ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 81 ໜ້າ 190-ໜ້າ 191 ຂໍ້ 2
  • ຄຳ​ບັນລະຍາຍ​ເທິງ​ພູ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄຳ​ບັນລະຍາຍ​ເທິງ​ພູ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ຈົ່ງ​ຊອກ​ຫາ​ລາຊະອານາຈັກ ບໍ່​ແມ່ນ​ວັດຖຸ​ສິ່ງ​ຂອງ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • ສາເຫດ​ທີ່​ພະ​ເຍຊູ​ເປັນ​ຄູ​ຜູ້​ຍິ່ງໃຫຍ່
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • “ຂ້ອຍ​ເອີ້ນ​ພວກ​ເຈົ້າ​ວ່າ​ໝູ່”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ທ່ານ​ຈຳເປັນ​ຕ້ອງ​ຮຽນ​ຮູ້​ກ່ຽວ​ກັບ​ພະເຈົ້າ
    ທ່ານສາມາດເປັນເພື່ອນຂອງພະເຈົ້າ!
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 81 ໜ້າ 190-ໜ້າ 191 ຂໍ້ 2
ພະ​ເຢຊູ​ບັນລະຍາຍ​ໃຫ້​ຄົນ​ກຸ່ມ​ໃຫຍ່​ຟັງ​ຢູ່​ເທິງ​ພູ

ບົດ​ທີ 81

ຄຳ​ບັນລະຍາຍ​ເທິງ​ພູ

ຫຼັງ​ຈາກ​ເລືອກ​ອັກຄະສາວົກ 12 ຄົນ ພະ​ເຢຊູ​ກໍ​ໄປ​ຫາ​ຄົນ​ກຸ່ມ​ໃຫຍ່​ທີ່​ມາ​ລວມ​ໂຕ​ກັນ​ຢູ່​ເທິງ​ພູ. ເຂົາເຈົ້າ​ມາ​ຈາກ​ແຂວງ​ຄາລີເລ ແຂວງ​ຢູດາຍ ເມືອງ​ຕີເຣ ເມືອງ​ຊີໂດນ ແຂວງ​ຊີເຣຍ ແລະ​ຈາກ​ຟາກ​ຕາເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ. ເຂົາເຈົ້າ​ພາ​ຄົນ​ປ່ວຍ​ແລະ​ຄົນ​ທີ່​ຖືກ​ປີສາດ​ສິງ​ມາ​ໃຫ້​ພະ​ເຢຊູ​ປົວ ແລະ​ເພິ່ນ​ກໍ​ປົວ​ເຂົາເຈົ້າ​ທຸກ​ຄົນ. ຈາກ​ນັ້ນ ເພິ່ນ​ກໍ​ນັ່ງ​ລົງ​ແລະ​ເລີ່ມ​ສອນ​ວ່າ​ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ຖ້າ​ຢາກ​ເປັນ​ໝູ່​ກັບ​ພະເຈົ້າ. ພະ​ເຢຊູ​ສອນ​ວ່າ​ເຮົາ​ຕ້ອງ​ເພິ່ງ​ພະ​ເຢໂຫວາ​ພະເຈົ້າ​ແລະ​ຮັກ​ເພິ່ນ ແຕ່​ເຮົາ​ຈະ​ຮັກ​ພະເຈົ້າ​ບໍ່​ໄດ້ ຖ້າ​ເຮົາ​ບໍ່​ຮັກ​ຄົນ​ອື່ນ. ເຮົາ​ຕ້ອງ​ເປັນ​ຄົນ​ຍຸຕິທຳ​ແລະ​ເຮັດ​ດີ​ກັບ​ທຸກ​ຄົນ​ແມ່ນ​ແຕ່​ຄົນ​ທີ່​ເປັນ​ສັດຕູ​ກັບ​ເຮົາ.

ພະ​ເຢຊູ​ເວົ້າ​ວ່າ: ‘ການ​ຮັກ​ໝູ່​ຢ່າງ​ດຽວ​ຍັງ​ບໍ່​ພໍ ເຈົ້າ​ຕ້ອງ​ຮັກ​ສັດຕູ​ແລະ​ໃຫ້​ອະໄພ​ຄົນ​ອື່ນ​ຈາກ​ໃຈ. ຖ້າ​ມີ​ຄົນ​ຄຽດ​ໃຫ້​ເຈົ້າ​ຢູ່ ກໍ​ໃຫ້​ຟ້າວ​ໄປ​ຂໍໂທດ​ລາວ ແລະ​ໃຫ້​ເຈົ້າ​ເຮັດ​ກັບ​ຄົນ​ອື່ນ​ຄື​ກັບ​ທີ່​ຢາກ​ໃຫ້​ຄົນ​ອື່ນ​ເຮັດ​ກັບ​ເຈົ້າ.’

