ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລມ ໜ້າ 667-669
  • ໃຈຄວາມສຳຄັນຂອງປຶ້ມ 2 ກະສັດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃຈຄວາມສຳຄັນຂອງປຶ້ມ 2 ກະສັດ
  • ຄຳພີໄບເບິນສະບັບແປໂລກໃໝ່
  • ເລື່ອງທີ່ຄ້າຍກັນ
  • ກອງທັບ​ໄຟ​ຂອງ​ພະ​ເຢໂຫວາ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ໃຈຄວາມສຳຄັນຂອງປຶ້ມ 2 ຂ່າວຄາວ
    ຄຳພີໄບເບິນສະບັບແປໂລກໃໝ່
ຄຳພີໄບເບິນສະບັບແປໂລກໃໝ່
ໃຈຄວາມສຳຄັນຂອງປຶ້ມ 2 ກະສັດ

2 ກະສັດ

ໃຈ​ຄວາມ​ສຳຄັນ

  • 1

    • ເອລີຢາ​ບອກ​ລ່ວງ​ໜ້າ​ວ່າ​ອາຮາຊີຢາ​ຈະ​ຕາຍ (1-​18)

  • 2

    • ລົມ​ພາຍຸ​ພັດ​ເອົາ​ເອລີຢາ​ຂຶ້ນ​ໄປ (1-​18)

      • ເອລີຊາ​ໄດ້​ຊຸດ​ຜູ້ພະຍາກອນ​ຂອງ​ເອລີຢາ (13, 14)

    • ເອລີຊາ​ເຮັດ​ໃຫ້​ນ້ຳ​ໃນ​ເມືອງ​ເຢຣິໂກ​ສະອາດ​ແລະ​ໃຊ້​ໄດ້ (19-​22)

    • ໝີ​ຂ້າ​ພວກ​ເດັກ​ນ້ອຍ​ຜູ້​ຊາຍ​ຢູ່​ເມືອງ​ເບເທນ (23-​25)

  • 3

    • ເຢໂຮຣາມ​ກະສັດ​ຂອງ​ອິດສະຣາເອນ (1-​3)

    • ໂມອາບ​ກະບົດ​ຕໍ່​ອິດສະຣາເອນ (4-​25)

    • ໂມອາບ​ຕໍ່ສູ້​ບໍ່​ຊະນະ (26, 27)

  • 4

    • ເອລີຊາ​ເຮັດ​ໃຫ້​ນ້ຳມັນ​ໝາກກອກ​ຂອງ​ແມ່​ໝ້າຍ​ມີ​ຫຼາຍ​ຂຶ້ນ (1-​7)

    • ຜູ້​ຍິງ​ຄົນ​ຊູເນມ​ມີ​ນ້ຳໃຈ​ຕ້ອນຮັບ​ແຂກ (8-​16)

    • ຜູ້​ຍິງ​ຄົນ​ຊູເນມ​ໄດ້​ລູກ​ຊາຍ; ລູກ​ຊາຍ​ຂອງ​ລາວ​ຕາຍ (17-​31)

    • ເອລີຊາ​ປຸກ​ລູກ​ຊາຍ​ຂອງ​ຜູ້​ຍິງ​ຄົນ​ຊູເນມ​ຄືນ​ມາ​ຈາກ​ຕາຍ (32-​37)

    • ເອລີຊາ​ເຮັດ​ໃຫ້​ແກງ​ບໍ່​ມີ​ພິດ (38-​41)

    • ເອລີຊາ​ເຮັດ​ໃຫ້​ເຂົ້າຈີ່​ມີ​ຫຼາຍ​ຂຶ້ນ (42-​44)

  • 5

    • ເອລີຊາ​ເຮັດ​ໃຫ້​ນາອາມານ​ເຊົາ​ເປັນ​ຂີ້ທູດ (1-​19)

    • ເກຮາຊີ​ເປັນ​ຂີ້ທູດ​ຍ້ອນ​ເປັນ​ຄົນ​ໂລບ (20-​27)

  • 6

    • ເອລີຊາ​ເຮັດ​ໃຫ້​ຂວານ​ຟູ​ຂຶ້ນ​ຈາກ​ນ້ຳ (1-​7)

