ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຈລ-1110 ໜ້າ 26-28
  • ເຮົາ​ຮູ້ຈັກ​ຕົວ​ເອງ​ດີ​ສ່ຳ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຮົາ​ຮູ້ຈັກ​ຕົວ​ເອງ​ດີ​ສ່ຳ​ໃດ?
  • ບົດຄວາມຈາກ “ຕື່ນເຖີດ!” ປີ 2011 ພາສາອັງກິດ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • 1 ອັນ​ໃດ​ຄື​ຈຸດ​ດີ​ຂອງ​ເຈົ້າ?
  • 2 ອັນ​ໃດ​ຄື​ຈຸດ​ອ່ອນ​ຂອງ​ເຈົ້າ?
  • 3 ເປົ້າ​ໝາຍ​ຂອງ​ຂ້ອຍ​ແມ່ນ​ຫຍັງ?
  • 4 ຂ້ອຍ​ມີ​ຄວາມ​ເຊື່ອ​ໝັ້ນ​ແນວ​ໃດ?
  • ຂ້ອຍ​ຮູ້ຈັກ​ຕົວ​ເອງ​ດີ​ບໍ?
    ຄຳຕອບຂອງ 10 ຄຳຖາມທີ່ໜຸ່ມສາວຖາມ
  • ບັນທຶກ​ສ່ວນ​ຕົວ​ຂອງ​ຂ້ອຍ—ການ​ນະມັດສະການ​ຂອງ​ເຈົ້າ
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ຂ້ອຍ​ຈະ​ຈັດ​ເວລາ​ໄດ້​ແນວ​ໃດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
  • ບັນທຶກ​ສ່ວນ​ຕົວ​ຂອງ​ຂ້ອຍ—ເພດ​ສຳພັນ ສິລະທຳ ແລະ​ຄວາມ​ຮັກ
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ເບິ່ງຕື່ມ
ບົດຄວາມຈາກ “ຕື່ນເຖີດ!” ປີ 2011 ພາສາອັງກິດ
ຈລ-1110 ໜ້າ 26-28

ໜຸ່ມ​ສາວ​ຖາມ

ເຮົາ​ຮູ້ຈັກ​ຕົວ​ເອງ​ດີ​ສ່ຳ​ໃດ?

ທ້າວ ອາຄົມ​ເຫັນ​ທ້າວ​ກອນ​ຍ່າງ​ມາ​ຫາ​ກໍ​ຄຶດ​ຢ້ານ​ໃນ​ໃຈ. ທ້າວ ກອນ​ເວົ້າ​ວ່າ “ອາຄົມ ລອງ​ອັນ​ນີ້​ແມ!” ທ້າວ ກອນ​ແບ​ມື​ອອກ​ແລະ​ມີ​ກັນຊາ​ສົດ​ກອກ​ໜຶ່ງ​ໃນ​ມື​ລາວ ເຊິ່ງ​ເປັນ​ແບບ​ທີ່​ອາຄົມ​ຄຶດ​ໄວ້. ອາຄົມ​ບໍ່​ຢາກ​ເອົາ ແຕ່​ກໍ​ບໍ່​ຢາກ​ຖືກ​ເບິ່ງ​ວ່າ​ເປັນ​ຄົນ​ອ່ອນແອ. ອາຄົມ​ເວົ້າ​ສຽງ​ອ່ອນໆວ່າ “ເທື່ອ​ໜ້າ​ສະ.”

ນາງ ມີນາ​ເຫັນ​ທ້າວ​ກອນ​ຍ່າງ​ມາ​ຫາ​ກໍ​ກຽມ​ພ້ອມ​ໃນ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ. ທ້າວ ກອນ​ເວົ້າ​ວ່າ “ມີນາ ລອງ​ອັນ​ນີ້​ແມ!” ທ້າວ ກອນ​ແບ​ມື​ອອກ​ແລະ​ມີ​ກັນຊາ​ສົດ​ກອກ​ໜຶ່ງ​ໃນ​ມື​ລາວ ເຊິ່ງ​ເປັນ​ແບບ​ທີ່​ມີນາ​ຄຶດ​ໄວ້. ມີນາ​ຕອບ​ຢ່າງ​ໝັ້ນ​ໃຈ​ວ່າ “ບໍ່ ຂ້ອຍ​ຍັງ​ບໍ່​ທັນ​ຢາກ​ຕາຍ​ເທື່ອ. ບໍ່​ຢາກ​ເຊື່ອ​ເລີຍ​ວ່າ​ຄົນ​ສະຫຼາດ​ແບບ​ເຈົ້າ​ຈະ​ສູບ​ກັນຊາ!”

