ເພງທີ 37
ຮັບໃຊ້ພະເຢໂຫວາສຸດຊີວິດ
1. ໂອ້ພະເຢໂຫວາຜູ້ຍິ່ງໃຫຍ່
ຜູ້ດຽວທີ່ຂ້ອຍຈະຮັກແລະເຊື່ອຟັງ
ຄູ່ຄວນການເຫຼື້ອມໃສສຸດຫົວໃຈ
ຂ້ອຍຈະຮັບໃຊ້ພະອົງທຸກທຸກວັນ
ຂ້ອຍຈະເຮັດຕາມຄຳສັ່ງດ້ວຍພັກດີ
ຂ້ອຍຮັກຄຳເຕືອນພະອົງທຸກຄຳ
(ທ່ອນຊ້ຳ)
ໂອ້ພະເຢໂຫວາຜູ້ສົມຄວນ
ທີ່ຈະໄດ້ຮັບ ການນະມັດສະການ
2. ສິ່ງທີ່ສ້າງສັນເສີນເຢໂຫວາ
ເດືອນດາວເທິງຟ້າຕ່າງຍົກຍ້ອງພະອົງ
ຂໍໃຫ້ຂ້ອຍຮຽນແບບຢ່າງສັດຊື່
ເຮັດສຸດກຳລັງປະກາດຊື່ພະອົງ
ຊີວິດທັງໝົດຂໍຮັບໃຊ້ພະອົງ
ເພື່ອຈະພິສູດວ່າຂ້ອຍສັດຊື່
(ທ່ອນຊ້ຳ)
ໂອ້ພະເຢໂຫວາຜູ້ສົມຄວນ
ທີ່ຈະໄດ້ຮັບ ການນະມັດສະການ
(ເບິ່ງຕື່ມ ບັນຍັດ. 6:15; ເພງ. 40:8; 113:1-3; ຜູ້ປ. 5:4; ໂຢ. 4:34)