ພະ​ເຢຊູ​ບັນລະຍາຍ​ໃຫ້​ຄົນ​ກຸ່ມ​ໃຫຍ່​ຟັງ​ຢູ່​ເທິງ​ພູ

ພະ​ເຢຊູ​ຍັງ​ໃຫ້​ຄຳ​ແນະນຳ​ທີ່​ດີ​ກ່ຽວກັບ​ເລື່ອງ​ວັດຖຸ​ເງິນ​ຄຳນຳ. ເພິ່ນ​ບອກ​ວ່າ: ‘ການ​ເປັນ​ໝູ່​ກັບ​ພະ​ເຢໂຫວາ​ດີ​ກວ່າ​ການ​ມີ​ເງິນ​ຫຼາຍໆ. ໂຈນ​ສາມາດ​ລັກ​ເງິນ​ເຈົ້າ​ໄດ້ ແຕ່​ບໍ່​ມີ​ໃຜ​ສາມາດ​ລັກ​ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ພະ​ເຢໂຫວາ​ໄດ້. ໃຫ້​ເຊົາ​ອຸກໃຈ​ວ່າ​ຊິ​ກິນ​ຫຍັງ​ຫຼື​ຊິ​ນຸ່ງ​ຫຍັງ. ໄປ​ເບິ່ງ​ນົກ​ແມ້ ພະເຈົ້າ​ເບິ່ງແຍງ​ພວກ​ມັນ​ໃຫ້​ມີ​ອາຫານ​ພໍ​ກິນ​ຕະຫຼອດ. ຄວາມ​ອຸກໃຈ​ຈະ​ບໍ່​ຕໍ່​ຊີວິດ​ເຈົ້າ​ໃຫ້​ອາຍຸ​ຍືນ​ຂຶ້ນ​ຈັກ​ມື້​ໜຶ່ງ​ດອກ. ຂໍ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ຮູ້​ວ່າ​ເຈົ້າ​ຕ້ອງການ​ຫຍັງ.’

ປະຊາຊົນ​ບໍ່​ເຄີຍ​ໄດ້​ຍິນ​ໃຜ​ເວົ້າ​ຄື​ກັບ​ພະ​ເຢຊູ. ພວກ​ຟາຣີຊາຍ​ກັບ​ພວກ​ຊາດູກາຍ​ທີ່​ເປັນ​ຄູ​ສອນ​ສາສະໜາ​ກໍ​ບໍ່​ໄດ້​ສອນ​ເລື່ອງ​ນີ້. ເປັນ​ຫຍັງ​ພະ​ເຢຊູ​ຈຶ່ງ​ເປັນ​ຄູ​ທີ່​ຍິ່ງໃຫຍ່​ແທ້ໆ? ຍ້ອນ​ທຸກ​ເລື່ອງ​ທີ່​ເພິ່ນ​ສອນ​ມາ​ຈາກ​ພະ​ເຢໂຫວາ.

“ເອົາ​ແອກ​ຂອງ​ຂ້ອຍ​ໄປ​ແບກ​ແລະ​ຮຽນ​ຈາກ​ຂ້ອຍ ຍ້ອນ​ຂ້ອຍ​ເປັນ​ຄົນ​ອ່ອນໂຍນ​ແລະ​ຖ່ອມ​ໂຕ ແລ້ວ​ພວກ​ເຈົ້າ​ຈະ​ສົດ​ຊື່ນ.”—ມັດທາຍ 11:29

ຄຳ​ຖາມ: ເຮົາ​ຕ້ອງ​ເຮັດ​ຫຍັງ​ຖ້າ​ຢາກ​ເປັນ​ໝູ່​ກັບ​ພະ​ເຢໂຫວາ? ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ເຮັດ​ກັບ​ຄົນ​ອື່ນ​ແນວ​ໃດ?

ມັດທາຍ 4:24–5:48; 6:19-34; 7:28, 29; ລູກາ 6:17-31

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