ຊິ້ນສ່ວນ​ຂອງ​ຮູບພາບ

ໃນ​ເຫດການ​ທີ່​ສົມມຸດ​ຂ້າງ​ເທິງ​ນັ້ນ ເປັນ​ຫຍັງ​ນາງ​ມີນາ​ສາມາດ​ຕ້ານ​ທານ​ຄວາມ​ກົດ​ດັນ​ໄດ້​ດີ​ກວ່າ​ທ້າວ​ອາຄົມ? ຍ້ອນ​ລາວ​ຮູ້ຈັກ​ຕົວ​ເອງ. ການ​ຮູ້ຈັກ​ຕົວ​ເອງ​ຄື​ການ​ຮູ້​ວ່າ​ຕົວ​ເຮົາ​ເປັນ​ໃຜ​ແລະ​ມີ​ຈຸດ​ຢືນ​ແນວ​ໃດ. ເມື່ອ​ຮູ້​ແບບ​ນີ້ ເຮົາ​ກໍ​ມີ​ຄວາມ​ເຂັ້ມແຂງ​ເພື່ອ​ຈະ​ຕ້ານ​ທານ​ແຮງ​ກົດ​ດັນ​ທີ່​ຈະ​ເຮັດ​ຜິດ ນັ້ນ​ຄື​ຮູ້​ທີ່​ຈະ​ຄວບຄຸມ​ຊີວິດ​ຂອງ​ຕົວ​ເອງ​ແທນ​ທີ່​ຈະ​ປ່ອຍ​ໃຫ້​ຄົນ​ອື່ນ​ຄວບຄຸມ. ເຮົາ​ຈະ​ສ້າງ​ຄວາມ​ໝັ້ນ​ໃຈ​ແບບ​ນັ້ນ​ໄດ້​ແນວ​ໃດ? ຄົງ​ຈະ​ດີ​ຖ້າ​ຈະ​ເລີ່ມ​ຕົ້ນ​ດ້ວຍ​ການ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້.

1 ອັນ​ໃດ​ຄື​ຈຸດ​ດີ​ຂອງ​ເຈົ້າ?

ເປັນ​ຫຍັງ​ຈຶ່ງ​ສຳຄັນ: ການ​ຮູ້​ວ່າ​ເຮົາ​ມີ​ຄວາມ​ສາມາດ​ແລະ​ຈຸດ​ດີ​ອັນ​ໃດ​ແດ່​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ໝັ້ນ​ໃຈ​ໃນ​ຕົວ​ເອງ.

ຂໍ​ໃຫ້​ພິຈາລະນາ: ແຕ່​ລະ​ຄົນ​ມີ​ຄວາມ​ສາມາດ​ທີ່​ແຕກຕ່າງ​ກັນ. ຕົວຢ່າງ​ເຊັ່ນ ບາງ​ຄົນ​ມີ​ຄວາມ​ສາມາດ​ດ້ານ​ສິລະປະ​ຫຼື​ດົນຕີ ແຕ່​ບາງ​ຄົນ​ຫຼິ້ນ​ກິລາ​ເກັ່ງ. ນາງ ນິດ​ແປງ​ລົດ​ເກັ່ງ.a ລາວ​ເວົ້າ​ວ່າ “ຕອນ​ອາຍຸ 15 ປີ ຂ້ອຍ​ຢາກ​ເປັນ​ຊ່າງ​ແປງ​ລົດ.”

