ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຂຊຄ ໜ້າ 69-72
  • ປະກາດ​ຂ່າວ​ດີ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ປະກາດ​ຂ່າວ​ດີ
  • ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂຊຄ ໜ້າ 69-72

ປະກາດ​ຂ່າວ​ດີ

ເປັນ​ຫຍັງ​ຄລິດສະຕຽນ​ແທ້​ຈຶ່ງ​ເວົ້າ​ໃຫ້​ຄົນ​ອື່ນ​ຟັງ​ກ່ຽວກັບ​ຄວາມ​ເຊື່ອ​ຂອງ​ເຂົາເຈົ້າ?

ມທ 28:19, 20; ຣມ 10:9, 10; ຮຣ 13:15

ເບິ່ງ ກຈກ 1:8; 1ກຣ 9:16 ນຳ

ການ​ປະກາດ​ຂ່າວ​ດີ​ມີ​ຄວາມ​ສຳຄັນ​ກັບ​ພະ​ເຢຊູ​ແນວ​ໃດ?

ລກ 8:1; ຢຮ 18:37

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ລກ 4:42-44—ພະ​ເຢຊູ​ບອກ​ວ່າ​ເພິ່ນ​ຖືກ​ສົ່ງ​ມາ​ໂລກ​ເພື່ອ​ປະກາດ

    • ຢຮ 4:31-34—ພະ​ເຢຊູ​ອະທິບາຍ​ວ່າ​ວຽກ​ປະກາດ​ຂ່າວ​ດີ​ຂອງ​ເພິ່ນ​ເປັນ​ຄື​ກັບ​ຂອງກິນ​ສຳລັບ​ເພິ່ນ

ຜູ້​ຊາຍ​ທີ່​ມີ​ສິດ​ອຳນາດ​ໃນ​ປະຊາຄົມ​ເປັນ​ຄົນ​ກຸ່ມ​ດຽວ​ທີ່​ມີ​ໜ້າທີ່​ທີ່​ຈະ​ປະກາດ​ຂ່າວ​ດີ​ບໍ?

ພສ 68:11; 148:12, 13; ກຈກ 2:17, 18

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 2ກສ 5:1-4, 13, 14, 17—ເດັກນ້ອຍ​ຜູ້​ຍິງ​ຄົນ​ອິດສະຣາເອນ​ຄົນ​ໜຶ່ງ​ບອກ​ເມຍ​ຂອງ​ນາອາມານ​ກ່ຽວກັບ​ເອລີຊາ​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ

    • ມທ 21:15, 16—ເມື່ອ​ພວກ​ເດັກນ້ອຍ​ກຳລັງ​ສັນລະເສີນ​ພະ​ເຢຊູ ພວກ​ຫົວໜ້າ​ປະໂລຫິດ​ກັບ​ພວກ​ຄູ​ສອນ​ສາສະໜາ​ກໍ​ບໍ່​ພໍໃຈ​ເຂົາເຈົ້າ ແຕ່​ພະ​ເຢຊູ​ແກ້ໄຂ​ພວກ​ນັ້ນ

ຜູ້​ເບິ່ງແຍງ​ຈະ​ສອນ​ຄົນ​ອື່ນ​ໆ​ໃນ​ປະຊາຄົມ​ໃຫ້​ປະກາດ​ຂ່າວ​ດີ​ໄດ້​ແນວ​ໃດ?

1ທຊ 1:5, 6; 2ຕມ 2:2; 1ປຕ 5:2, 3

ພະ​ເຢໂຫວາ​ແລະ​ພະ​ເຢຊູ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເຮັດ​ວຽກ​ປະກາດ?

