ຂ້ອຍເຂົ້າໃຈແລ້ວວ່າຈະແກ້ໄຂຄວາມບໍ່ຍຸຕິທຳແນວໃດ?
ເລົ່າໂດຍ ເອີຊູລາ ແມນເນ
ຕັ້ງແຕ່ຂ້ອຍເລີ່ມຈື່ຄວາມໄດ້ ຂ້ອຍຢາກໃຫ້ທຸກຄົນຖືກປະຕິບັດໃນແບບທີ່ເທົ່າທຽມກັນ. ເລື່ອງນີ້ມັນເຮັດໃຫ້ຂ້ອຍຖືກຈັບເຂົ້າຄຸກໃນເຢຍລະມັນຕາເວັນອອກທີ່ປົກຄອງແບບຄອມມູນິດ. ຢູ່ບ່ອນນີ້ນິແຫຼະທີ່ເຮັດໃຫ້ຂ້ອຍເຂົ້າໃຈວ່າແທ້ໆແລ້ວວິທີແກ້ໄຂຄວາມບໍ່ຍຸຕິທຳແມ່ນຫຍັງ. ດຽວຂ້ອຍຊິເລົ່າໃຫ້ຟັງ.
ຂ້ອຍເກີດໃນປີ 1922 ຢູ່ເມືອງຮັນເລ ປະເທດເຢຍລະມັນ. ເມືອງນີ້ມີປະຫວັດສາດຍາວນານຫຼາຍກວ່າ 1.200 ປີ. ເມືອງຮັນເລຢູ່ໄກຈາກເມືອງແບັກແລັງໄປທາງທິດຕາເວັນຕົກສ່ຽງໃຕ້ປະມານ 200 ກິໂລແມັດ. ເຄເທີນ້ອງສາວຂອງຂ້ອຍເກີດໃນປີ 1923. ພໍ່ເຮັດວຽກເປັນທະຫານ ແລະແມ່ເຮັດວຽກຮ້ອງເພງຢູ່ໂຮງລະຄອນ.
ຂ້ອຍຮູ້ສຶກຢາກແກ້ໄຂຄວາມບໍ່ຍຸຕິທຳແຮງ ຍ້ອນສິ່ງທີ່ເກີດຂຶ້ນກັບພໍ່ຂອງຂ້ອຍ. ຫຼັງຈາກທີ່ພໍ່ເຊົາເຮັດວຽກເປັນທະຫານ ລາວກໍຊື້ກິດຈະການຮ້ານຄ້າຮ້ານໜຶ່ງ. ແຕ່ເນື່ອງຈາກລູກຄ້າສ່ວນໃຫຍ່ເປັນຄົນທຸກຍາກ ພໍ່ຈຶ່ງອີ່ຕົນເຂົາເຈົ້າຫຼາຍແລະໃຫ້ເຂົາເຈົ້າຕິດໜີ້. ແຕ່ຄວາມອີ່ຕົນນີ້ເຮັດໃຫ້ພໍ່ລົ້ມລະລາຍ. ສິ່ງທີ່ພໍ່ເຈິສອນຂ້ອຍວ່າການຕໍ່ສູ້ກັບຄວາມບໍ່ຍຸຕິທຳແລະຄວາມບໍ່ເທົ່າທຽມກັນມັນຍາກແລະຊັບຊ້ອນກວ່າທີ່ຂ້ອຍຄິດ. ແນວໃດກໍຕາມ ຄວາມຮູ້ສຶກທີ່ຢາກແກ້ໄຂຄວາມບໍ່ຍຸຕິທຳມັນບໍ່ເຄີຍຫາຍໄປຈາກຄວາມຄິດຂອງຂ້ອຍເລີຍ.
ຂ້ອຍໄດ້ຄວາມສາມາດທາງດ້ານສິນລະປະມາຈາກແມ່ ແລະລາວກໍສອນຂ້ອຍກັບນ້ອງໃຫ້ຮູ້ຈັກດົນຕີ ເພງ ແລະການເຕັ້ນລຳ. ຂ້ອຍກັບນ້ອງມີຊ່ວງເວລາທີ່ມີຄວາມສຸກຫຼາຍຈົນຮອດປີ 1939.