ຕົວຢ່າງ​ຈາກ​ຄຳພີ​ໄບເບິນ: ອັກຄະສາວົກ​ໂປໂລ​ຂຽນ​ວ່າ: “ເຮົາ​ບໍ່​ເກັ່ງ​ທາງ​ດ້ານ​ການ​ເວົ້າ​ຈາ ແຕ່​ທາງ​ດ້ານ​ຄວາມ​ຮູ້​ແລ້ວ​ບໍ່​ແມ່ນ​ຢ່າງ​ນັ້ນ​ດອກ.” (2 ໂກລິນໂທ 11:6, ທ.ປ.) ຍ້ອນ​ເຂົ້າ​ໃຈ​ພະ​ຄຳພີ​ຢ່າງ​ຖີ່​ຖ້ວນ ໂປໂລ​ຈຶ່ງ​ສາມາດ​ຢືນຢັດ​ໄດ້​ເມື່ອ​ມີ​ຄົນ​ທ້າທາຍ. ໂປໂລ​ບໍ່​ໄດ້​ຍອມ​ໃຫ້​ຄວາມ​ຄຶດ​ໃນ​ແງ່​ລົບ​ຂອງ​ເຂົາ​ເຈົ້າ​ສັ່ນ​ຄອນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ລາວ.—2 ໂກລິນໂທ 10:10; 11:5

ວິເຄາະ​ເບິ່ງ​ຕົວ​ເອງ. ໃຫ້​ຂຽນ​ຄວາມ​ສາມາດ​ທີ່​ເຈົ້າ​ມີ​ໃສ່​ທາງ​ລຸ່ມ​ນີ້.

․․․․․

ບັດ​ນີ້​ໃຫ້​ພັນລະນາ​ຈຸດ​ດີ​ຂອງ​ເຈົ້າ. (ຕົວຢ່າງ​ເຊັ່ນ ເປັນ​ຄົນ​ຫ່ວງໃຍ​ຄົນ​ອື່ນ​ບໍ? ເປັນ​ຄົນ​ໃຈ​ກວ້າງ​ບໍ? ເປັນ​ຄົນ​ທີ່​ໄວ້​ໃຈ​ໄດ້​ບໍ? ເປັນ​ຄົນ​ກົງ​ຕໍ່​ເວລາ​ບໍ?)

․․․․․

“ຂ້ອຍ​ພະຍາຍາມ​ຈະ​ຊ່ວຍ​ຄົນ​ອື່ນ. ຖ້າ​ມີ​ຄົນ​ຂໍ​ຄຳ​ປຶກສາ​ຕອນ​ທີ່​ຄາ​ວຽກ​ຢູ່ ຂ້ອຍ​ຈະ​ຢຸດ​ຈາກ​ສິ່ງ​ທີ່​ກຳລັງ​ເຮັດ​ແລະ​ຟັງ​ຜູ້​ນັ້ນ.”—ນ. ບິຣແອນ.

ຖ້າ​ບໍ່​ຮູ້​ວ່າ​ຕົວ​ເອງ​ມີ​ຄຸນ​ລັກສະນະ​ທີ່​ດີ​ອັນ​ໃດ ໃຫ້​ຄຶດ​ຫາ​ຈຸດ​ດີ​ທີ່​ໄດ້​ພັດທະນາ​ຕັ້ງ​ແຕ່​ນ້ອຍ​ຂຶ້ນ​ມາ ແລ້ວ​ຂຽນ​ໃສ່​ທາງ​ລຸ່ມ​ນີ້.—ເພື່ອ​ເປັນ​ຕົວຢ່າງ ໃຫ້​ເບິ່ງ​ຂອບ​ທີ່​ຊື່​ວ່າ “ສິ່ງ​ທີ່​ຄົນ​ໃນ​ໄວ​ດຽວ​ກັນ​ເວົ້າ.”

․․․․․

2 ອັນ​ໃດ​ຄື​ຈຸດ​ອ່ອນ​ຂອງ​ເຈົ້າ?

