ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 115
  • ການ​ໂຕ້​ຖຽງ​ພຸ່ງ​ເກີດ​ຂຶ້ນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ໂຕ້​ຖຽງ​ພຸ່ງ​ເກີດ​ຂຶ້ນ
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເລື່ອງທີ່ຄ້າຍກັນ
  • ພະອົງຮັກເດັກນ້ອຍ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ການ​ກຽມ​ເຫຼົ່າ​ອັກຄະສາວົກ​ເພື່ອ​ການ​ຈາກ​ໄປ​ຂອງ​ພະອົງ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ຕອນ​ຢູ່​ທະເລ​ຄາລິເລ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • “ພະ​ເຍຊູ . . . ໄດ້​ຮັກ​ເຂົາ​ເຖິງ​ທີ່​ສຸດ”
    “ຕາມເຮົາໄປເຖີ້ນ”
ເບິ່ງຕື່ມ
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 115

ບົດ 115

ການ​ໂຕ້​ຖຽງ​ພຸ່ງ​ເກີດ​ຂຶ້ນ

ໃນ​ຕອນ​ຫົວ​ຄ່ຳ ພະ​ເຍຊູ​ສອນ​ບົດຮຽນ​ທີ່​ມີ​ຄຸນຄ່າ​ໃນ​ເລື່ອງ​ການ​ຮັບໃຊ້​ດ້ວຍ​ໃຈ​ຖ່ອມ​ໂດຍ​ການ​ລ້າງ​ຕີນ​ໃຫ້​ອັກຄະສາວົກ. ຫຼັງ​ຈາກ​ນັ້ນ ພະອົງ​ແນະນຳ​ໃຫ້​ເຂົາ​ເຈົ້າ​ລະນຶກ​ເຖິງ​ຄວາມ​ຕາຍ​ຂອງ​ພະອົງ​ເຊິ່ງ​ໃກ້​ເຂົ້າ​ມາ​ແລ້ວ. ບັດ​ນີ້ ໂດຍ​ສະເພາະ​ເມື່ອ​ຄຳນຶງ​ເຖິງ​ສິ່ງ​ທີ່​ຫາ​ກໍ່​ຜ່ານ​ໄປ ມີ​ເລື່ອງ​ທີ່​ບໍ່​ຄາດ​ຄິດ​ເກີດ​ຂຶ້ນ. ພວກ​ອັກຄະສາວົກ​ກຳລັງ​ຖຽງ​ກັນ​ຢ່າງ​ດຸ​ເດືອດ​ວ່າ​ໃຜ​ໃນ​ກຸ່ມ​ເຂົາ​ເຈົ້າ​ຄວນ​ຈະ​ເປັນ​ຜູ້​ໃຫຍ່​ທີ່​ສຸດ! ປາກົດ​ວ່າ​ເລື່ອງ​ນີ້​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ຜິດ​ຖຽງ​ກັນ​ມາ​ຕະຫຼອດ.

ຈົ່ງ​ຫວນ​ນຶກ​ເບິ່ງ​ວ່າ​ພາຍ​ຫຼັງ​ພະ​ເຍຊູ​ແປງ​ກາຍ​ທີ່​ພູເຂົາ ພວກ​ອັກຄະສາວົກ​ກໍ​ຖຽງ​ກັນ​ເລື່ອງ​ໃຜ​ຈະ​ເປັນ​ຜູ້​ໃຫຍ່​ທີ່​ສຸດ​ໃນ​ຫມູ່​ເຂົາ. ນອກ​ຈາກ​ນັ້ນ ຍາໂກໂບ​ແລະ​ໂຍຮັນ​ໄດ້​ຂໍ​ຕຳແໜ່ງ​ສຳຄັນ​ໃນ​ລາຊະອານາຈັກ ເຊິ່ງ​ເຮັດ​ໃຫ້​ເກີດ​ການ​ໂຕ້​ແຍ່ງ​ໃນ​ຫມູ່​ອັກຄະສາວົກ​ອີກ. ຕອນ​ນີ້ ເຊິ່ງ​ເປັນ​ຄືນ​ສຸດ​ທ້າຍ​ທີ່​ພະອົງ​ຢູ່​ກັບ​ເຂົາ ພະ​ເຍຊູ​ຕ້ອງ​ເສົ້າໃຈ​ສ່ຳ​ໃດ​ເມື່ອ​ເຫັນ​ເຂົາ​ໂຕ້​ຖຽງ​ກັນ​ອີກ​ເທື່ອ​ໜຶ່ງ! ພະອົງ​ຈະ​ເຮັດ​ຢ່າງ​ໃດ?

