ການປະພຶດທີ່ດີເປີດໂອກາດໃຫ້ຫວ່ານເມັດແຫ່ງຄວາມຈິງ
ຕອນນີ້ຄຸນພໍ່ເລີ່ມຟັງແລ້ວ
(ຈາກປຶ້ມປະຈຳປີ 2015 ໜ້າ 49 ຫຍໍ້ໜ້າ 3-ໜ້າ 51 ຫຍໍ້ໜ້າ 3)
“ຂ້ອຍຈະບໍ່ພາດການປະຊຸມອະນຸສອນອີກເລີຍ.” ນີ້ເປັນຄຳເວົ້າຂອງຄຸນພໍ່ຄົນໜຶ່ງໃນໂບດໂປຣແຕສະຕັງທີ່ຢູ່ປະເທດອາຝຼິກກາໃຕ້. ອັນໃດທີ່ກະຕຸ້ນຫົວໜ້າສາສະໜາຄົນນີ້ໃຫ້ເຂົ້າຮ່ວມການປະຊຸມອະນຸສອນໃນເດືອນເມສາ ປີ 2014? ເລື່ອງນີ້ເລີ່ມຕົ້ນຈາກພີ່ນ້ອງຊາຍ 2 ຄົນເຊິ່ງມີເຊື້ອຊາດຕ່າງກັນໄປປະກາດນຳກັນແລະໄດ້ເຄາະປະຕູເຮືອນຂອງຄຸນພໍ່ຄົນນີ້. ພີ່ນ້ອງຊາຍທັງສອງຄົນຮູ້ຈາກປະສົບການໃນອະດີດວ່າລາວບໍ່ຢາກລົມນຳເຂົາເຈົ້າ. ພີ່ນ້ອງອະເດນໄດ້ເລົ່າເຖິງສິ່ງທີ່ເກີດຂຶ້ນວ່າ: “ພວກເຮົາຮູ້ສຶກປະຫຼາດໃຈຫຼາຍທີ່ລາວເປີດປະຕູແລະເຊີນພວກເຮົາເຂົ້າໄປໃນເຮືອນ ແລະພວກເຮົາລົມກັນດົນສົມຄວນ. ຄຸນພໍ່ຄົນນີ້ແປກໃຈທີ່ເຫັນຄົນຜິວຂາວມາປະກາດໃນເຂດທີ່ຄົນຜິວດຳອາໄສຢູ່ ແລະເວົ້າກັບລາວໃນພາສາຂອງລາວ. ຈາກນັ້ນ ຄຸນພໍ່ຄົນນີ້ກໍເລີ່ມສຶກສາຄຳພີໄບເບິນເປັນປະຈຳ.”
ພີ່ນ້ອງອະເດນເລົ່າຕໍ່ອີກວ່າ: “ຜູ້ຊາຍຄົນນີ້ເປັນມິດຊັນນາລີແລະເປັນຄຸນພໍ່ມາຫຼາຍກວ່າ 40 ປີ. ແຕ່ເມື່ອອາຍຸໄດ້ 80 ປີແລ້ວ ລາວຈຶ່ງໄດ້ພົບຄຳຕອບສຳລັບຄຳຖາມທຸກຂໍ້ທີ່ລາວມີ. ລາວມັກປຶ້ມຈົ່ງຮຽນແບບຄວາມເຊື່ອຂອງເຂົາ. ຕອນທີ່ສຶກສານຳກັນ ລາວຈະຈື່ເອົາບາງຈຸດແລະເອົາໄປໃຊ້ໃນບົດເທດຢູ່ໂບດ. ລາວເອົາປຶ້ມຄຳພີໄບເບິນສອນແນວໃດແທ້ໆ? ໃຫ້ສະມາຊິກໃນໂບດເບິ່ງແລະບອກເຂົາເຈົ້າວ່າ: ‘ເມື່ອພະຍານພະເຢໂຫວາມາເຮືອນຂອງເຈົ້າພ້ອມກັບປຶ້ມຫົວນີ້ ໃຫ້ຕ້ອນຮັບແລະຟັງສິ່ງທີ່ເຂົາເຈົ້າເວົ້າເພາະປຶ້ມຫົວນີ້ເປັນຂຸມຊັບກ່ຽວກັບຄວາມຮູ້ໃນເລື່ອງພະເຈົ້າ.’”
