ເປັນຫຍັງຈຶ່ງ “ມີໃຈຮ້ອນຮົນສຳລັບກິດຈະການດີທັງຫຼາຍ”?
ພີ່ນ້ອງມີໃຈຮ້ອນຮົນເພື່ອການດີຕ່າງໆບໍ? ເຮົາມີເຫດຜົນທີ່ຈະເປັນແບບນັ້ນເພາະເຮົາເປັນຜູ້ປະກາດ. ເປັນຫຍັງຈຶ່ງມີໃຈຮ້ອນຮົນເພື່ອເຮັດການດີຕ່າງໆ? ຂໍໃຫ້ພິຈາລະນາສິ່ງທີ່ເຮົາອ່ານໃນຕິໂຕ 2:11-14:
ຂໍ້ 11: “ພະຄຸນຂອງພະເຈົ້າ” ແມ່ນຫຍັງ ແລະເຮົາໄດ້ຮັບປະໂຫຍດເປັນສ່ວນຕົວແນວໃດຈາກພະຄຸນນັ້ນ?—ໂລມ 3:23, 24
ຂໍ້ 12: ເຮົາໄດ້ຮັບການແອບສອນແນວໃດຈາກພະຄຸນຂອງພະເຈົ້າ?
ຂໍ້ 13 ແລະ 14: ຕອນນີ້ເຮົາຖືກຊຳຮະລ້າງແລ້ວ ເຮົາມີຄວາມຫວັງຫຍັງ? ເຮົາຖືກຊຳຮະລ້າງຈາກການປະພຶດແບບໂລກເພື່ອຈຸດປະສົງອັນໃດທີ່ຍິ່ງໃຫຍ່ກວ່າ?
ຂໍ້ພະຄຳພີເຫຼົ່ານີ້ກະຕຸ້ນເຮົາແນວໃດໃຫ້ມີໃຈຮ້ອນຮົນເພື່ອເຮັດການດີຕ່າງໆ?