ຝັນຮ້າຍເລີ່ມຕົ້ນ
ຫຼັງຈາກຮຽນຈົບການສຶກສາຂັ້ນພື້ນຖານຕອນອາຍຸ 15 ປີ ຂ້ອຍກໍໄດ້ເຂົ້າໂຮງຮຽນສອນເຕັ້ນລຳ. ຢູ່ໂຮງຮຽນນີ້ສອນການເຕັ້ນລຳແບບ ເອົາສ໌ດຸດຊະຕັນ (ການເຕັ້ນລຳແບບສະແດງອາລົມ) ເຊິ່ງຜູ້ສອນແມ່ນມາຣີ ວິກມັນ. ລາວເປັນຜູ້ບຸກເບີກການເຕັ້ນລຳແບບນີ້ ເຊິ່ງຜູ້ເຕັ້ນຈະຕ້ອງສະແດງອາລົມອອກມາຕອນທີ່ເຕັ້ນ. ຂ້ອຍຍັງໄດ້ເລີ່ມແຕ້ມຮູບນຳ. ຍ້ອນແນວນີ້ ຊີວິດຂອງຂ້ອຍໃນຊ່ວງທຳອິດຈຶ່ງມີຄວາມສຸກ ແລະມີສິ່ງທີ່ໜ້າຕື່ນເຕັ້ນແລະຢາກຮຽນຮູ້ຢູ່ຕະຫຼອດ. ແຕ່ເມື່ອຮອດປີ 1939 ສົງຄາມໂລກຄັ້ງທີ 2 ກໍເລີ່ມຕົ້ນຂຶ້ນ. ນອກຈາກນັ້ນ ໃນປີ 1941 ກໍມີເລື່ອງທີ່ເຮັດໃຫ້ຂ້ອຍເສຍໃຈຫຼາຍຄືພໍ່ຂອງຂ້ອຍເສຍຊີວິດຍ້ອນພະຍາດວັນນະໂລກ.
ສົງຄາມເປັນຄືຝັນຮ້າຍ. ຂ້ອຍອາຍຸ 17 ປີເທົ່ານັ້ນຕອນທີ່ສົງຄາມເລີ່ມເກີດຂຶ້ນ ແລະຂ້ອຍກໍຄິດວ່າໂລກນີ້ເປັນບ້າໄປແລ້ວ. ຄົນທີ່ຂ້ອຍເຄີຍຄິດວ່າປົກກະຕິກໍຫັນໄປຕິດຕາມພວກນາຊີ. ຕໍ່ມາ ກໍເກີດຄວາມອຶດຢາກ. ຜູ້ຄົນຈຳນວນຫຼາຍລົ້ມຕາຍ ແລະທຸກຢ່າງກໍພັງພິນາດ. ເຮືອນຂ້ອຍຖືກຖິ້ມລະເບີດໃສ່ຈົນມຸ່ນໝົດ. ຫຼາຍຄົນໃນຄອບຄົວຂອງຂ້ອຍກໍຖືກຂ້າ.
ເມື່ອສົງຄາມຈົບລົງໃນປີ 1945 ຂ້ອຍກັບແມ່ແລະເຄເທີຍັງຢູ່ໃນເມືອງຮັນເລ. ໃນຊ່ວງນັ້ນຂ້ອຍແຕ່ງດອງແລະມີລູກສາວຄົນໜຶ່ງ. ແຕ່ຊີວິດຄອບຄົວຂອງເຮົາມີບັນຫາຫຼາຍ. ຂ້ອຍກັບຜົວຈຶ່ງຕັດສິນໃຈແຍກກັນຢູ່. ເນື່ອງຈາກຂ້ອຍຕ້ອງລ້ຽງທັງໂຕເອງແລະລູກ ຂ້ອຍຈຶ່ງເຮັດວຽກເປັນນັກເຕັ້ນແລະແຕ້ມຮູບ.
ຫຼັງຊ່ວງສົງຄາມ ປະເທດເຢຍລະມັນຖືກແບ່ງອອກເປັນ 4 ສ່ວນ ແລະເມືອງທີ່ເຮົາຢູ່ກໍຢູ່ໃຕ້ການປົກຄອງຂອງສະຫະພາບໂຊວຽດ. ພວກເຮົາຈຶ່ງຕ້ອງເຮັດໂຕໃຫ້ຂ້ອຍລຶ້ງເຄີຍກັບການປົກຄອງແບບຄອມມູນິດ. ໃນປີ 1949 ບ່ອນທີ່ເຮົາຢູ່ເຊິ່ງມັກຖືກເອີ້ນວ່າເຢຍລະມັນຕາເວັນອອກໄດ້ກາຍມາເປັນສາທາລະນະລັດປະຊາທິປະໄຕເຢຍລະມັນ.
