ບົດທີ 88
ພະເຢຊູຖືກຈັບ
ພະເຢຊູກັບພວກອັກຄະສາວົກຍ່າງຂ້າມຮ່ອມພູກິດໂຣນໄປພູໝາກກອກ. ຕອນນັ້ນກາຍທ່ຽງຄືນມາແລ້ວແລະເດືອນກໍເຕັມດວງ. ເມື່ອມາຮອດສວນເຄັດເຊມາເນ ພະເຢຊູບອກພວກອັກຄະສາວົກວ່າ: “ໃຫ້ພວກເຈົ້າຢູ່ນີ້ແລະເຝົ້າລະວັງຢູ່ສະເໝີ.” ແລ້ວພະເຢຊູກໍຍ່າງໄປອີກໜ້ອຍໜຶ່ງ ເພິ່ນທຸກໃຈຫຼາຍ ເພິ່ນຈຶ່ງຄູ້ເຂົ່າລົງອະທິດຖານຫາພະເຢໂຫວາວ່າ: “ຂໍໃຫ້ເປັນໄປຕາມທີ່ພໍ່ຕ້ອງການ.” ພະເຢໂຫວາໄດ້ສົ່ງທູດສະຫວັນອົງໜຶ່ງມາໃຫ້ກຳລັງໃຈເພິ່ນ. ເມື່ອພະເຢຊູກັບມາຫາພວກອັກຄະສາວົກແລະເຫັນເຂົາເຈົ້ານອນຫຼັບຢູ່ ເພິ່ນຈຶ່ງເວົ້າວ່າ: ‘ຕື່ນແມ້! ຕອນນີ້ບໍ່ແມ່ນເວລານອນ! ສັດຕູກຳລັງຈະມາຈັບຂ້ອຍແລ້ວ.’
ບໍ່ດົນ ຢູດາກໍມາຮອດພ້ອມກັບຄົນກຸ່ມໃຫຍ່ທີ່ຖືດາບຖືໄມ້ຄ້ອນມານຳ. ລາວຮູ້ວ່າຈະເຈິພະເຢຊູໄດ້ຢູ່ໃສ ເພາະພວກອັກຄະສາວົກມາສວນນີ້ກັບພະເຢຊູເລື້ອຍໆ. ຢູດາຕົກລົງກັບທະຫານໄວ້ແລ້ວວ່າລາວຈະບອກໃຫ້ຮູ້ວ່າຜູ້ໃດແມ່ນພະເຢຊູ. ລາວຈຶ່ງຍ່າງເຂົ້າໄປຫາພະເຢຊູແລະເວົ້າວ່າ: “ສະບາຍດີ ອາຈານ” ແລ້ວລາວກໍຈູບເພິ່ນ. ພະເຢຊູເວົ້າວ່າ: ‘ຢູດາ ເຈົ້າຈະທໍລະຍົດຂ້ອຍດ້ວຍການຈູບບໍ?’
ພະເຢຊູຍ່າງອອກມາທາງໜ້າແລະຖາມພວກທີ່ມາຈັບເພິ່ນວ່າ: “ພວກເຈົ້າມາຊອກຫາໃຜ?” ເຂົາເຈົ້າຕອບວ່າ: “ເຢຊູຄົນນາຊາເຣັດ.” ແລ້ວເພິ່ນກໍຕອບວ່າ: “ຂ້ອຍນິແຫຼະ.” ເຂົາເຈົ້າກໍພາກັນຫງາຍເງີບແລະລົ້ມລົງພື້ນ. ພະເຢຊູຈຶ່ງຖາມເຂົາເຈົ້າອີກວ່າ: “ພວກເຈົ້າມາຊອກຫາໃຜ?” ເຂົາເຈົ້າກໍຕອບວ່າ: “ເຢຊູຄົນນາຊາເຣັດ.” ພະເຢຊູເວົ້າວ່າ: ‘ຂ້ອຍບອກພວກເຈົ້າແລ້ວວ່າຂ້ອຍນິແຫຼະ. ປ່ອຍລູກສິດຂອງຂ້ອຍໄປ.’
ເມື່ອເປໂຕຮູ້ວ່າເກີດຫຍັງຂຶ້ນ ລາວຈຶ່ງຖອດດາບອອກມາຟັນຫູມາລະໂຂທາດຂອງປະໂລຫິດໃຫຍ່ຂາດ. ແຕ່ພະເຢຊູບາຍຫູຜູ້ຊາຍຄົນນັ້ນແລະປົວລາວໃຫ້ເຊົາ. ແລ້ວເພິ່ນກໍເວົ້າກັບເປໂຕວ່າ: ‘ເອົາດາບມ້ຽນໄວ້ສະ ເພາະຖ້າເຈົ້າໃຊ້ດາບເຈົ້າຈະຕາຍຍ້ອນດາບ.’ ພວກທະຫານຈັບພະເຢຊູແລະມັດມືເພິ່ນໄວ້ ອັກຄະສາວົກທຸກຄົນກໍພາກັນໜີໄປ. ແລ້ວເຂົາເຈົ້າກໍພາພະເຢຊູໄປຫາອັນນາທີ່ເປັນຫົວໜ້າປະໂລຫິດ. ອັນນາໄດ້ສໍ້ຖາມພະເຢຊູ ແລ້ວກໍສົ່ງເພິ່ນໄປເຮືອນຂອງປະໂລຫິດໃຫຍ່ກາຢະຟາ. ແຕ່ເກີດຫຍັງຂຶ້ນກັບພວກອັກຄະສາວົກ?
“ໃນໂລກນີ້ພວກເຈົ້າຈະມີຄວາມທຸກລຳບາກ. ແຕ່ຂໍໃຫ້ກ້າຫານ. ຂ້ອຍຊະນະໂລກແລ້ວ.”—ໂຢຮັນ 16:33