ບົດທີ 34
ຈະເກີດຫຍັງຂຶ້ນຖ້າເຮົາຕາຍ?
ລູກອາດຈະຮູ້ດີຢູ່ແລ້ວວ່າຄົນເຮົາໃນທຸກມື້ນີ້ເຖົ້າແກ່ລົງ ເຈັບປ່ວຍ ແລ້ວກໍຕາຍ. ແມ່ນແຕ່ເດັກນ້ອຍບາງຄົນກໍຕາຍ. ລູກຄວນຢ້ານຄວາມຕາຍ ຫຼືຄົນທີ່ຕາຍແລ້ວບໍ?— ລູກຮູ້ບໍວ່າຈະເກີດຫຍັງຂຶ້ນເມື່ອເຮົາຕາຍ?
ທີ່ຈິງ ບໍ່ມີໃຜເຊິ່ງມີຊີວິດໃນເວລານີ້ທີ່ເຄີຍຕາຍແລ້ວແລະຟື້ນຄືນມາເລົ່າເລື່ອງຄວາມຕາຍໃຫ້ເຮົາຟັງ. ແຕ່ເມື່ອພະເຍຊູຄູຜູ້ຍິ່ງໃຫຍ່ຢູ່ເທິງແຜ່ນດິນໂລກ ມີຊາຍຄົນໜຶ່ງທີ່ເຄີຍຕາຍແລະໄດ້ຟື້ນຄືນມາ. ເຮົາຈະຮູ້ວ່າເກີດຫຍັງຂຶ້ນກັບຄົນທີ່ຕາຍໄປແລ້ວໂດຍການອ່ານເລື່ອງຂອງລາວ. ຊາຍຄົນນັ້ນເປັນຫມູ່ຂອງພະເຍຊູແລະລາວອາໄສຢູ່ເມືອງເບທະນີ ເຊິ່ງເປັນບ້ານນ້ອຍໆທີ່ບໍ່ໄກຈາກເມືອງເຢຣຶຊາເລມ. ຊາຍຄົນນີ້ຊື່ວ່າລາຊະໂລ ແລະລາວມີເອື້ອຍສອງຄົນຊື່ມາທາແລະມາລີ. ໃຫ້ເຮົາມາເບິ່ງວ່າຄຳພີໄບເບິນເວົ້າເຖິງເລື່ອງທີ່ເກີດຂຶ້ນແນວໃດ.
ໃນມື້ໜຶ່ງລາຊະໂລເຈັບປ່ວຍໜັກ. ຕອນນັ້ນພະເຍຊູຢູ່ຫ່າງໄກຈາກລາຊະໂລ. ດັ່ງນັ້ນ ມາທາແລະມາລີຈຶ່ງໃຫ້ຄົນໄປບອກພະເຍຊູວ່າ ລາຊະໂລນ້ອງຊາຍຂອງເຂົາເຈົ້າປ່ວຍຢູ່. ເຂົາເຈົ້າເຮັດເຊັ່ນນີ້ເພາະຮູ້ວ່າພະເຍຊູຈະມາແລະເຮັດໃຫ້ນ້ອງຊາຍຂອງຕົນເຊົາຈາກການເຈັບປ່ວຍໄດ້. ພະເຍຊູບໍ່ແມ່ນທ່ານໝໍ ແຕ່ພະອົງໄດ້ຮັບລິດເດດຈາກພະເຈົ້າໃຫ້ປິ່ນປົວໂລກໄພໄຂ້ເຈັບທຸກຊະນິດໄດ້.—ມັດທາຍ 15:30, 31.
