ​ໃຫ້​ໂຕເອງ​ມີ​ຊື່​ສຽງ ແຕ່​ຄົນ​ທີ່​ຢາກ​ເຮັດ​ໃຫ້​ຜູ້​ທີ່​ໃຊ້​ລາວ​ມາ+​ໄດ້​ຮັບ​ຄຳ​ສັນລະເສີນ​ກໍ​ເປັນ​ຄົນ​ຈິງໃຈ​ແລະ​ບໍ່​ຫຼອກລວງ​ຜູ້​ໃດ. 19 ໂມເຊ​ໃຫ້​ກົດໝາຍ​ພວກ​ເຈົ້າ​ບໍ່​ແມ່ນ​ບໍ?+ ແຕ່​ໃນ​ພວກ​ເຈົ້າ​ບໍ່​ມີ​ຜູ້​ໃດ​ເຮັດ​ຕາມ​ຈັກ​ຄົນ. ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ພະຍາຍາມ​ຂ້າ​ຂ້ອຍ?”+ 20 ປະຊາຊົນ​ເວົ້າ​ວ່າ: “ເຈົ້າ​ຖືກ​ປີສາດ​ສິງ​ຕີ້. ໃຜ​ຊິ​ຢາກ​ຂ້າເຈົ້າ?” 21 ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ຂ້ອຍ​ເຄີຍ​ເຮັດ​ການ​ອັດສະຈັນ​ຢ່າງ​ໜຶ່ງ​ແລະ​ພວກ​ເຈົ້າ​ກໍ​ຕົກໃຈ. 22 ລອງ​ຄິດ​ເບິ່ງ​ແມ້ ໂມເຊ​ໃຫ້​ພວກ​ເຈົ້າ​ຮັບ​ສິນຕັດ*+ (ຄວາມ​ຈິງ​ແລ້ວ ການ​ຮັບ​ສິນຕັດ​ບໍ່​ໄດ້​ເລີ່ມ​ຈາກ​ໂມເຊ ແຕ່​ມີ​ມາ​ຕັ້ງແຕ່​ສະໄໝ​ປູ່ຍ່າ​ຕານາຍ)+ ແລະ​ພວກ​ເຈົ້າ​ກໍ​ໃຫ້​ເດັກນ້ອຍ​ຜູ້​ຊາຍ​ຮັບ​ສິນຕັດ​ໃນ​ວັນ​ຊະບາໂຕ. 23 ຖ້າ​ພວກ​ເຈົ້າ​ໃຫ້​ຄົນ​ຮັບ​ສິນຕັດ​ໃນ​ວັນ​ຊະບາໂຕ​ເພື່ອ​ຈະ​ບໍ່​ເຮັດ​ຜິດ​ກົດໝາຍ​ຂອງ​ໂມເຊ ແລ້ວ​ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ໃຈ​ຮ້າຍ​ຫຼາຍ​ທີ່​ຂ້ອຍ​ປົວ​ຄົນ​ເຈັບ​ປ່ວຍ​ໃນ​ວັນ​ຊະບາໂຕ?+ 24 ເຊົາ​ຕັດສິນ​ຕາມ​ທີ່​ເຫັນ​ພາຍ​ນອກ ແຕ່​ໃຫ້​ຕັດສິນ​ຢ່າງ​ຍຸຕິທຳ.”+

25 ຄົນ​ເຢຣູຊາເລັມ​ບາງ​ຄົນ​ເວົ້າ​ວ່າ: “ຜູ້​ນີ້​ເປັນ​ຄົນ​ທີ່​ພວກ​ນັ້ນ​ພະຍາຍາມ​ຂ້າ​ບໍ່​ແມ່ນ​ບໍ?+ 26 ແຕ່​ເບິ່ງ​ແມ້ ລາວ​ກຳລັງ​ເວົ້າ​ຢູ່​ຕໍ່​ໜ້າ​ຫຼາຍ​ຄົນ ແລະ​ບໍ່​ເຫັນ​ວ່າ​ພວກ​ຜູ້​ນຳ​ຊິ​ເວົ້າ​ຫຍັງ​ໃຫ້​ລາວ. ເຂົາເຈົ້າ​ເຊື່ອ​ລະ​ຕີ້​ວ່າ​ລາວ​ເປັນ​ພະຄລິດ? 27 ພວກ​ເຮົາ​ຮູ້​ວ່າ​ຜູ້​ນີ້​ມາ​ແຕ່​ໃສ+ ແຕ່​ເມື່ອ​ພະຄລິດ​ໂຕ​ຈິງ​ມາ ຈະ​ບໍ່​ມີ​ຜູ້​ໃດ​ຮູ້​ດອກ​ວ່າ​ເພິ່ນ​ມາ​ແຕ່​ໃສ.” 28 ຕອນ​ທີ່​ພະ​ເຢຊູ​ສອນ​ຢູ່​ວິຫານ ເພິ່ນ​ກໍ​ເວົ້າ​ສຽງ​ດັງ​ວ່າ: “ພວກ​ເຈົ້າ​ຮູ້​ຈັກ​ຂ້ອຍ​ແລະ​ຮູ້​ວ່າ​ຂ້ອຍ​ມາ​ແຕ່​ໃສ. ຂ້ອຍ​ບໍ່​ໄດ້​ມາ​ເອງ+ ແຕ່​ຜູ້​ທີ່​ໃຊ້​ຂ້ອຍ​ມາ​ນັ້ນ​ມີ​ຢູ່​ແທ້​ແລະ​ພວກ​ເຈົ້າ​ບໍ່​ຮູ້​ຈັກ​ເພິ່ນ.+ 29 ແຕ່​ຂ້ອຍ​ຮູ້​ຈັກ​ເພິ່ນ+​ຍ້ອນ​ຂ້ອຍ​ເປັນ​ຕົວແທນ​ຂອງ​ເພິ່ນ ແລະ​ເພິ່ນ​ເປັນ​ຜູ້​ໃຊ້​ຂ້ອຍ​ມາ.” 30 ພວກ​ຜູ້​ນຳ​ຄົນ​ຢິວ​ພະຍາຍາມ​ຈະ​ຈັບ​ພະ​ເຢຊູ+​ແຕ່​ຈັບ​ບໍ່​ໄດ້ ຍ້ອນ​ຍັງ​ບໍ່​ຮອດ​ເວລາ​ຂອງ​ເພິ່ນ.+ 31 ແຕ່​ໃນ​ຄົນ​ຈຳນວນ​ຫຼາຍ​ນັ້ນ​ມີ​ຫຼາຍ​ຄົນ​ເຊື່ອ​ໃນ​ເພິ່ນ.+ ເຂົາເຈົ້າ​ເວົ້າ​ວ່າ: “ພະຄລິດ​ຈະ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ​ເມື່ອ​ເພິ່ນ​ມາ. ຜູ້​ຊາຍ​ຄົນ​ນີ້​ກໍ​ເຮັດ​ແບບ​ນັ້ນ​ບໍ່​ແມ່ນ​ບໍ?”

32 ເມື່ອ​ພວກ​ຟາຣີຊາຍ​ໄດ້​ຍິນ ຫຼາຍ​ຄົນ​ເວົ້າ​ເລື່ອງ​ພະ​ເຢຊູ​ແບບ​ລັບ​ໆ​ ເຂົາເຈົ້າ​ກັບ​ພວກ​ຫົວໜ້າ​ປະໂລຫິດ​ຈຶ່ງ​ໃຊ້​ເຈົ້າ​ໜ້າທີ່​ໄປ​ຈັບ​ເພິ່ນ. 33 ພະ​ເຢຊູ​ເວົ້າ​ອີກ​ວ່າ: “ຂ້ອຍ​ຍັງ​ຈະ​ຢູ່​ກັບ​ພວກ​ເຈົ້າ​ອີກ​ໄລຍະ​ໜຶ່ງ ກ່ອນ​ທີ່​ຂ້ອຍ​ຈະ​ກັບ​ໄປ​ຫາ​ຜູ້​ທີ່​ໃຊ້​ຂ້ອຍ​ມາ.+ 34 ຕອນນັ້ນ ພວກ​ເຈົ້າ​ຈະ​ຊອກ​ຫາ​ຂ້ອຍ ແຕ່​ຈະ​ບໍ່​ເຫັນ ແລະ​ບ່ອນ​ທີ່​ຂ້ອຍ​ຢູ່​ພວກ​ເຈົ້າ​ກໍ​ໄປ​ບໍ່​ໄດ້.”+ 35 ພວກ​ຜູ້​ນຳ​ຄົນ​ຢິວ​ຈຶ່ງ​ພາກັນ​ເວົ້າ​ວ່າ: “ຜູ້​ນີ້​ຈະ​ໄປ​ໃສ ລາວ​ຈຶ່ງ​ບອກ​ວ່າ​ພວກ​ເຮົາ​ຈະ​ບໍ່​ເຫັນ​ລາວ? ລາວ​ຈະ​ໄປ​ຢູ່​ກັບ​ຄົນ​ຢິວ​ທີ່​ກະຈັດ​ກະຈາຍ​ກັນ​ຢູ່​ນຳ​ຄົນ​ກຣີກ​ແລະ​ສອນ​ຄົນ​ກຣີກ​ຢູ່​ຫັ້ນ​ນຳ​ບໍ? 36 ລາວ​ໝາຍ​ຄວາມ​ວ່າ​ແນວ​ໃດ​ທີ່​ເວົ້າ​ວ່າ ‘ພວກ​ເຈົ້າ​ຈະ​ຊອກ​ຫາ​ຂ້ອຍ ແຕ່​ຈະ​ບໍ່​ເຫັນ ແລະ​ບ່ອນ​ທີ່​ຂ້ອຍ​ຢູ່​ພວກ​ເຈົ້າ​ກໍ​ໄປ​ບໍ່​ໄດ້’?”

37 ເມື່ອ​ຮອດ​ມື້​ສຸດທ້າຍ​ເຊິ່ງ​ເປັນ​ມື້​ສຳຄັນ​ທີ່​ສຸດ​ຂອງ​ເທດສະການ+ ພະ​ເຢຊູ​ຢືນ​ຂຶ້ນ​ແລະ​ເວົ້າ​ສຽງ​ດັງ​ວ່າ: “ຖ້າ​ຜູ້​ໃດ​ຫິວ​ນ້ຳ ກໍ​ໃຫ້​ມາ​ກິນ​ນ້ຳ​ຈາກ​ຂ້ອຍ​ໄດ້.+ 38 ຄົນ​ທີ່​ເຊື່ອ​ໃນ​ຂ້ອຍ​ກໍ​ຈະ​ເປັນ​ຄື​ກັບ​ທີ່​ພະຄຳພີ​ບອກ​ໄວ້​ວ່າ ‘ນ້ຳ​ທີ່​ໃຫ້​ຊີວິດ​ຈະ​ໄຫຼ​ອອກ​ມາ​ຈາກ​ໂຕ​ລາວ.’”+ 39 ພະ​ເຢຊູ​ກຳລັງ​ເວົ້າ​ເຖິງ​ພະລັງ​ຂອງ​ພະເຈົ້າ​ເຊິ່ງ​ຄົນ​ທີ່​ເຊື່ອ​ໃນ​ເພິ່ນ​ຈະ​ໄດ້​ຮັບ. ແຕ່​ຕອນ​ນັ້ນ​ເຂົາເຈົ້າ​ຍັງ​ບໍ່​ໄດ້​ຮັບ​ພະລັງ​ນັ້ນ+ ຍ້ອນ​ພະ​ເຢຊູ​ຍັງ​ບໍ່​ໄດ້​ຮັບ​ອຳນາດ.+ 40 ເມື່ອ​ໄດ້​ຍິນ​ສິ່ງ​ທີ່​ເພິ່ນ​ເວົ້າ ບາງ​ຄົນ​ໃນ​ພວກ​ປະຊາຊົນ​ກໍ​ເວົ້າ​ວ່າ: “ຜູ້​ນີ້​ແມ່ນ​ຜູ້​ພະຍາກອນ​ຄົນ​ນັ້ນ​ແທ້​ໆ​.”+ 41 ບາງ​ຄົນ​ເວົ້າ​ວ່າ: “ລາວ​ແມ່ນ​ພະຄລິດ.”+ ແຕ່​ບາງ​ຄົນ​ພັດ​ເວົ້າ​ວ່າ: “ພະຄລິດ​ຈະ​ມາ​ຈາກ​ແຂວງ​ຄາລີເລ​ບໍ?+ 42 ພະຄຳພີ​ບອກ​ໄວ້​ວ່າ​ພະຄລິດ​ເປັນ​ລູກ​ຫຼານ​ຂອງ​ດາວິດ+​ແລະ​ມາ​ຈາກ​ເມືອງ​ເບັດເລເຮັມ+​ທີ່​ເປັນ​ບ້ານ​ເກີດ​ຂອງ​ດາວິດ​ບໍ່​ແມ່ນ​ບໍ?”+ 43 ປະຊາຊົນ​ຈຶ່ງ​ຂັດແຍ່ງ​ກັນ​ຍ້ອນ​ເລື່ອງ​ພະ​ເຢຊູ. 44 ບາງ​ຄົນ​ຢາກ​ຈັບ​ເພິ່ນ ແຕ່​ກໍ​ຈັບ​ບໍ່​ໄດ້.

45 ແລ້ວ​ພວກ​ເຈົ້າ​ໜ້າທີ່​ກໍ​ກັບ​ໄປ​ຫາ​ພວກ​ຫົວໜ້າ​ປະໂລຫິດ​ກັບ​ພວກ​ຟາຣີຊາຍ ແລະ​ພວກ​ຟາຣີຊາຍ​ໄດ້​ຖາມ​ເຂົາເຈົ້າ​ວ່າ: “ເປັນ​ຫຍັງ​ຄື​ບໍ່​ຈັບ​ລາວ​ມາ?” 46 ພວກ​ເຈົ້າ​ໜ້າທີ່​ຕອບ​ວ່າ: “ພວກ​ເຮົາ​ບໍ່​ເຄີຍ​ໄດ້​ຍິນ​ຜູ້​ໃດ​ເວົ້າ​ຄື​ກັບ​ຜູ້​ຊາຍ​ຄົນ​ນີ້.”+ 47 ພວກ​ຟາຣີຊາຍ​ຈຶ່ງ​ເວົ້າ​ວ່າ: “ພວກ​ເຈົ້າ​ກໍ​ຖືກ​ລາວ​ຕົວະ​ຄື​ກັນ​ຫວະ? 48 ໃນ​ພວກ​ຜູ້​ນຳ​ແລະ​ພວກ​ຟາຣີຊາຍ ບໍ່​ມີ​ຈັກ​ຄົນ​ທີ່​ເຊື່ອ​ໃນ​ລາວ​ແມ່ນ​ບໍ?+ 49 ຄົນ​ທີ່​ເຊື່ອ​ໃນ​ລາວ​ກໍ​ມີ​ແຕ່​ຄົນ​ທີ່​ບໍ່​ເຂົ້າ​ໃຈ​ກົດໝາຍ​ຂອງ​ພະເຈົ້າ​ແລະ​ເປັນ​ຄົນ​ທີ່​ຖືກ​ສາບແຊ່ງ.” 50 ນີໂກເດມ​ທີ່​ເຄີຍ​ມາ​ຫາ​ພະ​ເຢຊູ​ແລະ​ເປັນ​ຟາຣີຊາຍ​ຄົນ​ໜຶ່ງ​ກໍ​ເວົ້າ​ຂຶ້ນ​ວ່າ: 51 “ກົດໝາຍ​ຂອງ​ພວກ​ເຮົາ​ບໍ່​ໃຫ້​ຕັດສິນ​ຜູ້​ໃດ​ຈົນ​ກວ່າ​ຈະ​ໄດ້​ຟັງ​ລາວ​ເວົ້າ​ແລະ​ຮູ້​ວ່າ​ລາວ​ເຮັດ​ຫຍັງ​ບໍ່​ແມ່ນ​ບໍ?”+ 52 ເຂົາເຈົ້າ​ເວົ້າ​ກັບ​ນີໂກເດມ​ວ່າ: “ເຈົ້າ​ກໍ​ມາ​ຈາກ​ຄາລີເລ​ຄື​ກັນ​ບໍ? ໄປ​ຄົ້ນ​ພະຄຳພີ​ເບິ່ງ​ແລ້ວ​ຈະ​ຮູ້​ວ່າ ບໍ່​ມີ​ບ່ອນ​ໃດ​ບອກ​ໄວ້​ເລີຍ​ວ່າ​ຈະ​ມີ​ຜູ້​ພະຍາກອນ​ມາ​ຈາກ​ຄາລີເລ.”*

8 12 ພະ​ເຢຊູ​ເວົ້າ​ກັບ​ພວກ​ຢິວ​ອີກ​ວ່າ: “ຂ້ອຍ​ເປັນ​ຄວາມ​ສະຫວ່າງ​ໃຫ້​ໂລກ.+ ຄົນ​ທີ່​ຕິດຕາມ​ຂ້ອຍ​ຈະ​ບໍ່​ຍ່າງ​ຢູ່​ໃນ​ຄວາມ​ມືດ ແຕ່​ຈະ​ໄດ້​ຮັບ​ຄວາມ​ສະຫວ່າງ+​ທີ່​ພາ​ໄປ​ເຖິງ​ຊີວິດ.” 13 ພວກ​ຟາຣີຊາຍ​ບອກ​ເພິ່ນ​ວ່າ: “ເຈົ້າ​ເປັນ​ພະຍານ​ໃຫ້​ໂຕເອງ. ຄຳເວົ້າ​ຂອງ​ເຈົ້າ​ເຊື່ອຖື​ບໍ່​ໄດ້​ດອກ.” 14 ພະ​ເຢຊູ​ຈຶ່ງ​ບອກ​ເຂົາເຈົ້າ​ວ່າ: “ເຖິງ​ຂ້ອຍ​ຈະ​ເປັນ​ພະຍານ​ໃຫ້​ໂຕເອງ ແຕ່​ສິ່ງ​ທີ່​ຂ້ອຍ​ເວົ້າ​ເປັນ​ຄວາມ​ຈິງ​ຍ້ອນ​ຂ້ອຍ​ຮູ້​ວ່າ​ຂ້ອຍ​ມາ​ແຕ່​ໃສ​ແລະ​ກຳລັງ​ຈະ​ໄປ​ໃສ+ ແຕ່​ພວກ​ເຈົ້າ​ບໍ່​ຮູ້​ວ່າ​ຂ້ອຍ​ມາ​ແຕ່​ໃສ​ແລະ​ກຳລັງ​ຈະ​ໄປ​ໃສ. 15 ພວກ​ເຈົ້າ​ຕັດສິນ​ຕາມ​ຄວາມ​ຄິດ​ຂອງ​ມະນຸດ+ ສ່ວນ​ຂ້ອຍ​ບໍ່​ຕັດສິນ​ຜູ້​ໃດ​ເລີຍ. 16 ເຖິງ​ຂ້ອຍ​ຈະ​ຕັດສິນ ຂ້ອຍ​ກໍ​ຕັດສິນ​ຕາມ​ຄວາມ​ຈິງ ຍ້ອນ​ຂ້ອຍ​ບໍ່​ໄດ້​ຕັດສິນ​ດ້ວຍ​ໂຕເອງ ແຕ່​ຕັດສິນ​ນຳ​ກັນ​ກັບ​ພໍ່​ຂອງ​ຂ້ອຍ​ທີ່​ໃຊ້​ຂ້ອຍ​ມາ.+ 17 ໃນ​ກົດໝາຍ​ຂອງ​ພວກ​ເຈົ້າ​ກໍ​ຂຽນ​ໄວ້​ວ່າ ‘ພະຍານ 2 ປາກ​ກໍ​ເຊື່ອຖື​ໄດ້.’+ 18 ຂ້ອຍ​ເປັນ​ພະຍານ​ໃຫ້​ໂຕເອງ ແລະ​ພໍ່​ທີ່​ໃຊ້​ຂ້ອຍ​ມາ​ກໍ​ເປັນ​ພະຍານ​ໃຫ້​ຂ້ອຍ​ຄື​ກັນ.”+ 19 ເຂົາເຈົ້າ​ຖາມ​ເພິ່ນ​ວ່າ: “ພໍ່​ຂອງ​ເຈົ້າ​ຢູ່​ໃສ?” ພະ​ເຢຊູ​ຕອບ​ວ່າ: “ພວກ​ເຈົ້າ​ບໍ່​ຮູ້​ຈັກ​ຂ້ອຍ​ກັບ​ພໍ່​ຂອງ​ຂ້ອຍ​ດອກ.+ ຖ້າ​ພວກ​ເຈົ້າ​ຮູ້​ຈັກ​ຂ້ອຍ ພວກ​ເຈົ້າ​ຄື​ຊິ​ຮູ້​ຈັກ​ພໍ່​ຂອງ​ຂ້ອຍ​ນຳ.”+ 20 ເພິ່ນ​ເວົ້າ​ເລື່ອງ​ທັງໝົດ​ຕອນ​ທີ່​ສອນ​ຢູ່​ວິຫານ​ໃກ້​ກັບ​ກ່ອງ​ບໍລິຈາກ+ ແຕ່​ບໍ່​ມີ​ໃຜ​ຈັບ​ເພິ່ນ​ຍ້ອນ​ຍັງ​ບໍ່​ຮອດ​ເວລາ​ຂອງ​ເພິ່ນ.+

21 ພະ​ເຢຊູ​ບອກ​ເຂົາເຈົ້າ​ອີກ​ເທື່ອ​ໜຶ່ງ​ວ່າ: “ຂ້ອຍ​ກຳລັງ​ຈະ​ໄປ​ແລະ​ພວກ​ເຈົ້າ​ຈະ​ຊອກ​ຫາ​ຂ້ອຍ ແລະ​ພວກ​ເຈົ້າ​ຈະ​ຕາຍ​ຕອນ​ທີ່​ຍັງ​ມີ​ບາບ.+ ບ່ອນ​ທີ່​ຂ້ອຍ​ຈະ​ໄປ​ນັ້ນ ພວກ​ເຈົ້າ​ໄປ​ບໍ່​ໄດ້.”+ 22 ພວກ​ຢິວ​ຈຶ່ງ​ພາກັນ​ເວົ້າ​ວ່າ: “ລາວ​ຈະ​ຂ້າ​ໂຕ​ຕາຍ​ບໍ? ລາວ​ຈຶ່ງ​ເວົ້າ​ວ່າ ‘ບ່ອນ​ທີ່​ຂ້ອຍ​ຈະ​ໄປ​ນັ້ນ ພວກ​ເຈົ້າ​ໄປ​ບໍ່​ໄດ້.’” 23 ພະ​ເຢຊູ​ບອກ​ເຂົາເຈົ້າ​ອີກ​ວ່າ: “ພວກ​ເຈົ້າ​ມາ​ຈາກ​ທາງ​ລຸ່ມ ສ່ວນ​ຂ້ອຍ​ມາ​ຈາກ​ທາງ​ເທິງ.+ ພວກ​ເຈົ້າ​ມາ​ຈາກ​ໂລກ​ນີ້ ສ່ວນ​ຂ້ອຍ​ບໍ່​ໄດ້​ມາ​ຈາກ​ໂລກ​ນີ້. 24 ຂ້ອຍ​ຈຶ່ງ​ບອກ​ພວກ​ເຈົ້າ​ໄດ້​ວ່າ ພວກ​ເຈົ້າ​ຈະ​ຕາຍ​ຕອນ​ທີ່​ຍັງ​ມີ​ບາບ ເພາະ​ຖ້າ​ພວກ​ເຈົ້າ​ບໍ່​ເຊື່ອ​ວ່າ​ຂ້ອຍ​ແມ່ນ​ຜູ້​ນັ້ນ ພວກ​ເຈົ້າ​ຈະ​ຕາຍ​ຕອນ​ທີ່​ຍັງ​ມີ​ບາບ.” 25 ເຂົາເຈົ້າ​ຈຶ່ງ​ຖາມ​ເພິ່ນ​ວ່າ: “ແລ້ວ​ເຈົ້າ​ແມ່ນ​ໃຜ?” ພະ​ເຢຊູ​ເວົ້າ​ວ່າ: “ເປັນຫຍັງ​ຂ້ອຍ​ຕ້ອງ​ພະຍາຍາມ​ອະທິບາຍ ທັງ​ໆ​ທີ່​ພວກ​ເຈົ້າ​ບໍ່​ຍອມ​ເຂົ້າ​ໃຈ? 26 ຂ້ອຍ​ມີ​ຫຼາຍ​ເລື່ອງ​ທີ່​ຈະ​ຕ້ອງ​ເວົ້າ​ກັບ​ພວກ​ເຈົ້າ​ແລະ​ຈະ​ຕ້ອງ​ຕັດສິນ. ທີ່ຈິງ ຜູ້​ທີ່​ໃຊ້​ຂ້ອຍ​ມາ​ກໍ​ເວົ້າ​ຄວາມ​ຈິງ​ສະເໝີ ແລະ​ຂ້ອຍ​ບອກ​ໃຫ້​ໂລກ​ຮູ້​ທຸກ​ສິ່ງ​ຕາມ​ທີ່​ຂ້ອຍ​ໄດ້​ຍິນ​ຈາກ​ເພິ່ນ.”+ 27 ແຕ່​ເຂົາເຈົ້າ​ບໍ່​ເຂົ້າ​ໃຈ​ວ່າ​ພະ​ເຢຊູ​ກຳລັງ​ເວົ້າ​ກັບ​ເຂົາເຈົ້າ​ເລື່ອງ​ພະເຈົ້າ​ຜູ້​ເປັນ​ພໍ່. 28 ພະ​ເຢຊູ​ຈຶ່ງ​ເວົ້າ​ວ່າ: “ເມື່ອ​ພວກ​ເຈົ້າ​ຍົກ​ລູກ​ມະນຸດ​ຂຶ້ນ​ແຂວນ​ໄວ້+ ພວກ​ເຈົ້າ​ຈະ​ຮູ້​ວ່າ​ຂ້ອຍ​ແມ່ນ​ຜູ້​ນັ້ນ+ ແລະ​ຮູ້​ອີກ​ວ່າ​ຂ້ອຍ​ບໍ່​ໄດ້​ເຮັດ​ຫຍັງ​ຕາມ​ໃຈ​ໂຕເອງ+ ແຕ່​ຂ້ອຍ​ເວົ້າ​ຕາມ​ທີ່​ພໍ່​ໄດ້​ສອນ​ຂ້ອຍ. 29 ຜູ້​ທີ່​ໃຊ້​ຂ້ອຍ​ມາ​ນັ້ນ​ຢູ່​ນຳ​ຂ້ອຍ. ເພິ່ນ​ບໍ່​ປະ​ຂ້ອຍ​ໄວ້​ໃຫ້​ຢູ່​ຄົນ​ດຽວ ຍ້ອນ​ຂ້ອຍ​ເຮັດ​ສິ່ງ​ທີ່​ເພິ່ນ​ພໍໃຈ​ສະເໝີ.”+ 30 ເມື່ອ​ພະ​ເຢຊູ​ເວົ້າ​ແບບ​ນີ້ ກໍ​ມີ​ຫຼາຍ​ຄົນ​ເຊື່ອ​ໃນ​ເພິ່ນ.

31 ແລ້ວ​ພະ​ເຢຊູ​ກໍ​ເວົ້າ​ກັບ​ຄົນ​ຢິວ​ທີ່​ເຊື່ອ​ໃນ​ເພິ່ນ​ວ່າ: “ຖ້າ​ພວກ​ເຈົ້າ​ເຮັດ​ຕາມ​ທີ່​ຂ້ອຍ​ສອນ​ສະເໝີ ພວກ​ເຈົ້າ​ກໍ​ເປັນ​ລູກສິດ​ຂອງ​ຂ້ອຍ​ແທ້​ໆ​ 32 ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ຈັກ​ຄວາມ​ຈິງ+ ແລະ​ຄວາມ​ຈິງ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ອິດສະຫຼະ.”+ 33 ແຕ່​ບາງ​ຄົນ​ຖາມ​ເພິ່ນ​ວ່າ: “ພວກ​ເຮົາ​ເປັນ​ລູກ​ຫຼານ​ຂອງ​ອັບຣາຮາມ​ແລະ​ບໍ່​ເຄີຍ​ເປັນ​ທາດ​ຜູ້​ໃດ. ເປັນຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ​ພວກ​ເຮົາ​ຈະ​ຖືກ​ປົດປ່ອຍ​ໃຫ້​ເປັນ​ອິດສະຫຼະ?” 34 ພະ​ເຢຊູ​ຕອບ​ເຂົາເຈົ້າ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ​ທຸກ​ຄົນ​ທີ່​ເຮັດ​ຜິດ​ກໍ​ເປັນ​ທາດ​ຂອງ​ບາບ.+ 35 ນອກ​ຈາກນັ້ນ ທາດ​ບໍ່​ໄດ້​ຢູ່​ໃນ​ເຮືອນ​ຕະຫຼອດ​ໄປ ແຕ່​ລູກ​ໄດ້​ຢູ່​ຕະຫຼອດ​ໄປ. 36 ດັ່ງນັ້ນ ຖ້າ​ລູກ​ຂອງ​ພະເຈົ້າ​ປົດປ່ອຍ​ພວກ​ເຈົ້າ​ໃຫ້​ເປັນ​ອິດສະຫຼະ ພວກ​ເຈົ້າ​ກໍ​ຈະ​ເປັນ​ອິດສະຫຼະ​ແທ້​ໆ​. 37 ຂ້ອຍ​ຮູ້​ວ່າ​ພວກ​ເຈົ້າ​ເປັນ​ລູກ​ຫຼານ​ຂອງ​ອັບຣາຮາມ ແຕ່​ພວກ​ເຈົ້າ​ຫາ​ທາງ​ຂ້າ​ຂ້ອຍ ຍ້ອນ​ພວກ​ເຈົ້າ​ບໍ່​ຍອມຮັບ​ຄຳສອນ​ຂອງ​ຂ້ອຍ. 38 ຂ້ອຍ​ເວົ້າ​ຕາມ​ສິ່ງ​ທີ່​ຂ້ອຍ​ເຫັນ​ຕອນ​ທີ່​ຢູ່​ກັບ​ພໍ່​ຂອງ​ຂ້ອຍ+ ແຕ່​ພວກ​ເຈົ້າ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຍິນ​ຈາກ​ພໍ່​ຂອງ​ພວກ​ເຈົ້າ.” 39 ເຂົາເຈົ້າ​ເວົ້າ​ວ່າ: “ອັບຣາຮາມ​ເປັນ​ພໍ່​ຂອງ​ພວກ​ເຮົາ​ໄດ໋.” ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ຖ້າ​ພວກ​ເຈົ້າ​ເປັນ​ລູກ​ຂອງ​ອັບຣາຮາມ​ແທ້​ໆ​+ ພວກ​ເຈົ້າ​ຄື​ຊິ​ເຮັດ​ຕາມ​ທີ່​ອັບຣາຮາມ​ເຮັດ. 40 ແຕ່​ພວກ​ເຈົ້າ​ພັດ​ພະຍາຍາມ​ຈະ​ຂ້າ​ຂ້ອຍ ທັງ​ໆ​ທີ່​ຂ້ອຍ​ເອົາ​ຄວາມ​ຈິງ​ທີ່​ໄດ້​ຍິນ​ຈາກ​ພະເຈົ້າ​ມາ​ບອກ​ພວກ​ເຈົ້າ.+ ອັບຣາຮາມ​ບໍ່​ເຮັດ​ແບບ​ນີ້​ດອກ. 41 ພວກ​ເຈົ້າ​ເຮັດ​ຕາມ​ທີ່​ພໍ່​ຂອງ​ພວກ​ເຈົ້າ​ເຮັດ.” ເຂົາເຈົ້າ​ເວົ້າ​ກັບ​ພະ​ເຢຊູ​ວ່າ: “ພວກ​ເຮົາ​ບໍ່​ແມ່ນ​ລູກ​ນອກ​ກົດໝາຍ* ພວກ​ເຮົາ​ມີ​ພໍ່​ແຕ່​ຜູ້​ດຽວ​ຄື​ພະເຈົ້າ.”

42 ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ຖ້າ​ພະເຈົ້າ​ເປັນ​ພໍ່​ຂອງ​ພວກ​ເຈົ້າ​ແທ້​ໆ​ ພວກ​ເຈົ້າ​ຄື​ຊິ​ຮັກ​ຂ້ອຍ+​ຍ້ອນ​ຂ້ອຍ​ມາ​ຈາກ​ພະເຈົ້າ​ແລະ​ມາ​ຢູ່​ນີ້​ແລ້ວ. ຂ້ອຍ​ບໍ່​ໄດ້​ມາ​ເອງ ແຕ່​ເພິ່ນ​ໃຊ້​ຂ້ອຍ​ມາ.+ 43 ເປັນຫຍັງ​ພວກ​ເຈົ້າ​ບໍ່​ເຂົ້າ​ໃຈ​ສິ່ງ​ທີ່​ຂ້ອຍ​ເວົ້າ? ກໍ​ຍ້ອນ​ພວກ​ເຈົ້າ​ບໍ່​ຍອມ​ຟັງ​ຂ້ອຍ. 44 ພວກ​ເຈົ້າ​ມາ​ຈາກ​ມານ​ຮ້າຍ​ທີ່​ເປັນ​ພໍ່​ຂອງ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຢາກ​ເຮັດ​ຕາມ​ທີ່​ພໍ່​ຂອງ​ພວກ​ເຈົ້າ​ຕ້ອງການ.+ ມັນ​ເປັນ​ຜູ້​ຂ້າ​ຄົນຕັ້ງແຕ່​ຕອນ​ເລີ່ມ​ຕົ້ນ+ ແລະ​ມັນ​ບໍ່​ໄດ້​ຍຶດ​ໝັ້ນ​ໃນ​ຄວາມ​ຈິງ ຍ້ອນ​ມັນ​ບໍ່​ມີ​ຄວາມ​ຈິງ. ມັນ​ຂີ້​ຕົວະ​ຕາມ​ສັນ​ດານ​ຂອງ​ມັນ ຍ້ອນ​ມັນ​ເປັນ​ຈອມ​ຂີ້​ຕົວະ​ແລະ​ເປັນ​ພໍ່​ຂອງ​ການ​ຕົວະ.+ 45 ແຕ່​ເມື່ອ​ຂ້ອຍ​ເວົ້າ​ຄວາມ​ຈິງ ພວກ​ເຈົ້າ​ພັດ​ບໍ່​ເຊື່ອ​ຂ້ອຍ. 46 ໃນ​ພວກ​ເຈົ້າ​ມີ​ຜູ້​ໃດ​ບໍ​ທີ່​ພິສູດ​ໄດ້​ວ່າ​ຂ້ອຍ​ເຮັດ​ຜິດ? ໃນ​ເມື່ອ​ຂ້ອຍ​ເວົ້າ​ຄວາມ​ຈິງ ເປັນຫຍັງ​ພວກ​ເຈົ້າ​ບໍ່​ເຊື່ອ​ຂ້ອຍ? 47 ຜູ້​ທີ່​ມາ​ຈາກ​ພະເຈົ້າ​ກໍ​ຟັງ​ຄຳສອນ​ຂອງ​ເພິ່ນ.+ ພວກ​ເຈົ້າ​ບໍ່​ຍອມ​ຟັງ​ກໍ​ຍ້ອນ​ພວກ​ເຈົ້າ​ບໍ່​ໄດ້​ມາ​ຈາກ​ພະເຈົ້າ.”+

48 ພວກ​ຢິວ​ຕອບ​ພະ​ເຢຊູ​ວ່າ: “ພວກ​ເຮົາ​ເວົ້າ​ຖືກ​ແລ້ວ​ແມ່ນ​ບໍ​ວ່າ​ເຈົ້າ​ເປັນ​ຄົນ​ຊາມາເຣຍ+​ແລະ​ຖືກ​ປີສາດ​ສິງ​ແທ້​ໆ​?”+ 49 ພະ​ເຢຊູ​ບອກ​ວ່າ: “ຂ້ອຍ​ບໍ່​ໄດ້​ຖືກ​ປີສາດ​ສິງ​ດອກ ແຕ່​ຂ້ອຍ​ຍົກຍ້ອງ​ພໍ່​ຂອງ​ຂ້ອຍ ແລະ​ພວກ​ເຈົ້າ​ດູຖູກ​ຂ້ອຍ. 50 ຂ້ອຍ​ບໍ່​ໄດ້​ຍົກຍ້ອງ​ໂຕເອງ+ ແຕ່​ມີ​ຜູ້​ໜຶ່ງ​ທີ່​ຍົກຍ້ອງ​ຂ້ອຍ​ແລະ​ເພິ່ນ​ເປັນ​ຜູ້​ຕັດສິນ. 51 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຖ້າ​ຜູ້​ໃດ​ເຮັດ​ຕາມ​ທີ່​ຂ້ອຍ​ສອນ ຜູ້​ນັ້ນ​ຈະ​ບໍ່​ຕ້ອງ​ຕາຍ​ເລີຍ.”+ 52 ພວກ​ຢິວ​ເວົ້າ​ກັບ​ພະ​ເຢຊູ​ວ່າ: “ຕອນນີ້ ພວກ​ເຮົາ​ຮູ້​ແລ້ວ​ວ່າ​ເຈົ້າ​ຖືກ​ປີສາດ​ສິງ​ແທ້​ໆ​. ອັບຣາຮາມ​ຕາຍ​ແລ້ວ ແລະ​ພວກ​ຜູ້​ພະຍາກອນ​ກໍ​ຕາຍ​ໝົດ​ແລ້ວ ແຕ່​ເຈົ້າ​ພັດ​ເວົ້າ​ວ່າ ‘ຖ້າ​ຜູ້​ໃດ​ເຮັດ​ຕາມ​ທີ່​ຂ້ອຍ​ສອນ ຜູ້​ນັ້ນ​ຈະ​ບໍ່​ຕ້ອງ​ຕາຍ​ເລີຍ.’ 53 ເຈົ້າ​ຍິ່ງໃຫຍ່​ກວ່າ​ອັບຣາຮາມ​ບໍ? ອັບຣາຮາມ​ກໍ​ຕາຍ​ແລ້ວ ແລະ​ພວກ​ຜູ້​ພະຍາກອນ​ກໍ​ຕາຍ​ຄື​ກັນ. ເຈົ້າ​ຄິດ​ວ່າ​ໂຕເອງ​ແມ່ນ​ໃຜ?” 54 ພະ​ເຢຊູ​ຕອບ​ວ່າ: “ຖ້າ​ຂ້ອຍ​ຍົກຍ້ອງ​ໂຕເອງ ຄຳ​ຍົກຍ້ອງ​ນັ້ນ​ກໍ​ບໍ່​ມີ​ຄວາມ​ໝາຍ​ຫຍັງ ແຕ່​ແມ່ນ​ພໍ່​ຂອງ​ຂ້ອຍ​ທີ່​ຍົກຍ້ອງ​ຂ້ອຍ.+ ເພິ່ນ​ເປັນ​ຜູ້​ທີ່​ພວກ​ເຈົ້າ​ອ້າງ​ວ່າ​ເປັນ​ພະເຈົ້າ​ຂອງ​ພວກ​ເຈົ້າ. 55 ທີ່ຈິງ​ແລ້ວ ພວກ​ເຈົ້າ​ບໍ່​ຮູ້​ຈັກ​ເພິ່ນ+ ແຕ່​ຂ້ອຍ​ຮູ້​ຈັກ.+ ຖ້າ​ຂ້ອຍ​ບອກ​ວ່າ​ຂ້ອຍ​ບໍ່​ຮູ້​ຈັກ​ເພິ່ນ ຂ້ອຍ​ກໍ​ຈະ​ເປັນ​ຄົນ​ຂີ້​ຕົວະ​ຄື​ກັບ​ພວກ​ເຈົ້າ ແຕ່​ຂ້ອຍ​ຮູ້​ຈັກ​ເພິ່ນ​ແລະ​ເຮັດ​ຕາມ​ທີ່​ເພິ່ນ​ບອກ. 56 ອັບຣາຮາມ​ພໍ່​ຂອງ​ພວກ​ເຈົ້າ​ດີໃຈ​ຫຼາຍ​ທີ່​ຮູ້​ວ່າ​ຈະ​ໄດ້​ເຫັນ​ມື້​ທີ່​ຂ້ອຍ​ຈະ​ມາ ແລ້ວ​ລາວ​ກໍ​ໄດ້​ເຫັນ​ມື້​ນັ້ນ​ແລະ​ມີ​ຄວາມ​ສຸກ.”+ 57 ພວກ​ຢິວ​ເວົ້າ​ກັບ​ເພິ່ນ​ວ່າ: “ເຈົ້າ​ອາຍຸ​ບໍ່​ຮອດ 50 ປີ​ຊ້ຳ ເຈົ້າ​ຊິ​ເຄີຍ​ເຫັນ​ອັບຣາຮາມ​ໄດ້​ແນວ​ໃດ?” 58 ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ຂ້ອຍ​ຊິ​ບອກ​ໃຫ້​ຮູ້​ວ່າ ຂ້ອຍ​ຢູ່​ຕັ້ງແຕ່​ອັບຣາຮາມ​ຍັງ​ບໍ່​ເກີດ​ຊ້ຳ.”+ 59 ພວກ​ນັ້ນ​ຈຶ່ງ​ຈັບ​ເອົາ​ກ້ອນ​ຫີນ​ເພື່ອ​ຈະ​ດຶກ​ໃສ່​ພະ​ເຢຊູ ແຕ່​ເພິ່ນ​ໄປ​ລີ້ ແລ້ວ​ກໍ​ອອກ​ໄປ​ຈາກ​ວິຫານ.