2ກຣ 4:7; ຟລປ 4:13; 2ຕມ 4:17

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ກຈກ 16:12, 22-24; 1ທຊ 2:1, 2—ເຖິງ​ແມ່ນ​ວ່າ​ອັກຄະສາວົກ​ໂປໂລ​ແລະ​ໝູ່​ຂອງ​ລາວ​ຈະ​ຖືກ​ຂົ່ມເຫງ ແຕ່​ເຂົາເຈົ້າ​ຍັງ​ປະກາດ​ຢ່າງ​ກ້າຫານ​ໂດຍ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະເຈົ້າ

    • 2ກຣ 12:7-9—ເຖິງ​ແມ່ນ​ວ່າ​ໂປໂລ​ມີ “ບາງ​ສິ່ງ​ທີ່​ເປັນ​ຄື​ໜາມ​ຢູ່​ໃນ​ຮ່າງກາຍ” ເຊິ່ງ​ອາດ​ເປັນ​ບັນຫາ​ທາງ​ດ້ານ​ສຸຂະພາບ ແຕ່​ລາວ​ກໍ​ເປັນ​ຜູ້​ປະກາດ​ທີ່​ມີ​ຄວາມ​ກະຕືລືລົ້ນ​ຍ້ອນ​ພະ​ເຢໂຫວາ​ເອົາ​ກຳລັງ​ໃຫ້​ລາວ​ເພື່ອ​ທີ່​ຈະ​ເຮັດ​ວຽກ​ປະກາດ​ຕໍ່​ໆ​ໄປ

ອັນ​ໃດ​ເຮັດ​ໃຫ້​ຄລິດສະຕຽນ​ມີ​ອຳນາດ​ໃນ​ການ​ປະກາດ?

1ກຣ 1:26-28; 2ກຣ 3:5; 4:13

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຢຮ 7:15—ຜູ້​ຄົນ​ແປກໃຈ​ທີ່​ພະ​ເຢຊູ​ຮູ້​ຫຼາຍ​ປານ​ນີ້​ເຖິງ​ວ່າ​ເພິ່ນ​ຈະ​ບໍ່​ເຄີຍ​ຮຽນ​ຢູ່​ໂຮງຮຽນ​ສອນ​ສາສະໜາ​ກໍ​ຕາມ

    • ກຈກ 4:13—ເຖິງ​ວ່າ​ບາງ​ຄົນ​ຄິດ​ວ່າ​ອັກຄະສາວົກ​ຂອງ​ພະ​ເຢຊູ​ເປັນ​ຄົນ​ທຳມະດາ​ແລະ​ບໍ່​ມີ​ການ​ສຶກສາ ແຕ່​ເຂົາເຈົ້າ​ກໍ​ບໍ່​ຢ້ານ​ທີ່​ຈະ​ປະກາດ​ຢ່າງ​ກ້າຫານ

ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຕ້ອງການ​ໃຫ້​ເຮົາ​ຝຶກ​ອົບຮົມ​ຜູ້​ອື່ນ​ໃຫ້​ປະກາດ​ແລະ​ສອນ?

ມຣກ 1:17; ລກ 8:1; ອຟຊ 4:11, 12

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ອຊຢ 50:4, 5—ກ່ອນ​ທີ່​ເມຊີອາ​ຈະ​ມາ​ໂລກ ເພິ່ນ​ໄດ້​ຮັບ​ການ​ສອນ​ເປັນ​ສ່ວນ​ໂຕ​ຈາກ​ພະ​ເຢໂຫວາ​ພະເຈົ້າ

    • ມທ 10:5-7—ເມື່ອ​ຢູ່​ເທິງ​ໂລກ ພະ​ເຢຊູ​ຝຶກ​ອົບຮົມ​ພວກ​ລູກສິດ​ຂອງ​ເພິ່ນ​ຢ່າງ​ອົດທົນ​ເພື່ອ​ຈະ​ປະກາດ​ຂ່າວ​ດີ​ຕໍ່​ໆ​ໄປ

ເຮົາ​ຄວນ​ເບິ່ງ​ວຽກ​ມອບໝາຍ​ຂອງ​ເຮົາ​ໃນ​ການ​ປະກາດ​ຂ່າວ​ດີ​ແນວ​ໃດ?

ມທ 11:29, 30; 1ຕມ 1:12

ເຮົາ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຮົາ​ປະກາດ​ຂ່າວ​ດີ?

ລກ 10:1, 17; ກຈກ 13:48, 52; 15:3; 20:35

ເຮົາ​ເວົ້າ​ເຖິງ​ເລື່ອງ​ຫຍັງ​ເມື່ອ​ເຮົາ​ປະກາດ​ຂ່າວ​ດີ?

