ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພຈ ບົດຮຽນ 17 ໜ້າ 28-29
  • ເພື່ອ​ຮັກສາ​ເພື່ອນ​ໄວ້ ທ່ານ​ຕ້ອງ​ເປັນ​ເພື່ອນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເພື່ອ​ຮັກສາ​ເພື່ອນ​ໄວ້ ທ່ານ​ຕ້ອງ​ເປັນ​ເພື່ອນ
  • ທ່ານສາມາດເປັນເພື່ອນຂອງພະເຈົ້າ!
  • ເລື່ອງທີ່ຄ້າຍກັນ
  • “ອັນ​ນີ້​ເປັນ​ຄວາມ​ຮັກ​ແກ່​ພະເຈົ້າ”
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
  • “ຂ້ອຍ​ເອີ້ນ​ພວກ​ເຈົ້າ​ວ່າ​ໝູ່”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ໃກ້​ຊິດ​ແລະ​ສະໜິດ​ກັບ​ພະ​ເຢໂຫວາ​ສະເໝີ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ເປັນຫຍັງ​ເຈົ້າ​ຄວນ​ຮັບ​ບັບເຕມາ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
ເບິ່ງຕື່ມ
ທ່ານສາມາດເປັນເພື່ອນຂອງພະເຈົ້າ!
ພຈ ບົດຮຽນ 17 ໜ້າ 28-29

ບົດຮຽນ 17

ເພື່ອ​ຮັກສາ​ເພື່ອນ​ໄວ້ ທ່ານ​ຕ້ອງ​ເປັນ​ເພື່ອນ

ມິດຕະພາບ​ແມ່ນ​ອີງ​ໃສ່​ຮາກ​ຖານ​ຂອງ​ຄວາມ​ຮັກ. ຍິ່ງ​ທ່ານ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ພະ​ເຢໂຫວາ ຄວາມ​ຮັກ​ຂອງ​ທ່ານ​ຈະ​ມີ​ຫຼາຍ​ຂຶ້ນ​ຕໍ່​ພະອົງ. ຂະນະ​ທີ່​ຄວາມ​ຮັກ​ຂອງ​ທ່ານ​ຕໍ່​ພະເຈົ້າ​ເພີ່ມ​ພູນ​ຂຶ້ນ ຄວາມ​ປາຖະໜາ​ຂອງ​ທ່ານ​ທີ່​ຈະ​ຮັບໃຊ້​ພະອົງ​ກໍ​ຈະ​ເພີ່ມ​ຂຶ້ນ​ດ້ວຍ. ສິ່ງ​ນີ້​ຈະ​ກະຕຸ້ນ​ທ່ານ​ໃຫ້​ເຂົ້າ​ມາ​ເປັນ​ສາວົກ​ຂອງ​ພະ​ເຍຊູ​ຄລິດ. (ມັດທາຍ 28:19) ໂດຍ​ການ​ເຂົ້າ​ຮ່ວມ​ກັບ​ຄອບຄົວ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ​ຂອງ​ພະຍານ​ພະ​ເຢໂຫວາ ທ່ານ​ຈະ​ສາມາດ​ມີ​ມິດຕະພາບ​ກັບ​ພະເຈົ້າ​ຕະຫຼອດ​ການ. ທ່ານ​ຕ້ອງ​ເຮັດ​ຫຍັງ?

ທ່ານ​ຕ້ອງ​ສະແດງ​ຄວາມ​ຮັກ​ຂອງ​ທ່ານ​ຕໍ່​ພະເຈົ້າ​ໂດຍ​ການ​ເຊື່ອ​ຟັງ​ກົດ​ໝາຍ​ຂອງ​ພະອົງ. “ເພາະ​ວ່າ​ອັນ​ນີ້​ເປັນ​ຄວາມ​ຮັກ​ແກ່​ພະເຈົ້າ ຄື​ວ່າ ໃຫ້​ເຮົາ​ທັງ​ຫຼາຍ​ຖື​ຮັກສາ​ຄຳ​ສັ່ງ​ທັງ​ຫຼາຍ​ແຫ່ງ​ພະອົງ ແລະ​ຄຳ​ສັ່ງ​ທັງ​ຫຼາຍ​ແຫ່ງ​ພະອົງ​ກໍ​ບໍ່​ຍາກ.”—1 ໂຍຮັນ 5:3.

