ຄອບຄົວແຕກແຍກ—ການຢ່າຮ້າງສົ່ງຜົນກະທົບຕໍ່ໄວຮຸ່ນ
ຜູ້ຊ່ຽວຊານເຊື່ອວ່າເຂົາເຈົ້າຄຶດຖືກແລ້ວ. ເຂົາເຈົ້າແນະນຳຜົວເມຍທີ່ມີບັນຫາກັນວ່າ ‘ຕ້ອງຄຶດເຖິງຄວາມສຸກຂອງຕົວເອງ ກ່ອນ’ ແລ້ວກໍຟ້າວກ່າວຕື່ມວ່າ ‘ບໍ່ຕ້ອງເປັນຫ່ວງລູກເພາະເຂົາເຈົ້າອົດທົນໄດ້. ລູກຈະຮັບມືກັບການຢ່າຮ້າງໄດ້ດີກວ່າການທີ່ພໍ່ແມ່ເຂົ້າກັນບໍ່ໄດ້!’
ແຕ່ຜູ້ໃຫ້ຄຳປຶກສາບາງຄົນທີ່ແນະນຳໃຫ້ມີການຢ່າຮ້າງກັນໄດ້ປ່ຽນຄວາມຄຶດຂອງຕົນ. ບັດນີ້ເຂົາເຈົ້າເວົ້າວ່າ ‘ການຢ່າຮ້າງປຽບເໝືອນສົງຄາມ. ທັງສອງຝ່າຍລ້ວນແຕ່ມີບາດແຜ ບໍ່ເວັ້ນແມ່ນແຕ່ລູກ.’
ເຊື່ອກັນແບບຜິດໆວ່າການຢ່າຮ້າງເປັນເລື່ອງງ່າຍ
ເລື່ອງການຢ່າຮ້າງອາດເອົາໄປສ້າງເປັນລະຄອນຕະຫຼົກທີ່ມີຊື່ສຽງທາງໂທລະພາບໄດ້. ໂຄງເລື່ອງເປັນແນວໃດ? ພໍ່ແມ່ຢ່າຮ້າງກັນ. ແມ່ໄດ້ສິດໃນການຄຸ້ມຄອງລູກແລ້ວກໍແຕ່ງດອງໃໝ່ກັບພໍ່ຮ້າງທີ່ມີລູກຕິດ. ທຸກໆອາທິດ ຄອບຄົວທີ່ບໍ່ເຂົ້າກັນຕ້ອງປະເຊີນກັບເລື່ອງໄຮ້ສາລະເທື່ອແລ້ວເທື່ອອີກ. ແຕ່ລະເລື່ອງສາມາດແກ້ໄຂໄດ້ພາຍໃນເວລາ 30 ນາທີພໍດີ ແລະກໍມີເລື່ອງຕະຫຼົກເຮຮາຮ່ວມຢູ່ໃນຂະບວນການແກ້ໄຂບັນຫານັ້ນ.