ຊີວິດໃຕ້ການປົກຄອງແບບຄອມມູນິດ
ຊ່ວງນັ້ນແມ່ຂອງຂ້ອຍປ່ວຍແລະຂ້ອຍຕ້ອງເບິ່ງແຍງແມ່. ຂ້ອຍເຮັດວຽກຢູ່ໃນຫ້ອງການຂອງລັດຖະບານທ້ອງຖິ່ນ. ຕອນນັ້ນຂ້ອຍໄດ້ມາຮູ້ຈັກກັບກຸ່ມນັກຮຽນທີ່ບໍ່ເຫັນດີກັບລັດຖະບານ ເຂົາເຈົ້າຮຽກຮ້ອງໃຫ້ສົນໃຈບັນຫາຄວາມບໍ່ຍຸຕິທຳທີ່ມີຢູ່. ຕົວຢ່າງເຊັ່ນ ໄວລຸ້ນຄົນໜຶ່ງຖືກຫ້າມບໍ່ໃຫ້ຮຽນຕໍ່ໃນມະຫາວິທະຍາໄລຍ້ອນພໍ່ຂອງລາວເຄີຍເປັນສະມາຊິກພັກນາຊີ. ຂ້ອຍຮູ້ຈັກໄວລຸ້ນຄົນນີ້ດີ ຍ້ອນເຮົາຫຼິ້ນດົນຕີນຳກັນເລື້ອຍໆ. ຂ້ອຍຄິດວ່າ: ‘ເປັນຫຍັງລາວຕ້ອງໄດ້ຮັບຜົນຈາກສິ່ງທີ່ພໍ່ລາວເຮັດນຳ?’ ຂ້ອຍເລີ່ມເຂົ້າຮ່ວມກິດຈະກຳນຳກຸ່ມທີ່ບໍ່ເຫັນດີກັບລັດຖະບານຫຼາຍຂຶ້ນ ແລະຕັດສິນໃຈເຂົ້າຮ່ວມການປະທ້ວງຢ່າງເປີດເຜີຍ. ມີເທື່ອໜຶ່ງ ຂ້ອຍເຖິງຂັ້ນເອົາໃບປິວປະທ້ວງລັດຖະບານໄປຕິດໄວ້ຢູ່ກ້ອງຂັ້ນໄດທາງນອກຂອງອາຄານສານທ້ອງຖິ່ນ.
ຂ້ອຍແຮ່ງຮູ້ສຶກເຖິງຄວາມບໍ່ຍຸຕິທຳຫຼາຍຂຶ້ນເມື່ອຂ້ອຍຕ້ອງພິມຈົດໝາຍບາງສະບັບໃນຖານະທີ່ຂ້ອຍເຮັດວຽກເປັນເລຂານຸການຂອງຄະນະກຳມະການສັນຕິພາບແຫ່ງພູມມິພາກ. ມີເທື່ອໜຶ່ງ ຍ້ອນເຫດຜົນທາງການເມືອງ ຄະນະກຳມະການໄດ້ວາງແຜນວ່າຈະສົ່ງສິ່ງພິມໂຄສະນາຊວນເຊື່ອຂອງຄອມມູນິດໄປໃຫ້ຜູ້ຊາຍສູງອາຍຸຄົນໜຶ່ງຢູ່ເຢຍລະມັນຕາເວັນອອກ ເພື່ອຈະເຮັດໃຫ້ທຸກຄົນສົງໄສລາວ. ຂ້ອຍບໍ່ພໍໃຈກັບການກະທຳແບບນີ້ຫຼາຍຈົນຂ້ອຍເອົາສິ່ງພິມນັ້ນໄປເຊື່ອງໄວ້ແລະບໍ່ເຄີຍສົ່ງມັນເລີຍ.
