ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 28
  • ຖືກ​ສອບ​ຖາມ​ເລື່ອງ​ອົດ​ອາຫານ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຖືກ​ສອບ​ຖາມ​ເລື່ອງ​ອົດ​ອາຫານ
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 28

ບົດ 28

ຖືກ​ສອບ​ຖາມ​ເລື່ອງ​ອົດ​ອາຫານ

ເກືອບ​ໜຶ່ງ​ປີ​ຜ່ານ​ໄປ​ຕັ້ງ​ແຕ່​ພະ​ເຍຊູ​ຮ່ວມ​ການ​ສະຫຼອງ​ປັດສະຄາ​ໃນ​ປີ​ສາກົນ​ສັກກະຫຼາດ 30. ຕອນ​ນີ້ ໂຍຮັນ​ຜູ້​ໃຫ້​ບັບເຕມາ​ຖືກ​ຈຳ​ຄຸກ​ໄດ້​ຫຼາຍ​ເດືອນ​ແລ້ວ. ເຖິງ​ວ່າ​ໂຍຮັນ​ຢາກ​ໃຫ້​ສາວົກ​ຂອງ​ທ່ານ​ເຂົ້າ​ມາ​ເປັນ​ສາວົກ​ຂອງ​ພະ​ເຍຊູ​ກໍ​ຕາມ ບໍ່​ແມ່ນ​ໝົດ​ທຸກ​ຄົນ​ເຮັດ​ຕາມ.

ດຽວ​ນີ້ ໃນ​ເວລາ​ທີ່​ໂຍຮັນ​ຕິດ​ຄຸກ​ຢູ່ ລູກ​ສິດ​ຂອງ​ລາວ​ລາງ​ຄົນ​ມາ​ຫາ​ພະ​ເຍຊູ​ແລະ​ຖາມ​ວ່າ “ເຫດ​ສັນ​ໃດ​ພວກ​ຂ້າພະເຈົ້າ​ແລະ​ພວກ​ຟາລິຊຽນ​ເຄີຍ​ຖື​ສິນ​ອົດ​ອາຫານ​ຢູ່​ເລື້ອຍ ແຕ່​ວ່າ​ພວກ​ລູກ​ສິດ​ຂອງ​ພະອົງ​ບໍ່​ຖື.” ພວກ​ຟາລິຊຽນ​ອົດ​ອາຫານ​ອາທິດ​ລະ​ສອງ​ເທື່ອ​ເປັນ​ພິທີ​ທາງ​ສາສະໜາ​ຂອງ​ເຂົາ. ແລະ​ລູກ​ສິດ​ຂອງ​ໂຍຮັນ​ຄົງ​ຈະ​ຕິດ​ຕາມ​ທຳນຽມ​ຄ້າຍໆ ກັນ. ອາດ​ເປັນ​ໄປ​ໄດ້​ທີ່​ເຂົາ​ອາໄລ​ເຖິງ​ໂຍຮັນ​ຜູ້​ຈຳ​ຄຸກ​ຢູ່ ແລະ​ແປກ​ໃຈ​ທີ່​ສາວົກ​ຂອງ​ພະ​ເຍຊູ​ບໍ່​ຮ່ວມ​ທຸກ​ໂສກ​ນຳ​ເຂົາ.

ພະ​ເຍຊູ​ຊີ້​ແຈງ​ວ່າ “ຫມູ່​ສ່ຽວ​ຂອງ​ເຈົ້າ​ບ່າວ​ຈະ​ເປັນ​ທຸກ​ໂສກ​ເມື່ອ​ເວລາ​ເຈົ້າ​ບ່າວ​ຢູ່​ນຳ​ເຂົາ​ໄດ້​ຫຼື ແຕ່​ວ່າ​ເວລາ​ຈະ​ມາ​ເມື່ອ​ເຈົ້າ​ບ່າວ​ຈະ​ເປັນ​ທີ່​ຍົກ​ເອົາ​ໄປ​ແລ້ວ​ຈາກ​ເຂົາ​ແລະ​ເມື່ອ​ນັ້ນ​ເຂົາ​ຈະ​ຖື​ສິນ​ອົດ​ອາຫານ.”

ລູກ​ສິດ​ຂອງ​ໂຍຮັນ​ຄົງ​ນຶກ​ເຖິງ​ຄຳ​ກ່າວ​ຂອງ​ໂຍຮັນ​ເອງ​ວ່າ​ພະ​ເຍຊູ​ເປັນ​ເຈົ້າ​ບ່າວ. ດັ່ງ​ນັ້ນ​ຕອນ​ທີ່​ພະ​ເຍຊູ​ຍັງ​ຢູ່​ນຳ ໂຍຮັນ​ຄົງ​ຖື​ວ່າ​ບໍ່​ສົມຄວນ​ທີ່​ຈະ​ຖື​ສິນ​ອົດ​ອາຫານ ແລະ​ສາວົກ​ຂອງ​ພະ​ເຍຊູ​ກໍ​ເຊັ່ນ​ກັນ. ຕໍ່​ມາ ເມື່ອ​ພະ​ເຍຊູ​ສິ້ນ​ພະຊົນ ສາວົກ​ຂອງ​ພະອົງ​ໂສກ​ເສົ້າ​ແລະ​ອົດ​ອາຫານ. ແຕ່​ເມື່ອ​ພະ​ເຍຊູ​ຟື້ນ​ຈາກ​ຕາຍ​ແລະ​ຂຶ້ນ​ສູ່​ສະຫວັນ ເຂົາ​ບໍ່​ມີ​ເຫດຜົນ​ທີ່​ຈະ​ອົດ​ອາຫານ​ແລະ​ທຸກ​ໂສກ​ອີກ​ຕໍ່​ໄປ.