ເປັນ​ຫຍັງ​ຈຶ່ງ​ສຳຄັນ: ຕ່ອງ​ໂສ້​ຂໍ້​ດຽວ​ທີ່​ບໍ່​ແຂງແຮງ​ພາ​ໃຫ້​ສາຍ​ໂສ້​ໝົດ​ເສັ້ນ​ໃຊ້​ບໍ່​ໄດ້ ເຊັ່ນ​ດຽວ​ກັນ ພາບ​ພົດ​ທັງ​ໝົດ​ຂອງ​ເຮົາ​ຈະ​ເສຍຫາຍ​ຖ້າ​ເຮົາ​ຍອມ​ແພ້​ຕໍ່​ກັບ​ຈຸດ​ອ່ອນແອ​ພຽງ​ຢ່າງ​ດຽວ​ຂອງ​ເຮົາ.

ຂໍ​ໃຫ້​ພິຈາລະນາ: ບໍ່​ມີ​ໃຜ​ດີ​ເລີດ. (ໂລມ 3:23) ທຸກ​ຄົນ​ມີ​ນິດໄສ​ບາງ​ຢ່າງ​ທີ່​ຢາກ​ຈະ​ປ່ຽນ​ແປງ. ຍິງ​ສາວ​ທີ່​ຊື່​ເຊ​ຈາ​ຖາມ​ວ່າ “ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ເຈັບ​ຫົວ​ຍ້ອນ​ເລື່ອງ​ໄຮ້​ສາລະ. ແມ່ນ​ແຕ່​ເລື່ອງ​ເລັກໆນ້ອຍໆກໍ​ເຮັດ​ໃຫ້​ຂ້ອຍ​ໃຈ​ຮ້າຍ​ແລະ​ຄວບຄຸມ​ອາລົມ​ໄວ້​ບໍ່​ໄດ້!”

ຕົວຢ່າງ​ຈາກ​ຄຳພີ​ໄບເບິນ: ໂປໂລ​ຮູ້ຈັກ​ຈຸດ​ອ່ອນ​ຂອງ​ຕົວ​ເອງ. ລາວ​ຂຽນ​ວ່າ: “ເພາະ​ວ່າ​ຕາມ​ຄົນ​ພາຍ​ໃນ​ເຮົາ ເຮົາ​ຊອບ​ໃຈ​ໃນ​ພະບັນຍັດ​ຂອງ​ພະເຈົ້າ ແຕ່​ວ່າ​ເຮົາ​ເຫັນ​ມີ​ບັນຍັດ​ອື່ນ​ຢູ່​ໃນ​ສ່ວນ​ອາການ​ຂອງ​ເຮົາ​ທີ່​ເລວ​ກັນ​ກັບ​ບັນຍັດ​ແຫ່ງ​ຈິດ​ໃຈ​ເຮົາ ແລະ​ຊັກ​ນຳ​ເຮົາ​ໃຫ້​ຢູ່​ໃຕ້​ບັງຄັບ​ບັນຍັດ​ຄວາມ​ບາບ.”—ໂລມ 7:22, 23

ວິເຄາະ​ເບິ່ງ​ຕົວ​ເອງ. ມີ​ຈຸດ​ອ່ອນ​ຫຍັງ​ແດ່​ທີ່​ຂ້ອຍ​ຈຳເປັນ​ຕ້ອງ​ໄດ້​ແກ້ໄຂ?

․․․․․

“ຂ້ອຍ​ສັງເກດ​ວ່າ​ຫຼັງ​ຈາກ​ທີ່​ເບິ່ງ​ເລື່ອງ​ກ່ຽວ​ກັບ​ຄວາມ​ຮັກ​ຈົບ​ແລ້ວ ຂ້ອຍ​ຮູ້ສຶກ​ເສົ້າ​ໜ້ອຍ​ໜຶ່ງ​ແລະ​ຢາກ​ໃຫ້​ມີ​ຄົນ​ມາ​ມັກ​ຂ້ອຍ. ຕອນ​ນີ້​ຂ້ອຍ​ຈຶ່ງ​ຮູ້​ວ່າ​ຕ້ອງ​ລະວັງ​ຄວາມ​ບັນເທີງ​ແບບ​ນັ້ນ.”—ນ. ບຣິເກັດ.

