ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ17 ມິຖຸນາ ໜ້າ 7
  • ເຮັດຕາມມາດຕະຖານທາງດ້ານສິນລະທຳຂອງພະເຢໂຫວາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຮັດຕາມມາດຕະຖານທາງດ້ານສິນລະທຳຂອງພະເຢໂຫວາ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
  • ເລື່ອງທີ່ຄ້າຍກັນ
  • ເປັນ​ຫຍັງ​ການ​ເລືອກ​ເຄື່ອງນຸ່ງ​ແລະ​ການ​ແຕ່ງ​ໂຕ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ເຈົ້າມີຫົວໃຈທີ່ຕອບຮັບຄຳແນະນຳຂອງພະເຈົ້າບໍ?
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
  • ເຄື່ອງ​ນຸ່ງ​ທີ່​ເຈົ້າ​ນຸ່ງ​ສັນລະເສີນ​ພະເຈົ້າ​ບໍ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
  • ເປັນ​ຫຍັງ​ເຮົາ​ຈຶ່ງ​ແຕ່ງ​ຕົວ​ດີ​ສຳລັບ​ການ​ປະຊຸມ?
    ໃຜກຳລັງເຮັດຕາມໃຈປະສົງຂອງພະເຢໂຫວາໃນທຸກມື້ນີ້?
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
ຄມປ17 ມິຖຸນາ ໜ້າ 7

ຊີວິດ​ຄລິດສະຕຽນ

ເຮັດ​ຕາມ​ມາດຕະຖານ​ທາງ​ດ້ານ​ສິນລະທຳ​ຂອງ​ພະ​ເຢໂຫວາ

ພະ​ເຢໂຫວາ​ຕັ້ງ​ມາດຕະຖານ​ສິນລະທຳ​ໃຫ້​ມະນຸດ. ຕົວຢ່າງ​ເຊັ່ນ: ພະອົງ​ໄດ້​ໃຫ້​ກົດ​ໝາຍ​ສຳລັບ​ການ​ແຕ່ງ​ດອງ​ແມ່ນ​ການ​ທີ່​ຜົວ​ເມຍ​ຈະ​ຢູ່​ນຳ​ກັນ​ຕະຫຼອດ​ໄປ. (ມັດ. 19:4-6, 9) ພະອົງ​ກຽດ​ຊັງ​ການ​ຜິດ​ສິນ​ທຳ​ທາງ​ເພດ​ທຸກ​ຮູບ​ແບບ. (1 ໂກ. 6:9, 10) ພະອົງ​ຈັດ​ໃຫ້​ມີ​ຫຼັກ​ການ​ກ່ຽວ​ກັບ​ການ​ນຸ່ງ​ຖື​ແລະ​ການ​ແຕ່ງ​ກາຍ​ເພື່ອ​ປະຊາຊົນ​ຂອງ​ພະອົງ​ຈະ​ຕ່າງ​ຈາກ​ຄົນ​ອື່ນ—ບັນຍັດ. 22:5; 1 ຕີໂມ. 2:9, 10

ໃນ​ປັດຈຸບັນ​ນີ້​ມີ​ຄົນ​ສ່ວນ​ຫຼາຍ​ປະຕິເສດ​ມາດຕະຖານ​ຂອງ​ພະ​ເຢໂຫວາ. (ໂລມ 1:18-32) ພວກ​ເຂົາ​ຍອມ​ໃຫ້​ຄວາມ​ຄິດ​ຂອງ​ຄົນ​ທົ່ວໄປ​ມີ​ອິດທິພົນ​ຕໍ່​ການ​ນຸ່ງ​ຖື ການ​ແຕ່ງ​ກາຍ ແລະ​ການ​ປະພຶດ​ຂອງ​ພວກ​ເຂົາ. ຫຼາຍ​ຄົນ​ໂອ້​ອວດ​ການ​ກະທຳ​ແບບ​ຜິດໆ ແລະ​ວິພາກ​ວິຈານ​ຄົນ​ທີ່​ແຕກຕ່າງ​ກັບ​ຕົນ​ເອງ—1 ເປ. 4:3, 4

ໃນ​ຖານະ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ ເຮົາ​ຕ້ອງ​ເຮັດ​ຕາມ​ມາດຕະຖານ​ສິນ​ລະ​ທຳ​ຂອງ​ພະເຈົ້າ​ຢ່າງ​ກ້າຫານ. (ໂລມ 12:9) ແລ້ວ​ຈະ​ເຮັດ​ແນວ​ໃດ? ເຮົາ​ຄວນ​ຈະ​ສະແດງ​ໃຫ້​ເຫັນ​ແລະ​ເຮັດ​ໃຫ້​ພະອົງ​ພໍ​ໃຈ. ເຮົາ​ຕ້ອງ​ຮັກສາ​ມາດຕະຖານ​ທີ່​ສະອາດ​ນີ້​ໃນ​ຊີວິດ​ຂອງ​ເຮົາ ຕົວຢ່າງ​ເຊັ່ນ: ເມື່ອ​ເລືອກ​ເຄື່ອງ​ນຸ່ງ​ແລະ​ການ​ແຕ່ງ​ກາຍ ເຮົາ​ຕ້ອງ​ຖາມ​ຕົນ​ເອງ​ວ່າ: ການ​ເລືອກ​ຂອງ​ຂ້ອຍ​ສະທ້ອນ​ເຖິງ​ມາດຕະຖານ​ຂອງ​ພະ​ເຢໂຫວາ​ບໍ ຫຼື​ມາດຕະຖານ​ຂອງ​ໂລກ? ການ​ນຸ່ງ​ຖື​ຂອງ​ຂ້ອຍ​ໄດ້​ພິສູດ​ວ່າ​ຂ້ອຍ​ເປັນ​ຄລິດສະຕຽນ​ທີ່​ຢ້ານຢຳ​ພະເຈົ້າ​ບໍ? ຫຼື​ເມື່ອ​ເລືອກ​ເບິ່ງ​ລາຍການ​ໂທລະພາບ ຫຼື​ຮູບ​ເງົາ ເຮົາ​ອາດ​ຖາມ​ຕົວ​ເອງ​ວ່າ: ພະ​ເຢໂຫວາ​ຢາກ​ໃຫ້​ຂ້ອຍ​ເບິ່ງ​ລາຍການ​ນີ້​ບໍ? ເຮົາ​ຕ້ອງ​ເຮັດ​ຕາມ​ມາດຕະຖານ​ສິນລະທຳ​ຂອງ​ໃຜ? ຄວາມ​ບັນເທີງ​ທີ່​ຂ້ອຍ​ເລືອກ​ຈະ​ເຮັດ​ໃຫ້​ມາດຕະຖານ​ທາງ​ສິນລະທຳ​ຂອງ​ຂ້ອຍ​ອ່ອນ​ລົງ​ບໍ? (ເພງ. 101:3) ຈະ​ເຮັດ​ໃຫ້​ຄົນ​ໃນ​ຄອບຄົວ ຫຼື​ຄົນ​ອື່ນ​ສະດຸດ​ບໍ?—1 ໂກ. 10:31-33