ຕໍ່​ຈາກ​ນັ້ນ ພະ​ເຍຊູ​ຍົກ​ຄຳ​ອຸປະມາ​ວ່າ “ບໍ່​ມີ​ຜູ້​ໃດ​ຈະ​ເອົາ​ຕ່ອນ​ແພ​ໃໝ່​ຫຍິບ​ຕາບ​ເສື້ອ​ເກົ່າ ເຫດ​ວ່າ​ຕ່ອນ​ແພ​ໃໝ່​ນັ້ນ​ຈະ​ກະທຳ​ໃຫ້​ເສື້ອ​ເກົ່າ​ຂາດ​ອອກ ແລະ​ບ່ອນ​ຂາດ​ນັ້ນ​ຈະ​ກວ້າງ​ກວ່າ​ອີກ. ອັນ​ດຽວ​ກັນ ເຂົາ​ບໍ່​ເອົາ​ນ້ຳ​ອະງຸ່ນ​ໃໝ່​ມາ​ໃສ່​ໄວ້​ໃນ​ກະຖັງ​ໜັງ​ເກົ່າ ຖ້າ​ກະທຳ​ຢ່າງ​ນັ້ນ​ກະຖັງ​ໜັງ​ຈະ​ຂາດ​ໄປ ແລະ​ນ້ຳ​ອະງຸ່ນ​ຈະ​ໄຫຼ​ອອກ ແລະ​ກະຖັງ​ໜັງ​ຈະ​ເສຍ​ໄປ​ດ້ວຍ ແຕ່​ວ່າ​ເຂົາ​ເອົາ​ນ້ຳ​ອະງຸ່ນ​ໃໝ່​ໃສ່​ໄວ້​ໃນ​ກະຖັງ​ໜັງ​ໃໝ່ ແລະ​ເຂົາ​ທັງ​ສອງ​ຮັກສາ​ກັນ​ໄວ້.” ອຸປະມາ​ເລື່ອງ​ນີ້​ກັບ​ການ​ອົດ​ອາຫານ​ກ່ຽວ​ຂ້ອງ​ກັນ​ຢ່າງ​ໃດ?

ພະ​ເຍຊູ​ຊ່ອຍ​ລູກ​ສິດ​ຂອງ​ໂຍຮັນ​ໃຫ້​ເຂົ້າ​ໃຈ​ວ່າ​ບໍ່​ຄວນ​ຄາດ​ໝາຍ​ໃຫ້​ສາວົກ​ຂອງ​ພະອົງ​ເຮັດ​ຕາມ​ກິດ​ປະຕິບັດ​ເກົ່າ​ແກ່​ຂອງ​ລັດທິ​ຢູເດ ເຊັ່ນ ພິທີ​ຖື​ສິນ​ອົດ​ອາຫານ. ພະອົງ​ບໍ່​ໄດ້​ມາ​ເພື່ອ​ເສີມ​ແລະ​ຍືດ​ລະບົບ​ການ​ນະມັດສະການ​ເກົ່າ​ເຊິ່ງ​ຈະ​ຖິ້ມ​ຢູ່​ແລ້ວ. ສາສະໜາ​ຄລິດ​ບໍ່​ໄດ້​ຖືກ​ຕັ້ງ​ຂຶ້ນ​ເພື່ອ​ປະສານ​ກັບ​ລັດທິ​ຢູເດ​ໃນ​ຍຸກ​ນັ້ນ​ພ້ອມ​ດ້ວຍ​ທຳນຽມ​ຕ່າງໆ ຂອງ​ມະນຸດ. ສາສະໜາ​ນັ້ນ​ຈະ​ບໍ່​ເປັນ​ຜ້າ​ໃໝ່​ຕາບ​ໃສ່​ເສື້ອ​ເກົ່າ ຫຼື​ນ້ຳ​ອະງຸ່ນ​ໃໝ່​ໃນ​ຖົງ​ໜັງ​ເກົ່າ. ມັດທາຽ 9:14-17; ມາລະໂກ 2:18-22; ລຶກາ 5:33-39; ໂຍຮັນ 3:27-29.

▪ ໃຜ​ຖື​ສິນ​ອົດ​ອາຫານ ພ້ອມ​ດ້ວຍ​ຈຸດ​ມຸ່ງ​ໝາຍ​ຫຍັງ?

▪ ເປັນ​ຫຍັງ​ສາວົກ​ຂອງ​ພະ​ເຍຊູ​ບໍ່​ຖື​ສິນ​ອົດ​ອາຫານ​ລະຫວ່າງ​ທີ່​ພະອົງ​ຢູ່​ນຳ​ເຂົາ ແລະ​ຫຼັງ​ຈາກ​ນັ້ນ ສາເຫດ​ຂອງ​ການ​ອົດ​ອາຫານ​ຈະ​ໝົດ​ໄປ​ໃນ​ບໍ່​ຊ້າ​ໄດ້​ຢ່າງ​ໃດ?

▪ ພະ​ເຍຊູ​ໄດ້​ຍົກ​ອຸປະມາ​ຫຍັງ​ແດ່​ຂຶ້ນ​ມາ ແລະ​ສອງ​ເລື່ອງ​ນັ້ນ​ມີ​ຄວາມ​ໝາຍ​ຢ່າງ​ໃດ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