ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຂຊຄ ໜ້າ 57-59
  • ຕັດ​ອອກ​ຈາກ​ປະຊາຄົມ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຕັດ​ອອກ​ຈາກ​ປະຊາຄົມ
  • ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂຊຄ ໜ້າ 57-59

ຕັດ​ອອກ​ຈາກ​ປະຊາຄົມ

ເປັນ​ຫຍັງ​ຜູ້​ເບິ່ງແຍງ​ຕ້ອງ​ປົກປ້ອງ​ປະຊາຄົມ​ຈາກ​ອິດທິພົນ​ທີ່​ບໍ່​ດີ?

2ຕມ 2:16, 17; 2ປຕ 2:1, 2; ຢດ 3, 4

ການ​ປະພຶດ​ທີ່​ບໍ່​ດີ​ຂອງ​ພີ່ນ້ອງ​ຜູ້​ໜຶ່ງ​ອາດ​ສົ່ງ​ຜົນ​ກະທົບ​ຕໍ່​ທຸກ​ຄົນ​ໃນ​ປະຊາຄົມ​ໄດ້​ແນວ​ໃດ?

1ກຣ 5:1, 2, 5, 6

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຢຊ 7:1, 4-14, 20-26—ຍ້ອນ​ຄວາມ​ບາບ​ຂອງ​ອາຄານ​ແລະ​ຄອບຄົວ​ຂອງ​ລາວ ເຮັດ​ໃຫ້​ປະຊາຊົນ​ທັງ​ຊາດ​ຕ້ອງ​ທົນທຸກ​ທໍລະມານ

    • ຢນ 1:1-16—ຍ້ອນ​ຜູ້​ພະຍາກອນ​ໂຢນາ​ໜີ​ຈາກ​ພະ​ເຢໂຫວາ ພວກ​ລູກ​ເຮືອ​ທຸກ​ຄົນ​ທີ່​ຢູ່​ເທິງ​ເຮືອ​ກັບ​ລາວ​ເກືອບ​ຕາຍ

ເພື່ອ​ຄລິດສະຕຽນ​ຄົນ​ໜຶ່ງ​ຈະ​ຢູ່​ໃນ​ປະຊາຄົມ​ຕໍ່​ໄປ​ໄດ້ ລາວ​ຕ້ອງ​ຫຼີກລ່ຽງ​ການ​ກະທຳ​ອັນ​ໃດ?

ຣມ 16:17, 18; 1ກຣ 5:11; 1ຕມ 1:20; ຕຕ 3:10, 11

ເບິ່ງ “ການ​ປະພຶດ​ຂອງ​ຄລິດສະຕຽນ” ນຳ

ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ພີ່ນ້ອງ​ຄົນ​ໜຶ່ງ​ຍັງ​ເຮັດ​ຊົ່ວ​ຕໍ່​ໆ​ໄປ?

1ກຣ 5:11-13

ເບິ່ງ 1ຢຮ 3:4, 6 ນຳ

ເມື່ອ​ພີ່ນ້ອງ​ໃນ​ປະຊາຄົມ​ເຮັດ​ຜິດ​ຮ້າຍ​ແຮງ ຜູ້​ເບິ່ງແຍງ​ຕ້ອງ​ຈື່​ຫຼັກການ​ຫຍັງ​ໃນ​ຄຳພີ​ໄບເບິນ?

ພບຍ 13:12-14; 17:2-4, 7; ມທ 18:16; 2ກຣ 13:1; 1ຕມ 5:19

ເບິ່ງ ສພສ 18:13; 1ຕມ 5:21 ນຳ

ຜູ້​ເບິ່ງແຍງ​ທີ່​ຈະ​ເຮັດ​ໜ້າທີ່​ໃນ​ຄະນະ​ກຳມະການ​ທີ່​ເປັນ​ຜູ້​ເບິ່ງແຍງ​ຈະ​ຢືນຢັນ​ໄດ້​ແນວ​ໃດ​ວ່າ​ມີ​ການ​ເຮັດ​ບາບ​ຮ້າຍ​ແຮງ?

ມທ 18:16; 2ກຣ 13:1; 1ຕມ 5:19

ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ຈຳເປັນ​ທີ່​ຈະ​ຕ້ອງ​ຖືກ​ຕັດ​ອອກ​ຫຼື​ຖືກ​ວ່າ​ກ່າວ ແລະ​ປະຊາຄົມ​ຈະ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ?

1ກຣ 5:3-6; 1ຕມ 5:20

ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວກັບ​ວິທີ​ທີ່​ເຮົາ​ຄວນ​ປະຕິບັດ​ຕໍ່​ຄົນ​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ?

ຣມ 16:17; 1ກຣ 5:11, 13; 2ຢຮ 9-11

ຖ້າ​ຜູ້​ທີ່​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ​ກັບໃຈ​ໃນ​ເວລາ​ຕໍ່​ມາ ມັນ​ເປັນ​ໄປ​ໄດ້​ບໍ​ທີ່​ລາວ​ຈະ​ກັບ​ເຂົ້າ​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຄົມ​ອີກ​ຄັ້ງ?

2ກຣ 2:6, 7

ເບິ່ງ “ກັບໃຈ” ນຳ

ເຮົາ​ທຸກ​ຄົນ​ຈະ​ຊ່ວຍ​ຮັກສາ​ຄວາມ​ສະອາດ​ຂອງ​ປະຊາຄົມ​ໄດ້​ແນວ​ໃດ?

ລລວ 5:1; ຮຣ 12:15, 16

ເບິ່ງ ພບຍ 13:6-11 ນຳ

ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ຢ້ານ​ທີ່​ຈະ​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ ແຕ່​ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຄວນ​ປົກ​ປິດ​ຄວາມ​ຜິດ​ທີ່​ຮ້າຍ​ແຮງ?

ພສ 32:1-5; ສພສ 28:13; ຢກບ 5:14, 15

ເບິ່ງ “ບາບ—ການ​ສາລະພາບ​ບາບ” ນຳ

ໃນ​ບາງ​ກໍລະນີ ເປັນ​ຫຍັງ​ຈຶ່ງ​ອາດ​ເປັນ​ເລື່ອງ​ສະຫຼາດ​ທີ່​ຈະ​ຈຳກັດ​ການ​ຄົບຫາ​ຂອງ​ເຮົາ​ກັບ​ບາງ​ຄົນ​ທີ່​ຍັງ​ຢູ່​ໃນ​ປະຊາຄົມ?

1ກຣ 15:33; 2ທຊ 3:14; 2ຕມ 2:20, 21

ຖ້າ​ຄລິດສະຕຽນ​ຄົນ​ໜຶ່ງ​ຖືກ​ໃສ່​ຮ້າຍ​ປ້າຍ​ສີ​ຫຼື​ສໍ້​ໂກງ ລາວ​ອາດ​ເລືອກ​ເຮັດ​ຫຍັງ ແລະ​ຍ້ອນຫຍັງ?

ມທ 18:15-17, 21, 22; ກລຊ 3:12-14; 1ປຕ 4:8

ເປັນ​ຫຍັງ​ຄລິດສະຕຽນ​ທີ່​ເປັນ​ຜູ້​ໃຫຍ່​ຄວນ​ພະຍາຍາມ​ຊ່ວຍ​ຜູ້​ທີ່​ປະພຶດ​ໂຕ​ແບບ​ບໍ່​ສະຫຼາດ?

ຄລຕ 6:1; ຕຕ 2:3-5

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