ຊີວິດຄລິດສະຕຽນ
ເຮົາຈະເປັນນັກສຶກສາພະຄຳພີທີ່ດຸໝັ່ນໄດ້ແນວໃດ?
ເຈົ້າຢາກເປັນຄົນທີ່ມີຄວາມຈົ່ງຮັກພັກດີຄືກັບດານຽນບໍ? ດານຽນສຶກສາພະຄຳຂອງພະເຈົ້າແລະຄຳພະຍາກອນຂອງພະອົງຢ່າງດຸໝັ່ນ. (ດາ. 9:2) ເປັນຫຍັງການສຶກສາພະຄຳພີຢ່າງດຸໝັ່ນຈຶ່ງຊ່ວຍເຈົ້າໃຫ້ມີຄວາມເຊື່ອທີ່ໝັ້ນຄົງ? ຍ້ອນວ່າສິ່ງນີ້ຊ່ວຍໃຫ້ຄວາມເຊື່ອຂອງເຈົ້າທີ່ມີຕໍ່ຄຳສັນຍາຂອງພະເຢໂຫວາເປັນຈິງຫຼາຍຂຶ້ນ (ຢຊວຍ. 23:14) ແລະຍັງຊ່ວຍໃຫ້ຄວາມຮັກທີ່ເຈົ້າມີຕໍ່ພະເຈົ້າເພີ່ມຂຶ້ນແລະກະຕຸ້ນໃຫ້ເຈົ້າເຮັດໃນສິ່ງທີ່ຖືກຕ້ອງດ້ວຍ (ເພງ. 97:10) ແຕ່ເຈົ້າຈະເລີ່ມແນວໃດ? ຂໍໃຫ້ພິຈາລະນາຄຳແນະນຳຕໍ່ໄປນີ້.
ຂ້ອຍຄວນສຶກສາເລື່ອງຫຍັງ? ນັກສຶກສາທີ່ດີຈະກຽມການປະຊຸມປະຈຳປະຊາຄົມເປັນຢ່າງດີ. ການອ່ານພະຄຳພີປະຈຳອາທິດຈະເກີດຜົນດີຫຼາຍຖ້າເຈົ້າໃຊ້ເວລາຄົ້ນຄວ້າຈຸດຕ່າງໆທີ່ເຈົ້າບໍ່ເຂົ້າໃຈ. ນອກຈາກນັ້ນ ເຈົ້າສາມາດເລືອກບາງຫົວຂໍ້ກ່ຽວກັບຄຳພະຍາກອນໃນຄຳພີໄບເບິນ ໝາກແຫ່ງພະວິນຍານ ການເດີນທາງຂອງອັກຄະສາວົກໂປໂລ ຫຼືສິ່ງທີ່ພະເຢໂຫວາສ້າງ. ຖ້າເຈົ້າຄິດເຖິງຄຳຖາມກ່ຽວກັບຄຳພີໄບເບິນໃນລະຫວ່າງມື້ ໃຫ້ຈົດບັນທຶກໄວ້ ແລະໃຊ້ເປັນຫົວຂໍ້ໃນການສຶກສາຄົ້ນຄວ້າເທື່ອຕໍ່ໄປ.
ຂ້ອຍຈະຊອກຫາຂໍ້ມູນໄດ້ຈາກໃສ? ເຈົ້າອາດເບິ່ງວິດີໂອເຄື່ອງມືຄົ້ນຄວ້າຊ່ວຍໃຫ້ພົບຄວາມຮູ້ທີ່ມີຄ່າ. ທົດສອບຄວາມຮູ້ຂອງເຈົ້າໂດຍຄົ້ນຄວ້າກ່ຽວກັບສັດຮ້າຍໃນດານຽນບົດ 7 ທີ່ໝາຍເຖິງມະຫາອຳນາດໂລກຕ່າງໆ.
ຂ້ອຍຄວນໃຊ້ເວລາຫຼາຍປານໃດ? ການສຶກສາເປັນປະຈຳຈະເຮັດໃຫ້ຄວາມເຊື່ອເຂັ້ມແຂງຂຶ້ນ. ອາດເລີ່ມໂດຍການໃຊ້ເວລາສັ້ນໆ ຕາມສະພາບການ ຈາກນັ້ນໃຊ້ເວລາເພີ່ມຂຶ້ນເທື່ອລະໜ້ອຍ. ການສຶກສາພະຄຳຂອງພະເຈົ້າເປັນຄືກັບການຂຸດຄົ້ນຊັບທີ່ມີຄ່າທີ່ເຊື່ອງໄວ້ ເມື່ອເຈົ້າພະຍາຍາມຫຼາຍຂຶ້ນເຈົ້າກໍຈະພົບຊັບນັ້ນຫຼາຍຂຶ້ນດ້ວຍເຊັ່ນກັນ (ສຸພາ. 2:3-6) ເຈົ້າຈະມີຄວາມຮູ້ຫຼາຍຂຶ້ນກ່ຽວກັບພະຄຳຂອງພະເຈົ້າ ແລະການສຶກສາຄຳພີໄບເບິນເປັນປະຈຳຈະກາຍເປັນກິດຈະວັດໃນຊີວິດຂອງເຈົ້າ.—1 ເປ. 2:2
ສັດຮ້າຍໃນພະທຳດານຽນບົດທີ 7 ໝາຍເຖິງຫຍັງ?
ຄຳຖາມເສີມ:
ດານຽນ 7:8, 24 ສຳເລັດເປັນຈິງແນວໃດ?
ເລື່ອງຕໍ່ໄປ:
ສັດຮ້າຍໃນພະທຳຄຳປາກົດບົດ 13 ໝາຍເຖິງຫຍັງ?