ເລື່ອງຂ້າງເທິງນັ້ນອາດສ້າງເປັນລະຄອນທາງໂທລະພາບທີ່ໃຫ້ຄວາມບັນເທີງ ແຕ່ການຢ່າຮ້າງໃນຊີວິດຕົວຈິງບໍ່ແມ່ນລະຄອນຕະຫຼົກ. ກົງກັນຂ້າມ ຂັ້ນຕອນການຢ່າຮ້າງສ້າງຄວາມເຈັບປວດໃຈ. ທ້າວ ເອັມ. ແກຣີ ນອຍມັນ ຂຽນປຶ້ມທີ່ຊື່ Emotional Infidelity ເຊິ່ງເວົ້າວ່າ “ການຢ່າຮ້າງເປັນຄະດີທາງກົດໝາຍ. ຜູ້ໜຶ່ງຮ້ອງຟ້ອງອີກຜູ້ໜຶ່ງ. ທັນທີທີ່ເຮົາຕັດສິນໃຈຢ່າຮ້າງ ເຮົາໄດ້ສະລະສິດໃນການເບິ່ງແຍງລູກ. ເຮົາຍັງສະລະສິດໃນຊັບສິນຂອງເຮົາ ແລະແມ່ນແຕ່ສິດໃນການເລືອກບ່ອນຢູ່ອາໄສ. ບາງທີອາດແກ້ບັນຫາໂດຍການໄກ່ເກ່ຍໃຫ້ສອງຝ່າຍເຂົ້າໃຈກັນ ແຕ່ອາດບໍ່ສຳເລັດກໍໄດ້. ໃນທີ່ສຸດ ຄົນພາຍນອກທີ່ເອີ້ນວ່າຜູ້ພິພາກສາອາດຕັດສິນວ່າ ເຮົາຈະພົບກັບລູກເລື້ອຍສ່ຳໃດແລະຈະໄດ້ກຳມະສິດໃນຊັບສິນສ່ວນຕົວຂອງເຮົາເທົ່າໃດ. ເປັນຕາໜ່າຍແທ້ໆທີ່ຄົນພາຍນອກຜູ້ນັ້ນຄຶດບໍ່ກົງກັບເຮົາເລີຍ.”
ຫຼາຍເທື່ອ ການຢ່າຮ້າງເປັນພຽງການປ່ຽນຈາກບັນຫາໜຶ່ງໄປສູ່ອີກບັນຫາໜຶ່ງ. ທີ່ຈິງ ທຸກສິ່ງທຸກຢ່າງຕັ້ງແຕ່ບ່ອນຢູ່ອາໄສໄປຈົນຮອດສະຖານະພາບທາງການເງິນກໍອາດປ່ຽນໄປ ແລະອາດບໍ່ແມ່ນໃນທາງທີ່ດີຂຶ້ນ. ນອກຈາກນັ້ນ ລູກກໍໄດ້ຮັບຜົນກະທົບຈາກການຢ່າຮ້າງເຊັ່ນກັນ.
ການຢ່າຮ້າງແລະໄວຮຸ່ນ
ການຢ່າຮ້າງສາມາດສົ່ງຜົນເສຍຫາຍຕໍ່ລູກ ບໍ່ວ່າຈະຢູ່ໃນໄວໃດ. ບາງຄົນເວົ້າວ່າລູກທີ່ເປັນໄວຮຸ່ນຮັບມືໄດ້ດີກວ່າລູກທີ່ຍັງນ້ອຍຢູ່. ຕາມເຫດຜົນແລ້ວ ໄວຮຸ່ນມີຄວາມເປັນຜູ້ໃຫຍ່ຫຼາຍກວ່າແລະໃກ້ຈະແຍກອອກໄປຈາກພໍ່ແມ່ແລ້ວ. ແຕ່ນັກຄົ້ນຄວ້າພັດເບິ່ງເຫັນອີກດ້ານໜຶ່ງ ເຂົາເຈົ້າເຫັນວ່າເນື່ອງຈາກປັດໄຈເຫຼົ່ານີ້ ການຢ່າຮ້າງຈຶ່ງອາດມີຜົນກະທົບຕໍ່ໄວຮຸ່ນຫຼາຍທີ່ສຸດ.a ຂໍໃຫ້ພິຈາລະນາຂໍ້ມູນຕໍ່ໄປນີ້:
◼ ໃນຂະນະທີ່ກ້າວເຂົ້າສູ່ໄວຜູ້ໃຫຍ່ ລູກຈະຮູ້ສຶກຂາດຄວາມໝັ້ນໃຈຫຼາຍກວ່າຕອນທີ່ເປັນເດັກນ້ອຍ. ເຖິງວ່າລູກເປັນຕົວຂອງຕົວເອງຫຼາຍສ່ຳໃດກໍຕາມ ແຕ່ພໍ່ແມ່ຄວນຈະເຂົ້າໃຈວ່າລູກຍັງຕ້ອງການຄອບຄົວທີ່ໝັ້ນຄົງຫຼາຍກວ່າແຕ່ກ່ອນ.