ເປັນ​ຫຍັງ​ການ​ເຮັດ​ຕາມ​ມາດຕະຖານ​ສິນລະທຳ​ຂອງ​ພະ​ເຢໂຫວາ​ຈຶ່ງ​ສຳຄັນ​ທີ່​ສຸດ? ອີກ​ບໍ່​ດົນ​ພະ​ເຍຊູ​ຄລິດ​ຈະ​ທຳລາຍ​ຊາດ​ຕ່າງໆແລະ​ຄວາມ​ຊົ່ວ​ທັງ​ໝົດ. (ເອເຊກ. 9:4-7) ມີ​ພຽງ​ແຕ່​ຄົນ​ທີ່​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ລອດ​ຊີວິດ. (1 ໂຢ. 2:15-17) ຂໍ​ໃຫ້​ເຮົາ​ຮັກສາ​ມາດຕະຖານ​ສິນລະທຳ​ຂອງ​ພະ​ເຢໂຫວາ​ໃຫ້​ດີ​ທີ່​ສຸດ ຍ້ອນ​ວ່າ​ການ​ປະພຶດ​ຂອງ​ເຮົາ​ເປັນ​ການ​ສັນລະເສີນ​ພະ​ເຢໂຫວາ—1 ເປ. 2:11, 12

ຜູ້​ຍິງ​ເລືອກ​ເຄື່ອງ​ນຸ່ງ

ການ​ເລືອກ​ເຄື່ອງ​ນຸ່ງ ແລະ​ການ​ນຸ່ງ​ຖື​ຂອງ​ຂ້ອຍ​ບອກ​ໃຫ້​ຮູ້​ຫຍັງ​ກ່ຽວ​ກັບ​ມາດຕະຖານ​ດ້ານ​ສິນລະທຳ?

ເບິ່ງ​ວິດີໂອ ມາ​ເປັນ​ເພື່ອນ​ກັບ​ພະ​ເຢໂຫວາ​ກັນ​ເຖາະ—ຜູ້​ຊາຍ​ຕ້ອງ​ຄູ່​ກັບ​ຜູ້​ຍິງ ແລະ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ຈຶ່ງ​ສະຫຼາດ​ທີ່​ຈະ​ໃຊ້​ຊີວິດ​ຕາມ​ມາດຕະຖານ​ຂອງ​ພະ​ເຢໂຫວາ?

  • ເປັນ​ຫຍັງ​ພໍ່​ແມ່​ຄວນ​ເລີ່ມ​ສອນ​ມາດຕະຖານ​ດ້ານ​ສິນລະທຳ​ຂອງ​ພະ​ເຢໂຫວາ​ໃຫ້​ລູກ​ຂອງ​ພວກ​ເຂົາ​ຕັ້ງ​ແຕ່​ຍັງ​ນ້ອຍ?

  • ໄວ​ໜຸ່ມ​ແລະ​ຜູ້​ສູງ​ອາຍຸ​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ໄດ້​ຮັບ​ປະໂຫຍດ​ຈາກ​ຄວາມ​ດີ​ຂອງ​ພະ​ເຢໂຫວາ​ແນວ​ໃດ?

ເຈົ້າ​ຈະ​ເວົ້າ​ແນວ​ໃດ​ຖ້າ​ມີ​ບາງ​ຄົນ​ເວົ້າ​ວ່າ . . .

  • “ເຈົ້າ​ຄິດ​ແນວ​ໃດ​ກ່ຽວ​ກັບ​ການ​ມັກ​ເພດ​ດຽວ​ກັນ?”

  • “ການ​ມັກ​ເພດ​ດຽວ​ກັນ​ໃນ​ທັດສະນະ​ຂອງ​ຄຳພີ​ໄບເບິນ​ເຂັ້ມ​ງວດ​ໂພດ”

  • “ຮໍໂມນ​ເພດ​ບໍ່​ສາມາດ​ປ່ຽນ​ແປງ​ໄດ້​ລາວ​ເກີດ​ມາ​ເພື່ອ​ເປັນ​ແບບ​ນັ້ນ”

[ໜສ​1 ບົດ 23; ໜສ​2 ບົດ 28 (ໜສ​2 ຢູ່​ໃນ​ພາສາ​ໄທ)]

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