ນຳ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ມາ​ໃຊ້. ພະ​ເຍຊູ​ໄດ້​ເລົ່າ​ອຸທາຫອນ​ທີ່​ສະແດງ​ໃຫ້​ເຫັນ​ປະເດັນ​ນີ້. ຄົນ​ສະຫຼາດ​ໄດ້​ກໍ່​ສ້າງ​ເຮືອນ​ຂອງ​ຕົນ​ຢູ່​ເທິງ​ຫີນ​ດານ. ຄົນ​ໂງ່​ໄດ້​ກໍ່​ສ້າງ​ເຮືອນ​ຂອງ​ຕົນ​ຢູ່​ເທິງ​ດິນ​ຊາຍ. ເມື່ອ​ພາຍຸ​ໃຫຍ່​ມາ ເຮືອນ​ທີ່​ກໍ່​ສ້າງ​ຢູ່​ເທິງ​ຫີນ​ດານ​ບໍ່​ໄດ້​ລົ້ມ​ລົງ ແຕ່​ວ່າ​ເຮືອນ​ທີ່​ກໍ່​ສ້າງ​ຢູ່​ເທິງ​ດິນ​ຊາຍ​ກໍ​ລົ້ມ​ລົງ​ແລະ​ຫັກ​ແຕກ. ພະ​ເຍຊູ​ກ່າວ​ວ່າ ຄົນ​ເຫຼົ່າ​ນັ້ນ​ທີ່​ໄດ້​ຍິນ​ຄຳ​ສັ່ງ​ສອນ​ຂອງ​ພະອົງ​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ສອນ​ນັ້ນ​ກໍ​ຄື​ກັນ​ກັບ​ຄົນ​ສະຫຼາດ​ທີ່​ກໍ່​ສ້າງ​ເຮືອນ​ຢູ່​ເທິງ​ຫີນ​ດານ. ແຕ່​ວ່າ​ຄົນ​ເຫຼົ່າ​ນັ້ນ​ທີ່​ຟັງ​ຄຳ​ສັ່ງ​ສອນ​ຂອງ​ພະອົງ​ແລະ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສອນ​ນັ້ນ​ກໍ​ຄື​ກັນ​ກັບ​ຄົນ​ໂງ່​ທີ່​ກໍ່​ສ້າງ​ເຮືອນ​ຢູ່​ເທິງ​ດິນ​ຊາຍ. ທ່ານ​ຢາກ​ເປັນ​ຄື​ຄົນ​ໃດ?—ມັດທາຍ 7:24-27.

A house built on rock and a house built on sand

ການ​ອຸທິດ​ຕົວ. ນີ້​ໝາຍ​ຄວາມ​ວ່າ​ທ່ານ​ເຂົ້າ​ຫາ​ພະ​ເຢໂຫວາ​ໂດຍ​ການ​ອະທິດຖານ​ແລະ​ບອກ​ພະອົງ​ວ່າ​ທ່ານ​ຕ້ອງການ​ເຮັດ​ຕາມ​ພະໄທ​ປະສົງ​ຂອງ​ພະເຈົ້າ​ຕະຫຼອດ​ໄປ. ການ​ເຮັດ​ຕາມ​ພະໄທ​ປະສົງ​ຂອງ​ພະເຈົ້າ​ສະແດງ​ວ່າ​ທ່ານ​ເປັນ​ສາວົກ​ຂອງ​ພະ​ເຍຊູ​ຄລິດ.—ມັດທາຍ 11:29.

A woman dedicates her life to Jehovah in prayer

ການ​ຮັບ​ບັບເຕມາ. “ຈົ່ງ . . . ຮັບ​ບັບເຕມາ​ແລະ​ລ້າງ​ບາບ​ຂອງ​ທ່ານ​ອອກ​ເສຍ ໂດຍ​ການ​ທີ່​ທ່ານ​ຮ້ອງ​ອອກ​ນາມ​ຊື່​ຂອງ​ພະອົງ.”—ກິດຈະການ 22:16, ລ.ມ.

A man gets baptized

ເຂົ້າ​ຮ່ວມ​ຢ່າງ​ເຕັມທີ​ໃນ​ການ​ຮັບໃຊ້​ພະເຈົ້າ. “ສິ່ງ​ໃດໆ​ທີ່​ດີ​ທີ່​ທ່ານ​ທັງ​ຫຼາຍ​ກະທຳ ຈົ່ງ​ກະທຳ​ດ້ວຍ​ສິ້ນ​ສຸດ​ຈິດວິນຍານ​ເໝືອນ​ໜຶ່ງ​ກະທຳ​ແດ່​ພະ​ເຢໂຫວາ​ແລະ​ບໍ່​ແມ່ນ​ແກ່​ມະນຸດ.”—ໂກໂລດ 3:23, ລ.ມ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