    • ເອລີຊາ​ເຈິ​ກັບ​ພວກ​ຊີເຣຍ (8-​23)

      • ພະເຈົ້າ​ເຮັດ​ໃຫ້​ຄົນ​ຮັບ​ໃຊ້​ຂອງ​ເອລີຊາ​ເຫັນ (16, 17)

      • ພະເຈົ້າ​ເຮັດ​ໃຫ້​ພວກ​ຊີເຣຍ​ຕາ​ບອດ (18, 19)

    • ມີ​ຄວາມ​ອຶດຢາກ​ໃນ​ເມືອງ​ຊາມາເຣຍ​ຍ້ອນ​ຖືກ​ລ້ອມ (24-​33)

  • 7

    • ເອລີຊາ​ບອກ​ລ່ວງ​ໜ້າ​ວ່າ​ຄວາມ​ອຶດຢາກ​ຈະ​ໝົດ​ໄປ (1, 2)

    • ມີ​ອາຫານ​ບັກ​ຫຼາຍ​​ໆ​ຢູ່​ຄ້າຍ​ຂອງ​ພວກ​ຊີເຣຍ (3-​15)

    • ຄຳ​ພະຍາກອນ​ຂອງ​ເອລີຊາ​ເກີດ​ຂຶ້ນ​ແທ້ (16-​20)

  • 8

    • ຜູ້​ຍິງ​ຄົນ​ຊູເນມ​ໄດ້​ດິນ​ຂອງ​ລາວ​ຄືນ (1-​6)

    • ເອລີຊາ ເບັນຮາດັດ ແລະ​ຮາຊາເອນ (7-​15)

    • ເຢໂຮຣາມ​ເປັນ​ກະສັດ​ປົກຄອງ​ຢູດາ (16-​24)

    • ອາຮາຊີຢາ​ເປັນ​ກະສັດ​ປົກຄອງ​ຢູດາ (25-​29)

  • 9

    • ເຢຮູ​ຖືກ​ເລືອກ​ໃຫ້​ເປັນ​ກະສັດ​ອິດສະຣາເອນ (1-​13)

    • ເຢຮູ​ຂ້າ​ເຢໂຮຣາມ​ແລະ​ອາຮາຊີຢາ (14-​29)

    • ເຢເຊເບນ​ຖືກ​ຂ້າ; ໝາ​ຫຸ້ມ​ກິນ​ຊີ້ນ​ລາວ (30-​37)

  • 10

    • ເຢຮູ​ຂ້າ​ທຸກ​ຄົນ​ໃນ​ຕະກູນ​ຂອງ​ອາຮາບ (1-​17)

      • ເຢໂຮນາດາບ​ໄປ​ກັບ​ເຢຮູ (15-​17)

    • ເຢຮູ​ຂ້າ​ຜູ້​ນະມັດສະການ​ພະ​ບາອານ (18-​27)

    • ສະຫຼຸບ​ເຫດການ​ຕອນ​ທີ່​ເຢຮູ​ປົກຄອງ (28-​36)

  • 11

    • ອາທາລີຢາ​ຍຶດ​ເອົາ​ການ​ປົກຄອງ (1-​3)

    • ລັກ​ແຕ່ງຕັ້ງ​ເຢໂຮອາດ​ໃຫ້​ເປັນ​ກະສັດ (4-​12)

    • ອາທາລີຢາ​ຖືກ​ຂ້າ (13-​16)

    • ເຢໂຮຢາດາ​ຈັດ​ລະບຽບ​ຄືນ​ໃໝ່ (17-​21)

  • 12

    • ເຢໂຮອາດ​ເປັນ​ກະສັດ​ປົກຄອງ​ຢູດາ (1-​3)

    • ເຢໂຮອາດ​ແປງ​ວິຫານ (4-​16)

    • ພວກ​ຊີເຣຍ​ໂຈມຕີ (17, 18)

    • ເຢໂຮອາດ​ຖືກ​ຂ້າ (19-​21)

  • 13

    • ເຢໂຮອາຮາດ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (1-​9)