9 ຕອນ​ທີ່​ພະ​ເຢຊູ​ກຳລັງ​ຍ່າງ​ໄປ ເພິ່ນ​ເຫັນ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຕາບອດ​ມາ​ຕັ້ງແຕ່​ເກີດ. 2 ພວກ​ລູກສິດ​ຖາມ​ເພິ່ນ​ວ່າ: “ອາຈານ+ ຜູ້​ນີ້​ເກີດ​ມາ​ຕາບອດ​ຍ້ອນ​ຄວາມ​ຜິດ​ຂອງ​ໃຜ ຂອງ​ລາວ​ຫຼື​ຂອງ​ພໍ່​ແມ່?” 3 ພະ​ເຢຊູ​ຕອບ​ວ່າ: “ບໍ່​ແມ່ນ​ຍ້ອນ​ຄວາມ​ຜິດ​ຂອງ​ລາວ​ຫຼື​ຂອງ​ພໍ່​ແມ່ ແຕ່​ການ​ທີ່​ລາວ​ຕາ​ບອດ​ແບບ​ນີ້​ຈະ​ຊ່ວຍ​ໃຫ້​ຄົນ​ໄດ້​ເຫັນ​ສິ່ງ​ທີ່​ພະເຈົ້າ​ເຮັດ​ໄດ້.+ 4 ພວກ​ເຮົາ​ຕ້ອງ​ເຮັດ​ວຽກ​ຂອງ​ຜູ້​ທີ່​ໃຊ້​ຂ້ອຍ​ມາ​ໃນ​ຕອນ​ທີ່​ຍັງ​ເປັນ​ກາງເວັນ​ຢູ່.+ ກາງຄືນ​ກຳລັງ​ຈະ​ມາ ແລະ​ເມື່ອ​ຮອດ​ຕອນ​ນັ້ນ​ຈະ​ບໍ່​ມີ​ໃຜ​ເຮັດ​ວຽກ​ໄດ້. 5 ຕອນ​ທີ່​ຂ້ອຍ​ຍັງ​ຢູ່​ໃນ​ໂລກ ຂ້ອຍ​ເປັນ​ຄວາມ​ສະຫວ່າງ​ໃຫ້​ໂລກ.”+ 6 ເມື່ອ​ເວົ້າ​ຈົບ​ແລ້ວ ພະ​ເຢຊູ​ກໍ​ຖົ່ມ​ນ້ຳລາຍ​ລົງ​ດິນ ເຮັດ​ເປັນ​ຂີ້ຕົມ ແລ້ວ​ເອົາ​ໄປ​ທາ​ຕາ​ຂອງ​ຜູ້​ຊາຍ​ທີ່​ຕາບອດ​ນັ້ນ+ 7 ແລະ​ບອກ​ລາວ​ວ່າ: “ໃຫ້​ໄປ​ລ້າງ​ຂີ້​ຕົມ​ອອກ​ຢູ່​ສະນ້ຳ​ຊີໂລອາມ.” (ຊີໂລອາມ​ແປ​ວ່າ “ໄຫຼ​ອອກ​ມາ.”) ລາວ​ຈຶ່ງ​ໄປ​ລ້າງ​ຂີ້ຕົມ​ອອກ ແລະເມື່ອ​ກັບ​ມາ​ລາວ​ກໍ​ເຫັນ​ຮຸ່ງ.+

8 ເພື່ອນ​ບ້ານ​ແລະ​ຫຼາຍ​ຄົນ​ທີ່​ເຄີຍ​ເຫັນ​ລາວ​ຂໍ​ທານ​ກໍ​ພາກັນ​ເວົ້າ​ວ່າ: “ຜູ້​ນີ້​ແມ່ນ​ຄົນ​ທີ່​ເຄີຍ​ນັ່ງ​ຂໍ​ທານ​ບໍ່​ແມ່ນ​ບໍ?” 9 ບາງ​ຄົນ​ບອກ​ວ່າ: “ແມ່ນ​ລາວ​ແທ້​ໆ​.” ແຕ່​ບາງ​ຄົນ​ກໍ​ເວົ້າ​ວ່າ: “ບໍ່​ແມ່ນ​ດອກ ຄົນ​ໜ້າ​ຄື​ກັນ​ຊື່​ໆ​.” ຜູ້​ຊາຍ​ທີ່​ຕາບອດ​ຢືນຢັນ​ກັບ​ເຂົາເຈົ້າ​ວ່າ: “ຂ້ອຍ​ນິ​ແຫຼະ​ແມ່ນ​ຜູ້​ນັ້ນ.” 10 ເຂົາເຈົ້າ​ຈຶ່ງ​ຖາມ​ລາວ​ວ່າ: “ເຈົ້າ​ເຫັນ​ຮຸ່ງ​ໄດ້​ຈັ່ງ​ໃດ?” 11 ລາວ​ຕອບ​ວ່າ: “ຄົນ​ທີ່​ຊື່​ເຢຊູ​ເອົາ​ຂີ້ຕົມ​ມາທາ​ຕາ​ຂ້ອຍ ແລ້ວ​ບອກ​ວ່າ ‘ໃຫ້​ໄປ​ລ້າງ​ຂີ້ຕົມ​ອອກ​ຢູ່​ສະນ້ຳ​ຊີໂລອາມ.’+ ເມື່ອ​ໄປ​ລ້າງ​ຂີ້ຕົມ​ອອກ ຂ້ອຍ​ກໍ​ເຫັນ​ຮຸ່ງ.” 12 ເຂົາເຈົ້າ​ຖາມ​ອີກ​ວ່າ: “ຜູ້​ນັ້ນ​ຢູ່​ໃສ?” ລາວ​ຕອບ​ວ່າ: “ຂ້ອຍ​ບໍ່​ຮູ້.”

13 ເຂົາເຈົ້າ​ຈຶ່ງ​ພາ​ຄົນ​ທີ່​ເຄີຍ​ຕາບອດ​ໄປ​ຫາ​ພວກ​ຟາຣີຊາຍ. 14 ມື້​ທີ່​ພະ​ເຢຊູ​ເອົາ​ຂີ້ຕົມ​ທາ​ຕາ​ລາວ​ໃຫ້​ເຫັນ​ຮຸ່ງ+​ເປັນ​ວັນ​ຊະບາໂຕ​ພໍ​ດີ.+ 15 ພວກ​ຟາຣີຊາຍ​ກໍ​ສໍ້​ຖາມ​ລາວ​ຄື​ກັນ​ວ່າ​ລາວ​ເຫັນ​ຮຸ່ງ​ໄດ້​ຈັ່ງ​ໃດ. ລາວ​ຕອບ​ເຂົາເຈົ້າ​ວ່າ: “ຜູ້​ນັ້ນ​ເອົາ​ຂີ້ຕົມ​ມາທາ​ຕາ​ຂ້ອຍ. ເມື່ອ​ໄປ​ລ້າງ​ອອກ ຂ້ອຍ​ກໍ​ເຫັນ​ຮຸ່ງ.” 16 ຟາຣີຊາຍ​ບາງ​ຄົນ​ເວົ້າ​ຂຶ້ນ​ມາ​ວ່າ: “ຜູ້​ນັ້ນ​ບໍ່​ໄດ້​ມາ​ຈາກ​ພະເຈົ້າ​ຍ້ອນ​ລາວ​ບໍ່​ເຮັດ​ຕາມ​ກົດ​ວັນ​ຊະບາໂຕ.”+ ແຕ່​ບາງ​ຄົນ​ເວົ້າ​ວ່າ: “ຄົນ​ທີ່​ເຮັດ​ຜິດ​ກົດ​ຈະ​ເຮັດ​ການ​ອັດສະຈັນ​ແບບ​ນີ້​ໄດ້​ແນວ​ໃດ?”+ ເຂົາເຈົ້າ​ຈຶ່ງ​ຂັດແຍ່ງ​ກັນ.+ 17 ເຂົາເຈົ້າ​ຖາມ​ຄົນ​ທີ່​ເຄີຍ​ຕາບອດ​ອີກ​ເທື່ອ​ໜຶ່ງ​ວ່າ: “ແລ້ວ​ເຈົ້າ​ເດ້ ຄິດ​ວ່າ​ຜູ້​ທີ່​ເຮັດ​ໃຫ້​ເຈົ້າ​ເຫັນ​ຮຸ່ງ​ນັ້ນ​ແມ່ນ​ໃຜ?” ລາວ​ຕອບ​ວ່າ: “ເພິ່ນ​ເປັນ​ຜູ້​ພະຍາກອນ​ທີ່​ມາ​ຈາກ​ພະເຈົ້າ.”

18 ແຕ່​ພວກ​ຜູ້​ນຳ​ຄົນ​ຢິວ​ບໍ່​ເຊື່ອ​ວ່າ​ລາວ​ເຄີຍ​ຕາບອດ​ແລະ​ຕອນນີ້​ເຫັນ​ຮຸ່ງ ເຂົາເຈົ້າ​ຈຶ່ງ​ເອີ້ນ​ພໍ່​ແມ່​ຂອງ​ລາວ​ມາ 19 ແລ້ວ​ຖາມ​ວ່າ: “ຜູ້​ນີ້​ແມ່ນ​ລູກ​ຊາຍ​ຂອງ​ພວກ​ເຈົ້າ​ທີ່​ພວກ​ເຈົ້າ​ບອກ​ວ່າ​ຕາບອດ​ມາ​ຕັ້ງແຕ່​ເກີດ​ແມ່ນ​ບໍ? ແລ້ວ​ຕອນນີ້​ລາວ​ເຫັນ​ຮຸ່ງ​ໄດ້​ຈັ່ງ​ໃດ?” 20 ພໍ່​ແມ່​ຂອງ​ລາວ​ຕອບ​ວ່າ: “ພວກ​ເຮົາ​ຮູ້​ວ່າ​ລາວ​ເປັນ​ລູກ​ຂອງ​ເຮົາ ແລະ​ລາວ​ຕາບອດ​ມາ​ຕັ້ງແຕ່​ເກີດ. 21 ແຕ່​ພວກ​ເຮົາ​ບໍ່​ຮູ້​ວ່າ​ຕອນນີ້​ລາວ​ເຫັນ​ຮຸ່ງ​ໄດ້​ແນວ​ໃດ ແລະ​ບໍ່​ຮູ້​ວ່າ​ຜູ້​ໃດ​ເຮັດ​ໃຫ້​ລາວ​ເຫັນ​ຮຸ່ງ. ຖາມ​ລາວ​ເອງ​ເດີ້. ລາວ​ກະ​ໃຫຍ່​ແລ້ວ ໃຫ້​ລາວ​ຕອບ​ເອງ​ສະ.” 22 ພໍ່​ແມ່​ຂອງ​ລາວ​ເວົ້າ​ແບບ​ນີ້​ຍ້ອນ​ຢ້ານ​ພວກ​ຜູ້​ນຳ​ຄົນ​ຢິວ+ ເພາະ​ພວກ​ຜູ້​ນຳ​ຄົນ​ຢິວ​ຕົກ​ລົງ​ກັນ​ໄວ້​ແລ້ວ​ວ່າ ຖ້າ​ຜູ້​ໃດ​ຍອມຮັບ​ວ່າ​ພະ​ເຢຊູ​ເປັນ​ພະຄລິດ ຜູ້​ນັ້ນ​ຈະ​ຖືກ​ໄລ່​ອອກ​ຈາກ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ.*+ 23 ພໍ່​ແມ່​ຂອງ​ຄົນ​ທີ່​ຕາບອດ​ຈຶ່ງ​ເວົ້າ​ວ່າ: “ລາວ​ກໍ​ໃຫຍ່​ແລ້ວ ຖາມ​ລາວ​ເອງ​ເດີ້.”

24 ເຂົາເຈົ້າ​ກໍ​ເອີ້ນ​ຄົນ​ທີ່​ເຄີຍ​ຕາບອດ​ມາ​ອີກ​ແລະ​ເວົ້າ​ກັບ​ລາວ​ວ່າ: “ໃຫ້​ບອກ​ຄວາມ​ຈິງ​ຕໍ່​ໜ້າ​ພະເຈົ້າ. ພວກ​ເຮົາ​ຮູ້​ວ່າ​ຜູ້​ຊາຍ​ຄົນ​ນັ້ນ​ເຮັດ​ຜິດ​ກົດ.” 25 ລາວ​ຕອບ​ວ່າ: “ເພິ່ນ​ເຮັດ​ຜິດ​ກົດ​ຫຼື​ບໍ່ ຂ້ອຍ​ບໍ່​ຮູ້. ຂ້ອຍ​ຮູ້​ແຕ່​ວ່າ​ຂ້ອຍ​ເຄີຍ​ຕາບອດ ແຕ່​ຕອນນີ້​ເຫັນ​ຮຸ່ງ​ແລ້ວ.” 26 ພວກ​ນັ້ນ​ຖາມ​ວ່າ: “ລາວ​ເຮັດ​ຫຍັງ​ກັບ​ເຈົ້າ​ແດ່? ລາວ​ເຮັດ​ໃຫ້​ເຈົ້າ​ເຫັນ​ຮຸ່ງ​ໄດ້​ຈັ່ງ​ໃດ?” 27 ລາວ​ຕອບ​ວ່າ: “ຂ້ອຍ​ບອກ​ພວກ​ເຈົ້າ​ແລ້ວ ແຕ່​ພວກ​ເຈົ້າ​ບໍ່​ຟັງ. ເປັນ​ຫຍັງ​ຈຶ່ງ​ຢາກ​ໄດ້​ຍິນ​ອີກ? ພວກ​ເຈົ້າ​ຢາກ​ເປັນ​ລູກສິດ​ຂອງ​ລາວ​ຄື​ກັນ​ຫວະ?” 28 ພວກ​ນັ້ນ​ຈຶ່ງ​ເວົ້າ​ດູຖູກ​ລາວ​ວ່າ: “ເຈົ້າ​ຫັ້ນ​ແຫຼະເປັນ​ລູກສິດ​ຂອງ​ລາວ ພວກ​ເຮົາ​ເປັນ​ລູກສິດ​ຂອງ​ໂມເຊ. 29 ພວກ​ເຮົາ​ຮູ້​ວ່າ​ພະເຈົ້າ​ເວົ້າ​ກັບ​ໂມເຊ ແຕ່​ຜູ້​ນັ້ນ​ມາ​ແຕ່​ໃສ​ພວກ​ເຮົາ​ບໍ່​ຮູ້.” 30 ລາວ​ຕອບ​ພວກ​ນັ້ນ​ວ່າ: “ເຫຼືອ​ເຊື່ອ​ເນາະ ພວກ​ເຈົ້າ​ບໍ່​ຮູ້​ເສີຍ​ວ່າ​ຜູ້​ນັ້ນ​ມາ​ແຕ່​ໃສ ແຕ່​ລາວ​ເຮັດ​ໃຫ້​ຂ້ອຍ​ເຫັນ​ຮຸ່ງ​ໄດ້. 31 ພວກ​ເຮົາ​ກໍ​ຮູ້​ວ່າ​ພະເຈົ້າ​ບໍ່​ຟັງ​ຄົນ​ທີ່​ເຮັດ​ຜິດ​ກົດ+ ແຕ່​ຖ້າ​ຜູ້​ໃດ​ຢ້ານຢຳ​ພະເຈົ້າ​ແລະ​ເຮັດ​ຕາມ​ທີ່​ເພິ່ນ​ບອກ ເພິ່ນ​ຈະ​ຟັງ​ຜູ້​ນັ້ນ.+ 32 ຕັ້ງແຕ່​ໃດ​ໆ​ມາ ບໍ່​ເຄີຍ​ໄດ້​ຍິນ​ວ່າ​ມີ​ໃຜ​ເຮັດ​ໃຫ້​ຄົນ​ທີ່​ຕາບອດ​ມາ​ຕັ້ງແຕ່​ເກີດ​ເຫັນ​ຮຸ່ງ​ໄດ້. 33 ຖ້າ​ຜູ້​ຊາຍ​ຄົນ​ນັ້ນ​ບໍ່​ໄດ້​ມາ​ຈາກ​ພະເຈົ້າ ລາວ​ຄື​ຊິ​ເຮັດ​ແບບ​ນີ້​ບໍ່​ໄດ້​ດອກ.”+ 34 ພວກ​ນັ້ນ​ເວົ້າ​ກັບ​ລາວ​ວ່າ: “ເຈົ້າ​ເປັນ​ຄົນ​ບາບມາ​ຕັ້ງແຕ່​ເກີດ ຍັງ​ກ້າ​ມາ​ສອນ​ພວກ​ເຮົາ​ຫວະ?” ແລ້ວ​ພວກ​ນັ້ນ​ກໍ​ໄລ່​ລາວ​ອອກ​ໄປ.+

35 ພະ​ເຢຊູ​ໄດ້​ຍິນ​ວ່າ​ຜູ້​ຊາຍ​ຄົນ​ນັ້ນ​ຖືກ​ໄລ່​ອອກ​ມາ ເມື່ອ​ເຫັນ​ລາວ ເພິ່ນ​ກໍ​ຖາມ​ວ່າ: “ເຈົ້າ​ມີ​ຄວາມ​ເຊື່ອ​ໃນ​ລູກ​ມະນຸດ​ບໍ?” 36 ລາວ​ຕອບ​ວ່າ: “ທ່ານ​ເອີ້ຍ ເພິ່ນ​ຜູ້​ນັ້ນ​ແມ່ນ​ໃຜ ຂ້ອຍ​ຈະ​ໄດ້​ເຊື່ອ​ໃນ​ເພິ່ນ?” 37 ພະ​ເຢຊູ​ບອກ​ລາວ​ວ່າ: “ເຈົ້າ​ເຫັນ​ເພິ່ນ​ແລ້ວ ແລະ​ຕອນນີ້​ເພິ່ນ​ກຳລັງ​ເວົ້າ​ກັບ​ເຈົ້າ​ຢູ່.” 38 ລາວ​ເວົ້າ​ອອກ​ມາ​ວ່າ: “ນາຍ​ເອີ້ຍ ຂ້ອຍ​ມີ​ຄວາມ​ເຊື່ອ​ໃນ​ທ່ານ.” ແລ້ວ​ລາວ​ກໍ​ໝູບ​ລົງ​ສະແດງ​ຄວາມ​ນັບຖື​ເພິ່ນ. 39 ພະ​ເຢຊູ​ເວົ້າ​ວ່າ: “ຂ້ອຍ​ມາ​ໂລກ​ນີ້​ເພື່ອ​ໃຫ້​ມີ​ການ​ຕັດສິນ. ຄົນ​ຕາບອດ​ຈະ​ເຫັນ​ຮຸ່ງ+ ແຕ່​ຄົນ​ທີ່​ເຫັນ​ຮຸ່ງ​ຈະ​ເປັນ​ຄົນ​ຕາບອດ.”+ 40 ພວກ​ຟາຣີຊາຍ​ທີ່​ຢູ່​ຫັ້ນ​ໄດ້​ຍິນ​ທີ່​ພະ​ເຢຊູ​ເວົ້າ ເຂົາເຈົ້າ​ຈຶ່ງ​ຖາມ​ເພິ່ນ​ວ່າ: “ເຈົ້າ​ຄິດ​ວ່າ​ພວກ​ເຮົາ​ກໍ​ຕາບອດ​ຄື​ກັນ​ຫວະ?” 41 ພະ​ເຢຊູ​ຕອບ​ເຂົາເຈົ້າ​ວ່າ: “ຖ້າ​ພວກ​ເຈົ້າ​ຕາບອດ ພວກ​ເຈົ້າ​ກໍ​ບໍ່​ມີ​ຄວາມ​ຜິດ​ຫຍັງ. ແຕ່​ພວກ​ເຈົ້າ​ພັດ​ເວົ້າ​ວ່າ ‘ພວກ​ເຮົາ​ເຫັນ​ຮຸ່ງ’ ພວກ​ເຈົ້າ​ຈຶ່ງ​ຍັງ​ມີ​ຄວາມ​ຜິດ​ຢູ່.”+

10 “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຜູ້​ທີ່​ບໍ່​ໄດ້​ເຂົ້າ​ໄປ​ຄອກ​ແກະ​ທາງ​ປະຕູ ແຕ່​ປີນ​ເຂົ້າ​ໄປ​ທາງ​ອື່ນ ຜູ້​ນັ້ນ​ກໍ​ເປັນ​ຂີ້​ລັກ​ແລະ​ເປັນ​ໂຈນ.+ 2 ແຕ່​ຄົນ​ລ້ຽງ​ແກະ​ຈະ​ເຂົ້າ​ໄປ​ທາງ​ປະຕູ+ 3 ແລະ​ຄົນ​ເຝົ້າ​ປະຕູ​ຈະ​ເປີດ​ໃຫ້​ລາວ+ ແລະແກະ​ກໍ​ຟັງ​ສຽງ​ລາວ.+ ລາວ​ເອີ້ນ​ຊື່​ແກະ​ຂອງ​ລາວ​ແຕ່​ລະ​ໂຕ​ແລະ​ພາ​ພວກ​ມັນ​ອອກ​ໄປ. 4 ເມື່ອ​ພາ​ແກະ​ອອກ​ໄປ​ໝົດ​ແລ້ວ ລາວ​ຍ່າງ​ອອກ​ໜ້າ​ພວກ​ມັນ ແລະ​ແກະ​ກໍ​ນຳ​ລາວ​ໄປ​ຍ້ອນ​ຈື່​ສຽງ​ຂອງ​ລາວ​ໄດ້. 5 ພວກ​ມັນ​ຈະ​ບໍ່​ນຳ​ຄົນ​ແປກ​ໜ້າ​ໄປ ແຕ່​ຈະ​ແລ່ນ​ໜີ​ຈາກ​ຜູ້​ນັ້ນ ຍ້ອນ​ບໍ່​ລຶ້ງ​ສຽງ​ຂອງ​ຄົນ​ແປກ​ໜ້າ.” 6 ພະ​ເຢຊູ​ຍົກ​ຕົວຢ່າງ​ປຽບທຽບ​ເລື່ອງ​ນີ້​ໃຫ້​ເຂົາເຈົ້າ​ຟັງ ແຕ່​ເຂົາເຈົ້າ​ບໍ່​ເຂົ້າ​ໃຈ​ວ່າ​ເພິ່ນ​ໝາຍເຖິງ​ຫຍັງ.

7 ພະ​ເຢຊູ​ເວົ້າ​ອີກ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຂ້ອຍ​ເປັນ​ປະຕູ​ສຳລັບ​ແກະ.+ 8 ທຸກ​ຄົນ​ທີ່​ແອບ​ອ້າງ​ວ່າ​ເປັນ​ຂ້ອຍ​ກໍ​ເປັນ​ຂີ້​ລັກ​ແລະ​ເປັນ​ໂຈນ ແລະ​ແກະ​ຈະ​ບໍ່​ຟັງ​ເຂົາເຈົ້າ. 9 ຂ້ອຍ​ເປັນ​ປະຕູ ຜູ້​ໃດ​ທີ່​ເຂົ້າ​ມາ​ທາງ​ຂ້ອຍ ຜູ້​ນັ້ນ​ຈະ​ລອດ. ລາວ​ຈະ​ເຂົ້າ​ອອກ​ແລະ​ເຈິ​ທົ່ງ​ຫຍ້າ​ທີ່​ຂຽວ​ໆ​.+ 10 ພວກ​ຂີ້​ລັກ​ມາ​ກໍ​ເພື່ອ​ຈະ​ລັກ ຂ້າ ແລະ​ທຳລາຍ+ ແຕ່​ຂ້ອຍ​ມາ​ເພື່ອ​ໃຫ້​ແກະ​ໄດ້​ຊີວິດ​ແລະ​ມີ​ຊີວິດ​ຕະຫຼອດ​ໄປ. 11 ຂ້ອຍ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ+ ແລະ​ຜູ້​ລ້ຽງ​ທີ່​ດີ​ກໍ​ຍອມ​ສະລະ​ຊີວິດ​ເພື່ອ​ແກະ​ຂອງ​ລາວ.+ 12 ສ່ວນ​ຄົນ​ຮັບຈ້າງ​ຕ່າງ​ຈາກ​ຜູ້​ລ້ຽງ​ແກະ​ຍ້ອນ​ລາວ​ບໍ່​ແມ່ນ​ເຈົ້າ​ຂອງ​ແກະ. ເມື່ອ​ເຫັນ​ໝາ​ປ່າ​ມາ ລາວ​ກໍ​ຖິ້ມ​ຝູງ​ແກະ​ແລ້ວ​ໜີ​ໄປ ປ່ອຍ​ໃຫ້​ໝາ​ປ່າ​ມາ​ກັດ​ກິນ​ແກະ ແລະ​ເຮັດ​ໃຫ້​ແກະ​ທີ່​ເຫຼືອ​ແຕກ​ກະຈັດ​ກະຈາຍ​ກັນ​ໄປ. 13 ລາວ​ຖິ້ມ​ແກະ​ໄປ​ກໍ​ຍ້ອນ​ລາວ​ເປັນ​ແຕ່​ຄົນ​ຮັບຈ້າງ​ແລະ​ບໍ່​ໄດ້​ເປັນ​ຫ່ວງ​ແກະ​ແທ້​ໆ​. 14 ຂ້ອຍ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ. ຂ້ອຍ​ຮູ້​ຈັກ​ແກະ​ຂອງ​ຂ້ອຍ​ແລະ​ແກະ​ກໍ​ຮູ້​ຈັກ​ຂ້ອຍ.+ 15 ຄື​ກັບ​ທີ່​ພະເຈົ້າ​ຜູ້​ເປັນ​ພໍ່​ຮູ້​ຈັກ​ຂ້ອຍ​ແລະ​ຂ້ອຍ​ກໍ​ຮູ້​ຈັກ​ພໍ່.+ ຂ້ອຍ​ຍອມ​ສະລະ​ຊີວິດ​ເພື່ອ​ແກະ​ຂອງ​ຂ້ອຍ.+

16 ຂ້ອຍ​ຍັງ​ມີ​ແກະ​ອື່ນ​ທີ່​ບໍ່​ໄດ້​ຢູ່​ໃນ​ຄອກ​ນີ້.+ ຂ້ອຍ​ຕ້ອງ​ພາ​ແກະ​ເຫຼົ່າ​ນັ້ນ​ເຂົ້າ​ມາ​ຄື​ກັນ. ແກະ​ເຫຼົ່າ​ນັ້ນ​ຈະ​ຟັງ​ສຽງ​ຂ້ອຍ. ແກະ​ທັງໝົດ​ຈະ​ລວມ​ເປັນ​ຝູງ​ດຽວ​ແລະ​ມີ​ຜູ້​ລ້ຽງ​ຄົນ​ດຽວ.+ 17 ພໍ່​ຮັກ​ຂ້ອຍ+​ຍ້ອນ​ຂ້ອຍ​ຍອມ​ສະລະ​ຊີວິດ+ ແລະ​ຂ້ອຍ​ຈະ​ໄດ້​ຊີວິດ​ອີກ. 18 ບໍ່​ມີ​ຜູ້​ໃດ​ເອົາ​ຊີວິດ​ຂອງ​ຂ້ອຍ​ໄປ​ໄດ້ ແຕ່​ຂ້ອຍ​ເຕັມໃຈ​ສະລະ​ຊີວິດ​ຂອງ​ໂຕເອງ. ຂ້ອຍ​ມີ​ສິດ​ຈະ​ສະລະ​ຊີວິດ​ຂອງ​ຂ້ອຍ ແລະ​ມີ​ສິດ​ຈະ​ໄດ້​ຊີວິດ​ກັບ​ຄືນ​ມາ.+ ພໍ່​ຂອງ​ຂ້ອຍ​ສັ່ງ​ໃຫ້​ຂ້ອຍ​ເຮັດ​ແບບ​ນັ້ນ.”

19 ເມື່ອ​ພະ​ເຢຊູ​ເວົ້າ​ແນວ​ນັ້ນ​ກໍ​ເຮັດ​ໃຫ້​ພວກ​ຢິວ​ຂັດແຍ່ງ​ກັນ​ອີກ​ເທື່ອ​ໜຶ່ງ.+ 20 ຫຼາຍ​ຄົນ​ເວົ້າ​ວ່າ: “ລາວ​ຖືກ​ປີສາດ​ສິງ​ແລະ​ເປັນ​ບ້າ​ແລ້ວ. ຊິ​ຟັງ​ລາວ​ເຮັດ​ຫຍັງ?” 21 ແຕ່​ບາງ​ຄົນ​ເວົ້າ​ວ່າ: “ຄົນ​ທີ່​ຖືກ​ປີສາດ​ສິງ​ບໍ່​ເວົ້າ​ແບບ​ນີ້​ດອກ. ປີສາດ​ຊິ​ເຮັດ​ໃຫ້​ຄົນ​ຕາບອດ​ເຫັນ​ຮຸ່ງ​ໄດ້​ຫວະ?”

