ຈຸດເດັ່ນຂອງການປະກາດ
ວາລະສານຫໍສັງເກດການ ແລະຕື່ນເຖີດ! ມີຂ່າວສານທີ່ພະເຍຊູບອກວ່າຕ້ອງປະກາດໄປທົ່ວໂລກທີ່ມີຄົນອາໄສຢູ່. ດັ່ງນັ້ນ ເຮົາຈຶ່ງບໍ່ແປກໃຈທີ່ວາລະສານເຫຼົ່ານີ້ຖືກແຈກຢາຍຢ່າງກວ້າງຂວາງຫຼາຍທີ່ສຸດໃນໂລກ! ເຮົາໄດ້ຮັບກຳລັງໃຈແທ້ໆທີ່ຮູ້ວ່າໃນເຂດງານຂອງສຳນັກງານສາຂາຂອງເຮົາໄດ້ແຈກຢາຍວາລະສານເຫຼົ່ານີ້ເພີ່ມຂຶ້ນຢ່າງໄວວາ. ຕົວຢ່າງເຊັ່ນ: ໃນລະຫວ່າງປີການຮັບໃຊ້ ປີ 2012 ເຮົາໄດ້ແຈກຢາຍວາລະສານທັງໝົດ 766.069 ຫົວ ແລະປີ 2013 ມີ 852.457 ຫົວ. ແຕ່ໃນເດືອນກັນຍາ ປີ 2014 ຫາເດືອນພຶດສະພາ ປີ 2015 ເຮົາໄດ້ແຈກຢາຍວາລະສານຫຼາຍເປັນຈຳນວນ 1.059.154 ຫົວ! ເລື່ອງນີ້ເສີມຄວາມເຊື່ອຂອງເຮົາໃຫ້ເຂັ້ມແຂງຂຶ້ນແທ້ໆທີ່ເຫັນຖ້ອຍຄຳຂອງພະເຢໂຫວາກຳລັງແຜ່ອອກໄປຢ່າງກວ້າງຂວາງ.—ກິດ. 12:24