ແນວໃດກໍຕາມ ກ່ອນທີ່ພະເຍຊູຈະໄປຮອດ ລາຊະໂລທີ່ເຈັບປ່ວຍໜັກກໍໄດ້ເສຍຊີວິດແລ້ວ. ແຕ່ພະເຍຊູບອກພວກສາວົກວ່າລາຊະໂລພວມນອນຫຼັບຢູ່ແລະພະອົງຈະໄປປຸກລາວໃຫ້ຕື່ນ. ພວກສາວົກບໍ່ເຂົ້າໃຈວ່າພະເຍຊູໝາຍຄວາມວ່າແນວໃດ. ດັ່ງນັ້ນພະເຍຊູຈຶ່ງເວົ້າກົງໆວ່າ: “ລາຊະໂລໄດ້ຕາຍແລ້ວ.” ເລື່ອງນີ້ສະແດງໃຫ້ເຫັນອັນໃດກ່ຽວກັບຄວາມຕາຍ?— ແມ່ນແລ້ວ ຄວາມຕາຍກໍຄືກັນກັບການນອນຫຼັບສະໜິດ. ເປັນການນອນຫຼັບສະໜິດຈົນຄົນນັ້ນບໍ່ໄດ້ຝັນຊ້ຳ.
ຕອນນີ້ພະເຍຊູພວມໄປຫາມາທາແລະມາລີ. ຫມູ່ເພື່ອນຫຼາຍຄົນຂອງຄອບຄົວນີ້ກໍມາຮອດຫັ້ນແລ້ວ. ເຂົາເຈົ້າມາປອບໂຍນຜູ້ເປັນເອື້ອຍຍ້ອນວ່ານ້ອງຊາຍຂອງພວກເຂົາເຈົ້າເສຍຊີວິດ. ເມື່ອມາທາໄດ້ຍິນວ່າພະເຍຊູກຳລັງເດີນທາງມາ ລາວຈຶ່ງອອກໄປຫາພະອົງ. ບໍ່ດົນຕໍ່ມາ ມາລີກໍອອກໄປຫາພະເຍຊູນຳ. ມາລີໂສກເສົ້າເສຍໃຈແລະຮ້ອງໄຫ້ ແລະລາວຫມູບຕົວລົງຢູ່ຕີນຂອງພະອົງ. ຫມູ່ເພື່ອນຄົນອື່ນໆທີ່ນຳຫຼັງມາລີມາກໍຮ້ອງໄຫ້ເຊັ່ນກັນ.
ຄູຜູ້ຍິ່ງໃຫຍ່ຖາມເຂົາເຈົ້າວ່າເອົາລາຊະໂລໄປໄວ້ຢູ່ໃສ. ເມື່ອໄດ້ຍິນເຊັ່ນນັ້ນ ເຂົາເຈົ້າຈຶ່ງພາພະເຍຊູໄປບ່ອນໄວ້ສົບທີ່ພວກຕົນໄດ້ເອົາລາຊະໂລມ້ຽນໄວ້. ເມື່ອພະເຍຊູເຫັນຜູ້ຄົນພາກັນຮ້ອງໄຫ້ ພະອົງກໍເລີ່ມຮ້ອງໄຫ້ນຳ. ພະອົງຮູ້ວ່າການສູນເສຍຜູ້ເປັນທີ່ຮັກນັ້ນເຈັບປວດສ່ຳໃດ.
ມີແຜ່ນຫີນປິດຢູ່ທາງເຂົ້າບ່ອນມ້ຽນສົບ ດັ່ງນັ້ນພະເຍຊູຈຶ່ງເວົ້າວ່າ: “ຈົ່ງເອົາຫີນນັ້ນອອກເສຍເຖີ້ນ.” ເຂົາເຈົ້າຄວນເຮັດຕາມທີ່ບອກບໍ?— ມາທາຄິດວ່ານັ້ນເປັນຄວາມຄິດທີ່ບໍ່ດີປານໃດ. ລາວເວົ້າວ່າ: “ພະອົງເຈົ້າຂ້າ ເພິ່ນເໝັນແລ້ວເຫດວ່າເພິ່ນຢູ່ທີ່ນີ້ໄດ້ 4 ວັນແລ້ວ.”
