ຕົວຢ່າງການສະເໜີ
[ຂໍໃຫ້ປັບເປັນຄຳເວົ້າຂອງເຈົ້າສຳລັບທຸກການສະເໜີ]
ຫໍສັງເກດການ 1 ສິງຫາ
“ພວກເຮົາລົມກັບຄົນແຖວນີ້ສັ້ນໆເພື່ອຊ່ວຍຜູ້ຄົນໃຫ້ຮັບມືກັບບັນຫາທີ່ພົບເລື້ອຍໆ. ເມື່ອຄົນທີ່ເຮົາຮັກຕາຍກໍເຮັດໃຫ້ຫຼາຍຄົນໂສກເສົ້າເສຍໃຈ ແລະບາງຄົນກໍສົງໄສວ່າເກີດຫຍັງຂຶ້ນແທ້ໆເມື່ອເຮົາຕາຍໄປ. ເຈົ້າເຫັນດີນຳບໍ? [ໃຫ້ລາວຕອບ] ຂໍໃຫ້ເບິ່ງຄຳສັນຍາທີ່ໃຫ້ກຳລັງໃຈນີ້. [ອ່ານ ຄຳປາກົດ 21:3, 4] ຄຳພີໄບເບິນໃຫ້ຄວາມຫວັງວ່າໃນມື້ໜຶ່ງຄົນທີ່ເຮົາຮັກເຊິ່ງຕາຍໄປແລ້ວຈະກັບມາມີຊີວິດອີກ. ປຶ້ມນີ້ອະທິບາຍວ່າເລື່ອງນີ້ຈະເກີດຂຶ້ນໄດ້ແນວໃດ?”
ຕື່ນເຖີດ! ສິງຫາ
“ພວກເຮົາລົມກັບຜູ້ຄົນໃນເລື່ອງທີ່ເວົ້າເຖິງຈຸລັງຂອງເຮົາປະກອບດ້ວຍສິ່ງມະຫັດສະຈັນຈຳນວນຫຼາຍ. [ໃຫ້ລາວເບິ່ງໜ້າປົກຂອງປຶ້ມຕື່ນເຖີດ!] ຫຼາຍຄົນເຊື່ອວ່າຊີວິດເກີດມາຈາກວິວັດທະນາການ ແຕ່ຄົນອື່ນໆພັດຮູ້ສຶກວ່າຊີວິດຖືກສ້າງຂຶ້ນມາ. ເຈົ້າເດຄິດແນວໃດ? [ໃຫ້ລາວຕອບ] ປຶ້ມຫົວນີ້ເວົ້າເຖິງການຄົ້ນພົບກ່ຽວກັບສິ່ງທີ່ໜ້າງຶດງໍ້ຂອງຈຸລັງທີ່ສະຫຼັບຊັບຊ້ອນ ເຊິ່ງກະຕຸ້ນໃຫ້ນັກວິທະຍາສາດບາງຄົນສົງໄສວ່າຊີວິດຕ້ອງມີຜູ້ອອກແບບ.”