“ຄົນທີ່ອັນຕະລາຍທີ່ສຸດໃນຫ້ອງ” ເຮັດໃຫ້ຂ້ອຍມີຄວາມຫວັງ
ໃນເດືອນມິຖຸນາປີ 1951 ມີຜູ້ຊາຍສອງຄົນເຂົ້າມາໃນສຳນັກງານທີ່ຂ້ອຍເຮັດວຽກ. ເຂົາເຈົ້າຮ້ອງໃສ່ຂ້ອຍວ່າ: “ເຈົ້າຖືກຈັບແລ້ວ.” ເຂົາເຈົ້າເອົາຂ້ອຍໄປຂັງໄວ້ໃນຄຸກທີ່ຊື່ວ່າ ໂຣເທີ ໂອດເຊ ຫຼື ງົວແດງ. ໜຶ່ງປີຕໍ່ມາ ຂ້ອຍຖືກໃສ່ຮ້າຍວ່າເປັນພວກຕໍ່ຕ້ານລັດຖະບານ. ນັກຮຽນຄົນໜຶ່ງເອົາເລື່ອງຂອງຂ້ອຍໄປບອກພວກຕຳຫຼວດລັບສະຕາຊີ ແລະບອກເຂົາເຈົ້າວ່າຂ້ອຍເຄີຍເຂົ້າຮ່ວມການປະທ້ວງໂດຍໃຊ້ໃບປິວ. ຕອນທີ່ສານຕັດສິນຄະດີຂອງຂ້ອຍ ມັນຕະຫຼົກຫຼາຍຍ້ອນບໍ່ມີໃຜສົນໃຈຄຳໃຫ້ການຂອງຂ້ອຍເລີຍ. ຂ້ອຍຖືກຕັດສິນໃຫ້ຕິດຄຸກ 6 ປີ. ໃນຊ່ວງນັ້ນ ຂ້ອຍສຸຂະພາບບໍ່ດີປານໃດແລະຖືກສົ່ງໂຕໄປຫໍພັກຂອງໂຮງໝໍໃນຄຸກແລະຢູ່ຮ່ວມກັບນັກໂທດຜູ້ຍິງຄົນອື່ນໆອີກ 40 ຄົນ. ຫຼັງຈາກທີ່ຂ້ອຍເຫັນຄົນເຫຼົ່ານີ້ຕ້ອງທົນທຸກ ຂ້ອຍເສົ້າໃຈຫຼາຍຈົນຂ້ອຍຕ້ອງແລ່ນໄປທຸບປະຕູຍ້ອນທົນບໍ່ໄຫວ.
ຜູ້ຄຸມຖາມຂ້ອຍວ່າ: “ເຈົ້າຕ້ອງການຫຍັງ?”
ຂ້ອຍຮ້ອງບອກລາວວ່າ: “ເອົາຂ້ອຍອອກໄປຈາກບ່ອນນີ້! ເອົາຂ້ອຍໄປຂັງດ່ຽວກໍໄດ້ ແຕ່ຂໍໃຫ້ຂ້ອຍອອກໄປຈາກບ່ອນນີ້!” ແຕ່ບໍ່ມີໃຜສົນໃຈຂ້ອຍເລີຍ. ບໍ່ດົນຫຼັງຈາກນັ້ນ ຂ້ອຍກໍເຫັນຜູ້ຍິງຄົນໜຶ່ງ ລາວຕ່າງຈາກຄົນອື່ນ. ສາຍຕາຂອງລາວສະແດງໃຫ້ເຫັນເຖິງຄວາມສະຫງົບໃຈ. ຂ້ອຍຈຶ່ງເຂົ້າໄປນັ່ງໃກ້ໆລາວ.
ຂ້ອຍແປກໃຈທີ່ລາວບອກຂ້ອຍວ່າ: “ຖ້າເຈົ້ານັ່ງໃກ້ໆຂ້ອຍ ເຈົ້າຕ້ອງລະວັງໜ້ອຍໜຶ່ງເດີ້.” ແລ້ວລາວກໍເວົ້າຕໍ່ໄປວ່າ: “ຄົນອື່ນຄິດວ່າຂ້ອຍເປັນຄົນທີ່ອັນຕະລາຍທີ່ສຸດໃນຫ້ອງນີ້ ຍ້ອນຂ້ອຍເປັນພະຍານພະເຢໂຫວາ.”