22 ໄລຍະ​ນັ້ນ ມີ​ເທດສະການ​ສະຫຼອງ​ການ​ອຸທິດ​ວິຫານ​ໃນ​ເມືອງ​ເຢຣູຊາເລັມ. ຕອນ​ນັ້ນ​ເປັນ​ຍາມ​ໜາວ 23 ແລະ​ພະ​ເຢຊູ​ຍ່າງ​ຢູ່​ໃນ​ວິຫານ​ຕາມ​ທາງ​ຍ່າງ​ທີ່​ມີ​ເສົາ​ລຽນ​ກັນ​ທີ່​ໂຊໂລໂມນ​ໄດ້​ສ້າງ​ໄວ້.+ 24 ພວກ​ຢິວ​ມາ​ຢືນ​ອ້ອມ​ເພິ່ນ​ແລະ​ຖາມ​ວ່າ: “ເຈົ້າ​ຈະ​ປ່ອຍ​ໃຫ້​ພວກ​ເຮົາ​ສົງໄສ​ໄປ​ອີກ​ດົນ​ປານ​ໃດ? ຖ້າ​ເຈົ້າ​ເປັນ​ພະຄລິດ​ກໍ​ບອກ​ມາ​ກົງ​ໆ​ໂລດ.” 25 ພະ​ເຢຊູ​ຕອບ​ເຂົາເຈົ້າ​ວ່າ: “ຂ້ອຍ​ບອກ​ແລ້ວ ແຕ່​ພວກ​ເຈົ້າ​ບໍ່​ເຊື່ອ. ສິ່ງ​ທີ່​ຂ້ອຍ​ເຮັດ​ໃນ​ນາມ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ຂ້ອຍ​ກໍ​ເປັນ​ຫຼັກຖານ​ຢືນຢັນ​ຢູ່​ແລ້ວ​ວ່າ​ຂ້ອຍ​ແມ່ນ​ໃຜ.+ 26 ແຕ່​ພວກ​ເຈົ້າ​ບໍ່​ເຊື່ອ​ຍ້ອນ​ພວກ​ເຈົ້າ​ບໍ່​ແມ່ນ​ແກະ​ຂອງ​ຂ້ອຍ.+ 27 ແກະ​ຂອງ​ຂ້ອຍ​ຈະ​ຟັງ​ສຽງ​ຂ້ອຍ. ຂ້ອຍ​ຮູ້​ຈັກ​ແກະ​ຂອງ​ຂ້ອຍ ແລະ​ພວກ​ມັນ​ກໍ​ນຳ​ຂ້ອຍ​ໄປ.+ 28 ຂ້ອຍ​ໃຫ້​ແກະ​ມີ​ຊີວິດ​ຕະຫຼອດ​ໄປ.+ ແກະ​ຂອງ​ຂ້ອຍ​ຈະ​ບໍ່​ມີ​ມື້​ຖືກ​ທຳລາຍ ແລະ​ຈະ​ບໍ່​ມີ​ຜູ້​ໃດ​ຍາດ​ພວກ​ມັນ​ໄປ​ຈາກ​ມື​ຂອງ​ຂ້ອຍ.+ 29 ແກະ​ທີ່​ພໍ່​ຂອງ​ຂ້ອຍ​ຍົກ​ໃຫ້​ຂ້ອຍ​ສຳຄັນ​ຫຼາຍ​ກວ່າ​ທຸກ​ສິ່ງ ແລະ​ຈະ​ບໍ່​ມີ​ຜູ້​ໃດ​ຍາດ​ແກະ​ເຫຼົ່າ​ນັ້ນ​ໄປ​ຈາກ​ມື​ຂອງ​ພໍ່​ໄດ້.+ 30 ຂ້ອຍ​ກັບ​ພໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.”+

31 ຮອດ​ຕອນນີ້ ພວກ​ຢິວ​ກໍ​ຈັບ​ເອົາ​ກ້ອນ​ຫີນ​ເພື່ອ​ຈະ​ດຶກ​ໃສ່​ພະ​ເຢຊູ​ອີກ. 32 ພະ​ເຢຊູ​ຖາມ​ເຂົາເຈົ້າ​ວ່າ: “ຂ້ອຍ​ເຮັດ​ໃຫ້​ພວກ​ເຈົ້າ​ເຫັນ​ສິ່ງ​ດີ​ໆ​ຫຼາຍ​ຢ່າງ​ຕາມ​ທີ່​ພໍ່​ຂອງ​ຂ້ອຍ​ສັ່ງ. ແຕ່​ສິ່ງ​ດີ​ໆ​ອັນ​ໃດ​ທີ່​ເຮັດ​ໃຫ້​ພວກ​ເຈົ້າ​ຢາກ​ເອົາ​ກ້ອນ​ຫີນ​ມາ​ດຶກ​ໃສ່​ຂ້ອຍ?” 33 ພວກ​ຢິວ​ຕອບ​ເພິ່ນ​ວ່າ: “ພວກ​ເຮົາ​ຈະ​ເອົາ​ກ້ອນ​ຫີນ​ດຶກ​ໃສ່​ເຈົ້າ ບໍ່​ແມ່ນ​ຍ້ອນ​ເຈົ້າ​ເຮັດ​ສິ່ງ​ທີ່​ດີ ແຕ່​ຍ້ອນ​ເຈົ້າ​ໝິ່ນ​ປະໝາດ​ພະເຈົ້າ.+ ເຈົ້າ​ເປັນ​ພຽງ​ມະນຸດ ແຕ່​ຍົກ​ໂຕເອງ​ເປັນ​ພະເຈົ້າ.” 34 ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ໃນ​ກົດໝາຍ​ຂອງ​ພວກ​ເຈົ້າ ພະເຈົ້າ​ເວົ້າ​ແມ່ນ​ບໍ​ວ່າ ‘ພວກ​ເຈົ້າ​ເປັນ​ພະເຈົ້າ’?*+ 35 ແມ່ນ​ແຕ່​ຄົນ​ທີ່​ພະເຈົ້າ​ຕຳໜິ ເພິ່ນ​ຍັງ​ເອີ້ນ​ເຂົາເຈົ້າ​ວ່າ ‘ພະເຈົ້າ’+ ແລະ​ພະຄຳພີ​ຖືກຕ້ອງ​ສະເໝີ. 36 ພະເຈົ້າ​ໄດ້​ເລືອກ​ຂ້ອຍ​ແລະ​ໃຊ້​ຂ້ອຍ​ມາ​ໂລກ​ນີ້. ເປັນ​ຫຍັງ​ພວກ​ເຈົ້າ​ເວົ້າ​ວ່າ​ຂ້ອຍ​ໝິ່ນ​ປະໝາດ​ພະເຈົ້າ​ຍ້ອນ​ຂ້ອຍ​ບອກ​ວ່າ​ຂ້ອຍ​ເປັນ​ລູກ​ຂອງ​ພະເຈົ້າ?+ 37 ຖ້າ​ຂ້ອຍ​ບໍ່​ເຮັດ​ສິ່ງ​ທີ່​ພໍ່​ໃຫ້​ຂ້ອຍ​ເຮັດ ພວກ​ເຈົ້າ​ກໍ​ບໍ່​ຕ້ອງ​ເຊື່ອ​ຂ້ອຍ. 38 ແຕ່​ຖ້າ​ຂ້ອຍ​ເຮັດ​ສິ່ງ​ທີ່​ພໍ່​ໃຫ້​ຂ້ອຍ​ເຮັດ ເຖິງ​ວ່າ​ພວກ​ເຈົ້າ​ຈະ​ບໍ່​ເຊື່ອ​ຂ້ອຍ ກໍ​ໃຫ້​ເຊື່ອ​ຍ້ອນ​ສິ່ງ​ທີ່​ຂ້ອຍ​ເຮັດ+ ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ແລະ​ເຂົ້າ​ໃຈ​ຫຼາຍ​ຂຶ້ນ​ວ່າ​ພໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ຂ້ອຍ ແລະ​ຂ້ອຍ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພໍ່.”+ 39 ພວກ​ຢິວ​ພະຍາຍາມ​ຈະ​ຈັບ​ພະ​ເຢຊູ​ອີກ ແຕ່​ເພິ່ນ​ໜີ​ໄປ​ໄດ້.

40 ຈາກນັ້ນ ພະ​ເຢຊູ​ກໍ​ເດີນ​ທາງ​ຂ້າມ​ແມ່​ນ້ຳ​ຈໍແດນ​ອີກ​ເທື່ອ​ໜຶ່ງ. ເພິ່ນ​ໄປ​ບ່ອນ​ທີ່​ໂຢຮັນ​ເຄີຍ​ໃຫ້​ບັບເຕມາ+​ແລະ​ພັກ​ຢູ່​ຫັ້ນ. 41 ຫຼາຍ​ຄົນ​ມາ​ຫາ​ພະ​ເຢຊູ​ແລະ​ພາກັນ​ເວົ້າ​ວ່າ: “ໂຢຮັນ​ບໍ່​ເຄີຍ​ເຮັດ​ການ​ອັດສະຈັນ​ຈັກ​ຢ່າງ ແຕ່​ສິ່ງ​ທີ່​ໂຢຮັນ​ເວົ້າ​ເຖິງ​ຜູ້​ຊາຍ​ຄົນ​ນີ້​ຖືກ​ໝົດ​ທຸກ​ຢ່າ​ງ.”+ 42 ຫຼາຍ​ຄົນ​ທີ່​ຢູ່​ຫັ້ນ​ຈຶ່ງ​ເຊື່ອ​ໃນ​ພະ​ເຢຊູ.

11 ຕອນ​ນັ້ນ ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ບໍ່​ສະບາຍ​ແຮງ. ລາວ​ຊື່​ລາຊະໂຣ​ຢູ່​ບ້ານ​ເບັດທານີ. ມາຣິອາ​ກັບ​ມາທາ​ທີ່​ເປັນ​ເອື້ອຍ​ນ້ອງ​ກັນ​ກໍ​ຢູ່​ບ້ານ​ນີ້.+ 2 ມາຣິອາ​ຄົນ​ນີ້​ແມ່ນ​ຜູ້​ຍິງ​ທີ່​ເອົາ​ນ້ຳມັນ​ຫອມ​ເທ​ໃສ່​ຜູ້​ເປັນ​ນາຍ​ແລະ​ເອົາ​ຜົມ​ເຊັດ​ຕີນ​ເພິ່ນ.+ ລາຊະໂຣ​ທີ່​ບໍ່​ສະບາຍ​ເປັນ​ນ້ອງ​ຊາຍ*​ຂອງ​ລາວ. 3 ມາຣິອາ​ກັບ​ມາທາ​ຈຶ່ງ​ໃຊ້​ຄົນ​ໄປ​ບອກ​ພະ​ເຢຊູ​ວ່າ: “ນາຍ​ເອີ້ຍ! ໝູ່​ຮັກ​ຂອງ​ທ່ານ​ບໍ່​ສະບາຍ​ແຮງ.” 4 ເມື່ອ​ພະ​ເຢຊູ​ໄດ້​ຍິນ​ແບບ​ນັ້ນ​ກໍ​ເວົ້າ​ວ່າ: “ລາວ​ບໍ່​ສະບາຍ​ເທື່ອ​ນີ້​ບໍ່​ແມ່ນ​ເພື່ອ​ໃຫ້​ຕາຍ ແຕ່​ເພື່ອ​ເຮັດ​ໃຫ້​ພະເຈົ້າ​ໄດ້​ຮັບ​ການ​ຍົກຍ້ອງ+ ແລະ​ລູກ​ຂອງ​ພະເຈົ້າ​ຈະ​ໄດ້​ຮັບ​ການ​ຍົກຍ້ອງ​ຍ້ອນ​ເຫດການ​ນີ້.”

5 ພະ​ເຢຊູ​ຮັກ​ມາທາ​ກັບ​ມາຣິອາ​ລວມ​ທັງ​ລາຊະໂຣ​ນຳ. 6 ແຕ່​ຫຼັງ​ຈາກ​ໄດ້​ຍິນ​ວ່າ​ລາຊະໂຣ​ບໍ່​ສະບາຍ​ແຮງ ເພິ່ນ​ກໍ​ຍັງ​ຢູ່​ບ່ອນ​ເກົ່າ​ອີກ 2 ມື້. 7 ແລ້ວ​ເພິ່ນ​ເວົ້າ​ກັບ​ພວກ​ລູກສິດ​ວ່າ: “ໄປ໋ ກັບ​ໄປ​ແຂວງ​ຢູດາຍ​ອີກ​ເທື່ອ​ໜຶ່ງ.” 8 ພວກ​ລູກສິດ​ບອກ​ເພິ່ນ​ວ່າ: “ອາຈານ+ ບໍ່​ດົນ​ມາ​ນີ້​ພວກ​ຢິວ​ຢູ່​ຫັ້ນ​ພະຍາຍາມ​ຊິ​ເອົາ​ກ້ອນ​ຫີນ​ດຶກ​ໃສ່​ທ່ານ​ໃຫ້​ຕາຍ+ ທ່ານ​ຍັງ​ຊິ​ກັບ​ໄປ​ອີກ​ບໍ?” 9 ພະ​ເຢຊູ​ຕອບ​ວ່າ: “ກາງເວັນ​ມີ 12 ຊົ່ວໂມງ​ບໍ່​ແມ່ນ​ບໍ?+ ຖ້າ​ຜູ້​ໃດ​ຍ່າງ​ຕອນ​ກາງເວັນ ລາວ​ຈະ​ບໍ່​ສະດຸດ​ໄປ​ຕຳ​ຫຍັງ​ເລີຍ ຍ້ອນ​ລາວ​ເຫັນ​ແສງ​ສະຫວ່າງ​ຂອງ​ໂລກ​ນີ້. 10 ແຕ່​ຖ້າ​ຜູ້​ໃດ​ຍ່າງ​ຕອນ​ກາງຄືນ​ລາວ​ຈະ​ສະດຸດ ຍ້ອນ​ລາວ​ບໍ່​ມີ​ແສງ​ສະຫວ່າງ​ໃນ​ໂຕ.”

11 ເມື່ອ​ເວົ້າ​ແບບ​ນັ້ນ​ແລ້ວ ພະ​ເຢຊູ​ກໍ​ບອກ​ເຂົາເຈົ້າ​ວ່າ: “ລາຊະໂຣ​ໝູ່​ຂອງ​ພວກ​ເຮົາ​ນອນ​ຫຼັບ​ຢູ່+ ແຕ່​ຂ້ອຍ​ຈະ​ໄປ​ປຸກ​ລາວ.” 12 ພວກ​ລູກສິດ​ເວົ້າ​ກັບ​ເພິ່ນ​ວ່າ: “ນາຍ​ເອີ້ຍ ຖ້າ​ລາວ​ນອນ​ຫຼັບ​ຢູ່ ລາວ​ກໍ​ຈະ​ດີ​ຂຶ້ນ.” 13 ທີ່ຈິງ ພະ​ເຢຊູ​ໝາຍ​ຄວາມ​ວ່າ​ລາຊະໂຣ​ຕາຍ​ແລ້ວ ແຕ່​ເຂົາເຈົ້າ​ຄິດ​ວ່າ​ເພິ່ນ​ເວົ້າ​ເຖິງ​ການ​ນອນ​ຫຼັບ​ພັກຜ່ອນ. 14 ພະ​ເຢຊູ​ຈຶ່ງ​ບອກ​ເຂົາເຈົ້າ​ກົງ​ໆ​ວ່າ: “ລາຊະໂຣ​ຕາຍ​ແລ້ວ+ 15 ແລະ​ກໍ​ດີ​ທີ່​ຂ້ອຍ​ບໍ່​ໄດ້​ຢູ່​ຫັ້ນ ຍ້ອນ​ສິ່ງ​ທີ່​ຂ້ອຍ​ຈະ​ໄປ​ເຮັດ​ນີ້​ຈະ​ເສີມ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ. ໄປ໋ ພວກ​ເຮົາ​ໄປ.” 16 ໂທ​ມາ​ທີ່​ຄົນ​ເອີ້ນ​ວ່າ​ຝາແຝດ*​ເວົ້າ​ກັບ​ພວກ​ໝູ່​ທີ່​ເປັນ​ລູກສິດ​ວ່າ: “ໄປ໋ ພວກ​ເຮົາ​ໄປ​ຕາຍ​ນຳ​ອາຈານ.”+

17 ເມື່ອ​ພະ​ເຢຊູ​ໄປ​ຮອດ​ຫັ້ນ ກໍ​ເຫັນ​ວ່າ​ເຂົາເຈົ້າ​ເອົາ​ສົບ​ຂອງ​ລາຊະໂຣ​ໄປ​ໄວ້​ໃນ​ບ່ອນ​ຝັງ​ສົບ​ໄດ້ 4 ມື້​ແລ້ວ. 18 ບ້ານ​ເບັດທານີ​ຢູ່​ໃກ້​ເມືອງ​ເຢຣູຊາເລັມ​ປະມານ 3 ກິໂລແມັດ.* 19 ມີ​ຄົນ​ຢິວ​ຫຼາຍ​ຄົນ​ມາ​ປອບ​ໃຈ​ມາທາ​ກັບ​ມາຣິອາ​ທີ່​ສູນ​ເສຍ​ນ້ອງ​ຊາຍ. 20 ເມື່ອ​ມາທາ​ໄດ້​ຍິນ​ວ່າ​ພະ​ເຢຊູ​ກຳລັງ​ມາ ລາວ​ຈຶ່ງ​ອອກ​ໄປ​ຫາ​ເພິ່ນ ແຕ່​ມາຣິອາ+​ຍັງ​ຢູ່​ເຮືອນ. 21 ມາທາ​ບອກ​ພະ​ເຢຊູ​ວ່າ: “ນາຍ​ເອີ້ຍ ຖ້າ​ທ່ານ​ຢູ່​ນີ້ ລາວ​ຄື​ຊິ​ບໍ່​ຕາ​ຍ. 22 ແຕ່​ຂ້ອຍ​ກໍ​ຍັງ​ເຊື່ອ​ວ່າ​ພະເຈົ້າ​ຈະ​ໃຫ້​ທຸກ​ຢ່າງ​ຕາມ​ທີ່​ທ່ານ​ຂໍ.” 23 ພະ​ເຢຊູ​ບອກ​ມາທາ​ວ່າ: “ລາວ​ຈະ​ຟື້ນ​ຄືນ​ມາ​ຈາກ​ຕາ​ຍ.” 24 ມາທາ​ບອກ​ເພິ່ນ​ວ່າ: “ຂ້ອຍ​ເຊື່ອ​ວ່າ​ລາວ​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ+​ໃນ​ວັນ​ສຸດທ້າຍ.” 25 ພະ​ເຢຊູ​ບອກ​ລາວ​ວ່າ: “ຂ້ອຍ​ແມ່ນ​ຜູ້​ທີ່​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ແລະ​ໃຫ້​ເຂົາເຈົ້າ​ມີ​ຊີວິດ.+ ຜູ້​ທີ່​ສະແດງ​ຄວາມ​ເຊື່ອ​ໃນ​ຂ້ອຍ ເຖິງ​ວ່າ​ລາວ​ຕາຍ​ກໍ​ຈະ​ມີ​ຊີວິດ​ອີກ 26 ແລະ​ທຸກ​ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່​ແລະ​ສະແດງ​ຄວາມ​ເຊື່ອ​ໃນ​ຂ້ອຍ ເຂົາເຈົ້າ​ຈະ​ບໍ່​ຕາຍ​ເລີຍ.+ ເຈົ້າ​ເຊື່ອ​ບໍ?” 27 ລາວ​ຕອບ​ວ່າ: “ນາຍ​ເອີ້ຍ ຂ້ອຍ​ເຊື່ອ. ຂ້ອຍ​ເຊື່ອ​ວ່າ​ທ່ານ​ເປັນ​ພະຄລິດ​ລູກ​ຂອງ​ພະເຈົ້າ ແລະ​ເປັນ​ຜູ້​ທີ່​ຕ້ອງ​ມາ​ໃນ​ໂລກ​ນີ້.” 28 ເມື່ອ​ເວົ້າ​ຈົບ ລາວ​ກໍ​ໄປ​ເອີ້ນ​ມາຣິອາ​ຜູ້​ເປັນ​ນ້ອງ​ສາວ. ລາວ​ຊິ່ມ​ວ່າ: “ອາຈານ+​ມາ​ແລ້ວ ເພິ່ນ​ບອກ​ໃຫ້​ເຈົ້າ​ໄປ​ຫາ.” 29 ເມື່ອ​ມາຣິອາ​ໄດ້​ຍິນ​ແບບ​ນັ້ນ​ກໍ​ຟ້າວ​ໄປ​ຫາ​ພະ​ເຢຊູ.

30 ພະ​ເຢຊູ​ຍັງ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ບ້ານ​ເທື່ອ ເພິ່ນ​ຍັງ​ຢູ່​ບ່ອນ​ທີ່​ມາທາ​ໄປ​ຫາ. 31 ເມື່ອ​ຄົນ​ຢິວ​ທີ່​ປອບ​ໃຈ​ມາຣິອາ​ຢູ່​ໃນ​ເຮືອນ​ເຫັນ​ລາວ​ຟ້າວ​ອອກ​ໄປ ເຂົາເຈົ້າ​ກໍ​ນຳ​ຫຼັງ​ລາວ​ໄປ ຍ້ອນ​ຄິດ​ວ່າ​ລາວ​ຈະ​ໄປ​ຮ້ອງໄຫ້​ຢູ່​ບ່ອນ​ຝັງ​ສົບ.+ 32 ເມື່ອ​ມາຣິອາ​ເຫັນ​ພະ​ເຢຊູ ລາວ​ກໍ​ໝູບ​ລົງ​ຢູ່​ຕີນ​ເພິ່ນ​ແລ້ວ​ເວົ້າ​ວ່າ: “ນາຍ​ເອີ້ຍ ຖ້າ​ທ່ານ​ຢູ່​ນີ້ ລາວ​ຄື​ຊິ​ບໍ່​ຕາ​ຍ.” 33 ເມື່ອ​ພະ​ເຢຊູ​ເຫັນ​ມາຣິອາ​ຮ້ອງໄຫ້ ແລະ​ພວກ​ຢິວ​ທີ່​ມາ​ນຳ​ລາວ​ກໍ​ຮ້ອງໄຫ້​ຄື​ກັນ ເພິ່ນ​ກໍ​ໂສກເສົ້າ​ແລະ​ສະເທືອນ​ໃຈ. 34 ເພິ່ນ​ຖາມ​ວ່າ: “ພວກ​ເຈົ້າ​ເອົາ​ສົບ​ລາວ​ໄວ້​ໃສ?” ເຂົາເຈົ້າ​ຕອບ​ວ່າ: “ນາຍ​ເອີ້ຍ ມາ​ເບິ່ງ​ແມ້.” 35 ແລ້ວ​ພະ​ເຢຊູ​ກໍ​ຮ້ອງໄຫ້.+ 36 ເມື່ອ​ພວກ​ຢິວ​ເຫັນ​ແບບ​ນັ້ນ​ກໍ​ພາກັນ​ເວົ້າ​ວ່າ: “ເບິ່ງ​ແມ້ ລາວ​ຮັກ​ລາຊະໂຣ​ຫຼາຍ​ແທ້​ໆ​!” 37 ແຕ່​ມີ​ບາງ​ຄົນ​ເວົ້າ​ວ່າ: “ຜູ້​ຊາຍ​ຄົນ​ນີ້​ເຄີຍ​ເຮັດ​ໃຫ້​ຄົນ​ຕາບອດ​ເຫັນ​ຮຸ່ງ.+ ລາວ​ໜ້າ​ຈະ​ເຮັດ​ບາງ​ຢ່າງ​ເພື່ອ​ບໍ່​ໃຫ້​ລາຊະໂຣ​ຕາຍ.”

38 ເມື່ອ​ໃກ້​ຊິ​ຮອດ​ບ່ອນ​ຝັງ​ສົບ ພະ​ເຢຊູ​ກໍ​ຮູ້ສຶກ​ສະເທືອນ​ໃຈ​ອີກ. ບ່ອນ​ຝັງ​ສົບ​ນັ້ນ​ເປັນ​ຖ້ຳ​ແລະ​ມີ​ຫີນ​ອັດ​ທາງເຂົ້າ​ໄວ້. 39 ພະ​ເຢຊູ​ສັ່ງ​ວ່າ: “ກິ້ງ​ຫີນ​ອອກ.” ມາທາ​ທີ່​ເປັນ​ເອື້ອຍ​ນ້ອງ​ຂອງ​ຜູ້​ຕາຍ​ບອກ​ເພິ່ນ​ວ່າ: “ນາຍ​ເອີ້ຍ ປານ​ນີ້​ສົບ​ຄື​ຊິ​ເໝັນ ຍ້ອນ​ລາວ​ຕາຍ​ໄດ້ 4 ມື້​ແລ້ວ.” 40 ພະ​ເຢຊູ​ບອກ​ລາວ​ວ່າ: “ຂ້ອຍ​ເຄີຍ​ບອກ​ເຈົ້າ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ ຖ້າ​ເຈົ້າ​ເຊື່ອ ເຈົ້າ​ຈະ​ໄດ້​ເຫັນ​ລິດເດດ​ຂອງ​ພະເຈົ້າ?”+ 41 ເຂົາເຈົ້າ​ຈຶ່ງ​ກິ້ງ​ຫີນ​ທີ່​ອັດ​ທາງເຂົ້າ​ບ່ອນ​ຝັງ​ສົບ​ອອກ ແລ້ວ​ພະ​ເຢຊູ​ກໍ​ເງີຍ​ໜ້າ​ຂຶ້ນ​ຟ້າ+​ແລະ​ເວົ້າ​ວ່າ: “ພໍ່​ເອີ້ຍ ລູກ​ຂອບໃຈ​ທີ່​ພໍ່​ຟັງ​ຄຳ​ຂໍຮ້ອງ​ຂອງ​ລູກ. 42 ລູກ​ຮູ້​ຢູ່​ແລ້ວ​ວ່າ​ພໍ່​ຟັງ​ລູກ​ສະເໝີ ແຕ່​ລູກ​ຂໍ​ເທື່ອ​ນີ້​ກໍ​ເພື່ອ​ຄົນ​ທີ່​ຢືນ​ຢູ່​ອ້ອມ​ນີ້​ຈະ​ເຊື່ອ​ວ່າ​ພໍ່​ໃຊ້​ລູກ​ມາ.”+ 43 ເມື່ອ​ເວົ້າ​ຈົບ​ແລ້ວ ເພິ່ນ​ກໍ​ເອີ້ນ​ສຽງ​ດັງ​ໆ​ວ່າ: “ລາຊະໂຣ​ເອີ້ຍ ອອກ​ມາ!”+ 44 ລາຊະໂຣ​ທີ່​ຕາຍ​ໄປ​ແລ້ວ​ກໍ​ຍ່າງ​ອອກ​ມາ​ທັງ​ໆ​ທີ່​ຍັງ​ມີ​ຜ້າ​ພັນ​ມື​ພັນ​ຕີນ​ຢູ່ ແລະ​ມີ​ຜ້າ​ພັນ​ໜ້າ​ຄື​ກັນ. ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ເອົາ​ຜ້າ​ທີ່​ພັນ​ຢູ່​ນັ້ນ​ອອກ​ໃຫ້​ລາວ​ແດ່ ລາວ​ຈຶ່ງ​ຊິ​ຍ່າງ​ໄດ້.”

45 ຄົນ​ຢິວ​ຫຼາຍ​ຄົນ​ທີ່​ມາ​ຫາ​ມາຣິອາ​ແລະ​ໄດ້​ເຫັນ​ສິ່ງ​ທີ່​ພະ​ເຢຊູ​ເຮັດ​ກໍ​ເຊື່ອ​ໃນ​ເພິ່ນ.+ 46 ແຕ່​ມີ​ບາງ​ຄົນ​ໄປ​ເລົ່າ​ເລື່ອງ​ທີ່​ພະ​ເຢຊູ​ເຮັດ​ໃຫ້​ພວກ​ຟາຣີຊາຍ​ຟັງ. 47 ພວກ​ຫົວໜ້າ​ປະໂລຫິດ​ກັບ​ພວກ​ຟາຣີຊາຍ​ຈຶ່ງ​ເອີ້ນ​ປະຊຸມ​ສານ​ຊັນເຮດຣິນ​ແລະ​ເວົ້າ​ວ່າ: “ພວກ​ເຮົາ​ຊິ​ເຮັດ​ແນວ​ໃດ ຜູ້​ຊາຍ​ຄົນ​ນັ້ນ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ?+ 48 ຖ້າ​ຍັງ​ປ່ອຍ​ໄວ້​ແບບ​ນີ້ ຄົນ​ຈະ​ແຫ່​ກັນ​ໄປ​ເຊື່ອ​ລາວ​ໝົດ ແລ້ວ​ພວກ​ໂຣມ​ກໍ​ຈະ​ມາ​ຍຶດ​ທັງ​ວິຫານ​ແລະ​ປະເທດ​ຂອງ​ເຮົາ​ນຳ.” 49 ຜູ້​ໜຶ່ງ​ຊື່​ກາຢະຟາ+​ທີ່​ເປັນ​ປະໂລຫິດ​ໃຫຍ່​ໃນ​ປີ​ນັ້ນ​ເວົ້າ​ຂຶ້ນ​ມາ​ວ່າ: “ພວກ​ເຈົ້າ​ບໍ່​ຮູ້​ຫຍັງ​ເລີຍ. 50 ພວກ​ເຈົ້າ​ບໍ່​ເຂົ້າ​ໃຈ​ບໍ​ວ່າ ເພື່ອ​ປະໂຫຍດ​ຂອງ​ພວກ​ເຈົ້າ​ເອງ ໃຫ້​ຄົນ​ໜຶ່ງ​ຕາຍ​ແທນ​ປະຊາຊົນ​ກໍ​ດີ​ກວ່າ​ໃຫ້​ຄົນ​ໝົດ​ຊາດ​ຕ້ອງ​ຕາຍ?” 51 ລາວ​ບໍ່​ໄດ້​ເວົ້າ​ແບບ​ນີ້​ຈາກ​ຄວາມ​ຄິດ​ຂອງ​ໂຕເອງ ແຕ່​ຍ້ອນ​ລາວ​ເປັນ​ປະໂລຫິດ​ໃຫຍ່​ໃນ​ປີ​ນັ້ນ ລາວ​ຈຶ່ງ​ພະຍາກອນ​ວ່າ​ພະ​ເຢຊູ​ຈະ​ຕ້ອງ​ຕາຍ​ເພື່ອ​ຄົນ​ຊາດດຽວກັນ 52 ແລະ​ບໍ່​ແມ່ນ​ເພື່ອ​ຄົນ​ຊາດ​ດຽວ​ກັນ​ເທົ່າ​ນັ້ນ ແຕ່​ເພື່ອ​ລວບລວມ​ພວກ​ລູກ​ຂອງ​ພະເຈົ້າ​ທີ່​ກະຈັດ​ກະຈາຍ​ກັນ​ຢູ່​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ນຳ​ອີກ. 53 ຕັ້ງແຕ່​ມື້​ນັ້ນ ເຂົາເຈົ້າ​ຈຶ່ງ​ຫາ​ທາງ​ຈະ​ຂ້າ​ພະ​ເຢຊູ.

54 ດັ່ງນັ້ນ ພະ​ເຢຊູ​ຈຶ່ງ​ບໍ່​ໄປ​ຫັ້ນ​ມາ​ນີ້​ແບບ​ເປີດເຜີຍ​ອີກ​ຕໍ່​ໄປ​ໃນ​ບ່ອນ​ທີ່​ມີ​ຄົນ​ຢິວ ແຕ່​ເພິ່ນ​ອອກ​ຈາກ​ບ່ອນ​ນັ້ນ​ໄປ​ເມືອງ​ໜຶ່ງ​ຊື່​ເອຟຣາຢິມ+​ທີ່​ຢູ່​ໃກ້​ບ່ອນ​ກັນດານ ແລະ​ຢູ່​ຫັ້ນ​ກັບ​ພວກ​ລູກສິດ. 55 ເມື່ອ​ໃກ້​ຊິ​ຮອດ​ເທດສະການ​ປັດສະຄາ+​ຂອງ​ຄົນ​ຢິວ ມີ​ຄົນ​ຈາກ​ນອກ​ເມືອງ​ບັກ​ຫຼາຍ​ໆ​ເຂົ້າ​ມາ​ໃນ​ເມືອງ​ເຢຣູຊາເລັມ​ກ່ອນ​ເທດສະການ​ຈະ​ເລີ່ມ​ເພື່ອ​ເຮັດ​ໃຫ້ໂຕເອງ​ສະອາດ​ຕາມ​ພິທີກຳ. 56 ເຂົາເຈົ້າ​ຊອກ​ຫາ​ພະ​ເຢຊູ ແລະ​ຕອນ​ທີ່​ຢູ່​ບໍລິເວນ​ວິຫານ​ເຂົາເຈົ້າ​ພາກັນ​ເວົ້າ​ວ່າ: “ພວກ​ເຈົ້າ​ຄິດ​ແນວ​ໃດ? ລາວ​ຊິ​ມາ​ເທດສະການ​ນີ້​ຫຼື​ບໍ່?” 57 ພວກ​ຫົວໜ້າ​ປະໂລຫິດ​ກັບ​ພວກ​ຟາຣີຊາຍ​ສັ່ງ​ໄວ້​ວ່າ ຖ້າ​ຜູ້​ໃດ​ຮູ້​ວ່າ​ພະ​ເຢຊູ​ຢູ່​ໃສ​ກໍ​ໃຫ້​ມາ​ບອກ ແລ້ວ​ເຂົາເຈົ້າ​ຈະ​ໄປ​ຈັບ​ເພິ່ນ.

12 ຫົກ​ມື້​ກ່ອນ​ຈະ​ຮອດ​ເທດສະການ​ປັດສະຄາ ພະ​ເຢຊູ​ກໍ​ມາ​ຮອດ​ບ້ານ​ເບັດທານີ ເຊິ່ງ​ເປັນ​ບ້ານ​ຂອງ​ລາຊະໂຣ+​ຜູ້​ທີ່​ເພິ່ນ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ. 2 ເຂົາເຈົ້າ​ລ້ຽງ​ເຂົ້າ​ແລງ​ພະ​ເຢຊູ​ຢູ່​ຫັ້ນ ມາທາ​ເປັນ​ຜູ້​ເສີບ​ອາຫານ​ໃຫ້​ແຂກ+ ແລະ​ລາຊະໂຣ​ກໍ​ນັ່ງ​ກິນ​ເຂົ້າ​ນຳ​ເພິ່ນ​ຄື​ກັນ. 3 ແລ້ວ​ມາຣິອາ​ກໍ​ເອົາ​ນ້ຳມັນ​ຫອມ​ນາຣະດາ*​ແທ້​ໆ​ທີ່​ມີ​ລາຄາ​ແພງ​ຫຼາຍ​ປະມານ​ເຄິ່ງ​ລິດ*​ມາ​ເທ​ໃສ່​ຕີນ​ຂອງ​ພະ​ເຢຊູ ແລ້ວ​ເອົາ​ຜົມ​ຂອງ​ໂຕເອງ​ເຊັດ​ໃຫ້​ຈົນ​ແຫ້ງ. ເຮືອນ​ກໍ​ຫອມ​ກຸ້ມ​ແຕ່​ນ້ຳມັນ​ຫອມ.+ 4 ແຕ່​ຢູດາ​ອິສະກາຣີອົດ+​ເຊິ່ງ​ເປັນ​ລູກສິດ​ທີ່​ກຳລັງ​ຈະ​ທໍລະຍົດ​ພະ​ເຢຊູ​ເວົ້າ​ວ່າ: 5 “ເປັນ​ຫຍັງ​ບໍ່​ເອົາ​ນ້ຳມັນ​ຫອມ​ນີ້​ໄປ​ຂາຍ? ຄື​ຊິ​ໄດ້ 300 ເດນາຣິອົນ* ແລ້ວ​ເອົາ​ເງິນ​ໄປ​ຊ່ວຍ​ຄົນ​ທຸກ​ກໍ​ດີ​ກວ່າ.” 6 ລາວ​ເວົ້າ​ແບບ​ນີ້​ບໍ່​ແມ່ນ​ຍ້ອນ​ເປັນ​ຫ່ວງ​ຄົນ​ທຸກ ແຕ່​ຍ້ອນ​ລາວ​ເປັນ​ຂີ້​ລັກ. ລາວ​ເປັນ​ຄົນ​ຖື​ກ່ອງ​ໃສ່​ເງິນ​ແລະ​ມັກ​ລັກ​ເອົາ​ເງິນ​ຢູ່​ກ່ອງ​ນັ້ນ. 7 ແຕ່​ພະ​ເຢຊູ​ບອກ​ວ່າ: “ປ່ອຍ​ໃຫ້​ລາວ​ເຮັດ​ໂລດ. ລາວ​ເຮັດ​ແບບ​ນີ້​ເພື່ອ​ກຽມ​ຂ້ອຍ​ໄວ້​ສຳລັບ​ການ​ຝັງ​ສົບ.+ 8 ຄົນ​ທຸກ​ຈະ​ຢູ່​ກັບ​ພວກ​ເຈົ້າ​ຕະຫຼອດ+ ແຕ່​ຂ້ອຍ​ຈະ​ບໍ່​ໄດ້​ຢູ່​ກັບ​ພວກ​ເຈົ້າ​ຕະຫຼອດ.”+

9 ເມື່ອ​ຄົນ​ຢິວ​ບັກ​ຫຼາຍ​ໆ​ຮູ້​ວ່າ​ພະ​ເຢຊູ​ຢູ່​ບ້ານ​ເບັດທານີ ເຂົາເຈົ້າ​ກໍ​ພາກັນ​ມາ​ຫັ້ນ. ບໍ່​ແມ່ນ​ມາ​ຫາ​ພະ​ເຢຊູ​ເທົ່າ​ນັ້ນ ແຕ່​ມາ​ເພື່ອ​ເບິ່ງ​ລາຊະໂຣ​ຜູ້​ທີ່​ເພິ່ນ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ນຳ.+ 10 ຕອນນີ້ ພວກ​ຫົວໜ້າ​ປະໂລຫິດ​ຈຶ່ງ​ຫາ​ທາງ​ທີ່​ຈະ​ຂ້າ​ລາຊະໂຣ​ຄື​ກັນ 11 ຍ້ອນ​ລາວ​ເປັນ​ຕົ້ນເຫດ​ໃຫ້​ຄົນ​ຢິວ​ຫຼາຍ​ຄົນ​ໄປ​ບ່ອນ​ນັ້ນ​ແລະ​ເຊື່ອ​ໃນ​ພະ​ເຢຊູ.+

12 ມື້​ຕໍ່ມາ ເມື່ອ​ຫຼາຍ​ຄົນ​ທີ່​ມາ​ສະຫຼອງ​ເທດສະການ​ໄດ້​ຍິນ​ວ່າ​ພະ​ເຢຊູ​ກຳລັງ​ມາ​ເມືອງ​ເຢຣູຊາເລັມ 13 ເຂົາເຈົ້າ​ກໍ​ຖື​ໃບ​ປາມ​ອອກ​ໄປ​ຕ້ອນຮັບ​ເພິ່ນ​ແລະ​ໂຫ່​ຮ້ອງ​ວ່າ: “ຂໍ​ໃຫ້​ທ່ານ​ໝັ້ນຍືນ! ຂໍ​ໃຫ້​ທ່ານ​ທີ່​ມາ​ໃນ​ນາມ​ພະ​ເຢໂຫວາ*​ໄດ້​ຮັບ​ພອນ!+ ທ່ານ​ເປັນ​ກະສັດ​ຂອງ​ອິດສະຣາເອນ!”+ 14 ເມື່ອ​ພະ​ເຢຊູ​ເຫັນ​ລາ​ນ້ອຍ ເພິ່ນ​ກໍ​ຂຶ້ນ​ນັ່ງ​ເທິງ​ຫຼັງ​ມັນ+​ຕາມ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ​ທີ່​ວ່າ: 15 “ຄົນ​ເມືອງ​ຊີໂອນ​ເອີ້ຍ ບໍ່​ຕ້ອງ​ຢ້ານ. ເບິ່ງ​ແມ້! ກະສັດ​ຂອງ​ພວກ​ເຈົ້າ​ກຳລັງ​ມາ. ເພິ່ນ​ນັ່ງ​ເທິງ​ຫຼັງ​ລາ​ນ້ອຍ.”+ 16 ຕອນ​ທຳອິດ​ພວກ​ລູກສິດ​ບໍ່​ເຂົ້າ​ໃຈ​ເຫດການ​ນີ້ ແຕ່​ເມື່ອ​ພະ​ເຢຊູ​ໄດ້​ຮັບ​ຖານະ​ທີ່​ສູງ​ສົ່ງ​ແລ້ວ+ ເຂົາເຈົ້າ​ກໍ​ຄິດ​ພໍ້​ວ່າ​ເລື່ອງ​ນີ້​ກົງ​ກັບ​ສິ່ງ​ທີ່​ຂຽນ​ໄວ້​ກ່ຽວກັບ​ເພິ່ນ ແລະ​ຄົນ​ກໍ​ເຮັດ​ແບບ​ນັ້ນ​ກັບ​ເພິ່ນ​ແທ້​ໆ​.+

17 ກ່ອນ​ໜ້າ​ນີ້ ຕອນ​ທີ່​ພະ​ເຢຊູ​ເອີ້ນ​ລາຊະໂຣ​ອອກ​ມາ​ຈາກ​ບ່ອນ​ຝັງ​ສົບ​ແລະ​ປຸກ​ລາວ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ+ ມີ​ບາງ​ຄົນ​ຢູ່​ນຳ​ເພິ່ນ​ແລະ​ເຂົາ​ເຈົ້າ​ກໍ​ເລົ່າ​ເລື່ອງ​ນັ້ນ​ຕໍ່​ໆ​ກັນ​ໄປ.+ 18 ຄົນ​ຫຼາຍ​ແທ້​ຫຼາຍ​ວ່າ​ຈຶ່ງ​ອອກ​ມາ​ຕ້ອນຮັບ​ເພິ່ນ ຍ້ອນ​ໄດ້​ຍິນ​ເລື່ອງ​ການ​ອັດສະຈັນ​ເທື່ອ​ນັ້ນ. 19 ພວກ​ຟາຣີຊາຍ​ຈຶ່ງ​ເວົ້າ​ວ່າ: “ເບິ່ງ​ແມ້! ແຜນ​ຂອງ​ເຮົາ​ບໍ່​ສຳເລັດ​ແລ້ວ. ຄົນ​ໝົດ​ໂລກ​ຕິດຕາມ​ລາວ​ໄປ​ໝົດ​ແລ້ວ.”+

20 ຄົນ​ທີ່​ມາ​ນະມັດສະການ​ໃນ​ເທດສະການ​ນັ້ນ​ມີ​ບາງ​ຄົນ​ເປັນ​ຄົນ​ກຣີກ. 21 ເຂົາເຈົ້າ​ມາ​ຫາ​ຟີລິບ+​ທີ່​ມາ​ຈາກ​ເມືອງ​ເບັດຊາອີດາ​ໃນ​ແຂວງ​ຄາລີເລ ແລ້ວ​ຂໍຮ້ອງ​ວ່າ: “ທ່ານ​ເອີ້ຍ ພວກ​ເຮົາ​ຢາກ​ເຫັນ​ພະ​ເຢຊູ.” 22 ຟີລິບ​ຈຶ່ງ​ໄປ​ບອກ​ອັນເດອາ ແລ້ວ​ທັງ​ສອງ​ຄົນ​ກໍ​ໄປ​ບອກ​ພະ​ເຢຊູ.

