ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຂຊຄ ໜ້າ 59-60
  • ຖືກຕ້ອງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຖືກຕ້ອງ
  • ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂຊຄ ໜ້າ 59-60

ຖືກຕ້ອງ

ໃຜ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ມີ​ສິດ​ອຳນາດ​ໃນ​ການ​ກຳນົດ​ວ່າ​ອັນ​ໃດ​ທີ່​ຖືກຕ້ອງ​ຫຼື​ຍຸຕິທຳ?

ພບຍ 32:4; ອຊກ 33:17-20

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 18:23-33—ພະ​ເຢໂຫວາ​ສະແດງ​ໃຫ້​ອັບຣາຮາມ​ເຫັນ​ວ່າ​ເພິ່ນ​ເປັນ​ຜູ້​ພິພາກສາ​ທີ່​ຍຸຕິທຳ

    • ພສ 72:1-4, 12-14—ເພງ​ສັນລະເສີນ​ທີ່​ໄດ້​ຮັບ​ການ​ດົນໃຈ​ນີ້​ສັນລະເສີນ​ກະສັດ​ເມຊີອາ ຜູ້​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຄື​ກັນ​ກັບ​ພະ​ເຢໂຫວາ

ເຮົາ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ຈາກ​ການ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ທີ່​ຖືກຕ້ອງ​ຂອງ​ພະ​ເຢໂຫວາ?

ພສ 37:25, 29; ຢກບ 5:16; 1ປຕ 3:12

ເບິ່ງ ພສ 35:24; ອຊຢ 26:9; ຣມ 1:17 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ໂຢບ 37:22-24—ເອລີຮູ​ສັນລະເສີນ​ຄວາມ​ຖືກຕ້ອງ​ຂອງ​ພະ​ເຢໂຫວາ ເຊິ່ງ​ຄວາມ​ຍິ່ງໃຫຍ່​ຂອງ​ເພິ່ນ​ເຮັດ​ໃຫ້​ປະຊາຊົນ​ນັບຖື​ເພິ່ນ​ຢ່າງ​ສູງ

    • ພສ 89:13-17—ຜູ້​ຂຽນ​ເພງ​ສັນລະເສີນ​ສັນລະເສີນ​ພະ​ເຢໂຫວາ​ເພາະ​ເພິ່ນ​ປົກຄອງ​ດ້ວຍ​ຄວາມ​ຖືກຕ້ອງ​ສະເໝີ

ການ​ຊອກ​ຫາ​ຄວາມ​ຖືກຕ້ອງ​ຂອງ​ພະເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ອຊກ 18:25-31; ມທ 6:33; ຣມ 12:1, 2; ອຟຊ 4:23, 24

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 6:9, 22; 7:1—ໂນອາ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ຂໍ​ໃຫ້​ລາວ​ເຮັດ ເຊິ່ງ​ສະແດງ​ໃຫ້​ເຫັນ​ວ່າ​ລາວ​ເປັນ​ຄົນ​ດີ​ຫຼາຍ

    • ຣມ 4:1-3, 9—ພະ​ເຢໂຫວາ​ຖື​ວ່າ​ອັບຣາຮາມ​ເປັນ​ຄົນ​ທີ່​ເພິ່ນ​ຍອມຮັບ​ເພາະ​ລາວ​ສະແດງ​ຄວາມ​ເຊື່ອ​ທີ່​ໂດດ​ເດັ່ນ​ໃນ​ເພິ່ນ

ເປັນ​ຫຍັງ​ເຮົາ​ຕ້ອງ​ເຮັດ​ດີ​ຍ້ອນ​ຮັກ​ພະ​ເຢໂຫວາ ບໍ່​ແມ່ນ​ຍ້ອນ​ຢາກ​ເຮັດ​ໃຫ້​ຄົນ​ອື່ນ​ປະທັບໃຈ?

ມທ 6:1; 23:27, 28; ລກ 16:14, 15; ຣມ 10:10

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ມທ 5:20; 15:7-9—ພະ​ເຢຊູ​ບອກ​ໃຫ້​ຜູ້​ຄົນ​ເຊື່ອຟັງ​ພະເຈົ້າ​ຫຼາຍ​ກວ່າ​ພວກ​ຄູ​ສອນ​ສາສະໜາ​ແລະ​ພວກ​ຟາຣີຊາ ເຊິ່ງ​ພວກ​ນັ້ນ​ສົນໃຈ​ເລື່ອງ​ທີ່​ໂຕເອງ​ຄິດ​ວ່າ​ຖືກຕ້ອງ​ຫຼາຍ​ກວ່າ​ເຮັດ​ໃນ​ສິ່ງ​ທີ່​ພະເຈົ້າ​ພໍໃຈ

    • ລກ 18:9-14—ພະ​ເຢຊູ​ຍົກ​ຕົວຢ່າງ​ປຽບທຽບ​ເລື່ອງ​ໜຶ່ງ​ຂຶ້ນ​ມາ​ເພື່ອ​ສອນ​ຄົນ​ທີ່​ໝັ້ນໃຈ​ວ່າ​ໂຕເອງ​ເປັນ​ຄົນ​ດີ​ຫຼາຍ​ກວ່າ​ຄົນ​ອື່ນ

ເປັນ​ຫຍັງ​ຄວາມ​ດີ​ຈຶ່ງ​ດີ​ກວ່າ​ຄວາມ​ຖືກຕ້ອງ?

ຣມ 5:7, 8

ເບິ່ງ ລກ 6:33-36; ກຈກ 14:16, 17; ຣມ 12:20, 21; 1ທຊ 5:15 ນຳ

ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຄວນ​ຄິດ​ວ່າ​ໂຕເອງ​ດີ​ກວ່າ​ຄົນ​ອື່ນ​ແລະ​ບໍ່​ພະຍາຍາມ​ພິສູດ​ວ່າ​ເຮົາ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຫຼາຍ​ກວ່າ​ຄົນ​ອື່ນ?

ປຍຈ 7:16; ອຊຢ 65:5; ຣມ 10:3; 14:10

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