ຄຳຖາມທົບທວນຕອນ 2
ລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພະເຈົ້າຈະເຮັດຫຍັງກັບສາສະໜາທີ່ພາຄົນໄປຜິດທາງ?
(ເບິ່ງ ບົດທີ 13)
ອ່ານອົບພະຍົບ 20:4-6
ພະເຢໂຫວາຮູ້ສຶກແນວໃດເມື່ອບາງຄົນໃຊ້ຮູບບູຊາເພື່ອນະມັດສະການເພິ່ນ?
(ເບິ່ງ ບົດທີ 14)
ພະເຢຊູແມ່ນໃຜ?
(ເບິ່ງ ບົດທີ 15)
ເຈົ້າມັກຄຸນລັກສະນະໃດແດ່ຂອງພະເຢຊູ?
(ເບິ່ງ ບົດທີ 17)
ອ່ານໂຢຮັນ 13:34, 35 ແລະກິດຈະການ 5:42
ໃຜແມ່ນຄລິດສະຕຽນແທ້ໃນທຸກມື້ນີ້? ອັນໃດເຮັດໃຫ້ເຈົ້າໝັ້ນໃຈວ່າເຂົາເຈົ້າເປັນຄລິດສະຕຽນແທ້?
ໃຜເປັນຜູ້ນຳຂອງປະຊາຄົມ ແລະເພິ່ນເບິ່ງແຍງປະຊາຄົມແນວໃດ?
(ເບິ່ງ ບົດທີ 20)
ອ່ານມັດທາຍ 24:14
ຄຳພະຍາກອນນີ້ກຳລັງເກີດຂຶ້ນແທ້ແນວໃດໃນທຸກມື້ນີ້?
ເຈົ້າໄດ້ບອກຂ່າວດີໃຫ້ໃຜຟັງແດ່?
ເຈົ້າຄິດວ່າການຮັບບັບເຕມາເປັນເປົ້າໝາຍທີ່ສຳຄັນບໍ? ເປັນຫຍັງເຈົ້າຈຶ່ງຄິດແບບນັ້ນ?
(ເບິ່ງ ບົດທີ 23)
ເຈົ້າຈະປົກປ້ອງໂຕເອງຈາກຊາຕານແລະພວກປີສາດໄດ້ແນວໃດ?
(ເບິ່ງ ບົດທີ 24)
ພະເຈົ້າຢາກໃຫ້ເຮົາມີຊີວິດແບບໃດ?
(ເບິ່ງ ບົດທີ 25)
ເປັນຫຍັງຄົນເຮົາຕ້ອງມີຄວາມທຸກແລະຕ້ອງຕາຍ?
(ເບິ່ງ ບົດທີ 26)
ອ່ານໂຢຮັນ 3:16
ພະເຢໂຫວາເຮັດຫຍັງເພື່ອຊ່ວຍເຮົາໃຫ້ພົ້ນຈາກບາບແລະຄວາມຕາຍ?
(ເບິ່ງ ບົດທີ 27)
ອ່ານປັນຍາຈານ 9:5
ຕາຍແລ້ວເປັນແນວໃດ?
ພະເຢຊູຈະເຮັດຫຍັງເພື່ອຫຼາຍພັນລ້ານຄົນທີ່ຕາຍໄປແລ້ວ?
ເປັນຫຍັງການປົກຄອງຂອງພະເຈົ້າຈຶ່ງດີກວ່າການປົກຄອງອື່ນໆ?
ເຈົ້າເຊື່ອບໍວ່າການປົກຄອງຂອງພະເຈົ້າກຳລັງປົກຄອງຢູ່? ເປັນຫຍັງເຈົ້າຈຶ່ງເຊື່ອແບບນັ້ນ? ການປົກຄອງນີ້ໄດ້ເລີ່ມປົກຄອງຕັ້ງແຕ່ຕອນໃດ?
(ເບິ່ງ ບົດທີ 32)