ຕອນນັ້ນ ຂ້ອຍບໍ່ຮູ້ວ່າພະຍານພະເຢໂຫວາຖືກເບິ່ງວ່າເປັນສັດຕູຂອງລັດຖະບານຄອມມູນິດ. ຂ້ອຍຮູ້ແຕ່ວ່ານັກສຶກສາຄຳພີໄບເບິນສອງຄົນ (ເປັນຊື່ທີ່ເອີ້ນພະຍານພະເຢໂຫວາໃນສະໄໝນັ້ນ) ໄດ້ໄປຢາມພໍ່ຂອງຂ້ອຍຕອນທີ່ຂ້ອຍຍັງນ້ອຍ. ຂ້ອຍຈື່ໄດ້ທີ່ພໍ່ເຄີຍເວົ້າວ່າ: “ພວກນັກສຶກສາຄຳພີໄບເບິນເວົ້າຖືກ!”
ຂ້ອຍຮ້ອງໄຫ້ດ້ວຍຄວາມໂລ່ງໃຈເມື່ອໄດ້ເຈິຜູ້ຍິງທີ່ໜ້າຮັກຄົນນີ້. ລາວຊື່ ເບີທາ ບຣິກເກໄມເອີ. ຂ້ອຍບອກວ່າ: “ຂໍຊ່ວຍເລົ່າເລື່ອງພະເຢໂຫວາໃຫ້ຂ້ອຍຟັງແດ່.” ຕັ້ງແຕ່ຕອນນັ້ນ ພວກເຮົາກໍໃຊ້ເວລານຳກັນຫຼາຍແລະລົມເລື່ອງຄຳພີໄບເບິນເລື້ອຍໆ. ນີ້ເຮັດໃຫ້ຂ້ອຍໄດ້ຮູ້ຫຼາຍຢ່າງ ເຊັ່ນ: ພະເຢໂຫວາເປັນພະເຈົ້າທ່ຽງແທ້ ເພິ່ນເປັນຄວາມຮັກ ເພິ່ນເປັນພະເຈົ້າທີ່ຍຸຕິທຳ ແລະມີສັນຕິສຸກ. ຂ້ອຍຍັງໄດ້ມາເຂົ້າໃຈວ່າພະເຈົ້າຈະຈັດການກັບບັນຫາທຸກຢ່າງທີ່ຄົນຊົ່ວເຮັດເຊິ່ງເຮັດໃຫ້ຄົນອື່ນຕ້ອງເດືອດຮ້ອນ. ຄຳເພງ 37:10, 11 ລ.ມ ບອກວ່າ: “ອີກຈັກໜ້ອຍກໍຈະບໍ່ມີຄົນຊົ່ວແລ້ວ...ແຕ່ຄົນທີ່ຖ່ອມໂຕຈະໄດ້ຮັບແຜ່ນດິນເປັນມໍລະດົກ. ເຂົາເຈົ້າຈະມີຄວາມຍິນດີຫຼາຍ ຍ້ອນຄວາມສະຫງົບສຸກຈະມີຢູ່ຕະຫຼອດໄປ.”
ຖືກປ່ອຍໂຕແລະໜີໄປຝັ່ງຕາເວັນຕົກ
ຂ້ອຍຖືກປ່ອຍໃນປີ 1956 ຫຼັງຈາກຕິດຄຸກດົນ 6 ປີ. ຫ້າມື້ຫຼັງຈາກຖືກປ່ອຍໂຕ ຂ້ອຍໄດ້ຫຼົບໜີໄປເຢຍລະມັນຕາເວັນຕົກ. ຕອນນັ້ນຂ້ອຍມີລູກສາວສອງຄົນຊື່ ຮັນເນີເລແລະຊາບີເນ. ຂ້ອຍພາເຂົາເຈົ້າໄປນຳ. ເມື່ອຍ້າຍໄປຢູ່ຫັ້ນ ຂ້ອຍປະຮ້າງກັບຜົວ ແລະຂ້ອຍກໍໄດ້ເຈິພະຍານພະເຢໂຫວາອີກເທື່ອໜຶ່ງ. ເມື່ອໄດ້ຮຽນຄຳພີໄບເບິນ ຂ້ອຍກໍຮູ້ວ່າໂຕເອງຕ້ອງໄດ້ປ່ຽນແປງຫຼາຍຢ່າງເພື່ອເຮັດໃຫ້ຊີວິດສອດຄ່ອງກັບມາດຕະຖານຂອງຄຳພີໄບເບິນ. ຂ້ອຍໄດ້ປ່ຽນແປງໂຕເອງ ແລະຮັບບັບເຕມາໃນປີ 1958.