ສິ່ງ​ທີ່​ຄົນ​ໃນ​ໄວ​ດຽວ​ກັນ​ເວົ້າ

ເຈເຣມາຍອາ

ເຈເຣມາຍອາ

“ໃນ​ຂະນະ​ທີ່​ໃຫຍ່​ຂຶ້ນ ຂ້ອຍ​ຮຽນ​ຮູ້​ວ່າ​ເມື່ອ​ຕ້ອງ​ຕັດສິນ​ໃຈ​ຄວນ​ພິຈາລະນາ​ທຸກ​ສິ່ງ​ທຸກ​ຢ່າງ ບໍ່​ວ່າ​ເລື່ອງ​ນັ້ນ​ຈະ​ໃຫຍ່​ຫຼື​ນ້ອຍ ເພື່ອ​ຫຼີກ​ລ່ຽງ​ການ​ເຮັດ​ໃນ​ສິ່ງ​ທີ່​ພະເຈົ້າ​ບໍ່​ພໍ​ໃຈ.”

ເຈນນີເຟີ

ເຈນນີເຟີ

“ຕອນ​ຍັງ​ນ້ອຍ ຂ້ອຍ​ຈະ​ຖື​ວ່າ​ຄົນ​ທີ່​ແຕກຕ່າງ​ຈາກ​ຂ້ອຍ​ເປັນ​ຄົນ​ແປກ. ຕອນ​ນີ້​ຂ້ອຍ​ມັກ​ທີ່​ທຸກ​ຄົນ​ບໍ່​ຄື​ກັນ ແລະ​ຂ້ອຍ​ສົນ​ໃຈ​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ອື່ນ.”

ຈຸດ​ດີ

ຈຸດ​ອ່ອນ

ເປົ້າ​ໝາຍ

ຄວາມ​ເຊື່ອ​ໝັ້ນ

3 ເປົ້າ​ໝາຍ​ຂອງ​ຂ້ອຍ​ແມ່ນ​ຫຍັງ?

ເປັນ​ຫຍັງ​ຈຶ່ງ​ສຳຄັນ: ເມື່ອ​ມີ​ເປົ້າ​ໝາຍ ເຮົາ​ກໍ​ຮູ້​ວ່າ​ຊີວິດ​ຄວນ​ມຸ່ງ​ໄປ​ທາງ​ໃດ​ແລະ​ມີ​ຈຸດ​ມຸ່ງ​ໝາຍ​ອັນ​ໃດ. ນອກ​ຈາກ​ນັ້ນ ເຮົາ​ຈະ​ບໍ່​ຫຍຸ້ງ​ກ່ຽວ​ກັບ​ຄົນ​ແລະ​ສະຖານະການ​ທີ່​ອາດ​ຂັດ​ຂວາງ​ເປົ້າ​ໝາຍ​ໃນ​ຊີວິດ​ຂອງ​ເຮົາ.

ຂໍ​ໃຫ້​ພິຈາລະນາ: ເຮົາ​ຈະ​ຂີ່​ລົດ​ຈັກ​ອ້ອມ​ປະຕູ​ໄຊ​ຈົນ​ນ້ຳ​ມັນ​ລົດ​ໝົດ​ບໍ? ນັ້ນ​ເປັນ​ເລື່ອງ​ທີ່​ບໍ່​ສະຫຼາດ​ແລະ​ເປືອງ​ເງິນ​ລ້າໆ! ການ​ມີ​ເປົ້າ​ໝາຍ​ໃນ​ຊີວິດ​ຈະ​ບໍ່​ເຮັດ​ໃຫ້​ເຮົາ​ວົນ​ວຽນ​ຢູ່​ບ່ອນ​ເກົ່າ. ເຮົາ​ຮູ້​ວ່າ​ຈະ​ໄປ​ໃສ​ແລະ​ວາງ​ແຜນ​ໄວ້​ແລ້ວ​ວ່າ​ຈະ​ໄປ​ຮອດ​ຈຸດ​ນັ້ນ​ໄດ້​ແນວ​ໃດ.