    • ເຢໂຮອາດ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (10-​13)

    • ເອລີຊາ​ທົດລອງ​ຄວາມ​ກະຕືລືລົ້ນ​ຂອງ​ເຢໂຮອາດ (14-​19)

    • ເອລີຊາ​ຕາຍ; ກະດູກ​ຂອງ​ລາວ​ເຮັດ​ໃຫ້​ຜູ້​ຊາຍ​ຄົນ​ໜຶ່ງ​ຟື້ນ​ຄືນ​ມາ​ຈາກ​ຕາຍ (20, 21)

    • ຄຳ​ພະຍາກອນ​ສຸດທ້າຍ​ຂອງ​ເອລີຊາ​ເກີດ​ຂຶ້ນ​ແທ້ (22-​25)

  • 14

    • ອາມາຊີຢາ​ເປັນ​ກະສັດ​ປົກຄອງ​ຢູດາ (1-​6)

    • ເຮັດ​ສົງຄາມ​ກັບ​ເອໂດມ​ແລະ​ອິດສະຣາເອນ (7-​14)

    • ເຢໂຮອາດ​ກະສັດ​ຂອງ​ອິດສະຣາເອນ​ຕາຍ (15, 16)

    • ອາມາຊີຢາ​ຕາຍ (17-​22)

    • ເຢໂຣໂບອາມ​ທີ 2 ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (23-​29)

  • 15

    • ອາຊາຣີຢາ​ເປັນ​ກະສັດ​ປົກຄອງ​ຢູດາ (1-​7)

    • ກະສັດ​ອົງ​ສຸດທ້າຍ​ຂອງ​ອິດສະຣາເອນ​ມີ: ເຊກາຣີຢາ (8-​12) ຊາລຶມ (13-​16) ເມນາເຮມ (17-​22) ເປກາຮີຢາ (23-​26) ເປກາກ (27-​31)

    • ໂຢທາມ​ເປັນ​ກະສັດ​ປົກຄອງ​ຢູດາ (32-​38)

  • 16

    • ອາຮາດ​ເປັນ​ກະສັດ​ປົກຄອງ​ຢູດາ (1-​6)

    • ອາຮາດ​ຊື້​ຈ້າງ​ພວກ​ອັດຊີເຣຍ (7-​9)

    • ອາຮາດ​ເຮັດ​ແທ່ນ​ບູຊາ​ຄື​ກັບ​ຂອງ​ຊາດ​ອື່ນ (10-​18)

    • ອາຮາດ​ຕາຍ (19, 20)

  • 17

    • ໂຮເຊຢາ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (1-​4)

    • ອິດສະຣາເອນ​ຫຼົ້ມຈົມ (5, 6)

    • ພວກ​ອິດສະຣາເອນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຍ້ອນ​ນະມັດສະການ​ພະເຈົ້າ​ອື່ນ (7-​23)

    • ຄົນ​ຕ່າງ​ຊາດ​ຖືກ​ພາ​ມາ​ຢູ່​ຕາມ​ເມືອງ​ຕ່າງ​​ໆ​ຂອງ​ຊາມາເຣຍ (24-​26)

    • ພວກ​ຊາມາເຣຍ​ນັບ​ຖື​ສາສະໜາ​ປົນ​ກັນ (27-​41)

  • 18

    • ເຮເຊກີຢາ​ເປັນ​ກະສັດ​ປົກຄອງ​ຢູດາ (1-​8)

    • ເວົ້າ​ເລື່ອງ​ການ​ຫຼົ້ມຈົມ​ຂອງ​ອິດສະຣາເອນ​ຄືນ​ອີກ (9-​12)

    • ເຊນນາເກຣິບ​ມາ​ໂຈມຕີ​ຢູດາ (13-​18)

    • ຣັບຊາເຄ​ເຍາະເຍີ້ຍ​ພະ​ເຢໂຫວາ (19-​37)

  • 19

    • ເຮເຊກີຢາ​ຂໍ​ໃຫ້​ພະເຈົ້າ​ຊ່ວຍ​ຜ່ານ​ທາງ​ເອຊາຢາ (1-​7)