ແທນ​ທີ່​ຈະ​ດ່າ​ວ່າ​ພວກ​ອັກຄະສາວົກ​ຍ້ອນ​ການ​ປະພຶດ​ເຊັ່ນ​ນັ້ນ ພະ​ເຍຊູ​ໄດ້​ຫາ​ເຫດຜົນ​ນຳ​ເຂົາ​ເຈົ້າ​ຢ່າງ​ອົດ​ທົນ​ອີກ​ເທື່ອ​ໜຶ່ງ​ວ່າ “ກະສັດ​ທັງ​ຫຼາຍ​ແຫ່ງ​ພວກ​ຕ່າງ​ປະເທດ​ກໍ​ບັງຄັບ​ເຂົາ ແລະ​ຜູ້​ທີ່​ຄຸ້ມຄອງ​ເຂົາ​ກໍ​ເປັນ​ທີ່​ເອີ້ນ​ຊື່​ວ່າ​ເຈົ້າ​ບຸນ​ຄຸນ ແຕ່​ວ່າ​ໃນ​ທ່າມກາງ​ພວກ​ທ່ານ​ຈະ​ບໍ່​ເປັນ​ຢ່າງ​ນັ້ນ. . . . ເຫດ​ວ່າ​ຜູ້​ໃຫຍ່​ທີ່​ສຸດ​ເປັນ​ຜູ້​ໃດ ຜູ້​ທີ່​ນັ່ງ​ໂຕະ ຫຼື​ຜູ້​ບົວລະບັດ ບໍ່​ແມ່ນ​ຜູ້​ທີ່​ນັ່ງ​ໂຕະ​ຫຼື”? ແລະ​ເພື່ອ​ເຕືອນ​ໃຫ້​ເຂົາ​ຄິດ​ເຖິງ​ຕົວຢ່າງ​ທີ່​ພະອົງ​ໄດ້​ວາງ​ໄວ້​ຈຶ່ງ​ກ່າວ​ວ່າ “ແຕ່​ວ່າ​ເຮົາ​ຢູ່​ໃນ​ທ່າມກາງ​ພວກ​ທ່ານ​ເໝືອນ​ດັ່ງ​ຜູ້​ບົວລະບັດ.”

ເຖິງ​ວ່າ​ພວກ​ອັກຄະສາວົກ​ມີ​ຂໍ້​ບົກ​ພ່ອງ ເຂົາ​ເຈົ້າ​ຕິດ​ຕາມ​ພະ​ເຍຊູ​ຕະຫຼອດ​ເວລາ​ທີ່​ພະອົງ​ຖືກ​ທົດລອງ. ພະອົງ​ຈຶ່ງ​ກ່າວ​ວ່າ “ຝ່າຍ​ເຮົາ ເຮົາ​ຕັ້ງ​ແຜ່ນດິນ [ລາຊະອານາຈັກ] ໜຶ່ງ​ສຳລັບ​ທ່ານ​ທັງ​ຫຼາຍ ເໝືອນ​ດັ່ງ​ພະ​ບິດາ​ຂອງ​ເຮົາ​ໄດ້​ຕັ້ງ​ແຜ່ນດິນ [ລາຊະອານາຈັກ] ໜຶ່ງ​ສຳລັບ​ເຮົາ.” ສັນຍາ​ໄມຕີ​ທີ່​ພະ​ເຍຊູ​ເຮັດ​ໄວ້​ເປັນ​ສ່ວນ​ຕົວ​ລະຫວ່າງ​ພະອົງ​ແລະ​ຜູ້​ຕິດ​ຕາມ​ທີ່​ສັດ​ຊື່​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ສ່ວນ​ຮ່ວມ​ໃນ​ການ​ປົກຄອງ​ກັບ​ພະອົງ. ໃນ​ທີ່​ສຸດ ມີ​ແຕ່ 144,000 ຄົນ​ເທົ່າ​ນັ້ນ ເຊິ່ງ​ຈະ​ເຂົ້າ​ມີ​ສ່ວນ​ໃນ​ສັນຍາ​ໄມຕີ​ແຫ່ງ​ລາຊະອານາຈັກ.

