ຕຳແໜ່ງໃນສັງຄົມ
ຄລິດສະຕຽນຄວນຍ້ອງຍໍມະນຸດໂດຍໃຊ້ຕຳແໜ່ງທາງສາສະໜາບໍ?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ລກ 18:18, 19—ເຖິງວ່າພະເຢຊູຈະເປັນຄົນດີ ແຕ່ເພິ່ນປະຕິເສດທີ່ຈະຮັບຕຳແໜ່ງ ‘ອາຈານທີ່ດີ’ ໂດຍບອກວ່າມີແຕ່ພະເຢໂຫວາເທົ່ານັ້ນທີ່ດີ
ເປັນຫຍັງເຮົາຈຶ່ງບໍ່ໃຊ້ຕຳແໜ່ງທາງສາສະໜາເຊັ່ນ “ພໍ່” ຫຼື “ຜູ້ນຳ”?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ມທ 23:9-12—ພະເຢຊູບໍ່ໃຫ້ໃຊ້ຕຳແໜ່ງທີ່ມີກຽດ ເຊັ່ນ “ພໍ່” ຫຼື “ຜູ້ນຳ”
1ກຣ 4:14-17—ເຖິງວ່າອັກຄະສາວົກໂປໂລເປັນຄືກັບພໍ່ຂອງຫຼາຍໆຄົນ ແຕ່ເຂົາເຈົ້າບໍ່ໄດ້ເອີ້ນລາວວ່າພໍ່ໂປໂລ
ເປັນຫຍັງຈຶ່ງເໝາະສົມທີ່ຄລິດສະຕຽນຈະເຮັດໂຕຄືເປັນພີ່ນ້ອງກັນແລະເອີ້ນກັນແລະກັນວ່າພີ່ນ້ອງ?
ເບິ່ງ ກຈກ 12:17; 18:18; ຣມ 16:1 ນຳ
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ມທ 12:46-50—ພະເຢຊູສະແດງໃຫ້ເຫັນຢ່າງຊັດເຈນວ່າເພິ່ນເບິ່ງວ່າຜູ້ທີ່ນະມັດສະການພະເຢໂຫວາເປັນພີ່ນ້ອງຂອງເພິ່ນ
ເຮົາຮູ້ໄດ້ແນວໃດວ່າເຮົາສາມາດໃຊ້ຕຳແໜ່ງສຳລັບຜູ້ປົກຄອງ ຜູ້ພິພາກສາ ແລະເຈົ້າໜ້າທີ່ອື່ນໆ?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ກຈກ 26:1, 2, 25—ເມື່ອໂປໂລເວົ້າກັບເຈົ້າໜ້າທີ່ຂອງການປົກຄອງເຊັ່ນອັກກິບປາແລະເຟຊະໂຕ ລາວໃຊ້ຕຳແໜ່ງທີ່ເປັນທາງການ