ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ສຸພາສິດ 12-16
ໄດ້ສະຕິປັນຍາກໍປະເສີດກວ່າໄດ້ຄຳ
ເປັນຫຍັງສະຕິປັນຍາທີ່ມາຈາກພະເຈົ້າຈຶ່ງມີຄ່າຫຼາຍ? ຍ້ອນວ່າມັນຊ່ວຍຄົນທີ່ເປັນເຈົ້າຂອງສະຕິປັນຍານັ້ນໃຫ້ຫຼີກເວັ້ນຈາກແນວທາງທີ່ບໍ່ດີແລະປົກປ້ອງຊີວິດຂອງເຂົາເຈົ້າໄວ້. ສະຕິປັນຍານີ້ຍັງມີຜົນດີຕໍ່ນິດໄສໃຈຄໍ ຄຳເວົ້າ ແລະການກະທຳຂອງເຂົາເຈົ້ານຳອີກ
ສະຕິປັນຍາປົກປ້ອງໄວ້ຈາກຄວາມຍິ່ງ
- ຄົນທີ່ມີສະຕິປັນຍາສຳນຶກວ່າພະເຢໂຫວາເປັນບໍ່ເກີດຂອງສະຕິປັນຍາທັງໝົດ. 
- ຄົນທີ່ປະສົບຜົນສຳເລັດຫຼືໄດ້ຮັບໜ້າທີ່ມອບໝາຍເພີ່ມເຕີມຕ້ອງລະວັງເປັນພິເສດໃນເລື່ອງຄວາມຍິ່ງແລະຄວາມຈອງຫອງ. 
ສະຕິປັນຍາສົ່ງເສີມຄຳເວົ້າທີ່ດີງາມ
- ຄົນທີ່ມີສະຕິປັນຍາໃຊ້ຄວາມເຂົ້າໃຈທີ່ເລິກເຊິ່ງເພື່ອຊອກຫາສິ່ງທີ່ດີໃນຕົວຄົນອື່ນແລະເວົ້າເຖິງຄົນອື່ນໃນແງ່ດີ. 
- ຖ້ອຍຄຳທີ່ມີສະຕິປັນຍາຄວນໂນ້ມນ້າວໃຈໄດ້ແລະຫວານຄືນ້ຳເຜີ້ງ ບໍ່ແມ່ນເປັນແບບໂຕ້ຖຽງແລະຂາດຄວາມກະລຸນາ.