ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ອົບພະຍົບ 35-36
ພ້ອມທີ່ຈະເຮັດວຽກຂອງພະເຢໂຫວາ
ພະລັງບໍລິສຸດຂອງພະເຢໂຫວາຊ່ວຍເບດຊາເລເອນແລະໂອໂຫລີອາບໃຫ້ເຮັດເຕັ້ນສັກສິດຢ່າງລະອຽດຕາມແບບທີ່ພະອົງໃຫ້. (ເບິ່ງຮູບໜ້າທຳອິດ) ໃນທຸກມື້ນີ້ພະເຢໂຫວາກໍໃຫ້ພະລັງບໍລິສຸດກັບຜູ້ຮັບໃຊ້ຂອງພະອົງຄືກັນ. ເຮົາຕ້ອງເຮັດຫຍັງເພື່ອຈະໄດ້ຮັບປະໂຫຍດຈາກພະລັງບໍລິສຸດ?
ເຮົາຕ້ອງຂໍພະລັງບໍລິສຸດເພື່ອຈະມີຄວາມສາມາດຫຼາຍຂຶ້ນໃນການເຮັດວຽກຂອງພະເຢໂຫວາ
ເຮົາຕ້ອງດຸໝັ່ນສຶກສາຄຳພີໄບເບິນ
ເຮົາຕ້ອງຕັ້ງໃຈເຮັດວຽກທີ່ໄດ້ຮັບມອບໝາຍໃຫ້ດີທີ່ສຸດ
ພະເຢໂຫວາຈະຊ່ວຍເຈົ້າໃຫ້ພ້ອມເຮັດວຽກມອບໝາຍຫຍັງແດ່?