    • ເຊນນາເກຣິບ​ຂູ່​ຄົນ​ໃນ​ເມືອງ​ເຢຣູຊາເລັມ (8-​13)

    • ເຮເຊກີຢາ​ອະທິດຖານ (14-​19)

    • ເອຊາຢາ​ເອົາ​ຄຳຕອບ​ຂອງ​ພະເຈົ້າ​ມາ​ບອກ (20-​34)

    • ທູດສະຫວັນ​ຂ້າ​ທະຫານ​ອັດຊີເຣຍ​ຕາຍ 185.000 ຄົນ (35-​37)

  • 20

    • ເຮເຊກີຢາ​ບໍ່​ສະບາຍ​ແຮງ​ແລະ​ເຊົາ​ເຈັບ​ປ່ວຍ (1-​11)

    • ຄົນ​ທີ່​ມາ​ຈາກ​ບາບີໂລນ (12-​19)

    • ເຮເຊກີຢາ​ຕາຍ (20, 21)

  • 21

    • ມານາເຊ​ເປັນ​ກະສັດ​ປົກຄອງ​ຢູດາ; ລາວ​ຂ້າ​ຄົນ​ຕາຍ​ຫຼາຍ (1-​18)

      • ເມືອງ​ເຢຣູຊາເລັມ​ຖືກ​ທຳລາຍ (12-​15)

    • ອາໂມນ​ເປັນ​ກະສັດ​ປົກຄອງ​ຢູດາ (19-​26)

  • 22

    • ໂຢສີຢາ​ເປັນ​ກະສັດ​ປົກຄອງ​ຢູດາ (1, 2)

    • ມີ​ຄຳ​ສັ່ງ​ໃຫ້​ແປງ​ວິຫານ (3-​7)

    • ເຫັນ​ປຶ້ມ​ກົດ​ໝາຍ (8-​13)

    • ຮຸນດາ​ພະຍາກອນ​ວ່າ​ຈະ​ມີ​ຄວາມ​ຈິບຫາຍ (14-​20)

  • 23

    • ໂຢສີຢາ​ຈັດ​ລະບຽບ​ຄືນ​ໃໝ່ (1-​20)

    • ການ​ສະຫຼອງ​ປັດຊະຄາ (21-​23)

    • ໂຢສີຢາ​ຈັດ​ລະບຽບ​ຄືນ​ໃໝ່​ຕື່ມ​ອີກ (24-​27)

    • ໂຢສີຢາ​ຕາຍ (28-​30)

    • ເຢໂຮອາຮາດ​ເປັນ​ກະສັດ​ປົກຄອງ​ຢູດາ (31-​33)

    • ເຢໂຮຢາກີມ​ເປັນ​ກະສັດ​ປົກຄອງ​ຢູດາ (34-​37)

  • 24

    • ເຢໂຮຢາກີມ​ກະບົດ​ແລະ​ຕາຍ (1-​7)

    • ເຢໂຮຢາກິນ​ເປັນ​ກະສັດ​ປົກຄອງ​ຢູດາ (8, 9)

    • ຄົນ​ກຸ່ມ​ທຳອິດ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ (10-​17)

    • ເຊເດກີຢາ​ເປັນ​ກະສັດ​ປົກຄອງ​ຢູດາ; ລາວ​ກະບົດ (18-​20)

  • 25

    • ເນບູກາດເນັດຊາ​ລ້ອມ​ເມືອງ​ເຢຣູຊາເລັມ (1-​7)

    • ເມືອງ​ເຢຣູຊາເລັມ​ແລະ​ວິຫານ​ຖືກ​ທຳລາຍ; ຄົນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ກຸ່ມ​ທີ 2 (8-​21)

    • ເກດາລີຢາ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ເຈົ້າ​ເມືອງ (22-​24)

    • ເກດາລີຢາ​ຖືກ​ຂ້າ; ປະຊາຊົນ​ໜີ​ໄປ​ເອຢິບ (25, 26)

    • ເຢໂຮຢາກິນ​ຖືກ​ປ່ອຍ​ໂຕ​ຢູ່​ບາບີໂລນ (27-​30)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