ຄຳປະກາດ
◼ ໜັງສືທີ່ຈະສະເໜີໃນເດືອນມິຖຸນາ: ເລີ່ມຕົ້ນດ້ວຍການສຶກສາຄຳພີໄບເບິນໂດຍໃຊ້ແຜ່ນພັບຕໍ່ໄປນີ້: ທ່ານຄິດແນວໃດກ່ຽວກັບອະນາຄົດ? ສິ່ງໃດຈະເຮັດໃຫ້ຊີວິດຄອບຄົວມີຄວາມສຸກ? ຄວາມທຸກລຳບາກຈະມີມື້ໝົດໄປບໍ? ຫຼືເຮົາຈະຮູ້ຄຳຕອບກ່ຽວກັບຊີວິດໄດ້ຈາກໃສ? ຫຼັງຈາກນັ້ນ ໃຫ້ສະເໜີປຶ້ມຄຳພີໄບເບິນສອນແນວໃດແທ້ໆ? ເພື່ອສຶກສາກັບລາວ. ສຳລັບເດືອນກໍລະກົດແລະເດືອນສິງຫາ: ຈຸນລະສານທາງທີ່ພາໄປສູ່ຄວາມສະຫງົບສຸກແລະຄວາມສຸກ ໃນຮູບແບບຊີດີ (ພາສາໄທ) ຂ່າວດີຈາກພະເຈົ້າ! ເຊື່ອຟັງພະເຈົ້າແລ້ວຈະມີຊີວິດຕະຫຼອດໄປ ຫຼືປຶ້ມຄຳພີໄບເບິນສອນແນວໃດແທ້ໆ? ພະຍາຍາມສາທິດການສຶກສາຄຳພີໄບເບິນ. ສຳລັບເດືອນກັນຍາ: ວາລະສານຫໍສັງເກດແລະຕື່ນເຖີດ!
◼ ທຸກຄົນຄວນນັບຈຳນວນຂອງແຜ່ນພັບແລະໃບເຊີນທີ່ແຈກໃຫ້ຜູ້ຄົນຫຼືຝາກໄວ້ເຮືອນທີ່ເຈົ້າຂອງເຮືອນບໍ່ຢູ່ ຄວນຂຽນລາຍງານໃນແຖວ “ຈຸນລະສານແລະແຜ່ນພັບ” ຂອງໃບລາຍງານການຮັບໃຊ້ທີ່ສົ່ງທ້າຍເດືອນ. ຖ້າຜູ້ຄົນສະແດງຄວາມສົນໃຈຕອບຮັບໜັງສືຫຼືແຜ່ນພັບ ກໍຄວນພະຍາຍາມກັບໄປຢ້ຽມລາວເພື່ອລົມກັບລາວຫຼາຍຂຶ້ນ.
◼ ເລີ່ມຕົ້ນອາທິດຂອງວັນທີ 19 ຕຸລາ 2015 ຈະມີການພິຈາລະນາປຶ້ມຈົ່ງຮຽນແບບຄວາມຄວາມເຊື່ອຂອງເຂົາ (ພາສາໄທ) ໃນການສຶກສາພະຄຳພີປະຈຳປະຊາຄົມ. ປະຊາຄົມທີ່ຕ້ອງການຂໍໜັງສືເຫຼັ້ມນີ້ເພີ່ມ ຄວນຂໍໃນການຂໍສັບພະໜັງສືຄັ້ງຕໍ່ໄປ. ສຳລັບຜູ້ທີ່ຕ້ອງການໜັງສືທີ່ເປັນຮູບແບບໄຟລເອເລັກໂຕຣນິກສາມາດດາວໂຫຼດຈາກເວັບໄຊ jw.org/th ຫຼືພິມອອກກໍໄດ້.
◼ ຂໍ້ເຕືອນໃຈ ໃນແຕ່ລະປີຜູ້ເຖົ້າແກ່ຄວນທົບທວນຈົດໝາຍທີ່ລົງໃນວັນທີ 6 ມັງກອນ 2012 ກັບປະຊາຄົມກ່ຽວກັບການກຽມຕົວແລະຮັບມືເມື່ອເກີດໄພພິບັດ.