ມທ 24:14; 28:19, 20; ກຈກ 26:20; ພນມ 14:6, 7

ເບິ່ງ ອຊຢ 12:4, 5; 61:1, 2 ນຳ

ເປັນ​ຫຍັງ​ເຮົາ​ຈຶ່ງ​ບອກ​ຄົນ​ອື່ນ​ກ່ຽວກັບ​ຄຳສອນ​ຜິດ​ໆ?

2ກຣ 10:4, 5

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມຣກ 12:18-27—ພະ​ເຢຊູ​ຍົກ​ເຫດຜົນ​ຈາກ​ພະຄຳພີ​ມາ​ລົມ​ກັບ​ພວກ​ຊາດູກາຍ​ເພື່ອ​ສະແດງ​ວ່າ​ເຂົາເຈົ້າ​ຄິດ​ຜິດ​ທີ່​ບໍ່​ເຊື່ອ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ

    • ກຈກ 17:16, 17, 29, 30—ອັກຄະສາວົກ​ໂປໂລ​ຍົກ​ເຫດຜົນ​ມາ​ລົມ​ກັບ​ຄົນ​ອາແຖນ​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ການ​ນະມັດສະການ​ຮູບ​ບູຊາ​ເປັນ​ສິ່ງ​ທີ່​ຜິດ

ເຮົາ​ເຮັດ​ວຽກ​ປະກາດ​ແນວ​ໃດ?

ກຈກ 5:42; 17:2; 20:20

ເປັນ​ຫຍັງ​ເຮົາ​ປະກາດ​ໃນ​ບ່ອນ​ສາທາລະນະ?

ຢຮ 18:20; ກຈກ 16:13; 17:17; 18:4

ເບິ່ງ ສພສ 1:20, 21 ນຳ

ເມື່ອ​ປະກາດ ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ມີ​ຄວາມ​ອົດທົນ?

ອຊຢ 6:9-11; 2ປຕ 3:9

ຈະ​ເປັນ​ແນວ​ໃດ​ເມື່ອ​ມີ​ຄົນ​ສົນໃຈ​ຢາກ​ຮູ້​ຫຼາຍ​ຂຶ້ນ?

ກຈກ 14:20-22; 19:9, 10

ເປັນ​ຫຍັງ​ຄລິດສະຕຽນ​ຄວນ​ກຽມ​ພ້ອມ​ທີ່​ຈະ​ປະກາດ​ຂ່າວ​ດີ​ໃນ​ທຸກ​ໂອກາດ?

1ກຣ 9:23; 1ຕມ 2:4; 1ປຕ 3:15

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຢຮ 4:6, 7, 13, 14—ເຖິງ​ແມ່ນ​ວ່າ​ພະ​ເຢຊູ​ເມື່ອຍ ແຕ່​ເພິ່ນ​ກໍ​ເວົ້າ​ເລື່ອງ​ຂ່າວ​ດີ​ກັບ​ຜູ້​ຍິງ​ຄົນ​ຊາມາເຣຍ​ຢູ່​ນ້ຳ​ສ້າງ​ສາທາລະນະ

    • ຟລປ 1:12-14—ແມ່ນ​ແຕ່​ຕອນ​ທີ່​ໂປໂລ​ຢູ່​ໃນ​ຄຸກ ລາວ​ກໍ​ເຮັດ​ທຸກ​ສິ່ງ​ທີ່​ລາວ​ສາມາດ​ເຮັດ​ໄດ້​ເພື່ອ​ປະກາດ​ແລະ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ​ໆ​

ເຮົາ​ຄວນ​ຫວັງ​ວ່າ​ທຸກ​ຄົນ​ຈະ​ຟັງ​ຂ່າວ​ສານ​ຂອງ​ເຮົາ​ບໍ?