ເຖິງ​ແມ່ນ​ວ່າ​ພະ​ຄລິດ​ໄດ້​ສະເໜີ​ຄວາມ​ຫວັງ​ອັນ​ວິເສດ​ໃຫ້​ແກ່​ເຫຼົ່າ​ອັກຄະສາວົກ​ເພື່ອ​ເຂົາ​ເຈົ້າ​ຈະ​ຮ່ວມ​ປົກຄອງ​ໃນ​ລາຊະອານາຈັກ​ກັບ​ພະອົງ​ກໍ​ຕາມ ໃນ​ຕອນ​ນີ້​ເຂົາ​ເຈົ້າ​ຍັງ​ບໍ່​ແຂງແຮງ​ດ້ານ​ຝ່າຍ​ວິນຍານ. ພະ​ເຍຊູ​ກ່າວ​ແກ່​ເຂົາ​ເຈົ້າ​ວ່າ “ທ່ານ​ທັງ​ຫຼາຍ​ຈະ​ຊູນ​ສະດຸດ​ໃຈ​ເພາະ​ເຮົາ​ໃນ​ຄືນ​ວັນ​ນີ້​ທຸກ​ຄົນ.” ຢ່າງ​ໃດ​ກໍ​ດີ ເມື່ອ​ບອກ​ເປໂຕ​ວ່າ​ພະອົງ​ໄດ້​ອະທິດຖານ​ເພື່ອ​ເຂົາ​ເຈົ້າ ພະອົງ​ກ່າວ​ເຕືອນ​ວ່າ “ເວລາ​ທ່ານ​ຈະ​ໄດ້​ຫຼົບ​ຕັ້ງ​ໃຈ​ໃໝ່​ມາ​ແລ້ວ ທ່ານ​ຈົ່ງ​ຊູ​ແຮງ​ພີ່​ນ້ອງ​ຂອງ​ທ່ານ​ເທີ້ນ.”

ພະ​ເຍຊູ​ອະທິບາຍ​ວ່າ “ລູກ​ທັງ​ຫຼາຍ​ເອີຍ ເຮົາ​ຍັງ​ຢູ່​ນຳ​ພວກ​ທ່ານ​ສັກ​ເວລາ​ໜ້ອຍ. ທ່ານ​ທັງ​ຫຼາຍ​ຈະ​ຊອກ​ຫາ​ເຮົາ ແລະ​ຕາມ​ເຮົາ​ໄດ້​ກ່າວ​ແກ່​ພວກ​ຢູເດ​ແລ້ວ ເຮົາ​ກ່າວ​ແກ່​ທ່ານ​ທັງ​ຫຼາຍ​ດຽວ​ນີ້​ວ່າ ບ່ອນ​ນັ້ນ​ເຮົາ​ໄປ​ທ່ານ​ທັງ​ຫຼາຍ​ໄປ​ບໍ່​ໄດ້. ເຮົາ​ປະທານ​ຄຳ​ສັ່ງ​ໃໝ່​ຂໍ້​ໜຶ່ງ​ໃຫ້​ແກ່​ທ່ານ​ທັງ​ຫຼາຍ​ວ່າ ຈົ່ງ​ຮັກ​ກັນ​ແລະ​ກັນ. ເຮົາ​ໄດ້​ຮັກ​ທ່ານ​ທັງ​ຫຼາຍ​ສັນ​ໃດ​ທ່ານ​ຈົ່ງ​ຮັກ​ກັນ​ແລະ​ກັນ​ສັນ​ນັ້ນ. ຄົນ​ທັງ​ປວງ​ຈະ​ຮູ້​ຈັກ​ວ່າ ທ່ານ​ທັງ​ຫຼາຍ​ເປັນ​ລູກ​ສິດ​ຂອງ​ເຮົາ​ດ້ວຍ​ການ​ນີ້ ຄື​ວ່າ​ຖ້າ​ທ່ານ​ທັງ​ຫຼາຍ​ມີ​ຄວາມ​ຮັກ ໃນ​ທ່າມກາງ​ພວກ​ທ່ານ.”

ເປໂຕ​ຖາມ​ວ່າ “ພະອົງ​ເຈົ້າ​ຂ້າ ພະອົງ​ໄປ​ໃສ”?

ພະ​ເຍຊູ​ຕອບ​ວ່າ “ບ່ອນ​ທີ່​ເຮົາ​ໄປ​ທ່ານ​ຕາມ​ເຮົາ​ໄປ​ບໍ່​ໄດ້​ດຽວ​ນີ້ ແຕ່​ວ່າ​ພາຍ​ຫຼັງ​ທ່ານ​ຈະ​ຕາມ​ເຮົາ​ໄປ.”