ຕົວຢ່າງ​ຈາກ​ຄຳພີ​ໄບເບິນ: ໂປໂລ​ຂຽນ​ວ່າ: “ເຮົາ​ແລ່ນ​ເສັງ​ເອົາ​ຊະນະ​ເປັນ​ແນ່ [ແທ້].” (1 ໂກລິນໂທ 9:26) ແທນ​ທີ່​ຈະ​ໃຊ້​ຊີວິດ​ແບບ​ໄຮ້​ຈຸດ​ມຸ່ງ​ໝາຍ ໂປໂລ​ຕັ້ງ​ເປົ້າ​ໝາຍ​ແລະ​ເຮັດ​ຕາມ​ເປົ້າ​ໝາຍ​ນັ້ນ.—ຟິລິບ 3:12-14

ວິເຄາະ​ເບິ່ງ​ຕົວ​ເອງ. ໃຫ້​ຂຽນ​ເປົ້າ​ໝາຍ​ສາມ​ຢ່າງ​ທີ່​ເຈົ້າ​ຢາກ​ເຮັດ​ໃຫ້​ສຳເລັດ​ພາຍ​ໃນ​ປີ​ໜ້າ​ໃສ່​ທາງ​ລຸ່ມ​ນີ້.

  1. ․․․․․

  2. ․․․․․

  3. ․․․․․

ບັດ​ນີ້​ໃຫ້​ເລືອກ​ເປົ້າ​ໝາຍ​ຢ່າງ​ໜຶ່ງ​ທີ່​ສຳຄັນ​ທີ່​ສຸດ​ຈາກ​ຂ້າງ​ເທິງ​ນັ້ນ ແລະ​ຂຽນ​ວ່າ​ເຈົ້າ​ຈະ​ເຮັດ​ແນວ​ໃດ​ໃນ​ຕອນ​ນີ້​ເພື່ອ​ເປົ້າ​ໝາຍ​ນັ້ນ​ຈະ​ສຳເລັດ.

․․․․․

“ຖ້າ​ຂ້ອຍ​ບໍ່​ເຮັດ​ຫຍັງ ຂ້ອຍ​ກໍ​ຢູ່​ພໍ​ແລ້ວ​ມື້​ແລ້ວ​ເວັນ​ໄປ​ຊື່ໆ. ດີ​ກວ່າ​ທີ່​ຈະ​ມີ​ເປົ້າ​ໝາຍ​ແລະ​ເຮັດ​ໃຫ້​ສຳເລັດ.”—ທ. ໂຈເຊ.

4 ຂ້ອຍ​ມີ​ຄວາມ​ເຊື່ອ​ໝັ້ນ​ແນວ​ໃດ?

ເປັນ​ຫຍັງ​ຈຶ່ງ​ສຳຄັນ: ຖ້າ​ບໍ່​ມີ​ຄວາມ​ເຊື່ອ​ໝັ້ນ ເຮົາ​ຈະ​ເປັນ​ຄົນ​ທີ່​ບໍ່​ກ້າ​ຕັດສິນ​ໃຈ. ເຮົາ​ຈະ​ເປັນ​ຄື​ໂຕ​ກະປອມ​ເຊິ່ງ​ປ່ຽນ​ສີ​ເພື່ອ​ໃຫ້​ເຂົ້າ​ກັບ​ໝູ່​ຮຸ່ນ​ດຽວ​ກັນ ນັ້ນ​ເປັນ​ສິ່ງ​ຊີ້​ບອກ​ຊັດເຈນ​ວ່າ​ເຮົາ​ບໍ່​ຮູ້ຈັກ​ຕົວ​ເອງ.