23 ພະ​ເຢຊູ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ຮອດ​ເວລາ​ແລ້ວ​ທີ່​ລູກ​ມະນຸດ​ຈະ​ໄດ້​ຮັບ​ຖານະ​ທີ່​ສູງ​ສົ່ງ.+ 24 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຖ້າ​ເມັດ​ເຂົ້າ​ບໍ່​ຕົກ​ລົງ​ດິນ​ແລະ​ບໍ່​ຕາຍ ມັນ​ກໍ​ຈະ​ເປັນ​ເມັດ​ດຽວ​ຢູ່​ຈັ່ງ​ຊັ້ນ ແຕ່​ຖ້າ​ມັນ​ຕາຍ+ ມັນ​ຈະ​ເກີດ​ເປັນ​ເມັດ​ເຂົ້າ​ອີກ​ຫຼາຍ​ເມັດ. 25 ຄົນ​ທີ່​ຮັກ​ຊີວິດ​ຈະ​ເຮັດ​ໃຫ້​ໂຕເອງ​ເສຍ​ຊີວິດ ແຕ່​ຄົນ​ທີ່​ຍອມ​ເສຍ​ຊີວິດ*+​ໃນ​ໂລກ​ນີ້​ຈະ​ຮັກສາ​ຊີວິດ​ໄວ້​ໄດ້​ແລະ​ມີ​ຊີວິດ​ຕະຫຼອດ​ໄປ.+ 26 ຖ້າ​ຜູ້​ໃດ​ຢາກ​ຮັບໃຊ້​ຂ້ອຍ ກໍ​ໃຫ້​ຜູ້​ນັ້ນ​ຕິດຕາມ​ຂ້ອຍ​ມາ ແລະ​ຂ້ອຍ​ຢູ່​ບ່ອນ​ໃດ ຜູ້​ຮັບໃຊ້​ຂອງ​ຂ້ອຍ​ກໍ​ຈະ​ຢູ່​ບ່ອນ​ນັ້ນ​ຄື​ກັນ.+ ຖ້າ​ຜູ້​ໃດ​ຮັບໃຊ້​ຂ້ອຍ ພະເຈົ້າ​ຜູ້​ເປັນ​ພໍ່​ກໍ​ຈະ​ໃຫ້​ກຽດ​ຜູ້​ນັ້ນ. 27 ຕອນນີ້ ຂ້ອຍ​ທຸກໃຈ​ຫຼາຍ+ ຂ້ອຍ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ແນວ​ໃດ​ດີ. ພໍ່​ເອີ້ຍ ຂໍ​ຊ່ວຍ​ລູກ​ໃຫ້​ຜ່ານ​ເວລາ​ນີ້​ໄປ​ໃຫ້​ໄດ້.+ ແນວ​ໃດ​ກໍ​ຕາມ ລູກ​ຕ້ອງ​ເຈິ​ກັບ​ຄວາມ​ທຸກ​ຄັ້ງ​ນີ້ ຍ້ອນ​ລູກ​ມາ​ດ້ວຍ​ເຫດຜົນ​ນີ້. 28 ພໍ່​ເອີ້ຍ ຂໍ​ໃຫ້​ຊື່​ຂອງ​ພໍ່​ໄດ້​ຮັບ​ການ​ຍົກຍ້ອງ.” ທັນໃດ​ນັ້ນ​ກໍ​ມີ​ສຽງ​ເວົ້າ+​ມາ​ຈາກ​ຟ້າ​ວ່າ: “ເຮົາ​ເຮັດ​ໃຫ້​ຊື່​ຂອງ​ເຮົາ​ໄດ້​ຮັບ​ການ​ຍົກຍ້ອງ​ແລ້ວ ແລະ​ເຮົາ​ຈະ​ເຮັດ​ໃຫ້​ໄດ້​ຮັບ​ການ​ຍົກຍ້ອງ​ອີກ.”+

29 ເມື່ອ​ຄົນ​ທີ່​ຢືນ​ຢູ່​ຫັ້ນ​ໄດ້​ຍິນ​ສຽງ​ນັ້ນ ບາງ​ຄົນ​ບອກ​ວ່າ​ເປັນ​ສຽງ​ຟ້າ​ຮ້ອງ ສ່ວນ​ບາງ​ຄົນ​ບອກ​ວ່າ: “ທູດສະຫວັນ​ເວົ້າ​ກັບ​ລາວ.” 30 ພະ​ເຢຊູ​ບອກ​ວ່າ: “ສຽງ​ທີ່​ໄດ້​ຍິນ​ນີ້​ບໍ່​ແມ່ນ​ເພື່ອ​ຂ້ອຍ ແຕ່​ເພື່ອ​ພວກ​ເຈົ້າ. 31 ຕອນນີ້ ຮອດ​ເວລາ​ຕັດສິນ​ໂລກ​ນີ້​ແລ້ວ ແລະ​ຜູ້​ປົກຄອງ​ໂລກ+​ຈະ​ຖືກ​ໄລ່​ອອກ​ໄປ.+ 32 ແຕ່​ເມື່ອ​ຂ້ອຍ​ຖືກ​ຍົກ​ຂຶ້ນ*+ ຂ້ອຍ​ຈະ​ຊັກ​ນຳ​ຄົນ​ທຸກ​ປະເພດ​ໃຫ້​ມາ​ຫາ​ຂ້ອຍ.” 33 ເພິ່ນ​ເວົ້າ​ແບບ​ນີ້​ກໍ​ເພື່ອ​ບອກ​ໃຫ້​ຮູ້​ວ່າ​ເພິ່ນ​ຈະ​ຕາຍ​ແບບ​ໃດ.+ 34 ປະຊາຊົນ​ຈຶ່ງ​ເວົ້າ​ກັບ​ພະ​ເຢຊູ​ວ່າ: “ແຕ່​ກົດໝາຍ​ຂອງ​ໂມເຊ​ບອກ​ວ່າ​ພະຄລິດ​ຈະ​ຢູ່​ຕະຫຼອດ​ໄປ.+ ແລ້ວ​ເປັນ​ຫຍັງ​ທ່ານ​ຈຶ່ງ​ບອກ​ວ່າ​ລູກ​ມະນຸດ​ຈະ​ຕ້ອງ​ຖື​ກ​ຍົກ​ຂຶ້ນ?+ ລູກ​ມະນຸດ​ທີ່​ທ່ານ​ກຳລັງ​ເວົ້າ​ເຖິງ​ນີ້​ແມ່ນ​ໃຜ?” 35 ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ຄວາມ​ສະຫວ່າງ​ຈະ​ຢູ່​ກັບ​ພວກ​ເຈົ້າ​ອີກ​ບໍ່​ດົນ. ໃຫ້​ພວກ​ເຈົ້າ​ຍ່າງ​ຕອນ​ທີ່​ຍັງ​ມີ​ຄວາມ​ສະຫວ່າງ​ຢູ່ ຢ່າ​ໃຫ້​ຄວາມ​ມືດ​ມາ​ປົກ​ຄຸມ​ພວກ​ເຈົ້າ. ຄົນ​ທີ່​ຍ່າງ​ຢູ່​ໃນ​ຄວາມ​ມືດ​ບໍ່​ຮູ້​ວ່າ​ລາວ​ກຳລັງ​ຈະ​ໄປ​ໃສ.+ 36 ຕອນ​ທີ່​ພວກ​ເຈົ້າ​ຍັງ​ມີ​ຄວາມ​ສະຫວ່າງ​ຢູ່ ໃຫ້​ເຊື່ອ​ໃນ​ຄວາມ​ສະຫວ່າງ​ນັ້ນ ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ເປັນ​ລູກ​ຂອງ​ຄວາມ​ສະຫວ່າງ.”+

ເມື່ອ​ເວົ້າ​ຈົບ​ແລ້ວ ພະ​ເຢຊູ​ກໍ​ໄປ​ລີ້​ເຂົາເຈົ້າ. 37 ເຖິງ​ວ່າ​ເພິ່ນ​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ​ໃຫ້​ເຂົາເຈົ້າ​ເຫັນ ແຕ່​ເຂົາເຈົ້າ​ກໍ​ຍັງ​ບໍ່​ເຊື່ອ​ໃນ​ເພິ່ນ. 38 ສິ່ງ​ທີ່​ຜູ້​ພະຍາກອນ​ເອຊາຢາ​ບອກ​ໄວ້​ຈຶ່ງ​ເກີດຂຶ້ນ​ແທ້​ທີ່​ວ່າ: “ພະ​ເຢໂຫວາ* ໃຜ​ຈະ​ເຊື່ອ​ໃນ​ສິ່ງ​ທີ່​ພວກ​ເຮົາ​ເວົ້າ?+ ແລະ​ໃຜ​ຈະ​ໄດ້​ເຫັນ​ພະ​ເຢໂຫວາ*​ສະແດງ​ລິດເດດ*​ຂອງ​ເພິ່ນ?”+ 39 ເຂົາເຈົ້າ​ບໍ່​ເຊື່ອ​ກໍ​ຍ້ອນ​ເອຊາຢາ​ບອກ​ໄວ້​ອີກ​ວ່າ: 40 “ເພິ່ນ​ໃຫ້​ຕາ​ເຂົາເຈົ້າ​ບອດ​ແລະ​ໃຫ້​ໃຈ​ເຂົາເຈົ້າ​ແຂງ​ກະດ້າງ ເພື່ອ​ເຂົາເຈົ້າ​ຈະ​ບໍ່​ເຫັນ​ຫຍັງ​ແລະ​ບໍ່​ເຂົ້າ​ໃຈ​ຫຍັງ ແລະ​ບໍ່​ກັບ​ມາ​ຫາ​ເພິ່ນ​ເພື່ອ​ໃຫ້​ເພິ່ນ​ປົວ​ເຂົາເຈົ້າ​ໃຫ້​ເຊົາ.”+ 41 ເອຊາຢາ​ບອກ​ກ່ຽວກັບ​ພະຄລິດ​ໄວ້​ແບບ​ນີ້​ຍ້ອນ​ລາວ​ໄດ້​ເຫັນ​ຖານະ​ທີ່​ສູງ​ສົ່ງ​ຂອງ​ເພິ່ນ.+ 42 ມີ​ພວກ​ຜູ້​ນຳ​ຫຼາຍ​ຄົນ​ເຊື່ອ​ໃນ​ເພິ່ນ+ ແຕ່​ບໍ່​ກ້າ​ຍອມຮັບ​ເພິ່ນ​ແບບ​ເປີດເຜີຍ ຍ້ອນ​ຢ້ານ​ຈະ​ຖືກ​ພວກ​ຟາຣີຊາຍ​ໄລ່​ອອກ​ຈາກ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ*+ 43 ເພາະ​ເຂົາເຈົ້າ​ມັກ​ຄຳ​ຍົກຍ້ອງ​ຈາກ​ມະນຸດ​ຫຼາຍ​ກວ່າ​ຄຳ​ຍົກຍ້ອງ​ຈາກ​ພະເຈົ້າ.+

44 ພະ​ເຢຊູ​ເວົ້າ​ສຽງ​ດັງ​ວ່າ: “ຜູ້​ທີ່​ເຊື່ອ​ໃນ​ຂ້ອຍ ບໍ່​ໄດ້​ເຊື່ອ​ແຕ່​ຂ້ອຍ​ເທົ່າ​ນັ້ນ ແຕ່​ເຊື່ອ​ໃນ​ຜູ້​ທີ່​ໃຊ້​ຂ້ອຍ​ມາ​ຄື​ກັນ+ 45 ແລະ​ຜູ້​ທີ່​ເຫັນ​ຂ້ອຍ​ກໍ​ເຫັນ​ຜູ້​ທີ່​ໃຊ້​ຂ້ອຍ​ມາ​ຄື​ກັນ.+ 46 ຂ້ອຍ​ມາ​ເປັນ​ຄວາມ​ສະຫວ່າງ​ໃຫ້​ແກ່​ໂລກ+ ເພື່ອ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ຂ້ອຍ​ຈະ​ບໍ່​ຢູ່​ໃນ​ຄວາມ​ມືດ​ອີກ​ຕໍ່​ໄປ.+ 47 ແຕ່​ຖ້າ​ຜູ້​ໃດ​ໄດ້​ຍິນ​ຄຳສອນ​ຂອງ​ຂ້ອຍ​ແລ້ວ​ບໍ່​ເຮັດ​ຕາມ ຂ້ອຍ​ກໍ​ບໍ່​ຕັດສິນ​ລາວ. ຂ້ອຍ​ບໍ່​ໄດ້​ມາ​ເພື່ອ​ຕັດສິນ​ໂລກ ແຕ່​ມາ​ເພື່ອ​ຊ່ວຍ​ໂລກ​ໃຫ້​ລອດ.+ 48 ຄົນ​ທີ່​ປະຕິເສດ​ຂ້ອຍ​ແລະ​ບໍ່​ຟັງ​ຄຳສອນ​ຂອງ​ຂ້ອຍ​ກໍ​ມີ​ສິ່ງ​ທີ່​ຕັດສິນ​ລາວ​ແລ້ວ. ສິ່ງ​ທີ່​ຂ້ອຍ​ເວົ້າ​ນິ​ແຫຼະ​ຈະ​ເປັນ​ສິ່ງ​ທີ່​ຕັດສິນ​ລາວ​ໃນ​ວັນ​ສຸດທ້າຍ. 49 ຂ້ອຍ​ບໍ່​ໄດ້​ເວົ້າ​ຕາມ​ຄວາມ​ຄິດ​ໂຕເອງ ແຕ່​ພະເຈົ້າ​ຜູ້​ເປັນ​ພໍ່​ທີ່​ໃຊ້​ຂ້ອຍ​ມາ​ໄດ້​ສັ່ງ​ຂ້ອຍ​ວ່າ​ຄວນ​ເວົ້າ​ຫຍັງ​ແລະ​ສອນ​ຫຍັງ.+ 50 ຂ້ອຍ​ຮູ້​ວ່າ​ການ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພໍ່​ເຮັດ​ໃຫ້​ມີ​ຊີວິດ​ຕະຫຼອດ​ໄປ.+ ດັ່ງນັ້ນ ຂ້ອຍ​ຈຶ່ງ​ເວົ້າ​ທຸກ​ຢ່າງ​ຕາມ​ທີ່​ພໍ່​ສັ່ງ​ໄວ້.”+

13 ກ່ອນ​ຈະ​ຮອດ​ເທດສະການ​ປັດສະຄາ ພະ​ເຢຊູ​ຮູ້​ວ່າ​ຮອດ​ເວລາ​ແລ້ວ+​ທີ່​ເພິ່ນ​ຈະ​ຈາກ​ໂລກ​ນີ້​ໄປ​ຫາ​ພະເຈົ້າ​ຜູ້​ເປັນ​ພໍ່.+ ພະ​ເຢຊູ​ຮັກ​ຄົນ​ຂອງ​ເພິ່ນ​ທີ່​ຢູ່​ໃນ​ໂລກ​ນີ້ ແລະ​ເພິ່ນ​ຮັກ​ເຂົາເຈົ້າ​ຈົນ​ຮອດ​ມື້​ທີ່​ເພິ່ນ​ຕາຍ.+ 2 ພະ​ເຢຊູ​ກັບ​ພວກ​ລູກສິດ​ກິນ​ເຂົ້າ​ແລງ​ນຳ​ກັນ. ກ່ອນ​ໜ້າ​ນີ້ ມານ​ຮ້າຍ​ໄດ້​ດົນ​ໃຈ​ຢູດາອິສະກາຣີອົດ+​ລູກ​ຊາຍ​ຂອງ​ຊີໂມນ​ໃຫ້​ທໍລະຍົດ​ພະ​ເຢຊູ.+ 3 ພະ​ເຢຊູ​ຮູ້​ວ່າ​ພະເຈົ້າ​ຜູ້​ເປັນ​ພໍ່​ໄດ້​ມອບ​ທຸກ​ຢ່າງ​ໄວ້​ໃນ​ມື​ເພິ່ນ​ແລ້ວ. ເພິ່ນ​ຮູ້​ວ່າ​ເພິ່ນ​ມາ​ຈາກ​ພະເຈົ້າ​ແລະ​ກຳລັງ​ຈະ​ກັບ​ໄປ​ຫາ​ພະ​ເຈົ້າ.+ 4 ພະ​ເຢຊູ​ລຸກ​ອອກ​ຈາກ​ໂຕະ​ກິນ​ເຂົ້າ ແກ້​ເສື້ອ​ຄຸມ​ວາງ​ໄວ້ ແລະ​ຈັບ​ເອົາ​ຜ້າ​ເຊັດ​ໂຕ​ມາ​ມັດ​ແອວ.+ 5 ຈາກ​ນັ້ນ ເພິ່ນ​ກໍ​ເອົາ​ນ້ຳ​ໃສ່​ຊາມ ແລ້ວ​ເລີ່ມ​ລ້າງ​ຕີນ​ໃຫ້​ລູກສິດ ແລະ​ເອົາ​ຜ້າ​ທີ່​ມັດ​ຢູ່​ແອວ​ເຊັດ​ຕີນ​ເຂົາເຈົ້າ​ໃຫ້​ແຫ້ງ. 6 ເມື່ອ​ມາ​ຮອດ​ຊີໂມນເປໂຕ ລາວ​ຖາມ​ພະ​ເຢຊູ​ວ່າ: “ນາຍ​ເອີ້ຍ ທ່ານ​ຈະ​ລ້າງ​ຕີນ​ໃຫ້​ຂ້ອຍ​ບໍ?” 7 ພະ​ເຢຊູ​ຕອບ​ວ່າ: “ຕອນນີ້ ເຈົ້າ​ຍັງ​ບໍ່​ເຂົ້າໃຈ​ດອກ​ວ່າ​ເປັນຫຍັງ​ຂ້ອຍ​ເຮັດ​ແນວ​ນີ້ ແຕ່​ອີກ​ຈັກ​ໜ້ອຍ​ເຈົ້າ​ກໍ​ຈະ​ເຂົ້າໃຈ.” 8 ເປໂຕ​ບອກ​ວ່າ “ທ່ານ​ຈະ​ລ້າງ​ຕີນ​ໃຫ້​ຂ້ອຍ​ບໍ່​ໄດ້​ໄດ໋.” ພະ​ເຢຊູ​ຕອບ​ລາວ​ວ່າ: “ຖ້າ​ບໍ່​ໃຫ້​ຂ້ອຍ​ລ້າງ+ ເຈົ້າ​ຈະ​ມີ​ສ່ວນ​ຮ່ວມ​ກັບ​ຂ້ອຍ​ບໍ່​ໄດ້.” 9 ຊີໂມນເປໂຕ​ເວົ້າ​ວ່າ: “ນາຍ​ເອີ້ຍ ຄັນຊັ້ນ​ຢ່າ​ລ້າງ​ແຕ່​ຕີນ​ເທົ່າ​ນັ້ນ ລ້າງ​ມື​ກັບ​ຫົວ​ໃຫ້​ຂ້ອຍ​ນຳ.” 10 ພະ​ເຢຊູ​ບອກ​ລາວ​ວ່າ: “ຄົນ​ທີ່​ອາບ​ນ້ຳ​ແລ້ວ​ກໍ​ສະອາດ​ໝົດ​ໂຕ ລ້າງ​ແຕ່​ຕີນ​ກໍ​ພໍ​ແລ້ວ. ພວກເຈົ້າ​ສະອາດ ແຕ່​ບໍ່​ແມ່ນ​ທຸກ​ຄົນ.” 11 ພະ​ເຢຊູ​ຮູ້​ວ່າ​ໃຜ​ຈະ​ທໍລະຍົດ​ເພິ່ນ+ ຍ້ອນ​ແນວ​ນີ້​ເພິ່ນ​ຈຶ່ງ​ເວົ້າ​ວ່າ: “ພວກເຈົ້າ​ສະອາດ ແຕ່​ບໍ່​ແມ່ນ​ທຸກ​ຄົນ.”

12 ເມື່ອ​ພະ​ເຢຊູ​ລ້າງ​ຕີນ​ພວກ​ລູກສິດ​ແລ້ວ ເພິ່ນ​ກໍ​ໃສ່​ເສື້ອ​ຄຸມ​ແລະ​ກັບ​ໄປ​ນັ່ງ​ຢູ່​ໂຕະ​ກິນ​ເຂົ້າ. ເພິ່ນ​ຖາມ​ເຂົາເຈົ້າ​ວ່າ: “ເຂົ້າໃຈ​ບໍ​ວ່າ​ເປັນຫຍັງ​ຂ້ອຍ​ເຮັດ​ແບບ​ນີ້​ໃຫ້​ພວກເຈົ້າ? 13 ພວກເຈົ້າ​ເອີ້ນ​ຂ້ອຍ​ວ່າ ‘ອາຈານ’ ແລະ ‘ນາຍ’ ພວກເຈົ້າ​ເອີ້ນ​ແບບນັ້ນ​ກໍ​ຖືກ​ແລ້ວ ຍ້ອນ​ຂ້ອຍ​ເປັນ​ແບບນັ້ນ​ແທ້​ໆ​.+ 14 ດັ່ງນັ້ນ ຖ້າ​ຂ້ອຍ​ທີ່​ເປັນ​ນາຍ​ແລະ​ເປັນ​ອາຈານ​ຍັງ​ລ້າງ​ຕີນ​ໃຫ້​ພວກເຈົ້າ+ ພວກເຈົ້າ​ກໍ​ຄວນ​ຈະ*​ລ້າງ​ຕີນ​ໃຫ້​ກັນ.+ 15 ຂ້ອຍ​ເຮັດ​ເປັນ​ຕົວຢ່າງ​ໃຫ້​ເບິ່ງ​ແລ້ວ ພວກເຈົ້າ​ກໍ​ຄວນ​ເຮັດ​ຕາມ.+ 16 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ທາດ​ບໍ່​ໃຫຍ່​ກວ່າ​ນາຍ ແລະ​ຄົນ​ທີ່​ຖືກ​ໃຊ້​ໄປ​ກໍ​ບໍ່​ໃຫຍ່​ກວ່າ​ຄົນ​ທີ່​ໃຊ້​ລາວ​ໄປ. 17 ຖ້າ​ພວກເຈົ້າ​ຮູ້​ເລື່ອງ​ນີ້​ແລ້ວ​ເຮັດ​ຕາມ ພວກເຈົ້າ​ກໍ​ຈະ​ມີ​ຄວາມສຸກ.+ 18 ຂ້ອຍ​ບໍ່​ໄດ້​ເວົ້າ​ເຖິງ​ພວກເຈົ້າ​ທຸກ​ຄົນ. ຂ້ອຍ​ຮູ້ຈັກ​ຄົນ​ທີ່​ຂ້ອຍ​ເລືອກ​ໄວ້. ແຕ່​ເລື່ອງ​ທີ່​ພະຄຳພີ​ບອກ​ໄວ້​ຈະ​ຕ້ອງ​ເກີດ​ຂຶ້ນ​ແທ້​ທີ່​ວ່າ+ ‘ຄົນ​ທີ່​ກິນ​ເຂົ້າ​ນຳ​ຂ້ອຍ​ກໍ​ຍັງ​ຍົກ​ສົ້ນ​ຕີນ​ໃສ່​ຂ້ອຍ.’*+ 19 ຂ້ອຍ​ບອກ​ພວກເຈົ້າ​ໄວ້​ກ່ອນ​ທີ່​ເລື່ອງ​ນີ້​ຈະ​ເກີດ​ຂຶ້ນ ແລະ​ເມື່ອ​ມັນ​ເກີດ​ຂຶ້ນ​ແທ້ ພວກເຈົ້າ​ຈະ​ເຊື່ອ​ວ່າ​ຂ້ອຍ​ແມ່ນ​ຄົນ​ທີ່​ພະຄຳພີ​ເວົ້າ​ເຖິງ.+ 20 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຄົນ​ທີ່​ຕ້ອນຮັບ​ຜູ້​ທີ່​ຂ້ອຍ​ສົ່ງ​ໄປ​ກໍ​ຕ້ອນຮັບ​ຂ້ອຍ+ ແລະ​ຄົນ​ທີ່​ຕ້ອນຮັບ​ຂ້ອຍ​ກໍ​ຕ້ອນຮັບ​ຜູ້​ທີ່​ໃຊ້​ຂ້ອຍ​ມາ.”+

21 ເມື່ອ​ເວົ້າ​ຮອດ​ຕອນນີ້ ພະ​ເຢຊູ​ກໍ​ສະເທືອນ​ໃຈ​ຫຼາຍ​ແລະ​ເວົ້າ​ອອກ​ມາ​ວ່າ: “ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ​ຜູ້​ໜຶ່ງ​ໃນ​ພວກເຈົ້າ​ຈະ​ທໍລະຍົດ​ຂ້ອຍ.”+ 22 ພວກ​ລູກສິດ​ກໍ​ແນມ​ເບິ່ງ​ໜ້າ​ກັນ​ແລະ​ສົງໄສ​ວ່າ​ເພິ່ນ​ກຳລັງ​ເວົ້າ​ເຖິງ​ໃຜ.+ 23 ລູກສິດ​ຜູ້​ໜຶ່ງ​ທີ່​ພະ​ເຢຊູ​ຮັກ+​ໄດ້​ນັ່ງ​ເທີ້ງ​ຢູ່​ທາງ​ຂ້າງ​ເພິ່ນ. 24 ຊີໂມນເປໂຕ​ຈຶ່ງ​ງຶກ​ຫົວ​ໃສ່​ຜູ້​ນັ້ນ​ແລະ​ຖາມ​ວ່າ: “ຮູ້​ບໍ​ເພິ່ນ​ໝາຍເຖິງ​ໃຜ?” 25 ລູກສິດ​ຜູ້​ນັ້ນ​ຈຶ່ງເນີ້ງ​ໂຕໄປ​ໃກ້​ເອິກ​ຂອງ​ພະ​ເຢຊູ​ແລະ​ຖາມ​ວ່າ: “ນາຍ​ເອີ້ຍ ຜູ້​ນັ້ນ​ແມ່ນ​ໃຜ?”+ 26 ພະ​ເຢຊູ​ຕອບ​ວ່າ: “ຜູ້​ນັ້ນ​ແມ່ນ​ຄົນ​ທີ່​ຂ້ອຍ​ຈະ​ເອົາ​ເຂົ້າຈີ່​ຈ້ຳ​ໃນ​ຖ້ວຍ​ແລະ​ຍື່ນ​ໃຫ້​ລາວ.”+ ແລ້ວ​ເພິ່ນ​ກໍ​ເອົາ​ເຂົ້າຈີ່​ຈ້ຳ​ໃນ​ຖ້ວຍ​ແລະ​ຍື່ນ​ໃຫ້​ຢູດາ​ລູກ​ຊາຍ​ຂອງ​ຊີໂມນອິສະກາຣີອົດ. 27 ເມື່ອ​ຢູດາ​ຈັບ​ເອົາ​ເຂົ້າຈີ່​ປ່ຽງ​ນັ້ນ​ແລ້ວ ຊາຕານ​ກໍ​ດົນ​ໃຈ​ລາວ.+ ພະ​ເຢຊູ​ຈຶ່ງ​ເວົ້າ​ກັບ​ລາວ​ວ່າ: “ເຈົ້າ​ຈະ​ເຮັດ​ຫຍັງ​ກໍ​ໃຫ້​ຟ້າວ​ເຮັດ​ໂລດ.” 28 ແຕ່​ພວກ​ລູກສິດ​ຄົນອື່ນ​ທີ່​ນັ່ງ​ຢູ່​ໂຕະ​ດຽວ​ກັນ​ບໍ່​ຮູ້​ວ່າ​ເປັນຫຍັງ​ເພິ່ນ​ຈຶ່ງ​ເວົ້າ​ກັບ​ຢູດາ​ແບບນັ້ນ. 29 ບາງຄົນ​ຄິດ​ວ່າ​ພະ​ເຢຊູ​ກຳລັງ​ບອກ​ລາວ​ວ່າ: “ໄປ​ຊື້​ເຄື່ອງ​ທີ່​ຕ້ອງ​ໃຊ້​ໃນ​ເທດສະການ” ຍ້ອນ​ຢູດາ​ເປັນ​ຜູ້​ຖື​ກ່ອງ​ໃສ່​ເງິນ+ ຫຼື​ບໍ່​ກໍ​ບອກ​ລາວ​ໃຫ້​ເອົາ​ເງິນ​ໄປ​ຊ່ວຍ​ຄົນ​ທຸກ. 30 ຫຼັງ​ຈາກ​ຈັບ​ເອົາ​ເຂົ້າຈີ່​ປ່ຽງ​ນັ້ນ​ແລ້ວ ຢູດາ​ກໍ​ອອກ​ໄປ​ທັນທີ. ຕອນ​ນັ້ນ​ເປັນ​ຕອນ​ກາງຄືນ.+

31 ເມື່ອ​ຢູດາ​ອອກ​ໄປ​ແລ້ວ ພະ​ເຢຊູ​ເວົ້າ​ວ່າ: “ຮອດ​ເວລາ​ແລ້ວ​ທີ່​ລູກ​ມະນຸດ​ຈະ​ໄດ້​ຮັບ​ການ​ຍົກຍ້ອງ+ ແລະ​ພະເຈົ້າ​ກໍ​ຈະ​ໄດ້​ຮັບ​ການ​ຍົກຍ້ອງ​ຍ້ອນ​ເຫດການ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ລູກ​ມະນຸດ. 32 ພະເຈົ້າ​ຈະ​ເປັນ​ຜູ້​ຍົກຍ້ອງ​ລູກ​ມະນຸດ+​ແລະ​ເພິ່ນ​ຈະ​ເຮັດ​ທັນທີ. 33 ສ່ຽວ*​ເອີ້ຍ ຂ້ອຍ​ຈະ​ຢູ່​ກັບ​ພວກເຈົ້າ​ໄດ້​ອີກ​ບໍ່​ດົນ. ພວກເຈົ້າ​ຈະ​ຊອກຫາ​ຂ້ອຍ ແລະ​ຄື​ກັບ​ທີ່​ຂ້ອຍ​ເຄີຍ​ບອກ​ພວກ​ຢິວ​ວ່າ ‘ບ່ອນ​ທີ່​ຂ້ອຍ​ຈະ​ໄປ​ນັ້ນ ພວກເຈົ້າ​ໄປ​ບໍ່​ໄດ້’+ ຕອນນີ້ ຂ້ອຍ​ກໍ​ຈະ​ບອກ​ພວກເຈົ້າ​ແບບນັ້ນ​ຄື​ກັນ. 34 ຂ້ອຍ​ໃຫ້​ກົດໝາຍ​ໃໝ່​ກັບ​ພວກເຈົ້າ. ໃຫ້​ພວກເຈົ້າ​ຮັກ​ກັນ. ຂ້ອຍ​ຮັກ​ພວກເຈົ້າ​ແບບ​ໃດ+ ກໍ​ໃຫ້​ພວກເຈົ້າ​ຮັກ​ກັນ​ແບບນັ້ນ.+ 35 ທຸກ​ຄົນ​ຈະ​ຮູ້​ວ່າ​ພວກເຈົ້າ​ເປັນ​ລູກສິດ​ຂອງ​ຂ້ອຍ ເມື່ອ​ພວກເຈົ້າ​ຮັກ​ກັນ.”+

36 ຊີໂມນເປໂຕ​ຖາມ​ພະ​ເຢຊູ​ວ່າ: “ນາຍ​ເອີ້ຍ ທ່ານ​ຈະ​ໄປ​ໃສ?” ເພິ່ນ​ຕອບ​ວ່າ: “ບ່ອນ​ທີ່​ຂ້ອຍ​ຈະ​ໄປ​ນັ້ນ ຕອນນີ້​ເຈົ້າ​ຍັງ​ໄປ​ບໍ່​ໄດ້ ແຕ່​ເຈົ້າ​ຈະ​ໄປ​ນຳ​ຫຼັງ​ຂ້ອຍ.”+ 37 ເປໂຕ​ຖາມ​ເພິ່ນ​ວ່າ: “ນາຍ​ເອີ້ຍ ເປັນຫຍັງ​ຕອນນີ້​ຂ້ອຍ​ຈຶ່ງ​ໄປ​ບໍ່​ໄດ້? ຂ້ອຍ​ພ້ອມ​ຈະ​ສະລະ​ຊີວິດ​ເພື່ອ​ທ່ານ.”+ 38 ພະ​ເຢຊູ​ຕອບ​ລາວ​ວ່າ: “ເຈົ້າ​ພ້ອມ​ຈະ​ສະລະ​ຊີວິດ​ເພື່ອ​ຂ້ອຍ​ບໍ? ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ກ່ອນ​ໄກ່​ຂັນ ເຈົ້າ​ຈະ​ປະຕິເສດ​ຮອດ 3 ເທື່ອ​ວ່າ​ບໍ່​ຮູ້ຈັກ​ຂ້ອຍ.”+

14 “ຢ່າ​ທຸກໃຈ​ເລີຍ.+ ຂໍ​ໃຫ້​ສະແດງ​ຄວາມ​ເຊື່ອ​ໃນ​ພະເຈົ້າ+​ແລະ​ສະແດງ​ຄວາມ​ເຊື່ອ​ໃນ​ຂ້ອຍ​ນຳ. 2 ເຮືອນ​ຂອງ​ພໍ່​ຂ້ອຍ​ມີ​ຫຼາຍ​ບ່ອນ​ໃຫ້​ພວກ​ເຈົ້າ​ຢູ່​ໄດ້. ຖ້າ​ບໍ່​ມີ ຂ້ອຍ​ຄື​ຊິ​ບອກ​ພວກ​ເຈົ້າ​ແລ້ວ. ຕອນນີ້ ຂ້ອຍ​ກຳລັງ​ຈະ​ໄປ​ກຽມ​ບ່ອນ​ຢູ່​ໃຫ້​ພວກ​ເຈົ້າ.+ 3 ເມື່ອ​ຂ້ອຍ​ໄປ​ກຽມ​ບ່ອນ​ໃຫ້​ແລ້ວ ຂ້ອຍ​ຈະ​ກັບ​ມາ​ຮັບ​ພວກ​ເຈົ້າ​ໄປ​ຢູ່​ນຳ. ຂ້ອຍ​ຢູ່​ບ່ອນ​ໃດ ພວກ​ເຈົ້າ​ກໍ​ຈະ​ຢູ່​ບ່ອນ​ນັ້ນ​ນຳ.+ 4 ພວກ​ເຈົ້າ​ກໍ​ຮູ້​ຈັກ​ທາງ​ທີ່​ຂ້ອຍ​ກຳລັງ​ຈະ​ໄປ.”