ເປໂຕ​ຢາກ​ຮູ້​ຈຶ່ງ​ຖາມ​ວ່າ “ພະອົງ​ເຈົ້າ​ຂ້າ ເປັນ​ສັນ​ໃດ​ຂ້າພະເຈົ້າ​ຕາມ​ພະອົງ​ໄປ​ບໍ່​ໄດ້​ດຽວ​ນີ້. ຂ້າພະເຈົ້າ​ຈະ​ປົງ​ຊີວິດ​ຂອງ​ຂ້າພະເຈົ້າ​ເພາະ​ເຫັນ​ແກ່​ພະອົງ.”

ພະ​ເຍຊູ​ຖາມ​ວ່າ “ທ່ານ​ຈະ​ປົງ​ຊີວິດ​ຂອງ​ທ່ານ​ເພາະ​ເຫັນ​ແກ່​ເຮົາ​ຫຼື”? ແລ້ວ​ພະອົງ​ກ່າວ​ຕໍ່​ອີກ​ວ່າ “ເຮົາ​ບອກ​ທ່ານ​ຕາມ​ຈິງ​ວ່າ ໃນ​ຄືນ​ນີ້​ແຫຼະ ກ່ອນ​ໄກ່​ຈະ​ຂັນ​ສອງ​ເທື່ອ ທ່ານ​ຈະ​ປະຕິເສດ​ເຮົາ​ເຖິງ​ສາມ​ເທື່ອ.” (ປ.ມ.)

ເປໂຕ​ຄັດ​ຄ້ານ​ວ່າ “ເຖິງ​ແມ່ນ​ຂ້າ​ນ້ອຍ​ຈະ​ຕ້ອງ​ຕາຍ​ກັບ​ທ່ານ ຂ້າ​ນ້ອຍ​ຈະ​ບໍ່​ປະຕິເສດ​ທ່ານ​ຈັກ​ເທື່ອ.” (ປ.ມ.) ແລະ​ຕອນ​ທີ່​ອັກຄະສາວົກ​ຄົນ​ອື່ນໆ ເວົ້າ​ແບບ​ນັ້ນ​ຄື​ກັນ ເປໂຕ​ເວົ້າ​ອວດ​ຂຶ້ນ​ມາ​ວ່າ “ຖ້າ​ແມ່ນ​ຄົນ​ທັງ​ປວງ​ຈະ​ຊູນ​ສະດຸດ​ໃຈ​ເພາະ​ພະອົງ ຝ່າຍ​ຂ້າພະເຈົ້າ​ຈະ​ບໍ່​ຊູນ​ສະດຸດ​ໃຈ​ສັກ​ເທື່ອ.”

ພະອົງ​ໄດ້​ເອີ່ຍ​ເຖິງ​ຕອນ​ທີ່​ສົ່ງ​ເຫຼົ່າ​ອັກຄະສາວົກ​ອອກ​ໄປ​ປະກາດ​ທົ່ວ​ເມືອງ​ຄາລິເລ ໂດຍ​ບໍ່​ໃຫ້​ເອົາ​ກະເປົາ​ເງິນ​ຫຼື​ຖົງ​ໃສ່​ຂອງ​ກິນ​ໄປ​ນຳ ແລ້ວ​ພະ​ເຍຊູ​ຖາມ​ວ່າ “ພວກ​ທ່ານ​ໄດ້​ຂາດ​ເຂີນ​ສິ່ງ​ໃດ​ແດ່?” (ທ.ປ.)

ເຂົາ​ຕອບ​ວ່າ “ບໍ່​ໄດ້​ຂາດ​ເຂີນ​ສິ່ງ​ໃດ​ເລີຍ!” (ທ.ປ.)

ພະອົງ​ຈຶ່ງ​ກ່າວ​ວ່າ “ແຕ່​ວ່າ​ດຽວ​ນີ້​ຖ້າ​ຜູ້​ໃດ​ມີ​ຖົງ​ເງິນ ຈົ່ງ​ຖື​ເອົາ​ໄປ​ເທີ້ນ ແລະ​ຜູ້​ທີ່​ມີ​ກະເປົາ​ຈົ່ງ​ກະທຳ​ດັ່ງ​ນັ້ນ ແລະ​ຜູ້​ທີ່​ບໍ່​ມີ​ດາບ​ຈົ່ງ​ຂາຍ​ເສື້ອ​ຜ້າ​ແຫ່ງ​ຕົນ ແລະ​ຊື້​ເອົາ​ດາບ​ດວງ​ໜຶ່ງ​ເທີ້ນ. ເຫດ​ວ່າ​ເຮົາ​ກ່າວ​ແກ່​ທ່ານ​ທັງ​ຫຼາຍ​ວ່າ ຄຳ​ນີ້​ທີ່​ຂຽນ​ໄວ້​ຕ້ອງ​ຈະ​ສຳເລັດ​ໃນ​ເຮົາ​ວ່າ ພະອົງ​ເປັນ​ທີ່​ນັບ​ເຂົ້າ​ດ້ວຍ​ກັນ​ກັບ​ຫມູ່​ຄົນ​ຮ້າຍ. ເຫດ​ວ່າ​ການ​ທັງ​ຫຼາຍ​ຝ່າຍ​ເຮົາ​ນັ້ນ​ຈະ​ເຖິງ​ທີ່​ສຸດ​ແລ້ວ.”

