ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ16 ມີນາ ໜ້າ 7
  • ການຟື້ນຄືນຈາກຕາຍເປັນໄປໄດ້ໂດຍທາງຄ່າໄຖ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການຟື້ນຄືນຈາກຕາຍເປັນໄປໄດ້ໂດຍທາງຄ່າໄຖ່
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
  • ເລື່ອງທີ່ຄ້າຍກັນ
  • ຄວາມ​ຫວັງ​ແທ້​ສຳລັບ​ຄົນ​ທີ່​ເຮົາ​ຮັກ​ເຊິ່ງ​ເສຍ​ຊີວິດ​ໄປ​ແລ້ວ
    ຄຳພີໄບເບິນສອນແນວໃດແທ້ໆ?
  • ຄົນ​ທີ່​ເຈົ້າ​ຮັກ​ຈະ​ມີ​ຊີວິດ​ໄດ້​ອີກ!
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຄ່າໄຖ່ເປັນ “ຂອງຂວັນອັນດີເລີດ” ຈາກພະເຈົ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ຂ້ອຍມີຄວາມຫວັງໃນພະເຈົ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
ຄມປ16 ມີນາ ໜ້າ 7

ຊີວິດ​ຄລິດສະຕຽນ

ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເປັນ​ໄປ​ໄດ້​ໂດຍ​ທາງ​ຄ່າໄຖ່

ຫຼັງ​ຈາກ​ທີ່​ຄອບຄົວ​ແລະ​ໝູ່​ໂສກເສົ້າ​ເສຍໃຈ​ຢູ່​ຂ້າງ​ຕຽງ​ຂອງ​ຜູ້​ຍິງ​ທີ່​ກຳລັງ​ຈະ​ເສຍ​ຊີວິດ ນ້ອງ​ສາວ​ຂອງ​ລາວ​ພົບ​ການ​ປອບ​ໂຍນ​ໂດຍ​ການ​ຄິດ​ຕຶກຕອງ​ເຖິງ​ການ​ຟື້ນ​ຄືນ​ຈາກ​ຕາຍ​ໃນ​ອະນາຄົດ

ວັນ​ອະນຸສອນ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ທີ່​ຈະ​ຄິດ​ເຖິງ​ພະ​ພອນ​ໃນ​ອະນາຄົດ​ທີ່​ເປັນ​ໄປ​ໄດ້​ໂດຍ​ທາງ​ຄ່າໄຖ່ ເຊັ່ນ: ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ. ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ຄົນ​ເຮົາ​ຕາຍ. ດັ່ງ​ນັ້ນ ການ​ເສຍ​ຊີວິດ​ຂອງ​ຄົນ​ທີ່​ເຮົາ​ຮັກ​ຈຶ່ງ​ເປັນ​ປະສົບການ​ທີ່​ເຈັບ​ປວດ​ທີ່​ສຸດ​ຢ່າງ​ໜຶ່ງ​ຂອງ​ມະນຸດ. (1 ໂກ. 15:26) ພະ​ເຍຊູ​ເຈັບ​ປວດ​ໃຈ​ຫຼາຍ​ທີ່​ເຫັນ​ລູກ​ສິດ​ຂອງ​ທ່ານ​ໂສກ​ເສົ້າ​ເມື່ອ​ເຫັນ​ລາຊະໂລ​ຕາຍ. (ໂຢ. 11:33-35) ເນື່ອງ​ຈາກ​ພະ​ເຍຊູ​ສະທ້ອນ​ຄຸນ​ລັກສະນະ​ຂອງ​ພະ​ເຢໂຫວາ​ພໍ່​ຂອງ​ທ່ານ​ໄດ້​ຢ່າງ​ສົມບູນ​ແບບ ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ເຈັບ​ປວດ​ຄື​ກັນ​ເມື່ອ​ເຫັນ​ເຮົາ​ໂສກ​ເສົ້າ​ໃນ​ຕອນ​ຄົນ​ທີ່​ເຮົາ​ຮັກ​ເສຍ​ຊີວິດ. (ໂຢ. 14:7) ພະ​ເຢໂຫວາ​ຄອຍ​ຖ້າ​ທີ່​ຈະ​ປຸກ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ອີກ ເຮົາ​ກໍ​ຄອຍ​ຖ້າ​ຄື​ກັນ.—ໂຢບ 14:14, 15

ເນື່ອງ​ຈາກ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ລະບຽບ​ຈຶ່ງ​ມີ​ເຫດຜົນ​ທີ່​ຈະ​ເຊື່ອ​ວ່າ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຈະ​ເປັນ​ລະບຽບ (1 ໂກ. 14:33, 40) ຈະ​ບໍ່​ມີ​ງານ​ສົບ ແຕ່​ຈະ​ມີ​ການ​ຕ້ອນຮັບ​ຄົນ​ທີ່​ຟື້ນ​ຄືນ​ມາ​ຈາກ​ຕາຍ. ເມື່ອ​ຄົນ​ທີ່​ເຈົ້າ​ຮັກ​ເສຍ​ຊີວິດ ເຈົ້າ​ໄດ້​ຄິດ​ຕຶກຕອງ​ເຖິງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເປັນ​ພິເສດ​ບໍ? (2 ໂກ. 4:17, 18) ເຈົ້າ​ຂອບໃຈ​ພະ​ເຢໂຫວາ​ບໍ​ທີ່​ໄດ້​ຈັດ​ກຽມ​ໃຫ້​ມີ​ຄ່າໄຖ່​ແລະ​ເປີດ​ເຜີຍ​ໃຫ້​ເຮົາ​ຮູ້​ໃນ​ຄຳພີ​ໄບເບິນ​ວ່າ​ຄົນ​ທີ່​ຕາຍ​ຈະ​ມີ​ຊີວິດ​ອີກ?—ໂກໂລ. 3:15

  • ໝູ່​ຫຼື​ຍາດ​ພີ່​ນ້ອງ​ຂອງ​ເຈົ້າ​ຄົນ​ໃດ​ທີ່​ເຈົ້າ​ຄອຍ​ຖ້າ​ຈະ​ພົບ​ເຂົາ​ເຈົ້າ​ອີກ?

  • ໃຜ​ໃນ​ຄຳພີ​ໄບເບິນ​ທີ່​ເຈົ້າ​ຢາກ​ພົບ​ແລະ​ລົມ​ກັບ​ເຂົາ​ເຈົ້າ​ເປັນ​ພິເສດ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