ການທົບທວນໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ
ໃຊ້ຄຳຖາມຕໍ່ໄປນີ້ເພື່ອທົບທວນໃນໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າສຳລັບອາທິດເລີ່ມຕົ້ນວັນທີ 27 ເມສາ 2015.
ຄວາມຮັກພັກດີແມ່ນຄວາມຮັກແບບໃດ ແລະເຮົາຕ້ອງສະແດງຄວາມຮັກແບບນີ້ກັບໃຜແດ່? (ລຶດ 1:16, 17) [2 ມີນາ ຫ 1/7/12 ໜ້າ 26 ຫຍໍ້ໜ້າ 6]
ເປັນຫຍັງລຶດມີຊື່ສຽງວ່າ “ເປັນຍິງບໍລິສຸດ”? (ລຶດ 3:11) [2 ມີນາ ຫ 1/10/12 ໜ້າ 23 ຫຍໍ້ໜ້າ 1]
ເມື່ອເຮົາມີບັນຫາ ຕົວຢ່າງຂອງອານາຈະຊ່ວຍເຮົາແນວໃດ? (1 ຊາມ. 1:16-18) [9 ມີນາ ຫ 15/03/07 ໜ້າ 16 ຫຍໍ້ໜ້າ 4-5]
ຕອນຊາເມືອນເປັນເດັກນ້ອຍລາວ “ໄດ້ໃຫຍ່ຂຶ້ນຢູ່ນຳພະເຢໂຫວາ” ສິ່ງໃດປົກປ້ອງລາວໄວ້ຈາກຕົວຢ່າງທີ່ບໍ່ດີຂອງລູກຊາຍເອລີ? (1 ຊາມ. 2:21) [9 ມີນາ ຫ 1/10/10 ໜ້າ 16 ຫຍໍ້ໜ້າ 2-3]
ເຮົາໄດ້ຮັບປະໂຫຍດແນວໃດຈາກຕົວຢ່າງຂອງຊາອຶລທີ່ບໍ່ໃຈຮ້ອນໃສ່ “ຄົນຊົ່ວຮ້າຍ” ທີ່ບໍ່ຍອມຮັບຖານະກະສັດຂອງລາວ? (1 ຊາມ. 15:22, 27) [23 ມີນາ ຫ 15/3/05 ໜ້າ 23 ຫຍໍ້ໜ້າ 1]
ຊາອຶລມີຄວາມຄິດທີ່ຜິດ ເພາະຄິດວ່າສາມາດຖວາຍເຄື່ອງບູຊາແທນທີ່ຈະເຊື່ອຟັງພະເຢໂຫວາ ເລື່ອງນີ້ສອນບົດຮຽນທີ່ສຳຄັນຫຍັງໃຫ້ເຮົາ? (1 ຊາມ. 15:22, 23) [30 ມີນາ ຫ 15/6/07 ໜ້າ 26 ຫຍໍ້ໜ້າ 3-4]
ເປັນຫຍັງຈຶ່ງມີກຳລັງໃຈທີ່ຮູ້ວ່າພະເຢໂຫວາ “ເບິ່ງໃຈ” ຂອງແຕ່ລະຄົນ? (1 ຊາມ. 16:7) [6 ເມສາ ຫ 1/3/10 ໜ້າ 23 ຫຍໍ້ໜ້າ 7]
ຕາມສຸພາສິດ 1:4 ພະເຢໂຫວາຄາດໝາຍໃຫ້ເຮົາໃຊ້ຄວາມສາມາດອັນໃດເມື່ອພົບກັບສະຖານະການທີ່ຫຍຸ້ງຍາກ? (1 ຊາມ. 21:12, 13) [13 ເມສາ ຫ 15/3/05 ໜ້າ 24 ຫຍໍ້ໜ້າ 4]
ເປັນຫຍັງເຮົາຈຶ່ງເວົ້າໄດ້ວ່າ ອາບີຄາລີບໍ່ໄດ້ຂາດຄວາມນັບຖືຕໍ່ຕຳແໜ່ງປະມຸກຂອງຜົວ ເມື່ອໃຫ້ການຊ່ວຍເຫຼືອດາວິດແລະຄົນຂອງລາວ? (1 ຊາມ. 25:10, 11, 18, 19) [20 ເມສາ ຫ 1/7/09 ໜ້າ 20 ຫຍໍ້ໜ້າ 3]
ອາບີຄາລີໄດ້ຂໍໂທດສຳລັບຄວາມຜິດທີ່ລາວບໍ່ໄດ້ເຮັດ. ເຮົາຈະຮຽນຫຍັງໄດ້ຈາກຕົວຢ່າງຂອງລາວ? (1 ຊາມ. 25:24) [20 ເມສາ ຫ 1/11/02 ໜ້າ 5 ຫຍໍ້ໜ້າ 1, 4]