ເພີດເພີນນຳຊີວິດເທິງແຜ່ນດິນໂລກຕະຫຼອດໄປ!
ໜັງສືເຫຼັ້ມນີ້ພິມຂຶ້ນເພື່ອຊ່ວຍເຈົ້າໃຫ້ຮູ້ຈັກວ່າໃຜສ້າງແຜ່ນດິນໂລກແລະທຸກສິ່ງເທິງແຜ່ນດິນ. ເຈົ້າຈະຮຽນຮູ້ວ່າພະເຈົ້າຜູ້ສ້າງແຜ່ນດິນໂລກມີນາມຊື່. ໃນໜັງສືນີ້ເຮົາຈະອະທິບາຍອີກວ່າເປັນຫຍັງພະເຈົ້າສ້າງຄົນ ແລະເຈົ້າຈະເພີດເພີນນຳຊີວິດເທິງແຜ່ນດິນໂລກຕະຫຼອດໄປໄດ້ຢ່າງໃດ.
ເຮົາຫວັງວ່າຮູບພາບຕ່າງໆ ຈະຊ່ວຍເຈົ້າເຂົ້າໃຈສິ່ງເຫຼົ່ານີ້ດີຂຶ້ນ. ເພື່ອຈະໄດ້ປະໂຫຍດຫຼາຍທີ່ສຸດ ເຈົ້າຄວນອ່ານຂໍ້ຄຳພີໄບເບິນທີ່ອ້າງເຖິງຢູ່ຂ້າງຮູບສ່ວນຫຼາຍ. ດ້ວຍວິທີນັ້ນເຈົ້າຈະອ່ານດ້ວຍໂຕເອງເຖິງຄຳສັນຍາດີໆ ຂອງພະເຈົ້າທີ່ຢູ່ໃນຄຳພີໄບເບິນ ແລະສິ່ງທີ່ພະເຈົ້າຕັດວ່າເຈົ້າຄວນເຮັດເພື່ອຈະໄດ້ຜົນຈາກຄຳສັນຍາເຫຼົ່ານັ້ນ.
ເຈົ້າອາດຢາກໃຊ້ໜັງສືນີ້ຊ່ວຍຄົນອື່ນດ້ວຍ. ຖ້າມີລູກເຈົ້າຍ່ອມໃຊ້ໜັງສືນີ້ຊ່ວຍເຂົາຮຽນຮູ້ກ່ຽວກັບພະເຈົ້າ. ຖ້າເຈົ້າຢູ່ໃນບ່ອນທີ່ຜູ້ໃຫຍ່ຫຼາຍຄົນອ່ານໜັງສືບໍ່ໄດ້ເຈົ້າອາດຈະໃຊ້ຮູບພາບຊ່ວຍເຂົາໃຫ້ເຂົ້າໃຈພະປະສົງຂອງພະເຈົ້າເພື່ອເຂົາຈະໄດ້ຊ່ວຍເພື່ອນບ້ານເຊັ່ນກັນ.
ເຮົາຫວັງຢ່າງຈິງໃຈວ່າ ການສຶກສາຄວາມຮູ້ນີ້ຈະໄຂຊ່ອງທາງໃຫ້ເຈົ້າໄດ້ຮັບພະພອນຫຼາຍຢ່າງ ເຖິງຂັ້ນສະແດງໃຫ້ຄົນອື່ນເຖິງວິທີທີ່ເຂົາສາມາດຢູ່ຕະຫຼອດໄປເທິງແຜ່ນດິນໂລກຊ້ຳໄປ.