ໂຢບ ໃຈຄວາມສຳຄັນ 1 ຄວາມສັດຊື່ແລະຄວາມລວຍຂອງໂຢບ (1-5) ຊາຕານສົງໄສແຮງກະຕຸ້ນຂອງໂຢບ (6-12) ໂຢບສູນເສຍທຸກຢ່າງແລະລູກຂອງລາວກໍຕາຍ (13-19) ໂຢບບໍ່ໄດ້ໂທດພະເຈົ້າ (20-22) 2 ຊາຕານສົງໄສແຮງກະຕຸ້ນຂອງໂຢບອີກ (1-5) ພະເຈົ້າຍອມໃຫ້ຊາຕານເຮັດໃຫ້ໂຢບເຈັບປ່ວຍ (6-8) ເມຍບອກໃຫ້ໂຢບ “ສາບແຊ່ງພະເຈົ້າແລ້ວກໍຕາຍ” (9, 10) ໝູ່ທັງສາມຄົນມາຫາໂຢບ (11-13) 3 ໂຢບຈົ່ມທຸກຈົ່ມຍາກກ່ຽວກັບມື້ທີ່ລາວເກີດ (1-26) ໂຢບຖາມວ່າເປັນຫຍັງລາວຈຶ່ງທຸກລຳບາກ (20, 21) 4 ເອລີຟັດເວົ້າເທື່ອທຳອິດ (1-21) ດູຖູກຄວາມສັດຊື່ຂອງໂຢບ (7, 8) ເວົ້າເຖິງນິມິດທີ່ລາວເຫັນ (12-17) “ພະເຈົ້າບໍ່ເຊື່ອໃຈຜູ້ຮັບໃຊ້ຂອງເພິ່ນ” (18) 5 ເອລີຟັດເວົ້າເທື່ອທຳອິດຕໍ່ (1-27) ‘ພະເຈົ້າຈັບຄົນສະຫຼາດດ້ວຍເລ່ລ່ຽມຂອງເຂົາເຈົ້າເອງ’ (13) ‘ໂຢບ ຢ່າປະຕິເສດການສັ່ງສອນຈາກພະເຈົ້າ’ (17) 6 ໂຢບເວົ້າ (1-30) ລາວອ້າງວ່າທີ່ລາວຈົ່ມທຸກຈົ່ມຍາກມັນຖືກຕ້ອງແລ້ວ (2-6) ຖືກຜູ້ທີ່ໃຫ້ກຳລັງໃຈຫັກຫຼັງ (15-18) “ຄຳເວົ້າທີ່ຈິງໃຈຈະບໍ່ເຮັດໃຫ້ເຈັບປວດດອກ” (25) 7 ໂຢບເວົ້າຕໍ່ໄປອີກ (1-21) ຊີວິດມີແຕ່ເຮັດວຽກໜັກ (1, 2) “ເປັນຫຍັງພະອົງຈຶ່ງເລັງເປົ້າມາໃສ່ລູກ?” (20) 8 ບິນດັດເວົ້າເທື່ອທຳອິດ (1-22) ເວົ້າຄືກັບວ່າພວກລູກຂອງໂຢບເຮັດຜິດ (4) ‘ຖ້າເຈົ້າບໍລິສຸດແທ້ໆ ພະເຈົ້າກໍຈະປົກປ້ອງເຈົ້າ’ (6) ອ້າງວ່າໂຢບທໍລະຍົດພະເຈົ້າ (13) 9 ໂຢບເວົ້າ (1-35) ມະນຸດໂຕ້ຖຽງກັບພະເຈົ້າບໍ່ໄດ້ (2-4) ‘ພະເຈົ້າເຮັດສິ່ງທີ່ເກີນກວ່າຈະເຂົ້າໃຈໄດ້’ (10) ບໍ່ມີໃຜສູ້ຄະດີກັບພະເຈົ້າໄດ້ (32) 10 ໂຢບເວົ້າຕໍ່ໄປອີກ (1-22) ‘ເປັນຫຍັງພະເຈົ້າຢາກໃຫ້ລູກສູ້ຄະດີກັບພະອົງ?’ (2) ພະເຈົ້າບໍ່ຄືກັບໂຢບທີ່ເປັນມະນຸດ (4-12) ‘ຂໍໃຫ້ຂ້ອຍຮູ້ສຶກດີຂຶ້ນແດ່’ (20) 11 ໂຊບຟາເວົ້າເທື່ອທຳອິດ (1-20) ກ່າວຫາໂຢບວ່າເວົ້າໄປລ້າໆ (2, 3) ບອກໂຢບໃຫ້ເຊົາເຮັດຜິດ (14) 12 ໂຢບເວົ້າ (1-25) “ຂ້ອຍບໍ່ໄດ້ຮູ້ໜ້ອຍໄປກວ່າພວກເຈົ້າດອກ” (3) ‘ຂ້ອຍຖືກຫົວຂວັນໃສ່’ (4) “ພະເຈົ້າມີສະຕິປັນຍາ” (13) ພະເຈົ້າຍິ່ງໃຫຍ່ກວ່າພວກຜູ້ຕັດສິນແລະພວກກະສັດ (17, 18) 13 ໂຢບເວົ້າຕໍ່ໄປອີກ (1-28) ‘ຂ້ອຍຢາກເວົ້າກັບພະເຈົ້າດ້ວຍໂຕຂ້ອຍເອງ’ (3) “ພວກເຈົ້າເປັນຄືກັບໝໍທີ່ປົວໃຜບໍ່ໄດ້” (4) “ຂ້ອຍຮູ້ວ່າຂ້ອຍເປັນຝ່າຍຖືກ” (18) ຖາມພະເຈົ້າວ່າເປັນຫຍັງພະອົງເຫັນລາວເປັນສັດຕູ (24) 14 ໂຢບເວົ້າຕໍ່ໄປອີກ (1-22) ຊີວິດມະນຸດສັ້ນແລະມີແຕ່ບັນຫາ (1) “ແມ່ນແຕ່ຕົ້ນໄມ້ກໍຍັງມີຫວັງ” (7) “ຂໍພະອົງເຊື່ອງລູກໄວ້ໃນບ່ອນຝັງສົບ!” (13) “ຖ້າຄົນໜຶ່ງຕາຍ ລາວຈະມີຊີວິດອີກໄດ້ບໍ?” (14) ພະເຈົ້າຢາກເຫັນຜົນງານຂອງເພິ່ນອີກ (15) 15 ເອລີຟັດເວົ້າເທື່ອທີ 2 (1-35) ອ້າງວ່າໂຢບບໍ່ຢ້ານຢຳພະເຈົ້າ (4) ກ່າວຫາວ່າໂຢບອວດເກັ່ງ (7-9) ‘ແມ່ນແຕ່ທູດສະຫວັນພະເຈົ້າກໍຍັງບໍ່ເຊື່ອໃຈ’ (15) “ຄົນຊົ່ວຈະທໍລະມານ” (20-24) 16 ໂຢບເວົ້າ (1-22) ‘ແທນທີ່ຊິໃຫ້ກຳລັງໃຈ ພວກເຈົ້າພັດມາຊ້ຳເຕີມຂ້ອຍ’ (2) ໂຢບອ້າງວ່າພະເຈົ້າເອົາລາວເປັນເປົ້າ (12) 17 ໂຢບເວົ້າຕໍ່ໄປອີກ (1-16) “ຄົນທີ່ເຍາະເຍີ້ຍຂ້ອຍລ້ອມຂ້ອຍໄວ້” (2) ‘ພະເຈົ້າເຮັດໃຫ້ຂ້ອຍຖືກເຍາະເຍີ້ຍ’ (6) “ຂຸມຝັງສົບກໍຈະເປັນເຮືອນຂອງຂ້ອຍ” (13) 18 ບິນດັດເວົ້າເທື່ອທີ 2 (1-21) ສິ່ງທີ່ຈະເກີດຂຶ້ນກັບຄົນທີ່ເຮັດຜິດ (5-20) ເວົ້າຄືກັບວ່າໂຢບບໍ່ຮູ້ຈັກພະເຈົ້າ (21) 19 ໂຢບເວົ້າ (1-29) ບໍ່ຍອມຮັບຄຳດູຖູກຂອງ “ໝູ່” (1-6) ເວົ້າວ່າລາວຖືກປະຖິ້ມ (13-19) “ຜູ້ໄຖ່ຂອງຂ້ອຍມີຊີວິດຢູ່” (25) 20 ໂຊບຟາເວົ້າເທື່ອທີ 2 (1-29) ໂຢບເຮັດໃຫ້ລາວຫງຸດຫງິດ (2, 3) ກ່າວຫາວ່າໂຢບເປັນຄົນຊົ່ວ (5) ອ້າງວ່າໂຢບມີຄວາມສຸກກັບການເຮັດຊົ່ວ (12, 13) 21 ໂຢບເວົ້າ (1-34) ‘ເປັນຫຍັງຄົນຊົ່ວຈຶ່ງຈະເລີນ?’ (7-13) ເປີດໂປງ “ຜູ້ໃຫ້ກຳລັງໃຈ” (27-34) 22 ເອລີຟັດເວົ້າເທື່ອທີ 3 (1-30) ‘ມະນຸດຈະຊ່ວຍພະເຈົ້າໄດ້ບໍ?’ (2, 3) ກ່າວຫາໂຢບວ່າເປັນຄົນໂລບແລະບໍ່ຍຸຕິທຳ (6-9) ‘ກັບມາຫາພະເຈົ້າແລະຈະຟື້ນໂຕໄດ້’ (23) 23 ໂຢບເວົ້າ (1-17) ຢາກສະເໜີຄະດີຕໍ່ໜ້າພະເຈົ້າ (1-7) ລາວບອກວ່າຊອກຫາພະເຈົ້າບໍ່ເຫັນ (8, 9) “ຂ້ອຍເຊື່ອຟັງເພິ່ນຕະຫຼອດ” (11) 24 ໂຢບເວົ້າຕໍ່ໄປອີກ (1-25) ‘ເປັນຫຍັງພະເຈົ້າບໍ່ໄດ້ກຳນົດວັນທີ່ຈະຕັດສິນຄົນຊົ່ວ?’ (1) ບອກວ່າພະເຈົ້າປ່ອຍໃຫ້ມີຄົນຊົ່ວ (12) ຄົນທີ່ເຮັດຜິດມັກຄວາມມືດ (13-17) 25 ບິນດັດເວົ້າເທື່ອທີ 3 (1-6) ‘ມະນຸດຊິເປັນຄົນບໍລິສຸດຕໍ່ພະເຈົ້າໄດ້ບໍ?’ (4) ອ້າງວ່າຄວາມສັດຊື່ຂອງມະນຸດບໍ່ມີຄ່າ (5, 6) 26 ໂຢບເວົ້າ (1-14) “ຈັ່ງແມ່ນເຈົ້າຊ່ວຍຄົນທີ່ໝົດເຫື່ອໝົດແຮງໄດ້ດີເນາະ!” (1-4) ‘ພະເຈົ້າໃຫ້ໜ່ວຍໂລກລອຍຢູ່ໂດຍບໍ່ໄດ້ຍຶດກັບຫຍັງ’ (7) ‘ສິ່ງທີ່ເວົ້າມານີ້ເປັນພຽງສິ່ງນ້ອຍໆຂອງສິ່ງທີ່ພະເຈົ້າສ້າງ’ (14) 27 ໂຢບຕັ້ງໃຈທີ່ຈະສັດຊື່ຕໍ່ໄປ (1-23) “ຂ້ອຍຈະສັດຊື່ຈົນຮອດມື້ຕາຍ” (5) ຄົນທີ່ບໍ່ນັບຖືພະເຈົ້າຈະບໍ່ມີຄວາມຫວັງ (8) ‘ເປັນຫຍັງພວກເຈົ້າເວົ້າສິ່ງທີ່ບໍ່ເປັນປະໂຫຍດ?’ (12) ສຸດທ້າຍຄົນຊົ່ວຈະບໍ່ເຫຼືອຫຍັງ (13-23) 28 ໂຢບປຽບທຽບຊັບສົມບັດໃນໂລກກັບສະຕິປັນຍາ (1-28) ມະນຸດອອກແຮງເຮັດເໝືອງ (1-11) ສະຕິປັນຍາມີຄ່າກວ່າໄຂ່ມຸກ (18) ການນັບຖືພະເຢໂຫວາແທ້ໆນັ້ນແຫຼະແມ່ນສະຕິປັນຍາແທ້ (28) 29 ໂຢບຄິດຮອດຕອນແຕ່ກີ້ທີ່ມີຄວາມສຸກກ່ອນທີ່ຈະເຈິຄວາມທຸກ (1-25) ເຄີຍໄດ້ຮັບຄວາມນັບຖືຢູ່ປະຕູເມືອງ (7-10) ລາວໃຫ້ຄວາມຍຸຕິທຳກັບຄົນອື່ນຕະຫຼອດ (11-17) ທຸກຄົນຟັງຄຳແນະນຳຂອງລາວ (21-23) 30 ໂຢບເວົ້າເຖິງສະພາບການຂອງລາວທີ່ປ່ຽນໄປ (1-31) ຖືກຄົນຊັ້ນຕ່ຳເຍາະເຍີ້ຍ (1-15) ເບິ່ງຄືວ່າພະເຈົ້າບໍ່ຊ່ວຍ (20, 21) “ຜິວໜັງຂອງລູກດຳ” (30) 31 ໂຢບປົກປ້ອງຄວາມສັດຊື່ຂອງລາວ (1-40) ‘ຂ້ອຍຕັ້ງໃຈໄວ້ແລ້ວວ່າຈະບໍ່ເບິ່ງຜູ້ຍິງຄົນອື່ນ’ (1) ຂໍໃຫ້ພະເຈົ້າຊັ່ງຂ້ອຍ (6) ບໍ່ໄດ້ຫຼິ້ນຊູ້ (9-12) ບໍ່ໄດ້ເປັນຄົນຮັກເງິນ (24, 25) ບໍ່ໄດ້ນົບຮູບບູຊາ (26-28) 32 ເອລີຮູຜູ້ທີ່ຍັງໜຸ່ມເຂົ້າມາລົມນຳ (1-22) ໃຈຮ້າຍໃຫ້ໂຢບກັບໝູ່ຂອງລາວ (2, 3) ລໍຖ້າດ້ວຍຄວາມນັບຖືກ່ອນທີ່ຈະເວົ້າ (6, 7) ບໍ່ແມ່ນວ່າມີອາຍຸຫຼາຍແລ້ວຈະສະຫຼາດໂລດ (9) ເອລີຮູຢາກເວົ້າແທ້ໆ (18-20) 33 ເອລີຮູຕຳໜິໂຢບທີ່ຄິດວ່າໂຕເອງເຮັດສິ່ງທີ່ຖືກຕ້ອງ (1-33) ມີຄ່າໄຖ່ແລ້ວ (24) ກັບມາມີເຫື່ອແຮງຄືກັບຕອນເປັນໜຸ່ມ (25) 34 ເອລີຮູຍົກຍ້ອງຄວາມຍຸຕິທຳແລະແນວທາງຂອງພະເຈົ້າ (1-37) ໂຢບເວົ້າວ່າພະເຈົ້າບໍ່ໄດ້ໃຫ້ຄວາມຍຸຕິທຳກັບລາວ (5) ພະເຈົ້າທ່ຽງແທ້ບໍ່ເຄີຍເຮັດຊົ່ວ (10) ໂຢບບໍ່ຮູ້ເລື່ອງຫຍັງເລີຍ (35) 35 ເອລີຮູອະທິບາຍວ່າໂຢບອ້າງເຫດຜົນແບບຜິດໆ (1-16) ໂຢບເວົ້າວ່າລາວເປັນຝ່າຍຖືກກວ່າພະເຈົ້າ (2) ພະເຈົ້າຢູ່ບ່ອນສູງ ຄົນທີ່ເຮັດຜິດເຮັດໃຫ້ເພິ່ນເສຍຫາຍບໍ່ໄດ້ (5, 6) ໂຢບຄວນລໍຖ້າພະເຈົ້າ (14) 36 ເອລີຮູຍົກຍ້ອງຄວາມຍິ່ງໃຫຍ່ຂອງພະເຈົ້າທີ່ເກີນກວ່າຈະເຂົ້າໃຈໄດ້ (1-33) ຄົນທີ່ເຊື່ອຟັງຈະເລີນຮຸ່ງເຮືອງ; ຄົນທີ່ບໍ່ນັບຖືພະເຈົ້າຖືກປະຕິເສດ (11-13) ‘ໃຜຈະສອນໄດ້ຄືພະເຈົ້າ?’ (22) ໂຢບຄວນຍົກຍ້ອງພະເຈົ້າ (24) “ພວກເຮົາບໍ່ມີທາງທີ່ຈະຮູ້ວ່າພະເຈົ້າມີລິດເດດຫຼາຍສ່ຳໃດ” (26) ພະເຈົ້າຄວບຄຸມຝົນແລະສາຍຟ້າ (27-33) 37 ພະລັງໃນທຳມະຊາດເປີດເຜີຍຄວາມຍິ່ງໃຫຍ່ຂອງພະເຈົ້າ (1-24) ພະເຈົ້າໃຫ້ມະນຸດເຊົາເຮັດວຽກໄດ້ (7) “ໃຫ້ຄິດຄັກໆກ່ຽວກັບສິ່ງທີ່ໜ້າງຶດງໍ້ທີ່ພະເຈົ້າເຮັດ” (14) ມະນຸດບໍ່ສາມາດເຂົ້າໃຈກ່ຽວກັບພະເຈົ້າ (23) ມະນຸດບໍ່ຄວນຄິດວ່າໂຕເອງສະຫຼາດ (24) 38 ພະເຢໂຫວາສອນວ່າມະນຸດຕ່ຳຕ້ອຍ (1-41) ‘ເຈົ້າຢູ່ໃສຕອນທີ່ໂລກຖືກສ້າງ?’ (4-6) ລູກຂອງພະເຈົ້າພາກັນໂຫ່ຮ້ອງຊົມເຊີຍ (7) ຄຳຖາມກ່ຽວກັບທຳມະຊາດທີ່ໜ້າງຶດງໍ້ (8-32) “ກົດຕ່າງໆທີ່ຄວບຄຸມທ້ອງຟ້າ” (33) 39 ສັດທີ່ພະເຈົ້າສ້າງເຮັດໃຫ້ຮູ້ວ່າມະນຸດໂງ່ (1-30) ແບ້ປ່າແລະກວາງ (1-4) ລາປ່າ (5-8) ງົວປ່າ (9-12) ນົກກະຈອກເທດ (13-18) ມ້າ (19-25) ແຫຼວແລະນົກອິນຊີ (26-30) 40 ພະເຢໂຫວາຖາມໂຢບຕື່ມ (1-24) ໂຢບຍອມຮັບວ່າລາວບໍ່ມີຫຍັງຈະເວົ້າ (3-5) “ເຈົ້າຈະບອກວ່າເຮົາບໍ່ຍຸຕິທຳບໍ?” (8) ພະເຈົ້າອະທິບາຍວ່າໂຕເບເຫໂມດມີແຮງຫຼາຍສ່ຳໃດ (15-24) 41 ພະເຈົ້າອະທິບາຍວ່າໂຕເລວີອາທານໜ້າງຶດງໍ້ສ່ຳໃດ (1-34) 42 ໂຢບເວົ້າກັບພະເຢໂຫວາ (1-6) ໝູ່ທັງສາມຄົນຂອງໂຢບຖືກຕຳໜິ (7-9) ພະເຢໂຫວາເຮັດໃຫ້ໂຢບກັບມາມີສິ່ງຕ່າງໆຄືເກົ່າ (10-17) ລູກຊາຍແລະລູກສາວຂອງໂຢບ (13-15)