5 ໂທມາ+​ເວົ້າ​ວ່າ: “ນາຍ​ເອີ້ຍ ພວກ​ເຮົາ​ຍັງ​ບໍ່​ຮູ້​ຊ້ຳ​ວ່າ​ທ່ານ​ກຳລັງ​ຈະ​ໄປ​ໃສ. ແລ້ວ​ພວກ​ເຮົາ​ຈະ​ຮູ້​ຈັກ​ທາງ​ນັ້ນ​ໄດ້​ແນວ​ໃດ?”

6 ພະ​ເຢຊູ​ຕອບ​ລາວ​ວ່າ: “ຂ້ອຍ​ເປັນ​ທາງ​ນັ້ນ+ ເປັນ​ຄວາມ​ຈິງ+ ແລະ​ເປັນ​ຊີວິດ.+ ບໍ່​ມີ​ຜູ້​ໃດ​ທີ່​ຈະ​ໄປ​ຫາ​ພະເຈົ້າ​ຜູ້​ເປັນ​ພໍ່​ໄດ້​ນອກ​ຈາກ​ມາ​ທາງ​ຂ້ອຍ.+ 7 ຖ້າ​ພວກ​ເຈົ້າ​ຮູ້​ຈັກ​ຂ້ອຍ​ແທ້​ໆ​ ພວກ​ເຈົ້າ​ກໍ​ຄື​ຊິ​ຮູ້​ຈັກ​ພໍ່​ຂ້ອຍ​ນຳ. ຕັ້ງແຕ່​ນີ້​ໄປ ພວກ​ເຈົ້າ​ຈະ​ຮູ້​ຈັກ​ເພິ່ນ. ທີ່ຈິງ ພວກ​ເຈົ້າ​ໄດ້​ເຫັນ​ເພິ່ນ​ແລ້ວ.”+

8 ຟີລິບ​ເວົ້າ​ວ່າ: “ນາຍ​ເອີ້ຍ ຂໍ​ພຽງ​ແຕ່​ໄດ້​ເຫັນ​ພະເຈົ້າ​ຜູ້​ເປັນ​ພໍ່ ພວກ​ເຮົາ​ກໍ​ພໍໃຈ​ແລ້ວ.”

9 ພະ​ເຢຊູ​ບອກ​ລາວ​ວ່າ: “ຟີລິບ ຂ້ອຍ​ຢູ່​ກັບ​ພວກ​ເຈົ້າ​ມາ​ແຕ່​ດົນ​ແລ້ວ ເຈົ້າ​ຍັງ​ບໍ່​ຮູ້​ຈັກ​ຂ້ອຍ​ອີກ​ບໍ? ຜູ້​ທີ່​ໄດ້​ເຫັນ​ຂ້ອຍ​ກໍ​ໄດ້​ເຫັນ​ພະເຈົ້າ​ຜູ້​ເປັນ​ພໍ່.+ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ ‘ຂໍ​ໃຫ້​ພວກ​ເຮົາ​ໄດ້​ເຫັນ​ພະເຈົ້າ​ຜູ້​ເປັນ​ພໍ່’? 10 ເຈົ້າ​ບໍ່​ເຊື່ອ​ບໍ​ວ່າ ຂ້ອຍ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພໍ່ ແລະ​ພໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ຂ້ອຍ?+ ສິ່ງ​ທີ່​ຂ້ອຍ​ບອກ​ພວກ​ເຈົ້າ ຂ້ອຍ​ບໍ່​ໄດ້​ຄິດ​ຂຶ້ນ​ມາ​ເອງ+ ແຕ່​ພໍ່​ຜູ້​ທີ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ຂ້ອຍ​ກຳລັງ​ເຮັດ​ວຽກ​ຂອງ​ເພິ່ນ​ໂດຍ​ທາງ​ຂ້ອຍ. 11 ເຊື່ອ​ຂ້ອຍ​ໂລດ​ທີ່​ຂ້ອຍ​ບອກ​ວ່າ​ຂ້ອຍ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພໍ່ແລະ​ພໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ຂ້ອຍ ແຕ່​ຖ້າ​ບໍ່​ເຊື່ອ​ສິ່ງ​ທີ່​ຂ້ອຍ​ບອກ ກໍ​ໃຫ້​ເຊື່ອ​ຍ້ອນ​ວຽກ​ທີ່​ຂ້ອຍ​ເຮັດ.+ 12 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຜູ້​ທີ່​ສະແດງ​ຄວາມ​ເຊື່ອ​ໃນ​ຂ້ອຍ​ກໍ​ຈະ​ເຮັດ​ວຽກ​ທີ່​ຂ້ອຍ​ເຮັດ ແລະ​ລາວ​ຈະ​ເຮັດ​ວຽກ​ທີ່​ໃຫຍ່​ກວ່າ​ທີ່​ຂ້ອຍ​ເຮັດ​ອີກ+ ຍ້ອນ​ຂ້ອຍ​ກຳລັງ​ຈະ​ໄປ​ຫາ​ພະເຈົ້າ​ຜູ້​ເປັນ​ພໍ່.+ 13 ບໍ່​ວ່າ​ພວກ​ເຈົ້າ​ຈະ​ຂໍ​ຫຍັງ​ໃນ​ນາມ​ຂອງ​ຂ້ອຍ ຂ້ອຍ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ​ໃຫ້ ເພື່ອ​ພະເຈົ້າ​ຜູ້​ເປັນ​ພໍ່​ຈະ​ໄດ້​ຮັບ​ການ​ຍົກຍ້ອງ​ຍ້ອນ​ລູກ​ຂອງ​ເພິ່ນ.+ 14 ຖ້າ​ພວກ​ເຈົ້າ​ຂໍ​ຫຍັງ​ໃນ​ນາມ​ຂອງ​ຂ້ອຍ ຂ້ອຍ​ກໍ​ຈະ​ເຮັດ​ສິ່ງ​ນັ້ນ​ໃຫ້.

15 ຖ້າ​ພວກ​ເຈົ້າ​ຮັກ​ຂ້ອຍ ພວກ​ເຈົ້າ​ຈະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ຂ້ອຍ.+ 16 ຂ້ອຍ​ຈະ​ຂໍ​ພະເຈົ້າ​ຜູ້​ເປັນ​ພໍ່​ໃຫ້​ສົ່ງ​ຜູ້​ຊ່ວຍ*​ອີກ​ຜູ້​ໜຶ່ງ​ມາ​ຢູ່​ນຳ​ພວກ​ເຈົ້າ​ຕະຫຼອດ​ໄປ.+ 17 ຜູ້​ຊ່ວຍ​ນັ້ນ​ແມ່ນ​ພະລັງ​ຂອງ​ພະເຈົ້າ​ທີ່​ເຮັດ​ໃຫ້​ເຫັນ​ຄວາມ​ຈິງ.+ ໂລກ​ນີ້​ບໍ່​ໄດ້​ຮັບ​ພະລັງ​ນັ້ນ​ຍ້ອນ​ໂລກ​ບໍ່​ເຫັນ​ແລະ​ບໍ່​ຮູ້​ຈັກ.+ ແຕ່​ພວກ​ເຈົ້າ​ຮູ້​ຈັກ​ພະລັງ​ຂອງ​ພະເຈົ້າ ຍ້ອນ​ພະລັງ​ນັ້ນ​ຢູ່​ກັບ​ພວກ​ເຈົ້າ​ແລະ​ຢູ່​ໃນ​ໂຕ​ພວກ​ເຈົ້າ. 18 ຂ້ອຍ​ຈະ​ບໍ່​ຖິ້ມ​ພວກ​ເຈົ້າ​ໃຫ້​ຢູ່​ໂດດດ່ຽວ.* ຂ້ອຍ​ຈະ​ກັບ​ມາ​ຫາ​ພວກ​ເຈົ້າ​ແນ່ນອນ.+ 19 ອີກ​ຈັກ​ໜ້ອຍ ໂລກ​ຈະ​ບໍ່​ໄດ້​ເຫັນ​ຂ້ອຍ ແຕ່​ພວກ​ເຈົ້າ​ຈະ​ໄດ້​ເຫັນ​ຂ້ອຍ+ ຍ້ອນ​ຂ້ອຍ​ມີ​ຊີວິດ​ຢູ່​ແລະ​ພວກ​ເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່​ຄື​ກັນ. 20 ໃນ​ມື້​ນັ້ນ ພວກ​ເຈົ້າ​ຈະ​ໄດ້​ຮູ້​ວ່າ​ຂ້ອຍ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພໍ່​ຂ້ອຍ ພວກ​ເຈົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ຂ້ອຍ ແລະ​ຂ້ອຍ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພວກ​ເຈົ້າ.+ 21 ຜູ້​ໃດ​ທີ່​ຮູ້​ວ່າ​ຂ້ອຍ​ສັ່ງ​ຫຍັງ​ແລະ​ເຮັດ​ຕາມ​ກໍ​ຮັກ​ຂ້ອຍ. ພໍ່​ຂ້ອຍ​ຈະ​ຮັກ​ຜູ້​ນັ້ນ​ທີ່​ຮັກ​ຂ້ອຍ. ຂ້ອຍ​ເອງ​ກໍ​ຈະ​ຮັກ​ລາວ​ຄື​ກັນ​ແລະ​ຈະ​ໃຫ້​ລາວ​ໄດ້​ຮູ້​ຈັກ​ຂ້ອຍ​ແທ້​ໆ​.”

22 ຢູດາ+​ທີ່​ບໍ່​ແມ່ນ​ຢູດາ​ອິສະກາຣີອົດ​ຖາມ​ພະ​ເຢຊູ​ວ່າ: “ນາຍ​ເອີ້ຍ ເປັນ​ຫຍັງ​ທ່ານ​ຕັ້ງໃຈ​ໃຫ້​ພວກ​ເຮົາ​ໄດ້​ຮູ້​ຈັກ​ທ່ານ ແຕ່​ບໍ່​ໃຫ້​ໂລກ​ຮູ້​ຈັກ​ທ່ານ?”

23 ພະ​ເຢຊູ​ຕອບ​ລາວ​ວ່າ: “ຖ້າ​ຜູ້​ໃດ​ຮັກ​ຂ້ອຍ ລາວ​ກໍ​ຈະ​ເຮັດ​ຕາມ​ຄຳສອນ​ຂອງ​ຂ້ອຍ+ ແລະ​ພໍ່​ຂອງ​ຂ້ອຍ​ຈະ​ຮັກ​ລາວ. ຂ້ອຍ​ກັບ​ພໍ່​ຈະ​ມາ​ຫາ​ລາວ​ແລະ​ຈະ​ຢູ່​ນຳ​ລາວ.+ 24 ຄົນ​ທີ່​ບໍ່​ຮັກ​ຂ້ອຍ​ກໍ​ບໍ່​ເຮັດ​ຕາມ​ຄຳສອນ​ຂອງ​ຂ້ອຍ. ສິ່ງ​ທີ່​ພວກ​ເຈົ້າ​ຟັງ​ຢູ່​ນີ້​ບໍ່​ແມ່ນ​ຄຳສອນ​ຂອງ​ຂ້ອຍ ແຕ່​ແມ່ນ​ຄຳສອນ​ຂອງ​ພະເຈົ້າ​ຜູ້​ເປັນ​ພໍ່​ທີ່​ໃຊ້​ຂ້ອຍ​ມາ.+

25 ຂ້ອຍ​ບອກ​ເລື່ອງ​ທັງໝົດ​ນີ້​ໃຫ້​ພວກ​ເຈົ້າ​ຮູ້​ຕອນ​ທີ່​ຂ້ອຍ​ຍັງ​ຢູ່​ນຳ​ພວກ​ເຈົ້າ. 26 ແຕ່​ເມື່ອ​ພະເຈົ້າ​ຜູ້​ເປັນ​ພໍ່​ສົ່ງ​ຜູ້​ຊ່ວຍ​ມາ​ໃນ​ນາມ​ຂອງ​ຂ້ອຍ*​ເຊິ່ງ​ແມ່ນ​ພະລັງ​ບໍລິສຸດ ຜູ້​ຊ່ວຍ​ນັ້ນ​ຈະ​ສອນ​ພວກ​ເຈົ້າ​ທຸກ​ຢ່າງ ແລະ​ຈະ​ຊ່ວຍ​ໃຫ້​ພວກ​ເຈົ້າ​ຈື່​ທຸກ​ເລື່ອງ​ທີ່​ຂ້ອຍ​ເຄີຍ​ສອນ.+ 27 ຂ້ອຍ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ສະຫງົບ​ສຸກ ແລະ​ພວກ​ເຈົ້າ​ຈະ​ມີ​ຄວາມ​ສະຫງົບ​ສຸກ​ແບບ​ນີ້​ຕໍ່​ໄປ.+ ຄວາມ​ສະຫງົບ​ສຸກ​ທີ່​ຂ້ອຍ​ໃຫ້​ພວກ​ເຈົ້າ​ເປັນ​ຄວາມ​ສະຫງົບ​ສຸກ​ທີ່​ໂລກ​ນີ້​ໃຫ້​ບໍ່​ໄດ້. ພວກ​ເຈົ້າ​ບໍ່​ຕ້ອງ​ທຸກໃຈ​ແລະ​ບໍ່​ຕ້ອງ​ຢ້ານ. 28 ຂ້ອຍ​ເຄີຍ​ບອກ​ວ່າ ‘ຂ້ອຍ​ຈະ​ໄປ ແລ້ວ​ຈະ​ກັບ​ມາ​ຫາ​ພວກ​ເຈົ້າ.’ ຖ້າ​ພວກ​ເຈົ້າ​ຮັກ​ຂ້ອຍ​ແທ້​ໆ​ ພວກ​ເຈົ້າ​ຄື​ຊິ​ດີໃຈ​ທີ່​ຂ້ອຍ​ຈະ​ໄປ​ຫາ​ພໍ່ ຍ້ອນ​ພະເຈົ້າ​ຜູ້​ເປັນ​ພໍ່​ຍິ່ງໃຫຍ່​ກວ່າ​ຂ້ອຍ.+ 29 ຂ້ອຍ​ບອກ​ພວກ​ເຈົ້າ​ໄວ້​ກ່ອນ​ທີ່​ເລື່ອງ​ທັງໝົດ​ນີ້​ຈະ​ເກີດຂຶ້ນ ແລະ​ເມື່ອ​ມັນ​ເກີດຂຶ້ນ​ແທ້ ພວກ​ເຈົ້າ​ກໍ​ຈະ​ເຊື່ອ.+ 30 ຕໍ່​ໄປ​ນີ້ ຂ້ອຍ​ຈະ​ບໍ່​ເວົ້າ​ຫຍັງ​ຫຼາຍ​ກັບ​ພວກ​ເຈົ້າ ຍ້ອນ​ຜູ້​ປົກຄອງ​ໂລກ+​ຈະ​ມາ​ແລ້ວ ແຕ່​ຜູ້​ນັ້ນ​ບໍ່​ມີ​ອຳນາດ​ເໜືອ​ຂ້ອຍ.+ 31 ຂ້ອຍ​ກຳລັງ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພະເຈົ້າ​ຜູ້​ເປັນ​ພໍ່​ສັ່ງ​ໄວ້+ ເພື່ອ​ໃຫ້​ໂລກ​ຮູ້​ວ່າ​ຂ້ອຍ​ຮັກ​ເພິ່ນ. ລຸກ​ຂຶ້ນ ໄປ໋ ໄປ​ຈາກ​ບ່ອນ​ນີ້.”

15 “ຂ້ອຍ​ເປັນ​ຕົ້ນ​ໝາກ​ລະແຊັງ​ແທ້ ແລະ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ຂ້ອຍ​ເປັນ​ຜູ້​ເບິ່ງແຍງ​ສວນ​ໝາກ​ລະແຊັງ. 2 ທຸກ​ງ່າ​ທີ່​ແຕກ​ອອກ​ຈາກ​ຂ້ອຍ ຖ້າ​ບໍ່​ເປັນ​ໝາກ ເພິ່ນ​ຈະ​ຕັດ​ຖິ້ມ ສ່ວນ​ງ່າ​ທີ່​ເປັນ​ໝາກ ເພິ່ນ​ຈະ​ຕັດ​ແຕ່ງ*​ງ່າ​ນັ້ນ​ເພື່ອ​ໃຫ້​ເປັນ​ໝາກ​ຫຼາຍ​ຕື່ມ​ອີກ.+ 3 ຄຳສອນ​ຂອງ​ຂ້ອຍ​ເຮັດ​ໃຫ້​ພວກ​ເຈົ້າ​ສະອາດ​ແລ້ວ.+ 4 ຂໍ​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ຂ້ອຍ ແລ້ວ​ຂ້ອຍ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພວກ​ເຈົ້າ. ງ່າ​ຈະ​ບໍ່​ເປັນ​ໝາກ​ຖ້າ​ບໍ່​ຕິດ​ຢູ່​ກັບ​ຕົ້ນ. ພວກ​ເຈົ້າ​ກໍ​ຈະ​ບໍ່​ເກີດ​ໝາກ​ຄື​ກັນ​ຖ້າ​ບໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ຂ້ອຍ.+ 5 ຂ້ອຍ​ເປັນ​ຕົ້ນ​ໝາກ​ລະແຊັງ​ແລະ​ພວກ​ເຈົ້າ​ເປັນ​ງ່າ. ຖ້າ​ຜູ້​ໃດ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ຂ້ອຍ ແລະ​ຂ້ອຍ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ລາວ ຜູ້​ນັ້ນ​ຈະ​ເປັນ​ໝາກ​ຫຼາຍ.+ ແຕ່​ຖ້າ​ພວກ​ເຈົ້າ​ແຍກ​ຈາກ​ຂ້ອຍ ພວກ​ເຈົ້າ​ເຮັດ​ຫຍັງ​ກໍ​ຈະ​ບໍ່​ສຳເລັດ. 6 ຖ້າ​ຜູ້​ໃດ​ບໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ຂ້ອຍ ລາວ​ຈະ​ຖືກ​ຖິ້ມ​ຄື​ກັບ​ງ່າ​ໄມ້​ແລະ​ຈະ​ແຫ້ງ​ໄປ ແລ້ວ​ຈະ​ມີ​ຄົນ​ມາ​ເກັບ​ເອົາ​ງ່າ​ເຫຼົ່າ​ນັ້ນ​ໄປ​ຈູດ​ຖິ້ມ. 7 ຖ້າ​ພວກ​ເຈົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ຂ້ອຍ​ແລະ​ຍຶດ​ໝັ້ນ​ໃນ​ຄຳສອນ​ຂອງ​ຂ້ອຍ​ຢູ່​ສະເໝີ ບໍ່​ວ່າ​ພວກ​ເຈົ້າ​ຂໍ​ຫຍັງ​ກໍ​ຈະ​ເປັນ​ໄປ​ຕາມ​ນັ້ນ.+ 8 ພໍ່​ຂອງ​ຂ້ອຍ​ຈະ​ໄດ້​ຮັບ​ການ​ຍົກຍ້ອງ ເມື່ອ​ພວກ​ເຈົ້າ​ເກີດ​ໝາກ​ຫຼາຍ​ຕໍ່​ໆ​ໄປ​ແລະ​ສະແດງ​ໂຕ​ວ່າ​ເປັນ​ລູກສິດ​ຂອງ​ຂ້ອຍ.+ 9 ຂ້ອຍ​ຮັກ​ພວກ​ເຈົ້າ​ຄື​ກັບ​ທີ່​ພໍ່​ຮັກ​ຂ້ອຍ.+ ຂໍ​ໃຫ້​ພວກ​ເຈົ້າ​ຮັກສາ​ຄວາມ​ຮັກ​ຂອງ​ຂ້ອຍ​ໄວ້​ຕໍ່​ໆ​ໄປ. 10 ຖ້າ​ພວກ​ເຈົ້າ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ຂ້ອຍ ຂ້ອຍ​ຈະ​ຮັກ​ພວກ​ເຈົ້າ​ສະເໝີ ຄື​ກັບ​ທີ່​ຂ້ອຍ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະເຈົ້າ​ຜູ້​ເປັນ​ພໍ່ ແລະ​ເພິ່ນ​ຮັກ​ຂ້ອຍ​ສະເໝີ.

11 ຂ້ອຍ​ບອກ​ເລື່ອງ​ທັງໝົດ​ນີ້​ໃຫ້​ພວກ​ເຈົ້າ​ຮູ້ ເພື່ອ​ພວກ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ຄື​ກັບ​ທີ່​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ.+ 12 ນີ້​ແມ່ນ​ຄຳ​ສັ່ງ​ຂອງ​ຂ້ອຍ. ໃຫ້​ພວກ​ເຈົ້າ​ຮັກ​ກັນ​ຄື​ກັບ​ທີ່​ຂ້ອຍ​ຮັກ​ພວກ​ເຈົ້າ.+ 13 ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ທີ່​ຍິ່ງໃຫຍ່​ກວ່າ​ຜູ້​ທີ່​ຍອມ​ຕາຍ​ເພື່ອ​ໝູ່​ຂອງ​ລາວ.+ 14 ຖ້າ​ພວກ​ເຈົ້າ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ຂ້ອຍ ພວກ​ເຈົ້າ​ກໍ​ເປັນ​ໝູ່​ຂ້ອຍ.+ 15 ຂ້ອຍ​ບໍ່​ເອີ້ນ​ພວກ​ເຈົ້າ​ວ່າ​ທາດ​ອີກ​ຕໍ່​ໄປ ຍ້ອນ​ທາດ​ບໍ່​ຮູ້​ວ່າ​ນາຍ​ເຮັດ​ຫຍັງ​ແດ່ ແຕ່​ຂ້ອຍ​ເອີ້ນ​ພວກ​ເຈົ້າ​ວ່າ​ໝູ່ ຍ້ອນ​ຂ້ອຍ​ບອກ​ພວກ​ເຈົ້າ​ໃຫ້​ຮູ້​ທຸກ​ເລື່ອງ​ທີ່​ຂ້ອຍ​ໄດ້​ຍິນ​ຈາກ​ພໍ່​ຂອງ​ຂ້ອຍ. 16 ພວກ​ເຈົ້າ​ບໍ່​ໄດ້​ເລືອກ​ຂ້ອຍ ແຕ່​ຂ້ອຍ​ເປັນ​ຜູ້​ເລືອກ​ພວກ​ເຈົ້າ​ເພື່ອ​ໃຫ້​ພວກ​ເຈົ້າ​ເກີດ​ໝາກ​ຕໍ່​ໆ​ໄປ​ເຊິ່ງ​ເປັນ​ໝາກ​ທີ່​ຈະ​ຢູ່​ຕະຫຼອດ​ໄປ ແລະ​ບໍ່​ວ່າ​ພວກ​ເຈົ້າ​ຈະ​ຂໍ​ຫຍັງ​ໃນ​ນາມ​ຂອງ​ຂ້ອຍ ພະເຈົ້າ​ຜູ້​ເປັນ​ພໍ່​ຈະ​ເອົາ​ສິ່ງ​ນັ້ນ​ໃຫ້​ພວກ​ເຈົ້າ.+

17 ຂ້ອຍ​ສັ່ງ​ພວກ​ເຈົ້າ​ແບບ​ນີ້​ກໍ​ເພື່ອ​ໃຫ້​ພວກ​ເຈົ້າ​ຮັກ​ກັນ.+ 18 ຖ້າ​ໂລກ​ນີ້​ຊັງ​ພວກ​ເຈົ້າ ກໍ​ໃຫ້​ຮູ້​ວ່າ​ໂລກ​ໄດ້​ຊັງ​ຂ້ອຍ​ກ່ອນ.+ 19 ຖ້າ​ພວກ​ເຈົ້າ​ເປັນ​ຄົນ​ຂອງ​ໂລກ​ນີ້ ໂລກ​ກໍ​ຈະ​ຮັກ​ພວກ​ເຈົ້າ ແຕ່​ຕອນນີ້​ພວກ​ເຈົ້າ​ບໍ່​ໄດ້​ເປັນ​ຄົນ​ຂອງ​ໂລກ​ນີ້​ແລ້ວ+ ຍ້ອນ​ຂ້ອຍ​ເລືອກ​ພວກ​ເຈົ້າ​ໃຫ້​ຢູ່​ຕ່າງ​ຫາກ​ຈາກ​ໂລກ ໂລກ​ນີ້​ຈຶ່ງ​ຊັງ​ພວກ​ເຈົ້າ.+ 20 ຢ່າ​ລືມ​ທີ່​ຂ້ອຍ​ເວົ້າ​ໄວ້​ວ່າ​ທາດ​ບໍ່​ໃຫຍ່​ກວ່າ​ນາຍ ຖ້າ​ເຂົາເຈົ້າ​ຂົ່ມເຫງ​ຂ້ອຍ ເຂົາເຈົ້າ​ຈະ​ຂົ່ມເຫງ​ພວກ​ເຈົ້າ​ຄື​ກັນ.+ ຖ້າ​ເຂົາເຈົ້າ​ເຮັດ​ຕາມ​ຄຳສອນ​ຂອງ​ຂ້ອຍ ເຂົາເຈົ້າ​ກໍ​ຈະ​ເຮັດ​ຕາມ​ຄຳສອນ​ຂອງ​ພວກ​ເຈົ້າ​ຄື​ກັນ. 21 ເຂົາເຈົ້າ​ຈະ​ເຮັດ​ບໍ່​ດີ​ຕໍ່​ພວກ​ເຈົ້າ ຍ້ອນ​ພວກ​ເຈົ້າ​ເປັນ​ລູກສິດ​ຂອງ​ຂ້ອຍ ແລະ​ຍ້ອນ​ເຂົາເຈົ້າ​ບໍ່​ຮູ້​ຈັກ​ຜູ້​ທີ່​ໃຊ້​ຂ້ອຍ​ມາ.+ 22 ຖ້າ​ຂ້ອຍ​ບໍ່​ໄດ້​ມາ​ເຕືອນ ເຂົາເຈົ້າ​ຄື​ຊິ​ບໍ່​ຕ້ອງ​ຖືກ​ລົງ​ໂທດ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕເອງ+ ແຕ່​ຕອນນີ້​ເຂົາເຈົ້າ​ບໍ່​ມີ​ຂໍ້​ແກ້ໂຕ​ແລ້ວ.+ 23 ຄົນ​ທີ່​ຊັງ​ຂ້ອຍ​ກໍ​ຊັງ​ພໍ່​ຂອງ​ຂ້ອຍ​ນຳ.+ 24 ຖ້າ​ຂ້ອຍ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ບໍ່​ເຄີຍ​ມີ​ຜູ້​ໃດ​ເຮັດ​ມາ​ກ່ອນ​ໃຫ້​ເຂົາເຈົ້າ​ເຫັນ ເຂົາເຈົ້າ​ຄື​ຊິ​ບໍ່​ຕ້ອງ​ຖືກ​ລົງໂທດ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕເອງ.+ ແຕ່​ຕອນນີ້ ທັງ​ໆ​ທີ່​ເຂົາເຈົ້າ​ເຫັນ​ແລ້ວ ເຂົາເຈົ້າ​ກໍ​ຍັງ​ຊັງ​ຂ້ອຍ​ແລະ​ພໍ່​ຂອງ​ຂ້ອຍ​ນຳ. 25 ເລື່ອງ​ນີ້​ເປັນ​ໄປ​ຕາມ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ*​ທີ່​ວ່າ ‘ເຂົາເຈົ້າ​ຊັງ​ຂ້ອຍ​ແບບ​ບໍ່​ມີ​ເຫດຜົນ.’+ 26 ຂ້ອຍ​ຈະ​ສົ່ງ​ຜູ້​ຊ່ວຍ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່​ມາ​ໃຫ້​ພວກ​ເຈົ້າ. ຜູ້​ຊ່ວຍ​ນັ້ນ​ແມ່ນ​ພະລັງ​ຂອງ​ເພິ່ນ​ທີ່​ເຮັດ​ໃຫ້​ເຫັນ​ຄວາມ​ຈິງ.+ ເມື່ອ​ມາ​ແລ້ວ ຜູ້​ຊ່ວຍ​ນັ້ນ​ຈະ​ເປັນ​ພະຍານ​ຢືນຢັນ​ໃຫ້​ຂ້ອຍ+ 27 ແລະ​ພວກ​ເຈົ້າ​ກໍ​ຈະ​ເປັນ​ພະຍານ​ຢືນຢັນ​ໃຫ້​ຂ້ອຍ​ຄື​ກັນ+ ຍ້ອນ​ພວກ​ເຈົ້າ​ຢູ່​ນຳ​ຂ້ອຍ​ຕັ້ງແຕ່​ທຳອິດ.”

16 “ຂ້ອຍ​ບອກ​ເລື່ອງ​ທັງໝົດ​ນີ້​ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ຖິ້ມ​ຄວາມ​ເຊື່ອ.* 2 ພວກ​ເຈົ້າ​ຈະ​ຖືກ​ໄລ່​ອອກ​ຈາກ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ.*+ ທີ່ຈິງ ອີກ​ບໍ່​ດົນ​ທຸກ​ຄົນ​ທີ່​ຂ້າ​ພວກ​ເຈົ້າ+​ຈະ​ຄິດ​ວ່າ​ການ​ເຮັດ​ແບບ​ນັ້ນ​ເປັນ​ການ​ຮັບໃຊ້​ພະເຈົ້າ.* 3 ເຂົາເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ກໍ​ຍ້ອນເຂົາເຈົ້າ​ບໍ່​ຮູ້​ຈັກ​ພະເຈົ້າ​ຜູ້​ເປັນ​ພໍ່​ແລະ​ບໍ່​ຮູ້​ຈັກ​ຂ້ອຍ.+ 4 ແຕ່​ຂ້ອຍ​ບອກ​ເລື່ອງ​ທັງໝົດ​ນີ້​ໄວ້​ກໍ​ເພື່ອ​ວ່າ​ເມື່ອ​ເຫດການ​ນັ້ນ​ເກີດຂຶ້ນ ພວກ​ເຈົ້າ​ຈະ​ຄິດ​ພໍ້​ວ່າ​ຂ້ອຍ​ໄດ້​ບອກ​ພວກ​ເຈົ້າ​ແລ້ວ.+

ຂ້ອຍ​ບໍ່​ໄດ້​ບອກ​ເລື່ອງ​ທັງໝົດ​ນີ້​ໃຫ້​ພວກ​ເຈົ້າ​ຮູ້​ຕັ້ງແຕ່​ທຳອິດ ກໍ​ຍ້ອນ​ວ່າ​ຜ່ານ​ມາ​ຂ້ອຍ​ຍັງ​ຢູ່​ນຳ​ພວກ​ເຈົ້າ. 5 ຕອນນີ້ ຂ້ອຍ​ຈະ​ໄປ​ຫາ​ຜູ້​ທີ່​ໃຊ້​ຂ້ອຍ​ມາ+ ແຕ່​ໃນ​ພວກ​ເຈົ້າ​ກໍ​ບໍ່​ມີ​ຜູ້​ໃດ​ຖາມ​ຂ້ອຍ​ວ່າ ‘ທ່ານ​ຈະ​ໄປ​ໃສ?’ 6 ຍ້ອນ​ຂ້ອຍ​ບອກ​ພວກ​ເຈົ້າ​ເລື່ອງ​ທັງໝົດ​ນີ້ ພວກ​ເຈົ້າ​ຈຶ່ງ​ທຸກໃຈ​ຫຼາຍ.+ 7 ແຕ່​ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຂ້ອຍ​ໄປ​ກໍ​ເພື່ອ​ປະໂຫຍດ​ຂອງ​ພວກ​ເຈົ້າ. ຖ້າ​ຂ້ອຍ​ບໍ່​ໄປ ຜູ້​ຊ່ວຍ+​ຈະ​ບໍ່​ມາ​ຫາ​ພວກ​ເຈົ້າ. ແຕ່​ຖ້າ​ຂ້ອຍ​ໄປ ຂ້ອຍ​ກໍ​ຈະ​ສົ່ງ​ຜູ້​ຊ່ວຍ​ມາ​ຫາ​ພວກ​ເຈົ້າ. 8 ເມື່ອ​ມາ​ແລ້ວ ຜູ້​ຊ່ວຍ​ນັ້ນ​ຈະ​ເຮັດ​ໃຫ້​ໂລກ​ເຂົ້າ​ໃຈ​ແຈ້ງ​ໃນ​ເລື່ອງ​ການ​ເຮັດ​ຜິດ ເລື່ອງ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ເລື່ອງ​ການ​ຕັດສິນ​ລົງໂທດ​ຈາກ​ພະເຈົ້າ. 9 ໃນ​ເລື່ອງ​ການ​ເຮັດ​ຜິດ​ນັ້ນ ຜູ້​ຊ່ວຍ​ຈະ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ໂລກ​ນີ້​ມີ​ຄວາມ​ຜິດ+ ຍ້ອນ​ໂລກ​ນີ້​ບໍ່​ໄດ້​ສະແດງ​ຄວາມ​ເຊື່ອ​ໃນ​ຂ້ອຍ.+ 10 ໃນ​ເລື່ອງ​ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ນັ້ນ ຜູ້​ຊ່ວຍ​ຈະ​ເຮັດ​ໃຫ້​ໂລກ​ຮູ້​ວ່າ​ສິ່ງ​ທີ່​ຂ້ອຍ​ເຮັດ​ນັ້ນ​ຖືກຕ້ອງ ຍ້ອນ​ຂ້ອຍ​ກຳລັງ​ຈະ​ໄປ​ຫາ​ພະເຈົ້າ​ຜູ້​ເປັນ​ພໍ່ ແລ້ວ​ພວກ​ເຈົ້າ​ຈະ​ບໍ່​ເຫັນ​ຂ້ອຍ​ອີກ 11 ແລະ​ໃນ​ເລື່ອງ​ການ​ຕັດສິນ​ລົງໂທດ​ນັ້ນ ຜູ້​ຊ່ວຍ​ຈະ​ເຮັດ​ໃຫ້​ຮູ້​ວ່າ​ພະເຈົ້າ​ຈະ​ຕັດສິນ​ລົງໂທດ​ໃຜ ຍ້ອນ​ເພິ່ນ​ຕັດສິນ​ລົງໂທດ​ຜູ້​ປົກຄອງ​ໂລກ​ນີ້​ແລ້ວ.+

12 ຂ້ອຍ​ຍັງ​ມີ​ອີກ​ຫຼາຍ​ເລື່ອງ​ທີ່​ຈະ​ບອກ​ພວກ​ເຈົ້າ ແຕ່​ຖ້າ​ບອກ​ຕອນນີ້ ພວກ​ເຈົ້າກໍ​ຍັງ​ບໍ່​ເຂົ້າ​ໃຈ. 13 ແຕ່​ເມື່ອ​ຜູ້​ຊ່ວຍ​ມາ​ເຊິ່ງ​ແມ່ນ​ພະລັງ​ຂອງ​ພະເຈົ້າ​ທີ່​ເຮັດ​ໃຫ້​ເຫັນ​ຄວາມ​ຈິງ+ ຜູ້​ຊ່ວຍ​ນັ້ນ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ທັງໝົດ. ຜູ້​ຊ່ວຍ​ຈະ​ບໍ່​ເວົ້າ​ເອງ ແຕ່​ຈະ​ເວົ້າ​ຕາມ​ທີ່​ໄດ້​ຍິນ​ມາ​ແລະ​ຈະ​ບອກ​ໃຫ້​ພວກ​ເຈົ້າ​ຮູ້​ສິ່ງ​ທີ່​ຈະ​ເກີດຂຶ້ນ.+ 14 ຜູ້​ຊ່ວຍ​ຈະ​ເຮັດ​ໃຫ້​ຂ້ອຍ​ໄດ້​ຮັບ​ການ​ຍົກຍ້ອງ+ ຍ້ອນ​ຈະ​ບອກ​ສິ່ງ​ທີ່​ໄດ້​ຍິນ​ຈາກ​ຂ້ອຍ​ໃຫ້​ພວກ​ເຈົ້າ​ຮູ້.+ 15 ພະເຈົ້າ​ຜູ້​ເປັນ​ພໍ່​ບອກ​ຂ້ອຍ​ທຸກ​ສິ່ງ​ທີ່​ເພິ່ນ​ຮູ້+ ຂ້ອຍ​ຈຶ່ງ​ເວົ້າ​ໄດ້​ວ່າ​ຜູ້​ຊ່ວຍ​ນັ້ນ​ຈະ​ບອກ​ສິ່ງ​ທີ່​ໄດ້​ຍິນ​ຈາກ​ຂ້ອຍ​ໃຫ້​ພວກ​ເຈົ້າ​ຮູ້. 16 ຈັກ​ໜ້ອຍ​ພວກ​ເຈົ້າ​ຈະ​ບໍ່​ເຫັນ​ຂ້ອຍ+ ແລ້ວ​ອີກ​ຈັກ​ໜ້ອຍ​ພວກ​ເຈົ້າ​ຈະ​ໄດ້​ເຫັນ​ຂ້ອຍ.”

17 ເມື່ອ​ໄດ້​ຍິນ​ແບບ​ນັ້ນ ລູກສິດ​ບາງ​ຄົນ​ກໍ​ລົມ​ກັນ​ວ່າ: “ເພິ່ນ​ໝາຍເຖິງ​ຫຍັງ​ທີ່​ເວົ້າ​ວ່າ ‘ຈັກ​ໜ້ອຍ​ພວກ​ເຈົ້າ​ຈະ​ບໍ່​ເຫັນ​ຂ້ອຍ ແລ້ວ​ອີກ​ຈັກ​ໜ້ອຍ​ພວກ​ເຈົ້າ​ຈະ​ໄດ້​ເຫັນ​ຂ້ອຍ’ ແລະ​ທີ່​ເພິ່ນ​ເວົ້າ​ວ່າ ‘ຍ້ອນ​ຂ້ອຍ​ກຳລັງ​ຈະ​ໄປ​ຫາ​ພະເຈົ້າ​ຜູ້​ເປັນ​ພໍ່’?” 18 ເຂົາເຈົ້າ​ເວົ້າ​ວ່າ: “ທີ່​ເພິ່ນ​ບອກ​ວ່າ ‘ອີກ​ຈັກ​ໜ້ອຍ’ ມັນ​ໝາຍເຖິງ​ຫຍັງ? ພວກ​ເຮົາ​ບໍ່​ຮູ້​ວ່າ​ເພິ່ນ​ເວົ້າ​ເລື່ອງ​ຫຍັງ.” 19 ພະ​ເຢຊູ​ຮູ້​ວ່າ​ເຂົາເຈົ້າ​ຢາກ​ຖາມ​ເລື່ອງ​ນີ້ ເພິ່ນ​ຈຶ່ງ​ຖາມ​ເຂົາເຈົ້າ​ວ່າ: “ພວກ​ເຈົ້າ​ລົມ​ກັນ​ກ່ຽວກັບ​ເລື່ອງ​ທີ່​ຂ້ອຍ​ເວົ້າ​ແມ່ນ​ບໍ ທີ່​ຂ້ອຍ​ບອກ​ວ່າ ‘ຈັກ​ໜ້ອຍ​ພວກ​ເຈົ້າ​ຈະ​ບໍ່​ເຫັນ​ຂ້ອຍ ແລ້ວ​ອີກ​ຈັກ​ໜ້ອຍ​ພວກ​ເຈົ້າ​ຈະ​ໄດ້​ເຫັນ​ຂ້ອຍ’? 20 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ພວກ​ເຈົ້າ​ຈະ​ຮ້ອງໄຫ້​ໂສກ​ເສົ້າ ແຕ່​ໂລກ​ຈະ​ດີໃຈ. ພວກ​ເຈົ້າ​ຈະ​ມີ​ຄວາມ​ທຸກ ແຕ່​ຄວາມ​ທຸກ​ນັ້ນ​ຈະ​ປ່ຽນ​ເປັນ​ຄວາມ​ສຸກ.+ 21 ຜູ້​ຍິງ​ມີ​ຄວາມ​ທຸກ​ຕອນ​ເກີດ​ລູກ ແຕ່​ເມື່ອ​ເກີດ​ລູກ​ແລ້ວ ລາວ​ກໍ​ລືມ​ຄວາມ​ທຸກ​ທໍລະມານ​ທັງໝົດ ຍ້ອນ​ລາວ​ມີ​ຄວາມ​ສຸກ​ທີ່​ໄດ້​ເຫັນ​ເດັກ​ນ້ອຍ​ຜູ້​ໜຶ່ງ​ເກີດ​ມາ​ໃນ​ໂລກ. 22 ຄື​ກັບ​ທີ່​ຕອນນີ້​ພວກ​ເຈົ້າ​ມີ​ຄວາມ​ທຸກ ແຕ່​ເຮົາ​ຈະ​ໄດ້​ເຈິ​ກັນ​ອີກ ແລ້ວ​ພວກ​ເຈົ້າ​ຈະ​ມີ​ຄວາມ​ສຸກ+ ແລະ​ຈະ​ບໍ່​ມີ​ຜູ້​ໃດ​ມາ​ຍາດ​ຄວາມ​ສຸກ​ນັ້ນ​ໄປ​ຈາກ​ພວກ​ເຈົ້າ​ໄດ້. 23 ໃນ​ມື້​ນັ້ນ ພວກ​ເຈົ້າ​ຈະ​ບໍ່​ຖາມ​ຫຍັງ​ຂ້ອຍ​ເລີຍ. ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຖ້າ​ພວກ​ເຈົ້າ​ຂໍ​ຫຍັງ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່​ໃນ​ນາມ​ຂອງ​ຂ້ອຍ+ ເພິ່ນ​ຈະ​ເອົາ​ສິ່ງ​ນັ້ນ​ໃຫ້​ພວກ​ເຈົ້າ.+ 24 ຜ່ານ​ມາ​ພວກ​ເຈົ້າ​ຍັງ​ບໍ່​ເຄີຍ​ຂໍ​ຫຍັງ​ໃນ​ນາມ​ຂອງ​ຂ້ອຍ. ຂໍ​ແມ້ ຂໍ​ໃນ​ນາມ​ຂອງ​ຂ້ອຍ​ໂລດ ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ແລະ​ພວກ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ຫຼາຍ.

25 ຂ້ອຍ​ເຄີຍ​ໃຊ້​ຕົວຢ່າງ​ປຽບທຽບ​ເມື່ອ​ບອກ​ເລື່ອງ​ຕ່າງ​ໆ​ໃຫ້​ພວກ​ເຈົ້າ​ຮູ້. ເມື່ອ​ຮອດ​ເວລາ ຂ້ອຍ​ຈະ​ບໍ່​ໃຊ້​ຕົວຢ່າງ​ປຽບທຽບ​ອີກ ແຕ່​ຂ້ອຍ​ຈະ​ບອກ​ພວກ​ເຈົ້າ​ກົງ​ໆ​ເລື່ອງ​ພະເຈົ້າ​ຜູ້​ເປັນ​ພໍ່. 26 ໃນ​ຕອນ​ນັ້ນ ພວກ​ເຈົ້າ​ຈະ​ຂໍ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່​ໃນ​ນາມ​ຂອງ​ຂ້ອຍ ແຕ່​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຂ້ອຍ​ຈະ​ຂໍ​ແທນ​ພວກ​ເຈົ້າ. 27 ພະເຈົ້າ​ຜູ້​ເປັນ​ພໍ່​ຮັກ​ພວກ​ເຈົ້າ ຍ້ອນ​ພວກ​ເຈົ້າ​ຮັກ​ຂ້ອຍ+​ແລະ​ເຊື່ອ​ວ່າ​ຂ້ອຍ​ເປັນ​ຕົວແທນ​ຂອງ​ເພິ່ນ.+ 28 ຂ້ອຍ​ມາ​ໂລກ​ນີ້​ໃນ​ຖານະ​ເປັນ​ຕົວແທນ​ພະເຈົ້າ​ຜູ້​ເປັນ​ພໍ່ ແລະ​ຕອນນີ້​ຂ້ອຍ​ກຳລັງ​ຈະ​ໄປ​ຈາກ​ໂລກ​ເພື່ອ​ກັບ​ໄປ​ຫາ​ພະເຈົ້າ​ຜູ້​ເປັນ​ພໍ່.”+

29 ພວກ​ລູກສິດ​ເວົ້າ​ວ່າ: “ຕອນນີ້ ທ່ານ​ເວົ້າ​ກັບ​ພວກ​ເຮົາ​ກົງ​ໆ​ໂດຍ​ບໍ່​ໃຊ້​ຕົວຢ່າງ​ປຽບທຽບ​ແລ້ວ. 30 ພວກ​ເຮົາ​ເຫັນ​ແລ້ວ​ວ່າ​ທ່ານ​ຮູ້​ທຸກ​ຢ່າງ ແລະ​ທ່ານ​ບໍ່​ຕ້ອງ​ຖ້າ​ໃຫ້​ຄົນ​ມາ​ຖາມ​ຍ້ອນ​ທ່ານ​ຮູ້​ວ່າ​ຜູ້​ໃດ​ຄິດ​ຫຍັງ​ຢູ່. ຍ້ອນ​ແນວ​ນີ້​ແຫຼະ ພວກ​ເຮົາ​ຈຶ່ງ​ເຊື່ອ​ວ່າ​ທ່ານ​ມາ​ຈາກ​ພະເຈົ້າ.” 31 ພະ​ເຢຊູ​ຖາມ​ເຂົາເຈົ້າ​ວ່າ: “ຕອນນີ້​ພວກ​ເຈົ້າ​ເຊື່ອ​ແລ້ວ​ແມ່ນ​ບໍ? 32 ຖ້າ​ເບິ່ງ​ເດີ້! ໃກ້​ຈະ​ຮອດ​ເວລາ​ແລ້ວ. ທີ່ຈິງ ຮອດ​ເວລາ​ແລ້ວ​ທີ່​ພວກ​ເຈົ້າ​ແຕ່​ລະ​ຄົນ​ຈະ​ກະຈັດ​ກະຈາຍ​ກັນ​ເມືອ​ເຮືອນ​ຂອງ​ໂຕເອງ ແລະ​ຖິ້ມ​ຂ້ອຍ​ໄວ້​ຜູ້​ດຽວ.+ ແຕ່​ຂ້ອຍ​ບໍ່​ໄດ້​ຢູ່​ຄົນ​ດຽວ ຍ້ອນ​ພະເຈົ້າ​ຜູ້​ເປັນ​ພໍ່​ຢູ່​ນຳ​ຂ້ອຍ.+ 33 ຂ້ອຍ​ບອກ​ເລື່ອງ​ທັງໝົດ​ນີ້​ເພື່ອ​ພວກ​ເຈົ້າ​ຈະ​ມີ​ຄວາມ​ສະຫງົບສຸກ​ຍ້ອນ​ຂ້ອຍ.+ ໃນ​ໂລກ​ນີ້​ພວກ​ເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳບາກ. ແຕ່​ຂໍ​ໃຫ້​ກ້າຫານ. ຂ້ອຍ​ຊະນະ​ໂລກ​ແລ້ວ!”+

17 ເມື່ອ​ພະ​ເຢຊູ​ເວົ້າ​ແບບ​ນັ້ນ​ແລ້ວ ເພິ່ນ​ກໍ​ເງີຍ​ໜ້າ​ຂຶ້ນ​ຟ້າ​ແລະ​ເວົ້າ​ວ່າ: “ພໍ່​ເອີ້ຍ ຮອດ​ເວລາ​ແລ້ວ ຂໍ​ໃຫ້​ພໍ່​ຍົກຍ້ອງ​ລູກ ເພື່ອ​ລູກ​ຈະ​ໄດ້​ຍົກຍ້ອງ​ພໍ່.+ 2 ພໍ່​ໃຫ້​ລູກ​ມີ​ອຳນາດ​ເໜືອ​ມະນຸດ​ທຸກ​ຄົນ​ແລ້ວ+ ເພື່ອ​ລູກ​ຈະ​ໃຫ້​ຊີວິດ​ຕະຫຼອດ​ໄປ+​ກັບ​ທຸກ​ຄົນ​ທີ່​ພໍ່​ຍົກ​ໃຫ້​ລູກ.+ 3 ຜູ້​ທີ່​ຈະ​ໄດ້​ຊີວິດຕະຫຼອດ​ໄປ+​ຕ້ອງ​ຮູ້​ຈັກ​ພໍ່*​ທີ່​ເປັນ​ພະເຈົ້າ​ທ່ຽງແທ້​ອົງ​ດຽວ+ ແລະ​ຮູ້​ຈັກ​ຜູ້​ທີ່​ພໍ່​ໃຊ້​ມາ​ເຊິ່ງ​ແມ່ນ​ເຢຊູ​ຄລິດ.+ 4 ລູກ​ໄດ້​ຍົກຍ້ອງ​ພໍ່​ໃນ​ໂລກ​ນີ້​ແລ້ວ+ ແລະ​ເຮັດ​ວຽກ​ທີ່​ພໍ່​ມອບໝາຍ​ໃຫ້​ເຮັດ​ຈົນ​ສຳເລັດ.+ 5 ພໍ່​ເອີ້ຍ ຕອນນີ້​ຂໍ​ໃຫ້​ລູກ​ໄດ້​ຮັບ​ກຽດ​ທີ່​ຈະ​ຢູ່​ຄຽງ​ຂ້າງ​ພໍ່ ເຊິ່ງ​ແມ່ນ​ກຽດ​ທີ່​ລູກ​ເຄີຍ​ມີ​ຕອນ​ທີ່​ຢູ່​ຄຽງ​ຂ້າງ​ພໍ່​ກ່ອນ​ຈະ​ມີ​ໂລກ​ນີ້.+

6 ຄົນ​ທີ່​ພໍ່​ແຍກ​ອອກ​ຈາກ​ໂລກ​ນີ້​ແລະ​ຍົກ​ໃຫ້​ລູກ ລູກ​ຊ່ວຍ​ເຂົາເຈົ້າ​ໃຫ້​ຮູ້​ຈັກ​ຊື່​ຂອງ​ພໍ່​ແລ້ວ.+ ເຂົາເຈົ້າ​ເປັນ​ຄົນ​ຂອງ​ພໍ່. ພໍ່​ຍົກ​ເຂົາເຈົ້າ​ໃຫ້​ລູກ​ແລະ​ເຂົາເຈົ້າ​ເຮັດ​ຕາມ​ຄຳສອນ​ຂອງ​ພໍ່. 7 ດຽວ​ນີ້​ເຂົາເຈົ້າ​ຮູ້​ແລ້ວ​ວ່າ ທຸກ​ຢ່າງ​ທີ່​ລູກ​ໄດ້​ຮັບ​ນັ້ນ​ກໍ​ມາ​ຈາກ​ພໍ່ 8 ຍ້ອນ​ລູກ​ບອກ​ເຂົາເຈົ້າ​ທຸກ​ຢ່າງ​ຕາມ​ທີ່​ພໍ່​ສອນ+ ແລະ​ເຂົາເຈົ້າ​ຮັບ​ເອົາ​ຄຳສອນ​ນັ້ນ​ແລ້ວ. ເຂົາເຈົ້າ​ໝັ້ນໃຈ​ວ່າ​ລູກ​ເປັນ​ຕົວແທນ​ຂອງ​ພໍ່+ ແລະ​ເຊື່ອ​ວ່າ​ພໍ່​ໃຊ້​ລູກ​ມາ.+ 9 ລູກ​ຂໍ​ເພື່ອ​ເຂົາເຈົ້າ ລູກ​ບໍ່​ໄດ້​ຂໍ​ເພື່ອ​ໂລກ​ນີ້ ແຕ່​ຂໍ​ເພື່ອ​ຄົນ​ທີ່​ພໍ່​ຍົກ​ໃຫ້​ລູກ ຍ້ອນ​ເຂົາເຈົ້າ​ເປັນ​ຄົນ​ຂອງ​ພໍ່. 10 ທຸກ​ສິ່ງ​ທີ່​ເປັນ​ຂອງ​ລູກ​ກໍ​ເປັນ​ຂອງ​ພໍ່ ແລະ​ທຸກ​ສິ່ງ​ທີ່​ເປັນ​ຂອງ​ພໍ່​ກໍ​ເປັນ​ຂອງ​ລູກ+ ແລະ​ເຂົາເຈົ້າ​ຍົກຍ້ອງ​ໃຫ້​ກຽດ​ລູກ​ແລ້ວ.

11 ລູກ​ຈະ​ບໍ່​ຢູ່​ໃນ​ໂລກ​ນີ້​ແລ້ວ ແຕ່​ເຂົາເຈົ້າ​ຍັງ​ຢູ່​ໃນ​ໂລກ​ຕໍ່​ໄປ.+ ລູກ​ຈະ​ໄປ​ຫາ​ພໍ່. ພໍ່​ຜູ້​ບໍລິສຸດ ຂໍ​ເບິ່ງແຍງ​ເຂົາເຈົ້າ+​ເພື່ອ​ເຫັນ​ແກ່​ຊື່​ຂອງ​ພໍ່​ເອງ ເຊິ່ງ​ເປັນ​ຊື່​ທີ່​ພໍ່​ໃຫ້​ລູກ​ໃຊ້.* ໃຫ້​ເຂົາເຈົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ຄື​ກັບ​ທີ່​ລູກ​ກັບ​ພໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.+ 12 ຕອນ​ທີ່​ລູກ​ຢູ່​ກັບ​ເຂົາເຈົ້າ ລູກ​ເບິ່ງແຍງ​ເຂົາເຈົ້າ+​ເພື່ອ​ເຫັນ​ແກ່​ຊື່​ຂອງ​ພໍ່​ເອງ ເຊິ່ງ​ເປັນ​ຊື່​ທີ່​ພໍ່​ໃຫ້​ລູກ​ໃຊ້. ລູກ​ປົກປ້ອງ​ເຂົາເຈົ້າ​ໄວ້ ແລະ​ແມ່ນ​ແຕ່​ຄົນ​ດຽວ​ກໍ​ບໍ່​ຖືກ​ທຳລາຍ+ ຍົກເວັ້ນ​ຄົນ​ທີ່​ຈະ​ຕ້ອງ​ຖືກ​ທຳລາຍ+​ຕາມ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ.+ 13 ຕອນນີ້ ລູກ​ກຳລັງ​ຈະ​ໄປ​ຫາ​ພໍ່ ແລະ​ລູກ​ເວົ້າ​ເຖິງ​ສິ່ງ​ເຫຼົ່າ​ນີ້​ຕອນ​ທີ່​ຍັງ​ຢູ່​ໃນ​ໂລກ ເພື່ອ​ເຂົາເຈົ້າ​ຈະ​ມີ​ຄວາມ​ສຸກ​ຄວາມ​ຍິນດີ​ຫຼາຍ​ຄື​ກັບ​ລູກ.+ 14 ລູກ​ບອກ​ຄຳສອນ​ຂອງ​ພໍ່​ໃຫ້​ເຂົາເຈົ້າ​ຮູ້​ແລ້ວ ແຕ່​ໂລກ​ນີ້​ຊັງ​ເຂົາເຈົ້າ ຍ້ອນ​ເຂົາເຈົ້າ​ບໍ່​ໄດ້​ເປັນ​ຄົນ​ຂອງ​ໂລກ+ ຄື​ກັບ​ທີ່​ລູກ​ບໍ່​ໄດ້​ເປັນ​ຄົນ​ຂອງ​ໂລກ.

15 ລູກ​ບໍ່​ໄດ້​ຂໍ​ພໍ່​ໃຫ້​ເອົາ​ເຂົາເຈົ້າ​ອອກ​ໄປ​ຈາກ​ໂລກ ແຕ່​ຂໍ​ໃຫ້​ປົກປ້ອງ​ເຂົາເຈົ້າ​ຈາກ​ໂຕ​ຊົ່ວ​ຮ້າຍ.+ 16 ເຂົາເຈົ້າ​ບໍ່​ໄດ້​ເປັນ​ຄົນ​ຂອງ​ໂລກ+ ຄື​ກັບ​ທີ່​ລູກ​ບໍ່​ໄດ້​ເປັນ​ຄົນ​ຂອງ​ໂລກ.+ 17 ຄຳເວົ້າ​ຂອງ​ພໍ່​ເປັນ​ຄວາມ​ຈິງ+ ຂໍ​ໃຫ້​ຄວາມ​ຈິງ​ນີ້​ເຮັດ​ໃຫ້​ເຂົາເຈົ້າ​ບໍລິສຸດ.*+ 18 ລູກ​ໃຊ້​ເຂົາເຈົ້າ​ໄປ​ໃນ​ໂລກ ຄື​ກັບ​ທີ່​ພໍ່​ໃຊ້​ລູກ​ມາ​ໂລກ​ນີ້.+ 19 ລູກ​ຮັກສາ​ໂຕ​ໃຫ້​ບໍລິສຸດ​ເພື່ອ​ປະໂຫຍດ​ຂອງ​ເຂົາເຈົ້າ ເພື່ອ​ເຂົາເຈົ້າ​ຈະ​ເປັນ​ຄົນ​ບໍລິສຸດ​ໄດ້​ດ້ວຍ​ຄວາມ​ຈິງ.

20 ລູກ​ບໍ່​ໄດ້​ຂໍ​ເພື່ອ​ເຂົາເຈົ້າ​ເທົ່າ​ນັ້ນ ແຕ່​ຂໍ​ເພື່ອ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ລູກ​ຫຼັງ​ຈາກ​ທີ່​ໄດ້​ຟັງ​ເຂົາເຈົ້າ​ສອນ. 21 ເຂົາເຈົ້າ​ຈະ​ໄດ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ+ ຄື​ກັບ​ທີ່​ພໍ່​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ລູກ ແລະ​ລູກ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພໍ່.+ ເຂົາເຈົ້າ​ຈະ​ໄດ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພວກ​ເຮົາ​ຄື​ກັນ ເພື່ອ​ໂລກ​ຈະ​ເຊື່ອ​ວ່າ​ພໍ່​ໃຊ້​ລູກ​ມາ. 22 ລູກ​ເຮັດ​ໃຫ້​ເຂົາເຈົ້າ​ມີ​ກຽດ ຄື​ກັບ​ທີ່​ພໍ່​ເຮັດ​ໃຫ້​ລູກ​ມີ​ກຽດ ເພື່ອ​ເຂົາເຈົ້າ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ ຄື​ກັບ​ທີ່​ພວກ​ເຮົາ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.+ 23 ລູກ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ເຂົາເຈົ້າ ແລະ​ພໍ່​ກໍ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ລູກ ເພື່ອ​ເຂົາເຈົ້າ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຢ່າງ​ແທ້​ຈິງ ໂລກ​ຈະ​ໄດ້​ຮູ້​ວ່າ​ພໍ່​ໃຊ້​ລູກ​ມາ​ແລະ​ຮູ້​ວ່າ​ພໍ່​ຮັກ​ເຂົາເຈົ້າ​ຄື​ກັບ​ທີ່​ຮັກ​ລູກ. 24 ພໍ່​ເອີ້ຍ ລູກຂໍ​ໃຫ້​ຄົນ​ທີ່​ພໍ່​ຍົກ​ໃຫ້​ລູກໄດ້​ຢູ່​ບ່ອນ​ດຽວ​ກັບ​ລູກ+ ເພື່ອ​ເຂົາເຈົ້າ​ຈະ​ໄດ້​ເຫັນ​ກຽດ​ທີ່​ລູກ​ໄດ້​ຮັບ​ຈາກ​ພໍ່ ຍ້ອນ​ພໍ່​ຮັກ​ລູກ​ຕັ້ງແຕ່​ກ່ອນ​ມີ​ໂລກ​ນີ້.*+ 25 ພໍ່​ຍຸຕິທຳ​ສະເໝີ. ໂລກ​ບໍ່​ຮູ້​ຈັກ​ພໍ່​ເລີຍ+ ແຕ່​ລູກ​ຮູ້​ຈັກ​ພໍ່+ ແລະ​ເຂົາເຈົ້າ​ທີ່​ຢູ່​ນີ້​ກໍ​ຮູ້​ແລ້ວ​ວ່າ​ພໍ່​ໃຊ້​ລູກ​ມາ. 26 ລູກ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້​ຈັກ​ຊື່​ຂອງ​ພໍ່​ແລ້ວ ແລະ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ຮູ້​ຈັກ​ຕໍ່​ໆ​ໄປ​ອີກ+ ເພື່ອ​ເຂົາເຈົ້າ​ຈະ​ຮັກ​ຄົນ​ອື່ນ​ຄື​ກັບ​ທີ່​ພໍ່​ຮັກ​ລູກ ແລະ​ລູກ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ເຂົາເຈົ້າ.”+

18 ເມື່ອ​ພະ​ເຢຊູ​ອະທິດຖານ​ແລ້ວ​ໆ​ ເພິ່ນ​ກໍ​ອອກ​ໄປ​ກັບ​ພວກ​ລູກສິດ ແລ້ວ​ຂ້າມ​ຮ່ອມພູ​ກິດໂຣນ+ ແລະ​ເຂົ້າ​ໄປ​ໃນ​ສວນ​ແຫ່ງ​ໜຶ່ງ.+ 2 ຢູດາ​ຜູ້​ທີ່​ທໍລະຍົດ​ພະ​ເຢຊູ​ກໍ​ຮູ້​ຈັກ​ສວນ​ນັ້ນ​ຄື​ກັນ ຍ້ອນ​ພະ​ເຢຊູ​ໄປ​ບ່ອນ​ນັ້ນ​ກັບ​ພວກ​ລູກສິດ​ເລື້ອຍ​ໆ​. 3 ຢູດາ​ຈຶ່ງ​ພາ​ທະຫານ​ກຸ່ມ​ໜຶ່ງ​ກັບ​ເຈົ້າ​ໜ້າທີ່​ຂອງ​ພວກ​ຫົວໜ້າ​ປະໂລຫິດ​ແລະ​ຂອງ​ພວກ​ຟາຣີຊາຍ​ໄປ​ບ່ອນ​ນັ້ນ. ເຂົາເຈົ້າ​ຖື​ໂຄມ​ໄຟ ຕະກຽງ ແລະ​ອາວຸດ​ມາ​ນຳ.+ 4 ພະ​ເຢຊູ​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ເພິ່ນ ເພິ່ນ​ຈຶ່ງ​ຍ່າງ​ອອກ​ມາ​ປະເຊີນ​ໜ້າ​ກັບ​ເຂົາເຈົ້າ​ແລະ​ຖາມ​ວ່າ: “ພວກ​ເຈົ້າ​ມາ​ຊອກ​ຫາ​ໃຜ?” 5 ເຂົາເຈົ້າ​ຕອບ​ວ່າ: “ເຢຊູ​ຄົນ​ນາຊາເຣັດ.”+ ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ຂ້ອຍ​ນິແຫຼະ.” ຢູດາ​ຜູ້​ທີ່​ທໍລະຍົດ​ກໍ​ຢືນ​ຢູ່​ນຳ​ເຂົາເຈົ້າ.+

6 ເມື່ອ​ພະ​ເຢຊູ​ເວົ້າ​ວ່າ “ຂ້ອຍ​ນິແຫຼະ” ເຂົາ​ເຈົ້າ​ກໍ​ພາ​ກັນ​ຫງາຍ​ເງີບ​ແລະ​ລົ້ມ​ລົງ​ພື້ນ.+ 7 ເພິ່ນ​ຖາມ​ອີກ​ເທື່ອ​ໜຶ່ງ​ວ່າ: “ພວກ​ເຈົ້າ​ມາ​ຊອກ​ຫາ​ໃຜ?” ເຂົາ​ເຈົ້າ​ຕອບ​ວ່າ: “ເຢຊູ​ຄົນ​ນາຊາເຣັດ.” 8 ພະ​ເຢຊູ​ບອກ​ວ່າ: “ຂ້ອຍ​ບອກ​ພວກ​ເຈົ້າ​ແລ້ວ​ວ່າ​ຂ້ອຍ​ນິແຫຼະ. ຖ້າ​ພວກ​ເຈົ້າ​ມາ​ຊອກ​ຫາ​ຂ້ອຍ ກໍ​ໃຫ້​ປ່ອຍ​ຄົນ​ເຫຼົ່າ​ນີ້​ໄປ.” 9 ພະ​ເຢຊູ​ເຮັດ​ແບບ​ນີ້​ກໍ​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ທີ່​ເພິ່ນ​ເຄີຍ​ບອກ​ໄວ້​ທີ່​ວ່າ: “ລູກ​ປົກປ້ອງ​ຜູ້​ທີ່​ພໍ່​ຍົກ​ໃຫ້​ລູກ ແລະ​ແມ່ນ​ແຕ່​ຄົນ​ດຽວ​ກໍ​ບໍ່​ເສຍ.”+

10 ຊີໂມນ​ເປໂຕ​ມີ​ດາບ​ດວງ​ໜຶ່ງ ລາວ​ຈຶ່ງ​ຖອດ​ດາບ​ອອກ​ມາ​ຟັນ​ທາດ​ຂອງ​ປະໂລຫິດ​ໃຫຍ່​ແລະ​ຖືກ​ຫູ​ເບື້ອງ​ຂວາ​ຂອງ​ລາວ​ຂາດ.+ ທາດ​ຜູ້​ນັ້ນ​ຊື່​ມາລະໂຂ. 11 ແຕ່​ພະ​ເຢຊູ​ບອກ​ເປໂຕ​ວ່າ: “ເອົາ​ດາບ​ມ້ຽນ​ໄວ້​ໃນ​ຝັກ​ສະ.+ ຈອກ*​ທີ່​ພໍ່​ໃຫ້​ຂ້ອຍ​ກິນ ຂ້ອຍ​ຈະ​ບໍ່​ກິນ​ບໍ?”+

12 ຈາກນັ້ນ ພວກ​ທະຫານ​ກັບ​ນາຍ​ພັນ ແລະ​ພວກ​ເຈົ້າ​ໜ້າທີ່​ຂອງ​ຜູ້​ນຳ​ຄົນ​ຢິວ​ກໍ​ຈັບ​ພະ​ເຢຊູ​ມັດ​ໄວ້. 13 ທຳອິດ​ເຂົາເຈົ້າ​ພາ​ເພິ່ນ​ໄປ​ຫາ​ອັນນາ ຍ້ອນ​ລາວ​ເປັນ​ພໍ່​ເຖົ້າ​ຂອງ​ກາຢະຟາ+​ທີ່​ເປັນ​ປະໂລຫິດ​ໃຫຍ່​ໃນ​ປີ​ນັ້ນ.+ 14 ກາຢະຟາ​ຜູ້​ນີ້​ເຄີຍ​ແນະນຳ​ພວກ​ຜູ້​ນຳ​ຄົນ​ຢິວ​ວ່າ ເພື່ອ​ປະໂຫຍດ​ຂອງ​ເຂົາເຈົ້າ​ເອງ ໃຫ້​ຄົນ​ໜຶ່ງ​ຕາຍ​ແທນ​ປະຊາຊົນ​ກໍ​ດີ​ກວ່າ.+

15 ຊີໂມນ​ເປໂຕ​ກັບ​ລູກສິດ​ອີກ​ຜູ້​ໜຶ່ງ​ນຳ​ພະ​ເຢຊູ​ໄປ.+ ລູກສິດ​ຜູ້​ນັ້ນ​ຮູ້​ຈັກ​ກັບ​ປະໂລຫິດ​ໃຫຍ່ ລາວ​ຈຶ່ງ​ນຳ​ພະ​ເຢຊູ​ເຂົ້າ​ໄປ​ໃນ​ເດີ່ນ​ບ້ານ​ຂອງ​ປະໂລຫິດ​ໃຫຍ່ 16 ແຕ່​ເປໂຕ​ຢືນ​ຢູ່​ປະຕູ​ທາງເຂົ້າ ແລ້ວ​ລູກສິດ​ຜູ້​ທີ່​ຮູ້​ຈັກ​ກັບ​ປະໂລຫິດ​ໃຫຍ່​ກໍ​ອອກ​ມາ​ເວົ້າ​ກັບ​ສາວໃຊ້​ທີ່​ເຝົ້າ​ປະຕູ​ຢູ່​ແລະ​ພາ​ເປໂຕ​ເຂົ້າ​ໄປ​ທາງ​ໃນ. 17 ສາວໃຊ້​ຄົນ​ນັ້ນ​ຖາມ​ເປໂຕ​ວ່າ: “ເຈົ້າ​ກໍ​ເປັນ​ລູກສິດ​ຂອງ​ຜູ້​ນັ້ນ​ຄື​ກັນ​ບໍ່​ແມ່ນ​ບໍ?” ລາວ​ຕອບ​ວ່າ: “ບໍ່ ຂ້ອຍ​ບໍ່​ແມ່ນ.”+ 18 ພວກ​ທາດ​ກັບ​ພວກ​ເຈົ້າ​ໜ້າທີ່​ເອົາ​ຖ່ານ​ມາ​ດັງ​ໄຟ ແລ້ວ​ພາກັນ​ຢືນ​ຝີງ​ໄຟ​ຢູ່​ຍ້ອນ​ອາກາດ​ໜາວ. ເປໂຕ​ກໍ​ເຂົ້າ​ໄປ​ຢືນ​ຝີງ​ໄຟ​ນຳ​ເຂົາເຈົ້າ​ຄື​ກັນ.

