ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 78 ໜ້າ 184-ໜ້າ 185 ຂໍ້ 1
  • ພະ​ເຢຊູ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຢຊູ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ‘ຈົ່ງ​ໄປ​ແລະ​ກະທຳ​ໃຫ້​ຄົນ​ທຸກ​ຊາດເຂົ້າ​ເປັນ​ລູກ​ສິດ’
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • “ຈົ່ງ​ໄປ​ແລະ​ກະທຳ​ໃຫ້ . . . ເປັນ​ລູກສິດ”
    “ຕາມເຮົາໄປເຖີ້ນ”
  • ສາເຫດ​ທີ່​ພະ​ເຍຊູ​ສະເດັດ​ເຂົ້າ​ມາ​ໃນ​ໂລກ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ຄຳ​ຖາມ​ຈາກ​ຜູ້​ອ່ານ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 78 ໜ້າ 184-ໜ້າ 185 ຂໍ້ 1
ພະ​ເຢຊູ​ກັບ​ພວກ​ລູກສິດ​ໄປ​ປະກາດ

ບົດ​ທີ 78

ພະ​ເຢຊູ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ

ຫຼັງ​ຈາກ​ພະ​ເຢຊູ​ຮັບ​ບັບເຕມາ​ໄດ້​ບໍ່​ດົນ ເພິ່ນ​ກໍ​ເລີ່ມ​ປະກາດ​ວ່າ: “ການ​ປົກຄອງ​ຂອງ​ພະເຈົ້າ​ໃກ້​ຈະ​ມາ​ແລ້ວ.” ພວກ​ລູກສິດ​ຕິດຕາມ​ເພິ່ນ​ໄປ​ທົ່ວ​ແຂວງ​ຄາລີເລ​ແລະ​ແຂວງ​ຢູດາຍ. ຕອນ​ທີ່​ພະ​ເຢຊູ​ກັບ​ໄປ​ເມືອງ​ນາຊາເຣັດ​ບ້ານ​ເກີດ​ຂອງ​ເພິ່ນ ເພິ່ນ​ເຂົ້າ​ໄປ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ. ເພິ່ນ​ມາຍ​ມ້ວນ​ໜັງສື​ຂອງ​ເອຊາຢາ​ແລະ​ອ່ານ​ສຽງ​ດັງ​ວ່າ: ‘ພະ​ເຢໂຫວາ​ໃຫ້​ພະລັງ​ບໍລິສຸດ​ກັບ​ຂ້ອຍ​ເພື່ອ​ໃຫ້​ຂ້ອຍ​ປະກາດ​ຂ່າວ​ດີ.’ ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ນີ້​ໝາຍ​ຄວາມ​ວ່າ​ເຖິງ​ວ່າ​ປະຊາຊົນ​ຢາກ​ເຫັນ​ພະ​ເຢຊູ​ເຮັດ​ການ​ອັດສະຈັນ ແຕ່​ເຫດຜົນ​ຫຼັກ​ທີ່​ພະ​ເຢຊູ​ໄດ້​ຮັບ​ພະລັງ​ບໍລິສຸດ​ແມ່ນ​ເພື່ອ​ປະກາດ​ຂ່າວ​ດີ. ຈາກ​ນັ້ນ ພະ​ເຢຊູ​ກໍ​ບອກ​ຄົນ​ທີ່​ຟັງ​ຢູ່​ວ່າ: ‘ມື້​ນີ້ ຄຳ​ພະຍາກອນ​ຂໍ້​ນີ້​ເປັນ​ຈິງ​ແລ້ວ.’

ຫຼັງ​ຈາກ​ນັ້ນ ພະ​ເຢຊູ​ກໍ​ໄປ​ທະເລ​ຄາລີເລ. ເພິ່ນ​ເຈິ​ຄົນ​ທີ່​ມີ​ອາຊີບ​ຫາ​ປາ 4 ຄົນ​ແລະ​ໄດ້​ຊວນ​ເຂົາເຈົ້າ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ. ເພິ່ນ​ເວົ້າ​ວ່າ: “ມາ​ນຳ​ຂ້ອຍ​ແມ້ ຂ້ອຍ​ຈະ​ໃຫ້​ພວກ​ເຈົ້າ​ໄປ​ຊອກ​ຫາ​ຄົນ​ແທນ​ທີ່​ຈະ​ຫາ​ປາ.” ພວກ​ລູກສິດ 4 ຄົນ​ນີ້​ມີ ເປໂຕ ອັນເດອາ ຢາໂກໂບ ແລະ​ໂຢຮັນ. ເຂົາເຈົ້າ​ຖິ້ມ​ທຸລະກິດ​ຫາ​ປາ​ແລ້ວ​ຕິດຕາມ​ພະ​ເຢຊູ​ໄປ​ທັນທີ. ເຂົາເຈົ້າ​ປະກາດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ທົ່ວ​ແຂວງ​ຄາລີເລ ທັງ​ໃນ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ ຕາມ​ຕະຫຼາດ ແລະ​ຕາມ​ຫົນທາງ. ມີ​ຄົນ​ຫຼາຍ​ແທ້​ຫຼາຍ​ວ່າ​ຕິດຕາມ​ເຂົາເຈົ້າ​ໄປ​ບໍ່​ວ່າ​ເຂົາເຈົ້າ​ຈະ​ໄປ​ໃສ. ຊື່​ສຽງ​ຂອງ​ພະ​ເຢຊູ​ຖືກ​ຊ່າ​ລື​ໄປ​ບັກ​ໄກໆ​ຈົນ​ຮອດ​ແຂວງ​ຊີເຣຍ.

