ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ຕົ້ນເດີມ 31
ຢາໂຄບເຮັດສັນຍາສັນຕິສຸກກັບລາບານ
ເປັນຫຍັງຢາໂຄບແລະລາບານຈຶ່ງເອົາຫີນມາກອງລວມກັນ?
ເພື່ອເປັນພະຍານໃຫ້ທຸກຄົນທີ່ຜ່ານໄປທາງນັ້ນຮູ້ວ່າເປັນຄຳສັນຍາສັນຕິສຸກລະຫວ່າງພວກເຂົາ
ເພື່ອເຕືອນວ່າພະເຢໂຫວາເຝົ້າເບິ່ງວ່າພວກເຂົາໄດ້ຮັກສາສັນຍາຫຼືບໍ່
ທຸກມື້ນີ້ກໍຄືກັນ ພະເຢໂຫວາຢາກໃຫ້ເຮົາຮັກສາສັນຕິສຸກກັບພີ່ນ້ອງ. ມີ 3 ຢ່າງຫຍັງແດ່ທີ່ເຮົາຕ້ອງເຮັດເພື່ອຈະຊ່ວຍເຮົາໃຫ້ຮັກສາສັນຕິສຸກຫຼືມີສັນຕິສຸກອີກຄັ້ງ?
ເວົ້າເລື່ອງນັ້ນອອກມາ.—ມທ 5:23, 24
ເຕັມໃຈໃຫ້ອະໄພ.—ກລຊ 3:13
ສະແດງຄວາມອົດທົນ.—ຣມ 12:21