19 ຫົວໜ້າ​ປະໂລຫິດ​ສໍ້​ຖາມ​ພະ​ເຢຊູ​ກ່ຽວກັບ​ພວກ​ລູກສິດ​ແລະ​ຄຳສອນ​ຂອງ​ເພິ່ນ. 20 ພະ​ເຢຊູ​ຕອບ​ລາວ​ວ່າ: “ຂ້ອຍ​ເວົ້າ​ຕໍ່​ໜ້າ​ທຸກ​ຄົນ​ຢ່າງ​ເປີດເຜີຍ. ຂ້ອຍ​ສອນ​ຢູ່​ບ່ອນ​ປະຊຸມ​ແລະ​ຢູ່​ວິຫານ+​ທີ່​ຄົນ​ຢິວ​ມາ​ລວມ​ກັນ ຂ້ອຍ​ບໍ່​ໄດ້​ເວົ້າ​ຫຍັງ​ໃນ​ບ່ອນ​ລັບ​ໆ​. 21 ເຈົ້າ​ມາ​ຖາມ​ຂ້ອຍ​ເຮັດ​ຫຍັງ? ໄປ​ຖາມ​ຄົນ​ທີ່​ໄດ້​ຍິນ​ຂ້ອຍ​ເວົ້າ​ແມ້. ເຂົາເຈົ້າ​ຮູ້​ວ່າ​ຂ້ອຍ​ເວົ້າ​ຫຍັງ.” 22 ເມື່ອ​ພະ​ເຢຊູ​ເວົ້າ​ແບບ​ນັ້ນ ເຈົ້າ​ໜ້າທີ່​ຄົນ​ໜຶ່ງ​ທີ່​ຢືນ​ຢູ່​ໃກ້​ໆ​ກໍ​ຕົບ​ໜ້າ​ພະ​ເຢຊູ+​ແລະ​ເວົ້າ​ວ່າ: “ເຈົ້າ​ຕອບ​ຫົວໜ້າ​ປະໂລຫິດ​ແບບ​ນີ້​ຫວະ?” 23 ພະ​ເຢຊູ​ຕອບ​ວ່າ: “ຖ້າ​ຂ້ອຍ​ເວົ້າ​ຫຍັງ​ຜິດ​ກໍ​ໃຫ້​ເອົາ​ຫຼັກຖານ​ມາ​ຢືນຢັນ ແຕ່​ຖ້າ​ຂ້ອຍ​ເວົ້າ​ຖືກ ເຈົ້າ​ມາ​ຕົບ​ໜ້າ​ຂ້ອຍ​ເຮັດ​ຫຍັງ?” 24 ແລ້ວ​ອັນນາ​ກໍ​ໃຫ້​ຄົນ​ສົ່ງ​ພະ​ເຢຊູ​ທີ່​ຖືກ​ມັດ​ຢູ່​ໄປ​ໃຫ້​ປະໂລຫິດ​ໃຫຍ່​ກາຢະຟາ.+

25 ຕອນ​ທີ່​ຊີໂມນ​ເປໂຕ​ຢືນ​ຝີງ​ໄຟ​ຢູ່ ຄົນ​ທີ່​ຢູ່​ຫັ້ນ​ໄດ້​ຖາມ​ລາວ​ວ່າ: “ເຈົ້າ​ກໍ​ເປັນ​ລູກສິດ​ຂອງ​ຜູ້​ນັ້ນ​ຄື​ກັນ​ບໍ່​ແມ່ນ​ບໍ?” ລາວ​ປະຕິເສດ​ວ່າ: “ບໍ່ ຂ້ອຍ​ບໍ່​ແມ່ນ.”+ 26 ມີ​ທາດ​ຄົນ​ໜຶ່ງ​ຂອງ​ປະໂລຫິດ​ໃຫຍ່​ທີ່​ເປັນ​ພີ່ນ້ອງ​ກັບ​ຜູ້​ທີ່​ຖືກ​ເປໂຕ​ຟັນ​ຫູ​ຂາດ+​ເວົ້າ​ຂຶ້ນ​ມາ​ວ່າ: “ຂ້ອຍ​ເຫັນ​ເຈົ້າ​ຢູ່​ກັບ​ຜູ້​ນັ້ນ​ໃນ​ສວນ​ບໍ່​ແມ່ນ​ບໍ?” 27 ເປໂຕ​ປະຕິເສດ​ອີກ ແລະ​ທັນໃດ​ນັ້ນ​ໄກ່​ກໍ​ຂັນ.+

28 ໃນ​ຕອນ​ເຊົ້າ​ໆ​ ເຂົາເຈົ້າ​ເອົາ​ພະ​ເຢຊູ​ຈາກ​ເຮືອນ​ຂອງ​ກາຢະຟາ​ໄປ​ເຮືອນ​ເຈົ້າແຂວງ+ ແຕ່​ເຂົາເຈົ້າ​ບໍ່​ຍອມ​ເຂົ້າ​ໄປ​ໃນ​ເຮືອນ ຍ້ອນ​ການ​ເຮັດ​ແບບ​ນັ້ນ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ສະອາດ+​ແລະ​ຈະ​ກິນ​ປັດສະຄາ​ບໍ່​ໄດ້. 29 ປີລາດ​ຈຶ່ງ​ອອກ​ມາ​ຫາ​ເຂົາເຈົ້າ​ຢູ່​ທາງ​ນອກ​ແລະ​ຖາມ​ວ່າ: “ພວກ​ເຈົ້າ​ຟ້ອງ​ຜູ້​ຊາຍ​ຄົນ​ນີ້​ຍ້ອນ​ຂໍ້ຫາ​ຫຍັງ?” 30 ເຂົາເຈົ້າ​ຕອບ​ປີລາດ​ວ່າ: “ຖ້າ​ຜູ້​ນີ້​ບໍ່​ໄດ້​ເຮັດ​ຫຍັງ​ຜິດ* ພວກ​ເຮົາ​ຄື​ຊິ​ບໍ່​ສົ່ງ​ລາວ​ມາ​ໃຫ້​ທ່ານ​ດອກ.” 31 ປີລາດ​ບອກ​ເຂົາເຈົ້າ​ວ່າ: “ເອົາ​ລາວ​ໄປ​ຕັດສິນ​ກັນເອງ​ຕາມ​ກົດໝາຍ​ຂອງ​ພວກ​ເຈົ້າ​ສະ.”+ ພວກ​ຜູ້​ນຳ​ຄົນ​ຢິວ​ບອກ​ວ່າ: “ພວກ​ເຮົາ​ບໍ່​ມີ​ອຳນາດ​ຈະ​ຂ້າ​ຜູ້​ໃດ.”+ 32 ເລື່ອງ​ນີ້​ເປັນ​ໄປ​ຕາມ​ທີ່​ພະ​ເຢຊູ​ເຄີຍ​ບອກ​ໄວ້​ວ່າ​ເພິ່ນ​ຈະ​ຕາຍ​ແນວ​ໃດ.+

33 ປີລາດ​ກັບ​ເຂົ້າ​ໄປ​ໃນ​ເຮືອນ ແລ້ວ​ເອີ້ນ​ພະ​ເຢຊູ​ມາ​ຖາມ​ວ່າ: “ເຈົ້າ​ເປັນ​ກະສັດ​ຂອງ​ຄົນ​ຢິວ​ບໍ?”+ 34 ພະ​ເຢຊູ​ເວົ້າ​ວ່າ: “ເຈົ້າ​ຖາມ​ແບບ​ນີ້ ຍ້ອນ​ເຈົ້າ​ຄິດ​ເອງ​ຫຼື​ວ່າ​ມີ​ຄົນ​ບອກ​ເຈົ້າ?” 35 ປີລາດ​ຕອບ​ວ່າ: “ເຈົ້າ​ກໍ​ຮູ້​ວ່າ​ຂ້ອຍ​ບໍ່​ແມ່ນ​ຄົນ​ຢິວ. ຄົນ​ຊາດ​ດຽວ​ກັບ​ເຈົ້າ​ແລະ​ພວກ​ຫົວໜ້າ​ປະໂລຫິດ​ສົ່ງ​ເຈົ້າ​ມາ​ໃຫ້​ຂ້ອຍ. ເຈົ້າ​ເຮັດ​ຫຍັງ​ຜິດ?” 36 ພະ​ເຢຊູ​ຕອບ​ວ່າ:+ “ການ​ປົກຄອງ​ຂອງ​ຂ້ອຍ​ບໍ່​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ​ນີ້.+ ຖ້າ​ການ​ປົກຄອງ​ຂອງ​ຂ້ອຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ໂລກ​ນີ້ ຄົນ​ຂອງ​ຂ້ອຍ​ຄື​ຊິ​ຕໍ່ສູ້​ບໍ່​ໃຫ້​ພວກ​ຢິວ​ຈັບ​ຂ້ອຍ​ໄດ້.+ ແຕ່​ທີ່ຈິງ​ແລ້ວ ການ​ປົກຄອງ​ຂອງ​ຂ້ອຍ​ບໍ່​ໄດ້​ຮັບ​ອຳນາດ​ຈາກ​ໂລກ​ນີ້.” 37 ປີລາດ​ຈຶ່ງ​ຖາມ​ພະ​ເຢຊູ​ວ່າ: “ຄັນຊັ້ນ ເຈົ້າ​ເປັນ​ກະສັດ​ຂອງ​ຄົນ​ຢິວ​ບໍ?” ພະ​ເຢຊູ​ຕອບ​ວ່າ: “ແມ່ນ​ແລ້ວ*+ ແລະ​ເຫດຜົນ​ທີ່​ຂ້ອຍ​ເກີດ​ມາ​ແລະ​ມາ​ໂລກ​ນີ້​ກໍ​ເພື່ອ​ເປັນ​ພະຍານ​ຢືນຢັນ​ຄວາມ​ຈິງ.+ ທຸກ​ຄົນ​ທີ່​ຕິດຕາມ​ຄວາມ​ຈິງ​ຈະ​ຟັງ​ຂ້ອຍ.” 38 ປີລາດ​ຖາມ​ພະ​ເຢຊູ​ວ່າ: “ຄວາມ​ຈິງ​ນັ້ນ​ແມ່ນ​ຫຍັງ?”

ເມື່ອ​ເວົ້າ​ແບບ​ນັ້ນ​ແລ້ວ ລາວ​ກໍ​ອອກ​ໄປ​ຫາ​ພວກ​ຜູ້​ນຳ​ຄົນ​ຢິວ​ອີກ​ແລະ​ເວົ້າ​ວ່າ: “ຂ້ອຍ​ບໍ່​ເຫັນ​ວ່າ​ຜູ້​ນີ້​ມີ​ຄວາມ​ຜິດ​ຫຍັງ.+ 39 ອີກ​ຢ່າງ​ໜຶ່ງ ພວກ​ເຈົ້າ​ມີ​ທຳນຽມ​ໃຫ້​ປ່ອຍ​ນັກໂທດ​ຄົນ​ໜຶ່ງ​ໃຫ້​ພວກ​ເຈົ້າ​ໃນ​ຍາມ​ເທດສະການ​ປັດສະຄາ.+ ພວກ​ເຈົ້າ​ຢາກ​ໃຫ້​ຂ້ອຍ​ປ່ອຍ​ກະສັດ​ຂອງ​ຄົນ​ຢິວ​ບໍ?” 40 ຄົນ​ພວກ​ນັ້ນ​ຮ້ອງ​ຂຶ້ນ​ວ່າ: “ບໍ່​ປ່ອຍ​ຜູ້​ນີ້ ແຕ່​ປ່ອຍ​ບາຣາບາ!” ບາຣາບາ​ແມ່ນ​ໂຈນ​ຄົນ​ໜຶ່ງ.+

19 ປີລາດ​ສັ່ງ​ພວກ​ທະຫານ​ໃຫ້​ເອົາ​ພະ​ເຢຊູ​ໄປ​ແລະ​ໃຫ້​ເອົາ​ແສ້​ທີ່​ມີ​ແນວ​ແຫຼມ​ໆ​ຕິດ​ຢູ່​ຟາດ​ເພິ່ນ.+ 2 ພວກ​ທະຫານ​ເອົາ​ໜາມ​ສານ​ເປັນ​ມົງກຸດ​ແລ້ວ​ສຸບ​ໃສ່​ຫົວ​ພະ​ເຢຊູ​ແລະ​ເອົາ​ເສື້ອ​ຄຸມ​ສີ​ມ່ວງ​ມາ​ໃສ່​ໃຫ້​ເພິ່ນ+ 3 ແລ້ວ​ເຂົາເຈົ້າ​ກໍ​ປ່ຽນ​ກັນ​ມາ​ເຍາະເຍີ້ຍ​ພະ​ເຢຊູ​ວ່າ: “ຂໍ​ກົ້ມ​ຄຳນັບ​ກະສັດ​ຂອງ​ຄົນ​ຢິວ!” ເຂົາເຈົ້າ​ຍັງ​ຕົບ​ໜ້າ​ເພິ່ນ​ນຳ​ອີກ.+ 4 ປີລາດ​ອອກ​ໄປ​ເວົ້າ​ກັບ​ພວກ​ຢິວ​ອີກ​ວ່າ: “ເບິ່ງ​ແມ້! ຂ້ອຍ​ພາ​ລາວ​ອອກ​ມາ​ຫາ​ພວກ​ເຈົ້າ​ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ຮູ້​ວ່າ​ຂ້ອຍ​ບໍ່​ເຫັນ​ວ່າ​ລາວ​ມີ​ຄວາມ​ຜິດ​ຫຍັງ.”+ 5 ພະ​ເຢຊູ​ອອກ​ມາ​ພ້ອມ​ທັງ​ໃສ່​ມົງກຸດ​ໜາມ​ແລະ​ເສື້ອ​ຄຸມ​ສີ​ມ່ວງ. ປີລາດ​ເວົ້າ​ກັບ​ພວກ​ຢິວ​ວ່າ: “ເບິ່ງ​ຜູ້​ຊາຍ​ຄົນ​ນີ້​ແມ້!” 6 ແຕ່​ເມື່ອ​ພວກ​ຫົວໜ້າ​ປະໂລຫິດ​ກັບ​ພວກ​ເຈົ້າ​ໜ້າທີ່​ເຫັນ​ພະ​ເຢຊູ ເຂົາເຈົ້າ​ກໍ​ຮ້ອງ​ຂຶ້ນ​ວ່າ: “ເອົາ​ລາວ​ໄປ​ຄຶງ​ໄວ້​ເທິງ​ເສົາ! ເອົາ​ລາວ​ໄປ​ຄຶງ​ໄວ້​ເທິງ​ເສົາ!”*+ ປີລາດ​ບອກ​ເຂົາເຈົ້າ​ວ່າ: “ພວກ​ເຈົ້າ​ເອົາ​ລາວ​ໄປ​ຄຶງ​ເອງ​ແມະ ຂ້ອຍ​ບໍ່​ເຫັນ​ວ່າ​ລາວ​ມີ​ຄວາມ​ຜິດ​ຫຍັງ.”+ 7 ພວກ​ຢິວ​ເວົ້າ​ວ່າ: “ພວກ​ເຮົາ​ມີ​ກົດໝາຍ​ແລະ​ຕາມ​ກົດໝາຍ​ນັ້ນ​ລາວ​ສົມຄວນ​ຕາຍ+ ຍ້ອນ​ລາວ​ຕັ້ງ​ໂຕ​ເປັນ​ລູກ​ຂອງ​ພະເຈົ້າ.”+

8 ເມື່ອ​ປີລາດ​ໄດ້​ຍິນ​ແບບ​ນັ້ນ​ກໍ​ແຮ່ງ​ຢ້ານ. 9 ລາວ​ກັບ​ເຂົ້າ​ໄປ​ໃນ​ເຮືອນ​ແລະ​ຖາມ​ພະ​ເຢຊູ​ວ່າ: “ເຈົ້າ​ມາ​ຈາກ​ໃສ​ແທ້​ໆ​?” ແຕ່​ພະ​ເຢຊູ​ບໍ່​ຕອບ.+ 10 ປີລາດ​ຈຶ່ງ​ເວົ້າ​ວ່າ: “ເຈົ້າ​ບໍ່​ຍອມ​ເວົ້າ​ກັບ​ຂ້ອຍ​ຫວະ? ເຈົ້າ​ຮູ້​ບໍ​ວ່າ​ຂ້ອຍ​ມີ​ອຳນາດ​ຈະ​ປ່ອຍ​ເຈົ້າ​ຫຼື​ປະຫານ​ເຈົ້າ​ກໍ​ໄດ້?” 11 ພະ​ເຢຊູ​ຕອບ​ວ່າ: “ເຈົ້າ​ຈະ​ມີ​ອຳນາດ​ເໜືອ​ຂ້ອຍ​ບໍ່​ໄດ້​ດອກ ຖ້າ​ບໍ່​ໄດ້​ຮັບ​ອຳນາດ​ຈາກ​ພະເຈົ້າ. ຍ້ອນ​ແນວ​ນີ້​ແຫຼະ ຄົນ​ທີ່​ມອບ​ຂ້ອຍ​ໄວ້​ໃນ​ມື​ເຈົ້າ​ກໍ​ມີ​ຄວາມ​ຜິດ​ຫຼາຍ​ກວ່າ​ເຈົ້າ.”

12 ປີລາດ​ຈຶ່ງ​ພະຍາຍາມ​ຫາ​ທາງ​ປ່ອຍ​ພະ​ເຢຊູ ແຕ່​ພວກ​ຢິວ​ຮ້ອງ​ຂຶ້ນ​ວ່າ: “ຖ້າ​ທ່ານ​ປ່ອຍ​ລາວ ທ່ານ​ກໍ​ເປັນ​ສັດຕູ​ກັບ​ກາຍຊາ.* ທຸກ​ຄົນ​ທີ່​ຕັ້ງ​ໂຕເອງ​ເປັນ​ກະສັດ​ກໍ​ຕໍ່ຕ້ານ​ກາຍຊາ.”+ 13 ເມື່ອ​ປີລາດ​ໄດ້​ຍິນ​ແບບ​ນັ້ນ​ກໍ​ພາ​ພະ​ເຢຊູ​ອອກ​ມາ ແລ້ວ​ລາວ​ກໍ​ນັ່ງ​ເທິງ​ບັນລັງ​ຕັດສິນ​ເຊິ່ງ​ຕັ້ງ​ຢູ່​ບ່ອນ​ທີ່​ເອີ້ນ​ວ່າ​ເດີ່ນ​ຫີນ. ໃນ​ພາສາ​ເຮັບເຣີ​ເອີ້ນ​ວ່າ​ຄັບບາທາ. 14 ຕອນ​ນັ້ນ​ເປັນ​ເວລາ​ປະມານ​ຕອນ​ທ່ຽງ*​ຂອງ​ມື້​ກຽມ*+​ສຳລັບ​ປັດສະຄາ. ປີລາດ​ເວົ້າ​ກັບ​ພວກ​ຢິວ​ວ່າ: “ເບິ່ງ​ແມ້! ກະສັດ​ຂອງ​ພວກ​ເຈົ້າ!” 15 ແຕ່​ພວກ​ຢິວ​ຮ້ອງ​ຂຶ້ນ​ວ່າ: “ຂ້າ​ລາວ​ໂລດ! ຂ້າ​ລາວ​ໂລດ! ເອົາ​ລາວ​ໄປ​ຄຶງ​ໄວ້​ເທິງ​ເສົາ!” ປີລາດ​ຖາມ​ເຂົາເຈົ້າ​ວ່າ: “ຊິ​ໃຫ້​ຂ້ອຍ​ປະຫານ​ກະສັດ​ຂອງ​ພວກ​ເຈົ້າ​ຫວະ?” ພວກ​ຫົວໜ້າ​ປະໂລຫິດ​ຕອບ​ວ່າ: “ພວກ​ເຮົາ​ບໍ່​ມີ​ກະສັດ​ອື່ນ​ນອກ​ຈາກ​ກາຍຊາ.” 16 ປີລາດ​ຈຶ່ງ​ຍອມ​ໃຫ້​ເຂົາເຈົ້າ​ເອົາ​ພະ​ເຢຊູ​ໄປ​ປະຫານ​ເທິງ​ເສົາ.+

ພວກ​ທະຫານ​ກໍ​ເອົາ​ພະ​ເຢຊູ​ໄປ. 17 ພະ​ເຢຊູ​ແບກ​ເສົາ​ທໍລະມານ*​ຂອງ​ໂຕເອງ ແລະ​ເພິ່ນ​ອອກ​ໄປ​ຮອດ​ບ່ອນ​ໜຶ່ງ​ທີ່​ມີ​ຊື່​ໃນ​ພາສາ​ເຮັບເຣີ​ວ່າ​ໂຄລະໂຄທາ+​ທີ່​ແປ​ວ່າ​ຫົວ​ກະໂຫຼກ.+ 18 ແລ້ວ​ພວກ​ທະຫານ​ກໍ​ຄຶງ​ພະ​ເຢຊູ​ໄວ້​ເທິງ​ເສົາ.+ ມີ​ຜູ້​ຊາຍ 2 ຄົນ​ຖືກ​ຄຶງ​ຢູ່​ນຳ​ເພິ່ນ​ຂ້າງ​ລະ​ຄົນ ພະ​ເຢຊູ​ຢູ່​ທາງ​ກາງ.+ 19 ປີລາດ​ໃຫ້​ຂຽນ​ປ້າຍ​ຕິດ​ໄວ້​ເທິງ​ເສົາ​ທໍລະມານ​ນຳ​ອີກ. ປ້າຍ​ນັ້ນ​ຂຽນ​ວ່າ: “ເຢຊູ​ຄົນ​ນາຊາເຣັດ ກະສັດ​ຂອງ​ຄົນ​ຢິວ.”+ 20 ຄົນ​ຢິວ​ຫຼາຍ​ຄົນ​ໄດ້​ອ່ານ​ປ້າຍ​ນັ້ນ ຍ້ອນ​ບ່ອນ​ທີ່​ພະ​ເຢຊູ​ຖືກ​ຄຶງ​ເທິງ​ເສົາ​ຢູ່​ໃກ້​ເມືອງ ແລະ​ປ້າຍ​ນັ້ນ​ຂຽນ​ເປັນ​ພາສາ​ເຮັບເຣີ ລາຕິນ ແລະ​ກຣີກ. 21 ພວກ​ຫົວໜ້າ​ປະໂລຫິດ​ຂອງ​ຄົນ​ຢິວ​ບອກ​ປີລາດ​ວ່າ: “ຢ່າ​ຂຽນ​ວ່າ ‘ກະສັດ​ຂອງ​ຄົນ​ຢິວ’ ແຕ່​ໃຫ້​ຂຽນ​ວ່າ ‘ຜູ້​ນີ້​ອ້າງ​ວ່າ​ເປັນ​ກະສັດ​ຂອງ​ຄົນ​ຢິວ.’” 22 ປີລາດ​ຕອບ​ວ່າ: “ຂ້ອຍ​ຈະ​ຂຽນ​ແບບ​ນີ້​ແຫຼະ.”

23 ເມື່ອ​ພວກ​ທະຫານ​ຄຶງ​ພະ​ເຢຊູ​ໄວ້​ເທິງ​ເສົາ​ແລ້ວ ເຂົາເຈົ້າ​ກໍ​ເອົາ​ເສື້ອ​ຄຸມ​ຂອງ​ເພິ່ນ​ມາ​ແບ່ງ​ເປັນ 4 ສ່ວນ ແລ້ວ​ເອົາ​ໄປ​ຄົນ​ລະ​ສ່ວນ. ແຕ່​ເມື່ອ​ເຂົາເຈົ້າ​ຈັບ​ເອົາ​ເສື້ອ​ໂຕ​ທາງ​ໃນ​ມາ ກໍ​ເຫັນ​ວ່າ​ເສື້ອ​ນັ້ນ​ບໍ່​ມີ​ຮອຍ​ຕໍ່ ຍ້ອນ​ຕ່ຳ​ເປັນ​ຜືນ​ດຽວ​ໝົດ​ໂຕ. 24 ເຂົາເຈົ້າ​ຈຶ່ງ​ເວົ້າ​ວ່າ: “ຢ່າ​ຈີກ​ເສື້ອ​ໂຕ​ນີ້ ໃຫ້​ຈົກ​ສະຫຼາກ​ເອົາ​ວ່າ​ໃຜ​ຊິ​ໄດ້.”+ ເລື່ອງ​ນີ້​ເປັນ​ໄປ​ຕາມ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ​ທີ່​ວ່າ: “ເຂົາເຈົ້າ​ເອົາ​ເຄື່ອງນຸ່ງ​ຂອງ​ລູກ​ມາ​ແບ່ງ​ກັນ ແລະ​ເອົາ​ເສື້ອ​ຜ້າ​ຂອງ​ລູກ​ມາ​ຈົກ​ສະຫຼາກ.”+ ພວກ​ທະຫານ​ກໍ​ເຮັດ​ແບບ​ນັ້ນ​ແທ້​ໆ​.

25 ຄົນ​ທີ່​ຢືນ​ຢູ່​ໃກ້​ໆ​ເສົາ​ທໍລະມານ​ຂອງ​ພະ​ເຢຊູ​ມີ​ແມ່+​ກັບ​ນ້າ​ສາວ​ຂອງ​ເພິ່ນ ແລະ​ມາຣິອາ​ເມຍ​ຂອງ​ໂຄປັດ​ກັບ​ມາຣິອາ​ຄົນ​ມັກດາເລນ.+ 26 ເມື່ອ​ພະ​ເຢຊູ​ເຫັນ​ແມ່​ກັບ​ລູກສິດ​ທີ່​ເພິ່ນ​ຮັກ+​ຢືນ​ຢູ່​ໃກ້​ໆ​ ເພິ່ນ​ກໍ​ບອກ​ແມ່​ວ່າ: “ແມ່​ເອີ້ຍ! ຕັ້ງແຕ່​ນີ້​ໄປ​ລາວ​ເປັນ​ລູກ​ຂອງ​ແມ່​ເດີ້!” 27 ແລ້ວ​ບອກ​ລູກສິດ​ຜູ້​ນັ້ນ​ວ່າ: “ນີ້​ແມ່ນ​ແມ່​ຂອງ​ເຈົ້າ.” ຕັ້ງແຕ່​ນັ້ນ​ມາ ລູກສິດ​ຜູ້​ນັ້ນ​ກໍ​ເອົາ​ມາຣິອາ​ໄປ​ຢູ່​ນຳ.

28 ຫຼັງ​ຈາກນັ້ນ ເມື່ອ​ພະ​ເຢຊູ​ຮູ້​ວ່າ​ເຮັດ​ທຸກ​ຢ່າງ​ສຳເລັດ​ແລ້ວ ແລະ​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ ເພິ່ນ​ຈຶ່ງ​ເວົ້າ​ວ່າ: “ຂ້ອຍ​ຫິວ​ນ້ຳ.”+ 29 ຢູ່​ຫັ້ນ​ມີ​ໄຫ​ໃສ່​ເຫຼົ້າແວງ​ສົ້ມ​ຕັ້ງ​ຢູ່​ໄຫ​ໜຶ່ງ ເຂົາເຈົ້າ​ຈຶ່ງ​ເອົາ​ຟອງ​ນ້ຳ​ຈຸບ​ເຫຼົ້າແວງ​ສົ້ມ​ແລະ​ສຽບ​ໃສ່​ປາຍ​ກ້ານ​ຫູ​ສົບ* ແລ້ວ​ຍົກ​ຂຶ້ນ​ໃຫ້​ຮອດ​ປາກ​ພະ​ເຢຊູ.+ 30 ພະ​ເຢຊູ​ຊີມ​ເຫຼົ້າແວງ​ສົ້ມ​ແລ້ວ​ເວົ້າ​ວ່າ: “ສຳເລັດ​ແລ້ວ!”+ ຈາກນັ້ນ ຄໍ​ຂອງ​ເພິ່ນ​ກໍພັບ​ລົງ ແລ້ວ​ເພິ່ນ​ກໍ​ຕາ​ຍ.+

31 ມື້​ນັ້ນ​ເປັນ​ມື້​ກຽມ+ ພວກ​ຢິວ​ຈຶ່ງ​ຂໍ​ປີລາດ​ສັ່ງ​ໃຫ້​ທຸບ​ຂາ​ຂອງ​ຄົນ​ທີ່​ຖືກ​ຄຶງ​ໃຫ້​ຫັກ​ແລ້ວ​ເອົາ​ສົບ​ລົງ​ມາ ເພື່ອ​ບໍ່​ໃຫ້​ສົບ​ຄ້າງ​ຢູ່​ເທິງ​ເສົາ​ທໍລະມານ+​ໃນ​ວັນ​ຊະບາໂຕ (ຍ້ອນ​ວັນ​ຊະບາໂຕ​ນັ້ນ​ເປັນ​ວັນ​ຊະບາໂຕ​ພິເສດ).*+ 32 ພວກ​ທະຫານ​ກໍ​ມາ​ທຸບ​ຂາ​ຂອງ 2 ຄົນ​ນັ້ນ​ທີ່​ຖືກ​ຄຶງ​ຢູ່​ເທິງ​ເສົາ​ທາງ​ຂ້າງ​ພະ​ເຢຊູ. 33 ແຕ່​ເມື່ອ​ມາ​ຮອດ​ພະ​ເຢຊູ ເຂົາເຈົ້າ​ເຫັນ​ວ່າ​ເພິ່ນ​ຕາຍ​ແລ້ວ ຈຶ່ງ​ບໍ່​ໄດ້​ທຸບ​ຂາ​ຂອງ​ເພິ່ນ​ໃຫ້​ຫັກ. 34 ທະຫານ​ຄົນ​ໜຶ່ງ​ເອົາ​ຫອກ​ມາ​ແທງ​ທາງ​ຂ້າງ​ພະ​ເຢຊູ+ ເລືອດ​ກັບ​ນ້ຳ​ກໍ​ໄຫຼ​ອອກ​ມາ​ທັນທີ. 35 ຄົນ​ທີ່​ເລົ່າ​ເລື່ອງ​ນີ້​ເປັນ​ຄົນ​ທີ່​ເຫັນ​ເຫດການ. ຄຳເວົ້າ​ຂອງ​ລາວ​ເປັນ​ຄວາມ​ຈິງ. ລາວ​ຮູ້​ວ່າ​ເລື່ອງ​ທີ່​ລາວ​ເລົ່າ​ເປັນ​ເລື່ອງ​ຈິງ ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ເຊື່ອ​ຄື​ກັນ.+ 36 ເຫດການ​ນີ້​ເກີດຂຶ້ນ​ແທ້​ຕາມ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ​ທີ່​ວ່າ: “ກະດູກ​ຂອງ​ລາວ​ບໍ່​ມີ​ທ່ອນ​ໃດ​ຫັກ​ເລີຍ.”+ 37 ມີ​ອີກ​ຂໍ້​ໜຶ່ງ​ທີ່​ຂຽນ​ໄວ້​ວ່າ: “ເຂົາເຈົ້າ​ຈະ​ແນມ​ເບິ່ງ​ຄົນ​ທີ່​ເຂົາເຈົ້າ​ແທງ.”+

38 ຫຼັງ​ຈາກນັ້ນ ໂຢເຊັບ​ຈາກ​ເມືອງ​ອາຣີມາທາຍ​ກໍ​ໄປ​ຫາ​ປີລາດ​ເພື່ອ​ຂໍ​ສົບ​ພະ​ເຢຊູ. ໂຢເຊັບ​ຄົນ​ນີ້​ເປັນ​ລູກສິດ​ຜູ້​ໜຶ່ງ​ຂອງ​ພະ​ເຢຊູ ແຕ່​ລາວ​ບໍ່​ເປີດເຜີຍ​ໂຕ​ຍ້ອນ​ຢ້ານ​ພວກ​ຢິວ.+ ເມື່ອ​ປີລາດ​ອະນຸຍາດ ລາວ​ກໍ​ມາ​ເອົາ​ສົບ​ພະ​ເຢຊູ​ໄປ.+ 39 ນີໂກເດມ+​ທີ່​ເຄີຍ​ໄປ​ຫາ​ພະ​ເຢຊູ​ຕອນ​ກາງຄືນ​ກໍ​ມາ​ຄື​ກັນ ແລະ​ເອົາ​ມົດຍອບ*​ປະສົມ​ກັບໄມ້​ເກດສະໜາໜັກ​ປະມານ 30 ກິໂລກຣາມ*​ມາ​ນຳ.+ 40 ເຂົາເຈົ້າ​ເອົາ​ຜ້າ​ລີນິນ​ມາ​ພັນ​ສົບ​ພະ​ເຢຊູ ພ້ອມ​ທັງ​ໃສ່​ເຄື່ອງຫອມ+​ຕາມ​ທຳນຽມ​ການ​ຝັງ​ສົບ​ຂອງ​ຄົນ​ຢິວ. 41 ໃກ້​ໆ​ກັບ​ບ່ອນ​ທີ່​ພະ​ເຢຊູ​ຖືກ​ຄຶງ​ມີ​ສວນ. ໃນ​ສວນ​ນັ້ນ​ມີ​ບ່ອນ​ຝັງ​ສົບ​ໃໝ່+​ທີ່​ຍັງ​ບໍ່​ເຄີຍ​ໃຊ້​ຝັງ​ສົບ​ໃຜ. 42 ເຂົາເຈົ້າ​ເອົາ​ສົບ​ພະ​ເຢຊູ​ໄປ​ໄວ້​ໃນ​ບ່ອນ​ຝັງ​ສົບ​ນັ້ນ​ຍ້ອນ​ຢູ່​ໃກ້ ແລະ​ມື້​ນັ້ນ​ເປັນ​ມື້​ກຽມ+​ຂອງ​ຄົນ​ຢິວ.

20 ໃນ​ຕອນ​ເຊົ້າ​ໆ​ຂອງ​ມື້​ທຳອິດ​ຂອງ​ອາທິດ ມາຣິອາ​ຄົນ​ມັກດາເລນ​ໄປ​ບ່ອນ​ຝັງ​ສົບ​ຂອງ​ພະ​ເຢຊູ+​ແລະ​ເຫັນ​ວ່າ​ຫີນ​ທີ່​ອັດ​ທາງເຂົ້າ​ບ່ອນ​ຝັງ​ສົບ​ຖືກ​ກິ້ງ​ອອກ​ໄປ​ແລ້ວ.+ 2 ມາຣິອາ​ຈຶ່ງ​ແລ່ນ​ໄປ​ຫາ​ຊີໂມນ​ເປໂຕ​ກັບ​ລູກສິດ​ຜູ້​ທີ່​ພະ​ເຢຊູ​ຮັກ+​ແລະ​ບອກ​ວ່າ: “ມີ​ຄົນ​ເອົາ​ສົບ​ນາຍ​ຂອງ​ພວກ​ເຮົາ​ໄປ​ຈາກ​ບ່ອນ​ຝັງ​ສົບ​ແລ້ວ+ ແລະ​ບໍ່​ຮູ້​ວ່າ​ເຂົາເຈົ້າ​ເອົາ​ເພິ່ນ​ໄປ​ໄວ້​ຢູ່​ໃສ.”

3 ເປໂຕ​ກັບ​ລູກສິດ​ຜູ້​ນັ້ນ​ຈຶ່ງ​ໄປ​ບ່ອນ​ຝັງ​ສົບ. 4 ທັງ​ສອງ​ຄົນ​ແລ່ນ​ໄປ ແຕ່​ລູກສິດ​ຜູ້​ນັ້ນ​ແລ່ນ​ໄວ​ກວ່າ​ເປໂຕ ລາວ​ຈຶ່ງ​ໄປ​ຮອດ​ບ່ອນ​ຝັງ​ສົບ​ກ່ອນ. 5 ຕອນ​ທີ່​ຍັງ​ບໍ່​ໄດ້​ເຂົ້າ​ໄປ​ທາງ​ໃນ ລາວ​ກົ້ມ​ລົງ​ແລະ​ແນມ​ເຂົ້າ​ໄປ ແລ້ວ​ກໍ​ເຫັນ​ຜ້າ​ລີນິນ​ທີ່​ໃຊ້​ພັນ​ສົບ​ວາງ​ຢູ່.+ 6 ເມື່ອ​ຊີໂມນ​ເປໂຕ​ແລ່ນ​ມາ​ຮອດ ລາວ​ກໍ​ເຂົ້າ​ໄປ​ໃນ​ບ່ອນ​ຝັງ​ສົບ​ແລະ​ເຫັນ​ຜ້າ​ລີນິນ​ວາງ​ຢູ່​ຄື​ກັນ. 7 ແຕ່​ຜ້າ​ທີ່​ໃຊ້​ພັນ​ຫົວ​ເພິ່ນ​ຖືກ​ມ້ວນ​ວາງ​ໄວ້​ຕ່າງ​ຫາກ ບໍ່​ໄດ້​ວາງ​ຢູ່​ກັບ​ຜ້າ​ພັນ​ສົບ​ສ່ວນ​ອື່ນ​ໆ​. 8 ແລ້ວ​ລູກສິດ​ຜູ້​ທີ່​ມາ​ຮອດ​ບ່ອນ​ຝັງ​ສົບ​ກ່ອນ​ກໍ​ນຳ​ຫຼັງ​ເຂົ້າ​ໄປ ລາວ​ຈຶ່ງ​ເຫັນ​ແລະ​ເຊື່ອ. 9 ແຕ່​ເຂົາເຈົ້າ​ຍັງ​ບໍ່​ເຂົ້າ​ໃຈ​ຂໍ້​ພະຄຳພີ​ທີ່​ບອກ​ວ່າ ພະ​ເຢຊູ​ຈະ​ຕ້ອງ​ຟື້ນ​ຄືນ​ມາ​ຈາກ​ຕາຍ.+ 10 ແລ້ວ​ລູກສິດ​ທັງ​ສອງ​ຄົນ​ກໍ​ພາ​ກັນ​ກັບ​ເມືອ​ເຮືອນ.

