ຈຸດເດັ່ນຂອງການປະກາດ
ໃນໄລຍະເດືອນກັນຍາແລະຕຸລາ ພວກເຮົາມີຄວາມສຸກທີ່ໄດ້ເຊີນຜູ້ຄົນມາຮ່ວມການປະຊຸມພາກ. ໜ້າຍິນດີທີ່ມີຍອດຜູ້ເຂົ້າຮ່ວມທັງໝົດ 6.259 ຄົນ ແລະມີ 91 ຄົນຮັບບັບເຕມາໃນການປະຊຸມພາກເຊິ່ງສຳນັກງານສາຂາປະເທດໄທຈັດຂຶ້ນ. ເຮົາເປັນຄືຊາວອິດສະລາແອນບູຮານທີ່ມີໃຈຍິນດີເພາະຄວາມເມດຕາກະລຸນາຂອງພະເຢໂຫວາ ແລະສິ່ງນີ້ເຮັດໃຫ້ເຮົາຢາກຮັບໃຊ້ໃຫ້ຫຼາຍຂຶ້ນ!—1 ກະ. 8:66