ຢຮ 10:25, 26; 15:18-20; ກຈກ 28:23-28

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຢຣມ 7:23-26—ໂດຍ​ຜ່ານ​ທາງ​ເຢເຣມີຢາ ພະ​ເຢໂຫວາ​ອະທິບາຍ​ເຖິງ​ວິທີ​ທີ່​ປະຊາຊົນ​ຂອງ​ເພິ່ນ​ບໍ່​ຍອມ​ຟັງ​ພວກ​ຜູ້​ພະຍາກອນ​ຂອງ​ເພິ່ນ​ເທື່ອ​ແລ້ວ​ເທື່ອ​ອີກ

    • ມທ 13:10-16—ພະ​ເຢຊູ​ອະທິບາຍ​ວ່າ​ຫຼາຍ​ຄົນ​ຈະ​ປະຕິເສດ​ຂ່າວ​ສານ​ຄື​ກັນ​ກັບ​ໃນ​ສະໄໝ​ຂອງ​ເອຊາຢາ

ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ແປກໃຈ​ທີ່​ຄົນ​ຈຳນວນ​ຫຼາຍ​ຫຍຸ້ງ​ເກີນ​ກວ່າ​ທີ່​ຈະ​ຟັງ?

ມທ 13:22; 24:38, 39; ລກ 17:28, 29

ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ບາງ​ຄົນ​ຈະ​ມັກ​ແລະ​ຮັບ​ເອົາ​ທັນທີ​ແຕ່​ເຊື່ອ​ໄດ້​ບໍ່​ດົນ?

ມຣກ 4:14-17; ຢຮ 6:65, 66

ມີ​ຕົວຢ່າງ​ອັນ​ໃດ​ແດ່​ທີ່​ຊ່ວຍ​ໃຫ້​ເຮົາ​ບໍ່​ແປກໃຈ​ເມື່ອ​ບາງ​ຄົນ​ຕໍ່ຕ້ານ​ວຽກ​ປະກາດ​ຂອງ​ເຮົາ​ໂດຍ​ກົງ?

ກຈກ 13:50; 18:5, 6; 1ປຕ 4:12-14

ເຮົາ​ຈະ​ເຮັດ​ແນວ​ໃດ​ເມື່ອ​ມີ​ຄົນ​ພະຍາຍາມ​ຫ້າມ​ບໍ່​ໃຫ້​ເຮົາ​ປະກາດ?

ມທ 5:10-12; 10:14, 23; ຟລປ 1:7

ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ​ບາງ​ຄົນ​ຈະ​ຮັບ​ຂ່າວ​ດີ​ໄວ້?

ລກ 8:15; ຢຮ 4:40, 41; ກຈກ 16:14, 15; 17:11, 33, 34

ພະເຈົ້າ​ຄາດ​ຫວັງ​ຫຍັງ​ຈາກ​ຄົນ​ທີ່​ຮູ້​ຂ່າວ​ດີ?

ກຈກ 20:26, 27; 1ກຣ 9:16, 17; 1ຕມ 4:16

ເບິ່ງ ອຊກ 33:8 ນຳ

ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ປະກາດ​ກັບ​ຜູ້​ຄົນ​ຈາກ​ທຸກ​ສາສະໜາ ທຸກ​ເຊື້ອ​ຊາດ ຫຼື​ທຸກ​ຊາດ?

ມທ 24:14; ກຈກ 10:34, 35; ພນມ 14:6

ເບິ່ງ ພສ 49:1, 2 ນຳ

ຜິດ​ບໍ​ທີ່​ຈະ​ປະກາດ​ໃນ​ມື້​ໃດ​ກໍ​ໄດ້​ຂອງ​ອາທິດ ລວມ​ທັງ​ມື້​ທີ່​ເປັນ​ວັນ​ຊະບາໂຕ​ນຳ?

ກຈກ 5:42; 13:42, 44; 16:13

ມີ​ຕົວຢ່າງ​ອັນ​ໃດ​ແດ່​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຄວນ​ປະກາດ​ກັບ​ທຸກ​ຄົນ ເຖິງ​ແມ່ນ​ວ່າ​ເຂົາເຈົ້າ​ຈະ​ມີ​ຄຳພີ​ໄບເບິນ​ແລະ​ມີ​ສາສະໜາ​ແລ້ວ?

ກຈກ 13:46; ຄລຕ 2:7, 8

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