ບົດທີ 55
ທູດສະຫວັນຂອງພະເຢໂຫວາປົກປ້ອງເຮເຊກີຢາ
ກອງທັບອັດຊີເຣຍຍຶດອານາຈັກອິດສະຣາເອນ 10 ຕະກູນໄດ້ແລ້ວ. ຕອນນີ້ ເຊນນາເກຣິບກະສັດຂອງອັດຊີເຣຍຕ້ອງການຍຶດອານາຈັກຢູດາ 2 ຕະກູນ ລາວຈຶ່ງເລີ່ມຍຶດເມືອງຕ່າງໆຂອງຢູດາເທື່ອລະເມືອງໆ. ແຕ່ເມືອງທີ່ລາວຕ້ອງການຫຼາຍທີ່ສຸດແມ່ນເມືອງເຢຣູຊາເລັມ. ເຊນນາເກຣິບບໍ່ຮູ້ວ່າພະເຢໂຫວາກຳລັງປົກປ້ອງເມືອງນີ້ຢູ່.
ເຮເຊກີຢາກະສັດຂອງຢູດາໄດ້ສົ່ງເງິນໄປໃຫ້ເຊນນາເກຣິບບັກຫຼາຍໆເພື່ອບໍ່ໃຫ້ລາວມາໂຈມຕີເມືອງເຢຣູຊາເລັມ. ເຖິງວ່າລາວຈະເອົາເງິນ ແຕ່ລາວກໍຍັງສົ່ງກອງທັບໃຫຍ່ມາໂຈມຕີຢູ່. ປະຊາຊົນໃນເມືອງພາກັນຢ້ານຫຼາຍ ຍ້ອນກອງທັບອັດຊີເຣຍກຳລັງໃກ້ເຂົ້າມາເລື້ອຍໆ. ເຮເຊກີຢາບອກປະຊາຊົນວ່າ: ‘ບໍ່ຕ້ອງຢ້ານ. ກະແມ່ນຢູ່ວ່າພວກອັດຊີເຣຍເຂັ້ມແຂງ ແຕ່ພະເຢໂຫວາຈະເຮັດໃຫ້ພວກເຮົາເຂັ້ມແຂງຫຼາຍກວ່າເຂົາເຈົ້າອີກ.’
ເຊນນາເກຣິບສົ່ງຣັບຊາເຄຜູ້ສົ່ງຂ່າວຂອງລາວມາເຍາະເຍີ້ຍຄົນໃນເມືອງເຢຣູຊາເລັມ. ຣັບຊາເຄຢືນຢູ່ນອກເມືອງແລະຮ້ອງວ່າ: ‘ຢ່າໃຫ້ເຮເຊກີຢາຕົວະພວກເຈົ້າ. ພະເຢໂຫວາຊ່ວຍພວກເຈົ້າບໍ່ໄດ້ດອກ. ບໍ່ມີພະເຈົ້າອົງໃດສາມາດປົກປ້ອງພວກເຈົ້າໃຫ້ລອດຈາກພວກເຮົາໄດ້ດອກ.’
ເຮເຊກີຢາຖາມພະເຢໂຫວາວ່າລາວຄວນເຮັດແນວໃດ. ພະເຢໂຫວາຕອບວ່າ: ‘ບໍ່ຕ້ອງຢ້ານໃນສິ່ງທີ່ຣັບຊາເຄເວົ້າ. ເຊນນາເກຣິບຈະບໍ່ໂຈມຕີເມືອງເຢຣູຊາເລັມ.’ ຕໍ່ມາ ເຮເຊກີຢາກໍໄດ້ຮັບຈົດໝາຍຈາກເຊນນາເກຣິບອີກຫຼາຍສະບັບ. ຈົດໝາຍເຫຼົ່ານັ້ນບອກວ່າ: ‘ໃຫ້ຍອມແພ້ສະ. ພະເຢໂຫວາຊ່ວຍເຈົ້າບໍ່ໄດ້ດອກ.’ ເຮເຊກີຢາຈຶ່ງອະທິດຖານວ່າ: ‘ພະເຢໂຫວາເອີ້ຍ ຂໍພະອົງຊ່ວຍພວກເຮົາແດ່. ທຸກຄົນຈະໄດ້ຮູ້ວ່າມີແຕ່ພະອົງເທົ່ານັ້ນທີ່ເປັນພະເຈົ້າທ່ຽງແທ້.’ ແລ້ວພະເຢໂຫວາກໍຕອບລາວວ່າ: ‘ກະສັດອັດຊີເຣຍຈະບໍ່ໄດ້ເຂົ້າມາໃນເມືອງເຢຣູຊາເລັມ. ເຮົາຈະປົກປ້ອງເມືອງຂອງເຮົາ.’
ເຊນນາເກຣິບຮູ້ສຶກໝັ້ນໃຈວ່າອີກບໍ່ດົນເມືອງເຢຣູຊາເລັມຈະຕົກເປັນຂອງລາວ. ແຕ່ມີຄືນໜຶ່ງ ພະເຢໂຫວາໄດ້ສົ່ງທູດສະຫວັນອົງໜຶ່ງໄປຄ້າຍທະຫານຂອງອັດຊີເຣຍທີ່ຢູ່ນອກເມືອງ. ທູດສະຫວັນອົງນັ້ນໄດ້ຂ້າທະຫານອັດຊີເຣຍຕາຍ 185.000 ຄົນ! ກະສັດເຊນນາເກຣິບບໍ່ເຫຼືອທະຫານທີ່ເກັ່ງໆເລີຍແມ່ນແຕ່ຄົນດຽວ. ລາວຕ້ອງກັບໄປອັດຊີເຣຍດ້ວຍຄວາມພ່າຍແພ້. ພະເຢໂຫວາໄດ້ປົກປ້ອງເຮເຊກີຢາແລະເມືອງເຢຣູຊາເລັມຄືກັບທີ່ເພິ່ນສັນຍາໄວ້. ຖ້າຕອນນັ້ນເຈົ້າຢູ່ໃນເມືອງເຢຣູຊາເລັມ ເຈົ້າຈະໄວ້ໃຈພະເຢໂຫວາບໍ?
“ທູດສະຫວັນຂອງພະເຢໂຫວາຕັ້ງຄ້າຍຢູ່ອ້ອມຄົນທີ່ຢ້ານຢຳເພິ່ນ ແລະເພິ່ນກໍຊ່ວຍຄົນເຫຼົ່ານັ້ນໃຫ້ໄດ້ຮັບຄວາມລອດ.”—ເພງສັນລະເສີນ 34:7