ຊີວິດຄລິດສະຕຽນ
ຄລິດສະຕຽນແທ້ມີຄວາມຮັກຕໍ່ກັນ—ຍິນດີໃນຄວາມຈິງ
ເປັນຫຍັງຈຶ່ງສຳຄັນ? ເຮົາຮຽນແບບພະເຍຊູໂດຍເປັນພິຍານຝ່າຍຄວາມຈິງກ່ຽວກັບໃຈປະສົງຂອງພະເຈົ້າ. (ໂຢ. 18:37) ເຮົາຕ້ອງຍິນດີໃນຄວາມຈິງ ເວົ້າຄວາມຈິງ ຄິດຄັກໆວ່າອັນໃດເປັນຄວາມຈິງ ເຖິງວ່າໂລກນີ້ຈະມີແຕ່ເລື່ອງຕົວະແລະບໍ່ຍຸຕິທຳ.—1 ໂກ. 13:6; ຟີລິບ 4:8
ສິ່ງທີ່ຄວນເຮັດ:
ລະມັດລະວັງທີ່ຈະບໍ່ຟັງຫຼືເວົ້າຊຸບຊິບນິນທາ.—1 ເທ. 4:11
ບໍ່ດີໃຈເມື່ອເຫັນຄົນອື່ນປະສົບກັບຄວາມທຸກ.
ມີຄວາມສຸກກັບເລື່ອງດີໆທີ່ໃຫ້ກຳລັງໃຈ.
ເບິ່ງວິດີໂອ ໃຫ້ “ມີຄວາມຮັກໃນທ່າມກາງພວກທ່ານ”—ບໍ່ຍິນດີໃນຄວາມບໍ່ຊອບທຳ ແຕ່ຍິນດີໃນຄວາມຈິງ. ແລ້ວຕອບຄຳຖາມຕໍ່ໄປນີ້:
ເດັບບີ “ຍິນດີໃນຄວາມບໍ່ຊອບທຳ” ໃນທາງໃດ?
ອາລີດສປ່ຽນໄປລົມເລື່ອງດີໆທີ່ໃຫ້ກຳລັງໃຈໄດ້ແນວໃດ?
ເຮົາຈະລົມກັນກ່ຽວກັບເລື່ອງດີໆຫຍັງແດ່?
ບໍ່ຍິນດີໃນຄວາມບໍ່ຊອບທຳ ແຕ່ຍິນດີໃນຄວາມຈິງ