ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ20 ສິງຫາ ໜ້າ 5
  • ສັນລະເສີນພະເຢໂຫວາໂດຍການຮັບໃຊ້ເປັນໄພໂອເນຍ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສັນລະເສີນພະເຢໂຫວາໂດຍການຮັບໃຊ້ເປັນໄພໂອເນຍ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ເລື່ອງທີ່ຄ້າຍກັນ
  • ໄພໂອເນຍ​ແມ່ນ​ຫຍັງ?
    ໃຜກຳລັງເຮັດຕາມໃຈປະສົງຂອງພະເຢໂຫວາໃນທຸກມື້ນີ້?
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
ຄມປ20 ສິງຫາ ໜ້າ 5
ພີ່ນ້ອງ​ຊາຍ​ອ່ານ​ພະ​ຄຳພີ​ໃຫ້​ຜູ້​ຊາຍ​ຄົນ​ໜຶ່ງ​ຟັງ​ຢູ່​ຫາດ​ຊາຍ.

ຊີວິດ​ຄລິດສະຕຽນ

ສັນລະເສີນ​ພະ​ເຢໂຫວາ​ໂດຍ​ການ​ຮັບໃຊ້​ເປັນ​ໄພໂອເນຍ

ຄົນ​ອິດສະຣາເອນ​ມີ​ເຫດຜົນ​ທີ່​ຈະ​ສັນລະເສີນ​ພະ​ເຢໂຫວາ. ຍ້ອນ​ພະອົງ​ພາ​ເຂົາ​ເຈົ້າ​ອອກ​ຈາກ​ເອຢິບ​ແລະ​ປົກ​ປ້ອງ​ເຂົາ​ເຈົ້າ​ຈາກ​ກອງທັບ​ຟາໂຣ! (ອົບ 15:1, 2) ພະ​ເຢໂຫວາ​ຍັງ​ເຮັດ​ສິ່ງ​ທີ່​ດີ​ເພື່ອ​ຄົນ​ຂອງ​ພະອົງ​ຢູ່​ສະເໝີ. ເຮົາ​ຈະ​ສະແດງ​ຄວາມ​ຂອບໃຈ​ພະອົງ​ໄດ້​ແນວ​ໃດ?—ເພງ 116:12

ວິທີ​ໜຶ່ງ​ກໍ​ຄື​ການ​ຮັບໃຊ້​ເປັນ​ໄພໂອເນຍ​ສົບ​ທົບ​ຫຼື​ໄພໂອເນຍ​ປະຈຳ. ເຈົ້າ​ສາມາດ​ອະທິດຖານ​ຂໍ​ໃຫ້​ມີ​ຄວາມ​ຕ້ອງການ​ແລະ​ກຳລັງ​ເພື່ອ​ຈະ​ຮັບໃຊ້​ເປັນ​ໄພໂອເນຍ. (ຟລປ 2:13) ຫຼາຍ​ຄົນ​ເລີ່ມ​ຈາກ​ການ​ເປັນ​ໄພໂອເນຍ​ສົມທົບ. ເມື່ອ​ເຈົ້າ​ຮັບໃຊ້​ເປັນ​ໄພໂອເນຍ​ສົມທົບ ເຈົ້າ​ອາດ​ຈະ​ເລືອກ​ຮັບໃຊ້ 30 ຫຼື 50 ຊົ່ວ​ໂມງ​ກໍ​ໄດ້​ໃນ​ຊ່ວງ​ເດືອນ​ມີນາ ເດືອນ​ເມສາ​ແລະ​ໃນ​ເດືອນ​ທີ່​ຜູ້​ດູ​ແລ​ໝວດ​ມາ​ຢາມ. ເມື່ອ​ເຈົ້າ​ມີ​ຄວາມ​ສຸກ​ກັບ​ການ​ຮັບໃຊ້​ເປັນ​ໄພໂອເນຍ​ສົມທົບ ເຈົ້າ​ອາດ​ຈະ​ຢາກ​ອອກ​ຄວາມ​ພະຍາຍາມ​ເພື່ອ​ຈະ​ເປັນ​ໄພໂອເນຍ​ປະຈຳ. ບາງ​ຄົນ​ທີ່​ເຮັດ​ວຽກ​ອາຊີບ​ເຕັມ​ເວລາ​ຫຼື​ມີ​ບັນຫາ​ສຸຂະພາບ​ກໍ​ສາມາດ​ຮັບໃຊ້​ເປັນ​ໄພໂອເນຍ​ປະຈຳ​ໄດ້. (ຄມປ​16.07 ໜ້າ 8) ພະ​ເຢໂຫວາ​ເຫັນ​ຄ່າ​ຄວາມ​ພະຍາຍາມ​ທຸກ​ຢ່າງ​ທີ່​ເຮົາ​ເຮັດ​ເພື່ອ​ສັນລະເສີນ​ພະອົງ​ແນ່ນອນ!—1​ຂ່າວ 16:25