ຕໍ່ມາ ຂ້ອຍໄດ້ແຕ່ງດອງໃໝ່ ແຕ່ເທື່ອນີ້ຂ້ອຍແຕ່ງດອງກັບພະຍານພະເຢໂຫວາທີ່ຊື່ ຄຣາວ ແມນເນ. ຂ້ອຍກັບຄຣາວມີຊີວິດຄູ່ທີ່ມີຄວາມສຸກຫຼາຍ ແລະເຮົາມີລູກນຳກັນ 2 ຄົນຊື່ ເບັນຈາມິນກັບທາເບຍ. ໜ້າເສົ້າ ຕອນປະມານ 20 ປີທີ່ແລ້ວ ຄຣາວໄດ້ເສຍຊີວິດຍ້ອນອຸບັດຕິເຫດ ແລະຂ້ອຍກໍຢູ່ເປັນໝ້າຍມາ ຕັ້ງແຕ່ຕອນນັ້ນ. ແຕ່ຂ້ອຍໄດ້ກຳລັງໃຈຫຼາຍຈາກຄວາມຫວັງເລື່ອງການຄືນມາຈາກຕາຍ ຍ້ອນຮູ້ວ່າຄົນທີ່ຕາຍໄປຈະກັບຄືນມາມີຊີວິດອີກເທື່ອໜຶ່ງໃນໂລກທີ່ເປັນອຸທິຍານ. (ລູກາ 23:43; ກິດຈະການ 24:15) ຂ້ອຍຍັງໄດ້ຮັບກຳລັງໃຈຫຼາຍທີ່ເຫັນລູກທັງ 4 ຄົນທີ່ຮັບໃຊ້ພະເຢໂຫວາ.
ຂ້ອຍຮູ້ສຶກຂອບໃຈພະເຢໂຫວາຫຼາຍແທ້ໆທີ່ໄດ້ຮຽນຄຳພີໄບເບິນ ນີ້ເຮັດໃຫ້ຂ້ອຍໄດ້ຮູ້ວ່າພະເຢໂຫວາເປັນຜູ້ດຽວເທົ່ານັ້ນທີ່ໃຫ້ຄວາມຍຸຕິທຳກັບທຸກຄົນໄດ້. ເພິ່ນບໍ່ຄືມະນຸດ ເພິ່ນຮູ້ຈັກສະພາບການຂອງເຮົາທຸກຢ່າງ ແລະຮູ້ວ່າຊີວິດຂອງເຮົາຜ່ານຫຍັງມາແດ່ເຊິ່ງຄົນອື່ນໆບໍ່ຮູ້. ການຮູ້ເລື່ອງເຫຼົ່ານີ້ຊ່ວຍໃຫ້ຂ້ອຍສະຫງົບໃຈໄດ້ໃນຕອນນີ້ ໂດຍສະເພາະຕອນທີ່ເຈິຄວາມບໍ່ຍຸຕິທຳ. ປັນຍາຈານ 5:8 ບອກວ່າ: “ຖ້າເຈົ້າເຫັນຄົນທີ່ມີອຳນາດກົດຂີ່ຄົນທຸກ ເຮັດສິ່ງທີ່ບໍ່ຍຸຕິທຳ ຫຼືເຮັດສິ່ງທີ່ບໍ່ຖືກຕ້ອງໃນແຜ່ນດິນຂອງເຈົ້າກໍບໍ່ຕ້ອງແປກໃຈ. ຄົນທີ່ມີຕຳແໜ່ງສູງຄົນນັ້ນມີຄົນທີ່ມີຕຳແໜ່ງສູງກວ່າລາວເບິ່ງລາວຢູ່ແລະກໍຍັງມີຄົນທີ່ມີຕຳແໜ່ງສູງກວ່າອີກເບິ່ງເຂົາເຈົ້າຢູ່ຄືກັນ.” ແນ່ນອນ “ຄົນທີ່ມີຕຳແໜ່ງສູງກວ່າ” ຄືພະເຈົ້າທີ່ສ້າງທຸກສິ່ງ. ເຮັບເຣີ 4:13 ບອກວ່າ: “ສິ່ງທີ່ພະເຈົ້າສ້າງຂຶ້ນມາ ບໍ່ມີສິ່ງໃດຖືກປົກປິດໄວ້ຈາກສາຍຕາຂອງພະອົງໄດ້ ແຕ່ທຸກສິ່ງຖືກເປີດເຜີຍແລະປາກົດແຈ້ງຕໍ່ສາຍຕາຂອງພະອົງຜູ້ທີ່ພວກເຮົາຕ້ອງໃຫ້ການ.”