ຄຸນພໍ່ໄດ້ບອກກັບພີ່ນ້ອງອະເດນຟັງວ່າ ລາວຖືກພວກຫົວໜ້າສາສະໜາທີ່ຢູ່ໃນໂບດຕຳໜິຢ່າງຮຸນແຮງແລະຖືກເຕືອນວ່າບໍ່ໃຫ້ເວົ້າເຖິງພະຍານພະເຢໂຫວາໃນບົດເທດຢູ່ໂບດອີກ. ລາວບໍ່ຮູ້ວ່າຈະເຮັດແນວໃດດີ. ພີ່ນ້ອງອະເດນຈື່ເລື່ອງຂອງຄຸນພໍ່ຄົນໜຶ່ງໃນປະເທດມຽນມາ ເຊິ່ງກ່າວເຖິງໃນປຶ້ມປະຈຳປີຂອງພະຍານພະເຢໂຫວາ ປີ 2013. ເມື່ອພີ່ນ້ອງອະເດນອ່ານເລື່ອງນັ້ນໃຫ້ລາວຟັງ ລາວເວົ້າວ່າ: “ຄືກັບເລື່ອງຂອງຂ້ອຍເລີຍ! ຂ້ອຍມີເລື່ອງສຳຄັນຫຼາຍທີ່ຕ້ອງຕັດສິນໃຈ ແລະຊັກຊ້າບໍ່ໄດ້ແລ້ວ.”
ຄຸນພໍ່ໄດ້ເຂົ້າຮ່ວມການປະຊຸມອະນຸສອນຄັ້ງທຳອິດໃນວັນທີ 14 ເມສາ ປີ 2014 ແລະບອກວ່າລາວຈະບໍ່ພາດການປະຊຸມອະນຸສອນອີກເລີຍ. ລາວຕັ້ງໃຈຈະເຊົາເຮັດທຸກສິ່ງທີ່ກ່ຽວຂ້ອງກັບສາສະໜາປອມ.
ເລັ່ງການກໍ່ສ້າງຫໍປະຊຸມໃຫ້ໄວຂຶ້ນ
(ຈາກປຶ້ມປະຈຳປີ 2015 ໜ້າ 140 ຫຍໍ້ໜ້າ 3-ໜ້າ 141 ຫຍໍ້ໜ້າ 3)
ເນື່ອງຈາກມີສາວົກໃໝ່ເພີ່ມຂຶ້ນໄວຫຼາຍ ຈຶ່ງຈຳເປັນຕ້ອງມີຫໍປະຊຸມຫຼາຍຂຶ້ນ. ດັ່ງນັ້ນ ໃນເດືອນພະຈິກ ປີ 2000 ພີ່ນ້ອງຢູ່ທີ່ສາທາລະນະລັດໂດມີນີແກນຈຶ່ງເລີ່ມສ້າງຫໍປະຊຸມໂດຍໄດ້ຮັບການຊ່ວຍເຫຼືອຈາກໂຄງການສຳລັບປະເທດທີ່ມີເງິນທຶນຈຳກັດ. ຜົນກໍ່ຄື ປະຊາຄົມໜຶ່ງສາມາດສ້າງຫໍປະຊຸມທີ່ສວຍງາມແລະສະດວກສະບາຍສຳເລັດພາຍໃນ 8 ອາທິດ. ເມື່ອຮອດເດືອນກັນຍາ ປີ 2011 ກຸ່ມກໍ່ສ້າງ 2 ກຸ່ມສາມາດສ້າງຫຼືສ້ອມແປງປັບປຸງຫໍປະຊຸມໄດ້ປະມານ 145 ຫຼັງ.