◼ ໃນໄລຍະນີ້ຂອງຊີວິດ ໄວຮຸ່ນກຳລັງຮຽນຮູ້ທີ່ຈະສ້າງມິດຕະພາບແບບຜູ້ໃຫຍ່ ແລະການທີ່ພໍ່ແມ່ຢ່າຮ້າງກັນເຮັດໃຫ້ເຂົາເຈົ້າບໍ່ໝັ້ນໃຈໃນເລື່ອງຕ່າງໆເຊັ່ນ ຄວາມໄວ້ວາງໃຈ ຄວາມພັກດີ ແລະຄວາມຮັກ. ຕໍ່ມາເມື່ອເປັນຜູ້ໃຫຍ່ແລ້ວ ເຂົາເຈົ້າກໍອາດຫຼີກລ່ຽງການມີສາຍສຳພັນໃນແບບທີ່ເລິກເຊິ່ງ.
◼ ເຖິງວ່າເປັນເລື່ອງທຳມະດາທີ່ເດັກນ້ອຍທຸກໄວຈະສະແດງອາການເຈັບປວດອອກມາ ແຕ່ໄວຮຸ່ນມີອັດຕາສ່ຽງຫຼາຍກວ່າທີ່ຈະສະແດງອອກມາໃນທາງທີ່ເປັນອັນຕະລາຍ ລວມເຖິງການປະພຶດທີ່ບໍ່ດີ ການດື່ມເຫຼົ້າ ແລະການໃຊ້ຢາເສບຕິດ.
ເລື່ອງນີ້ບໍ່ໄດ້ໝາຍຄວາມວ່າໄວຮຸ່ນທີ່ມີພໍ່ແມ່ຢ່າຮ້າງກັນບໍ່ມີໂອກາດທີ່ຈະໄດ້ສ້າງສາຍສຳພັນກັບໃຜເລີຍ ຫຼືບໍ່ມີວັນຈະເຫັນອະນາຄົດທີ່ດີ. ລູກໄວຮຸ່ນສາມາດປະສົບຜົນສຳເລັດໄດ້ ໂດຍສະເພາະຢ່າງຍິ່ງຖ້າເຂົາເຈົ້າມີສາຍສຳພັນທີ່ດີກັບທັງພໍ່ແລະແມ່.b ແຕ່ເປັນສິ່ງບໍ່ຖືກຕ້ອງທີ່ຈະຄຶດວ່າການຢ່າຮ້າງ ‘ດີກວ່າສຳລັບລູກ’ ແບບທີ່ບາງຄົນເວົ້າ ຫຼືຄຶດວ່າການຢ່າຮ້າງຈະຍຸດຕິຄວາມເຄັ່ງຕຶງທຸກຢ່າງລະຫວ່າງຜົວເມຍ. ແຕ່ທີ່ຈິງແລ້ວຕ້ອງໄດ້ກ່ຽວຂ້ອງພົວພັນກັບອະດີດຜົວຫຼືເມຍທີ່ “ເກີນຈະທົນໄດ້” ຫຼາຍກວ່າແຕ່ກ່ອນ ໃນເລື່ອງທີ່ລະອຽດອ່ອນເຊັ່ນ ການໃຫ້ເງິນລ້ຽງດູລູກແລະສິດໃນການຄຸ້ມຄອງລູກ. ໃນກໍລະນີດັ່ງກ່າວ ການຢ່າຮ້າງບໍ່ໄດ້ກຳຈັດບັນຫາໃນຄອບຄົວ ເປັນພຽງແຕ່ການປ່ຽນສະໜາມສູ້ຮົບ.
