ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ25 ມີນາ ໜ້າ 7
  • ວັນ​ທີ 31 ມີນາ–6 ເມສາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວັນ​ທີ 31 ມີນາ–6 ເມສາ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2025
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2025
ຄມປ25 ມີນາ ໜ້າ 7

ວັນ​ທີ 31 ມີນາ–6 ເມສາ

ສຸພາສິດ 7

ເພງ​ທີ 34 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

ໃນ​ສະໄໝ​ບູຮານ ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ໂສເພນີ​ກຳລັງ​ຢືນ​ຢູ່​ໜ້າ​ປະຕູ​ເຮືອນ ແລ້ວ​ກໍ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຍ່າງ​ກາຍ​ມາ.

1. ໃຫ້​ໜີ​ຈາກ​ສະຖານະການ​ທີ່​ລໍ້ໃຈ​ໃຫ້​ເຮັດ​ຜິດ

(10 ນາທີ)

ຄົນ​ໜຸ່ມ​ທີ່​ຂາດ​ປະສົບການ​ເລືອກ​ໄປ​ໃນ​ບ່ອນ​ທີ່​ຮູ້​ທັງ​ຮູ້​ວ່າ​ມີ​ຜູ້​ຍິງ​ຂາຍ​ໂຕ​ຢູ່​ຫັ້ນ (ສພສ 7:7-9; w00-SI 15/11 ໜ້າ 29 ຫຍໍ້​ໜ້າ 5)

ຜູ້​ຍິງ​ຂາຍ​ໂຕ​ຍົ້ວຍວນ​ລາວ​ໃຫ້​ນອນ​ນຳ (ສພສ 7:10, 13-21; w00-SI 15/11 ໜ້າ 30 ຫຍໍ້​ໜ້າ 4-6)

ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ຖືກ​ທຳລາຍ​ຍ້ອນ​ລາວ​ປ່ອຍ​ໃຫ້​ໂຕເອງ​ຕົກ​ໃນ​ສະຖານະການ​ທີ່​ລໍ້ໃຈ​ໃຫ້​ເຮັດ​ຜິດ (ສພສ 7:22, 23; w00-SI 15/11 ໜ້າ 31 ຫຍໍ້​ໜ້າ 2)

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ສພສ 7:3—ການ​ເອົາ​ກົດໝາຍ​ມັດ​ໄວ້​ຢູ່​ນິ້ວ​ມື້​ແລະ​ຂຽນ​ໄວ້​ຢູ່​ຫົວໃຈ​ໝາຍ​ຄວາມ​ວ່າ​ແນວ​ໃດ? (w00-SI 15/11 ໜ້າ 29 ຫຍໍ້​ໜ້າ 1)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

(4 ນາທີ) ສພສ 7:6-20 (ອສ ບົດ​ຮຽນ​ທີ 2)

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ຕິດຕາມ

(4 ນາທີ) ຕາມ​ບ້ານ​ເຮືອນ. ຄົນ​ທີ່​ເຈົ້າ​ລົມ​ນຳ​ເທື່ອ​ແລ້ວ​ນີ້​ຮັບ​ເອົາ​ໃບ​ເຊີນ​ການ​ປະຊຸມ​ອະນຸສອນ​ແລະ​ສົນໃຈ​ຢາກ​ເຂົ້າ​ຮ່ວມ​ປະຊຸມ​ນຳ. (ສດຮ ບົດ​ຮຽນ​ທີ 9 ຈຸດ​ທີ 5)

5. ຕິດຕາມ

(4 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ຕອນ​ທີ່​ລົມ​ກັນ​ເທື່ອ​ແລ້ວ​ນີ້​ຄົນ​ທີ່​ເຈົ້າ​ລົມ​ນຳ​ຮັບ​ເອົາ​ໃບ​ເຊີນ​ການ​ປະຊຸມ​ອະນຸສອນ​ແລະ​ສົນໃຈ​ຢາກ​ເຂົ້າ​ຮ່ວມ​ປະຊຸມ​ນຳ. (ສດຮ ບົດ​ຮຽນ​ທີ 9 ຈຸດ​ທີ 4)

6. ຕິດຕາມ

(4 ນາທີ) ໃນ​ບ່ອນ​ສາທາລະນະ. ຕອນ​ທີ່​ລົມ​ກັນ​ເທື່ອ​ແລ້ວ​ນີ້ ຄົນ​ທີ່​ເຈົ້າ​ລົມ​ນຳ​ຮັບ​ເອົາ​ໃບ​ເຊີນ​ການ​ປະຊຸມ​ອະນຸສອນ​ແລະ​ສົນໃຈ​ຢາກ​ເຂົ້າ​ຮ່ວມ​ປະຊຸມ​ນຳ. (ສດຮ ບົດ​ຮຽນ​ທີ 9 ຈຸດ​ທີ 3)

ຊີວິດ​ຄລິດສະຕຽນ

ເພງ​ທີ 13

7. ຈົນ​ກວ່າ​ຈະ​ມີ​ໂອກາດ​ອີກ (ລກ 4:6)

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ເປີດ​ວິດີໂອ. ແລ້ວ​ຖາມ​ວ່າ:

  • ຊາຕານ​ໄດ້​ລໍ້ໃຈ​ພະ​ເຢຊູ​ແນວ​ໃດ ແລະ​ເຮົາ​ເອງ​ອາດ​ຈະ​ຖືກ​ຊາຕານ​ລໍ້ໃຈ​ຄ້າຍໆ​ກັນ​ນັ້ນ​ແນວ​ໃດ?

  • ເຮົາ​ຈະ​ປະຕິເສດ​ການ​ລໍ້ໃຈ​ຂອງ​ຊາຕານ​ໄດ້​ແນວ​ໃດ?

8. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

(30 ນາທີ) ຖຖ ບົດ​ທີ 24 ຂໍ້ 13-21

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 70 ແລະ​ຄຳ​ອະທິດຖານ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