ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຂຊຄ ໜ້າ 30-31
  • ຄວາມ​ແຕກ​ແຍກ​ໃນ​ສັງຄົມ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄວາມ​ແຕກ​ແຍກ​ໃນ​ສັງຄົມ
  • ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂຊຄ ໜ້າ 30-31

ຄວາມ​ແຕກ​ແຍກ​ໃນ​ສັງຄົມ

ພະເຈົ້າ​ຖື​ວ່າ​ບາງ​ຄົນ​ເໜືອ​ກວ່າ​ຄົນ​ອື່ນ​ຍ້ອນ​ເຊື້ອ​ຊາດ ຄອບຄົວ ຫຼື​ມີ​ເງິນ​ຫຼາຍ​ບໍ?

ກຈກ 17:26, 27; ຣມ 3:23-27; ຄລຕ 2:6; 3:28

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຢຮ 8:31-40—ຄົນ​ຢິວ​ບາງ​ຄົນ​ພູມໃຈ​ເພາະ​ເຂົາເຈົ້າ​ເປັນ​ລູກ​ຫຼານ​ຂອງ​ອັບຣາຮາມ ແຕ່​ພະ​ເຢຊູ​ຕຳໜິ​ເຂົາເຈົ້າ​ຍ້ອນ​ເຂົາເຈົ້າ​ບໍ່​ເຮັດ​ຕາມ​ທີ່​ອັບຣາຮາມ​ເຮັດ

ມີ​ເຫດຜົນ​ອັນ​ໃດ​ບໍ​ທີ່​ຈະ​ຄິດ​ວ່າ​ເຮົາ​ດີ​ກວ່າ​ຄົນ​ອື່ນ​ໆ​ເພາະ​ເຊື້ອ​ຊາດ​ຂອງ​ເຂົາເຈົ້າ​ຫຼື​ວ່າ​ປະເທດ​ຂອງ​ເຂົາເຈົ້າ?

ຢຮ 3:16; ຣມ 2:11

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຢນ 4:1-11—ພະ​ເຢໂຫວາ​ສອນ​ຜູ້​ພະຍາກອນ​ໂຢນາ​ຢ່າງ​ອົດທົນ​ເພື່ອ​ໃຫ້​ສະແດງ​ຄວາມ​ເມດຕາ​ຕໍ່​ຄົນ​ນີເນເວ ເຊິ່ງ​ເປັນ​ຄົນ​ຈາກ​ຕ່າງ​ປະເທດ

    • ກຈກ 10:1-8, 24-29, 34, 35—ອັກຄະສາວົກ​ເປໂຕ​ຮູ້​ວ່າ​ພະເຈົ້າ​ຍອມຮັບ​ຄົນ​ຕ່າງ​ຊາດ​ທີ່​ບໍ່​ແມ່ນ​ຄົນ​ຢິວ ດັ່ງນັ້ນ​ລາວ​ຈຶ່ງ​ຊ່ວຍ​ໂກເນລີໂອ​ແລະ​ຄອບຄົວ​ຂອງ​ໂກເນລີໂອ​ໃຫ້​ກາຍ​ເປັນ​ຄລິດສະຕຽນ​ກຸ່ມ​ທຳອິດ​ທີ່​ບໍ່​ແມ່ນ​ຄົນ​ຢິວ

ຄລິດສະຕຽນ​ທີ່​ຮັ່ງ​ຄວນ​ຖື​ໂຕ​ຫຼື​ຢາກ​ໄດ້​ຮັບ​ການ​ປະຕິບັດ​ທີ່​ດີ​ກວ່າ​ຄົນ​ທີ່​ມີ​ເງິນ​ໜ້ອຍ​ກວ່າ​ບໍ?

1ຕມ 6:17, 18; ຢກບ 2:2-4

ເບິ່ງ ພບຍ 8:12-14; ຢຣມ 9:23, 24 ນຳ

ຖ້າ​ຄົນ​ໆ​ໜຶ່ງ​ເປັນ​ຜູ້​ເບິ່ງແຍງ ນັ້ນ​ໝາຍ​ຄວາມ​ວ່າ​ລາວ​ເໜືອ​ກວ່າ​ຄົນ​ອື່ນ​ໆ​ແລະ​ສາມາດ​ຄວບຄຸມ​ເຂົາເຈົ້າ​ໄດ້​ບໍ?

2ກຣ 1:24; 1ປຕ 5:2, 3

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ພບຍ 17:18-20—ພະ​ເຢໂຫວາ​ບອກ​ກະສັດ​ໃນ​ອິດສະຣາເອນ​ວ່າ​ຢ່າ​ຄິດ​ວ່າ​ໂຕເອງ​ດີ​ກວ່າ​ຄົນ​ອິດສະຣາເອນ​ຄົນ​ອື່ນ​ໆ​ເພາະ​ເຂົາເຈົ້າ​ເປັນ​ພີ່ນ້ອງ​ກັນ

    • ມຣກ 10:35-45—ພະ​ເຢຊູ​ວ່າ​ກ່າວ​ແກ້ໄຂ​ພວກ​ອັກຄະສາວົກ​ຍ້ອນ​ວ່າ​ເຂົາເຈົ້າ​ສົນໃຈ​ຫຼາຍ​ເກີນ​ໄປ​ກ່ຽວກັບ​ການ​ມີ​ອຳນາດ​ເໜືອ​ຄົນ​ອື່ນ. (ເບິ່ງ​ຂໍ້ມູນ​ສຳລັບ​ສຶກສາ​ຢູ່ ມຣກ 10:42 “ເປັນ​ນາຍ​ເໜືອ​ປະຊາຊົນ”)

ພະເຈົ້າ​ພໍໃຈ​ຄົນ​ແບບ​ໃດ?

ອພຍ 19:5; ຣມ 10:12; 1ຢຮ 2:17

ຄລິດສະຕຽນ​ຄວນ​ພະຍາຍາມ​ປ່ຽນແປງ​ກົດໝາຍ​ຂອງ​ການ​ປົກຄອງ​ທີ່​ເຂົາເຈົ້າ​ຮູ້ສຶກ​ວ່າ​ບໍ່​ຍຸຕິທຳ​ບໍ?

ອຟຊ 6:5-9; 1ຕມ 6:1, 2

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ຢຮ 6:14, 15—ເຖິງ​ແມ່ນ​ວ່າ​ຫຼາຍ​ຄົນ​ຢາກ​ໃຫ້​ພະ​ເຢຊູ​ແກ້​ບັນຫາ​ຂອງ​ຊາດ ແຕ່​ເພິ່ນ​ປະຕິເສດ​ທີ່​ຈະ​ເປັນ​ກະສັດ​ໃນ​ໂລກ​ນີ້

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