ທາງເລືອກທີສາມ
ຖ້າຊີວິດຄອບຄົວມີບັນຫາແລະເຄີຍຄຶດທີ່ຈະຢ່າຮ້າງກັນເດ? ບົດຄວາມນີ້ໄດ້ໃຫ້ເຫດຜົນທີ່ໜັກແໜ້ນວ່າຄວນຄຶດໃຫ້ດີອີກເທື່ອໜຶ່ງ. ການຢ່າຮ້າງບໍ່ແມ່ນວິທີແກ້ທຸກໆບັນຫາໃນຊີວິດຄອບຄົວ.
ແຕ່ຢ່າເຂົ້າໃຈຜິດ: ທາງແກ້ບໍ່ແມ່ນພຽງແຕ່ຍອມທົນຢູ່ກັບຊີວິດຄອບຄົວທີ່ມີບັນຫາ. ຍັງມີທາງເລືອກອີກທາງໜຶ່ງນັ້ນຄື ຖ້າຊີວິດຄອບຄົວມີບັນຫາ ເຮົາຄວນພະຍາຍາມແກ້ໄຂໃຫ້ດີຂຶ້ນ. ຢ່າຟ້າວປະຕິເສດຄວາມຄຶດນີ້ໂດຍຢືນຢັນວ່າບັນຫາໃນຄອບຄົວຂອງເຮົາບໍ່ມີທາງຈະແກ້ໄຂໄດ້ແລ້ວ. ຂໍໃຫ້ຖາມຕົວເອງດ້ວຍຄຳຖາມຕໍ່ໄປນີ້:
◼ ‘ຄຸນລັກສະນະອັນໃດຂອງຜົວຫຼືເມຍທີ່ປະທັບໃຈຂ້ອຍໃນຕອນທຳອິດ? ຄຸນລັກສະນະເຫຼົ່ານີ້ຍັງມີຢູ່ແມ່ນບໍ?’—ສຸພາສິດ 31:10, 29
◼ ‘ຂ້ອຍຈະຟື້ນຟູຄວາມຮູ້ສຶກດີໆເຊິ່ງມີຕອນກ່ອນຈະແຕ່ງດອງໄດ້ບໍ?’—ບົດລຳເພງ 2:2; 4:7
◼ ‘ເຖິງວ່າຜົວຫຼືເມຍຈະເຮັດບໍ່ດີ ແຕ່ຂ້ອຍຈະເຮັດຫຍັງໄດ້ແດ່ເພື່ອເອົາຄຳແນະນຳໃນໜ້າທີ 3 ຫາ 9 ຂອງຈຸນລະສານນີ້ໄປໃຊ້?’—ໂລມ 12:18
◼ ‘ເຮົາຈະອະທິບາຍໃຫ້ຜົວຫຼືເມຍເຂົ້າໃຈໄດ້ບໍ (ໂດຍການລົມກັນຫຼືການຂຽນຈົດໝາຍ) ວ່າເຮົາຍັງມີຫວັງທີ່ຈະເຫັນສາຍສຳພັນຂອງເຮົາດີຂຶ້ນ?’—ໂຢບ 10:1
◼ ‘ເຮົາຈະປຶກສາກັບໝູ່ທີ່ມີຄວາມອາວຸໂສໄດ້ບໍ ເຊິ່ງສາມາດຊ່ວຍເຮົາໃຫ້ຕັ້ງເປົ້າໝາຍທີ່ບັນລຸໄດ້ເພື່ອປັບປຸງຊີວິດຄອບຄົວຂອງເຮົາໃຫ້ດີຂຶ້ນ?’—ສຸພາສິດ 27:17
ຄຳພີໄບເບິນກ່າວວ່າ: “ຄົນຮູ້ກໍຄອຍລະວັງບາດຕີນແຫ່ງຕົນ.” (ສຸພາສິດ 14:15) ຫຼັກການນີ້ບໍ່ໄດ້ໃຊ້ກັບການເລືອກຄູ່ເທົ່ານັ້ນ ແຕ່ຍັງໃຊ້ໄດ້ເມື່ອກຳລັງຄຶດວ່າຈະແກ້ໄຂແນວໃດກັບຊີວິດຄອບຄົວທີ່ກຳລັງປະສົບບັນຫາ. ທີ່ຈິງແລ້ວ ດັ່ງທີ່ກ່າວໄວ້ໃນໜ້າທີ 9 ຂອງຈຸນລະສານນີ້ ຄອບຄົວທີ່ປະສົບຄວາມສຳເລັດກໍມີບັນຫາຄືກັນ ຈະຕ່າງແຕ່ວິທີແກ້ໄຂບັນຫາເທົ່ານັ້ນ.