ຂໍ​ໃຫ້​ພິຈາລະນາ: ຄຳພີ​ໄບເບິນ​ແນະນຳ​ຄລິດສະຕຽນ​ໃຫ້ “ລອງ​ເບິ່ງ [ເພື່ອ] ຮູ້​ວ່າ​ນ້ຳໃຈ​ຂອງ​ພະເຈົ້າ​ເປັນ​ອັນ​ດີ​ແລະ​ທີ່​ຊອບ​ໃຈ​ແລະ​ສຳເລັດ​ດີ​ທີ່​ສຸດ.” (ໂລມ 12:2) ຖ້າ​ເຮົາ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ເຊື່ອ​ໝັ້ນ ເຮົາ​ກໍ​ຈະ​ມີ​ຈຸດ​ຢືນ​ຂອງ​ຕົວ​ເອງ​ບໍ່​ວ່າ​ຄົນ​ອື່ນ​ຈະ​ເຮັດ​ແນວ​ໃດ​ກໍ​ຕາມ.

ຕົວຢ່າງ​ຈາກ​ຄຳພີ​ໄບເບິນ: ເມື່ອ​ເປັນ​ໄວຮຸ່ນ ຜູ້​ພະຍາກອນ​ດານຽນ “ຕັ້ງ​ໃຈ” ທີ່​ຈະ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ ເຖິງ​ວ່າ​ຖືກ​ແຍກ​ຈາກ​ຄອບຄົວ​ແລະ​ເພື່ອນ​ຮ່ວມ​ການ​ນະມັດສະການ. (ດານຽນ 1:8) ຍ້ອນ​ການ​ຕັ້ງ​ໃຈ​ແນວ​ນັ້ນ ດານຽນ​ຈຶ່ງ​ມີ​ຈຸດ​ຢືນ​ຂອງ​ຕົວ​ເອງ ແລະ​ໃຊ້​ຊີວິດ​ສອດຄ່ອງ​ກັບ​ຄວາມ​ເຊື່ອ​ຂອງ​ຕົນ.

ວິເຄາະ​ເບິ່ງ​ຕົວ​ເອງ. ຂ້ອຍ​ມີ​ຄວາມ​ເຊື່ອ​ແນວ​ໃດ? ຕົວຢ່າງ​ເຊັ່ນ:

  • ຂ້ອຍ​ເຊື່ອ​ວ່າ​ມີ​ພະເຈົ້າ​ບໍ? ຖ້າ​ເຊື່ອ ຍ້ອນ​ຫຍັງ​ຈຶ່ງ​ເຊື່ອ? ຫຼັກ​ຖານ​ອັນ​ໃດ​ທີ່​ເຮັດ​ໃຫ້​ຂ້ອຍ​ເຊື່ອ​ວ່າ​ພະເຈົ້າ​ມີ​ແທ້?

  • ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ເຊື່ອ​ວ່າ​ຫຼັກ​ສິນລະທຳ​ຂອງ​ພະ​ເຢໂຫວາ​ເປັນ​ປະໂຫຍດ​ແກ່​ຂ້ອຍ? ຖ້າ​ເຊື່ອ ຍ້ອນ​ຫຍັງ​ຈຶ່ງ​ເຊື່ອ? ຕົວຢ່າງ​ເຊັ່ນ ອັນ​ໃດ​ພາ​ໃຫ້​ຂ້ອຍ​ເຊື່ອ​ວ່າ​ການ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ໃນ​ເລື່ອງ​ເພດ​ສຳພັນ ຈະ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ເຮັດ​ຕາມ​ຄົນ​ຮຸ່ນ​ດຽວ​ກັນ​ເຊິ່ງ​ໃຊ້​ຊີວິດ​ແບບ “ເສລີ”?

ບໍ່​ຕ້ອງ​ຟ້າວ​ຕອບ​ຄຳຖາມ​ເຫຼົ່າ​ນີ້ ໃຫ້​ຄຶດ​ຫາ​ເຫດຜົນ​ກ່ອນ. ການ​ເຮັດ​ແນວ​ນັ້ນ​ຈະ​ຊ່ວຍ​ປົກ​ປ້ອງ​ຄວາມ​ເຊື່ອ​ຂອງ​ຕົນ​ເອງ​ໄດ້​ດີ​ກວ່າ.—ສຸພາສິດ 14:15; 1 ເປໂຕ 3:15

