ບົດທີ 38
ພະເຢໂຫວາເຮັດໃຫ້ແຊມຊັນມີແຮງຫຼາຍ
ພວກອິດສະຣາເອນສ່ວນຫຼາຍກັບໄປນະມັດສະການພະເຈົ້າປອມອີກ. ພະເຢໂຫວາຈຶ່ງປ່ອຍໃຫ້ພວກຟີລິດສະຕີນປົກຄອງແຜ່ນດິນຂອງເຂົາເຈົ້າ. ແຕ່ຍັງມີຄົນອິດສະຣາເອນບາງຄົນທີ່ຮັກພະເຢໂຫວາ. ຄົນໜຶ່ງແມ່ນມາໂນອາ ລາວກັບເມຍບໍ່ມີລູກ. ມີມື້ໜຶ່ງພະເຢໂຫວາໃຫ້ທູດສະຫວັນໄປຫາເມຍຂອງລາວແລະບອກວ່າ: ‘ເຈົ້າຈະມີລູກຊາຍ. ລາວຈະເປັນຜູ້ໄປຊ່ວຍພວກອິດສະຣາເອນຈາກພວກຟີລິດສະຕີນ ແລະລາວຈະເປັນນາຊີຣີ.’ ເຈົ້າຮູ້ບໍວ່ານາຊີຣີແມ່ນຫຍັງ? ນາຊີຣີແມ່ນຜູ້ຮັບໃຊ້ພິເສດຂອງພະເຢໂຫວາແລະນາຊີຣີຕ້ອງບໍ່ຕັດຜົມ.
ບໍ່ດົນລູກຊາຍຂອງມາໂນອາກໍເກີດ ລາວຕັ້ງຊື່ລູກວ່າແຊມຊັນ. ເມື່ອແຊມຊັນໃຫຍ່ຂຶ້ນ ພະເຢໂຫວາກໍເຮັດໃຫ້ລາວມີແຮງບັກຫຼາຍໆ. ລາວຂ້າໂຕສິງໄດ້ດ້ວຍມືເປົ່າ. ມີເທື່ອໜຶ່ງ ແຊມຊັນໄດ້ຂ້າພວກຟີລິດສະຕີນຕັ້ງ 30 ຄົນ ພວກຟີລິດສະຕີນຈຶ່ງຊັງແຊມຊັນຫຼາຍແລະຫາທາງຂ້າລາວ. ຄືນໜຶ່ງຕອນທີ່ແຊມຊັນນອນຢູ່ເມືອງຄາຊາ ພວກຟີລິດສະຕີນໄດ້ໄປດັກຊຸ້ມຖ້າຢູ່ປະຕູເມືອງເພື່ອຊິຂ້າລາວໃນຕອນເຊົ້າ. ແຕ່ແຊມຊັນພັດຕື່ນຕອນທ່ຽງຄືນແລະໄປປະຕູເມືອງ. ລາວດຶງປະຕູເມືອງອອກຈາກກຳແພງ ແລ້ວກໍແບກຂຶ້ນໄປເທິງຈອມພູທີ່ຢູ່ໃກ້ເມືອງເຮັບໂຣນ!
ຕໍ່ມາ ພວກຟີລິດສະຕີນໄປຫາເດລີລາເມຍຂອງແຊມຊັນແລະເວົ້າວ່າ: ‘ພວກເຮົາຊິຈ່າຍເງິນໜັກ 5.500 ເຊເກນໃຫ້ເຈົ້າ ຖ້າເຈົ້າໄປລໍ້ຖາມແຊມຊັນວ່າລາວມີເຫື່ອແຮງຫຼາຍປານນັ້ນໄດ້ແນວໃດ. ພວກເຮົາຢາກຈັບລາວໄປຂັງຄຸກ.’ ເດລີລາຢາກໄດ້ເງິນ ລາວຈຶ່ງຮ່ວມມືກັບເຂົາເຈົ້າ. ທຳອິດ ແຊມຊັນບໍ່ຍອມບອກເດລີລາວ່າຍ້ອນຫຍັງລາວຈຶ່ງມີເຫື່ອແຮງຫຼາຍ. ແຕ່ເດລີລາກໍຊູຊີຈົນແຊມຊັນຍອມບອກ. ລາວບອກຄວາມລັບໃຫ້ເດລີລາຟັງວ່າ: ‘ອ້າຍບໍ່ເຄີຍຕັດຜົມຈັກເທື່ອຍ້ອນອ້າຍເປັນນາຊີຣີ. ຖ້າຜົມຂອງອ້າຍຖືກຕັດ ເຫື່ອແຮງຂອງອ້າຍກໍຊິໝົດໄປ.’ ແຊມຊັນເຮັດຜິດພາດຫຼາຍທີ່ບອກຄວາມລັບໃຫ້ເດລີລາຮູ້.
ເດລີລາຟ້າວໄປບອກພວກຟີລິດສະຕີນວ່າ: ‘ຂ້ອຍຮູ້ຄວາມລັບຂອງແຊມຊັນແລ້ວ.’ ລາວໃຫ້ແຊມຊັນນອນຫຼັບຢູ່ຕັກ ແລ້ວເອີ້ນຄົນມາຕັດຜົມແຊມຊັນ. ແລ້ວລາວກໍຮ້ອງຂຶ້ນວ່າ: ‘ອ້າຍແຊມຊັນ! ພວກຟີລິດສະຕີນມາແລ້ວ.’ ເມື່ອແຊມຊັນຕື່ນຂຶ້ນມາ ລາວກໍບໍ່ມີແຮງ. ພວກຟີລິດສະຕີນຈັບລາວໄປ ເຮັດໃຫ້ລາວຕາບອດ ແລະຂັງລາວໄວ້ໃນຄຸກ.
ມື້ໜຶ່ງ ພວກຟີລິດສະຕີນຫຼາຍພັນຄົນມາລວມໂຕກັນຢູ່ວິຫານພະດາໂກນພະເຈົ້າຂອງເຂົາເຈົ້າ ແລ້ວຮ້ອງວ່າ: ‘ພະເຈົ້າຂອງພວກເຮົາຊ່ວຍພວກເຮົາຈັບແຊມຊັນໄດ້ແລ້ວ! ເອົາແຊມຊັນອອກມາໃຫ້ພວກເຮົາເຮັດແນວມ່ວນໆ!’ ເຂົາເຈົ້າໃຫ້ແຊມຊັນຢືນຢູ່ລະຫວ່າງເສົາສອງຕົ້ນ ແລ້ວກໍເຍາະເຍີ້ຍລາວ. ແຊມຊັນອ້ອນວອນພະເຢໂຫວາວ່າ: ‘ພະເຢໂຫວາເອີ້ຍ ຂໍໃຫ້ລູກມີເຫື່ອແຮງອີກເທື່ອໜຶ່ງແດ່.’ ຕອນນັ້ນ ຜົມຂອງແຊມຊັນກໍເລີ່ມຍາວແດ່ແລ້ວ. ແຊມຊັນໄດ້ຍູ້ເສົາຂອງວິຫານສຸດເຫື່ອສຸດແຮງຂອງລາວ ວິຫານຈຶ່ງພັງລົງມາທັບທຸກຄົນທີ່ຢູ່ຫັ້ນຕາຍ ລວມທັງແຊມຊັນນຳ.
“ຂ້ອຍມີກຳລັງອົດທົນໄດ້ທຸກສິ່ງຍ້ອນພະເຈົ້າໃຫ້ກຳລັງຂ້ອຍ.”—ຟີລິບປອຍ 4:13