ເພື່ອເປັນຕົວຢ່າງ ໃຫ້ລອງວາດພາບວ່າເຮົາເລີ່ມອອກເດີນທາງດ້ວຍລົດໃຫຍ່. ແນ່ນອນວ່າຈະພົບກັບບັນຫາໃນລະຫວ່າງການເດີນທາງເຊັ່ນ ອາກາດທີ່ບໍ່ດີ ລົດຕິດ ແລະການປິດຫົນທາງ. ບາງເທື່ອເຮົາອາດຫຼົງທາງຊ້ຳ. ເຮົາຈະເຮັດແນວໃດ? ຈະຂັບລົດກັບຄືນທາງເກົ່າຫຼືຫາທາງແກ້ໄຂແລ້ວມຸ່ງໜ້າໄປຕໍ່? ໃນມື້ທີ່ເຮົາແຕ່ງດອງ ເຮົາເລີ່ມອອກເດີນທາງເຊິ່ງແນ່ນອນວ່າຈະພົບກັບບັນຫາ ເພາະຄຳພີໄບເບິນກ່າວວ່າ “ຄົນ [ທີ່ແຕ່ງດອງ] . . . ຄົງຈະມີຄວາມຍາກລຳບາກໃນເນື້ອໜັງ.” (1 ໂກລິນໂທ 7:28) ຄວາມຈິງກໍຄືວ່າ ບັນຫາຈະມີຢູ່ແລ້ວ ແຕ່ເມື່ອມັນເກີດຂຶ້ນຈະແກ້ໄຂແນວໃດ. ເຮົາຈະຫາທາງແກ້ໄຂແລະມຸ່ງໜ້າຕໍ່ໄປໄດ້ບໍ? ເຖິງແມ່ນຮູ້ສຶກວ່າຊີວິດຄອບຄົວຂອງເຮົາໝົດຫວັງແລ້ວ ເຮົາຈະພະຍາຍາມຂໍຄວາມຊ່ວຍເຫຼືອບໍ?—ຢາໂກໂບ 5:14
ພະເຈົ້າຈັດຕັ້ງການແຕ່ງດອງ
ການແຕ່ງດອງເປັນສິ່ງທີ່ພະເຈົ້າຈັດຕັ້ງຂຶ້ນເຊິ່ງຄວນຖືວ່າເປັນເລື່ອງທີ່ສຳຄັນ. (ຕົ້ນເດີມ 2:24) ເມື່ອບັນຫາເບິ່ງຄືວ່າໃຫຍ່ເກີນກວ່າຈະແກ້ໄຂໄດ້ ຂໍໃຫ້ຈື່ຈຸດຕ່າງໆທີ່ກ່າວໄວ້ໃນບົດຄວາມນີ້.
1. ພະຍາຍາມຟື້ນຟູຄວາມຮັກທີ່ເຮົາເຄີຍມີຕໍ່ກັນ.—ບົດລຳເພງ 8:6
2. ຕັດສິນໃຈວ່າເຮົາຈະເຮັດຫຍັງເພື່ອປັບປຸງຊີວິດຄອບຄົວໃຫ້ດີຂຶ້ນ ແລ້ວກໍລົງມືເຮັດແທ້ໆ.—ຢາໂກໂບ 1:22
3. ບອກຜົວຫຼືເມຍຢ່າງຊັດເຈນດ້ວຍຄວາມນັບຖື ໂດຍການລົມກັນຫຼືການຂຽນຈົດໝາຍວ່າເຮົາຈະປັບປຸງຊີວິດຄອບຄົວແນວໃດ?—ໂຢບ 7:11
4. ຂໍຄວາມຊ່ວຍເຫຼືອ. ເຮົາບໍ່ຈຳເປັນຕ້ອງກູ້ຊີວິດຄອບຄົວໂດຍລຳພັງ!