ພະ​ເຍຊູ​ກຳລັງ​ຊີ້​ເຖິງ​ຕອນ​ທີ່​ພະອົງ​ຈະ​ຖືກ​ຕອກ​ໄວ້​ພ້ອມ​ກັບ​ຜູ້​ຮ້າຍ​ຫຼື​ພວກ​ຝ່າ​ຝືນ​ກົດໝາຍ. ພະອົງ​ຍັງ​ບອກ​ວ່າ ຕໍ່​ຈາກ​ນີ້​ສາວົກ​ຂອງ​ພະອົງ​ຈະ​ປະເຊີນ​ກັບ​ການ​ກົດ​ຂີ່​ຂົ່ມເຫງ​ຢ່າງ​ໜັກ​ໜ່ວງ. ເຂົາ​ເຈົ້າ​ຕອບ​ວ່າ “ພະອົງ​ເຈົ້າ​ຂ້າ ຈົ່ງ​ເບິ່ງ ມີ​ດາບ​ສອງ​ດວງ​ຢູ່​ທີ່​ນີ້.”

ພະອົງ​ຕອບ​ເຂົາ​ວ່າ “ພໍ​ແລ້ວ.” ດັ່ງ​ທີ່​ເຮົາ​ຈະ​ເຫັນ​ໃນ​ບໍ່​ດົນ​ວ່າ ການ​ມີ​ດາບ​ຕິດ​ຕົວ​ເຊັ່ນ​ນັ້ນ ເປັນ​ໂອກາດ​ທີ່​ພະ​ເຍຊູ​ຈະ​ສອນ​ບົດຮຽນ​ສຳຄັນ​ອີກ​ອັນ​ໜຶ່ງ. ມັດທາຽ 26:31-35; ມາລະໂກ 14:27-31; ລຶກາ 22:24-38; ໂຍຮັນ 13:31-38; ຄຳປາກົດ 14:1-3.

▪ ເປັນ​ຫຍັງ​ການ​ໂຕ້​ຖຽງ​ກັນ​ໃນ​ຫມູ່​ອັກຄະສາວົກ​ຈຶ່ງ​ເປັນ​ເລື່ອງ​ທີ່​ແປກ​ແທ້?

▪ ພະ​ເຍຊູ​ຈັດການ​ກັບ​ການ​ໂຕ້​ຖຽງ​ນັ້ນ​ຢ່າງ​ໃດ?

▪ ສັນຍາ​ໄມຕີ​ທີ່​ພະ​ເຍຊູ​ເຮັດ​ໄວ້​ກັບ​ສາວົກ​ຂອງ​ພະອົງ​ນັ້ນ​ເຮັດ​ໃຫ້​ສິ່ງ​ໃດ​ບັນລຸ​ຜົນ​ສຳເລັດ?

▪ ພະ​ເຍຊູ​ປະທານ​ຂໍ້​ບັນຍັດ​ໃໝ່​ຫຍັງ ແລະ​ຂໍ້​ນັ້ນ​ສຳຄັນ​ພຽງ​ໃດ?

▪ ເປໂຕ​ສະແດງ​ວ່າ​ຕົນ​ໝັ້ນ​ໃຈ​ເກີນ​ໄປ​ໃນ​ເລື່ອງ​ໃດ ແລະ​ພະ​ເຍຊູ​ກ່າວ​ຢ່າງ​ໃດ?

▪ ເປັນ​ຫຍັງ​ການ​ທີ່​ພະ​ເຍຊູ​ບອກ​ໃຫ້​ເອົາ​ກະເປົາ ແລະ​ຖົງ​ໃສ່​ຂອງ​ກິນ​ຕິດ​ໂຕ​ໄປ​ນຳ​ຈຶ່ງ​ຕ່າງ​ຈາກ​ຄຳ​ສັ່ງ​ທີ່​ພະອົງ​ເຄີຍ​ໃຫ້​ໄວ້​ກ່ອນ​ໜ້າ​ນັ້ນ?

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