ຫໍປະຊຸມເຫຼົ່ານີ້ແລະພີ່ນ້ອງອາສາສະໝັກທີ່ມາຊ່ວຍກໍ່ສ້າງໄດ້ເຮັດໃຫ້ຫຼາຍຄົນປະທັບໃຈຄວາມຈິງແລະເບິ່ງພະຍານພະເຢໂຫວາໃນແງ່ທີ່ດີ. ຕົວຢ່າງເຊັ່ນ: ໃນເມືອງນ້ອຍໆທາງຕາເວັນຕົກສ່ຽງເໜືອຂອງປະເທດ ພີ່ນ້ອງໄດ້ພົບສະຖານທີ່ເໝາະສົມເພື່ອຈະສ້າງຫໍປະຊຸມໃໝ່. ໄພໂອເນຍພິເສດຄົນໜຶ່ງຂໍຊື້ທີ່ດິນ ເຈົ້າຂອງດິນບອກວ່າ: “ຢ່າເສຍເວລາເລີຍ ເພາະຈັ່ງໃດຂ້ອຍກໍບໍ່ຂາຍດິນໃຫ້ເຈົ້າດອກ. ແຮ່ງເຈົ້າຈະເອົາໄປສ້າງໂບດ ຂ້ອຍກໍແຮ່ງບໍ່ຂາຍ.”
ຫຼັງຈາກນັ້ນບໍ່ດົນ ເຈົ້າຂອງດິນຄົນນີ້ເດີນທາງໄປເມືອງ ປູເອິໂຕປຣາຕາ ເພື່ອໄປຢາມອ້າຍທີ່ເປັນພະຍານພະເຢໂຫວາ. ເມື່ອໄປຮອດ ລາວໄດ້ເຫັນວ່າຄອບຄົວພະຍານພະເຢໂຫວາຄອບຄົວໜຶ່ງພາອ້າຍຂອງລາວທີ່ເຈັບປ່ວຍມາຢູ່ເຮືອນນຳເພື່ອເບິ່ງແຍງ ພາໄປຫາໝໍ ໄປປະຊຸມ ແລະໄປປະກາດນຳ. ເຈົ້າຂອງດິນຈຶ່ງຖາມອ້າຍລາວວ່າໄດ້ເສຍຄ່າຈ້າງໃຫ້ຄົນມາເບິ່ງແຍງເທົ່າໃດ. ອ້າຍລາວຕອບວ່າ: “ອ້າຍບໍ່ໄດ້ເສຍເງິນ ເພາະເຂົາເຈົ້າເປັນພີ່ນ້ອງຂອງອ້າຍ.”
ເຈົ້າຂອງດິນຮູ້ສຶກປະທັບໃຈຫຼາຍທີ່ພະຍານພະເຢໂຫວາສະແດງຄວາມກະລຸນາຫຼາຍປານນີ້ ລາວຈຶ່ງໂທຫາໄພໂອເນຍພິເສດທີ່ເຄີຍຕິດຕໍ່ລາວກ່ອນໜ້ານີ້ແລ້ວບອກວ່າປ່ຽນໃຈຈະຂາຍດິນໃຫ້. ພີ່ນ້ອງໄດ້ຊື້ດິນຕອນນັ້ນແລະເລີ່ມສ້າງຫໍປະຊຸມ. ເມື່ອກ່ອນ ເມຍເຈົ້າຂອງດິນບໍ່ມັກພະຍານພະເຢໂຫວາຫຼາຍ ແຕ່ເມື່ອໄດ້ເຫັນພີ່ນ້ອງເຮັດວຽກກໍ່ສ້າງນຳກັນ ລາວເວົ້າວ່າ: “ເຂົາເຈົ້າສາມັກຄີກັນແລະໜ້າຮັກທີ່ສຸດເທົ່າທີ່ຂ້ອຍເຄີຍເຫັນມາ.”