ແຕ່ພະອົງບອກລາວວ່າ “ເຮົາບໍ່ໄດ້ບອກເຈົ້າຫຼືວ່າຖ້າເຈົ້າເຊື່ອ ເຈົ້າຈະເຫັນລັດສະໝີຂອງພະເຈົ້າ?” ພະເຍຊູໝາຍຄວາມວ່າມາທາຈະເຫັນບາງສິ່ງບາງຢ່າງທີ່ຈະນຳເອົາກຽດຕິຍົດມາສູ່ພະເຈົ້າ. ພະເຍຊູກຳລັງຈະເຮັດຫຍັງ? ເມື່ອກິ້ງແຜ່ນຫີນອອກໄປແລ້ວ ພະເຍຊູກໍອະທິດຖານດ້ວຍສຽງອັນດັງເຖິງພະເຢໂຫວາ. ຈາກນັ້ນພະເຍຊູກໍເວົ້າດ້ວຍສຽງດັງວ່າ: “ລາຊະໂລເອີຍ ຈົ່ງອອກມາທາງນອກເຖີ້ນ.” ລາວຈະອອກມາບໍ? ລາວຈະອອກມາໄດ້ຫຼືບໍ່?—
ລູກປຸກຄົນທີ່ກຳລັງນອນຫຼັບໄດ້ບໍ?— ໄດ້ ຖ້າລູກເອີ້ນດັງໆລາວກໍຈະຕື່ນ. ແຕ່ລູກຈະປຸກຄົນທີ່ນອນຫຼັບໃນຄວາມຕາຍໄດ້ບໍ?— ບໍ່ໄດ້. ບໍ່ວ່າລູກຈະຮ້ອງສຽງດັງປານໃດ ຄົນທີ່ຕາຍກໍຈະບໍ່ໄດ້ຍິນ. ລູກຫຼືພໍ່ (ແມ່) ຫຼືໃຜກໍຕາມທີ່ຢູ່ເທິງແຜ່ນດິນໂລກບໍ່ສາມາດເຮັດຫຍັງໄດ້ເພື່ອປຸກຄົນຕາຍໃຫ້ຟື້ນຄືນມາ.
ພະເຍຊູເຮັດຫຍັງໃຫ້ລາຊະໂລ?
ແຕ່ພະເຍຊູຕ່າງຈາກພວກເຮົາ. ພະອົງໄດ້ຮັບລິດເດດພິເສດຈາກພະເຈົ້າ. ດັ່ງນັ້ນ ເມື່ອພະເຍຊູເອີ້ນລາຊະໂລ ສິ່ງມະຫັດສະຈັນໄດ້ເກີດຂຶ້ນ. ຊາຍທີ່ຕາຍໄດ້ສີ່ມື້ແລ້ວອອກມາຈາກບ່ອນຝັງສົບ! ລາວຖືກນຳກັບຄືນມາໃຫ້ມີຊີວິດອີກ! ລາວຫັນໃຈ ຍ່າງ ແລະເວົ້າໄດ້ອີກ! ແມ່ນແລ້ວ ພະເຍຊູປຸກລາຊະໂລໃຫ້ຟື້ນຄືນມາຈາກຕາຍ.—ໂຢຮັນ 11:1-44.
ບັດນີ້ລອງຄິດເບິ່ງດູ ເກີດຫຍັງຂຶ້ນກັບລາຊະໂລເມື່ອລາວຕາຍ? ບາງສ່ວນທີ່ຢູ່ໃນຕົວລາວອອກຈາກຮ່າງກາຍແລ້ວໄປອາໄສຢູ່ບ່ອນໃດບ່ອນໜຶ່ງບໍ? ຈິດວິນຍານຂອງລາຊະໂລໄປສະຫວັນບໍ? ໃນໄລຍະເວລາສີ່ມື້ລາວມີຊີວິດຢູ່ໃນສະຫວັນກັບພະເຈົ້າແລະພວກທູດສະຫວັນອົງບໍລິສຸດບໍ?—
ບໍ່ ລາວບໍ່ໄດ້ມີຊີວິດຢູ່ໃນສະຫວັນ. ຢ່າລືມວ່າ ພະເຍຊູເວົ້າວ່າລາຊະໂລນອນຫຼັບຢູ່. ມັນເປັນແນວໃດເມື່ອລູກນອນຫຼັບ? ເມື່ອລູກນອນຫຼັບສະໜິດແທ້ໆ ລູກບໍ່ຮູ້ວ່າມີຫຍັງເກີດຂຶ້ນຢູ່ອ້ອມແອ້ມຕົວລູກແມ່ນບໍ?— ແລະເມື່ອຕື່ນຂຶ້ນມາ ລູກກໍບໍ່ຮູ້ວ່າຕົວເອງນອນຫຼັບໄປໄດ້ດົນປານໃດແລ້ວຈົນກະທັ່ງວ່າລູກເບິ່ງໂມງ.