ເບິ່ງ​ວິດີໂອ 3 ເອື້ອຍ​ນ້ອງ​ໃນ​ມອງໂກເລຍ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ສາກ​ໃນ​ວິດີໂອ ‘3 ເອື້ອຍ​ນ້ອງ​ໃນ​ມອງໂກເລຍ.’ ອັນດຣາ ໜຶ່ງ​ໃນ​ສາມ​ເອື້ອຍ​ນ້ອງ​ໄພໂອເນຍ​ຖ້າ​ຂຶ້ນ​ລົດເມ.

    3 ເອື້ອຍ​ນ້ອງ​ເຈິ​ບັນຫາ​ຫຍັງ​ແດ່​ແລະ​ເຂົາ​ເຈົ້າ​ເຮັດ​ຫຍັງ​ເພື່ອ​ທີ່​ຈະ​ສາມາດ​ເປັນ​ໄພໂອເນຍ​ໄດ້?

  • ສາກ​ໃນ​ວິດີໂອ ‘3 ເອື້ອຍ​ນ້ອງ​ໃນ​ມອງໂກເລຍ.’ ໂອຢຽນ ໜຶ່ງ​ໃນ​ສາມ​ເອື້ອຍ​ນ້ອງ​ໄພໂອເນຍ​ເຮັດ​ວຽກ​ໃນ​ຫ້ອງ​ອາຫານ​ຢູ່​ເບເທນ.

    ເຂົ້າ​ເຈົ້າ​ໄດ້​ຮັບ​ພອນ​ຫຍັງ​ແດ່?

  • ສາກ​ໃນ​ວິດີໂອ ‘3 ເອື້ອຍ​ນ້ອງ​ໃນ​ມອງໂກເລຍ.’ ດົວແຄນ ໜຶ່ງ​ໃນ​ສາມ​ເອື້ອຍ​ນ້ອງ​ໄພໂອເນຍ ປະກາດ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ.

    ເຂົາ​ເຈົ້າ​ມີ​ໂອກາດ​ຮັບໃຊ້​ໃນ​ຮູບ​ແບບ​ໃດ​ແດ່​ເມື່ອ​ເຂົາ​ເຈົ້າ​ຮັບໃຊ້​ເປັນ​ໄພໂອເນຍ​ປະຈຳ?

  • ສາກ​ໃນ​ວິດີໂອ ‘3 ເອື້ອຍ​ນ້ອງ​ໃນ​ມອງໂກເລຍ.’ ສາມ​ເອື້ອຍ​ນ້ອງ​ໄພໂອເນຍ​ກັບ​ແມ່​ຂອງ​ເຂົາ​ເຈົ້າ.

    ຕົວຢ່າງ​ຂອງ​ເຂົາ​ເຈົ້າ​ມີ​ຜົນ​ຕໍ່​ຄົນ​ອື່ນ​ແນວ​ໃດ?

    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