ຕໍ່​ມາ ພະ​ເຢຊູ​ໃຫ້​ພວກ​ລູກສິດ​ບາງ​ຄົນ​ມີ​ລິດເດດ​ເພື່ອ​ປິ່ນປົວ​ພະຍາດ​ແລະ​ໄລ່​ປີສາດ​ອອກ​ຈາກ​ຄົນ​ທີ່​ມັນ​ສິງ​ຢູ່. ຕອນ​ທີ່​ພະ​ເຢຊູ​ໄປ​ປະກາດ​ຕາມ​ເມືອງ​ແລະ​ຕາມ​ບ້ານ​ຕ່າງໆ ພວກ​ລູກສິດ​ຄົນ​ອື່ນໆ​ກໍ​ໄດ້​ເດີນທາງ​ໄປ​ນຳ​ເພິ່ນ. ມີ​ຜູ້​ຍິງ​ທີ່​ສັດຊື່​ຈຳນວນ​ໜຶ່ງ ເຊັ່ນ: ມາຣິອາ​ມັກດາເລນ ໂຢຮັນນາ ຊູຊັນນາ ແລະ​ຄົນ​ອື່ນໆ​ໄດ້​ຊ່ວຍ​ເບິ່ງແຍງ​ພະ​ເຢຊູ​ກັບ​ພວກ​ລູກສິດ.

ຫຼັງ​ຈາກ​ພະ​ເຢຊູ​ຝຶກ​ພວກ​ລູກສິດ​ແລ້ວ ເພິ່ນ​ກໍ​ສົ່ງ​ເຂົາເຈົ້າ​ໄປ​ປະກາດ​ທົ່ວ​ແຂວງ​ຄາລີເລ. ມີ​ຫຼາຍ​ຄົນ​ເຂົ້າ​ມາ​ເປັນ​ລູກສິດ​ແລະ​ຮັບ​ບັບເຕມາ. ຕອນ​ນັ້ນ​ມີ​ຄົນ​ບັກ​ຫຼາຍໆ​ຢາກ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ ເພິ່ນ​ປຽບ​ຄົນ​ເຫຼົ່າ​ນີ້​ວ່າ​ເປັນ​ຄື​ກັບ​ທົ່ງ​ນາ​ທີ່​ພ້ອມ​ຈະ​ກ່ຽວ​ແລະ​ເວົ້າ​ວ່າ: ‘ໃຫ້​ຊ່ວຍ​ກັນ​ອະທິດຖານ​ຂໍ​ພະ​ເຢໂຫວາ​ສົ່ງ​ຄົນ​ອອກ​ໄປ​ເຮັດ​ວຽກ​ກ່ຽວ​ຫຼາຍ​ຂຶ້ນ.’ ຫຼັງ​ຈາກ​ນັ້ນ ພະ​ເຢຊູ​ກໍ​ເລືອກ​ລູກສິດ 70 ຄົນ​ແລະ​ສົ່ງ​ເຂົາເຈົ້າ​ໄປ​ປະກາດ​ເປັນ​ຄູ່​ທົ່ວ​ແຂວງ​ຢູດາຍ. ເຂົາເຈົ້າ​ໄດ້​ສອນ​ຄົນ​ທຸກ​ປະເພດ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. ຕອນ​ທີ່​ພວກ​ລູກສິດ​ກັບ​ມາ ເຂົາເຈົ້າ​ກໍ​ມາ​ເລົ່າ​ໃຫ້​ພະ​ເຢຊູ​ຟັງ​ດ້ວຍ​ຄວາມ​ຕື່ນເຕັ້ນ​ດີ​ໃຈ ແມ່ນ​ແຕ່​ຊາຕານ​ກໍ​ບໍ່​ສາມາດ​ຂັດຂວາງ​ວຽກ​ປະກາດ​ໄດ້.

ພະ​ເຢຊູ​ຢາກ​ໃຫ້​ພວກ​ລູກສິດ​ເຮັດ​ວຽກ​ທີ່​ສຳຄັນ​ນີ້​ຕໍ່​ໄປ​ຫຼັງ​ຈາກ​ເພິ່ນ​ກັບ​ໄປ​ສະຫວັນ​ແລ້ວ ເພິ່ນ​ຈຶ່ງ​ສັ່ງ​ເຂົາເຈົ້າ​ວ່າ: ‘ໃຫ້​ພວກ​ເຈົ້າ​ປະກາດ​ຂ່າວ​ດີ​ໄປ​ທົ່ວ​ໂລກ. ສອນ​ຄົນ​ໃຫ້​ຮູ້​ຈັກ​ຄຳສອນ​ຂອງ​ພະເຈົ້າ ແລະ​ໃຫ້​ເຂົາເຈົ້າ​ຮັບ​ບັບເຕມາ.’

“ຂ້ອຍ​ຕ້ອງ​ປະກາດ​ຂ່າວ​ດີ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ​ໃນ​ເມືອງ​ອື່ນໆ​ນຳ ຍ້ອນ​ພະເຈົ້າ​ສົ່ງ​ຂ້ອຍ​ມາ​ເພື່ອ​ເຮັດ​ວຽກ​ນີ້.”—ລູກາ 4:43

ຄຳ​ຖາມ: ພະ​ເຢຊູ​ສັ່ງ​ໃຫ້​ພວກ​ລູກສິດ​ຂອງ​ເພິ່ນ​ເຮັດ​ວຽກ​ຫຍັງ? ພວກ​ລູກສິດ​ຮູ້ສຶກ​ແນວ​ໃດ​ກັບ​ວຽກ​ນີ້?

ມັດທາຍ 4:17-25; 9:35-38; 28:19, 20;ມາຣະໂກ 1:14-20; ລູກາ 4:14-21; 8:1-3; 10:1-22

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