ຄົນຕາຍກໍເປັນເຊັ່ນນັ້ນຄືກັນ. ເຂົາເຈົ້າບໍ່ຮູ້ຈັກ ຫຍັງເລີຍ. ເຂົາເຈົ້າບໍ່ຮູ້ສຶກ ຫຍັງເລີຍ. ແລະເຂົາເຈົ້າກໍບໍ່ສາມາດເຮັດ ຫຍັງໄດ້ເລີຍ. ລາຊະໂລເປັນແບບນັ້ນແຫຼະເມື່ອລາວຕາຍ. ຄວາມຕາຍເປັນຄືກັບການນອນຫຼັບສະໜິດເຊິ່ງຄົນນັ້ນຈື່ຫຍັງບໍ່ໄດ້ເລີຍ. ຄຳພີໄບເບິນບອກວ່າ: “ຄົນຕາຍແລ້ວບໍ່ຮູ້ຈັກສິ່ງໃດ.”—ຜູ້ເທສະໜາປ່າວປະກາດ 9:5, 10.
ສະພາບຂອງລາຊະໂລເປັນແນວໃດເມື່ອລາວຕາຍ?
ຂໍໃຫ້ຄິດເບິ່ງເຊັ່ນກັນວ່າ ຖ້າລາຊະໂລໄດ້ຢູ່ໃນສະຫວັນສີ່ມື້ ລາວຄົງຈະເວົ້າບາງສິ່ງບາງຢ່າງກ່ຽວກັບເລື່ອງນັ້ນແມ່ນບໍ?— ແລະຖ້າລາວຢູ່ໃນສະຫວັນແລ້ວ ພະເຍຊູຈະເອົາລາວອອກມາຈາກບ່ອນທີ່ສະຫນຸກສຸກສະບາຍແລ້ວກັບມາຢູ່ແຜ່ນດິນໂລກບໍ?— ບໍ່ແມ່ນແນ່ນອນ!
ແນວໃດກໍຕາມ ຫຼາຍຄົນບອກວ່າເຮົາມີ ຈິດວິນຍານ ແລະເຂົາເຈົ້າເວົ້າວ່າຈິດວິນຍານຢູ່ຕໍ່ໄປຫຼັງຈາກທີ່ຮ່າງກາຍຕາຍໄປແລ້ວ. ເຂົາເຈົ້າເວົ້າວ່າຈິດວິນຍານຂອງລາຊະໂລໄປຢູ່ບ່ອນໃດບ່ອນໜຶ່ງ. ແຕ່ຄຳພີໄບເບິນບໍ່ໄດ້ບອກແນວນັ້ນ. ຄຳພີໄບເບິນບອກວ່າພະເຈົ້າສ້າງອາດາມມະນຸດຄົນທຳອິດໃຫ້ “ເປັນຈິດວິນຍານມີຊີວິດຢູ່.” ອາດາມເປັນຈິດວິນຍານ. ຄຳພີໄບເບິນຍັງບອກວ່າເມື່ອອາດາມເຮັດບາບ ລາວກໍຕາຍ. ລາວກາຍເປັນ ‘ຈິດວິນຍານທີ່ຕາຍແລ້ວ’ ແລະລາວກັບໄປເປັນຂີ້ຝຸ່ນດິນທີ່ລາວຖືກສ້າງຂຶ້ນມາ. ຄຳພີໄບເບິນຍັງບອກອີກວ່າລູກຫຼານຂອງອາດາມສືບທອດບາບແລະຄວາມຕາຍເຊັ່ນກັນ.—ຕົ້ນເດີມ 2:7; 3:17-19; ຈົດເຊັນບັນຊີ 6:6; ໂລມ 5:12.