[ຂໍ້ຄວາມໄຂເງື່ອນ]
a ບົດຄວາມນີ້ເນັ້ນໜັກໃສ່ໄວຮຸ່ນ ແຕ່ການຢ່າຮ້າງກໍສົ່ງກະທົບຕໍ່ເດັກນ້ອຍເຊັ່ນກັນ.
b ແມ່ນຢູ່ ເລື່ອງນີ້ເປັນໄປໄດ້ແຕ່ກໍບໍ່ເປັນແບບນັ້ນສະເໝີໄປ ໂດຍສະເພາະຖ້າພໍ່ຫຼືແມ່ປະຖິ້ມຄອບຄົວ ຫຼືບໍ່ສະແດງຄວາມຮັບຜິດຊອບໃນດ້ານໃດດ້ານໜຶ່ງ ຫຼືເຖິງຂັ້ນເປັນໄພຕໍ່ລູກ.—1 ຕີໂມເຕ 5:8
[ຂອບ/ຮູບພາບໜ້າ 19]
‘ເທື່ອນີ້ແຫຼະ ຂ້ອຍຈະເຮັດໃຫ້ສຳເລັດ’
ການສຶກສາຄົ້ນຄວ້າສະແດງໃຫ້ເຫັນວ່າເປັນໄປໄດ້ທີ່ການແຕ່ງດອງເທື່ອທີສອງຈະມີບັນຫາຫຼາຍກວ່າເທື່ອທີໜຶ່ງ ແລະການແຕ່ງດອງເທື່ອທີສາມກໍມີໂອກາດທີ່ຈະມີບັນຫາຫຼາຍຂຶ້ນ. ໃນປຶ້ມທີ່ຊື່ Emotional Infidelity ທ້າວ ເອັມ. ແກຣີ ນອຍມັນ ຊີ້ເຖິງເຫດຜົນຂໍ້ໜຶ່ງ. ລາວຂຽນວ່າ “ຖ້າເຮົາມີບັນຫາຫຍຸ້ງຍາກໃນຊີວິດຄອບຄົວເທື່ອທຳອິດ ບໍ່ແມ່ນຍ້ອນວ່າເຮົາເລືອກຄູ່ທີ່ບໍ່ດີ. ແຕ່ແມ່ນຍ້ອນຕົວເຮົາເອງ. ເຮົາເຄີຍຮັກຜູ້ນັ້ນ. ເຮົາກັບລາວພາກັນມີສ່ວນເຮັດໃຫ້ເກີດສະພາບການແບບນີ້ໃນຄອບຄົວ.” ທ້າວ ເອັມ. ແກຣີ ສະຫຼຸບແນວໃດ? “ກຳຈັດບັນຫາແລະຢູ່ກັບຄູ່ຂອງເຮົາຕໍ່ໄປກໍດີກວ່າກຳຈັດຄູ່ຂອງເຮົາແລ້ວຍັງທົນຢູ່ກັບບັນຫາ.”
[ຂອບຮູບພາບໜ້າ 21]
ເມື່ອຊີວິດຄູ່ຈົບລົງ
ຄຳພີໄບເບິນຍອມຮັບວ່າສະຖານະການທີ່ຮ້າຍແຮງອາດນຳໄປສູ່ການຢ່າຮ້າງໄດ້.c ຖ້າຄອບຄົວຂອງເຮົາເປັນແບບນັ້ນ ເຮົາຈະຊ່ວຍລູກໄວຮຸ່ນແນວໃດໃຫ້ຮັບມືກັບສະພາບການນັ້ນ?