“ຢູ່​ໂຮງ​ຮຽນ ໝູ່​ຈະ​ມັກ​ເວົ້າ​ກວນ​ຖ້າ​ເຫັນ​ວ່າ​ຂ້ອຍ​ຂາດ​ຄວາມ​ເຊື່ອ​ໝັ້ນ ແລະ​ຂ້ອຍ​ບໍ່​ຢາກ​ເປັນ​ຄົນ​ທີ່​ຂາດ​ຄວາມ​ເຊື່ອ​ໝັ້ນ​ໃນ​ເລື່ອງ​ຄວາມ​ເຊື່ອ​ຂອງ​ຕົນ​ເອງ. ຂ້ອຍ​ຈຶ່ງ​ພະຍາຍາມ​ຊອກ​ຫາ​ເຫດຜົນ​ທີ່​ຈະ​ແຈ້ງ​ແລະ​ໜັກແໜ້ນ​ເພື່ອ​ປົກ​ປ້ອງ​ຄວາມ​ເຊື່ອ​ຂອງ​ຕົນ​ເອງ ແທນ​ທີ່​ຈະ​ບອກ​ຄົນ​ອື່ນ​ວ່າ ‘ຂ້ອຍ​ເຮັດ​ບໍ່​ໄດ້​ດອກ ຍ້ອນ​ວ່າ​ສາສະໜາ​ຂອງ​ຂ້ອຍ​ຫ້າມ​ບໍ່​ໃຫ້​ເຮັດ’ ຂ້ອຍ​ຈະ​ບອກ​ວ່າ ‘ຂ້ອຍ​ຄຶດ​ວ່າ​ການ​ເຮັດ​ແບບ​ນັ້ນ​ບໍ່​ຖືກຕ້ອງ.’ ນີ້​ແມ່ນ​ຄວາມ​ເຊື່ອ​ຂອງ​ຂ້ອຍ.”—ນ. ດານີແອນ.

ໃນ​ທີ່​ສຸດ ເຈົ້າ​ຢາກ​ຈະ​ເປັນ​ຄື​ກັບ​ຫຍັງ ເປັນ​ຄື​ໃບ​ໄມ້​ທີ່​ປິວ​ໄປ​ມາ​ຕາມ​ລົມ​ຫຼື​ເປັນ​ຄື​ຕົ້ນ​ໄມ້​ທີ່​ທົນ​ທານ​ຢູ່​ໄດ້​ເຖິງ​ວ່າ​ຈະ​ມີ​ພາຍຸ​ທີ່​ຮຸນແຮງ. ໃຫ້​ພະຍາຍາມ​ຮູ້ຈັກ​ຕົວ​ເອງ​ໃຫ້​ຫຼາຍ​ຂຶ້ນ ແລະ​ເຈົ້າ​ຈະ​ເປັນ​ຄື​ກັບ​ຕົ້ນ​ໄມ້​ນັ້ນ.

ຖ້າ​ຮູ້ຈັກ​ຕົວ​ເອງ​ດີ ເຮົາ​ກໍ​ຈະ​ເປັນ​ຄື​ຕົ້ນ​ໄມ້​ທີ່​ມີ​ຮາກ​ແຂງແຮງ​ເຊິ່ງ​ຕ້ານ​ທານ​ພາຍຸ​ທີ່​ຮຸນແຮງ​ໄດ້

a ຊື່​ບາງ​ຄົນ​ໃນ​ບົດ​ຄວາມ​ນີ້​ເປັນ​ຊື່​ສົມມຸດ.

ໃຫ້​ລອງ​ຖາມ​ພໍ່​ແມ່​ເບິ່ງ

ພໍ່​ແມ່ ຄຶດ​ວ່າ​ລູກ​ມີ​ຄວາມ​ສາມາດ​ໃນ​ດ້ານ​ໃດ​ແດ່? ພໍ່​ແມ່​ຄຶດ​ວ່າ​ລູກ​ຄວນ​ປັບ​ປຸງ​ນິດໄສ​ໃນ​ດ້ານ​ໃດ​ແດ່? ພໍ່​ແມ່​ເຮັດ​ແນວ​ໃດ​ຈຶ່ງ​ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ຫຼັກ​ການ​ຂອງ​ພະ​ເຢໂຫວາ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