11 ແຕ່​ມາຣິອາ​ຍັງ​ຢືນ​ຮ້ອງໄຫ້​ຢູ່​ທາງ​ນອກ​ໃກ້​ໆ​ກັບ​ບ່ອນ​ຝັງ​ສົບ. ຕອນ​ທີ່​ຮ້ອງໄຫ້​ຢູ່​ນັ້ນ ລາວ​ກໍ​ກົ້ມ​ລົງ​ແລະ​ແນມ​ເຂົ້າ​ໄປ​ໃນ​ບ່ອນ​ຝັງ​ສົບ 12 ແລະ​ເຫັນ​ທູດສະຫວັນ 2 ອົງ+​ໃສ່​ຊຸດ​ຂາວ​ນັ່ງ​ຢູ່​ບ່ອນ​ທີ່​ສົບ​ຂອງ​ພະ​ເຢຊູ​ເຄີຍ​ຖືກ​ວາງ​ໄວ້. ອົງ​ໜຶ່ງ​ນັ່ງ​ຢູ່​ທາງ​ຫົວ ແລະ​ອີກ​ອົງ​ໜຶ່ງ​ນັ່ງ​ຢູ່​ທາງ​ຕີນ. 13 ທູດສະຫວັນ​ຖາມ​ມາຣິອາ​ວ່າ: “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້?” ລາວ​ຕອບ​ວ່າ: “ມີ​ຄົນ​ເອົາ​ສົບ​ນາຍ​ຂອງ​ຂ້ອຍ​ໄປ. ຂ້ອຍ​ບໍ່​ຮູ້​ວ່າ​ເຂົາເຈົ້າ​ເອົາ​ເພິ່ນ​ໄປ​ໄວ້​ຢູ່​ໃສ.” 14 ເມື່ອ​ເວົ້າ​ຈົບ ມາຣິອາ​ກໍ​ຫຼຽວ​ຫຼັງ​ມາ​ແລະ​ເຫັນ​ພະ​ເຢຊູ​ຢືນ​ຢູ່ ແຕ່​ລາວ​ບໍ່​ຮູ້​ວ່າ​ແມ່ນ​ເພິ່ນ.+ 15 ພະ​ເຢຊູ​ຖາມ​ລາວ​ວ່າ: “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້? ເຈົ້າ​ກຳລັງ​ຊອກ​ຫາ​ໃຜ?” ມາຣິອາ​ຄິດ​ວ່າ​ພະ​ເຢຊູ​ເປັນ​ຄົນ​ເຝົ້າ​ສວນ​ຈຶ່ງ​ເວົ້າ​ວ່າ: “ທ່ານ​ເອີ້ຍ ຖ້າ​ທ່ານ​ເອົາ​ສົບ​ເພິ່ນ​ໄປ ບອກ​ຂ້ອຍ​ແດ່​ວ່າ​ທ່ານ​ເອົາ​ເພິ່ນ​ໄປ​ໄວ້​ຢູ່​ໃສ. ຂ້ອຍ​ຈະ​ໄປ​ເອົາ​ສົບ​ມາ.” 16 ພະ​ເຢຊູ​ເວົ້າ​ກັບ​ລາວ​ວ່າ: “ມາຣິອາ​ເອີ້ຍ!” ລາວ​ກໍ​ປິ່ນ​ມາ​ຫາ​ພະ​ເຢຊູ​ແລະ​ອຸທານ​ເປັນ​ພາສາ​ເຮັບເຣີ​ວ່າ: “ຣັບໂບນີ!” (ແປ​ວ່າ “ອາຈານ!”) 17 ພະ​ເຢຊູ​ບອກ​ລາວ​ວ່າ: “ຢ່າ​ຖ່ວງ​ຂ້ອຍ​ໄວ້ ຂ້ອຍ​ຍັງ​ບໍ່​ໄດ້​ຂຶ້ນ​ໄປ​ຫາ​ພໍ່​ຂອງ​ຂ້ອຍ. ໄປ​ບອກ​ພວກ​ພີ່ນ້ອງ​ຂອງ​ຂ້ອຍ+​ວ່າ ‘ຂ້ອຍ​ກຳລັງ​ຈະ​ຂຶ້ນ​ໄປ​ຫາ​ພໍ່​ຂອງ​ຂ້ອຍ+​ທີ່​ເປັນ​ພໍ່​ຂອງ​ພວກ​ເຈົ້າ ແລະ​ໄປ​ຫາ​ພະເຈົ້າ​ຂອງ​ຂ້ອຍ+​ທີ່​ເປັນ​ພະເຈົ້າ​ຂອງ​ພວກ​ເຈົ້າ.’” 18 ແລ້ວ​ມາຣິອາ​ຄົນ​ມັກດາເລນ​ກໍ​ໄປ​ຫາ​ພວກ​ລູກສິດ​ແລະ​ບອກ​ວ່າ: “ຂ້ອຍ​ເຫັນ​ນາຍ​ຂອງ​ພວກ​ເຮົາ​ແລ້ວ!” ແລະ​ເລົ່າ​ວ່າ​ພະ​ເຢຊູ​ສັ່ງ​ຫຍັງ​ລາວ​ແດ່.+

19 ຕອນ​ແລງ​ມື້​ນັ້ນ​ເຊິ່ງ​ເປັນ​ມື້​ທຳອິດ​ຂອງ​ອາທິດ ພວກ​ລູກສິດ​ມາ​ລວມ​ກັນ​ຢູ່​ເຮືອນ​ຫຼັງ​ໜຶ່ງ​ແລະ​ລ໋ອກ​ປະຕູ​ໄວ້​ຢ່າງ​ດີ​ຍ້ອນ​ຢ້ານ​ພວກ​ຢິວ ແລ້ວ​ພະ​ເຢຊູ​ກໍ​ມາ​ຢືນ​ຢູ່​ນຳ​ເຂົາເຈົ້າ​ແລະ​ເວົ້າ​ວ່າ: “ສະບາຍ​ດີ​ທຸກ​ຄົນ.”*+ 20 ເມື່ອ​ເວົ້າ​ຈົບ ພະ​ເຢຊູ​ກໍ​ໃຫ້​ເຂົາເຈົ້າ​ເບິ່ງ​ມື​ແລະ​ທາງ​ຂ້າງ​ຂອງ​ເພິ່ນ.+ ພວກ​ລູກສິດ​ດີໃຈ​ຫຼາຍ​ທີ່​ໄດ້​ເຫັນ​ຜູ້​ເປັນ​ນາຍ.+ 21 ພະ​ເຢຊູ​ເວົ້າ​ກັບ​ເຂົາເຈົ້າ​ອີກ​ວ່າ: “ຂໍ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ສະຫງົບສຸກ.+ ຂ້ອຍ​ຈະ​ໃຊ້​ພວກ​ເຈົ້າ​ໄປ+​ຄື​ກັບ​ທີ່​ພໍ່​ຂອງ​ຂ້ອຍ​ໄດ້​ໃຊ້​ຂ້ອຍ​ມາ.”+ 22 ເມື່ອ​ເວົ້າ​ຈົບ ພະ​ເຢຊູ​ກໍ​ເປົ່າ​ລົມ​ໃສ່​ເຂົາເຈົ້າ​ແລະ​ບອກ​ວ່າ: “ຮັບ​ເອົາ​ພະລັງ​ບໍລິສຸດ.+ 23 ຖ້າ​ພວກ​ເຈົ້າ​ຍົກໂທດ​ໃຫ້​ຜູ້​ໃດ ຄວາມ​ຜິດ​ຂອງ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ການ​ຍົກໂທດ ແຕ່​ຖ້າ​ພວກ​ເຈົ້າ​ບໍ່​ຍົກໂທດ​ໃຫ້​ຜູ້​ໃດ ຄວາມ​ຜິດ​ຂອງ​ຜູ້​ນັ້ນ​ກໍ​ຈະ​ບໍ່​ໄດ້​ຮັບ​ການ​ຍົກໂທດ.”

24 ແຕ່​ໂທມາ+​ທີ່​ຄົນ​ເອີ້ນ​ວ່າ​ຝາແຝດ*​ທີ່​ເປັນ​ຜູ້​ໜຶ່ງ​ໃນ​ອັກຄະສາວົກ* 12 ຄົນ ລາວ​ບໍ່​ໄດ້​ຢູ່​ນຳ​ຕອນ​ທີ່​ພະ​ເຢຊູ​ມາ​ຫາ. 25 ເມື່ອ​ລູກສິດ​ຄົນ​ອື່ນ​ໆ​ບອກ​ລາວ​ວ່າ: “ພວກ​ເຮົາ​ໄດ້​ເຫັນ​ນາຍ​ຂອງ​ພວກ​ເຮົາ​ແລ້ວ!” ໂທມາ​ເວົ້າ​ວ່າ: “ຂ້ອຍ​ບໍ່​ເຊື່ອ​ເດັດຂາດ​ຈົນ​ກວ່າ​ຈະ​ໄດ້​ເຫັນ​ແລະ​ເອົາ​ນິ້ວ​ມື​ແຍ່​ເຂົ້າ​ຮູ​ຕະປູ​ທີ່​ຢູ່​ມື​ຂອງ​ເພິ່ນ ແລະ​ເອົາ​ມື​ແຍ່​ທາງ​ຂ້າງ​ຂອງ​ເພິ່ນ.”+

26 ແປດ​ມື້​ຕໍ່​ມາ ລູກສິດ​ຂອງ​ພະ​ເຢຊູ​ຢູ່​ໃນ​ເຮືອນ​ນຳ​ກັນ​ອີກ​ເທື່ອ​ໜຶ່ງ​ແລະ​ໂທມາ​ກໍ​ຢູ່​ນຳ. ທັງ​ໆ​ທີ່​ລ໋ອກ​ປະຕູ​ໄວ້​ຢ່າງ​ດີ ພະ​ເຢຊູ​ໄດ້​ເຂົ້າ​ມາ​ຢືນ​ຢູ່​ນຳ​ເຂົາເຈົ້າ​ແລະ​ເວົ້າ​ວ່າ: “ສະບາຍ​ດີ​ທຸກ​ຄົນ.”+ 27 ແລ້ວ​ເພິ່ນ​ກໍ​ເວົ້າ​ກັບ​ໂທມາ​ວ່າ: “ເອົາ​ນິ້ວ​ມື​ມາ​ແຍ່​ໃສ່​ມື​ຂ້ອຍ​ແມ້ ແລະ​ເອົາ​ມື​ມາ​ແຍ່​ໃສ່​ທາງ​ຂ້າງ​ຂອງ​ຂ້ອຍ​ເບິ່ງ. ໃຫ້​ເຈົ້າ​ເຊື່ອ​ແລະ​ເຊົາ​ສົງໄສ.” 28 ໂທມາ​ອຸທານ​ວ່າ: “ນາຍ​ຂອງ​ຂ້ອຍ ແລະ​ພະເຈົ້າ​ຂອງ​ຂ້ອຍ!”* 29 ພະ​ເຢຊູ​ຖາມ​ລາວ​ວ່າ: “ເຈົ້າ​ເຊື່ອ​ຍ້ອນ​ໄດ້​ເຫັນ​ຂ້ອຍ​ບໍ? ຄົນ​ທີ່​ເຊື່ອ​ທັງ​ໆ​ທີ່​ບໍ່​ໄດ້​ເຫັນ​ກໍ​ມີ​ຄວາມ​ສຸກ.”

30 ທີ່ຈິງ​ແລ້ວ ພະ​ເຢຊູ​ເຮັດ​ການ​ອັດສະຈັນ​ອີກ​ຫຼາຍ​ຢ່າງ​ໃຫ້​ພວກ​ລູກສິດ​ເຫັນ ແຕ່​ບໍ່​ໄດ້​ຂຽນ​ໄວ້​ໃນ​ມ້ວນ​ໜັງສື​ນີ້.+ 31 ສ່ວນ​ເລື່ອງ​ທີ່​ຂຽນ​ໄວ້​ນີ້​ກໍ​ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ເຊື່ອ​ວ່າ​ພະ​ເຢຊູ​ເປັນ​ພະຄລິດ​ລູກ​ຂອງ​ພະເຈົ້າ ແລະ​ຖ້າ​ພວກ​ເຈົ້າ​ເຊື່ອ ພວກ​ເຈົ້າ​ຈະ​ໄດ້​ຊີວິດ​ຍ້ອນ​ຊື່​ຂອງ​ພະ​ເຢຊູ.+

21 ຫຼັງ​ຈາກນັ້ນ ພະ​ເຢຊູ​ກໍ​ມາ​ໃຫ້​ພວກ​ລູກສິດ​ເຫັນ​ອີກ​ເທື່ອ​ໜຶ່ງ​ຢູ່​ທະເລ​ຕີເບເຣຍ.* ເລື່ອງ​ເປັນ​ແບບ​ນີ້: 2 ຊີໂມນ​ເປໂຕ ໂທມາ (ທີ່​ຄົນ​ເອີ້ນ​ວ່າ​ຝາແຝດ*​)+ ນະທານາເອັນ+​ຄົນ​ເມືອງ​ການາ​ໃນ​ແຂວງ​ຄາລີເລ ກັບ​ລູກ​ຊາຍ 2 ຄົນ​ຂອງ​ເຊເບດາຍ+ ແລະ​ລູກສິດ​ອີກ 2 ຄົນ​ກຳລັງ​ຢູ່​ນຳ​ກັນ. 3 ຊີໂມນເປໂຕ​ບອກ​ເຂົາເຈົ້າ​ວ່າ: “ຂ້ອຍ​ຊິ​ໄປ​ຫາ​ປາ.” ເຂົາເຈົ້າ​ຈຶ່ງ​ເວົ້າ​ວ່າ: “ພວກ​ເຮົາ​ຊິ​ໄປ​ນຳ.” ແລ້ວ​ທຸກ​ຄົນ​ກໍ​ຂຶ້ນ​ເຮືອ​ໄປ​ນຳ​ກັນ. ແຕ່​ໃນ​ຄືນ​ນັ້ນ ເຂົາເຈົ້າ​ບໍ່​ໄດ້​ປາ​ຈັກ​ໂຕ.+

4 ໃນ​ຕອນ​ເຊົ້າ​ໆ​ ພະ​ເຢຊູ​ຢືນ​ຢູ່​ແຄມ​ຝັ່ງ ແຕ່​ພວກ​ລູກສິດ​ບໍ່​ຮູ້​ວ່າ​ແມ່ນ​ເພິ່ນ.+ 5 ພະ​ເຢຊູ​ຮ້ອງ​ຖາມ​ເຂົາເຈົ້າ​ວ່າ: “ພວກ​ລູກ ມີ​ຫຍັງ​ກິນ​ບໍ?”* ເຂົາເຈົ້າ​ຕອບ​ວ່າ: “ບໍ່​ມີ​ຫຍັງ​ກິນ!” 6 ພະ​ເຢຊູ​ຈຶ່ງ​ບອກ​ວ່າ: “ຢ່ອນ​ດາງ​ລົງ​ເບື້ອງ​ຂວາ​ເຮືອ​ແມ້ ແລ້ວ​ຈະ​ໄດ້​ປາ.” ເຂົາເຈົ້າ​ກໍ​ຢ່ອນ​ດາງ​ລົງ ແລະ​ໄດ້​ປາ​ຫຼາຍ​ຈົນ​ດຶງ​ດາງ​ຂຶ້ນ​ເຮືອ​ບໍ່​ໄດ້.+ 7 ລູກສິດ​ຜູ້​ທີ່​ພະ​ເຢຊູ​ຮັກ+​ຈຶ່ງ​ເວົ້າ​ກັບ​ເປໂຕ​ວ່າ: “ນາຍ​ຂອງ​ເຮົາ​ຕົ໋ວ​ຫັ້ນ!” ເມື່ອ​ຊີໂມນເປໂຕ​ໄດ້​ຍິນ​ວ່າ​ນາຍ​ຂອງ​ເຮົາ​ຕົ໋ວ ລາວ​ກໍ​ເອົາ​ເສື້ອ​ມາ​ນຸ່ງ​ແລ້ວ​ໂດດ​ລົງ​ນ້ຳ​ຍ້ອນ​ຕອນ​ນັ້ນ​ລາວ​ແກ້​ເສື້ອ​ຢູ່.* 8 ແຕ່​ລູກສິດ​ຄົນ​ອື່ນ​ໆ​ເອົາ​ເຮືອ​ນ້ອຍ​ລຳ​ນັ້ນ​ລາກ​ດາງ​ທີ່​ມີ​ປາ​ເຕັມ​ຢູ່​ເຂົ້າ​ຝັ່ງ. ເຂົາເຈົ້າ​ຢູ່​ໄກ​ຈາກ​ແຄມ​ຝັ່ງ​ປະມານ 90 ແມັດ*​ເທົ່າ​ນັ້ນ.

9 ເມື່ອ​ຂຶ້ນ​ຝັ່ງ ເຂົາເຈົ້າ​ກໍ​ເຫັນ​ປາ​ປີ້ງ​ຢູ່​ກອງ​ຖ່ານ​ໄຟ​ແລະ​ມີ​ເຂົ້າຈີ່​ນຳ. 10 ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ເອົາ​ປາ​ຈັກ​ສອງ​ສາມ​ໂຕ​ທີ່​ພວກ​ເຈົ້າ​ຫາກໍ​ໄດ້​ນັ້ນ​ມາ​ໃຫ້​ຂ້ອຍ​ແດ່.” 11 ຊີໂມນ​ເປໂຕ​ຈຶ່ງ​ກັບ​ໄປ​ເຮືອ ແລ້ວ​ລາກ​ດາງ​ຂຶ້ນ​ຝັ່ງ. ໃນ​ດາງ​ມີ​ແຕ່​ປາ​ໂຕ​ໃຫຍ່​ໆ​ຮອດ 153 ໂຕ. ເຖິງ​ວ່າ​ມີ​ປາ​ຫຼາຍ​ປານ​ນັ້ນ ແຕ່​ດາງ​ກໍ​ບໍ່​ຂາດ. 12 ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ມາ​ກິນ​ເຂົ້າ​ເຊົ້າ​ແມ້.” ບໍ່​ມີ​ລູກສິດ​ຈັກ​ຄົນ​ກ້າ​ຖາມ​ວ່າ: “ທ່ານ​ແມ່ນ​ໃຜ?” ຍ້ອນ​ເຂົາເຈົ້າ​ຮູ້​ແລ້ວ​ວ່າ​ເພິ່ນ​ແມ່ນ​ຜູ້​ເປັນ​ນາຍ. 13 ພະ​ເຢຊູ​ຈັບ​ເອົາ​ເຂົ້າຈີ່​ແລ້ວ​ຍື່ນ​ໃຫ້​ເຂົາເຈົ້າ ແລະ​ຈັບ​ເອົາ​ປາ​ຍື່ນ​ໃຫ້​ນຳ. 14 ເທື່ອ​ນີ້​ເປັນ​ເທື່ອ​ທີ 3+ ທີ່​ພະ​ເຢຊູ​ມາ​ໃຫ້​ພວກ​ລູກສິດ​ເຫັນ​ຫຼັງ​ຈາກ​ທີ່​ເພິ່ນ​ຟື້ນ​ຄືນ​ມາ​ຈາກ​ຕາຍ.

15 ເມື່ອ​ເຂົາເຈົ້າ​ກິນ​ເຂົ້າ​ເຊົ້າ​ແລ້ວ ພະ​ເຢຊູ​ຖາມ​ຊີໂມນ​ເປໂຕ​ວ່າ: “ຊີໂມນ​ລູກ​ໂຢຮັນ ເຈົ້າ​ຮັກ​ຂ້ອຍ​ຫຼາຍ​ກວ່າ​ສິ່ງ​ເຫຼົ່າ​ນີ້​ບໍ?” ລາວ​ຕອບ​ວ່າ: “ນາຍ​ເອີ້ຍ ທ່ານ​ກໍ​ຮູ້​ວ່າ​ຂ້ອຍ​ຮັກ​ທ່ານ.” ພະ​ເຢຊູ​ສັ່ງ​ລາວ​ວ່າ: “ໃຫ້​ເຈົ້າ​ລ້ຽງ​ແກະ​ຂອງ​ຂ້ອຍ​ເດີ້.”+ 16 ພະ​ເຢຊູ​ຖາມ​ເປໂຕ​ເທື່ອ​ທີ 2 ວ່າ: “ຊີໂມນ​ລູກ​ໂຢຮັນ ເຈົ້າ​ຮັກ​ຂ້ອຍ​ບໍ?” ລາວ​ຕອບ​ວ່າ: “ນາຍ​ເອີ້ຍ ທ່ານ​ກໍ​ຮູ້​ວ່າ​ຂ້ອຍ​ຮັກ​ທ່ານ.” ພະ​ເຢຊູ​ສັ່ງ​ລາວ​ວ່າ: “ໃຫ້​ເຈົ້າ​ເບິ່ງແຍງ​ແກະ​ໂຕ​ນ້ອຍ​ໆ​ຂອງ​ຂ້ອຍ​ເດີ້.”+ 17 ພະ​ເຢຊູ​ຖາມ​ເປໂຕ​ເທື່ອ​ທີ 3 ວ່າ: “ຊີໂມນ​ລູກ​ໂຢຮັນ ເຈົ້າ​ຮັກ​ຂ້ອຍ​ບໍ?” ເປໂຕ​ຮູ້ສຶກ​ທຸກໃຈ​ຍ້ອນ​ພະ​ເຢຊູ​ຖາມ​ເປັນ​ເທື່ອ​ທີ 3 ແລ້ວ​ວ່າ: “ເຈົ້າ​ຮັກ​ຂ້ອຍ​ບໍ?” ລາວ​ຈຶ່ງ​ຕອບ​ວ່າ: “ນາຍ​ເອີ້ຍ ທ່ານ​ຮູ້​ທຸກ​ຢ່າງ​ຢູ່​ແລ້ວ ທ່ານ​ກໍ​ຮູ້​ວ່າ​ຂ້ອຍ​ຮັກ​ທ່ານ.” ພະ​ເຢຊູ​ສັ່ງ​ລາວ​ວ່າ: “ໃຫ້​ເຈົ້າ​ລ້ຽງ​ແກະ​ໂຕ​ນ້ອຍ​ໆ​ຂອງ​ຂ້ອຍ​ເດີ້.+ 18 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ຕອນ​ທີ່​ຍັງ​ໜຸ່ມ ເຈົ້າ​ນຸ່ງ​ເຄື່ອງ​ເອງ​ແລະ​ຍ່າງ​ໄປ​ຫັ້ນ​ມາ​ນີ້​ໄດ້​ຕາມ​ໃຈ. ແຕ່​ເມື່ອ​ເຖົ້າ​ແລ້ວ ເຈົ້າ​ຈະ​ຢຽດ​ມື​ອອກ ແລ້ວ​ຄົນ​ອື່ນ​ຈະ​ນຸ່ງ​ເຄື່ອງ​ໃຫ້​ເຈົ້າ​ແລະ​ພາ​ເຈົ້າ​ໄປ​ໃນ​ບ່ອນ​ທີ່​ເຈົ້າ​ບໍ່​ຢາກ​ໄປ.” 19 ພະ​ເຢຊູ​ເວົ້າ​ແບບ​ນີ້​ກໍ​ເພື່ອ​ໃຫ້​ຮູ້​ວ່າ​ເປໂຕ​ຈະ​ຕາຍ​ແບບ​ໃດ​ເພື່ອ​ພະເຈົ້າ ເຊິ່ງ​ຈະ​ເຮັດ​ໃຫ້​ເພິ່ນ​ໄດ້​ຮັບ​ການ​ຍົກຍ້ອງ. ເມື່ອ​ເວົ້າ​ຈົບ​ພະ​ເຢຊູ​ກໍ​ບອກ​ເປໂຕ​ວ່າ: “ໃຫ້​ເຈົ້າ​ຕິດຕາມ​ຂ້ອຍ​ຕໍ່​ໆ​ໄປ.”+

20 ເປໂຕ​ຫຼຽວ​ໄປ​ເຫັນ​ລູກສິດ​ຜູ້​ທີ່​ພະ​ເຢຊູ​ຮັກ+​ກຳລັງ​ຍ່າງ​ນຳ​ຫຼັງ​ມາ. ລູກສິດ​ຜູ້​ນີ້​ເປັນ​ຄົນ​ທີ່​ນັ່ງ​ເນີ້ງ​ໂຕ​ໄປ​ໃກ້​ເອິກ​ຂອງ​ພະ​ເຢຊູ​ຕອນ​ກິນ​ເຂົ້າ​ແລງ​ນຳ​ກັນ ແລະ​ເປັນ​ຄົນ​ທີ່​ຖາມ​ພະ​ເຢຊູ​ວ່າ: “ນາຍ​ເອີ້ຍ ແມ່ນ​ຜູ້​ໃດ​ທີ່​ທໍລະຍົດ​ທ່ານ?” 21 ເມື່ອ​ເຫັນ​ຜູ້​ນັ້ນ ເປໂຕ​ກໍ​ຖາມ​ພະ​ເຢຊູ​ວ່າ: “ນາຍ​ເອີ້ຍ ແລ້ວ​ຜູ້​ນີ້​ເດ້​ຈະ​ເປັນ​ແນວ​ໃດ?” 22 ພະ​ເຢຊູ​ຕອບ​ເປໂຕ​ວ່າ: “ຖ້າ​ຂ້ອຍ​ຢາກ​ໃຫ້​ລາວ​ຢູ່​ຈົນ​ຮອດ​ຕອນ​ທີ່​ຂ້ອຍ​ມາ ມັນ​ກໍ​ບໍ່​ກ່ຽວກັບ​ເຈົ້າ. ໃຫ້​ເຈົ້າ​ຕິດຕາມ​ຂ້ອຍ​ຕໍ່​ໆ​ໄປ.” 23 ພວກ​ລູກສິດ​ຈຶ່ງ​ເວົ້າ​ຕໍ່​ໆ​ກັນ​ວ່າ ລູກສິດ​ຜູ້​ນັ້ນ​ຈະ​ບໍ່​ຕາຍ ແຕ່​ພະ​ເຢຊູ​ບໍ່​ໄດ້​ບອກ​ເປໂຕ​ວ່າ​ລູກສິດ​ຜູ້​ນັ້ນ​ຈະ​ບໍ່​ຕາຍ. ເພິ່ນ​ມີ​ແຕ່​ເວົ້າ​ວ່າ: “ຖ້າ​ຂ້ອຍ​ຢາກ​ໃຫ້​ລາວ​ຢູ່​ຈົນ​ຮອດ​ຕອນ​ທີ່​ຂ້ອຍ​ມາ ມັນ​ກໍ​ບໍ່​ກ່ຽວກັບ​ເຈົ້າ.”

24 ລູກສິດ​ຜູ້​ນີ້​ແຫຼະ+​ທີ່​ເລົ່າ​ເລື່ອງ​ທັງໝົດ​ນີ້​ແລະ​ຂຽນ​ໄວ້ ແລະ​ພວກ​ເຮົາ​ຮູ້​ວ່າ​ຄຳເວົ້າ​ຂອງ​ລາວ​ເປັນ​ຄວາມ​ຈິງ.

25 ທີ່ຈິງ ພະ​ເຢຊູ​ໄດ້​ເຮັດ​ອີກ​ຫຼາຍ​ຢ່າ​ງ. ຖ້າ​ຈະ​ຂຽນ​ໄວ້​ທັງໝົດ ຂ້ອຍ​ຄິດ​ວ່າ​ໂລກ​ນີ້​ຄື​ຊິ​ບໍ່​ມີ​ບ່ອນ​ພໍ​ທີ່​ຈະ​ມ້ຽນ​ມ້ວນ​ໜັງສື​ເຫຼົ່າ​ນັ້ນ​ໄດ້.+

ຫຼື “ຄຳເວົ້າ”

ຫຼື “ມີ​ລັກສະນະ​ແບບ​ພະເຈົ້າ”

ຫຼື “ເປັນ​ຜູ້​ທີ່​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຈາກ​ພະເຈົ້າ”

ຫຼື “ຢູ່​ແນບ​ເອິກ” ເຊິ່ງ​ໝາຍເຖິງ​ໄດ້​ຮັບ​ຄວາມ​ພໍໃຈ​ເປັນ​ພິເສດ

ເບິ່ງ​ພາກ​ຜະໜວກ ກ5

ເບັດທານີ​ໃນ​ຂໍ້​ນີ້​ຢູ່​ຟາກ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ ບໍ່​ແມ່ນ​ບ້ານ​ເບັດທານີ​ທີ່​ຢູ່​ໃກ້​ເມືອງ​ເຢຣູຊາເລັມ

ເປັນ​ຕຳແໜ່ງ​ທີ່​ມີ​ກຽດ​ຂອງ​ຄູ​ສອນ​ສາສະໜາ​ຢິວ

ແປ​ຕາມ​ໂຕ​ວ່າ “ຊົ່ວໂມງ​ທີ 10”

ແປ​ວ່າ “ກ້ອນ​ຫີນ”

ແປ​ຕາມ​ໂຕ​ວ່າ “ຜູ້​ຍິງ ກ່ຽວ​ຫຍັງ​ກັບ​ຂ້ອຍ​ແລະ​ເຈົ້າ?” ນີ້​ແມ່ນ​ສຳນວນ​ທີ່​ສະແດງ​ວ່າ​ບໍ່​ເຫັນດີ​ນຳ. ສ່ວນ​ການ​ໃຊ້​ຄຳ​ວ່າ “ຜູ້​ຍິງ” ບໍ່​ໄດ້​ສະແດງ​ວ່າ​ຜູ້​ເວົ້າ​ຂາດ​ຄວາມ​ນັບຖື.

ອາດ​ໝາຍເຖິງ “ບັດ.” 1 ບັດ​ເທົ່າ​ກັບ 22 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

ແປ​ຕາມ​ໂຕ​ວ່າ “ເຊື່ອ​ໃນ​ຊື່​ຂອງ​ເພິ່ນ”

ຫຼື​ອາດ​ແປ​ວ່າ “ເກີດ​ຈາກ​ທາງ​ເທິງ”

ແປ​ຕາມ​ໂຕ​ວ່າ “ເກີດ​ຈາກ​ນ້ຳ​ແລະ​ພະລັງ​ຂອງ​ພະເຈົ້າ”

ແປ​ຕາມ​ໂຕ​ວ່າ “ໂລກ”

ຫຼື “ລູກ​ຄົນ​ດຽວ​ທີ່​ພະເຈົ້າ​ສ້າງ​ເອງ”

ຫຼື “ນ້ຳ​ພຸ”

ແປ​ຕາມ​ໂຕ​ວ່າ “ຊົ່ວໂມງ​ທີ 6”

ແປ​ຕາມ​ໂຕ​ວ່າ “ຊົ່ວໂມງ​ທີ 7”

ຫຼື “ແລະ​ເປັນ​ອຳມະພາດ”

ເບິ່ງ​ພາກ​ຜະໜວກ ກ​3

ຫຼື “ບ່ອນ​ນອນ”

1 ເດນາຣິອົນ​ເທົ່າ​ກັບ​ຄ່າ​ຈ້າງ​ມື້​ໜຶ່ງ​ຂອງ​ຄົນ​ທີ່​ໃຊ້​ແຮງງານ. ເບິ່ງ​ພາກ​ຜະໜວກ ຂ14.

ແປ​ຕາມ​ໂຕ​ວ່າ “25 ຫຼື 30 ຊະທາດິອອນ.” ເບິ່ງ​ພາກ​ຜະໜວກ ຂ14.

ຫຼື “ຈ້ຳກາ​ຮັບຮອງ​ແລ້ວ”

ຫຼື​ອາດ​ແປ​ວ່າ “ໂລກ”

ເບິ່ງ​ພາກ​ຜະໜວກ ກ5

ແປ​ຕາມ​ໂຕ​ວ່າ “ຮູ້​ແຕ່​ທຳອິດ”

ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”

ຫຼື “ມານ​ຮ້າຍ”

ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ເທດສະການ​ເກັບ​ກ່ຽວ​ຜົນລະປູກ

ແປ​ຕາມ​ໂຕ​ວ່າ “ໂລກ”

ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ

ສຳເນົາ​ທີ່​ເກົ່າ​ແກ່​ຫຼາຍ​ສະບັບ​ແລະ​ເປັນ​ຕາ​ເຊື່ອຖື ບໍ່​ມີ​ຂໍ້ 53 ຈົນ​ຮອດ​ບົດ 8 ຂໍ້ 11

ຫຼື “ລູກ​ທີ່​ເກີດ​ຈາກ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພ​ດ.” ຄຳ​ພາສາ​ກຣີກ​ແມ່ນ​ພໍເນຍ. ເບິ່ງ​ຄຳ​ວ່າ “ພໍເນຍ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ໝາຍເຖິງ​ຖືກ​ຕັດ​ຄວາມ​ສຳພັນ​ຈາກ​ສັງຄົມ​ຢິວ

ຫຼື “ເປັນ​ຄື​ກັບ​ພະເຈົ້າ”

ຫຼື “ອ້າຍ”

ຫຼື “ດິດຸໂມດສ໌”

ແປ​ຕາມ​ໂຕ​ວ່າ “15 ຊະທາດິອອນ.” ເບິ່ງ​ພາກ​ຜະໜວກ ຂ14.

ນາຣະດາ​ແມ່ນ​ພືດ​ທີ່​ມີ​ກິ່ນ​ຫອມ

ໝາຍເຖິງ 1 ປອນ​ຂອງ​ຄົນ​ໂຣມ ເຊິ່ງ​ໜັກ​ປະມານ 327 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

1 ເດນາຣິອົນ​ເທົ່າ​ກັບ​ຄ່າ​ຈ້າງ​ມື້​ໜຶ່ງ​ຂອງ​ຄົນ​ທີ່​ໃຊ້​ແຮງງານ. ເບິ່ງ​ພາກ​ຜະໜວກ ຂ14.

ເບິ່ງ​ພາກ​ຜະໜວກ ກ5

ແປ​ຕາມ​ໂຕ​ວ່າ “ຊັງ​ຊີວິດ”

ໝາຍເຖິງ​ຖືກ​ປະຫານ​ເທິງ​ເສົາ

ເບິ່ງ​ພາກ​ຜະໜວກ ກ5

ເບິ່ງ​ພາກ​ຜະໜວກ ກ5

ແປ​ຕາມ​ໂຕ​ວ່າ “ແຂນ”

ໝາຍເຖິງ​ຖືກ​ຕັດ​ຄວາມ​ສຳພັນ​ຈາກ​ສັງຄົມ​ຢິວ

ຫຼື “ກໍ​ມີ​ພັນທະ​ທີ່​ຈະ”

ຫຼື “ຫັນ​ມາ​ຕໍ່ສູ້​ຂ້ອຍ”

ແປ​ຕາມ​ໂຕ​ວ່າ “ລູກ​ນ້ອຍ”

ຫຼື “ຜູ້​ປອບ​ໃຈ”

ຫຼື “ຢູ່​ຄື​ລູກ​ກຳພ້າ”

ຫຼື “ສົ່ງ​ຜູ້​ຊ່ວຍ​ມາ​ທາງ​ຂ້ອຍ”

ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ສະອາດ”

ແປ​ຕາມ​ໂຕ​ວ່າ “ໃນ​ກົດໝາຍ​ຂອງ​ເຂົາເຈົ້າ”

ແປ​ຕາມ​ໂຕ​ວ່າ “ບໍ່​ສະດຸດ”

ໝາຍເຖິງ​ຖືກ​ຕັດ​ຄວາມ​ສຳພັນ​ຈາກ​ສັງຄົມ​ຢິວ

ຫຼື “ເປັນ​ການ​ເຮັດ​ວຽກ​ຮັບໃຊ້​ທີ່​ສັກສິດ​ໃຫ້​ພະເຈົ້າ”

ຫຼື “ຮັບ​ຄວາມ​ຮູ້​ຕໍ່​ໆ​ໄປ​ກ່ຽວກັບ​ພໍ່”

ຊື່ “ເຢຊູ” ແປ​ວ່າ “ພະ​ເຢໂຫວາ​ເປັນ​ຄວາມ​ລອດ”

ຫຼື “ຂໍ​ໃຫ້​ຄຳສອນ​ນີ້​ແຍກ​ເຂົາເຈົ້າ​ໄວ້​ໃຫ້​ເປັນ​ຄົນ​ຂອງ​ພໍ່”

ໝາຍເຖິງ​ຕັ້ງແຕ່​ກ່ອນ​ອາດາມ​ກັບ​ເອວາ​ມີ​ລູກ

ໝາຍເຖິງ​ການ​ທີ່​ພະເຈົ້າ​ຈະ​ຍອມ​ໃຫ້​ພະ​ເຢຊູ​ຖືກ​ປະຫານ​ຊີວິດ​ໃນ​ຂໍ້​ກ່າວຫາ​ຕົວະ​ທີ່​ວ່າ​ເພິ່ນ​ໝິ່ນ​ປະໝາດ​ພະເຈົ້າ

ຫຼື “ບໍ່​ໄດ້​ເປັນ​ຄົນ​ຮ້າຍ”

ແປ​ຕາມ​ໂຕ​ວ່າ “ເຈົ້າ​ເອງ​ເປັນ​ຜູ້​ເວົ້າ.” ນີ້​ແມ່ນ​ສຳນວນ​ທີ່​ໝາຍເຖິງ​ການ​ເຫັນດີ​ກັບ​ສິ່ງ​ທີ່​ຫາກໍ​ເວົ້າ.

ຫຼື “ປະຫານ​ລາວ​ເທິງ​ເສົາ! ປະຫານ​ລາວ​ເທິງ​ເສົາ!”

ຫຼື “ຈັກກະພັດ​ໂຣມ”

ແປ​ຕາມ​ໂຕ​ວ່າ “ຊົ່ວໂມງ​ທີ 6”

ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ມື້​ທຳອິດ​ຂອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ຈະ​ຖື​ວ່າ​ເປັນ​ວັນ​ຊະບາໂຕ​ສະເໝີ ບໍ່​ວ່າ​ຈະ​ກົງ​ກັບ​ມື້​ໃດ​ຂອງ​ອາທິດ. ເມື່ອ​ມື້​ນັ້ນ​ກົງ​ກັບ​ວັນ​ຊະບາໂຕ​ປະຈຳ​ອາທິດ​ພໍ​ດີ ມື້​ນັ້ນ​ຈະ​ຖືກ​ເອີ້ນ​ວ່າ​ວັນ​ຊະບາໂຕ​ພິເສດ.

ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ເທົ່າ​ກັບ 100 ປອນ​ຂອງ​ຄົນ​ໂຣມ. ເບິ່ງ​ພາກ​ຜະໜວກ ຂ14.

ແປ​ຕາມ​ໂຕ​ວ່າ “ຂໍ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ສະຫງົບສຸກ.” ນີ້​ແມ່ນ​ຄຳ​ທັກທາຍ​ທົ່ວໄປ​ຂອງ​ຄົນ​ຢິວ.

ຫຼື “ດິດຸໂມດສ໌”

ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”

ໝາຍເຖິງ​ເປັນ​ຜູ້​ເວົ້າ​ແທນ​ແລະ​ເປັນ​ຕົວແທນ​ຂອງ​ພະ​ເຢໂຫວາ

ຫຼື “ທະເລ​ຄາລີເລ.” ເບິ່ງ ຢຮ 6:1.

ຫຼື “ດິດຸໂມດສ໌”

ຫຼື “ມີ​ປາ​ບໍ?”

ແປ​ຕາມ​ໂຕ​ວ່າ “ລາວ​ປະເປືອຍ​ຢູ່.” ຄຳ​ພາສາ​ກຣີກ​ທີ່​ແປ​ວ່າ “ເປືອຍ” ຍັງ​ມີ​ຄວາມ​ໝາຍ​ອີກ​ວ່າ​ບໍ່​ໃສ່​ເຄື່ອງນຸ່ງ​ຫຼາຍ​ໂຕ​ຫຼື​ໃສ່​ແຕ່​ໂຕ​ທາງ​ໃນ.

ແປ​ຕາມ​ໂຕ​ວ່າ “ປະມານ 200 ສອກ.” ເບິ່ງ​ພາກ​ຜະໜວກ ຂ14.

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