ສາລະບານ
ອາທິດເລີ່ມວັນທີ 26 ກຸມພາ 2018–4 ມີນາ 2018
3 ພະເຢໂຫວາໃຫ້ກຳລັງກັບຄົນທີ່ເມື່ອຍແລະໝົດແຮງ
ເຮົາຄວນເຮັດແນວໃດຖ້າຮູ້ສຶກວ່າບັນຫາທີ່ເຮົາປະສົບຢູ່ມັນຍາກຈົນຈະທົນບໍ່ໄຫວແລ້ວ? ໃນບົດຄວາມນີ້ເຮົາຈະພິຈາລະນາຂໍ້ພະຄຳພີປະຈຳປີ 2018. ເຮົາຈະໄດ້ຮຽນຮູ້ວ່າເປັນຫຍັງເຮົາຕ້ອງໄດ້ຮັບກຳລັງຈາກພະເຢໂຫວາແລະພະອົງຈະຊ່ວຍໃຫ້ເຮົາເຂັ້ມແຂງຂຶ້ນໄດ້ແນວໃດ.
ອາທິດເລີ່ມວັນທີ 5-11 ມີນາ 2018
9 ການປະຊຸມອະນຸສອນເຮັດໃຫ້ເປັນນ້ຳໜຶ່ງໃຈດຽວກັນ
ວັນອະນຸສອນທີ່ລະນຶກເຖິງການຕາຍຂອງພະເຍຊູໃນປີນີ້ຈະຈັດຂຶ້ນໃນວັນທີ 31 ມີນາ 2018. ຕອນນີ້ເຮົາຈະກຽມຕົວແນວໃດເພື່ອການປະຊຸມນີ້? ເຮົາຈະໄດ້ຮັບປະໂຫຍດຫຍັງຈາກການເຂົ້າຮ່ວມ? ແລະວັນອະນຸສອນຊ່ວຍປະຊາຊົນຂອງພະເຈົ້າທຸກບ່ອນໃຫ້ເປັນນ້ຳໜຶ່ງໃຈດຽວກັນໄດ້ແນວໃດ? ເຮົາຈະໄດ້ຄຳຕອບໃນບົດຄວາມນີ້.
ອາທິດເລີ່ມວັນທີ 12-18 ມີນາ 2018
15 ເປັນຫຍັງຕ້ອງໃຫ້ກັບຜູ້ທີ່ມີທຸກສິ່ງຢູ່ແລ້ວ?
ທຸກສິ່ງທີ່ເຮົາມີລ້ວນມາຈາກພະເຢໂຫວາ. ແຕ່ເຮົາມີໂອກາດທີ່ຈະໃຫ້ພະອົງຄືນໂດຍໃຊ້ສິ່ງທີ່ເຮົາມີເພື່ອສະໜັບສະໜູນວຽກໃນອົງການຂອງພະອົງ. ບົດຄວາມນີ້ຈະພິຈາລະນາວ່າເປັນຫຍັງເຮົາຄວນໃຫ້ກຽດພະເຢໂຫວາດ້ວຍສິ່ງທີ່ມີຄ່າທີ່ເຮົາມີແລະເຮົາຈະໄດ້ຮັບປະໂຫຍດແນວໃດ.
ອາທິດເລີ່ມວັນທີ 19-25 ມີນາ 2018
21 ຄວາມຮັກແບບໃດເຮັດໃຫ້ມີຄວາມສຸກແທ້?
ອາທິດເລີ່ມວັນທີ 26 ມີນາ 2018–1 ເມສາ 2018
27 ເຫັນຄວາມແຕກຕ່າງໃນຜູ້ຄົນ
ບົດຄວາມທຳອິດຈະເວົ້າເຖິງຄວາມສຸກແທ້ທີ່ເກີດຈາກການຮັກພະເຈົ້າບໍ່ແມ່ນຈາກຄວາມຮັກທີ່ເຫັນແກ່ຕົວເຊິ່ງເປັນເລື່ອງປົກກະຕິຂອງຄົນໃນ “ສະໄໝສຸດທ້າຍ.” (2 ຕີໂມເຕ 3:1, ລ.ມ.) ບົດຄວາມທີສອງຈະເວົ້າເຖິງຄວາມແຕກຕ່າງລະຫວ່າງປະຊາຊົນຂອງພະເຈົ້າແລະຜູ້ຄົນທົ່ວໄປໃນໂລກທຸກມື້ນີ້.