ວິທີໃຊ້ຈຸນລະສານເຫຼັ້ມນີ້?
ຈຸນລະສານນີ້ຖືກອອກແບບເພື່ອໃຊ້ເປັນຫຼັກສູດໃນການສຶກສາຄຳພີໄບເບິນ. ຈະໃຊ້ຈຸນລະສານນີ້ຢ່າງໃດ? ເຮົາຂໍແນະນຳກຳນົດການດັ່ງຕໍ່ໄປນີ້: ໃນການເລີ່ມຕົ້ນແຕ່ລະບົດມີຄຳຖາມ. ໃນວົງເລັບຫຼັງແຕ່ລະຄຳຖາມ ທ່ານຈະເຫັນເລກວັກຊຶ່ງຈະພົບຄຳຕອບ. ຈົ່ງອ່ານຄຳຖາມໂດຍຕະຫຼອດກ່ອນ. ຈົ່ງຄິດເຖິງຄຳຖາມເຫຼົ່ານັ້ນ. ຄັ້ນແລ້ວອ່ານແຕ່ລະວັກ ແລະຄົ້ນຫາຂໍ້ພະຄຳພີໃນຄຳພີໄບເບິນຂອງທ່ານ. ເມື່ອທ່ານຈົບບົດຮຽນແລ້ວ ຈົ່ງກັບຄືນໄປອ່ານຄຳຖາມແລະພະຍາຍາມລະນຶກເຖິງຄຳຕອບໃນພະຄຳພີສຳລັບແຕ່ລະຄຳຖາມ. ເມື່ອທ່ານອ່ານຈຸນລະສານທັງເຫຼັ້ມແລ້ວ ຈົ່ງກັບຄືນທົບທວນຄຳຖາມທັງໝົດ.
ເວັ້ນແຕ່ມີການສະແດງໄວ້ເປັນຢ່າງອື່ນຂໍ້ພະຄຳພີທີ່ຍົກມາກ່າວໂດຍກົງມາຈາກຄຳພີລາວສະບັບແປເກົ່າ. ຕົວຫຍໍ້ ປ.ມ. ຕາມຫຼັງຂໍ້ຄຳພີໝາຍເຖິງສະບັບພົບຄວາມສຸກ. ຕົວຫຍໍ້ ລ.ມ. ຕາມຫຼັງຂໍ້ຄຳພີໝາຍຄວາມວ່າຂໍ້ນັ້ນແປຈາກພະຄຳພີບໍລິສຸດສະບັບແປໂລກໃໝ່ (ສະບັບພາສາອັງກິດ).