ບອກໃຫ້ລູກໄວຮຸ່ນຮູ້ກ່ຽວກັບເລື່ອງທີ່ເກີດຂຶ້ນ. ຖ້າເປັນໄປໄດ້ ທັງ ພໍ່ແລະແມ່ຄວນເປັນຜູ້ບອກລູກ ຄວນໃຫ້ລູກຮູ້ວ່າພວກຕົນຕັດສິນໃຈຢ່າຮ້າງກັນແທ້ໆແລ້ວ. ເຮັດໃຫ້ລູກແນ່ໃຈວ່າເລື່ອງນີ້ບໍ່ແມ່ນຄວາມຜິດຂອງລູກແລະທັງພໍ່ແລະແມ່ກໍຍັງຈະຮັກລູກຕໍ່ໆໄປ.
ເຊົາຕໍ່ສູ້ກັນ ສົງຄາມຍຸດຕິລົງແລ້ວ. ຜົວເມຍບາງຄູ່ຍັງມີເລື່ອງຜິດໃຈກັນຕໍ່ໄປຫຼັງຈາກທີ່ຢ່າຮ້າງກັນແລ້ວ. ຜູ້ຊ່ຽວຊານຄົນໜຶ່ງກ່າວວ່າ ເຂົາເຈົ້າກາຍເປັນ “ນັກຮົບທີ່ຢ່າຮ້າງກັນຕາມກົດໝາຍ ແຕ່ຍັງແຕ່ງດອງກັນທາງອາລົມແລະຍັງບໍ່ສາມາດເຈລະຈາສະຫງົບເສິກກັນໄດ້ເທື່ອ.” ເລື່ອງນີ້ບໍ່ພຽງແຕ່ເຮັດໃຫ້ລູກບໍ່ໄດ້ຮັບການເອົາໃຈໃສ່ ເພາະພໍ່ແມ່ເບິ່ງຄືວ່າຈະຜິດຖຽງກັນຕະຫຼອດ ແຕ່ນັ້ນຍັງເປີດຊ່ອງທາງໃຫ້ລູກຍຸເຍົ້າພໍ່ແມ່ເພື່ອໃຫ້ໄດ້ໃນສິ່ງທີ່ຕົນຕ້ອງການ. ຕົວຢ່າງເຊັ່ນ ລູກອາດບອກແມ່ວ່າ: “ພໍ່ຍອມໃຫ້ລູກນອນເດິກສ່ຳໃດກໍໄດ້. ເປັນຫຍັງແມ່ຈຶ່ງບໍ່ຍອມ?” ເນື່ອງຈາກບໍ່ຢາກໃຫ້ລູກໜີໄປຢູ່ “ຝ່າຍສັດຕູ” ແມ່ຈຶ່ງຕ້ອງຍອມ.
ເປີດໂອກາດໃຫ້ລູກໄວຮຸ່ນເວົ້າ. ລູກອາດອ້າງເຫດຜົນວ່າ ‘ຖ້າພໍ່ແມ່ບໍ່ຮັກກັນແລ້ວ ພວກເພິ່ນກໍຈະບໍ່ຮັກຂ້ອຍຄືກັນ’ ຫຼື ‘ຖ້າພໍ່ແມ່ລະເມີດກົດລະບຽບໄດ້ ເປັນຫຍັງຂ້ອຍຈະເຮັດບໍ່ໄດ້?’ ເພື່ອບໍ່ໃຫ້ລູກຢ້ານກົວແລະເພື່ອແກ້ໄຂຄວາມຄຶດທີ່ຜິດ ຄວນເປີດໂອກາດຢ່າງພຽງພໍເພື່ອໃຫ້ລູກເວົ້າມາ. ແຕ່ມີສິ່ງທີ່ຕ້ອງລະວັງ: ຢ່າປ່ຽນບົດບາດກັບລູກແລະຢ່າຄາດໝາຍໃຫ້ລູກອູ້ມຊູເຮົາທາງດ້ານອາລົມ. ລາວເປັນລູກ ບໍ່ແມ່ນຜູ້ໃຫ້ຄຳປຶກສາແກ່ເຮົາ.
ຊ່ວຍລູກໄວຮຸ່ນໃຫ້ມີສາຍສຳພັນທີ່ດີກັບອະດີດຜົວຫຼືເມຍຂອງເຮົາ. ຜູ້ທີ່ເຮົາຢ່າຮ້າງນຳບໍ່ແມ່ນຜົວຫຼືເມຍຂອງເຮົາອີກຕໍ່ໄປ ແຕ່ລາວຍັງເປັນພໍ່ຫຼືແມ່ຂອງລູກເຮົາ. ການເວົ້າສິ່ງບໍ່ດີກ່ຽວກັບອະດີດຜົວຫຼືເມຍຈະພາໃຫ້ເກີດຜົນເສຍຫາຍ. ປຶ້ມກ່ຽວກັບໄວຮຸ່ນປະເຊີນຄວາມຫຍຸ້ງຍາກທີ່ຊື່ Teens in Turmoil—A Path to Change for Parents, Adolescents, and Their Families ກ່າວວ່າ: “ຖ້າພໍ່ແມ່ເລືອກຈະໃຊ້ລູກເປັນອາວຸດເພື່ອຕໍ່ສູ້ໃນການຢ່າຮ້າງ ພໍ່ແມ່ຄວນຄາດໝາຍໄດ້ເລີຍວ່າຈະຕ້ອງເກັບກ່ຽວສິ່ງທີ່ຕົນຫວ່ານ.”
ເບິ່ງແຍງຕົວເອງ. ບາງຄັ້ງເຮົາອາດຮູ້ສຶກວ່າອົດບໍ່ໄຫວແລ້ວ. ຢ່າຍອມແພ້ ແຕ່ໃຫ້ເຮັດກິດຈະວັດປະຈຳວັນທີ່ດີຕໍ່ໆໄປ. ຖ້າເປັນພະຍານພະເຢໂຫວາ ໃຫ້ເຮົາຫຍຸ້ງຢູ່ກັບກິດຈະກຳຂອງຄລິດສະຕຽນ. ການເຮັດແບບນັ້ນຈະຊ່ວຍໃຫ້ເຮົາແລະລູກຮັກສາຄວາມສົມດຸນຕໍ່ໆໄປ.—ຄຳເພງ 18:2; ມັດທາຍ 28:19, 20; ເຫບເລີ 10:24, 25
[ຂໍ້ຄວາມໄຂເງື່ອນ]
c ຕາມຫຼັກການໃນຄຳພີໄບເບິນ ການມີເພດສຳພັນນອກສາຍຜົວເມຍເທົ່ານັ້ນຈຶ່ງເປັນສາຍເຫດໃຫ້ຢ່າຮ້າງກັນແລະສາມາດແຕ່ງດອງໃໝ່ໄດ້. (ມັດທາຍ 19:9) ຖ້າມີການນອກໃຈກັນ ຝ່າຍທີ່ບໍ່ມີຄວາມຜິດຈະຕັດສິນໃຈເອົາເອງວ່າການຢ່າຮ້າງເປັນທາງເລືອກທີ່ດີທີ່ສຸດຫຼືບໍ່ ບໍ່ແມ່ນສະມາຊິກຄອບຄົວຫຼືຄົນອື່ນຕັດສິນໃຈແທນ.—ຄາລາຊີ 6:5
[ຮູບພາບໜ້າ 20]
ອອກຄວາມພະຍາຍາມເພື່ອຍຶດໝັ້ນກັບພັນທະຜູກມັດທີ່ເຮົາສັນຍາກັນໃນວັນແຕ່ງດອງພ
[ຮູບພາບໜ້າ 21]
ຖ້າທັງພໍ່ແລະແມ່ໄດ້ສິດໃນການຄຸ້ມຄອງລູກ ຄວນຊ່ວຍລູກໃຫ້ມີສາຍສຳພັນທີ່ດີກັບອະດີດຜົວຫຼືເມຍຂອງເຮົາ