ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ17 ກຸມພາ ໜ້າ 5
  • “ປະກາດປີອັນຊອບໃຈຂອງພະເຢໂຫວາ”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ປະກາດປີອັນຊອບໃຈຂອງພະເຢໂຫວາ”
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
ຄມປ17 ກຸມພາ ໜ້າ 5

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ເອຊາອີ 58-62

“ປະກາດ​ປີ​ອັນ​ຊອບ​ໃຈ​ຂອງ​ພະ​ເຢໂຫວາ”

“ປີ​ອັນ​ຊອບ​ໃຈ​ຂອງ​ພະ​ເຢໂຫວາ” ບໍ່​ແມ່ນ​ປີ​ຕາມ​ຕົວ​ອັກສອນ

61:1, 2

  • ແມ່ນ​ໄລຍະ​ເວລາ​ທີ່​ພະ​ເຢໂຫວາ​ເປີດ​ໂອກາດ​ໃຫ້​ຄົນ​ຖ່ອມ​ຕອບ​ຮັບ​ການ​ປະກາດ​ເລື່ອງ​ການ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະຫຼະ

  • ໃນ​ສະຕະວັດ​ທຳອິດ ປີ​ອັນ​ຊອບ​ໃຈ​ເລີ່ມ​ຕົ້ນ​ເມື່ອ​ພະ​ເຍຊູ​ເລີ່ມ​ວຽກ​ຮັບໃຊ້​ຂອງ​ພະອົງ​ໃນ​ປີ ຄ.ສ. 29 ແລະ​ດຳເນີນ​ຕໍ່​ໄປ​ຈົນ​ເຖິງ “ວັນ​ຕອບ​ແທນ” ຂອງ​ພະ​ເຢໂຫວາ​ເມື່ອ​ເມືອງ​ເຢຣຶຊາເລມ​ຖືກ​ທຳລາຍ​ໃນ​ປີ ຄ.ສ. 70

  • ໃນ​ສະໄໝ​ປັດຈຸບັນ ປີ​ອັນ​ຊອບ​ໃຈ​ເລີ່ມ​ຕົ້ນ​ເມື່ອ​ພະ​ເຍຊູ​ໄດ້​ເປັນ​ກະສັດ​ປົກຄອງ​ຢູ່​ສະຫວັນ​ໃນ​ປີ 1914 ແລະ​ຈະ​ຈົບ​ລົງ​ໃນ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່

ເສັ້ນ​ເວລາ​ທີ່​ບອກ​ປີ​ອັນ​ຊອບ​ໃຈ​ນັບ​ແຕ່​ປີ ຄ.ສ. 29 ຈົນ​ເຖິງ​ປີ ຄ.ສ. 70 ແລະ​ນັບ​ແຕ່​ປີ 1914 ຈົນ​ເຖິງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່

ພະ​ເຢໂຫວາ​ອວຍ​ພອນ​ປະຊາຊົນ​ຂອງ​ພະອົງ​ດ້ວຍ ‘ກົກ​ໄມ້​ໃຫຍ່​ແຫ່ງ​ຄວາມ​ຊອບທຳ’

61:3, 4

  • ຕາມ​ທຳມະດາ​ຈະ​ເຫັນ​ຕົ້ນ​ໄມ້​ສູງ​ທີ່​ສຸດ​ໃນ​ໂລກ​ເຕີບ​ໃຫຍ່​ນຳ​ກັນ​ຢູ່​ໃນ​ປ່າ ເຊິ່ງ​ແຕ່​ລະ​ຕົ້ນ​ຄ້ຳຈູນ​ກັນ​ແລະ​ກັນ

  • ລະບົບ​ຮາກ​ທີ່​ກວ້າງ​ໃຫຍ່​ອາດ​ຈະ​ພັນ​ກັນ​ໄປ​ມາ​ເພື່ອ​ເຮັດ​ໃຫ້​ຕົ້ນ​ໄມ້​ບໍ່​ລົ້ມ​ແລະ​ຕ້ານ​ທານ​ພາຍຸ​ໄດ້

  • ຕົ້ນ​ໄມ້​ສູງ​ໃຫ້​ຮົ່ມ​ເງົາ​ປົກ​ປ້ອງ​ຕົ້ນ​ໄມ້​ນ້ອຍ ແລະ​ໃບ​ທີ່​ຫຼົ່ນ​ລົງ​ມາ​ກໍ​ເຮັດ​ໃຫ້​ດິນ​ທີ່​ຢູ່​ກ້ອງ​ຕົ້ນ​ໄມ້​ນັ້ນ​ອຸດົມ​ສົມບູນ

ສະມາຊິກ​ທຸກ​ຄົນ​ໃນ​ປະຊາຄົມ​ຄລິດສະຕຽນ​ຢູ່​ທົ່ວ​ໂລກ​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ສະໜັບສະໜູນ​ແລະ​ການ​ປົກ​ປ້ອງ​ຈາກ ‘ກົກ​ໄມ້​ໃຫຍ່​ແຫ່ງ​ຄວາມ​ຊອບທຳ’ ເຊິ່ງ​ກໍ​ຄື​ຜູ້​ຖືກ​ເຈີມ​ທີ່​ຍັງ​ເຫຼືອ​ຢູ່

ຕົ້ນ​ໄມ້​ໃຫຍ່​ເຊິ່ງ​ມີ​ລະບົບ​ຮາກ​ທີ່​ແຂງແຮງ​ໃຫ້​ຮົ່ມ​ເງົາ​ແກ່​ຕົ້ນ​ໄມ້​ນ້ອຍ
    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