ເບິ່ງຄືນໄປເກືອບ 90 ປີ
ບາງເທື່ອກໍມີຄົນຖາມຂ້ອຍວ່າການມີຊີວິດຢູ່ໃຕ້ການປົກຄອງຂອງນາຊີແລະລະບອບຄອມມູນິດເປັນແນວໃດ. ການໃຊ້ຊີວິດຢູ່ໃຕ້ການປົກຄອງທັງສອງລະບອບນີ້ບໍ່ງ່າຍ. ການປົກຄອງແບບອື່ນໆຂອງມະນຸດທຸກຮູບແບບຢືນຢັນວ່າມະນຸດປົກຄອງໂຕເອງບໍ່ໄດ້. ຄຳພີໄບເບິນເວົ້າຄວາມຈິງແບບກົງໄປກົງມາວ່າ: “ມະນຸດປົກຄອງມະນຸດແລະຄົນທີ່ຢູ່ໃຕ້ການປົກຄອງກໍຕ້ອງທົນທຸກລຳບາກ.”—ປັນຍາຈານ 8:9
ຕອນທີ່ຂ້ອຍຍັງເປັນສາວແລະເບິ່ງວ່າທຸກຢ່າງສວຍງາມໄປໝົດ ຂ້ອຍຫວັງວ່າການປົກຄອງຂອງມະນຸດຈະເຮັດໃຫ້ເກີດຄວາມຍຸຕິທຳ. ແຕ່ຕອນນີ້ຂ້ອຍຮູ້ແລ້ວວ່າເປັນໄປບໍ່ໄດ້. ມີແຕ່ພະເຈົ້າເທົ່ານັ້ນທີ່ເຮັດໃຫ້ໂລກນີ້ມີຄວາມຍຸຕິທຳແທ້ໆໄດ້. ເພິ່ນຈະເຮັດແນວນັ້ນໂດຍກຳຈັດຄົນຊົ່ວທັງໝົດ ແລະໃຫ້ພະເຢຊູປົກຄອງໂລກນີ້ ເຊິ່ງພະເຢຊູຈະໃຫ້ຜົນປະໂຫຍດຂອງຄົນອື່ນມາກ່ອນ. ຄຳພີໄບເບິນເວົ້າກ່ຽວກັບພະເຢຊູວ່າ: “ທ່ານຮັກຄວາມຍຸຕິທຳແລະກຽດຊັງຄວາມຊົ່ວ.” (ເຮັບເຣີ 1:9) ຂ້ອຍຮູ້ສຶກຂອບໃຈຫຼາຍທີ່ພະເຈົ້າໄດ້ໃຫ້ຂ້ອຍໄດ້ມາຮູ້ຈັກກະສັດຜູ້ທີ່ຈະເຮັດໃຫ້ໂລກນີ້ເກີດຄວາມຍຸຕິທຳແທ້ ແລະຂ້ອຍຫວັງວ່າຂ້ອຍຈະມີຊີວິດຕະຫຼອດໄປພາຍໃຕ້ການປົກຄອງຂອງເພິ່ນ!
[ຮູບພາບ]
ຮັນເນີເລແລະຊາບີເນລູກສາວຂອງຂ້ອຍຫຼັງຈາກທີ່ເຮົາມາຮອດເຢຍລະມັນຕາເວັນຕົກ
[ຮູບພາບ]
ທຸກມື້ນີ້ ກັບເບັນຈາມິນລູກຊາຍ ແລະແຊນດຣາເມຍຂອງລາວ