ດັ່ງນັ້ນ ເຫັນໄດ້ຈະແຈ້ງວ່າເຮົາບໍ່ມີ ຈິດວິນຍານທີ່ແຍກຢູ່ຕ່າງຫາກຈາກຮ່າງກາຍ. ເຮົາແຕ່ລະຄົນເປັນຈິດວິນຍານ. ແລະເນື່ອງຈາກຄົນເຮົາໄດ້ສືບທອດບາບຈາກອາດາມມະນຸດຄົນທຳອິດ ຄຳພີໄບເບິນເວົ້າວ່າ: ‘ຈິດວິນຍານທີ່ເຮັດບາບ ຈິດວິນຍານນັ້ນຈະຕາຍ.’—ເອເຊກຽນ 18:4.
ເປັນຫຍັງຈຶ່ງບໍ່ມີເຫດຜົນທີ່ຈະຢ້ານຄົນຕາຍ?
ບາງຄົນຢ້ານຄົນຕາຍ. ເຂົາເຈົ້າບໍ່ໄປໃກ້ປ່າຊ້າເພາະຄິດວ່າຄົນຕາຍມີຈິດວິນຍານທີ່ແຍກອອກຈາກຮ່າງກາຍເຊິ່ງອາດທຳຮ້າຍຄົນທີ່ມີຊີວິດຢູ່. ແຕ່ຄົນຕາຍຈະທຳຮ້າຍຄົນທີ່ມີຊີວິດຢູ່ໄດ້ບໍ?— ບໍ່ໄດ້.
ບາງຄົນເຖິງຂັ້ນເຊື່ອວ່າຄົນຕາຍເປັນວິນຍານທີ່ສາມາດກັບໄປຢາມຄົນທີ່ມີຊີວິດຢູ່. ດັ່ງນັ້ນ ເຂົາເຈົ້າຈຶ່ງຈັດຂອງກິນໄວ້ສຳລັບຄົນຕາຍ. ແຕ່ຄົນທີ່ເຮັດເຊັ່ນນັ້ນບໍ່ເຊື່ອແທ້ໆໃນສິ່ງທີ່ພະເຈົ້າບອກກ່ຽວກັບຄົນຕາຍ. ຖ້າເຮົາເຊື່ອໃນສິ່ງທີ່ພະເຈົ້າບອກ ເຮົາຈະບໍ່ຢ້ານຄົນຕາຍ. ແລະຖ້າເຮົາຮູ້ສຶກຂອບໃຈພະເຈົ້າຢ່າງແທ້ຈິງສຳລັບຊີວິດ ເຮົາຈະສະແດງໃຫ້ເຫັນໂດຍການເຮັດສິ່ງຕ່າງໆທີ່ພະເຈົ້າພໍໃຈ.
ແຕ່ລູກອາດຢາກຮູ້ວ່າ ‘ພະເຈົ້າຈະເຮັດໃຫ້ເດັກນ້ອຍທີ່ຕາຍໄປແລ້ວກັບຄືນມາມີຊີວິດອີກບໍ? ພະອົງຕ້ອງການ ເຮັດແບບນັ້ນແທ້ໆບໍ?’ ເຮົາຈະເວົ້າເລື່ອງນີ້ໃນບົດຕໍ່ໄປ.
ຂໍໃຫ້ອ່ານເພີ່ມເຕີມໃນຄຳພີໄບເບິນກ່ຽວກັບສະພາບຂອງຄົນຕາຍ ຢູ່ພະທຳຄຳເພງ 115:17; 146:3, 4.